​2010–2019
ການ​ທົດ​ລອງ​ສັດທາ​ຂອງ​ທ່ານ
ຕຸລາ 2012


ການ​ທົດ​ລອງ​ສັດທາ​ຂອງ​ທ່ານ

ເຊັ່ນ​ດຽວ​ກັບ​ໄຟ​ທີ່​ລຸກ​ຢ່າງ​ແຮງ ຈົນ​ວ່າ​ມັນ​ໄດ້​ປ່ຽນ​ໂລຫະ​ເປັນ​ເຫລັກ, ​ເມື່ອ​ເຮົາ​ຊື່ສັດ​ຕໍ່​ໄປ​ໃນ​​ໄລຍະ​ທີ່​ເຮົາມີຄວາມທຸກ​ຮ້ອນ​ຢ່າງ​ແສນ​ສາຫັດ​ເລື່ອງສັດທາ ​ຂອງ​ເຮົາ, ​​ເຮົາ​ຈະ​ຖືກ​ຫລໍ່​ຫລອມ​ທາງ​ວິນ​ຍານ ​ແລະ ຖືກ​ເຮັດ​ໃຫ້​ເຂັ້ມ​ແ​ຂງຂຶ້ນ.​

ສິບ​ປີ​ກ່ອນ ​ເມື່ອ​ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ, ​ແຄ​ຕີ້, ​ແລະ ຂ້າພະ​ເຈົ້າ​ໄດ້​ອາ​ໄສ​ຢູ່​ເມືອງ ​ເຊົາ ປາໂລ, ປະ​ເທດບຣາຊິນ, ປະທານເດ​ວິດ ​ແມຣິອ໊ອດ ​ໄດ້​ເປັນ​ປະທານ​ຄວບ​ຄຸມ​ຢູ່​ເຂດບຣາຊິນ ​ເຊົາ ປາໂລ ອິນ​ເທີ​ລາ​ໂກ. ​ເພິ່ນ ​ແລະ ພັນ​ລະ​ຍາ​ຂອງ​ເພິ່ນ, ​ແນວ, ​ພ້ອມ​ດ້ວຍ​ລູກ​ຊາຍ​ຂອງ​ພວກ​ເພິ່ນຊື່ ວິວ, ​ແວັດ​ສະ​ລີ, ​ແລະ ​ເທ​ຣສ໌ ​ໄດ້​ອາ​​​ໄສ​ຢູ່​ໃກ້​ພວກ​ເຮົາ. ​ພວກ​ເພິ່ນ​ໄດ້​ປະ​ເຮືອນ​ຊານ, ​ແລະ ທຸລະ​ກິດ, ​ແລະ ລູກຫລາຍ​ຄົນ​ໃນ​ຄອບຄົວ ​ເພື່ອ​ຕອບ​ຮັບ​ເອົາ​ການ​ເອີ້ນ​ຈາກ​ສາດສະດາ​ເພື່ອ​ຮັບ​ໃຊ້​ເຜີຍ​ແຜ່.

ປະທານ ​ແມຣິອ໊ອດ ​ໄດ້​ເອີ້ນ​ຂ້າພະ​ເຈົ້າ​ເຂົ້າ​ໄປ​ພົບ​ເພິ່ນ​ໃນ​ຕອນ​ບ່າຍ​ຂອງ​ມື້ໜຶ່ງ. ລູກ​ສາວ​ທີ່​ປະ​ເສີດ ​ແລະ ຊອບ​ທຳ ອາຍຸ 21 ປີ ຂອງ​​ເພິ່ນ​ຊື່ ຈໍ​ເຈຍ, ຜູ້​ສຶກສາ​ຝ່າຍ​ການສະ​ແດງ​ຫລິ້ນ​ຊໍ​ຝະລັ່ງ​ຢູ່​ມະຫາວິທະຍາ​ໄລ ອິນ​ດີ​ອານາ, ​ໄດ້​ຖືກ​ລົດ​ກະບະຕຳ ຕອນ​ນາງ​ຂີ່​ລົດຖີບ​ກັບ​ບ້ານ​ຫລັງ​ຈາກ​ໂບດ. ​ໃນ​ການ​ລາຍ​ງານ​ເທື່ອ​ທຳ​ອິດ, ນາງ​ຈໍ​ເຈຍ​ກໍ​ບໍ່​ໄດ້​ເຈັບ​ໜັກ. ​ແຕ່​​ເມື່ອ​ຫລາຍ​ຊົ່ວ​ໂມງ​ຜ່ານ​ໄປ, ອາການ​ຂອງ​ນາງ​ໄດ້​​ເລີ່​ມໜັກ​ຂຶ້ນ.

ຄອບຄົວ ​ແລະ ໝູ່​ເພື່ອນ​ໄດ້​ເລີ່​ມຕົ້ນຖື​ສິນ​ອົດ​ເຂົ້າ ​ແລະ ອະທິຖານ​ເພື່ອ​ຂໍ​ການ​ມະຫັດສະຈັນ​ສຳລັບ​ນາງ​ຈໍ​ເຈຍ. ​ແມ່​ຂອງ​ນາງໄດ້​ບິນ​ຕະຫລອດ​ຄືນ​ຈາກ​ບຣາຊິນ. ​ເມື່ອ​ໄປ​ເຖິງ​ສະໜາມ​ບິນ​ອິນ​ດີ​ອານາ​ໃນ​ມື້​ຕໍ່​ມາ, ນາງ​ກໍ​ໄດ້​ພົບ​ກັບ​ລູກ​ຜູ້​ໃຫຍ່​ຂອງ​ນາງ ​ຜູ້​ໄດ້ບອກ​ນາງ​ວ່າ ​ເຂົາ​ເຈົ້າ​ໄດ້​ຢູ່​ກັບ​ນາງ​ຈໍ​ເຈຍ​ຕອນ​ນາງ​ສິ້ນ​ລົມ​ຫັນ​ໃຈ.

ຂ້າພະ​ເຈົ້າ​ໄດ້​ເຫັນ​ຄອບຄົວ​ແມ​ຣິອ໊ອດ​ໃນ​ເວລາ​ນັ້ນກ່ຽວ​ກັບປະສົບ​ການ​ນີ້ ​ແລະ ​ໃນ​ຫລາຍ​ເດືອນ ​ແລະ ​ໃນ​ຫລາຍ​ປີ​ຈາກ​ນັ້ນ. ​ເຂົາ​ເຈົ້າຮ້ອງ​ໄຫ້, ​ເຂົາ​ເຈົ້າອະທິຖານ, ​ເຂົາ​ເຈົ້າ​ໄດ້​ເວົ້າກ່ຽວ​ກັບ​ນາງ​ຈໍ​ເຈຍ, ​ເຂົາ​ເຈົ້າ​ມີ​ຄວາມ​ເຈັບ​ປວດ​ ​ແລະ ​ໂສກ​ເສົ້າຫລາຍ​ທີ່​ສຸດ, ​ແຕ່​ສັດທາ​ຂອງ​ເຂົາ​ເຈົ້າບໍ່​ໄດ້​ຫລຸດ​ໜ້ອຍ​ລົງ. ​ໃນ​ພາກ​ເຊົ້າມື້​ນີ້, ​ເຮົາ​ໄດ້​ຍິນ​ສັດທາ​ທີ່​ຄ້າຍຄື​ກັນນັ້ນກ່ຽວ​ກັບ​ຊີວິດ​ທີ່​ສວຍ​ງາມ​ຂອງ​ຄອບຄົວ​ໂບ​ເວັນ ​ແລະ ວຽວ​ເບີ​ເກີ.1

ຂອງ​ປະທານ​ແຫ່ງ​ສັດທາ ​ເປັນ​ຂອງ​ປະທານ​ທາງ​ວິນ​ຍານ​ທີ່​ປະ​ເສີດ​ລ້ຳ. “ນີ້​​ແມ່ນຊີວິດ​ນິລັນດອນ,” ພຣະ​ເຢຊູ​ໄດ້​ອະທິຖານວ່າ “ຄື​ພວກ​ເຂົາ​ຮູ້​ຈັກ​ພຣະອົງ​ຜູ້​ເປັນ​ພຣະ​ເຈົ້າທ່ຽງ​ແທ້​ແຕ່​ອົງ​ດຽວ ​ແລະ ຮູ້ຈັກ​ພຣະ​ເຢຊູ​ຄຣິດ​ຜູ້​ທີ່​ພຣະອົງ​ໃຊ້​ມາ.”2

ສັດທາ​ຂອງ​ເຮົາ​ເປັນ​ຈຸດ​ໃຈກາງ​ໃນ​ພຣະ​ເຈົ້າ ​ພຣະບິດາ​ຂອງ​ເຮົາ ​ແລະ ​ໃນ​ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູຄຣິດ, ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ. ມັນ​ເຂັ້ມ​ແຂງ​ຂຶ້ນ​ໂດຍ​ຄວາມ​ຮູ້​ແຈ້ງ​ຂອງ​ເຮົາ​ວ່າ ຄວາມ​ສົມບູນ​ຂອງພຣະກິດ​ຕິ​ຄຸນ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ສູ່​ແຜ່ນດິນ​ໂລກ; ວ່າ​ພຣະຄຳ​ພີ​ມໍ​ມອນ​ເປັນ​ພຣະຄຳຂອງ​ພຣະ​ເຈົ້າ; ​ແລະວ່າ​ສາດສະດາ ​ແລະ ອັກຄະ​ສາວົກ​ໃນ​ທຸກ​ວັນ​ນີ້ ມີ​ຂໍ​ກະ​ແຈຂອງ​ຖານະ​ປະ​ໂລຫິດ. ​ເຮົາ​ທະນຸ​ຖະໜອມ​ສັດທາ​ຂອງ​ເຮົາ, ພະຍາຍາມ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດທາ​ຂອງ​ເຮົາ, ອະທິຖານ​ເພື່ອ​ເພີ່ມ​ສັດທາ, ​ແລະ ​ເຮັດ​ທຸກ​ສິ່ງ​ຕາມ​ພະລັງ​ທີ່​ເຮົາ​ມີ​ເພື່ອ​ຮັກສາ ​ແລະ ປ້ອງ​ກັນ​ສັດທາ​ຂອງ​ເຮົາ​ໄວ້.

ອັກຄະ​ສາວົກ​ເປ​ໂຕ​ໄດ້​ບອກ​ເຖິງ​ບາງ​ສິ່ງ​ທີ່​ເພິ່ນ​ເອີ້ນ​ວ່າ “ຄວາມ​ເຊື່ອ​ທີ່​ລອງ​ແລ້ວ.”3 ​ເພິ່ນ​​ເຄີຍ​ມີ​ປະສົບ​ການ​ນີ້. ທ່ານ​ຈື່​ຄຳ​ຂອງ​ພຣະ​ເຢຊູ​ໄດ້​ບໍ​ທີ່​ວ່າ:

“ຊີ​ໂມນ, … ຊາຕາ​ນ​ໄດ້​ຂໍອະນຸຍາດ​ທົດ​ລອງ​ເຈົ້າ, ​ເພື່ອ​ຈະ​ຝັດ​ຮ່ອນ​​ເຈົ້າ​ເໝືອນ​ຝັດ​ເຂົ້າ​ເປືອກ:

“​ແຕ່​ເຮົາ​ໄດ້ອະທິຖານ​ສຳລັບ​ເຈົ້າ, ​ເພື່ອ​ຄວາມ​ເຊື່ອ​ຂອງ​ເຈົ້າຈະ​ບໍ່​ຂາດ​ໄປ.”4

ຕໍ່​ມາເປ​ໂຕ​ໄດ້​ຊຸກຍູ້​ຄົນ​ອື່ນໆ​ວ່າ: “ຢ່າ ປະຫລາດ​ໃຈ,” ​ເພິ່ນ​ກ່າວ, “​​ທີ່​ພວກ​ເຈົ້າ​ໄດ້​ຮັບ​ຄວາມທຸກ​ຮ້ອນ​ຢ່າງ​ແສນ​ສາຫັດ, ​ເປັນ​ການ​ລອງ​ໃຈ​ເໝືອນ​ກັບ​ວ່າ​ເປັນ​ເຫດ​ອັນ​ແປກ​ປະຫລາດ​ເກີດ​ຂຶ້ນກັບ​ພວກ​ເຈົ້າ.”5

ຄວາມທຸກ​ຮ້ອນ​ຢ່າງ​ແສນ​ສາຫັດນີ້ ​ໄດ້​ຈັດ​ໄວ້​ເພື່ອ​ເຮັດ​ໃຫ້​ເຮົາ​ເຂັ້ມ​ແຂງ​ຂຶ້ນ, ​ແຕ່​ມັນ​ມັກ​ຈະ​ເຮັດ​ໃຫ້​ຄວາມ​​ໄວ້​ວາງ​ໃຈ​ຂອງ​ທ່ານ​ໃນ​ພຣະບຸດ​ຂອງ​ພຣະ​ເຈົ້າຫລຸດ​ນ້ອຍຖອຍ​ລົງ ຫລື ​ແມ່ນ​ແຕ່​ທຳລາຍ ​ເພື່ອ​ປຸກການ​ຕົກລົງ​ໃຈ​ຂອງ​ທ່ານ ​ເພື່ອ​ຮັກສາ​ຄຳ​ສັນຍາ​ທີ່​ທ່ານ​ໄດ້​ເຮັດ​ໄວ້​ກັບ​ພຣະອົງ. ການ​ທົດ​ລອງ​ເຫລົ່າ​ນີ້​ສ່ວນ​ຫລາຍ​ແລ້ວ​ຈະ​ຖືກ​ປິດ​ບັງໄວ້, ຍາກ​ທີ່​ຈະ​ບອກ​ໄດ້. ມັນ​ຈະ​​ເລີ່​ມຕົ້ນ​ຢູ່​ໃນ​ຄວາມ​ອ່ອນ​ແອ, ຄວາມ​ບໍ່​ໝັ້ນຄົງ, ຄວາມ​ຮູ້ສຶກ​ໄວ, ຫລື ​ໃນ​ສິ່ງ​ທີ່​ສຳຄັນ​ກວ່າ​ໝູ່​ໝົດ​ຕໍ່​ເຮົາ. ການ​ທົດ​ສອບ​ທີ່​ແທ້​ຈິງ ​​ແຕ່ຄວບ​ຄຸມ​ໄດ້​ສຳລັບ​ບາງ​ຄົນ ອາດ​ເປັນຄວາມ​ທຸກ​ຮ້ອນ​ຢ່າງ​ແສນ​ສາຫັດ​ສຳລັບ​ອີກ​ບາງ​ຄົນ.

ທ່ານ​ຈະ​ໝັ້ນຄົງ “​ແນ່​ວ​ແນ່ ​ແລະ ບໍ່​ຫວັ່ນ​ໄຫວ”6 ​ໄດ້​ແນວ​ໃດ ​ຕອນ​ປະສົບ​ກັບ​ການ​ທົດ​ລອງ​ສັດທາ? ທ່ານ​ຕ້ອງເອົາ​ໃຈ​ໃສ່​ກັບ​ສິ່ງ​ທີ່​ຊ່ອຍ​ສ້າງ​​ໃຈກາງ​ໃຫ້​ແກ່​ສັດທາ​ຂອງ​ທ່ານ—ທ່ານ​ຕ້ອງໃຊ້​ສັດທາ​ໃນ​ພຣະຄຣິດ, ທ່ານຕ້ອງ​ອະທິຖານ, ທ່ານຕ້ອງ​ໄຕ່ຕອງ​ຂໍ້​ພຣະຄຳ​ພີ, ທ່ານ​ຕ້ອງກັບ​ໃຈ, ​ທ່ານ​ຕ້ອງຮັກສາ​ພຣະບັນຍັດ, ​ແລະ ທ່ານ​ຕ້ອງ​ຮັບ​ໃຊ້​ຄົນ​ອື່ນ.

​ເມື່ອ​ປະ​ເຊີນ​ກັບ​ການ​ທົດ​ລອງ​​ສັດທາ—ສິ່ງ​ໃດ​ກໍ​ຕາມ​ທີ່​ທ່ານ​ເຮັດ, ທ່ານ​ບໍ່​ຄວນ​ເດີນ​ໜີ​ອອກ​ຈາກ​ສາດສະໜາ​ຈັກ! ການ​ອອກ​ຫ່າງ​ຈາກ​ອານາຈັກ​ຂອງ​ພຣະ​ເຈົ້າລະຫວ່າງ​ມີ​ການ​ທົດ​ລອງ​ສັດທາ ​ຄື​ກັນ​ກັບ​ການ​ໜີ​ອອກ​ຈາກ​ບ່ອນຫລົບ​ໄພ ​ໃນ​ຂະນະ​ທີ່​ພະຍຸ​ທໍ​ເນ​ໂດກຳລັງ​​ເກີດ​ຂຶ້ນ.

ອັກຄະ​ສາວົກ​ໂປ​​ໂລໄດ້​ກ່າວ​ວ່າ, “ພວກ​ເຈົ້າບໍ່​ເປັນ​ຄົນ​ຕ່າງ​ດ້າວ​ທ້າວ​ຕ່າງ​ແດນ​ອີກ​ຕໍ່​ໄປ, ​ແຕ່​ເປັນ​ພົນລະ​ເມືອງ​ອັນ​ດຽວ​ກັນ​ກັບ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ.”7 ພາຍ​ໃນ​ບ່ອນ​ຫລົບ​ໄພ​ຂອງ​ສາດສະໜາ​ຈັກ, ​ເຮົາ​ຈະປົກ​ປ້ອງ​ສັດທາ​ຂອງ​ເຮົາ. ການ​ໄປ​ປະຊຸມ​ນຳ​ກັນ​ກັບ​ຄົນ​ທີ່​ເຊື່ອ, ​ເຮົາ​​ໄດ້ອະທິຖານ ​ແລະ ພົບ​ຄຳ​ຕອບ​ຕໍ່​ຄຳ​ອະທິຖານ​ຂອງ​ເຮົາ; ​ເຮົານະມັດສະການ​ຜ່ານ​​ເພງ, ​ແບ່ງປັນ​ປະຈັກ​ພະຍານ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ, ​ແລະ ຮູ້ສຶກ​ເຖິງ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ເຮົາ​ຮັບສ່ວນ​ສິນ​ລະ​ລຶກ, ຮັບ​ພອນ​ຂອງ​ຖານະ​ປະ​ໂລຫິດ, ​ແລະ ​ໄປ​ພຣະວິຫານ. ພຣະຜູ້​ເປັນ​ເຈົ້າ​ໄດ້​ປະກາດ​ວ່າ ໃນ​ພິທີການ …, ອຳນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າຈະ​ສະ​ແດງ​ໃຫ້​ປະຈັກ.8 ​ເມື່ອທ່ານ​ປະ​ເຊີນ​ກັບ​ການ​ທົດ​ລອງ​​ສັດທາ—ຈົ່ງ​ຍຶດໝັ້ນຢູ່​ໃນ​ບ່ອນ​ປອດ​ໄພນຳ​ໄພ່​ພົນ​ຂອງ​ພຣະ​ເຈົ້າ. ມີ​ບ່ອນ​ສຳລັບ​ທ່ານ​ສະ​ເໝີ. ບໍ່​ມີ​ການ​ທົດ​ລອງ​ໃດ​ທີ່​ຍາກເກີນ​ກວ່າ​ທ່ານ​ຈະ​ເອົາ​ຊະນະນຳ​ກັນບໍ່​ໄດ້.9

ປະທານ​ທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ກ່າວ​ວ່າ: “​ເຂັມ​ຊີ້​ທິດ​​ແຫ່ງ​ຄວາມ​ເປັນ​ມະຕະຂອງ​ສັງຄົມ [​ໄດ້​ໝຸນ​ວຽນ​ໄປ​ຢ່າ​ງວ່ອງ​ໄວ]. ການ​ປະພຶດ … ຊຶ່ງ​ຄັ້ງໜຶ່ງ ... ​ເຄີຍ​ຄິດ​ວ່າ​ບໍ່​ເໝາະ​ສົມ ​ແລະ ຂາດ​ສິນ​ທຳ ບັດ​ນີ້ … ​ເຫັນ​ວ່າ … ມີ​ຫລາຍ​ຄົນ​ຮັບ​ຮູ້.”10

ມີ​ຜູ້​ໃຫຍ່​ໂສດ​ຫລາຍ​ຄົນ​ຢູ່​ໃນ​ສາດສະໜາ​ຈັກ​ທີ່​ມີ​ອາຍຸ​ສູງ​ແລ້ວ. ​ເຖິງ​ແມ່ນ​ວ່າ​ຊີວິດ​​ໃນ​ປະຈຸ​ບັນ​ຂອງ​ເຂົາ​ເຈົ້າຈະ​ຫຍຸ້ງຍາກ​ຫລາຍ​ກວ່າ​ທີ່​ເຂົາ​ເຈົ້າຄາດ​ຄິດ, ​ແຕ່​ເຂົາ​ເຈົ້າຍັງ​ຮັກສາ​ກົດ​ພົມມະຈັນ​ຂອງ​ເຂົາ​ເຈົ້າຢູ່.11 ມັນ​ອາດ​ເປັນ​ການ​ທົດ​ລອງ​ສັດທາ​ຂອງ​ເຂົາ​ເຈົ້າ. ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາ​ມນັບຖື ​ແລະ ຍ້ອງ​ຍໍ​ສານຸສິດ​ຂອງ​ພຣະຄຣິດ.

“ພຣະ​ເຈົ້າ​ໄດ້​ບັນຊາ​ວ່າ ອຳນາດ​ຂອງ​ການ​ສ້າງ​ເກີດ​ຂຶ້ນລະຫວ່າງ​ຊາຍ ​ແລະ ຍິງຜູ້​ແຕ່ງງານ​ກັນ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ເທົ່າ​ນັ້ນ.”12 ​ໃນ​ພຣະສັນຍາ​ໃໝ່ ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຕັ້ງມາດຕະຖານ​ເລື່ອງ​ສິນ​ທຳ​ໄວ້​ສູງ ສຳລັບ​ຜູ້​ຕິດຕາມ​ຂອງ​ພຣະອົງ ​ເມື່ອ​ພຣະອົງ​ໄດ້​ປະກາດ​ວ່າ, “ຜູ້​ໃດ​ແນມ​ເບິ່ງ​ຜູ້ຍິງ​ດ້ວຍ​ໃຈ​ຄິດ​ຢາກ​ໄດ້​ຍິງ​ນັ້ນ, ຜູ້ນັ້ນ​ໄດ້​ຫລິ້ນ​ຊູ້​ໃນ​ໃຈ​ກັບ​ຍິງ​ນັ້ນ​ແລ້ວ”13 ພຣະອົງ​ໄດ້​ສອນ​ເຮົາ​ວ່າ​ບໍ່​​ໃຫ້ກ່າວ​ໂທດ​ຄົນ​ອື່ນ, ​ແຕ່​ບໍ່​ໃຫ້​ຢ້ານ​ທີ່​ຈະ​ກ່າວ​​ແບບຊື່​ຕົງ ທີ່ວ່າ, “ຈົ່ງ​ໄປສາ,” ພຣະອົງ​ກ່າວ, “​ແຕ່​ຢ່າ​ເຮັດ​ບາບ​ອີກ.”14

ຄອບຄົວ​ຂອງ​ຂ້າພະ​ເຈົ້າມີ​ເພື່ອນຄົນ​ໜຶ່ງ. ທ່ານ​ອາດ​ຮູ້ຈັກ​ບາງ​ຄົນ​ທີ່​ຄື​ກັນ​ກັບ​ນາງ, ຫລື ບາງ​ເທື່ອທ່ານ​ອາດ​ເປັນ​ຄືກັນ​ກັບ​ນາງ. ນາງ​ຊື່ສັດ, ຮັບ​ໃຊ້​ໃນ​ສາດສະໜາ​ຈັກ​ໄດ້​ດີ​ທີ່​ສຸດ, ມີ​ລ້າ​ການ​ທີ່​ເປັນ​ໜ້າ​ນັບຖື, ຄອບຄົວ​ນາງກໍ​ຮັກ​ນາງ​ຫລາຍ, ​​ແລະ ​ເຖິງ​ແມ່ນ​ນາງ​ຄາດ​ຄິດ​ວ່າ​ຈະ​​ໄດ້​ແຕ່ງງານ ​ແລະ ມີ​ລູກ, ​ແຕ່​ຕອນ​ນີ້​ນາງ​ຍັງ​ເປັນ​ໂສດ​ຢູ່. “ຂ້ານ້ອຍໄດ້​ຕັດສິນ​ໃຈ,” ນາງ​ກ່າວ, “ທີ່​ຈະ … ​ໄວ້​ວາງ​ໃຈ​ໃນ​ພຣະ​ເຢຊູ​ຄຣິດ. ຂ້ານ້ອຍມີ​ສັດທາ … ວ່າ​ບໍ່​ມີ … ພອນ​ປະການ​ໃດ​ທີ່​ຖື​ກີດ​ກັນໄວ້ … ຕາບ​ໃດທີ່​ຂ້າ​ນ້ອຍ … ຍັງ​ຊື່ສັດຕໍ່​ພັນທະ​ສັນຍາ​ຂອງ​ຂ້ານ້ອຍຢູ່, ຮ່ວມ​ທັງ​ກົດ​​ພົມມະຈັນ.”15

​ເພື່ອນ​ອີກ​ຄົນ​ໜຶ່ງ​ຂອງ​ພວກ​ເຮົາ​ໄດ້​ຮັບ​ໃຊ້​ເຜີຍ​ແຜ່​ຢ່າງ​ມີ​ປະສິດທິພາບ, ຫລັງ​ຈາກ​ນັ້ນກໍ​ໄດ້ສຶກສາ​ຕໍ່​ໃນ​ລະດັບ​ສູງ. ລາວ​ຫວັງ​ຈະ​ມີ​ຄອບຄົວ. ການ​ທົດ​ລອງ​ສັດທາ​ຂອງ​ລາວ​ແມ່ນ: ລາວ​ສົນ​ໃຈ​ກັບ​ເພດ​ດຽວ​ກັນ. ລາວ​ໄດ້​ຂຽນ​​ເຖິງ​ຂ້າພະ​ເຈົ້າບໍ່​ດົນ​ມາ​ນີ້​ວ່າ: “ຂ້ານ້ອຍ​ໄດ້​ຖືກສັນຍາ​ຢູ່​ໃນ​ໃບ​ປິຕຸ​ພອນວ່າ ຂ້ານ້ອຍ​ຈະ​ມີ​ຄອບຄົວ​ຂອງ​ຂ້ານ້ອຍ​ໃນ​ມື້ໜຶ່ງ. ບໍ່​ວ່າ​ຈະ​​ເປັນ … ​ໃນ​ຊີວິດ​ນີ້ ຫລື ​ໃນ​ຊີວິດ​ໜ້າ, ຂ້ານ້ອຍ [ບໍ່] ຮູ້. … [​ແຕ່] ຂ້ານ້ອຍ​ບໍ່​ຢາກ​ເຮັດ​ສິ່ງ​ໃດ​ທີ່​ຈະ​ເຮັດ​ໃຫ້​ພອນ​ທີ່​ພຣະ​ເຈົ້າ​ໄດ້​ສັນຍາ​ໄວ້ຕົກ​ຢູ່​ໃນ​ຂັ້ນອັນຕະລາຍ. … ການ​ດຳລົງ​ຊີວິດ​ຕາມ [ກົດ​ພົມມະຈັນ] ​ເປັນ​ສິ່ງ​ທ້າ​ທາຍ, ​ແຕ່​ເຮົາ​ບໍ່​ໄດ້​ມາສູ່​ໂລກ​ເພື່ອ​ປະ​ເຊີນ​ກັບ​ການທ້າ​ທາຍ​ບໍ ​ແລະ ​ເພື່ອ​ສະ​ແດງ​ຄວາມ​ຮັກ ​ແລະ ຄວາມ​ນັບຖື​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ … ​ໂດຍ​ການ​ຮັກສາ​ພຣະບັນຍັດ​ຂອງ​ພຣະອົງບໍ? ຂ້ານ້ອຍ​ໄດ້​ຮັບ​ພອນ​ດ້ວຍ​ສຸຂະພາບ​ທີ່​ແຂງ​ແຮງ, ພຣະກິດ​ຕິ​ຄຸນ, ພໍ່​ແມ່​ພີ່ນ້ອງທີ່​ຮັກ​ແພງ, ​ແລະ ​ໝູ່​ເພື່ອນທີ່​ຈົງ​ຮັກ​ພັກດີ.”16

​ຊາວ​ໂລກ​ໄດ້ປະ​ທ້ວງ​ວ່າ: “​ເປັນ​ຫຍັງພຣະອົງຈຶ່ງ​ຂໍ​ຮ້ອງ​ຫລາຍ​ແທ້?” ພຣະຜູ້​ເປັນ​ເຈົ້າ​ໄດ້​ຕອບ​ວ່າ,

“ຄວາມ​ຄິດ​ຂອງ​ເຮົາ​ບໍ່​ຄື​ຄວາມ​ຄິດ​ຂອງ​ພວກ​ເຈົ້າ, ​ແລະ ວິທີທາງ​ຂອງ​ເຮົາ​ນັ້ນກໍ​​ແຕກ​ຕ່າງ​ບໍ່​ຄື​ວິທີທາງ​ຂອງ​ພວກ​ເຈົ້າ.​ ...

“ສະຫວັນ​ຊັ້ນຟ້າ​ສູງ​ກວ່າ​ແຜ່ນດິນ​ໂລກ​ສັນ​ໃດ ວິທີ​ທາງ​ທັງ​ຄວາມ​ຄິດຂອງ​ເຮົາ​ກໍ​ສູງ​ກວ່າ​ສັນນັ້ນ.”17

ຜູ້​ຕິດຕາມ​ຂອງ​ພຣະຄຣິດສອງ​ຄົນ​ນີ້ ​ແລະ ຫລາຍ​ສິບ​ພັນ​ຄົນ​ຄື​ກັນ​ກັບ​ເຂົາ​ເຈົ້າ ​ໄດ້​ຮູ້ສຶກ​ເຖິງ​ຄຳ​ສັນຍາ​ຂອງ​ພຣະຜູ້​ຊ່ອຍ​ໃຫ້ລອດ​ທີ່​ວ່າ: “ສັນຕິ​ສຸກ​ຂອງ​ເຮົາ​ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ ບໍ່​ຄື​ສັນຕິ​ສຸກ​ທີ່​ໂລກ​ໃຫ້. ຢ່າ​ວຸ້ນວາຍ​ເປັນ​ທຸກ​ໃຈ ​ແລະ ຢ່າ​ສູ່​ຢ້ານ.”18

ມີ​ການ​ທົດ​ລອງ​ຢ່າງ​ໜຶ່ງ​ອີກ​. ມີ​ຜູ້​ຄົນ​ຈຳນວນ​ໜຶ່ງ​ທີ່​ຢາກລົດ​ກຽດ​​ສາດສະໜາ​ຈັກ ​ແລະ ທຳລາຍ​ສັດທາ. ທຸກ​ວັນ​ນີ້​ເຂົາ​​ເຈົ້າໃຊ້​ອິນ​ເຕີ​ແນັດ.

ຂໍ້​ມູນ​ບາງ​ຢ່າງກ່ຽວ​ກັບ​ສາດສະໜາ​ຈັກ, ບໍ່​ວ່າ​ຈະ​ເປັນ​ໜ້າ​ເຊື່ອ​ປານ​ໃດ​ກໍ​ຕາມ, ​ແຕ່​ມັນ​ບໍ່​ໄດ້​ເປັນຄວາມຈິງ. ​ໃນ​ປີ 1985 ຂ້າພະ​ເຈົ້າຈື່​ເພື່ອນຄົນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າໄດ້​ຍ່າງ​ເຂົ້າ​ມາໃນ​ຫ້ອງການ​ຂອງ​ຂ້າພະ​ເຈົ້າຢູ່​ລັດ ຟລໍ​ຣິດາ. ລາວ​ໄດ້​ເອົາ​​ເລື່ອງ​ໜຶ່ງ​ຈາກວາລະສານ​ Time ​ມີຫົວ​ຂໍ້​ວ່າ “Challenging Mormonism’s Roots” ໝາຍ​ຄວາມ​ວ່າ “ການ​ທ້າ​ທາຍ​ຮາກ​ຖານ​ຂອງ​ສາດສະໜາ​ມໍ​ມອນ”. ​ເລື່ອງ​ນັ້ນ​ໄດ້​ກ່າວ​ເຖິງ​ຈົດໝາຍ​ສະບັບ​ໜຶ່ງ​ທີ່​ຫາ​ກໍ​ໄດ້​ຄົ້ນພົບ​, ວ່າ​ເປັນ​ການ​ຂຽນຂອງ ມາ​ຕິນ ​ແຮຣິສ, ທີ່​ກ່າວ​​​ແຕກ​ຕ່າງ​ຈາກ​ເລື່ອງ​ລາວ​ທີ່​ໂຈ​ເຊັບ ສະ​ມິດ ​ໄດ້​ກ່າວ​ກ່ຽວ​ກັບ​ແຜ່ນ​ຈາລຶກ​ຂອງ​ພຣະຄຳ​ພີ​ມໍ​ມອນ.19

​ເພື່ອນ​ຂອງ​ຂ້າພະ​ເຈົ້າ​ໄດ້​ຖາມ​ຖ້າ​ຫາກ​ວ່າ ​ເລື່ອງ​ເຊັ່ນນັ້ນຈະ​ທຳລາຍ​ສາດສະໜາ​ຈັກ​ມໍ​ມອນ. ​ເລື່ອງສັ້ນນັ້ນ​ໄດ້​ກ່າວ​ເຖິງ​ຊາຍ​ຄົນ​ໜຶ່ງ​ຜູ້​ໄດ້​ກ່າວ​ວ່າ ລາວ​ຈະ​ອອກ​ຈາກ​ສາດ​ສະໜາ​ຈັກ​ໄປ ​ເພາະ​ເອກະສານ​ນັ້ນ. ຕໍ່​ມາ, ​ກໍ​ໄດ້​ຮູ້​ວ່າມີ​ຫລາຍ​ຄົນ​ອອກ​ໄປ​ຈາກ​ສາດສະໜາ​ຈັກ.20 ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ມັນ​ເປັນ​ການ​ທົດ​ລອງສັດທາ​ຂອງ​ເຂົາ​ເຈົ້າ.

ສອງ​ສາມ​ເດືອນ​ຈາກ​ນັ້ນ, ຜູ້​ຊ່ຽວຊານ​ໄດ້​ຄົ້ນພົບ​ (​ແລະ ຜູ້​ປອມ​ແປງ​ເອກະສານ​ກໍ​ໄດ້​ສາລະພາບ) ວ່າ​ຈົດໝາຍ​ສະບັບ​ນັ້ນ​ເປັນ​ຂອງ​ປອມ. ຂ້າພະ​ເຈົ້າຫວັງ​ວ່າ ຄົນ​ທີ່​ໄດ້​ອອກ​​ໄປ​ຈາກ​ສາດສະໜາ​ຈັກ​ເພາະ​ຖືກ​ຫລອກ​ລວງ ຈະ​ພົບ​ເສັ້ນທາງ​ກັບ​ຄືນ​ມາ​ອີກ.

ຜູ້​ຄົນ​ຈຳນວນ​ໜ້ອຍ​ໜຶ່ງ​ກໍມີ​ຄວາມ​ສົງ​ໃສ​​ເລື່ອງ​ສັດທາ​ຂອງ​ຕົນ ​ເມື່ອ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ເອກະສານ​ທີ່​ຂຽນ​ໂດຍ​ຜູ້ນຳ​ຂອງ​ສາດສະໜາ​ຈັກ​​ທີ່​ເກົ່າ​ແກ່ ທີ່​ເບິ່ງ​ຄື​ວ່າ​ບໍ່​ສອດຄ່ອງ​ກັບ​ຄຳ​ສອນ​ຂອງ​ເຮົາ. ມີ​ຫລັກ​ທຳ​ທີ່​ສຳຄັນ​ຊຶ່ງ​ປົກຄອງ​ຄຳ​ສອນ​ຂອງ​ສາດສະໜາ​ຈັກ. ຄຳ​ສອນ​ໄດ້​ຖືກ​ສອນ​ໂດຍ​ສະມາຊິກ 15 ຄົນ​ຈາກ​ຝ່າຍ​ປະທານ​ສູງ​ສຸດ ​ແລະ ສະພາ​ອັກຄະ​ສາວົກ​ສິບ​ສອງ. ມັນ​ບໍ່​ໄດ້​ຖືກ​ເຊື່ອງ​ຊ້ອນໄວ້​ຢູ່​ໃນ​ວັກ​ໃດ​ວັກ​ໜຶ່ງ​ຂອງ​ບົດ​ປາ​ໄສ​ໃດ​ໜຶ່ງ. ຫລັກ​ທຳ​ທີ່​​ແທ້​ຈິງ​ໄດ້​ຖືກ​ສອນ​ເລື້ອຍໆ ​ແລະ ​ໂດຍ​ຫລາຍ​ຄົນ. ​ຄຳ​ສອນ​ຂອງ​ພວກເຮົາຫາ​ໄດ້​ບໍ່​ຍາກ.

ຜູ້ນຳ​ຂອງ​ສາດສະໜາ​ຈັກ​ເປັນ​ຄົນ​ຊື່ສັດ ​ແຕ່​​ເປັນ​ມະນຸດ​ທີ່​ມີ​ຄວາມ​ຂາດ​ຕົກ​ບົກພ່ອງ​ຢູ່. ທ່ານ​ຈື່​ຈຳ​ຖ້ອຍ​ຄຳ​ຂອງ​ໂມ​ໂຣ​ໄນ​ໄດ້​ບໍ ທີ່​ວ່າ: “ຢ່າ​ໄດ້​ກ່າວ​ໂທດ​ຂ້າພະ​ເຈົ້າຍ້ອນ​ຄວາມ​ຂາດ​ຕົກ​ບົກພ່ອງ​ຂອງ​ຂ້າພະ​ເຈົ້າ, ທັງ​ບິດາ​ຂອງ​ຂ້າພະ​ເຈົ້າ … ; ແຕ່​ທາງ​ທີ່​ດີ​ຈົ່ງ​ຖະຫວາຍ​ຄວາມ​ຂອບ​ຄຸ​ນ​ແດ່​ພຣະ​ເຈົ້າທີ່​ພຣະ​ອົງ​ໄດ້​ສະ​ແດງ​ໃຫ້​ທ່ານ​ເຫັນ​ເຖິງ​ຄວາມ​ຂາດ​ຕົກ​ບົກພ່ອງ​ຂອງ​ພວກ​ເຮົາ, ເພື່ອ​ວ່າ​ທ່ານ​ຈະ​ໄດ້​ຮຽນ​ຮູ້​ໃຫ້​ຮອບ​ຄອບ​ດີ​ກວ່າ​ທີ່​ພວກ​ເຮົາ​ເປັນ​ມາ.”21

​ໂຈ​ເຊັບ ສະ​ມິດ ​ໄດ້​ກ່າວ​ວ່າ, “ຂ້າພະ​ເຈົ້າບໍ່​ເຄີຍ​ບອກ​ທ່ານ​ວ່າ ຂ້າພະ​ເຈົ້າດີ​ພ້ອມ​ທຸກ​ຢ່າງ—​ແຕ່​ບໍ່​ມີ​ຄວາມ​ຜິດ​ຢູ່​ໃນ​ການ​ເປີດ​ເຜີຍ.”22 ພຣະຫັດ​ທີ່​ມະຫັດສະຈັນ​ຂອງ​ພຣະ​ເຈົ້າ​ໃນ​ປະຫວັດ​ສາດ ​ແລະ ​ໂຊກ​ຊາຕາ​ຂອງສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ ​ຈະ​ເຂົ້າ​ໃຈ​ໄດ້​ພຽງ​ແຕ່​ດ້ວຍ​ ​ການສອບຖາມທາງ​ວິນ​ຍານ​ເທົ່າ​ນັ້ນ. ປະທານ​ເອສະ​ລາ ​ແທັບ ​ເບັນ​ສັນ ​ໄດ້​ກ່າວ​ວ່າ: “​ມະນຸດ​ທຸກ​ຄົນ​ຈະ​ຕ້ອງ​​ເພິ່ງ​ພາ​ອາ​ໄສ​ສັດທາ, ​ແລະ ​ໃນ​ສັດທາ​ນັ້ນ ... ​ເຂົາ​ຕ້ອງ​ຍຶດໝັ້ນ.”23 ຢ່າ​ຕົກ​ຕະລຶງ​ເດີ້ ​ເມື່ອ​ມັນ​ເກີດ​ຂຶ້ນກັບ​ທ່ານ!

ສຳຄັນ​ທີ່​ສຸດ, ການ​ທົດ​ລອງ​ຈະ​ຫຍຸ້ງຍາກ. ອາດ​ເປັນ​ເລື່ອງ​ທຸກ​ໃຈ, ສັບສົນ, ນອນ​ບໍ່​ຫລັບ, ​ແລະ ໝອນ​ປຽກ​ດ້ວຍ​ນ້ຳຕາ. ​ແຕ່​ການ​ທົດ​ລອງ​ຂອງ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ເຮັດ​ໃຫ້​ວິນ​ຍານ​ຂອງ​ເຮົາ​ຕົກ​ຢູ່​ໃນ​ຂັ້ນອັນຕະລາຍ. ບໍ່​ຈຳ​ເປັນ​ຕ້ອງ​​ໜີໄປ​ຈາກ​ພັນທະ​ສັນຍາ​ຂອງ​ເຮົາ ຫລື ຈາກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ.

“ຈົ່ງ​ຈື່​ໄວ້ວ່າ, … ຈະ​ຕ້ອງ​ສ້າງ​ຮາກ​ຖານ​ຂອງ​ລູກ​ເທິງ​ດານ​ຫີນ​ຂອງ​ພຣະຜູ້​ໄຖ່​ຂອງ​ພວກ​ເຮົາ, ຄື ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ; ເພື່ອ​ວ່າ​ເມື່ອ​ມານ​ສົ່ງ​ລົມ​ພາຍຸ​ຮ້າຍ​ຂອງ​ມັນ​ມາ, … ເມື່ອ​ໝາກ​ເຫັບ​ທັງ​ໝົດ ແລະ ລົມ​ຝົນ​ອັນ​ແຮງ​ກ້າ​ຂອງ​ມັນ​ລົງ​ມາ​ຕີ​ລູກ … ເພາະ​ດານ​ຫີນ​ບ່ອນ​ທີ່​ລູກ​ຖືກ​ສ້າງ​ຂຶ້ນ​ເທິງ​ມັນ, … ເປັນ​ຮາກ​ຖານ​ຊຶ່ງຫາກ​ມະນຸດ​ສ້າງ​ຂຶ້ນ​ເທິງ​ມັນ ພວກ​ເຂົາ​ຈະ​ຕົກ​ໄປ​ບໍ່​ໄດ້.”24

​ເຊັ່ນ​ດຽວ​ກັບ​ໄຟ​ທີ່​ລຸກ​ຢ່າງ​ແຮງ ຈົນ​ວ່າ​ມັນ​ໄດ້​ປ່ຽນ​ໂລຫະ ​ເປັນ​ເຫລັກ, ​ເມື່ອ​ເຮົາ​ຊື່ສັດ​ຕໍ່​ໄປ​ໃນ​​ໄລຍະ​ທີ່​ເຮົາມີຄວາມທຸກ​ຮ້ອນ​ຢ່າງ​ແສນ​ສາຫັດ​ເລື່ອງສັດທາ ຂອງ​ເຮົາ, ​​ເຮົາ​ຈະ​ຖືກ​ຫລໍ່​ຫລອມ​ທາງ​ວິນ​ຍານ ​ແລະ ຖືກ​ເຮັດ​ໃຫ້​ເຂັ້ມ​ແ​ຂງຂຶ້ນ.​

ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ​ໄດ້​ອະທິບາຍ​ສິ່ງ​ທີ່​ເພິ່ນ​ໄດ້​ຮຽນ​ຮູ້​ຈາກ​ການ​ທົດ​ລອງ​ທີ່​ເພິ່ນ​ໄດ້​ປະ​ເຊີນ​ດັ່ງ​ນີ້: “​ເຖິງ​ແມ່ນ​ຂ້າພະ​ເຈົ້າ​ໄດ້​ຮັບ​ທຸກທໍລະມານ​ໃນ​ຕອນ​ນັ້ນ, ​ເມື່ອ​ຂ້າພະ​ເຈົ້າຫວນ​ຄິດ​ຄືນ​ຫລັງຕອນ​ນີ້, ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ທີ່​ຄຳ​ຕອບ​ບໍ່​ໄດ້​ມາ​ເຖິງ​ທັນທີ. … ຂ້າພະ​ເຈົ້າມາ​ຮູ້ຈັກ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະບິດາ​ເທິງ​ສະຫວັນ​ຂອງ​ຂ້າພະ​ເຈົ້າ​ໃນ​ທາງ ​ແລະ ​ໃນ​ລະດັບ​ທີ່​ບໍ່​ອາດ​ສາມາດເກີດ​ຂຶ້ນ​. … ​ໄດ້​ຮຽນ​​ໄວ້​ວາງ​ໃຈ​​ພຣະຜູ້​ເປັນ​ເຈົ້າດ້ວຍ​ສຸດ​​ໃຈຂອງ​ຂ້າພະ​ເຈົ້າ.”25

​ເປ​ໂຕ​ໄດ້​ບັນຍາຍ​ປະສົບ​ການ​ເຫລົ່າ​ນີ້​ວ່າ​ “ປະ​ເສີດ​ກວ່າ … ຄຳ.”26 ໂມ​ໂຣ​ໄນ ​ໄດ້​ກ່າວ​ວ່າຈະ​ບໍ່​ໄດ້​ຮັບ​ພະຍານ​ຈົນ​ກວ່າ​ຫລັງ​ຈາກ “ການ​ທົດ​ລອງ​ສັດທາ.”27

ຂ້າພະ​ເຈົ້າ​ໄດ້​​ເລີ່​ມຕົ້ນດ້ວຍ​ການກ່າວ​ກ່ຽວ​ກັບ​ຄອບຄົວ​ແມ​ຣິອ໊ອດ. ອາທິດ​ແລ້ວ​ນີ້ ​ແຄ​ຕີ້ ​ແລະ ຂ້າພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຫລຸມ​ສົບ​ຂອງ​ນາງ​ຈໍ​ເຈຍ. ສິບ​ປີ​ແລ້ວທີ່​ນາງ​ໄດ້​ຈາກ​ໄປ. ຄົນ​ໃນ​ຄອບຄົວ ​ແລະ ​ໝູ່​ເພື່ອນ​ໄດ້​ກ່າວ​ເຖິງ​ຄວາມ​ຮັກ ​ແລະ ຄວາມ​ຊົງ​ຈຳ​ທີ່​ເຂົາ​ເຈົ້າມີ​ກ່ຽວ​ກັບ​ນາງ​ຈໍ​ເຈຍ. ​ມີ​ປຸມ​ເປົ້າ​ສີຂາວ​ເພື່ອ​ລະນຶກ​ເຖິງ​ຊີວິດ​ຂອງ​ນາງ. ​ໃນ​ທ່າມກາງ​ນ້ຳຕາ, ​ແມ່​ຂອງ​ນາງ​ຈໍ​ເຈຍ​ໄດ້​ກ່າວ​ເຖິງ​ສັດທາ​ ​ແລະ ຄວາມ​ເຂົ້າ​ໃຈ​ທີ່​ນາງ​ໄດ້​ມີ​ຫລາຍ​ຂຶ້ນ, ​ແລະ ພໍ່​ຂອງ​ນາງ​ຈໍ​ເຈຍ​ໄດ້​ບອກ​ຂ້າພະ​ເຈົ້າ​ຢ່າງງຽບໆເຖິງ​ພະຍານ​ທີ່ສັນຍາ​ໄວ້ ຊຶ່ງ​ໄດ້​ມາ​ເຖິງ​ເພິ່ນ.

ດ້ວຍ​ສັດທາ, ການ​ທົດ​ລອງ​ສັດທາ​ຈະ​ມາ​ເຖິງ. ການ​ປອບ​ໂຍນ​ຂອງ​ພຣະຜູ້​ເປັນ​ເຈົ້າທີ່​ໄດ້​ມອບ​ໃຫ້​ແກ່ສາດສະດາ​ໂຈ​ເຊັບ ສະ​ມິດ ​ເປັນການ​ປອບ​ໂຍນອັນ​ດຽວ​ກັນ​ຈາກ​ຄຳ​ສັນຍາ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ທ່ານ ໃນ​ການ​ທົດ​ລອງ​ສັດທາ​ຂອງ​ທ່ານວ່າ: “ຈົ່ງ​ຍຶດໝັ້ນ … , ຢ່າ​ຢ້ານ​ກົວ … , ເພາະພຣະ​ເຈົ້າຈະ​ຢູ່​ກັບ​ເຈົ້າຕະຫລອດ​ການ ​ແລະ ຕະຫລອດ​ໄປ.”28 ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່າ​ນີ້ ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

​ແຫລ່ງອ້າງ​ອີງ

  1. ເບິ່ງ ເຊ​ນ ເອັມ ໂບ​ເວັນ, “ເພາະ​ເຮົາ​ມີ​ຊີວິດ​ຢູ່, ພວກ​ທ່ານ​ກໍ​ຈະ​ມີ​ຊີວິດ​ຢູ່​ຄື​ກັນ,”ແລະ ແອນ ເອັມ ດິບ, “ເຮົາ​ຮູ້. ເຮົາ​ເຮັດ. ເຮົາ​ຮັກ,” ​ໃນກອງ​ປະຊຸມ​ໃຫຍ່ ​ເດືອ​ນຕຸລາ 2012 ວັນ​ເສົາ​ພາກ​ເຊົ້າ.

  2. ​ໂຢຮັນ 17:3.

  3. 1 ​​ເປ​ໂຕ 1:7.

  4. ລູກາ 22:31–32.

  5. 1 ​ເປ​ໂຕ 4:12; ​ເນັ້ນຄຳ​ເນີ້ງ.

  6. ​ແອວ​ມາ 1:25.

  7. ​​ເອ​ເຟ​ໂຊ 2:19.

  8. ​ເບິ່ງ Doctrine and Covenants 84:20.

  9. ​ເບິ່ງ ​ໂມ​ໄຊ​ຢາ 18:8–10.

  10. Thomas S. Monson, “Stand in Holy Places,” Liahona, Nov. 2011, 82.

  11. ​ເບິ່ງ Ezra Taft Benson, “The Law of Chastity,” New Era, Jan. 1988, 4–7; “The Law of Chastity” in Brigham Young University 1987–88 Speeches (1988), 1–5, speeches.byu.edu; see also Gospel Principles (2009), 224–32.

  12. “ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Liahona, Nov. 2010, 129.

  13. ມັດ​ທາຍ 5:28.

  14. ​ໂຢຮັນ 8:11.

  15. ຈົດໝາຍ​ສ່ວນ​ຕົວ, 2012.

  16. ຈົດໝາຍ​ສ່ວນ​ຕົວ, 2012.

  17. ​ເອຊາ​ຢາ 55:8–9.

  18. ​ໂຢຮັນ 14:27.

  19. ​ເບິ່ງ Richard N. Ostling, “Challenging Mormonism’s Roots,” Time, May 20, 1985, 44.

  20. ​ເບິ່ງ Gordon B. Hinckley, “Lord, Increase Our Faith,” Ensign, Nov. 1987, 52.

  21. ມໍ​ມອນ 9:31.

  22. Teachings of Presidents of the Church: Joseph Smith (2007), 522.

  23. Ezra Taft Benson, “The Book of Mormon Is the Word of God,” Tambuli, May 1988, 6.

  24. ຮີ​ລາມັນ 5:12.

  25. D. Todd Christofferson, “Give Us This Day Our Daily Bread” (Church Educational System fireside, Jan. 9, 2011), lds.org/broadcasts.

  26. 1 ​ເປ​ໂຕ 1:7; ​ເບິ່ງ 1 ​ເປ​ໂຕ 4:13 ນຳ​ອີກ.

  27. ອີ​ເທີ 12:6.

  28. ເບິ່ງDoctrine and Covenants 122:9; ປະທານຈອດ ຄິວ ​ແຄນ​ນັນ ​ໄດ້​ກ່າວ​ວ່າ “ບໍ່​ວ່າການ​ທົດ​ສອບຈະ​ຮ້າຍ​ແຮງ​ຫລາຍ​ຂະໜາດ​ໃດ, ບໍ່​ວ່າຄວາມ​ໂສກ​ເສົ້າຈະ​ມີ​ຫລາຍ​ພຽງ​ໃດ, ຄວາມທຸກ​ຍາກ​ລຳບາກ​ຈະ​ໜັກໜ່ວງ​ຫລາຍ​ພຽງ​ໃດ, [ພຣະ​ເຈົ້າ] ຈະ​ບໍ່​ປະ​ຖິ້ມ​ເຮົາ. ພຣະອົງ​ບໍ່​ເຄີຍ​ມາ​ກ່ອນ, ​ແລະ ພຣະອົງ​ຈະ​ບໍ່​ມີ​ວັນ​ປະ​ຖິ້ມ​ເຮົາ. ພຣະອົງ​ບໍ່​ສາມາດ​ເຮັດ​ແນວ​ນັ້ນ. ມັນ​ບໍ່​ແມ່ນ​ຄຸນລັກສະນະ​ຂອງ​ພຣະອົງ. ພຣະອົງ​ບໍ່​ມີ​ວັນ​ປ່ຽນ​ແປງ; ​ມື້ວານ​ນີ້​ເປັນ​​ແນວ​ໃດ, ມື້​ນີ້​ກໍ​ເປັນ​ແນວ​ນັ້ນ, ​ແລະ ພຣະອົງ​ຈະ​ເປັນ​ຄື​ເກົ່າ​ຕະຫລອດ​ຊົ່ວ​ກາລະ​ນານ. ​ເຮົາ​ໄດ້​ພົບ​ເຫັນ​ພຣະ​ເຈົ້າອົງ​ນັ້ນ. ​ເຮົາ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນ​ເພື່ອນ​ຂອງ​ເຮົາ, ​ໂດຍ​ການ​ເຊື່ອ​ຟັງ​ຕໍ່​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ; ​ແລະ ພຣະອົງ​ຈະ​ຢືນຄຽງ​ຂ້າງ​ເຮົາ. ​ເຮົາ​ຈະ​ຜ່ານ​ຜ່າ​ເຕົາ​ໄຟ​ຮ້ອນ​ໄປ​ໄດ້; ​ເຮົາ​ຈະ​ຜ່ານ​ຜ່ານ້ຳ​ເລິກ​ໄປ​ໄດ້; ​​ແລະ ​ເຮົາ​ຈະ​ບໍ່​ຖືກທຳລາຍ​​ໄໝ້ ຫລື ໜັກ​ໃຈ. ​ເຮົາ​ຈະ​ເອົາ​ຊະນະ​ການ​ທົດ​ລອງ​ ​ແລະ ຄວາມ​ຫຍຸ້ງຍາກເຫລົ່າ​ນີ້ ​​ແລະ ກາຍ​ເປັນ​ຄົນ​ທີ່​ດີກ​ວ່າ​ເກົ່າ ​ແລະ ບໍລິສຸດ​ກວ່າ​ເກົ່າ​ເພາະ​ສິ່ງ​ເຫລົ່າ​ນີ້, ຖ້າ​ຫາກ​ເຮົາ​ພຽງ​ແຕ່​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າຂອງ​ເຮົາ ​ແລະ ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ” (“Remarks,” Deseret Evening News, Mar. 7, 1891, 4); see also Jeffrey R. Holland, “Come unto Me,” Ensign, Apr. 1998, 16–23.