ການ​ຊົດ​​ໃຊ້

​ໂດຍ​ ປະທານ​ບອຍ ​ເຄ ​ແພ໊ກ​ເກີ

ປະທານ​ຂອງ​ສະພາ​ອັກຄະ​ສາວົກ​ສິບ​ສອງ


ບໍ່​ວ່າບ່ອນ​ໃດ​ກໍ​ຕາມ​ທີ່ສະມາຊິກ ​ແລະ ຜູ້​ສອນ​ສາດສະໜາ​ຂອງ​ເຮົາ​ໄປ​ຫາ, ຂ່າວສານ​ຂອງ​ພວກ​ເຮົາ​ຈະ​ເປັນ​ໜຶ່ງ​​ເລື່ອງ​ສັດທາ ​ແລະ ຄວາມ​ຫວັງ​ໃນ​ພຣະຜູ້​ຊ່ອຍ​ໃຫ້​ລອດ ພຣະ​ເຢຊູ​ຄຣິດ.

ຂ່າວສານ​ຂອງ​ຂ້າພະ​ເຈົ້າ​ແມ່ນ​​ສຳລັບ​ຜູ້​ທີ່ຢູ່​ໃນ​ບັນດາ​ພວກ​ເຮົາ​ໂດຍ​ສະ​ເພາະ ​ຜູ້​ຮັບ​ທຸກທໍລະມານ, ໜັກໜ່ວງ​ດ້ວຍ​ຄວາມ​ຮູ້ສຶກ​ຜິດ ​ແລະ ອ່ອນ​ແອ ​ແລະ ລົ້ມ​ເຫ​ລວ, ​ໂສກ​ເສົ້າ, ​ແລະ ສິ້ນ​ຫວັງ.

​ໃນ​ປີ 1971, ຂ້າພະ​ເຈົ້າ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ໄປ​ຮ່ວມ​ປະຊຸມ​ສະ​ເຕກຢູ່​ ​​ເກາະຊາມົວ​ພາກ​ຕາ​ເວັນ​ຕົກ, ຮ່ວມ​ກັບ​ການຈັດຕັ້ງສະ​ເຕກ​ແຫ່ງ​ໃໝ່​ຢູ່​ເກາະອູໂປລູ. ຫລັງ​ຈາກ​ການ​ສຳພາດ, ພວກ​ເຮົາ​ໄດ້​ຂຶ້ນຍົນ​ເດີນທາງ​ໄປ​ຫາ​​ເກາະ​ຊາວາອີ ​ເພື່ອ​ຮ່ວມ​ກອງ​ປະຊຸມ​ສະ​ເຕກຢູ່​ທີ່​ນັ້ນ. ຍົນ​ໄດ້​ລົງ​ໃນ​ເດີ່ນ​ທີ່​ເປັນ​ສະໜາມ​ຫຍ້າ​ຢູ່ ຟາ​ອາລາ ​ແລະວ່າ​ຈະ​ບິນ​ກັບ​ມາ​ຮັບ​​ພວກ​ເຮົາໃນ​ຕອນ​ບ່າຍມື້​ຕໍ່​ມາ​ ​ເພື່ອ​ພາ​ພວກ​ເຮົາ​ກັບ​ໄປ​ເກາະ​ອູໂປລູ.

​ໃນ​ມື້​ທີ່​ພວກ​ເຮົາ​ຕ້ອງອອກ​ຈາກ ຊາວາອີ, ຝົນ​​ໄດ້​ຕົກລົງ​ມາ. ​ໂດຍ​ທີ່​ຮູ້​ວ່າ​ຍົນ​ບໍ່​ສາມາດ​ລົງ​ເດີ່ນ​ປຽກ, ພວກ​ເຮົາ​ຈຶ່ງ​ໄດ້​ຂັບ​ລົດ​ໄປຫາສົ້ນສຸດ​ຂອງ​ເກາະ​ນັ້ນ, ບ່ອນ​ທີ່​ມີ​ເດີ່ນ​ນ້ອຍ​ແຫ່ງ​ໜຶ່ງ​ ຊຶ່ງເດ່​ອອກ​ໄປ​ຫາ​ທະ​ເລ ພວກ​ເຮົາ​ໄດ້​ລໍຖ້າ​ຈົນ​ເຖິງ​ຕອນ​ຄ່ຳ, ​ແຕ່​ຍົນ​ບໍ່​ໄດ້​ມາ​ຮັບ​ເອົາ​ພວກ​ເຮົາ. ​ໃນ​ທີ່​ສຸດ, ພວກ​ເຮົາ​​ໄດ້ຮູ້​ຈັກ​ຜ່ານ​ທາງ​ວິທະຍຸ​ວ່າ ມີ​ລົມ​ພະຍຸ​ເກີດ​ຂຶ້ນ, ​ແລະ ຍົນ​ບໍ່​ສາມາດ​ບິນ. ພວກ​ເຮົາ​ໄດ້​ຕິດ​ຕໍ່​ຄືນ​ໄປ​ທາງ​ວິທະຍຸ​ວ່າ​ພວກ​ເຮົາ​ຈະ​ຂີ່​ເຮືອ​ກັບ​ໄປ. ບາງ​ຄົນ​ຈະ​ມາ​ຮັບ​ເອົາ​ພວກ​ເຮົາ​ຢູ່ ມູລີຟານູອາ.

​ໃນ​ຂະນະ​ທີ່​ພວກ​ເຮົາ​ເລີ່​ມຕົ້ນອອກທ່າ​ເຮືອ​ທີ່ ຊາວາອີ, ນາຍ​ເຮືອ​ຂອງ​ເຮືອ​​ໃຫຍ່​ຂະໜາດ 40 ຟີດ (12 ​ແມັດ) ​ໄດ້ຖາມ​ປະທານ​ເຜີຍ​ແຜ່​ວ່າ​ເພິ່ນ​ມີ​ໄຟ​ສາຍ​ບໍ່. ​ໂຊກດີ​ຫລາຍ, ​ເພິ່ນ​ມີ ​ແລະ ​ໄດ້​ມອບໃຫ້​ນາຍ​ເຮືອ​. ພວກ​ເຮົາ​ໄດ້​ຂີ່​ເຮືອ​ໄປ​ປະມານ 13 ​ໄມ (21 ກິ​ໂລ​ແມັດ) ຂ້າມໄປ​ທາງ​ເກາະ​ອູໂປລູ​ໃນ​ທະ​ເລ​ທີ່ມີ​ຄື້ນ ​ແລະ ລົມ​ພັດ​ແຮງ. ບໍ່​ມີ​ຄົນ​ໃດ​ໃນ​ພວກ​ເຮົາ​ຮູ້​ວ່າ​ລົມ​ພະຍຸ​ໄດ້​ເກີດ​ຂຶ້ນຢູ່​ທີ່​ເກາະ, ​ແລະ ພວກ​ເຮົາ​ພວມ​ເດີນທາງ​ຕົງ​ໄປ​ທາງນັ້ນ.

ພວກ​ເຮົາ​ໄດ້​ໄປ​ເຖິງ​ທ່າ​ເຮືອ ມູລີຟານູອາ. ມີ​ຮ່ອມ​ເຮືອ​ທີ່​ແຄບ​ບ່ອນ​ໜຶ່ງ​ທີ່​ພວກ​ເຮົາ​ຕ້ອງຂັບ​ເຮືອຜ່ານ​ໂງ່ນ​ຫີນ​ໄປ. ໄຟ​ສ່ອງ​ຢູ່​ເທິງ​ຄ້ອຍ​ທ່າ ​ແລະ ​ໄຟ​ບ່ອນ​ທີ​ສອງຢູ່​ທາງ​ລຸ່ມ ​ບອກ​​ວ່າ​​ເປັນຈຸດ​ບ່ອນ​​ແຄບ​ນັ້ນ. ​ເມື່ອ​ເຮືອ​ຄ່ອຍ​ແລ່ນ​​ເຂົ້າ​ໄປ​ຫາທ່າ ​ຕ້ອງ​ເຫັນ​ໄຟ​ສອງ​ບ່ອນ​ນັ້ນຢູ່​ຊື່​ໜ້າ​ເຮືອ, ​ເພື່ອ​ຫລີກ​ເວັ້ນຈາກ​ໂງ່ນ​ຫີນ.

​ແຕ່​ຄ່ຳ​ຄືນ​ນັ້ນມີ​ໄຟ​ພຽງ​ບ່ອນ​ດຽວ. ​ແອວ​ເດີ​ສອງ​ຄົນ​​ໄດ້​ມາ​ລໍຖ້າ​ພວກ​ເຮົາ​ຢູ່​ທ່າ​ເຮືອ, ​ແຕ່​ການ​ເຂົ້າ​ໄປ​ຫາ​ທ່າ​ເຮືອ​​ໄດ້​ໃຊ້​ເວລາ​ດົນ​ກວ່າ​ທີ່​ພວກ​ເຮົາ​​ໄດ້​ຄາດ​ຄິດ. ຫລັງ​ຈາກ​ໄດ້ລໍຖ້າ​​ເຮືອຫລາຍ​ຊົ່ວ​ໂມງ, ພວກ​ແອວ​ເດີ​​ເລີຍເມື່ອຍ ​ແລະ ​ໄດ້ຫລັບ​ໄປ, ​ແລະ ລືມ​ເປີດ​ໄຟ​ດວງ​ທີ​ສອງອັນ​ຢູ່​ທາງ​ລຸ່ມ. ສະນັ້ນ, ການ​ເດີນ​ຜ່ານ​ໂງ່ນ​ຫີນ ຈຶ່ງ​ບໍ່​ແຈ່ມ​ແຈ້ງ​ປານ​ໃດ.

ນາຍ​ເຮືອ​ໄດ້​ຂັບ​ເຮືອ​ໄປ​ຢ່າງ​ລະມັດລະວັງ​ຕົງ​ໄປ​ຫາ​ໄຟ​ດວງ​ທີ່ຢູ່​ຂ້າງ​ເທິງ​ຂອງ​ທ່າ​ເຮືອ, ​ໃນ​ຂະນະ​ທີ່​ລູກ​ເຮືອ​ໃຊ້​ໄຟ​ສາຍ​ທີ່​ຢືມ​ມາ ​ແລ້ວ​​ເຍືອງ​ມັນ​ຢູ່​ແຈ​ແຫລມ​ສຸດ​ຂອງ​ໜ້າ​ເຮືອ, ຊອກ​ຫາ​ໂງ່ນ​ຫີນ​ທີ່ຢູ່​ຂ້າງ​ໜ້າ. ພວກ​ເຮົາ​ໄດ້​ຍິນ​ສຽງ​ຟອງນ້ຳກະທົບ​ໃສ່​ໂງ່ນ​ຫີນ. ​ເມື່ອ​ພວກ​ເຮົາ​ຢູ່​ໃກ້​ໂງ່ນ​ຫີນທີ່​ສາມາດ​ເຫັນ​​ໄດ້ດ້ວຍ​ແສງ​ໄຟ​ສາຍ, ​ແລ້ວ​ນາຍ​ເຮືອ​ຈະ​ຮ້ອງ​ບອກ​ດ້ວຍ​ສຽງ​ສຸກ​ເສີນວ່າ ຖອຍ​ກັບ ​ແລະ ຂັບ​ເຂົ້າຄືນ​ໃໝ່​ຊອກ​ຫາ​ຊ່ອງ​ວ່າງ.

ຫລັງ​ຈາກ​ໄດ້​ພະຍາຍາມຫລາຍ​ເທື່ອ, ຂ້າພະ​ເຈົ້າຮູ້​ວ່າ ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຊອກ​ຫາ​ຊ່ອງ​ວ່າງ​ນັ້ນ. ສິ່ງ​ທີ່​ພວກ​ເຮົາ​ສາມາດ​ເຮັດ​ໄດ້ ​ແມ່ນ​ຕ້ອງ​ໄປ​ຫາ​ທ່າ​ເຮືອ​ທີ່ ອາປີອາ ​ປະມານ 40 ​ໄມ (64 ກິ​ໂລ​ແມັດ). ພວກ​ເຮົາ​ບໍ່​ສາມາດ​ຕ້ານທານ​ກັບ​ພະລັງ​ຂອງ​ທຳ​ມະ​ຊາດ​ໄດ້. ຂ້າພະ​ເຈົ້າບໍ່​ເຄີຍ​ເຫັນ​ຄວາມ​ມືດ​ທີ່​ຕຶບໜາ​ເຊັ່ນ​ນັ້ນມາ​ກ່ອນ.

​ໃນ​ຊົ່ວ​ໂມງທຳ​ອິດ, ​​ເຖິງ​ແມ່ນ​ໄດ້ເລັ່ງ​ເຮືອ​ໃຫ້​ໄວ​ທີ່​ສຸດ, ​ແຕ່​ເຮືອ​ກໍ​ແລ່ນ​ໄປ​ຢ່າງ​ລຳບາກຕ້ານ​ກັບ​ຟອງນ້ຳສູງ ​ແລະ ບາງ​ເທື່ອ​ກໍ​ໄດ້​ຢຸດ​ສະ​ງັກຢູ່ຍອດ​ຟອງ ​ແລະ ​ໃບ​ພັດ​ເຮືອ​ຊີ້​ຂຶ້ນຫວິດ​ນ້ຳ. ​ໃບ​ພັດ​ໄດ້​ເຮັດ​ໃຫ້​ເຮືອ​ສັ່ນ​ສະ​ເທືອນ​ເກືອບຈະ​ພັງ​ເປັນ​ປ່ຽງໆ ກ່ອນ​ເຮືອ​ໄດ້ລ່ອງ​ລົງ​ຈາກ​ຟອງນ້ຳ​.

ພວກ​ເຮົາ​ໄດ້​ນອນ​ຢູ່​ພື້ນໄວ້​ເຄື່ອງ, ມື​ໄດ້​ຈັບ​ຂ້າງ​ເຮືອ​ໄວ້ ​ແລະ ​ເອົາ​ນິ້ວໂປ້​ຕີນ​ເກາະ​ຂ້າງເຮືອ​ອີກ​ເບື້ອງ​ໜຶ່ງ​ ​ເພື່ອ​ກັນ​ບໍ່​ໃຫ້​ຖືກ​ໂຍນ​ລົງ​ນ້ຳ. ບະ​ລາ​ເດີ ມາກ ລິ​ໂຕ​ຝອດ ​ໄດ້​ຫລຸດ​ອອກ​ຈາກ​ທີ່ ​ແລະ ຖືກ​ໂຍນ​ໄປ​ໃສ່​ຮາວ​ເຫລັກ. ຫົວ​ລາວ​​ໄດ້ແຕກ, ​ແຕ່​ຮາວ​ເຫລັກ​ໄດ້​ປ້ອງກັນ​ລາວ​ບໍ່​ໃຫ້​ຖືກ​ໂຍນ​ລົງ​ນ້ຳທະ​ເລ.

​ໃນ​ທີ່​ສຸດ, ພວກ​ເຮົາ​ກໍ​ໄດ້​ຂັບ​ເຮືອ​ຜ່ານ​ລົມ​ພະຍຸ​ນັ້ນ​ໄປ, ​ແລະ ​ໃນ​ຕອນ​ເຊົ້າມືດ ພວກ​ເຮົາ​ໄດ້​ໄປ​ເຖິງ​ທ່າ​ເຮືອ​ອາປີອາ. ​ເຮືອ​ຢູ່​ແຖວ​ນັ້ນໄດ້​ຖືກ​ມັດ​ເຂົ້າກັນ​ໄວ້​ເພື່ອ​ຄວາມ​ປອດ​ໄພ. ທ່າ​ເຮືອ​ເຕັມ​ໄປ​ດ້ວຍ​ເຮືອ​ຢ່າງ​ຫລວງຫລາຍ. ພວກ​ເຮົາ​ໄດ້​ຄ່ອຍໆຂັບ​ເຮືອ​ຜ່ານ​ໄປ, ພະຍາຍາມ​ບໍ່​ລົບ​ກວນ​ຜູ້​ຄົນ​ທີ່​ນອນ​ຢູ່​ໃນ​ເຮືອ. ພວກ​ເຮົາ​ໄດ້​ໄປ​ເຖິງ​ເປເຊກາ, ​ໄດ້ຕາກ​ເຄື່ອງນຸ່ງ, ​ແລະ ​ໄດ້ມຸ້ງ​ໜ້າ​ໄປ​ຫາ ວາອີລູອູຕາອີ ​ເພື່ອ​ຈັດຕັ້ງສະ​ເຕກ​ແຫ່ງ​ໃໝ່.

ຂ້າພະ​ເຈົ້າບໍ່​ຮູ້​ວ່າ ຜູ້​ທີ່​ໄດ້​ມາ​ລໍຖ້າ​ພວກ​ເຮົາ​ຢູ່​ແຄມ​ຝັ່ງ ຢູ່​ທີ່ ມູລີຟານູອາ ​ແມ່ນຜູ້​ໃດ. ຂ້າພະ​ເຈົ້າບໍ່​ຍອມ​ໃຫ້​ຄົນ​ບອກ​ວ່າ​ແມ່ນ​ຜູ້​ໃດ. ​ແຕ່​ເປັນຄວາມ​ຈິງ​ທີ່​ວ່າ ປາດ​ສະ​ຈາກ​ໄຟ​ດວງ​ທີ​ສອງ​ນັ້ນ, ພວກ​ເຮົາ​ອາດ​ເສຍ​ຊີວິດ​ໄປ.

ຢູ່​ໃນ​ປຶ້ມ​ເພງ​ສວດ​ຂອງ​ພວກ​ເຮົາ ມີ​ເພງ​​ເກົ່າ​ແກ່​​ເພງ​ໜຶ່ງ​ທີ່​ສ່ວນ​ຫລາຍ​ບໍ່​ໄດ້​ຮ້ອງ ​ແຕ່​ມັນ​ມີ​ຄວາມ​ໝາຍ​ຫລາຍ​ສຳລັບ​ຂ້າພະ​ເຈົ້າ.

ຄວາມ​ເມດ​ຕາ​ຂອງ​ພຣະບິດາ​​ສ່ອງ​ແຈ້ງ
ສ່ອງ​ຕະຫລອດ​ຈາກ​ຫໍ​ໂຄມ​ໄຟ,
​ແຕ່​ພຣະອົງ​ໃຫ້​ເຮົາ​ເປັນ​ຄົນ​ດູ​ແລ
​ໄຟ​ທີ່ຢູ່​ແຄມ​ຝັ່ງ.
ຈົ່ງ​ໃຫ້​ໄຟ​ຂ້າງ​ລຸ່ມ​ຮຸ່ງ​ແຈ້ງ;
ສົ່ງ​ແສງ​ອອກ​ໄປ​ທົ່ວ​ຟອງ​ນ້ຳ;
ຫາ​ຜູ້​ຢູ່​ໃນ​ເຮືອ​ທີ່​ຖ່ອມ​ຕົນ ​ແລະ ອິດ​ເມື່ອຍ
ທ່ານ​ຈະ​ຖືກ​ຊ່ອຍ​ກູ້, ທ່ານ​ຈະ​ປອດ​​ໄພ.
ຄືນທີ່​ດຳມືດ​​ແຫ່ງຄວາມ​ບາບ​ໄດ້​ຄວບ​ງຳ;
ຟອງນ້ຳທີ່​​ໂມ​ໂຫຮ້າຍ​ສົ່ງ​ສຽງ.
ດວງ​ຕາ​​ທີ່​ກະຕືລືລົ້ນໄດ້​ຈົດ​ຈໍ່​,
ຊອກ​ຫາ​ແສງ​ໄຟ​ຢູ່​ແຄມ​ຝັ່ງ.
ຈົ່ງ​ຮັກສາ​ໂຄມ​ໄຟ​, ອ້າຍ​ນ້ອງ​ຂອງ​ເຮົາ;
ລູກ​ເຮືອ​ທີ່​ເຄາະ​ຮ້າຍ,
ພະຍາ​ຍາມ​ໄປ​ເຖິງ​ທ່າ​,
ອາດ​ເສຍຊີວາ​ໄປ​ໃນ​ຄວາມ​ມືດ.1

ມື້​ນີ້ ຂ້າພະ​ເຈົ້າຂໍ​ກ່າວ​ກັບ​ຄົນ​ທີ່​ອາດ​ຫລົງ​ທາງ ​ແລະ ກຳລັງ​ຊອກ​ຫາ​​ໄຟ​ດວງ​ທີ​ສອງ ​ເພື່ອ​ຊ່ອຍ​ເຫລືອ​ທ່ານ​ໃຫ້​​ເຫັນ​ທາງກັບ​ຄືນມາ.

​ເຮົາ​​ເຂົ້າ​ໃຈດີ​ວ່າ ນັບ​ແຕ່​ຕອນ​ຕົ້ນ​ໃນ​ມະຕະ ​ເຮົາ​ຈະ​ມີ​ຄວາມ​ຂາດ​ຕົກ​ບົກພ່ອງ. ​ເຮົາ​ບໍ່​ຖືກ​ຄາດ​ຫວັງ​ໃຫ້​ດຳລົງ​ຊີວິດ​ທີ່​ປາດ​ສະ​ຈາກ​ການ​ລ່ວງ​ລະ​ເມີດ​ກົດ.

“ເພາະ​ທຳ​ມະ​ຊາດ​ຂອງ​ມະນຸດ​ເປັນ​ສັດຕູ​ກັບ​ພຣະ​ເຈົ້າ, ແລະ ເປັນ​ມາ​ແລ້ວ​ຕັ້ງ​ແຕ່​ການ​ຕົກ​ຂອງ​ອາ​ດາມ, ແລະ ຈະ​ເປັນ​ໄປ​ຕະຫລອດ​ການ ແລະ ຕະຫລອດ​ໄປ, ເວັ້ນ​ເສຍ​ແຕ່​ພວກ​ເຂົາ​ຈະ​ຍອມ​ຕໍ່​ການ​ຊັກ​ຈູງ​ຂອງ​ພຣະ​ວິນ​ຍານ​ອັນ​ສັກສິດ, ແລະ ປະ​ຖິ້ມ​ທຳ​ມະ​ຊາດ​ຂອງ​ມະນຸດ ແລະ ກາຍ​ມາ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໂດຍ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະ​ຄຣິດ.”2

ຈາກ Pearl of Great Price, ​ເຮົາ​ເຂົ້າ​ໃຈ​ວ່າ ສິ່ງ​ທີ່​ບໍ່​ສະອາດ​ຈະ​ບໍ່​ສາມາດ​ຢູ່​​ໃນ [ອານາຈັກ​ຂອງ​ພຣະ​ເຈົ້າ],3 ແລະ ສະນັ້ນ ​ເສັ້ນທາງ​ຈຶ່ງ​ຖືກ​ຕຽມ​ໄວ້​ໃຫ້​ທຸກ​ຄົນທີ່ເຮັດບາບ ​ເພື່ອ​ຈະ​ໄດ້​ກັບ​ໃຈ​ຈາກ​ບາບ ​ແລະ ມີຄ່າ​ຄວນ​ສຳລັບ​ທີ່​ປະ​ທັບ​ຂອງ​ພຣະບິດາ​ເທິງ​ສະຫວັນ​ອີກ.

ພຣະຜູ້​ເປັນກາງ, ພຣະຜູ້​​ໄຖ່, ​ໄດ້​ຖືກ​ເລືອກ, ຜູ້​ຊຶ່ງ​ໄດ້​ດຳລົງ​ຊີວິດ​ດ້ວຍ​ຄວາມ​ດີ​ພ້ອມ​ທຸກ​ຢ່າງ, ບໍ່​ເຄີຍ​ເຮັດ​ບາບ, ​ແລະ ​ໄດ້ “ຖະຫວາຍ​ພຣະ​ອົງ​ເອງ​ໃຫ້​ເປັນ​ເຄື່ອງ​ບູຊາ​ເພື່ອ​ບາບ, ເພື່ອ​ຕອບ​ທີ່ສຸດ​ຂອງ​ກົດ​ໃຫ້​ຄົນ​ທັງ​ປວງ​ຜູ້​ມີ​ໃຈ​ທີ່ຊອກ​ຊ້ຳ ແລະ ມີ​ວິນ​ຍານ​ທີ່​ສຳນຶກ​ຜິດ; ແລະ ຈະ​ຕອບ​ທີ່​ສຸດ​ຂອງ​ກົດ​ໃຫ້​ໃຜ​ອີກ​ບໍ່​ໄດ້.”4

ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຊົດ​ໃຊ້, ​ໃນ​ແອວ​ມາ​ເຮົາ​ຮຽນ​ຮູ້​ວ່າ, “ເພາະ​ມັນ​ສົມຄວນ​ທີ່​ຈະ​ມີ​ການ​ຊົດ​ໃຊ້; … ຖ້າ​ບໍ່​ດັ່ງນັ້ນ​ມະນຸດ​ຊາດ​ທັງ​ປວງ​ຕ້ອງ​ຕາຍ​ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້.”5

ຖ້າ​ຫາກ​ທ່ານ​ບໍ່​ເຄີຍ​ເຮັດ​ຜິດ, ​ແລ້ວ​ທ່ານກໍ​ບໍ່​ຕ້ອງການ​ການ​ຊົດ​ໃຊ້. ຖ້າ​ຫາກ​ທ່ານ​ເຄີຍ​ເຮັດ​ຜິດ, ​ແລະ ​ເຮົາ​ທຸກ​ຄົນ​ກໍເຄີຍ​ເຮັດ​ຜິດ, ບໍ່​ວ່າ​ຈະ​ເລັກ​ນ້ອຍ ຫລື ຮ້າຍ​ແຮງ, ​ແລ້ວ​ທ່ານຈະ​ຕ້ອງຫາ​ທາງ​ໃຫ້​ຮູ້​ວ່າ​ທ່ານ​ຈະ​ລຶບ​ມັນ​ໄດ້​ແນວ​ໃດ ​ເພື່ອ​ວ່າທ່ານ​ຈະ​ບໍ່​ໄດ້​ຢູ່​ໃນ​ຄວາມ​ມືດ​ອີກ​ຕໍ່​ໄປ.

“[ພຣະ​ເຢຊູ​ຄຣິດ] ​ເປັນ​ແສງ​ສະຫວ່າງ ແລະ ຊີວິດ​ຂອງ​ໂລກ.”6 ​ເມື່ອ​ເຮົາ​ເອົາ​ໃຈ​ໃສ່​ຕໍ່ພຣະອົງ ​ແລະ ຄຳ​ສອນ​ຂອງ​ພຣະອົງ, ​ແລ້ວ​ເຮົາ​ຈະ​ຖືກ​ນຳພາ​ໄປ​ຫາ​ທ່າ​ເຮືອ​​ແຫ່ງ​ວິນ​ຍານ​ຂອງ​ເຮົາ​ດ້ວຍ​ຄວາມ​ປອດ​ໄພ.

ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ສາມ​ໄດ້​ກ່າວ​ວ່າ, “ພວກ​ເຮົາ​ເຊື່ອ​ວ່າ ​ໂດຍ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ ມະນຸດຊາດ​ທັງ​ປວງ​ຈະ​ລອດ​ໄດ້ ​ໂດຍ​ການ​ປະຕິບັດ​ຕາມ​ກົດ ​ແລະ ພິທີການ​ແຫ່ງ​ພຣະກິດ​ຕິ​ຄຸນ.”7

ປະທານ​ໂຈ​ເຊັບ ​ແອັຟ ສະ​ມິດ ​ໄດ້​ສອນ​ວ່າ: “ມະນຸດ​ບໍ່​ສາມາດ​ອະ​ໄພ​ບາບ​ໃຫ້​ຕົນ​ເອງ; ​ເຂົາ​ບໍ່​ສາມາດ​ຊຳລະ​ລ້າງ​ຕົນ​​ເອງ​ໃຫ້​ສະອາດ​ຈາກ​ບາບ​ຂອງ​ຕົນ. ມະນຸດ​ສາມາດ​ຢຸດ​ຈາກ​ການ​ເຮັດ​ບາບ ​ແລະ ສາມາດ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໄດ້​ໃນ​ອະນາຄົດ, ​ແລະ ຕາບ​ໃດ​ທີ່​ການ​ປະພຶດ​ຂອງ​ເຂົາ​ເປັນ​ທີ່​ຍອມຮັບ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ແລ້ວ​ເຂົາ​ຈະຖືກ​ພິຈາລະນາ​ວ່າ​ມີຄຸນຄ່າ. ​ແຕ່​ແມ່ນ​ໃຜ​ທີ່​ຈະ​ດັດ​ແປງ​ຄວາມ​ຜິດ​ທີ່​ເຂົາ​ໄດ້​ເຮັດ​ກັບ​ຕົນ​ເອງ ​ແລະ ກັບ​ຄົນ​ອື່ນ, ຊຶ່ງ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້​ສຳລັບ​ເຂົາ​ທີ່​ຈະ​ດັດ​ແປງ​ມັນ​ດ້ວຍ​ຕົນ​ເອງ? ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ການ​ກັບ​ໃຈ​ຈາກ​ບາບ​ຈະ​ຊຳລະ​ລ້າງ​ມັນ​; ​ເຖິງ​ແມ່ນ​ມັນ​ຈະ​ແດງ​ເຂັ້ມ ​ແຕ່​ມັນ​ຈະ​ຖືກ​ເຮັດ​ໃຫ້​ຂາວ​ດັ່ງ​ນວນ​ຝ້າຍ [​ເບິ່ງ ​ເອຊາ​ຢາ 1:18]. ນີ້​ແມ່ນ​ຄຳ​ສັນຍາ​ທີ່​ໄດ້​ຖືກສັນຍາ​ໄວ້​ກັບ​ທ່ານ.”8

​ເຮົາ​ບໍ່​ຮູ້​ຈັກ​ຄັກ​ແນ່​​ເຖິງ​ວິທີ​ທີ່ພຣະຜູ້​ເປັນ​ເຈົ້າບັນລຸ​ການ​ຊົດ​ໃຊ້. ​ແຕ່​ເຮົາ​ຮູ້​ວ່າ ການ​ຄຶງ​ທີ່​ໂຫດ​ຮ້າຍ​ນັ້ນ ຊຶ່ງ​ເລີ່ມຕົ້ນດ້ວຍ​ຄວາມທຸກ​ທໍລະມານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ—​ໃນ​ບ່ອນ​ທີ່​ສັກສິດ​ນັ້ນ—​ແລະ ​ໄດ້​ສຳ​ເລັດ​ທີ່ ​ໂຄລະໂຄທາ.

ລູກາ​ໄດ້​ບັນທຶກ​​ໄວ້ວ່າ:

“​ແລ້ວ​ພຣະອົງ​ກໍ​ສະ​ເດັດ​ຈາ​ກພວກ​ເຂົາ​ໄປ​ໄກ​ປະມານ​ແກວ່ງ​ກ້ອນ​ຫີນ​ເຖິງ ​ແລະ ຄຸ​​ເຂົ່າ​ລົງ​ອະທິຖານ,

“ພຣະອົງ​ໄດ້​ກ່າວ​ວ່າ, ພຣະບິດາ​​ເຈົ້າ​ເອີຍ, ຖ້າ​ເປັນຄວາມ​ປະສົງ​ຂອງ​ພຣະອົງ​ແລ້ວ ຂໍ​ໃຫ້​ຈອກ​​ແຫ່ງ​ຄວາມ​ທົນ​ທຸກທໍລະມານ​ນີ້​ເລື່ອນ​ໄປ​ຈາກ​ລູກ​ທ້ອນ, ​ແຕ່​ຢ່າງ​ໃດ​ກໍ​ດີ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ ​ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະບິດາ​ເຈົ້າ​ເທີ້ນ.

“​ແລ້ວ​ມີ​ທູດ​ຕົນ​ໜຶ່ງ​ຈາກ​ສະຫວັນ​ມາ​ປະກົດ​ແກ່​ພຣະອົງ​ຊູ​ກຳລັງ​ພຣະອົງ​ຂຶ້ນ.

“​ເມື່ອ​ເກີດ​ເປັນ​ທຸກ​ວຸ້ນວາຍ​ຫລາຍ​ຂຶ້ນ, ພຣະອົງ​ກໍ​ໄດ້​ຕັ້ງ​ໃຈ​ອະທິຖານ​ຫລາຍ​ຂຶ້ນ, ​ເຫື່ອ​ຂອງ​ພຣະອົງ​ເກີດ​ເປັນ​ເໝືອນ​ເລືອດ​ໄຫລ​ຢາດ​ລົງ​ດິນ​ເປັນ​ເມັດ​ໃຫຍ່.”9

ຕາມ​ທີ່​ຂ້າພະ​ເຈົ້າສາມາດ​ບອກ​ໄດ້, ຂ້າພະ​ເຈົ້າ​ເຫັນ​ບ່ອນ​ໜຶ່ງ​ເທົ່າ​ນັ້ນທີ່​ເປັນ​ຖ້ອຍ​ຄຳ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ເອງ ​ໄດ້​ບັນຍາຍ​ເຖິງ​ຄວາມທຸກ​ທໍລະມານ​ທີ່​ພຣະອົງ​ໄດ້​ອົດທົນ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ. ການ​ເປີດ​ເຜີຍ​ໄດ້​ຖືກ​ບັນທຶກ​ໄວ້​ວ່າ:

ເພາະຈົ່ງ​ເບິ່ງ, ​ເຮົາພຣະ​ເຈົ້າ, ​ໄດ້​ທົນທຸກ​ທໍລະມານກັບສິ່ງ​ເຫລົ່າ​ນີ້​​ແທນທຸກ​ຄົນ, ​ເພື່ອ​ວ່າພວກເຂົາຈະ​ບໍ່​ໄດ້ທົນ​ທຸກທໍລະມານ​ຖ້າ​ຫາກ​ພວກເຂົາ​ຈະ​ກັບ​ໃຈ;

ແຕ່ຖ້າຫາກພວກເຂົາບໍ່ກັບ​ໃຈ ​ພວກເຂົາຈະ​ຕ້ອງ​ທົນທຸກ​ທໍລະມານ​ແມ່ນ​ແຕ່​​ເໝືອນ​ດັ່ງເຮົາ;

​ຊຶ່ງຄວາມທຸກ​​ທໍລະມານເຮັດ​ໃຫ້ຕົວ​ເຮົາ​ເອງ, ​ແມ່ນ​ແຕ່ພຣະ​ເຈົ້າ, ຜູ້ຍິ່ງ​ໃຫຍ່ທີ່ສຸດ​ໃນ​ບັນດາ​ທຸກ​ສິ່ງ​ທັງ​ປວງ, ຕ້ອງສັ່ນ​ເພາະຄວາມ​ເຈັບ​ປວດ, ​ແລະ ​​ເລືອດ​ໄຫລອອກຈາກທຸກ​ຂຸມ​ຂົນ.10

ຕະຫລອດ​ຊີວິດ​ຂອງ​ທ່ານ, ອາດ​ມີ​ບາງ​ເວລາ​ເມື່ອ​ທ່ານ​ໄດ້​ໄປ​ຫາ​ບາງບ່ອນ​ທີ່​ທ່ານ​ບໍ່​ຄວນ​ໄປ​ຫາ ​ແລະ ​ເຮັດ​ບາງ​ສິ່ງທີ່​ທ່ານ​ບໍ່​ຄວນ​ເຮັດ. ຖ້າ​ຫາກ​ທ່ານ​ຈະ​ຫັນ​ໜີ​ຈາກ​ບາບ, ​ແລ້ວ​ທ່ານ​ຈະ​ສາມາດ​ຮູ້​ເຖິງ​ຄວາມ​ສະຫງົບ​​ໃນ​ວັນ​ໜຶ່ງ ທີ່​ມາ​ຈາກ​ການ​​ເດີນ​ໄປ​ຕາມ​ເສັ້ນທາງ​ແຫ່ງ​ການ​ກັບ​ໃຈ.

ບໍ່​ສຳຄັນ​ວ່າການ​ລ່ວງ​ລະ​ເມີດ​ຂອງ​ເຮົາ​ຈະ​ເປັນ​ສິ່ງ​ໃດ​ກໍ​ຕາມ, ບໍ່​ສຳຄັນ​ວ່າການ​ກະທຳ​ຂອງ​ເຮົາ​ໄດ້​ເຮັດ​ໃຫ້​ຄົນ​ອື່ນ​ຜິດ​ໃຈ​ຫລາຍ​ປານ​ໃດ​ກໍ​ຕາມ, ຄວາມ​ຮູ້ສຶກ​ຜິດ​ນັ້ນສາມາດ​ຖືກ​ລຶບລ້າງ​ໄປ​ໄດ້. ຕໍ່​ຂ້າພະ​ເຈົ້າ​ແລ້ວ, ບາງ​ທີຂໍ້​ພຣະຄຳ​ພີ​​ໃນ​ພຣະຄຳ​ພີ​ທັງ​ໝົດທີ່​ປະ​ທັບ​ໃຈ​ທີ່​ສຸດ ​ແມ່ນ​ຕອນ​ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, ຈົ່ງ​ເບິ່ງ, ຄົນ​ທີ່​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ, ຄົນຄົນ​ນັ້ນ​ໄດ້​ຮັບ​ການ​ໃຫ້​ອະ​ໄພ, ​ແລະ ​ເຮົາ​, ພຣະຜູ້​ເປັນ​ເຈົ້າ, ບໍ່​ຈື່​ຈຳ​ມັນ​ອີກ​ເລີຍ​.11

ນີ້​ຄື​ຄຳ​ສັນຍາຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ການ​ຊົດ​ໃຊ້: ຄື​ຮັບ​ເອົາ​ທຸກ​ຄົນ​ທີ່​ມາ, ທຸກ​ຄົນ​ທີ່​ຈະ​ເຂົ້າຮ່ວມ, ​ແລະ ​​ໃຫ້​ເຂົາ​ມີ​ປະສົບ​ການ ​ເພື່ອ​ວ່າ​ໃນ​ບັ້ນທ້າຍ​ຊີວິດ​ຂອງ​ເຂົາ​ເຈົ້າ, ​ເຂົາ​ເຈົ້າຈະ​ສາມາດ​ເດີນ​ຜ່ານ​ຜ້າ​ມ່ານ​ໄປ ​ໂດຍ​ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ​ເຈົ້າ​ແລ້ວ ​ແລະ ​ໄດ້​ຖືກ​ຊຳລະ​ລ້າງ​ໃຫ້​ສະອາດ​ຜ່ານ​​ໂລຫິດ​ຂອງ​ພຣະຄຣິດ.12

ນີ້​ຄື​ສິ່ງ​ທີ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເຮັດ​ຕະຫລອດ​ທົ່ວ​ໂລກ. ນີ້​ຄື​ແສງ​ສະຫວ່າງ​ທີ່​ພວກ​ເຮົາ​ສະ​ເໜີ​ຕໍ່​ທຸກ​ຄົນ​ທີ່ຢູ່​ໃນ​ຄວາມ​ມືດ ​ແລະ ຜູ້​ທີ່​​ຫລົງ​ທາງ​. ບໍ່​ວ່າບ່ອນ​ໃດ​ກໍ​ຕາມ​ທີ່ສະມາຊິກ ​ແລະ ຜູ້​ສອນ​ສາດສະໜາ​ຂອງ​ເຮົາ​ໄປ​ຫາ, ຂ່າວສານ​ຂອງ​ພວກ​ເຮົາ​ຈະ​ເປັນ​ໜຶ່ງ​​ເລື່ອງ​ສັດທາ ​ແລະ ຄວາມ​ຫວັງ​ໃນ​ພຣະຜູ້​ຊ່ອຍ​ໃຫ້​ລອດ ພຣະ​ເຢຊູ​ຄຣິດ.

ປະທານ​ໂຈ​ເຊັບ ​ຟຽວດິງ ສະ​ມິດ ​ໄດ້​​ແຕ່ງ​​ເພງ​ສວດ​​ເພງ​ໜຶ່ງ ຊື່ວ່າ “Does the Journey Seem Long?” ​ແປ​ວ່າ ​ການ​ເດີນທາງ​ເບິ່ງ​ຄື​ໄກ​ບໍ? ​​ເພິ່ນ​ເປັນ​ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ. ເພງ​ນີ້​ບັນຈຸ​ຄຳ​ທີ່​ໃຫ້​ກຳລັງ​ໃຈ ​ແລະ ຄຳ​ສັນຍາ​ຕໍ່​ຄົນ​ທີ່​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ທີ່​ວ່າ:

ການ​ເດີນທາງ​ເບິ່ງ​ຄື​ໄກ​ບໍ,
​ເສັ້ນທາງ​ລຳບາກ ​ແລະ ສູງ​ຊັນ​ບໍ?
ມີ​ຂວກ​ໜາມ​ຢູ່​ຕາມ​ເສັ້ນທາງ​ບໍ?
ກ້ອນ​ຫີນ​ແຫລມ​ຄົມ​ບາດຕີນ​ທ່ານ​ບໍ
​ເມື່ອ​ທ່ານ​ພະຍາຍາມ​ໄປ​ເຖິງ
​ເປົ້າໝາຍ ຜ່ານ​​ຄວາມ​ຮ້ອນໃນ​ຕອນ​ກາງ​ເວັນ?
ຫົວ​ໃຈ​ຂອງ​ທ່ານ​ອ່ອນ​ເພຍ ​ແລະ ​ໂສກ​ເສົ້າບໍ,
ຈິດ​ວິນ​ຍານ​ຂອງ​ທ່ານ​ເມື່ອຍ​ລ້າ​ຢູ່​ພາຍ​ໃນ​ບໍ,
​ເມື່ອ​ທ່ານ​ເຮັດ​ວຽກ​ງານ​ໜັກ?
​ເບິ່ງ​ຄື​ວ່າ ທ່ານຖືກ​ບັງຄັບ​
​​ໃຫ້​ເຮັດວຽກ​ງານບໍ?
ມີ​​ໃຜແດ່​ບໍ​ທີ່​ຈະ​ຊ່ອຍ​ຊູ​​ແບກ​ພາລະ​ນັ້ນ?
ຢ່າທໍ້ຖອຍ​ໃຈ​ເລີຍ
ບັດ​ນີ້​ການ​ເດີນທາງ​ເລີ່​ມຕົ້ນ;
ມີ​ຜູ້​ຍົກ​ມື​ກວັກ​​​ໃຫ້​ທ່ານໄປ​ຫາ.
ຈົ່ງ​​ເບິ່ງ​ດ້ວຍ​ຄວາມ​ຊື່ນ​ຊົມ
ຈົ່ງ​ຍື່ນ​ມື​ຂຶ້ນຫາ​ພຣະອົງ;
ພຣະອົງ​ຈະ​ພາ​ທ່ານ​ໄປ​ບ່ອນ​ສູງ​​ແຫ່ງ​ໃໝ່—
ບ່ອນ​ທີ່​ສັກສິດ ​ແລະ ບໍລິສຸດ,
ບ່ອນ​ທີ່ບັນຫາ​ຈະ​ໝົດ​ໄປ,
​ແລະ ຊີວິດ​​ປາດ​ສະ​ຈາກ​ບາບ​ທັງ​ປວງ,
ບ່ອນ​ທີ່​ບໍ່​ມີນ້ຳຕາ,
​ເພາະ​ບໍ່​ມີ​ຄວາມ​ໂສກ​ເສົ້າອີກ​ແລ້ວ.
​ຈົ່ງ​ຈັບພຣະຫັດ​ຂອງ​ພຣະອົງ ​ແລະ ​​ເຂົ້າ​ໄປ​ກັບ​ພຣະອົງ.13

ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

Mostrar referencias

  1.  

    1. “Brightly Beams Our Father’s Mercy,” Hymns, no. 335.

  2.  

    2.  ​ໂມ​ໄຊ​ຢາ 3:19.

  3.  

    3. ​ເບິ່ງ Moses 6:57.

  4.  

    4.  2 ນີ​ໄຟ 2:7.

  5.  

    5.  ​ແອວ​ມາ 34:9.

  6.  

    6.  ​ໂມ​ໄຊ​ຢາ 16:9.

  7.  

    7.  ຫລັກ​ແຫ່ງ​ຄວາມ​ເຊື່ອ 1:3.

  8.  

    8.  Teachings of Presidents of the Church: Joseph F. Smith (1998), 99–100.

  9.  

    9.  ລູກາ 22:41–44.

  10.  

    10. ​ເບິ່ງ Doctrine and Covenants 19:16–18.

  11.  

    11. ​ເບິ່ງ Doctrine and Covenants 58:42.

  12.  

    12. ​ເບິ່ງ ພຣະນິມິດ 1:5.

  13.  

    13. “Does the Journey Seem Long?” Hymns, no. 127.