​2010–2019
ເປັນ​ທີ່​ຍອມຮັບ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ
ເມສາ 2013


ເປັນ​ທີ່​ຍອມຮັບ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ

ການ​ຊອກ​ຫາ ແລະ ໄດ້​ຮັບ​ການ​ຍອມຮັບ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳໄປ​ສູ່​ຄວາມ​ຮູ້​ທີ່​ວ່າ ພຣະ​ອົງ​ໄດ້​ເລືອກ​ເຮົາ ແລະ ອວຍພອນ​ເຮົາ.

ຕອນ​ຂ້າພະເຈົ້າ​ຍັງ​ນ້ອຍ, ບາງເທື່ອ​ພໍ່​ໄດ້​ພາ​ຂ້າພະເຈົ້າ​ໄປ​ເຮັດ​ວຽກ​ນຳ​ເພິ່ນ. ຄອບຄົວ​ພວກ​ເຮົາ​ມີ​ສວນ​ຜັກ​ນ້ອຍ​ແຫ່ງ​ໜຶ່ງ​ທີ່ຢູ່​ຫ່າງ​ໄກ​ບໍ່​ຫລາຍ​ກິໂລແມັດ​ຈາກ​ເຮືອນ, ແລະ ກ່ອນ​ຈະ​ເຖິງ​ລະດູ​ປູກ​ຜັກ ກໍ​ຕ້ອງ​ໄດ້​ຕຽມ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ຢູ່​ໃນ​ສວນ. ພວກ​ເຮົາ​ໄດ້​ລົງມື​ແປງ​ຕູບ, ຫລື ແປງ​ຮົ້ວ. ຕາມ​ທີ່​ຈື່​ໄດ້ ສ່ວນ​ຫລາຍ​ແລ້ວ​ຂ້າພະເຈົ້າ​ໄດ້​ເຮັດ​ວຽກ​ໃນ​ມື້​ທີ່​ໜາວ, ມີ​ຫິມະ​ຕົກ​ໜັກ, ຫລື​ມື້​ຝົນຕົກ. ແຕ່​ຂ້າພະເຈົ້າ​ມັກ​ຫລາຍ​ຂະໜາດ. ພໍ່​ໄດ້​ສອນ​ຂ້າພະເຈົ້າ​ເຮັດ​ສິ່ງ​ນີ້​ສິ່ງ​ນັ້ນ​ໂດຍ​ຄວາມ​ອົດທົນ​ ແລະ​ ການ​ຍອມຮັບ.

ມື້ໜຶ່ງ​ພໍ່​ໄດ້​ໃຫ້​ຂ້າພະເຈົ້າ​ລອງ​ໝຸນ​ກຽວ​ໃຫ້​ແໜ້ນ, “ຈື່​ໄວ້​ເດີ້ ຖ້າ​ລູກ​ໝຸນ​ມັນ​ແຮງ​ໂພດ ມັນ​ຊິ​ຫັກ.” ຂ້າພະເຈົ້າ​ພູມໃຈ​ຢາກ​ສະແດງ​ໃຫ້​ພໍ່​ເຫັນ​ສິ່ງ​ທີ່​ຂ້າພະ​ເຈົ້າເຮັດ​ເປັນ. ຂ້າພະເຈົ້າ​ກໍ​ໝຸນ​ມັນ​ສຸດ​ແຮງ​ເລີຍ ແລະ ຂ້າພະເຈົ້າ​ໄດ້​ເຮັດ​​ໃຫ້ກຽວ​ຫັກ. ພໍ່​ໄດ້​ເວົ້າ​ຄຳ​ຕະຫລົກ ແລ້ວ​ພວກ​ເຮົາ​ໄດ້​ລົງມື​ເຮັດ​ໃໝ່. ເຖິງ​ແມ່ນວ່າ​ຂ້າພະເຈົ້າ “ໄດ້​​ເຮັດ​ຜິດ” ຂ້າພະເຈົ້າ​ຍັງ​ຮູ້ສຶກ​ສະເໝີ​ເຖິງ​ຄວາມ​ຮັກ ແລະ​ຄວາມ​ໝັ້ນ​ໃຈ​ທີ່​ພໍ່​ມີ​ໃນ​ຂ້າພະເຈົ້າ. ພໍ່​ໄດ້​ເສຍ​ຊີວິດ​ໄປ​ສິບ​ກວ່າ​ປີ​ແລ້ວ, ແຕ່​ຂ້າພະເຈົ້າ​ຍັງ​​ໄດ້​ຍິນ​ສຽງ​ຂອງພໍ່ ຍັງ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພໍ່, ຍັງ​ດີໃຈ​ໃນ​ການ​ຊຸກຍູ້​ຂອງ​ພໍ່, ແລະ​ຍັງ​ຮູ້ສຶກ​ເຖິງ​ການ​ຍອມຮັບ​ຈາກ​ພໍ່.

ຄວາມ​ຮູ້ສຶກ​ທີ່​ໄດ້​ຮັບ​ການ​ຍອມຮັບ​ຈາກ​ຄົນ​ທີ່​ເຮົາ​ຮັກ​ແມ່ນ​ຄວາມ​ຕ້ອງການ​ຂອງ​ມະນຸດ. ການ​ຍອມຮັບ​ຈາກ​ຄົນ​ດີ​ຍ່ອມ​ດົນ​ໃຈ​ເຮົາ. ມັນ​ເພີ່ມ​ຄວາມ​ຮູ້ສຶກ​ເຖິງ​ຄຸນຄ່າ​ຕົວ​ເອງ ແລະ ຄວາມ​ໝັ້ນ​ໃຈ​ຕົວ​ເອງ. ຄົນ​ທີ່​ບໍ່​ໄດ້​ຮັບ​ການ​ຍອມຮັບ​ຈາກ​ຄົນ​ດີ ຫລາຍ​ເທື່ອ​ຈະສະ​ແຫວ​ງ​ຫາ​ການ​ຍອມຮັບ​ຈາກ​ທີ່​ອື່ນ. ຄົນ​ດັ່ງ​ກວ່າ​ອາດ​ຫາ​ການ​ຍອມຮັບ​ຈາກ​ຄົນ​ທີ່​ບໍ່​ສົນໃຈ​ໃນ​ຄວາມ​ຜາ​ສຸກ​ຂອງ​ເຂົາ. ເຂົາ​ອາດ​ຕິດ​ຢູ່​ນຳ​ຄົນ​ທີ່​ເປັນ​ເພື່ອນ​ປອມ ແລະ ເຮັດ​ສິ່ງ​ບໍ່​ດີ​ເພື່ອ​ພະຍາຍາມ​ໃຫ້​ຕົນ​ໄດ້​ຖືກ​ຮັບ​ຮູ້. ເຂົາ​ອາດ​ຫາ​ການ​ຍອມຮັບ​ໂດຍ​ແຕ່ງ​ຕົວ​ໃສ່​ເສື້ອ​ຜ້າ​ຍີ່ຫໍ້​ສະເພາະ​ເພື່ອ​ສ້າງ​ຄວາມ​ຮູ້ສຶກ​ຄື​ວ່າມີ​ຊື່​ມີ​ຍົດ. ບາງ​ຄົນ​ອາດ​ຊອກ​ຫາ​ບົດບາດ ຫລື ຕຳແໜ່ງ​ສູງ​ເພື່ອ​ຈະ​ຖືກ​ຮັບ​ຮູ້. ຄົນ​ດັ່ງກ່າວ​ອາດ​ຈະ​ນັບຖື​ຄຸນຄ່າ​ຕົວ​ເອງ​ໂດຍຕຳແໜ່ງ​ຂອງ​ຕົນ ຫລື ຍົດ​ສັກ​ທີ່​ໄດ້​ຮັບ.

ແມ່ນ​ແຕ່​ຢູ່​ໃນ​ສາດສະໜາ​ຈັກ ເຮົາ​ຍັງ​ອາດ​ຈະ​ຄິດ​ແບບ​ນີ້. ການ​ຊອກ​ຫາ​ການ​ຍອມຮັບ​ຈາກ​ສິ່ງ​ທີ່​ບໍ່​ຖືກຕ້ອງ ຫລື ສຳລັບ​ສາເຫດທີ່​ບໍ່​ຖືກຕ້ອງ​ຈະ​ນຳ​ເຮົາ​ໄປ​ຕາມ​ທາງ​ທີ່​ອັນຕະລາຍ—ທາງ​ທີ່​ມັກ​ຈະ​ນຳພາ​ເຮົາ​ໃຫ້​ຫລົງ​ທາງ ແມ່ນ​ອາດ​ເຖິງ​ການ​ທຳລາຍ. ແທນ​ທີ່​ຈະ​ຮູ້ສຶກ​ເຖິງ​ຄວາມ​ຮັກ ແລະ ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ເອງ ໃນ​ທີ່​ສຸດ ເຮົາ​ຈະ​ຮູ້ສຶກ​ເໝືອນ​ຖືກ​ປະ​ຖິ້ມ ແລະ ຕ່ຳ​ຕ້ອຍ.

ແອວ​ມາ​ໄດ້​ແນະນຳ​ລູກ​ຊາຍ​ຊື່​ຮີ​ລາມັນ​ວ່າ “ໃຫ້​ເບິ່ງ​ວ່າ ລູກ​ຫລຽວ​ເບິ່ງ​ພຣະ​ເຈົ້າ ແລະ ມີ​ຊີວິດ.”1 ​ແຫ​ລ່ງຂອງອຳນາດ ​ແລະ ການ​ຍອມຮັບ​ທີ່​ໝັ້ນຄົງ​ກໍ​ແມ່ນ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ​ພຣະເຢ​ຊູ​ຄຣິດ. ພວກພຣະ​ອົງ​ຮູ້​ເຮົາ. ພວກພຣະ​ອົງ​ຮັກ​ເຮົາ. ພວກພຣະ​ອົງ​ບໍ່​ໄດ້​ຍອມຮັບ​ເຮົາ​ເພາະ​ຍົດ​ສັກ​ໃດໆ​ເລີຍ. ພວກພຣະ​ອົງ​ບໍ່​ສົນໃຈ​ເລີຍ​ເລື່ອງ​ຍົດ​ສັກ​ຂອງ​ເຮົາ. ພວກພຣະ​ອົງ​ເບິ່ງ​ໃຈ​ເຮົາ. ພວກພຣະ​ອົງ​ຍອມຮັບ​ເຮົາ ເພາະ​ຄົນ​ທີ່​ເຮົາ​ເປັນ​ຢູ່ ແລະ ສິ່ງ​ທີ່​ເຮົາ​ພະຍາຍາມ​ກາຍເປັນ. ການ​ຊອກ​ຫາ ແລະ​ການ​ຖືກ​ຍອມຮັບ​ຈາກ​ພຣະ​ອົງ​ຈະ​ຍົກ​ເຮົາ​ຂຶ້ນ ແລະ ຊຸກຍູ້​ເຮົາ.

ຂ້າພະເຈົ້າ​ຈະ​ບອກ​ແບບຢ່າງ​ອັນ​ງ່າຍໆ ຊຶ່ງ​ສາມາດ​ຊ່ອຍ​ເຮົາ​ໝົດ​ທຸກ​ຄົນ​ໃຫ້​ໄດ້​ຮັບ​ການ​ຍອມຮັບ​ທີ່​ສຸດ​ຍອດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ແບບແຜນ​ຢ່າງ​ໜຶ່ງ​ໂດຍ​ຜ່ານ​ທາງ​ສາດສະດາ​ໂຈ​​ເຊັ​ບ ສະ​ມິດ, ພຣະ​ອົງ​ກ່າວ​ວ່າ ທຸກ​ຄົນ​ທີ່​ຮູ້​ວ່າ​ໃຈ​ຕົນ​ຊື່ສັດ ແລະ ຊອກ​ຊ້ຳ ແລະ ວິນ​ຍານ​ຕົນ​ສຳນຶກ​ຜິດ ແລະ ເຕັມ​ໃຈ​ຍຶດ​ຖື​ພັນທະ​ສັນຍາ​ຂອງ​ຕົນ​ໂດຍ​ການ​ເສຍ​ສະລະ--ການ​ເສຍ​ສະລະ​ທຸກ​ຢ່າງ​ທີ່​ພຣະ​ອົງ​ບັນຊາ--ຄົນ​ນັ້ນ​ຈະ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ພຣະ​ອົງ.2

ແບບຢ່າງ​ນີ້​ມີ​ຂັ້ນ​ຕອນ​ຢູ່​ສາມ​ຢ່າງ:

  1. ຈົ່ງ​ຮູ້​ວ່າ​ໃຈ​ເຮົາ​ຊື່ສັດ ແລະ ຊອກ​ຊ້ຳ,

  2. ຈົ່ງ​ຮູ້​ວ່າ​ວິນ​ຍານ​ຂອງ​ເຮົາ​ສຳນຶກ​ຜິດ ແລະ

  3. ຕ້ອງ​ເຕັມ​ໃຈ​ທີ່​ຈະ​ຍຶດ​ຖື​ພັນທະ​ສັນຍາ​ຂອງ​ເຮົາ ໂດຍ​ການ​ເສຍ​ສະລະ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນຊາ.

ທຳ​ອິດ​ເຮົາ​ຕ້ອງ​ຮູ້​ວ່າ​ໃຈ​ຂອງ​ເຮົາ​ຊື່ສັດ ແລະ ຊອກ​ຊ້ຳ. ເຮົາ​ຮູ້​ສິ່ງ​ນີ້​ໄດ້​ແນວໃດ? ເຮົາ​ກໍ​​ເລີ່​ມ​ຕົ້ນ​ໂດຍ​ການ​ພິຈາລະນາ​ຕົວ​ເອງ​ຢ່າງ​ຈິງ​ໃຈ. ໃຈ​ແມ່ນ​ສູນ​ກາງ​ແຫ່ງ​ຄວາມ​ຮູ້ສຶກ​ຂອງ​ເຮົາ. ຂະນະ​ທີ່​ເຮົາ​ກວດກາ​ໃຈ​ຕົວ​ເອງ, ເຮົາ​ກໍ​ປະ​ເມີນ​ຕົວ​ເອງ. ສິ່ງ​ທີ່​ຄົນ​ອື່ນ​ບໍ່​ຮູ້​ເລີຍ, ມີ​ແຕ່​ຕົວ​ເອງ​ຮູ້. ເຮົາ​ຮູ້ຈັກ​ເຈດ​ຕະ​ນາ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ. ເມື່ອ​ໃດ​ທີ່​ເຮົາ​ພິຈາລະນາ​ຕົວ​ເອງ​ຢ່າງ​ຈິງ​ໃຈ ແລະ ຊື່ສັດ, ເຮົາ​ບໍ່​ຫາ​ຂໍ້​ແກ້​​ໃຫ້ຕົວ​ເອງ ຫລື ຕົວະ​ຕົວ​ເອງ.

ມີ​ອີກ​ທາງ​ໜຶ່ງ​ທີ່​ຮູ້​ວ່າ​ໃຈ​ຂອງ​ເຮົາ​ຊອກ​ຊ້ຳ​ຫລື​ບໍ່. ໃຈ​ທີ່​ຊອກ​ຊ້ຳ​ແມ່ນ​ໃຈ​ທີ່​ອ່ອນ​ນ້ອມ, ທີ່​ເປີດ​ວ່າງ, ທີ່​ຍອມຮັບ. ເມື່ອ​ຂ້າພະເຈົ້າ​ໄດ້​ຍິນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ກ່າວ​ວ່າ “ເບິ່ງ​ແມ! ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ,”3 ຂ້າພະເຈົ້າ​ໄດ້​ຍິນ​ພຣະ​ອົງ​ເຄາະ​ທີ່​ປະຕູ​ໃຈ​ຂອງ​ຂ້າພະເຈົ້າ. ຖ້າ​ຂ້າພະເຈົ້າ​ເປີດ​ປະຕູ​ນີ້​ໃຫ້​ພຣະ​ອົງ, ຂ້າພະເຈົ້າ​ຈະ​ໄດ້​ຮັບ​ການ​​ເຊື້ອເຊີນ​ຈາກ​ພຣະ​ວິນ​ຍານ​ຫລາຍ​ຂຶ້ນ ແລະ​ຂ້າພະເຈົ້າ​ຈະ​ຍອມ​ເຮັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ​ນຳ​ອີກ.

ໃນ​ຂະນະ​ທີ່​ເຮົາ​ໄຕ່ຕອງ​ຢ່າງ​ຈິງ​ໃຈ ແລະ ໂດຍ​ການ​ອະທິຖານ​ເຖິງ​ຄວາມ​ຊື່ສັດ ແລະ ຄວາມຊອກ​ຊ້ຳ​ຂອງ​ໃຈ​ເຮົາ, ພຣະ​ວິນ​ຍານ​ບໍລິສຸດ​ຈະ​ສອນ​ເຮົາ. ເຮົາ​ຈະ​ໄດ້​ຮັບ​ການ​ຢືນຢັນ ແລະ ການ​ແກ້​ໄຂ​ຢ່າງ​ອ່ອນ​ຫວານ ຊຶ່ງ​ຈະ​ເຊື້ອ​ເຊີນ​ເຮົາ​ໃຫ້​ເຮັດ​ຕາມ​ນັ້ນ.

ອັນ​ທີ​ສອງ, ເຮົາ​ຕ້ອງ​ຮູ້​ວ່າ​ວິນ​ຍານ​ຕົວ​ເອງ​ສຳນຶກ​ຜິດ. ຄຳ​ວ່າ ສຳນຶກ​ຜິດ ​ໃນ​ວັດຈະນານຸກົມ ໝາຍ​ຄວາມ​ວ່າ “ຮູ້ສຶກ​ເສຍ​ໃຈ​ໃນ​ຄວາມ​ຜິດ​ທີ່​ໄດ້​ເຮັດ​ໄປ.”4 ຖ້າ​ຫາກ​ເຮົາ​ມີ​ວິນ​ຍານ​ທີ່​ສຳນຶກ​ຜິດ ເຮົາ​ຈະ​ຮັບ​ຮູ້​ບາບ ແລະ ຄວາມ​ອ່ອນແອ​ຂອງ​ເຮົາ. ເຮົາ​ຍອມ​ຖືກ​ສອນ “ທຸກໆ​ເລື່ອງ​ທີ່​ກ່ຽວ​ກັບ​ຄວາມ​ຊອບ​ທຳ.”5 ເຮົາ​ຮູ້ສຶກ​ໂສກເສົ້າ ແລະ ​ເຕັມ​ໃຈ​ທີ່​ຈະ​ກັບ​ໃຈ. ວິນ​ຍານ​ທີ່​ສຳນຶກ​ຜິດ​ກໍ​ເຕັມ​ໃຈ​ທີ່​ຈະ​ຮັບ​ຟັງ​ຕໍ່ “ການ​ຊັກ​ຈູງ​ຂອງ​ພຣະ​ວິນ​ຍານ​ອັນ​ສັກສິດ.”6

ວິນ​ຍານ​ທີ່​ສຳນຶກ​ຜິດ​ຈະ​ສະແດງ​ອອກ​ໂດຍ​ຄວາມ​ເຕັມ​ໃຈ ແລະ ຄວາມ​ຕັ້ງໃຈ​ຂອງ​ເຮົາ​ທີ່​ຈະ​ກະທຳ. ເຮົາ​ເຕັມ​ໃຈ​ທີ່​ຈະ​ຖ່ອມຕົວ​ເອງ​ລົງ​ຕໍ່ພຣະ​ພັກ​ຂອງ​ພຣະ​ເຈົ້າ, ເຕັມ​ໃຈ​ທີ່​ຈະ​ກັບ​ໃຈ, ເຕັມ​ໃຈ​ທີ່​ຈະ​ຮຽນ​ຮູ້, ແລະ ເຕັມ​ໃຈ​ທີ່​ຈະ​ປ່ຽນແປງ. ເຮົາ​ກໍ​ເຕັມ​ໃຈ​ທີ່​ຈະ​ອະທິຖານ​ວ່າ “ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພໍ່​ເຖີດ.”7

ຂັ້ນ​ຕອນ​ທີ​ສາມ​ທີ່​ຈະ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ພຣະ​ເຈົ້າ​ແມ່ນ​ການ​ເລືອກ​ຢ່າງ​ຕັ້ງໃຈ​ທີ່​ຈະ​ຮັກສາ​ພັນທະ​ສັນຍາ​ໂດຍ​ທາງ​ການ​ເສຍ​ສະລະ ແມ່ນ​ການ​ເສຍ​ສະລະ​ທຸກ​ຢ່າງ​ຕາມ​ທີ່​ພຣະ​ອົງ​ບັນຊາ.”8 ຫລາຍ​ເທື່ອ​ເຮົາ​ຄິດຄຳ​ທີ່ວ່າ ​ເສຍ​ສະລະ ອ້າງ​ເຖິງ​ສິ່ງ​ໃຫຍ່​ສິ່ງ​ຍາກ​ທີ່​ເຮົາ​ຕ້ອງ​ເຮັດ. ບາງ​ກໍລະນີ​ອັນ​ນີ້​ອາດ​ຈະ​ເປັນຄວາມ​ຈິງ ແຕ່​ສ່ວນ​ຫລາຍ​ກໍ​ໝາຍ​ເຖິງ​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ໃນ​ຖານະ​ເປັນ​ສານຸສິດ​ຂອງ​ພຣະຄຣິດ.

ວິທີ​ທາງ​ຢ່າງ​ໜຶ່ງ​ທີ່​ພວກ​ເຮົາ​ຮັກສາ​ພັນທະ​ສັນຍາ​ໂດຍ​ການ​ເສຍ​ສະລະ​ແມ່ນ​ທີ່​ຈະ​ຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີຄ່າ​ຄວນ​ທຸກ​ອາທິດ. ພວກ​ເຮົາ​ຕັ້ງໃຈ​ທີ່​ຈະ​ຕຽມ​ຕົວ​ສຳລັບ​ພິທີການ​ສັກສິດ​ນັ້ນ. ພວກ​ເຮົາ​ຮັບຮອງ ແລະ ຕໍ່​ຄຳ​ສັນຍາ​ອັນ​ສັກສິດ​ຄືນໃໝ່​ນຳ​ພຣະ​ຜູ້​ເປັນ​ເຈົ້າ. ໃນ​ທາງ​ນີ້ ພວກ​ເຮົາ​ຮູ້ສຶກ​ເຖິງ​ການ​ຍອມຮັບ​ຈາກ​ພຣະ​ອົງ ແລະ ໄດ້​ຮັບ​ການ​ປະກັນ​ຈາກ​ພຣະ​ອົງ​ວ່າ ຄວາມ​ພະຍາຍາມ​ຂອງ​ເຮົາ​ເປັນ​ທີ່​ຮັບ​ຮູ້ ແລະ ບາບ​ຂອງ​ເຮົາ​ຖືກ​ອະໄພ​ໃຫ້​ແລ້ວ ໂດຍ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະເຢ​ຊູ​ຄຣິດ. ໃນ​ພິທີການ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນຍາ​ວ່າ ເມື່ອ​ເຮົາ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ ແລະ ລະນຶກ​ເຖິງ​ພຣະ​ອົງ​ຕະຫລອດ​ເວລາ ແລະ ຮັກ​ສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ, ເຮົາ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ດ້ວຍ​ຕະຫລອດ​ເວລາ. ການ​ມີ​ພຣະ​ວິນ​ຍານ​ບໍລິສຸດ​ເປັນ​ເພື່ອນ​ຢູ່​ນຳ​ຕະຫລອດ​ເວລາ ເປັນ​ສິ່ງ​ບົ່ງ​ບອກ​ທີ່ສຸດ​ຍອດ​ເຖິງ​ການ​ຍອມຮັບ​ຈາກ​ພຣະ​ເຈົ້າ.

ວິທີ​ອື່ນ​ທີ່​ຈະຮັກສາ​ພັນທະ​ສັນຍາ​ໂດຍ​ການ​ເສຍ​ສະລະ​ກໍ​ງ່າຍໆ ຄື​ກັນ​ກັບການ​ຍອມຮັບ​ການ​ເອີ້ນ​ໃນ​ສາດສະໜາ​ຈັກ ແລະ ຮັບ​ໃຊ້​ຢ່າງ​ຊື່ສັດ​ໃນ​ການ​ເອີ້ນ​ນັ້ນ ຫລື ທີ່​ຈະ​ເຮັດ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ປະທານ​ທອມ​ມັສ ​ແອັສ ມອນ​ສັນ ທີ່​ຈະ​ອອກ​ໄປ​ຫາ​ຄົນ​ທີ່​ອ່ອນແອ ແລະ ຜູ້​ທີ່​ຕ້ອງການ​ການ​ຊ່ອຍ​ກູ້​ທາງ​ວິນ​ຍານ. ເຮົາ​ຮັກສາ​ພັນທະ​ສັນຍາ​ໂດຍ​ການ​ເສຍ​ສະລະ, ໂດຍ​ທີ່​ໃຫ້ການ​ຮັບ​ໃຊ້​ຢ່າງ​ງຽບໆ ໃນ​ບ່ອນ​ທີ່​ເຮົາ​ຢູ່ ຫລື ໃນ​ປະຊາ​ຄົມ, ຫລື ໂດຍ​ຄົ້ນ​ຫາ​ຊື່​ຂອງ​ບັນພະບຸລຸດ​ຂອງ​ພວກ​ເຮົາ, ແລະ ເຮັດ​ວຽກ​ໃນ​ພຣະ​ວິຫານ​ເພື່ອ​ເຂົາເຈົ້າ. ເຮົາ​ຮັກສາ​ພັນທະ​ສັນຍາ​ຂອງ​ພວກ​ເຮົາ​ໂດຍ​ການ​ພະຍາຍາມ​ຫາ​ຄວາມ​ຊອບ​ທຳ, ການ​​ເປີດ​ໃຈ​​ໃຫ້​ກວ້າງ, ແລະ ຮັບ​ຟັງ​ຄຳ​ແນະນຳ​ຂອງ​ພຣະ​ວິນ​ຍານ​ຂະນະ​ທີ່​ດຳລົງ​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ. ບາງເທື່ອ​ການ​ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ​ກໍ​ເພື່ອ​ຈະ​ໄດ້​ຢືນ​ຢູ່​ຢ່າງ​ໝັ້ນຄົງ​ພ້ອມ​ສັດທາ​ຕອນ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ລຳບາກ​ໃນ​ຊີວິດ.

ຫລັງ​ຈາກ​ໄດ້​ບັນ​ລະ​ຍາຍ​ແບບຢ່າງ​ທີ່​ຈະ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ພຣະ​ອົງ, ພຣະ​ຜູ້​ເປັນ​ເຈົ້າ​ຍົກ​ຕົວຢ່າງ​ອັນ​ຄັກແນ່​ທີ່​ບົ່ງ​ບອກ​ວິທີທີ່​ເຮົາ​ຈະ​ໄດ້​ຮັບ​ພອນ​ເປັນ​ສ່ວນ​ບຸກຄົນ, ເປັນ​ຄອບຄົວ​ຂະນະ​ທີ່​ເຮົາ​ສະ​ແຫວ​ງ​ຫາ​ການ​ຍອມຮັບ​ຈາກ​ພຣະ​ອົງ. ພຣະ​ອົງ​ໄດ້​ກ່າວ​ວ່າ ພຣະ​ອົງ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ນຳ​ຜົນ​ອອກ​ມາ​ດັ່ງ​ຕົ້ນໄມ້​ທີ່​ອອກ​ຜົນ​ຫລາຍ ຊຶ່ງ​ປູກ​ໄວ້​ໃນ​ທີ່​ດິນ​ດີ ໃກ້​ຫ້ວຍນ້ຳ​ບໍລິສຸດ​ຊຶ່ງ​ອອກ​ຜົນ​ລ້ຳ​ຄ່າ​ຢ່າງ​ຫລວງຫລາຍ.9

ຂະນະ​ທີ່​ເຮົາ​ຮັບ​ຟັງ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮູ້ສຶກ​ເຖິງ​ການ​ຍອມຮັບ​ຈາກ​ພຣະ​ອົງ, ເຮົາ​ຈະ​ໄດ້​ຮັບ​ພອນ​ຫລາຍ​ກວ່າ​ຄວາມ​ເຂົ້າໃຈ​ຂອງ​ເຮົາ ແລະ ຈະ​ນຳ​ຜົນ​ແຫ່ງ​ຄວາມ​ຊອບ​ທຳ​ຢ່າງ​ຫລວງຫລາຍ​ມາ​ໃຫ້. ເຮົາ​ຈະ​ມີ​ສ່ວນ​ຢູ່​ນຳ​ຄົນ​ທີ່​ພຣະ​ອົງ​ເຄີຍ​ກ່າວ​ວ່າ “ເຈົ້າ​ເຮັດ​ໄດ້​ດີ​ຄົນ​ໃຊ້​ທີ່​ດີ ແລະ ສັດຊື່​ເອີຍ! ເຈົ້າ​ຈັດການ​ຢ່າງ​ສັດຊື່​ໃນ​ຂອງ​ອັນ​ເລັກ​ນ້ອຍ; ສະນັ້ນ​ເຮົາ​ຈຶ່ງ​ຈະ​ໃຫ້​ເຈົ້າ​ຮັບຜິດຊອບ​ດູ​ແລ​ໃນ​ຂອງ​ອັນ​ໃຫຍ່. ຈົ່ງ​ມາ​ຮ່ວມ​ຊົມຊື່ນ​ຍິນ​ດີ​ກັບ​ເຮົາ​ເຖີດ.”10

ການ​ສະ​ແຫວ​ງ​ຫາ ແລະ ການໄດ້​ຮັບ​ການ​ຍອມຮັບ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳໄປ​ຫາ​ຄວາມ​ຮູ້​ທີ່​ວ່າ ພຣະ​ອົງ​ໄດ້​ເລືອກ​ເຮົາ ແລະ ອວຍພອນ​ເຮົາ. ເຮົາ​ຈະ​ໝັ້ນ​ໃຈ​ຫລາຍ​ຂຶ້ນ​ວ່າ​ພຣະ​ອົງ​ຈະ​ນຳ​ທາງ ແລະ ຊີ້​ນຳ​ທາງ​ຂອງ​ເຮົາ​ເພື່ອ​ຄວາມ​ດີ. ຄວາມ​ເມດ​ຕາ​ອັນ​ລະອຽດ​ອ່ອນ​ຂອງ​ພຣະ​ອົງ​ຈະ​ກາຍເປັນ​ທີ່​ຮັບ​ຮູ້​ໃນ​ໃຈ​ຂອງ​ເຮົາ, ໃນ​ຊີວິດ​ຂອງ​ເຮົາ, ແລະ ໃນ​ຄອບຄົວ​ຂອງ​ເຮົາ.

ໂດຍ​ສຸດ​ໃຈ ຂ້າພະເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ສະ​ແຫວ​ງຫາ​ການ​ຍອມຮັບ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຊື່ນ​ຊົມ​ຢູ່ໃນ​ພອນ​ທີ່​ພຣະ​ອົງ​ໄດ້​ສັນຍາ​ໄວ້. ຂະນະ​ທີ່​ເຮົາ​ເຮັດ​ຕາມ​ແບບຢ່າງ​ອັນ​ງ່າຍໆ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕັ້ງ​ໄວ້, ເຮົາ​ຈະ​ຮູ້​ວ່າ​ເຮົາ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ພຣະ​ອົງ ບໍ່​ແມ່ນ​ເພາະວ່າ​ເຮົາ​ມີ​ຕຳແໜ່ງ​ໃດ, ມີ​ຍົດ​ສັກ​ໃດ, ຫລື ມີ​ການ​ຈຳກັດ​ທາງ​ໂລກ​ແນວໃດ. ການ​ຍອມຮັບ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຈະ​ຊ່ອຍ​ຊັກ​ຈູງ​ເຮົາ, ເພີ່ມ​ທະວີ​ສັດທາ​ຂອງເຮົາ, ແລະ ຊ່ອຍ​ເຮົາ​ໃຫ້​ຈັດການ​ນຳ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຮົາ​ປະ​ເຊີນ​ໃນ​ຊີວິດ. ເຖິງ​ແມ່ນ​ເຮົາ​ຈະ​ປະ​ເຊີນກັບ​ການ​ທ້າ​ທາຍ​ຕ່າງໆ, ແຕ່​ເຮົາ​ຈະ​ສຳເລັດ​ຜົນ, ຈະເລີນ​ກ້າວໜ້າ,11 ແລະ ຮູ້ສຶກ​ສະຫງົບ​ໃຈ.12 ເຮົາ​ຈະ​ມີ​ສ່ວນ​ຢູ່​ນຳ​ຄົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ:

ບໍ່​ຕ້ອງ​ຢ້ານ​ເດັກນ້ອຍ​ທັງຫລາຍ ເພາະ​ພວກ​ເຮົາ​ເປັນ​ຂອງ​ພຣະ​ອົງ ແລະ ພຣະ​ອົງ​ຊະນະ​ໂລກ​ແລ້ວ ແລະ ພວກ​ເຮົາ​ມາ​ຈາກ​ຄົນ​ເຫລົ່ານັ້ນ​ທີ່​ພຣະ​ບິດາ​ຂອງ​ພຣະ​ອົງ​ປະທານ​ໃຫ້​ພຣະ​ອົງ;

ແລະ​ບໍ່​ມີ​ໃຜ​ໃນ​ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ພຣະ​ບິດາ​ຂອງ​ພຣະ​ອົງ​ປະທານ​ໃຫ້​ພຣະ​ອົງ​ຈະ​ຫາຍ​ໄປ.13

ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.