​2010–2019
ການສະໜັບສະ​ໜູນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ຂອງ​ສາດສະໜາ​ຈັກ
ຕຸລາ 2012


ການສະໜັບສະ​ໜູນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ຂອງ​ສາດສະໜາ​ຈັກ

ຂໍ​ສະ​ເໜີ​ໃຫ້​ສະໜັບ​ສະ​ໜູນ ທອມ​ມັສ ສະ​ເປັນ​ເຊີ ​ມອນ​ສັນ​ ​ເປັນ​ປະທານ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ ​ແລະ ​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ; ​ເ​ຮັນຣີ ເບັນນຽນ ​ໄອຣິງ ​ເປັນ​ທີ່​ປຶກສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະທານ​ສູງ​ສຸດ, ​ແລະ ດີ​ເດີ ​ຟະຣີດະ​ຣິກ ​ອຸກ​ດອບ ​ເປັນ​ທີ່​ປຶກສາ​ທີ​ສອງ​ໃນ​ຝ່າຍ​ປະທານ​ສູງ​ສຸດ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ຂໍສະເໜີໃຫ້ສະໜັບສະໜູນ ບອຍ ເຄນເນັດ ແພ໊ກເກີ ເປັນປະທານສະພາອັກຄະສາວົກສິບສອງ; ແລະ ຕໍ່ໄປນີ້ຄື ສະພາອັກຄະສາວົກສິບສອງ: ບອຍ ເຄ ແພ໊ກເກີ, ແອວ ທອມ ແພຣີ, ຣະໂຊ ເອັມ ແນວສັນ, ດາລິນ ເອັຈ ໂອກສ໌, ເອັມ ຣະໂຊ ບາເລີດ, ຣິເຈີດ ຈີ ສະກາດ, ຣໍເບີດ ດີ ແຮວສ໌, ແຈັບຟະຣີ ອາ ຮໍແລນ, ເດວິດ ເອ ແບ໊ດນາ, ຄວນຕິນ ແອວ ຄຸກ, ດີ ທອດ ຄຣິສໂຕເຟີສັນ, ແລະ ນຽວ ແອວ ແອນເດີເສັນ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະໜັບສະໜູນ​ທີ່​ປຶກສາ​ໃນ​ຝ່າຍປະທານ​ສູງ​ສຸດ ​ແລະ ສະພາ​ອັກຄະ​ສາວົກ​ສິບ​ສອງ​ເປັນ​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

​ແອວ​ເດີ ​ເຈ ອີ ເຈັນ​ເສັນ ຫາ​ກໍ​ໄດ້​ຖືກ​ປົດ​ຈາກ​ຝ່າຍ​ປະທານ​ສະພາ​ສາວົກ​ເຈັດ​ສິບ.

ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ພວກ​ເຮົາ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະໜັບສະໜູນ​ແອວ​ເດີ ຄະ​ເຣກ ຊີ ຄຣິສ​ເຕັນ​ເສັນ ​ຝ່າຍ​ປະທານ​ສະພາ​ສາວົກ​ເຈັດ​ສິບ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ຂໍ​ສະ​ເໜີ​ປົດ​ແອວ​ເດີ ມາ​ລິນ ​ເຄ ​ເຈັນ​​ເສັນ​ ຈາກ​ຕຳ​ແໜ່​ງນາຍ​ປະຫວັດສາດ ​ແລະ ຜູ້​ບັນທຶກ​ຂອງ​ສາດສະໜາ​ຈັກ ດ້ວຍ​ການ​ຍົກ​ມື​ສະ​ແດງ​ຄວາມ​ຂອບ​ໃຈ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະໜັບສະໜູນ​ແອວ​ເດີ ສະຕີ​ບ​ເວັນ ອີ ສະ​ໂນ ​ເປັນນາຍ​ປະຫວັດສາດ ​ແລະ ຜູ້​ບັນທຶກ​ຂອງ​ສາດສະໜາ​ຈັກ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ຂໍ​ສະ​ເໜີ​ປົດ​ບັນດາແອວ​ເດີ​ ຄີ​ດ ເຄ ຮຽວ​ບິ​ກ, ​​​ເຈ ອີ ​ເຈັນ​ເສັນ, ​ມາ​ລິນ ເຄ ​ເຈັນ​ເສັນ, ​ແລະ ​​​ໂອ​ທາ​ວີ​ອາ​ໂນ ​ເທ​ໂນ​ຣິ​ໂອ ​ຈາກ​ສະພາ​ສາວົກ​ເຈັດ​ສິບ​ກຸ່ມ​ທີ​ໜຶ່ງ​ ແລະ ມອບ​ໝາຍ​ໃຫ້​ພວກ​ເພິ່ນ​ມີ​ຕຳ​​ແໜ່​ງ​ເປັນ​ອາ​ດີດ​​ເຈົ້າໜ້າ​ທີ່ຊັ້ນຜູ້​ໃຫຍ່.

ຂໍ​ສະ​ເໜີ​ປົດ​ບັນດາ​ແອວ​ເດີ​ ຄີ​ດ ອາ ​ເອດ​ເວີ​ດສ໌ ​ແລະ ​ແລຣີ ດັບ​ເບິນ​ຢູ ​ກິບບອນ​ສ໌ ຈາກ​ສະພາ​ສາວົກ​ເຈັດ​ສິບ​ກຸ່ມ​ທີ​ສອງ.

ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ພວກ​ເຮົາ​ຕໍ່​ບັນດາ​ອ້າຍ​ນ້ອງ​ເຫລົ່ານີ້ສຳລັບ​ການ​ຮັບ​ໃຊ້​ທີ່​ດີ​ເດັ່ນ​ຂອງ​ພວກ​ເພິ່ນ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະໜັບສະໜູນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ຄົນ​ອື່ນໆ, ສາວົກ​ເຈັດ​ສິບ​ປະຈຳ​ເຂດ, ​ແລະ ຝ່າຍ​ປະທານ​ອົງການ​ສາມັນ​ຕ່າງໆ ຊຶ່ງ​ຖືກ​ແຕ່ງຕັ້ງ​ໄວ້​ແລ້ວ​ຕອນ​ນີ້.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຂັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມືຂຶ້ນ.

ຂອບ​ໃຈ, ອ້າຍ​​ເອື້ອຍ​ນ້ອງ​ທັງຫລາຍ, ສຳລັບ​ການ​ອອກສຽງ​ສະໜັບສະໜູນ, ສັດທາ, ການ​ອຸທິດ​ຕົນ, ​ແລະ ຄຳ​ອະທິຖານ​ຂອງ​ທ່ານ.