ມີ​ສິ່ງ​ໃດ​ທີ່​ມະນຸດ​ນຳ​ມາ​ແລກ​ເອົາ​ຊີວິດ​ຂອງ​ຕົນ​ຄືນ​ໄດ້?

ໂດຍ ແອວ​ເດີ ຣໍ​ເບີດ ຊີ ເກ

ແຫ່ງ​ສາວົກ​ເຈັດ​ສິບ


ເຮົາ​ຕ້ອງ​ຍອມ​ປະ​ຖິ້ມ​ບາບ​ຂອງ​ເຮົາ​ທັງ​ໝົດ, ໃຫຍ່ ຫລື ນ້ອຍ, ເພື່ອ​ລາງ​ວັງ​ຂອງ​ພຣະ​ບິດາ ຊຶ່ງ​ເປັນ​ຊີວິດ​ນິລັນດອນ.

ຄັ້ງ​ໜຶ່ງ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​​ໄດ້​ຖາມ​ສານຸສິດ​ຂອງ​ພຣະ​ອົງ ຄຳ​ຖາມ​ທີ່​ຕໍ່​ໄປ​ນີ້​ວ່າ: “ບໍ່​ມີ​ສິ່ງ​ໃດ​ທີ່​ມະນຸດ​ນຳ​ມາ​ແລກ​ເອົາ​ຊີວິດຂອງ​ຕົນ​ຄືນ​ໄດ້?”1

ນີ້​ຄື​ຄຳ​ຖາມ​ທີ່​ພໍ່​ຂອງ​ຂ້າພະເຈົ້າ​ໄດ້​ສອນ​ຂ້າພະເຈົ້າ​ໃຫ້​ພິ​ຈາລະນາ​ຢ່າງ​ລະມັດລະວັງ ເມື່ອ​ຫລາຍ​ປີ​ກ່ອນ. ຕອນ​ຂ້າພະເຈົ້າ​ເຕີບໂຕ​ຂຶ້ນ, ພໍ່​ແມ່​ໄດ້​ມອບ​ວຽກ​ໃນ​ບ້ານ​ໃຫ້​ຂ້າພະເຈົ້າ​ເຮັດ ແລະ ໄດ້​ຈ່າຍ​ເງິນ​ໃຫ້​ຂ້າພະເຈົ້າ​ສຳລັບ​ວຽກບ້ານ​ນັ້ນ. ສ່ວນ​ຫລາຍແລ້ວ ຂ້າພະເຈົ້າ​ໄດ້​ໃຊ້​ເງິນ​ນັ້ນ, ຫລາຍ​ກວ່າ 50 ເຊັນ​ແຕ່​ລະ ອາທິດ​ໄປ​ເບິ່ງ​ໜັງ. ໃນ​ຄາວ​ນັ້ນ ປີ້​ເຂົ້າ​ເບິ່ງ​ໜັງ​ແມ່ນ 25 ເຊັນ ສຳລັບ​ເດັກນ້ອຍ​ອາຍຸ 11 ປີ. ນີ້​ໄດ້​ໃຫ້​ຂ້າພະເຈົ້າ​ມີ​ເງິນ 25 ເຊັນ​ພໍ​ຊື້​ເຂົ້າໜົມ, ຊຶ່ງ​ມີ​ລາຄາ 5 ເຊັນ ແຕ່​ລະ​ກ້ອນ. ເບິ່ງ​ໜັງ​ກັບ​ມີ​ເຂົ້າໜົມ​ຫ້າ​ກ້ອນ! ອາດ​ຈະ​ບໍ່​ມີ​ຫຍັງ​ດີ​ໄປ​ກວ່າ​ນັ້ນ.

ທຸກ​ສິ່ງກໍ​ດີ​ຈົນ​ກວ່າ​ຂ້າພະເຈົ້າ​ມີ​ອາຍຸ 12 ປີ. ​ເມື່ອ​ຢືນ​ຢູ່​ໃນ​ແຖວຕອນບ່າຍ​ມື້ໜຶ່ງ, ຂ້າພະເຈົ້າ​ຈຳ​ໄດ້​ວ່າ ປີ້​ເບິ່ງ​ໜັງ​ແມ່ນ 35 ເຊັນ​ສຳລັບ​ເດັກນ້ອຍ​ອາຍຸ 13 ປີ, ແລະ ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ຈະ​ມີເຂົ້າໜົມ​ໜ້ອຍ​ສົງສອງ​ກ້ອນ. ໂດຍ​ບໍ່​ພ້ອມ​ທີ່​ຈະ​ເສຍ​ສະລະ​ນັ້ນ, ຂ້າພະເຈົ້າ​ຈຶ່ງ​ໄດ້​ຫາ​ຂໍ້​ແກ້​ຕົວ​ວ່າ, “ເຮົາ​ເບິ່ງ​ຄ່າ​ວ່າ​ຄືເກົ່າ ດັ່ງ​ທີ່​ໄດ້​ເປັນ​ເມື່ອ​ໜຶ່ງ​ອາທິດ​ທີ່​ຜ່ານ​ມາ.” ແລ້ວຂ້າພະເຈົ້າ​ກໍ​ໄດ້ກ້າວ​ເຂົ້າ​ໄປ​ຊື້​ປີ້​ລາຄາ 25 ເຊັນ. ຜູ້​ເກັບ​ເງິນ​ບໍ່​ໄດ້​ຖາມ​ຫຍັງເລີຍ, ແລະ ຂ້າພະເຈົ້າ​ກໍ​ໄດ້​ຊື້​ເຂົ້າໜົມ​ຫ້າ​ກ້ອນ​ແທນ​ທີ່​ຈະ​ເປັນສາມ​ກ້ອນ.

​ເພາະຍ້ອນ​ວ່າ​ດີໃຈ​ຫລາຍ​ກັບ​ຄວາມ​ສຳເລັດ​ຂອງ​ຕົນ, ຂ້າພະເຈົ້າ​ໄດ້ຟ້າວ​ກັບ​ບ້ານ​ໄປ​ບອກ​ພໍ່​ຂອງ​ຂ້າພະເຈົ້າ ກ່ຽວ​ກັບ​ຄວາມ​ສຳ​ເລັດ​ນັ້ນ. ຂະນະ​ທີ່​ຂ້າພະເຈົ້າ​ເລົ່າ​ລາຍ​ລະອຽດ​ທັງ​ໝົດ​ໃຫ້​ຟັງ, ພໍ່​ບໍ່​ໄດ້​ເວົ້າ​ຫຍັງ​ເລີຍ. ເມື່ອ​ຂ້າພະເຈົ້າ​ເລົ່າ​ຈົບ​ແລ້ວ, ພໍ່​ກໍ​ພຽງ​ແຕ່​ໄດ້ຫລຽວ​ເບິ່ງ​ຂ້າພະເຈົ້າ ແລະ ​ໄດ້ກ່າວ​ວ່າ, “ລູກ​ເອີຍ, ລູກ​ຈະ​ຂາຍຈິດ​ວິນ​ຍານ​ຂອງ​ລູກ​ເພື່ອ​ໄດ້​ເງິນ​ຫ້າ​ເຊັນ​ບໍ່?” ຖ້ອຍ​ຄຳ​ຂອງ​ພໍ່ໄດ້​ເຮັດ​ໃຫ້​ຫົວໃຈ​ຂອງ​ຂ້າພະເຈົ້າ​ຮູ້ສຶກ​ຜິດ​ຫລາຍ. ມັນ​ເປັນ​ບົດຮຽນ​ທີ່​ຂ້າພະເຈົ້າ​ບໍ່​ເຄີຍ​ລືມ​ເລີຍ.

ຫລາຍ​ປີ​ຕໍ່​ມາ​ຂ້າພະເຈົ້າ​ໄດ້​ພົບ​ເຫັນ​ຕົວ​ເອງ​ຖາມ​ຄຳ​ຖາມ​ຂໍ້​ດຽວກັນ​ນີ້ ຕໍ່​ຜູ້​ດຳລົງ​ຖານະ​ປະໂລຫິດ​ແຫ່ງ​ເມນ​ເຄ​ຊີ​ເດັກ​ທີ່​ບໍ່​ເຂັ້ມແຂງ. ລາວ​ໄດ້​ເປັນ​ຜູ້​ຊາຍ​ທີ່​ດີທີ່​ຮັກ​ຄອບຄົວ​ຂອງ​ລາວ. ແຕ່ເຖິງ​ຢ່າງໃດ​ກໍ​ຕາມ, ລາວ​ບໍ່​ໄດ້​ໄປ​ໂບດ​ເປັນ​ເວລາ​ຫລາຍ​ປີ. ລາວ​ໄດ້​ມີ​ລູກ​ຊາຍ​ທີ່​ມີ​ພອນ​ສະຫວັນທີ່​ຫລິ້ນ​ກິລາ​ນຳ​ທິມ​ມື ອາຊີບ​ທີ່​ຝຶກ​ຊ້ອມ ແລະ ຫລິ້ນ​ເກ​ມ​ໃນ​ວັນ​ອາທິດ. ທິມ​ກິລານັ້ນ​ໄດ້​ຊະນະ​ການ​ແຂ່ງຂັນ​ຊະນະ​ເລີດ​ຫລາຍ​ເທື່ອ. ເມື່ອ​ພວກເຮົາ​ໄດ້​ພົບ​ກັນ, ຂ້າພະເຈົ້າ​ໄດ້​ເຕືອນ​ລາວ​ວ່າ ໃນ​ຖານະ​ຜູ້​ດຳລົງ​ຖານະ​ປະໂລຫິດ, ລາວ​ໄດ້​ຮັບ​ຄຳສັນຍາ​ວ່າ​ຖ້າ​ຫາກ​ລາວ​ຂະຫຍາ​ຍ​ຄຳ​ສາບານ ແລະ ພັນທະ​ສັນຍາ​ແຫ່ງ​ຖານະປະໂລຫິດ​ຂອງ​ລາວ, ລາວ​ຈະ​ໄດ້​ຮັບ “ທຸກ​ສິ່ງ​ທີ່​ພຣະ​ບິດາ (ຂອງ​ເຮົາ) ມີ.”2 ແລ້ວ​ຂ້າພະເຈົ້າ​ໄດ້ຖາມ​ລາວ​ວ່າ, “ການ​ຊະນະ​ເລີດ​ແຫ່ງ​ຊາດ​ມີ​ຄຸນຄ່າ​ຫລາຍ​ກວ່າທຸກ​ສິິ່ງ​ທີ່​ພຣະ​ບິດາ​ມີ​ບໍ?” ລາວ​ໄດ້​ເວົ້າ​ຢ່າງ​ອ່ອນ​ນ້ອມ​ວ່າ, “ຂ້ອຍ​ເຫັນ​ເຫດຜົນ​ຂອງ​ເຈົ້າ” ແລະ ໄດ້​ຈັດການ​ນັດ​ໝາຍ​ໄປເວົ້າ​ລົມ​ກັບ​ອະທິການ​ຂອງ​ລາວ.

ໃນ​ວັນ​ເວລາ​ນີ້ ມັນ​ງ່າຍ​ທີ່​ຈະ​ຫຍຸ້ງ​ກ່ຽວ​ຢູ່​ກັບ​ສຽງ​ຂອງ​ໂລກເຖິງແມ່ນ​ວ່າ​ເຈດ​ຕະ​ນາ​ຂອງ​ເຮົາ​ຈະດີ​ກໍ​ຕາມ. ໂລກ​ບີບ​ບັງຄັບ​ເຮົາ​ໃຫ້ “ມອງຜ່ານ​ເປົ້າ​ໝາຍ.”3 ເມື່ອ​ບໍ່​ດົນ​ມາ​ນີ້​ມີ​ຄົນ​ໜຶ່ງ​ຖາມ​ຂ້າພະເຈົ້າ​ວ່າ, “ການ​ດື່ມ​ເຫລົ້າ​ຈອກ​ໜຶ່ງ​ຈະ​ມີ​ຜົນ​ຮ້າຍ​ແທ້​ບໍ?” ທ່ານ​ເຫັນ​ໄດ້​ບໍ ວ່າ​ນັ້ນຄື​ຄຳ​ຖາມ​ຂອງ​ຜູ້​ກົງກັນຂ້າມ? ກາ​ອິນ​ໄດ້​ຖາມ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ໃຜທີ່​ຂ້າພະເຈົ້າ​ຄວນ​ຈະ​ຮູ້​ຈັກ​ພຣະ​ອົງ?”4 ແລະ ແລ້ວ​ໄດ້​ສູນ​ເສຍ​ຈິດ​ວິນ​ຍານ​ຂອງ​ລາວ​ໄປ. ເມື່ອ​ເຮົາ​ແກ້​ຕົວ​ໃນ​ການ​ເຮັດ​ບາບ​ເລັກໆ​ນ້ອຍໆ, ຊາ​ຕານ​ມີໄຊຊະນະ. ສິດ​ຂອງ​ອ້າຍ​ກົກ ແລະ ມໍລະດົກ​ຖືກ​ແລກປ່ຽນ​ເອົາ​ດ້ວຍ​ນ້ຳ​ນົມ​ຂວດ​ໜຶ່ງ,5 ຊື່​ທີ່​ສະກົດ​ຜິດ,6 ແລະ ແກງ​ໝາກຖົ່ວ​ແດງ.7

ເມື່ອ​ເຮົາ​ພິຈາລະນາ​ການ​ແລກປ່ຽນ ບໍ່​ວ່າ​ໃຫຍ່ ຫລື ນ້ອຍ​ທີ່​ເຮົາຖືກ​ລໍ້​ລວງ​ໃຫ້​ເຮັດ​ໃນ​ຊີວິດ​ຂອງ​ເຮົາ, ເຮົາ​ສາມາດ​ແກ້​ຕົວ​ຕໍ່​ການກະທຳ​ຂອງ​ເຮົາ, ດັ່ງ​ທີ່ກາ​ອິນ, ຫລື ຈະ​ພະຍາຍາມ​ຍອມ​ຕໍ່ພຣະ​ປະສົງ​ຂອງ​ພຣະ​ເຈົ້າ. ຄຳ​ຖາມ​ທີ່ຢູ່​ຕໍ່ໜ້າ​ເຮົາ​ຄື ບໍ່​ແມ່ນ​ວ່າເຮົາ​ຈະ​ເຮັດ​ສິ່ງ​ທີ່​ຈະ​ຕ້ອງການ​ການ​ແກ້​ໄຂ, ເພາະ​ເຮົາ​ຕ້ອງການ​ສິ່ງ​ນັ້ນ​ສະເໝີ. ແຕ່, ຄຳ​ຖາມ​ທີ່​ເຮົາ​ຕ້ອງ​ຖາມ​ກໍ​ຄື, ເຮົາ​ຈະ “ທໍ້ຖອຍຕໍ່” ຫລື ຈະ “ສຳເລັດ” ວຽກ​ງານ​ທີ່​ພຣະ​ບິດາ​ຮຽກຮ້ອງໃຫ້​ເຮົາ​ເຮັດ?8

ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ຄວາມ​ຊອບ​ທຳ​ຂອງ​ເຮົາ ແຕ່ຮຽກຮ້ອງ​ໃຫ້ເຮົາ​ກັບ​ໃຈ ແລະ ຍອມ​ອ່ອນ​ນ້ອມ​ຕໍ່​ໄປ. ໃນ​ພຣະຄຣິສຕະ​ທຳ​ຄຳ​ພີ ເຮົາ​ໄດ້​ອ່ານ​ວ່າຊາຍ​ໜຸ່ມ​ທີ່​ຮັ່ງມີ ຜູ້​ໄດ້​ຮັກ​ສາ​ພຣະ​ບັນຍັດ ໄດ້​ຄຸເຂົ່າ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ໄດ້​ທູນ​ຖາມ​ເຖິງສິ່ງ​ທີ່​ລາວ​ຕ້ອງ​ເຮັດ​ເພື່ອ​ຈະ​ໄດ້​ມີ​ຊີວິດນິລັນດອນ. ລາວ​ໄດ້​ໜີ​ອອກ​ໄປ​ດ້ວຍ​ຄວາມ​ເສົ້າ​ໃຈ ເມື່ອ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ທ່ານ​ຍັງ​ຂາດ​ຢູ່​ສິ່ງ​ດຽວ: ... ຈົ່ງ​ໄປ​ຂາຍ​ທຸກ​ສິ່ງ​ທີ່​ທ່ານ​ມີ​ຢູ່.”9

ຊາຍ​ທີ່​ລ້ຳ​ລວຍ​ອີກ​ຄົນ​ໜຶ່ງ ແຕ່​ເປັນ​ທາງ​ໂລກ, ມະຫາກະສັດຊາວ​ເລ​ມັນ, ບິດາ​ຂອງ​ລາ​ໂມ​ໄນ, ໄດ້​ຖາມ​ຄຳ​ຖາມ​ດຽວ​ກັນ​ນັ້ນ ກ່ຽວ​ກັບ​ຊີວິດ​ນິລັນດອນ, ວ່າ: ຂ້າພະເຈົ້າ​ຈະ​ເຮັດ​ແນວໃດ ເພື່ອຂ້າພະເຈົ້າ​ຈະ​ໄດ້​ເກີດ​ຈາກ​ພຣະ​ເຈົ້າ, ໂດຍ​ຂຸດ​ເອົາ​ຮາກ​ຂອງ​ວິນຍານ​ຊົ່ວ​ນີ້​ອອກ​ຈາກ​ໜ້າ​ເອິກ​ຂອງ​ຂ້າພະເຈົ້າ, ແລະ ຮັບ​ເອົາ ພຣະ​ວິນ​ຍານ​ຂອງ​ພຣະ​ອົງ ... [?] ... ຂ້າພະເຈົ້າ​ຈະ​ປະ​ຖິ້ມລາຊາ​ອານາຈັກ​ຂອງ​ຂ້າພະເຈົ້າ, ເພື່ອ​ຈະ​ໄດ້​ຮັບ​ຄວາມ​ຜາ​ສຸກອັນ​ຍິ່ງ​ໃຫຍ່​ນີ້.”10

ທ່ານ​ຈຳ​ຄຳ​ຕອບ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ກະສັດຜ່ານອາ​ໂຣນ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ບໍ ທີ່​ວ່າ? “ຂໍ​ໃຫ້​ທ່ານ​ກັບ​ໃຈຈາກ​ບາບ​ທັງ​ໝົດ​ຂອງ​ທ່ານ, ແລະ ໃຫ້​ກົ້ມ​ຂາບ​ລົງ​ຕໍ່​ພຣະ​ພັກຂອງ​ພຣະ​ອົງ​ເຈົ້າ, ແລະ ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ອົງ​ໃນສັດທາ, ໂດຍ​ເຊື່ອ​ວ່າ​ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ, ແລ້ວທ່ານ​ຈະ​ໄດ້​ຮັບ​ຄວາມ​ຫວັງ ຕາມ​ຄວາມ​ປາຖະໜາ.”11

ເມື່ອ​ກະສັດ​ໄດ້​ເຂົ້າໃຈ​ການ​ເສຍ​ສະລະ​ທີ່​ຖືກ​ຮຽກຮ້ອງ, ເພິ່ນ​ໄດ້ຖ່ອມ​ຕົນ ແລະ ໄດ້​ຄຸເຂົ່າ​ກົ້ມ​ຂາບ​ລົງ ແລະ ແລ້ວ​ໄດ້​ອະທິຖານ​ວ່າ, “ໂອ້ ພຣະ​ອົງ​ເຈົ້າ, ... ຂ້ານ້ອຍ​ຈະ​ປະ​ຖິ້ມ​ບາບຂອງ​ຂ້ານ້ອຍ​ທັງ​ໝົດ ເພື່ອ​ຈະ​ໄດ້​ຮູ້​ຈັກ​ພຣະ​ອົງ.”12

ນີ້​ເປັນ​ການ​ແລກປ່ຽນ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຮຽກຮ້ອງ​ຈາກ​ເຮົາ: ເຮົາ​ຕ້ອງ​ຍອມ​ປະ​ຖິ້ມ​ບາບ​ຂອງ​ເຮົາ​ທັງ​ໝົດ, ໃຫຍ່ ຫລື ນ້ອຍ, ເພື່ອ​ລາງ​ວັງ​ຂອງ​ພຣະ​ບິດາ ຊຶ່ງ​ເປັນ​ຊີວິດ​ນິລັນດອນ. ເຮົາ​ຕ້ອງ​ລືມ​ເລື່ອງ​ທີ່​ໃຫ້ການ​ແກ້​ຕົວ, ຂໍ້​ແກ້​ຕົວ, ການ​ອ້າງ​ເຫດຜົນ, ທາງ​ແກ້​ຕົວ, ການ​ຜັດ​ມື້​ຜັດ​ວັນ, ການ​ເສ​ແສ້​ງ, ຄວາມ​ຈອງຫອງ​ສ່ວນ​ຕົວ, ຄວາມ​ຄິດ​ຕັດສິນ​ຄົນ​ອື່ນ ແລະ ການ​ເອົາ​ແຕ່​ໃຈ​ຕົວ​ເອງ. ເຮົາ​ຕ້ອງ​ແຍກ​ຕົວ​ເຮົາ​ອອກ​ຈາກ​ສິ່ງ​ທີ່​ເປັນ​ທາງ​ໂລກ​ທັງ​ໝົດ ແລະ ຍອມຮັບ​ເອົາ​ລັກສະນະ​ຂອງ​ພຣະ​ເຈົ້າ​ໄວ້​ໃນໃບ​ໜ້າ​ຂອງ​ເຮົາ.13

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂໍ​ໃຫ້​ຈຳ​ໄວ້​ວ່າການ​ຮຽກຮ້ອງ​ນີ້​ມີຄວາມ​ໝາຍ​ຫລາຍ​ກວ່າ​ການ​ບໍ່​ເຮັດ​ສິ່ງ​ທີ່​ບໍ່​ດີ. ເພາະ​ສັດຕູ​ທີ່ກະ​ຕື​ລື​ລົ້ນ ເຮົາ​ຕ້ອງ​ລົງມື​ເຮັດ ແລະ ບໍ່​ນັ່ງ​ຢູ່ “ຢ່າງ​ບໍ່​ມີ​ຄວາມ​ຄິດ.”14 ການ​ຮັບ​ເອົາ​ລັກສະນະ​ຂອງ​ພຣະ​ເຈົ້າ ໝາຍ​ຄວາມ​ວ່າການ​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ. ຍັງ​ມີ​ບາບ​ຈາກ​ການເຮັດ​ຜິດ ແລະ ບາບ​ຈາກ​ການທີ່ບໍ່​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ຄວນ​ເຮັດ, ແລະ ເຮົາ​ຕ້ອງ​ຫລີກ​ລ້ຽງ​ບາບ​ທັງ​ສອງ​ຢ່າງ.

ຕອນ​ຮັບ​ໃຊ້​ເປັນ​ປະທານ​ເຜີຍແຜ່​ໃນ​ທະວີບ​ອາ​ຟຣິ​ກາ, ຂ້າ​ພະເຈົ້າ​ໄດ້​ຮັບ​ການ​ສອນ​ເຖິງ​ຄວາມ​ຈິງ​ທີ່​ຍິ່ງ​ໃຫຍ່​ນີ້​ຕະຫລອດ​ໄປ. ຂ້າພະເຈົ້າ​ກຳລັງ​ຈະ​ໄປ​ປະຊຸມ​ເມື່ອ​ຂ້າພະເຈົ້າ​ໄດ້​ເຫັນ​ຊາຍ​ນ້ອຍ​ຄົນ​ໜຶ່ງ​ຢູ່​ຄົນ​ດຽວ, ຮ້ອງໄຫ້​ໂວຍວາຍ​ຢູ່​ຂ້າງ​ຖະໜົນ. ສຽງ​ຢູ່​ໃນຄວາມ​ຄິດ​ຂອງ​ຂ້າພະເຈົ້າ​ໄດ້​ບອກ​ວ່າ, “ຢຸດ ແລະ ຊ່ອຍ​ເດັກ ນ້ອຍ​ຄົນ​ນັ້ນ​ສາ.” ທັນທີ​ທີ່​ໄດ້​ຍິນ​ສຽງ​ນັ້ນ, ຂ້າພະເຈົ້າ​ກໍ​ໄດ້​ອ້າງເຫດຜົນ​ວ່າ: “ເຈົ້າ​ຢຸດ​ບໍ່​ໄດ້. ເຈົ້າ​ຈະ​ໄປ​ຊ້າ. ເຈົ້າ​ເປັນ​ປະທານ ແລະ ຈະ​ຍ່າງ​ເຂົ້າ​ກອງ​ປະຊຸມ​ຊ້າ​ບໍ່​ໄດ້.”

ເມື່ອ​ຂ້າພະເຈົ້າ​ໄປ​ເຖິງ​ຕຶກ​ປະຊຸມ, ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ດຽວນັ້ນ​ອີ​ກວ່າ: “ໄປ​ຊ່ອຍ​ເດັກນ້ອຍ​ຄົນ​ນັ້ນ.” ຂ້າພະເຈົ້າເລີຍ​ໄດ້​ເອົາ​ກະແຈ​ລົດ​ໃຫ້​ສະມາຊິກ​ຊື່ ອາ​ຟາ​ສີ ແລະ ຂໍ​ໃຫ້ລາວ​ໄປ​ເອົາ​ເດັກນ້ອຍ​ຄົນ​ນັ້ນ​ມາ​ຫາ​ຂ້າພະເຈົ້າ. ປະມານ 20 ນາທີ​ຕໍ່​ຈາກ​ນັ້ນ, ຂ້າພະເຈົ້າ​ໄດ້​ຮູ້ສຶກ​ມີ​ຄົນ​ຕົບ​ບ່າ​ໄຫລ່. ເດັກນ້ອຍ​ຄົນ​ນັ້ນ​ຢູ່​ຂ້າງ​ນອກ.

ລາວ​ອາຍຸ​ປະມານ 10 ປີ. ພວກ​ເຮົາ​ໄດ້​ຮັບ​ຮູ້​ວ່າ ພໍ່​ຂອງ​ລາວຕາຍ​ແລ້ວ ແລະ ແມ່​ຂອງ​ລາວ​ຢູ່​ໃນ​ຄຸກ. ລາວ​ໄດ້​ອາ​​ໄສ​ຢູ່​ໃນຄຸ້ມ​ຄົນ​ທຸກ​ຂອງ​ເມືອງອາ​ຄະ​ຣາ ກັບ​ຄົນ​ດູ​ແລ, ທີ່​ລ້ຽງ​ດູ​ລາວ ແລະ ໃຫ້​ທີ່ຢູ່​ນອນ. ເພື່ອ​ຈະ​ໄດ້​ຮັບ​ອາຫານ ແລະ ທີ່​ນອນ, ລາວ​ຕ້ອງ​ໄດ້​ຂາຍ​ປາ​ແຫ້ງ​ຕາມ​ຖະໜົນ. ແຕ່​ຫລັງ​ຈາກ​ການເອີ້ນ​ຂາຍ​ໃນ​ມື້​ນັ້ນ, ເມື່ອ​ລາວ​ຈົກ​ຖົງ​ໂສ້ງ, ລາວ​ໄດ້​ເຫັນ​ຮູ​ຂາດ. ລາວ​ໄດ້​ສູນ​ເສຍ​ລາຍ​ໄດ້​ຂອງ​ລາວ​ໄປ​ໝົດ. ອາ​ຟາ​ສີ ແລະ ຂ້າພະເຈົ້າ​ໄດ້​ຮູ້​ທັນທີ​ວ່າ ຖ້າ​ຫາກ​ລາວ​ກັບ​ບ້ານ​ໂດຍ​ບໍ່​ມີ​ເງິນ, ລາວ​ຈະ​ຖືກ​ເອີ້ນ​ວ່າ​ຄົນ​ຂີ້​ຕົວະ, ແລະ ແນ່ນອນ​ວ່າ​ຕ້ອງ​ຖືກທຸບ​ຕີ, ແລະ ຖືກ​ໄລ່​ອອກ​ໄປ​ຢູ່​ຕາມ​ຖະໜົນ. ລາວ​ໄດ້​ຕົກ​ຢູ່​ໃນສະພາບ​ທີ່​ກັງວົນນັ້ນ​ເມື່ອ​ຂ້າພະເຈົ້າ​ໄດ້​ເຫັນ​ລາວ. ພວກ​ເຮົາໄດ້​ຊ່ອຍ​ປອບ​ໃຈ​ລາວ, ເອົາ​ເງິນ​ໃຫ້​ລາວ​ແທນ​ເງິນ​ທີ່​ລາວໄດ້​ເສຍ​ໄປ, ແລະ ພາ​ລາວ​ກັບ​ໄປ​ສົ່ງ​ທີ່​ບ້ານຂອງ​ຜູ້​ດູ​ແລ​ຂອງລາວ.

ເມື່ອ​ຂ້າພະເຈົ້າ​ກັບ​ບ້ານ​ຄືນ​ນັ້ນ, ຂ້າພະເຈົ້າ​ໄດ້​ຮັບ​ຮູ້​ຄວາມ​ຈິງທີ່ຍິ່ງ​ໃຫຍ່​ສອງ​ຢ່າງ. ໜຶ່ງ, ຂ້າພະເຈົ້າ​ໄດ້​ຮູ້​ຫລາຍ​ຂຶ້ນ​ກວ່າ​ແຕ່​ກ່ອນ ວ່າພຣະ​ເຈົ້າ​ຮູ້ຈັກ​ເຮົາ​ທຸກ​ຄົນ ແລະ ຈະ​ບໍ່​ປະ​ຖິ້ມ​ເຮົາ​ຈັກ​ເທື່ອ; ແລະ ສອງ, ຂ້າພະ​ເຈົ້າ​ໄດ້ຮູ້​ວ່າ ​ເຮົາ​ຕ້ອງຮັບ​ຟັງ​ສຸລະສຽງ​ຂອງພຣະວິນ​ຍານ​ທີ່ຢູ່​ໃນ​ຕົວ​ເຮົາ ​ແລະ “ອອກ​ໄປ”15 ຫາ​ບ່ອນ​ໃດ​ກໍ​ຕາມ​ທີ່​ພຣະອົງ​ຈະ​ພາ​ໄປ, ບໍ່​ວ່າ​ຈະ​ມີ​ຄວາມ​ຢ້ານ​ກົວ ຫລື ຄວາມ​ບໍ່​ສະດວກ​ໃດໆ​ກໍ​ຕາມ.

ບ່າຍ​ມື້ໜຶ່ງ ສານຸສິດ​ໄດ້​ຖາມ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ວ່າ​ຜູ້​ໃດ​ເປັນຜູ້​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ອານາຈັກ​ສະຫວັນ. ພຣະ​ອົງ​ໄດ້​ບອກເຂົາເຈົ້າ​ໃຫ້​ປ່ຽນ​ໃຈ, ຖ່ອມ​ຕົນ, ແລະ ອ່ອນ​ນ້ອມ​ເໝືອນ​ດັ່ງເດັກນ້ອຍໆ. ແລ້ວພຣະ​ອົງ​ໄດ້​ກ່າວ​ວ່າ, “ບຸດ​ມະນຸດ​ໄດ້ສະເດັດ​ມາ ເພື່ອ​ຊ່ອຍ​ຜູ້​ທີ່​ເສຍ​ໄປ.”16 ດ້ວຍ​ປະໂຫຍກດຽວ​ນັ້ນ, ພຣະ​ອົງ​ໄດ້​ອະທິບາຍ​ພາລະກິດ​ຂອງ​ເຮົາ. ເຮົາຕ້ອງ​ອອກ​ໄປ​ຊ່ອຍ—ຜູ້​ທີ່​ຫລົງ​ທາງ, ຜູ້​ທີ່​ເປັນ​ຄົນ​ສຸດ​ທ້າຍ ແລະ ຜູ້​ທີ່​ບໍ່​ສຳຄັນ. ມັນ​ບໍ່​ພຽງພໍ​ທີ່​ຈະ​ຫລີກ​ລ້ຽງ​ບາບ; ເຮົາ​ຕ້ອງ “ທົນ ຮັບ​ເອົາ​ໄມ້​ກາງ​ແຂນ​ຂອງ​ພຣະ​ອົງ”17 ແລະ ກະ​ຕື​ລື​ລົ້ນ​ໃນ​ອຸດົມ​ການ​ດີ,”18 ຊ່ອຍ​ເຫລືອ​ຄົນ​ອື່ນ​ໃຫ້​ປ່ຽນ​ໃຈ​ເຫລື້ອມ​ໃສ. ດ້ວຍ​ຄວາມ​ເມດ​ຕາ ແລະ ຄວາມ​ຮັກ​ເຮົາ​ໂອບ​ກອດ​ລູກ​ຊາຍທີ່​ເສຍ​ໄປ,19 ຕອບ​ຄວາມ​ຮ້ອງໄຫ້​ຂອງ​ເດັກ​ກຳພ້າ​ທີ່​ຢ້ານ​ກົວ, ແລະ ຄຳ​ອ້ອນວອນ​ຂອງ​ຄົນ​ທີ່ຢູ່​ໃນ​ຄວາມ​ມືດ ແລະ ຄວາມ​ສິ້ນ ຫວັງ,20 ແລະ ຄວາມ​ຍາກ​ລຳບາກ​ຂອງ​ຄອບຄົວ​ທີ່​ຂັດ​ສົນ. ແອວ​ເດີ ນຽວ ເອ ແມັກສະ​ແວວ ໄດ້​ກ່າວ​ວ່າ “ຊາ​ຕານ​ບໍ່​ຈຳເປັນ​ຕ້ອງ​ເຮັດ​ໃຫ້​ທຸກ​ຄົນ​ເປັນ​ເໝືອນ ກາ​ອິນ ຫລື ຢູ​ດາ ... ມັນພຽງ​ແຕ່​ຈະ​ເຮັດ​ໃຫ້​ຜູ້​ຊາຍ​ທີ່​ມີ​ຄວາມ​ສາມາດ ... ໃຫ້​ເຫັນ​ຕົວ​ເອງວ່າ​ເປັນ​ຄົນ​ກາງ​ທີ່​ສະຫລາດ.”21

ຫລັງ​ຈາກ​ກອງ​ປະຊຸມ​ສະ​ເຕກບໍ່​ດົນ​ມາ​ນີ້, ຊາຍ​​ໄວ​ລຸ້ນຄົນ​ໜຶ່ງ​ໄດ້​ຍ່າງ​ມາ​ຫາ​ຂ້າພະ​ເຈົ້າ ​ແລະ ຖາມ​ວ່າ, “ພຣະ​ເຈົ້າຮັກ​ຂ້ານ້ອຍ​ບໍ?” ຂໍ​ໃຫ້​ຊີວິດ​ຂອງ​​​ເຮົາໃນ​ການ​ຮັບ​ໃຊ້​ຢືນຢັນ​ສະ​ເໝີ​ວ່າ ພຣະ​ເຈົ້າບໍ່​ປະ​ຖິ້ມ​ຄົນ​ໃດ.

ຕໍ່​ຄຳ​ຖາມ​ທີ່​ວ່າ, “ມີ​ສິ່ງ​ໃດ​ທີ່​ມະນຸດ​ນຳ​ມາ​ແລກ​ເອົາ​ຊີວິດ​ຂອງຕົນ​ຄືນ​ໄດ້?” ຊາ​ຕານ​ຢາກ​ໃຫ້​ເຮົາ​ຂາຍ​ຊີວິດ​ຂອງ​ເຮົາ​ເພື່ອ​ແລກເອົາ​ເຂົ້າໜົມ ແລະ ການ​ຊະນະ​ເລີດ​ຂອງ​ໂລກ​ນີ້. ພຣະ​ຜູ້​ຊ່ອຍໃຫ້​ລອດ​ເອີ້ນ​ຫາ​ເຮົາ​ໂດຍ​ບໍ່​ມີ​ລາງວັນ​ທາງ​ໂລກ​ມາ​ແລກປ່ຽນ​ກັບ​ບາບ​ຂອງ​ເຮົາ, ຮັບ​ເອົາ​ໃບ​ໜ້າ​ຂອງ​ພຣະ​ອົງ​ໄວ້​ກັບ​ຕົວ​ເຮົາ, ແລະ ຊ່ອຍ​ເຫລືອ​ຄົນ​ທີ່ຢູ່​ອ້ອມ​ຮອບ​ເຮົາ​ຄື​ກັນ. ສຳລັບ​ສິ່ງ​ນີ້ ຂໍ​ໃຫ້​ເຮົາ​ຈົ່ງ​ໄດ້​ຮັບ​ທຸກ​ສິ່ງ​ທັງ​ໝົດ​ທີ່​ພຣະ​ເຈົ້າ​ມີ, ຊຶ່ງ​ເຮົາ​ຖືກບອກ​ວ່າ​ມັນ​ຍິ່ງ​ໃຫຍ່​ກວ່າ​ຊັບ​ສົມບັດ​ທັງ​ໝົດ​ຂອງ​ໂລກ​ນີ້.22 ທ່ານ​ວາດ​ເຫັນ​ພາບ​ນັ້ນ​ໄດ້​ບໍ?

ໃນ​ການ​ເດີນທາງ​ໄປ​ປະເທດ ນິ​ກາ​ຣາ​ກວາ ເມື່ອ​ບໍ່​ດົນ​ມາ​ນີ້, ຂ້າພະເຈົ້າ​ໄດ້​ເຫັນ​ປ້າຍ​ໃນ​ບ້ານ​ເຮືອນ​ທຳ​ມະ​ດາ ທີ່​ພວກ​ເຮົາ​ໄດ້​ໄປ​ຢ້ຽມຢາມ. ປ້າຍ​ນັ້ນ​ອ່ານ​ວ່າ, “ປະຈັກ​ພະຍານຂອງ​ຂ້ອຍ​ຄື​ຊັບ​ສົມບັດ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ຂອງ​ຂ້ອຍ.” ມັນ​ກໍ​ເປັນດັ່ງນີ້​ກັບ​ຂ້າພະເຈົ້າ. ປະຈັກ​ພະຍານ​ຂອງ​ຂ້າພະເຈົ້າ​ເປັນ​ຂຸມຊັບ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າພະເຈົ້າ, ແລະ ຢູ່​ໃນ​ຄວາມ​ຊື່ສັດຂອງ​ຫົວໃຈ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ມອບ​ການ​ເປັນ​ພະຍານ ຂອງ​ຂ້າພະເຈົ້າ​ວ່າ ນີ້​ເປັນ​ສາດສະໜາ​ຈັກ​ທີ່ແທ້​ຈິງ​ຂອງພຣະ​ເຈົ້າ, ວ່າ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຢືນ​ຢູ່​ຕໍ່ໜ້າ ແລະ ນຳພາ​ມັນ​ຢູ່ຜ່ານ​ສາດສະດາ​ທີ່​ພຣະ​ອົງ​ໄດ້​ເລືອກ​ແລ້ວ. ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.

Show References

  1.  

    1.  ມັດ​ທາຍ 16:26.

  2.  

    2. ​ເບິ່ງ Doctrine and Covenants 84:38.

  3.  

    3.  ຢາ​ໂຄບ 4:14.

  4.  

    4. ເບິ່ງ Moses 5:16.

  5.  

    5. ນ້ຳ​ນົມ​ໜຶ່ງ​ຂວດ ແລະ ຫົວ​ກະທິໄດ້​ເປັນ​ຈຸດ​ໃຈ​ກາງຂອງ​ການ​ໂຕ້​ຖຽງລະຫວ່າງພັນ​ລະ​ຍາ​ຂອງທອມມາສ ບີ ມາ​ສ ແລະ ນາງແຮ​ວຣິສ, ທີ່​ໄດ້​ຕົກລົງ​ກັນ​ວ່າ​ຈະ​ຮ່ວມ​ອຸບປະກອນ​ກັນ​ເພື່ອ​ເຮັດ​ເນີຍ​ແຂງ. ເມື່ອນາງແຮ​ວຣິສ ໄດ້​ຈົ່ມ​ວ່າ ນາງມາ​ສ ບໍ່​ໄດ້​ເອົາ​ຫົວ​ກະທິ​ໃສ່​ກັບ​ນ້ຳ​ນົມ ແຕ່​ໄດ້​ເອົາ​ມັນ​ໄວ້​ໃຫ້​ຕົວ​ເອງ, ນາງແຮ​ວຣິສ​ໄດ້​ຈົ່ມ, ແລະ ຜູ້ຍິງ​ທັງ​ສອງ​ໄດ້​ຖຽງ​ກັນ. ທອມ​ມາ​ສ ມາ​ສ ໄດ້​ນຳ​ເອົາ​ເລື່ອງ​ນີ້​ໄປ​ຫາ​ອະທິການ, ທີ່​ໄດ້​ເຂົ້າ​ຂ້າງ​ກັບ ນາງ ແຮ​ວຣິສ. ເລື່ອງ​ນັ້ນ​ໄດ້​ໄປ​ຈາກ​ອະທິການ​ຈົນ​ເຖິງ​ສະພາ​ສູງ ເຖິງ​ຝ່າຍ​ປະທານ​ສູງ​ສຸດ, ແລະ ທຸກ​ຄົນ​ໄດ້​ຕົກລົງ​ວ່າ ນາງມາ​ສເປັນ​ຝ່າຍ​ທີ່​ຜິດ. ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ມີ​ຄວາມ​ຄຽດ​ແຄ້ນ​ລະຫວ່າງ ທອມ​ມາ​ສ ມາ​ສ ແລະ ຝ່າຍ​ປະທານ​ສູງ​ສຸດ. ບໍ່​ດົນ​ຈາກ​ນັ້ນ, ທອມ​ມາ​ສ ມາ​ສ ໄດ້​ເປັນ​ພະຍານ​ຕໍ່​ຜູ້​ພິພາກສາ​ຊາວມິ​ເຊີ​ຣີ​ຂຽນ​ວ່າ​ຊາວ​ມໍ​ມອນມີ​ເຈດ​ຕະ​ນາ​ຮ້າຍ​ຕໍ່ລັດ​ມິ​ເຊີ​ຣີ. (See George A. Smith, “Discourse,” Deseret News, Apr. 16, 1856, 44.)

  6.  

    6. ເມື່ອ​ສາດສະດາໂຈ​ເຊັບ ສະ​ມິດ ໄດ້​ຮຽກຮ້ອງ ຊາຍ​ມອນ ຣາຍ​ເດີ ໃຫ້​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດສະໜາ, ຣາຍ​ເດີ​ໄດ້​ເຫັນ​ວ່າ​ຊື່​ຂອງ​ລາວ​ຖືກ​ສະກົດ​ຜິດ​ໃນ​ການ​ເປີດເຜີຍ​ທີ່​ຖືກ​ພິມ. ລາວ​ບໍ່​ພໍໃຈ, ແລະ ນີ້​ໄດ້​ນຳ​ໃຫ້​ລາວ​ປະ​ຖິ້ມ​ຄວາມ​ເຊື່ອ ແລະ ໃນ​ທີ່​ສຸດ​​ໄດ້ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ເອົາ​ຢາງ​ໝາກ​ຕອຍ ແລະ ຂົນ​ໄກ່​ມາ​ທາ​ໃສ່​ສາດສະດາ. ຣາຍ​ເດີບໍ່​ໄດ້​ຮູ້​ວ່າ ໂຈ​ເຊັບໄດ້​ບອກ​ການ​ເປີດເຜີຍ​ໃຫ້​ຜູ້​ຂຽນ​ຂອງ​ເພິ່ນ​ຂຽນ​ໃຫ້ ແລະ ບໍ່​ໄດ້​ມີ​ສ່ວນ​ໃນ​ການ​ສະກົດ​ຜິດ​ນັ້ນ​ເລີຍ. (See Milton V. Backman Jr., The Heavens Resound: A History of the Latter-day Saints in Ohio, 1830–1838 [1983], 93–94; Donald Q. Cannon and Lyndon W. Cook, eds., Far West Record: Minutes of The Church of Jesus Christ of Latter-day Saints, 1830–1844 [1983], 286.)

  7.  

    7. ​ໃນ ປະຖົມ​ມະ​ການ ບົດ​ທີ 25 ເຮົາ​ຮຽນ​ຮູ້​ວ່າ ເອ​ຊາວ ຂາຍ​ສິດທິ​ອ້າຍ​ກົກ​ຂອງ​ລາວ​ໃຫ້​ຢາ​ໂຄບ ເພື່ອ​ແລກ​ເອົາ​ແກງ​ໝາກ​ຖົ່ວ​ແດງ “ເຂົ້າຈີ່ ແລະ ແກງ​ໝາກຖົ່ວ” (ຂໍ້​ທີ 34).

  8.  

    8. ​ເບິ່ງ Doctrine and Covenants 19:18–19.

  9.  

    9. ​ເບິ່ງ ມາ​ຣະ​​ໂກ 10:21–22.

  10.  

    10.  ​ແອວ​ມາ 22:15.

  11.  

    11.  ​ແອວ​ມາ 22:16.

  12.  

    12.  ​ແອວ​ມາ 22:18.

  13.  

    13. ​ເບິ່ງ ​ແອວ​ມາ 5:14–19.

  14.  

    14.  ​ແອວ​ມາ 60:7.

  15.  

    15.  ມາຣະ​ໂກ 1:18.

  16.  

    16.  ມັດ​ທາຍ 18:11.

  17.  

    17.  ຢາ​ໂຄບ 1:8.

  18.  

    18. ​ເບິ່ງ Doctrine and Covenants 58:27.

  19.  

    19. ​ເບິ່ງ ລູກາ 15:11–32.

  20.  

    20. ​ເບິ່ງ Joseph Smith—History 1:15–16.

  21.  

    21. Neal A. Maxwell, Deposition of a Disciple (1976), 88.

  22.  

    22. ​ເບິ່ງ Doctrine and Covenants 19:38.