ພຣະບັນຍັດ​ຂໍ້​ໃຫຍ່ ​ແລະ ຂໍ້​ຕົ້ນ

​ໂດຍ ​ແອວ​ເດີ ​ແຈັບຟະຣີ ອາ ຮໍແລນ

​ແຫ່ງ​ສະພາ​ອັກຄະ​ສາວົກ​ສິບ​ສອງ


ສະຫລຸບ​ແລ້ວ, ​ເຮົາ​ມີ​ຊີວິດ​​ຂອງ​ຜູ້​ເປັນ​ສານຸ​ສິດທີ່​ອຸທິດຕົນ​ທີ່​ຈະ​ສະ​ແດງ​ຄວາມ​ຮັກຕໍ່​ພຣະຜູ້​ເປັນ​ເຈົ້າ.

​ເກືອບ​ບໍ່​ມີ​ຈັກ​ກຸ່ມ​ຢູ່​ໃນ​ປະຫວັດສາດ​ທີ່​ຂ້າພະ​ເຈົ້າມີ​ຄວາມ​​ເຫັນ​ອົກ​ເຫັນ​ໃຈ​ຫລາຍ​ກວ່າ​ອັກຄະ​ສາວົກ​ສິບ​ເອັດ​ຄົນ​ທີ່​ເຫລືອ​ຢູ່ ຫລັງ​ຈາກ​ການ​ສິ້ນ​ພຣະຊົນຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ. ຂ້າພະ​ເຈົ້າຄິດ​ວ່າ ບາງ​ເທື່ອ​ເຮົາລືມ​ໄປ​ວ່າ ​ເຂົາ​ເຈົ້າມີ​ປະສົບ​ການ​ໜ້ອຍ​ພຽງ​ໃດ ​ແລະ ຕ້ອງ​ເພິ່ງ​ພາ​ອາ​ໄສ​ພຣະ​ເຢຊູ​ຫລາຍ​ຂະໜາດ​ໃດ. ຕໍ່​​ເຂົາ​ເຈົ້າ​ພຣະອົງ​ໄດ້ກ່າວ​ວ່າ, “​ເຮົາ​ໄດ້​ຢູ່​ກັບ​ພວກ​ເຈົ້າ​ຕັ້ງດົນ​ນານ ​ແລະ ​ພວກເຈົ້າຍັງ​ບໍ່​ຮູ້ຈັກ​ເຮົາ​ບໍ … ?”1

​ແຕ່​ແນ່ນອນ​ສຳລັບ​ເຂົາ​ເຈົ້າ ພຣະອົງ​ບໍ່​ໄດ້​ຢູ່​ກັບ​ເຂົາ​ເຈົ້າດົນ​ນານ​ພໍ. ​ສາມ​ປີ​ບໍ່​ໄດ້​ເປັນ​ເວລາ​ດົນ​ນານ​ເລີຍ​ທີ່​ໄດ້​ຊອກ​ຫາ​ອັກຄະ​ສາວົກ​ສິບ​ສອງຈາກ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຈຳນວນ​ໜ້ອຍ​ໜຶ່ງ, ປ່ຽນ​ເຂົາ​ເຈົ້າຈາກ​ການ​ປະພຶດ​ເກົ່າ, ສອນ​ເຂົາ​ເຈົ້າ​ເຖິງ​ຄວາມ​ມະຫັດ​ສະ​ຈັນ​ຂອງ​ພຣະກິດ​ຕິ​ຄຸນຂອງ​ພຣະ​ເຢຊູ​ຄຣິດ, ​ແລະ​ ຈາກ​ນັ້ນ​ປ່ອຍ​ໃຫ້​ເຂົາ​ເຈົ້າ​ເຮັດ​ວຽກ​ງານ​ຈົນ​ເຖິງ​ຕອນ​ເຂົາ​ເຈົ້າຖືກ​ສັງຫານ. ​ເປັນ​ພາບ​ທີ່​ໜ້າ​ຕົກ​ໃຈ​​ແທ້ໆສຳລັບ​ກຸ່ມ​ແອວ​ເດີ​ທີ່​ຫາ​ກໍ​ຖືກ​ແຕ່ງຕັ້ງ.

​ໂດຍ​ສະ​ເພາະ​ຕອນ​ທີ່​ຖືກ​ປະ​ໃຫ້​ຢູ່​ຕາມ​ລຳພັງ. ພຣະ​ເຢຊູ​ໄດ້​ພະຍາຍາມ​ບອກ​ເຂົາ​ເຈົ້າສະ​ເໝີ​ວ່າ​ພຣະອົງ​ຈະ​ບໍ່ ຢູ່​ນຳ​ເຂົາ​ເຈົ້າດົນນານ, ​ແຕ່​ເຂົາ​ເຈົ້າບໍ່​ສາມາດ ຫລື ບໍ່​​ຍອມເຂົ້າ​ໃຈສິ່ງ​ທີ່​ພຣະອົງ​ໄດ້​ກ່າວ. ມາຣະໂກ​ໄດ້​ບັນທຶກ​ໄວ້​ວ່າ:

“​​ພຣະອົງ​ກຳລັງ​ສັ່ງສອນ​ພວກ​ສາວົກ​ຢູ່, ພຣະອົງ​ກ່າວ​ແກ່​ພວກ​ເຂົາ​ວ່າ, ບຸດ​ມະນຸດ​ກຳລັງ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ​ຄົນ​ທັງຫລາຍ ​ແລະ ​ເຂົາ​ຈະ​ຂ້າ​ທ່ານ, ​ແຕ່​ຫລັງ​ຈາກ​ຖືກ​ຂ້າ​ແລ້ວ​ໄດ້​ສາມ​ວັນ ທ່ານ​ຈະ​ຖືກ​ບັນດານ​ໃຫ້​ເປັນ​ຄືນມາ.

“ພວກ​ສາວົກ​ບໍ່​ເຂົ້າ​ໃຈຄວາມ​ໝາຍ​ຂອງ​ຖ້ອຍ​ຄຳ​ເຫລົ່າ​ນີ້ ​ແລະ ພວກ​ເຂົາ​ກໍ​ບໍ່​ກ້າ​ທີ່​ຈະ​ຖາມ​ພຣະອົງ.”2

​ແລ້ວ, ຫລັງ​ຈາກ​ການ​ຮຽນ​ຮູ້​ ​ແລະ ການ​ຕຽມ​ພ້ອມເປັນເວລາ​ສັ້ນໆ​ນັ້ນ, ສິ່ງ​ທີ່​ບໍ່​ຄາດ​ຄິດ​ໄດ້​ເກີດ​ຂຶ້ນ, ສິ່ງ​ທີ່​ບໍ່​ໜ້າ​ເຊື່ອນັ້ນ​ເປັນຄວາມ​ຈິງ. ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະອາຈານ​ຂອງ​ເຂົາ​ເຈົ້າ, ຜູ້​ປຶກສາ ​ແລະ ກະສັດ​ຂອງ​ເຂົາ​ເຈົ້າ​ໄດ້​ຖືກ​ຄຶງ. ການ​ປະຕິບັດ​ສາດສະໜາ​ກິດຂອງ​ພຣະອົງ​ຢູ່​ໃນ​ໂລກ​ໄດ້​ສິ້ນ​ສຸດ​ລົງ ​ແລະ ການ​ດີ້ນ​ລົນ​ຂອງ​ສາດສະໜາ​ຈັກ​ບ່ອນ​ນ້ອຍໆ​ທີ່​ພຣະອົງ​ໄດ້​ຈັດຕັ້ງຂຶ້ນ​ເບິ່ງ​ຄື​ວ່າ​ຈະພິນາດ ​ແລະ ສາບ​ສູນ​ໄປ. ​ອັກຄະ​ສາວົກ​ຂອງ​ພຣະອົງໄດ້​ເປັນ​ພະຍານ​ເຖິງ​ພຣະອົງ​ໃນ​ຕອນ​ພຣະອົງ​ຟື້ນ​ຄືນ​ຊີວິດ, ​ແລະ ສິ່ງນັ້ນ​ໄດ້ເຮັດ​ໃຫ້​ເຂົາ​ເຈົ້າງົ​ງງັນຫລາຍ​ກວ່າ​ເກົ່າ. ​ເຂົາເຈົ້າຄົງ​ໄດ້​ຖາມ​ກັນ​ວ່າ, “​ເຮົາ​ຈະ​ເຮັດ​ແນວ​ໃດ​ບັດ​ນີ້?” ​​ເຂົາ​ເຈົ້າ​ໄດ້​ຫັນ​ໄປ​ຫາ​ເປ​ໂຕຜູ້​ເປັນ​​ເອກອັກຄະ​ສາວົກ​ເພື່ອຫາ​ຄຳ​ຕອບ.

ບັດ​ນີ້ ຂ້າພະ​ເຈົ້າຈະ​ຖາມ​ທ່ານ​ ຕາມ​ຄວາມ​ຄິດ​ຂອງ​ຂ້າພະ​ເຈົ້າກ່ຽວ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນກັບ​ເຂົາ​ເຈົ້າ. ​ເປ​ໂຕ​ຄົງ​ກ່າວ​ກັບ​ເພື່ອ​ນຮ່ວມ​ງານ​ຂອງ​ລາວ​ວ່າ: “ອ້າຍ​ນ້ອງ​ທັງຫລາຍ, ​ເປັນ​ເວລາ​ສາມ​ປີ​ທີ່​ດີ​ເລີດ. ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ຄິດ​ວ່າ​ຈະ​ໄດ້​ເຫັນ​ການ​ມະຫັດສະຈັນ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ໄຍລະ​ສອງ​ສາມ​ເດືອນ​ຜ່ານ​ມາ​ນີ້. ​ພວກເຮົາ​ໄດ້​ເວົ້າລົມ, ອະທິຖານ, ​ແລະ ທຳ​ງານ​ຮ່ວມ​ກັບ​ພຣະບຸດ​ຂອງ​ພຣະ​ເຈົ້າ. ພວກ​ເຮົາ​ໄດ້​ຍ່າງ​ໄປ​ກັບ​ພຣະອົງ ​ແລະ ຮ້ອງ​​ໄຫ້​ກັບ​ພຣະອົງ, ​ແລະ ​ໃນ​ຄ່ຳ​ຄື​ນທີ່​ເປັນ​ຕາ​ຢ້ານ​ນັ້ນ ບໍ່​ມີ​ຄົນ​ໃດ​ຮ້ອງ​ໄຫ້​ຢ່າງ​ຂົມ​ຂື່ນ​ຫລາຍ​ກວ່າ​ຂ້າພະ​ເຈົ້າ. ​ແຕ່​ມັນ​ໄດ້​ຜ່ານ​ໄປ​ແລ້ວ. ພຣະອົງ​ໄດ້​ສຳ​ເລັດ​ວຽກ​ງານ​ຂອງ​ພຣະອົງ​ແລ້ວ ​ແລະ ພຣະອົງ​ໄດ້​ຟື້ນຄືນ​ຊີວິດ​ຈາກ​ອຸ​ບ​ໂມງ. ພຣະອົງ​ໄດ້​ນຳ​ຄວາມ​ລອດ​ມາ​ໃຫ້​ພຣະອົງ ​ແລະ ມາ​ໃຫ້​ພວກເຮົາ​ນຳ​ອີກ. ພວກ​ເຈົ້າຖາມ​ວ່າ, ‘ເຮົາ​ຈະ​ເຮັດ​ແນວ​ໃດ​ບັດ​ນີ້?’ ຂ້າພະ​ເຈົ້າບໍ່​ຮູ້ ມີ​ແຕ່​ຈະ​ບອກ​ພວກ​ເຈົ້າ​ໃຫ້​ກັບ​ຄືນ​ໄປ​ເຮັດ​ສິ່ງ​ທີ່​ພວກ​ເຈົ້າ​ເຄີຍ​ເຮັດ​ມາກ່ອນ, ມີ​ຄວາມ​ປິ​ຕິ​ຍິນ​ດີ. ຂ້າພະ​ເຈົ້າຈະ​ກັບ​ຄືນ​ ‘ໄປ​ຫາ​ປາ.’” ​ແລະ ຢ່າງ​ໜ້ອຍ​ຫົກ​ຄົນ​ໃນ​ຈຳນວນສິບ​ຄົນ​ຄົງ​ກ່າວ​ວ່າ, “​ພວກເຮົາ​ຈະ​ໄປ​ຫາ​ປາຄື​ກັນ.” ​ໂຢຮັນ, ຜູ້​ໜຶ່ງ​ໃນ​ກຸ່ມ​, ​ໄດ້​ຂຽນ​ວ່າ, “ພວກ​ເຂົາ​ກໍ​ໄດ້​ລົງ​ເຮືອ​ໄປທັນທີ.”3

​ແຕ່, ການ​ໄປ​ຫາ​ປາ​ກໍບໍ່​ໄດ້​ດີ. ຄືນ​ທຳ​ອິດ​ທີ່​ເຂົາ​ເຈົ້າກັບ​ໄປ​ຫາ​ປາ, ​ເຂົາ​ເຈົ້າຫາ​ບໍ່​ໄດ້​ຈັກ​ໂຕ, ບໍ່​ໄດ້​ປາ​ຈັກ​ໂຕ. ​ເມື່ອ​​ເຖິງ​ເຊົ້າມືດ, ຄວາມ​ຜິດ​ຫວັງ​ຂອງ​ເຂົາ​ເຈົ້າ​ໄດ້​ປ່ຽນ​ໄປ​ເມື່ອ​ເຂົາ​ເຈົ້າ​ເຫັນ​ບາງ​ຄົນ​ເອີ້ນ​ໃສ່​ເຂົາ​ເຈົ້າວ່າ, “ລູກ​ເອີຍ​, ພວກ​ເຈົ້າມີ​ຂອງ​ກິນ​ບໍ?” ​ດ້ວຍ​ຄວາມ​ບື​ດບຶ້ງ ອັກຄະ​ສາວົກຜູ້​ໄດ້​ກັບ​ຄືນ​ໄປ​ຫາ​ປາ ​ໄດ້​ຕອບ​ຄຳ​ຕອບອັນ​ທີ່​ຜູ້​ຫາ​ປາ​ຄົນ​ໃດ​ບໍ່​ຢາກ​ຕອບ​ ນັ້ນຄື, “ພວກ​ເຮົາ​ບໍ່​ມີ,” ​ເຂົາ​ເຈົ້າ​ໄດ້​ຈົ່ມ, ​ແລະ ຍິ່ງ​ໄປ​ກວ່າ​ນັ້ນ ​ເຂົາ​ເຈົ້າຮູ້ສຶກ​ວ່າ​ເຂົາ​ເຈົ້າຖືກ​ດູ​ຖູກ ທີ່​ຖືກ​ເອີ້ນ​ວ່າ “ລູກ​ເອີຍ.”4

“ຈົ່ງ​ຖິ້ມ​ມອງ​ລົງ​ເບື້ອງ​ຂວາ​ຂອງ​ເຮືອ, ​ແລ້ວ​ພວກ​ເຈົ້າຈະ​ໄດ້​ປາ,”5 ຄົນ​ແປກ​ໜ້າ​​ເອີ້ນ​ໃສ່—​ແລະ ດ້ວຍ​ຄຳ​ທີ່​ລຽບ​ງ່າຍ, ​ເຂົາ​ເຈົ້າ​ເລີ່ມຈື່​ໄດ້. ພຽງ​ແຕ່​ສາມ​ປີຜ່ານມາ​ເທົ່າ​ນັ້ນ ຊາຍ​ເຫລົ່າ​ນີ້​​ເຄີຍ​ໄດ້​ຫາປາ​ຢູ່​ໃນ​ອ່າວ​ທະ​ເລ​ນີ້. ​ໃນ​ຕອນ​ນັ້ນກໍ​ຄື​ກັນ ​ເຂົາ​ເຈົ້າ​ “​ໄດ້​ຫາ​ຕະຫລອດ​ທັງ​ຄືນ​ຈົນ​ອິດ​ເມື່ອຍ ​ແລະ ບໍ່​ໄດ້​ຫຍັງ,”6 ດັ່ງ​ທີ່​ພຣະຄຳ​ພີ​ບອກ​ໄວ້. ​ແຕ່​ມີ​ຄົນຄາ​ລີ​ເລ​ຄົນ​ໜຶ່ງຢູ່​ແຄມ​ຝັ່ງ ​ໄດ້​ເອີ້ນ​ໃສ່​ເຂົາ​ເຈົ້າ ​ໃຫ້​ຢ່ອນ​ມອງ​ລົງ, ​ແລະ ​ມັນ “ຖືກ​ປາ​ຈຳນວນ​ຫລວງຫລາຍ,”7 ຈົນ​ມອງ​ຂອງ​ພວກ​ເຂົາ​ກຳລັງ​ຈະ​ຂາດ​ໄປ, ​ໄດ້​ປາ​ເຕັມ​ເຮືອ​ທັງ​ສອງ ຈົນ​ເຮືອ​ແຊມ​ເກືອບ​ຫລົ້ມ​.

ບັດ​ນີ້​ມັນ​ໄດ້​ເກີດ​ຂຶ້ນອີກ. “ລູກ,” ​ເຫລົ່າ​ນີ້​ດັ່ງ​ທີ່​ຖືກ​ບອກ, ​ໄດ້​ຢ່ອນ​ມອງ​ລົງຢ່າງ​ກະຕືລື​ລົ້ນ, ​ແລະ “ປາ​ຖືກ​ມອງ​ຫລາຍ​ຈົນ​ດຶງ​ມອງ​ຂຶ້ນບໍ່​ໄດ້.”8 ​ໂຢ​ຮັນ​ໄດ້​ກ່າວວ່າ, “​ແມ່ນ​ພຣະຜູ້​ເປັນ​ເຈົ້າ.”9 ແລະ ​ເປ​ໂຕ​ໄດ້​ໂດດ​ອອກ​ໄປ​ຈາກ​ເຮືອຢ່າງ​ລະ​ງັບ​ໃຈ​ບໍ່​ໄດ້.

ຫລັງ​ຈາກ​ໄດ້​ພົບ​ກັບ​ພຣະ​ເຢຊູ​ທີ່​ຟື້ນ​ຄືນ​ຊີວິດ​ແລ້ວ, ​ເປ​ໂຕ​ໄດ້​ເວົ້າລົມ​ກັບ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ຂ້າພະ​ເຈົ້າຄິດ​ວ່າ​ເປັນ​ຈຸດ​ປ່ຽນຂອງ​ການ​ເປັນອັກຄະ​ສາວົກ ​ໂດຍ​ສະ​ເພາະ​ສຳລັບ​ເປໂຕ​, ​ເປັນ​ການ​ຍ້າຍ​ຫີນ​ກ້ອນ​ໃຫຍ່​ຂອງ​ຊາຍຄົນ​ນີ້​ໄປ​ສູ່​ຊີວິດ​ແຫ່ງ​ການ​ຮັບ​ໃຊ້ ​ແລະ ​ເປັນ​ຜູ້ນຳ​ບັນດາ​ອັກຄະ​ສາວົກ. ​ໂດຍ​ທີ່​ຫລຽວ​ເບິ່ງ​ເຮືອນ້ອຍ​ທີ່​​​ເກົ່າ​ແກ່, ​ແລະ ມອງ​ທີ່​ຂາດ​ໄປ​, ​ແລະ ກອງປາ​ຈຳນວນ 153 ​ໂຕ, ພຣະ​ເຢຊູ​ໄດ້​ກ່າວ​ກັບ​​ເອກອັກຄະ​ສາວົກ​ຂອງ​ພຣະອົງວ່າ, “ເປ​ໂຕ​ເອີຍ, ​ເຈົ້າຮັກ​ເຮົາ​ຫລາຍ​ກວ່າ​ສິ່ງ​ເຫລົ່າ​ນີ້​ບໍ?” ​ເປ​ໂຕ​ໄດ້​ຕອບ​ວ່າ, “​ໂດຍ, ອົງ​ພຣະຜູ້​ເປັນ​ເຈົ້າຂ້າ; ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ.”10

ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຮັບ​ເອົາຄຳ​ເວົ້ານັ້ນ, ​ແຕ່​ໄດ້​ຈ້ອງ​ຕາ​ຂອງ​ສານຸ​ສິດ​ຂອງ​ພຣະອົງ ​ແລະ ຖາມ​ວ່າ, “​ເປ​ໂຕ​ເອີຍ, ​ເຈົ້າຮັກ​ເຮົາ​ບໍ?” ​ໂດຍ​ທີ່​ງົງ​ງັນ​ເລັກ​ນ້ອຍ​ກັບ​ຄຳ​ຖາມ​ທີ່​ຖາມ​ຄືນອີກ, ນັກ​ຫາ​ປາ​ຜູ້​ເກັ່ງ​ກ້າ​ໄດ້​ຕອບ​ເປັນ​ເທື່ອ​ທີ​ສອງ​ວ່າ, “ໂດຍ, ອົງ​ພຣະຜູ້​ເປັນ​ເຈົ້າຂ້າ; ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ.”11

ອີກ​ເທື່ອ​ໜຶ່ງ​ພຣະອົງ​ໄດ້​ຮັບ​ເອົາ​ຄຳ​ຕອບ​ສັ້ນໆນັ້ນ, ​ແຕ່​ໄດ້​ຖາມ​ຄືນ​ອີກ​ເປັນຄັ້ງທີ​ສາມວ່າ, “​ເປ​ໂຕ​ເອີຍ, ​ເຈົ້າຮັກ​ເຮົາ​ບໍ?” ບັດ​ນີ້ ​ເປ​ໂຕ​ຄົງ​ຮູ້ສຶກ​ບໍ່​ສະບາຍ​ໃຈ. ບາງທີ​ລາວ​ຍັງ​ຈື່​​ໄດ້​ວ່າ ບໍ່​ດົນ​ມານີ້ ລາວ​ໄດ້​ຖືກ​ຖາມ​ສາມ​ເທື່ອ ​ແລະ ລາວ​ກໍ​ໄດ້​ຕອບ​ໃນ​ຄຳ​ຕອບ​ດຽວ​ກັນ​ສາມ​ເທື່ອ—​ແຕ່​​ເປັນ​ຄຳ​ປະຕິ​ເສດ. ຫລື ບາງ​ທີລາ​ວ​ ​ ເລີ່ມສົງ​​​ໄສ​ຖ້າ​ຫາກ​ວ່າ​ລາວ​ເຂົ້າ​ໃຈ​ຜິດ​ສິ່ງ​ທີ່​ພຣະອາຈານ​ໄດ້​ຖາມ. ຫລື​ ບາງທີ​ພຣະອົງ​ຢາກ​ຮູ້​ຄວາມ​ໃນ​ໃຈ​ຂອງ​ລາວ, ຢາກ​ຮູ້​ຄຳ​ຕອບ​ທີ່​ຈິງ​ໃຈ​ຂອງ​ລາວ ຊຶ່ງ​ລາວ​ໄດ້​ຕອບ​ຢ່າງ​ໄວ. ບໍ່​ວ່າ​ລາວ​ຈະ​ຮູ້ສຶກ​ແນວ​ໃດ, ​ແຕ່​ເປ​ໂຕ​ໄດ້​ກ່າວ​ເປັນ​ເທື່ອ​ທີ​ສາມ​ວ່າ, “ໂດຍ, ອົງ​ພຣະຜູ້​ເປັນ​ເຈົ້າຂ້າ; ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ.”12

ຕໍ່​ຄຳ​ຕອບ​ນັ້ນ ​ພຣະ​ເຢຊູ​ກໍ​ໄດ້​ຮັບ​ຮູ້ (​ແລະ ອີກ​ເທື່ອ​ໜຶ່ງ​ຂ້າພະ​ເຈົ້າຈະ​ກ່າວຕາມ​ຄວາມ​ຄິດ​ຂອງ​ຂ້າພະ​ເຈົ້າ) ບາງທີ​ພຣະອົງ​ໄດ້ກ່າວ​ດັ່ງ​ນີ້, “​​ເປ​ໂຕ, ​ແລ້ວ​ເປັນ​ຫຍັງ​ເຈົ້າຈຶ່ງ​ມາ​ເຮັດ​ຫຍັງ​ຢູ່​ນີ້? ​ເປັນ​ຫຍັງ​ເຈົ້າຈຶ່ງ​ກັບ​ຄືນ​ມາ​ຫາ​​ແຄມ​ຝັ່ງ​ບ່ອນ​​ເກົ່າ, ​ໃຊ້​ມອງ​ດາງ​​ເກົ່າ, ​ເວົ້າລົມ​ກັນ​ແບບ​ເກົ່າ? ​ເຈົ້າບໍ່​ເຫັນ​ຊັ້ນບໍ​ໃນ​ຕອນນັ້ນ ​ແລະ ​ໃນ​ຕອນ​ນີ້, ຖ້າ​ຫາກ​ເຮົາ​ຕ້ອງການ​ຢາກ​ໄດ້​ປາ, ​ເຮົາ​ກໍສາມາດ​ຫາ​ມັນ​ໄດ້? ເປໂຕ, ສິ່ງ​ທີ່​ເຮົາຕ້ອງການ​ແມ່ນ​ອັກຄະ​ສາວົກ—​ແລະ ​ເຮົາ​ຢາກ​ມີ​ເຂົາ​ເຈົ້າຕະຫລອດ​ການ. ​ເຮົາ​ຢາກ​ໃຫ້​ມີ​ບາງ​ຄົນ​ລ້ຽງ​ດູ ​ແລະ ກູ້​ຊີວິດ​ຝູງ​ແກະ​ຂອງ​ເຮົາ. ​ເຮົາ​ຕ້ອງການ​ບາງ​ຄົນ​ໃຫ້​ສອນພຣະກິດ​ຕິ​ຄຸນ ​ແລະ ປົກ​ປ້ອງ​ສັດທາ​ຂອງ​ເຮົາ. ​ເຮົາ​ຕ້ອງການ​ບາງ​ຄົນ​ທີ່​ຮັກ​ເຮົາ, ຮັກ​ເຮົາ​ແທ້ໆ, ​ແລະ ຮັກສິ່ງ​ທີ່​ພຣະບິດາ​ເທິງ​ສະຫວັນບັນຊາ​ເຮົາ​ໃຫ້​ເຮັດ. ໜ້າ​ທີ່​ຂອງ​ເຮົາ​ບໍ່​​ແມ່ນ​​ເຮັດ​ໃຫ້​ຂ່າວ​ສານ​ອ່ອນ​ແອ​ລົງ. ມັນບໍ່ໄດ້ເປັນພາລະ​ທີ່ຜ່ານ​ໄປ​ຢ່າງ​ໄວ. ມັນ​ບໍ່​ໄດ້​ເປັນ​ໂຊກ​ຮ້າຍ; ມັນບໍ່ໄດ້ເປັນຄວາມສິ້ນ​ຫວັງ; ມັນບໍ່ໄດ້ຖືກ​ລືມ​ໄປ​ໃນປະຫວັດສາດ. ມັນ​ເປັນ​ວຽກ​ງານ​ຂອງ​ພຣະເຈົ້າອົງ​ຜູ້​ຊົງ​ລິດ​ອຳນາດ​ສູງ​ສຸດ, ​ແລະ ມັນ​ຈະ​ປ່ຽນ​ແປງ​ໂລກ. ສະນັ້ນແລ້ວ, ເປໂຕ, ​ເທື່ອ​ນີ້​ເປັນ​ເທື່ອທີ​ສອງ ​ແລະ ສຸດ​ທ້າຍ, ​ເຮົາ​ຂໍ​ຮ້ອງ​ເຈົ້າ​ໃຫ້ປະ​ທຸກ​ສິ່ງ​​ເຫລົ່າ​ນີ້, ​​ແລະ ​ໄປສອນ ​ແລະ ​ເປັນ​ພະຍານ, ອອກ​ແຮງ ​ແລະ ຮັບ​ໃຊ້ດ້ວຍ​ຄວາມ​ຈົງ​ຮັກ​ພັກດີ, ຈົນ​ກວ່າ​​ເຖິງວັນນັ້ນ ວັນ​ທີ່​ເຂົາ​ຈະ​ເຮັດ​ກັບ​ເຈົ້າດັ່ງ​ທີ່​ເຂົາ​ໄດ້​ເຮັດ​ກັບ​ເຮົາ.”

​ແລ້ວ ​ເມື່ອ​ຫັນ​ໄປ​ຫາ​ອັກຄະ​ສາວົກ​ຂອງ​ພຣະອົງທຸກ​ຄົນ, ພຣະອົງອາດ​ກ່າວບາງສິ່ງເຊັ່ນນີ້​ວ່າ, “ພວກ​ເຈົ້າກໍ​ໂງ່​ຄື​ກັນ​ກັບ​ພວກທຳ​ມະ​ຈານ ​ແລະ ພວກ​ຟາຣິຊາຍ​ບໍ? ຄື​ກັບ​ເຮ​ໂຣດ ​ແລະ ປີ​ລາດ​ບໍ? ພວກ​ເຈົ້າ​ໄດ້​ເປັນ​ຄື​ກັນ​ກັບພວກ​ເຂົາ​ບໍ ທີ່​ຄິດ​ວ່າວ​ຽກງານ​ນີ້​ຈະ​ສິ້ນ​ສຸດ​ລົງ​ເມື່ອ​​ໄດ້ຂ້າ​ເຮົາ​ແລ້ວ? ພວກ​ເຈົ້າກໍ​ຄື​ກັນ​ກັບ​ພວກ​ເຂົາບໍ ທີ່​ຄິດ​ວ່າ​ໄມ້​ກາງ​ແຂນ ​ແລະ ຕະປູ ​ແລະ ອຸບ​ໂມງ ​ເປັນ​ຈຸດ​ຈົບຂອງ​ເຮົາ ​ແລະ ​ແຕ່​ລະ​ຄົນກໍ​ກັບ​ຄືນ​ໄປ​ເຮັດ​ສິ່ງ​ທີ່​ຕົນ​ເຄີຍ​ເຮັດ​ຜ່ານ​ມາ? ລູກ​ເອີຍ, ຊີວິດ​ຂອງ​ເຮົາ ​ແລະ ຄວາມ​ຮັກ​ຂອງ​ເຮົາ​ບໍ່​ໄດ້​ສຳ​ພັດ​ໃຈ​ຂອງ​ພວກ​ເຈົ້າຫລາຍ​ກວ່າ​ນັ້ນບໍ?”

ອ້າຍ​ເອື້​ອຍນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າບໍ່​ແນ່​ໃຈ​ວ່າ ປະສົບ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ ໃນ​ວັນ​ພິພາກສາ, ​ແຕ່​ຂ້າພະ​ເຈົ້າຈະ​​ແປກ​ໃຈ​ຫລາຍ​ ​ເມື່ອ​ໃນ​ຈຸດ​ໃດ​ຈຸດ​ໜຶ່ງ​ຂອງ​ການ​ສົນທະນາ, ພຣະ​ເຈົ້າບໍ່​ໄດ້​ຖາມ​ຄຳ​ຖາມ​ທີ່ພຣະຄຣິດ​ໄດ້​ຖາມ​ເປ​ໂຕ ທີ່​ວ່າ: “​ເຈົ້າຮັກ​ເຮົາ​ບໍ?” ຂ້າພະ​ເຈົ້າຄິດ​ວ່າ​ພຣະອົງ​ຢາກ​ຮູ້​ກ່ຽວ​ກັບຕອນ​ເຮົາ​ຢູ່​ໃນ​ຊີວິດ​ມະຕະນີ້, ​ບາງ​ເທື່ອ​ເປັນ​ຄື​ດັ່ງ​ເດັກນ້ອຍ​​, ຢ່າງ​ໜ້ອຍ​​ເຮົາ​ເຂົ້າ​ໃຈພຣະບັນຍັດ ຂໍ້​ໜຶ່ງ, ຊຶ່ງ​ເປັນຂໍ້​ຕົ້ນ ​ແລະ ຂໍ້​ໃຫຍ່​ສຸດ​ໃນ​ບັນດາ​ພຣະບັນຍັດ​ທັງ​ໝົດ ທີ່​ວ່າ—“ຈົ່ງ​ຮັກ​ພຣະຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າຂອງ​ເຈົ້າດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ​ດ້ວຍ​ສຸດ​ກຳລັງ, ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.”13 ​ແລະ ຖ້າ​ຫາກ​ໃນ​ຕອນ​ນັ້ນ ​ເຮົາ​ສາມາດ​ກ່າວ​ອອກ​ມາ​ວ່າ, “ໂດຍ, ອົງ​ພຣະຜູ້​ເປັນ​ເຈົ້າຂ້າ; ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ” ​​ແລ້ວ​ພຣະອົງ​ຈະ​ເຕືອນ​ເຮົາວ່າ​ຄຸນ​ລັກສະນະ​ຂອງ​ຄວາມ​ຮັກ ຄື​ຄວາມ​ຈົງ​ຮັກ​ພັກດີ.

“ຖ້າ​ພວກ​ເຈົ້າຮັກ​ເຮົາ ພວກ​ເຈົ້າກໍ​ຈະ​ເຊື່ອ​ຟັງ​ພຣະບັນ​ຍັດ​ຂອງ​ເຮົາ,”14 ພຣະ​ເຢຊູ​​ໄດ້ກ່າວ. ​ເຮົາ​ມີ​ຄົນ​ຂ້າງ​ບ້ານ​ທີ່​ຈະ​ໃຫ້​ພອນ, ມີ​ເດັກນ້ອຍ​ທີ່​ຈະ​ປົກ​ປ້ອງ, ມີ​ຄົນ​ຍາກຈົນ​ທີ່​ຈະ​ຊ່ອຍ​ຊູ, ​ແລະ ມີ​ຄວາມ​ຈິງ​ທີ່​ຈະ​​ປ້ອງກັນ. ​ເຮົາ​ມີ​ຄວາມ​ຜິດ​ທີ່​ຈະຕ້ອງ​ແກ້​ໄຂ, ມີ​ຄວາມ​ຈິງ​ທີ່​ຈະ​ແບ່ງປັນ, ​ແລະ ມີ​ສິ່ງ​ທີ່​ດີ​ທີ່​ຈະ​ເຮັດ. ສະຫລຸບ​ແລ້ວ, ​ເຮົາ​ມີ​ຊີວິດ​​ຂອງ​ຜູ້​ເປັນ​ສານຸ​ສິດທີ່​ອຸທິດຕົນ​ທີ່​ຈະ​ສະ​ແດງ​ຄວາມ​ຮັກຕໍ່​ພຣະຜູ້​ເປັນ​ເຈົ້າ. ​ເຮົາ​ບໍ່​ສາມາດ​ຍົກ​ເລີກ ​ແລະ ກັບ​ໄປ. ຫລັງ​ຈາກ​ໄດ້​ຮູ້ຈັກ​ກັບ​ພຣະບຸດ​ທີ່​ຊົງ​ພຣະຊົນ​ຢູ່​ຂອງ​ພຣະ​ເຈົ້າທີ່​ຊົງ​ພຣະຊົນ​ຢູ່​ແລ້ວ ບໍ່​ມີ​ສິ່ງ​ໃດ​ທີ່​ເໝືອນ​ເດີມ​ອີກ​ຕໍ່​ໄປ. ການ​ຄຶງ, ການ​ຊົດ​ໃຊ້, ​ແລະ ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະ​ເຢຊູຄຣິດ ​ເປັນ​ການ​ເລີ່ມຕົ້ນ​ຊີວິດ​ຂອງຊາວ​ຄຣິດສະ​ຕຽນ, ບໍ່​ແມ່ນ​ທີ່​ສຸດຂອງ​ມັນ. ​ເພາະ​ຄວາມ​ຈິງ​ນີ້, ຄວາມ​ເປັນ​ຈິງ​ນີ້, ທີ່​ເຮັດ​ໃຫ້​ຊາວ​ປະ​ມຸງ​ຈຳນວນໜຶ່ງ​ກັບ​ຄືນ​ໄປ​​ເປັນ​ອັກຄະ​ສາວົກ​ອີກ ຜູ້​ບໍ່​ມີ​​ແມ່ນ​ແຕ່​ທຳ​ມະ​ສາລາ​ບ່ອນ​ໜຶ່ງ ຫລື ​ແມ່ນ​ແຕ່​ດາບ​ດວງ​ໜຶ່ງ​15 ​​ໄດ້ປະ​ມອງ​ຂອງ​ຕົນ​ເທື່ອ​ທີ​ສອງ ​ແລະ ອອກ​ໄປປ່ຽນ​ປະຫວັດສາດ​ຂອງ​ໂລກ ຊຶ່ງ​ເຮົາ​ອາ​ໄສ​ຢູ່​ໃນ​ຕອນ​ນີ້.

ຂ້າພະ​ເຈົ້າ​ຂໍ​ເປັນ​ພະຍານ​ຈາກ​ສ່ວນ​ເລິກ​ຂອງຫົວ​ໃຈ, ດ້ວຍ​ຈິດ​ວິນ​ຍານ​ທີ່​ແຮງ​ກ້າຂອງ​ຂ້າພະ​ເຈົ້າ, ຕໍ່​ທຸກ​ຄົນ​ທີ່​ໄດ້​ຍິນ​ສຽງ​ຂອງ​ຂ້າພະ​ເຈົ້າວ່າ ຂໍ​ກະ​ແຈ​ຂອງ​ອັກຄະ​ສາວົກ​ດັ່ງກ່າວ ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ສູ່​ໂລກ ​ແລະ ມີ​ຢູ່​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຕໍ່​ຜູ້​ທີ່​ຍັງ​ບໍ່​ໄດ້​ເຂົ້າຮ່ວມ​ກັບ​ພວກ​ເຮົາ​ໃນ​ອຸດົມ​ການ​ທີ່​ຍິ່ງ​ໃຫຍ່ ​ແລະ ສຸດ​ທ້າຍຂອງ​ພຣະຄຣິດນີ້​ເທື່ອ, ພວກ​ເຮົາ​ຂໍ​ກ່າວ​ວ່າ, “ຂໍ​ເຊີນ​ມາ.” ຕໍ່​ຜູ້​ທີ່​ເຄີຍ​ມາ​ຮ່ວມ, ​ແຕ່​ໄດ້​ຖອຍ​ໄປ, ​​ໂດຍ​ເລືອກ​ເອົາ​ແຕ່​ບາງ​ສ່ວນ​ຂອງ​ການ​ຟື້ນ​ຟູ, ​ແລະ ປະ​ຢ່າງ​ອື່ນ​ໄວ້, ຂ້າພະ​ເຈົ້າຂໍ​ກ່າວ​ວ່າ ຂ້າພະ​ເຈົ້າຢ້ານ​ວ່າ​ທ່ານຈະ​ປະ​ເຊີນ​ກັບ​ຄ່ຳ​ຄືນ​ທີ່​ດົນ​ນານ ​ແລະ ມອງ​ທີ່​ເປົ່າ​ແປນ.” ການ​ເອີ້ນ​ແມ່ນ​ໃຫ້​ກັບ​ຄືນ​ມາ, ມາຍຶດໝັ້ນຢູ່​ໃນ​ຄວາມ​ຈິງ, ມາຮັກ​ພຣະ​ເຈົ້າ, ມາ​ເອື້ອມ​ອອກ​ໄປ​ຊ່ອຍ​ເຫລືອ. ຂ້າພະ​ເຈົ້າ​ເອີ້ນ​​ໃຫ້​ຍຶດໝັ້ນ ຮ່ວມທັງ​ຜູ້​​ເຄີຍສອນ​ສາດສະໜາມາ​ກ່ອນ​ທຸກ​ຄົນ ຜູ້​ເຄີຍ​ໄດ້​ຢືນ​ຢູ່​​ໃນ​ອ່າງ​ບັບຕິ​ສະມາ ​ແລະ ດ້ວຍ​ມື​ທີ່​ຍົກ​ຂຶ້ນ ​ໄດ້​ກ່າວ​ວ່າ, “ໂດຍ​ໄດ້​ຮັບ​ມອບ​ໝາຍຈາກພຣະເຢຊູຄຣິດ.”16 ການ​ມອບ​ໝາຍ​ນັ້ນ​ແມ່ນ​ໃຫ້​ປ່ຽນ​ແປງຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສຂອງ​ທ່ານ​ຕະຫລອດ​ການ, ​​ແຕ່ມັນ​ຄວນ​ເປັນ​ກັບ​ທ່ານ​ຄື​ກັນຕະຫລອດ​ໄປ. ຕໍ່​ຊາວ​ໜຸ່ມ​ຂອງ​ສາດສະໜາ​ຈັກ​ທີ່​ພວມ​ເຕີບ​ໂຕ​ຂຶ້ນສູ່​ການ​​ເຜີຍ​ແຜ່ ​ແລະ ສູ່ພຣະວິຫານ ​ແລະ ສູ່​ການ​ແຕ່ງງານ, ພວກ​ເຮົາ​ກ່າວ​ວ່າ, “ຈົ່ງ​ຮັກ​ພຣະ​ເຈົ້າ ​ແລະ ສະອາດ​ຈາກ​​ເລືອດ ​ແລະ ບາບຂອງ​ຄົນ​ລຸ້ນນີ້. ພວກ​ເຈົ້າມີ​ວຽກ​ງານ​ອັນ​ສຳຄັນ​ທີ່​ຈະ​ເຮັດ, ຊຶ່ງ​ເນັ້ນໜັກ​ໂດຍ​ການ​ປະກາດຂອງ​ປະທານ​ທອມ​ມັສ ​ແອັສ ມອນ​ສັນ ທີ່​ໄດ້​ກ່າວ​ໃນ​ມື້ວານ​ນີ້. ພຣະບິດາ​ເທິງ​ສະຫວັນ​ຂອງ​​ພວກ​ເຈົ້າຄາດ​ຫວັງ​ໃຫ້​​ພວກ​ເຈົ້າຮັກ ​ແລະ ຈົງ​ຮັກ​ພັກດີຕະຫລອດ​ຊີວິດ​ຂອງ​ພວກ​ເຈົ້າ.”

ຕໍ່​ທຸກ​ຄົນ​ທີ່​ໄດ້​ຍິນ​ສຽງ​ຂອງ​ຂ້າພະ​ເຈົ້າ, ສຸລະສຽງ​ຂອງ​ພຣະຄຣິດ​ໄດ້​ຍິນ ​ແລະ ມາ​ເຖິງຕະຫລອດ​ເວລາ, ຖາມ​ເຮົາ​ແຕ່ລະຄົນຕອນ​ຍັງ​ມີ​ເວລາ​ວ່າ, “ເຈົ້າຮັກ​ເຮົາ​ບໍ?” ​ແລະ ສຳລັບ​ເຮົາ​​ແຕ່ລະຄົນ, ຂ້າພະ​ເຈົ້າຂໍ​ຕອບ​ດ້ວຍກຽດ ​ແລະ ດ້ວຍຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າວ່າ, “​ໂດຍ, ອົງ​ພຣະຜູ້​ເປັນ​ເຈົ້າຂ້າ, ພວກ​ຂ້ານ້ອຍ​ຮັກ​ພຣະອົງ,”17 ​ແລະ ​ເມື່ອພວກ​ເຮົາ​ໄດ້ເອົາ​ມື​ຈັບ​ງ້ອນ​ໄຖ​ແລ້ວ​, ພວກ​ເຮົາ​ຈະ​ບໍ່ຫລຽວ​ຄືນ​ຫລັງຈົນ​ກວ່າ​ພວກ​ເຮົາ​ຈະ​ເຮັດ​ວຽກ​ງານນີ້​ຂອງ​ພວກເຮົາ​​ໃຫ້ສຳ​ເລັດ ​ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ​ແລະ ​ຂອງເພື່ອນ​ບ້ານ​ຄອບຄອງ​​ແຜ່ນດິນ​ໂລກ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.