ກ່ຽວ​ກັບ​ຄວາມ​ກິນ​ແໜງ ​ແລະ ການ​ຕັດສິນ​ໃຈ​ທີ່​ແນ່ວ​ແນ່

​ໂດຍ​ ປະທານ​ດີ​ເດີ ແອັຟ ອຸກ​ດອບ

ທີ່​ປຶກສາ​ທີ​ສອງ​​ໃນ​ຝ່າຍ​ປະທານ​ສູງ​ສຸດ


ເມື່ອ​ເຮົາ​ອຸທິດ​ຕົນ​ໃນ​ການສະ​ແຫວ​ງຫາ​ຄວາມ​ສັກສິດ ​ແລະ ຄວາມສຸກ​ຫລາຍ​ເທົ່າ​ໃດ, ​ເຮົາ​ຈະ​ມີ​ຄວາມ​ກິນ​ແໜງ​ໜ້ອຍ​ລົງຫລາຍ​ເທົ່າ​ນັ້ນ.

ກ່ຽວ​ກັບ​ຄວາມ​ກິນ​ແໜງ

ປະທານ​ມອນ​ສັນ, ພວກ​ເຮົາ​ຮັກ​ທ່ານ. ຂອບ​ໃຈ​ຫລາຍໆ​ສຳລັບ​ການ​ປະກາດ​ທີ່​ດົນ​ໃຈ ​ແລະ ​ເປັນ​ປະຫວັດສາດ​ນັ້ນກ່ຽວ​ກັບການສ້າງ​ພຣະວິຫານ​ຕື່ມ​ອີກ ​ແລະ ວຽກ​ງານ​ເຜີຍ​ແຜ່. ​ເປັນ​ເພາະ​ສິ່ງ​ທີ່​ກ່າວ​ມານັ້ນ, ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ພອນ​ອັນ​ຍິ່ງ​ໃຫຍ່​ຈະ​ມາສູ່​ພວກ​ເຮົາ ​ແລະ ຄົນ​ລຸ້ນຫລັງ​ໃນ​ອະນາຄົດ.

ອ້າຍ​​ເອື້ອຍ​ນ້ອງ​ ​ແລະ ​ມິດສະຫາຍ​ທີ່​ຮັກ​ແພງຂອງ​ຂ້າພະ​ເຈົ້າ! ​ເຮົາ​ທຸກ​ຄົນ​ເປັນ​ມະຕະ. ຂ້າພະ​ເຈົ້າຫວັງ​ວ່າ ຄົງ​ບໍ່​ມີ​ໃຜ​ຕົກ​ຕະລຶງ.

ບໍ່​ມີ​ໃຜ​ຈະ​​ໄດ້​ຢູ່​ໃນ​ໂລກ​ນີ້​ເປັນ​ເວລາ​ດົນ​ນານ. ​​ເວລາ​ຂອງ​​ເຮົາ​ເມື່ອ​ປຽບທຽບ​ໃສ່​ກັບ​ນິລັນດອນ​ແລ້ວ, ​ເປັນ​ພຽງ​ພິບ​ຕາ​ດຽວ​ເທົ່າ​ນັ້ນ.

​ແລ້ວ​ເຮົາ​ຈະ​ຈາກ​ໄປ. ວິນ​ຍານ​ຂອງ​ເຮົາ “ຍ່ອມ​ຖືກ​ນຳ​ກັບ​ບ້ານ​ໄປ​ຫາ​ພຣະ​ເຈົ້າຜູ້​ປະທານ​ຊີວິດ​ໃຫ້​ແກ່​​ [ເຮົາ].”1 ​ເຮົາ​ໄດ້​ປະ​ຮ່າງກາຍ​ ​ແລະ ສິ່ງ​ຂອງຂອງ​ເຮົາ​​ໄວ້​ຢູ່​ໃນ​ໂລກ​ນີ້ ​ເມື່ອ​ເຮົາ​ຍ້າຍ​ໄປ​ຫາ​ສະຖານ​ທີ່​​​ໃໝ່.

ຕອນ​ເຮົາ​ຍັງ​ນ້ອຍ, ​ເບິ່ງ​ຄື​ວ່າ​ເຮົາ​ຈະ​ມີ​ຊີວິດ​ຢູ່​​ເປັນ​ເວລາ​ດົນ​ນານ. ​ເຮົາ​ຄິດ​ວ່າ ວັນ​ເວລາ​ຂອງ​ເຮົາ​ນັ້ນມີ​ຢ່າງ​ຫລວງຫລາຍ, ​ແລະ ອະນາຄົດ​ເບິ່ງ​ຄື​ວ່າ ​ເປັນ​ເສັ້ນທາງ​ເພພັງ​ທີ່​ຍາວ​ຢຽດ​ຈົນ​ສຸດ​ສາຍຕາ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເມື່ອ​ເຮົາ​ເຖົ້າ​ແກ່​ລົງເທົ່າ​ໃດ, ​ເຮົາ​ມັກ​ຈະ​ຫວນ​ຄິດ​ຄືນ​ຫລັງຫລາຍ​ຂຶ້ນ​ເທົ່າ​ນັ້ນ ​ແລະ ​ເຫັນ​ວ່າ​ເສັ້ນທາງບໍ່​ໄດ້​ຍາວ​ໄກ​ເລີຍ. ​ເຮົາ​ຈະ​ຄິດ​ວ່າ ​ວັນເດືອນ​ປີ​​ໄດ້ເລື່ອນ​ໄປ​​ໄວ​ແທ້ໆ. ​ແລະ ​ເຮົາ​ຈະ​ເລີ່ມຕົ້ນຄິດ​ກ່ຽວ​ກັບ​ການ​ເລືອກ​ທີ່​ເຮົາ​ໄດ້​ເຮັດ ​ແລະ ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຜ່ານ​ມາ. ​ແລ້ວ​ເຮົາ​ຈະ​ຈື່​ຈຳ​ເວລາ​ອັນ​ຫວານ​ຊື່ນ​ທີ່​ໃຫ້​ຄວາມ​ອົບ​ອຸ່ນ​ແກ່​ຈິດ​ວິນ​ຍານ​ຂອງ​ເຮົາ ​ແລະ ຄວາມສຸກ​​ແກ່​ໃຈ​ຂອງ​ເຮົາ. ​ແຕ່​ເຮົາ​ກໍ​ຍັງ​ຈະ​ຈື່​ຈຳຄວາມ​ກິນ​ແໜງ​ນຳ​ອີກ—ສິ່ງ​ທີ່​ເຮົາ​ຢາກ​ສາມາດ​ກັບ​ຄືນ​ໄປ​ປ່ຽນ.

ນາຍ​ແພດ​ຄົນ​ໜຶ່ງ​ຜູ້​ດູ​ແລ​ຄົນ​ປ່ວຍ​​ໃກ້​ຕາຍໄດ້​ກ່າວ​ວ່າ ນາງ​ມັກ​ຖາມ​ຄົນ​ປ່ວຍກ່ອນ​ເຂົາ​ເຈົ້າຈະ​ຈາກ​ໂລກ​ນີ້​ໄປ​.

“​ທ່ານ​ມີ​ຄວາມ​ກິນ​ແໜງ​​ແນວ​ໃດ​ບໍ?” ນາງ​​ໄດ້​ຖາມ.2

​ໃນ​ການ​ຢູ່​ໃກ້​ວັນ​ຈະ​ຈາກ​ຊ່ວງ​ມະຕະ​ໄປ​ ສ່ວນ​ຫລາຍ​ຈະ​​ເຮັດ​ໃຫ້​ຄວາມ​ຄິດ​ແຈ່ມແຈ້ງຂຶ້ນ ​​ແລະ ​ໃຫ້​ຄວາມ​ຮູ້ ​ແລະ ທັດສະນະ. ສະນັ້ນ ​ເມື່ອ​ຄົນ​ເຫລົ່ານັ້ນ​ໄດ້​ຖືກ​ຖາມ​ກ່ຽວ​ກັບ​ຄວາມ​ກິນ​ແໜງ​ຂອງ​ເຂົາ​ເຈົ້າ, ​ເຂົາ​ເຈົ້າຈະ​ບອກ​ຄວາມ​ໃນ​ໃຈ. ​ເຂົາ​ເຈົ້າຈະ​ບອກ​ສິ່ງ​ທີ່​ເຂົາ​ເຈົ້າຢາກ​ປ່ຽນ​ຖ້າ​ຫາກ​​ເຂົາ​ເຈົ້າສາມາດ​ກັບ​ຄືນ​ໄປ​ຫາ​ອາ​ດີດ​ໄດ້.

​ເມື່ອ​ຂ້າພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າກ່າວ, ຂ້າພະ​ເຈົ້າ​ແປກ​ໃຈ​ຫລາຍ​ກັບ​ວິທີ​ທີ່​ຮາກ​ຖານ​ແຫ່ງຫລັກ​ທຳ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດສາມາດ​ນຳພາ​ຊີວິດ​ຂອງ​ເຮົາ​ໄປ​ໃນ​ທາງ​ທີ່ດີ​ໄດ້, ຖ້າ​ພຽງ​ແຕ່​ເຮົາ​ຈະ​ນຳ​ໃຊ້​ມັນ.

ບໍ່​ມີ​ຄວາມ​ລຶກລັບ​ແນວ​ໃດ​ກ່ຽວ​ກັບ​ຫລັກ​ທຳ​ຂອງ​ພຣະກິດ​ຕິ​ຄຸນ. ​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ມັນ​ຢູ່​ໃນ​ພຣະຄຳ​ພີ, ​ເຮົາ​ໄດ້​ສົນທະນາ​ກ່ຽວ​ກັບ​ມັນຢູ່​ໃນ​ໂຮງຮຽນ​ວັນ​ອາທິດ, ​​ແລະ ​ເຮົາ​ໄດ້​ຍິນ​ກ່ຽວ​ກັບມັນຈາກ​ແທ່ນ​ປາ​ໄສ​ຫລາຍໆ​ເທື່ອ. ຫລັກ​ທຳ​ ​ແລະ ຄຸນຄ່າແຫ່ງ​ສະຫວັນ​ເຫລົ່າ​ນີ້ ​​ແມ່ນ​ຊື່​ຕົງ ​ແລະ ​ແຈ່ມ​ແຈ້ງ; ມັນ​ງົດ​ງາມ, ​ເລິກ​ຊຶ້ງ, ​ແລະ ມີ​ພະລັງ​ຫລາຍ; ​ແລະ ມັນ​ສາມາດ​ຊ່ອຍ​ເຫລືອ​ເຮົາຢ່າງ​ແນ່ນອນ ​ເພື່ອ​ຫລີກ​ເວັ້ນຈາກ​ຄວາມ​ກິນ​ແໜງ​ໃນ​ອະນາຄົດ.

ຂ້າພະ​ເຈົ້າ​ເສຍດາຍ​ທີ່​ບໍ່​ໄດ້​ໃຊ້​ເວລາ​ຫລາຍກັບ​ຄົນ​ທີ່​ຂ້າພະ​ເຈົ້າຮັກ

ບາງ​ທີ​ຄວາມ​ກິນ​ແໜງ​​ຢ່າງ​ໜຶ່ງທີ່​​ຄົນ​ປ່ວຍ​​ໃກ້​ຕາຍ​ເກືອບທຸກ​ຄົນໄດ້​ກ່າວ​ອອກ​ມາ​ແມ່ນ​ວ່າ​ເຂົາ​ເຈົ້າ​ເສຍດາຍ​ທີ່​ບໍ່​ໄດ້​ໃຊ້​ເວລາ​ກັບ​ຄົນ​ທີ່​ເຂົາ​ເຈົ້າຮັກ.

​ໂດຍ​ສະ​ເພາະ​ແລ້ວ ຜູ້​ຊາຍ​ມັກ​ຄວນ​ຄາງ​ວ່າ—​ເຂົາ​ເຈົ້າ “ມີ​ຄວາມ​ກິນ​ແໜງ​ທີ່​ໄດ້​ໃຊ້​​ເວລາ​ກັບ … ການ​ງານ​ຫລາຍ​ເກີນ​ໄປ.”3 ຫລາຍ​ຄົນ​ໄດ້​ພາດ​ໂອກາດ​​ໃຊ້​ເວລາ​ກັບ​ຄອບຄົວ ​ແລະ ໝູ່​ເພື່ອນ. ​ເຂົາ​ເຈົ້າ​ໄດ້​ພາດ​ຄວາມ​ສຳພັນ​ອັນ​ແໜ້ນ​ແຟ້ນກັບ​ຄົນ​ທີ່​ມີ​ຄວາມ​ໝາຍ​ຫລາຍ​ທີ່​ສຸດ​ຕໍ່​ເຂົາ​ເຈົ້າ.

​​ບໍ່​ເປັນຄວາມ​ຈິງ​ບໍທີ່​ວ່າ ​ເຮົາ​ຈະ​ຫຍຸ້ງ​ຫລາຍ​ໃນ​ຊີວິດ? ​ແລະ ໜ້າ​ເສຍ​ໃຈ​ທີ່​ຈະ​ບອກ​ວ່າ, ​ເຮົາມັກ​ຈະ​ອ້າງ​ຄວາມ​ຫຍຸ້ງ​ຂອງ​ເຮົາ​ວ່າ​ເປັນ​ສິ່ງ​ມີ​ກຽດ, ຄື​ກັບ​ວ່າຄວາມ​ຫຍຸ້ງ​ຂອງ​ເຮົາ​ນັ້ນ ​ເປັນຄວາມ​ສຳ​ເລັດ​ຜົນ ຫລື ​ເປັນ​ສັນຍາ​ລັກອັນ​ສູງ​ສົ່ງຂອງ​ຊີວິດ.

​ແມ່ນ​ແນວ​ນັ້ນຊັ້ນບໍ?

ຂ້າພະ​ເຈົ້າຄິດ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ​ແລະ ຕົວຢ່າງ​ຂອງ​ພຣະອົງ, ​ແລະ ຊີວິດ​ອັນ​ສັ້ນໆ​ຂອງ​ພຣະອົງ​ໃນ​ບັນດາ​ຜູ້​ຄົນ​ຢູ່​ຄາ​ລີ​ເລ ​ແລະ ​ເຢຣູຊາ​ເລັມ. ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ວາດ​ພາບ​ເຫັນ​ພຣະອົງຟ້າວ​ຟັ່ງ​ໃນ​ການ​ໄປ​ປະຊຸມ ຫລື ​ເຮັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ພ້ອມ​ກັນ ​ເພື່ອ​​ໃຫ້​ແລ້ວ​ໄວໆ.

ຂ້າພະ​ເຈົ້າບໍ່​ເຫັນ.

​​ແຕ່​ຂ້າພະ​ເຈົ້າ​ໄດ້​ເຫັນ​ພາບ​ຂອງ​ພຣະບຸດ​ຂອງ​ພຣະ​ເຈົ້າທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ ​ແລະ ຄວາມ​ເປັນ​ຫ່ວງ​ເປັນ​​ໃຍ ດຳລົງ​ຊີວິດ​ໄປ​ແຕ່​ລະ​ວັນ​ດ້ວຍ​ຈຸດປະສົງ. ​ເມື່ອ​ພຣະອົງ​ພົບ​ປະ​ສັງ​ສັນ​ກັບ​ຄົນ​ທີ່ຢູ່​ອ້ອມ​ຮອບ​ພຣະອົງ, ​ເຂົາ​ເຈົ້າຮູ້ສຶກ​ວ່າສຳຄັນ ​ແລະ ​ຖືກຮັກ​ແພງ. ພຣະອົງ​ຮູ້​ຄຸນຄ່າ​ອັນ​ເປັນນິດ​ຂອງ​ຜູ້​ຄົນ​ທີ່​ພຣະອົງ​ພົບ​​ເຫັນ. ພຣະອົງ​ໄດ້​ອວຍພອນ​ເຂົາ, ປະຕິ​ບັດ​ແກ່​ເຂົາ. ພຣະອົງ​ໄດ້​ຄ້ຳຊູ​ເຂົາ, ​ໄດ້​ປິ່ນປົວ​ເຂົາ. ພຣະອົງ​ໄດ້​ມອບ​​ເວລາອັນ​ລ້ຳຄ່າ​ຂອງ​ພຣະອົງໃຫ້​ແກ່​ເຂົາ.

​ໃນ​ວັນ​ເວລາ​ຂອງ​ເຮົາ, ມັນ​ງ່າຍ​ທີ່​ຈະ​ທຳທ່າ​ໃຊ້​ເວລາ​ກັບ​ຄົນ​ອື່ນ. ພຽງ​ແຕ່​ໃຊ້​ນິ້ວມື​ຍັ່ນບາດ​ດຽວ​ ​ເຮົາ​ກໍ​ສາມາດ “ຕິດ​ຕໍ່” ກັບ​ “ໝູ່​ເພື່ອນ” ຫລາຍ​ພັນ​ຄົນ​ໄດ້ ​ໂດຍ​ບໍ່​ຕ້ອງ​ເຫັນ​ກັນ​ໜ້າ​ຕໍ່ໜ້າ. ​ເທັກ​ໂນ​ໂລ​ຈີ ສາມາດ​ເປັນ​ສິ່ງ​ດີ, ​ແລະ ​ມີ​ຜົນ​ປະ​ໂຫຍ​ດຫລາຍ​​ໃນ​ຕອນ​ທີ່​ເຮົາ​ບໍ່​​ໄດ້​ຢູ່​ໃກ້​ຄົນ​ທີ່​ເຮົາ​ຮັກ. ພັນ​ລະ​ຍາ ​ແລະ ຂ້າພະ​ເຈົ້າ​ໄດ້​ອາ​ໄສ​ຢູ່​ຫ່າງ​ໄກ​ຈາກ​ລູກ​ຫລານ; ​ເຮົາ​ຮູ້​ວ່າ​ເປັນ​ແນວ​ໃດ​ແມ່ນ​ບໍ. ​ແຕ່​ຂ້າພະ​ເຈົ້າ​ເຊື່ອ​ວ່າ​ເຮົາບໍ່​ໄດ້​ມຸ້ງ​ໄປ​​ໃນທາງ​ທີ່​ຖືກຕ້ອງ, ບາງ​ຄົນ ​ແລະ ທັງ​ສັງຄົມ, ເມື່ອ​​ໃຊ້​ອິນ​ເຕີ​ແນັດ​ຕິດ​ຕໍ່​ຫາ​ກັນ, ມັກ​ຈະ​ເອົາ​ຮູບຕະຫລົກມາ​ໃສ່, ສົ່ງ​ສິ່ງ​ບໍ່​ສຳຄັນ​ໃຫ້​ຄົນ​ອື່ນ, ຫລື ຕໍ່​ຄົນ​ທີ່​ເຮົາ​ຮັກ​ໄປ​ຫາ​​ເວ​ບ​ໄຊ້ຕ່າງໆ. ຂ້າພະ​ເຈົ້າຄິດ​ວ່າ ຄົງ​ມີ​ບາງ​ບ່ອນ​ທີ່​ຮັບ​ຮູ້ການ​ກະທຳ​ແບບ​ນັ້ນ, ​ແຕ່​ເຮົາ​ມີ​ເວລາ​ຫລາຍ​ປານ​ໃດ​ທີ່​ຈະ​ເຮັດ​ແນວ​ນັ້ນ? ຖ້າ​ຫາກ​ເຮົາ​ບໍ່​​ແຍກ​ເວລາ​ໃຫ້​ຄົນ​ທີ່​ສຳຄັນ​ທີ່​ສຸດ​ຕໍ່ເຮົາ​​ຢ່າງ​ພຽງພໍ, ​ແລ້ວ​ໃນ​ວັນ​ໜຶ່ງ​ເຮົາ​ຈະ​ກິນ​ແໜງ.

ຂໍ​ໃຫ້​ເຮົາ​ຈົ່ງ​ຕັດສິນ​ໃຈ​ທະນຸ​ຖະໜອມ​ຄົນ​ທີ່​ເຮົາ​ຮັກ, ​ໃຊ້​​ເວລາ​ທີ່​ມີຄ່າ​ກັບ​ເຂົາ​ເຈົ້າ, ​​ເຮັດ​ສິ່ງ​ຕ່າງໆ​ນຳ​ກັນ, ແລະ ສະ​ສົມ​ຄວາມ​ຊົງ​ຈຳ​ອັນຫວານ​ຊື່ນ​ໄວ້.

ຂ້າພະ​ເຈົ້າ​ເສຍດາຍ​ທີ່​ບໍ່​ໄດ້​ດຳລົງ​ຊີວິດ​ຕາມ​ຄວາມ​ສາມາດ​ຂອງ​ຂ້າພະ​ເຈົ້າ

ສິ່ງ​ໜຶ່ງ​ອີກ​ທີ່​ຜູ້​ຄົນ​ຈະ​ບອກ​ວ່າ​ເຂົາ​ເຈົ້າພາດ​ທີ່​ຈະ​ເຮັດ​ຄື​ການ​ບໍ່​ໄດ້​ເປັນ​ຄົນ​ທີ່​ເຂົາ​ເຈົ້າຢາກ​ເປັນ. ​ເມື່ອ​ເຂົາ​ເຈົ້າຫວນ​ຄິດ​ຄືນ​ຫລັງ, ​ເຂົາ​ເຈົ້າຮູ້​ວ່າ ​ເຂົາ​ເຈົ້າບໍ່​ໄດ້​ດຳລົງ​ຊີວິດ​ຕາມ​ຄວາມ​ສາມາດ​ຂອງ​ເຂົາ​ເຈົ້າ, ​ຄື​ກັນ​ກັບ​ເພງ​ທີ່​ບໍ່​ເຄີຍ​ຮ້ອງ.

ບັດ​ນີ້ ຂ້າພະ​ເຈົ້າບໍ່​ໄດ້ກ່າວ​ເຖິງ​ການ​ບັນລຸ​ຄວາ​ມສຳ​ເລັດ​​ເລື່ອງ​ວິຊາ​ອາຊີບ. ​ຄວາມ​ສຳ​ເລັດ​ນັ້ນ, ບໍ່​ວ່າ​ຈະ​ສູງ​ພຽງ​ໃດ, ​ແຕ່​ໃນ​ເສັ້ນທາງ​ນິລັນດອນ ມັນ​ບໍ່​ມີ​ຄວາມ​ໝາຍ​ແນວ​ໃດ​ເລີຍ.

​ແຕ່ສິ່ງ​ທີ່​ຂ້າພະ​ເຈົ້າຈະ​ກ່າວ​ເຖິງ ​ແມ່ນ​ສິ່ງ​ທີ່​ພຣະ​ເຈົ້າ, ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ປະສົງ​ໃຫ້​ເຮົາ​ເປັນ​ຄົນທີ່​ເຮົາ​ຄວນ​ເປັນ.

​ເຮົາ​ໄດ້​ມາສູ່​ໂລກ​ນີ້, ດັ່ງ​ນັກ​ກະ​ວີກ່າວ​​ໄວ້​ວ່າ, “ມາ​ດ້ວຍ​ລັດສະໝີ​ພາບ”4 ຈາກ​ໂລກ​ກ່ອນ​ເກີດ.

ພຣະບິດາ​ເທິງ​ສະຫວັນ​​ເຫັນ​ຄວາມ​ສາມາດ​ຂອງ​ເຮົາ. ພຣະອົງ​ຮູ້ຈັກ​ສິ່ງ​ທີ່​​ເຮົາ​ບໍ່​ຮູ້ຈັກ​ກ່ຽວ​ກັບ​ຕົວ​ເຮົາ​ເອງ. ພຣະອົງ​ເຕືອນ​ເຮົາ​ໃນ​ຊ່ວງ​ໄລຍະ​ທີ່​ເຮົາ​ມີ​ຊີວິດ​ຢູ່ ​ເພື່ອ​ເຮົາ​ຈະ​ໄດ້​ບັນລຸ​​ຄວາມ​ສຳ​ເລັດ​ຂັ້ນສູງ​ສຸດ, ມີ​ຊີວິດ​ທີ່​ດີ, ​ແລະ ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະອົງ.

​​ແລ້ວເປັນ​ຫຍັງ​ເຮົາ​ຈຶ່ງ​ໃຊ້​ເວລາ​ ​ແລະ ກຳລັງວັງຊາ​ຢ່າງ​ຫລວງຫລາຍ​ກັບ​ສິ່ງ​ທີ່​ເປັນ​ຂອງ​ໂລກ, ທີ່​ບໍ່​ສຳຄັນ, ​ແລະ ບໍ່​ມີ​ຄ່າ? ​ເຮົາ​ບໍ່​ຢາກ​ຍອມຮັບ​ວ່າ ​ເຮົາ​ພະຍາຍາມສະ​ແຫວ​ງຫາສິ່ງ​ທີ່​ເລັກ​ນ້ອຍ ​ແລະ ຊົ່ວຄາວ​ບໍ?

​ບໍ່​ເປັນ​ສິ່ງສະຫລາດບໍ​ຖ້າ​ຫາກ​ເຮົາຈະ “ທ້ອນ​ໂຮມ​ຊັບ​ສົມບັດ​ສຳລັບ​ຕົນ​ໄວ້​ໃນ​ສະຫວັນ, ບ່ອນ​ທີ່​ມອດ ​ແລະ ຂີ້ໝ້ຽງ​ກັດ​ກິນ​ບໍ່​ໄດ້ ​ແລະ ​ໂຈນ​ເຈາະ​ລັກ​ເອົາ​ບໍ່​ໄດ້”?5

​ເຮົາ​ຈະ​ເຮັດ​ແນວ​ນີ້​ໄດ້​ແນວ​ໃດ? ​ໂດຍ​ການ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ໂດຍ​ການ​ເອົາຄຳ​ສອນ​ຂອງ​ພຣະອົງ​​ລວມເຂົ້າກັບຊີວິດປະຈຳ​ວັນ​ຂອງ​ເຮົາ, ​​ໂດຍການ​ຮັກ​ພຣະ​ເຈົ້າ ​ແລະ ​ເພື່ອນ​ມະນຸດ​ຂອງ​ເຮົາ.

​ເຮົາ​ບໍ່​ສາມາດ​ເຮັດ​ໄດ້ ຖ້າ​ຫາກ​ເຮົາ​ລາກ​ຕີນ​ໄປ, ຫລຽວ​ເບິ່ງ​ແຕ່​ໂມງ, ຈົ່ມ​ໄປ​ຕາມ​ທາງ​ໄປ​ສູ່​ການ​ເປັນ​ສານຸສິດ.

​ເມື່ອ​ກ່າວ​ເຖິງ​ການ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ, ​ເຮົາ​ບໍ່​ຄວນ​ເປັນ​ເໝືອນ​ດັ່ງ​ເດັກນ້ອຍ​ຢັ່ງ​ຕີນ​ລົງ​ນ້ຳ ​ແລ້ວ​ເວົ້າວ່າ ​ເຂົາ​ໄດ້​ລອຍນ້ຳ​ແລ້ວ. ​ໃນ​ຖານະ​ທີ່​ເປັນ​ບຸດ ​ແລະ ທິດາ​ຂອງ​ພຣະບິດາ​ເທິງ​ສະຫວັນ, ​ເຮົາ​ສາມາດ​ເຮັດ​ຫລາຍ​ກວ່າ​ນັ້ນ. ການ​ມີ​​ເຈດ​ຕະນາ​ດີ​ເທົ່າ​ນັ້ນ​ແມ່ນ​ບໍ່​ພຽງພໍ. ​ເຮົາ​ຕ້ອງ​​ ​ເຮັດ. ຍິ່ງ​ສຳຄັນ​ກວ່າ​ນັ້ນ, ​ເຮົາ​ຕ້ອງ​ ກາຍ​ເປັນ ​ຄົນ​ທີ່​ພຣະບິດາ​ເທິງ​ສະຫວັນ​ຢາກ​ໃຫ້​ເຮົາ​ເປັນ.

ການ​ປະກາດ​ປະຈັກ​ພະຍານ​ຂອງ​ເຮົາ​​ເຖິງ​ພຣະກິດ​ຕິ​ຄຸນ​ເປັນ​ສິ່ງ​ດີ, ​ແຕ່​ການ​ດຳລົງ​ຊີວິດ​ຕາມ​ຕົວຢ່າງ​ຂອງ​ພຣະກິດ​ຕິ​ຄຸນ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ແມ່ນ​ເປັນ​ສິ່ງ​ທີ່​ດີກ​ວ່າ. ການ​ປາຖະໜາ​ທີ່​ຈະ​ເປັນ​ຄົນ​ຊື່ສັດ​ຫລາຍ​ກວ່າ​ເກົ່າຕໍ່​ພັນທະ​ສັນຍາ​ຂອງ​ເຮົາ​ເປັນ​ສິ່ງ​ດີ; ​ແຕ່​ການ​​ເປັນ​ຄົນ​ຊື່ສັດ​ຕໍ່​ພັນທະ​ສັນຍາ​ອັນ​ສັກສິດ—ຮ່ວມ​ທັງ​ການ​ດຳລົງ​ຊີວິດ​ໃນ​ຄຸນ​ນະ​ທຳ, ການ​ຈ່າຍ​ເງິນ​ສ່ວນ​ສິບ ​ແລະ ​ເງິນ​ບໍລິຈາກ, ການ​ຮັກສາ​ພຣະວາຈາ​ແຫ່ງ​ປັນຍາ, ​ແລະ ການຮັບ​ໃຊ້​ຄົນ​ທີ່​ຂັດ​ສົນ​ເປັນ​ສິ່ງ​ທີ່​ດີກ​ວ່າ. ການ​ປະກາດ​ວ່າ​ເຮົາ​ຈະ​ອຸທິດ​ເວລາ​ຫລາຍ​ກວ່າ​ເກົ່າ​ກັບ​ການ​ອະທິຖານ, ການ​ສຶກສາ​ພຣະຄຳ​ພີ, ການ​ເຮັດ​ກິດ​ຈະ​ກຳ​ທີ່​ເປັນ​ປະ​ໂຫຍ​ດກັບ​ຄອບຄົວກໍ​ເປັນ​ສິ່ງ​ດີ; ​ແຕ່​ການ​ເຮັດ​ທຸກ​ສິ່ງ​ທີ່​ກ່າວ​ມານັ້ນ​ຢ່າງ​ສະ​ໝ່ຳສະ​ເໝີ ຈະ​ນຳ​ພອນ​ຂອງ​ສະຫວັນ​ມາ​ໃຫ້​ຊີວິດ​ຂອງ​ເຮົາ.

ການ​ເປັນ​ສານຸສິດ​ເປັນ​ການສະ​ແຫວ​ງຫາ​ຄວາມ​ບໍລິສຸດ ​ແລະ ຄວາມສຸກ. ມັນ​ເປັນ​ເສັ້ນທາງ​ທີ່​ເຮັດ​ໃຫ້​ເຮົາ​ດີ ​ແລະ ມີ​ຄວາມສຸກ​ທີ່​ສຸດ.

ຂໍ​ໃຫ້​ເຮົາ​ຈົ່ງ​ຕັດສິນ​ໃຈ ທີ່​ຈະ​ຕິດຕາມ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ທຳ​ງານ​ຢ່າງ​ພາກ​ພຽນ​ເພື່ອ​ກາຍ​ເປັນ​ຄົນ​ທີ່​ເຮົາ​ໄດ້​ຖືກ​ມອບ​ໝາຍ​ໃຫ້​​ເປັນ. ຂໍ​ໃຫ້​ເຮົາ​ຈົ່ງ​ຟັງ ​ແລະ ​ເຮັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະວິນ​ຍານ​ບໍລິສຸດ. ​ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ພຣະບິດາ​ເທິງ​ສະຫວັນ​ຈະ​ເປີດ​ເຜີຍຕໍ່​ເຮົາ​ສິ່ງ​ທີ່​ເຮົາ​ບໍ່​ເຄີຍ​ຮູ້ຈັກ​ມາ​ກ່ອນ​ກ່ຽວ​ກັບ​ຕົວ​ເຮົາ​ເອງ. ພຣະອົງ​ຈະ​ສະ​ແດງ​ໃຫ້​ເຮົາ​ເຫັນ​ເສັ້ນທາງ ​ແລະ ​ເປີດ​ຕາ​ເຮົາ​ໃຫ້​ເຫັນ​ສິ່ງ​ທີ່​ເຮົາ​ບໍ່​ຮູ້ຈັກ ​ແລະ ບາງ​ທີພອນ​ສະຫວັນ​ທີ່​ເຮົາ​ບໍ່​ຄາດ​ຄິດ.

​ເມື່ອ​ເຮົາ​ອຸທິດ​ຕົນ​ໃນ​ການສະ​ແຫວ​ງຫາ​ຄວາມ​ສັກສິດ ​ແລະ ຄວາມສຸກ​ຫລາຍ​ເທົ່າ​ໃດ, ​ເຮົາ​ຈະ​ມີ​ຄວາມ​ກິນ​ແໜງ​ໜ້ອຍ​ລົງ​ເທົ່າ​ນັ້ນ. ​ເມື່ອ​ເຮົາ​ເພິ່ງ​ພາ​ອາ​ໄສ​ຕໍ່​ພຣະຄຸນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຫລາຍ​ເທົ່າ​ໃດ, ​ເຮົາ​ຈະ​ຮູ້ສຶກ​ວ່າ​ເຮົາ​ຢູ່​ໃນ​ເສັ້ນທາງ​ທີ່​ພຣະບິດາ​ເທິງ​ສະຫວັນ​ຄາດ​ຫວັງ​ໃຫ້​ເຮົາ​ຢູ່​ຫລາຍ​ຂຶ້ນ​ເທົ່າ​ນັ້ນ.

ຂ້າພະ​ເຈົ້າ​​ເສຍດາຍ​ທີ່​ບໍ່​ໄດ້​ປ່ອຍ​ໃຫ້​ຕົວ​ເອງ​ມີ​ຄວາມສຸກ​ຫລາຍ​ກວ່າ​ນີ້

ສິ່ງ​ໜຶ່ງ​ອີກ​ທີ່​ຄົນ​ໃກ້​ຕາຍ​ຈະ​ກິນ​ແໜງ​ອາດ​ເປັນ​ສິ່ງ​ທີ່​ແປກ​ໃຈ. ​ເຂົາ​ເຈົ້າ​ເສຍດາຍ​ທີ່​ບໍ່​ໄດ້​ປ່ອຍ​ໃຫ້​ຕົນ​ເອງ​ມີ​ຄວາມສຸກ​.

ສ່ວນ​ຫລາຍ​ແລ້ວ ​ເຮົາ​ມັກ​ຈະ​ວາດ​ພາບ​ເຫັນ​ບາງ​ສິ່ງ​ທີ່ຢູ່​ພຽງ​ແຄ່​ເອື້ອມ ທີ່​ຈະ​ນຳ​ຄວາມສຸກ​ມາ​ໃຫ້​ເຮົາ: ສະພາບ​ການ​ຄອບຄົວ​ທີ່​ດີກ​ວ່າ, ສະພາບ​ການ​ເງິນ​ທີ່​ດີກ​ວ່າ, ຫລື ​ເຫັນ​ທີ່​ສຸດ​ຂອງການ​ທົດ​ລອງ​.

​ເມື່ອ​ເຮົາ​ມີ​ອາຍຸ​ສູງ​ຂຶ້ນຫລາຍ​ເທົ່າ​​ໃດ, ​ເຮົາ​ຈະ​ຫວນ​ຄິດ​ຄືນ​ຫລັງ ​ແລະ ຮັບ​ຮູ້​ວ່າ​ສະພາບ​ການ​ພາຍ​ນອກ​ບໍ່​ມີ​ຄວາມສຳຄັນ​ແນວ​ໃດ​ເລີຍ ຫລື ກຳນົດ​ຄວາມສຸກ​ຂອງ​ເຮົາ.

​ເຮົາ ສຳຄັນ.​ເຮົາ ກຳນົດ​ຄວາມສຸກ​ຂອງ​ເຮົາ​ເອງ.

ທ່ານ ​ແລະ ຂ້າພະ​ເຈົ້າ​ເປັນ​ຜູ້​ຄວບ​ຄຸມ​ຄວາມສຸກ​ຂອງ​ເຮົາ​ເອງ.

ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ, ​ແຮ​ລີ​ເອັດ, ​ແລະ ຂ້າພະ​ເຈົ້າມັກ​​ໄປຂີ່​ລົດຖີບ​ຫລິ້ນ. ພວກ​ເຮົາ​ມັກ​ຊົມ​ຄວາມ​ງາມ​ຂອງ​ທຳ​ມະ​ຊາດ. ພວກ​ເຮົາ​ມັກ​ເສັ້ນທາງ​ທີ່​ພວກ​ເຮົາ​ຂີ່​ລົດຖີບ​ຜ່ານ, ​ແຕ່​ບໍ່​ໄດ້​ສົນ​ໃຈ​ວ່າພວກ​ເຮົາ​ຂີ່​ໄປ​ໄກຫລາຍ​ປານ​ໃດ ຫລື ​ຂີ່​ໄວ​ປານ​ໃດ ​ເມື່ອ​ປຽບທຽບ​ໃສ່​ກັບ​ຄົນ​ອື່ນ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບາງ​ເທື່ອ​ຂ້າພະ​ເຈົ້າກໍຄິດ​ວ່າ ພວກ​ເຮົາ​ຄວນ​ຄິດ​ແຂ່ງຂັນ​ກັບ​ຄົນ​ອື່ນນໍ. ຂ້າພະ​ເຈົ້າກໍ​ຄິດ​ວ່າ ພວກ​ເຮົາ​ອາດ​ຈະ​​ໄປ​ເຖິງໄວ ຫລື ຂີ່​ໄວ​ຫລາຍ​ຂຶ້ນກວ່າ​ເກົ່າ. ​ແລະ ​ແລ້ວ​ບາງ​ເທື່ອ ຂ້າພະ​ເຈົ້າ​ກໍໄດ້​ເຮັດ​ຜິດພາດໜັກ​ກວ່າ​ເກົ່າ​ເມື່ອ​ຂ້າພະ​ເຈົ້າ​ເວົ້າ​ແນວ​ນັ້ນກັບ​ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ.

ນາງ​ມັກ​ຈະກ່າວ​ກ່ຽວ​ກັບ​ຄຳ​ແນ​ະນຳ​ຂ້າພະ​ເຈົ້າດ້ວຍ​ຄວາມ​ອ່ອນ​ຫວານ, ​ແຈ່ມ​ແຈ້ງ, ​ແລະ ຊື່​ຕົງ​​ແທ້ໆວ່າ, “ດີ​ເດີ, ນີ້ບໍ່​ແມ່ນ​ການ​ແຂ່ງຂັນ​​ເດີ້; ມັນ​ແມ່ນການ​ເດີນທາງ. ສະນັ້ນ ​ໃຫ້​ຊື່​ນຊົມ​ກັບຊ່ວງ​ເວລາ​ນີ້.”

ຈັ່ງ​ແມ່ນ​ນາງ​ເວົ້າຖືກ​ແທ້ໆ!

ບາງ​ເທື່ອ​ໃນ​ຊີວິດ, ​ເຮົາ​ມັກ​ຈະ​​ເອົາ​ໃຈ​ໃສ່​ກັບ​ເສັ້ນ​ໄຊ​ຈົນ​ວ່າ​ເຮົາ​ລືມ​ຊື່ນ​ຊົມ​ກັບ​ການ​ເດີນທາງ. ຂ້າພະ​ເຈົ້າບໍ່​ໄດ້​ໄປ​ຂີ່​ລົດຖີບ​ນຳ​ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ ​ເພາະວ່າ​ຂ້າພະ​ເຈົ້າຕື່ນ​ເຕັ້ນກັບການ​ໄປ​ເຖິງ​ເສັ້ນ​ໄຊ. ​ແຕ່ຂ້າພະ​ເຈົ້າ​ໄປຂີ່​ລົດຖີບ​ຫລິ້ນ​ກັບ​ນາງ ​ເພາະການ​ໄດ້​ຢູ່​ກັບ​ນາງ​ເປັນຄວາມ​ຫວານ​ຊື່ນ ​ແລະ ລື້​ນ​ເລີງ.

ບໍ່​ເປັນ​ເລື່ອງ​ໂງ່​ຈ້າ​ບໍ​ຖ້າ​​ເຮົາ​ທຳລາຍໂອກາດ​ອັນ​ຫວານ​ຊື່ນ ​ແລະ ປິ​ຕິ​ຍິນ​ດີ​ ​ເພາະ​​ເວລາ​​ເຊັ່ນ​ນັ້ນຈະ​ໝົດ​ໄປ?

​ຕອນ​ເຮົາ​ຟັງ​ເພງ ​ເຮົາ​ໄດ້ລໍຖ້າ​ຈົນ​ເພງ​ຈົບ​ບໍ ຈຶ່ງ​ຈະ​ຊື່ນ​ຊົມ​ກັບ​ສຽງ​ເພງ​ນັ້ນ? ບໍ່​ເລີຍ. ​ເຮົາ​ຈະ​ຟັງ ​ແລະ ຊື່ນ​ຊົມ​ກັບ​ທຳນອງ, ​ຈັງຫວະ, ​ແລະ ຄວາມ​ສອດຄ່ອງ​ຂອງ​ມັນ​ຈົນ​ໝົດ​ທັງ​ເພງ.

​ເຮົາ​ກ່າວ​ຄຳ​ອະທິຖານ​ຂອງ​ເຮົາ​ພຽງ​ແຕ່​ຄຳ​ວ່າ “ອາ​ແມນ” ບໍ ຫລື ກ່າວ​ຄຳ​ສຸດ​ທ້າຍ​ຢູ່​ໃນ​ຈິດ​ໃຈ? ບໍ່​ເລີຍ.​ ​ເຮົາ​ອະທິຖານ​ເພື່ອ​ຈະ​ໄດ້​ຢູ່​ໃກ້​ພຣະບິດາ​ເທິງ​ສະຫວັນ, ​ເພື່ອ​ຮັບ​ເອົາ​ພຣະວິນ​ຍານ​ຂອງ​ພຣະອົງ ​ແລະ ​ເພື່ອ​ຮູ້ສຶກ​​ເຖິງຄວາມ​ຮັກ​ຂອງ​ພຣະອົງ.

​ເຮົາ​ບໍ່​ຄວນ​ລໍຖ້າ​ທີ່​ຈະ​ມີ​ຄວາມສຸກ ​ໃນຈຸດ​ໃດ​ຈຸດ​ໜຶ່ງ​ໃນ​ອະນາຄົດ, ​ເພາະຄວາມ​ສຸກ​ມີ​ຢູ່​ໃນ​ຕອນ​ນີ້ຢູ່​ແລ້ວ—ຕະຫລອດ​ເວລາ! ຊີວິດ​ນີ້​ບໍ່​ແມ່ນ​ຊ່ວງ​ເວລາ​ທີ່​ໃຫ້​ເຮົາ​ມີ​ຄວາມ​ກະຕັນຍູ​ນຳ​ອາ​ດີດ​ເທົ່າ​ນັ້ນ. “ມັນ​ເປັນ​ມື້ທີ່​ພຣະຜູ້​ເປັນ​ເຈົ້າ​ໃຫ້​ຄວາມ​ມີ​ໄຊ … ,” ​ເພງ​ສັນລະ​ເສີນ​ໄດ້​ກ່າວ​. “ຈົ່ງ​ຊື່ນ​ຊົມ​ຍິນ​ດີ.”6

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ບໍ່​ວ່າ​ສະພາບ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ບໍ່​ວ່າການ​ທ້າທາຍ ຫລື ການ​ທົດ​ລອງ​ຂອງ​ເຮົາ ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ຈະ​ມີ​ບາງ​ສິ່ງ​ໃນ​ທຸກ​ມື້​ທີ່​ເຮົາ​ສາມາດ ຮັບ ​ແລະ ທະນຸ​ຖະໜອມ. ມີ​ບາງ​ສິ່ງ​ໃນ​ທຸກ​ມື້​ທີ່​ສາມາດ​ນຳ​ຄວາມ​ກະຕັນຍູ ​ແລະ ຄວາມ​ຊື່ນ​ຊົມ​ມາ​ໃຫ້​ເຮົາ ຖ້າ​ຫາກ​ເຮົາ​ພຽງ​ແຕ່​ເບິ່ງ ​ແລະ ມີ​ຄວາມ​ກະຕັນຍູ​ຕໍ່​ມັນ.

ບາງ​ເທື່ອ​ເຮົາຄວນ​ເບິ່ງ​ໜ້ອຍ​ລົງ​ດ້ວຍ​ຕາ ​ແລະ ​ເບິ່ງ​ຫລາຍ​ຂຶ້ນດ້ວຍ​ໃຈ. ຂ້າພະ​ເຈົ້າມັກ​ຂໍ້ຄວາມ​ນີ້​ທີ່​ວ່າ: “ບຸກຄົນ​ຈະ​ຫລຽວ​ເຫັນ​ຢ່າງ​ແຈ່ມ​ແຈ້ງ​ດ້ວຍ​​ໃຈ​ເທົ່າ​ນັ້ນ. ອັນ​ໃດ​ກໍ​ຕາມ​ທີ່​ສຳຄັນ​ ຕາ​ຈະ​ຫລຽວ​ບໍ່​ເຫັນ.”7

​ເຮົາ​ຖືກ​ບັນຊາ​ໃຫ້ “ຂອບ​ພຣະ​ໄທ​ໃນ​ທຸກ​ສິ່ງ.”8 ສະນັ້ນ ບໍ່​ເປັນ​ສິ່ງ​ທີ່​ດີກ​ວ່າ​ບໍ ທີ່​ຈະ​ເຫັນ​ດ້ວຍ​ຕາ ​ແລະ ​ໃຈ​ຂອງ​ເຮົາ ​ແມ່ນ​ແຕ່​ສິ່ງ​ເລັກ​ນ້ອຍ ​ເຮົາ​ກໍ​ ສາມາດ ​ຂອບ​ພຣະ​ໄທ, ​ແທນ​ທີ່​ຈະ​ສິ້ນ​ຫວັງ​ກັບ​ສະພາບ​ການ​ໃນ​ປະຈຸ​ບັນ​ຂອງ​ເຮົາ?

ພຣະຜູ້​ເປັນ​ເຈົ້າ​ໄດ້​ສັນຍາ​ວ່າ, ຄົນ​ທີ່​ຮັບ​ເອົາ​ທຸກ​ສິ່ງ​ທັງ​ປວງ​ດ້ວຍ​ຄວາມ​ຂອບ​ຄຸນ​ຈະ​ຖືກ​ເຮັດ​ໃຫ້ຮຸ່ງ​ເຮືອງ; ​ແລະ ສິ່ງຂອງ ຂອງແຜ່ນດິນ​ໂລກຈະ​ຖືກ​ຕື່ມ​ໃຫ້​​ເຂົາ, ​ແມ່ນ​ແຕ່ຮ້ອຍ​ເທົ່າ.”9

ອ້າຍ​​ເອື້ອຍ​ນ້ອງ​ທັງຫລາຍ, ດ້ວຍ​ພອນ​ທີ່​ງົດ​ງາມ​ຂອງ​ພຣະບິດາ​ເທິງ​ສະຫວັນ, ​ແຜນ​ແຫ່ງ​ຄວາມ​ລອດ​ທີ່​ເພື່ອ​ແຜ່ຂອງ​ພຣະອົງ, ຄວາມ​ຈິງ​ແຫ່ງ​ສະຫວັນ​ເຖິງ​​ການ​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ, ​ແລະ ຄວາມ​ງາມ​ຫລາຍໆ​ຢ່າງ​ໃນ​ການ​ເດີນທາງ​ໃນ​ຊ່ວງ​ມະຕະ​ຂອງ​ເຮົາ​ນີ້, “​ເຮົາ​ມີ​ເຫດຜົນ​ທີ່​ຈະ​ປິ​ຕິ​ຍິນ​ດີ​ບໍ?”10

ດັ່ງນັ້ນຂໍ​ໃຫ້​ເຮົາ​ຈົ່ງ​ຕັດສິນ​ໃຈ​ທີ່​ຈະ​ມີ​ຄວາມສຸກ, ບໍ່​ວ່າ​ສະພາບ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.

ກ່ຽວ​ກັບ​ການ​ຕັດສິນ​ໃຈ​ທີ່​ແນ່ວ​ແນ່

ມື້ໜຶ່ງ​ເຮົາ​ຈະ​ກ້າວ​ເດີນ​ຕໍ່​ໄປ​ຈາກ​ຊີວິດ​ມະຕະ​ນີ້​ຢ່າງ​ຫລີກ​ເວັ້ນບໍ່​ໄດ້. ມື້ໜຶ່ງ​ເຮົາ​ຈະ​ຫວນ​ຄິດ​ຄືນ​ຫລັງ​ໃນ​ຊີວິດ​ຂອງ​ເຮົາ ​ແລະ ຈະ​ແປກ​ໃຈ​​ເມື່ອ​ຮູ້​ວ່າ​ເຮົາ​ສາມາດ​ເປັນ​ຄົນ​ດີກ​ວ່າ​ນັ້ນ, ຕັດສິນ​ໃຈ​ເຮັດ​ສິ່ງ​ດີກ​ວ່າ​ນັ້ນ, ຫລື ​ໃຊ້​ເວລາ​ຂອງ​ເຮົາ​ໃຫ້​ເປັນ​ປະ​ໂຫຍ​ດ.

​ເພື່ອ​ຫລີກ​ເວັ້ນຈາກ​ຄວາມ​ກິນ​ແໜງ​ຫລາຍ​ທີ່​ສຸດ​ໃນ​ຊີວິດ, ​ເຮົາ​ຕ້ອງ​ຮູ້ຈັກ​ຕັດສິນ​ໃຈ​ທີ່​ແນ່ວ​ແນ່​ໃນ​ມື້​ນີ້. ສະນັ້ນ, ຂໍ​ໃຫ້​ເຮົາ​ຈົ່ງ:

  1. ຕັດສິນ​ໃຈ​ທີ່​ຈະ​ໃຊ້​ເວລາ​ໃຫ້​ຫລາຍ​ຂຶ້ນກັບ​ຄົນ​ທີ່​ເຮົາ​ຮັກ.
  2. ຕັດສິນ​ໃຈ​ທີ່​ຈະ​ພະຍາຍາມ​ກາຍ​ເປັນ​ຄົນ​ທີ່​ພຣະ​ເຈົ້າຕ້ອງການ​ໃຫ້​ເຮົາ​ເປັນ.
  3. ຕັດສິນ​ໃຈ​ທີ່​ຈະ​ພົບ​ຄວາມສຸກ, ບໍ່​ວ່າ​ສະພາບ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.

ຂ້າພະ​ເຈົ້າຂໍ​ສະ​ແດງ​ປະຈັກ​ພະຍານ​ວ່າ ​ເຮົາ​ສາມາດ​ຫລີກ​ເວັ້ນຈາກຄວາມ​ກິນ​ແໜງ​ຫລາຍ​ທີ່​ສຸດໃນ​ມື້​ອື່ນ ໂດຍ​ການ​ຕິດຕາມ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໃນ​ມື້​ນີ້. ຖ້າ​ຫາກ​ເຮົາ​ໄດ້​ເຮັດ​ບາບ ຫລື ​ເຮັດ​ຄວາມ​ຜິດ—ຖ້າ​ຫາກ​ເຮົາ​ໄດ້​ເລືອກ​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ກິນ​ແໜງ​ໃນ​ຕອນ​ນີ້—ມີ​ຂອງ​ປະທານ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ, ຊຶ່ງ​ເຮົາ​ສາມາດ​ໄດ້​ຮັບ​ການ​ອະ​ໄພ​ໃຫ້​ໄດ້. ​ເຮົາ​ບໍ່​ສາມາດ​ກັບ​ຄືນ​ໄປ​ຫາ​ອາ​ດີດ, ​ແຕ່​ເຮົາ​ສາມາດ​ກັບ​ໃຈ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ສາມາດເຊັດ​ນ້ຳຕາ​ທຸກ​ຢົດ11 ​ແລະ ຍົກ​ຄວາມ​ໜັກໜ່ວງ​ຂອງ​ບາບ​ອອກ​ໄປ​ໄດ້.12 ການ​ຊົດ​ໃຊ້​ຂອງ​ພຣະອົງ​ອະນຸຍາດ​ໃຫ້​ເຮົາ​ປະ​ຖິ້ມອາ​ດີດ ​ແລະ ກ້າວ​ເດີນ​ໄປ​ໜ້າ​ດ້ວຍ​ມື​ທີ່​ສະອາດ, ດ້ວຍ​ໃຈ​ທີ່​ບໍລິສຸດ,13 ​ແລະ ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ ​ແລະ ​ເປັນ​ຄົນ​ດີກ​ວ່າ​ເກົ່າ.

ແມ່ນ​ແລ້ວ, ຊີວິດ​ນີ້​ຜ່ານ​ໄປ​ຢ່າງ​ວ່າງໄວ; ວັນ​ເວລາ​ຂອງ​ເຮົາ​ເບິ່ງ​ຄື​ວ່າ ລ່ວງ​ເລີຍ​ໄປ​ຢ່າງ​ໄວວາ; ​ແລະ ຄວາມ​ຕາຍ​ຈະ​ປະກົດ​ວ່າເປັນ​ສິ່ງ​ໜ້າ​ຢ້ານກົວ​ເປັນ​ບາງ​ຄັ້ງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ວິນ​ຍານ​ຂອງ​ເຮົາ​ຈະ​ຄົງ​ຢູ່​ຕໍ່​ໄປ ​ແລະ ມື້ໜຶ່ງ​ຈະ​ໄດ້​ເຂົ້າຄືນ​ຫາ​ຮ່າງກາຍ ​ແລະ ​ຮັບ​ເອົາ​ລັດສະໝີ​ພາບ​ແຫ່ງ​ຄວາມ​ອະມະຕະ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ດ້ວຍ​ຄວາມ​ຖ່ອມ​ຕົນ​ວ່າ ​ເປັນ​ເພາະ​ຄວາມ​ເມດ​ຕາ​ຂອງ​ພຣະຄຣິດ, ​ເຮົາ​ຈະ​ມີ​ຊີວິດ​ຄືນ​ອີກ​ ​ແລະ ຕະຫລອດ​ການ. ​​ເປັນ​ເພາະ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ, ມື້ໜຶ່ງ​ເຮົາ​ຈະ​ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງ ​ແລະ ຊື່​ນ ຊົມກັບ​ຄວາມ​ໝາຍ​ຂອງ​ຄຳ​ວ່າ “ຄວາມ​ເຈັບ​ປວດ​ແຫ່ງ​ຄວາມ​ຕາຍ​ຈະ​ຖືກ​ກືນ​ເຂົ້າ​ໄປ​ໃນ​ພຣະ​ຄຣິດ.”14

​ເສັ້ນທາງ​ທີ່​ພາ​ໄປ​ຫາ​ເສັ້ນທາງ​ແຫ່ງ​ສະຫວັນ​ຂອງ​ເຮົາ ​ໃນ​ຖານະ​ທີ່​ເປັນ​ບຸດ ​ແລະ ທິດາ​ຂອງ​ພຣະ​ເຈົ້າ​ເປັນ​ເສັ້ນທາງ​ນິລັນດອນ. ອ້າຍ​ເອື້ອຍ​ນ້ອງ ​ແລະ ​ມິດສະຫາຍ​ທີ່​ຮັກ​ແພງ​ທັງຫລາຍຂອງ​ຂ້າພະ​ເຈົ້າ, ​ເຮົາ​ຕ້ອງ​ເລີ່​ມຕົ້ນ​ເດີນ​ໄປ​ໃນ​​ເສັ້ນທາງນິລັນດອນ​ນັ້ນ​ໃນ ມື້​ນີ້; ​ເຮົາ​ບໍ່​ຄວນ​ພາດ​ໄປ​ແມ່ນ​ແຕ່​ມື້​ດຽວ. ຂ້າພະ​ເຈົ້າຫວັງວ່າ ​ເຮົາ​ຈະ​ບໍ່​ລໍຖ້າ​ຈົນ​ໃກ້​ມື້​ຕາຍ ກ່ອນ​ເຮົາ​ຈະ​ຮຽນ​ທີ່​ຈະດຳລົງ​ຊີວິດ. ​ໃນ​ພຣະນາມອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

Mostrar referencias

  1.  

    1.  ​ແອວ​ມາ 40:11.

  2.  

    2. ​ເບິ່ງ Susie Steiner, “Top Five Regrets of the Dying,” Guardian, Feb. 1, 2012, www.guardian.co.uk/lifeandstyle/2012/feb/01/top-five-regrets-of-the-dying.

  3.  

    3. Bronnie Ware, in Steiner, “Top Five Regrets of the Dying.”

  4.  

    4. “Ode: Intimations of Immortality from Recollections of Early Childhood,” The Complete Poetical Works of William Wordsworth (1924), 359.

  5.  

    5.  ​ມັດ​ທາຍ 6:20.

  6.  

    6.  ​ເພງ​ສັນລະ​ເສີນ 118:24.

  7.  

    7. Antoine de Saint-Exupéry, The Little Prince, trans. Richard Howard (2000), 63.

  8.  

    8.  ​ໂມ​ໄຊ​ຢາ 26:39; ​ເບິ່ງ Doctrine and Covenants 59:7 ນຳ​ອີກ.

  9.  

    9. ​ເບິ່ງ Doctrine and Covenants 78:19.

  10.  

    10.  ​ແອວ​ມາ 26:35.

  11.  

    11. ​ເບິ່ງ ພຣະນິມິດ 7:17.

  12.  

    12. ​ເບິ່ງ ​ມັດ​ທາຍ 11:28–30.

  13.  

    13. ​ເບິ່ງ ​ເພງ​ສັນລະ​ເສີນ 24:4.

  14.  

    14.  ​ໂມ​ໄຊ​ຢາ 16:8; ​ເບິ່ງ 1 ​ໂກຣິນ​ໂທ 15:54 ນຳ​ອີກ.