ຂ້າມ​ໜ້າ​ຊີ້​ນຳ​ຕົ້ນ​ຕໍນີ້
October 2012 | ປົກ​ປ້ອງ​ເດັກນ້ອຍ

ປົກ​ປ້ອງ​ເດັກນ້ອຍ

October 2012 General Conference

ແຕ່​ຫວັງ​ວ່າ​ຈະ​ບໍ່​ມີ​ຄົນ​ໃດ​ທີ່​ບໍ່​ເຫັນ​ດ້ວຍ​ກັບ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ເພື່ອ​​​ເຮົາ​ຈະ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຫລາຍ​ກວ່າ​ເກົ່າ​ກ່ຽວ​ກັບ​ສະຫວັດດີ​ພາບ​ ​ແລະ ອະນາຄົດ​ຂອງ​ເດັກນ້ອຍຂອງ​ພວກ​ເຮົາ—ຄົນ​ລຸ້ນ​ໃໝ່.

​ເຮົາ​ສາມາດ​ຈື່​ຈຳຄວາມ​ຮູ້ສຶກ​ຕອນ​ລູກນ້ອ​ຍຮ້ອງ​ໄຫ້ ​ແລະ ຢື້​ມື​ຂຶ້ນ​ໃສ່​ເຮົາ​ໃຫ້​ຊ່ອຍ​ເຫລືອ. ພຣະບິດາ​ເທິງ​ສະຫວັນ​ທີ່​ຊົງ​ຮັກ​ໄດ້​ປະທານ​ຄວາມ​ຮູ້ສຶກ​ນັ້ນ​ໃຫ້​ເຮົາ ​ເພື່ອ​ດົນ​ໃຈ​ເຮົາ​ໃຫ້​ຊ່ອຍ​ເຫລືອ​ລູກໆ​ຂອງ​ພຣະອົງ. ຂໍ​ຈົ່ງ​ຈື່​ຈຳ​ຄວາມ​ຮູ້ສຶກ​ນັ້ນ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າກ່າວ​ກ່ຽວ​ກັບ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ເຮົາ​ທີ່​ຈະ​ປົກ​ປ້ອງ ​ແລະ ​ເຮັດ​ເພື່ອ​ຄວາມສະຫວັດດີ​ພາບ​ຂອງ​ລູກໆ.

ຂ້າພະ​ເຈົ້າກ່າວ​ຈາກທັດສະນະ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ຮ່ວມ​ທັງ​ແຜນ​​ແຫ່ງ​ຄວາມ​ລອດ​ຂອງ​ພຣະອົງ. ນັ້ນແມ່ນ​ການ​ເອີ້ນຂອງ​ຂ້າພະ​ເຈົ້າ. ຜູ້ນຳ​ຂອງ​ສາດສະໜາ​ຈັກ​ໃນ​ທ້ອງ​ຖິ່ນ​ມີໜ້າ​ທີ່​ຮັບຜິດຊອບ​ສຳລັບ​ຂອບ​ເຂດ​ຂອງ​ຕົນ, ​ເຊັ່ນ​ຫວອດ ຫລື ສະ​ເຕກ, ​ແຕ່​ອັກຄະ​ສາວົກ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ເປັນ​ພະຍານຕະຫລອດທົ່ວ​ໂລກ. ​ໃນ​ທຸກ​ປະຊາ​ຊາດ, ທຸກ​ເຊື້ອ​ຊາດ ​ແລະ ສາດສະໜາ, ​ເດັກນ້ອຍ​ທຸກ​ຄົນ​ເປັນ​ລູກໆ​ຂອງ​ພຣະ​ເຈົ້າ.

​ເຖິງ​ແມ່ນ​ວ່າ​ຂ້າພະ​ເຈົ້າບໍ່​ໄດ້​ກ່າວ​ໃນ​ທາງ​ການ​ເມືອງ ຫລື ຕາມນະ​ໂຍບາຍ​ຂອງ​ມວນ​ຊົນ, ​ເຊັ່ນ​ດຽວ​ກັບ​ຜູ້​ນຳ​ຂອງ​ສາດສະໜາ​ຈັກ​ຄົນ​ອື່ນໆ ຂ້າພະ​ເຈົ້າບໍ່​ສາມາດ​ກ່າວ​ເຖິງ​ຄວາມ​ສະຫວັດດີ​ພາບ​ຂອງ​ເດັກນ້ອຍ​ປາດ​ສະ​ຈາກການ​ເວົ້າກ່ຽວ​ກັບ​ການ​ເລືອກ​ຂອງ​ປະຊາຊົນ, ​ເຈົ້າໜ້າ​ທີ່​ບ້ານ​ເມືອງ, ​ແລະ ພະນັກງານ​ ​ແລະ ອົງການ​ເອກະ​ຊົນ​ຕ່າງໆ. ​ເຮົາ​ທຸກ​ຄົນ​ຢູ່​ພາຍ​ໃຕ້ພຣະບັນຍັດ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ທີ່​ຈະ​ຮັກ​ ​ແລະ ດູ​ແລ​ຊຶ່ງ​ກັນ​​ແລະ​ກັນ, ​ໂດຍ​ສະ​ເພາະ​ຄົນ​ອ່ອນ​ແອ ​ແລະ ປ້ອງ​ກັນ​ຕົນ​ເອງ​ບໍ່​ໄດ້.

​ເດັກ​ນ້ອຍເປັນ​ຄົນຖືກ​ທຳຮ້າ​ຍໄດ້​ງ່າຍ. ​ເຂົາ​ບໍ່​ສາມາດ​ປົກ​ປ້ອງ​ ຫລື ຈັດ​ຫາ​ໃຫ້​ຕົນ​ເອງ ​ແລະ ບໍ່​ມີ​ອິດ​ທິພົນ​ຫລາຍ​ໃນ​ສິ່ງ​ທີ່​ສຳຄັນ​ເລື່ອງ​ສະຫວັດດີ​ພາບ​ຂອງ​ເຂົາ. ​ເດັກນ້ອຍ​ເພິ່ງ​ພາ​ອາ​ໄສ​ຄົນ​ອື່ນ​ໃຫ້​ກ່າວ​ແທນ​ເຂົາ, ​ແລະ ​ເຂົາ​ຢາກ​ມີຜູ້​ຕັດສິນ​ໃຈ​ແທນ​ເຂົາ ​ເອົາ​ໃຈ​ໃສ່​ຕໍ່​ສະຫວັດດີ​ພາບ​ຂອງ​ເຂົາ​ຫລາຍ​ກວ່າ​ຄວາມ​ເຫັນ​ແກ່​ຕົວ​ຂອງ​ຜູ້​ໃຫຍ່.

I.

​ທົ່ວ​ໄປ​ໃນ​ໂລກ, ​ເຮົາ​ຕົກ​ຕະລຶງ​ທີ່​ເຫັນ​ເດັກນ້ອຍ​ຫລາຍ​ລ້ານ​ຄົນ​ເປັນ​ຜູ້​ຮັບ​ເຄາະ​​ເພາະ​ຄວາມ​ຮຸນ​ແຮງ ​ແລະ ຄວາມ​ເຫັນ​ແກ່​ຕົວ​ຂອງຜູ້​ໃຫຍ່.

ຢູ່​ໃນ​ປະ​ເທດ​ທີ່​ແຕກ​ລ້າວ​ດ້ວຍ​ສົງຄາມ, ​ເດັກນ້ອຍ​ຖືກ​ລັກ​​ເອົາ​ໄປ​ຮັບ​ໃຊ້​ເປັນ​ທະຫານຢູ່​ແນວ​ໜ້າ.

ອົງການ​ສະຫະ​ປະຊາ​ຊາດ​ໄດ້​ລາຍ​ງານ​ວ່າ ​​ເດັກນ້ອຍ​ເກືອບ​ເຖິງ​ສອງ​ລ້ານ​ຄົນ​ຕົກເປັນ​ຜູ້​ຮັບ​ເຄາະ​ແຕ່ລະ​ປີ ຜ່ານ​ການ​ຄ້າ​ປະ​ເວ​ນີ ​ແລະ ຮູບ​ພາບ​ລາມົກ.1

ຈາກ​ທັດສະນະ​ຂອງ​ແຜນ​ແຫ່ງ​ຄວາມ​ລອດ, ການ​ທຳຮ້າຍ​ເດັກນ້ອຍ​ທີ່​ຮ້າຍ​ແຮງ​ທີ່​ສຸດຄື​ການ​ປະຕິ​ເສດ​ການ​ໃຫ້​​ເຂົາ​ມາ​ເກີດ. ສິ່ງ​ນີ້​​ໄດ້​ແຜ່​ຂະຫຍາຍ​ໄປ​ທົ່ວ​ໂລກ. ຈຳນວນ​ການ​ເກີດ​ຢູ່​ໃນ​ສະຫະລັດ​ອາ​ເມຣິກາ​​ໃນ​ໄລຍະ 25 ປີຜ່ານມາ​ແມ່ນ​ຕ່ຳ​ຫລາຍ​ທີ່​ສຸດ,2 ​ແລະ ຈຳນວນ​ການ​ເກີດ​ຢູ່​ໃນ​ຢູ​ໂຣບ ​ແລະ ​ໃນ​ປະ​ເທດ​ຕ່າງ​ຢູ່​ເຂດ​ເອ​ເຊຍ ກໍ​​ມີ​ໜ້ອຍ​ລົງເປັນ​ເວລາ​ຫລາຍ​ປີ​ແລ້ວ. ສິ່ງ​ນີ້​ບໍ່​ແມ່ນ​ບັນຫາ​ເລື່ອງ​ສາດສະໜາ​ເທົ່າ​ນັ້ນ. ​ເມື່ອ​ຄົນ​ລຸ້ນ​ໃໝ່​ມີ​ໜ້ອຍ, ວັດທະນະທຳ, ​ແມ່ນ​ແຕ່​ປະ​ເທດ​ຊາດ ກໍ​ຈະ​ອ່ອນ​ແອ​ລົງ ​ແລະ ​ໃນ​ທີ່​ສຸດ​ກໍ​ຈະ​ສາບ​ສູນ​ໄປ.

ສິ່ງ​ໜຶ່ງ​ທີ່​ເຮັດ​​ໃຫ້ການ​ເກີດຫລຸດ​ນ້ອຍ​ຖອຍ​ລົງ​ແມ່ນ​ການ​ແທ້ງ​ລູກ. ​ທົ່ວ​​ໄປ​ໃນ​ໂລກ, ສະ​ເລ່ຍ​ແລ້ວ​ມີ​ການ​ແທ້ງ​ລູກ​ຫລາຍ​ກວ່າ 40 ລ້ານ​ເທື່ອ​ຕໍ່​ປີ.3 ກົດ​ໝາຍ​ໃນ​ຫລາຍ​ບ່ອນ​ໄດ້​ອະນຸຍາດ ​ຫລື ສົ່ງ​ເສີມ​ການ​ແທ້ງ​ລູກ, ​ແຕ່​ຕໍ່​ພວກ​ເຮົາ ສິ່ງ​ນີ້​ເປັນຄວາມ​ຊົ່ວ​ຮ້າຍທີ່​ສຸດ. ການ​ທຳຮ້າຍ​ເດັກນ້ອຍ​ຢ່າງ​ໜຶ່ງ​ອີກທີ່​ເກີດ​ຂຶ້ນລະຫວ່າງ​ຕອນ​ຖືພາແມ່ນການທຳລາຍ​ເດັກ​ກ່ອນ​ເກີດ ​ເພາະ​ຂາດການ​ບຳລຸງ​ລ້ຽງ​ ​ແລະ ​ເພ​າະການ​ໃຊ້​ຢາ​​ເສບ​ຕິດ.

​ເປັນ​ໜ້າ​ໂສກ​ເສົ້າ​ທີ່​​ໃນ​ຂະນະ​ເດັກນ້ອຍ​ເປັນ​ຈຳນວນ​ຫລວງຫລາຍ​ຖືກ​ທຳຮ້າຍ​ຕອນ​ຍັງ​ນ້ອຍ ຫລື ກ່ອນ​ເກີດ ມີ​ສາມີ​ພັນ​ລະ​ຍາ​ຢ່າງ​ຫລວງຫລາຍ​ທີ່​ບໍ່​ສາມາດ​ມີ​ລູກດ້ວຍ​ຕົນ​ເອງ ​ແລະ ພະຍາຍາມ​ຊອກ​ຫາ​​ເດັກ​ມາ​ລ້ຽງ​ເປັນລູກບຸນ​ທຳ​.

​ເດັກນ້ອຍ​ທີ່​ຖືກ​ທຳຮ້າຍ ຫລື ຖືກປະລະ​ຫລັງ​ຈາກ​ໄດ້​ເກີດ​ມາ ມີ​ຢູ່​ທຸກ​ບ່ອນ​. ທົ່ວ​ໄປ​ໃນ​ໂລກ, ​​ເດັກນ້ອຍ​ເກືອບ​ເຖິງ​ແປດ​ລ້ານ​ຄົນ​ໄດ້​ຕາຍ​ໄປ​ກ່ອນ​ເຂົາ​ເຖິງ​ອາຍຸ​ສິບ​ຫ້າ​ປີ, ສ່ວນ​ຫລາຍ​ຈາກ​ໂລກ​ພະຍາດ​ທີ່​ສາມາດ​ປິ່ນປົວ ​ແລະ ປ້ອງ​ກັນ​ໄດ້.4 ​ແລະ ອົງການອະນາ​ໄມ​​ໂລກ​ໄດ້​ລາຍ​ງານ​ວ່າ ​ໜຶ່ງ​ສ່ວນ​ສີ່​ຂອງ​ເດັກນ້ອຍ​ເຕີບ​ໂຕ​ໜ້ອຍ​ກວ່າ​ດັ່ງ​ທີ່​ເຂົາ​ຄວນ​ເປັນ, ທາງ​ມັນສະໝອງ ​ແລະ ທາງ​ຮ່າງກາຍ, ​ເພາະ​ຂາດ​ການ​ບຳລຸງ​ລ້ຽງຢ່າງ​ພຽງພໍ.5 ການ​ໄດ້​ອາ​ໄສ​ຢູ່ ​ແລະ ການ​ເດີນທາງ​​ໄປ​ທົ່ວ​ໂລກ, ພວກ​ເຮົາ​ທີ່​ເປັນ​ຜູ້ນຳ​ຂອງ​ສາດສະໜາ​ຈັກ​​ໄດ້​ເຫັນ​ສິ່ງ​ນີ້​ຢ່າງ​ຫລວງຫລາຍ. ຝ່າຍ​ປະທານ​ຂອງ​ອົງການ​ປະຖົມ​ໄວ​ສາມັນ​ໄດ້​ລາຍ​ງານ​ເຖິງ​ສະພາບຊີວິດ​ຂອງ​ເດັກນ້ອຍວ່າ​ເປັນ​ແບບ “ທີ່​ເກີນ​ກວ່າ​ຈະ​ວາດ​ພາບ​ໄດ້.” ​ແມ່​ຄົນ​ໜຶ່ງ​ຢູ່​ປະ​ເທດ​ຟີ​ລິບ​ປິນ ​ໄດ້​ກ່າວ​ວ່າ: “ບາງ​ເທື່ອ​ພວກ​ເຮົາ​ບໍ່​ມີ​ເງິນ​ພໍທີ່​ຈະ​ຊື້​ອາຫານ, ​ແຕ່​ກໍ​ບໍ່​ເປັນ​ຫຍັງ ​ເພາະວ່າ​​ມັນ​ໄດ້​ໃຫ້​ຂ້ອຍມີ​ໂອກາດສອນ​ລູກໆ​ຂອງ​ຂ້ອຍກ່ຽວ​ກັບສັດທາ. ພວກ​ເຮົາ​ໄດ້​ນັ່ງ​ນຳ​ກັນ​ອະທິຖານ​ເພື່ອ​ຂໍ​ຄວາມ​ຊ່ອຍ​ເຫລືອ, ​ແລະ ລູກໆ​ໄດ້​ເຫັນ​ພຣະຜູ້​ເປັນ​ເຈົ້າປະທານ​ພອນ​ໃຫ້​ພວກ​ເຮົາ.”6 ຢູ່​ໃນ​ອາ​ຟຣິກາ​ໃຕ້, ຄູ​ສອນ​​ໃນ​ຊັ້ນປະຖົມ​ໄວ​ໄດ້​ໄປ​ຫາ​ເດັກນ້ອຍ​ຜູ້ຍິງ​ຄົນ​ໜຶ່ງ, ຜູ້​​​ເຫງົາ​ຫງອຍ ​ແລະ ​ໂສກ​ເສົ້າ. ​​ໃນ​ຄຳ​ຕອບ​ທີ່​ຄ່ອຍໆ​ຕໍ່​ຄຳ​ຖາມ​ດ້ວຍ​ຄວາມ​ຮັກ, ນາງ​ໄດ້​ບອກ​ວ່າ​ ນາງ​ບໍ່​ມີ​ແມ່, ບໍ່​ມີ​ພໍ່, ​ແລະ ບໍ່ມີ​ແມ່ຕູ້—ມີ​ແຕ່​ພໍ່​ຕູ້​ທີ່​ດູ​ແລນາ​ງ.7 ​ເລື່ອງ​ໂສກ​ເສົ້າ​ເຊັ່ນນີ້​ມີ​ຢູ່​ທົ່ວ​ໄປ​ໃນ​ບ່ອນທີ່​ຜູ້​ດູ​ແລໄດ້​ຕາຍ​ໄປ​ດ້ວຍ​ໂລກ​ເອດ​ສ໌.

ເຖິງ​ແມ່ນ​ຢູ່​ໃນ​ປະຊາ​ຊາດ​ທີ່​ຈະ​ເລີ​ນກ້າວໜ້າ ​​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ໄດ້​ຖືກ​ທາລຸນໂດຍ​ການ​ປະລະ. ​ເດັກນ້ອຍ​ທີ່ເຕີບ​ໂຕ​ຂຶ້ນ​ກັບຄວາມທຸກ​ຍາກ​ລຳບາກຈະ​ມີ​ສຸຂະພາບ​ຕ່ຳ​ກວ່າ ​ແລະ ບໍ່​ມີ​ໂອກາດ​ທີ່​ຈະ​ສຶກສາ​ຮ່ຳຮຽນ. ​ເຂົາ​ກໍ​ຢູ່​ໃກ້​ສະພາບ​ແວດ​ລ້ອມ​ທີ່​ອັນຕະລາຍ​ນຳ​ອີກ​ທາງ​ຮ່າງກາຍ ​ແລະ ​ໃນ​ວັດທະນະທຳທີ່​ອ້ອມ​ຮອບ​ເຂົາ ​ແລະ ​ແມ່ນ​ແຕ່​ຖືກ​ປະ​ລະ​ໂດຍ​ພໍ່​ແມ່​ຂອງ​ເຂົາ. ​ບໍ່​ດົນ​ມາ​ນີ້ ແອວ​ເດີ ​ແຈັບຟະຣີ ​ອາ ຮໍ​ແລນ ​ໄດ້​ເລົ່າ​ປະສົບ​ການ​ໜຶ່ງ ​ໃຫ້​ຟັງ​ກ່ຽວ​ກັບ​ນາຍ​ຕຳຫລວດ​ຊາວ​ມໍ​ມອນ​ຄົນ​ໜຶ່ງ. ​ໃນ​ການ​ໄປສືບສວນ ລາວ​ໄດ້​ພົບ​ເຫັນ​ເດັກນ້ອຍ​ຫ້າ​ຄົນ​ນັ່ງ​ແຫຍ້​ກັນ​ຢູ່, ບໍ່​ມີ​ບ່ອນ​ນອນ ​ແລະ ພະຍາຍາມ​ນອນຢູ່​ພື້ນ​ຫ້ອງທີ່​ສົກກະປົກ ບ່ອນ​ທີ່​ແມ່​ຂອງ​ພວກ​ເຂົາ ​ແລະ ຄົນ​ອື່ນໆ​ພວມ​ຊຸມ​ແຊວ​ກິນ​ເຫລົ້າ​ເມົາ. ​​ໃນ​ເຮືອນນັ້ນບໍ່​ມີ​ອາຫານທີ່​ຈະ​ໃຫ້​ເດັກນ້ອຍ​ທີ່​ຫິວ​ໂຫຍ​ກິນ. ຫລັງ​ຈາກ​ໄດ້​ເອົາ​ເດັກນ້ອຍ​ເຫລົ່ານັ້ນ​​​ໄປ​ນອນ​ໃນ​ຕຽງ​ຊົ່ວຄາວ​ແລ້ວ, ​ນາຍ​ຕຳຫລວດ​ໄດ້​ຄຸ​ເຂົ່າ​ລົງ​ອະທິ​ຖານ​ຂໍ​ການ​ປົກ​ປ້ອງ​ສຳລັບພວກ​ເຂົາ. ​​ໃນ​ຂະນະ​ທີ່​ລາວ​ຍ່າງ​ໄປ​ຫາ​ປະຕູ, ​ເດັກນ້ອຍ​ຄົນ​ໜຶ່ງ​ອາຍຸ​ປະມານ​ຫົກ​ປີ ​ໄດ້​ແລ່ນ​ມາ​ຫາ​ລາວ, ​ໄດ້​ຈັບ​ມື​ລາວ, ​​ແລະ ອ້ອນວອນ​ວ່າ, “ຂໍ​ໃຫ້​ທ່ານ​ຮັບ​ເອົາ​ຂ້ານ້ອຍ​ໄປ​ລ້ຽງ​ແດ່​ໄດ້​ບໍ?”8

​ເຮົາ​ຈື່​ຈຳ​ຄຳ​ສອນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ເມື່ອ​ພຣະອົງ​ເອົາ​ເດັກນ້ອຍ​ຄົນ​ໜຶ່ງ​ມາ​ຢູ່​ຕໍ່ໜ້າ​ຂອງ​ຜູ້​ຕິດຕາມ​ພຣະອົງ ​ແລະ ​ໄດ້​ປະກາດ​ວ່າ:

“​ແລະ ຜູ້​ໃດ​ຕ້ອນຮັບ​ເດັກນ້ອຍ​ຜູ້ໜຶ່ງ​ຢ່າງ​ນີ້​ໄວ້​ໃນ​ນາມ​ຂອງ​ເຮົາ​ຜູ້ນັ້ນກໍ​ຕ້ອນຮັບ​ເຮົາ.

“ຖ້າ​ຜູ້​ໃດ​ເປັນຕົ້ນ​ເຫດ​ພາ​ໃຫ້​ເດັກນ້ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ເຫລົ່າ​ນີ້​ທີ່​ເຊື່ອ​ໃນ​ເຮົາ​ຕົກ​ໃນ​ບາບ, ​ແມ່ນ​ຈະ​ເອົາ​ຫີນ​ໂມ້​ແປ້ງ​ກ້ອນ​ໃຫຍ່​ຜູກ​ຄໍ​ຜູ້ນັ້ນ ​ແລະ ຖິ້ມລົງ​ໃນ​ທະ​ເລ​ເລິກ​ເສຍ​ກໍ​ດີກ​ວ່າ” (ມັດ​ທາຍ 18:5–6).

​ເມື່ອ​ເຮົາ​​ໄຕ່ຕອງ​ເບິ່ງ​ສິ່ງ​ອັນຕະລາຍ ຊຶ່ງ​​ເດັກນ້ອຍ​ຄວນ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ສິ່ງ​ເຫລົ່ານັ້ນ, ​ເຮົາ​ຄວນ​ຮ່ວມ​ທັງ​ການ​ທຳຮ້າຍ​ທາງ​ຈິດ​ໃຈ​ນຳ​ອີກ. ພໍ່​ແມ່ ຫລື ຜູ້​ດູ​ແລ​ຄົນ​ອື່ນໆ ຫລື ນາຍຄູ ຫລື ໝູ່​ເພື່ອນທີ່​ດູ​ຖູ​ກ, ຂົ່ມ​ເຫັງ, ​ເຮັດ​ໃຫ້​ເດັກນ້ອຍ ​ແລະ ຊາວ​ໜຸ່ມອັບອາຍ ສາມາດ​ທຳຮ້າຍ​ເຂົາ​ຫລາຍ​ກວ່າ​ການ​ທຳຮ້າຍ​ທາງ​ຮ່າງກາຍ. ການ​ເຮັດ​ໃຫ້​ເດັກນ້ອຍ ຫລື ຊາວ​ໜຸ່ມ​ຮູ້ສຶກ​ບໍ່​ມີຄ່າ​ຄວນ, ບໍ່​ມີ​ຄົນ​ຮັກ, ບໍ່​ມີ​ຄົນ​ຕ້ອງການ ສາມາດ​ທຳລາຍ​ເຂົາ​ໄປ​ເປັນ​ເວລາ​ດົນ​ນານ ຫລື ທຳລາຍ​ຈິດ​ໃຈ ​ແລະ ການ​ເຕີບ​ໂຕ​ຂອງ​ເຂົາ9 ຄົນ​ໜຸ່ມທີ່ດີ້ນ​ລົນ​ຕໍ່ສູ້ກັບ​ສະພາບ​ທີ່​ຜິດ​ທຳ​ມະ​ດາ, ຮ່ວມ​ທັງ​ການ​ສົນ​ໃຈ​ກັບ​ເພດ​ດຽວ​ກັນ, ​ຈະຖືກ​ທຳລາຍ​ໄດ້​ງ່າຍ ​ແລະ ຕ້ອງການ​ຄວາມ​ເຂົ້າ​ໃຈ—ບໍ່​ແມ່ນການຂົ່ມ​ເຫັງ ຫລື ການ​ຖືກໄລ່​ໜີ.10

ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ເຮົາ​ສາມາດ​ກັບ​ໃຈ ​ແລະ ປ່ຽນ​ແປງ ​ແລະ ກາຍ​ເປັນ​ຄົນ​ທີ່​ມີ​ຄວາມ​ຮັກ ​ແລະ ຊ່ອຍ​ເຫລືອ​ໄດ້​ດີກວ່າ​ເກົ່າ​ຕໍ່​​ເດັກນ້ອຍ—ລູກ​ຂອງ​ເຮົາ​ເອງ ​ແລະ ຄົນ​ທີ່ຢູ່​ອ້ອມ​ຮອບ​ເຮົາ.

II.

ນີ້​ແມ່ນ​ສອງ​ສາມ​ຕົວຢ່າງ​ກ່ຽວ​ກັບ​ການ​ທາລຸນ​ທາງ​ຮ່າງກາຍ ​ແລະ ທາງ​ຈິດ​ໃຈ ຊຶ່ງ​ສຳຄັນ​ເທົ່າ​ກັບ​ຕົວຢ່າງທີ່ກ່ຽວ​ກັບ​ຄວາມ​ສຳພັນ​ຂອງ​​ເຂົາ​ນຳ​ພໍ່​ແມ່ ຫລື ຜູ້​ປົກຄອງ. ປະທານ​ທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ກ່າວ​ເຖິງ​ສິ່ງ​ທີ່​ເພິ່ນ​ເອີ້ນ​ວ່າ “ການ​ກະທຳ​ທີ່​ຊົ່ວ​ຮ້າຍ” ຂອງ​ການ​ທຳຮ້າຍ​ເດັກ​ນ້ອຍ, ບ່ອນ​ທີ່​ພໍ່​ແມ່​ໄດ້​ທຸບ​ຕີ ຫລື ​ເຮັດ​ໃຫ້​ເຂົາ​ເສຍ​ໂສມ, ທາງ​ຮ່າງກາຍ ຫລື ທາງ​ຈິດ​ໃຈ.11 ຂ້າພະ​ເຈົ້າ​ໂສກ​ເສົ້າ​ເມື່ອ​ຂ້າພະ​ເຈົ້າ​ໄດ້​ສຶກສາ​ ​ແລະ ​ເຫັນ​ຫລັກ​ຖານ​ໃນ​ໄລຍະ​ທີ່​ຂ້າພະ​ເຈົ້າຮັບ​ໃຊ້​ຢູ່​ໃນ​ສານ​ສູງ​ສຸດ​ຂອງ​ລັດ​ຢູທາ.

ສິ່ງ​ສຳຄັນ​ທີ່​ສຸດ​ຕໍ່​ຄວາມ​ສະຫວັດດີ​ພາບ​ຂອງ​ເດັກນ້ອຍແມ່ນ ຂຶ້ນກັບການ​ແຕ່ງງານ​ ຫລື ບໍ່​ແຕ່ງງານຂອງ​ພໍ່​ແມ່​ຂອງ​ເຂົາ, ສະພາບ ​ແລະ ຄວາມ​ດົນ​ນານ​ຂອງ​ການ​ແຕ່ງງານ, ​ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ວັດທະນະທຳ ​ແລະ ຄວາມຄາດໝາຍ​ຂອງ​ການ​ແຕ່ງງານ ​ແລະ ການ​ດູ​ແລ​ລູກ​​ໃນບ່ອນ​ທີ່​ເຂົາ​ອາ​ໄສ​ຢູ່. ນັກວິຊາ​ການ​ຝ່າຍ​ຄອບຄົວ​ໄດ້​ອະທິບາຍ​ວ່າ: “ຕະຫລອດ​ທົ່ວ​ປະຫວັດ​ສາດ, ການ​ແຕ່ງງານ​ເປັນ​ສະ​ຖາ​ບັນ​ທຳ​ອິດ ​ແລະ ອັນ​ດັບ​ໜຶ່ງ​ສຳລັບ​ການ​ສ້າງ ​ແລະ ລ້ຽງ​ດູ​ລູກ​ເຕົ້າ. ມັນ​ສ້າງ​ການ​ຜູກ​ມັດ​ທາງ​ວັດທະນະທຳ​ທີ່​ຕິດ​ຕໍ່ພໍ່ ​ແລະ ລູກໆ​ເຂົ້າກັນ ​ໂດຍ​ການຜູກ​ມັດ​ລາວ​ໄວ້​ກັບ​ພັນ​ລະ​ຍາ​ ​ແລະ ລູກໆຂອງ​ລາວ. ​ແຕ່​ໃນ​ເວລາ​ປະຈຸ​ບັນ, ​ເດັກນ້ອ​ຍ​ໄດ້​ຖືກ​ຊຸກ​ອອກ​ຈາກ​ຈຸດ​​ໃຈກາງ.”12

ອາຈານ​ສອນ​ກົດໝາຍ​ຢູ່ມະຫາວິທະຍາ​ໄລ ຮາ​ເວີ​ດ ​ໄດ້​ອະທິບາຍ​ກ່ຽວກັບ​ກົດໝາຍ​ໃນ​ປະຈຸ​ບັນ ​ແລະ ຄວາມ​ຮູ້ສຶກ​ກ່ຽວ​ກັບ​ການ​ແຕ່ງງານ​ ​ແລະ ການ​ຢ່າ​ຮ້າງ​ດັ່ງ​ນີ້: “ເລື່ອງ​ເລົ່າ [ໃນ​ປະຈຸ​ບັນ] ຂອງ​ຊາວ​ອາ​ເມຣິກາກ່ຽວ​ກັບ​ການ​ແຕ່ງງານ, ຕາມກົດໝາຍ ​​ແລະ ​ໃນ​ການ​ຂຽນ​ທີ່​ນິຍົມ​ກັນ​ອ່ານ, ບອກ​ດັ່ງ​ນີ້: ການ​ແຕ່ງງານ​ເປັນຄວາມ​ສຳພັນ​ ຊຶ່ງ​ມີ​ຢູ່​ເພື່ອ​ສະໜອງ​ຄວາມ​ຕ້ອງການ​ຂອງ​ສາມີ ຫລື ພັນ​ລະ​ຍາ​ເທົ່າ​ນັ້ນ. ຖ້າ​ຫາກ​ເຊົາ​ເຮັດ​ໜ້າ​ທີ່​ນີ້, ​ແລ້ວ​ຈະ​ກ່າວ​ໂທດ​ຝ່າຍ​ໃດ​ກໍ​ບໍ່​ໄດ້ ​ແລະ ສາມີ ຫລື ພັນ​ລະ​ຍາ​ສາມາດ​ຍົກ​ເລີກ​ໄດ້​ຕາມ​ຄວາມ​ປາຖະໜາ. … ບໍ່​ໄດ້​ກ່າວ​ຫຍັງ​ຫລາຍ​ກ່ຽວ​ກັບ​ເດັກນ້ອຍ​ຢູ່​ໃນ​​ເລື່ອງ​ນັ້ນ; ​ເບິ່ງ​ຄື​ວ່າ​ເຂົາ​ເປັນ​​ພຽງ​ເງົາ​ຢູ່​ຂ້າງ​ຫລັງ​ເທົ່າ​ນັ້ນ.”13

ຜູ້ນຳ​​ຂອງ​ສາດສະໜາ​ຈັກ​ຂອງ​​ເຮົາ ​ໄດ້​ສອນ​ວ່າ ​ການເບິ່ງ​ການ​ແຕ່ງງານ​ “​ເປັນ​ພຽງ​ການ​ສັນຍາ​ທີ່​ບາງທີ​ອາດ​ນຳ​ໄປ​ສູ່​ຄວາມ​ມ່ວນ​ຊື່ນ … ​ແລະ ມີ​ຄວາມຮຸນ​ແຮງເມື່ອ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​​ເທື່ອ​ທຳ​ອິດ … ​ເປັນການ​ກະທຳ​ທີ່​ບໍ່​ດີ ສົມຄວນ​ທີ່​ຈະ​ໄດ້​ຮັບ​ການ​ກ່າວ​ໂທດ,” ​ໂດຍ​ສະ​ເພາະ​​ເມື່ອ​ເດັກນ້ອຍ​​ໄດ້​ຮັບ​ຄວາມທຸກ​ທໍລະມານ.”14 ​ແລະ ​​​ເດັກນ້ອຍ​ໄດ້​ຮັບ​ຄວາມກະທົບກະ​ເທືອ​ນ​ຫລາຍເມື່ອ​ມີ​ການຢ່າ​ຮ້າງ. ຫລາຍ​ກວ່າ​ເຄິ່ງໜຶ່ງ​ຂອງ​ຈຳນວນ​ທີ່​ຢ່າ​ຮ້າງ​ກັນ ມີ​ລູກ​ທີ່​ຍັງ​ນ້ອຍ​ຢູ່.15

​ເດັກນ້ອຍ​ຢ່າງ​ຫລວງຫລາຍ​ຈະ​ໄດ້​ຮັບ​ພອນ​ຂອງ​ການ​​ຖືກ​ລ້ຽງ​ດູ​ໂດຍ​ພໍ່​ແມ່​ທັງ​ສອງ ຖ້າ​ຫາກ​ພໍ່​ແມ່​ພຽງ​ແຕ່​ເຮັດ​ຕາມ​ຄຳ​ສອນ​ທີ່​ດົນ​ໃຈ​ໃນ​ໃບ​ປະກາດ​ຕໍ່​ຄອບຄົວ ທີ່​ວ່າ: “ສາມີ ​ແລະ ພັນ​ລະ​ຍາ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ຮັກ​ແພງ​ເອົາກັນ ​ແລະ ຮັກ​ແພງ​ລູກໆ​ຂອງ​ຕົນ. … ພໍ່​ແມ່​ມີໜ້າ​ທີ່​ຮັບຜິດຊອບ​ອັນ​ສັກສິດ​ທີ່​ຈະ​ລ້ຽງ​ດູ​ລູກໆ​ຂອງ​ຕົນ​ດ້ວຍ​ຄວາມ​ຮັກ ​ແລະ ດ້ວຍ​ຄວາມ​ຊອບ​ທຳ, ທີ່​ຈະ​ສອນ​ເຂົາ​ເຈົ້າ​ໃຫ້​ຮັກ ​ແລະ ຮັບ​ໃຊ້​ຊຶ່ງກັນ​ແລະ​ກັນ.”16 ການ​ສອນ​ທີ່​ມີ​ພະລັງ​ທີ່​ສຸດ ​ແມ່ນ​ໂດຍ​ຕົວຢ່າງ​ຂອງ​ພໍ່​ແມ່​ຂອງ​ເຂົາ. ພໍ່​ແມ່​ທີ່​ຢ່າ​ຮ້າງ​ກັນຈະ​ສອນ​ບົດຮຽນ​ທີ່ກົງກັນຂ້າມ ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້.

​ແຕ່​ກໍ​ມີ​ບາງ​ກໍລະນີ​ທີ່​ການ​ຢ່າ​ຮ້າງ​ຈຳ​ເປັນ​ຕໍ່​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ລູກໆ, ​ແຕ່​ໃນ​ສະຖານະ​ການ​ດັ່ງກ່າວກໍ​ຍົກ​ເວັ້ນ​ໃຫ້​ໄດ້.17 ​ໃນ​ການ​ແຕ່ງງານ​ທີ່​ຫຍຸ້ງ​ຍາກ ​ພໍ່​ແມ່ທີ່​ຜິດ​ຖຽງ​ກັນ ຄວນ​ຄຳນຶງ​ເຖິງ​ລູກໆ. ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ເຂົາ​ເຈົ້າສາມາດ​ເຮັດ​ສິ່ງ​ນັ້ນ​ໄດ້. ລູກໆ​ຕ້ອງການ​ພະລັງ​ທາງ​ຈິດ​ໃຈ ​ແລະ ​ເປັນ​ສ່ວນ​ຕົວ ທີ່​ມາ​ຈາກ​ການ​ໄດ້​ຮັບ​ການ​ດູ​ແລ​ໂດຍ​ພໍ່​ແມ່​ທັງ​ສອງ ຜູ້​ເປັນ​ໜຶ່ງ​ໃນ​ການ​ແຕ່ງງານ ​ແລະ ​ໃນ​ຈຸດ​ເປົ້າໝາຍ​ອັນ​ດຽວ​ກັນ. ​ໂດຍ​ທີ່​ເປັນ​ຄົນ​ໜຶ່ງ​ຜູ້​ໄດ້​ຮັບ​ການ​ລ້ຽງ​ດູ​ໂດຍ​ແມ່​ຜູ້​ເປັນ​ໝ້າຍ, ຂ້າພະ​ເຈົ້າຮູ້​ດີ​ກວ່າໝູ່​ວ່າ ສິ່ງ​ນີ້​ອາດ​ບໍ່​ສາມາດ​ເຮັດ​​ໄດ້​ສະ​ເໝີ, ​ແຕ່​ມັນ​ກໍ​ເປັນອຸດົມ​ຄະຕິ​ທີ່​ຄວນ​ສະ​ແຫວ​ງຫາ​ຖ້າ​ເປັນ​ໄປ​ໄດ້.

​ເດັກນ້ອຍ​ເປັນ​ຜູ້​ຮັບ​ເຄາະ​ໃນ​ກົດໝາຍ​ປະຈຸ​ບັນ​ທີ່​ເອີ້ນ​ວ່າ “ການ​ຢ່າ​ຮ້າງ​ທີ່ບໍ່​ມີ​ຝ່າຍ​ໃດ​ຜິດ.” ຈາກ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​​ເດັກ, ການ​ຢ່າ​ຮ້າງ​ແມ່ນ​ງ່າຍ​ຫລາຍ. ​ໃນ​ການ​ສະຫລຸບ​ການຄົ້ນຄວ້າ​ຂອງ​ຝ່າຍ​ສັງຄົມ​ວິທະຍາ, ນັກວິຊາ​ການ​ທີ່​ລະມັດລະວັງ​ຄົນ​ໜຶ່ງ​ໄດ້​ກ່າວ​ວ່າ “​ເດັກນ້ອຍ​ທີ່​ດີກ​ວ່າ​ໝູ່​ໝົດ​ແມ່ນ​ມາ​ຈາກ​ຄອບຄົວ​ທີ່​ມີ​ທັງ​ພໍ່​ ​ແລະ ​ແມ່ ຜູ້​ແຕ່ງງານ​ກັນ.”18 ໜັງສືພິມຂອງ New York Times ​ໄດ້​ຂຽນ​ວ່າ “​ເປັນຄວາມ​ຈິງ​ທີ່​ໜ້າ​ກັງວົນ​ຄື ການ​ແຕ່ງງານ​ເລີ່​ມຫລຸດ​ນ້ອຍ​ຖອຍ​ລົງ​ຢູ່​ໃນ​ສະຫະລັດ​ອາ​ເມຣິກາ … ​ເປັນຫລັກ​ຖານ​​ເພີ່ມ​ເຕີມ​​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ແຕ່ງງານ ​ເມື່ອ​ກ່ຽວ​ພັນ​ກັບ​ສະຫວັດດີ​ພາບຂອງ​ເດັກນ້ອຍ.”19 ຄວາມ​ເປັນ​ຈິງ​ນັ້ນຄວນ​ເປັນ​ສິ່ງ​ນຳພາ​ພໍ່​ແມ່ ​ແລະ ຜູ້​ທີ່​ຈະ​ເປັນ​ພໍ່​ແມ່​ໃນ​ການ​ຕັດສິນ​ໃຈ​ຂອງ​​ເຂົາ​ເຈົ້າທີ່​ກ່ຽວ​ພັນ​ກັບ​ການ​ແຕ່ງງານ ​ແລະ ການ​ຢ່າ​ຮ້າງ. ​ເຮົາ​ກໍ​ຕ້ອງການ​​ໃຫ້​ມີນັກ​ການ​ເມືອງ, ຜູ້​ແຕ່ງຕັ້ງກົດໝາຍ, ​ແລະ ​ເຈົ້າໜ້າ​ທີ່ ​​ເພື່ອ​ຈະ​ໄດ້ໃຫ້​ພວກ​ເພິ່ນ​ຮູ້​ກ່ຽວ​ກັບ​ວ່າ​ສິ່ງ​ໃດ​ດີ​ທີ່​ສຸດ​ສຳລັບ​ເດັກນ້ອຍ ​ໂດຍ​ບໍ່​ເອົາ​ໃຈ​ໃສ່​ກັບ​ຄະ​ແນນ​ສຽງ​ຂອງ​ຄົນ​ທີ່​ເຫັນ​ແກ່​ຕົວ​ ​ແລະ ສຽງ​ຂອງ​ກຸ່ມ​ທີ່​ເຫັນ​ດ້ວຍ​ກັບ​ຄວາມ​ສົນ​ໃຈ​ຂອງ​ຜູ້​ໃຫຍ່.

​ເດັກນ້ອຍ​ກໍ​ຖືກ​ທຳຮ້າຍ​ນຳ​ອີກ ​ໂດຍ​ພໍ່​ແມ່​ທີ່​ບໍ່​ໄດ້​ແຕ່ງງານ​ກັນ. ຄວາມ​ຈິງ​ກ່ຽວ​ກັບ​ຄົນ​ລຸ້ນ​ໃໝ່ ​ເປັນ​ເລື່ອງ​ທີ່​ໜ້າ​ເປັນ​ຫ່ວງ​ຫລາຍ​​​ໃນການ​ລາ​ຍງານ​ໃນ​ບໍ່​ດົນ​ມາ​ນີ້ ທີ່​ວ່າ 41 ​ເປີ​ເຊັນ​ຂອງ​ການ​ເກີດ​ຢູ່​ໃນ​ສະຫະລັດ​ອາ​ເມຣິກາ ​​ແມ່ນ​ຈາກຜູ້ຍິງ​ທີ່ບໍ່​ໄດ້​ແຕ່ງງານ.20 ​ແມ່​ທີ່​ບໍ່​ໄດ້​ແຕ່ງງານ​ມີ​ການ​ທ້າ​ທາຍ​ຢ່າງ​ຫລວງຫລາຍ, ​ແລະ ​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ ລູກ​ຂອງ​ເຂົາ​ເຈົ້າຈະ​ເສຍປຽບ ​ເມື່ອ​ປຽບທຽບ​ໃສ່​ກັບ​ເດັກນ້ອຍ​ທີ່​ໄດ້​ຮັບ​ການ​ລ້ຽງ​ດູ​ດ້ວຍ​ພໍ່​ແມ່​ທັງ​ສອງ​ທີ່​ແຕ່ງງານ​ກັນ.21

​ເດັກນ້ອຍ​ສ່ວນ​ຫລາຍ​ທີ່​ເກີດ​ຈາກ​ແມ່​ຜູ້​ບໍ່​ໄດ້​ແຕ່ງງານ—​ມີ​ພໍ່​ແມ່​ທີ່ຢູ່​ນຳ​ກັນ​ແຕ່​ບໍ່​ໄດ້​ແຕ່ງງານ.22 ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາ​ຈະ​ກ່າວ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ບໍ່​ໄດ້​ແຕ່ງງານ​ກັນ​ນີ້, ນັກຄົ້ນຄວ້າ​ໄດ້​ສະ​ແດງ​​ໃຫ້​ເຫັນ​ວ່າ ລູກ​ໆ​ຂອງ​ເຂົາ​ເຈົ້າ​ມີ​ຄວາມທຸກ​ໃຈ​ຫລາຍ ​ເມື່ອ​ປຽບທຽບ​ໃສ່​ກັບ​ເດັກນ້ອຍ​ຄົນ​ອື່ນໆ.23 ສຳລັບ​ເດັກນ້ອຍ​ແລ້ວ, ຄວາມ​ໝັ້ນຄົງ​ຂອງ​ການ​ແຕ່ງງານ​ເປັນ​ສິ່ງ​ສຳຄັນ​ຫລາຍ​ທີ່​ສຸດ​ສຳລັບ​ເຂົາ.

​ເຮົາ​ສາມາດ​ຄິດ​ວ່າ ​ເປັນ​ແນວ​ນັ້ນຄື​ກັນ​ສຳລັບ​ເດັກນ້ອຍ​ທີ່​​ໄດ້​ຮັບ​ການ​ລ້ຽງ​ດູ​ດ້ວຍ​ພໍ່ ຫລື ​ແມ່ ທີ່​​ເປັນ​ເພດ​ດຽວ​ກັນ. ໜັງສື​ຂອງຝ່າຍ​ສັງຄົມ​ວິທະຍາ​ໄດ້​ເຮັດ​ໃຫ້​ມີ​ການ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ການ​ກະທົບກະ​ເທືອນອັນຍາວ​ນານ​ຕໍ່​ເດັກນ້ອຍສ່ວນ​ໃຫຍ່, ດັ່ງ​ທີ່​ໜັງສືພິມ New York Times ​ໄດ້​ຂຽນ​ວ່າ, “ການ​ແຕ່ງງານ​ລະຫວ່າງ​ຄົນ​ເພດ​ດຽວ​ກັນ​ເປັນ​ການທົດ​ລອງ​ໃນ​ສັງຄົມ, ​ແລະ ​ເຊັ່ນ​ດຽວ​ກັບ​ການ​ທົດ​ລອງ​ຢ່າງ​ອື່ນໆ ຈະ​ຕ້ອງໃຊ້​ເວລາ​ດົນນານ ​ກ່ອນ​ຈະ​ເຂົ້າ​ໃຈ​ຜົນ​ສະທ້ອນ​ຂອງ​ມັນ.”24

III.

ຂ້າພະ​ເຈົ້າ​ໄດ້​ເປັນ​ປາກ​ເປັນ​ສຽງ​ໃຫ້​ແກ່​ເດັກນ້ອຍ​ສະ​ເໝີ​ມາ—​ເດັກນ້ອຍ​ໃນ​ທຸກ​ແຫ່ງ​ຫົນ. ບາງ​ຄົນ​ອາດ​ບໍ່​ຍອມຮັບ​​ເອົາຕົວຢ່າງ​ເຫລົ່າ​ນີ້, ​ແຕ່​ຫວັງ​ວ່າ​ຈະ​ບໍ່​ມີ​ຄົນ​ໃດ​ທີ່​ບໍ່​ເຫັນ​ດ້ວຍ​ກັບ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ເພື່ອ​​​ເຮົາ​ຈະ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຫລາຍ​ກວ່າ​ເກົ່າ​ກ່ຽວ​ກັບ​ສະຫວັດດີ​ພາບ​ ​ແລະ ອະນາຄົດ​ຂອງ​ເດັກນ້ອຍຂອງ​ພວກ​ເຮົາ—ຄົນ​ລຸ້ນ​ໃໝ່.

ຂ້າພະ​ເຈົ້າກ່າວ​ເຖິງ​ລູກໆ​ຂອງ​ພຣະ​ເຈົ້າ, ​ແລະ ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ທີ່​ມີ​ພະລັງ​ຂອງ​ພຣະອົງ, ​ເຮົາ​ຈະສາມາດ​​ເຮັດ​ຫລາຍ​ກວ່າ​ເກົ່າ​ເພື່ອ​ຊ່ອຍ​ເ​ຫລື​ອ​ເຂົາ. ​ໃນ​ຄຳ​ອ້ອນວອນ​ນີ້ ຂ້າພະ​ເຈົ້າຂໍ​ກ່າວ​​ບໍ່​ພຽງ​ແຕ່​ກັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເທົ່າ​ນັ້ນ ​ແຕ່​ກັບ​ທຸກ​ຄົນ​ນຳ​ອີກ​ໃນ​ທຸກ​ສາດສະໜາ ​ແລະ ຄົນ​ອື່ນໆ​ທີ່​ມີ​ລະບົບ​ຂອງ​ຫລັກ​ທຳທີ່​ເຮັດ​ໃຫ້​ເຂົາ​ເຈົ້າຄິດ​ວ່າຄວາມ​ຕ້ອງການ​ຂອງ​ເຂົາ​ເຈົ້າສຳຄັນ​ໜ້ອຍ​ກວ່າ​ຄວາມ​ຕ້ອງການ​ຂອງ​ຄົນ​ອື່ນ ​ໂດຍ​ສະ​ເພາະສະຫວັດດີ​ພາບ​ຂອງ​ເດັກນ້ອຍ.25

ຄົນ​ທີ່​ເຄັ່ງ​ຄັດ​ເລື່ອງ​ສາດສະໜາ​ຈະ​ສຳນຶກ​ເຖິງ​ຄຳ​ສອນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຢູ່​ໃນ​ພຣະສັນຍາ​ໃໝ່​ວ່າ​ເດັກນ້ອຍ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ແກ່​ເຮົາ​​ເລື່ອງ​ຄວາມ​ຖ່ອມ​ຕົນ ​ແລະ ສອນງ່າຍ ດັ່ງ​ນີ້:

“​ເຮົາ​ບອກ​ພວກ​ເຈົ້າຕາມ​ຄວາມ​ຈິງ​ວ່າ ຖ້າ​ພວກ​ເຈົ້າບໍ່​ກັບ​ໃຈ ​ແລະ ກາຍ​ເປັນ​ເໝືອນ​​ເດັກນ້ອຍ ພວກ​ເຈົ້າຈະ​ເຂົ້າ​ໄປ​ໃນ​ລາຊາ​ອານາຈັກ​ສະຫວັນ​ບໍ່​ໄດ້​ຈັກ​ເທື່ອ.

“ຜູ້​ເປັນ​ໃຫຍ່​ທີ່​ສຸດ​ໃນ​ລາຊາ​ອານາຈັກ​ສະຫວັນ ​ແມ່ນ​ຜູ້​ທີ່​ຖ່ອມຕົວ​ລົງ​ເໝືອນ​ດັ່ງ​ເດັກນ້ອຍ​” (ມັດ​ທາຍ 18:3–4).

​ໃນ​ພຣະຄຳ​ພີ​ມໍ​ມອນ ​ເຮົາ​​ໄດ້​ອ່ານ​ຄຳ​ສອນ​ຂອງ​ພຣະຜູ້​ເປັນ​ເຈົ້າທີ່​ຟື້ນ​ຄືນ​ຊີວິດຕໍ່​ຊາວ​ນີ​ໄຟ​ວ່າ ​ເຂົາ​ເຈົ້າຕ້ອງ​ກັບ​ໃຈ ​ແລະ ຮັບ​ບັບຕິ​ສະມາ “​ແລະ ກາຍ​ເປັນ​ເໝືອນ​ດັ່ງ​ເດັກນ້ອຍ” ຖ້າ​ບໍ່​ດັ່ງນັ້ນ ​ເຂົາ​ເຈົ້າຈະ​ບໍ່​ມີ​ທາງ​ທີ່​ຈະ​ໄດ້​ອານາຈັກ​ຂອງ​ພຣະ​ເຈົ້າມາ​ເປັນ​ມູນ​ມໍລະດົກ​ໄດ້​ເລີຍ (3 ນີ​ໄຟ 11:38; ​ເບິ່ງ ​ໂມ​ໂຣ​ໄນ 8:10) ​ນຳ​ອີກ.

ຂ້າພະ​ເຈົ້າອະທິຖານ​​ວ່າ​ເຮົາ​ຈະ​ຖ່ອມຕົວ​ລົງ​ເປັນ​ເໝືອນ​ດັ່ງ​ເດັກນ້ອຍ ​ແລະ ​ເອື້ອມ​ອອກ​ໄປ​ປົ​ກປ້ອງ​ເດັກນ້ອຍ​ຂອງ​ເຮົາ, ​ເພາະວ່າ​ເຂົາ​ເປັນ​ອະນາຄົດ, ສຳລັບ​ເຮົາ, ສຳລັບ​ສາດສະໜາ​ຈັກ​ຂອງ​ເຮົາ, ​ແລະ ສຳລັບ​ປະຊາ​ຊາດ​ຂອງ​ເຮົາ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

Show ReferencesHide References

    ​ແຫ​ລ່ງອ້າງ​ອີງ

    1. ​ເບິ່ງ UNICEF, The State of the World’s Children 2005: Childhood under Threat (2004), 26.

    2. ​ເບິ່ງ Haya El Nasser, “National Birthrate Lowest in 25 Years,” USA Today, July 26, 2012, A1.

    3. ​ເບິ່ງ Gilda Sedgh and others, “Induced Abortion: Incidence and Trends Worldwide from 1995 to 2008,” The Lancet, vol. 379, no. 9816 (Feb. 18, 2012), 625–32.

    4. ​ເບິ່ງ UNICEF, “Young Child Survival and Development,” http://www.unicef.org/childsurvival/index.html.

    5. ​ເບິ່ງ World Health Organization, World Health Statistics 2012 (2012), 109, 118.

    6. ລາຍ​ງານ​ຈາກ​ຝ່າຍ​ປະທານ​ອົງການ​ປະຖົມ​ໄວ​ສາມັນ, ວັນ​ທີ 13 ​ເດືອນ​ກັນຍາ  2012.

    7. ລາຍ​ງານ​ຈາກ​ຝ່າຍ​ປະທານ​ອົງການ​ປະຖົມ​ໄວ​ສາມັນ.

    8. ​ເບິ່ງ Jeffrey R. Holland, “Israel, Israel, God Is Calling” (Church Educational System devotional for young adults, Sept. 9, 2012), lds.org/broadcasts; see also R. Scott Lloyd, “Zion Not Only Where, but How We Live, Says Elder Holland,” Deseret News, Sept. 10, 2012, B2.

    9. ​ເບິ່ງ Kim Painter, “Parents Can Inflict Deep Emotional Harm,” USA Today, July 30, 2012, B8; Rachel Lowry, “Mental Abuse as Injurious as Other Forms of Child Abuse, Study Shows,” Deseret News, Aug. 5, 2012, A3.

    10. ​ເບິ່ງ “End the Abuses,” Deseret News, June 12, 2012, A10.

    11. Thomas S. Monson, “A Little Child Shall Lead Them,” Liahona, June 2002, 2.

    12. W. Bradford Wilcox and Elizabeth Marquardt, eds., The State of Our Unions: Marriage in America (2011), 82.

    13. Mary Ann Glendon, Abortion and Divorce in Western Law: American Failures, European Challenges (1987), 108.

    14. David O. McKay, “Structure of the Home Threatened by Irresponsibility and Divorce,” Improvement Era, June 1969, 5.

    15. ​ເບິ່ງ Diana B. Elliott and Tavia Simmons, “Marital Events of Americans: 2009,” American Community Survey Reports, Aug. 2011.

    16. “ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Liahona, Nov. 2010, 129.

    17. ​ເບິ່ງ Dallin H. Oaks, “Divorce,” Liahona, May 2007, 71.

    18. Charles Murray, Coming Apart: The State of White America, 1960–2010 (2012), 158.

    19. Ross Douthat, “Gay Parents and the Marriage Debate,” New York Times, June 11, 2012, http://douthat.blogs.nytimes.com/2012/06/11/gay-parents-and-the-marriage-debate.

    20. ​ເບິ່ງ Joyce A. Martin and others, “Births: Final Data for 2010,” National Vital Statistics Reports, vol. 61, no. 1 (Aug. 2012), 10.

    21. ​ເບິ່ງ William J. Doherty and others, Why Marriage Matters: Twenty-One Conclusions from the Social Sciences (2002); W. Bradford Wilcox and others, Why Marriage Matters: Thirty Conclusions from the Social Sciences, 3rd ed. (2011).

    22. ​ເບິ່ງ Martin, “Births: Final Data for 2010,” 10–11.

    23. ​ເບິ່ງ Wilcox, Why Marriage Matters.

    24. Douthat, “Gay Parents and the Marriage Debate.” ການ​ສຶກສາ​ທີ່​ລ່າ​ສຸດ ​ແລະ ລະອຽດ ພົບ​ເຫັນ​ວ່າ ​ຄົນ​ໜຸ່ມ​ທີ່​ມີພໍ່ ຫລື ​ແມ່​ຜູ້​ສົນ​ໃຈ​ກັບ​ເພດ​​ດຽວ​ກັນ​ຕອນ​ເຂົາ​ຍັງ​ບໍ່​ເຖິງ​ອາຍຸ 18 ​ປີ ໄດ້​ຮັບຄວາມ​ຫຍຸ້ງ​ຍາກ​ຫລາຍ (​ເບິ່ງ Mark Regnerus, “How Different Are the Adult Children of Parents Who Have Same-Sex Relationships? Findings from the New Family Structures Study,” Social Science Research, vol. 41 [2012], 752–70).

    25. ໂດຍ​ສະ​ເພາະ​ແລ້ວ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຈະ​ອຸທິດ​ຕົນ​ຫລາຍ​ທີ່​ສຸດ​ໃນ​ການ​ເປັນ​ພໍ່​ແມ່ ຄື​ກັບ​ວ່າ​ມັນ​ເປັນ​ເປົ້າໝາຍ​ທີ່​ສຳຄັນ​ທີ່​ສຸດ​ຢ່າງ​ໜຶ່ງ​ໃນ​ຊີວິດ (​ເບິ່ງ Pew Research Center’s Forum on Religion and Public Life, Mormons in America: Certain in Their Beliefs, Uncertain of Their Place in Society, Jan. 12, 2012, 10, 16, 51).