​​ເຫັນຄົນ​ອື່ນ​ດັ່ງ​ທີ່​ເຂົາ​​ເຈົ້າຈະ​ກາຍ​ເປັນ

​ໂດຍ​ ປະທານ​ທອມ​ມັສ ​ແອັສ ມອນ​ສັນ


​ເຮົາ​ຕ້ອງ​ພັດທະນາ​ຄວາມ​ສາມາດ​ທີ່​ຈະ​​ເຫັນ​ຜູ້​ຊາຍ​ ບໍ່​ແມ່ນ​ດັ່ງ​ທີ່​ເຂົາ​ເຈົ້າ​ເປັນ​ຢູ່​ໃນ​ຕອນ​ນີ້ ​ແຕ່​ດັ່ງ​ທີ່ເຂົາ​ເຈົ້າຈະ​ເປັນ​ຄົນ​ແບບ​ໃດ.

ອ້າຍ​ນ້ອງ​ທີ່​ຮັກ​ແພງ, ສອງ​ເທື່ອ​ຕໍ່​ປີ​ສູນ​ກາງ​ປະຊຸມ​ໃຫຍ່​ນີ້​ຈະ​​ເຕັມ​ໄປ​ດ້ວຍ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ ​ເມື່ອ​ເຮົາ​ມາ​ເຕົ້າ​ໂຮມ​ກັນ​ຟັງ​ຂ່າວສານ​ທີ່​ດົນ​ໃຈ. ​ເຮົາ​ຮູ້ສຶກ​ເຖິງ​ພຣະວິນ​ຍານ​ຢູ່​ໃນ​ກອງ​ປະຊຸມ​ຖານະ​ປະ​ໂລຫິດ​ຂອງ​ສາດສະໜາ​ຈັກ​ຂອງ​ເຮົາ. ພຣະວິນ​ຍານ​ນີ້​ຂະຫຍາຍ​ອອກ​ໄປ​ຈາກ​ສູນ​ກາງ​ປະຊຸມ​ໃຫຍ່​ນີ້ ​ແລະ ​ເຂົ້າ​ໄປ​ຫາ​ອາຄານ​ຕ່າງໆບ່ອນ​ທີ່​ບຸດ​ຂອງ​ພຣະ​ເຈົ້າ​ເຕົ້າ​ໂຮມ​ກັນ. ​ເຮົາ​ຮູ້ສຶກ​ເຖິງ​ພຣະວິນ​ຍານ​ນັ້ນ​ແທ້ໆ​ໃນ​ຄ່ຳ​ຄືນ​ນີ້.

ຫລາຍ​ປີ​ຜ່ານ​ມາ​ແລ້ວ, ກ່ອນ​ສູນ​ກາງ​ໃຫຍ່​ທີ່​ສວຍ​ງາມ​ນີ້​ໄດ້​ຖືກ​ສ້າງ​ຂຶ້ນ, ຜູ້​ມາ​ຢ້ຽມຢາມ​ບໍລິ​ເວນ​ພຣະວິຫານ​ເຊົາ​ເລັກ​ຄົນ​ໜຶ່ງ​ໄດ້​ໄປ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຢູ່​ໃນ​ຕຶກ​ແທ​​ໂບ​ແນ​​ໂກ. ລາວ​ໄດ້​ຟັງ​ຂ່າວສານ​ຂອງ​ບັນດາ​​ອ້າຍ​ນ້ອງ. ລາວ​ໄດ້​ຕັ້ງ​ໃຈ​ຟັງ​ຄຳ​ອະທິຖານ. ລາວ​ໄດ້​ຍິນ​ສຽງ​ເພງ​ທີ່​ມ່ວນ​ອອນຊອນ​ຂອງ​ກຸ່ມ​ນັກ​ຮ້ອງ​ແທ​ໂບ​ແນ​ໂກ. ລາວ​​ໄດ້ມີ​ຄວາມ​ປະ​ທັບ​ໃຈ​ຫລາຍ​ກັບ​ຄວາມ​ສວຍ​ງາມ​ຂອງ​ອໍ​ແກນ​ຢູ່​ໃນ​ນັ້ນ. ​ເມື່ອ​ກອງ​ປະຊຸມ​ສິ້ນ​ສຸດ​ລົງ ມີ​ຄົນ​ໄດ້​ຍິນ​ລາວ​ເວົ້າວ່າ, “ຂ້ອຍ​ຈະ​ຍອມ​ເສຍ​ສະລະ​ທຸກ​ສິ່ງ ຖ້າ​ຂ້ອຍ​ຮູ້​​ວ່າ​ຜູ້​ກ່າວ​ປາ​ໄສ​ໄດ້​ກ່າວ​ຄວາມ​ຈິງ.” ຊຶ່ງ​ໝາຍ​ຄວາມ​ວ່າ, “ຂ້ອຍ​ຢາກ​ມີ​ປະຈັກ​ພະຍານ​ເຖິງ​ພຣະກິດ​ຕິ​ຄຸນ.”

ບໍ່​ມີ​ສິ່ງ​ໃດ​ໃນ​ໂລກ​ນີ້ ທີ່​ຈະ​ສາມາດ​ໃຫ້​ການ​ປອບ​ໂຍນ ​ແລະ ​ໃຫ້ຄວາມສຸກ​ໄດ້ ​ເທົ່າ​ກັບ​ການ​ມີ​ປະຈັກ​ພະຍານ​ເຖິງ​ຄວາມ​ຈິງ. ​ເຖິງ​​ແມ່ນທຸກ​ຄົນ​ຈະ​ມີ​ປະຈັກ​ພະຍານ​ທີ່​ແຕກ​ຕ່າງ​ກັນ, ​ແຕ່​ຂ້າພະ​ເຈົ້າ​ເຊື່ອ​ວ່າ​ຜູ້​ຊາຍ​ໃຫຍ່ ​ແລະ ຊາຍ​ໜຸ່ມ​ທຸກ​ຄົນ​ໃນນີ້​ມີ​ປະຈັກ​ພະຍານ. ຖ້າ​ຫາກ​ທ່ານ​ຮູ້ສຶກ​ວ່າ ທ່ານ​ຍັງ​ບໍ່​ມີ​ປະຈັກ​ພະຍານ​ເທື່ອ ​ແລະ ຢາກ​ມີ—​ແລະ ບາງທີອາດ​ເປັນຄວາມ​ຮູ້ສຶກ​ຂອງ​ເຮົາ​ເກືອບ​ທຸກ​ຄົນ—​ແລ້ວ​ຂ້າພະ​ເຈົ້າຂໍ​ແນະນຳ​ທ່ານ​ໃຫ້​ພະຍາຍາມ ​ເພື່ອ​ຈະ​ໄດ້​ມີ​ປະຈັກ​ພະຍານ. ຖ້າ​ປະຈັກ​ພະຍານ​ນັ້ນ​ເຂັ້ມ​ແຂງ ​ແລະ ​ເລິກ​ຊຶ້ງ, ຈົ່ງ​ຮັກສາ​ມັນ​ໄວ້​ໃຫ້​ດີ. ​ເຮົາ​ໄດ້​ຮັບ​ພອນ​ຫລາຍ​ແທ້ໆ ທີ່​ມີ​ຄວາມ​ຮູ້​ແຈ້ງ​ເຖິງ​ຄວາມ​ຈິງ.

ຂ່າວສານ​ຂອງ​ຂ້າພະ​ເຈົ້າ​ໃນ​ຄ່ຳ​ຄືນ​ນີ້, ອ້າຍ​ນ້ອງ​ທັງຫລາຍ, ​ແມ່ນ​ວ່າ​ ມີ​ຫລາຍ​ຄົນທີ່​ມີ​ປະຈັກ​ພະຍານ​ໜ້ອຍ​ໜຶ່ງ ຫລື ບໍ່​ມີ​ເລີຍ​ໃນ​ຕອນ​ນີ້, ຜູ້​ທີ່​ສາມາດ ​ແລະ ຢາກ​ມີ​ປະຈັກ​ພະຍານ​ເຊັ່ນ​ນັ້ນ ຖ້າ​ຫາກ​ເຮົາ​ເຕັມ​ໃຈ​ທີ່​ຈະພະຍາຍາມ​ຊ່ອຍ​ເຫລືອ​ເຂົາ​ເຈົ້າ​ໃຫ້​ປ່ຽນ​ແປງ. ບາງ​ກໍລະນີ ​ເຮົາ ສາມາດ​​​ຈູງ​​ໃຈ​ໃຫ້​ເຂົາ​ເຈົ້າປ່ຽນ. ທຳ​ອິດ ຂ້າພະ​ເຈົ້າຈະ​ກ່າວ​ເຖິງ​ສະມາຊິກ​ກ່ອນ ຜູ້​ບໍ່​ໄດ້​ຜູກ​ມັດ​ຕົນ​ເອງ​ຢ່າງ​ເຕັມ​ສ່ວນ​ຕໍ່​ພຣະກິດ​ຕິ​ຄຸນ.

​ເມື່ອຫລາຍ​ປີ​ກ່ອນ, ຕອນ​ໄປ​ຮ່ວມ​ກອງ​ປະຊຸມຢູ່​​ແຮ​ວ​ຊິງ​ກີ, ປະ​ເທດ​​ແຟງລັງ, ຂ້າພະ​ເຈົ້າ​ໄດ້​ຍິນ​ຂ່າວສານ​ທີ່​ມີ​ພະລັງ, ທີ່​ລືມ​ບໍ່​ໄດ້, ​ແລະ ​​ເຊີດ​ຊູ​ໃຈ ທີ່​ກ່າວ​ໃນ​ພາກ​ສຳລັບ​ບັນດາ​ແມ່ ​ແລະ ລູກ​ສາວ. ຂ້າພະ​ເຈົ້າຍັງ​ຈື່​ຂ່າວສານ​ບົດ​ນັ້ນຢູ່ ​ເຖິງ​ແມ່ນ​ເກືອບ​ເຖິງ 40 ປີ​ຜ່ານມາ​ແລ້ວ. ​ໃນ​ບັນດາ​ຄວາມ​ຈິງ​ທີ່​ຜູ້​ປາ​ໄສ​ໄດ້​ກ່າວ, ນາງ​ໄດ້​ກ່າວ​ວ່າ ຜູ້ຍິງ​ຢາກ​ໄດ້​ຍິນ​ຄຳ​ວ່າ ນາງ​ສວຍ​ງາມ. ນາງ​ຢາກ​ໄດ້​ຍິນ​ວ່າ ນາງ​ມີຄ່າ​. ນາງ​ຢາກ​ໄດ້​ຍິນ​ວ່າ ນາງສຳຄັນ.

ອ້າຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າຮູ້​ວ່າ ຜູ້​ຊາຍ​ກໍ​ຄື​ກັນ​ກັບ​ຜູ້ຍິງ​ໃນ​ເລື່ອງ​ນີ້. ​ເຮົາ​ກໍ​ຢາກ​ໄດ້​ຍິນ​ວ່າ​ເຮົາ​ມີຄ່າ​, ວ່າ​ເຮົາ​ກໍ​ມີ​ຄວາມ​ສາມາດ ​ແລະ ສຳຄັນ​. ​ເຮົາ​ຕ້ອງການ​ໂອກາດ​ທີ່​ຈະ​ໄດ້​ຮັບ​ໃຊ້ຄື​ກັນ. ຕໍ່​ຄົນ​ທີ່​ບໍ່​ເຂັ້ມ​ແຂງ ຫລື ບໍ່​ກ້າ​ກັບ​ມາ​ເຂັ້ມ​ແຂງ, ​ເຮົາ​ສາມາດ​ອະທິຖານ​ເພື່ອ​ຈະ​ໄດ້​ຮູ້​ວິທີ​ທີ່​ຈະ​ເອື້ອມ​ອອກ​ໄປ​ຫາ​ເຂົາ​ເຈົ້າ. ໃຫ້​ເຂົາ​ເຈົ້າຊ່ອຍ​ຮັບ​ໃຊ້​ໃນ​ບາງ​ຢ່າງ ຊຶ່ງ​ເປັນ​ສິ່ງ​ທີ່​ພາ​ເຂົາ​ເຈົ້າກັບ​ຄືນ​ມາ​ເຂັ້ມ​ແຂງ. ​ແຕ່​ຜູ້ນຳ​ທີ່​ສາມາດ​ເຮັດ​ສິ່ງ​ນີ້​ໄດ້ ອາດ​ລັງ​ເລ​ໃຈ. ​ເຮົາ​ຕ້ອງ​ຄິດ​ວ່າ ຄົນ​ເຫລົ່ານັ້ນສາມາດ​ປ່ຽນ​ໄດ້. ​ເຂົາ​ເຈົ້າສາມາດ​ຖິ້ມ​ໃຈ​ເກົ່າ. ​ເຂົາ​ເຈົ້າສາມາດ​ກັບ​ໃຈ​ຈາກ​ການ​ລ່ວງ​ລະ​ເມີດ. ​ເຂົາ​ເຈົ້າສາມາດ​ດຳລົງ​ຖານະ​ປະ​ໂລຫິດ​ຢ່າງ​ມີຄ່າ​ຄວນ. ​ແລະ ​ເຂົາ​ເຈົ້າສາມາດ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າຢ່າງ​ພາກ​ພຽນ. ຂ້າພະ​ເຈົ້າຂໍ​ກ່າວ​ເຖິງ​ສອງສາມ​ຕົວຢ່າງ.

ຕອນ​ຂ້າພະ​ເຈົ້າ​ໄດ້​ກາຍ​ເປັນ​ສະມາຊິກ​ຂອງ​ສະພາ​ອັກຄະ​ສາວົກ​ສິບ​ສອງ, ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໄປຮ່ວມ​ກອງ​ປະຊຸມ​ສະ​ເຕກ​ຢູ່​ເມືອງ​ອາ​ເບີ​ຕາ, ປະ​​ເທດ​ກາ​ນາ​ດາ ກັບ​ປະທານ ​ເອັນ ແອວ​ດັນ ​ແທນ​ເນີ, ທີ່​ປຶກສາ​ຂອງ​ປະທານ ​ເດ​ວິດ ​ໂອ ມິກ​ເຄ. ​ໃນລະຫວ່າງ​ກອງ​ປະຊຸມ​ນັ້ນ, ປະທານ​ສະ​ເຕກ​ໄດ້​ອ່ານ​ຊື່​ຂອງ​ຜູ້​ຊາຍ​ສີ່​ຄົນ​ຜູ້​ຈະ​ຖືກ​ແຕ່ງຕັ້ງ​ສູ່​ຕຳ​ແໜ່​ງ​ແອວ​ເດີ. ຊາຍ​ເຫລົ່ານັ້ນ​ເປັນ​ຄົນ​ທີ່​ປະທານ​ແທນ​ເນີ​ຮູ້ຈັກ, ​ເພາະ​ເພິ່ນ​ເຄີຍ​ອາ​ໄສ​ຢູ່​​ໃນ​ເຂດ​ນັ້ນ. ​ແຕ່​ປະທານ​ແທນ​ເນີຮູ້ຈັກ ​ແລະ ຈື່​ຈຳ​ເຂົາ​ເຈົ້າວ່າ ​ເຂົາ​ເຈົ້າ​​ໄດ້​ປ່ຽນ​ຊີວິດ ​ແລະ ກັບ​ຄືນ​ມາ​ເຂັ້ມ​ແຂງ ​ແລະ ມີຄ່າ​ຄວນ​ຕໍ່​ຕຳ​ແໜ່​ງ​ແອວ​ເດີ.

ປະທານ​ສະ​ເຕກ​ໄດ້​ອ່ານ​ຊື່​ຂອງ​ຊາຍ​ຄົນ​ທຳ​ອິດ ​ແລະ ​ໄດ້​ຂໍ​ໃຫ້​ລາວ​ຢືນ​ຂຶ້ນ. ປະທານ​ແທນ​ເນີ​ໄດ້​ເວົ້າຄ່ອຍໆ​ກັບ​ຂ້າພະ​ເຈົ້າວ່າ, “​ເບິ່ງ​ລາວ​ແມ, ຂ້ອຍ​ບໍ່​ຄິດ​ວ່າ ລາວ​ຊິ​​ເຂັ້ມ​ແຂງ.” ປະທານ​ສະ​ເຕກ​ໄດ້​ອ່ານ​ຊື່​ຂອງ​ຊາຍ​ຄົນທີ​ສອງ, ​ແລະ ລາວ​ກໍ​ໄດ້​ຢືນ​ຂຶ້ນ. ປະທານ​ແທນ​ເນີ​ໄດ້​ກ່າວ​ແນວ​ນັ້ນກັບ​ຂ້າພະ​ເຈົ້າອີກ, ​ແລະ ຕໍ່ໆ​ໄປ​ກ່ຽວກັບ​ອ້າຍ​ນ້ອງ​​ເຫລົ່ານັ້ນ.

ຫລັງ​ຈາກກອງ​ປະຊຸມ, ປະທານ​ແທນ​ເນີ ​ແລະ ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ອ້າຍ​ນ້ອງ​ສີ່​ຄົນ. ​ເຂົາ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ຄົນ​ສາມາດ​ປ່ຽນ​ໄດ້.

​ໃນ​ໄລຍະ​ປີ 1940 ​ເຖິງ 1950 ປາຍ, ຜູ້​ອຳນວຍ​ການ​ຄຸກຄົນ​ໜຶ່ງ​ທີ່​ມີ​ຊື່​ສຽງ​ຢູ່​ອາ​ເມຣິກາ ຊື່ ຄະ​ລິນ​ຕັນ ດັບ​ຟີ, ​ເລື່ອງ​ການ​ດັດ​ສ້າງ​ຜູ້​ຊາຍ​ຢູ່​ໃນ​ຄຸກ. ນັກ​ວິຈານ​ຄົນ​ໜຶ່ງ​ໄດ້​ກ່າວ​ວ່າ, “ທ່ານ​ຮູ້​ບໍ​ວ່າ ​ເສືອດາວ​ຈະ​ປ່ຽນລາຍ​ຂອງ​ມັນ​ບໍ່​ໄດ້!”

ທ່ານດັບຟີໄດ້ຕອບວ່າ, “ທ່ານຄວນຮູ້ວ່າ ຂ້າພະເຈົ້າບໍ່ໄດ້ດັດສ້າງເສືອດາວ. ຂ້າພະເຈົ້າດັດສ້າງຜູ້ຊາຍ, ແລະ ຜູ້ຊາຍປ່ຽນແປງທຸກວັນ.”1

ຫລາຍ​ປີຜ່ານມາ​ແລ້ວ ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ຮັບ​ໃຊ້​ເປັນ​ປະທານ​ເຜີຍ​ແຜ່​ຢູ່​ກາ​ນາ​ດາ. ຢູ່​ທີ່​ນັ້ນ ມີ​ສາຂາ​ນ້ອຍ​ທີ່​ມີ​ຜູ້​ດຳລົງ​ຖານະ​ປະ​ໂລຫິດຈຳນວນ​ໜ້ອຍ​ໜຶ່ງ. ພວກ​ເຮົາ​ໄດ້​​ໃຫ້ຜູ້​ສອນ​ສາດ​ສະໜາ​ເປັນ​ຜູ້​ຄວບ​ຄຸມສາຂາ. ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ກະ​ຕຸ້ນວ່າ​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ​ຢູ່​ໃນ​ສາຂາ​ເປັນ​ຄົນ​ຄວບ​ຄຸມ.

ມີ​ສະມາຊິກ​ຄົນ​ໜຶ່ງ​ຢູ່​ໃນ​ສາຂາ​ທີ່​ເປັນ​ມັກຄະ​ນາຍົກ​ໃນ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ, ​ແຕ່​ບໍ່​ໄດ້​ມາ​ໂບດ​ເປັນ​ປະຈຳ ​​ແລະ ບໍ່​ໄດ້​ຖືກ​ເລື່ອນ​ຂຶ້ນຕຳ​ແໜ່​ງອື່ນ. ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເອີ້ນ​ລາວ​ເປັນ​ປະທານ​ສາຂາ. ຂ້າພະ​ເຈົ້າຍັງ​ຈື່​ວັນນັ້ນ​ໄດ້​ຢູ່ ຕອນ​ຂ້າພະ​ເຈົ້າ​ເວົ້າລົມ​ກັບ​ລາວ. ຂ້າພະ​ເຈົ້າ​ໄດ້​ບອກ​ລາວ​ວ່າ ພຣະຜູ້​ເປັນ​ເຈົ້າ​ໄດ້​ດົນ​ໃຈ​ຂ້າພະ​ເຈົ້າ​ໃຫ້​ເອີ້ນ​ລາວ​ເປັນ​ປະທານ​ສາຂາ. ຫລັງ​ຈາກລາວ​ໄດ້​ເວົ້າ​ແກ້​ຕົວ​ຫລາຍ​ຢ່າງ, ​ແລະ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ພັນ​ລະ​ຍາ​ຂອງ​ລາວ, ລາວ​ໄດ້​ຕົກລົງ​ທີ່​ຈະ​ຮັບ​ໃຊ້. ຂ້າພະ​ເຈົ້າ​ໄດ້​ແຕ່ງຕັ້ງລາວ​ເປັນ​ປະ​ໂລຫິດ.

ມັນ​ເປັນ​​ເວລາ​ເລີ່ມຕົ້ນຊີວິດ​ໃໝ່​ຂອງ​ລາວ. ຊີວິດ​ຂອງ​ລາວ​ໄດ້​ຖືກ​ຈັດ​ໃຫ້​ເຂົ້າລະບຽບ​ຢ່າງ​ໄວ, ​ແລະ ລາວ​ໄດ້​ສັນຍາ​ກັບ​ຂ້າພະ​ເຈົ້າວ່າ ລາວ​ຈະ​ດຳລົງ​ຊີວິດ​ຕາມ​ພຣະບັນຍັດ. ສອງ​ສາມ​ເດືອນ​ຈາກ​ນັ້ນ ລາວ​ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ແອວ​ເດີ. ​ໃນ​ທີ່​ສຸດລາວ ​ແລະ ພັນ​ລະ​ຍາ​ຂອງ​ລາວ ​ແລະ ຄອບຄົວ​ໄດ້​ໄປ​ພຣະວິຫານ ​ແລະ ຜະ​ນຶກ​ເຂົ້າກັນ. ລູກໆ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ໃຊ້​ເຜີຍ​ແຜ່ ​ແລະ ​ໄດ້​ແຕ່ງງານ​ຢູ່​ໃນ​ບ້ານ​ຂອງ​ພຣະຜູ້​ເປັນ​ເຈົ້າ.

ບາງ​ເທື່ອ​ການ​ບອກ​ໃຫ້​ອ້າຍ​ນ້ອງ​ຂອງ​ເຮົາ​ຮູ້​ວ່າ ​ເຮົາ​ຕ້ອງການ​​ເຂົາ​ເຈົ້າ ​ແລະ ​ເຂົາ​ເຈົ້າມີຄ່າ ສາມາດ​ຊ່ອຍ​ເຫລືອ​ເຂົາ​ເຈົ້າ​ໃຫ້​ກ້າວ​ອອກ​ໄປ ​ແລະ ​ເຮັດ​ການ​ຜູກ​ມັດ ​ແລະ ກັບ​ຄືນ​ມາ​ເຂັ້ມ​ແຂງ. ສິ່ງ​ນີ້​ເປັນຄວາມ​ຈິງ​ຕໍ່ຜູ້ດຳລົງ​ຖານະ​ປະ​ໂລຫິດ​ບໍ່​ວ່າ ​ເຂົາ​ເຈົ້າຈະ​ມີ​ອາຍຸ​ໜ້ອຍ​ຫລາຍ​ເທົ່າ​ໃດ. ມັນ​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ເຮົາ​ທີ່​ຈະ​ໃຫ້​ໂອກາດ​ເຂົາ​ເຈົ້າ​ເພື່ອ​ດຳລົງ​ຊີວິດ​ດັ່ງ​ທີ່​ເຂົາ​ເຈົ້າຄວນ​ເປັນ. ​ເຮົາ​ສາມາດ​ຊ່ອຍ​ເຫລືອ​ເຂົາ​ເຈົ້າ​ໃຫ້​ເອົາ​ຊະນະຄວາມ​ບົກພ່ອງ. ​ເຮົາ​ຕ້ອງ​ພັດທະນາ​ຄວາມ​ສາມາດ​ທີ່​ຈະ​​ເຫັນ​ຜູ້​ຊາຍ​ ບໍ່​ແມ່ນ​ດັ່ງ​ທີ່​ເຂົາ​ເຈົ້າ​ເປັນ​ຢູ່​ໃນ​ຕອນ​ນີ້ ​ແຕ່​ດັ່ງ​ທີ່ເຂົາ​ເຈົ້າຈະ​ເປັນ​ຄົນ​ແບບ​ໃດ​ເມື່ອ​ເຂົາ​ເຈົ້າມີ​ປະຈັກ​ພະຍານ​ເຖິງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະຄຣິດ.

​ເທື່ອ​ໜຶ່ງ, ຂ້າພະ​ເຈົ້າ​ໄດ້​ໄປ​ປະຊຸມ​ຢູ່​ເມືອງລີດ​ແວວ, ລັດ​ໂຄ​ໂລຣາ​ໂດ. ​ເມືອງລີດ​ແວວ​ຕັ້ງຢູ່​ສະຖານ​ທີ່​ສູງ​ປະມານ 10,000 ຟີ​ດ (3,000 ​ແມັດ) ຈາກ​ຄວາມ​ສູງ​ຂອງທະ​ເລ. ຂ້າພະ​ເຈົ້າບໍ່​ພຽງ​ແຕ່ຈື່​ການ​​ໄປ​ປະຊຸມ​ເທື່ອ​ນັ້ນ​ໄດ້ເພາະ​ຄວາມ​ສູງ​ເທົ່າ​ນັ້ນ, ​ແຕ່​ຂ້າພະ​ເຈົ້າຍັງ​ຈື່​ສິ່ງ​ທີ່​​ໄດ້​ເກີດ​ຂຶ້ນ​ໃນ​ຄ່ຳ​ຄືນ​ນັ້ນນຳ​ອີກ. ມີ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຈຳນວນ​ໜ້ອຍ​ໜຶ່ງ​ໄປ​ຮ່ວມ​ປະຊຸມ. ​ໂດຍ​ທີ່​ເປັນ​ພາກສ່ວນ​ໜຶ່ງ​ໃນ​ເຂດ​ເຜີຍ​ແຜ່​ຂອງ​ກາ​ນາ​ດາ, ສາຂາ​ແຫ່ງ​ນັ້ນ​ໄດ້​ຖືກ​ຄວບ​ຄຸມ​ໂດຍ​ຜູ້​ສອນ​ສາດສະໜາ​ແຕ່​ໃດໆ​ມາ.

ຄືນນັ້ນ ພວກ​ເຮົາ​ໄດ້​ມີ​ການ​ປະຊຸມ​ທີ່​ດີ, ​ແຕ່​ໃນ​ຂະນະ​ທີ່​ພວກ​ເຮົາ​ພວມ​ຮ້ອງ​ເພງ​ສວດ​ປິດ, ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ດົນ​ໃຈ​ວ່າ​ໃຫ້​ມີ​ຄົນ​ຢູ່​ໃນ​ສາຂາ​ເປັນ​ຜູ້​ຄວບ​ຄຸມ. ຂ້າພະ​ເຈົ້າ​ໄດ້​ຫັນ​ໄປ​ຫາ​ປະທານ​ເຜີຍ​ແຜ່ ​ແລະ ຖາມ​ວ່າ, “ມີ​ຄົນ​ໃດ​ບໍ​ຢູ່​ໃນ​ສາຂາ​ ທີ່​ສາມາດ​ຄວບ​ຄຸມ—ຜູ້​ອາ​​ໄສຢູ່​ໃນ​ເຂດ​ນີ້?”

​ເພິ່ນ​ໄດ້​ຕອບ​ວ່າ, “ຂ້ອຍ​ບໍ່​ຮູ້​.”

​ໃນ​ລະຫວ່າງ​ການ​ຮ້ອງ​ເພງ​ນັ້ນ ຂ້າພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ພວກ​ຜູ້​ຊາຍ​ທີ່​ນັ່ງ​ຢູ່​ສາມ​ແຖວ​ຂ້າງ​ໜ້າ. ຂ້າພະ​ເຈົ້າ​​ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ ທີ່​ໜ້າ​ສົ​ນ​ໃຈ. ຂ້າພະ​ເຈົ້າ​ໄດ້​ຖາມ​ປະທານ​ເຜີຍ​ແຜ່​ວ່າ, “ລາວ​ສາມາດ​ເປັນ​ປະທານ​ສາຂາ​ໄດ້​ບໍ?”

​ເພິ່ນ​ໄດ້​ຕອບ​ວ່າ, “ຂ້ອຍ​ບໍ່​ຮູ້, ບາງທີ​ເປັນ​ໄດ້.”

ຂ້າພະ​ເຈົ້າ​ໄດ້​ກ່າ​ວວ່າ, “ປະທານ, ຂ້ອຍ​ຊິ​ພາລາ​ວ​ເຂົ້າ​ໄປ​ໃນ​ຫ້ອງ​ບ່ອນ​ໜຶ່ງ ​ແລະ ສຳພາດ​ລາວ. ​ໃຫ້​​ເຈົ້າ​ກ່າວ​ປາ​ໄສຫລັງ​ຈາກ​ການ​ຮ້ອງ​ເພງ​ສວດ​ປິດ ຈົນ​ກວ່າ​ພວກ​ເຮົາ​ຈະກັບ​ຄືນ​ມາ.”

​ເມື່ອ​ພວກ​ເຮົາ​ໄດ້​ຍ່າງ​ກັບ​ຄືນ​ໄປ​ຫາ​ຫ້ອງ​ນັ້ນ, ປະທານ​ເຜີຍ​ແຜ່​ໄດ້​ສະຫລຸບ​ຄຳ​ປາ​ໄສ​ຂອງ​ເພິ່ນ ​ແລະ ​ໄດ້​ກ່າວ​ປະຈັກ​ພະຍານ. ຂ້າພະ​ເຈົ້າ​ໄດ້​ສະ​ເໜີ​ຊື່​ຂອງ​ຊາຍ​ຄົນ​ນັ້ນ​ໃຫ້​ເປັນ​ປະທານ​ສາຂາ​ຄົນ​ໃໝ່. ຈາກ​ວັນນັ້ນ​ເປັນຕົ້ນມາ, ​ເມື​​ອງລີດ​ແວວ, ລັດ​ໂຄ​ໂລຣາ​ໂດ, ​ໄດ້​ມີ​ສະມາຊິກ​ໃນ​ທ້ອງ​ຖິ່ນ​ເປັນ​ຄົນ​ນຳພາ​ສາຂາ.

​ໃນ​ຫລັກ​ທຳ​ດຽວ​ກັນ​ນີ້, ອ້າຍ​ນ້ອງ​ທັງຫລາຍ, ຈົ່ງ​ໃຊ້​ມັນ​ກັບ​ຄົນ​ອື່ນ​ທີ່​ບໍ່​ໄດ້​ເປັນ​ສະມາຊິກ. ​ເຮົາ​ຕ້ອງ​ພັດທະນາ​ຄວາມ​ສາມາດ​ທີ່​ຈະ​ເຫັນ​ເຂົາ​ເຈົ້າ ບໍ່​ພຽງ​ແຕ່​ໃນ​ຕອນ​ນີ້​ເທົ່າ​ນັ້ນ ​ແລະ ​ເຫັນ​ເຂົາ​ເຈົ້າ​ວ່າ​ອາດກາຍ​ເປັນ​ສະມາຊິກຂອງ​ສາດສະໜາ​ຈັກ, ຕອນ​ເຂົາ​ເຈົ້າມີ​ປະຈັກ​ພະຍານ​ເຖິງ​ພຣະກິດ​ຕິ​ຄຸນ, ​ແລະ ຕອນ​ເຂົາ​ເຈົ້າດຳລົງ​ຊີວິດ​ໃຫ້​ສອດຄ່ອງ​ກັບ​ຄຳ​ສອນ.

​ໃນ​ປີ 1961 ກອງ​ປະຊຸມ​ໃຫຍ່​ທົ່ວ​ໂລກ​ໄດ້​ຖືກ​ຈັດ​ຂຶ້ນສຳລັບ​ປະທານ​ເຜີຍ​ແຜ່, ​ແລະ ປະທານ​​ເຜີ​ຍ​ແຜ່​ທຸກ​ຄົນ​ຂອງ​ສາດສະໜາ​ຈັກ​ໄດ້​ຖືກ​ນຳ​ມາ​ເມືອງ​ເຊົາ​ເລັກ​ສຳລັບ​ກອງ​ປະຊຸມ​ນັ້ນ. ຂ້າພະ​ເຈົ້າ​ໄດ້​ມາ​ເມື​ອງ​ເຊົາ​ເລັກ​ຈາກ​​ເຂດ​ເຜີຍ​ແຜ່​ຂອງ​ຂ້າພະ​ເຈົ້າທີ່​ເມືອງ​ໂຕຣອນ​ໂຕ, ການາດາ.

​ໃນ​ກອງ​ປະຊຸມ​ໜຶ່ງ, ທ່ານ​ເອັນ ​ແອວ​ດັນ ​ແທນ​ເນີ ຜູ້​ຕອນ​ນັ້ນ​​ໄດ້​ເປັນ​ຜູ້​ຮັບ​ໃຊ້​ຂອງ​ສະພາ​ອັກຄະ​ສາວົກ​ສິບ​ສອງ, ​ຫາ​ກໍ​ໄດ້​ກັບ​ຄືນ​ມາ​ຈາກ​ການ​ຄວບ​ຄຸມ​ການ​ເຜີຍ​ແຜ່​ຢູ່​​ໃນ​ປະ​ເທດ​ອັງ​ກິດ ​ແລະ ​ເຂດ​ຢູ​ໂຣບພາກ​ຕາ​ເວັນ​ຕົກ. ​ເພິ່ນ​ໄດ້​ບອກ​ກ່ຽວ​ກັບ​ຜູ້​ສອນ​ສາດສະໜາ​ຄົນ​ໜຶ່ງທີ່​ໄດ້​ຮັບ​ຄວາມ​ສຳ​ເລັດ​ຜົນ​ຫລາຍ. ​ເພິ່ນ​ໄດ້​ກ່າວ​ວ່າ ​ໃນ​ຂະນະ​ທີ່​ເພິ່ນ​ສຳພາດ​ຜູ້​ສອນ​ສາດສະໜາ​ຄົນ​ນັ້ນ, ​ເພິ່ນ​ໄດ້​ກ່າວ​ກັບ​ລາວ​ວ່າ, “ຂ້ອຍຄິດ​ວ່າ ທຸກ​ຄົນ​ທີ່​ເຈົ້າ​ໃຫ້​ບັບຕິ​ສະມາ ​ໄດ້​​ເຂົ້າມາ​ຮ່ວມ​ສາດສະໜາ​ຈັກ​​​ໂດຍ​ການ​​ແນະນຳ​ຈາກ​ຄົນ​ໃດ​ຄົນ​ໜຶ່ງ ​ແມ່ນ​ບໍ.”

ຊາຍ​ໜຸ່ມ​ໄດ້​ຕອບ​ວ່າ, “ບໍ່, ພວກ​ຂ້າ​ນ້ອຍ​ໄດ້​ພົບ​ເຫັນ​ເຂົາ​ເຈົ້າ ດ້ວຍ​ການ​ໄປ​ຊອກ​ຫາ.”

ບະ​ລາ​ເດີ ​ແທນ​​ເນີ ​ໄດ້​ຖາມ​ລາ​ວວ່າ ວິທີ​ທີ່​ລາວ​ເຂົ້າຫາ​ຜູ້​ຄົນ ​ແຕກ​ຕ່າງ​ກັບ​ຄົນ​ອື່ນ​ແນວ​ໃດ—​ເປັນ​ຫຍັງ​ລາວ​ຈຶ່ງ​ສຳ​ເລັດ​ຜົນ ​ໄດ້​ຫລາຍ​ທີ່​ສຸດ. ຊາຍ​ໜຸ່ມ​ເວົ້າວ່າ ລາວ​ພະຍາຍາມ​​ໃຫ້​ບັບຕິ​ສະມາ​ແກ່​ທຸກ​ຄົນ​ທີ່​ລາວ​ຮູ້ຈັກ. ລາ​ວ​ເວົ້າວ່າ ​ຕອນ​ລາວ​ໄປ​ເຄາະ​ປະຕູ ​​ແລະ ຖ້າ​ຫາກ​ລາວ​ເຫັນ​ຜູ້​ຊາຍ​ສູບຢາ​ ​ແລະ ນຸ່ງ​ເຄື່ອງ​ເກົ່າໆ ​ແລະ ​ເບິ່ງ​ຄື​ກັບ​ວ່າ​ບໍ່​ສົນໃຈ​ກັບ​ສິ່ງ​ໃດ—​ໂດຍ​ສະ​ເພາະ​​ເລື່ອງ​ສາດສະໜາ—​ແລ້ວ​ລາວ​ຈະ​ວາດ​ພາບ​ເຫັນຊາຍ​ຄົນ​ນັ້ນ ວ່າ​ເປັນ​ແບບ​ໃດ​ໃນ​ສະພາບ​ອື່ນ. ລາວ​ວາດ​ພາບ​ເຫັນ​ຊາຍ​ຄົນ​ນັ້ນ​ແຖ​ໜວດ, ນຸ່ງ​ເສື້ອ​ສີຂາວ ​ແລະ ນຸ່ງ​ໂສ້ງ​ຊຸດ. ​ແລະ ລາວ​ວາດ​ພາບ​ເຫັນ​ຕົວ​ລາວ​ເອງ​ພາ​ຊາຍ​ຄົນ​ນັ້ນລົງ​ນ້ຳຮັບ​ບັບຕິ​ສະມາ. ລາວ​ເວົ້າວ່າ, “​ເມື່ອ​ຂ້ານ້ອຍ​ເບິ່ງ​ຜູ້​ຄົນ​ໃນ​ທາງນີ້, ​ແລ້ວ​ຂ້ານ້ອຍ​ກໍ​ສາມາດ​ສະ​ແດງ​ປະຈັກ​ພະຍານ​ຂອງ​ຂ້ານ້ອຍໃນ​ວິທີ​ທີ່​ຈະສາມາດ​ປະ​ທັບ​ໃຈ​ຂອງເຂົາ​ເຈົ້າ.”

​ເຮົາ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ເບິ່ງ​ໝູ່​ເພື່ອນ​ຂອງ​ເຮົາ, ຄົນ​ທີ່​ເຮົາ​ພົບ​ປະ​ສັງ​ສັນ, ​ເພື່ອນ​ບ້ານ​ຂອງ​ເຮົາ​ໃນ​ທາງ​ດຽວ​ກັນ​ນີ້. ອີກ​ເທື່ອ​ໜຶ່ງ, ​ເຮົາ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​​ເບິ່ງຜູ້​ຄົນ ບໍ່​ພຽງ​ແຕ່​ໃນ​ທາງ​ທີ່​ເຂົາ​​​​ເຈົ້າເປັນ​ຢູ່​ໃນ​ຕອນ​ນີ້, ​ແຕ່​ໃນ​ທາງ​ທີ່​ເຂົາ​ເຈົ້າ​ຈະ​ກາຍ​ເປັນ. ຂ້າພະ​ເຈົ້າຂໍ​ໃຫ້​ທ່ານ​ຈົ່ງ​ຄິດ​ກ່ຽວ​ກັບ​ເຂົາ​ເຈົ້າ​ໃນ​ທາງ​ນີ້.

ອ້າຍ​ນ້ອງ​ທັງຫລາຍ, ພຣະຜູ້​ເປັນ​ເຈົ້າ​ໄດ້​ບອກ​ບາງ​ສິ່ງ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ຖານະ​ປະ​ໂລຫິດ​ທີ່​ເຮົາ​ດຳລົງ​ຢູ່. ພຣະອົງ​ໄດ້​ບອກ​ເຮົາ​ວ່າ ​ເຮົາ​ໄດ້​ຮັບ​ມັນ​ດ້ວຍ​ຄຳສາບານ ​ແລະ ພັນທະ​ສັນຍາ. ພຣະອົງ​ມອບ​ມັນ​ໃຫ້​ເຮົາ​ດ້ວຍ​ຄຳ​ແນະນຳ​ວ່າ ​ເຮົາ​ຕ້ອງ​ຊື່ສັດ ​ແລະ ຈິງ​ຈັງ​ໃນ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ຮັບ, ​ແລະ​ວ່າ​ເຮົາມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ຮັກສາ​ພັນທະ​ສັນຍາ​ຈົນ​ເຖິງ​ທີ່​ສຸດ. ​ແລະ ທຸກ​ສິ່ງ​ທີ່​ພຣະອົງ​ມີ​ຈະ​ຖືກ​ມອບ​ໃຫ້​ແກ່​ເຮົາ.2

ຄວາມ​ກ້າຫານ ​​ເປັນ​ຖ້ອຍ​ຄຳ​ທີ່​ເຮົາ​ຕ້ອງໄດ້ຍິນ ແລະ ​ເກັບ​ໄວ້​ໃກ້​ໃຈ​ຂອງ​ເຮົາ—ກ້າຫານ​ທີ່​ຈະ​ຫັນ​ຫລັງ​ໃຫ້ການ​ລໍ້​ລວງ, ກ້າຫານ​ທີ່​ຈະ​ກ່າວ​ປະຈັກ​ພະຍານ​ກັບ​ທຸກ​ຄົນ​ທີ່​​ເຮົາ​ຮູ້ຈັກ, ຈື່​ຈຳ​ວ່າທຸກ​ຄົນ​ຕ້ອງ​ມີ​ໂອກາດ​ທີ່​ຈະ​ໄດ້​ຍິນ​ຂ່າວສານ. ມັນ​ບໍ່​ໄດ້​ເປັນ​ສິ່ງ​ງ່າຍ​ສຳລັບ​ຄົນ​ສ່ວນ​ຫລາຍ​ທີ່​ຈະ​ເຮັດ​ສິ່ງ​ນີ້. ​ແຕ່​ເຮົາ​ສາມາດ​ເຊື່ອ​ຖ້ອຍ​ຄຳ​ຂອງ​ຕີ​ໂມ​ທຽວ​ໄດ້ ທີ່​ວ່າ:

“​ເພາະວ່າ​ພຣະ​ເຈົ້າບໍ່ໄດ້​ປະທານ​ໃຈ​ອັນ​ຢ້ານ​ກົວ​ໃຫ້​ແກ່​ເຮົາ, ​ແຕ່​ໄດ້​ປະທານ​ໃຈ​ອັນ​ປະກອບ​ດ້ວຍ​ລິດ​ອຳນາດ, ຄວາມ​ຮັກ, ​ແລະ ການ​ບັງຄັບ​ຕົນ​ໃຫ້​ແກ່​ເຮົາ.

“ຢ່າ​ລະອາຍ​ທີ່​ຈະ​ເປັນ​ພະຍານ​ຝ່າຍ​ອົງ​ພຣະຜູ້​ເປັນ​ເຈົ້າຂອງ​ເຮົາ​ທັງຫລາຍ.”3

​ໃນ​ເດືອນ​ພຶດສະພາ ປີ 1974 ຂ້າພະ​ເຈົ້າ​ໄດ້​ໄປ​​ເກາະ​ຕົງ​ກາກັບ​ບະ​ລາ​ເດີ ຈອນ ​ເອັຈ ກະ​ໂຣ​ເບີກ. ພວກ​ເຮົາ​ໄດ້​ມີ​​ໂອກາດ​ເຂົ້າພົບ​ກະສັດ​ຂອງ​ປະ​ເທດ​ຕົງ​ກາ, ​ແລະ ພວກ​ເຮົາ​ໄດ້​ພົບ​ກັບ​ເພິ່ນ​ຢ່າງ​ເປັນທາງ​ການ. ພວກ​ເຮົາ​ໄດ້​ເວົ້າລົມ​ກັນ​ຢ່າງ​ເປັນ​ກັນ​ເອງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ກ່ອນ​ພວກ​ເຮົາ​ຈາກ​ໄປ, ຈອນ ກະ​ໂຣ​ເບີກ ​ໄດ້​ກ່າວ​ວ່າ, “ພຣະອົງ​ເຈົ້າຂ້າ, ທ່ານ​ຄວນ​ກາຍ​ເປັນ​ຊາວ​ມໍ​ມອນ​ນໍ ​ແລະ ປະຊາຊົນ​ຂອງ​ທ່ານ​ທຸກ​ຄົນກໍ​ຄື​ກັນ, ​ແລ້ວ​ບັນຫາ​ຂອງ​ທ່ານ ​ແລະ ບັນຫາ​ຕ່າງໆ​ສ່ວນ​ຫລາຍຂອງ​ເຂົາ​ເຈົ້າກໍ​ຈະ​ຖືກ​ແກ້​ໄຂ​ໝົດ.”

ກະສັດ​ໄດ້​ຍິ້ມ​ອອກ​ມາ ​ແລະ ຕອບ​ວ່າ, “ຈອນ ກະ​ໂຣ​ເບີກ, ບາງ​ເທື່ອ​ທ່ານ​ເວົ້າຖືກ.”

ຂ້າພະ​ເຈົ້າ​ໄດ້​ຄິດ​ເຖິງ​ອັກຄະ​ສາວົກ​ໂປ​​ໂລໃນ​ຂະນະ​ທີ່ຢູ່​ຕໍ່ໜ້າ ອາຄຣີປາ. ຂ້າພະ​ເຈົ້າຄິດ​ວ່າ ອາຄຣີປາ ຄົງ​ຕອບ​ຕໍ່​ປະຈັກ​ພະຍານ​ຂອງ​ໂປ​​ໂລໃນ​ທາງ​ນີ້​ວ່າ: “​ເຈົ້າຈະ​ເຮັດ​ໃຫ້​ເຮົາ​ເປັນຄຣິດສະ​ຕຽນ​ຊັ້ນບໍ.”4 ບະ​ລາ​ເດີ ກະ​ໂຣ​ເບີກ ​ໄດ້​ມີ​ຄວາມ​ກ້າຫານ​ທີ່​ຈະ​ສະ​ແດງ​ປະຈັກ​ພະຍານ​ຂອງ​ເພິ່ນ​ຕໍ່​ກະສັດ.

​ໃນ​ຄ່ຳ​ຄືນ​ນີ້ ມີ​ຫລາຍ​ພັນ​ຄົນ​ຜູ້​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ. ​ໃນ​ການ​ຕອບ​ຮັບການ​ເອີ້ນ, ​ເຂົາ​ເຈົ້າ​ໄດ້​ຈາກ​ບ້ານ, ຄອບຄົວ, ​ໝູ່​ເພື່ອນ, ​ແລະ ​ໂຮງຮຽນ ​ແລະ ​ໄດ້​ອອກ​ໄປ​ຮັບ​ໃຊ້. ຄົນ​ທີ່​ບໍ່​ເຂົ້າ​ໃຈ ​ໄດ້​ຖາມ​ວ່າ: “​ເປັນ​ຫຍັງ​ເຂົາ​ເຈົ້າຈຶ່ງ​ຕອບ​ຮັບ​ດ້ວຍ​ກາ​ນຕຽມ​ພ້ອມ ​ແລະ ດ້ວຍ​ຄວາມ​ເຕັມ​ໃຈ?”

ຜູ້​ສອນ​ສາດສະໜາ​ຂອງ​ເຮົາ​ສາມາດ​ຕອບ​ດ້ວຍ​ຖ້ອຍ​ຄຳ​ຂອງ​ໂປ​​ໂລ​ວ່າ: “​ເພາະ​ການ​ທີ່​ເຮົາ​ປະກາດ​ຂ່າວ​ປະ​ເສີດ​ນັ້ນ, ​ເຮົາ​ບໍ່​ມີ​ເຫດ​ທີ່​ຈະ​ອວດ​ອ້າງ​ໄດ້, ​ເພາະ​ຄວາມ​ຈຳ​ເປັນ​ໄດ້​ຕົກ​ໃສ່​ເຮົາ; ວິບັດ​ຈະ​ເກີດ​ມີ​ແກ່​ເຮົາ ຖ້າ​ເຮົາ​ບໍ່​ປະກາດ​ຂ່າວ​ປະ​ເສີດ!”5

ພຣະຄຳ​ພີ​ທີ່​ສັກສິດ​ບໍ່​ໄດ້ບັນຈຸການ​ເປີດ​ເຜີຍ​ໃດ​ທີ່​ແຈ່ມ​ແຈ້ງ​ໄປ​ກວ່າ​ນີ້, ບໍ່​ມີໜ້າ​ທີ່​ຮັບຜິດຊອບ​ໃດ​ທີ່​ຜູກ​ມັດ​ຫລາຍ​ກວ່າ​ນີ້, ບໍ່​ມີ​ຄຳ​ແນະນຳ​ໃດ​ທີ່​ໜັກ​ແໜ້ນ​ໄປ​ກວ່າ​ນີ້ ​​ໃນ​ຖ້ອຍ​ຄຳ​ທີ່ພຣະຜູ້​ເປັນ​ເຈົ້າຜູ້​ໄດ້​ຟື້ນ​ຄືນ​ຊີວິດ​ແລ້ວ​ກ່າວ​ກັບ​ອັກຄະ​ສາວົກ​ສິບ​ເອັດ​ຄົນ​ຂອງ​ພຣະອົງ​ຢູ່​ຄາ​ລີ​ເລ. ພຣະອົງ​ໄດ້​ກ່າວ​ວ່າ:

“ອຳນາດ​ທັງ​ໝົດ​ໃນ​ສະຫວັນ ​ແລະ ທີ່​ແຜ່ນດິນ​ໂລກ​ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.

“ພວກ​ເຈົ້າຈົ່ງ​ໄປ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ, ​ໃຫ້​ເຂົາ​ຮັບ​ບັບຕິ​ສະມາ​ໃນ​ພຣະນາມ​ຂອງ​ພຣະບິດາ, ​ພຣະບຸດ, ​ແລະ ພຣະວິນ​ຍານ​ບໍລິສຸດ:

“ສັ່ງສອນ​ເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກ​ເຈົ້າ​ໄວ້​ແລ້ວນັ້ນ, ນີ້​ແຫລະ​ເຮົາ​ຢູ່​ກັບ​ເຈົ້າທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກ​ນີ້.”6

ພຣະບັນຍັດ​ແຫ່ງ​ສະຫວັນ​ນີ້, ຮ່ວມ​ດ້ວຍ​ຄຳ​ສັນຍາ​ທີ່​ເລີດ​ລ້ຳ, ​ເປັນ​ສິ່ງ​ນຳພາ​ເຮົາ​ໃນ​ທຸກ​ວັນ​ນີ້, ​ດັ່ງ​ທີ່​ເຄີຍ​ເປັນ​ໃນ​ສະ​ໄໝ​ໂບຮານ. ວຽກ​ງານ​ເຜີຍ​ແຜ່​ເປັນ​ພາກສ່ວນ​ທີ່​ສຳຄັນ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ​ເຄີຍ​ເປັນ​ມາ​ກ່ອນ; ຈະ​ເປັນ​ເຊັ່ນ​ນີ້​ຕະຫລອດ​ໄປ. ​ເຊັ່ນ​ດຽວ​ກັບ​ສາດສະດາ​ໂຈເຊັບ ສະ​ມິດ ​ໄດ້​ປະກາດ​ວ່າ: “ຫລັງ​ຈາກ​ທຸກ​ສິ່ງ​ທີ່​ໄດ້​ກ່າວ​ມານັ້ນ, ໜ້າ​ທີ່​ອັນ​ຍິ່ງ​ໃຫຍ່ ​ແລະ ສຳຄັນ​ທີ່​ສຸດ​ຄື ການ​ສັ່ງສອນ​ພຣະກິດ​ຕິ​ຄຸນ.”7

ພາຍ​ໃນ​ສອງ​ປີ, ຜູ້​ສອນ​ສາດສະໜາ​ເຕັມ​ເວລາ​ທີ່​ພວມ​ຮັບ​ໃຊ້​ຢູ່​​ໃນກອງທັບ​ອັນ​ມີ​ກຽດ​ຂອງ​ພຣະ​ເຈົ້າໃນ​ເວລາ​ນີ້​ກໍ​ຈະ​ສຳ​ເລັດ​ການ​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ​ແລ້ວ ​ແລະ ຈະ​ກັບ​ຄືນ​ບ້ານ ​ແລະ ກັບ​ຫາ​ຄົນ​ທີ່​ເຂົາ​ເຈົ້າຮັກ. ຄົນ​ທີ່​ຈະ​ໄປ​ປ່ຽນ​ເຂົາ​ເຈົ້າ ​ແມ່ນ​ພົບ​ເຫັນ​ຢູ່​ໃນ​ບັນດາ​ຊາຍ​ໜຸ່ມຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ​ຂອງ​ສາດສະໜາ​ຈັກໃນ​ຄ່ຳ​ຄືນ​ນີ້. ຊາຍ​ໜຸ່ມ​ທັງ​ຫລາຍ, ພວກ​ເຈົ້າພ້ອມ​ແລ້ວ​ທີ່​ຈະ​ຕອບ​ຮັບ​ກາ​ນ​ເອີ້ນ​ນີ້​ບໍ? ພວກ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ເຮັດ​ວຽກ​ງານນີ້​ບໍ? ພວກ​ເຈົ້າຕຽມ​ທີ່​ຈະ​ຮັບ​ໃຊ້​ແລ້ວ​ບໍ?

ປະທານ​ຈອນ ​ເທ​ເລີ ​ໄດ້​ສະຫລຸບ​​ເງື່ອນ​ໄຂ​ດັ່ງ​ນີ້: “ລັກສະນະ​ຂອງ​ຊາຍ​ທີ່​ພວກ​ເຮົາ​ຕ້ອງການ​ໃນ​ຖານະ​ທີ່​ເປັນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ ​ເພື່ອ​ໃຫ້​ປະກາດ​ຂ່າວ​ປະ​ເສີດ ​ແມ່ນ​ຜູ້​ຊາຍ​ທີ່​ມີ​ສັດທາ​ໃນ​ພຣະ​ເຈົ້າ; ຜູ້​ຊາຍ​ທີ່​ມີ​ສັດທາ​ໃນ​ສາດສະໜາ​ຂອງ​ເຂົາ; ຜູ້​ຊາຍ​ທີ່​ໃຫ້​ກຽດ​ແກ່​ຖານະ​ປະ​ໂລຫິດ​ຂອງ​ເຂົາ; … ຜູ້​ຊາຍ​ທີ່​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ​ບໍລິສຸດ ​ແລະ ອຳນາດ​ຂອງ​ພຣະ​ເຈົ້າ … ຊາຍ​ທີ່​ມີ​ກຽດ, ຊື່ສັດ, ມີ​ຄຸນ​ນະ​ທຳ ​ແລະ ບໍລິສຸດ.”8

ອ້າຍ​ນ້ອງ​ທັງຫລາຍ, ​ເຮົາ​ແຕ່ລະຄົນ​ໄດ້​ຖືກ​ບັນ​ຊາ​ໃຫ້​ແບ່ງປັນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ. ​ເມື່ອ​ເຮົາ​ດຳລົງ​ຊີວິດ​ຕາມ​ມາດຕະຖານ​ຂອງ​ພຣະ​ເຈົ້າ, ​ແລ້ວ​ຄົນ​ທີ່ຢູ່​ອ້ອມ​ຮອບ​ເຮົາຈະບໍ່​ກ່າວ​ຄວນ​ຄາງວ່າ: “ລະດູ​ຮ້ອນ​ຜ່ານ​ພົ້ນ ລະດູ​ເກັບ​ກ່ຽວ​ຈວນ​ຈະ​ໝົດ, ​ແຕ່​ໝູ່​ເຮົາ​ຍັງ​ບໍ່​ໄດ້​ຖືກ​ຊ່ອຍ​ໃຫ້​ພົ້ນ.”9

ຜູ້​ລ້ຽງ​ທີ່​ດີ​ຂອງ​ຈິດ​ວິນ​ຍານ, ຜູ້​ສອນ​ສາດສະໜາ​ທີ່​ຊ່ອຍ​ກູ້​ມວນ​ມະນຸດ, ​ໄດ້​ສັນຍາ​ກັບ​ເຮົາ​ວ່າ:

ແລະ ຖ້າຫາກພວກ​​ເຈົ້າຕ້ອງ​ອອກ​ແຮງ​ຕະຫລອດ​ວັນ​ເວລາ​ຂອງພວກ​ເຈົ້າ ​ໃນ​ການ​ປ່າວປະກາດ​ການ​ກັບ​ໃຈ​ແກ່ຜູ້​ຄົນ​ພວກ​ນີ້, ​ແລະ ນຳ​ຈິດ​ວິນ​ຍານ​ດວງ​ໜຶ່ງ​ມາ​ຫາ​ເຮົາ, ຄວາມ​ປິ​ຕິ​ຍິນ​ດີຂອງ​ພວກເຈົ້າຈະ​ຍິ່ງ​ໃຫຍ່ພຽງ​​ໃດ​ນຳ​​ເຂົາ​ໃນອານາຈັກຂອງ​ພຣະບິດາ​ຂອງ​ເຮົາ!

ແລະ ບັດ​ນີ້, ຖ້າຫາກພວກເຈົ້າຈະ​ມີ​ຄວາມປິ​ຕິ​ຍິນດີຫລາຍ​ພຽງ​ນັ້ນນຳ​ຈິດ​ວິນ​ຍານ​ດວ​ງໜຶ່ງ​ທີ່​ພວກເຈົ້າ​ໄດ້​ນຳ​ມາ​ຫາ​ເຮົາ ​​ໃນອານາຈັກຂອງ​ພຣະບິດາ​ຂອງ​ເຮົາ, ​ແລ້ວພວກ​ເຈົ້າຈະ​ມີ​ຄວາມ​ປິ​ຕິ​ຍິນ​ດີຫລາຍ​ພຽງ​ໃດ​ຖ້າ​ຫາກ​ພວກເຈົ້າ​ໄດ້​ນຳ​ຈິດ​ວິນ​ຍານ​​ຫລາຍ​ດວງ​ມາ​ຫາ​ເຮົາ!”10

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ຜູ້​ທີ່​ກ່າວ​ຖ້ອຍ​ຄຳ​ເຫລົ່ານັ້ນ. ພຣະອົງ​ເປັນ​ພຣະບຸດ​ຂອງ​ພຣະ​ເຈົ້າ, ​ເປັນ​ພຣະຜູ້​ໄຖ່​ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ.

ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ຈະ​ມີ​ຄວາມ​ກ້າຫານ​ທີ່​ຈະ​ຜູກ​ມິດ, ມີ​ຄວາມ​ຕັ້ງ​ໃຈທີ່​ບໍ່​ລົດ​ລະ, ​ແລະ ມີ​ຄວາມ​ຖ່ອມ​ຕົນ​ ​ເພື່ອ​ຂໍ​ການ​ນຳພາຈາກ​ພຣະບິດາ​ເທິງ​ສະຫວັນ ​ເມື່ອ​ເຮົາ​ເຮັດ​ຕາມ​ພຣະບັນຊາ​ທີ່​ຈະ​ແບ່ງປັນ​ພຣະກິດ​ຕິ​ຄຸນ. ໜ້າ​ທີ່​ຮັບຜິດຊອບ​ຕົກ​ຢູ່​ທີ່ເຮົາ, ອ້າຍ​ນ້ອງ​ທັງຫລາຍ. ​ໃນ​ພຣະນາມ​ຂອງ​ພຣ​ະ​ເຢຊູ​ຄຣິດ, ອາແມນ.

Show References

  1.  

    1. In Bill Sands, The Seventh Step (1967), 9.

  2.  

    2. ເບິ່ງ Doctrine and Covenants 84:33–39.

  3.  

    3.  2 ຕີໂມທຽວ 1:7–8.

  4.  

    4.  ກິດຈະການ 26:28.

  5.  

    5.  1 ໂກຣິນໂທ 9:16.

  6.  

    6.  ມັດທາຍ 28:18–20.

  7.  

    7.  Teachings of Presidents of the Church: Joseph Smith (2007), 330.

  8.  

    8.  Teachings of Presidents of the Church: John Taylor (2001), 73.

  9.  

    9.  ເຢເຣມີຢາ 8:20.

  10.  

    10. ເບິ່ງ Doctrine and Covenants 18:15–16.