​ເຊົ້າທີ່​ສວຍ​ງາມ

​ໂດຍ ​ແອວ​ເດີ ບຣູສ ດີ ພອດ​ເທີ

​ແຫ່ງ​ສາວົກ​ເຈັດ​ສິບ


ເຮົາ​ບໍ່​ຕ້ອງ​ຢ້ານ​ອະນາຄົດ, ສິ້ນ​ຫວັງ ຫລື ​ເຊົາ​ເບີກບານ, ​ເພາະວ່າ​ພຣະ​ເຈົ້າຈະ​ສະຖິດ​ຢູ່​ກັບ​ເຮົາ.

​ໃນ​​ແລງ​ວັນ​ພະຫັດ​ຢູ່​ໃນ​ກຸງເຢຣູຊາ​ເລັມ, ພຣະ​ເຢຊູ​ໄດ້​ຢູ່​ກັບ​ພວກ​ສາວົກ​ຂອງ​ພຣະອົງ​ຢູ່​ຫ້ອງ​ຊັ້ນ​ເທິງ​ ​ເພື່ອ​ສະ​ເຫລີມ​ສະຫລອງງານ​ປັດ​ສະ​ຄາ. ພວກ​ຜູ້​ຊາຍ​ທີ່​ໄດ້​ຢູ່​ກັບ​ພຣະອົງ ບໍ່​ຮູ້​ວ່າ ​ໃນ​ມື້ໜຶ່ງ​ງານ​ລ້ຽງ​ເທື່ອ​ນັ້ນ ຈະ​ຖືກ​ເອີ້ນ​ວ່າ ​ເຂົ້າ​ແລງ​ຄາບ​ສຸດ​ທ້າຍ. ຖ້າ​​ເຂົາ​ເຈົ້າຮູ້ ​ເຂົາ​ເຈົ້າຄົງ​ນ້ຳຕາ​​ໄຫລ.

ພຣະອາຈານ​ຂອງ​ເຂົາ​ເຈົ້າ, ​ໄດ້​ເຂົ້າ​ໃຈ​ວ່າ​ເຫດການທີ່​ເຄັດ​​ເຊ​ມາ​ເນ ​​ແລະ ທີ່​ໂຄ​ລະ​ໂຄ​ທາ​ຈະ​ມາ​ເຖິງ​ໃນ​ບໍ່​ດົນ​ນັ້ນ. ​ເວລາ​ທີ່​ຫຍຸ້ງຍາກ​ໃນ​ປະຫວັດສາດ​ຂອງ​​ໂລກກຳລັງ​ຈະ​ເກີດ​ຂຶ້ນ; ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ເຢຊູ​ໄດ້​ກ່າວ​ກັບ​ເຂົາ​ເຈົ້າວ່າ, “ຢູ່​ໃນ​ໂລກ​ພວກ​ເຈົ້າຈະ​ມີ​ຄວາມທຸກ​ຍາກ​ລຳບາກ: ​ແຕ່​ຈົ່ງ​ຊື່ນ​​ໃຈ​ເທາະ; ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ” (​ໂຢຮັນ 16:33).

​ເຮົາ​ມີ​ຊີວິດ​ຢູ່​ໃນ​ວັນ​ເວລາ​ທີ່​ມີ​ຄວາມ​ສັບສົນ ​ແລະ ບໍ່​ແນ່ນອນ, ​ໃນ​ວັນ​ເວລາ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້ບອກ​ເອໂນ​ກວ່າ ຈະ​​ເຕັມ​ໄປ​ດ້ວຍຄວາມ​ຊົ່ວ​ຮ້າຍ ​ແລະ ການ​ແກ້​ແຄ້ນ (​ເບິ່ງ Moses 7:60).​ ເວລາ​ທີ່​ເຕັມ​ໄປ​ດ້ວຍຄວາມທຸກ​ຍາກ​ລຳບາກ ​ແລະ ຄວາມຫຍຸ້ງຍາກຈະ​ມີ​ຢູ່​ຂ້າງ​ໜ້າ, ​ແຕ່​ເຮົາ​ກໍ​ຄື​ກັນ ມີ​ເຫດຜົນ​ທີ່​ຈະ​​ເບີກບານ ​ແລະ ປິ​ຕິ​ຍິນ​ດີ ​ເພາະເຮົາ​ມີ​ຊີວິດ​ຢູ່​ໃນ​ຍຸກ​ສຸດ​ທ້າຍ, ຕອນ​ທີ່​ພຣະ​ເຈົ້າ​ໄດ້​ຟື້ນ​ຟູ​ສາດສະໜາ​ຈັກ ​ແລະ ອານາຈັກ​ຂອງ​ພຣະອົງ​ຄືນ​ມາ​ໃໝ່​ສູ່​ໂລກ ​ໃນ​ການ​ຕຽມ​ສຳລັບ​ການສະ​ເດັດ​ມາ​ຂອງ​ພຣະອົງ.

​ປະທານບອຍ ​ເຄ ​ແພ໊ກ​ເກີ ​ໄດ້​ກ່າວ​​ເຖິງ​ລູກ​ຫລານ​ຂອງ​ເພິ່ນ ​ແລະ ບັນຫາ​ທີ່​ຈະ​​ເພີ່ມ​ທະວີ​ຂຶ້ນຢູ່​ໃນ​ໂລກທີ່​ພວກ​ເຂົາ​ອາ​ໄສ​ຢູ່. ​ເພິ່ນ​ໄດ້​ກ່າວ​ວ່າ: “ພວກ​ເຂົາຈະ​ເຫັນ​ເຫດການ​ຫລາຍ​ຢ່າງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ຊີວິດ​ຂອງ​ພວກ​ເຂົາ. ບາງ​ຢ່າງ​ຈະ​ເປັນ​ສິ່ງ​ທ້າ​ທາຍ​ຄວາມ​ກ້າຫານ ​ແລະ ຂະຫຍາຍ​ສັດທາ​ຂອງ​ພວກ​ເຂົາ. ​ແຕ່​ຖ້າ​ຫາກ​ພວກ​ເຂົາສະ​ແຫວ​ງຫາ​ຄວາມ​ຊ່ອຍ​ເຫລືອ​ ​ແລະ ການນຳພາດ້ວຍ​ການ​ອະທິຖານ, ​ແລ້ວ​ພວກ​ເຂົາຈະ​ໄດ້​ຮັບ​ພະລັງ​ທີ່​ຈະ​​ເອົາ​ຊະນະ​ສິ່ງ​ທີ່​ບໍ່​ດີ.”

​ຕໍ່​ມາ​ເພິ່ນ​ໄດ້​ກ່າວ​ວ່າ: “ຄຸນຄ່າ​ຂອງ​ສິນ​ທຳ​ຂອງ​ສັງຄົມຈະ​ນັບ​ມື້​ນັບ​ເສື່ອ​ມ​ໂຊມ​ລົງ​ໄປ​ເລື້ອຍໆ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າພະ​ເຈົ້າບໍ່​ຢ້ານ​ກົວ​ອະນາຄົດ” (“Do Not Fear,” Ensign or Liahona, May 2004, 77, 78).

ອ້າຍ​​ເອື້ອຍ​ນ້ອງ​ທັງຫລາຍ, ​​ເຮົາ​ບໍ່​ຕ້ອງ​ຢ້ານ​ອະນາຄົດ, ສິ້ນ​ຫວັງ ຫລື ​ເຊົາ​ເບີກບານ, ​ເພາະວ່າ​ພຣະ​ເຈົ້າຈະ​ສະຖິດ​ຢູ່​ກັບ​ເຮົາ. ​ໃນ​ບັນດາ​ຖ້ອຍ​ຄຳ​ທີ່​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ຕອນ​ຕົ້ນ ຕອນ​ພຣະ​ເຢຊູ​ໄດ້​ແນະນຳ​ພວກ​ສາວົກ​​ໃໝ່​ຂອງ​ພຣະອົງ​ໃນ​ຄາ​ລີ​ເລ ​ແມ່ນ: “ຢ່າ​ສູ່​ຢ້ານ” (ລູກາ 5:10). ພຣະອົງ​ໄດ້​ກ່າວ​ຄຳ​ນີ້​ຫລາຍ​ເທື່ອ​ໃນ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະອົງ. ຕໍ່​ໄພ່​ພົນ​ຂອງ​ພຣະອົງ​ໃນ​ວັນ​ເວລາ​ຂອງ​ເຮົາ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ບອກ​ໄພ່​ພົນ​ຂອງ​ພຣະ​ເຈົ້າວ່າ ​ໃຫ້​ເບີກບານ, ຢ່າ​ສູ່ຢ້ານ​, ເພາະ​ພຣະອົງ ພຣະຜູ້​ເປັນ​ເຈົ້າຢູ່​ກັບ​​ເຂົາ​ເຈົ້າ, ​ແລະ ​ຈະຢືນ​ຢູ່​ກັບ​​ເຂົາ​ເຈົ້າ (​ເບິ່ງ D&C 68:6).

ພຣະຜູ້​ເປັນ​ເຈົ້າຈະ​ຢືນ​ຢູ່​ກັບ​ສາດສະໜາ​ຈັກ​ ​ແລະ ຜູ້​ຄົນ​ຂອງ​ພຣະອົງ ​ແລະ ຮັກສາ​ເຂົາ​ເຈົ້າ​ໃຫ້​ປອດ​ໄພຈົນ​ເຖິງ​​ເວລາ​ພຣະອົງ​ສະ​ເດັດ​ມາ. ຈະ​ມີ​ຄວາມ​ສະຫງົບ​ຢູ່​ໃນ​ສີ​ໂອນ ​ແລະ ​ໃນ​ສະ​ເຕກຂອງ​ນາງ, ​ເພາະ​ພຣະອົງ​ໄດ້​ປະກາດ​ວ່າ ເພື່ອວ່າການ​ເຕົ້າ​ໂຮມຢູ່ເທິງແຜ່ນດິນສີ​ໂອນ, ​ແລະ ​ເທິງສະເຕກຂອງນາງ, ຈະ​ເກີດ​ຂຶ້ນ​ເພື່ອ​ການ​ປົກ​ປ້ອງ, ​ແລະ ເພື່ອ​ເປັນ​ບ່ອນ​ຫລົບ​ໄພ​ຈາກ​ພະຍຸ, ​ແລະ ຈາກ​ພຣະພິ​ໂລດ​ເມື່ອ​ມັນ​ຈະ​ຖອກ​ເທ​ລົງ​ມາ​ໂດຍ​ສຸດ​ພະລັງ​ເທິງ​ທັງ​ແຜ່ນ​ດິນ​ໂລກ (ເບິ່ງ D&C 115:6).

ສາດສະໜາ​ຈັກຕັ້ງຢູ່​ເປັນ​ບ່ອນ​ຫລົບ​ໄພ​ສຳລັບ​ສະມາຊິກ​ຂອງ​ມັນ. ​ເຖິງ​ແມ່ນ​ວ່າ​ສະພາບ​ການ​ໃນ​ໂລກ​ຈະ​ເຮັດ​ໃຫ້​ລຳ​ຄານ​ເປັນ​ບາງ​ຄັ້ງກໍ​ຕາມ, ​ແຕ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊື່ສັດ​ຈະ​ພົບ​ບ່ອນ​ຫລົບ​ໄພ​ຢູ່​ໃນ​ສະ​ເຕກຂອງ​ສີ​ໂອນ. ພຣະ​ເຈົ້າ​ໄດ້​ອອກ​ຄຳ​ສັ່ງວ່າ ຫີນ​ກ້ອນໜຶ່ງຊຶ່ງແຕກ​ອອກ​ມາ​ເອງ​ຈາກ​ໜ້າຜາ​ໂດຍ​ບໍ່​ມີ​ໃຜ​ເຮັດຈະ​ກິ້ງອອກ​ໄປຈົນເຕັມ​ແຜ່ນດິນ​ໂລກ (ເບິ່ງ ດາ​ນີ​ເອນ 2:31–45; D&C 65:2). ບໍ່​ມີ​ມະນຸດ​ຄົນ​ໃດ​ຈະສາມາດ​ຢັບຢັ້ງມັນ​ໄວ້​ໄດ້, ​ເພາະ​ພຣະ​ເຈົ້າ​ເປັນ​ຜູ້​ສ້າງ​ວຽກ​ງານ​ນີ້, ​ແລະ ພຣະ​ເຢຊູ​ຄຣິດ​ເປັນ​ຫີນ​ເສົາ​ເອກ.

ສາດສະດານີ​ໄຟ​ເຫັນ​ພາບ​ນິມິດ​ວ່າ ​ໃນ​ຍຸກ​ສຸດ​ທ້າຍ ອຳນາດ​ຂອງ​ລູກ​ແກະຈະ​ລົງ​ມາ​ເທິງໄພ່​ພົນ​ຂອງ​ພຣະ​ເຈົ້າ “​​ເທິງຜູ້​ຄົນ​ແຫ່ງ​ພັນທະ​ສັນຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ,” ​ແລະ ພວກ​ເຂົາ​ຈະ “ມີ​ອາວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະໝີ​ພາບ​ອັນ​ຍິ່ງ​ໃຫຍ່” (1 ນີ​ໄຟ 14:14).

​ເຮົາ​ແຕ່ລະຄົນ, ​ແລະ ຄອບຄົວ​ຂອງ​ເຮົາ, ສາມາດຖືກ​ປ້ອງ​ກັນ​ດ້ວຍ​​ໂລ່ອຳນາດ​ຂອງ​ພຣະ​ເຈົ້າ ຖ້າ​ຫາກ​ເຮົາ​ພຽງ​ແຕ່​ຍຶດໝັ້ນ​ໃນ​ຄວາມ​ຈິງ​ຕໍ່​ສາ​ດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ແລະ ປ່ອຍ​ໃຫ້​ພຣະວິນ​ຍານ​ນຳພາ​ເຮົາ. ການ​ທົດ​ລອງ​ຈະ​ມາ​ເຖິງ, ​ແລະ ​ເຮົາ​ອາດ​ບໍ່​ເຂົ້າ​ໃຈ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນກັບ​ເຮົາ ຫລື ອ້ອມ​ຂ້າງເຮົາ; ​ແຕ່​ຖ້າ​ຫາກ​ເຮົາຖ່ອມ​ຕົນ, ​ໄວ້​ວາງ​ໃຈ​​ຢ່າງ​ງຽບໆໃນ​ພຣະ​ຜູ້​ເປັນ​ເຈົ້າ, ​ແລ້ວ​ພຣະອົງ​ຈະ​ປະທານຄວາມ​ເຂັ້ມ​ແຂງ​ ​ແລະ ການ​ນຳພາ​ໃຫ້​ເຮົາ ໃນ​ການ​ທ້າ​ທາຍ​ທຸກ​ຢ່າງ​ໃນ​ຊີວິດ. ​ເມື່ອ​ຄວາມ​ປາດ​ຖະໜາ​ຂອງ​ເຮົາ​​ແມ່ນ​ພຽງ​ແຕ່​ຢາກ​​ເຮັດ​ໃຫ້​ພຣະອົງພໍພຣະ​ໄທ​​ເທົ່າ​ນັ້ນ, ​​ແລ້ວ​ເຮົາ​ຈະ​ມີ​ຄວາມ​ສະຫງົບ​ໃນ​ຈິດ​ໃຈ.

​ໃນ​ຕອນ​ຕົ້ນຂອງ​ການ​ຟື້ນ​ຟູ, ສະມາຊິກ​ຂອງ​ສາດສະໜາ​ຈັກ​ໄດ້​ປະສົບ​ກັບ​ການ​ທົດ​ລອງທີ່​ຮ້າຍ​ແຮງ. ປະທານບຣິກຳ ຢັງ ​ໄດ້​ກ່າວ​​ເຖິງ​ເວລາ​ນັ້ນວ່າ: “​ເມື່ອ​ຖືກ​ປິດ​ລ້ອມ​ດ້ວຍ​ກຸ່ມ​ອັນ​ຕະພານ, ດ້ວຍ​ຄວາມ​ຕາຍ ​ແລະ ການ​ທຳລາຍໃນ​ທຸກດ້ານ, ຂ້າພະ​ເຈົ້າຈື່​ໄດ້​ວ່າ ຂ້າພະ​ເຈົ້າຮູ້ສຶກ​ຊື່ນ​ຊົມ ​ແລະ ສະ​ບາຍ​ໃຈ, ດັ່ງ​ທີ່​ຂ້າພະ​ເຈົ້າຮູ້ສຶກ​ໃນ​ຕອນ​ນີ້. ສະພາບ​ການ​ອາດ​​ບໍ່​ດີ ​ແລະ ບໍ່​ແນ່ນອນ, ​ແຕ່​ຂ້າພະ​ເຈົ້າບໍ່​ເຄີຍ​ເຫັນ​ເວລາ​ໃດ​​ໃນພຣະກິດ​ຕິ​ຄຸນ​ນີ້ ​ແຕ່​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຮູ້​ກໍ​ວ່າ ຜົນ​ຂອງ​ມັນ​ຈະ​ເປັນ​ປະ​ໂຫຍ​ດຕໍ່​ອຸດົມ​ການ​” (Teachings of Presidents of the Church: Brigham Young [1997], 357).

​ຄູ່​ສອນ​ສາດສະໜາ​ຂອງ​ຂ້າພະ​ເຈົ້າຊື່ ພອລ໌, ​ເປັນ​ຄົນ​ທີ່​ຍິ້ມ​ແຍ້ມ​ແຈ່ມ​ໃສ. ຕອນ​ລາວ​ເປັນ​ພໍ່​ໜຸ່ມ, ລາວ​ໄດ້​ເປັນ​ໂຣກ​ເສັ້ນ​ເລືອດ​ແຂງ. ​ເຖິງ​ແມ່ນ​ຈະ​​ໄດ້​ປະ​ເຊີນ​ກັບ​ບັນຫາ​ທີ່​ຕາມ​ມານັ້ນ, ລາວ​ໄດ້​ຮັບ​ໃຊ້​ຄົນ​ອື່ນ​ຕໍ່​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ ​ແລະ ອາ​ລົມຕະຫລົກ. ​ເທື່ອ​ໜຶ່ງ​ລາວ​ໄດ້ມາ​ຫາ​ຂ້າພະ​ເຈົ້າຢູ່​ຫ້ອງການ ນັ່ງ​ຢູ່​ໃນລົດ​ເຂັນ ​ແລະ ​ເວົ້າວ່າ, “ຊີວິດ​ເລີ່​ມຕົ້ນ​ໂດຍ​ການ​ນັ່ງ​ລົດ​ເຂັນ!” ຂ້າພະ​ເຈົ້າບໍ່​ເຄີຍ​ລືມລາວ, ​ເມື່ອສອງ​ສາມ​ປີ​ກ່ອນ​ລາວ​ໄດ້​ເສຍ​ຊີວິດ​ໄປ, ລາວ​ໄດ້​ຍົກກະບອງ​ໄຟ ​ໂອ​ລິມປີກ ຂຶ້ນ ​ໃນ​ຂະນະ​ທີ່​ນັ່ງ​ຢູ່​ໃນລົດເຂັນ ​ໃນ​ຂະນະ​ທີ່​ຜູ້​ຄົນ​ຮ້ອງ​ເຊຍ​ລາວ. ​ເຊັ່ນ​ດຽວ​ກັບ​ໄຟ​ທີ່​ລຸກ​ໄໝ້​ຢູ່​ໃນ​ກະບອງ​ນັ້ນ, ສັດທາ​ຂອງ​ທ້າວ​ພອລ໌ຈະ​ບໍ່​ມີ​ວັນມອດ​ດັບຈັກ​ເທື່ອ.

ຕອນ​ຂ້າພະ​ເຈົ້າ​ສຶກສາ​ຢູ່​ມະຫາວິທະຍາ​ໄລ ບຣິກຳ ຢັງ, ຂ້າພະ​ເຈົ້າ​ໄດ້​ອາ​ໄສ​ຢູ່​ເຮືອນ​ຫລັງ​ໜຶ່ງ​ກັບ​ຊາຍ​ໜຸ່ມຄົນ​ອື່ນໆ​.​ ​ເພື່ອນ​ຮ່ວມ​ຫ້ອງ​ຂອງ​ຂ້າພະ​ເຈົ້າຊື່ ບຣູສ໌, ອາດ​ເປັນ​ຄົນ​ໜຶ່ງ​ທີ່​ຄິດ​ໃນ​ແງ່​ດີ​ທີ່​ສຸດ ທີ່​ຂ້າພະ​ເຈົ້າ​ເຄີຍ​ຮູ້​ມາ. ພວກ​ເຮົາ​ບໍ່​ເຄີຍ​ໄດ້​ຍິນ​ລາວ​ເວົ້າສິ່ງ​ໃດ​ໃນ​ແງ່​ຮ້າຍ​ກ່ຽວ​ກັບ​ຄົນ​ອື່ນ ຫລື ກ່ຽວ​ກັບ​ສິ່ງ​ໃດ​​ເລີຍ, ​ແລະ ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ບໍ່​ຮູ້ສຶກ​ໄດ້​ຮັບ​ຄວາມ​ເຊີດ​ຊູ​ໃຈ​ເມື່ອ​ຢູ່​ໃກ້​ລາວ. ຄວາມ​ເບີກບານ​ຂອງ​ລາວ​​ແມ່ນ​ມາ​ຈາກ​ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ​ໃນ​ພຣະກິດ​ຕິ​ຄຸນ​.

​ໃນ​​ມື້​ທີ່​ໜາວ​ເຢັນ​ມື້ໜຶ່ງ, ​ເພື່ອນ​ອີກຄົນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າຊື່ ທອມ, ກຳລັງ​ຍ່າງ​ຂ້າມ​​ເດີ່ນ​ໂຮງຮຽນ. ຕອນ​ນັ້ນ​ເປັນ​ເວລາ 7 ​ໂມງ​​ເຊົ້າ ​ແລະ ​ໂຮງຮຽນ​ຍັງ​ເປົ່າ​ແປນ ​ແລະ ມືດ​ຢູ່. ຫິມະ​ກຳລັງ​ຕົກລົງ​​ມາ​ຢ່າງແຮງ, ລົມ​ກໍ​ພັດ​ຢ່າງ​ໜັກ. “ອາກາດ​ບໍ່​ດີ​ແທ້ໆ​ນໍ,” ທ້າວທອມ​ໄດ້ຄິດ. ​ລາວ​​ໄດ້ຍ່າງ​ຕໍ່​ໄປ, ຢູ່​ໃນ​ຄວາ​ມມືດ ​ແລະ ​ທ່າມກາງ​ຫິມະ, ລາວ​ໄດ້​ຍິນ​ຄົນ​ຮ້ອງ​ເພງ.

ຢູ່​ໃນ​ທ່າມກາງ​ຫິມະນັ້ນ ​ແມ່ນ​ເພື່ອນ​ຂອງ​ພວກ​ເຮົາ, ທ້າວບຣູສ໌. ​ລາວ​ໄດ້​ຮ້ອງ​ເພງ ພ້ອມ​ທັງ​ຍົກ​ມື​ຂຶ້ນ​ເທິງ​ຟ້າ, ຮ້ອງ​ເພງຈາກ​ລະຄອນ​ເພງ​ຊື່ Oklahoma: “​ໂອ້, ຊ່າງ​ເປັນ​ເຊົ້າທີ່​ສວຍ​ງາມ​ແທ້ໆ! ໂອ້, ຊ່າງ​ເປັນ​ວັນທີ່​ສວຍ​ງາມ​ແທ້ໆ! ​ເຮົາຮູ້ສຶກ​ສະບາຍ​ໃຈ, ທຸກ​ສິ່ງຈະ​ເປັນ​ດັ່ງ​ທີ່​ຄາດຄິດ” (Richard Rodgers and Oscar Hammerstein II, “Oh, What a Beautiful Morning” [1943]).

ນັບ​ແຕ່​ເທື່ອ​ນັ້ນມາ, ສຽງ​ອັນ​ແຈ່ມ​ໃສ​​ໃນ​ຄວາມ​ມືດຂອງ​ມື້​ຫິມະ​ຕົກ​ແຮງ​ນັ້ນ ​ໄດ້​ກາຍ​ເປັນ​ເຄື່ອງໝາຍ​ສຳລັບ​ຂ້າພະ​ເຈົ້າ​ວ່າ​ສັດທາ ​ແລະ ຄວາມ​ຫວັງ​ຄື​ສິ່ງ​ໃດ. ​ເຖິງ​ແມ່ນ​ຢູ່​ໃນ​ໂລກ​ທີ່ຊົ່ວ​ຮ້າຍ, ​ເຮົາ​ຜູ້​ເປັນ​​ໄພ່​ພົນຍຸກ​ສຸດ​ທ້າຍ​ກໍ​ສາມາດ​ຮ້ອງ​ເພງ​ດ້ວຍ​ຄວາມສຸກຄື​ກັນ, ​ໂດຍ​ທີ່ຮູ້ວ່າ ອຳນາດ​ຂອງ​ສະຫວັນ​ແມ່ນ​ຢູ່​ນຳ​ສາດສະໜາ​ຈັກ​ ​ແລະ ຜູ້​ຄົນຂອງ​ພຣະ​ເຈົ້າ. ​ເຮົາຈະ​ປິ​ຕິ​ຍິນ​ດີ​ກັບ​ຄວາມ​ຮູ້ທີ່​ວ່າ ​ເຊົ້າທີ່​ສວຍ​ງາມ​ຈະ​ມີຢູ່​ໃນ​ຂ້າ​ງໜ້າ—ວັນ​ເລີ່ມຕົ້ນຂອງ​ຊ່ວງ​ໄລຍະ​ໜຶ່ງ​ພັນ​ປີ, ​ເມື່ອ​ພຣະບຸດ​ຂອງ​ພຣະ​ເຈົ້າຈະ​ສະ​ເດັດ​ມາ​ທາງທິດຕາ​ເວັນ​ອອກ ​ແລະ ປົກຄອງ​ໂລກອີກ.

ຂ້າພະ​ເຈົ້າຄິດ​ອີກ​ ​ເຖິງ​ຕອນ​ເຊົ້າຂອງ​ສອງ​ວັນ​ອື່ນ​ອີກທີ່​ສວຍ​ງາມທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ໂລກ. ​ໃນ​ລະດູ​ໃບ​ໄມ້​ປົ່ງ​ຂອງ​ປີ 1820, ​ໃນ​ເຊົ້າຂອງ​ວັນ​ທີ່​ສວຍ​ງາມ, ​ເປັນ​ວັນ​ແຈ່ມ​ໃສ​ຢູ່​ໃນ​ເມືອງພາ​ໄມຣາ, ລັດນິວຢອກ, ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຊື່ ​ໂຈ​ເຊັບ ສະ​ມິດ ​ໄດ້​ເຂົ້າ​ໄປ​ໃນ​ປ່າ ​ແລະ ​ໄດ້​ຄຸ​ເຂົ່າ​ລົງ​ອະທິຖານ. ​ໃນ​ການ​ຕອບຕໍ່​ຄຳ​ອະທິຖານ​ນັ້ນ, ພຣະບິດາ ​ແລະ ພຣະບຸດ ​ໄດ້​ມາ​ປະກົດ, ​ໄດ້​ເລີ່ມ​ຕົ້ນສະ​ໄໝ​ແຫ່ງ​ຄວາມ​ສົມບູນ​ຂອງ​ເວລາ ​ແລະ ການຟື້ນ​ຟູ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດຢູ່​ໃນ​ໂລກ.

ມີເຊົ້າທີ່​ສວຍ​ງາມ​ຂອງ​ມື້ໜຶ່ງ​ອີກ​ທີ່​​ເກີດ​ຂຶ້ນເກືອບ​ເຖິງ 2,000 ປີມາ​ແລ້ວ, ຢູ່​ນອກ​ກຳ​ແພງ​ກຸງ​ເຢຣູຊາ​ເລັມ.​ແນ່ນອນ​ວ່າ​ຕາ​​ເວັນ​​ໄດ້​ສ່ອງ​ແສງຂຶ້ນ​ໃນ​ເຊົ້າຂອງ​ວັນ​ອິດສະ​ເຕີມື້ນັ້ນ. ​ຜູ້ຍິງ​ຈຳນວນ​ໜຶ່ງ​ໄດ້​ໄປ​ຫາ​ອຸບ​ໂມງ​ຢູ່​ໃນ​ສວນ, ຄິດ​ວ່າ​ຈະ​ໄປ​ຫົດສົງ​ພຣະສົບ​ຂອງ​ພຣະຜູ້​ເປັນ​ເຈົ້າ. ທູດ​ສອງ​ອົງ​ໄດ້​ປະກາດ​ວ່າ: “​ເປັນ​ຫຍັງ​ພວກ​ເຈົ້າຈຶ່ງ​ຊອກ​ຫາ​ຄົນ​ເປັນ​ຢູ່​ໃນ​ໝູ່​ຄົນ​ຕາຍ? ພຣະອົງ​ບໍ່​ໄດ້​ຢູ່​ທີ່​ນີ້, ພຣະອົງ​ເປັນ​ຄືນ​ມາສູ່​ຊີວິດ​ແລ້ວ” (ລູກາ 24:5–6).

​ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​​ເຖິງ​ໄຊຊະນະ​ຂອງພຣະ​ເຢຊູ​ຄຣິດ​​ເໜືອບາບ ​ແລະ ຄວາມ​ຕາຍ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​​​ເຖິງແຜນ​ແຫ່ງ​ຄວາມເມດ​ຕາ ​ແລະ ຄວາມ​ຮັກ​ອັນ​ເປັນນິດ​ຂອງ​ພຣະບິດາ​ນິລັນດອນ. ​ເມື່ອ​ເຮົາ​ຕື່ນ​ຂຶ້ນ​ໃນ​ແຕ່ລະ​ເຊົ້າ, ຂໍ​ໃຫ້​ເຮົາ​ຈົ່ງ​ຫລຽວ​ຂຶ້ນ​ເທິງ​ຟ້າ​ສະຫວັນ​​​ດ້ວຍສັດທາ ​ແລະ ກ່າວ​ວ່າ, “ຊ່າງ​ເປັນ​ເຊົ້າທີ່​ສວຍ​ງາມ​ແທ້ໆ,” ຂ້າພະ​ເຈົ້າອະທິຖານ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.