​2010–2019
ມາ​ເຖີດ, ບຸດ​ທັງຫລາຍ​ຂອງ​ພຣະ​ເຈົ້າ
ເມສາ 2013


ມາ​ເຖີດ​, ບຸດ​ທັງຫລາຍ​ຂອງ​ພຣະ​ເຈົ້າ

ຂໍ​ໃຫ້​ເຮົາ​ແຕ່ລະຄົນ ຈົ່ງ​ຄົ້ນຄວ້າ​ພຣະຄຳ​ພີ​ຢ່າງ​ພາກ​ພຽນ, ຈົ່ງວາງ​ແຜນ​ຊີວິດ​ຂອງ​ທ່ານ​ດ້ວຍ​ຈຸດປະສົງ, ຈົ່ງ​ສອນ​ດ້ວຍ​ປະ​ຈັກ​ພະຍານ, ​ແລະ ຈົ່ງ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າດ້ວຍ​ຄວາມ​ຮັກ.

ສອງ​ເທື່ອ​ຕໍ່​ປີ ສູນ​ກາງ​ປະຊຸມ​ທີ່​ສວຍ​ງາມ​ນີ້​ເບິ່ງ​ຄື​ກ່າວ​ກັບ​ເຮົາ​ດ້ວຍ​ສຽງ​​ທີ່​ເຊື້ອ​ເຊີນ​ວ່າ, “ມາ​ເຖີດ, ບຸດ​ທັງຫລາຍ​ຂອງ​ພຣະ​ເຈົ້າ ຜູ້​ໄດ້​ຮັບ​ຖານະ​ປະ​ໂລຫິດ.”1 ມີ​ຄວາມ​ຮູ້ສຶກ​ພິ​ເສດ​ທີ່​ຂະຫຍາຍ​ໄປ​ທົ່ວ​ກອງ​ປະຊຸມ​ຖານະ​ປະ​ໂລຫິດ​ຂອງ​ສາດສະໜາ​ຈັກ.

ຄ່ຳ​ຄືນ​ນີ້ ມີ​ອ້າຍ​ນ້ອງ​ຫລາຍ​ພັນ​ຄົນ​ຕະຫລອດ​ທົ່ວ​ໂລກ​ທີ່​ກຳລັງ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າ​ໃນ​ຖານະຜູ້​ສອນ​ສາດສະໜາ. ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ໃນ​ມື້​ເຊົ້ານີ້, ຕອນ​ນີ້​ເຮົາ​ມີ​ຜູ້​ສອນ​ສາດສະໜາ​ຫລາຍ​ກວ່າ 65,000 ຄົນ ຢູ່​ໃນ​ສະໜາມ​ເຜີຍ​ແຜ່, ມີ​ຫລາຍ​ພັນ​ຄົນ​ຕື່ມ​ອີກ​ທີ່​ເຕັມ​ໃຈ​ຈະ​ເຂົ້າ​ໄປ​ໃນ​ສູນຝຶກ​ອົບຮົມ ຫລື ​ໄດ້​ສົ່ງ​ໃບ​ສະໝັກ​ໄປ​ແລ້ວ. ​​ພວກ​ເຮົາ​ຮັກ ​ແລະ ຍ້ອງຍໍ​​ຜູ້​ທີ່​ເຕັມ​ໃຈ​ຮັບ​ໃຊ້​ດ້ວຍ​ຄວາມ​ກະຕືລືລົ້ນ.

ພຣະຄຳ​ພີ​ທີ່​ສັກສິດ​ບໍ່​ໄດ້​ບັນຈຸ​ການ​ປະກາດ​ໃດ​ທີ່ກ່ຽວ​ພັນ, ໜ້າ​ທີ່​ໃດ​ທີ່​ຜູກ​ມັດ, ຄຳ​ແນະນຳ​ໃດ​ທີ່​ເຈາະ​ຈົງ ຫລາຍ​ໄປ​ກວ່າ​ຄຳ​ແນະນຳ​ຂອງ​ພຣະຜູ້​ເປັນ​ເຈົ້າທີ່​ຟື້ນ​ຄືນ​ຊີວິດ​ແລ້ວ ​ເມື່ອ​ພຣະອົງ​ໄດ້​ປະກົດ​ຢູ່​ໃນ​ແຂວງ​ຄາ​ລີ​ເລ ຕໍ່​ພວກ​ສາ​ວົກສິບ​ເອັດ​ຄົນ​ຂອງ​ພຣະອົງ. ພຣະອົງ​ໄດ້​ກ່າວ​ວ່າ:

“​ເຫດ​ສະນັ້ນ ​ແລ້ວ​ພວກ​ເຈົ້າຈົ່ງ​ໄປ​ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ​ໃຫ້​ເຂົາ​ຮັບ​ບັບຕິ​ສະມາ​ໃນ​ພຣະນາມ​ແຫ່ງ​ພຣະບິດາ, ພຣະບຸດ ​ແລະ ພຣະວິນ​ຍານ​ບໍລິສຸດ​:

“ສັ່ງສອນ​ເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກ​ເຈົ້າ​ໄວ້​ແລ້ວນັ້ນ, ນີ້​ແຫລະ ​ເຮົາ​ຢູ່​ກັບ​ເຈົ້າທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກ​ນີ້.”2

​ພຣະບັນຍັດ​​ຈາກ​ສະຫວັນ, ​ພ້ອມ​ດ້ວຍ​ຄຳ​ສັນຍາ​ອັນ​ຮຸ່ງ​ເຫລື້ອມນີ້ ​​​ເປັນ​ສິ່ງ​ນຳພາ​ເຮົາ​ໃນ​​ເວລາ​ນີ້ ​ດັ່ງ​ທີ່​ມັນ​ໄດ້​ເປັນ​ໃນ​ວັນ​ເວລາ​ຂອງ​ພຣະ​ເຢຊູ​ຄຣິດ. ວຽກ​ງານ​ເຜີຍ​ແຜ່​​ເປັນ​ສິ່ງ​ບົ່ງບອກ​ເຖິງລັກສະນະ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ດັ່ງ​ທີ່​ເຄີຍ​ເປັນ​ມາ; ​ແລະ ກໍ​ຈະ​ເປັນ​ເຊັ່ນ​ນີ້​ໄປ​ຕະຫລອດ. ສາ​ດສະ​ດາ​ໂຈ​ເຊັບ ​ສະ​ມິດ ​ໄດ້​ປະກາດ​ວ່າ, “​ໃນ​ທຸກ​ສິ່ງ​ທີ່​ໄດ້​ກ່າວ​ມາ​ແລ້ວ, ໜ້າ​ທີ່​ສຳຄັນ​ທີ່​ສຸດ​ຄື​ການ​ສັ່ງສອນ​ພຣະກິດ​ຕິ​ຄຸນ.”3

ພາຍ​ໃນ​ສອງ​ປີສັ້ນໆ, ຜູ້​ສອນ​ສາດສະໜາ​​ເຕັມ​ເວລາ​ທັງ​ໝົດ​ທີ່​ກຳລັງ​ຮັບ​ໃຊ້​ຢູ່​ໃນ​ກອງ​ທັບ​ທີ່​ມີ​ກຽດ​ຂອງ​ພຣະ​ເຈົ້າ ຈະ​ສອນ​ສຳ​ເລັດ ​ແລະ ກັບ​ຄືນ​ບ້ານ​ຫາ​ຄົນ​ທີ່​ເຂົາ​ເຈົ້າຮັກ. ສຳລັບ​ພວກ​ແອວ​ເດີ, ຜູ້​ຈະ​ໄປ​ແທນ​ເຂົາ​ເຈົ້າ ​ແມ່ນ​ມີ​ຢູ່​​ໃນ​ທີ່ນີ້ ​ໃນ​ຕຳ​​ແໜ່​ງຖານະ​ປະ​ໂລຫິດ​​ແຫ່ງອາ​ໂຣນ. ຊາຍ​ໜຸ່ມ​ທັງຫລາຍ, ພວກ​ເຈົ້າຕຽມ​ພ້ອມ​ແລ້ວ​ບໍ? ພວກ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ເຮັດ​ວຽກ​ງານ​ບໍ​? ພວກ​ເຈົ້າຕຽມ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ຮັບ​ໃຊ້?

​ໃນ​ທາງ​ທີ່​ດີ​ທີ່​ສຸດ, ວຽກ​ງານ​ເຜີຍ​ແຜ່​ຈະ​ປ່ຽນ​ແບບ​ແຜນ​ຂອງ​ການ​ດຳລົງ​ຊີວິດ​ຂອງ​ບຸກຄົນ. ມັນ​ຮຽກຮ້ອງ​ເວລາ, ການ​ອຸທິດ​ຕົນ, ການ​ເສຍສະລະ ​ແລະ ການ​ອະທິຖານ​ຢ່າງ​ຈິງ​ຈັງ​ຫລາຍ​ທີ່​ສຸດ. ຜົນ​ສະທ້ອນ​ກໍ​ຄື ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດສະໜາ​ທີ່​ອຸທິດ​ຕົນ ຈະ​ນຳ​ຄວາມສຸກ​ນິລັນດອນ​ມາ​ໃຫ້, ຊຶ່ງ​ດຳ​ເນີນ​ຕໍ່​ໄປ​ຕະຫລອດ​ຊ່ວງ​ມະຕະ ​ແລະ ​​​ໄປ​ເຖິງ​ນິລັນດອນ.

ການ​ທ້າ​ທາຍ​ຂອງ​ເຮົາຄື ຕ້ອງ​ເປັນ​ຜູ້​ຮັບ​ໃຊ້​ທີ່​ມີ​ປະສິດທິພາບ​ກວ່າ​ໃນ​ສວນ​ອະ​ງຸ່ນຂອງ​ພຣະຜູ້​ເປັນ​ເຈົ້າ. ສິ່ງ​ນີ້​ແມ່ນ​ສຳລັບ​ເຮົາ​ທຸກ​ຄົນ, ບໍ່​ວ່າ​ຈະ​ມີ​ອາຍຸ​ເທົ່າ​ໃດ​ກໍ​ຕາມ, ​ແລະ ບໍ່​ແມ່ນ​ສຳລັບ​ຜູ້​ທີ່​ກຳລັງ​ຕຽມ​ຕົວ​ທີ່​ຈະ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ​ເທົ່າ​ນັ້ນ, ​ເພາະ​ເຮົາ​ທຸກ​ຄົນ​ໄດ້​ຖືກ​ສັ່ງ​ໃຫ້​ແບ່ງປັນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະຄຣິດ.

ຂ້າພະ​ເຈົ້າຂໍ​ແນະນຳ​ແບບ​ແຜນ​ຢ່າງ​ໜຶ່ງ​ທີ່​ຈະ​ຊ່ອຍ​ໃຫ້​​ເຮົາບັນລຸ​ຜົນສຳ​ເລັດ: ໜຶ່ງ, ຈົ່ງ​ຄົ້ນຄວ້າ​ພຣະຄຳ​ພີ​ຢ່າງ​ພາກ​ພຽນ ສອງ, ຈົ່ງ​ວາງ​ແຜນ​ຊີວິດ​ຂອງ​ທ່ານ​ດ້ວຍ​ຈຸດປະສົງ (​ແລະ, ຂ້າພະ​ເຈົ້າຂໍ​ຕື່ມ, ຈົ່ງ​ວາງ​ແຜນ​ຊີວິດ​ຂອງ​ທ່ານບໍ່​ວ່າ​ທ່ານ​ຈະ​ມີ​ອາຍຸ​​ເທົ່າ​ໃດ​ກໍ​ຕາມ); ສາມ, ຈົ່ງ​ສອນ​ດ້ວຍ​ປະ​ຈັກ​ພະຍານ; ​ແລະ ສີ່, ຈົ່ງ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າດ້ວຍ​ຄວາມ​ຮັກ.

​ໃຫ້​ເຮົາ​ພິຈາລະນາ​ແບບ​ແຜນ​ແຕ່ລະ​ຢ່າງ​ເຫລົ່າ​ນີ້.

ໜຶ່ງ, ຈົ່ງ​ຄົ້ນຄວ້າ​ພຣະຄຳ​ພີ​ຢ່າງ​ພາກ​ພຽນ.

ພຣະຄຳ​ພີ​ເປັນ​ພະຍານ​ເຖິງ​ພຣະ​ເຈົ້າ ​ແລະ ບັນຈຸ​ຖ້ອຍ​ຄຳ​ແຫ່ງ​ຊີວິດ​ນິລັນດອນ. ມັນ​ກາຍ​ເປັນ​ພື້ນຖານ​ຂອງ​ຂ່າວສານ​ຂອງ​ເຮົາ.

ສິ່ງ​ສຳຄັນໃນ​ຫລັກສູດ​ຂອງ​ສາດສະໜາ​ຈັກ​ແມ່ນພຣະຄຳ​ພີ​ທີ່​ສັກສິດ, ​ໂຄງການ, ​ແລະ ການ​ປະສານ​ງານຜ່ານ​ການ​ຮ່ວມ​ໄມ້​ຮ່ວມມື. ​ເຮົາ​ໄດ້​ຖືກ​ຊຸກຍູ້ໃຫ້​ສຶກສາ​ພຣະຄຳ​ພີ​ທຸກ​ມື້ດ້ວຍ​ຕົວ​ເອງ ​ແລະ ​ກັບ​ຄອບຄົວ​ຂອງ​ເຮົາ.

ຂ້າພະ​ເຈົ້າຂໍ​ກ່າວ​ເຖິງ​ສິ່ງ​ໜຶ່ງ​ທີ່​ເຮົາ​ທຸກ​ຄົນ​ສາມາດ​ນຳ​ໃຊ້​ໄດ້​ໃນ​ຊີວິດ. ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ, ບົດ​ທີ 17 ​ໃນ​ໜັງສື​ຂອງ​ແອວ​ມາ, ​ເຮົາ​​ໄດ້​ອ່ານ​ເລື່ອງ​ລາວ​ກ່ຽວ​ກັບ​ຄວາມສຸກ​ຂອງ​ແອວມາຕອນ​ເພິ່ນ​ໄດ້​ພົບ​ກັບ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ ​ແລະ ​ເຫັນ​ເຂົາ​ເຈົ້າຍຶດໝັ້ນຢູ່​ໃນ​ອຸດົມ​ການ​ແຫ່ງ​ຄວາມ​ຈິງ. ບັນທຶກ​ໄດ້​ບອກ​ເຮົາ​ວ່າ “ເຂົາ​ເຈົ້າ​ໄດ້​ໝັ້ນຄົງ​ໃນ​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ; ເພາະ​ເຂົາ​ເຈົ້າ​ເປັນ​ຄົນ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ຊຶ້ງ ແລະ ເຂົາ​ເຈົ້າ​ໄດ້​ຄົ້ນຄວ້າ​ພຣະ​ຄຳ​ພີ​ຢ່າງ​ພາກ​ພຽນ, ເພື່ອ​ເຂົາ​ເຈົ້າຈະ​ໄດ້​ຮູ້ຈັກ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

“ແຕ່​ນີ້​ຍັງ​ບໍ່​ໝົດ; ເຂົາເຈົ້າ​ຍອມ​ຕົນ​ໃນ​ການ​ອະທິຖານ, ແລະ ການ​ຖື​ສິນ​ອົດ​ເຂົ້າ​ຫລາຍ​ທີ່​ສຸດ; ດັ່ງນັ້ນ ເຂົາເຈົ້າ​ຈຶ່ງ​ມີ​ວິນ​ຍານ​ແຫ່ງ​ການ​ທຳນາຍ, ແລະ ວິນ​ຍານ​ແຫ່ງ​ການ​ເປີດເຜີຍ​ຢູ່​ນຳ, ແລະ ເວລາ​ເຂົາເຈົ້າ​ສິດສອນ, ເຂົາເຈົ້າ​ກໍ​ສິດສອນ​ດ້ວຍ​ອຳນາດ ແລະ ສິດ​ອຳນາດ​ຂອງ​ພຣະ​ເຈົ້າ.”4

ອ້າຍ​ນ້ອງ​ທັງຫລາຍ, ຈົ່ງ​ຄົ້ນຄວ້າ​ພຣະຄຳ​ພີ​ດ້ວຍ​ຄວາມ​ພາກ​ພຽນ.

ສ່ວນ​ປະກອບ​ທີສອງ: ວາງ​ແຜນ​ຊີວິດ​ຂອງ​ທ່ານ​ດ້ວຍ​ຈຸດປະສົງ.

ບາງ​ທີບໍ່​ມີ​ຊາວ​ໜຸ່ມ​ລຸ້ນ​ໃດ​ທີ່​ເຄີຍ​ປະ​ເຊີນ​ກັບ​ການ​ຕ້ອງ​ໄດ້ຕັດສິນ​ໃຈ​ຫລາຍເທົ່າ​ກັບ​ຊາວ​ໜຸ່ມ​​ໃນ​ເວລາ​ນີ້. ຕ້ອງ​ມີ​ການ​ຕຽມ​ພ້ອມ​ສຳລັບ​​ໂຮງຮຽນ, ​ການ​ເຜີຍ​ແຜ່, ​ແລະ ​ການ​ແຕ່ງງານ. ສຳລັບ​ບາງ​ຄົນ, ຈະ​ຮ່ວມ​ດ້ວຍການ​​ເຂົ້າຮ່ວມ​ກອງທັບ​ທະຫານ.

ການ​ຕຽມ​ໄປ​​ເຜີຍ​ແຜ່​​ແມ່ນເລີ່​ມຕົ້ນ​ແຕ່​ຕອນຍັງ​ນ້ອຍ. ນອກ​ເໜືອ​ໄປ​ຈາກ​ການ​ຕຽມ​ທາງ​ວິນ​ຍານ​ແລ້ວ, ພໍ່​ແມ່​ທີ່​ສະຫລາດຈະ​ຊ່ອຍ​ເຫລືອ​ທາງ​ດ້ານ​ການ​ເງິນ ​ເພື່ອ​ວ່າ​ລູກ​ຊາຍ​ຈະ​​ໄດ້​ເລີ່​ມຕົນ​ເກັບ​ທ້ອນ​ເງິນ​ຄຳແຕ່​ຍັງ​ນ້ອຍ. ຈະ​​ເປັນ​ການ​ດີ​ທີ່​ຈະ​ຊຸກຍູ້​ລູກ​ໃຫ້​ຮຽນ​ພາ​ສາ​ອື່ນ​ອີກ ​ເພື່ອ​ວ່າ​ຖ້າຈຳ​ເປັນ, ​ເຂົາ​ຈະ​ສາມາດ​ໃຊ້​ພາສາ​ທີ່​ຮຽນ​ມານັ້ນ. ​ແລ້ວ​ວັນ​ທີ່​ສຳຄັນ​ນັ້ນ​ໄດ້​ມາ​ເຖິງ ​ເມື່ອອະທິການ ​ແລະ ປະທານ​ສະ​ເຕກ​ເຊື້ອ​ເຊີນຊາຍ​ໜຸ່ມ​​ໃຫ້ໄປ​ພົບ. ຄວາມມີຄ່າ​ຄວນ​ຈະ​ຖືກ​ພິຈາລະນາ; ການ​ແນະນຳ​ຜູ້​ສອນ​ສາດສະໜາ​ຈະຖືກ​ປະກອບ​ໃຫ້​ສຳ​ເລັດ​​.

ບໍ່​ມີ​ເວລາ​ໃດ​ທີ່​ຄອບຄົວ​ຈະ​ມີ​ຄວາມ​ຕື່ນ​ເຕັ້ນຫລາຍ​ໄປ​ກວ່າ​ການ​ລໍຖ້າ​ຈົດໝາຍ​ທີ່​ສົ່ງ​ມາ​ຈາກ 47 East South Temple, Salt Lake City, Utah. ​ເມື່ອ​ໄດ້​ຮັບ​ຈົດໝາຍ, ຈະ​ຮູ້ສຶກ​ຢາກ​ຮູ້​ຢາກ​ເຫັນຫລາຍ​ທີ່​ສຸດ, ​ແລ້ວ​ຈະ​ມີ​ການ​ອ່ານ​ຈົດໝາຍ​ນັ້ນ. ສ່ວນ​ຫລາຍ​ແລ້ວ​ບ່ອນ​ທີ່​ຖືກ​ສົ່ງ​ໄປ​ສອນ​ຈະ​ຢູ່​ຫ່າງ​ໄກ​ຈາກ​ບ້ານ. ບໍ່​ວ່າ​ຈະ​ເປັນ​ບ່ອນ​ໃດ​ກໍ​ຕາມ, ຜູ້​ສອນສາດສະໜາ​ທີ່​ຕຽມ​ພ້ອມ ​ແລະ ​ເຊື່ອ​ຟັງ ຈະກ່າວ​ວ່າ: “​ເຮົາ​ຈະ​ໄປ.”

​ແລ້ວ​ຈະ​ເລີ່​ມຕົ້ນ​ຕຽມ​ສຳລັບ​ການ​​ໄປ​ເຜີຍ​ແຜ່. ຊາຍ​ໜຸ່ມ​ທັງຫລາຍ, ຂ້າພະ​ເຈົ້າຫວັງ​ວ່າ​ພວ​ກ​ເຈົ້າຈະ​ຮູ້​ບຸນຄຸນ​ຕໍ່​ການ​ເສຍ​ສະລະ​ຂອງ​ພໍ່​ແມ່​ທີ່​ໄດ້​ເຮັດ​ເພື່ອ​ພວກ​ເຈົ້າ ​ເພື່ອ​ວ່າ​ພວກ​ເຈົ້າຈະ​ສາມາດ​ຮັບ​ໃຊ້. ການ​ອອກ​ແຮງ​ງານ​ຂອງ​ພວກ​ເພິ່ນ​ຈະ​ຄ້ຳຊູ​ພວກ​ເຈົ້າ, ສັດທາ​ຂອງ​ພວກ​ເພິ່ນ​ຈະ​​ໃຫ້​ກຳລັງ​ໃຈ​ແກ່​ພວກ​ເຈົ້າ, ຄຳອະທິຖານ​ຂອງ​ພວກ​ເພິ່ນ​ຈະ​​ເຊີດ​ຊູ​ພວກ​ເຈົ້າຂຶ້ນ. ການ​ເຜີຍ​ແຜ່​ເປັນວຽກງານ​ຂອງ​ຄອບຄົວ​. ​ເຖິງ​ແມ່ນ​ຈະ​ຢູ່​​ໄກ​ກັນ​ຢູ່​ຟາກ​ຟ້າ, ​ແຕ່​ຫົວ​ໃຈ​ກໍຍັງ​ເປັນ​ໜຶ່ງ.

​ຊາຍ​ໜຸ່ມ​ທັງຫລາຍ, ​ເມື່ອ​ພວກ​ເຈົ້າວາງ​ແຜນ​ກ່ຽ​ວກັບ​ຊີວິດ​ຂອງ​ພວກ​ເຈົ້າ, ຈົ່ງ​ຈື່​ຈຳ​ວ່າ​ໂອກາດ​ເຜີຍ​ແຜ່​ຂອງ​ພວກ​ເຈົ້າ​ບໍ່​​ແມ່ນ​ຕອນ​ທີ່​ພວກ​ເຈົ້າ​​ເຜີຍ​ແຜ່​ເປັນ​ທາງ​ການ​ເທົ່າ​ນັ້ນ. ສຳລັບ​ຜູ້​ທີ່​ຮັບ​ໃຊ້​ຢູ່​ໃນ​ກອງທັບທະຫານ, ​ເວລາ​ນັ້ນກໍຄວນ​​ເປັນ​ໂອກາດ​ຄືກັນ. ​ແຕ່ລະ​ປີ​ຊາຍ​ໜຸ່ມ​ຜູ້​ຮັບ​ໃຊ້​ປະ​ເທດ​ຊາດ ຈະ​ນຳ​ບາງຄົນ​ເຂົ້າມາ​ສູ່ອານາຈັກ​ຂອງ​ພຣະ​​ເຈົ້າ ​ໂດຍ​ການ​ໃຫ້ກຽດ​ແກ່​ຖານະ​ປະ​ໂລຫິດ​ຂອງ​ເຂົາ​ເຈົ້າ, ດຳ​ລົງ​ຊີວິດ​ຕາມ​ພຣະບັນຍັດ​ຂອງ​ພຣະ​ເຈົ້າ, ​ແລະ ສອນ​ພຣະຄຳ​ແຫ່ງ​ສະຫວັນຂອງ​ພຣະຜູ້​ເປັນ​ເຈົ້າ​ໃຫ້​ແກ່​ຄົນ​ອື່ນ.

ຢ່າ​ມອງ​ຂ້າມ​ສິດທິ​ພິ​ເສດ​ຂອງ​ພວກ​ເຈົ້າທີ່​ຈະ​ເປັນ​ຜູ້​ສອນ​ສາດສະໜາ​ໃນ​ຂະນະ​ທີ່​ພວກ​ເຈົ້າ​ເຂົ້າ​ໂຮງຮຽນ. ຕົວຢ່າງ​ຂອງ​ພວກ​ເຈົ້າ​ໃນ​ຖານະ​ທີ່​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຈະ​ຖືກ​ສັງ​ເກດ​ເບິ່ງ, ປະ​ເມີນ, ​ແລະ ບາງ​ເທື່ອ ຖືກ​ຮຽນ​ແບບ.

ອ້າຍ​ນ້ອງ​ທັງຫລາຍ, ບໍ່​ວ່າ​ທ່ານ​ຈະ​ມີ​ອາຍຸ​ຫລາຍ​ໜ້ອຍ​ເທົ່າ​ໃດ, ບໍ່​ວ່າ​ສະພາບ​ການ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດກໍ​ຕາມ, ຂ້າພະ​ເຈົ້າຂໍ​ແນະນຳ​ທ່ານ​ໃຫ້​ ຕຽມ​ສຳລັບ​ຊີວິດ​ດ້ວຍ​ຈຸດປະສົງ.

ບັດນີ້ ສ່ວນ​ປະກອບ​ຢ່າງທີສາມ: ຈົ່ງ​ສອນ​ດ້ວຍ​ປະ​ຈັກ​ພະຍານ.

ຈົ່ງ​ເຊື່ອ​ຟັງ​ຕໍ່​ຄຳ​ແນະນຳ​ຂອງ​ອັກຄະ​ສາວົກ​ເປ​ໂຕ ຜູ້​​ໄດ້​ຊັກ​ຊວນ​ວ່າ: “ຈົ່ງ​ມີ​ໃຈ​ພ້ອມ​ຢູ່​ສະ​ເໝີ ​ເພື່ອ​ພວກ​ເຈົ້າຈະ​ສາມາດ​ຕອບ​ແກ້​ຕົວ​ໄດ້​ຕໍ່​ທຸກ​ຄົນ​ທີ່​ຖາມ​ພວກ​ເຈົ້າວ່າ ​ເຈົ້າມີ​​ເຫດຜົນ​ປະການ​ໃດ.”5 ຈົ່ງ​ເປີດ​ປາກ ​ແລະ ​ເປັນ​ພະຍານ​ເຖິງ​ທຳ​ມະ​ຊາດ​ອັນ​ຈິງ​ແທ້​ຂອງ​ຝ່າຍ​ພຣະ​ເຈົ້າ. ຈົ່ງ​ປະກາດ​ເປັນ​ພະຍານ​ກ່ຽວ​ກັບ​ພຣະຄຳ​ພີ​ມໍ​ມອນ. ຈົ່ງ​ບອກ​ຄວາມ​ຈິງ​ອັນ​ຮຸ່ງ​ເຫລື້ອມ ​ແລະ ສວຍ​ງາມທີ່​ມີຢູ່​ໃນ​ແຜນ​ແຫ່ງ​ຄວາມ​ລອດ.

ຕອນ​ຂ້າພະ​ເຈົ້າ​ໄດ້​ຮັບ​ໃຊ້​ເປັນ​ປະທານ​ເຜີຍ​ແຜ່​ຢູ່​ປະ​ເທດ​ກາ​ນາ​ດາຫລາຍ​ກວ່າ 50 ປີ​ມາ​ແລ້ວ, ຜູ້​ສອນ​ສາດສະໜາ​ໜຸ່ມ​ຄົນ​ໜຶ່ງ​ທີ່ມາ​ຈາກ​ເມືອງ​ນ້ອຍ ​ໄດ້​ງຶດງໍ້​ກັບ​ຄວາມ​ໃຫຍ່​ໂຕ​ຂອງ​ເມືອງ​ໂທຣອນ​ໂທ. ລາວ​ເປັນ​ຄົນ​ເຕ້ຍ ​ແຕ່​ປະຈັກ​ພະຍານ​ຂອງ​ລາວ​ໃຫຍ່​ສູງ. ບໍ່​ດົນ​ຫລັງ​ຈາກ​ລາວ​ໄດ້​ມາ​ເຖິງ, ພ້ອມ​ດ້ວຍ​ຄູ່​ສອນ​ຂອງ​ລາວ, ​ລາວໄດ້​ໄປ​ຢ້ຽມຢາມທ່ານ​ແອວ​​ເມີ ​ໂພ​ແລນ ຢູ່​ເມືອງ​ໂອຊາ​ວາ, ​ແຂວງອອນ​ແທຣິ​ໂອ, ປະ​ເທດ​ກາ​ນາ​ດາ. ​ໂດຍ​ທີ່​ຮູ້ສຶກ​ອີ​ດູ​ຕົນ​ໃນ​ຄ່ຳ​ຄືນ​ທີ່​ໜາວ​ເຢັນ ​ແລະ ຫິມະ​ຕົກ ທີ່​​ເຂົາ​ເຈົ້າ​ໄດ້​ໄປ​​ເລາະ​ເຄາະ​ປະ​ຕູ, ທ່ານ​ໂພ​ແລນ ​ໄດ້​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໄປ​​ໃນ​ເຮືອນຂອງ​ລາວ. ​ເຂົາ​ເຈົ້າ​ໄດ້​​ແຈ້ງຂ່າວສານ​ຂອງ​ເຂົາ​ເຈົ້າ. ລາວ​ບໍ່​ສົນ​ໃຈ. ບໍ່​ດົນ​ລາວ​ກໍ​ໄດ້​ບອກ​ໃຫ້​ເຂົາ​ເຈົ້າອອກ​ໄປ​ຈາກ​ເຮືອນຂອງ​ລາວ ​ແລະ ບໍ່​ໃຫ້​ກັບ​ຄືນ​ໄປ​ອີກ. ​ຖ້ອຍ​ຄຳ​ສຸດ​ທ້າຍ​ທີ່​ລາວ​ໄດ້​ບອກ​ຜູ້​ສອນ​ສາດສະໜາ​ໃນ​ຂະນະ​ທີ່ເຂົາ​ເຈົ້າຢູ່​ນອກ​ປະຕູ​ເຮືອນ​ຂອງ​ລາວ​ ເປັນ​ແບບ​ຮ້າ​ຍໆ​ວ່າ: “​ພວກ​ເຈົ້າບ​ອກຂ້ອຍບໍ່​ໄດ້ວ່າ​ ພວກ​ເຈົ້າ​ເຊື່ອ​ວ່າ ​ໂຈ​ເຊັບ ສະ​ມິດ ​ເປັນ​ສາດສະດາ​ຂອງ​ພຣະ​ເຈົ້າ​ແທ້​ໆ ​ແມ່ນ​ບໍ!”

ປະຕູ​ໄດ້​ປິດ. ພວກ​ແອວ​ເດີ​ໄດ້​ຍ່າງ​ໄປ​ຕາມ​ທາງ. ​ແອວ​ເດີ​​ໃໝ່ ໄດ້​ເວົ້າກັບ​ຄູ່​ສອນ​ຂອງ​ລາວ​ວ່າ: “​ແອວ​ເດີ, ພວກ​ເຮົາ​ບໍ່​ໄດ້​ຕອບ​ທ່ານ​ໂພ​ແລນ. ລາວ​ເວົ້າວ່າ​ພວກ​ເຮົາ​ບໍ່​ເຊື່ອວ່າ​ໂຈ​ເຊັບ ສະ​ມິດ ​ເປັນ​ສາດສະດາ. ​ໃຫ້​ພວກ​ເຮົາ​ກັບ​ໄປສະ​ແດງ​ປະຈັກ​ພະຍານ​ຕໍ່​ລາວ​ເທາະ.” ທຳ​ອິດ​ຄູ່​ສອນ​ຂອງ​ລາວ​ບໍ່​ຢາກ​ກັບ​ຄືນ​ໄປ, ​ແຕ່​ແລ້ວ​ໄດ້​ຕັດສິນ​ໃຈ​ກັບ​ຄືນ​ໄປ. ​ເຂົາ​ເຈົ້າ​ມີ​ຄວາມ​ຢ້ານ​ກົວ​ໃນ​ຂະນະ​ທີ່​ເຂົາ​ເຈົ້າຍ່າງ​ກັບ​ຄືນ​ໄປ​ຫາ​ປະຕູທີ່​ເຂົາ​ເຈົ້າຖືກ​ປະຕິ​ເສດ. ​ເຂົາ​ເຈົ້າ​ໄດ້​ເຄາະ​ປະຕູ, ​ໜ້າ​ຕໍ່​ໜ້າ​ກັບ​ທ່ານ​ໂພ​ແລນ, ​ໄດ້ຟັງ​ລາວ​ເວົ້າ​ໃຫ້​ຢ່າງ​ເຈັບ​ປວດ, ​ແລ້ວ​ດ້ວຍ​ພຣະວິນ​ຍານ, ຜູ້​ສອນ​ສາດສະໜາ​ໃໝ່​ຜູ້​ບໍ່​ມີ​ປະສົບ​ການໄດ້​ສະ​ແດງ​ປະຈັກ​ພະຍານ​ວ່າ: “ທ່ານ​ໂພ​ແລນ, ທ່ານ​ໄດ້​ເວົ້າວ່າ ພວກ​ຂ້ານ້ອຍ​ບໍ່​ເຊື່ອວ່າ​ໂຈ​ເຊັບ ສະ​ມິດ ​ເປັນ​ສາດສະດາ​ຂອງ​ພຣະ​ເຈົ້າ. ຂ້ານ້ອຍ​ເປັນ​ພະຍານ​ຕໍ່​ທ່ານ​ວ່າ ​ໂຈ​ເຊັບ ​​ເປັນ ​ສາດສະດາ. ​ເພິ່ນ ​ໄດ້ ​​ແປ​ພຣະຄຳ​ພີ​ມໍ​ມອນ. ​ເພິ່ນ​ໄດ້​ເຫັນ​ພຣະ​ເຈົ້າ ພຣະບິດາ ​ແລະ ພຣະ​ເຢຊູ​ ພຣະບຸດ. ຂ້ານ້ອຍ​ຮູ້.”

ບໍ່​ດົນ​ຈາກ​ນັ້ນ, ທ່ານ​ໂພ​ແລນ, ຕອນ​ນີ້ ບະ​ລາ​ເດີ​ ໂພ​ແລນ, ​ໄດ້​ຢືນ​ຢູ່​ໃນ​ການ​ປະຊຸມ​ຖານະ​ປະ​ໂລຫິດ ​ແລະ ​ໄດ້​ປະກາດ​ວ່າ: “ຄືນ​ນັ້ນຂ້າພະ​ເຈົ້ານອນ​ບໍ່​ຫລັບ. ຢູ່​ໃນ​ຫູ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້​ຍິນ​ຄຳ​ວ່າ: ‘​ໂຢ​ເຊັບ ສະ​ມິດ ​ເປັນ​ສາດສະດາ​ຂອງ​ພຣະ​ເຈົ້າ. ຂ້ານ້ອຍ​ຮູ້. ຂ້ານ້ອຍ​ຮູ້. ຂ້ານ້ອຍ​ຮູ້.’ ມື້​ຕໍ່ມາ ຂ້າພະ​ເຈົ້າ​ໄດ້​ໂທ​ໄປ​ຫາ​ຜູ້​ສອນ​ສາດສະໜາ​ ຂໍ​ໃຫ້​ເຂົາ​ເຈົ້າກັບ​ຄືນ​ມາ. ຂ່າວສານ​ຂອງ​ເຂົາ​ເຈົ້າ ພ້ອມ​ດ້ວຍ​ປະຈັກ​ພະຍານ​ຂອງ​ເຂົາ​ເຈົ້າ, ​ໄດ້​ປ່ຽນ​ຊີວິດ​ຂອງ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ.” ອ້າຍ​ນ້ອງ​ທັງຫລາຍ, ຈົ່ງ​ສອນຄວາມ​ຈິງ​ດ້ວຍ​ປະຈັກ​ພະຍານ.

ຂໍ້​ທີສີ່ ​ແລະ ສ່ວນ​ປະກອບ​ຢ່າງສຸດ​ທ້າຍຄື​ທີ່​ຈະ ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າດ້ວຍ​ຄວາມ​ຮັກ. ບໍ່​ມີ​ສິ່ງ​ໃດ​ສາມາດ​ທົດ​ແທນ​ຄວາມ​ຮັກ​ໄດ້. ຜູ້​ສອນ​ສາດສະໜາ​ທີ່​ມີ​ປະສິດທິພາບ​ ​ຈະ​ຮັກ​ຄູ່​ສອນ​ຂອງ​ຕົນ, ຮັກ​ຫົວໜ້າຜູ້​ສອນ​ສາດສະໜາ, ​ແລະ ຮັກ​ຄົນທີ່​ເຂົາ​ເຈົ້າສອນ. ຢູ່​ໃນ​ພາກ​ທີ​ສີ່​ຂອງ Doctrine and Covenants, ພຣະຜູ້​ເປັນ​ເຈົ້າ​ໄດ້​ຕັ້ງ​ເງື່ອນ​ໄຂ​ສຳລັບ​ຜູ້​​ປະຕິບັດ​ສາດສະໜາ​ຈັກ. ​ໃຫ້​ເຮົາ​ມາ​ພິຈາລະນາ​ນຳ​ກັນ​ຈັກ​ສອງ​ສາມ​ຂໍ້:

ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວວ່າ ຜູ້​ທີ່​ເລີ່ມຕົ້ນໃນການ​ຮັບ​ໃຊ້ພຣະ​ເຈົ້າ, ​ໃຫ້ຮັບ​ໃຊ້​ພຣະອົງ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ພະລັງ, ສຸດຄວາມ​ຄິດ ​ແລະ ສຸດກຳລັງ​ຂອງ​​ເຂົາ​ເຈົ້າ, ​ເພື່ອວ່າ​​ເຂົາ​ເຈົ້າຈະຢືນ​ຢ່າງ​ປາດສະຈາກ​ຂໍ້​ຕຳນິຢູ່​ຕໍ່​ພຣະພັກ​ຂອງພຣະ​ເຈົ້າ​ໃນ​ວັນ​ສຸດ​ທ້າຍ. ...

ແລະ ສັດທາ, ຄວາມ​ຫວັງ, ຄວາມ​ໃຈ​ບຸນ ​ແລະ ຄວາມ​ຮັກ, ​ເພາະການ​ທີ່​ເຫັນ​ແກ່ລັດສະໝີ​ພາບຂອງພຣະ​ເຈົ້າ​ແຕ່​ຢ່າງ​ດຽວ, ຍ່ອມ​ເຮັດ​ໃຫ້​ເຂົາ​​ເຈົ້າເໝາະ​ສົມ​ກັບ​ວຽກ​ງານ.

​ໃຫ້ຈື່​ຈຳສັດທາ, ຄຸນງາມ​ຄວາ​ມດີ, ຄວາມ​ຮູ້, ຄວາມ​ຢັບຢັ້ງ​ຕົນ, ຄວາມ​ອົດທົນ, ຄວາມ​ກະລຸນາ​ສັນ​ອ້າຍ​ນ້ອງ, ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ, ຄວາມ​ໃຈ​ບຸນ, ຄວາມ​ຖ່ອມຕົວ, ຄວາມ​ພາກ​ພຽນ.6

ຫວັງ​ວ່າ​ທຸກ​ຄົນ​ທີ່​ໄດ້​ຍິນ​ສຽງ​ຂອງ​ຂ້າພະ​ເຈົ້າ ຈະ​ຖາມ​ຕົນ​ເອງ​ວ່າ “​​ໃນ​ເວລາ​ນີ້, ​ເຮົາ​ໄດ້​​ເພີ່ມ​ພູນ​​ສັດທາ, ​ໃນ​ຄຸນ​ນະທຳ, ​ຄວາມ​ຮູ້, ​ການ​ເປັນ​ດັ່ງພຣະ​ເຈົ້າ, ​ຄວາມ​ຮັກບໍ?”

ຜ່ານ​ການ​ອຸທິດ​ຕົນ​ຂອງ​ທ່ານ​ຢູ່​ໃນ​ບ້ານ ​ແລະ ​ນອກ​ບ້ານ, ຜູ້​ຄົນ​ທີ່​ທ່ານ​ຊ່ອຍ​​ກູ້​ອາດ​ເປັນ​ຄົນ​ທີ່​ທ່ານ​ຮັກ​ຫລາຍ​ທີ່​ສຸດ.

ຫລາຍ​ປີ​ກ່ອນ​ເພື່ອ​ນຮັກ​ຂອງ​ຂ້າພະ​ເຈົ້າຊື່ ​ຄະ​ເຣກ ຊັດ​ແບຣີ ​ແລະ ​ແມ່​ຂອງ​ລາວ​ຊື່, ​ເພີລ໌, ​ໄດ້​ມາ​ຫາ​ຂ້າພະ​ເຈົ້າທີ່​ຫ້ອງການ​ກ່ອນ​ທີ່ທ້າວ​ຄະ​ເຣກ ຈະອອກ​ໄປ​ເຜີ​ຍ​ແຜ່​ສາ​ດສະໜາ​ຢູ່ ອົດ​ສະ​ຕາ​ລີ ມຽວບູນ. ທ່ານ​ເຟຣດ ຊັດ​ແບຣີ, ພໍ່​ຂອງທ້າວຄະ​ເຣກ, ບໍ່​ໄດ້​ມາ​ນຳ. ຊາວ​ຫ້າ​ປີ​ກ່ອນ​ນັ້ນ, ​ແມ່​ຂອງທ້າວຄະ​ເຣກ ​ໄດ້​ແຕ່ງງານ​ກັບ​ທ່ານ​ເຟຣດ, ຜູ້​ບໍ່​ສົນ​ໃຈ​ກັບ​ສາດສະໜາ​ຈັກ, ​ແລະ ກໍ​ບໍ່​ໄດ້​ເປັນ​ສະມາຊິກ.

ທ້າວ​ຄະ​ເຣກ​ໄດ້​ບອກ​ຂ້າພະ​ເຈົ້າ​ເຖິງ​ຄວາມ​ຮັກ​ອັນເລິກ​ຊຶ້ງຂອງ​ລາວ​ຕໍ່​ພໍ່​ແມ່​ຂອງ​ລາວ ​ແລະ ຫວັງ​ວ່າ, ​ໃນ​ມື້ໜຶ່ງ, ພໍ່​ຂອງ​ລາວ​ຈະ​ຖືກ​ສຳ​ພັດ​ໂດຍ​ພຣະວິນ​ຍານ ​ແລະ ​ເປີດ​ໃຈ​ຕໍ່​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ. ຂ້າພະ​ເຈົ້າ​ໄດ້​ອະທິຖານ​ຂໍ​​ການ​ດົນ​ໃຈ. ການ​ດົນ​ໃຈ​ໄດ້​ມາ​ເຖິງ, ​ແລະ ຂ້າພະ​ເຈົ້າ​ໄດ້​ກ່າວ​ຕໍ່ທ້າວຄະ​ເຣກ ວ່າ, “ຈົ່ງ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ. ຈົ່ງ​ເຊື່ອ​ຟັງ​ຕໍ່​ການ​ເອີ້ນ​ທີ່​ສັກສິດ​ຂອງ​ເຈົ້າ. ​ແຕ່​ລະອາ​ທິດ​ໃຫ້​ຂຽນ​ຈົດໝາຍ​ຫາ​ພໍ່​ແມ່​; ​ແລະ ບາງ​ເທື່ອ, ກໍ​ໃຫ້​ຂຽນ​ຫາ​ພໍ່​​​ເປັນ​ພິ​ເສດ, ​ແລະ ບອກ​ໃຫ້​ເພິ່ນ​ຮູ້​ວ່າ ​ເຈົ້າຮັກ​ເພິ່ນ​ຫລາຍ​ຂະໜາດ​ໃດ, ​ແລະ ບອກ​ເພິ່ນ​ວ່າ​ເປັນ​ຫຍັງ​ເຈົ້າຈຶ່ງ​ມີ​ຄວາມ​ກະຕັນຍູ​ຫລາຍ​ທີ່​ໄດ້​ເປັນ​ລູກ​ຂອງ​ເພິ່ນ.” ​ລາວ​ໄດ້​ຂອບ​ໃຈ​ຂ້າພະ​ເຈົ້າ ​ແລະ ​ໄດ້​ອອກ​ຈາກ​ຫ້ອງການ​ຂອງ​ຂ້າພະ​ເຈົ້າ​ ໄປ​ກັບ​​ແມ່​ຂອງ​ລາວ.

ຂ້າພະ​ເຈົ້າບໍ່​ໄດ້​ເຫັນ​ແມ່​ຂອງທ້າວຄະ​ເຣກ ​ປະມານ 18 ​ເດືອນ, ​ເມື່ອ​ເພິ່ນ​ມາ​ຫາ​ຫ້ອງການ​ຂອງ​ຂ້າພະ​ເຈົ້າ ​ແລະ ດ້ວຍ​ນ້ຳຕາ, ​ໄດ້​ເວົ້າກັບ​ຂ້າພະ​ເຈົ້າວ່າ, “​ເກືອບ​ເຖິງ​ສອງ​ປີ​ແລ້ວ​ນັບ​ແຕ່ທ້າວຄະ​ເຣກ​ໄດ້​ໄປ​ເຜີຍ​ແຜ່. ລາວ​​ໄດ້​ຂຽນຈົດໝາຍ​ຫາ​ພວກ​ເຮົາ​ທຸກ​ອາທິດ. ບໍ່​ດົນ​ນີ້, ສາມີ​ຂອງ​ຂ້ອຍ, ​ເຟຣດ, ​ໄດ້​ຂຶ້ນກ່າວ​ປະຈັກ​ພະຍານ​ເປັນ​ເທື່ອ​ທຳອິດຢູ່​ໂບດ ​ແລະ ​ເຮັດ​ໃຫ້​ຂ້ອຍ ​ແລະ ທຸກ​ຄົນ​ຕົກຕະລຶງ​ ​ເມື່ອ​ໄດ້​ຍິນ​ລາວ​ປະກາດ​ວ່າ ລາວ​ໄດ້​ຕັດສິນ​ໃຈ​ທີ່​ຈະກາຍ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ. ລາວ​ໄດ້​ເວົ້າວ່າ ລາວກັບ​ຂ້ອຍ​ຈະ​ໄປ ອົດ​ສະຕາ​ລີ ​ເພື່ອ​​ໄປຫາທ້າວຄະ​ເຣກ ກ່ອນ​ລາວ​ຈະ​ຈົບສອນ​ສາດສະໜາ ​ເພື່ອ​ວ່າທ່ານ​​ເຟຣດຈະ​ໄດ້​ເປັນ​ຜູ້​ຮັບ​ບັບຕິ​ສະມາ​ຂອງທ້າວ​ເຄຣກຄົນ​ສຸດ​ທ້າຍ​ ຕອນ​ລາວ​ເປັນ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ.”

ບໍ່​ມີ​ຜູ້​ສອນ​ສາດສະໜາ​ຄົນ​ໃດ​ທີ່​ພູມ​ໃຈ​ຫລາຍ​ໄປ​ກວ່າທ້າວ​ເຄຣກ ຊັດ​ເບີຣີ ​ເມື່ອ​ຕອນ​ຢູ່​ປະ​ເທດອົດ​ສະຕາຣີ ທີ່​ຫ່າງ​ໄກ, ລາວ​ໄດ້​ຊ່ອຍ​ພໍ່​ຂອງ​ລາວ​ລົງ​ສູ່​ນ້ຳ​ເລິກ​ພຽງ​​ແອວ ​ແລະ ​ໄດ້​ຍົກ​ມື​ຂວາ​ຂອງ​ລາວ​ຂຶ້ນຕັ້ງສາກ, ກ່າວ​ຖ້ອຍ​ຄຳ​ທີ່​ສັກສິດ​ນີ້: “ຟຣີ​ເດຣິກ ຊາລ໌ ຊັດ​ເບີຣີ, ໂດຍ​ໄດ້​ຮັບ​ອຳນາດ​ມອບ​ໝາຍ​ຈາກ​ພຣະ​ເຢຊູ​ຄຣິດ, ຂ້າພະ​ເຈົ້າ​ໃຫ້​ບັບຕິ​ສະມາ​ທ່ານ​ໃນ​ພຣະນາມຂອງ​ພຣະ​ບິດາ, ແລະ ຂອງ​ພຣະ​ບຸດ, ແລະ ຂອງ​ພຣະ​ວິນ​ຍານບໍລິສຸດ.”

ຄວາມ​ຮັກ​ໄດ້​ຮັບ​​ໄຊຊະນະ​ຂອງ​ມັນ. ຈົ່ງ​ຮັບ​ໃຊ້​ພຣະ​ເຈົ້າດ້ວຍ​ຄວາມ​ຮັກ.

ອ້າຍ​ນ້ອງ​ທັງຫລາຍ, ຂໍ​ໃຫ້​ເຮົາ​ແຕ່ລະຄົນ​ ຈົ່ງ​ຄົ້ນຄວ້າ​ພຣະຄຳ​ພີ​ຢ່າງ​ພາກ​ພຽນ, ຈົ່ງວາງ​ແຜນ​ຊີວິດ​ຂອງ​ທ່ານ​ດ້ວຍ​ຈຸດປະສົງ, ຈົ່ງ​ສອນ​ດ້ວຍ​ປະ​ຈັກ​ພະຍານ, ​​​ແລະ ຈົ່ງ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າດ້ວຍ​ຄວາມ​ຮັກ.

ຜູ້​ລ້​ຽງຈິດ​ວິນ​ຍານ​ທີ່​ດີ​ພ້ອມ​ທຸກ​ຢ່າງ, ຜູ້​ສອນ​ສາດສະໜາ​ທີ່​ໄຖ່​ມະນຸດ​ ໄດ້​ໃຫ້​ຄວາມ​ແນ່ນອນ​ໃຈ​ແກ່​ເຮົາ​ວ່າ:

​ຖ້າຫາກ​ເຮົາຕ້ອງ​ອອກ​ແຮງ​ຕະຫລອດ​ວັນ​ເວລາ​ຂອງ​ເຮົາ ​ໃນ​ການ​ປ່າວປະກາດ​ການ​ກັບ​ໃຈ​ແກ່ຜູ້​ຄົນ​ພວກ​ນີ້, ​ແລະ ນຳ​ຈິດ​ວິນ​ຍານ​ດວງ​ໜຶ່ງ​ມາ​ຫາ​ພຣະອົງ, ຄວາມ​ປິ​ຕິ​ຍິນ​ດີຂອງ​​ເຮົາຈະ​ຍິ່ງ​ໃຫຍ່ພຽງໃດ​ນຳເຂົາ​ໃນອານາຈັກຂອງ​ພຣະບິດາ​ຂອງ​ພຣະອົງ!

ແລະ ບັດ​ນີ້, ຖ້າຫາກ​ເຮົາຈະ​ມີ​ຄວາມປິ​ຕິ​ຍິນດີຫລາຍ​ພຽງ​ນັ້ນນຳ​ຈິດ​ວິນ​ຍານ​ດວ​ງໜຶ່ງ​ທີ່​​ເຮົາໄດ້​ນຳ​ມາ​ຫາ​ພຣະອົງ ໃນອານາຈັກຂອງ​ພຣະບິດາ​ຂອງ​ພຣະອົງ, ​ແລ້ວ​ເຮົາຈະ​ມີ​ຄວາມ​ປິ​ຕິ​ຍິນ​ດີຫລາຍ​ພຽງ​ໃດ​ຖ້າ​ຫາກ​​ເຮົາ​ໄດ້​ນຳ​ຈິດ​ວິນ​ຍານຫລາຍ​ດວງ​ມາ​ຫາ​ພຣະອົງ!7

ຕໍ່ຜູ້​ທີ່​ໄດ້​ກ່າວ​ຖ້ອຍ​ຄຳ​​ເຫລົ່ານັ້ນ, ຂ້າພະ​ເຈົ້າຂໍ​ປະກາດ​ເປັນ​ພະຍານ​ວ່າ: ພຣະອົງ​ເປັນພຣະບຸດ​ຂອງ​ພຣະ​ເຈົ້າ, ພຣະຜູ້​ໄຖ່​ຂອງ​ເຮົາ, ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ.

ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ຈະ​ຕອບ​ຮັບ​ຄຳ​ເຊື້ອ​ເຊີນ​ອັນ​ອ່ອນ​ຫວານ​ຂອງ​ພຣະອົງ ທີ່​ວ່າ, “ຈົ່ງ​ຕິດຕາມ​ເຮົາ​ມາ.”8 ​ໃນ​ພຣະນາມອັນ​ສັກສິດ​ຂອງ​ພຣະອົງ​—​ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ ພຣະຜູ້​ເປັນ​ເຈົ້າ—ອາແມນ.