​2010–2019
ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ການ​ໄຖ່​ຄົນ​ທີ່​ລ່ວງ​ລັບ​ໄປ​ແລ້ວ
ຕຸລາ 2012


ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ການ​ໄຖ່​ຄົນ​ທີ່​ລ່ວງ​ລັບ​ໄປ​ແລ້ວ

ເອລີ​ຢາຈະ​ຝັງ​ສັນຍາ​ທີ່​ເຮັດ​ກັບ​ບັນພະບຸລຸດ​ໄວ້​ໃນ​ໃຈ​ຂອງ​ລູກ​ຫລານ, ແລະ ໃຈ​ຂອງ​ລູກ​ຫລານ​ຈະ​ຫັນ​ໄປ​ຫາ​ບັນພະບຸລຸດຂອງ​ເຂົາເຈົ້າ.

ພຣະ​ຜູ້​ເປັນ​ເຈົ້າ​​ໄດ້​ເປີດເຜີຍ​ຄຳ​ສອນ​ທີ່​ສູງ​ສົ່ງ​ກ່ຽວ​ກັບ​ພິທີການ​ສັກສິດ​ແຫ່ງ​ການ​ບັບ​ຕິ​ສະ​ມາ ໃຫ້​ແກ່​ສາດສະດາ​​ໂຈ​ເຊັບ ສະ​ມິດ. ການ​ເປີດເຜີຍ​ນັ້ນ​ໄດ້​ມາ​ເຖິງ​ເມື່ອ​ສາດສະໜາ​ຊາວຄຣິດ​ສະ​ຕຽນ​ອື່ນໆ ໄດ້​ສອນ​ວ່າຄວາມ​ຕາຍ​ໄດ້​ກຳນົດ​ຊາຕາກຳຂອງ​ຈິດ​ວິນ​ຍານຢ່າງ​ປ່ຽນແປງ​ບໍ່​ໄດ້ຊົ່ວ​ນິລັນດອນ. ເຂົາເຈົ້າໄດ້​ສອນ​ວ່າ​ຜູ້​ທີ່​ໄດ້ຮັບ​ບັບ​ຕິ​ສະ​ມາ​ຈະ​ໄດ້​ຮັບ​ລາງວັນ​ດ້ວຍຄວາມ​ປິ​ຕິ​ຍິນ​ດີ​ທີ່​ບໍ່​ສິ້ນ​ສຸດ ໃນ​ເມື່ອ​ຄົນ​ອື່ນ​ທັງ​ໝົດ​ຈະ​ໄດ້​ປະສົບຄວາມ​ທໍລະມານ​ນິລັນດອນ, ປາດ​ສະ​ຈາກ​ຄວາມ​ຫວັງ​ແຫ່ງການ​ໄຖ່.

ການ​ເປີດເຜີຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ບອກ​ວ່າ​ຜ່ານ​ສິດ​ອຳນາດຂອງ​ຖານະ​ປະໂລຫິດ​ທີ່​ຖືກຕ້ອງ, ການ​ບັບ​ຕິ​ສະ​ມາ​ສາມາດ​ຖືກປະຕິບັດ​ແທນ​ຄົນ​ຕາຍ ໄດ້​ຮັກສາ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ຄຳຂອງ​ພຣະ​ອົງ​ທີ່​ວ່າ: “ບໍ່​ມີ​ໃຜ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າໄດ້ ນອກຈາກ​ລາວ​ເກີດ​ຈາກ​ນ້ຳ ແລະ ຈາກ​ພຣະ​ວິນ​ຍານ.”1 ການ​ຮັບ​ບັບ​ຕິ​ສະ​ມາ​ແທນ​ຄົນ​ຕາຍ​​ເປັນ​ການ​ເຮັດ​ພິທີການ​ທີ່​ຈຳເປັນ​ຢ່າງ​ມີ​ເມດ​ຕາ​ໃຫ້​ແກ່​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ ທີ່​ມີ​ຄ່າຄວນທຸກ​ຄົນ ຜູ້​ທີ່​ບໍ່​ໄດ້​ຮັບ​ເອົາ​ມັນ​ໃນ​ຊີວິດ​ມະຕະ​ນີ້.

ຄຳ​ສອນ​ອັນ​ຮຸ່ງ​ເຫລື້ອມ​ນີ້​ເປັນ​ພະຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ຄຸນ​ນະພາບ​ທີ່​ສົມບູນ​ຄົບ​ຖ້ວນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະເຢ​ຊູ​ຄຣິດ. ພຣະ​ອົງ​​ໄດ້​ເຮັດ​ໃຫ້​ຄວາມ​ລອດ​ມີ​ໄວ້​ໃຫ້​ທຸກໆ​ຄົນ​ທີ່​ກັບ​ໃຈ. ການຊົດ​ໃຊ້​ຂອງ​ພຣະ​ອົງ​ໄດ້​ເອົາ​ຊະນະ​ຄວາມ​ຕາຍ, ແລະ ພຣະອົງອະນຸຍາດ​ຄົນ​ທີ່​ມີ​ຄ່າ​ຄວນທີ່​​ໄດ້ຕາຍ​ໄປ​ແລ້ວ ໃຫ້​ໄດ້​ຮັບ​ພິທີການແຫ່ງ​ຄວາມ​ລອດ​ທັງ​ໝົດ​ນີ້ ໂດຍ​ມີ​ຄົນ​ອື່ນ​ເຮັດ​ແທນ.

ໃນ​ຈົດໝາຍ​ສະບັບ​ໜຶ່ງ, ທີ່​ໄດ້​ຂຽນ​ເມື່ອ 150 ປີ​ກວ່າ​ມາ​ແລ້ວ, ​ໂຈ​ເຊັບ ສະ​ມິດ ໄດ້​ກ່າວ​ວ່າ: “ໄພ່​ພົນຂອງ​ພຣະ​ເຈົ້າ​ມີ​ສິດທິ​ພິເສດ​ໃນ​ການ​ຮັບບັບ​ຕິ​ສະ​ມາ​​ແທນ ... ຍາດ​ພີ່ນ້ອງ​ຂອງ​ເຂົາເຈົ້າ ຜູ້​ທີ່​ໄດ້​ຕາຍໄປ​ແລ້ວ ... ຜູ້​ທີ່​ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ໃນ​ໂລກ​ວິນ​ຍານ, ຜ່ານ ... ຜູ້​ທີ່​ຖືກ​ມອບ​ໝາຍ​ໃຫ້​ສອນ​ເຂົາເຈົ້າ.”2 ຕໍ່​ມາ​ເພິ່ນ​ໄດ້​ກ່າວ​ຕື່ມ​ວ່າ, “ໄພ່​ພົນຂອງ​ພຣະ​ເຈົ້າເຫລົ່ານັ້ນ ຜູ້​ທີ່​ລະເລີຍ​ໃນ​ການ​ເຮັດ​ແທນ​ຍາດ​ພີ່ນ້ອງ​ຂອງ​ເຂົາເຈົ້າ​ທີ່​ໄດ້​ເສຍຊີວິດ​ໄປ​ແລ້ວ, ກໍ​ເຮັດ​ໃຫ້​ຄວາມ​ລອດ​ຂອງ​ເຂົາເຈົ້ານັ້ນ​ເອງ​ຕົກ​ຢູ່​ໃນຂັ້ນ​ອັນຕະລາຍ.”3

ສາດສະດາເອ​ລີ​ຢາໄດ້​ມອບ​ຂໍ​ກະແຈ​ສຳລັບ​ວຽກ​ງານ​ແທນ​ຄົນຕາຍ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ ໃນ​ພຣະ​ວິ​ຫານ​ເຄີດ​ແລນ4 ເພື່ອປະຕິບັດ​ຕາມ​ຄຳສັນຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່ວ່າ ​ເອລີ​ຢາຈະ​ຝັງ​ສັນຍາ​ທີ່​ເຮັດ​ກັບ​ບັນພະບຸລຸດ​ໄວ້​ໃນ​ໃຈ​ຂອງ​ລູກ​ຫລານ, ແລະ ໃຈ​ຂອງ​ລູກ​ຫລານ​ຈະ​ຫັນ​ໄປ​ຫາ​ບັນພະບຸລຸດຂອງ​ to ​ເຂົາ​ເຈົ້າ.”5

ຜ່ານ​ການ​ເປີດເຜີຍ​ທີ່​ຕໍ່​ມາ ໃຫ້​ແກ່​ໂຈ​ເຊັບ ສະ​ມິດ ແລະ ບັນດາ​ສາດສະດາ​ທີ່​ຕໍ່​ມາ​ນັ້ນ, ກໍ​ໄດ້​ມີ​ຄວາມ​ເຂົ້າໃຈ​ເຖິງ ແລະ ການ​ຈັດ​ຕຽມ​ສຳລັບ​ວຽກ​ງານ​ພຣະ​ວິຫານ ແລະ ປະຫວັດ​ຄອບຄົວ​ທີ່​ສົ່ງເສີມ​ວຽກ​ງານ​ນີ້. ສາດສະດາ​ທຸກໆ​ຄົນ ນັບ​ຕັ້ງແຕ່​ໂຈ​ເຊັບ ສະ​ມິດ ກໍ​ໄດ້​​ເນັ້ນໜັກ​ຄຳ​ສັ່ງ​ທີ່​ຈຳເປັນ ທີ່​ຈະ​ຈັດ​ຫາພິທີການ​ທັງ​ໝົດ​ນີ້​ສຳລັບ​ຕົວ​ເຮົາ​ເອງ ແລະ ບັນພະບຸລຸດຂອງ​ເຮົາ​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ.

ວຽກ​ງານ​ພຣະ​ວິຫານ ແລະ ປະຫວັດ​ຄອບຄົວ​ເປັນ​ວຽກ​ງານດຽວ​ທີ່​ແບ່ງ​ອອກ​ເປັນ​ສອງ​ສ່ວນ. ທັງ​ສອງ​ພົວພັນ​ກັນ​ເໝືອນ​ດັ່ງພິທີການ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ. ສະ​ມາ​ຊິກບາງ​ຄົນ​ອາດ​ບໍ່​ສາມາດ​ເຮັດ​ວຽກ​ງານທັງ​ສອງ​ນີ້ໄດ້ ເພາະບັນຫາ​ເລື່ອງສຸຂະພາບ ຫລື ອາໄສ​ຢູ່​ຫ່າງ​ໄກ​ຈາກ​ພຣະວິຫານ.

ປະທານຮາວ​​ເວີດ ດັບ​​ເບິ​ນຢູ ຮັນ​ເທີ ໄດ້​ສອນ​ວ່າ:

“ເຮົາ​ຕ້ອງ​ສຳເລັດ​ວຽກ​ງານ​ພິທີ​ການຂອງ​ພຣະ​ວິຫານ​ແຫ່ງ​ຖານະ​ປະໂລຫິດ​ທີ່​ຈຳເປັນ​ສຳລັບ​ຄວາມ​ສູງ​ສົ່ງ​ຂອງ​ເຮົາ​ເອງ; ແລ້ວເຮົາຕ້ອງ​ເຮັດ​ວຽກ​ງານ​ທີ່​ຈຳເປັນ​ສຳລັບ​ຜູ້​ທີ່​ບໍ່​ໄດ້​ມີ​ໂອກາດ​ທີ່​ຈະ​ຮັບເອົາ​ພຣະ​ກິດ​ຕິຄຸນ​ໃນ​ຊີວິດ​ນີ້. ການ​ເຮັດ​ວຽກ​ງານ​ສຳລັບ​ຄົນ​ອື່ນ ຈະ​ສຳເລັດ​ໄດ້​ໃນ​ສອງ​ຂັ້ນ​ຕອນ: ໜຶ່ງ, ໂດຍ​ການ​ຄົ້ນຄວ້າ ປະຫວັດ​ຄອບຄົວ ເພື່ອ​ຄົ້ນ​ຫາ​ບັນພະບຸລຸດ​ຂອງ​ເຮົາ; ແລະ ສອງ, ໂດຍ​ການ​ປະຕິບັດ​ພິທີ​ການຂອງ​ພຣະ​ວິຫານ​ຕ່າງໆ ເພື່ອ​ມອບ​ໂອກາດ​ອັນ​ດຽວ​ກັນ​ນັ້ນ​ທີ່​ໄດ້​ມອບ​ໃຫ້​ຜູ້​ທີ່​ມີ​ຊີວິດ​ຢູ່.

“ແຕ່ ຍັງ​ມີ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຫລາຍ​ຄົນ ທີ່​ມີ​ໂອກາດ​ອັນ​ຈຳກັດ​ທີ່​ຈະ​ເຂົ້າ​ເຖິງ​ພຣະ​ວິຫານ. ເຂົາເຈົ້າ​ກໍ​ເຮັດ​ສຸດຄວາມ​ສາມາດ. ເຂົາເຈົ້າ​ເຮັດ​ການ​ຄົ້ນຄວ້າ​ປະຫວັດ​ຄອບຄົວ ແລະ ໃຫ້​ຄົນ​ອື່ນ​ເຮັດ​ວຽກ​ງານ​ພຣະ​ວິຫານ​ແທນ. ເຖິງ​ຢ່າງໃດກໍ​ຕາມ, ມີ​ສະມາຊິກ​ບາງ​ຄົນ​ທີ່​ມີ​ສ່ວນ​ໃນ​ວຽກ​ງານ​ພຣະ​ວິຫານ ແຕ່ບໍ່​ເຮັດ​ການ​ຄົ້ນຄວ້າ​ປະຫວັດ​ຄອບຄົວ ເພື່ອ​ຕາມ​ຫາ​ເຊື້ອສາຍ​ຂອງ​ຕົນ​ເອງ. ເຖິງ​ແມ່ນ​ວ່າ​ເຂົາເຈົ້າ​ປະຕິບັດ​ການ​ຮັບ​ໃຊ້​ອັນສູງ​ສົ່ງ​ໃນ​ການ​ຊ່ອຍ​ເຫລືອ​ຄົນ​ອື່ນ​ກໍ​ຕາມ, ​ແຕ່ເຂົາເຈົ້າ​ກໍ​ສູນ​ເສຍພອນ​ໂດຍ​ບໍ່​ຄົ້ນ​ຫາ​ຍາດ​ພີ່ນ້ອງ​ຂອງ​ເຂົາເຈົ້າ​ເອງ ຜູ້​ທີ່​ໄດ້​ລ່ວງລັບ​ໄປ​ແລ້ວ ດັ່ງ​ທີ່​ຖືກ​ແນະນຳ​ໃຫ້​ເຮັດ ໂດຍ​ສາດສະດາ​ໃນ​ຍຸກສຸດ​ທ້າຍ​ນີ້. ...

“ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ວ່າ​ຜູ້​ທີ່​ມີ​ສ່ວນ​ໃນ​ການ​ຄົ້ນຄວ້າ​ປະຫວັດ​ຄອບຄົວ ແລະ ແລ້ວ​ປະກອບ​ວຽກ​ງານ​ພິທີ​ການ​ພຣະ​ວິຫານ​ແທນ​ຜູ້​ທີ່​ເຂົາເຈົ້າ​ຄົ້ນ​ພົບ​ຈະ​ໄດ້​ຮູ້​ຄວາມ​ປິ​ຕິ​ຍິນ​ດີ​ເພີ່ມ​ເຕີມຂອງ​ການ​ໄດ້​ຮັບ​ພອນ​ທັງ​ສອງ​ສ່ວນ.”6

ພຣະ​ບິດາ​ໃນ​ສະຫວັນ​ປະສົງ​ໃຫ້​ເຮົາ​ແຕ່ລະຄົນ​ໄດ້​ຮັບ​ພອນ​ທັງສອງ​ສ່ວນ​ຂອງ​ວຽກ​ງານ​ທີ່​ເຮັດ​ແທນ ທີ່​ຈຳເປັນ​ນີ້. ພຣະ​ອົງ​ໄດ້ນຳພາ​ຄົນ​ອື່ນ​ໃຫ້​ສະແດງ​ໃຫ້​ເຮົາ​ເຫັນ​ວິທີ​ທີ່​ຈະ​ມີ​ສິດ​ໄດ້​ຮັບພອນ​ນັ້ນ. ມັນ​ຂຶ້ນ​ຢູ່​ກັບ​ທ່ານ ແລະ ຂ້າພະເຈົ້າທີ່​ຈະ​ຮຽກຮ້ອງເອົາ​ພອນ​ເຫລົ່ານັ້ນ.

ວຽກ​ງານ​ໃດໆ​ທີ່​ທ່ານ​ເຮັດ​ໃນ​ພຣະ​ວິຫານ​ກໍ​ເປັນ​ເວລາ​ທີ່​ມີ​ຄຸນຄ່າ​ຫລາຍ, ແຕ່ການ​ຮັບ​ເອົາ​ພິທີການ​ແທນ​ຄົນ​ໜຶ່ງ​ໃນ​ບັນດາ​ບັນພະ​ບຸລຸດ​ຂອງ​ທ່ານ​ເອງ​ຈະເຮັດ​ໃຫ້​ເວລາ​ທີ່ຢູ່​ໃນ​ພຣະ​ວິຫານ​ນັ້ນສັກສິດ​ຫລາຍ​ຂຶ້ນ ແລະ ແມ່ນ​ແຕ່​ຈະ​ໄດ້​ຮັບ​ພອນ​ທີ່​ຍິ່ງ​ໃຫຍ່ຫລາຍ​ກວ່າ​ນັ້ນ. ຝ່າຍ​ປະທານ​ສູງ​ສຸດ​ໄດ້​ປະກາດ​ວ່າ, “ພັນທະທີ່​ເປັນ​ເລີດ​ຂອງ​ເຮົາ​ຄື​ທີ່​ຈະ​ສະແຫວງຫາ ແລະ ລະບຸ​ຊື່​ຂອງບັນພະບຸລຸດ ຂອງ​ເຮົາ​ເອງ.7

ພວກ​ເຈົ້າຄົນ​ໜຸ່ມ​ຢາກ​ມີ​ວິທີ​ທາງ​ທີ່​ແນ່ນອນ​ທີ່​ຈະ​ກຳຈັດ​ອິດ​ທິ​ພົນ​ຂອງ​ຜູ້​ກົງກັນຂ້າມ​ໃນ​ຊີວິດ​ຂອງ​ພວກ​ເຈົ້າ​ບໍ? ໃຫ້​ພວກ​ເຈົ້າຕັ້ງ​ອົກ​ຕັ້ງໃຈ​ໃສ່ການ​ຄົ້ນ​ຫາ​ບັນພະບຸລຸດ​ຂອງ​ພວກ​ເຈົ້າ, ຈັດ​ຕຽມ​ຊື່​ຂອງ​ເຂົາເຈົ້າ​ສຳລັບ​ພິທີ​ການ​ທີ່​ສັກສິດ​ແທນ ທີ່​ມີ​ໄວ້​ໃຫ້​ໃນ​ພຣະ​ວິຫານ, ແລະ ແລ້ວໃຫ້​ໄປ​ພຣະ​ວິຫານ​ເພື່ອ​ເຮັດ​ພິທີ​ແທນ​ເຂົາເຈົ້າ ເພື່ອ​ຮັບເອົາ​ພິທີການ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ ຂອງ​ປະທານ​ແຫ່ງພຣະ​ວິນ​ຍານ​ບໍລິສຸດ. ເມື່ອ​ພວກ​ເຈົ້າມີ​ອາຍຸ​ສູງ​ຂຶ້ນ, ພວກ​ເຈົ້າ​ຈະ​ສາມາດມີ​ສ່ວນ​ຮ່ວມ​ໃນ​ການ​ຮັບ​ເອົາ​ພິທີການ​ອື່ນໆ​ນຳ​ອີກ. ຂ້າພະເຈົ້າບໍ່​ສາມາດ​ຄິດ​ເຖິງ​ການ​ປົກ​ປ້ອງ​ທີ່​ຍິ່ງ​ໃຫຍ່​ກວ່າ​ນີ້ຈາກ​ອິດ​ທິພົນ​ຂອງ​ຜູ້​ກົງກັນຂ້າມ​ໃນ​ຊີວິດ​ຂອງ​ພວກ​ເຈົ້າ.

ໃນ​ເຂດ​ເຜີຍແຜ່ ຣໍ​ສະ​ຕອບ-ນາ-​ໂດ​ນູ ປະເທດ​ລັດເຊຍ ຊາວ​ໜຸ່ມ​​ຖືກ​ເຊື້ອ​ເຊີນ​ໃຫ້​ຈັດ​ດັດຊະນີລາຍ​ຊື່ ຈຳນວນ 2,000 ຄົນ ແລະ ແລ້ວ​ໃຫ້ຕຽມ​ຊື່​ຂອງ​ໜຶ່ງ​ຄົນ​ຈາກ​ຄອບຄົວ​ຂອງ​ເຂົາເຈົ້າ​ເອງສຳລັບ​ພິທີການ​ພຣະ​ວິຫານ. ຜູ້​ທີ່​ໄດ້​ສຳເລັດ​ເປົ້າ​ໝາຍ​ນີ້​ຖືກ​ຮັບ​ເຊີນ​ໃຫ້ເດີນທາງ​ໄກ​ໄປ​ພຣະ​ວິຫານ​ໃໝ່​ທີ່ ຄີ​ແອ​ຟ​ ປະເທດ ຢູ​ຄະ​ເຣນ. ຊາຍ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ແບ່ງປັນ​ປະສົບ​ການ​ຂອງ​ລາວວ່າ: “ຂ້ານ້ອຍ​ໄດ້​ໃຊ້​ເວລາ​ຫລິ້ນ​ເກ​ມ​ໃນ​ຄອມ​ພິວ​ເຕີ​ຫລາຍ. ເມື່ອ​ຂ້ານ້ອຍ​ໄດ້​​ເລີ່ມ​ຈັດ​ດັດຊະນີ, ຂ້ານ້ອຍ​ບໍ່​ໄດ້​ມີ​ເວລາ​ຈະຫລິ້ນ​ເກ​ມ​ເລີຍ. ທຳ​ອິດ​ຂ້ານ້ອຍ​ໄດ້​ຄິດ​ວ່າ, ‘ໂອ້ຍ! ນີ້​ເປັນ​ໄປໄດ້​ແນວໃດ!’ ເມື່ອ​ວຽກ​ງານ​ນີ້​ຈົບ​ລົງ, ຂ້ານ້ອຍ​ບໍ່​ສົນໃຈ​ເລື່ອງການຫລິ້ນ​ເກມ​ອີກ​ເລີຍ. ... ວຽກ​ງານ​ສືບ​ລຳດັບ​ເຊື້ອສາຍ​ເປັນ​ສິ່ງ​ທີ່ເຮົາ​ສາມາດ​ເຮັດ​ໄດ້​ຢູ່​ເທິງ​ໂລກ​ນີ້, ແລະ ວຽກ​ງານນີ້​ຈະ​ຄົງ​ຢູ່​ໃນ​ສະຫ​ວັນ​ດ້ວຍ.”

ໄພ່​ພົນ​ທີ່​ຊື່ສັດ​ຫລາຍ​ຄົນ​ໄດ້​ເຮັດ​ວຽກ​ງານ​ແຫ່ງ​ການ​ຄົ້ນຄວ້າ​ຫາເຊື້ອສາຍ​ຂອງ​ເຂົາເຈົ້າ ແລະ ກຳລັງ​ໃຊ້​ທາງເລືອກ​ຂອງການ​ຮັກສາ​ໄວ້​ຂອງ FamilySearch ເພື່ອ​ຮັກສາ​ພິທີການເຫລົ່ານັ້ນ​ໄວ້ໃຫ້​ສະມາຊິກ​ໃນ​ຄອບຄົວ​ຕົນ​ເອງ​ເປັນ​ຜູ້​ເຮັດ​ແທນ. ຈຸດປະສົງ​ຂອງ​ການ​ຮັກສາ​ຊື່​ໄວ້​ກໍ​ເພື່ອ​​ໃຫ້​ເວລາ​ອັນ​ເໝາະ​ສົມສຳລັບ​ບຸກຄົນທີ່​ຈະ​ໄດ້​ປະກອບ​ພິທີການ​ສຳລັບ​ບັນພະບຸລຸດ ແລະ ເຊື້ອສາຍ​ທີ່​ພົວພັນ​ກັນ ເພື່ອໃຫ້​ທ່ານ​ມີ​ເວລາ​ພຽງພໍທີ່​ຈະ​ເຮັດ​ໃຫ້​ມັນ​ສຳເລັດ. ໃນ​ປະຈຸ​ບັນ​ນີ້ ມີລາຍ​ຊື່​ຈຳນວນ 12 ລ້ານ ຫລື ມີ​ພິທີການ​ຫລາຍ​ລ້ານ​ທີ່ ຖືກ​ສະຫງວນ​ໄວ້. ຊື່​ທັງຫລາຍ​ຖືກ​ສະຫງວນ​ໄວ້​ຫລາຍ​ປີ​ແລ້ວ. ບັນພະບຸລຸດ​ທີ່​ຖືກ​ຄົ້ນ​ພົບ​ແລ້ວ ແນ່ນອນ​ວ່າ​ຄົງ​ຈະ​ຕື່ນ​ເຕັ້ນ ແລະ ດີໃຈ​ຫລາຍ​ເມື່ອ​ຊື່​ຂອງ​ເຂົາເຈົ້າ​ຖືກ​ອະນຸຍາດ​ໃຫ້​ປະກອບພິທີການ​ຕ່າງໆ​ແທນ. ເຖິງ​ຢ່າງໃດ​ກໍ​ຕາມ, ເຂົາເຈົ້າ, ອາດ​ຈະ​ບໍ່ດີໃຈ​ຫລາຍ​ປານໃດ​ເມື່ອ​ເຂົາເຈົ້າ​ຕ້ອງ​ໄດ້​ລໍຖ້າ​ອີກ​ຕໍ່​ໄປ​ເພື່ອ​ພິທີການ​ຂອງ​ເຂົາເຈົ້າ​ຈະ​ຖືກ​ປະກອບ​ໃຫ້.

ພວກເຮົາ​ຂໍ​ຊຸກຍູ້​ທ່ານ​ຜູ້​ທີ່​ມີ​ລາຍ​ຊື່​ຢ່າງ​ຫລວງຫລາຍ​ທີ່​ຖືກ​ສະຫງວນໄວ້ ໃຫ້​ແບ່ງປັນ​ມັນ​ເພື່ອ​ວ່າ​ສະມາຊິກ​ຄົນ​ອື່ນ​ໃນ​ຄອບຄົວ​ຂອງທ່ານ ຫລື ຫວອດ ແລະ ສະ​ເຕກ​ຈະ​ສາມາດ​ຊ່ອຍ​ທ່ານ​ໄດ້​ໃນການ​ສຳເລັດ​ວຽກ​ງານ​ນັ້ນ. ທ່ານ​ສາມາດ​ເຮັດ​ສິ່ງນີ້​ໄດ້​ໂດຍ​ການແຈກ​ຢາຍ​ບັດ​ຊື່​ໃຫ້​ສະມາຊິກ​ໃນ​ຫວອດ ຫລື ສະ​ເຕກ​ທີ່​ເຕັມ​ໃຈທີ່ຈະ​ຊ່ອຍ ຫລື ​ໂດຍ​ການນຳ​ໃຊ້​ລະບົບ​ຄອມ​ພິວ​ເຕີ​ຂອງ FamilySearch ທີ່​ຈະ​ມອບ​ຊື່​ເຫລົ່ານັ້ນ​ໃຫ້​ແກ່​ພຣະ​ວິຫານ​ໂດຍ​ກົງ. ທາງ​ເລືອກທີ​ສອງ​ນີ້​ຄື​ສິ່ງ​ທີ່​ນາງຊິນ​ດີ ບະ​ເລ​ວິນ ໃນ​ເມືອງຄາ​ສະ​ເປີ ລັດ​ວາຍ​ໂອ​ມິ​ງ ໄດ້​ເຮັດ​ຫລາຍປີ​ມາ​ແລ້ວ.

ຊິດ​ສະ​ເຕີ ບະ​ເລ​ວິນ ໄດ້​ຮັບ​ບັບ​ຕິ​ສະ​ມາ​ຕອນ​ເປັນ​ໄວ​ລຸ້ນ ແລະ ໄດ້​ເປັນ​ສະມາຊິກ​ພຽງ​ຄົນ​ດຽວ​ໃນ​ຄອບຄົວ​ຂອງ​ນາງ ທີ່​ໄດ້​ເຂົ້າມາ​ຮ່ວມ​ໃນ​ສາດສະໜາ​ຈັກ. ນາງ​ໄດ້​ສຳເລັດ​ວຽກ​ງານ​ການ​ສືບເຊື້ອສາຍ​ຢ່າງ​ຫລວງຫລາຍ​ແລ້ວ, ແຕ່ຍັງ​ມີ​ລາຍ​ຊື່​ຫລາຍ​ເກີນໄປສຳລັບ​ນາງ ແລະ ຄອບ​ຄົວ​ຂອງ​ນາງ​ທີ່​ຈະ​​ສຳເລັດ​ໄດ້. ເພາະ​ເຫດ​ນີ້, ຊິດ​ສະ​ເຕີ ບະ​ເລ​ວິນ ຈຶ່ງ​ໄດ້​ມອບ​ລາຍ​ຊື່​ນັ້ນ​ໃຫ້ແກ່​ພຣະ​ວິຫານ, ຊຶ່ງທີ່​ນາງ​ລາຍ​ງານ​ວ່າ ຈະ​ສຳເລັດ​ໄດ້​ພາຍໃນ​ສອງ​ສາມ​ອາທິດ, ຕາມ​ປົກກະຕິ​ຈະ​ແມ່ນ​ໜຶ່ງ​ໃນ​ພຣະ​ວິຫານສອງ​ແຫ່ງ​ທີ່​ໃກ້​ບ້ານ​ຂອງ​ນາງ​ຫລາຍ​ທີ່​ສຸດ. ນາງ​ກ່າວ​ວ່າ​ນາງມັກ​ຈະ​ຄິດ​ວ່າ​ໝູ່​ເພື່ອນ ແລະ ເພື່ອນ​ບ້ານ​ໃນ​ຫວອດ ແລະ ສະ​ເຕກ​ຂອງ​ນາງ​ເອງ​ອາດ​ເປັນ​ຄົນ​ທີ່​ຊ່ອຍ​ເຮັດ​ ​ເພື່ອ​ເຮັດໃຫ້​ວຽກ​ງານ​ສຳລັບ​ບັນພະບຸລຸດ​ຂອງ​ນາງ​ສຳເລັດ. ນາງ​ຮູ້ສຶກ​ບຸນຄຸນ​ຕໍ່​ຜູ້​ຄົນ​ທີ່ໄດ້​ເຮັດ​ສິ່ງ​ນີ້.

ຈີນີນ, ພັນ​ລະ​ຍາ​ທີ່​ຮັກ​ຂອງ​ຂ້າພະເຈົ້າ, ມັກ​ເຮັດ​ການ​ຄົ້ນຄວ້າປະຫວັດ​ຄອບຄົວ​ຫລາຍ. ຕອນ​ລູກໆ​ຂອງ​ພວກ​ຂ້າພະເຈົ້າ​ຍັງນ້ອຍ ນາງ​ໄດ້​ແລກປ່ຽນ​ເວລາ​ເບິ່ງ​ລູກ​ກັບ​ເພື່ອນໆ ເພື່ອ​ວ່ານາງ​ຈະ​ສາມາດ​ມີ​ເວລາ​ແຕ່​ລະ​ສອງ​ສາມ​ອາທິດ​ທີ່​ຈະ​ເຮັດ​ວຽກງານ​ການ​ຄົ້ນ​ຫາ​ເຊື້ອສາຍ. ຫລັງ​ຈາກ​ລູກ​ຫລ້າ​ຂອງ​ພວກ​ຂ້າພະ​ເຈົ້າ​ໄດ້​ອອກ​ຈາກ​ບ້ານ​ໄປ, ນາງ​ໄດ້​ບັນທຶກ​ໄວ້​ໃນ​ປຶ້ມ​ບັນທຶກ​ສ່ວນ​ຕົວ​ວ່າ: “ຂ້ອຍ​ຫາ​ກໍ​ໄດ້​ຕັດສິນ​ໃຈ​ຢ່າງ​ໜຶ່ງ ແລະ ຂ້ອຍ​ຢາກ​ຈະ​ລຸກຂຶ້ນ ແລະ ຮ້ອງ​ໂຮ​ເລື່ອງ​ນີ້. ຫ້ອງ​ນອນ​ຂອງທ້າວໄມ ກໍ​ໄດ້​ກາຍ​ມາ​ເປັນ​ຫ້ອງ​ເຮັດ​ວຽກ​ງານ​ການ​ສືບ​ເຊື້ອສາຍ​ຂອງ​ຂ້ອຍ​ແລ້ວ. ມັນ​ກໍ​ພຽງພໍ​ທີ່​ຈະ​ຈັດ​ບັນທຶກ ແລະ ເຮັດວຽກ​ໃນ​ນັ້ນ. ບັດ​ນີ້ ຊີວິດ​ຂອງ​ຂ້ອຍ​ຈະ​ເຈາະ​ຈົງ​ໃສ່​ການ​ຄົ້ນຄວ້າຄອບຄົວ ແລະ ການ​ສົ່ງ​ຊື່​ເຂົ້າ​ພຣະ​ວິຫານ. ຂ້ອຍ​ຕື່ນເຕັ້ນຫລາຍ ແລະ ກະ​ຕື​ລື​ລົ້ນ​ທີ່​ຈະ​​ເລີ່ມ​ຕົ້ນ.”8

ອີກ​ບັນທຶກ​ໜຶ່ງ​ມີ​ຂຽນ​ໄວ້​ວ່າ: “ເລື່ອງ​ອັດສະຈັນ​ໃຈ​ສຳລັບ​ຂ້ອຍ ໄດ້​ເກີດ​ຂຶ້ນ​ໃນ​ຫ້ອງການ​ປະຫວັດສາດ​ຄອບຄົວ​ຂອງ ​ແມັວ ໂອ​ສັນ ຜູ້​ທີ່​ໄດ້​ມອບ​ບັນຊີ​ຂອງ​ແຜນ​ລຳດັບ​ເຊື້ອສາຍ​ທີ່​ເປັນ​ທີ່​ຮູ້ຈັກ​ຂອງ​ຂ້ອຍ​ໃຫ້​ຂ້ອຍ ທີ່​ໄດ້​ມາ​ຈາກແຟັມ​ຂອງ​ເຊື້ອສາຍທີ່ຖືກ​ບັນທຶກ​ໄວ້​ໃນ​ຄອມ​ພິວ​ເຕີ ແລະ ຖືກ​ສົ່ງ​ເຂົ້າ​ມາ​ໃນ​ສັງຄົມການ​ສືບລຳດັບ​ເຊື້ອສາຍ. ແຜນ​ລຳດັບ​ເຫລົ່າ​ນີ້ ສ່ວນ​ຫລາຍແມ່ນ​ໄດ້​ມາ​ຈາກ​ບັນທຶກ​ຂອງ​ໂຄງການ​ຂອງ​ລຳດັບ​ເຊື້ອສາຍ​ສີ່ລຸ້ນ​ຄົນ ທີ່​ສາດສະໜາ​ຈັກ​ໄດ້​ຊຸກຍູ້​ສະມາຊິກ​ໃຫ້​ຈັດ​ຕຽມ​ເມື່ອຫລາຍ​ປີ​ມາ​ແລ້ວ. ຂ້ອຍ​ໄດ້​ໜັກ​ໃຈ​ຢູ່ກັບ​ຄວາມ​ຄິດ​ເຖິງ​ໜ້າທີ່ ທີ່​ຫຍຸ້ງຍາກ​ທີ່​ຂ້ອຍ​ຕ້ອງ​ໄດ້​ເຮັດ ເພື່ອ​ຮວບ​ຮວມ​ການ​ຄົ້ນຄວ້າບັນທຶກ​ຂອງ​ບັນພະບຸລຸດ ຈາກ​ອົງການ​ຄອບຄົວ​ຕ່າງໆ ເພື່ອ​ຈະໄດ້​ເອົາ​ມັນ​ເຂົ້າ​ໄວ້​ໃນ​ຄອມ​ພິວ​ເຕີ ສຳລັບ​ການແຈກຢາຍ​ຂອງແຟັມ​ບັນພະບຸລຸດ​ຜ່ານ​ທາງ​ຄອມ​ພິວ​ເຕີ. ບັດ​ນີ້​ບັນທຶກ​ທັງ​ໝົດ​ກໍຢູ່​ໃນ​ນັ້ນ, ສວຍ​ງາມ, ເປັນ​ລະບຽບ ແລະ ຖືກ​ພິມ​ອອກ​ມາ​ໝົດ ແລະ ຖື​ກວາງ​ໄວ້​ຢູ່​ໃນ​ໂຕະ ຢູ່​ຕໍ່ໜ້າ​ຂ້ອຍ​ແລ້ວ. ຂ້ອຍ​ດີໃຈ ແລະ ຕື້ນ​ຕັນ​ໃຈ​ຫລາຍ ຂ້ອຍ​ຈຶ່ງ​ໄດ້​ແຕ່​ນັ່ງ​ຢູ່​ຊື່ໆ ປະຫລາດ​ໃຈ ແລະ ແລ້ວ​ຂ້ອຍ​ໄດ້​ເລີ່ມ​ຮ້ອງໄຫ້​ເພາະ​ຂ້ອຍ​ດີໃຈ​ຫລາຍ. ... ສຳລັບ​ຂ້ອຍ ຜູ້​ທີ່​ໄດ້​ພະຍາຍາມ​ຄົ້ນຄວ້າ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ຢ່າງ​ພາກ​ພຽນ​ເປັນ​ເວລາ​ສາມ​ສິບ​ປີ, ການ​ເອົາ​ບັນທຶກ​ເຫລົ່າ​ນີ້ເຂົ້າ​ຄອມ​ພິວ​ເຕີ​ເປັນ​ເລື່ອງ​ທີ່​ຕື່ນເຕັ້ນ​ແທ້ໆ. ແລະ ເມື່ອ​ຂ້ອຍ​ຄິດເຖິງ​ຄົນ​ຫລາຍໆ​ຮ້ອຍ​ພັນ​ຄົນ ຜູ້​ທີ່​ບັດ​ນີ້ ຫລື ອີກ​ບໍ່ດົນ​ຈະ​ຖືກບັນທຶກ​ໄວ້​ເປັນ​ກຸ່ມ​ຂອງ​ການ​ສຳ​ຫ​ລວດ​ສຳມະໂນ​ພົນລະເມືອງ ແລະ ລະບົບ​ສະ​ສົມ​ການ​ຄົ້ນຄວ້າ​ສ່ວນ​ຕົວ ... ຂ້ອຍ​ຕື່ນເຕັ້ນຫລາຍ​ແທ້ໆ. ນີ້​ເປັນ​ວຽກ​ງານ​ຂອງພຣະ​ຜູ້​ເປັນ​ເຈົ້າ​ແທ້ໆ ແລະ ພຣະ​ອົງ​ກຳລັງ​ຄວບ​ຄຸມ​ມັນ​ຢູ່.”9

ຂ້າພະເຈົ້າ​ໄດ້​ມີ​ປະສົບ​ການ​ຢ່າງ​ພຽງພໍກັບ​ວຽກ​ງານ​ທີ່​ສູງ​ສົ່ງ​ນີ້ ທີ່​ຈະ​ຮູ້​ໄດ້​ວ່າ​ຂໍ​ກະແຈ​ທີ່ເອ​ລີ​ຢາໄດ້​ຟື້ນ​ຟູ​ໃຫ້​ແກ່ໂຈ​​ເຊັບ ສະ​ມິດ ຈະຊ່ອຍ​ໃຫ້​ຫົວໃຈ​ຂອງ​ເຮົາ​ຜູກ​ພັນ​ກັນ ແລະ ເຊື່ອມໂຍງ​ເຮົາ​ແຕ່ລະຄົນ​ເຂົ້າ​ກັບ​ບັນພະບຸລຸດ​ຂອງ​ເຮົາ ຜູ້​ທີ່​ກຳລັງ​ລໍຖ້າຄວາມ​ຊ່ອຍ​ເຫລືອ​ຂອງ​ເຮົາ​ຢູ່. ຜ່ານ​ຄວາມ​ພະຍາຍາມ​ຂອງເຮົາ​ໃນ​ພຣະ​ວິຫານ​ທີ່​ສັກສິດ​ຢູ່​ເທິງ​ໂລກ ໂດຍ​ການ​ໃຊ້​ສິດ​ອຳນາດ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ມອບ​ໝາຍ​ໃຫ້, ບັນພະບຸລຸດຂອງ​ເຮົາ​ຈະ​ໄດ້​ຮັບ​ພິທີການ​ທີ່​ຊ່ອຍ​ໃຫ້​ລອດ ທີ່​ຈະ​ອະນຸຍາດ​ໃຫ້ເຂົາເຈົ້າ​ມີ​ຄວາມສຸກ​ນິລັນດອນ.

ທີ່​ຜ່ານ​ມາ, ເມື່ອ​ຖືກ​ກະ​ຕຸ້ນ​ເຕືອນ​ໂດຍ​ຄວາມ​ເຊື່ອ​ໝັ້ນ​ທີ່​ເລິກ​ຊຶ້ງຂອງ​ຄວາມ​ສັກສິດ​ຂອງ​ວຽກ​ງານ​ນີ້, ຫລາຍ​ຄົນ​ໄດ້​ປະ​ເຊີນ​ກັບການທ້າ​ທາຍ​ຢ່າງ​ຊື່ສັດ ທີ່​ປະກົດ​ເໝືອນ​ກັບ​ວ່າ​ຈະ​ກ່ຽວ​ເຂົ້າ​ໃນ​ທົ່ງນາ​ທີ່​ກວ້າງ​ໃຫຍ່​ດ້ວຍ​ຕົວ​ຄົນ​ດຽວ. ແຕ່​ໃນ​ເວລາ​ນີ້, ກໍ​ມີ​ຄົນຢ່າງ​ຫລວງຫລາຍ​ມາ​ຊ່ອຍ​ກັນ​ເຮັດ​ວຽກ​ນີ້. ພ້ອມ​ກັນ ເຮົາ​ຈະສາມາດ ແລະ ຈະ​ສຳເລັດ​ວຽກ​ງານ​ທີ່​ຖືກ​ຮຽກຮ້ອງ​ໃຫ້​ເຮັດ​ໄດ້.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ວິນ​ຍານ​ຂອງເອ​ລີ​ຢາກຳລັງ​ສຳພັດ​ຫົວໃຈ​ຂອງ​ລູກໆ​ຂອງ​ພຣະ​ບິດາ​ທັງຫລາຍ ຕະຫລອດທົ່ວ​ໂລກ, ທີ່​ເຮັດ​ໃຫ້​ວຽກ​ງານ​ສຳລັບ​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວກ້າວ​ໄປ​ໜ້າ​ຢ່າງ​ວ່ອງໄວ​ຫລາຍ​ກວ່າ​ເກົ່າ.

ແຕ່​ທ່ານ​ເດ​ລະ? ທ່ານ​ໄດ້​ອະທິຖານ​ກ່ຽວ​ກັບ​ວຽກ​ງານ​ຂອງບັນພະ​ບຸລຸດ​ຂອງ​ທ່ານ​ເອງ​ແລ້ວ​ບໍ? ໃຫ້​ປະ​ສິ່ງ​ທີ່​ບໍ່​ສຳຄັນ​ໃນ​ຊີວິດຂອງ​ທ່ານ​ໄວ້. ໃຫ້​ຕັດສິນ​ໃຈ​ເຮັດ​ສິ່ງ​ທີ່​ຈະ​ມີ​ຄວາມ​ສຳຄັນ​ຊົ່ວ​ນິລັນ​ດອນ​ເຖີດ. ບາງທີ​ທ່ານ​ຖືກ​ກະ​ຕຸ້ນ​ເຕືອນ​ໃຫ້​ຄົ້ນ​ຫາ​ບັນ​ພະບຸລຸດ ແຕ່​ຮູ້ສຶກ​ວ່າ​ທ່ານ​ບໍ່​ໄດ້​ເປັນ​ນັກ​ສືບ​ລຳດັບ​ເຊື້ອສາຍ. ທ່ານເຫັນ​ໄດ້​ບໍ່ວ່າ​ທ່ານ​ບໍ່​ຕ້ອງ​ເປັນ​ອີກ​ແລ້ວ? ສິ່ງ​ນີ້​​ເລີ່ມ​ຕົ້ນ​ດ້ວຍຄວາມ​ຮັກ ແລະ ຄວາມ​ປາ​ຖະ​ໜາ​ອັນ​ຈິງ​ໃຈ​ທີ່​ຈະ​ຊ່ອຍ​ຜູ້​ຄົນທີ່ຢູ່​ໃນ​ໂລກ​ວິນ​ຍານທີ່​ບໍ່​ສາມາດ​ເຮັດ​ເພື່ອ​ຕົວ​ເຂົາເຈົ້າເອງ​ໄດ້. ໃຫ້​ສອບ​ຖາມ​ເບິ່ງ. ຈະ​ມີ​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ເຂດ​ຂອງທ່ານຜູ້​ທີ່​ຈະ​ສາມາດ​ຊ່ອຍ​ທ່ານ​ໃຫ້​ພົບ​ຜົນສຳເລັດ.

ວຽກ​ງານ​ນີ້​ເປັນ​ວຽກ​ງານ​ທາງ​ວິນ​ຍານ, ເປັນ​ການ​ຮ່ວມ​ວຽກ​ງານທັງ​ສອງ​ຝ່າຍ​ຂອງ​ຜ້າ​ມ່ານ ບ່ອນ​ທີ່​ມີ​ຄວາມ​ຊ່ອຍ​ເຫລືອ​ໄວ້​ໃຫ້ທັງ​ສອງ​ດ້ານ. ບໍ່​ວ່າ​ທ່ານ​ຈະ​ອາໄສ​ຢູ່​ໃສກໍ​ຕາມ​ໃນ​ໂລກ, ດ້ວຍການ​ອະທິຖານ, ສັດທາ, ການ​ຕັ້ງໃຈ, ຄວາມ​ພາກ​ພຽນ, ແລະ ການ​ເສຍ​ສະລະ​ບາງ​ຢ່າງ, ທ່ານ​ຈະ​ສາມາດ​ມີ​ສ່ວນ​ບໍລິຈາກ​ທີ່​ມີ ພະລັງ​ຫລາຍ. ຂໍ​ໃຫ້​​ເລີ່ມ​ຕົ້ນ​ດຽວນີ້. ຂ້າພະເຈົ້າ​ສັນຍາ​ທ່ານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ອຍ​ທ່ານ​ໃຫ້​ພົບ​ເສັ້ນທາງ. ແລະ ມັນ​ຈະເຮັດ​ໃຫ້​ທ່ານ​ຮູ້ສຶກ​ດີໃຈ​ຫລາຍໆ. ໃນ​ພຣະ​ນາມ​ຂອງ​ພຣະເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ​​ໂຢຮັນ 3:5.

  2. History of the Church, 4:231.

  3. Teachings of Presidents of the Church: Joseph Smith (2007), 471–72.

  4. ​ເບິ່ງ Doctrine and Covenants 110:13–16 .

  5. ​ເບິ່ງ Doctrine and Covenants 2:2; ​ເນັ້ນຄຳ​ເນີ້ງ.

  6. Howard W. Hunter, “A Temple-Motivated People,” Liahona, May 1995, 5–6.

  7. ຈົດໝາຍ​ຂອງ​ຝ່າຍ​ປະທານ​ສູງ​ສຸດ, ວັນ​ທີ 29 ເດືອນ​ກຸມພາ 2012. ເນັ້ນຄຳ​ເນີ້ງ.

  8. ປຶ້ມ​ບັນທຶກ​ສ່ວນ​ຕົວ​ຂອງ Jeanene Watkins Scott, ເດືອນ​ເມສາ 1988.

  9. ປຶ້ມ​ບັນທຶກ​ສ່ວນ​ຕົວ​ຂອງ Jeanene Watkins Scott, ວັນ​ທີ 23 ເດືອນ​ກັນຍາ 1989.