ຮາກ​ຖານ​ທີ່​​​ແໜ້ນໜາ

ໂດຍ ອະທິການ​ດີ​​ນ ​ເອັມ ເດ​ວີ​​ສ໌

ທີ່​ປຶກສາ​ທີ​ສອງ​ໃນ​ຝ່າຍ​ອະທິການ​ຜູ້​ປົກຄອງ


ຂໍ​ໃຫ້​ເຮົາ​ຈົ່ງ​ຮັບ​ເອົາ​ການ​ເຊື້ອ​ເຊີນຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດທີ່​ໃຫ້​ມາ​ສູ່​​ພຣະ​ອົງ. ຂໍ​ໃຫ້​ເຮົາ​ຈົ່ງ​ສ້າງຊີວິດ​ຂອງ​ເຮົາ​ຂຶ້ນ​ຢູ່​ເທິງ​ຮາກ​ຖານ​ທີ່​ປອດ​ໄພ ແລະ ແໜ້ນໜາ.

ເມື່ອ​ວັນ​ທີ 17 ເດືອນ​ຕຸລາ ປີ 1989, ຕອນ​ຂ້າພະເຈົ້າ​ຂັບ​ລົດກັບ​ບ້ານ, ຂ້າພະເຈົ້າ​ກຳລັງ​ຈະ​ໄປ​ເຖິງ​ໄຟ​ຂອງ​ທາງ​ສີ່​ແຍກ ລະຫວ່າງ​ຖະໜົນ ມາ​ເກັດ ແລະ ​ບຽວ ໃນ​ເມືອງແຊນ​ຟະ​​ແຣນ​ຊິສະ​ໂກ້, ລັດຄາ​ລິ​​ຟໍ​ເນຍ. ໃນ​ວິນາທີ​ນັ້ນ ຂ້າພະເຈົ້າ​ໄດ້​ຮູ້ສຶກ​ວ່າ​ລົດ​ສັ່ນ ແລະ ໄດ້​ຄິດ​ວ່າ, “ຕີນລົດ​ເຮົາ​ຕ້ອງ​ແວບ​ແນ່ນອນ.” ເມື່ອ​ລົດ​ນັ້ນ​ສັ່ນ​ຕໍ່​ໄປ, ຂ້າພະເຈົ້າ​ໄດ້​ເຫັນ​ລົດເມ​ຢູ່​ໃກ້ໆ​ຂ້າພະເຈົ້າ ແລະ ໄດ້​ຄິດອີ​ກວ່າ, “ລົດເມ​ຄັນ​ນັ້ນ​ຕຳ​ເຮົາ!” ແລ້ວ ລົດ​ຂອງ​ຂ້າພະເຈົ້າ​ກໍ​ໄດ້ສັ່ນ​ອີກ​ຕໍ່​ໄປ, ແລະ ຂ້າ​ພະ​ເຈົ້າໄດ້​ຄິດ​ວ່າ, “ຕີນລົດ​ເຮົາ​ຕ້ອງ​ແວບ​ທັງ​ສີ່ເບື້ອງ​ແນ່!” ແຕ່​ມັນ​ບໍ່​ໄດ້​ແມ່ນ​ຕີນລົດ​ແວບ ຫລື ລົດເມ—ນັ້ນ ແມ່ນ​ແຜ່ນດິນ​ໄຫວ​ທີ່​ຮ້າຍ​ແຮງ! ເມື່ອ​ຂ້າພະເຈົ້າ​ໄດ້​ຢຸດ​ຢູ່​ທີ່​ໄຟແດງ, ກໍ​ໄດ້​ເຫັນ​​ຄື້ນ​ນ້ອຍໆ ຕາມ​ທາງ​ຍ່າງ ທີ່​ຄ້າຍ​ຄື​​ຄື້ນ​ຂອງທະເລ​ທີ່​ກິ້ງ​ລົງ​ມາ​ຕາມຖະໜົນມາ​ເກັດ. ຢູ່​ຂ້າງ​ໜ້າ​ຂອງ​ຂ້າ​ພະເຈົ້າ​ຕຶກ​ຫ້ອງການ​ສູງໆ​ແກວ່ງ​ໄກວ​ໄປ​ມາ, ແລະ ກ້ອນ​ດິນຈີ່​ເລີ່ມຕົກ​ຈາກ​ຕຶກ​ເກົ່າໆ ລົງ​ມາ​ທາງ​ດ້ານ​ຊ້າຍ​ຂອງ​ຂ້າພະເຈົ້າ ຂະນະທີ່​ແຜ່ນດິນ​ນັ້ນ​ສັ່ນ​ຕໍ່​ໄປ.

ແຜ່ນດິນ​ໄຫວ ໂລມາ ​ພຣີເອ​ຕາ ໄດ້​ເກີດ​ຂຶ້ນໃນ​ເຂດແຊນ​ຟະ​​ແຣນ​ຊິສະ​ໂກ້ ເມື່ອ​ເວລາ 5:04 ຕອນ​ບ່າຍ ຂອງ​ວັນ​ນັ້ນ, ແລະ ໄດ້​ເຮັດ​ໃຫ້​ຄົນ​ເປັນ​ຈຳນວນ 12,000 ຄົນ​ບໍ່​ມີ​ບ້ານ​ຢູ່​ອາໄສ.

ແຜ່ນດິນ​ໄຫວ​ນັ້ນ ໄດ້​ກໍ່ໃຫ້ເກີດ​ຄວາມ​ເສຍ​ຫາຍ ທີ່​ສາຫັດ​ໃນເຂດ​ອ່າວ ແຊນ​ຟະ​​ແຣນ​ຊິສະ​ໂກ້, ທີ່​ສັງເກດ​ເຫັນ​ໄດ້​ດີໃນ​ທີ່​ດິນ​ທີ່​ບໍ່​ໝັ້ນຄົງ​ໃນ​ເມືອງແຊນ​ຟະ​​ແຣນ​ຊິ​ສະ​ໂກ້ ແລະ ອົກ​ແລນ. ໃນ​ເມືອງແຊນ​ຟະ​​ແຣນ​ຊິ​ສະ ໂກ້, ເຂດ​ແຄມ​ຝັ່ງ​ນ້ຳ ມາ​​ຣີ​ນາ ໄດ້​ຖືກສ້າງ​ຂຶ້ນ​ເທິງ​ບ່ອນ​ຖິ້ມ​ຂີ້ເຫຍື່ອ ທີ່​ປະສົມ​ດ້ວຍ​ດິນຊາຍ, ດິນ​ທຳມະ​ດາ, ເສດ​ດິນຈີ່, ແລະ ວັດຖຸ​ອື່ນໆ ທີ່​ມີ​ນ້ຳ​ຢູ່​ທີ່​ພື້ນ​ຫລາຍ. ບາງ​ບ່ອນ​ກໍ​ເຕັມ​ໄປ​ດ້ວຍ​ເສດ​ດິນຈີ່ ທີ່​ຖືກ​​ຖິ້ມ​ໃສ່​ອ່າວແຊນ​ຟະແຣນ​ຊິ​ສະ​ໂກ້ ຫລັງ​ຈາກ​ແຜ່ນດິນ​ໄຫວ​ໃນ​ເມືອງແຊນ​ຟະ​​ແຣນຊິ​ສະ​ໂກ້ ເມື່ອ​ປີ 1906.”1

ໃນ​ປະມານ​ປີ 1915, ອາຄານ​ຫ້ອງ​ແຖວ​ໄດ້​ຖືກ​ສ້າງ​ຂຶ້ນ​ຢູ່​ທີ່​ແຖວຖິ້ມ​ຂີ້ເຫຍື່ອ​ນັ້ນ. ຕອນ​ແຜ່ນດິນ​ໄຫວ​ໃນ​ປີ 1989, ຂີ້ຕົມ, ດິນຊາຍ, ແລະ ເສດ​ດິນຈີ່ ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ນັ້ນ ໄດ້​ປ່ຽນ​ເປັນກ້ອນ ຄື​ທາດ​ແຫລວ​ເປັນ​ນ້ຳ, ທີ່​ເຮັດ​ໃຫ້​ຕຶກ​ອາຄານ​ເພພັງ​ລົງ. ຕຶກ​ອາຄານ​ເຫລົ່ານັ້ນ ບໍ່​ໄດ້​ຖືກ​ສ້າງ​ຂຶ້ນ​ເທິງ​ຮາກ​ຖານທີ່​ແໜ້ນໜາ.

ແຜ່ນດິນ​ໄຫວ​ ​ໂລມາ ​ພຣີເອ​ຕາ ໄດ້​ກະທົບ​ກະເທືອ​​ນ​ຕໍ່​ຄົນ​ທັງຫລາຍ, ຮ່ວມ​ດ້ວຍ​ຕົວ​ຂ້າພະເຈົ້າ​ເອງ. ເມື່ອ​ມາໄຕ່ຕອງ​ເຖິງ​ເຫດການ​ຂອງ​ວັນ​ນັ້ນ ມັນ​ໄດ້​ຢືນຢັນ​ອີກ ໃນ​ຄວາມຄິດ​ຂອງ​ຂ້າພະເຈົ້າ ວ່າ​ເພື່ອ​ຈະ​ທົນ​ຕໍ່​ລົມ​ພະຍຸ, ແຜ່ນດິນ​ໄຫວ, ແລະ ໄພພິບັດ​ຂອງ​ຊີວິດ​ນີ້​ໄດ້ຢ່າງ​ສຳເລັດ​ຜົນ, ເຮົາ​ຕ້ອງ​ສ້າງ​ຂຶ້ນ​ເທິງ​ຮາກ​ຖານ​ທີ່​ແໜ້ນໜາ.

ຮີ​ລາມັນ ສາດສະດາ​ຊາວ​​ນີ​ໄຟ ໄດ້​ອະທິບາຍ​ຄວາມ​ແຈ່ມ​ແຈ້ງ ຢ່າງ​ບໍ່​ຜິດພາດ ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສ້າງ​ຊີວິດ​ຂອງເຮົາ​ຢູ່​ເທິງ​ຮາກ​ຖານ​ທີ່​ແໜ້ນໜາ, ແມ່ນ​ແຕ່​ຮາກ​ຖານ​ຂອງ​ພຣະເຢ​ຊູ​​ຄຣິດວ່າ: “ແລະ ບັດ​ນີ້, ຈົ່ງ​ຈື່​ໄວ້, ລູກ​ຂອງ​ພໍ່, ຈົ່ງ​ຈື່​ໄວ້​ວ່າ ລູກ​ຈະ​ຕ້ອງ​ສ້າງ​ຮາກ​ຖານ​ຂອງ​ລູກ​ເທິງ​ດານ​ຫີນ​ຂອງ​​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ, ຄື ​ພຣະຄຣິດ, ​ພຣະ​ບຸດ​ຂອງ​​ພຣະ​ເຈົ້າ; ເພື່ອ​ວ່າ​ເມື່ອ​ມານ​ສົ່ງ​ລົມ​ພະຍຸ​ຮ້າຍ​ຂອງ​ມັນ​ມາ, ແທ້​ຈິງ​ແລ້ວ, ຟ້າແມບ​ເຫລື້ອມ​ກັບ​ລົມ​ບ້າໝູ​ຂອງ​ມັນ​ມາ, ແທ້​ຈິງ​ແລ້ວ, ເມື່ອ​ໝາກເຫັບ​ທັງ​ໝົດ ແລະ ລົມ​ຝົນ​ອັນ​ແຮງ​ກ້າ​ຂອງ​ມັນ​ລົງ​ມາຕີ​ລູກ, ມັນ​ຈະ​ບໍ່​ມີ​ອຳນາດ​ອັນ​ໃດ​ເໜືອ​ລູກ​ເລີຍ​ທີ່​ຈະ​ແກ່​ລູກ​ລົງ​ໄປ​ຫາ​ເຫວ​ເລິກ​ແຫ່ງ​ຄວາມ​ທຸກທໍລະມານ ແລະ ຄວາມ​ຈິບຫາຍ​ອັນ​ບໍ່​ສິ້ນ​ສຸດ, ເພາະ​ດານ​ຫີນ​ບ່ອນ​ທີ່​ລູກ​ຖືກ​ສ້າງ​ຂຶ້ນ​ເທິງ​ມັນ ຊຶ່ງ​ເປັນ​ຮາກ​ຖານ​ທີ່​ແໜ້ນໜາ, ເປັນ​ຮາກ​ຖານ​ຊຶ່ງ​ຫາກ​ມະນຸດ​ສ້າງ​ຂຶ້ນ​ເທິງ​ມັນ ພວກ​ເຂົາ​ຈະ​ຕົກ​ໄປ​ບໍ່​ໄດ້” (ຮີ​ລາມັນ 5:12).

ໃນ​ການ​ກໍ່​ສ້າງ​​ພຣະ​ວິຫານ​ໃນ​ຍຸກ​ສະໄໝ​ໃໝ່​ນີ້, ກໍ​ມີ​ຄວາມ​ເອົາໃຈໃສ່​ຢ່າງ​ລະມັດລະວັງ​ຕໍ່​ການ​ອອກ​ແບບ, ການ​ກໍ່ສ້າງ, ແລະ ການ​ນຳ​ໃຊ້​ວັດຖຸ​ການ​ກໍ່ສ້າງ. ການ​ກວດ​ສອບ​ດິນ ແລະ ທໍລະນີວິທະຍາ​ຢ່າງ​ລະອຽດ​ກໍ​ເກີດ​ຂຶ້ນ​ຢູ່​ທີ່​ສະຖານທີ່ ບ່ອນ​ທີ່ພຣະ​ວິຫານ​ນັ້ນ​ຈະ​ຖືກ​ສ້າງ​ຂຶ້ນ​ມາ. ການ​​ສຶກ​ສາ​ສາຍ​ລົມ, ຝົນ, ແລະ ການ​ປ່ຽນແປງ​ໃນ​ອາກາດ​ສຳລັບ​ເຂດ​ນັ້ນ ກໍ​ຖືກ​ຄຳນຶງ​ເຖິງ ເພື່ອ​ວ່າ​ພຣະ​ວິຫານ​ທີ່​ສຳເລັດ​ແລ້ວ ຈະ​ສາມາດ​ທົນ​ຕໍ່ ບໍ່​ພຽງແຕ່​ພະຍຸ ແລະ ດິນ​ຟ້າ​ອາກາດ​ທີ່​ເກີດ​ຂຶ້ນ​ໃນ​ເຂດ​ນັ້ນ​ເທົ່າ​ນັ້ນ, ແຕ່ພຣະ​ວິຫານ​ນັ້ນ​ຖືກ​ອອກ​ແບບ ແລະ ສ້າງ​ຂຶ້ນ​ໃຫ້​ທົນ​ຕໍ່ແຜ່ນດິນ​ໄຫວ, ພະຍຸ​​ໃຕ້​ຝຸ່ນ, ນ້ຳ​ຖ້ວມ, ແລະ ໄພພິບັດ​ທຳ​ມະຊາດ​ອື່ນໆ ທີ່​ອາດ​ຈະ​ເກີດ​ຂຶ້ນ ທີ່​ບໍ່​ໄດ້​ຄາດ​ຄິດ​ໄວ້. ໃນ​​ພຣະ​ວິຫານ​ຫລາຍໆ​ແຫ່ງ, ດິນ​ເປ​ຕັງ ຫລື ເສົາ​ໃຫຍ່​ຄ້ຳ​ຖືກ​ຝັງ​ລົງ​ໄປເລິກໆ​ໃນ​ດິນ​ເພື່ອ​ເປັນ​ຮາກ​ຖານ​ທີ່​ແໜ້ນໜາ​ໃຫ້​ແກ່​​ພຣະ​ວິຫານ​ແຫ່ງນັ້ນ.

ເໝືອນ​ດັ່ງ​ຜູ້​ອອກ​ແບບ ແລະ ຜູ້​ກໍ່ສ້າງ​ໃນ​ວັນ​ເວລາ​ຂອງ​ເຮົາ, ພຣະ​ບິດາ​ໃນ​ສະຫວັນ​ທີ່​ຮັກ ແລະ ມີ​ເມດ​ຕາ​ຂອງ​ເຮົາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ​ໄດ້​ຈັດ​ຕຽມ​ແຜນການ, ເຄື່ອງມື, ແລະ ຊັບພະຍາກອນ​ອື່ນໆ ສຳລັບ​ການ​ນຳ​ໃຊ້​ຂອງ​ເຮົາ ເພື່ອ​ວ່າ​ເຮົາຈະ​ສາມາດ​ກໍ່ສ້າງ ແລະ ຈັດ​ໂຄງ​ຮ່າງ​ຂອງ​ຊີວິດ​ຂອງ​ເຮົາ​ໃຫ້​ແນ່ ນອນ ແລະ ບໍ່​ຫວັ່ນໄຫວ. ແຜນການ​ນີ້​ກໍ​ຄືແຜນ​ແຫ່ງ​ຄວາມລອດ, ແຜນ​ແຫ່ງ​ຄວາມສຸກ​ອັນ​ຍິ່ງ​ໃຫຍ່​ນັ້ນ​ເອງ. ແຜນການ​ໄດ້ໃຫ້​ເຮົາ​ເຫັນ​ຮູບ​ພາບ ແລະ ຄວາມ​ເຂົ້າໃຈ​ທີ່​ແຈ້ງ​ຊັດເຖິງ​ຂັ້ນຕອນ​ການ​​ເລີ່ມຕົ້ນ ແລະ ການ​ສິ້ນ​ສຸດ, ແລະ ຂັ້ນ​ຕອນ​ທີ່​ຈຳເປັນ, ຮ່່ວມ​ທັງ​ພິທີການ​ຕ່າງໆ, ຊຶ່ງ​ຈຳເປັນ​ສຳລັບ​ລູກໆ​ຂອງພຣະ​ບິດາ ເພື່ອ​ຈະ​ສາມາດ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ອົງ ແລະ ອາໄສ​ຢູ່​ກັບ​ພຣະ​ອົງ​ຕະຫລອດ​ໄປ.

ສັດທາ, ການ​ກັບ​ໃຈ, ​ບັບ​ຕິ​ສະ​ມາ, ຂອງ​ປະທານ​ແຫ່ງ​​ພຣະ​ວິນຍານ​ບໍລິສຸດ, ແລະ ການ​ອົດທົນ​ຈົນ​ເຖິງ​ທີ່​ສຸດ​ກໍ​ເປັນ​ພາກສ່ວນຂອງ “ແຜນ​ໂຄງ​ຮ່າງ” ຂອງ​ຊີວິດ. ມັນ​ຊ່ອຍ​ຫລໍ່​ຫລອມ​ຫລັກທຳ​ທີ່​ຈຳເປັນ​ຢ່າງ​ສົມຄວນ ທີ່​ຈະ​ເປັນ​ຫລັກ​ສະໝໍ​ຕໍ່​ຊີວິດ​ຂອງເຮົາ ໃສ່​ກັບ​ການ​ຊົດ​ໃຊ້​ຂອງ​​ພຣະຄຣິດ. ສິ່ງ​ເຫລົ່າ​ນີ້​ຈະ​ຈັດ​ຮູບ ຮ່າງ ແລະ ເປັນ​ໂຄງ​ຮ່າງ​ທີ່​ຄ້ຳ​ຈູ​​ນ​ຂອງ​ໂຄງ​ສ້າງ​ຊີວິດ​ຂອງ​ຄົນ. ແລ້ວ, ດັ່ງ​ທີ່​ແຜນຜັງ​ຂອງ​​ພຣະ​ວິຫານ​ໄດ້​ມີ “ລາຍ​ລະອຽດ​ທີ່​ລະບຸ​ໄວ້” ທີ່​ໃຫ້​​ການ​ສັ່ງສອນຢ່າງ​ລະອຽດ​ກ່ຽວ​ກັບ​ວິທີ​ທີ່​ຈະ​ຈັດຮູບ​ແບບ ແລະ ​ຮວມ​ສ່ວນ​ປະກອບ​ທີ່​ຈຳເປັນ, ດັ່ງການ ອະທິຖານ, ການ​ອ່ານ​​ພຣະ​ຄຳ​ພີ, ການ​ຮັບ​ສ່ວນ​ສິນ​ລະ​​ລຶກ, ແລະ ການ​ຮັບ​ເອົາ​ພິທີການ ທີ່​ຈຳເປັນ​ຂອງ​ຖານະ​ປະໂລຫິດ ກໍກາຍເປັນ “ລາຍ​ລະອຽດ​ທີ່​ລະບຸ​ໄວ້” ທີ່​ຈະ​ຊ່ອຍ​​ຮວມ ແລະ ຜູ​​ກ​ມັດ​ໂຄງ​ສ້າງ​ຂອງ​ຊີວິດ​ເຂົ້າກັນ.

ຄວາມ​ສົມ​ດຸນໃນ​ການ​ນຳ​ໃຊ້​ລາຍ​ລະອຽດ ທີ່​ລະບຸ​ໄວ້​ເຫລົ່າ​ນີ້ ແມ່ນ​ຈຳເປັນ​ຕໍ່​ຊີວິດ. ຍົກ​ຕົວຢ່າງ, ໃນ​ຂັ້ນ​ຕອນ​ຂອງ​ການ​ເຮັດດິນ​ເປ​ຕັງ, ສ່ວນ​ຕ່າງໆ​ຂອງ​ດິນຊາຍ, ຫີນ​ແຮ່, ຊີມັງ, ແລະ ນ້ຳ​ທີ່​ແນ່​ຊັດ​ພໍດີ ກໍ​ຖືກ​ນຳ​ໃຊ້ ເພື່ອ​ວ່າ​ຈະ​ໄດ້​ມີ​ຄວາມ​ແຂງ​ແກ່ນຫລາຍ​ທີ່​ສຸດ. ສ່ວນ​ທີ່​ບໍ່​ຖືກຕ້ອງ ຫລື ການ​ບໍ່​ປະສົມ​ເອົາ​ສ່ວນ​ໃດ​ສ່ວນ ໜຶ່ງຂອງ​ທາດ​ເຫລົ່າ​ນີ້​ໃສ່ ຈະ​ເຮັດ​ໃຫ້​ດິນ​ເປ​ຕັງ​ອ່ອນແອ ແລະ ບໍ່​ສາມາດ​ເຮັດ​ໜ້າທີ່​ໃຊ້​ງານທີ່​ສຳຄັນ​ຂອງ​ມັນ​ໄດ້.

ໃນ​ທຳນອງ​ດຽວ​ກັນ, ຖ້າ​ຫາກ​ເຮົາ​ບໍ່​ຈັດ​ໃຫ້​ມີ​ຄວາມ​ສົມ​ດຸນ ທີ່​ສົມຄວນ​ໃນ​ຊີວິດ​ຂອງ​ເຮົາ ຈາກ​ການ​ອະທິຖານ​ສ່ວນ​ຕົວ ແລະ ການຊື່ນ​ຊົມ​ຈາກ​​ພຣະ​ຄຳ​ພີ, ການ​ເພີ່ມ​ຄວາມ​ເຂັ້ມແຂງ​ທຸກໆທິດ​ຈາກ​ການ​ຮັບ​ສ່ວນ​ສິນ​ລະ​​ລຶກ, ແລະ ການ​ມີ​ສ່ວນ​ຮ່ວມ​ໃນພິທີການ​ຂອງ​ຖານະ​ປະໂລຫິດ ດັ່ງ​​ເຊັ່ນ ພິທີ​ການ​​ພຣະ​ວິຫານ, ເຮົາ​ກໍ​ຈະ​ອ່ອນແອ​ລົງ ໃນ​ຄວາມ​ເຂັ້ມແຂງ​ຂອງ​ໂຄງ​ສ້າງທາງວິນ​ຍານ​ຂອງ​ເຮົາ​ກໍ​ຄື​ກັນ.

ໂປໂລ, ໃນ​ຈົດໝາຍ​ທີ່​ຂຽນ​ເຖິງ​ຊາວ​​ເອເຟ​ໂຊ, ໄດ້​ກ່າວ​ໃນ​ທຳນອງ​ນີ້ ຊຶ່ງ​ເຮົາ​ສາມາດ​ນຳ​ໃຊ້​ກັບ​ຄວາມ​ຕ້ອງການຂອງ​ການ​ພັດທະນາ​ທີ່​ສົມ​ດຸນ ແລະ ສົມ​​ຮວມບຸ​​ກ​ຄະ​ລັກສະນະ ແລະ ຈິດ​ວິນ​ຍານ​ຂອງ​ເຮົາ ເຂົ້າກັນ​ວ່າ: “ແມ່ນ​​ພຣະ​ອົງ​ນັ້ນ​ແຫລະ ທີ່​ຄ້ຳ​ຊູ​ຕົວ​ຕຶກທັງ​ໝົດເຂົ້າກັນ ແລະ ເຮັດ​ໃຫ້​ຈະເລີນ​ຂຶ້ນ ເພື່ອ​ປະກອບ​ເປັນ​​ພຣະ​ວິຫານ​ອັນ​ສັກສິດ ຖະຫວາຍ​ແກ່​​ພຣະ​ຜູ້​ເປັນ​ເຈົ້າ” (ເອເຟ​ໂຊ 2:21).

ການ​ອະທິຖານ​ເປັນ​ສ່ວນ​ໜຶ່ງ​ໃນ​ຫລັກ​ທຳ​ພື້ນຖານ ແລະ ສຳຄັນຂອງ​ສັດທາ ແລະ ບຸ​​ກ​ຄະ​ລັກສະນະ​ຂອງ​ເຮົາ. ຜ່ານ​ການ​ອະທິຖານ ເຮົາ​ຈະສາມາດ​​ສະແດງ​ຄວາມ​ກະຕັນຍູ, ຄວາມ​ຮັກ, ແລະ ຄວາມ​ອຸທິດ​ຕົນ​ຂອງ​ເຮົາ​ຕໍ່​​ພຣະ​ເຈົ້າ. ຜ່ານ​ການ​ອະທິຖານ​ເຮົາ​ສາມາດ​ຍິນ​ຍອມຄວາມ​ປະສົງ​ຂອງ​ເຮົາ​ຕໍ່​ຂອງ​​ພຣະອົງ ແລະ ໃນ​ການ​ຕອບ​ແທນ ຈະ​ໄດ້​ຮັບ​ຄວາມ​ເຂັ້ມແຂງທີ່​ຈະປັບ​ຊີວິດ​ຂອງ​ເຮົາ ເຂົ້າ​ກັບ​ຄຳ​ສອນ​ຂອງ​​ພຣະ​ອົງ. ການ​ອະທິຖານ​ຄື​ເສັ້ນທາງທີ່​ເຮົາ​ສາມາດ​ຕິດຕາມ​ໄດ້ ເພື່ອ​ຈະ​ສະແຫວງຫາ​ອິດ​​ທິ​ພົນ​ຂອງ​​ພຣະ​ອົງ​ໃນ​ຊີວິດ​ຂອງ​ເຮົາ, ແມ່ນ​ແຕ່​ການ​ເປີດເຜີຍ.

ແອວ​ມາ​ໄດ້​ສອນ​ວ່າ: “ຈົ່ງ​ປຶກສາ​ນຳ​​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ກະທຳ​ທັງ​ໝົດ​ຂອງ​ລູກ, ແລະ ​ພຣະ​ອົງ​ຈະ​ຊີ້​ທາງ​ໃຫ້​ລູກ​ເພື່ອ​ຄວາມ​ດີ; ແທ້​ຈິງ​ແລ້ວ, ເວລາ​ລູກ​ນອນ​ລົງ​ຕອນ​ກາງຄືນ​ກໍ​ຈົ່ງ​ນອນ​ຢູ່​ກັບ​​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​​ພຣະ​ອົງ​ຈະ​ໄດ້​ດູ​ແລ​ລູກ​ເວລາ​ລູກ​ນອນ; ແລະ ເວລາ​ລູກ​ຕື່ນ​ຂຶ້ນ​ຕອນ​ເຊົ້າ ກໍ​ຂໍ​ໃຫ້​ໃຈ​ຂອງ​ລູກ​ເຕັມ​ໄປ​ດ້ວຍ​ຄວາມ​ຂອບ​​ພຣະ​ໄທ​​ພຣະ​ຜູ້​ເປັນ​ເຈົ້າ; ແລະ ຖ້າ​ຫາກ​ລູກ​ເຮັດ​ສິ່ງ​ເຫລົ່າ​ນີ້, ລູກ​ຈະ​ຖືກ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ” (ແອວ​ມາ 37:37).

ການ​ແບ່ງປັນ​ຄວາມ​ຄິດ, ຄວາມ​ຮູ້ສຶກ, ແລະ ຄວາມປາດ​​ຖະ​ໜາ​ຂອງ​ເຮົາ​ກັບ​​ພຣະ​ເຈົ້າ ຜ່ານ​ການ​ອະທິຖານ​ທີ່ແທ້​ຈິງ ແລະ ຈິງ​ໃຈ​ຄວນ​ກາຍເປັນ​ເລື່ອງ​ສຳຄັນ ແລະ ທຳ​ມະ​ດາສຳລັບ​ເຮົາ​ແຕ່ລະຄົນ ດັ່ງ​ການ​ຫັນ​ໃຈ ແລະ ການ​ກິນ​ເຂົ້າ.

ການ​ຄົ້ນ​ຫາ​​ພຣະ​ຄຳ​ພີ​ປະຈຳ​ວັນ ຈະ​ເຮັດ​ໃຫ້​ສັດທາ ແລະ ບຸ​​ກ​ຄະ​ລັກສະນະ​ຂອງ​ເຮົາ​ເຂັ້ມແຂງ​ຄື​ກັນ. ດັ່ງ​ທີ່​ເຮົາ​ຕ້ອງການອາຫານມາ​ບຳລຸງ​ລ້ຽງ​ຮ່າງກາຍ​ຂອງ​ເຮົາ, ວິນ​ຍານ ແລະ ຈິດ​ວິນ​ຍານ​ຂອງ​ເຮົາ​ກໍ​ຈະ​ຖືກ​ເພີ່ມ​ຕື່ມ ແລະ ເຂັ້ມແຂງ​ຂຶ້ນ ໂດຍ​ການ​ຊື່ນ​ຊົມ​ດ້ວຍ​​ພຣະ​ຄຳ​ຂອງ​​ພຣະຄຣິດ ທີ່​ບັນຈຸ​ໄວ້​ໃນການ​ຂຽນ​ຂອງ​ສາດສະດາ​ທັງຫລາຍ. ນີ​ໄຟ​ໄດ້​ສອນ​ວ່າ, “ຈົ່ງ​ຊື່ນ​ຊົມ​ດ້ວຍ​​ພຣະ​ຄຳ​ຂອງ​​ພຣະຄຣິດ; ເພາະ​ຈົ່ງ​ເບິ່ງ, ​ພຣະ​ຄຳ​ຂອງ​​ພຣະຄຣິດ​ຈະ​ບອກ​ພວກ​ທ່ານ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ (2 ​ນີ​ໄຟ 32:3).

ເຖິງ​ແມ່ນ​ວ່າການ​ອ່ານ​​ພຣະ​ຄຳ​ພີ​ນັ້ນ​ດີ, ແຕ່​ການ​ອ່ານ​ມັນ​ເທົ່ານັ້ນ​ກໍ​ບໍ່​ພຽງພໍ ເພື່ອ​ຈະ​ເຂົ້າໃຈ​ຂອບ​ເຂດ​ຂອງ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຢ່າງ​ສົມບູນ. ການ​ຄົ້ນ​ຫາ, ການ​ໄຕ່ຕອງ, ແລະ ການ​ນຳ​ໃຊ້​​ພຣະ​ຄຳ​ຂອງ​​ພຣະຄຣິດ ດັ່ງ​ທີ່​ຖືກ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ ຈະ​ນຳ​ປັນຍາ ແລະ ຄວາມ​ຮູ້​ມາ​ໃຫ້ ເກີນ​ກວ່າຄວາມ​ເຂົ້າໃຈ​ຂອງ​ມະນຸດ. ສິ່ງ​ນີ້ຈະ​ເຮັດ​ໃຫ້​ຄຳ​ໝັ້ນ​ສັນຍາ​ຂອງເຮົາ​ເຂັ້ມແຂງ ແລະ ​ໃຫ້​ເຮົາ​ມີ​ການຖະໜອມ​ໄວ້​ທາງ​ວິນ​ຍານ ​ເພື່ອ​ວ່າເຮົາ​ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ ໃນ​ທຸກໆ​ສະພາບ​ການ.

ຂັ້ນ​ຕອນ​ທີ່​ສຳຄັນ​ສຸດ​ຂັ້ນ​ໜຶ່ງ ທີ່​ເຮົາ​ສາມາດ​ເຮັດ​ໄດ້ ເພື່ອ​ຈະເຮັດ​ໃຫ້​ຊີວິດ​ຂອງ​ເຮົາ​ເຂັ້ມແຂງ ແລະ ຕິດ​ຢູ່​ຢ່າງ​ໝັ້ນຄົງ​ຕໍ່​ຮາກຖານ​ຂອງ​​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ຄື​ທີ່​ຈະ​ຮັບ​ສ່ວນ​ສິນ​ລະ​​ລຶກ​ແຕ່ລະ​ອາທິດ​ຢ່າງ​ມີ​ຄຸນຄ່າ​ດີ​ພໍ. ພິທີການ​ສິນ​ລະ​​ລຶກ​ໃຫ້​ໂອກາດແກ່​ສະ​ມາ​ຊິກຂອງ​ສາດສະໜາ​ຈັກ​ທຸກໆ​ຄົນ ທີ່​ຈະ​ໄຕ່ຕອງ​ຊີວິດຂອງ​ຕົນ​ລ່ວງ​ໜ້າ, ເພື່ອ​ຄຳນຶງ​ເຖິງ​ການ​ກະທຳ ຫລື ສິ່ງ​ທີ່​ເຮົາຄວນ​ເຮັດ​ແຕ່​ບໍ່​ໄດ້​ເຮັດ ທີ່​ອາດ​ຕ້ອງການ​ການ​ກັບ​ໃຈ, ແລະ ແລ້ວຮັບ​ສ່ວນ​ເຂົ້າຈີ່ ແລະ ນ້ຳທີ່​ເປັນ​ສັນຍາ​ລັກ​ສັກສິດ ໃນການ​ລະນຶກ​ເຖິງ​​ພຣະ​ກາຍ ແລະ ໂລຫິດ​ຂອງ​​ພຣະເຢ​ຊູ​​ຄຣິດ, ເປັນ​ສັກຂີ​ພະຍານ​ເຖິງ​ການ​ຊົດ​ໃຊ້​ຂອງ​​ພຣະ​ອົງ. ຖ້າ​​ເຮົາ​ຮັບ​ສ່ວນ​ດ້ວຍ​ຄວາມ​ຈິງ​ໃຈ ແລະ ໃນ​ຄວາມ​ຖ່ອມ​ຕົນ, ເຮົາ​ຈະ​ຕໍ່​ພັນທະ​ສັນຍາ​ນິລັນດອນ, ຖືກ​ເຮັດ​ໃຫ້​ສະອາດ ແລະ ສັກສິດ, ແລະ ໄດ້​ຮັບ​ຄຳ​ສັນຍາ ທີ່​ວ່າ​ເຮົາ​ຈະ​ມີ​​ພຣະ​ວິນ​ຍານຂອງ​​ພຣະອົງ​ຢູ່​ດ້ວຍ​ຕະຫລອດ​ເວລາ. ​ພຣະ​ວິນ​ຍານ​ເປັນ​ຊີມັງ, ເປັນ​ສາຍເຊື່ອມ​ທີ່ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ສັກສິດ ແຕ່​ຈະ​ນຳ​ທຸກ​ສິ່ງ​ມາສູ່ຄວາມ​ຊົງ​ຈຳ​ຂອງ​ເຮົາ ແລະ ເປັນ​ພະຍານ​ອີກ​ເທື່ອ​ແລ້ວ​ເທື່ອເລົ່າ ເຖິງ​​ພຣະເຢ​ຊູ​​ຄຣິດ. ການ​ຮັບ​ສ່ວນ​ສິນ​ລະ​​ລຶກ​ຢ່າງ​ມີ​ຄຸນຄ່າ​ດີ​ພໍ ຈະເຮັດ​ໃຫ້​ຄວາມ​ສຳພັນ​ສ່ວນ​ຕົວ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ ຕໍ່​ດານ​ຫີນ​ຮາກ​ຖານ​ນັ້ນ, ຊຶ່ງ​ເປັນ​​ພຣະເຢ​ຊູ​​ຄຣິດ.

ລະຫວ່າງ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​​ພຣະ​ອົງ ​ພຣະ​ຜູ້ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ຄຳ​ສອນ, ຫລັກ​ທຳ, ແລະ ການ​ກະທຳ​ທີ່ຈຳເປັນ ດ້ວຍ​ຄວາມ​ຮັກ ແລະ ຄວາມ​ແຈ່ມ​ແຈ້ງ ທີ່​ຈະ​ຮັກສາ​ຊີວິດ​ຂອງ​ເຮົາ​ເອົາ​ໄວ້ ແລະ ເຮັດ​ໃຫ້​ບຸ​​ກ​ຄະ​ລັກສະນະ​ຂອງ​ເຮົາເຂັ້ມແຂງ​ຂຶ້ນ. ໃນ​ທ້າຍ​ການ​ເທດ​ສະໜາ​ທີ່​ໂນນ​ພູ, ​ພຣະ​ອົງ​ໄດ້ ກ່າວ​ວ່າ:

“ດັ່ງນັ້ນ, ຜູ້​ໃດ​ກໍ​ຕາມ​ທີ່​ໄດ້​ຍິນ​ຄຳ​ເຫລົ່າ​ນີ້​ຂອງ​ເຮົາ ແລະ ປະຕິບັດ​ຕາມ, ຜູ້​ນັ້ນ​ກໍ​ປຽບ​ເໝືອນ​ຄົນ​ສະຫລາດ​ຜູ້​ປຸກເຮືອນ​ຂອງ​ຕົນ​ໃສ່​ເທິງ​ດານ​ຫີນ—

“ແລະ ຝົນ​​ຖັ່ງ​ເທ​ລົງ​ມາ, ແລະ ນ້ຳ​ກໍ​ນອງ, ແລະ ລົມ​ກໍ​ພັດ, ແລະ ປະ​ທະ​ເຮືອນ​ນັ້ນ; ແລະ ມັນ​ບໍ່​ພັງ, ເພາະວ່າ​ມັນ​ຖືກ​ສ້າງ​ໃສ່​ເທິງ​ດານ​ຫີນ.

“ແຕ່​ທຸກ​ຄົນ​ທີ່​ໄດ້​ຍິນ​ຄຳ​ເຫລົ່າ​ນີ້​ຂອງ​ເຮົາ ແລ້ວ​ບໍ່​ປະຕິບັດ​ຕາມ​ກໍ​ປຽບ​ເໝືອນ​ຄົນ​ໂງ່, ຜູ້​ປຸກເຮືອນ​ຂອງ​ຕົນ​ໃສ່​ເທິງ​ດິນຊາຍ—

“ແລະ ຝົນ​​ຖັ່ງ​ເທ​ລົງ​ມາ, ແລະ ນ້ຳ​ກໍ​ນອງ, ແລະ ລົມ​ກໍ​ພັດ, ແລະ ປະ​ທະ​ເຮືອນ​ນັ້ນ; ແລະ ມັນ​ພັງ, ແລະ ການ​ພັງ​ນັ້ນ​ໃຫຍ່​ຫລວງ” (3 ​ນີ​ໄຟ 14:24–27; ເບິ່ງ ມັດ​ທາຍ 7:24–27) ນຳ​ອີກ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ບໍ່​ມີ​ຄົນ​ໃດ​ໃນ​ບັນດາ​ພວກ​ເຮົາ ທີ່​ຈະ​ຕັ້ງ​ສ້າງ​ບ້ານ​ເຮືອນ​ຂອງ​ເຮົາ, ບ່ອນ​ທີ່​ເຮົາ​ເຮັດ​ວຽກ, ຫລື ບ້ານ​ອັນ​ສັກສິດ​ແຫ່ງ​ການ​ນະມັດສະການ ຢ່າງ​ມີ​ຄວາມ​ຮູ້ຢູ່ ເທິງ​ດິນຊາຍ, ເສດ​ດິນຈີ່, ຫລື ປາດ​ສະ​ຈາກ​ແບບແຜນ ແລະ ວັດຖຸ​ທີ່​ດີ​ສົມຄວນ. ຂໍ​ໃຫ້​ເຮົາ​ຈົ່ງ​ຮັບ​ເອົາ​ການ​ເຊື້ອ​ເຊີນຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ທີ່​ໃຫ້​ມາ​ສູ່​​ພຣະ​ອົງ. ຂໍ​ໃຫ້​ເຮົາ​ຈົ່ງ​ສ້າງຊີວິດ​ຂອງ​ເຮົາ​ຂຶ້ນ​ຢູ່​ເທິງ​ຮາກ​ຖານ​ທີ່​ປອດ​ໄພ ແລະ ແໜ້ນໜາ.

ຂ້າພະເຈົ້າ​ເປັນ​ພະຍານ​ຢ່າງ​ຖ່ອມ​ຕົນ​ວ່າ ໂດຍ​ການ​ສ້າງຕັ້ງຊີວິດ​ຂອງ​ເຮົາ​ຢູ່​ເທິງ​​ພຣະເຢ​ຊູ​​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ແລະ ໂດຍ​ການ​ຕິດຕາມ​ແຜນການ​ຂອງ​​ພຣະ​ອົງ​ຢ່າງລະມັດລະວັງ​ເພື່ອ​ຄວາມສຸກ​ຂອງ​ເຮົາ, ຮ່ວມ​ທັງ​ການ​ອະທິຖານປະຈຳ​ວັນ, ການ​​ສຶກ​ສາ​​ພຣະ​ຄຳ​ພີ​ປະຈຳ​ວັນ, ແລະ ການ​ຮັບ ສ່ວນ​ສິນ​ລະ​​ລຶກ​ທຸກໆ​ທິດ, ເຮົາ​ຈະ​ໄດ້​ເຂັ້ມແຂງ​ຂຶ້ນ; ເຮົາ​ຈະ​ປະສົບ​ການ​ເຕີບ​ໂຕ​​ສ່ວນ​ຕົວ ແລະ ການ​ເຫລື້ອມ​ໃສ​ທີ່​ຍືນ​ຍົງ; ເຮົາ​ຈະ​ຕຽມ​ພ້ອມ​ທີ່​ຈະ​ທົນ​ຕໍ່​ພະຍຸ ແລະ ໄພພິບັດຂອງ​ຊີວິດ​ໄດ້​ຢ່າງ​ສຳເລັດ​ຜົນ; ເຮົາ​ຈະ​ໄດ້​ປະສົບ​ຄວາມ​ປິ​ຕິ​ຍິນ​ດີ ແລະ ຄວາມສຸກ​ທີ່ຖືກ​ສັນຍາ​ໄວ້, ແລະ ເຮົາ​ຈະ​ມີ​ຄວາມໝັ້ນ​ໃຈ​ວ່າ​ຊີວິດ​ຂອງ​ເຮົາ ຖືກ​ສ້າງ​ຂຶ້ນ​ເທິງ​ຮາກ​ຖານ​ທີ່​ແໜ້ນໜາ: ຮາກ​ຖານ​ທີ່​ຈະ​ບໍ່​ພັງ​ທະລາ​ຍ​ຈັກ​ເທື່ອ​ເລີຍ. ໃນ​​ພຣະ​ນາມ​ອັນສັກສິດ​ຂອງ​​ພຣະເຢ​ຊູຄຣິດ, ອາແມນ.

Mostrar las referencias

  1.  

    1. ເບິ່ງ “1989 Loma Prieta Earthquake,” wikipedia.org/wiki/1989_Loma_Prieta_earthquake.