​2010–2019
ການ​ລາຍ​ງານ​ຂອງ​ພະ​ແນກກວດ​ສອບ​ບັນຊີ​ຂອງ​ສາ​ດສະໜາ​ຈັກ, ປີ 2012
ເມສາ 2013


ການ​ລາຍ​ງານ​ຂອງ​ພະ​ແນກກວດ​ສອບ​ບັນຊີ​ຂອງ​ສາດສະໜາ​ຈັກ, ປີ 2012

ຮຽນ ຝ່າຍ​ປະທານ​ສູງ​ສຸດ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ

ຮຽນ ​ເຈົ້າໜ້າ​ທີ່ຊັ້ນຜູ້​ໃຫຍ່: ດັ່ງ​ທີ່​ໄດ້​ອະທິບາຍ​ໄວ້​ໂດຍ​ການ​ເປີດ​ເຜີຍ​ໃນ​ພາກ​ທີ 120 ຂອງ​ Doctrine and Covenants, ສະພາ​ຈັດການ​ເລື່ອງ​​ເງິນ​ສ່ວນ​ສິບມີ​ອຳນາດ​ໃນ​ການ​​ໃຊ້ຈ່າຍ​ເງິນ​ທຶນ​ຂອງ​ສາດສະໜາ​ຈັກ. ສະພານີ້​ປະກອບ​ດ້ວຍ​ຝ່າຍປະທານ​ສູງ​ສຸດ, ສະພາ​ອັກຄະ​ສາວົກ​ສິບ​ສອງ, ​ແລະ ຝ່າຍ​ອະທິການ​ຄວບ​ຄຸມ.

ສະພາ​ນີ້​ຈະ​ກຳນົດ​ເງິນ​ທຶນ​ໃຫ້​ພະ​ແນກຕ່າງໆ​, ການ​ດຳ​ເນີນ​ງານຂອງ​ສາດສະໜາ​ຈັກ, ຕະຫລອດ​ທັງໜ່ວຍ​ດຳ​ເນີນ​ງານດ້ານ​ສາດສະໜາ​ທີ່​ມີ​ສ່ວນ​ກ່ຽວຂ້ອງ. ພະ​ແນກຕ່າງໆຂອງ​ສາດສະໜາ​ຈັກ​ຈະ​ອະນຸມັດ​ການ​ງົບປະມານ​ສຳລັບ​ການ​ໃຊ້​ຈ່າຍ​ຕາມ​ນະ​ໂຍບາຍ ​ແລະ ລະບຽບ​ປະຕິບັດ​ການ​ຂອງ​ສາດສະໜາ​ຈັກ.

ພະ​ແນ​ກກວດ​ສອບ​ບັນຊີ​ຂອງ​ສາດສະໜາ​ຈັກ​ໄດ້​ຮັບ​ອະນຸຍາດ​ໃຫ້​ກວດ​ສອບ​ບັນທຶກ​ທຸກ​ຢ່າງ​ທີ່​ຈຳ​ເປັນ​ເພື່ອ​ປະ​ເມີນ​ການ​ຄວບ​ຄຸມ​ລາຍ​ໄດ້ ​ແລະ ລາຍ​ຈ່າຍ​ຂອງ​ເງິນ​ທຶນ ​ແລະ ປົກ​ປ້ອງ​ດູ​ແລ​ຊັບ​ສິນ​ຂອງ​ສາດສະໜາ​ຈັກ. ພະ​ແນ​ກກວດສອບ​ບັນຊີ​ເປັນ​ໜ່ວຍ​ທີ່​ທຳ​ງານ​ຢ່າງ​ອິດ​ສະລະ ​ໂດຍ​ບໍ່​ຂຶ້ນຢູ່​ກັບ​ພະ​ແນ​ກ ຫລື ໜ່ວຍ​ງານ​ໃດ​ຂອງ​ສາດສະໜາ​ຈັກ. ພະ​ແນ​ກກວດ​ສອບ​ບັນຊີ​ປະກອບ​ດ້ວຍ​ນັກ​ບັນຊີ​ເອກ​ະຊົນ​ທີ່​ມີ​ໃບ​ອະນຸຍາດ, ຜູ້​ກວດ​ສອບ​ບັນຊີ​ພາຍ​ໃນ​ທີ່​ມີ​ໃບ​ອະນຸຍາດ, ຜູ້​ກວດ​ສອບ​ບັນ​ຂໍ້​ມູນ​ທີ່​ມີ​ໃບ​ອະນຸຍາດ, ​ແລະ ​ເຈົ້າໜ້າ​ທີ່​ອື່ນໆ​ລະດັບ​ມື​ອາຊີບ.

ຕາມ​ການ​ດຳ​ເນີນ​ງານ​ການ​ກວດ​ສອບ, ພະ​ແນກກວດ​ສອບ​ບັນຊີ​ລົງ​ຄວາມ​ເຫັນ​ວ່າ ລາຍ​ໄດ້ ​ແລະ ລາຍ​ຈ່າຍ​ເງິນ​ບໍລິຈາກ ​ແລະ ການ​ໃຊ້​ຊັບ​ສິນ​ຂອງ​ສາດສະໜາ​ຈັກ ລະຫວ່າງ​ປີ 2012 ​ໄດ້​ຮັບ​ການ​ຈັດການ ​ແລະ ບັນທຶກ​ຕາມ​ແນວທາງ​ທີ່​ປະຕິບັດ​ຕາມ​ລະບົບ​ບັນຊີ ທີ່​ໄດ້​ຮັບ​ອະນຸມັດ ​ແລະ ຕາມ​ນະ​ໂຍບາຍ ​ແລະ ລະບຽບ​ປະຕິບັດ​ທີ່​ສາດສະໜາ​ຈັກ​ກຳນົດ​ໄວ້​ທຸກ​ປະການ.

ດ້ວຍ​ຄວາມ​ນັບຖື​ເປັນ​ຢ່າງ​ສູງ,

ພະ​ແນກກວດ​ສອບ​ບັນຊີ​ຂອງ​ສາດສະໜາ​ຈັກ

ຣໍ​ເບີດ ດັບ​ເບິນ​ຢູ ​ແຄນ​ແວວ

ຫົວໜ້າ​ຜູ້​ຈັດການ