​2010–2019
ຂໍ​ຕ້ອນຮັບ​ສູ່​ກອງ​ປະຊຸມ
ຕຸລາ 2012


ຂໍ​ຕ້ອນຮັບ​ສູ່​ກອງ​ປະຊຸມ

ຂໍ​ໃຫ້​​ເຮົາ​ຈົ່ງ​ຕັ້ງ​ໃຈ​ຟັງ​ຂ່າວສານ ..., ​ເພື່ອ​ວ່າ​ເຮົາ​ຈະ​ຮູ້ສຶກ​​ເຖິງ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ​ໄດ້​ຮັບ​ຄວາມ​ຮູ້​ເພີ່ມ​ເຕີມ ດັ່ງ​ທີ່​ພຣະອົງ​ປະສົງ​ສຳລັບ​ເຮົາ.

ຕາມ​ທີ່​ຂ້າພະ​ເຈົ້າສາມາດ​ຫລຽວ​ເຫັນ, ຕັ່ງ​ນັ່ງ​ທຸກ​ບ່ອນ​ກໍ​ເຕັມ​ໝົດ—ຍົກ​ເວັ້ນ​ແຕ່​ສອງ​ສາມ​ບ່ອນຢູ່​ຂ້າງ​ຫລັງ. ​ແຕ່ບໍ່​ດົນ​ຄົງ​ຈະ​ເຕັມ. ຕັ່ງ​​ເປົ່າ​ເຫລົ່ານັ້ນກໍ​ພໍດີ​ເລີຍ​ສຳລັບ​ຄົນ​ທີ່​ມາ​ຊ້າ​ເພາະ​ລົດ​ຕິດ, ​ເພື່ອ​ຈະ​ໄດ້​ມີ​ບ່ອນ​ນັ່ງ​ຕອນ​ເຂົາ​ເຈົ້າມາ​ເຖິງ.

ມື້ນີ້​ເປັນ​ມື້​ທີ່​ດີ​ເລີດ—​ເປັນ​ມື້​ມາ​ປະຊຸມ. ​ເຮົາ​ໄດ້​ຍິນສຽງ​ເພງ​ທີ່​ດີ​ເດັ່ນ​ຈາກ​ກຸ່ມ​ນັກ​ຮ້ອງ. ທຸກ​ເທື່ອ​ທີ່​ຂ້າພະ​ເຈົ້າ​ໄດ້​ຍິນ​ກຸ່ມ​ນັກ​ຮ້ອງ​ຮ້ອງ​ເພງ ຫລື ​ໄດ້​ຍິນ​ສຽງ​ປີ​ອາ​ໂນ, ຂ້າພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ແມ່​ຂອງ​ຂ້າພະ​ເຈົ້າ, ຜູ້​ໄດ້​​ເວົ້າວ່າ, “​ແມ່​ມັກ​ສຽງ​ໂຫ່​ຮ້ອງທຸກ​ເທື່ອທີ່​ລູກ​ໄດ້​ຮັບ, ​ປະລິນຍາ​ທຸກ​ໃບ​ທີ່​ລູກ​ມີ, ​ແລະ ວຽກ​ງານທຸກ​ຢ່າງ​ທີ່​ລູກ​ໄດ້​ເຮັດ​ສຳ​ເລັດ. ສິ່ງ​ດຽວ​ທີ່​ແມ່​ກິນ​ແໜງ​ຄື ລູກ​ບໍ່​ໄດ້​ຫລິ້ນປີ​ອາ​ໂນ​ຕໍ່​ໄປ.” ຂອບ​ໃຈ​ຫລາຍໆ, ​ແມ່​. ລູກ​ເສຍ​ດາຍ​ທີ່​ບໍ່​ໄດ້ຫລິ້ນ​ຕໍ່​ໄປ.

ຂ້າພະ​ເຈົ້າຍິນ​ດີ​ຫລາຍ, ອ້າຍ​ເອື້ອຍ​ນ້ອງ​ຂອງຂ້າພະ​ເຈົ້າ, ​ທີ່​ຈະ​ໄດ້​ຕ້ອນຮັບ​ທ່ານ​ສູ່​ກອງ​ປະຊຸມ​ໃຫຍ່ປະຈຳ​​ເຄິ່ງປີ ຄັ້ງທີ 182 ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ນັບ​ແຕ່​ພວກ​ເຮົາ​ໄດ້​ພົບ​ກັນ​ຫົ​ກ​ເດືອນ​ຜ່ານ​ມາ, ພຣະວິຫານ​ສາມ​ແຫ່ງ​​ໄດ້​ຖືກ​ອຸທິດ, ​ແລະ ພຣະວິຫານ​ອີກ​ແຫ່ງ​ໜຶ່ງ​ໄດ້​ຖືກ​ອຸທິດ​ຄືນ​ໃໝ່. ​ໃນ​ເດືອນ​ພຶດສະພາ ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໄປ​ອຸທິດ​ພຣະວິຫານ ​ແຄນຊັສ ຊີ​ທີ ມີ​ເຊີຣີ ​ທີ່​ສວຍ​ງາມ ແລະ ​ໄດ້​ໄປ​ຮ່ວມ​ການສະ​ແດງວັດທະນະທຳ​ທີ່​ກ່ຽວ​ພັນ​ກັບ​ພຣະວິຫານ​ນັ້ນ. ຂ້າພະ​ເຈົ້າຈະ​ກ່າວ​ເຖິງ​ການສະ​ແດງດັ່ງກ່າວຕື່ມ​ອີກ​ໃນ​ຄຳ​ປາ​ໄສ​ຂອງ​ຂ້າພະ​ເຈົ້າ​ໃນ​ມື້​ອື່ນ​ເຊົ້າ.

​ໃນ​ເດືອນ​ມິຖຸນາ, ປະທານ​ດີ​ເດີ ແອັຟ ອຸກ​ດອບ ​ໄດ້​ອຸທິດ​ພຣະວິຫານ​ມາ​ນອສ, ບຣາຊິນ ​ທີ່​​ໄດ້​ລໍຖ້າ​ມາ​ເປັນ​ເວລາ​ດົນ​ນານ, ແລະ ​ໃນຕົ້ນ​ເດືອນ​ກັນຍາ, ປະທານ​ເຮັນຣີ ບີ ​ໄອຣິງ ​ໄດ້​ອຸທິດ​ພຣະວິຫານບວຍ​ໂນ​ສ ​ແອ​ຣິສ, ອາກຊັງ​ຕິນ ທີ່​ໄດ້​ຖືກ​ສ້ອມ​ແປງ​ຄືນ​ໃໝ່ ຊຶ່ງ​ເປັນ​ພຣະວິຫານ​ແຫ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ອຸທິດ​ເມື່ອ 27 ປີກ່ອນ. ສອງ​ອາທິດ​ຜ່ານ​ມາ​ນີ້​, ປະທານ​ບອຍ ​ເຄ ​ແພ໊ກ​ເກີ ​ໄດ້​ອຸທິດ​ພຣະວິຫານບຣິກຳ ​ຊີ​ທີ ທີ່​ສະຫງ່າ​ງາມໃນບ້ານ​ເກີດ​​ຂອງ​ເພິ່ນ.

ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້ກ່າວ​ຜ່ານ​ມາ, ບໍ່​ມີ​ອາຄານ​​ແຫ່ງໃດ​ຂອງ​ສາດສະໜາ​ຈັກ​ທີ່​ສຳຄັນ​ຫລາຍ​ໄປ​ກວ່າ​ພຣະວິຫານ, ​ແລະ ​ເຮົາ​ມີ​ຄວາມ​ຊື່ນ​ຊົມ​ຫລາຍ​ທີ່​ມີພຣະວິຫານ 139 ​ແຫ່ງ ​ເປີດ​ບໍລິການ​ຢູ່​ຕະຫລອດ​ທົ່ວ​ໂລກ, ​ໂດຍ​ມີ 27 ​ແຫ່ງ​ຕື່ມ​ອີກ​ທີ່​ໄດ້​ປະກາດ​ໃຫ້​ຮູ້ ​ແລະ ພວມ​ສ້າງ​ຢູ່​ຕອນ​ນີ້. ເຮົາມີ​ຄວາມ​ກະຕັນຍູ​ຫລາຍ​ສຳລັບ​ອາຄານ​ທີ່​ສັກສິດເຫລົ່ານີ້ ​ແລະ ພອນ​ທີ່​ມັນ​ນຳມາ​ສູ່​ຊີວິດ​ຂອງເຮົາ.

ເຊົ້າມື້ນີ້​ຂ້າພະ​ເຈົ້າຍິນ​ດີ​ທີ່​ຈະ​ປະກາດ​​ເຖິງ​ການ​ສ້າງ​ພຣະວິຫານ​ສອງ​​ແຫ່ງຕື່ມ​ອີກ, ຊຶ່ງ​ບໍ່​ດົນ​ນີ້​ຈະ​ຖືກ​ສ້າງຂຶ້ນ​ຢູ່​ໃນ​ສະ​ຖານ​ທີ່ດັ່ງ​ຕໍ່​ໄປ​ນີ້: ​​ໃນ​ເມືອງ​ທູສານ, ລັດ​ອາຣິ​ໂຊ​ນາ, ​ແລະ ​ໃນ​ເມືອງ​ອາ​ເຣກີ​ປາ, ປະ​ເທດ​ເປຣູ. ລາຍ​ລະອຽດ​ກ່ຽວ​ກັບ​ພຣະວິຫານ​ເຫລົ່າ​ນີ້​ຈະ​ຖືກ​ແຈ້ງ​ບອກ​ໃຫ້​ຮູ້​ໃນ​ພາຍຫລັງ ​ເມື່ອ​ໄດ້​ຮັບ​ການ​ອະນຸມັດ ​​​ແລະ ຖືກ​ຮັບ​ຮູ້​ເປັນ​ທາງ​ການ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ບັດ​ນີ້ ຂ້າພະ​ເຈົ້າຈະກ່າວ​ກ່ຽວ​ກັບ​ເລື່ອງ​ໜຶ່ງ​ອີກ—​ຄື​ການ​ຮັບ​ໃຊ້​ເຜີຍ​ແຜ່.

​ເປັນ​ເວລາ​ດົນ​ນານ​ແລ້ວ​ທີ່​ຝ່າຍ​ປະທານ​ສູງ​ສຸດ ​ແລະ ສະພາ​ອັກຄະ​ສາວົກ​ສິບ​ສອງ​ໄດ້​ອະນຸຍາດ​ໃຫ້​ຊາຍ​ໜຸ່ມ​ຈາກ​ບາງ​ປະ​ເທດ​ຮັບ​​ໃຊ້​ຕອນ​​ເຂົາ​ເຈົ້າ​​ເຖິງ​ອາຍຸ 18 ປີ ຖ້າ​ຫາກ​ເຂົາ​ເຈົ້າມີຄ່າ​ຄວນ, ມີ​ຄວາມ​ສາມາດ, ​ໄດ້​ຮຽນ​ຈົບ​ຂັ້ນອຸດົມ (high school), ​ແລະ ສະ​ແດງ​ຄວາມ​ປາຖະໜາ​ທີ່​ຈະ​ຮັບ​ໃຊ້. ສິ່ງ​ນີ້ອີງ​ຕາມ​ນະ​ໂຍບາຍ​ຂອງ​ປະ​ເທດ ​ແລະ ​ການອະນຸຍາດທີ່​ໃຫ້ຊາຍ​ໜຸ່ມ​ຫລາຍ​ພັນ​ຄົນ​ອອກ​ໄປຮັບ​ໃຊ້​​ເຜີຍ​ແຜ່​ຢ່າງ​ເປັນ​ກຽດ ​ແລະ ​ເຂົ້າ​ຮ່ວມ​ກອງທັບ​ນຳ​ອີກ ຕະຫລອດ​ທັງ​​ໄດ້​ຮັບ​​ໂອກາດ​ສຶກສາ​ຕື່ມອີກ.

ປະສົບ​ການ​ຂອງ​ພວກ​ເຮົາ​ນຳ​ຜູ້​ສອນ​ສາດສະໜາ​ອາຍຸ 18 ປີ ​ເຫລົ່ານັ້ນ ​ແມ່ນ​ດີ​ຫລາຍ. ປະທານ​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ​ໄດ້​ລາຍ​ງານ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ຟັງ, ຊື່ສັດ, ​ເປັນ​ຜູ້​ໃຫຍ່, ​ແລະ ຮັບ​ໃຊ້​ເທົ່າ​ທຽມ​ກັບ​ຜູ້​ສອນ​ສາດສະໜາ​ທີ່​ມີ​ອາຍຸ​ສູງ​ກວ່າ​ເຂົາ​ເຈົ້າ ຜູ້​ຮັບ​ໃຊ້​ຢູ່​ໃນ​ເຂດ​ເຜີ​ຍ​​ແຜ່​ດຽວ​ກັນ. ຄວາມ​ຊື່ສັດ, ຄວາມ​ເຊື່ອ​ຟັງ, ​ແລະ ຄວາມ​ເປັນ​ຜູ້​ໃຫຍ່​ຂອງ​ເຂົາ​ເຈົ້າ ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ປາຖະໜາ​ທີ່​ຈະໃຫ້​ຊາຍໜຸ່ມ​ ທຸກ​ຄົນ ມີ​ໂອກາດ​ຮັບ​ໃຊ້​​ໄວ​ກວ່າ​​​ເກົ່າ, ບໍ່​ວ່າ​ເຂົາ​ເຈົ້າຈະ​ອາ​ໄສ​ຢູ່​ປະ​ເທດ​ໃດ​ກໍຕາມ.

ຂ້າພະ​ເຈົ້າຍິນ​ດີ​ທີ່​ຈະ​ປະກາດ​ວ່າ ນັບ​ແຕ່​ເວລາ​ນີ້​ເປັນຕົ້ນ​ໄປ ຊາຍ​ໜຸ່ມ​ທີ່​ມີຄ່າ​ຄວນ​ທຸກ​ຄົນ​ຜູ້​ໄດ້​ຮັບ​ປະລິນຍາ​ຈາກ​ໂຮງຮຽນ​ອຸດົມ (high school) ຫລື ​ໄດ້​ຮັບ​ໃບ​ປະກາດ​ສະ​ນິຍະ​ບັດ​ລະດັບ​ດຽວ​ກັນນັ້ນ, ບໍ່​ວ່າ​ເຂົາ​ເຈົ້າຈະ​ອາ​​ໄສ​ຢູ່​ບ່ອນ​ໃດກໍ​ຕາມ, ສາມາດ​ໄປ​ຮັບ​ໃຊ້​ເຜີຍ​ແຜ່​ເມື່ອ​ເຖິງ​ອາຍຸ 18 ປີ, ​ແທນທີ່​ຈະ​ເປັນ 19 ປີ. ຂ້າພະ​ເຈົ້າບໍ່​ໄດ້​ແນະນຳ​ວ່າ ຊາຍໜຸ່ມ​ທຸກ​ຄົນ​ຈະ—​ຫລື ຄວນ—​​ຮັບ​ໃຊ້​ຕອນ​ມີ​ອາຍຸ​ນ້ອຍ​. ​ສິ່ງ​ນີ້​ສາມາດ​ເລືອກ​ເຮັດ​ໄດ້ອີງ​ຕາມ​ສະພາບ​ການ​ຂອງ​ບຸກຄົນ ​ແລະ ຕາມ​ການ​ພິຈາລະນາ​ຂອງ​ຜູ້ນຳ​ຖານະ​ປະ​ໂລຫິດ.

​ໃນ​ຂະນະທີ່​ພວກ​ເຮົາ​ໄດ້​ໄຕ່ຕອງ​ດ້ວຍ​ການ​ອະທິຖານ​ກ່ຽວ​ກັບ​ອາຍຸ​ຂອງ​ຊາຍ​ໜຸ່ມທີ່​ຈະ​ອອກ​ໄປ​ຮັບ​ໃຊ້​ເຜີຍ​ແຜ່, ພວກ​ເຮົາ​ກໍໄດ້​ພິຈາລະນາກ່ຽວ​ກັບ​ອາຍຸ​ຂອງ​ຍິງ​ໜຸ່ມ​ທີ່​ຈະ​ຮັບ​ໃຊ້​ນຳ​ອີກ. ມື້​ນີ້​ຂ້າພະ​ເຈົ້າກໍຍິນ​ດີ​ທີ່​ຈະ​ປະກາດ​ວ່າ ຍິງ​ໜຸ່ມ​ທີ່​ສາມາດ, ທີ່ມີຄ່າ​ຄວນທຸກ​ຄົນ ຜູ້​ປາຖະໜາທີ່​ຈະ​ຮັບ​ໃຊ້ ຈະ​ສາມາດ​ໄປ​ຮັບ​ໃຊ້​ເມື່ອ​ເຖິງ​ອາຍຸ 19 ປີ, ​ແທນ​ທີ່​ຈະ​ເປັນ 21 ປີ.

ພວກ​ເຮົາ​ຂໍ​ຢືນຢັນ​ວ່າ ວຽກ​ງານ​ເຜີຍ​ແຜ່​ເປັນ​ໜ້າ​ທີ່​ຂອງ​ຖານະ​ປະ​ໂລຫິດ—​​ແລະ ພວກ​ເຮົາ​ຂໍ​ຊຸກຍູ້​ຊາຍ​ໜຸ່ມ​ທຸກ​ຄົນ ຜູ້​ມີຄ່າ​ຄວນ ​ແລະ ຜູ້​ມີ​ຄວາມ​ສາມາດ​ທາງ​ຮ່າງກາຍ ​ແລະ ຈິດ​ໃຈ ​ໃຫ້​ຕອບ​ຮັບ​ເອົາ​ການ​ເອີ້ນ ​ທີ່​ຈະ​ຮັບ​ໃຊ້. ຍິງ​ໜຸ່ມ​ຫລາຍ​ຄົນ​ກໍ​ຮັບ​ໃຊ້​ຄື​ກັນ, ​ແຕ່​ເຂົາ​ເຈົ້າບໍ່​ໄດ້​ຢູ່​ໃຕ້​ພັນທະ​ໃຫ້​ຮັບ​ໃຊ້​ຄື​ກັນ​ກັບ​ຊາຍ​ໜຸ່ມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຮົາ​ຂໍ​ໃຫ້​ຍິງ​ໜຸ່ມ​ໝັ້ນ​ໃຈ​​ໄດ້​ວ່າ ​ເຂົາ​ເຈົ້າກໍ​ຊ່ອຍ​ເຫລືອ​ໄດ້​ຫລາຍ​ທີ່​ສຸດ​ໃນ​ຖານ​ະທີ່​ເປັນ​ຜູ້​ສອນ​ສາດສະໜາ, ​ແລະ ພວກ​ເຮົາ​ກໍ​ຍິນ​ດີ​ຫລາຍສຳລັບ​ການ​ຮັບ​ໃຊ້​ຂອງ​ເຂົາ​ເຈົ້າ.

ພວກ​ເຮົາ​ຍັງ​ຕ້ອງການ​ຄູ່​ອາວຸ​ໂສ​ຫລາຍ​ຄູ່​ຕື່ມ​ອີກ. ຕາມ​ສະພາບ​ການ​ຂອງ​ທ່ານ​ຈະອະນຸຍາດ, ​ເມື່ອ​ທ່ານ​ສາມາດອອກ​ກິນ​ເງິນ​ເບ້ຍບຳນານ​, ​ແລະ ຕາມ​ທີ່​ສຸຂະພາບ​ຂອງ​ທ່ານ​ຈະ​ອຳນວຍ, ຂ້າພະ​ເຈົ້າຂໍ​ຊຸກຍູ້​ທ່ານ​ໃຫ້ຫາ​ເວລາ​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວລາ. ທັງ​ສາມີ ​ແລະ ພັນ​ລະ​ຍາ ຈະ​ມີ​ຄວາມສຸກ​ຫລາຍ ​ເມື່ອ​ເຂົາ​ເຈົ້າຮັບ​ໃຊ້​ລູກໆ​ຂອງ​ພຣະບິດາຂອງ​ເຮົາ.

ບັດ​ນີ້​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ, ຂໍ​ໃຫ້​​ເຮົາຈົ່ງ​ຕັ້ງ​ໃຈ​ຟັງ​ຂ່າວສານ ຊຶ່ງ​ຈະ​ສະ​ເໜີ​ແກ່​ທ່ານ​ໃນ​ສອງ​ມື້​ນີ້, ​ເພື່ອ​ວ່າ​ເຮົາ​ຈະ​ຮູ້ສຶກ​​ເຖິງ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ​ໄດ້​ຮັບ​ຄວາມ​ຮູ້​ເພີ່ມ​ເຕີມ ດັ່ງ​ທີ່​ພຣະອົງ​ປະສົງ​ສຳລັບ​ເຮົາ. ຂ້າພະ​ເຈົ້າອະທິຖານວ່າ​ສິ່ງ​ນີ້​ຈະ​ເປັນປະສົບ​ການ​ຂອງ​ເຮົາ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.