​2010–2019
“ຈົ່ງ​ມາ​ຫາ​ເຮົາ”
ເມສາ 2013


“ຈົ່ງ​ມາ​ຫາ​ເຮົາ”

ໂດຍ​ພຣະວາຈາ ​ແລະ ຕົວຢ່າງ​ຂອງ​ພຣະອົງ, ພຣະຄຣິດ​ໄດ້​ສະ​ແດງ​ໃຫ້​ເຮົາ​ເຫັນ​ວິ​ທີ​ທີ່​ຈະ​ເຂົ້າ​ໃກ້​ພຣະອົງ.

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ນີ້​ແມ່ນ​ສາດສະໜາ​ຈັກ​ຂອງ​ພຣະອົງ. ​ເຮົາ​​ໄດ້​ຮັບ​ເອົາ​ພຣະນາມ​ຂອງ​ພຣະອົງ ​ເມື່ອ​ເຮົາ​ເຂົ້າມາ​ໃນ​ອານາຈັກ​ຂອງ​ພຣະອົງ. ພຣະອົງ​ເປັນ​ພຣະ​ເຈົ້າ, ​ເປັນ​ພຣະຜູ້​ສ້າງ, ​ແລະ ດີ​ພ້ອມ​ທຸກ​ຢ່າງ. ​ເຮົາ​ເປັນ​ມະຕະ ​ແລະ ຕ້ອງຕາ​ຍ ​ແລະ ​ເຮັດ​ບາບ. ​​ເພາະພຣະອົງ​ຮັກ​ເຮົາ ​ແລະ ຮັກ​ຄອບຄົວ​ຂອງ​ເຮົາ, ພຣະອົງ​ຈຶ່ງ​ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້​ເຂົ້າ​ໃກ້​ພຣະອົງ. ນີ້​ຄື​ຖ້ອຍ​ຄຳ​ຂອງ​ພຣະອົງ: ຈົ່ງ​ເຂົ້າມາ​ໃກ້​ເຮົາ ​ແລະ ​ເຮົາ​ຈະ​ເຂົ້າ​ໃກ້​ພວກ​ເຈົ້າ; ຈົ່ງສ​ະ​ແຫວ​ງຫາ​ເຮົາ​ດ້ວຍ​ຄວາມ​ພາກ​ພຽນ ​ແລະ ພວກ​ເຈົ້າຈະ​ພົບ​ເຮົາ; ​ຈົ່ງ​ໝັ່ນ​ຂໍ ແລ້ວ​ພວກເຈົ້າຈະໄດ້​ຮັບ; ຈົ່ງເຄາະ ​ແລ້ວຈະ​ມີຜູ້ໄຂ​ປະຕູ​ໃຫ້.1

​ໃນ​ຍາມອິດສະ​ເຕີນີ້ ​ເຮົາ​​ໄດ້​ຖືກ​ເຕືອນ​ໃຈ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຮັກ​ພຣະອົງ ​ແລະ ​ເຖິງ​ຄຳ​ສັນຍາ​ຂອງ​ພຣະອົງ​ທີ່​ໄດ້​ເຮັດ​ໄວ້​ກັບ​ສານຸສິດ​ທີ່​ຊື່ສັດ​ຂອງ​ພຣະອົງ ​ທີ່​ໄດ້ກາຍ​ເປັນ​ເພື່ອນ​ຮັກ​ຂອງ​ພຣະອົງ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສັນຍາ ​ແລະ ​ໄດ້​ບອກ​ເຮົາ​ໃຫ້​ຮູ້​ວິທີ, ​ໃນ​ການ​ຮັບ​ໃຊ້​ພຣະອົງ, ພຣະອົງ​ໄດ້​ມາ​ຫາ​ເຮົາ. ຕົວຢ່າງ​ໜຶ່ງ​ໃນ​ພາບ​ນິມິດ​ຕໍ່ອໍລີ​ເວີ ຄາວ​ເດີຣີ ​ຕອນ​ທີ່​ລາວ​ໄດ້​ຮັບ​ໃຊ້​ສາດສະດາ​ໂຈ​ເຊັບ ສະ​ມິດ ​ໃນ​ການ​ແປ​ພຣະຄຳ​ພີ​ມໍ​ມອນວ່າ ເພາະ​ຄວາມ​ປາດ​ຖະ​ໜາ​ຂອງ​ອໍ​ລີ​ເວີ; ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ສະນັ້ນ ຈົ່ງ​ສະສົມ​ຄຳ​ເຫລົ່ານີ້​ໄວ້​ໃນ​ໃຈ​ຂອງ​​ເຈົ້າ. ຈົ່ງ​ຊື່​ສັດ ​ແລະ ພາກ​ພຽນ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ​ແລະ ​​ພຣະ​ເຈົ້າຈະ​ອ້ອມ​​ເຈົ້າ​ໄວ້​ໃນ​ອ້ອມ​ແຂນ​ແຫ່ງ​ຄວາມ​ຮັກຂອງ​​ພຣະ​ເຈົ້າ.2

ຂ້າພະ​ເຈົ້າ​ໄດ້​ປະສົບ​ກັບ​ຄວາມ​ຊື່ນ​ຊົມ​​ເມື່ອ​ໄດ້​ເຂົ້າ​ໃກ້​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະອົງ​ໄດ້​ເຂົ້າ​ໃກ້ຂ້າພະ​ເຈົ້າ ສ່ວນ​ຫລາຍ​ແລ້ວ​ແມ່ນຜ່ານ​ການ​ກະທຳ​ທີ່​ລຽບ​ງ່າຍ​ຂອງ​ການ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ຂອງ​ພຣະອົງ.

ທ່ານ​ກໍ​ເຄີຍ​ມີ​ປະສົບ​ການ​ເຊັ່ນ​ນັ້ນ. ອາດ​ເປັນ​ຕອນ​ທີ່​ທ່ານ​ເລືອກ​​ໄປ​ຮ່ວມ​ກອງ​ປະຊຸມ​ສິນ​ລະ​ລຶກ. ​ມັນ​ເປັນ​ແນວ​ນັ້ນກັບ​ຂ້າພະ​ເຈົ້າຕອນ​ເປັນ​ໜຸ່ມ. ​ໃນ​ຕອນ​ນັ້ນພວກ​ເຮົາ​ໄດ້​ຮັບ​ສິນ​ລະ​ລຶກ​ໃນກອງ​ປະຊຸມ​ຕອນ​ຄ່ຳ. ຄວາມຊົງ​ຈຳ​ກ່ຽວ​ກັບ​ມື້ນັ້ນ ຊຶ່ງ​ເປັນ​ເວລາ​ຫລາຍ​ກວ່າ 65 ປີ ຜ່ານ​ມາ​ແລ້ວ, ​ຕອນ​ຂ້າພະ​ເຈົ້າ​ໄດ້​ຮັກສາ​ພຣະບັນຍັດ ​ໄປ​ຮ່ວມ​ນຳ​ຄອບຄົວ ​ແລະ ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ຍັງ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ເຂົ້າ​ໃກ້​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຢູ່.

ຂ້າງ​ນອກ​ມືດຕຶບ ​ແລະ ໜາວ​ເຢັນ. ຂ້າພະ​ເຈົ້າຍັງ​ຈື່​ຈຳຄວາມ​ສະຫວ່າງ ​ແລະ ຄວາມ​ອົບ​ອຸ່ນ​ຢູ່​ໃນ​ຕຶກ​ໂບດ​ໃນ​ຄ່ຳ​ຄືນ​ນັ້ນ ຮ່ວມ​ກັບ​ພໍ່​ແມ່​ຂອງ​ຂ້າພະ​ເຈົ້າ. ພວກ​ເຮົາ​ໄດ້​ຮັບ​ສິນ​ລະ​ລຶກ, ປະຕິບັດ​ໂດຍ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ, ​ເຮັດ​ພັນທະ​ສັນຍາ​ນຳພຣະບິດາ​​ເທິງ​ສະຫວັນ​ຂອງ​ເຮົາ​ວ່າ ຈະ​ລະ​ລຶກ​ເຖິງ​ພຣະບຸດ​ຂອງ​ພຣະອົງ ​ແລະ ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ​ຕະຫລອດ​ເວລາ.

​ໃນ​ທ້າຍ​ກອງ​ປະຊຸມ ພວກ​ເຮົາ​ໄດ້​ຮ້ອງ​ເພງ​ສວດ​ຊື່ວ່າ “Abide with Me; ’Tis Eventide,” ທີ່​ມີ​ຂໍ້ຄວາມ​ນີ້​ ​ໃນ​ບົດ​ເພງ​ວ່າ: “ໂອ້ ພຣະຜູ້​ຊ່ອຍ​ໃຫ້​ລອດ, ຈົ່ງ​ຢູ່​ກັບ​ຂ້ານ້ອຍ​ໃນ​ຄືນ​ນີ້.”3

ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ​ຄວາມໃກ້ຊິດ​ໃນ​ຄືນ​ນັ້ນ. ແລະ ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ເຖິງ​ການ​ປອບ​ໂຍນ​ຂອງ​ພຣະວິນ​ຍານ​ບໍລິສຸດ.

ຂ້າພະ​ເຈົ້າຢາກຮື້​ຟື້ນ​ຄວາມ​ຮູ້ສຶກ​ນັ້ນຄືນ​ໃໝ່​ເຖິງ​ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຄວາມ​ໃກ້ຊິດ​ຂອງ​ພຣະອົງ ທີ່​ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ລະຫວ່າງ​ກອງ​ປະຊຸມ​ສິນ​ລະ​ລຶກນັ້ນ. ດັ່ງນັ້ນ ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າຈຶ່ງ​ໄດ້​ຮັກສາພຣະບັນຍັດອີກ​ຢ່າງໜຶ່ງ​. ຂ້າພະ​ເຈົ້າ​ໄດ້​ຄົ້ນຄວ້າ​ພຣະຄຳ​ພີ. ​ໃນ​ນັ້ນ, ຂ້າພະ​ເຈົ້າຮູ້​ວ່າ ຂ້າພະ​ເຈົ້າສາມາດກັບ​ຄືນ​ໄປ​ເພື່ອ​ໃຫ້​ພຣະວິນ​ຍານ​ບໍລິສຸດ​ຊ່ອຍ​ຂ້າພະ​ເຈົ້າ​ໃຫ້​ຮູ້ສຶກ​​ເຖິງຄວາມ​ຮູ້ສຶກ​ຂອງ​ສານຸສິດ​ສອງ​ຄົນຂອງ​ພຣະຜູ້​ເປັນ​ເຈົ້າ ທີ່​ໄດ້​ຟື້ນ​ຄືນ​ຊີວິດ​ແລ້ວ​ ຕອນ​ພຣະອົງ​ໄດ້​ຕອບຮັບ​ການ​ເຊື້ອ​ເຊີນ​ຂອງ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໄປ​ໃນ​ເຮືອນ ​ແລະ ພັກ​ຢູ່​ກັບ​ເຂົາ​ເຈົ້າ.

ຂ້າພະ​ເຈົ້າ​ໄດ້​ອ່ານ​ກ່ຽວ​ກັບ​ວັນ​ຖ້ວນ​ສາມ​ຫລັງ​ຈາກ​ພຣະອົງ​ໄດ້​ຖືກ​ຄຶງ ​ແລະ ​ໄດ້​ຖືກ​ຝັງ​ໄວ້. ກຸ່ມ​ຜູ້ຍິງ​ທີ່​ຊື່ສັດ ​ແລະ ຄົນ​ອື່ນໆ​ໄດ້​ພົບ​ເຫັນ​ວ່າ ​ແຜ່ນ​ຫີນ​ທີ່​ອັດ​ປາກ​ອຸບ​​ໂມງ​ໄດ້​ຖືກ​ຍ້າຍ​ອອກ ​ແລະ ​ໄດ້​ເຫັນພຣະສົບ​ຂອງ​ພຣະອົງ​ບໍ່​ໄດ້​ຢູ່​ໃນ​ນັ້ນ. ​ເຂົາ​ເຈົ້າ​ໄດ້​ມາ​​ເພາະ​ຄວາມ​ຮັກ ​ແລະ ​ເພື່ອ​ຫົດສົງ​ພຣະສົບ​ຂອງ​ພຣະອົງ.

ທູດ​ສອງ​ອົງ​ໄດ້​ຢືນ​ຢູ່​ໃກ້​ແຖວ​ນັ້ນ ​ແລະ ​ໄດ້​ຖາມ​ວ່າ​ເປັນ​ຫຍັງ​​ເຂົາ​ເຈົ້າຈຶ່ງ​ມີ​ຄວາມ​ຢ້ານ​ກົວ, ​ໂດຍ​ກ່າວ​ວ່າ:

“​ເປັນ​ຫຍັງ​ພວກ​ເຈົ້າຈຶ່ງ​ຊອກ​ຫາ​ຄົນ​ເປັນ​ຢູ່​ໃນ​ໝູ່​ຄົນ​ຕາຍ?

“ພຣະອົງ​ເປັນ​ຄືນ​ມາສູ່​ຊີວິດ​ແລ້ວ, ຈົ່ງ​ລະນຶກ​ເຖິງ​ຖ້ອຍ​ຄຳ​ທີ່​ພຣະອົງ​ກ່າວ​ແກ່​ພວກ​ເຈົ້າ ​ເມື່ອ​ພຣະອົງ​ຢູ່​ໃນ​ແຂວງ​ຄາ​ລີ​ເລ​,

“ກ່າວ​ວ່າ, ບຸດ​ມະນຸດ​ຕ້ອງ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ບັນດາ​ຄົນ​ບາບ ​ແລະ ຖືກ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ ​ແລ້ວ​ໃນ​ວັນ​ຖ້ວນ​ສາມ​ກໍ​ຈະ​ເປັນ​ຄືນ​ມາສູ່​ຊີວິດ.”4

​ພຣະທຳ​ມາຣະ​ໂກໄດ້​ຕື່ມ​ຄຳ​ແນະນຳ​ຂອງ​ທູດ​ສະຫວັນ​ໃສ່​ວ່າ: “ຈົ່ງ​ໄປ​ບອກ​ສາ​ນຸສິດ​ຂອງ​ພຣະອົງ​ຮ່ວມ​ທັງ​ເປ​ໂຕ​ດ້ວຍ​ວ່າ: ພຣະອົງ​ຈະ​ໄປ​ຍັງ​ແຂວງ​ຄາ​ລີ​ເລ​ກ່ອນ​ເຈົ້າທັງຫລາຍ: ​ເຈົ້າທັງຫລາຍ​ຈະ​ເຫັນ​ພຣະອົງ​ຢູ່​ທີ່​ນັ້ນ, ຕາມ​ທີ່​ພຣະອົງ​ໄດ້​ບອກ​ພວກ​ເຈົ້າ​ໄວ້​ແລ້ວ.”5

ອັກຄະ​ສາວົກ ​ແລະ ສານຸສິດ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ເມືອງ​ເຢຣູຊາ​ເລັມ. ດັ່ງ​ທີ່​ອາດ​ເປັນ, ​ເຂົາ​ເຈົ້າຄົງ​​ເກີດມີ​ຄວາມ​ຢ້ານ​ກົວ ​ແລະ ​ປະຫລາດ​ໃຈ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ເວົ້າລົມ​ກັນ​ກ່ຽວ​ກັບ​ການ​ຕາຍ ​ແລະ ຄຳລາຍ​ງານບອກ​ວ່າ​ພຣະອົງ​ໄດ້​ຟື້ນ​ຄືນ​ຊີວິດ​ແລ້ວ.

​ສານຸສິດຂອງ​ພຣະອົງ​ສອງ​ຄົນ​ໄດ້​ພາກັນ​ຍ່າງຈາກ​ເມືອງ​ເຢຣູຊາ​ເລັມ​ໄປ​ຫາ​ເມືອງ​ເອມາ​ອຸດ​ໃນ​ຕອນ​ບ່າຍມື້ນັ້ນ. ພຣະຄິດ​ທີ່​ຟື້ນ​ຄືນ​ຊີວິດ​ແລ້ວ​ໄດ້​ມາ​ປະກົດ​ຢູ່​ໃນ​ເສັ້ນທາງ​ ​ແລະ ຍ່າງ​ໄປ​ກັບ​ເຂົາ​ເຈົ້າ. ພຣະຜູ້​ເປັນ​ເຈົ້າ​​ໄດ້​ສະ​​ເດັດ​ມາ​ຫາ​ເຂົາ​ເຈົ້າ.

ພຣ​ະທຳ​ລູກາໄດ້​ໃຫ້​ເຮົາ​ຍ່າງ​ໄປ​ນຳ​ເຂົາ​ເຈົ້າ:

“​ໃນ​ຂະນະ​ທີ່​ເຂົາ​ສົນທະນາ ​ແລະ ​ໂຕ້​ຖຽງ​ກັນ​ໄປ​ນັ້ນ ພຣະ​ເຢຊູ​ກໍ​ສະ​​ເດັດ​ມາ​ໃກ້ ​ແລະ ຮ່ວມ​ເດີນທາງ​ໄປ​ກັບ​ເຂົາ.

“ພວກ​ເຂົາ​ເຫັນ​ພຣະ​ເຢຊູ, ​ແຕ່​ມີ​ສິ່ງ​ປິດ​ບັງ​ບໍ່​ໃຫ້​ພວກ​ເຂົາ​ຈື່​ພຣະອົງ​ໄດ້.

“ພຣະອົງ​ໄດ້​ຖາມ​ພວກ​ເຂົາ​ວ່າ ຂະນະ​ທີ່​ຍ່າງ​ຕາມ​ທາງ ພວກ​ເຈົ້າ​ໂຕ້​ຖຽງ​ກັນ​ເຖິງ​ເລື່ອ​ງຫຍັງ?

“​ແລ້ວ​ຄົນ​ໜຶ່ງ​ຊື່​ກະ​ໂລ​ປາ ​ໄດ້​ທູນ​ຖາມ​ພຣະອົງ​ວ່າ ​ໃນ​ບັນດາ​ແຂກ​ເມືອງ​ທີ່​ມາ​ອາ​ໄສ​ຢູ່​ໃນ​ນະຄອນ​ເຢຣູຊາ​ເລັມ ມີ​ແຕ່​ທ່ານ​ຜູ້​ດຽວ​ຫລື ທີ່​ບໍ່​ຮູ້​ເຫດການ​ຊຶ່ງ​ເກີດ​ຂຶ້ນທີ່​ນັ້ນ?”6

​ເຂົາ​ເຈົ້າ​ໄດ້​ບອກ​ພຣະອົງ​ເຖິງ​ຄວາມ​ໂສກ​ເສົ້າຂອງ​ເຂົາ​ເຈົ້າທີ່​ພຣະ​ເຢຊູ​ໄດ້​ສິ້ນ​ພຣະຊົນ​ໄປ ​​​​​ເຖິງ​ແມ່ນເຂົາ​ເຈົ້າ​​​​ໝັ້ນ​ໃຈວ່າ​ພຣະອົງ​ຈະ​​ເປັນ​ພຣະຜູ້​ໄຖ່​ຂອງ​ອິດສະຣາ​ເອນ.

​ສຸລະສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າທີ່​ໄດ້​ຟື້ນ​ຄືນ​ຊີວິດ​ແລ້ວ ຄົງ​ເປັນ​ສຽງ​ດ້ວຍ​ຄວາມ​ຮັກ​ແພງ ​ຕອນ​ພຣະອົງ​ກ່າວ​ກັບ​ສານຸສິດສອງ​ຄົນ​ທີ່​ໂສກ​ເສົ້າ ​ແລະ ​​ໄວ້​ທຸກ.

“​ແລ້ວ​ພຣະອົງ​ໄດ້​ກ່າວ​ກັບ​ເຂົາ​ເຈົ້າວ່າ, ​ໂອ້ ຄົນ​ໂງ່​ເອີຍ ພວກ​ເຈົ້າຊ່າງ​ມີ​ໃຈ​ເສີຍ​ຊ້າ​ແທ້ ທີ່​ຈະ​ເຊື່ອ​ຟັງ​ທຸກ​ຖ້ອຍ​ຄຳ​ທີ່​ບັນດາ​ຜູ້​ທຳນາຍ​ໄດ້​ປະກາດ​ໄວ້:

“ພຣະຄຣິດຕ້ອງ​ທົນ​ທຸກທໍລະມານ​ຕໍ່​ສິ່ງ​ເຫລົ່າ​ນີ້ ​ແລ້ວ​ເຂົ້າ​ໄປ​ໃນ​ລັດສະໝີ​ພາບ​ຂອງ​ພຣະອົງ ​ໃນສະ​ຫວັນ​ ບໍ່​ແມ່ນ​ບໍ?

“​ແລ້ວ​ພຣະອົງ​ຈະ​ອະທິບາຍ​ພຣະຄຳ​ພີ​ທຸກ​ຕອນ​ທີ່​ກ່າວ​ເຖິງ​ເລື່ອງ​ພຣະອົງ​ສູ່​ເຂົາ​ຟັງ ຄື​ເລີ່​ມ​ແຕ່​ໂມ​ເຊ ຕະຫລອດ​ເຖິງພວກ​ຜູ້​ທຳນາຍ.”7

​ແລ້ວ​ມາ​ເຖິງ​ຕອນ​ທີ່​ປະ​ທັບ​ໃຈ​ຂ້າພະ​ເຈົ້າຫລາຍ ນັບ​ແຕ່​ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ ມີ​ຄຳ​ວ່າ:

“ພໍ​ມາ​ໃກ້​ບ້ານ​ທີ່​ເຂົາ​ກຳລັງ​ຈະ​ໄປ​ນັ້ນ ພຣະ​ເຢຊູ​ເຮັດ​ຄື​ຈະ​ສະ​ເດັດ​ຜ່ານ​ໄປ​ເລີຍ.

“​ແຕ່​ເຂົາ​ທັງ​ສອງ​ໄດ້​ຊັກ​ຊວນ​ໃຫ້​ພຣະອົງ​ຢູ່​ ໂດຍ​ເວົ້າວ່າ, ​ເຊີນ​ພັກ​ຄ້າງ​ຄືນ​ຢູ່​ກັບ​ພວກ​ເຮົາ​ສາ, ​ເພາະ​ໃກ້​ຈະ​ຄ່ຳ​ມືດ​ແລ້ວ. ດັ່ງນັ້ນພຣະອົງ​ຈຶ່ງ​ເຂົ້າ​ໄປ​ພັກ​ຢູ່​ກັບ​ພວກ​ເຂົາ.”8

ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຮັບ​ເອົາ​ການ​ເຊື້ອ​ເຊີນ ທີ່​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ສານຸ​ສິດ ຢູ່​ໃກ້​​ເມືອງ​ເອມາ​ອຸດ.

ພຣະອົງ​ໄດ້​ນັ່ງ​ກິນ​ເຂົ້າກັບ​ເຂົາ​ເຈົ້າ. ພຣະອົງ​ໄດ້​ເອົາ​ເຂົ້າຈີ່​ກ້ອນ​ໜຶ່ງ​ມາ, ​ໃຫ້​ພອນ, ຫັກ​ເປັນ​ກ້ອນ​ໆ ​ແລະ ຍື່ນ​ໃຫ້​ເຂົາ​ເຈົ້າກິນ. ຕາ​ຂອງ​ເຂົາ​ເຈົ້າ​ໄດ້​ເປີດ​ອອກ ​ເພື່ອ​ວ່າ​ເຂົາ​ເຈົ້າຈະ​ໄດ້​ຮູ້ຈັກ​ພຣະອົງ. ​ແລ້ວ​ພຣະອົງ​ໄດ້​ຫາຍວັບ​ໄປ​ທັນທີ. ລູ​ກາ​ໄດ້​ບັນທຶກ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ສານຸສິດ​ໄວ້​ດັ່ງ​ນີ້: “​ເຂົາ​ຈຶ່ງ​ເວົ້າກັນ​ວ່າ ​ເມື່ອ​ພຣະອົງ​ເວົ້ານຳ​ເຮົາ​ຕາມ​ທາງ ​ແລະ ​ໄດ້​ອະທິບາຍ​ພຣະຄຳ​ພີ​ໃຫ້​ເຮົາ​ຟັງ​ນັ້ນ ​ໃຈຂອງ​ເຮົາ​ກໍ​ຮ້ອນຮົນ​ເໝືອນ​ໄຟ​ພາຍ​ໃນ​ເຮົາ​ບໍ່​ແມ່ນ​ຫລື?”9

​ໃນ​ທັນ​ໃດ​ນັ້ນ ສາ​ນຸສິດທັງ​ສອງ​ໄດ້​ຟ້າວ​ກັບ​ຄືນ​ໄປ​ເມືອງ​ເຢຣູຊາ​ເລັມ ​ແຈ້ງ​ບອກ​ອັກຄະ​ສາວົກ​ສິບ​ເອັດ​ຄົນ ​​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນກັບ​ເຂົາ​ເຈົ້າ. ​ແລ້ວພຣະຜູ້​ຊ່ອຍ​ໃຫ້​ລອດ​ກໍ​​ໄດ້ປະກົດ​ຂຶ້ນທັນທີ.

ພຣະອົງ​ໄດ້​ທົບ​ທວນ​ພາລະກິດ​ຂອງ​ພຣະອົງ​ທີ່​ມີ​ທຳນາຍ​ໄວ້ ​ເຖິງ​ການ​ຊົດ​ໃຊ້​ສຳລັບບາບ​ຂອງ​ລູກໆ​ຂອງ​ພຣະບິດາ​ຂອງ​ພຣະອົງ ​ແລະ ​ເຖິງ​ການ​ຕັດ​ສາຍ​ຫັດ​ແຫ່ງ​ຄວາມ​ຕາຍ​.

“​ແລະ ກ່າວ​ແກ່​ພວກ​ເຂົາ​ວ່າ, ນີ້​ແຫລະ​ແມ່ນ​ສິ່ງ​ທີ່​ຂຽນ​ໄວ້, ພຣະຄຣິດຕ້ອງ​ທົນ​ທຸກທໍລະມານ ​ແລະ ຕ້ອງ​ເປັນ​ຄືນ​ມາ​ຈາກ​ຕາຍ​ໃນ​ວັນ​ຖ້ວນ​ສາມ:

“ຈົ່ງ​ປະກາດ​ພຣະນາມ​ຂອງ​ພຣະອົງ​ແກ່​ຄົນ​ທຸກ​ຊົນ​ຊາດ, ​ໂດຍ​ເລີ່​ມຈາກ​ນະຄອນ​ເຢຣູຊາ​ເລັມ​ໄປ​ ໃຫ້​ເຂົາຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​​ໃໝ່ ​ແລະ ຮັບ​ເອົາ​ການ​ອະ​ໄພບາບ.

“ພວກ​ເຈົ້າກໍ​ເປັນ​ພະຍານ​ໃນ​ເລື່ອງ​ເຫລົ່ານີ້.”10

ພຣະຄຳ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ເປັນຄວາມ​ຈິງສຳລັບ​ເຮົາ ​ເທົ່າໆ​ກັບ​ຕໍ່​ສານຸສິດ​ຂອງ​ພຣະອົງ​ໃນ​ຕອນ​ນັ້ນ. ​ເຮົາ​​ເຫັນ​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່າ​ນີ້. ​ແລະ ການ​ມອບ​ໝາຍ​ອັນ​ສຳຄັນທີ່​ເຮົາ​ຍອມ​ຮັບ ​ເມື່ອ​ເຮົາ​ຮັບ​ບັບຕິ​ສະມາ​ເຂົ້າ​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ໄດ້​ເຮັດ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ເຮົາ ​​ໂດຍ​ສາດສະດາ​ແອວ​ມາ ​ໃນ​ຫລາຍ​ສັດຕະວັດ​ກ່ອນ ທີ່​ນ້ຳມໍ​ມອນ​ວ່າ:

“​ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ນີ້​ຄື​ນ້ຳ​ມໍ​ມອນ (ເພາະ​ເອີ້ນ​ຊື່​ມັນ​ແບບ​ນັ້ນ) ແລະ ບັດ​ນີ້, ຍ້ອນ​ວ່າ​ພວກ​ທ່ານ​ປາ​ດຖະໜາ​ຈະ​ເຂົ້າ​ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ, ແລະ ມີ​ຊື່​ວ່າ​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ເຕັມ​ໃຈ​ຈະ​ແບກ​ຫາບ​ພາລະ​ຂອງ​ກັນ​ແລະ​ກັນ, ເພື່ອ​ຈະ​ໄດ້​ແບ່ງ​ເບົາ;

“ແທ້​ຈິງ​ແລ້ວ, ແລະ ເຕັມ​ໃຈ​ທີ່​ຈະ​ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ; ແທ້​ຈິງ​ແລ້ວ, ຈະ​ປອບ​ໃຈ​ຄົນ​ທີ່​ຕ້ອງການ​ຄວາມ​ປອບ​ໃຈ, ແລະ ຈະ​ຢືນ​ເປັນ​ພະຍານ​ຂອງ​ພຣະ​ເຈົ້າໃນທຸກ​ເວລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ​ທີ່ພວກ​ທ່ານ​ຢູ່, ເຖິງ​ແມ່ນ​ຈົນ​ເຖິງ​ຄວາມ​ຕາຍ, ເພື່ອ​ພວກ​ທ່ານ​ຈະ​ຖືກ​ໄຖ່ໂດຍ​ພຣະ​ເຈົ້າ, ແລະ ຖືກ​ນັບ​ເຂົ້າຢູ່​ກັບ​ບັນດາ​ຜູ້​ຄົນ​ຂອງ​ການ​ຟື້ນ​ຄືນ​ຊີວິດ​ຄັ້ງ​ທຳ​ອິດ, ເພື່ອ​ພວກ​ທ່ານ​ຈະ​ມີ​ຊີວິດ​ນິລັນດອນ—

“ບັດ​ນີ້​ຂ້າພະ​ເຈົ້າກ່າວ​ກັບ​ພວກ​ທ່ານ​ວ່າ, ຖ້າ​ຫາກ​ສິ່ງ​ນີ້​ເປັນຄວາມ​ປາ​ດຖະໜາ​ຂອງ​ໃຈ​ຂອງພວກ​ທ່ານ ແລ້ວ, ພວກ​ທ່ານ​ມີ​ຫຍັງ​ແດ່​ຂັດຂ້ອງ​ທີ່​ຈະ​ຮັບ​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະຜູ້​ເປັນ​ເຈົ້າ, ເພື່ອ​ຈະ​ເປັນ​ພະຍານ​ຕໍ່​ພຣະ​ອົງ, ວ່າ​ພວກ​ທ່ານໄດ້​ເຂົ້າເຮັດພັນທະ​ສັນຍາ​ກັບ​ພຣະອົງ, ວ່າ​ພວກ​ທ່ານ​ຈະ​ຮັບ​ໃຊ້​ພຣະ​ອົງ ແລະ ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ, ເພື່ອ​ພຣະ​ອົງ​ຈະ​ໄດ້​ທຸ້ມ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ພວກ​ທ່ານ​ຢ່າງ​ຫລວງຫລາຍ​ຍິ່ງ​ຂຶ້ນ?

“ແລະ ບັດ​ນີ້​ເມື່ອ​ຜູ້​ຄົນ​ໄດ້​ຍິນ​ຂໍ້ຄວາມ​ນີ້​ແລ້ວ, ພວກ​ເຂົາ​ຕົບມື​ດ້ວຍ​ຄວາມສຸກ ແລະ ຮ້ອງ​ອອກ​ມາ​ວ່າ: ນີ້​ຄື​ຄວາມ​ປາດຖະໜາຂອງ​ໃຈ​ຂອງ​ພວກ​ເຮົາ.”11

​ເຮົາ​ຢູ່​ໃນ​ພັນທະ​ສັນຍາ ທີ່​ຈະ​ຊ່ອຍ​​ເຫລືອ​ຄົນ​ທີ່​ຂັດ​ສົນ ​ແລະ ​ເປັນ​ພະຍານ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ຕະຫລອດ​ຊີວິດ​ຂອງ​ເຮົາ.

​ເຮົາ​ຈະ​ເຮັດ​ສິ່ງ​ນີ້​ໄດ້ຢ່າງ​ບໍ່​ລົ້ມ​ເຫ​ລວ ​ເມື່ອ​ເຮົາ​ມີ​ຄວາມ​ຮັກ​ຕໍ່​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ. ​ເມື່ອ​ເຮົາ​ຊື່ສັດ​ຕໍ່​ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້, ​ແລ້ວ​​ເຮົາ​ຈະ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະອົງ. ມັນ​ຈະ​ເພີ່ມ​ທະວີ​ຂຶ້ນ ​ເພາະວ່າ​ເຮົາ​ຈະ​ຮູ້ສຶກ​ເຖິງ​ອຳນາດ​ຂອງ​ພຣະອົງ ​ແລະ ການ​ສະຖິດ​ຢູ່​ໃກ້​ຂອງ​ພຣະອົງ ​ໃນ​ການ​ຮັບ​ໃຊ້​ຂອງພຣະອົງ.

ປະທານ​ທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ເຕືອນ​ເຮົາ​ເລື້ອຍໆ ​ເຖິງ​ຄຳ​ສັນຍາ​ຂອງ​ພຣະຜູ້​ເປັນ​ເຈົ້າຕໍ່​ສາ​ນຸສິດ​ທີ່​ຊື່ສັດ​ຂອງ​ພຣະອົງ ດັ່ງ​ນີ້: ​ຜູ້​ໃດກໍ​ຕາມ​ທີ່​ຮັບເອົາພວກເຈົ້າ, ທີ່​ນັ້ນພຣະອົງຈະ​ຢູ່​ນຳ​ຄື​ກັນ, ເພາະ​ພຣະອົງ​ຈະ​ອອກ​ໜ້າພວກເຈົ້າ. ​ພຣະອົງຈະ​ຢູ່​ທາງ​ຂວາ​ມື​ພວກເຈົ້າ ​ແລະ ທາງ​ຊ້າຍ​ມື​ພວກເຈົ້າ, ​ແລະ ວິນ​ຍານ​ຂອງ​ພຣະອົງຈະ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ, ​ແລະ ທູດ​ຂອງ​ພຣະອົງ​ຈະ​ອ້ອມ​ຮອບ​ພວກເຈົ້າ​ໄວ້, ​ເພື່ອຄ້ຳຊູ​ພວກເຈົ້າ.12

ມີ​ທາງ​ໜຶ່ງ​ອີກ​ທີ່​ທ່ານ ​ແລະ ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ເຖິງ​ຄວາມ​ໃກ້​ຊິດ​ຂອງ​ພຣະອົງກັບ​ເຮົາ. ​ເມື່ອ​ເຮົາ​ອຸທິດ​ຕົນ​ໃນ​ການ​ຮັບ​ໃຊ້​ພຣະອົງ, ພຣະອົງ​ຈະ​ເຂົ້າ​ໃກ້ຄົນ​ທີ່​ເຮົາ​ຮັກ​ຢູ່​ໃນ​ຄອບຄົວ​ຂອງ​ເຮົາ. ທຸກ​ເທື່ອ​ທີ່​ຂ້າພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າ ທີ່​ຈະ​ຕ້ອງ​ໄດ້​ຍ້າຍ ຫລື ​​ຈາກຄອບຄົວ​ໄປ, ຂ້າພະ​ເຈົ້າ​​ເຫັນ​ວ່າ ພຣະຜູ້​ເປັນ​ເຈົ້າ​ໄດ້​ອວຍພອນພັນ​ລະ​ຍາ ​ແລະ ລູກໆ​ຂອງ​ຂ້າພະ​ເຈົ້າ. ພຣະອົງ​ໄດ້​ຕຽມ​ຜູ້​ຮັບ​ໃຊ້​ທີ່​ດີຂອງ​ພຣະອົງ ​ແລະ ​ໂອກາດ​ທີ່​ຈະ​ດຶງ​ດູດຄອບຄົວ​ຂອງ​ຂ້າພະ​ເຈົ້າໃຫ້​ເຂົ້າມາ​ໃກ້​ພຣະອົງ.

ທ່ານກໍ​ເຄີຍ​ຮູ້ສຶກ​​ໄດ້ພອນ​ເຊັ່ນ​ນີ້​ໃນ​ຊີວິດ​ຂອງ​ທ່ານ​ຄື​ກັນ. ຫລາຍ​ຄົນ​ໃນ​ພວກ​ທ່ານ​ກໍ​ມີ​ບາງ​ຄົນ​ທີ່​ທ່ານ​ຮັກ ຜູ້​ໄດ້​ເດີນ​ອອກ​ນອກ​ທາງ​ແຫ່ງ​ຊີວິດ​ນິລັນດອນ​ໄປ. ທ່ານ​ກໍ​ຢາກ​ຮູ້​ວ່າ ທ່ານຈະ​ຕ້ອງ​ເຮັດ​ສິ່ງ​ໃດ​ອີກ ​ເພື່ອ​ຈະ​ນຳ​ເຂົາ​ເຈົ້າກັບ​ຄືນ​ມາ. ທ່ານ​ສາມາດ​ເພິ່ງ​ພາພຣະຜູ້​ເປັນ​ເຈົ້າ ​ເພື່ອ​ຈະ​ໄດ້​ເຂົ້າ​ໃກ້​ເຂົາ​ເຈົ້າ ​​ໃນ​ຂະນະ​ທີ່​ທ່ານ​ຮັບ​ໃຊ້​ພຣະອົງ​ຢ່າງ​ຊື່ສັດ.

ທ່ານ​ຈື່​ຄຳ​ສັນຍາ​ຂອງ​ພຣະຜູ້​ເປັນ​ເຈົ້າກັບ​ໂຈ​ເຊັບ ສະ​ມິດ ​ແລະ ຊິດ​ນີ ຣິກດອນ ​ໄດ້​ບໍ ຕອນ​ພວກ​ເພິ່ນ​ໄດ້​ຢູ່ຫ່າງ​ໄກ​ຈາກ​ຄອບຄົວ​ຂອງ​ພວກ​ເພິ່ນ. ພຣະຜູ້​ເປັນ​ເຈົ້າ​ໄດ້​ບອກວ່າ ຄອບຄົວຂອງພວກ​​ເພິ່ນສະບາຍດີ; ​ພວກ​ເຂົາ​ຢູ່​ໃນ​ພຣະຫັດຂອງ​ພຣະອົງ, ​ແລະ ພຣະອົງຈະ​ຈັດການ​ກັບ​ພວກ​ເຂົາ​ດັ່ງ​ທີ່​ພຣະອົງ​ເຫັນ​ວ່າ​ດີ; ​ເພາະ​ພຣະ​ອົງມີອຳນາດ​ໃນ​ທຸກ​ສິ່ງ​ທັງ​ປວງ.13

​ເຊັ່ນ​ດຽວ​ກັບ​ແອວ​ມາ ​ແລະ ກະສັດ​ໂມ​ໄຊ​ຢາ, ພໍ່​ແມ່​ທີ່​ດີ​ບາງ​ຄົນ​ໄດ້​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າ​ເປັນ​ຢ່າງ​ດີ ​ແລະ ​ດົນ​ນານ ກໍ​ມີ​ລູກ​ຜູ້​ໄດ້​ອອກ​ນອກ​ທາງ​ໄປ ​ເຖິງ​ແມ່ນ​ພໍ່​ແມ່​ໄດ້​​ເສຍ​ສະລະ​ສຳລັບ​ພຣະຜູ້​ເປັນ​ເຈົ້າກໍ​ຕາມ. ​ພວກ​ເພິ່ນ​ກໍ​ໄດ້​ເຮັດ​ຈົນ​ສຸດ​ຄວາມ​ສາມາດ, ​​ແຕ່​ກໍ​ບໍ່​ໄດ້ຜົນ, ແມ່ນ​ແຕ່​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ຈາກ​ໝູ່​ເພື່ອນ​ທີ່​ຮັກ​ແພງ ​ແລະ ຊື່ສັດ.

​ແອວ​ມາ ​ແລະ ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​​ໃນ​ວັນ​ເວລາ​ຂອງ​ເພິ່ນ ໄດ້ອະທິຖານ​ເພື່ອ​ລູກ​​ເພິ່ນ ​ແລະ ພວກ​ລູກ​ຊາຍ​ຂອງ​ກະສັດ​ໂມ​ໄຊ​ຢາ. ທູ​ດສະຫວັນ​ອົງ​ໜຶ່ງ​ໄດ້​ມາ​ປະກົດ. ຄຳ​ອະທິຖານ​ຂອງ​ທ່ານ ​ແລະ ຂອງ​ຄົນ​ທີ່​ໃຊ້​ສັດທາ ຈະ​ນຳ​ຜູ້​ຮັບ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າມາ​ຊ່ອຍ​​ເຫລືອ​ຄົນ​ໃນ​ຄອບຄົວ​ຂອງທ່ານ. ​ເຂົາ​ເຈົ້າຈະ​ຊ່ອຍ​ເຫລືອ​ລູກ​ຂອງ​ທ່ານ​ໃຫ້​​ເລືອກ​ເສັ້ນທາງ​ທີ່​ຈະ​ກັບ​ຄືນ​ໄປ​ບ້ານ ຫາ​ພຣະ​ເຈົ້າ, ​ເຖິງ​ແມ່ນ​ໃນ​ຕອນ​ທີ່​ເຂົາ​ເຈົ້າຖືກ​ມານ​ ​ແລະ ບໍລິວານ​ຂອງ​ມັນ​ໂຈມ​ຕີ, ຜູ້​ຊຶ່ງ​ມີ​ຈຸດປະສົງ​ທີ່​ຈະ​ທຳລາຍ​ຄອບຄົວ​ໃນ​ຊີວິດ​ນີ້ ​ແລະ ​ໃນ​ນິລັນດອນ.

ທ່ານ​ຈື່​ຖ້ອຍ​ຄຳ​ຂອງ​ທູດ​ສະ​ຫວັນ​ທີ່​ໄດ້​ກ່າວ​ກັບ​ແອວ​ມາຜູ້​ລູກ ​ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ໄດ້​ບໍ ກັບ​ຄວາມ​ກະບົດ​ຂອງ​ເຂົາ​ເຈົ້າ: “ແລະ ອີກ​ຢ່າງ​ໜຶ່ງ​ທູດ​ກ່າວ​ວ່າ: ຈົ່ງ​ເບິ່ງ, ພຣະຜູ້​ເປັນ​ເຈົ້າ​ໄດ້​ຍິນ​ຄຳ​ອະທິຖານ​ຂອງ​ຜູ້ຄົນ​ຂອງ​ພຣະ​ອົງ, ແລະ ຄຳ​ອະທິຖານ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ແອວ​ມາ, ຜູ້​ເປັນ​ບິດາ​ຂອງ​ເຈົ້ານຳ​ອີກ; ເພາະວ່າ​ເພິ່ນ​ໄດ້​ອະທິຖານ​ດ້ວຍ​ສັດທາ​ກ່ຽວ​ກັບ​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ຖືກ​ນຳ​ມາ​ໃຫ້​ຮູ້​ເລື່ອງ​ຄວາມ​ຈິງ; ດັ່ງນັ້ນ, ເພື່ອ​ຈຸດ​ປະສົງ​ນີ້ ເຮົາ​ຈຶ່ງ​ມາ​ເຮັດ​ໃຫ້​ເຈົ້າ​ສຳນຶກ​ເຖິງ​ອຳນາດ ແລະ ສິດ​ອຳນາດ​ຂອງ​ພຣະ​ເຈົ້າ, ເພື່ອ​ໃຫ້​ຄຳ​ອະທິຖານ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໄດ້​ຮັບ​ຄຳ​ຕອບ​ຕາມ​ສັດທາ​ຂອງ​ພວກ​ເຂົາ.”14

ຄຳ​ສັນຍາ​ຂອງ​ຂ້າພະ​ເຈົ້າຕໍ່​ຜູ້​ທີ່​ອະທິຖານ ​ແລະ ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າແມ່​ນ ທ່ານ​ອາດ​ຈະ​ບໍ່​ໄດ້​ຮັບ​ພອນ​ທຸກ​ປະການ​ທີ່​ທ່ານ​ປາດ​ຖະໜາ​ສຳລັບ​ຕົນ​ເອງ ​ແລະ ສຳລັບ​ຄອບຄົວ. ​ແຕ່​ຂ້າພະ​ເຈົ້າສັນຍາ​ທ່ານ​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຈະ​ຢູ່​ໃກ້​ທ່າ​ນ ​ແລະ ອວຍພອນ​ທ່ານ ​ແລະ ຄອບຄົວ​ທ່ານ ​ໃນ​ທາງ​ທີ່​ດີ​ທີ່​ສຸດ ສຳລັບ​ທ່ານ. ທ່ານ​ຈະ​​ໄດ້​ຮັບ​ຄວາມ​ຮັກ​ຂອງ​ພຣະອົງ ​ແລະ ຮູ້ສຶກ​ວ່າ​ພຣະອົງ​​ຢູ່​ໃກ້ ​ເມື່ອ​ທ່ານ​​​ເອື້ອມ​ອອກ​ໄປ​ຊ່ອຍ​ເຫລືອ​ຄົນ​ອື່ນ. ​ເມື່ອ​ທ່ານ​ພັນ​ແຜ​ຂອງ​ຄົນ​ທີ່​ຂັດ​ສົນ ​ແລະ ສະ​ເໜີ​ການ​ຊົດ​ໃຊ້​ແຫ່ງ​ການ​ຊຳລະ​ລ້າງ​ຂອງ​ພຣະ​ອົງ​ຕໍ່​ຄົນ​ທີ່​ໂສກ​ເສົ້າຢູ່​ໃນ​ບາບ, ​ແລ້ວ​ອຳນາດ​ຂອງ​ພຣະຜູ້​ເປັນ​ເຈົ້າຈະ​ຄ້ຳຊູ​ທ່ານ. ​ພຣະຫຸຂອງ​ພຣະອົງ​ຈະ​​ເດ່​ອອກ​ມາ​ ພ້ອມ​ກັບ​ທ່ານ ​ເພື່ອຊ່ອຍ​ເຫລືອ ​ແລະ ​ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນຂອງ​ເຮົາ, ຮ່ວມ​ທັງ​ຄົນ​ທີ່ຢູ່​ໃນ​ຄອບຄົວ​ຂອງ​ທ່ານ.

ມີ​ການ​ຕຽມພ້ອມ​ໄວ້​ແລ້ວ​ເພື່ອ​ຕ້ອນຮັບ​ເຮົາ​ ຕອນ​ເຮົາ​ກັບ​ບ້ານ. ຕອນ​ນັ້ນ ​ເຮົາ​ຈະ​ເຫັນ​ວ່າ ​ເປັນ​ດັ່ງ​ທີ່​ພຣະຜູ້​ເປັນ​ເຈົ້າ​ທີ່​ເຮົາ​ຮັກໄດ້​ສັນຍາ​ໄວ້. ພຣະອົງ​ຈະ​ຕ້ອນຮັບ​ເຮົາ​ເຂົ້າ​ໃນ​ຊີວິດ​ນິລັນດອນ ຢູ່​ກັບ​ພຣະອົງ ​ແລະ ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ. ພຣະ​ເຢຊູ​ຄຣິດ​ໄດ້​ບັນຍາຍ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ:

ໃຫ້​ເຮົາສະ​ແຫວງຫາທີ່​ຈະ​ນຳສີໂອນຂອງພຣະອົງອອກ​ມາ ​ແລະ ສະຖາປະນາມັນ​ຂຶ້ນ. ​ໃຫ້ຮັກສາພຣະບັນຍັດ​ຂອງ​ພຣະອົງໃນທຸກ​ສິ່ງ.

ແລະ, ຖ້າ​ເຮົາຮັກສາພຣະບັນຍັດ​ຂອງ​ພຣະອົງ ​ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ ​​ເຮົາຈະມີຊີວິດ​ນິລັນດອນ, ​ຊຶ່ງ​ເປັນ​ຂອງ​ປະທານ​ອັນຍິ່ງ​ໃຫຍ່ທີ່​ສຸດ​ໃນ​ຂອງ​ປະທານ​ທັງ​ໝົດຂອງ​ພຣະ​ເຈົ້າ.15

ເພາະ​ຄົນ​ທີ່​ມີ​ຊີວິດ​ຢູ່ຈະ​ໄດ້​ຮັບ​ແຜ່ນດິນ​ໂລກ​ເປັນ​ມູນ​ມໍລະດົກ, ​ແລະ ຄົນ​ທີ່ຕາຍ​ໄປ​ແລ້ວ ຈະ​ໄດ້​ພັກຜ່ອນ​ຈາກ​ວຽກ​ງານທັງ​ໝົດ​ຂອງ​ພວກເຂົາ, ​ແລະ ວຽກ​ງານ​ຂອງພວກເຂົາ​ຈະ​ຕິດຕາມ​ພວກເຂົາ​ໄປ; ​ແລະ ​ພວກເຂົາ​ຈະ​ໄດ້​ຮັບ​ມົງກຸດ​ໃນ​ຜາສາດ​ຂອງ​ພຣະບິດາ​ຂອງ​ພຣະອົງ, ​ຊຶ່ງ​ພຣະອົງໄດ້ຕຽມ​ໄວ້​ໃຫ້​ພວກເຂົາ​ແລ້ວ.16

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ໂດຍ​ພຣະວິນ​ຍານ ​ເຮົາ​ສາມາດ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະບິດາ​ເທິງສະຫວັນ ທີ່​ວ່າ: “ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!”17

​ໂດຍ​ພຣະວາຈາ ​ແລະ ຕົວຢ່າງ​ຂອງ​ພຣະອົງ, ພຣະຄຣິດ​ໄດ້​ສະ​ແດງ​ໃຫ້​ເຮົາ​ເຫັນ​ວິ​ທີ​ທີ່​ຈະ​ເຂົ້າ​ໃກ້​ພຣະອົງ. ລູກ​ທຸກ​ຄົນ​ຂອງ​ພຣະບິດາ​ເທິງ​ສະຫວັນຜູ້​ໄດ້​ເລືອກ​ທີ່​ຈະ​ເຂົ້າ​ໄປ​ໃນ​ປະຕູ​ແຫ່ງ​ການ​ບັບຕິ​ສະມາ ​​ເພື່ອ​ເຂົ້າ​ໃນ​ສາດສະໜາ​ຈັກ​ຂອງ​ພຣະອົງ ຈະ​ມີ​ໂອກາດ​ໃນ​ຊີວິດ​ນີ້​ທີ່​ຈະ​ໄດ້​ຮັບ​ການ​ສິດສອນ​​ເຖິງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ ​ແລະ ​ໄດ້​ຍິນ​ຈາກ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະອົງ ຈາກ​ຜູ້​ຮັບ​ໃຊ້​ຂອງ​ພຣະອົງ​ວ່າ “ຈົ່ງ​ມາ​ຫາ​ເຮົາ.”18

ຜູ້​ຮັບ​ໃຊ້​ແຫ່ງ​ພັນທະ​ສັນຍາ​ແຕ່ລະຄົນ​ຂອງ​ພຣະອົງ​ຢູ່​ໃນອານາຈັກ​ຂອງ​ພຣະອົງ​ຢູ່​ໃນ​ໂລກ​ນີ້, ຈະ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພຣະອົງ​ໂດຍ​ທາງ​ພຣະວິນ​ຍານ ​ເມື່ອ​ເຂົາ​ເຈົ້າ​ໃຫ້​ພອນ ​ແລະ ຮັບ​ໃຊ້​ຄົນ​ອື່ນ​ແທນ​ພຣະອົງ. ​​ແລະ ເຂົາ​ເຈົ້າຈະ​ຮູ້ສຶກ​ເຖິງ​ຄວາມ​ຮັກຂອງ​ພຣະອົງ, ​ແລະ ພົບ​ຄວາມສຸກ​ໃນ​ການ​ໄດ້​ຢູ່​​ໃກ້​ພຣະອົງ.

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະຜູ້​ເປັນ​ເຈົ້າ ວ່າ​ເປັນຄວາມ​ຈິງ ​​ເທົ່າ​ກັບ​ຄ່ຳ​ຄືນ​ນັ້ນ ກັບ​ສານຸສິດ​ສອງ​ຄົນຢູ່​ໃນ​​ເຮືອນ​ ​ໃກ້​ເມືອງ​ເອມາ​ອຸດ. ຂ້າພະ​ເຈົ້າຮູ້​ວ່າ ພຣະອົງ​ຊົງ​ພຣະຊົນ​ຢູ່ ​ເທົ່າ​ກັບ​​ໂຈເຊັບ ສະ​ມິດ ​ໄດ້​ເຫັນ​ພຣະບິດາ ​ແລະ ພຣະບຸດ ​ໃນ​ຄວາມ​ສະຫວ່າງ​ໃນຍາມ​ເຊົ້າຢູ່​ໃນ​ປ່າ ​ໃນ​ເມືອງ​ພາ​ໄມຣານັ້ນ.

ນີ້​ແມ່ນ​ສາດສະໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ. ​ປະທານ​ທອມ​ມັສ ​ແອັສ ມອນ​ສັນ ມີຂໍ​ກະ​ແຈຂອງຖານະ​ປະ​ໂລຫິດ​ທີ່​ສາມາດ​ຜະ​ນຶກ​ຄອບຄົວ​ເຂົ້າກັນ ​ເພື່ອ​ຈະ​ໄດ້​ຢູ່​ນຳ​ກັນ​ຕະຫລອດ​ການ ນຳພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ແລະ ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ. ​ເຮົາ​ຈະ​ໄດ້​ຢືນ​ຢູ່​ໃນ​ການ​ພິພາກສາ​ຢູ່​ຕໍ່ພຣະພັກຂອງພຣະຜູ້​ຊ່ອຍ​ໃຫ້​ລອດ, ໜ້າ​ຕໍ່ໜ້າ. ມັນ​ຈະ​ເປັນ​ເວລາ​ທີ່​ຊື່ນ​ຊົມ​ຫລາຍ​ສຳລັບ​ຄົນ​ທີ່​ເຂົ້າ​ໃກ້​ພຣະອົງ ​ໃນ​ການ​ຮັບ​ໃຊ້​ພຣະອົງ​ໃນ​ຊີວິດ​ນີ້. ຄົງ​ຈະຊື່ນ​ຊົມ​ຫລາຍທີ່​ຈະ​ໄດ້​ຍິນ​ຄຳ​ວ່າ: “ດີ​ແລ້ວ, ຄົນ​ໃຊ້​ທີ່​ດີ ​ແລະ ສັດ​ຊື່​ເອີຍ.”19 ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ໃນ​ຖານະ​ທີ່​ເປັນ​ພະຍານ​ຄົນ​ໜຶ່ງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ຊີວິດ​ແລ້ວ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.