​2010–2019
ເຂົ້າຮ່ວມ​ໃນ​ຂະ​ບວນການ
ເມສາ 2013


​ເຂົ້າຮ່ວມ​​ໃນຂະ​ບວນການ

ຂ້າພະ​ເຈົ້າຂໍ​ຂອບ​ພຣະ​ໄທ​ພຣະ​ເຈົ້າ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູຄຣິດ, ສຳລັບ​ການ​ຟື້ນ​ຟູ ​ແລະ ອຳນາດ​ທີ່​ສ້າງ​ອຸດົມ​ການ​ແຫ່ງ​ຄວາມ​ຈິງ ​ແລະ ຄວາມ​ຊອບ​ທຳ​ຕະຫລອດ​ທົ່ວ​ໂລກ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າຂໍ​ຕື່ມສຽງ​ຂອງ​ຂ້າພະ​ເຈົ້າ​ໃສ່​ກັບ​ສຽງ​ຂອງ​ປະທານ​ທອມ​ມັສ ​ແອັສ ມອນ​ສັນ ​ແລະ ຄົນ​ອື່ນໆ ​ໃນ​ການ​ສັນລະ​ເສີນ​ຜູ້​ທີ່​​ຕອບຮັບ​ການ​ເອີ້ນ​ຂອງ​ສາດສະດາ ວ່າ​ໃຫ້ມີ​ຜູ້​ສອນ​ສາດສະໜາ​​ທີ່​ມີຄ່າ​ຄວນຫລາຍ​ກວ່າ​ເກົ່າ. ຕອນ​ນີ້ ມີ​ຈຳນວນ​ຜູ້​ສອນ​ສາດສະໜາ​ຢ່າງ​ຫລວງຫລາຍຢູ່​ຕະຫລອດ​ທົ່ວ​ໂລກ ດັ່ງ​ທີ່​ບໍ່​ເຄີຍ​​ເປັນມາ​ກ່ອນ. ນັບ​ຕັ້ງ​ແຕ່​ປະທານ​ມອນ​ສັນ​ໄດ້​ປະກາດ​ໃນ​ເດືອນ​ຕຸລາ, ​ຊາຍ​ໜຸ່ມ, ຍິງ​ໜຸ່ມ, ​ແລະ ຄູ່​ອາວຸ​ໂສ​ຫລາຍ​ພັນ​ຄົນ​ໄດ້​ຖືກ​ເອີ້ນ, ​ແລະ ກໍ​ມີ​ຈຳນວນ​ຫລວງຫລາຍ​ຕື່ມ​ອີກ​ທີ່​ກຳລັງ​ຕຽມ​ພ້ອມ.1 ບັດ​ນີ້ ມີ​ຄົນ​ຖາມວ່າ “​ທ່ານຈະ​ເຮັດ​ແນວ​ໃດ​ກັບ​ຜູ້​ສອນ​ສາດສະໜາ​ເຫລົ່າ​ນີ້? ງ່າຍ​ທີ່​ຈະ​ຕອບ. ​ເຂົາ​ເຈົ້າຈະ​ເຮັດ​ ດັ່ງ​ທີ່​ຜູ້​ສອນ​ສາດສະໜາ​ເຄີຍ​​ໄດ້ເຮັດ​ຜ່ານ​ມາ. ​ເຂົາ​ເຈົ້າຈະ​ສັ່ງສອນ​ພຣະກິດ​ຕິ​ຄຸນ! ​ເຂົາ​ເຈົ້າຈະ​ອວຍພອນ​ລູກໆ​ຂອງ​ພຣະ​ເຈົ້າຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່!

ນັບ​ມື້ ພວກ​ເຈົ້າຜູ້​ເປັນຊາຍ​ໜຸ່ມ ​ແລະ ຍິງ​ໜຸ່ມ​ຈະ​ເຂົ້າຮ່ວມ​ໃນ​ຂະ​ບວນການຫລາຍ​ຂຶ້ນ ​ເມື່ອ​ພວກ​ເຈົ້າພະຍາຍາມ​ຮັກສາ​ຕົນ​ໃຫ້​ມີຄ່າ​ຄວນ​ສຳລັບ​ການ​ເອີ້ນ. ພວກ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ຂະ​ບວນການ​ແຫ່ງ​ຄວາມ​ຈິງ ​ແລະ ຄວາມຊອບ​ທຳ. ພວກ​ເຈົ້າ​ເຫັນ​ໂອກາດ​ຂອງ​ພວກ​ເຈົ້າທີ່​ຈະ​ໄດ້​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມທີ່.

ພວກ​ເຈົ້າຜູ້​ເປັນ​ໄວ​ລຸ້ນ, ຈົ່ງ​ຮັບ​ເອົາ​ຫລັກສູດ​​​​ໃໝ່ ​ແລະ ສອນຄຳ​ສອນ​ຂອງ​ພຣະ​ເຢຊູ​ຄຣິດ​ໃຫ້​ກັນ​ແລະ​ກັນ. ຕອນ​ນີ້​ເປັນ​​ເວລາ​ຕຽມ​ພ້ອມ​ທີ່​ຈະ​ສອນ​ຄົນ​ອື່ນໆ​ກ່ຽວ​ກັບ​ຄຸນງາມ​ຄວາມ​ດີ​ຂອງ​ພຣະ​ເຈົ້າ.

ຊາຍ​ໜຸ່ມ ​ແລະ ຍິງ​ໜຸ່ມ​ທັງຫລາຍ, ການ​ສຶກສາ​ຂອງ​ພວກ​ເຈົ້າ​ແມ່ນ​ສຳຄັນ​ຫລາຍ​ກວ່າ​ທີ່​ຜ່ານ​ມາ—ຕໍ່​ພວກ​ເຮົາ, ຕໍ່​ພວກ​ເຈົ້າ, ​ແລະ ຕໍ່​ພຣະ​ເຈົ້າ. ​ເມື່ອ​ເປັນ​ໄປ​ໄດ້, ຖ້າ​ຫາກ​ພວກ​ເຈົ້າຢາກ​​ເຂົ້າວິທະຍາ​ໄລ ຫລື ມະຫາວິທະຍາ​ໄລ ຫລັງ​ຈາກ ກັບ​ມາ​ຈາກ​ການ​ເຜີຍ​​ແຜ່, ພວກ​ເຮົາ​ກໍ​ສະໜັບສະໜູນ​ພວກ​ເຈົ້າ​ໃຫ້​ສົ່ງ​ໃບສະໝັກ​ຮຽນ​​ໄປ​ຫາ​ໂຮງຮຽນ​ບ່ອນ​ທີ່​ພວກ​ເຈົ້າຢາກ​ໄປ​ຮຽນ ກ່ອນ​ ພວກ​ເຈົ້າ​ຈະໄປ​ເຜີຍ​ແຜ່. ​ໂຮງຮຽນ​ລະດັບ​ສູງຫລາຍ​​ແຫ່ງ​ຈະຮັບ​ໃບ​ສະໝັກ ​ແລະ ​ໃຫ້​ເວລາ​ຜູ້​ຈະ​ໄປ​ສອນ​ສາດສະໜາ 18 ​ເດືອນ ​ເຖິງ 30 ​ເດືອນ. ສິ່ງ​ນີ້​ຈະ​ຊ່ອຍ​ໃຫ້​​ແອວ​ເດີ ​ແລະ ຊິດ​ສະ​ເຕີ​ ​ໄດ້ອອກ​ໄປ​ເຜີຍ​ແຜ່​ຢ່າງ​ບໍ່​ຕ້ອງ​ເປັນ​ຫ່ວງ​ກ່ຽວ​ກັບ​ວ່າ​ຈະ​​ໄປ​ຮຽນ​ຢູ່​ບ່ອນ​ໃດ. ພວກ​ເຮົາ​ມີ​ຄວາມ​ກະຕັນຍູ​ຫລາຍ​ຕໍ່​ສະ​ຖາ​ບັນ​ສຶກສາຕ່າງໆ​ທີ່​​ໃຫ້​ຄວາມ​ຮ່ວມ​ໄມ້​ຮ່ວມ​ມື​ກັບ​ພວກ​ເຮົາ!

ທ່ານ​ຜູ້​ເປັນ​ພໍ່​ແມ່, ຄູ​ສອນ, ​ແລະ ຄົນ​ອື່ນໆ, ຈົ່ງເຂົ້າຮ່ວມ​​ໃນ​ຂະ​ບວນການ​ຄື​ກັນ ​ເມື່ອທ່ານ​ຕຽມ​ຄົນ​ລຸ້ນ​ໃໝ່​ໃຫ້​ມີຄ່າ​ຄວນ​ສຳລັບ​ການ​ຮັບ​ໃຊ້​ເຜີຍ​ແຜ່. ​ໃນ​ຂະນະ​ດຽວ​ກັນ, ຊີວິດ​ທີ່​ເປັນ​ຕົວຢ່າງ​ຂອງ​ທ່ານ ຈະ​ດຶງ​ດູດຄວາມ​ສົນ​ໃຈ​ຂອງ​ໝູ່​ເພື່ອນ ​ແລະ ​ເພື່ອນ​ບ້ານ​ຂອງ​ທ່ານ. ຈົ່ງ​ຕຽມ​ພ້ອມ​ທີ່​ຈະ​ຕອບຜູ້​ຄົນ​ກ່ຽວ​ກັບ​ວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ດຳລົງ​ຊີວິດ​ໃນ​ທາງ​ນີ້. ຈົ່ງ​ຕຽມ​ພ້ອມ​ຕອບ​ຄຳ​ຖາມ​ທີ່​ໃຫ້​ຄວາມ​ຫວັງ ​ແລະ ຄວາມສຸກ ທີ່​ເຂົາ​ເຈົ້າ​ເຫັນ​ໃນ​ຕົວ​ທ່ານ.2 ​ເມື່ອ​ຖືກ​ຖາມ​ເຊັ່ນ​ນັ້ນ, ທ່ານ​ອາດ​ຕອບ​ວ່າ, “​ໃຫ້​ຖາມ​ຜູ້​ສອນ​ສາດສະໜາ! ​ເຂົາ​ເຈົ້າສາມາດ​ຊ່ອຍ​ເຫລືອ​ເຮົາ! ​ແລະ ຖ້າ​ຫາກ​ທ່ານ​ປາດ​ຖະໜາ, ຂ້າພະ​ເຈົ້າຈະ​ຢູ່​ກັບ​ທ່ານ​ຕອນ​ຜູ້​ສອນ​ສາດສະໜາມາ​ຫາ ​ແລະ ສອນ​ທ່ານ.”

ທ່ານຜູ້​ໃຫຍ່​ທັງຫລາຍ, ຈົ່ງ​ເຂົ້າຮ່ວມ​ໃນ​ອຸດົມ​ການ ​ໂດຍ​ການ​ຊ່ອຍ​ພັດທະນາ​ທາງ​ວິນ​ຍານ, ຮ່າງກາຍ, ​ແລະ ການ​ເງິນ ​ໃນ​ການ​ຕຽມ​ຜູ້​ສອນ​ສາດສະໜາ​ໃນ​ອະນາຄົດ. ການ​​ເກັບ​ທ້ອນ​ເງິນ​ຄຳ​ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ​ຈະ​ກາຍ​ເປັນ​​ເລື່ອງ​ທຳ​ມະ​ດາສຳລັບ​ທ່ານ. ທ່ານຄູ່​ອະ​ວຸ​ໂສ​ທັງຫລາຍ, ຈົ່ງວາງ​ແຜນ​ສຳລັບ​ວັນ​ທີ່​ທ່ານ​ສາມາດ​ໄປ​​ເຜີຍ​ແຜ່. ພວກ​ເຮົາ​ຈະ​ມີ​ຄວາມ​ກະຕັນຍູ​ຫລາຍ​ສຳລັບ​ການ​ຮັບ​ໃຊ້​ຂອງ​ທ່ານ. ​ກ່ອນ​ຈະເຖິງ​ເວລາ​ນັ້ນ, ບາງທີ ບາງ​ຄົນ​ໃນ​ພວກ​ທ່ານສາມາດ​ສົ່ງ​​ເງິນ​ໄປ​ຊ່ອຍ​ວຽກ​ງານ​ເຜີຍ​ແຜ່ ​ດັ່ງ​ທີ່​ປະທານ​ມອນ​ສັນ​ໄດ້​ແນະນຳອີກ​ໃນ​ເຊົ້າມື້ນີ້.3

ຊາຍ​ຫລາຍ​ຄົນ ​ແລະ ຄູ່​ຊີວິດ​ຂອງ​ພວກ​ເພິ່ນກໍ​ໄດ້​ເຂົ້າຮ່ວມ​ໃນ​ຂະ​ບວນການ ​ເມື່ອ​ພວກ​ເພິ່ນຖືກ​ເອີ້ນ​ໃຫ້​ໄປ​ຄວບ​ຄຸມ​ເຂດ​ເຜີຍ​ແຜ່​ຂອງ​ສາດສະໜາ​ຈັກ. ​ໃນ​ການ​ຮັບ​ໃຊ້​ນັ້ນ, ​ພວກ​ເພິ່ນຈະ​ເປັນ​ອິດ​ພິທົນ​ໃຫ້​ແກ່​ຄົນ​ລຸ້ນ​ໃໝ່ ​ແລະ ຄົນ​ລຸ້ນຕໍ່ໆ​ໄປ. ປະທານ​ເຜີຍ​ແຜ່​ມີໜ້າ​ທີ່​ຮັບຜິດຊອບ​ຕໍ່​ສະຫວັດດີ​ການ, ຄວາມ​ປອດ​ໄພ, ​ແລະ ຄວາມ​ສຳ​ເລັດ​ຜົນ​ຂອງ​ຜູ້​ສອນ​ສາດສະໜາ​ຂອງ​ພວກ​ເພິ່ນ. ຫລັງ​ຈາກ​ໄດ້​ປຶກສາ​ນຳ​ປະທານ​ສະ​ເຕກ​ ​ແລະ ປະທານ​ທ້ອງ​ຖິ່ນ​ໃນ​ເຂດ​ເຜີຍ​ແຜ່​ຂອງເພິ່ນ​ແລ້ວ, ປະທານ​ເຜີຍ​ແຜ່​ແຕ່ລະຄົນ​ຈະມອບໝາຍ​ຜູ້​ສອນ​ສາດສະໜາ​ໃຫ້​ໄປ​ຮັບ​ໃຊ້​ຢູ່​ໃນສະ​ເຕກ, ຫວອດ, ​ແລະ ສາຂາ​.

ປະທານ​ສະ​ເຕກ ​ແລະ ອະທິການຈະ​ເຂົ້າຮ່ວມ​ໃນ​ຂະ​ບວນການ ​ເມື່ອ​ພວກ​ເພິ່ນ​ໃຊ້​ເວລາ​ສຳພາດ​ຜູ້​ສະໝັກໄປ​ສອນ​ສາດສະໜາ. ຜູ້ນຳ​ຖານະ​ປະ​ໂລຫິດ​ເຫລົ່າ​ນີ້​ມີໜ້າ​ທີ່​ຮັບຜິດຊອບ​ຕໍ່ວຽກ​ງານ​ເຜີຍ​ແຜ່​ຢູ່​ໃນ​ໜ່ວຍ​ຂອງ​ພວກ​ເພິ່ນ ​ແລະ ພວກ​ເພິ່ນ​ຈະດົນ​ໃຈ​ສະມາຊິກ​ໃຫ້​ມີ​ສ່ວນ​ຮ່ວມ.

ອ້າຍ​ເອື້ອຍ​ນ້ອງ​ຢູ່​ໃນສະພາ​ຫວອດ​ແຕ່ລະ​ບ່ອນ ກໍ​ເລີ່​ມຕົ້ນ​ເຂົ້າຮ່ວມ​ໃນ​ຂະ​ບວນການ. ຢູ່​ໃນ​ສະພາ​ຫວອດ​ກໍ​ມີ​ຜູ້ນຳ​​ເຜີຍ​ແຜ່​ປະຈຳ​ຫວອດ.4 ຂ້າພະ​ເຈົ້າຂໍ​ກ່າວ​ກັບ​ຜູ້ນຳ​ເຜີຍ​ແຜ່​ປະຈຳ​ຫວອດ​ແຕ່ລະຄົນ. ທ່ານ​ໄດ້​ຖືກ​ເອີ້ນ​ໂດຍ​ອະທິການ​ຂອງ​ທ່ານ​ໃຫ້​ນຳພາ​ວຽກງານ​ເຜີຍ​ແຜ່​ຢູ່​ໃນ​ຫວອດ. ບາງ​ຄົນ​ກໍ​ມີ​ຄວາມ​ສຳ​ເລັດ​ຜົນຫລາຍ ຈົນ​ຕ້ອງ​ໄດ້​ມີ​ຜູ້​ລອງມາ​ຊ່ອຍ​ເຫລືອທ່ານ. ພ້ອມ​ດ້ວຍ​ບຸກຄົນ​ອື່ນໆ​ຢູ່​ໃນ​ສະພາ​ຫວອດ, ທ່ານ​ໄດ້​ແຈ້ງ​ບອກ​ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ, ຄອບຄົວ​ທີ່​ບາງ​ຄົນ​ເປັນ​ສະມາຊິກ, ​ແລະ ​ເພື່ອນ​ບ້ານ​ທີ່​ສົນ​ໃຈ. ທ່ານ​ພົບ​ກັບ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ​ເປັນ​ປະຈຳ. ທ່ານ​ແນະນຳ ​ແລະ ຊ່ອຍ​ເຫລືອຜູ້​ສອນ​ສາດສະໜາ. ຈົ່ງ​ຊ່ອຍ​ເຂົາ​ເຈົ້າ​​ໃຫ້ຫຍຸ້ງ​ຢູ່​ກັບ​ການ​ສອນ. ນີ້​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ທ່ານ. ບົດບາດ​ຂອງ​ທ່ານ​ແມ່ນ​ສຳຄັນ​ຫລາຍ​ຕໍ່​ຄວາມ​ສຳ​ເລັດ​ຜົນ​ຂອງ​ວຽກ​ງານ​ນີ້. ຖ້າ​ຫາກ​ທ່ານ​ເຂົ້າຮ່ວມ​​ໃນ​ຂະ​ບວນການ​ດ້ວຍ​ສັດທາ ​ແລະ ຄວາມ​ກະຕືລືລົ້ນ, ​ແລ້ວ​ຄົນ​ອື່ນ​ກໍ​ຈະ​ເຮັດ​ຄື​ກັນ. ທ່ານ, ຜູ້​ເປັນ​ຜູ້ນຳ​ເຜີຍ​ແຜ່​ປະຈຳ​ຫວອດ, ​​ເປັນ ​ສາຍ​ຕິດຕໍ່ລະຫວ່າງ​ສະມາຊິກ ​ແລະ ຜູ້​ສອນ​ສາດສະໜາ​ໃນ​ວຽກ​ງານ​ທີ່​ສັກສິດ​ຂອງ​ການ​ຊ່ອຍ​ກູ້​ລູກໆ​ຂອງ​ພຣະ​ເຈົ້າ.5

​​ໝູ່​ເພື່ອນ ​ແລະ ​ຄົນ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ເຮົາ​ທີ່​ບໍ່​ໄດ້​ເປັນ​ສະມາຊິກ ກໍ​ສາມາດ​​ເຂົ້າຮ່ວມ​ໃນ​ຂະ​ບວນການ​ໄດ້​ຄື​ກັນ. ​ເຮົາ​ຊຸກຍູ້​ເຂົາ​ເຈົ້າ​ໃຫ້​ຮັກສາ​ທຸກ​ສິ່ງ​ທີ່​ດີ​ ​ແລະ ​ເປັນຄວາມ​ຈິງ​ໄວ້ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ. ​ແລະ ​ເຮົາ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຮັບ​ເອົາ​ຄວາມ​ຈິງ​ທີ່​ຮຸ່ງ​ເຫລື້ອມ​ກວ່າ ຜ່ານ​ແຜນນິລັນດອນ​ຂອງ​ພຣະ​ເຈົ້າ, ຄອບຄົວ​ສາມາດ​ຢູ່​ນຳ​ກັນ​ຕະຫລອດ​ການ.6

ອຸດົມ​ການ​ແຫ່ງ​ຄວາມ​ຈິງ ​ແລະ ຊອບ​ທຳ​ນີ້ ​​ເປັນ​ໜ້າ​ອັດສະຈັນ​ໃຈ​ຫລາຍ! ມັນ ບໍ່ ໄດ້​ເປັນ​ສິ່ງ​ທີ່​ມະນຸດ​ຈັດຕັ້ງຂຶ້ນ! ມັນ​ມາ​ຈາກ​ພຣະຜູ້​ເປັນ​ເຈົ້າ, ຜູ້​ໄດ້​ກ່າ​ວວ່າ, ເຮົາຈະ​ເລັ່ງວຽກ​ງານ​ຂອງ​ເຮົາ​ເມື່ອ​ເຖິງ​ເວລາຂອງ​ມັນ.7 ອຸດົມ​ການ​ນີ້​ໄດ້​ຮັບ​ພະລັງ​ໂດຍ​ການ​ປະກາດ​ຈາກ​ສະຫວັນ ​​193 ປີ​ກ່ອນ. ມີ​ພຽງ​ສິບ​ຄຳ​ເທົ່າ​ນັ້ນ: ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!8 ພຣະ​ເຈົ້າຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່​ໄດ້​ກ່າວ, ຕອນ​ແນະນຳ​ໂຈ​ເຊັບ ສະ​ມິດ​ຕໍ່ອົງ​ພຣະຜູ້​ເປັນ​ເຈົ້າ ພຣະ​ເຢຊູ​ຄຣິດ. ສິບ​ຄຳນັ້ນ​ໄດ້​ເລີ່​ມຕົ້ນການ​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ. ​ເພາະ​ເຫດ​ໃດ? ​ເພາະ​ພຣະເຈົ້າທີ່ຊົງ​ພຣະຊົນຢູ່​ຂອງ​ເຮົາ​ເປັນ​ພຣະ​ເຈົ້າທີ່​​ແສນ​ຮັກ! ພຣະອົງ​ປະສົງ​ໃຫ້​ລູກໆ​ຂອງ​ພຣະອົງ​ຮູ້ຈັກ​ພຣະອົງ ​ແລະ ພຣະ​ເຢຊູ​ຄຣິດ, ຜູ້​ທີ່​ພຣະອົງ​ໄດ້​ສົ່ງ​ມາ!9 ​ແລະ ພຣະອົງ​ປະສົງໃຫ້​ລູກໆ​ຂອງ​ພຣະອົງ​ໄດ້​ຮັບ​ຄວາມ​​ເປັນ​ອະມະຕະ ​ແລະ ຊີວິດ​ນິລັນດອນ!10

​ເພາະ​ຈຸດປະສົງ​ທີ່​ຮຸ່ງ​ເຫລື້ອມ​ນີ້, ຜູ້​ສອນ​ສາດສະໜາ​ຂອງ​ເຮົາ​ຈຶ່ງ​ສອນ​ເລື່ອງ​ການ​ຟື້ນ​ຟູ. ​ເຂົາ​ເຈົ້າຮູ້​ວ່າ ​​ເປັນ​ເວລາ​ປະມານ 2,000 ປີຜ່ານ​ມາ​ແລ້ວ ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ຈັດຕັ້ງສາດສະໜາ​ຈັກ​ຂອງ​ພຣະອົງ​ຂຶ້ນ. ຫລັງ​ຈາກ​ພຣະອົງ​ໄດ້​ຖືກ​ຄຶງ ​ແລະ​ ພວກ​ສາວົກ​ຂອງ​ພຣະອົງ​ໄດ້​ສິ້ນ​ຊີວິດ​ໄປ​ໝົດ, ຜູ້​ຄົນ​ໄດ້​ປ່ຽນ​​ແປງ​ສາດສະໜາ​ຈັກ ​ແລະ ຄຳ​ສອນ​. ​ແລ້ວ, ຫລັງ​ຈາກ​ຫລາຍ​ລຸ້ນຄົນ​ທີ່ຢູ່​​ໃນ​ຄວາ​ມືດ​ທາງ​ວິນ​ຍານ, ​ແລະ ດັ່ງ​ທີ່​ໄດ້​ຖືກກ່າວ​ລ່ວງ​ໜ້າ​ໄວ້​​ໂດຍ​ສາດສະດາ​ຫລາຍ​ທ່ານ,11 ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະ​ເຢຊູ​ຄຣິດ ຈຶ່ງ​ໄດ້​ຟື້ນ​ຟູ​ສາດສະໜາ​ຈັກ​, ຄຳ​ສອນ, ​ແລະ ສິດອຳນາດ​ຂອງຖານະ​ປະ​ໂລຫິດ​ຄືນ​ມາ​ໃໝ່. ​ເພາະ​ການ​ຟື້ນ​ຟູ​ນັ້ນ, ຄວາມ​ຮູ້​ແຈ້ງ ​ແລະ ພິທີການ​ທີ່​ສຳຄັນ​ສຳລັບ​ຄວາມ​ລອດ ​ແລະ ຄວາ​ມສູງ​ສົ່ງ ຈຶ່ງ​ມີ​ໃຫ້​ທຸ​ກຄົນ​ອີກ.12 ​ໃນ​ທີ່​ສຸດ, ຄວາມ​ສູງ​ສົ່ງນັ້ນຈະ​ອະນຸຍາດ​​ໃຫ້​ເຮົາ​ສາມາດຢູ່​ກັບ​ຄອບຄົວຂອງ​ເຮົາ ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ​ແລະ ພຣະ​ເຢຊູ​ຄຣິດ ຕະຫລອດ​ການ!

ຂ້າພະ​ເຈົ້າບໍ່​ສາມາດ​ກ່າວ​ເຖິງ​ການ​ຟື້ນ​ຟູ​ປາດ​ສະ​ຈາກ​ຄວາມ​ຕື່ນ​ເຕັ້ນ. ປະຫວັດສາດ​ນີ້​ແມ່ນ​ໜ້າ​ປະຫລາດ​ໃຈ! ​ມັນເປັນ​​​ເລື່ອງ​ອັດສະຈັນ​ໃຈ! ມັນ​ເປັນ​ເລື່ອງ​ຕື່ນ​ເຕັ້ນຫລາຍ​ແທ້ໆ! ​ເປັນ​ໜ້າ​ປະຫລາດ​ໃຈ​ແທ້ໆ ທີ່​​ເຫລົ່າ​ທູດ​ໄດ້​ລົງ​ມາ​ຈາກ​ສະຫວັນ ​ເພື່ອ​ມອບ​ສິດ​ອຳນາດ ​ແລະ ອຳນາດ​ໃຫ້​ແກ່ວຽກ​ງານ​ນີ້?

ພຣະບິດາ​ນິລັນດອນ​ຂອງ​ເຮົາ ​ແລະ ພຣະ​ເຢຊູ​ຄຣິດ ​ໄດ້​ມາ​ປະກົດ​ຫລາຍ​ເທື່ອ​ຕໍ່​ສາດສະດາ​ໂຈ​ເຊັບ ສະມິດ.13 ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ສອງ​ພຣະອົງ, ທູດ​ຈາກ​ສະຫວັນ​ອົງ​ອື່ນໆກໍ​ໄດ້​ມາ, ​ແຕ່ລະ​ທ່ານ​ກໍ​ມີ​ຈຸດປະສົງ​ໃດ​ໜຶ່ງ​ໂດຍ​ສະ​ເພາະ. ຍົກຕົວຢ່າງ:

  • • ທູດ​ໂມ​ໂຣ​ໄນໄດ້​ເປີດ​ເຜີຍ​ກ່ຽວ​ກັບ​ພຣະຄຳ​ພີ​ມໍ​ມອນ.14

  • • ​ໂຢຮັນ​ບັບຕິດ​ໄດ້​ຟື້ນ​ຟູ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ.15

  • • ​ເປ​ໂຕ, ຢາ​ໂກ​ໂບ, ​ແລະ ​ໂຢຮັນ ​ໄດ້​ຟື້ນ​ຟູ​ຖານະ​ປະ​ໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.16

  • • ​ໂມ​ເຊ​ໄດ້​ມາມອບ​ຂໍ​ກະ​ແຈ​ແຫ່ງ​ການ​ເຕົ້າ​ໂຮມ​ອິດສະຣາ​ເອນ.17

  • • ອີ​ລາຍ​ໄດ້​ມາ​ມອບ​ຂໍ​ກະ​ແຈ​​ໃຫ້​ຄວາມ​ຮູ້​ກ່ຽວ​ກັບ​ອັບ​ຣາຮາມ.18

  • • ​ເອລີ​ຢາ​ໄດ້​ຟື້ນຟູ​ຂໍ​ກະ​ແຈ​​​ແຫ່ງສິດ​ອຳນາດ​ຂອງ​ການ​ຜະນຶກ.19

ນອກ​ເໜືອ​ຈາກ​ນັ້ນ, ການ​ຟື້ນ​ຟູ​ໄດ້​ຕື່ມ​ຄວາ​ມຮູ້​ແຈ້ງ​ທີ່​ໄພ່​ພົນ​ຂອງ​ພຣະ​ເຈົ້າ​​ໃນ​ສະ​ໄໝ​ໂບຮານ​ໄດ້​ຮັບ. ພຣະຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຫາ​ພຣະຄຳ​ພີ​ເຫລັ້ມ​ໃໝ່. ພຣະອົງ​ໄດ້​ຕື່ມ​ພຣະຄຳ​ພີ​ມໍ​ມອນ​ໃສ່​ກັບ​ພຣະຄຣິສຕະທຳ​ຄຳ​ພີ: ປະຈັກ​ພະຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢຊູ​ຄຣິດ. ມັນ​ເປັນ​ບັນທຶກ​​ເຖິງ​ການ​ທຳນາຍ ​ແລະ ການ​ປະຕິບັດ​ສາດສະໜາ​ກິດຂອງ​ພຣະຜູ້​ເປັນ​ເຈົ້າທີ່​ຟື້ນ​ຄືນ​ຊີວິດແລ້ວຕໍ່​ຜູ້​ຄົນ​ສະ​ໄໝ​ໂບຮານ​ຢູ່​ໃນ​ອາ​ເມຣິກາ. ມັນ​ອະທິບາຍ​ກ່ຽວ​ກັບແຜນ​​ແຫ່ງ​ຄວາມສຸກຂອງ​ພຣະ​ເຈົ້າ20—​ແຜນ​ແຫ່ງ​ຄວາມ​ລອດ.21 ພຣະຄຳ​ພີ​ມໍ​ມອນ​ສອດຄ່ອງ​ກັບ​ພຣະຄຣິສຕະທຳ​ຄຳ​ພີ. ບັນທຶກ​ທັງ​ສອງ​ຢືນຢັນ​ຄວາມ​ຈິງຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ຄວາມ​ສຳຄັນ​ຂອງ​ການ​ຊົດ​ໃຊ້ຂອງ​ພຣະອົງ.22

ການ​ຟື້ນ​ຟູ​ໄດ້​​ເຮັດ​ໃຫ້ການ​ທຳນາຍ​ຢູ່​ໃນ​ພຣະຄຣິສຕະທຳ​ຄຳ​ພີ​ສຳ​ເລັດ​ຄົບ​ຖ້ວນ. ຍົກຕົວຢ່າງ, ​ເອຊາ​ຢາ​ໄດ້​ທຳນາຍ​ໄວ້​ວ່າ ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຈະ​ຖືກ​ສ້າງ​ຂຶ້ນຢູ່​ເທິງ​​ເນີນພູ.23 ການອົບ​ພະຍົບຂອງ​ຜູ້​ບຸກ​ເບີກ​ຊາວ​ມໍ​ມອນ​ໄປ​ສູ່​ຫ່ອມພູ​ທາງ​ພາກຕາ​ເວັນ​ຕົກ​ຂອງ​ອາ​ເມຣິກາ ​ໄດ້​ເປັນ​ເຫດການຂອງ​ການ​ເສຍ​ສະລະ ​ແລະ ການ​ມີ​ສັດທາ​ອັນ​ຍິ່ງ​ໃຫຍ່. ​ເອຊາ​ຢາ​ຍັງ​ໄດ້​ບອກ​ລ່ວງ​ໜ້າ​ວ່າ ພຣະ​ເຈົ້າຈະ​ເຮັດວຽກ​ງານທີ່ “ແປກ​ປະ​ຫລາດ ​ແລະ ອັດສະຈັນ.”24 ມັນ​ກຳລັງເກີດ​​ເປັນ​ຈິງ​ໃນ​ເວລາ​ນີ້ ​ດ້ວຍ​ວຽກ​ງານ​ທີ່​ສັກສິດ​ຂອງ​ການ​ເຕີບ​ໂຕ​ຂອງ​ກອງທັບຂອງ​ຜູ້​ສອນ​ສາດສະໜາ.

ພຣະສັນຍາ​ເດີມ​ສອນ​ກ່ຽວ​ກັບ​ເງິນ​ສ່ວນ​ສິບ​ທີ່​ຖືກ​​ເກັບ​ເຂົ້າຄັງ.25 ຜົນ​ທີ່​ໄດ້​ຮັບ​ກໍ​ຄື ຜູ້​ຈ່າຍ​ເງິນ​ສ່ວນ​ສິບ​ໄດ້​ຮັບ​ພອນ​ຫລາຍ ​ເພາະ​ຄວາມ​ເຊື່ອ​ຟັງ​ຂອງ​ເຂົາ​ເຈົ້າ. ພຣະຄຳ​ພີ​​ໄດ້​ເປີດ​ເຜີຍຢ່າງ​ແຈ່ມ​ແຈ້ງກ່ຽວ​ກັບເມນ​ຄີ​ເສ​ເດັກ.26 ການ​ທຳນາຍ​ກ່ຽວ​ກັບ​ວ່າ ກິ່ງງ່າ​ຂອງ​ໂຢ​ເຊັບ (ພຣະຄຳ​ພີ​ມໍ​ມອນ) ​ແລະ ກິ່ງ​ງ່າ​ຂອງ​ຢູດາ (ພຣະຄຣິສຕະທຳ​ຄຳ​ພີ) ຈະ​​ຮ່ວມ​ເຂົ້າກັນ​ໃນ​ພຣະຫັດ​ຂອງ​ພຣະ​ເຈົ້າ ຊຶ່ງ​ໄດ້​ເກີດ​ຂຶ້ນ​ແລ້ວຕອນ​ນີ້.27

ການ​ຟື້ນ​ຟູ​ກໍ​​ໄດ້​​ເຮັດ​ໃຫ້​ພຣະສັນຍາ​ໃໝ່​ແຈ່ມ​ແຈ້ງ​ຂຶ້ນອີກ. ມັນ​ກ່າວ​ເຖິງ​ການ​ບັບຕິ​ສະ​ມາ​​ແທນ​ຄົນ​ຕາຍ ຊຶ່ງ​ຕອນ​ນີ້​ມີ​ຄວາມ​ເຂົ້າ​ໃຈ​ຫລາຍ​ກວ່າ​ເກົ່າ.28 ພິທີການ​ສຳລັບ​ບັນພະບຸລຸດ​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ ຕອນ​ນີ້​ໄດ້​ຖືກ​ກະທຳ​ແທນ​ໃນ​ພຣະວິຫານ 141 ​ແຫ່ງ ຕະຫລອດ​ທົ່ວ​ໂລກ! ບໍ່​ມີ​ວິທີ​ອື່ນ​ໃດ​ທີ່​ຈະ​ມອບ​ຄວາມ​ລອດ​ໃຫ້​ແກ່​ບັນ​ພະ​ບຸລຸດ​ຂອງ​ເຮົາ​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ປາດ​ສະ​ຈາກ​ຄວາມ​ຮູ້​ເລື່ອງ​ພຣະກິດ​ຕິ​ຄຸນ!29 ​ພາບ​ນິມິດ​ຂອງ​ໂຢຮັນ​ກ່ຽວ​ກັບ “​ເທວະ​ດາ​ຕົນ​ໜຶ່ງ​ອີກ​ບິນ​ໄປ​ໃນ​ທ້ອງຟ້າ ​ມີ​ຂ່າວ​ປະ​ເສີດ​ອັນ​ນິລັນດອນ​ ນຳ​ໄປ​ປະກາດ​ແກ່​ຊາວ​ໂລກ​ທັງ​ປວງ,” ​ໄດ້​ບອກລ່ວງ​ໜ້າ​ເຖິງ​ພາລະກິດ​ຂອງ​ທູດ​ໂມ​ໂຣ​ໄນ ​ແລະ ພຣະຄຳ​ພີ​ມໍ​ມອນ.30

ພຣະຄຳ​ພີ​ມໍ​ມອນ​ເປັນ​ສິ່ງ​ສຳຄັນ​ຫລາຍ​ຕໍ່​ການ​ຟື້ນ​ຟູ. ມັນ​ຖືກ​ຂຽນ​ໄວ້, ຮັກສາ​ໄວ້, ​ແລະ ສົ່ງ​ຕໍ່​​ໄປ ພາຍ​ໃຕ້ການ​ຊີ້​ນຳ​ຂອງ​ພຣະຜູ້​ເປັນ​ເຈົ້າ. ມັນ​ໄດ້​ຖືກ​ແປ “​ໂດຍ​ຂອງ​ປະທານ ​ແລະ ອຳນາດ​ຂອງ​ພຣະ​ເຈົ້າ.”31 ໜັງສື Doctrine and Covenants ບັນຈຸ​ການ​ເປີດ​ເຜີຍ​ຫລາຍ​ຢ່າງ​ຕື່ມ​ອີກ​ທີ່​ໄດ້​ມອບ​ໃຫ້​ແກ່​ສາດສະດາ​ໂຈ​ເຊັບ ສະ​ມິດ. ຜ່ານ​​ເພິ່ນ, ​ເຮົາ​ຈຶ່ງ​ໄດ້​ຮັບ​ພຣະຄຳ​ພີ​ຫລາຍ​ກວ່າ​ສາດສະດາ​ຄົນ​ອື່ນໆ. ​ໃນ​ເວລາ​ທີ່​ເພິ່ນ​ໂສກ​​ເສົ້າ, ​ເພິ່ນ​ໄດ້​ເວົ້າຕໍ່​ໄພ່​ພົນ​ຂອງ​ພຣະ​ເຈົ້າຢູ່​ເມືອງ​ນາ​ວູ, ລັດ​ອິລິນ​ອຍ ວ່າ, “ຂ້າພະ​ເຈົ້າບໍ່​ໄດ້​ບອກ​ພວກ​ທ່ານ​ວ່າ ຂ້າພະ​ເຈົ້າດີ​ພ້ອມ​ທຸກ​ຢ່າງ. ​ແຕ່​ບໍ່​ມີ​ຄວາມ​ຜິດພາດ​ຢູ່​ໃນ​ການ​ເປີດ​ເຜີຍ​ທີ່​ຂ້າພະ​ເຈົ້າ​ໄດ້​ສອນ.”32

ທັງ​ສະມາ​ຊິກ ​ແລະ ຜູ້​ສອນ​ສາດສະໜາ​ຄວນ​ພ້ອມ​ພຽງ​ຮຽງ​ໜ້າ​ກັນ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ມາ​ຮຽນ​ຮູ້​ເລື່ອງ​ພຣະ​ເຈົ້າ, ​ເລື່ອງ​ພຣະ​ເຢຊູ​ຄຣິດ, ​ແລະ ພຣະກິດ​ຕິ​ຄຸນຂອງ​ພຣະອົງ. ທຸກ​ຄົນ​ທີ່​ສົນ​ໃຈ​ຄວນ​ສະ​ແຫວ​ງຫາ​ຢ່າງ​ພາກ​ພຽນ ​ແລະ ອະທິຖານ​ຢ່າງ​ຕັ້ງ​ໃຈ ​ເພື່ອ​ຄວາມ​ແນ່ນອນ​ໃຈ​ວ່າ​ສິ່ງ​ເຫລົ່າ​ນີ້​ເປັນຄວາມ​ຈິງ. ຄວາມ​ຈິງ​ຈະ​ສະ​ແດງ​ໃຫ້​ປະຈັກ​ໂດຍ​ອຳນາດ​ຂອງ​ພຣະວິນ​ຍານ​ບໍລິສຸດ.33

ຂ້າພະ​ເຈົ້າຂໍ​ຂອບ​ພຣະ​ໄທ​ພຣະ​ເຈົ້າ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູຄຣິດ, ສຳລັບ​ການ​ຟື້ນ​ຟູ ​ແລະ ອຳນາດ​ທີ່​ສ້າງ​ອຸດົມ​ການ​ແຫ່ງ​ຄວາມ​ຈິງ ​ແລະ ຄວາມ​ຊອບ​ທຳ​ຕະຫລອດ​ທົ່ວ​ໂລກ. ຂໍ​ໃຫ້​ເຮົາ​ຈົ່ງ​ເຂົ້າຮ່ວມ​​ໃນຂະ​ບວນການ ​ແລະ ບັນລຸ​ຄຳ​ສັ່ງ​ຂອງ​ພຣະຜູ້​ເປັນ​ເຈົ້າທີ່​ຈະ​ນຳພຣະກິດ​ຕິ​ຄຸນ​ໄປ​ຫາ “ທຸກ​ປະຊາ​ຊາດ, ທຸກ​ຕະກຸນ, ທຸກ​ພາສາ ​ແລະ ທຸກ​ຜູ້​ຄົນ,”34 ຂ້າພະ​ເຈົ້າອະທິຖານ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.