​2010–2019
ຜູ້​ຕິດຕາມ​ຂອງ​ພຣະຄຣິດ
ເມສາ 2013


ຜູ້​ຕິດຕາມ​ຂອງ​ພຣະຄຣິດ

ການ​ຕິດ​ຕາມ​ພຣະຄຣິດ​ບໍ່​ໄດ້​ເປັນ​ເລື່ອງຫລິ້ນໆ ຫລື ການ​ກະທຳ​ເປັນ​ບາງ​ຄັ້ງ​ບາງ​ຄາວ, ແຕ່​ເປັນ​ຄຳໝັ້ນ​ສັນຍາ​ທີ່​ຕໍ່​ເນື່ອງ ແລະ ວິທີ​ທາງ​ຂອງ​ຊີວິດທີ່​ໃຊ້​ໄດ້​ໃນທຸກໆ​ເວລາ ແລະ ໃນ​ທຸກໆ​ສະຖານທີ່.

ເພງ​ສວດ​ເພງ​ໜຶ່ງ​ທີ່​ເຮົາ​ມັກ​ຫລາຍ​ທີ່​ສຸດ ເລີ່​ມຕົ້ນ​ດ້ວຍ​ຖ້ອຍ​ຄຳເຫລົ່າ​ນີ້ວ່າ:

ຈົ່ງ​ຕາມ​ເຮົາ​ມາ, ພຣະ​ອົງ​ກ່າວ​ໄວ້.

ໃຫ້​ເຮົາ​ເດີນ​ຕາມ​ຮອຍ​ບາດ​ພູມີ,

ດ້ວຍ​ການ​ນີ້ ເຮົາ​ຈະ​ເປັນ​ໜຶ່ງ​ດຽວ

ກັບ​ພຣະ​ບຸດ​ດຽວ​ຂອງ​ພຣະ​ອົງ​ພຣະ​ເຈົ້າ.1

ຈອນ ນິກ​ໂກ​ສັນ, ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ຊາວ​ສະ​ກາດ ໄດ້ປະພັນ​ຖ້ອຍ​ຄຳ​ທີ່​ດົນ​ໃຈ​ໂດຍ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້ລອດ ໃນ​ຕອນ​ຕົ້ນ ຕໍ່​ສານຸສິດ​ຂອງ​ພຣະ​ອົງ (​ເບິ່ງ ມັດ​ທາຍ 4:19), ເໝືອນ​ດັ່ງຜູ້ນຳ​ຂອງ​ເຮົາ​ໃນ​ຕອນ​ເລີ່​ມ​ຕົ້ນ​ຂອງ​ສາດສະໜາ​ຈັກ, ເພິ່ນ​ໄດ້​ມີ​ການ​ສຶກ​ສາ​ເປັນ​ທາງ​ການ​ໜ້ອຍ ແຕ່ ໄດ້​ມີ​ຄວາມ​ຮັກ​ທີ່​ເລິກ​ຊຶ້ງ​ຕໍ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ແຜນແຫ່ງ​ຄວາມ​ລອດ.2

ຂ່າວສານ​ທັງ​ໝົດ​ໃນ​ກອງ​ປະ​ຊຸນ​ນີ້ ໄດ້​ຊ່ອຍ​ເຮົາ​ໃຫ້​ຕິດຕາມຮອຍ​ພຣະ​ບາດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ທີ່​ຕົວຢ່າງ ແລະ ຄຳ​ສອນ​ຂອງ​ພຣະ​ອົງ​ກໍ​ກຳນົດ​ຄວາມ​ໝາຍ​ຂອງ​ເສັ້ນທາງ​ສຳລັບຜູ້​ຕິດຕາມ​ຂອງ​ພຣະເຢ​ຊູ​ຄຣິດ​ທຸກ​ຄົນ.

​ເຊັ່ນ​ດຽວ​​ກັບ​ຊາວ​ຄຣິດ​ສະ​ຕຽນ​ຄົນ​ອື່ນໆ, ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ ຍຸກ​ສຸດ​ທ້າຍ ກໍ​ສຶກ​ສາ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ຕາມ​ທີ່​ໄດ້​ລາຍ​ງານ​ໄວ້​ໃນ​ໜັງສື​ຂອງມັດ​ທາຍ, ມາ​ຣະ​ໂກ, ລູກ​າ, ແລະ ໂຢ​ຮັນ ໃນ​ພຣະ​ສັນຍາ​ໃໝ່. ຂ້າພະເຈົ້າ​ຈະ​ທົບທວນ​ຕົວຢ່າງ ແລະ ຄຳ​ສອນ​ທີ່​ມີ​ຢູ່​ໃນໜັງສື​ສີ່​ສະບັບ​ຈາກພຣະຄຣິສຕະ​ທຳ​ຄຳ​ພີ ແລະ ເຊື້ອ​ເຊີນ​ເຮົາ​ແຕ່ລະຄົນ​ ​ແລະ ຊາວ​ຄຣິດສະ​ຕຽນ​ທັງຫລາຍໃຫ້​ພິ​ຈາລະ​ນາ​ສາດສະໜາ​ຈັກ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ນີ້ ແລະ ວ່າ​ເຮົາ​ແຕ່ລະຄົນ​ຈະ​ມີ​ສິດ​ເປັນ​ຜູ້​ຕິດຕາມ​ຂອງ​ພຣະຄຣິດແນວໃດ.

ພຣະເຢ​ຊູ​ໄດ້​ສອນ​ວ່າ ການ​ບັບ​ຕິ​ສະ​ມາ​ແມ່ນ​ຈຳເປັນ​ເພື່ອ​ຈະ​ເຂົ້າໄປ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ (​ເບິ່ງ ​ໂຢຮັນ 3:5). ພຣະ​ອົງໄດ້​ເລີ່ມການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະ​ອົງ ໂດຍ​ການຮັບ​ບັບ​ຕິ​ສະ​ມາ (ເບິ່ງ ມາຣະ​ໂກ 1:9), ແລະ ພຣະ​ອົງ ແລະ ຜູ້​ຕິດຕາມ​ຂອງ​ພຣະ​ອົງ ໄດ້​ໃຫ້​ບັບ​ຕິ​ສະ​ມາ​ຄົນ​ອື່ນ (​ເບິ່ງ ​ໂ​ຢຮັນ 3:22–26). ເຮົາ​ກໍ​ເຮັດ​ແບບ​ນີ້​ເໝືອນ​ກັນ.

ພຣະເຢ​ຊູ​ໄດ້​ເລີ່​ມ​ການ​ສັ່ງສອນ​ຂອງ​ພຣະ​ອົງ ໂດຍ​ການ​ເຊື້ອເຊີນ​ຜູ້​ຮັບ​ຟັງ​ຂອງ​ພຣະ​ອົງ​ໃຫ້​ກັບ​ໃຈ (​ເບິ່ງ ມັດ​ທາຍ 4:17). ນັ້ນ​ຍັງເປັນ​ຂ່າວສານ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຢູ່ ທີ່​ມີ​ໃຫ້​ແກ່​ຄົນ​ໃນໂລກ.

ຕະຫລອດ​ເວລາ​ຂອງ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະ​ອົງ ພຣະເຢ​ຊູ​ໄດ້​ປະ​ທານ​ພຣະ​ບັນຍັດ​ໃຫ້. ແລະ ພຣະ​ອົງ​ໄດ້​ສອນວ່າ, “ຖ້າ​ພວກ​ທ່ານ​ຮັກ​ເຮົາ, ພວກ​ທ່ານ​ກໍ​ຈະ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງຂອງ​ເຮົາ” (ໂຢຮັນ 14:15; ​ເບິ່ງ ຂໍ້​ທີ 21, 23) ​ນຳ​ອີກ. ພຣະ​ອົງ​ໄດ້​ຢືນຢັນ​ວ່າ ການ​ຮັກ​ສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ​ຈະຮຽກຮ້ອງ​ໃຫ້​ຜູ້​ຕິດຕາມ​ຂອງ​ພຣະ​ອົງ ປະ​ຖິ້ມ​ສິ່ງ​ທີ່​ພຣະ​ອົງ​ໄດ້ເອີ້ນ​ວ່າ “ສິ່ງ​ທີ່​ມະນຸດ​ຖື​ວ່າ​ມີ​ຄຸນຄ່າ​ສູງ” (ລູກາ 16:15) ແລະ “ທຳນຽມ​ຂອງ​ມະນຸດ” (ມາຣະ​ໂກ 7:8; ​ເບິ່ງ ຂໍ້​ທີ 13) ນຳ​ອີກ. ພຣະ​ອົງ​ໄດ້​ເຕືອນອີກ​ວ່າ: “ຖ້າ​ພວກ​ທ່ານ​ເປັນ​ຝ່າຍ​ໂລກ, ໂລກ​ກໍ​ຈະຮັກ​ພວກ​ທ່ານ ເພາະ​ພວກ​ທ່ານ​ເປັນ​ຂອງ​ໂລກ: ແຕ່​ເຮົາ​ໄດ້ເລືອກ​ພວກ​ທ່ານ​ຈາກ​ໂລກ​ນີ້, ແລະ ພວກ​ທ່ານ​ບໍ່​ໄດ້​ເປັນ​ຂອງໂລກ, ສະນັ້ນ​ແຫລະ ໂລກ​ຈຶ່ງ​ກຽດ​ຊັງ​ພວກ​ທ່ານ” (​ໂຢຮັນ 15:19). ຕາມ​ທີ່​ອັກ​ຄະ​ສາວົກ ເປ​ໂຕ​ໄດ້​ປະກາດ​ຕໍ່​ມາ​ວ່າ, ຜູ້​ຕິດຕາມ​ຂອງ​ພຣະເຢ​ຊູ ຕ້ອງ​ເປັນ​ຄົນ​ທີ່​ແຕກ​ຕ່າງ (1 ​ເປ​ໂຕ 2:9).

ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເຂົ້າໃຈ​ວ່າ ເຮົາ​ບໍ່​ຄວນ “ເປັນ​ຂອງ​ໂລກ,” ຫລື ຜູກ​ມັດ​ຕົວ​ຕິດ​ຢູ່​ກັບ “ທຳນຽມ​ຂອງ​ມະນຸດ,” ແຕ່​ເໝືອນ​ດັ່ງຜູ້​ຕິດຕາມ​ຂອງ​ພຣະຄຣິດ​ຄົນ​ອື່ນໆ, ບາງເທື່ອ​ເຮົາ​ພົບ​ເຫັນ​ວ່າ​ນີ້ເປັນ​ສິ່ງ​ຍາກ​ທີ່​ຈະ​​ແຍກ​ຕົວ​ອອກ​ຈາກ​ໂລກ ​ແລະ ທຳນຽມຂອງ​ມັນ. ບາງ​ຄົນ​ກໍດຳລົງ​ຊີວິດ​ຕາມ​ວິທີທາງ​ຂອງ​ໂລກ​ເພາະວ່າ, ຕາມ​ທີ່ພຣະເຢ​ຊູ​ໄດ້​ກ່າວ​ເຖິງ​ກ່ຽວ​ກັບຜູ້​ຄົນ​ທີ່​ພຣະ​ອົງ​ໄດ້​ສອນວ່າ, “ພວກ​ເຂົາ​ມັກ​ໃຫ້​ມະນຸດ​ພໍໃຈຫລາຍ​ກວ່າ​ໃຫ້​ພຣະ​ເຈົ້າ​ພໍໃຈ” (​ໂຢຮັນ 12:43). ການ​ລົ້ມເຫ​ລວ​ທີ່​ຈະ​ບໍ່​ຕິດ​ຕາມ​ພຣະຄຣິດ ແມ່ນ​ນັບ​ບໍ່​ຖ້ວນ ແລະ ຍາກ​ທີ່ຈະ​ບັນລຸ​ລາຍ​ຊື່​ໃນ​ນີ້. ມັນ​ຮ່ວມ​ທັງ​ທຸກ​ສິ່ງ​ທັງ​ໝົດ ຈາກ​ການກະທຳ​ຂອງ​ໂລກ ດັ່ງ​ການ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ເລື່ອງ​ການເມືອງ​ໃນປະຈຸ​ບັນ ແລະ ການ​ນຸ່ງ​ຖື ແລະ ການ​ແຕ່ງ​ຕົວ​ທີ່​ແຕກ​ຕ່າງ​ເກີນໄປ​ຈາກ​ສິນ​ທຳ​ພື້ນຖານ ດັ່ງ​​ເຊັ່ນ ທຳ​ມະ​ຊາດ​ນິລັນດອນ ແລະ ໜ້າທີ່​ຂອງ​ຄອບຄົວ.

ຄຳ​ສອນ​ຂອງ​ພຣະເຢ​ຊູ​ບໍ່​ໄດ້​ເຈດ​ຕະ​ນາ​ໃຫ້​ເປັນ​ທິດ​ສະ​ດີ. ມັນຕ້ອງ​ຖືກ​ລົງມື​ປະຕິບັດ​ສະເໝີ. ພຣະເຢ​ຊູ​ໄດ້​ສອນ​ອີ​ກວ່າ, “ຜູ້​ໃດ​ກໍ​ຕາມທີ່​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນີ້​ຂອງ​ເຮົາ​ແລ້ວ ແລະ ປະຕິບັດ​ຕາມ ກໍ​ເປັນ​ດັ່ງ​ຄົນ​ສະຫລາດ” (ມັດ​ທາຍ 7:24; ​ເບິ່ງ ລູກາ 11:28 ນຳອີກ). ແລະ “ຄົນ​ໃຊ້​ຜູ້​ນີ້​ຈະ​ເປັນ​ສຸກ​ສ່ຳ​ໃດ, ຖ້າ​ຜູ້​ເປັນ​ນາຍ​ເມື່ອ​ເຫັນເພິ່ນ​ກັບ​ມາ​ຍັງ​ເຮືອນ​ຂອງ​ຕົນ ພົບ​ລາວ​ພວມ​ປະຕິບັດ​ໜ້າທີ່ຂອງ​ຕົນ​ຢູ່” (ມັດ​ທາຍ 24:46). ໃນ​ອີກ​ເພງ​ສວດ​ໜຶ່ງ​ທີ່​ເຮົາ​ມັກ​ຫລາຍ ເຮົາ​ຮ້ອງ​ວ່າ:

ພຣະ​ຜູ້​ຊ່ອຍ, ຂໍ​ຂ້າ​ຮຽນ​ຮັກ​ພຣະ​ອົງ,

ເດີນ​ຕາມ​ທາງ ຊົງ​ສອນ​ສັ່ງ, ...

ພຣະ​ຜູ້​ຊ່ອຍ, ຂໍ​ຂ້າ​ຮຽນ​ຮັກ​ພຣະ​ອົງ—

ພຣະ​ເຈົ້າ, ຂໍ​ຂ້າ​ຕາມ​ພຣະ​ອົງ.3

ດັ່ງ​ທີ່​ພຣະເຢ​ຊູ​ໄດ້​ສອນ, ຜູ້​ຄົນ​ທີ່​ຮັກ​ພຣະ​ອົງ​ຈະ​ຮັກ​ສາ​ພຣະບັນຍັດ​ຂອງ​ພຣະ​ອົງ. ​ເຂົາ​ເຈົ້າຈະ​ເຊື່ອ​ຟັງ, ດັ່ງ​ທີ່​ປະທານ​ມອນ​ສັນ ​ໄດ້​ສອນ​ໃນ​ເຊົ້າມື້​ນີ້. ການ​ຕິດ​ຕາມ​ພຣະຄຣິດ​ບໍ່​ໄດ້​ເປັນ​ເລື່ອງຫລິ້ນໆ ຫລື ການ​ກະທຳ​ເປັນ​ບາງ​ຄັ້ງ​ບາງ​ຄາວ, ແຕ່​ເປັນ​ຄຳໝັ້ນ​ສັນຍາ​ທີ່​ຕໍ່​ເນື່ອງ ແລະ ວິທີ​ທາງ​ຂອງ​ຊີວິດ ທີ່​ໃຊ້​ໄດ້​ໃນທຸກໆ​ເວລາ ແລະ ໃນ​ທຸກໆ​ສະຖານທີ່. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ໄດ້​ສອນ​ຫລັກ​ທຳ​ນີ້ ແລະ ວ່າ​ເຮົາ​ຄວນ​ຖືກ​ເຕືອນໃຈ ແລະ ເຮັດ​ໃຫ້​ເຂັ້ມແຂງ​ແນວໃດ ເພື່ອ​ຈະ​ຕິດຕາມ​ມັນ ເມື່ອ​ພຣະ​ອົງໄດ້​ຈັດ​ຕັ້ງ​ພິທີ​ສິນ​ລະ​ລຶກ (ຫລື​ວ່າ ພິທີ​ແຈກເຂົ້າ​ຈີ່ ແລະ ເຫລົ້າອະ​ງຸ່ນ ດັ່ງ​ທີ່​ຄົນ​ອື່ນ​ເອີ້ນ​ມັນ). ເຮົາ​ຮູ້​ຈາກ​ການ​ເປີດເຜີຍ​ໃນສະໄໝ​ໃໝ່​ວ່າ ພຣະ​ອົງ​ໄດ້​ບັນຊາ​ຜູ້​ຕິດຕາມ​ຂອງ​ພຣະ​ອົງວ່າ ໃຫ້​ຮັບ​ສ່ວນ​ສັນຍາ​ລັກ​ໃນ​ຄວາມ​ລະນຶກ​ເຖິງ​ພຣະ​ອົງ (ເບິ່ງ Joseph Smith Translation, Matthew 26:22 [in Matthew 26:26, footnote c], 24 [in the Bible appendix]; Joseph Smith Translation, Mark 14:21–24 [in the Bible appendix]). ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນຍຸກ​ສຸດ​ທ້າຍ ເຮັດ​ຕາມ​ພຣະ​ບັນຍັດ​ນັ້ນ​ແຕ່​ລະ​ທິດ ໂດຍ​ການ​ໄປຮ່ວມ​ການ​ນະມັດສະການ ບ່ອນ​ທີ່​ເຮົາ​ຮັບ​ສ່ວນ​ເຂົ້າຈີ່ ແລະ ນ້ຳ ແລະ ເຮັດ​ພັນທະ​ສັນຍາ​ວ່າ ເຮົາ​ຈະ​ລະນຶກ​ເຖິງ​ພຣະ​ອົງຕະຫລອດ​ເວລາ ແລະ ຮັກ​ສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ.

ພຣະເຢ​ຊູ​ໄດ້​ສອນ​ວ່າ “ຈຳເປັນ​ຕ້ອງ​ໝັ່ນ​ອ້ອນວອນ​ຢູ່​ສະເໝີ” (ລູກາ 18:1). ພຣະ​ອົງ​ໄດ້​ເປັນ​ຕົວຢ່າງ​ນັ້ນ​ນຳ​ອີກ, ດັ່ງ​ທີ່​ເມື່ອພຣະ​ອົງ “ໄດ້​ໃຊ້​ເວລາ​ຕະຫລອດ​ຄືນ​ຢູ່​ທີ່​ນັ້ນ ອ້ອນວອນ​ພຣະເຈົ້າ” (ລູກາ 6:12) ກ່ອນ​ພຣະ​ອົງ​ໄດ້​ເອີ້ນ​ອັກ​ຄະ​ສາວົກ​ສິບສອງ​ຂອງ​ພຣະ​ອົງ. ເໝືອນ​ດັ່ງ​ຊາວ​ຄຣິດ​ສະ​ຕຽນ​ຄົນ​ອື່ນໆ, ເຮົາກໍ​ອະທິຖານໃນ​ການ​ນະມັດສະການ​ຂອງ​ເຮົາ. ເຮົາ​ອະທິຖານ ເພື່ອ​ການ​ຊີ້​ນຳ​ນຳ​ອີກ, ແລະ ເຮົາ​ສອນ​ວ່າ​ເຮົາ​ຄວນ​ມີ​ການ​ອະທິຖານ​ສ່ວນ​ຕົວ​ເລື້ອຍໆ ແລະ ການ​ຄຸເຂົ່າ​ລົງ​ອະທິຖານ​ເປັນ​ຄອບ ຄົວ. ເໝືອນ​ດັ່ງ​ພຣະເຢ​ຊູ, ເຮົາ​ອະທິຖານ​ຫາ​ພຣະ​ບິດາ​ໃນສະຫວັນ​ຂອງ​ເຮົາ, ແລະ ເຮົາ​ເຮັດ​ສິ່ງ​ດັ່ງກ່າວ​ໃນ​ພຣະ​ນາມ​ອັນສັກສິດ​ຂອງ​ພຣະເຢ​ຊູ​ຄຣິດ.

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ເອີ້ນ​ອັກ​ຄະ​ສາວົກ​ສິບ​ສອງ ໃຫ້​ຊ່ອຍເຫລືອ​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ອົງ ແລະ ໄດ້​ປະທານຂໍກະແຈ ແລະ ສິດ​ອຳນາດທີ່​ຈະ​ດຳເນີນ​ຕໍ່​ໄປ ຫລັງ​ຈາກ​ການສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ (ເບິ່ງ ມັດ​ທາຍ 16:18–19; ມາຣະ​ໂກ 3:14–15; 6:7; ລູກາ 6:13). ສາດສະໜາ​ຈັກຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເປັນ​ສາດສະໜາຈັກ​ຂອງ​ພຣະເຢ​ຊູ​ຄຣິດ ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ແລ້ວ, ກໍ​ເຮັດ​ຕາມຕົວຢ່າງ​ນີ້ ໃນ​ການຈັດຕັ້ງ ແລະ ໃນ​ການ​ມອບ​ຂໍ​ກະແຈ ແລະ ສິດ​ອຳນາດ​ໃຫ້​ແກ່​ອັກ​ຄະ​ສາວົກ.

ຄົນ​ທີ່​ພຣະເຢ​ຊູ​ໄດ້​ເອີ້ນ​ໃຫ້​ຕິດ​ຕາມ​ພຣະ​ອົງ ບໍ່​ໄດ້​ຕອບ​ຮັບ​ຢ່າງທັນທີ​ທັນໃດ ແຕ່​ໄດ້​ສະແຫວງຫາ​ການ​ຊັກ​ຊ້າ​ທີ່​ຈະ​ຈັດການ​ກັບພັນທະ​ທີ່​ສົມຄວນ​ຂອງ​ຄອບຄົວ. ພຣະເຢ​ຊູ​ໄດ້​ຕອບ​ວ່າ, “ຜູ້​ໃດຜູ້​ໜຶ່ງ​ທີ່​ລົງມື​ງ້ອນ​ໄຖ​ແລ້ວ, ກັບ​ຫລຽວ​ຄືນ​ຫລັງ ກໍ​ໃຊ້​ການ​ບໍ່​ໄດ້ ສຳລັບ​ອານາຈັກ​ຂອງ​ພຣະ​ເຈົ້າ” (ລູກາ 9:62). ໄພ່​ພົນ​ຍຸກ​ສຸດທ້າຍ​ສ່ວນ​ຫລາຍ​ກໍ​ປະຕິບັດ​ຕາມ​ລະດັບ​ຄວາມ​ສຳຄັນ​ທີ່​ພຣະເຢ​ຊູ​ໄດ້​ສອນ. ສິ່ງ​ນີ້​ຮ່ວມ​ດ້ວຍ​ຕົວຢ່າງ​ທີ່​ປະເສີດ​ຂອງ​ຄູ່​ສອນ​ສາດສະໜາ​ອາວຸໂສ​ຫລາຍໆ​ພັນ​ຄູ່ ແລະ ຄົນ​ອື່ນໆ​ທີ່​ໄດ້​ປະ​ລູກໆ ແລະ ຫລານໆ​ໄປ ເພື່ອ​ປະຕິບັດ​ໜ້າທີ່​ຂອງ​ຜູ້​ສອນ​ສາດສະໜາ ທີ່​ເຂົາເຈົ້າ​ໄດ້​ຮັບ​ການ​ເອີ້ນ​ແລ້ວ.

ພຣະເຢ​ຊູ​ໄດ້​ສອນ​ວ່າ​ພຣະ​ເຈົ້າ​ໄດ້​ສ້າງ​ມະນຸດ​ໃຫ້​ເປັນ​ຊາຍ ແລະ ຍິງ, ແລະ ວ່າ ຜູ້​ຊາຍ ຄວນ​ຈາກ​ພໍ່​ແມ່ ແລະ ໄປ​ຕິດ​ພັນ​ຢູ່​ກັບ ​ເມຍ ຂອງ​ຕົນ (​ເບິ່ງ ມາຣະ​ໂກ 10:6–8). ຄຳ​ໝັ້ນ​ສັນຍາຂອງ​ເຮົາ​ທີ່​ຈະ​ສອນ​ເລື່ອງ​ນີ້​ກໍ​ເປັນ​ທີ່​ຮູ້ຈັກ​ກັນ​ດີ.

ໃນ​ຄຳ​ອຸປະມາ​ເລື່ອງ​ແກະ​ທີ່​ເສຍ, ພຣະເຢ​ຊູ​ໄດ້​ສອນ​ວ່າ ເຮົາຄວນ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ ເພື່ອ​ອອກ​ໄປ​ຕິດຕາມ​ຫາຝູງ​ໃດ​ກໍ​ຕາມ​ທີ່​ໄດ້​ຫລົງ​ທາງ​ໄປ (​ເບິ່ງ ມັດ​ທາຍ 18:11–14; ລູກາ 15:3–7). ດັ່ງ​ທີ່​ເຮົາ​ຮູ້, ປະທານທອມ​ມັສ ແອັສ ມອນ​ສັນ ໄດ້​ໃຫ້​ຄຳ​​ເນັ້ນ​ໜັກ​ຕໍ່​ການ​ຊີ້​ນຳ​ນີ້ ໃນ​ຕົວຢ່າງ​ທີ່​ໜ້າຈື່​ຈຳ ແລະ ຄຳ​ສອນ​ກ່ຽວ​ກັບ​ການ​ຊ່ອຍ​ກູ້​ຊີວິດ​ຂອງ​ເພື່ອນມະນຸດ​ຊາຍ ແລະ ຍິງ.4

ໃນ​ຄວາມ​ພະຍາຍາມ​ຂອງ​ເຮົາ​ທີ່​ຈະ​ຊ່ອຍ​ກູ້ ແລະ ຮັບ​ໃຊ້, ເຮົາ​ຕິດຕາມ​ຕົວຢ່າງ​ພິເສດ​ທີ່​ບໍ່​ມີ​ອັນ​ປຽບທຽບ​ຂອງ​ພຣະ​ຜູ້​ຊ່ອຍໃຫ້​ລອດກ່ຽວ​ກັບ​ຄວາມ​ຮັກ. “ຈົ່ງ​ຮັກ​ເພື່ອນ​ມະນຸດ​ຂອງເຈົ້າ​ເໝືອນ​ຮັກ​ຕົນ​ເອງ” (ມັດ​ທາຍ 22:39). ພຣະ​ອົງ​ຍັງໄດ້​ບັນຊາ​ເຮົາ​ໃຫ້​ຮັກ​ສັດຕູ​ຂອງ​ເຮົາ​ດ້ວຍ ລູກາ 6:27–28). ແລະ, ໃນ​ຄຳ​ສອນ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ໃນ​ຕອນ​ທ້າຍ​ການປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ກ່າວ​ວ່າ:

“ບັດ​ນີ້ ເຮົາ​ມອບ​ພຣະ​ບັນຍັດ​ຂໍ້​ໃຫຍ່​ໃຫ້​ພວກ​ທ່ານ, ຈົ່ງ​ຮັກ​ຊຶ່ງກັນ​ແລະ​ກັນ; ເຮົາ​ຮັກ​ພວກ​ທ່ານ​ຢ່າງໃດ ພວກ​ທ່ານ​ກໍ​ຈົ່ງ​ຮັກ​ຊຶ່ງກັນ​ແລະ​ກັນ​ຢ່າງ​ນັ້ນ.

“ຖ້າ​ພວກ​ທ່ານ​ຮັກ​ຊຶ່ງ​ກັນ​ແລະ​ກັນ ທຸກ​ຄົນ​ກໍ​ຈະ​ຮູ້​ວ່າ​ພວກ​ທ່ານເປັນ​ສາວົກ​ຂອງ​ເຮົາ” (​ໂຢຮັນ 13:34–35).

ໃນ​ພາກສ່ວນ​ໜຶ່ງ​ຂອງ​ການ​ຮັກ​ຊຶ່ງ​ກັນ​ແລະ​ກັນ, ພຣະເຢ​ຊູ​ໄດ້ສອນ​ວ່າ ເມື່ອ​ເຮົາ​ຖືກ​ເຮັດ​ຜິດ​ຕໍ່ ເຮົາ​ຄວນ​ໃຫ້​ອະໄພ​ເຂົາເຈົ້າ (​ເບິ່ງ ມັດທາຍ 18:21–35; ມາຣະ​ໂກ 11:25–26; ລູກາ 6:37). ໃນ​ຂະນະ​ທີ່​ຫລາຍ​ຄົນ​ມີ​ບັນຫາ​ກັບ​ພຣະ​ບັນຍັດທີ່​ຍາກ​ຂໍ້​ນີ້, ເຮົາ​ທຸກ​ຄົນຮູ້​ເຖິງ​ຕົວຢ່າງ​ທີ່​ດົນ​ໃຈ​ຂອງ​ໄພ່​ພົນ ຜູ້​ທີ່​ໄດ້​ໃຫ້​ອະໄພດ້ວຍ​ຄວາມ​ຮັກ, ແມ່ນ​ແຕ່​ສຳລັບ​ຄວາມຜິດພາດ​ທີ່​ຮ້າຍ​ແຮງ. ຍົກ​ຕົວຢ່າງ, ຄຣິສ ວຽວລຽມສ໌ ໄດ້​ອາໄສສັດທາ​ຂອງ​ລາວ​ໃນ​ພຣະເຢ​ຊູ​ຄຣິດ ເພື່ອ​ໃຫ້​ອະໄພ​ຄົນ​ທີ່​ຂັບ​ລົດຍາມ​ເມົາ ຜູ້​ທີ່​ໄດ້​ເຮັດ​ໃຫ້​ພັນ​ລະ​ຍາ ແລະ ລູກ​ຂອງ​ລາວ​ສອງຄົນ​ຕ້ອງ​ຕາຍ. ພຽງ​ແຕ່​ສອງ​ມື້ ຫລັງ​ຈາກ​ເຫດການ​ໂສກເສົ້າ​ນັ້ນ ແລະ ຍັງ​ອຸກ​ໃຈ​ຫລາຍ, ຜູ້​ຊາຍ​ທີ່​ໃຫ້​ອະໄພ​ຄົນ​ນີ້, ທີ່​ຕອນ​ນັ້ນ ໄດ້​ຮັບ​ໃຊ້​ເປັນອະທິການ​ຄົນ​ໜຶ່ງ​ຂອງ​ເຮົາ, ໄດ້​ກ່າວ​ວ່າ, “ໃນ​ຖານະ​ຜູ້​ເປັນສານຸສິດ​ຂອງ​ພຣະຄຣິດ, ຂ້າພະເຈົ້າ​ບໍ່​ມີ​ທາງ​ເລືອກ​ອື່ນ.”5

ຊາວ​ຄຣິດ​ສະ​ຕຽນ​ທັງຫລາຍ​ໃຫ້​ທານ​ແກ່​ຄົນ​ຍາກຈົນ ແລະ ຄົນ​ຂັດ​ສົນ, ດັ່ງ​ທີ່​ພຣະເຢ​ຊູ​ໄດ້​ສອນ (​ເບິ່ງ ມັດ​ທາຍ 25:31–46; ມາຣະ​ໂກ 14:7). ໃນ​ການ​ຕິດຕາມຄຳ​ສອນ​ຂອງພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂໍ້​ນີ້, ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແລະ ສະມາຊິກ​ໃນ​ນັ້ນ​ເຮັດ​ໄດ້​ຢ່າງ​ດີເລີດ. ສະມາຊິກ​ຂອງ​ເຮົາ​ບໍລິຈາກ​ໃຫ້​ອົງການ​ກຸສົນ​ຢ່າງ​ເພື່ອແຜ່ ແລະ ຍັງ​ໃຫ້ການ​ຮັບ​ໃຊ້​ສ່ວນ​ຕົວ ແລະ ຂອງ​ປະທານອື່ນໆ ໃຫ້​ແກ່​ຄົນ​ຍາກຈົນ ແລະ ຄົນ​ຂັດ​ສົນ. ນອກ​ເໜືອ​ໄປຈາກ​ນີ້, ສະມາຊິກ​ຂອງ​ເຮົາ​ຍັງ​ອົດ​ເຂົ້າ​ເປັນ​ຈຳນວນ​ສອງ​ຄາບ ແຕ່​ລະ​ເດືອນ ແລະ ແລ້ວ​ບໍລິຈາກ​ຈຳນວນ​ເງິນ​ທີ່​ເທົ່າ​ກັບ​ຄ່າ ອາຫານ​ສອງ​ຄາບ​ນັ້ນ ເປັນ​ເງິນ​ບໍລິຈາກ, ທີ່​ອະທິການ ແລະ ປະທານ​ສາຂາ​ຂອງ​ເຮົານຳ​ໃຊ້​ເພື່ອ​ຊ່ອຍ​ເຫລືອ​ສະມາຊິກ​ຜູ້ຂັດ​ສົນ​ຂອງ​ເຮົາ​ເອງ. ການ​ຖື​ສິນ​ອົດ​ເຂົ້າຂອງ​ເຮົາ ເພື່ອຈະ​ຊ່ອຍ​ຄົນ​ທີ່​ຫິວ​ໂຫຍ ເປັນ​ການ​ກະທຳ​ຂອງ​ຄວາມ​ໃຈ​ບຸນ ແລະ, ເມື່ອ​ເຮົາ​ເຮັດ​ດ້ວຍ​ເຈດ​ຕະ​ນາ​ທີ່​ບໍລິສຸດ, ມັນ​ຈະ​ເຮັດ​ໃຫ້ເຮົາ​ເຂັ້ມແຂງ​ທາງ​ຝ່າຍ​ວິນ​ຍານ.

ເລື່ອງ​ທີ່​ເປັນ​ທີ່​ຮູ້ຈັກ​ກັນ​ນ້ອຍ ແມ່ນ​ການ​ຮັບ​ໃຊ້​ມະນຸດສະທຳຂອງ​ສາດສະໜາ​ຈັກ​ຕະຫລອດ​ທົ່ວ​ໂລກ. ໂດຍ​ການ​ນຳ​ໃຊ້​ເງິນທຶນ​ທີ່​ສະມາຊິກ​ຜູ້​ມີໃຈ​ເພື່ອ​ແຜ່​ໄດ້​ບໍລິຈາກ, ສາດສະໜາ​ຈັກຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ສົ່ງ​ອາຫານ, ເສື້ອ​ຜ້າ, ແລະ ສິ່ງ​ຂອງຈຳເປັນ​ອື່ນໆ ໄປ​ຊ່ອຍ​ບັນເທົາ​ຄວາມທຸກທໍລະມານ​ຂອງ​ຜູ້​ໃຫຍ່ ແລະ ເດັກນ້ອຍ​ຕະຫລອດ​ທົ່ວ​ໂລກ. ຂອງ​ບໍລິຈາກ​ຝ່າຍ​ມະນຸດສະທຳ​ເຫລົ່າ​ນີ້, ທີ່​ເປັນ​ຈຳນວນ​ເງິນຫລາຍ​ຮ້ອຍ​ລ້ານ​ໂດ​ລາ ພາຍ​ໃນ​ສິບ​ປີຜ່ານມາ​ນີ້, ແມ່ນ​ບໍ​ລິຈາກ​ໂດຍ​ບໍ່​ໄດ້​ຄຳນຶງ​ເຖິງ​ສາດສະໜາ, ເຊື້ອ​ຊາດ, ຫລື ຊົນ​ຊາດ​ໃດ.

ຄວາມ​ພະຍາຍາມ​ຊ່ອຍ​ບັນເທົາ​ທຸກ​ທີ່​ໃຫຍ່​ຫລວງ​ຂອງ​ເຮົາ ໃນ​ປີ 2011 ຫລັງ​ຈາກ​ແຜ່ນດິນ​ໄຫວ ແລະ ຊູ​ນາ​ມີ ເຮົາ​ໄດ້​ບໍລິຈາກຈຳນວນ​ເງິນ 13 ລ້ານ​ໂດ​ລາ ແລະ ອຸປະກອນ​ບັນເທົາ​ທຸກ. ພ້ອມ​ນີ້, ຫລາຍ​ກວ່າ 31,000 ຄົນ​ທີ່​ສາດສະໜາ​ຈັກ​ຮັບເປັນ​ຜູ້​ອາສາ​ສະໝັກ ໄດ້​ໃຫ້​ເວລາ​ບໍລິຈາກ​ຫລາຍ​ກວ່າ 600,000 ຊົ່ວໂມງ. ຄວາມ​ຊ່ອຍ​ເຫລືອ​ດ້ານ​ມະນຸດສະ​ທຳ​ຂອງ​ເຮົາ​ໃຫ້​ແກ່​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ ເນື່ອງ​ຈາກລົມ​ພະຍຸ ເຮີ​ຣິ​ເຄນ ແຊນ​ດີ ໃນ​ທິດຕາເວັນ​ອອກ​ຂອງ​ສະຫະລັດ ຮ່ວມ​ດ້ວຍ​ການ​ບໍລິຈາກ​ຢ່າງຫລວງ​ຫລາຍຂອງ​ແຫລ່ງ​ຕ່າງໆ, ພ້ອມ​ທັງ​ເກືອບ 300,000 ຊົ່ວໂມງ​ໃນ​ການ​ຮັບ​ໃຊ້​​ທຳ​ຄວາມ​ສະອາດ​ມ້ຽນ​ມັດ ໂດຍ​ຈຳ ນວນ​ສະມາຊິກ 28,000 ຄົນ. ໃນ​ທ່າມກາງ​ຕົວຢ່າງ ຢ່າງຫລວງຫລາຍ​ໃນ​ປີ​ທີ່​ຜ່ານ​ມາ, ເຮົາ​ໄດ້​ບໍລິຈາກ​ເສື້ອ​ຜ້າ ແລະ ເກີບ 136,000 ກິ​ໂລ ໃຫ້​ແກ່​ຄົນ​ອົບ​ພະ​ຍົບ ໃນ​ປະເທດຈາດ ແຫ່ງ​ປະຊາ​ຊາດ​ອາ​ຟຣິ​ກາ. ໃນ​ລະຫວ່າງ​ເວລາ 25 ປີ ເຮົາ​ໄດ້​ຊ່ອຍ​ເກືອບ 30 ລ້ານ​ຄົນ ໃນ 179 ປະເທດ.6 ແນ່ນອນ​ວ່າ ຜູ້​ຄົນ​ທີ່​ເອີ້ນ​ວ່າ​ຊາວ “ມໍ​ມອນ” ຮູ້​ວິທີ​ທີ່​ຈະ​ບໍລິຈາກ ໃຫ້​ແກ່​ຄົນ​ຍາກຈົນ ແລະ ຄົນ​ຂັດ​ສົນ.

ໃນ​ຄຳ​ສອນ​ຂອງ​ພຣະ​ອົງ​ໃນ​ພຣະຄຣິສຕະ​ທຳ​ຄຳ​ພີ, ພຣະ​ຜູ້ຊ່ອຍ​ໃຫ້​ລອດ​ໄດ້​ຊີ້​ນຳ​ໃຫ້​ຜູ້​ຕິດຕາມ​ຂອງ​ພຣະ​ອົງ​ນຳ​ເອົາ​ຄຳສອນ​ຂອງ​ພຣະ​ອົງ​ອອກ​ໄປ​ສູ່​ທຸກ​ປະເທດ ແລະ ມະນຸດ​ທຸກ​ຄົນ. ເລີ່​ມ​ຈາກ​ຕອນ​ຕົ້ນ​ຂອງ​ການ​ຟື້ນ​ຟູ, ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໄດ້​ສະແຫວງຫາທີ່​ຈະ​ຕິດຕາມ​ຄຳ​ສອນ​ນັ້ນ. ແມ່ນ​ແຕ່​ຕອນ​ເຮົາ​ກໍ​ເປັນ​ຄົນ​ຍາກຈົນ ແລະ ດີ້ນ​ລົນ​ໃນ​ສາດສະໜາ​ຈັກ​ໃໝ່ ທີ່​ມີ​ສະມາຊິກ​ພຽງ​ແຕ່​ສອງ​ສາມພັນ​ຄົນ, ຜູ້ນຳ​ຂອງ​ເຮົາ​ໃນ​ຕອນ​ຕົ້ນ ໄດ້​ສົ່ງ​ຜູ້​ສອນ​ສາດສະໜາອອກ​ໄປ ຂ້າມ​ນ້ຳຂ້າມ​ທະ​ເລ, ຂ້າມ​ທິດຕາເວັນອອກ ແລະ ທິດຕາເວັນຕົກ. ໃນ​ຖານະ​ມະນຸດ​ຄົນ​ໜຶ່ງ, ເຮົາ​ໄດ້​ສອນ​ຂ່າວສານ​ຂອງ​ຊາວ​ຄຣິດ​ສະ​ຕຽນ​ຕໍ່​ມາ​ຈົນ​ເຖິງ​ວັນ​ເວລາ​ນີ້ ບ່ອນ​ທີ່ໂຄງການ​ຜູ້​ສອນ​ສາດສະໜາ​ທີ່​ພິເສດ ທີ່​ມີ​ຜູ້​ສອນ​ສາດສະໜາ ເຕັມ​ເວລາ ເປັນ​ຈຳນວນ 60,000 ຄົນ, ພ້ອມ​ທັງ​ຈຳນວນ​ຄົນ ຜູ້​ທີ່​ຮັບ​ໃຊ້​ບໍ່​ເຕັມ​ເວລາ​ຫລາຍໆ​ພັນ​ຄົນ. ເຮົາ​ມີ​ຜູ້​ສອນ​ສາດສະໜາ​ໃນ ຫລາຍ​ກວ່າ 150 ປະເທດ ແລະ ເຂດ​ແດນ, ຕະຫລອດ​ທົ່ວ​ໂລກ.

ໃນ​ຕອນ​ສະຫລຸບ​ການ​ເທດ​ສະໜາ​ທີ່​ໂນນ​ພູ, ພຣະເຢ​ຊູ​ໄດ້​ສອນວ່າ, “ສະນັ້ນ​ພວກ​ທ່ານ​ຈຶ່ງ​ຕ້ອງ​ເປັນ​ຄົນ​ດີ​ຄົບ​ຖ້ວນ, ຢ່າງ​ພຣະບິດາ​ຂອງ​ພວກ​ທ່ານ​ໃນ​ສະຫວັນດີ​ຄົບ​ຖ້ວນ​ທຸກ​ປະການ” (ມັດ​ທາຍ 5:48). ຈຸດປະສົງ​ຂອງ​ການ​ສອນ​ນີ້ ແລະ ຈຸດປະສົງຂອງ​ການ​ຕິດ​ຕາມ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ແມ່ນ ໃຫ້​ມາ​ສູ່​ພຣະ ບິດາ, ອົງ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ອ້າງ​ເຖິງ​ວ່າ “ພຣະ​ບິດາຂອງ​ເຮົາ, ແລະ ພຣະ​ບິດາ​ຂອງ​ພວກ​ທ່ານ, ແລະ ... ພຣະເຈົ້າ​ຂອງ​ເຮົາ, ແລະ ພຣະ​ເຈົ້າ​ຂອງ​ພວກ​ທ່ານ” (​ໂຢຮັນ 20:17).

ຈາກ​ການ​ເປີດເຜີຍ​ໃນ​ສະໄໝ​ໃໝ່, ສິ່ງ​ພິເສດ​ສະເພາະ​ຕົວ​ຕໍ່ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຟື້ນ​ຟູ​ແລ້ວ, ເຮົາ​ຮູ້​ວ່າ ພຣະບັນຊາ​ທີ່​ໃຫ້​ສະ​ແຫວງ​ຫາ​ການ​ດີ​ພ້ອມ​ທຸກ​ຢ່າງ ​ເປັນ​ພາກສ່ວນ​ໃນ​ແຜນ​ຂອງ​ພຣະ​ເຈົ້າ​ພຣະ​ບິດາ ສຳລັບ​ຄວາມ​ລອດຂອງ​ລູກໆ​ຂອງ​ພຣະ​ອົງ. ພາຍ​ໃຕ້​ແຜນ​ນັ້ນ ເຮົາ​ທຸກ​ຄົນ​ເປັນ​ ຜູ້ຮັບ​ມໍລະດົກ ​ຂອງ​ບິດາ​ມານ​ດາ​ໃນ​ສະຫວັນ​ຂອງ​ເຮົາ. “ພວກ​ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ,” ອັກ​ຄະ​ສາວົກ​ໂປໂລ​ໄດ້ ສອນ, “ແລະ ໃນ​ເມື່ອ​ເປັນ​ລູກ​ຂອງ​ພຣະ​ອົງ​ແລ້ວ, ພວກ​ເຮົາ​ກໍຈະ​ໄດ້​ມີ​ສ່ວນ​ຮ່ວມ​ຮັບ​ພອນ​ຕ່າງໆ, ແລະ ພວກ​ເຮົາ​ກໍ​ຍັງ​ຈະ​ມີສ່ວນ​ຮ່ວມ​ກັບ​ພຣະຄຣິດ” (​ໂຣມ 8:16–17). ນີ້​ກໍ​ໝາຍຄວາມ​ວ່າ, ດັ່ງ​ທີ່​ເຮົາ​ຖືກ​ບອກ​ຢູ່​ໃນ​ພຣະ​ສັນຍາ​ໃໝ່​ວ່າ ເຮົາ “ຈະ​ໄດ້​ຮັບ​ມໍລະດົກ ... ຄື​ຊີວິດ​ນິລັນດອນ” (ຕີ​ໂຕ 3:7) ແລະວ່າ​ຖ້າ​ຫາກ​ເຮົາ​ມາ​ສູ່​ພຣະ​ບິດາ, ເຮົາ​ກໍ​ຈະ​ໄດ້ “ຮັບ​ສິ່ງ​ນີ້” (ພຣະນິມິດ 21:7)—ທຸກ​ສິ່ງ​ທີ່​ພຣະ​ອົງ​ມີ​ຢູ່—ທີ່​ເປັນຄວາມ​ຄິດ​ທີ່​ຈິດໃຈມະຕະ​ຂອງ​ເຮົາ​ເຂົ້າໃຈ​ໄດ້​ນ້ອຍ. ແຕ່​ວ່າ​ຢ່າງ​ນ້ອຍ ເຮົາ​ສາມາດ​ເຂົ້າໃຈ​ວ່າການ​ບັນລຸ​ຈຸດໝາຍ​ປາຍທາງ​ສຸດ​ທ້າຍ​ນີ້ ໃນ​ຊົ່ວນິລັນດອນ ກໍ​ເປັນ​ໄປ​ໄດ້​ພຽງ​ແຕ່ ຖ້າ​ຫາກ​ເຮົາ​ຕິດ​ຕາມ​ພຣະ​ຜູ້ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະເຢ​ຊູ​ຄຣິດ, ອົງ​ທີ່​ໄດ້​ສອນ​ວ່າ “ບໍ່​ມີ​ຜູ້​ໃດ​ມາ​ເຖິງ​ພຣະ​ບິດາ​ໄດ້ ນອກຈາກ​ມາ​ທາງ​ເຮົາ” (​ໂຢຮັນ 14:6). ເຮົາ​ສະແຫວງຫາ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ ແລະ ກາຍເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ, ໃນ​ຊີວິດ​ນີ້ ແລະ ໃນ​ຊີວິດທີ່​ຈະ​ມາ​ເຖິງ. ສະນັ້ນ ໃນ​ຂໍ້​ສຸດ​ທ້າຍ​ຂອງ​ເພງ​ສວດ​ຂອງ​ເຮົາ ຊື່, “ຈົ່ງ​ຕາມ​ເຮົາ​ມາ,” ເຮົາ​ຮ້ອງ​ວ່າ:

ພຽງພໍ​ບໍ​ທີ່​ຈະ​ຮູ້​ເທົ່າ​ນັ້ນ

ວ່າ​ຕ້ອງ​ໝັ້ນ​ຕາມ​ພຣະ​ອົງ​ຢູ່​ໃນ​ຫລ້າ,

ຄາ ຜາ​ຫຸບ​ເຂົາ​ແຫ່ງ​ຄວາມ​ໂສກເສົ້າ?

ບໍ່, ຕ້ອງ​ຕໍ່​ໄປ​ໃນ​ແດນ​ສັກສິດ. ...

ເພາະ​ອານາຈັກ, ອຳນາດ, ບັນລັງ,

ທັງ​ສີ​ຣິ ແລະ ພອນ ເປັນ​ຂອງ​ເຮົາ,

ຖ້າ​ເຮົາ​ເຊື່ອ​ຟັງ ຊົ່ວ​ການ​ນິ​ລັນ,

ເຊື່ອ​ຟັງ​ຄຳ​ນັ້ນ, “ຈົ່ງ​ຕາມ​ເຮົາ​ມາ.”7

ຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ພຣະເຢ​ຊູຄຣິດ, ຊຶ່ງ​ຄຳ​ສອນ ແລະ ຕົວຢ່າງ​ຂອງ​ພຣະ​ອົງ ເຮົາ​ສະແຫວ​ງ​ຫາ. ພຣະ​ອົງ​ເຊື້ອ​ເຊີນ​ເຮົາທຸກ​ຄົນ ຜູ້​ທີ່​ມີ​ພາລະ​ໜັກໃຫ້​ມາ​ເຝົ້າ​ພຣະ​ອົງ, ເພື່ອ​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ອົງ, ຕິດຕາມພຣະ​ອົງ, ແລະ ແລ້ວ​ພົບ​ເຫັນ​ຄວາມ​ພັກຜ່ອນ​ຕໍ່​ຈິດ​ວິນ​ຍານຂອງ​ເຮົາ (see ມັດ​ທາຍ 4:19; 11:28). ຂ້າພະເຈົ້າ​ເປັນພະຍານ​ເຖິງ​ຄວາມ​ຈິງ​ຂອງ​ຂ່າວສານ​ຂອງ​ພຣະ​ອົງ ແລະ ເຖິງ​ພາລະ ແລະ ສິດ​ອຳນາດ​ຈາກ​ສະຫວັນ​ຂອງ​ສາດສະໜາຈັກ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ຂອງ​ພຣະ​ອົງ ໃນ​ພຣະ​ນາມ​ຂອງພຣະເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. “Come, Follow Me,” Hymns, no. 116.

  2. ​ເບິ່ງ Karen Lynn Davidson, Our Latter-day Hymns: The Stories and the Messages (1988), 142–43, 419.

  3. “Lord, I Would Follow Thee,” Hymns, no. 220.

  4. ​ເບິ່ງ, ຍົກ​ຕົວຢ່າງ, Heidi S. Swinton, To the Rescue: The Biography of Thomas S. Monson (2010), 149–61; Thomas S. Monson, “To the Rescue,” Ensign, May 2001, 48–50; Liahona, July 2001, 57–60.

  5. Chris Williams, in Jessica Henrie, “Father Relies on Faith to Forgive Intoxicated Teen Driver,” Deseret News, Aug. 1, 2012, deseretnews.com/article/865559847/Let-It-Go-Chris-Williams-shares-his-story-of-tragedy-and-forgiveness.html; see also Chris Williams, Let It Go: A True Story of Tragedy and Forgiveness (2012).

  6. ​ເບິ່ງ “Emergency Response: Church Assists Worldwide,” Church News, Mar. 9, 2013, 9; Welfare Services Emergency Response, “2012 Year in Review,” 8.

  7. Hymns, no. 116.