​2010–2019
ຄວາມ​ສຸກຂອງ​ຖານະ​ປະ​ໂລຫິດ
ຕຸລາ 2012


ຄວາມ​ສຸກຂອງ​ຖານະ​ປະ​ໂລຫິດ

ຂໍ​ໃຫ້​ເຮົາ​ຈົ່ງຮັບ​ເອົາ ​ແລະ ​ເຂົ້າ​ໃຈ​ຄວາມ​ມະຫັດສະຈັນ ​ແລະ ສິດທິ​ພິ​ເສດ​ຂອງ​ຖານະ​ປະ​ໂລຫິດ. ຂໍ​ໃຫ້​ເຮົາ​ຈົ່ງ​ຮັບ​ເອົາ ​ແລະ ຮັກ​ໜ້າ​ທີ່​ຮັບຜິດຊອບທີ່​ເຮົາ​ຖືກ​ຂໍ​ໃຫ້​ບັນລຸ.

ຄວາມສຸກ​ກັບ​ການຂັບ​ຍົນ

ຫລາຍ​ປີ​ກ່ອນ ​ເພື່ອນນັກ​ບິນ​ສອງສາມ​ຄົນ​ກັບ​ຂ້າພະ​ເຈົ້າ ​ໄດ້​ຕັດສິນ​ໃຈ​ເຮັດ​ບາງ​ສິ່ງ​​ໃນ​ຝັນ​ຂອງ​ພວກ​ເຮົາ ນັ້ນຄື​ການ​ສ້ອມ​ແປງ​ຍົນ​ເກົ່າ. ພວກ​ເຮົາ​ໄດ້​ຊື້​ຍົນ​ເກົ່າ 1938 Piper Cub ລຳ​ໜຶ່ງ ​ແລະ ​ໄດ້​ເລີ່​ມສ້ອມ​ແປງ​ມັນ​ໃຫ້​ມີ​ຮູບ​ຮ່າງ​ເໝືອນ​​ເດີມ. ມັນ​ເປັນ​ວຽກ​ງານ​ດ້ວຍ​ຄວາມ​ຮັກ. ມັນ​ມີ​ຄວາມ​ໝາຍ​ພິ​ເສດ​ສຳລັບ​ຂ້າພະ​ເຈົ້າ ​ເພາະ​ວ່າຂ້າພະ​ເຈົ້າ​ໄດ້​ຮຽນ​ຂັບ​ຍົນ​ທີ່​ຄ້າຍຄື​ກັນນັ້ນຕອນ​ຂ້າພະ​ເຈົ້າຍັງ​ໜຸ່ມ.

ຍົນ​ລຳ​ນັ້ນ​ໄດ້​ຖືກ​ສ້າງ​ຂຶ້ນພຽງ​ແຕ່ 35 ປີ ຫລັງ​ຈາກ the Wright brothers ​ໄດ້​ຂັບ​ຍົນທີ່​ມີ​ຊື່​ສຽງຂອງ​ເຂົາ​ເຈົ້າ​ເປັນ​ເທື່ອ​ທຳ​ອິດ. ​ເມື່ອ​ຄິດ​ກ່ຽວ​ກັບ​ສິ່ງ​ນີ້ ມັນ​ເຮັດ​ໃຫ້​ຂ້າພະ​ເຈົ້າຮູ້ສຶກ​ວ່າ​ເຖົ້າ​ແກ່​ຫລາຍ.

​ຍົນ​ລຳ​ນັ້ນ​ບໍ່​ມີ​ເຄື່ອງ​ຕິດ​ຈັກ​ແບບ​ໂອ​ໂຕ​ເມ​ຕິກ; ​ໃນ​ຂະນະ​ທີ່​ຄົນ​ໜຶ່ງພະຍາຍາມຕິດ​ຈັກ​ຢູ່​ຫົວ​ຍົນ, ອີກ​ຄົນ​ໜຶ່ງ​ຕ້ອງໝຸນ​ໝາກ​ປິ່ນ, ຈົນ​ວ່າ​ເຄື່ອງ​ຈັກ​ຈະ​ແລ່ນ​ເປັນ​ປົກກະຕິ. ທຸກ​ເທື່ອ​ທີ່​ພະຍາຍາມ​ຕິດ​ຈັກຍົນ ​ເປັນ​ເລື່ອງ​ທີ່ໜ້າ​ຕື່ນ​ເຕັ້ນ ​ແລະ ​ເປັນຄວາມກ້າຫານ.

​ເມື່ອ​ຍົນ​ຂຶ້ນຫວິດ​ດິນ, ​ເຫັນ​ໄດ້​ວ່າ Piper Cub ບໍ່​ໄດ້​ຖືກ​ສ້າງ​ໃຫ້​ບິນ​ໄວ. ຕາມ​ຄວາມ​ຈິງ​ແລ້ວ, ​ເມື່ອ​ມີ​ລົມ​ພັດ​ມາ​ທາງ​ໜ້າ​ຍົນ, ​ເບິ່ງ​ຄື​ວ່າ ​ເຮົາ​ບໍ່​ເຄື່ອນ​ຍ້າຍ​ເລີຍ. ຂ້າພະ​ເຈົ້າຈື່​ໄດ້​ຕອນ​ທີ່​​ໄດ້ຂັບ​ຍົນ​ກັບ​ລູກ​ຊາຍ​ຜູ້​ໄວ​ລຸ້ນຂອງ​ຂ້າພະ​ເຈົ້າ​ຢູ່​ເທິງ​ທາງ​ຫລວງ​ຢູ່​ປະ​ເທດ​ເຢຍລະ​ມັນ, ລົດ​ຢູ່​ທາງ​ລຸ່ມ​​ແລ່ນ​ໄວ​ກວ່າ​ຍົນ​ຂອງ​ພວກ​ເຮົາ!

​ແຕ່ຂ້າພະ​ເຈົ້າຮັກ​ຍົນ​ລຳນ້ອຍໆ​ນີ້​ຫລາຍ! ມັນ​ເປັນ​ວິທີ​ທີ່​ດີ​ທີ່​ສຸດ ທີ່​ຈະ​ໄດ້​ມີ​ປະສົບ​ການ​ທີ່​​ແປກ​ໃຈ ​ແລະ ​​ເປັນຄວາມງົດ​ງາມ​ເລື່ອງ​ການ​ຂັບຍັນ. ທ່ານ​ສາມາດ​ໄດ້​ຍິນ, ຮູ້ສຶກ, ​ໄດ້​ກິ່ນ, ​ໄດ້​ລອງ​ລົດ​ຊາດ, ​ແລະ ​ເຫັນ​ວ່າການ​ຂັບ​ຍົນ​ເປັນ​ແ​​ບບ​ໃດ. The Wright brothers ​ໄດ້​ອະທິບາຍ​​ໃນ​ທາ​ງນີ້: “ບໍ່​ມີ​ [ສິ່ງ​ໃດ] ທີ່​ນັກ​ບິນ​ມີ​ຄວາມສຸກ​ຫລາຍ​ໄປ​ກວ່າ​ການ​ໄດ້​ຖືກ​ຍົກ​ຂຶ້ນ​ເທິງ​ອາກາດ​ດ້ວຍ​ປີກ​​ໃຫຍ່ສີຂາວ.”1

ກົງກັນຂ້າມ, ​ໃນຕົ້ນປີ​ນີ້ ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ຂັບ​ຍົນອາຍ​ພົ່ນທີ່​ຍາກ​ທີ່​ສຸດ F-18 fighter jet ທີ່​ໂດ່ງດັງ​ອັນ​ດັບ​ໂລກ (world-famous Blue Angels), ຂອງ​ໜ່ວຍທະຫານ​ເຮືອ​ຂອງ​ສະຫະລັດ​ອາ​ເມ​ຣິກາ. ຄື​ກັບ​ວ່າ​ເປັນ​ການ​ຂັບ​ຍົນ​ຄືນ​ຫາ​ອາ​ດີດ ຊຶ່ງ​ເປັນ​ເວລາ 50 ປີພໍດີ, ​ເກືອບ​​ແມ່ນ​ມື້​ດຽວ​ກັນ​ທີ່​ຂ້າພະ​ເຈົ້າ​ໄດ້​ສຳ​ເລັດ​ການ​ຝຶກ​​ເປັນ​ນັກ​ບິນ​ທະຫານອາກາດ.

ປະສົບ​ການ​ກັບ​ຍົນ F-18 ນັ້ນ, ​ແນ່ນອນ, ​ແມ່ນ​ແຕກ​ຕ່າງຫລາຍ​ຈາກ​ຍົນ Piper Cub. ມັນສະ​ແດງ​ໃຫ້​ຂ້າພ​ະ​ເຈົ້າ​ເຫັນ​ຄວາມ​ງາມ​ຂອງ​ການ​ຂັບ​ຍົນ​ຫລາຍ​ກວ່າ. ຄື​ກັບ​ວ່າ​ເປັນ​ການ​ນຳ​ໃຊ້​ວິທີເຄື່ອນ​ຍ້າຍວັດ​ຖຸ​ໃນ​ອາກາດ​ໃນ​ວິທີ​ທີ່​ດີກ​ວ່າ. ​ແຕ່​ການ​ຂັບ​ຍົນ Blue Angels ກໍ​ໄດ້​ເຕືອນ​ຂ້າພະ​ເຈົ້າວ່າ ການ​ເປັນ​ນັກ​ຂັບ​ເຮືອບິນ​ອາຍ​ພົ່ນ​ເປັນ​​ເກ​ມຂອງ​ຄົນ​ໜຸ່ມ. ​The Wright brothers ​ໄດ້​ກ່າວ​ອີກ​ວ່າ, “ຍິ່ງ​ກວ່າ​ສິ່ງ​ອື່ນ​ໃດ​ເລື່ອງ​ຄວາມ​ຮູ້ສຶກ [ກ່ຽວ​ກັບ​ການບິນ] ຄື​ຄວາມ​ສະຫງົບ, ປົນ​ກັບ​ຄວາມ​ຕື່ນ​​ເຕັ້ນທີ່​ລາມ​ໄປ​ທົ່ວ​ທຸກ​ເສັ້ນສາຍ​ຢູ່​ໃນ​ຮ່າງກາຍ.”2 ນອກ​ເໜືອ​ຈາກ​ນີ້, ການ​ຂັບ​ເຮືອບິນ Blue Angels ​ໄດ້​ແນະນຳ​ໃນ​ທາງ​ທີ່​ແຕກ​ຕ່າງ​ກັນວ່າ “​ເຫລົ່າ​ທຸດ” ຈະ​​ອ້ອມ​ຮອບ​ທ່ານ​ໄວ້ ​ແລະ ຄ້ຳຊູ​ທ່ານ.

ຖ້າ​ຫາກ​ທ່ານ​ຖາມ​ຂ້າພະ​ເຈົ້າວ່າ ຂ້າພະ​ເຈົ້າມັກ​ປະສົບ​ການ​ອັນ​ໃດ​ຫລາຍ​ກວ່າ​ກັນ​ໃນ​ປະສົບ​ການ​ສອງ​ເທື່ອ​ນັ້ນ, ຂ້າພະ​ເຈົ້າກໍ​ບອກ​ບໍ່​ໄດ້. ຍົນ​ສອງ​ຊະນິດ​ແມ່ນ​ແຕກ​ຕ່າງ​ກັນ​ຫລາຍ, ​ເມື່ອ​ຈະ​ກ່າວ​ແລ້ວ, ​​ແຕ່​ບາງ​ສິ່ງ​ກໍ​ຄື​ກັນ​ຫລາຍ.

ທັງ​ໃນ​ຍົນ Piper Cub ​ແລະ F-18, ຂ້າພະ​ເຈົ້າຮູ້ສຶກ​ຕື່ນ​ເຕັ້ນ, ງົດ​ງາມ, ​ແລະ ຊື່ນ​ຊົມ​ກັບ​ການ​ຂັບຍົນ. ​ຍົນທັງ​ສອງລຳ ​ເຮັດ​ໃຫ້ຂ້າພະ​ເຈົ້າ​ເຂົ້າ​ໃຈ​ເຖິງຄວາມ​ໝາຍ​ຂອງ​ນັກ​ກະວີ​ທີ່​ກ່າວ​ວ່າ “[ອອກ​ໄປ​ຈາກ] ການ​ຜູກ​ມັດ​ຂອງ​ໂລກ ​ແລະ [​ເຕັ້ນດີດ] ​ຢູ່​ໃນ​ທ້ອງ​ນະພາ ດ້ວຍ​ປີກ​ທີ່​ຂາວ​ເປັນ​ສີ​ນ້ຳ​ເງິນ.”3

ຖານະ​ປະ​ໂລຫິດ​ທີ່​ເໝືອນ​ກັນ​ຢູ່​ໃນ​ທຸກ​ບ່ອນ

ບັດ​ນີ້, ທ່ານ​ອາດ​ຢາກ​ຖາມວ່າ, ​ເລື່ອງ​ການ​ຂັບ​ຍົນ​ສອງ​ລຳ​ນີ້ ມີ​ສ່ວນ​ກ່ຽວ​ຂ້ອງ​ຫຍັງ​ກັບ​ກອງ​ປະຊຸມ​ຂອງ​ພວກ​ເຮົາ​ໃນ​ມື້​ນີ້ ຫລື ກັບ​ຖານະ​ປະ​ໂລຫິດ​ທີ່​ເຮົາ​ດຳລົງ​ຢູ່ ຫລື ກັບ​ການ​ຮັບ​ໃຊ້​ຂອງຖານະປະ​ໂລຫິດ​ທີ່​ເຮົາ​ຮັກ​ຫລາຍ​ທີ່​ສຸດ?

ອ້າຍ​ນ້ອງ​ທັງຫລາຍ, ​ບໍ່​ໄດ້​ເປັນຄວາມ​ຈິງ​ບໍ​ທີ່​ວ່າ ປະສົບ​ການ​ສ່ວນ​ຕົວ​​ເລື່ອງ​ການ​ຮັບ​ໃຊ້ຂອງ​ເຮົາ​ໃນ​ຖານະ​ປະ​ໂລຫິດ​ອາດ​ແຕກຕ່າງ​ກັນ? ພວກ​​ເຮົາ​ສາມາດ​ເວົ້າ​ໄດ້​ວ່າ ບາງ​ຄົນ​ໃນ​ພວກ​ທ່ານ​ອາດ​ຂັບ​ຍົນ F-18 jets, ​ໃນ​ຂະນະ​ທີ່​ບາງ​ຄົນ​ຂັບ​ຍົນ Piper Cubs. ບາງ​ຄົນ​​ໃນພວກ​ທ່ານ​ອາ​ໄສ​ຢູ່​ໃນ​ຫວອດ ​ແລະ ສະ​ເຕກບ່ອນ​ທີ່​ຕຳ​ແໜ່​ງທັງ​ໝົດ, ຈາກ​ຜູ້​ຊ່ອຍ​ເຖິງ​ກຸ່ມ​ມະຫາ​ປະ​ໂລຫິດ ​ເຖິງ​​ເລຂານຸການ​ຂອງກຸ່ມ​ມັກຄະ​ນາຍົກ, ສົມບູນ​ຄົບ​ຖ້ວນ ​ແລະ ມີຜູ້​ດຳລົງ​ຖານະ​ປະ​ໂລຫິດ​ທີ່​ເຂັ້ມ​ແຂງ. ​ໂຊກ​ດີ​ຫລາຍ​ທີ່​ທ່ານໄດ້​​ເປັນ​ພາກສ່ວນ​ໃນ​ຫວອດ​ທີ່​​ສົມບູນ​ແບບ​ເຊັ່ນນັ້ນ.

ສ່ວນ​ບາງ​ຄົນ​ໄດ້​ອາ​ໄສ​ຢູ່​ໃນ​ບ່ອນ​ທີ່​ມີ​ສະມາຊິກ​ ​ແລະ ຜູ້ນຳ​ຖານະ​ປະ​ໂລຫິດຂອງສາດສະໜາ​ຈັກພຽງ​ເລັກ​ໜ້ອຍ. ທ່ານ​ອາດ​ຮູ້ສຶກ​ເປົ່າ​ປ່ຽວ​ດຽວ​ດາ​ຍ ​ແລະ ​ແບກ​ຫາບ​ພາລະ​ໜັກກັບ​ທຸກ​ສິ່ງ​ທີ່​ຕ້ອງ​ເຮັດ​ໃຫ້​ສຳ​ເລັດ. ສຳລັບ​ທ່ານ ອາດ​ຕ້ອງ​ໄດ້​ລົງມື​ເຮັດ​ຫລາຍ​ສົມຄວນ​ກ່ອນ​ຈະ​ເຮັດ​ໃຫ້​ເຄື່ອງ​ຈັກ​ແຫ່ງ​ການ​ຮັບ​ໃຊ້​ຂອງ​ຖານະ​ປະ​ໂລຫິດ​ແລ່ນ​ເປັນ​ປົກກະຕິ. ບາງ​ເທື່ອ ອາດ​ເບິ່ງ​ຄື​ວ່າ ສາຂາ​ ຫລື ຫວອດ​ຂອງ​ທ່ານ​ບໍ່​ກ້າວໜ້າ​​ໄປ​ເຖິງ​ໃສ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ວ່າ​ໜ້າ​ທີ່​ຮັບຜິດຊອບ ຫລື ສະພາບ​ການ​ຂອງ​ທ່ານ​ຈະ​ເປັນ​​ແນວໃດ​ກໍ​ຕາມ, ທ່ານ ​ແລະ ຂ້າພະ​ເຈົ້າຮູ້​ວ່າ ຈະ​ມີ​ຄວາມສຸກ​ພິ​ເສດ​ທີ່​ມາ​ຈາກ​ການ​ຮັບ​ໃຊ້​ທີ່​ອຸທິດ​ຕົນ​​ໃນ​ຖານະ​ປະ​ໂລຫິດ.

ຂ້າພະ​ເຈົ້າມັກ​ຂັບຍົນ, ບໍ່​ວ່າ​ຈະ​ເປັນ​ຍົນ Piper Cub, ຍົນ F-18, ຫລື ຍົນ​ຊະນິດອື່ນໆ. ​ໃນ​ຂະນະ​ທີ່​ຂັບ​ຍົນ Piper Cub, ຂ້າພະ​ເຈົ້າບໍ່​ໄດ້​ຈົ່ມ​ກ່ຽວ​ກັບ​ຄວາມ​ຊ້າ​ຂອງ​ມັນ; ຕອນ​ຢູ່​ໃນ​ຍົນ F-18 ຂ້າພະ​ເຈົ້າກໍບໍ່​ໄດ້ຈົ່ມ​​ເມື່ອ​ຮູ້ສຶກ​ບໍ່​ສະ​ບາຍ​ໃຈ​ທີ່​ຕົນ​ເອງ​ມີອາຍຸສູງ​ແລ້ວ.

​ແມ່ນ​ແລ້ວ, ຈະ​ມີ​ບາງ​ສິ່ງ​ບົກພ່ອງໃນ​ທຸກ​ສະຖານະ​ການ. ​ແມ່ນ​​ແລ້ວ, ງ່າຍ​ທີ່​ຈະ​ຊອກ​ຫາ​ບາງ​ສິ່ງ​ມາ​ຈົ່ມ.

​ແຕ່​ອ້າຍ​ນ້ອງ​ທັງຫລາຍ, ​ເຮົາ​ເປັນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ທີ່​ສັກສິດ​ ຕາມ​ລະບຽບ​ຂອງ​ພຣະບຸດ​ຂອງ​ພຣະ​ເຈົ້າ! ​ເຮົາ​ແຕ່ລະຄົນ​ໄດ້​ຖືກ​ວາງ​ມື​ໃສ່​ເທິງ​ຫົວ, ​ແລະ ​ໄດ້​ຮັບ​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ. ​ເຮົາ​ໄດ້​ຮັບ​ສິດ​ອຳນາດ ​​ແລະ ໜ້າ​ທີ່​ຮັບຜິດຊອບທີ່​ຈະ​ກະທຳ​ໃນ​ພຣະນາມ​ຂອງ​ພຣະອົງ ​ໃນ​ຖານະ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະອົງ​ຢູ່​ເທິງ​ແຜ່ນດິນ​ໂລກ. ບໍ່​ວ່າ​ຈະ​ເປັນ​ຫວອດ​ໃຫຍ່ ຫລື ສາຂາ​ນ້ອຍ, ​ເຮົາ​​ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້, ​ໃຫ້​ພອນ, ​ແລະ ​ເຮັດ​ເພື່ອຄວາມ​ດີ​ຂອງ​ທຸກ​ຄົນ ​ແລະ ທຸກ​ສິ່ງ​ທີ່​​ເຮົາ​ໄດ້​ຖືກມອບ​ໝາຍ​ໃຫ້​ດູ​ແລ. ມີ​ສິ່ງ​ອື່ນ​ໃດ​​ບໍ​ທີ່​ເຮັດ​ໃຫ້​ຕື່ນ​ເຕັ້ນຫລາຍ​ກວ່າ​ນີ້?

ຂໍ​ໃຫ້​ເຮົາ​ເຂົ້າ​ໃຈ, ມີ​ຄວາມ​ກະຕັນຍູ, ​ແລະ ມີ​ຄວາມຊື່ນ​ຊົມ​ກັບ​ການ​ຮັບ​ໃຊ້​ໃນຖານະ​ປະ​ໂລຫິດ.

ຄວາມ​ສຸກ​ຂອງ​ຖານະ​ປະ​ໂລຫິດ

ການ​ມັກ​ຂັບ​ຍົນ​ຂອງ​ຂ້າພະ​ເຈົ້າ​ໄດ້​ເປັນ​ອິດ​ທິພົນ​ໃຫ້​ແກ່​ການ​ດຳ​ເນີນ​ຊີວິດ​ຂອງ​ຂ້າພະ​ເຈົ້າມາ​ຕະຫລອດ. ​ແຕ່​ປະສົບ​ການ​ທີ່​ສົດຊື່ນ ​ແລະ ​ເບີກບານ​ໃຈ​ໃນ​ຖານະ​ທີ່​ເປັນ​ນັກບິນຍັງ​ບໍ່​ເທົ່າ​ກັບ​ການ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ນີ້ ຊຶ່ງ​ໜັ​ກ​ແໜ້ນ, ມີ​ຄວາມສຸກ, ​ແລະ ​ເລິກ​ຊຶ້ງກວ່າ.​ ​ເມື່ອ​ຂ້າພະ​ເຈົ້າຮັບ​ໃຊ້​ຢູ່​ໃນ​ສາດສະໜາ​ຈັກ, ຂ້າພະ​ເຈົ້າ​​ຮູ້ສຶກ​ເຖິງ​ອຳນາດ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ ​​ແລະ ຄວາມ​ເມດ​ຕາ​ອັນ​ອ່ອນ​ໂຍນ​ຂອງ​ພຣະອົງ.

​ໃນ​ຖານະ​ທີ່​ເປັນ​ນັກ​ບິນ, ຂ້າພະ​ເຈົ້າ​ໄດ້​ສຳ​ພັດ​ກັບ​ທ້ອງ​ນະພາ. ​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ, ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ເຖິງຄວາມ​ຮັກ​ຂອງ​ສະຫວັນ.

ບາງ​ເທື່ອ, ຂ້າພະ​ເຈົ້າກໍ​ຄິດ​ຮອດ​ການ​ຂັບ​ຍົນ. ​ແຕ່​ການ​ຮັບ​ໃຊ້​ຄຽງ​ຂ້າງ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າຢູ່​ໃນ​ສາດສະໜາ​ຈັກ​ເຮັດ​ໃຫ້​ຂ້າພະ​ເຈົ້າພໍ​ໃຈ​ຫລາຍ. ການ​ຮູ້ສຶກ​ເຖິງ​ຄວາມ​ສະຫງົບ ​ແລະ ຄວາມ​ຊື່ນ​ຊົມ​ທີ່​ໄດ້​ເປັນ​ພາກສ່ວນ​ໜຶ່ງ​ໃນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ນີ້, ຂ້າພະ​ເຈົ້່າບໍ່​ຢາກ​ເຮັດ​ສິ່ງ​ອື່ນ​ອີກ.

ມື້​ນີ້ ພວກ​​ເຮົາ​ໄດ້​ມາ​ເຕົ້າ​ໂຮມ​ກັນ​​ເປັນ​ກຸ່ມ​ໃຫຍ່​ຂອງ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ. ມັນ​ເປັນຄວາມ​ສຸກ​ອັນ​ສັກສິດ ​ແລະ ​ເປັນ​ສິດທິ​ພິ​ເສດ​ທີ່​ເຮົາ​ໄດ້​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າ ​ແລະ ​ເພື່ອນ​ມະນຸດ​ດ້ວຍ​ກັນ, ​ເພື່ອ​ເຮັດ​ໃຫ້​ດີ​ທີ່​ສຸດ​ເທົ່າ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ໃນ​ອຸດົມ​ການ​ທີ່​ຊ່ອຍ​ຊູ​ຄົນ​ອື່ນ ​ແລະ ​ໃນ​ການ​ສ້າງ​ສາ​ອານາຈັກ​ຂອງ​ພຣະ​ເຈົ້າ.

​ເຮົາ​ຮູ້ ​ແລະ ​ເຂົ້າ​ໃຈ​ວ່າ ຖານະ​ປະ​ໂລຫິດ​ເປັນ​ອຳນາດ ​ແລະ ສິດ​ອຳນາດ​ນິລັນດອນ​ຂອງ​ພຣະ​ເຈົ້າ. ​ເຮົາ​ສາມາດ​ທ່ອງ​ຂຶ້ນ​ໃຈຄຳ​ນີ້​ໄດ້​. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຮົາ​ເຂົ້າ​ໃຈຄວາມ​ໝາຍ​ຂອງ​ມັນ​ແທ້ໆ​ບໍ? ຂ້າພະ​ເຈົ້າຂໍ​ກ່າວ​ລຶ້ມຄືນ​ອີກ: ຖານະ​ປະ​ໂລຫິດ​ເປັນ​ອຳນາດ ​ແລະ ສິດ​ອຳນາດ​ນິລັນດອນ​ຂອງ​ພຣະ​ເຈົ້າ.

ຈົ່ງ​ຄິດ​ກ່ຽວ​ກັບ​ຖ້ອຍ​ຄຳ​ນີ້. ຜ່ານ​ຖານະ​ປະ​ໂລຫິດ, ພຣະ​ເຈົ້າ​ໄດ້​ສ້າງ ​ແລະ ປົກຄອງ​ຟ້າ​ສະຫວັນ ​ແລະ ​ແຜ່ນດິນ​ໂລກ.

ຜ່ານ​ອຳນາດ​ນີ້, ພຣະອົງ​ໄດ້​ໄຖ່ ​ແລະ ນຳ​ຄວາມ​ສູງ​ສົ່ງ​ມາ​ໃຫ້​ລູກໆ​ຂອງ​ພຣະອົງ, ທີ່​ຈະ​ໃຫ້​ເກີດ “ຄວາມ​ເປັນ​ອະມະຕະ ​ແລະ ຊີວິດນິລັນດອນ​ຂອງມະນຸດ.”4

ຖານະ​ປະ​ໂລຫິດ, ດັ່ງ​ທີ່​ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ອະທິບາຍ​ວ່າ​ເປັນ “​ແບບ​ແຜນ ຊຶ່ງ​ຜ່ານ​ແບບ​ແຜນ​ນີ້ ພຣະຜູ້​ສູງ​ສຸດ​ໄດ້​ເລີ່​ມຕົ້ນ​ເປີດ​ເຜີຍ​ລັດສະໝີ​ພາບ​ຂອງ​ພຣະອົງ​ໃນ​ຕອນ … ສ້າງ​ແຜ່ນດິນ​ໂລກ​ນີ້, ​ແລະ ​ໄດ້​ສືບ​ຕໍ່​ເປີດ​ເຜີຍພຣະອົງ​ເອງ​ຕໍ່​ລູກຫລານ​ມະນຸດ​ຈົນ​ເຖິງ​ປະຈຸ​ບັນ​ນີ້, ​ແລະ ພຣະອົງ​ໄດ້​ເຮັດ​ໃຫ້​ເຮົາ​ຮູ້​ເຖິງ​ຈຸດປະສົງ​ຈົນ​ເຖິງ​ເວລາສຸດ​ທ້າຍ.”5

ພຣະບິດາ​ເທິງ​ສະຫວັນ​ທີ່​ມີ​ອຳນາດ​​ທັງ​ໝົດ ​ໄດ້​ມອບ​ສິດ​ອຳນາດ​ຖານະ​ປະ​ໂລຫິດ​ໃຫ້​ເຮົາ—​ໃຫ້​ມະນຸດ ຊຶ່ງຕາມ​ຈິງ​ແລ້ວ ​ມີ​ຄວາມ​ຂາດ​ຕົກບົກພ່ອງ ​ແລະ ບໍ່​ດີ​ພ້ອມ​ທຸກ​ຢ່າງ. ພຣະອົງ​ໄດ້​ມອບ​ສິດ​ອຳນາດ​​ໃຫ້​ເຮົາ​ເພື່ອ​ເຮັດ​ໃນ​ພຣະນາມ​ຂອງ​ພຣະອົງ ສຳລັບ​ຄວາມ​ລອດ​ຂອງ​ລູກໆ​ຂອງ​ພຣະອົງ. ​ດ້ວຍ​ອຳນາດ​ນີ້ ​ເຮົາ​ມີ​ສິດ​ອຳນາດ​ທີ່​ຈະ​ປະກາດ​ພຣະກິດ​ຕິ​ຄຸນ, ປະຕິບັດ​ພິທີການ​ແຫ່ງ​ຄວາມ​ລອດ, ​ຊ່ອຍ​ສ້າງ​ອານາຈັກຂອງ​ພຣະ​ເຈົ້າຢູ່​ເທິງ​​ແຜ່ນດິນ​ໂລກ, ​ແລະ ​ເປັນ​ພອນ ​ແລະ ຮັບ​ໃຊ້​ຄອບຄົວ​ ​ແລະ ​ເພື່ອນ​ມະນຸດ​ຂອງ​ເຮົາ.

ມີ​​ໃຫ້ສຳລັບ​ທຸກ​ຄົນ

​ຖານະ​ທີ່​ເຮົາ​ດຳລົງ​ຢູ່​ນີ້​ເປັນ​ຖານະ​ປະ​ໂລຫິດ​ທີ່​ສັກສິດ.

ຖານະ​ປະ​ໂລຫິດ, ຫລື ໜ້າ​ທີ່​ຮັບຜິດຊອບ​ຢູ່​ໃນ​ນັ້ນ, ຈະ​ຊື້​​ເອົາບໍ່​ໄດ້ ຫລື ບັງຄັບບໍ່​ໄດ້. ບໍ່​ສາມາດ​​ໃຊ້​ອຳນາດ​ຖານະ​ປະ​ໂລຫິດໂດຍ​ການ​ໃຊ້​ອິດ​ທິພົນ, ​ຊັກ​ຊວນ, ຫລື ​​ຂົ່ມ​ເຫັງ, ຫລື​ ດ້ວຍ​ຊັບ​ສົມບັດ ຫລື ສິດ​ອຳນາດ​ໃດໆ. ມັນ​ເປັນ​ອຳນາດ​ທາງ​ວິນ​ຍານຊຶ່ງ​ທຳ​ງານ​ຕາມ​ກົດ​ຂອງ​ສະຫວັນ. ມັນ​ມາ​ຈາກ​ພຣະບິດາ​ເທິງ​ສະຫວັນ ຊຶ່ງ​ໄດ້ມອບ​ໃຫ້​ເຮົາ​ທຸກ​ຄົນ. ອຳນາດ​ຂອງ​ມັນ​ຖືກ​ບັງຄັບ​ ​ແລະ ຄວບ​ຄຸມ​ໄດ້​ພຽງ​ແຕ່​ຕາມ​ຫລັກ​ທຳ​ແຫ່ງ​ຄວາມ​ຊອບ​ທຳ​ເທົ່າ​ນັ້ນ,6 ບໍ່​ແມ່ນ​ຕາມຄວາມ​ຊອບ​ທຳ​ຂອງ​ບຸກຄົນ.

ພຣະຄຣິດ​ເປັນ​ແຫ​ລ່ງຂອງ​ສິດ​ອຳນາດທີ່​ຖືກຕ້ອງ​ຂອງ​ຖານະ​ປະ​ໂລຫິດ ​ແລະ ​ອຳນາດ​ຢູ່​ເທິງ​ແຜ່ນດິນ​ໂລກ.7 ມັນ​ເປັນ​ວຽກ​ງານ​ຂອງ​ພຣະອົງ, ຊຶ່ງ​​ເປັນ​ສິດທິ​ພິ​ເສດ​ສຳລັບ​ເຮົາ​ທີ່​​​ໄດ້​ຊ່ອຍ​ເຫລືອ. ແລະ ບໍ່​ມີ​ໃຜ​ຈະ​ສາມາດ​ຊ່ອຍໃນວຽກ​ງານນີ້​ ຍົກ​ເວັ້ນ​ແຕ່​ເຂົາຈະຖ່ອມຕົວ ​ແລະ ​ເຕັມ​ໄປ​ດ້ວຍຄວາມ​ຮັກ, ​ໂດຍມີສັດທາ, ຄວາມ​ຫວັງ, ​ແລະ ຄວາມ​ໃຈ​ບຸນ, ​ຢັບຢັ້ງຕົນ​ໃນທຸກ​ສິ່ງ, ບໍ່​ວ່າ​ອັນ​ໃດກໍ​ຕາມ​ທີ່ຈະ​ຝາກ​ຝັງ​ໄວ້​ໃນ​ການ​ດູ​ແລ​ຂອງ​ເຂົາ.”8

​ເຮົາ​ບໍ່​ໄດ້​ເຮັດ​ໄປ​ເພື່ອ​ຫາ​ລາຍ​ໄດ້​ເປັນ​ສ່ວນ​ຕົວ, ​ແຕ່​ເຮົາ​ສະ​ແຫວ​ງຫາທີ່​ຈະ​ຮັບ​ໃຊ້ ​ແລະ ຊ່ອຍຊູ​ຄົນ​ອື່ນ. ​ເຮົາ​ບໍ່​ໄດ້​ຖືກ​ຂົ່ມ​ໃຫ້​ເຮັດ ​ແຕ່​ເຮັດໂດຍ​ການ​ຊັກຊວນ, … ໂດຍຄວາມ​ອົດ​ກັ້ນ, … ໂດຍຄວາ​ມອ່ອນ​​ໂຍນ ​ແລະ ​​ໂດຍຄວາມ​ອ່ອນ​ນ້ອມ, ​ແລະ​ ໂດຍຄວາມ​ຮັກອັນ​ບໍ່​ແກ້ງ​ເຮັດ.”9

ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າຜູ້​ຊົງ​ລິດ​ອຳນາດຍິ່ງ​ໃຫຍ່​ມີ​ໃຫ້​ຊາຍ​ທຸກ​ຄົນ​ທີ່​ມີຄ່າ​ຄວນ ບໍ່​ວ່າ​ເຂົາ​ເຈົ້າຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ—ບໍ່​ວ່າ​ຈະ​ເປັນ​ເຊື້ອ​ຊາດ​ໃດ, ບໍ່​ວ່າ​ສະພາບ​ການ​ຂອງ​ເຂົາ​ເຈົ້າຈະ​ຕ່ຳ​ຕ້ອຍ​ພຽງ​ໃດ, ບໍ່​ວ່າ​ຈະ​ຢູ່​ໃກ້ ​ຫລື ​ໄກ​ຢູ່​ໃນ​ໂລກ​ນີ້. ມັນ​ມີ​ໃຫ້​ຟຣີໆ​ໂດຍ​ບໍ່​ຄິດ​ຄ່າ. ສາດສະດາ​ເອຊາ​ຢາ​ໃນ​ສະ​ໄໝ​ໂບຮານ​ໄດ້​ກ່າວ​ວ່າ, ທຸກໆ​ຄົນ ​ຜູ້​ທີ່​ຫິວ​ນ້ຳ ນ້ຳມີ​ໃຫ້​ດື່ມ​ຢູ່​ທີ່​ນີ້​ເດ, ​ແລະ ຜູ້​ທີ່​ບໍ່​ມີ​ເງິນ ກໍ​ເຊີນ​ມາ​ກິນ!10

​ແລະ ​ເປັນ​ເພາະ​ການ​ຊົດ​ໃຊ້​ນິລັນດອນ ​ແລະ ບໍ່​ອາດ​ເຂົ້າ​ໃຈ​ໄດ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ພຣະ​ເຢຊູຄຣິດ, ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າຈຶ່ງ​ມີ​ໃຫ້ ​ແມ່ນ​ແຕ່​ທ່ານ​ເຄີຍ​ເຕະ​ສະດຸດ​ມາ​ກ່ອນ ຫລື ບໍ່​ມີຄ່າ​ຄວນ​ໃນ​ຊ່ວງ​ໄລຍະ​ທີ່​ຜ່ານ​ມາ. ຜ່ານ​ການ​ຫລໍ່​ຫລອມ​ທາງ​ວິນ​ຍານ ​ແລະ ຂັ້ນຕອນ​ຂອງ​ການ​ຊຳລະ​ລ້າງ​ຂອງ​ການ​ກັບ​ໃຈ, ທ່ານ​ສາມາດ​ລຸກຂຶ້ນ ​ແລະ ສ່ອງ​ແສງ​ອອກ​ໄປ”!11 ​​ເປັນ​ຍ້ອນ​ຄວາມ​ຮັກ​ທີ່​ບໍ່​ມີ​ຂອບ​ເຂດ ​ແລະ ທີ່​ໃຫ້​ອະ​ໄພ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່, ທ່ານ​ຈຶ່ງ​ສາມາດ​ຫລຽວ​ເຫັນ, ກາຍ​ເປັນ​ຄົນ​ທີ່​ສະອາດ ​ແລະ ມີຄ່າ​ຄວນ, ​ແລະ ພັດທະນາ​ຕົນ​ໄປ​ສູ່​ຄວາມ​ຊອບ​ທຳ ​ແລະ ​ເປັນ​ບຸດ​ທີ່​ມີ​ກຽດ​ຂອງ​ພຣະ​ເຈົ້າ—​ເປັນ​ຜູ້​ດຳລົງ​ທີ່​ມີຄ່າ​ຄວນ​ຂອງ​ຖານະ​ປະ​ໂລຫິດ​ທີ່​ສັກສິດ​ຂອງ​ພຣະ​ເຈົ້າຜູ້​ຊົງ​ລິດ​ອຳນາດຍິ່ງ​ໃຫຍ່​.

ຄວາມ​ມະຫັດສະຈັນ ​ແລະ ສິດທິ​ພິ​ເສດ​ຂອງ​ຖານະ​ປະ​ໂລຫິດ

ຂ້າພະ​ເຈົ້າຮູ້ສຶກ​​ເສຍ​ໃຈ​ນຳ​ຄົນ​ທີ່​ບໍ່​​ເຂົ້າ​ໃຈ ​ແລະ ມີ​ຄວາມ​ກະຕັນຍູ​ຕໍ່​ຄວາມ​ມະຫັດສະຈັນ ​ແລະ ສິດທິ​ພິ​ເສດ​ຂອງ​ຖານະ​ປະ​ໂລຫິດ. ​ເຂົາ​ເຈົ້າ​ເປັນ​ເໝືອນ​ນັກ​ໂດຍສາ​ນຢູ່​ໃນ​ຍົນ ຜູ້​ໃຊ້​ເວລາ​ຈົ່ມ​ກ່ຽວ​ກັບຂະໜາດ​ຂອງ​ຖົງ​ໝາກຖົ່ວດິນ ​ໃນ​ຂະນະ​ທີ່​ເຂົາ​ເຈົ້ານັ່ງ​ຢູ່​ເທິງ​ອາກາດ—ຊຶ່ງ​ເປັນ​ບາງ​ສິ່ງ​ທີ່​ບັນດາ​ກະສັດໃນ​ສະ​ໄໝ​ໂບຮານ​ອາດ​ມອບ​ທຸກ​ສິ່ງ​ທີ່​ພວກ​ເພິ່ນ​ມີ ​ເພື່ອ​ຈະ​ໄດ້ລອງຂີ່​ ​ແລະ ມີ​ປະສົບ​ການແມ່ນ​ແຕ່​ເທື່ອ​ດຽວ​ໃນ​ຊີວິດ!

ອ້າຍ​ນ້ອງ​ທັງຫລາຍ, ​ເຮົາ​ໄດ້​ຮັບ​ພອນ​ຫລາຍ​ເມື່ອ​ເຮົາ​ຮັບ​ເອົາ​ສິດທິ​ພິ​ເສດ​ ​ແລະ ມີ​ພະລັງ​ຂອງ​ຖານະ​ປະ​ໂລຫິດ​ອັນ​ຍິ່ງ​ໃຫຍ່​ນີ້ຢ່າງ​ຖ່ອມ​ຕົນ. ຂໍ​ໃຫ້​ເຮົາ​ຈົ່ງ​ມືນ​ຕາ ​ແລະ ​ເຫັນ, ຮັບ​ຮູ້, ​ແລະ ຮັບ​ເອົາ​ໂອກາດ​ທີ່​ເປັນ​ຈິງ​ນີ້.

ຜ່ານ​ຄວາມ​ຊອບ​ທຳ, ຄວາມ​ຮັກ, ​ແລະ ການ​ຮັບ​ໃຊ້​ທີ່ອຸທິດ​ຕົນ​ໃນ​ຖານະ​ປະ​ໂລຫິດ, ​ເຮົາ​ຈະ​ສາມາດ​ມີ​ປະສົບ​ການ​ກັບ​ຄວາມ​ໝາຍ​ອັນ​ແທ້​ຈິງ​ຂອງ​ການ​ເປີດ​ເຜີຍ ທີ່​ວ່າ: ເຮົາ​ຈະ​ອອກ​ໜ້າພວກ​​ເຈົ້າ. ​ເຮົາຈະ​ຢູ່​ທາງ​ຂວາ​ມື​ພວກເຈົ້າ ​ແລະ ທາງ​ຊ້າຍ​ມື​ພວກເຈົ້າ, ​ແລະ ວິນ​ຍານ​ຂອງ​ເຮົາ​ຈະ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ, ​ແລະ ທູດ​ຂອງ​ເຮົາ​ຈະ​ອ້ອມ​ຮອບ​ພວກເຈົ້າ​ໄວ້, ​ເພື່ອຄ້ຳຊູ​ພວກເຈົ້າ​.”12

ຂໍ​ໃຫ້​ເຮົາ​ຈົ່ງຮັບ​ເອົາ ​ແລະ ​ເຂົ້າ​ໃຈ​ຄວາມ​ມະຫັດສະຈັນ ​ແລະ ສິດທິ​ພິ​ເສດ​ຂອງ​ຖານະ​ປະ​ໂລຫິດ. ຂໍ​ໃຫ້​ເຮົາ​ຈົ່ງ​ຮັບ​ເອົາ ​ແລະ ຮັກ​ໜ້າ​ທີ່​ຮັບຜິດຊອບ ທີ່​ເຮົາ​ຖືກ​ຂໍ​ໃຫ້​ບັນລຸ—ໜ້າ​ທີ່​ຮັບຜິດຊອບຢູ່​ໃນ​ບ້ານ​ຂອງ​ເຮົາ ​ແລະ ຢູ່​ໃນ​ສາດສະໜາ​ຈັກ​ຂອງ​ເຮົາ, ບໍ່​ວ່າ​ມັນຈະ​ນ້ອຍ ຫລື ​ໃຫຍ່​ກໍ​ຕາມ. ຂໍ​ໃຫ້​ເຮົາ​ຈົ່ງ​ມີ​ຄວາມ​ຊອບ​ທຳ, ອຸທິດຕົນ, ​ແລະ ຮັບ​ໃຊ້​ໃນ​ຖານະ​ປະ​​ໂລຫິດ​​ໃຫ້ຫລາຍ​ຂຶ້ນກວ່າ​ເກົ່າ. ຂໍ​ໃຫ້​ເຮົາຈົ່ງ​ພົບ​ຄວາມສຸກ​ໃນ​ການ​ຮັບ​ໃຊ້​ຢູ່​ໃນ​ຖານະ​ປະ​ໂລຫິດ!

​ເຮົາ​ສາມາດ​ເຮັດ​​ໄດ້​ດີ​ທີ່​ສຸດ ​ໂດຍ​ການ​ນຳ​ໃຊ້​ຫລັກ​ທຳ​ແຫ່ງ​ຄວາມ​ຮູ້​ແຈ້ງ, ​ເຊື່ອ​ຟັງ, ​ແລະ ສັດທາ.

ນັ້ນໝາຍ​ຄວາມ​ວ່າ, ທຳ​ອິດ, ​ເຮົາ​ຕ້ອງ​ຮູ້ ​ແລະ ​ເຮັດ​​ໃຫ້​ຄຳ​ສອນ​ຂອງ​ຖານະ​ປະ​ໂລຫິດ​ເປັນ​ພາກສ່ວນ​ໃນ​ຊີວິດ​ຂອງ​​ເຮົາ ຊຶ່ງ​ພົບ​ເຫັນ​ໄດ້​ຢູ່​ໃນ​ພຣະຄຳ​ຂອງ​ພຣະ​ເຈົ້າ. ​ສຳຄັນສຳລັບ​ເຮົາ​ທີ່​ຈະ​ເຂົ້າ​ໃຈພັນທະ​ສັນຍາ ​ແລະ ພຣະບັນຍັດ​ ຊຶ່ງຖານະ​ປ​ະ​ໂລຫິດ​ດຳ​ເນີນ​ຕາມ.13

ຕໍ່​ໄປ, ຂໍ​ໃຫ້​ເຮົາ​ສະຫລາດ ​ແລະ ​ເຮັດ​ຕາມ​ຄວາມ​ຮູ້​ແຈ້ງ​ທີ່​ເຮົາ​ໄດ້​ຮັບ​ມາ​ຢ່າງ​ສະ​ໝ່ຳສະ​ເໝີ ​ແລະ ​ດ້ວຍ​ກຽດ. ​ເມື່ອ​ເຮົາ​ເຊື່ອ​ຟັງ​ຕໍ່​ກົດ​ຂອງ​ພຣະ​ເຈົ້າ, ຄວບ​ຄຸມ​ແນວ​ຄິດ ​ແລະ ຮ່າງກາຍ​ຂອງ​ເຮົາ, ​ແລະ ປັບ​ການ​ກະທຳ​ຂອງ​ເຮົາ​ໃຫ້​ສອດ​ຄ່ອງ​ກັບ​ແບບ​ແຜນ​ແຫ່ງ​ຄວາມ​ຊອບ​ທຳ​ທີ່​ສອນ​ໂດຍ​ສາດສະດາ, ​ແລ້ວ​ເຮົາ​ຈະມີ​ປະສົບ​ການ​ທີ່​ຊື່ນ​ຊົມ​ໃນ​ການ​ຮັບ​ໃຊ້​ໃນ​ຖານະ​ປະ​ໂລຫິດ.

​ແລະ ​ສຸດ​ທ້າຍ, ຂໍ​ໃຫ້​ເຮົາ​ຈົ່ງ​ມີ​ສັດທາ​ອັນເລິກ​ຊຶ້ງ​ໃນ​ພຣະຜູ້​ເປັນ​ເຈົ້າຂອງ​ເຮົາ, ພຣະ​ເຢຊູ​ຄຣິດ. ຂໍ​ໃຫ້​ເຮົາ​ຈົ່ງ​ຮັບ​ເອົາ​ພຣະນາມ​ຂອງ​ພຣະອົງ​ໄວ້​ກັບ​ເຮົາ ​ແລະ ສັນຍາ​ທີ່​ຈະ​ເດີນ​ໄປ​ໃນ​ເສັ້ນທາງ​ຂອງ​ການ​ເປັນ​ສານຸສິດ​ໃນທຸກ​ວັນ. ຈົ່ງ​ໃຫ້​ວຽກ​ງານ​ຂອງ​ເຮົາ​ເຮັດ​ໃຫ້​ສັດທາ​ຂອງ​ເຮົາ​ດີ​ພ້ອມ.14 ຜ່ານ​ການ​ເປັນ​ສານຸສິດ ​ເຮົາ​ຈະ​ຖືກ​ເຮັດ​ໃຫ້​ດີ​ພ້ອມ​ໄປ​ແຕ່​ລະບາດ​ກ້າວ ​ໂດຍ​ການ​ຮັບ​ໃຊ້​ຄອບຄົວຂອງ​ເຮົາ, ​ເພື່ອນມະນຸດຂອງ​ເຮົາ, ​ແລະ ພຣະ​ເຈົ້າ.

​ເມື່ອ​ເຮົາ​ຮັບ​ໃຊ້​ໃນ​ຖານະ​ປະ​ໂລຫິດ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ພະລັງ, ດ້ວຍ​ສຸດ​ຄວາມ​ຄິດ, ດ້ວຍສຸດ​ກຳ​ລັງ​ຂອງ​ເຮົາ, ​ແລ້ວ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ຮູ້​ແຈ້ງ, ຄວາມ​ສະຫງົບ, ​ແລະ ຂອງ​ປະທານ​ທາງ​ວິນ​ຍານ​ທີ່​ໄດ້​ສັນຍາ​ໄວ້. ​ເມື່ອ​ເຮົາ​ໃຫ້​ກຽດ​ແກ່ຖານະ​ປ​ະ​ໂລຫິດ​ທີ່​ສັກສິດ, ພຣະ​ເຈົ້າກໍ​ຈະ​ໃຫ້​ກຽດ​ເຮົາ, ​ແລະ ​ເຮົາຈະຢືນ​ຢູ່ຢ່າງ​ປາດສະຈາກ​ຂໍ້​ຕຳນິຢູ່​ຕໍ່​ພຣະພັກ​ຂອງພຣະ​ເຈົ້າ​ໃນ​ວັນ​ສຸດ​ທ້າຍ.”15

ຂ້າພະ​ເຈົ້າອະທິຖານວ່າ​ເຮົາ​ຈະ​ມີ​ຕາ​ທີ່​ຈະ​ເຫັນ ​ແລະ ມີ​ຫົວ​ໃຈ​ທີ່​ຈະ​ຮູ້ສຶກ​ເຖິງ​ຄວາມ​ມະຫັດສະຈັນ ​ແລະ ຄວາມ​ສຸກ​ຂອງ​ຖານະ​ປະ​ໂລຫິດຂອງ​ພຣະ​ເຈົ້າຜູ້​ຍິ່ງ​ໃຫຍ່ ​ແລະ ສູ​ງສຸດ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.