​2010–2019
ເພື່ອ​ຈະ​ມີ​ຄວາມ​ສະຫງົບ​ສຸກ​ຢູ່​ທີ່​ບ້ານ
ເມສາ 2013


ເພື່ອ​ຈະ​ມີ​ຄວາມ​ສະຫງົບ​ສຸກ​ຢູ່​ທີ່​ບ້ານ

ພອນ​ທີ່​ຍິ່ງ​ໃຫຍ່​ຢ່າງ​ໜຶ່ງ​ທີ່​ເຮົາ​ສາມາດ​ມອບ​ໃຫ້​ໂລກ​ໄດ້ ແມ່ນອຳນາດ​ຂອງ​ບ້ານ​ເຮືອນ ທີ່​ມີ​ພຣະຄຣິດ​ເປັນ​ຈຸດ​ໃຈກາງ​ທີ່ສຳຄັນ ບ່ອນ​ທີ່​ພຣະ​ກິດ​ຕິ​ຄຸນ​ຖືກ​ສັ່ງສອນ, ບ່ອນທີ່​ພັນທະ​ສັນຍາ​ຖືກຮັກສາ, ແລະ ບ່ອນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຢ່າງ​ຫລວງຫລາຍ.

ສຽງ​ດັງ​ກ້ອງ​ທັງຫລາຍ​ຈາກ​ໂລກ​ທີ່​ເຮົາ​ອາໄສ​ຢູ່ ບອກ​ເຮົາ​ວ່າ ເຮົາ​ຄວນ​ດຳລົງ​ຊີວິດ​ໃນ​ວິທີ​ທາງ​ທີ່​ຕື່ນເຕັ້ນ​ວ່ອງໄວ. ມີ​ຫລາຍສິ່ງ​ຫລາຍ​ຢ່າງ​ທີ່​ຕ້ອງ​ເຮັດ ແລະ ໃຫ້​ສຳເລັດ. ແຕ່, ໃນ​ສ່ວນເລິກໆ​ໃນ​ຕົວ​ເຮົາ​ແຕ່ລະຄົນ ຍັງ​ມີ​ຄວາມ​ຕ້ອງການ ທີ່​ຈະ​ມີ​ສະຖານ​ທີ່​ລີ້​ໄພ ບ່ອນ​ທີ່​ເຮົາ​ຈະ​ສາມາດ​ພັກຜ່ອນ ແລະ ພັກ​ຟື້ນ ເພື່ອ​ຈະ​ຕຽມ​ຕົວ​ເຮົາ​ເອງ​ສຳລັບ​ຄວາມ​ກົດ​ດັນ​ໃນ​ອະນາຄົດ.

ສະຖານທີ່​ທີ່​ດີທີ່ສຸດ​ສຳລັບ​ຄວາມ​ສະຫງົບ​ສຸກ​ນັ້ນ ແມ່ນ​ຢູ່​ພາຍໃນ​ບ້ານ​ເຮືອນ​ຂອງ​ເຮົາ​ເອງ, ບ່ອນ​ທີ່​ເຮົາ​ໄດ້​ເຮັດ​ສຸດ​ຄວາມສາມາດ ທີ່​ຈະ​ເຮັດ​ໃຫ້​ອົງ​ພຣະເຢ​ຊູ​ຄຣິດເປັນ​ຈຸດ​ໃຈກາງ​ທີ່ສຳຄັນ​ຂອງ​ທຸກ​ສິ່ງ.

ບາງ​ຄອບຄົວ​ມີ​ພໍ່ທີ່​ເປັນ​ຜູ້​ດຳລົງ​ຖານະ​ປະໂລຫິດທີ່​ມີ​ຄຸນຄ່າ​ດີ​ພໍ ແລະ ມີ​ແມ່​ຜູ່​ທີ່​ຊື່ສັດ ແລະ ອຸທິດ​ຕົນ ທັງ​ສອງ​ນຳພາດ້ວຍ​ກັນ​ໃນ​ຄວາມ​ຊອບ​ທຳ. ມີ​ອີກ​ຫລາຍ​ຄອບຄົວ ທີ່​ມີ​ສະພາບການ​ທີ່​ແຕກ​ຕ່າງ​ກັນ. ບໍ່​ວ່າ​ສະຖານະ​ການ​ຂອງ​ທ່ານ​ຈະ​ເປັນແບບ​ໃດ​ກໍ​ຕາມ, ທ່ານ​ກໍ​ສາ​ມາດ​ຍຶດ​ຖື​ເອົາ​ອົງ​ພຣະເຢ​ຊູ​ຄຣິດ ໃຫ້​ເປັນ​ຈຸດ​ໃຈກາງ​ທີ່​ສຳຄັນ​ຂອງ​ຄອບຄົວ ແລະ ຊີວິດ​ຂອງທ່ານ​ໄດ້, ເພາະ​ພຣະ​ອົງ​ຄື​ແຫລ່ງ​ຂອງ​ຄວາມ​ສະຫງົບ​ສຸກ ທີ່ແທ້​ຈິງ​ໃນ​ຊີວິດ​ນີ້.

ໃຫ້​ແນ່​ໃຈ​ວ່າ ການ​ເລືອກ​ທຸກ​ຢ່າງ​ທີ່​ທ່ານ​ເລືອກ, ບໍ່​ວ່າ​ຈະ​ເປັນຝ່າຍ​ໂລກ ຫລື ຝ່າຍ​ວິນ​ຍານ, ແມ່ນ​ຂຶ້ນ​ຢູ່​ກັບ​ສິ່ງທີ່​ພຣະ​ຜູ້ຊ່ອຍ​ໃຫ້​ລອດ​ປະສົງ​ໃຫ້​ທ່ານ​ເຮັດ. ເມື່ອ​ພຣະ​ອົງ​ເປັນ​ຈຸດ​ໃຈກາງທີ່​ສຳຄັນ​ໃນ​ບ້ານ​ເຮືອນ​ຂອງ​ທ່ານ, ທີ່​ນັ້ນຈະ​ມີ​ຄວາມ​ສະຫງົບສຸກ ແລະ ຄວາມ​ສະຫງົບ​ງຽບ. ທີ່​ນັ້ນ​ຈະ​ມີ​ວິນ​ຍານ​ຂອງ​ຄວາມປອດ​ໄພ​ທີ່​ຈະ​ເຕັມ​ຢູ່​ໃນ​ບ້ານ​ເຮືອນ, ແລະ ທຸກ​ຄົນ​ທີ່​ອາໄສ​ຢູ່​ທີ່ນັ້ນ​ຈະ​ຮູ້ສຶກ​ເຖິງ​ມັນ​ໄດ້.

ພໍ່​ແມ່​ບໍ່​ໄດ້​ເປັນ​ພຽງ​ຜູ້​ຄົນ​ທີ່​ຕ້ອງ​ເຮັດ​ຕາມ​ຄຳ​ແນະນຳ​ນີ້, ເຖິງ​ແມ່ນ​ວ່າ​ມັນ​ເປັນ​ບົດບາດຂອງ​ເຂົາເຈົ້າ​ທີ່​ຈະ​ນຳພາ. ເດັກນ້ອຍ​ກໍ​ສາມາດ​ມີໜ້າ​ທີ່​ຮັບຜິດຊອບໃນ​ການ​ພັດທະນາຄວາມ​ພະຍາຍາມ​ເຮັດ​ໃຫ້​ພຣະຄຣິດ​ເປັນ​ຈຸດ​ໃຈກາງທີ່​ສຳຄັນໃນ​ບ້ານ​ເຮືອນ. ມັນ​ກໍ​ສຳຄັນ​ທີ່​ພໍ່​ແມ່​ຈະ​ສອນ​ລູກໆ​ໃຫ້​ຮັບ​ຮູ້​ວ່າ ການ​ກະທຳ​ຂອງ​ພວກ​ເຂົາມີ​ຜົນ​ສະທ້ອນຕໍ່​ແຕ່ລະຄົນ​ທີ່​ອາໄສ​ຢູ່​ໃນ​ບ້ານ​ຫລັງ​ນັ້ນ. ເດັກນ້ອຍ​ທີ່​ຖືກ​ສອນ​ໃຫ້​ຮັບຜິດຊອບ​ຕໍ່ການ​ກະທຳ​ຂອງ​ພວກ​ເຂົາ, ບໍ່​ວ່າ​ຈະ​ເປັນ​ການ​ກະທຳ​ທີ່​ຊອບທຳ​ຫລື​ບໍ່, ກໍ​ຈະ​ເຕີບ​ໂຕ​ກາຍ​ມາ​ເປັນ​ປະຊາຊົນ​ທີ່​ໄວ້ໃຈ​ໄດ້ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ.

ຂ້າພະເຈົ້າ​ແນ່​ໃຈ​ວ່າ ທ່ານ​ສາມາດ​ຊີ້​ບອກ​ໄດ້ ເຖິງ​ຫລັກທຳ​ພື້ນຖານ​ທີ່​ຈະ​ເຮັດ​ໃຫ້​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ເປັນ​ຈຸດ​ໃຈກາງທີ່​ສຳຄັນ​ຂອງ​ບ້ານ​ຂອງ​ທ່ານ. ຄຳ​ແນະນຳ​ຂອງ​ສາດສະດາທີ່​ໃຫ້​ມີ​ການ​ອະທິຖານ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບຄົວ, ມີ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບຄົວ​ທຸກໆມື້, ແລະ ມີ​ການ​ສັງ​ສັນ​ໃນ​ຄອບຄົວ​ທຸກໆ​ທິດ​ນັ້ນ ເປັນ​ສ່ວນ​ປະກອບ​ທີ່​ສຳຄັນ ໃນ​ການ​ສ້າງ​ບ້ານ​ເຮືອນ​ທີ່​ມີ​ພຣະຄຣິດ ເປັນ​ຈຸດໃຈກາງ​ທີ່​ສຳຄັນ. ປາດ​ສະ​ຈາກ​ການ​ກະທຳ​ທີ່​ສະ​ໝ່ຳ​ສະເໝີ​ນີ້ ມັນ​ກໍ​ຍາກທີ່​ຈະ​ພົບ​ເຫັນ​ຄວາມ​ສະຫງົບ​ສຸກ​ທີ່​ເພິ່ງ​ປາດ​ຖະ​ໜາ ແລະ ຈຳເປັນ​ນີ້ພ້ອມ​ທັງ​ການ​ລີ້​ໄພ​ຈາກ​ໂລກ​ດ້ວຍ.

ຂໍ​ໃຫ້​ເຊື່ອ​ຟັງ​ຕໍ່​ຄຳ​ສອນ​ຂອງ​ສາດສະດາທີ່​ພຣະຄຣິດ​ປະສົງໃຫ້​ທ່ານ​ເຮັດ​ຕາມ. ຢ່າ​ຫາ​ທາງ​ແກ້​ຕົວ​ໄປ​ຈາກ​ຄວາມສຸກ​ໃນ​ອະນາ​ຄົດ ໂດຍ​ການ​ເດີນ​ໄປ​ຕາມ​ທາງ​ລັດ ແທນ​ທີ່​ຈະ​ນຳ​ໃຊ້ຫລັກທຳ​ພຣະ​ກິດ​ຕິ​ຄຸນທີ່​ເຊື່ອ​ຖື​ໄດ້​ນີ້. ຂໍ​ໃຫ້​ຈຳ​ໄວ້​ວ່າ: ເລື່ອງ​ເລັກໆນ້ອຍໆ​ຈະ​ນຳໄປ​ສູ່​ເລື່ອງ​ທີ່​ຍິ່ງ​ໃຫຍ່. ການ​ກະທຳ​ທີ່​ບໍ່​ສະຫລາດ ຫລື ການ​ລະເລີຍທີ່​ເບິ່ງ​ຄື​ວ່າ​ບໍ່​ສຳຄັນ​ນັ້ນ ສາມາດ​ນຳໄປ​ສູ່​ບັນຫາ​ທີ່ໃຫຍ່​ໂຕ​ໄດ້. ສຳຄັນ​ໄປ​ກວ່າ​ນັ້ນ​ຄື, ນິໄສ​ທີ່​ລຽບ​ງ່າຍ ແລະ ສະໝ່ຳ​ສະເໝີຈະ​ນຳໄປ​ສູ່​ຊີວິດທີ່​ເຕັມ​ໄປ​ດ້ວຍ​ພອນ​ຢ່າງ​ຫລວງຫລາຍ.

ພວກ​ເຈົ້າ ເດັກນ້ອຍ​ໃນ​ຫ້ອງ​ປະຖົມ​ໄວ, ພວກ​ເຈົ້າ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ໃນ​​ໂຄງການ​ຊາວ​ໜຸ່ມ, ແລະ ຜູ້​ສອນ​ສາດສະໜາທີ່​ຊື່ສັດ​ໝັ້ນຄົງ ທີ່​ກຳລັງ​ຮັບ​ໃຊ້​ຢູ່​ໃນ​ເວລາ​ນີ້ ກໍ​ພວມ​ເຮັດຫລາຍ​ສິ່ງ​ຫລາຍ​ຢ່າງທີ່​ມີ​ປະສິດທິພາບ​ຫລາຍ​ກວ່າທີ່​ຂ້າພະເຈົ້າ​ສາມາດເຮັດ​ໄດ້​ຕອນ​ມີ​ອາຍຸ​ສ່ຳ​ພວກ​ເຈົ້າ. ໃນ​ຊີວິດ​ກ່ອນ​ເກີດ ພວກ​ເຈົ້າ​ໄດ້​ພິສູດ​ຕົວ​ເອງ​ວ່າ ຊື່ສັດ, ເຊື່ອ​ຟັງ, ແລະ ບໍລິສຸດ. ຢູ່​ທີ່​ນັ້ນ, ພວກ​ເຈົ້າ​ໄດ້​ເຮັດ​ວຽກ​ໜັກເພື່ອ​ພັດທະນາ​ພອນ​ສະຫວັນ ແລະ ຄວາມ​ສາມາດທີ່​ຈະ​ຕຽມ​ຕົວ​ເອງມາ​ປະ​ເຊີນ​ຊີວິດ​ມະຕະ​ດ້ວຍ​ຄວາມ​ກ້າຫານ, ດ້ວຍ​ສັກ​ສີ, ກຽດຕິຍົດ, ແລະ ດ້ວຍ​ຄວາມ​ສຳເລັດ.

ເມື່ອ​ບໍ່​ດົນ​ມາ​ນີ້ ພວກ​ເຈົ້າ​ໄດ້​ລົງ​ມາສູ່​ຊີວິດ​ມະຕະ ພ້ອມ​ດ້ວຍຄວາມ​ສາມາດ​ທີ່​ສະຫງ່າ​ງາມ ແລະ ຄວາມ​ເປັນ​ໄປ​ໄດ້​ທີ່​ບໍ່​ມີວັນ​ສິ້ນ​ສຸດ​ເຫລົ່ານັ້ນ. ແຕ່ຍັງ​ມີ​ອັນຕະລາຍ​ທີ່​ເປັນ​ຈິງ​ໃນ​ສະພາບ​ແວດ​ລ້ອມ ທີ່ຢູ່​ອ້ອມ​ຂ້າງ​ພວກ​ເຈົ້າ. ຄວາມ​ເປັນ​ໄປ​ໄດ້ ແລະ ຄວາມ​ສາມາດ​ທີ່​ຍິ່ງ​ໃຫຍ່ ສາມາດ​ຖືກ​ຈຳກັດ ຫລື ຖືກທຳລາຍ​ໄດ້ ຖ້າ​ຫາກ​ພວກ​ເຈົ້າ​ຍອມ​ຕໍ່​ສິ່ງ​ສົກກະປົກ ທີ່​ມານ​ໄດ້ດົນ​ໃຈ​ຂືຶ້ນ​ມາ ທີ່ຢູ່​ອ້ອມ​ຂ້າງ​ພວກ​ເຈົ້າ. ເຖິງ​ຢ່າງໃດ​ກໍ​ຕາມ, ມານ​ຈະ​ເອົາ​ຊະ​ນະ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ບໍ່​ໄດ້. ຊາຕາກຳ​ຂອງມານ​ໄດ້​ຖືກ​ຊີ້​ຂາດ​ແລ້ວ. ມັນ​ຮູ້​ວ່າ​ມັນ​ຜ່າ​ຍ​ແພ້, ແຕ່​ມັນ​ຍັງຢາກ​ທຳລາຍຫລາຍ​ຕໍ່​ຫລາຍ​ຄົນ ເທົ່າ​ທີ່​ມັນ​ສາມາດ​ເຮັດ​ໄດ້. ມັນ​ຈະ​ພະຍາຍາມ​ທຳລາຍ​ຄວາມ​ດີງາມ ແລະ ຄວາມ​ສາມາດຂອງ​ພວກ​ເຈົ້າ ໂດຍ​ການ​ຂູດ​ຮີດ​ຄວາມ​ອ່ອນແອ​ຂອງ​ພວກ​ເຈົ້າ. ຂໍ​ໃຫ້​ຢູ່​ໃນ​ຝ່າຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ແລ້ວ​ພວກ​ເຈົ້າຈະ​ຊະນະ​ທຸກໆ​ເທື່ອ.

ພວກ​ເຈົ້າ​ອາໄສ​ຢູ່​ໃນ​ໂລກ ບ່ອນ​ທີ່​ເຄື່ອງ​ເທັກ​ໂນ​ໂລ​ຈີ​ກ້າວ​ໄປ ໜ້າ​ຢ່າງ​ວ່ອງໄວ​ຫລາຍ​ທີ່​ສຸດ. ມັນ​ເປັນ​ເລື່ອງ​ຍາກ​ສຳລັບ​ຄົນລຸ້ນ​ຂອງ​ພະ​ເຈົ້າ ທີ່​ຈະ​ນຳທັນ​ຄວາມ​ເປັນ​ໄປ​ໄດ້​ເຫລົ່າ​ນີ້. ມັນ​ຂຶ້ນຢູ່​ກັບ​ວ່າ​ເຄື່ອງ​​ເທັກໂນ​ໂລ​ຈີ​ຖືກ​ນຳ​ໃຊ້​ແນວໃດ, ຄວາມ​ກ້າວໜ້າເຫລົ່າ​ນີ້​ກໍ​ສາມາດ​ເປັນ​ພອນ ຫລື ເປັນ​ບັນຫາ​ທີ່​ກີດ​ກັ້ນ​ໄດ້. ເຄື່ອງ​ເທັກໂນ​ໂລ​ຈີ, ເມື່ອ​ຖືກ​ເຂົ້າໃຈ ແລະ ນຳ​ໃຊ້​ເພື່ອ​ຈຸດປະສົງ​ທີ່​ຊອບ​ທຳ, ບໍ່​ຈຳເປັນ​ຕ້ອງ​ເປັນ​ພິດ​ໄພ ແຕ່​ຈະ​ເປັນ​ການເພີ່ມ​ພູນ​ຕໍ່​ການ​ສື່ສານ​ທາງ​ວິນ​ຍານ.

ຍົກ​ຕົວຢ່າງ, ເຮົາ​ຫລາຍ​ຄົນ​ມີ​ເຄື່ອງມື ອີ​ເລັກ​ທຣອນນິກ​ສ່ວນຕົວ ທີ່​ເອົາ​ໃສ່​ໄວ້​ໃນ​ຖົງ​ຂອງ​ເຮົາ​ໄດ້. ໜ້ອຍ​ໜັກ​ໜ້ອຍ​ໜາ ທີ່​ເຮົາ​ຈະ​ບໍ່​ມີ​ມັນ​ຢູ່​ດ້ວຍ; ເຮົາ​ຈະ​ໃຊ້​ມັນ​ຫລາຍໆ​ເທື່ອ​ແຕ່​ລະ​ມື້. ແຕ່​ໜ້າ​ເສຍດາຍ, ທີ່​ເຄື່ອງມື​ນີ້​ສາມາດ​ເປັນ​ແຫລ່ງ​ຂອງ​ຄວາມສົກກະປົກ ແລະ ການ​ເສຍ​ເວລາ​ໄດ້. ແຕ່, ເມື່ອ​ນຳ​ໃຊ້​ດ້ວຍ​ລະ ບຽບ​ວິໄນ, ເຄື່ອງ​ເທັກ​ໂນ​ໂລ​ຈີ​ນີ້​ສາມາດ​ເປັນ​ເຄື່ອງມື​ຂອງ​ການປົກ​ປ້ອງ​ຈາກ​ສິ່ງ​ຊົ່ວ​ຮ້າຍ​ທີ່​ສັງຄົມ​ໄດ້​ສ້າງ​ຂຶ້ນ​ມາ​ກໍ​ໄດ້.

ເມື່ອ​ບໍ່​ຫລາຍ​ປີ​ມາ​ນີ້ ໃຜ​ຈະ​ຄາດ​ຄິດ​ໄດ້​ວ່າ ພຣະ​ຄຳ​ພີມາດຕະຖານ ແລະ ຂ່າວສານ​ຂອງ​ກອງ​ປະຊຸມ​ໃຫຍ່​ສາມັນຕະຫລອດ​ຫລາຍ​ປີ​ທີ່​ຜ່ານ​ມາ ຈະ​ເອົາ​ໃສ່​ໄວ້​ໃນ​ຖົງ​ຂອງທ່ານ​ໄດ້. ພຽງ​ແຕ່​ມີ​ມັນ​ຢູ່​ໃນ​ຖົງ​ຂອງ​ທ່ານ​ຈະ​ປົກ​ປ້ອງທ່ານບໍ່​ໄດ້, ແຕ່​ການ​ສຶກ​ສາ, ການ​ໄຕ່ຕອງ, ແລະ ການ​ຟັງ​ມັນ ໃນ​ຊ່ວງ​ເວລາ​ທີ່​ງຽບ​ສະ​ງັດ​ແຕ່​ລະ​ມື້ ຈະ​ເພີ່ມ​ພູນ​ການ​ສື່ສານຂອງ​ທ່ານ​ຜ່ານ​ພຣະ​ວິນ​ຍານ.

ຂໍ​ໃຫ້​ສະຫລາດ ໃນ​ວິທີ​ທີ່​ທ່ານ​ນຳ​ໃຊ້​ເທັກ​ໂນ​ໂລ​ຈີ​ໃນ​ຊີວິດ​ຂອງທ່ານ. ໃຫ້​ໝາຍ​ຂໍ້​ພຣະ​ຄຳ​ພີ​ທີ່​ສຳຄັນ​ໄວ້ ໃນ​ເຄື່ອງ​ເທັກ​ໂນ​ໂລ​ຈີຂອງ​ທ່ານ ແລະ ອ້າງ​ເຖິງ​ຂໍ້​ເຫລົ່ານັ້ນ​ເລື້ອຍໆ. ຖ້າ​ຫາກ​ພວກເຈົ້າ ຄົນ​ໜຸ່ມ ຈະ​ທົບ​ທວນ​ຂໍ້​ພຣະ​ຄຳ​ພີ​ເລື້ອຍໆ ເທົ່າ​ທີ່​ພວກເຈົ້າ​ສົ່ງ​ຂໍ້ຄວາມ, ໃນ​ບໍ່​ດົນ​ພວກ​ເຈົ້າ​ຈະ​ໄດ້​ທ່ອງ​ຈຳ ຂໍ້​ພຣະ​ຄຳ​ພີ ເປັນ​ຫລາຍ​ຮ້ອຍ​ຂໍ້​ໄດ້. ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ຈະ​ກາຍເປັນ​ແຫລ່ງຂອງ​ການ​ດົນ​ໃຈ​ທີ່​ມີ​ພະລັງ ແລະ ການ​ຊີ້​ນຳ​ຫລາຍ​ແທ້ໆ ຈາກພຣະ​ວິນ​ຍານ​ບໍລິສຸດ ໃນ​ເວລາ​ທີ່​ພວກ​ເຈົ້າ​ຕ້ອງການ.

ການ​ເຮັດ​ສຸດ​ຄວາມ​ສາມາດ​ຂອງ​ເຮົາ ທີ່​ຈະ​ເຊື້ອ​ເຊີນ​ອິດ​ທິ​ພົນທີ່​ອ່ອນໂຍນ, ທີ່​ນຳພາ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ ໃຫ້​ເຂົ້າ​ມາສູ່ຊີວິດ​ຂອງ​ເຮົາ ແມ່ນ​ຈຳເປັນ​ຫລາຍໃນ​ຄວາມ​ພະຍາຍາມ​ຂອງເຮົາ ທີ່​ຈະ​ເຮັດ​ໃຫ້​ພຣະ​ຜູ້​ຊ່ອຍ​ໃຫ້​ລອດເປັນ​ຈຸດ​ໃຈກາງ​ທີ່​ສຳຄັນ​ໃນ​ບ້ານ​ເຮືອນ​ຂອງ​ເຮົາ. ການ​ກະທຳ​ຢ່າງ​ເຊື່ອ​ຟັງ​ຕາມການ​ກະ​ຕຸ້ນ​ເຫລົ່ານັ້ນ ຈະ​ເສີມ​ກຳລັງ​ໃຫ້​ເຮົາ​ຫລາຍ​ຂຶ້ນ.

ຄວາມ​ສະຫງົບ​ສຸກ​ທີ່​ຫລວງຫລາຍ​ຈະ​ມາ​ເຖິງ ເມື່ອ​ທ່ານຮວມ​ຄວາມ​ພະຍາຍາມ​ຂອງ​ທ່ານ​ທີ່​ຈະ​ເຊື່ອ​ຟັງ ເຂົ້າ​ກັບ​ການຮັບ​ໃຊ້​ຄົນ​ອື່ນທີ່ຢູ່​ອ້ອມ​ຂ້າງ​ທ່ານ. ຄົນ​ເປັນ​ຈຳນວນ​ຫລວງຫລາຍຜູ້​ທີ່​ເຫັນ​ວ່າພອນ​ສະຫວັນ​ຂອງ​ເຂົາເຈົ້າ​ບໍ່​ພຽງພໍ ກໍ​ໃຊ້​ພອນ​ສະຫວັນ​ນັ້ນ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຊີວິດ​ຂອງ​ຜູ້​ຄົນ ທີ່ຢູ່​ອ້ອມ​ຂ້າງ​ເຂົາເຈົ້າ ຢ່າງ​ຖ່ອມ​ຕົນ ແລະ ຢ່າງ​ເພື່ອ​ແຜ່. ຄວາມ​ເຫັນແກ່ຕົວ​ເປັນຕົ້ນ​ເຫດ​ຂອງ​ຄວາມ​ຊົ່ວ​ຮ້າຍ​ຫລາຍ​ຢ່າງ. ຢາແກ້ຄວາມ​ຊົ່ວ​ຮ້າຍ​ນັ້ນ​ແມ່ນ​ເຫັນ​ໄດ້​ໃນ​ຕົວຢ່າງ​ຂອງຊີວິດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ພຣະ​ອົງ​ໄດ້​ສະແດງ​ໃຫ້​ເຮົາ​ເຫັນ​ວິທີ​ທີ່​ຈະ​ເອົາໃຈໃສ່​ຕໍ່​ຊີວິດ​ຂອງ​ເຮົາ​ໃນ​ການ​ຮັບ​ໃຊ້​ຄົນ​ອື່ນ​ຢ່າງ​ບໍ່​ເຫັນແກ່ຕົວ.

ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ຄວາມ​ຈິງ ທີ່​ໄດ້​ເກີດ​ຂຶ້ນ​ຊ້ຳ​ແລ້ວ​ຊ້ຳ​ອີກ ໃນ​ຊີວິດ​ຂອງ​ຂ້າພະເຈົ້າ​ເລື້ອຍໆ ຈົນ​ຂ້າພະເຈົ້າ​ໄດ້​ຮັບ​ຮູ້​ມັນ​ວ່າ ເປັນ​ກົດ​ທີ່​ແນ່ນອນ. ມັນ​ອະທິບາຍ​ເຖິງ​ວິທີ​ທີ່​ຄວາມ​ເຊື່ອ​ຟັງ ແລະ ການ​ຮັບ​ໃຊ້​ນັ້ນ​ພົວພັນ​ກັບ​ອຳນາດ​ຂອງ​ພຣະ​ເຈົ້າ. ເມື່ອເຮົາ​ເຊື່ອ​ຟັງ​ຕໍ່​ພຣະ​ບັນຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮັບ​ໃຊ້ ລູກໆ​ຂອງ​ພຣະ​ອົງ​ຢ່າງ​ບໍ່​ເຫັນແກ່ຕົວ, ຜົນ​ສະທ້ອນ​ທຳ​ມະ​ຊາດ ກໍ​ແມ່ນອຳນາດ​ຈາກ​ພຣະ​ເຈົ້າ: ອຳນາດ​ທີ່​ຈະ​ເຮັດ​ໃຫ້​ໄດ້​ຫລາຍກວ່າທີ່​ເຮົາ​ຈະ​ເຮັດ​ໄດ້​ດ້ວຍ​ຕົວ​ເຮົາ​ເອງ. ຄວາມ​ເຂົ້າໃຈ, ພອນສະຫວັນ, ຄວາມ​ສາມາດ​ຂອງ​ເຮົາ ຖືກ​ຂະຫຍາຍ ເພາະ​ເຮົາໄດ້​ຮັບ​ພະລັງ ແລະ ອຳນາດ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ອຳນາດ ຂອງ​ພຣະ​ອົງ​ເປັນ​ສ່ວນ​ປະກອບ​ທີ່​ສຳຄັນ​ສຸດ ໃນ​ການ​ສ້າງສາບ້ານ​ເຮືອນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສະຫງົບ​ສຸກ.

ເມື່ອ​ທ່ານ​ໃຫ້​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເປັນ​ຈຸດ​ໃຈກາງ​ທີ່​ສຳຄັນ​ໃນບ້ານ​ເຮືອນ​ຂອງ​ທ່ານ, ມັນ​ຈະ​ກາຍເປັນ​ບ່ອນ​ລີ້​ໄພ ບໍ່​ພຽງ​ແຕ່​ສຳລັບ​ຄອບຄົວ​ຂອງ​ທ່ານ​ເອງ​ເທົ່າ​ນັ້ນ ແຕ່​ສຳລັບ​ໝູ່​ເພື່ອນ ຜູ້​ອາໄສ​ຢູ່​ໃນ​ສະພາບ​ການ​ທີ່​ຍາກ​ລຳບາກ​ຫລາຍ​ດ້ວຍ. ເຂົາເຈົ້າ​ຈະຖືກ​ຊັກ​ຈູງ​ມາສູ່​ຄວາມ​ສະຫງົບ​ທີ່​ເຂົາເຈົ້າ​ຮູ້ສຶກ​ຢູ່​ໃນ​ບ້ານ​ຂອງທ່ານ. ໃຫ້​ຕ້ອນຮັບ​ໝູ່​ເພື່ອນ​ເຫລົ່າ​ນີ້​ເຂົ້າ​ມາ​ໃນ​ບ້ານ​ເຮືອນຂອງ​ທ່ານ. ເຂົາເຈົ້າ​ຈະ​ຈະເລີນ​ເຕີບ​ໂຕ ແລະ ກ້າວໜ້າ​ຢູ່​ໃນສະພາບ​ແວດ​ລ້ອມ ທີ່​ມີ​ພຣະຄຣິດ​ເປັນ​ຈຸດ​ໃຈກາງ​ທີ່​ສຳຄັນ. ໃຫ້​ເປັນ​ມິດ​ກັບ​ໝູ່​ເພື່ອນ​ຂອງ​ລູກໆ​ຂອງ​ທ່ານ. ຂໍ​ໃຫ້​ເປັນ​ຕົວຢ່າງທີ່​ຄູ່​ຄວນ​ໃຫ້​ແກ່​ເຂົາເຈົ້າ.

ພອນ​ທີ່​ຍິ່ງ​ໃຫຍ່​ຢ່າງ​ໜຶ່ງ​ທີ່​ເຮົາ​ສາມາດ​ມອບ​ໃຫ້​ໂລກ​ໄດ້ ແມ່ນອຳນາດ​ຂອງ​ບ້ານ​ເຮືອນ ທີ່​ມີ​ພຣະຄຣິດ​ເປັນ​ຈຸດ​ໃຈກາງ​ທີ່ສຳຄັນ ບ່ອນ​ທີ່​ພຣະ​ກິດ​ຕິ​ຄຸນ​ຖືກ​ສັ່ງສອນ, ບ່ອນທີ່​ພັນທະ​ສັນຍາ​ຖືກຮັກສາ, ແລະ ບ່ອນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຢ່າງ​ຫລວງຫລາຍ.

ເມື່ອ​ຫລາຍ​ປີ​ກ່ອນ, ຫລັງ​ຈາກ​ການ​ຢ້ຽມຢາມ​ເຂດ​ເຜີຍແຜ່, ຈີນີນ, ພັນ​ລະ​ຍາ​ຂອງ​ຂ້າພະເຈົ້າ ໄດ້​ບອກ​ຂ້າພະເຈົ້າ​ກ່ຽວ​ກັບແອວ​ເດີ​ຄົນ​ໜຶ່ງທີ່​ນາງ​ໄດ້​ພົບ. ຈີນີນ ໄດ້​ຖາມ​ເຖິງ​ຄອບຄົວຂອງ​ລາວ. ນາງ​ຕົກໃຈ​ເມື່ອ​ແອວ​ເດີ​ຄົນ​ນັ້ນ​ໄດ້​ຕອບ​ວ່າ ລາວ​ບໍ່​ມີຄອບຄົວ. ລາວ​ໄດ້​ອະທິບາຍ​ຕື່ມ​ອີ​ກວ່າ ຕອນ​ລາວ​ເກີດ​ມາ ແມ່​ຂອງ​ລາວ​ໄດ້​ມອບ​ລາວ​ໃຫ້​ລັດຖະບານ​ລ້ຽງ​ດູ. ລາວ​ໄດ້​ໃຊ້ຊີວິດ​ໃນ​ໄວ​ເຍົາ​ຂອງ​ລາວ ອາໄສ​ຢູ່​ບ້ານ​ພໍ່​ແມ່ລ້ຽງ​ຫລາຍ​ບ່ອນ. ລາວ​ໄດ້​ຮັບ​ພອນ​ຕອນ​ເປັນ​ໄວ​ລຸ້ນ ທີ່​ໄດ້​ພົບ​ພຣະ​ກິດ​ຕິ​ຄຸນ. ຫວອດ​ທີ່​ເປັນ​ຄອບຄົວ​ທີ່​ຮັກ​ໄດ້​ຊ່ອຍ​ລາວ​ໃຫ້​ມີ​ໂອກາດ​ອອກ​ໄປຮັບ​ໃຊ້​ເຜີຍແຜ່.

ຕໍ່​ມາ ຈີນີນ ໄດ້​ຖາມ​ພັນ​ລະ​ຍາ​ຂອງ​ປະທານ​ເຜີຍແຜ່ກ່ຽວ​ກັບແອວ​ເດີ​ທີ່​ດີ​ຄົນ​ນັ້ນ. ນາງ​ໄດ້​ຮຽນ​ຮູ້​ວ່າ ເມື່ອ​ສອງ​ສາມ​ເດືອນກ່ອນ​ນັ້ນ ແອວ​ເດີ​ຄົນ​ນັ້ນໄດ້​ໄປ​ພັກ​ຢູ່​ທີ່​ບ້ານ​ຂອງ​ປະທານເຜີຍແຜ່ ເນື່ອງ​ຈາກ​ການ​ເຈັບ​ໄຂ້. ໃນ​ລະຫວ່າງເວລາ​ນັ້ນ ແອວ​ເດີ​ຄົນ​ນັ້ນ ໄດ້​ເຂົ້າ​ຮ່ວມ​ກັບ​ເຂົາເຈົ້າ​ໃນ​ການ​ສັງ​ສັນ​ໃນຄອບຄົວ. ກ່ອນ​ລາວ​ໄດ້​ກັບ​ອອກ​ໄປ​ທີ່​ສະໜາມ​ເຜີຍແຜ່, ລາວໄດ້​ຖາມ​ປະທານ​ເຜີຍແຜ່ ຖ້າວ່າ​ລາວ​ຈະ​ສາມາດ​ມາ​ພັກ​ຢູ່​ບ້ານຂອງ​ປະທານ​ເຜີຍແຜ່​ອີກ​ຈັກ​ສອງ​ສາມ​ມື້ ຕອນ​ລາວ​ຈົບ​ຈາກການ​ເຜີຍແຜ່​ຂອງ​ລາວ. ລາວ​ຢາກ​ມີ​ໂອກາດ​ສັງເກດ​ເຫັນ​ວ່າ ການ​ປະຕິບັດ​ຂອງ​ຄອບຄົວ​ທີ່​ມີ​ພຣະຄຣິດ​ເປັນ​ຈຸດ​ໃຈກາງ​ທີ່​ສຳຄັນ​ນັ້ນ​ເປັນ​ແບບ​ໃດ.

ຂໍ​ໃຫ້​ເຮັດ​ທຸກ​ສິ່ງ​ທີ່​ທ່ານ​ສາມາດ​ເຮັດ​ໄດ້ ເພື່ອ​ໃຫ້​ມີ​ບ້ານ​ດັ່ງກ່າວ. ຂໍ​ໃຫ້​ເອື້ອມ​ອອກ​ໄປ​ຊ່ອຍ​ຜູ້​ຄົນ​ທີ່​ຕົກ​ຢູ່​ໃນ​ສະພາບ​ການ​ທີ່​ທຸກຍາກ​ລຳບາກ. ຂໍ​ໃຫ້​ເປັນ​ເພື່ອນ​ທີ່ແທ້​ຈິງ. ມິດຕະພາບ​ທີ່​ທົນທານ​ດັ່ງກ່າວ ຈະ​ຊ່ອຍ​ຄົນ​ອື່ນ ໃຫ້​ອົດທົນ​ຕໍ່​ຄວາມ​ຍາກ​ລຳບາກ ແລະ ເຮັດ​ໃຫ້​ຊີວິດມີ​ຄວາມ​ຊື່ນ​ບານ​ຂຶ້ນ. ມິດຕະພາບບໍ່​ຄວນ​ເປັນ​ແຫລ່ງ​ທີ່​ຈະ​ມາ​ນຳ​ໃຊ້​ເພື່ອ​ຫາ​ຜົນ​ປະໂຫຍດ​ສ່ວນຕົວ ແຕ່​ຄວນ​ເປັນສົມ​ບັດ​ທີ່​ຮູ້​ຄຸນຄ່າ ແລະ ຖືກ​ແບ່ງປັນ. ຈົ່ງຕ້ອນຮັບ​ຜູ້​ຄົນໃຫ້​ເຂົ້າ​ມາ​ໃນ​ບ້ານ​ຂອງ​ທ່ານ ຜູ້​ທີ່​ຕ້ອງການ​ການເສີມ​ກຳລັງ ໂດຍ​ການ​ຢູ່​ໃນ​ບ້ານ​ທີ່​ມີ​ພຣະຄຣິດ​ເປັນ​ຈຸດ​ໃຈກາງທີ່​ສຳຄັນ.

ຂ້າພະເຈົ້າ​ຂໍ​ໃຫ້​ຄຳ​ຄິດ​ເຫັນ​ສຸດ​ທ້າຍ ສຳລັບ​ຜູ້​ຄົນ​ທີ່​ຮັກ​ສະມາຊິກ​ໃ​ນຄອບຄົວ ຜູ້​ທີ່​ບໍ່​ໄດ້​ເລືອກ​ເຮັດ​ສິ່ງ​ດີ. ສິ່ງ​ນີ້​ສາມາດ​ທ້າ​ທາຍຄວາມ​ອົດທົນ ແລະ ຄວາມ​ອົດ​ກັ້ນຂອງ​ເຮົາ​ໄດ້. ເຮົາ​ຕ້ອງ​ໄວ້ວາງໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໃນ​ວັນ​ເວລາ​ຂອງ​ພຣະ​ອົງ​ວ່າ ຄຳ​ຕອບ​ຕໍ່​ຄຳ​ອະທິຖານ ແລະ ຄວາມ​ພະຍາຍາມ​ທີ່​ຈະ​ຊ່ອຍ ເຫລືອ​ຂອງ​ເຮົາ ສາມາດ​ເກີດ​ຂຶ້ນ​ໄດ້. ເຮົາ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ ທີ່​ເຮົາ​ເຮັດ​ໄດ້ ເພື່ອ​ຮັບ​ໃຊ້, ເປັນ​ພອນ, ແລະ ຍອມ​ຮັບ​ພຣະປະສົງ​ຂອງ​ພຣະ​ເຈົ້າ ໃນ​ທຸກ​ສິ່ງ​ຢ່າງ​ອ່ອນ​ນ້ອມ​ຖ່ອມ​ຕົນ. ເຮົາໃຊ້​ສັດທາ ແລະ ຈື່​ຈຳ​ວ່າ ຍັງ​ມີ​ບາງ​ສິ່ງ​ບາງ​ຢ່າງທີ່​ຕ້ອງ​ໃຫ້​ຂຶ້ນຢູ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ໃຫ້​ວາງ​ພາລະຂອງ​ເຮົາ​ໄວ້​ທີ່​ພຣະ​ບາດ​ຂອງ​ພຣະ​ອົງ. ດ້ວຍ​ສັດທາ ເຮົາ​ສາມາດ​ຮູ້​ໄດ້​ວ່າ ຄົນ​ທີ່​ເຮົາ​ຮັກ ຜູ້​ທີ່​ໄດ້​ຫລົງ​ທາງ​ໄປ​ນັ້ນ ບໍ່​ໄດ້​ຖືກປະ​ຖິ້ມ ແຕ່​ຍັງ​ຢູ່​ໃນ​ການ​ດູ​ແລ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດທີ່​ຊົງ​ຮັກ​ຢູ່.

ຂໍ​ໃຫ້​ຮັບ​ຮູ້​ຄວາມ​ດີງາມ​ໃນ​ຕົວ​ຄົນ​ອື່ນ, ບໍ່​ແມ່ນ​ຄວາມ​ຜິດພາດ ຫລື ບາບ​ຂອງ​ເຂົາເຈົ້າ. ບາງເທື່ອ ບາບ​ນັ້ນ​ຕ້ອງການ ການ​ເອົາໃຈໃສ່​ທີ່​ສົມຄວນ ເພື່ອ​ຈະ​ເຮັດ​ໃຫ້​ສະອາດ, ແຕ່​ຂໍ​ຈົ່ງ ເສີມ​ສ້າງ ແລະ ສົ່ງເສີມ​ຄຸນ​ຄວາມ​ດີ​ໃນ​ຕົວ​ເຂົາເຈົ້າ​ສະເໝີ.

ເມື່ອ​ທ່ານ​ຮູ້ສຶກ​ວ່າ​ມີ​ຄວາມ​ຫວັງ​ພຽງ​ແຕ່​ນ້ອຍ​ດຽວ, ຄວາມ​ຫວັງນັ້ນ​ບໍ່​ໄດ້​ນ້ອຍ, ແຕ່​ມັນ​ເປັນ​ສາຍສຳພັນ​ເສັ້ນ​ໃຫຍ່​ທີ່​ຕິດຕໍ່​ກັນ, ເໝືອນ​ດັ່ງ​ເຄື່ອງມື​ຊູ​ຊີວິດ ທີ່​ເຮັດ​ໃຫ້​ທ່ານ​ເຂັ້ມແຂງ ແລະ ເຊີດ​ຊູ​ທ່ານ​ຂຶ້ນ. ມັນ​ຈະ​ໃຫ້​ຄວາມ​ປອບ​ໂຍນ ເພື່ອ​ວ່າ​ທ່ານຈະ​ເຊົາ​ຢ້ານ​ກົວ. ຂໍ​ໃຫ້​ພະຍາຍາມ​ດຳລົງ​ຊີວິດ​ຢ່າງ​ຄູ່​ຄວນ ແລະ ໃຫ້​ໄວ້​ວາງໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ.

ເຮົາ​ບໍ່​ຈຳເປັນ​ຕ້ອງ​ກັງວົນ ຖ້າ​ຫາກ​ເຮົາ​ບໍ່​ສາມາດ​ເຮັດ​ທຸກ​ສິ່ງທຸກ​ຢ່າງ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະນຳ​ໃຫ້​ເຮົາ​ເຮັດໃນ​ເວລາດຽວ​ກັນ​ນັ້ນ. ພຣະ​ອົງ​ຍັງ​ໄດ້​ກ່າວ​ວ່າ ມີ​ເວລາ ແລະ ລະດູ​ການ​ສຳລັບ​ທຸກ​ສິ່ງ​ທຸກ​ຢ່າງ. ໃນ​ຄຳ​ຕອບ​ຕໍ່​ຄຳ​ອະທິຖານ​ຫາການ​ຊີ້​ນຳ​ທີ່​ຈິງ​ໃຈ, ພຣະ​ອົງ​ຈະ​ຊີ້​ນຳ​ເຮົາ​ໃນ​ສິ່ງ​ທີ່​ເຮົາ​ຄວນ​ເນັ້ນໜັກ​ເຖິງ ໃນ​ແຕ່​ລະ​ຂັ້ນ​ຕອນ​ໃນ​ຊີວິດ​ຂອງ​ເຮົາ. ເຮົາ​ສາມາດຮຽນ​ຮູ້, ເຕີບ​ໂຕ, ແລະ ກາຍເປັນ​ເໝືອນ​ດັ່ງ​ພຣະ​ອົງ ໃນ​ແຕ່​ລະ ບາດກ້າວ​ຢ່າງ​ສະ​ໝ່ຳ​ສະເໝີ.

ຂ້າພະເຈົ້າ​ຂໍ​ສະແດງ​ປະຈັກ​ພະຍານ​ວ່າ ການ​ດຳລົງ​ຊີວິດ​ທີ່ເຊື່ອ​ຟັງ, ຍຶດ​ໝັ້ນ​ຢູ່​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ, ຈະໃຫ້​ເຮົາ​ມີ​ຄວາມ​ສະຫງົບ​ສຸກ​ທີ່​ຍິ່ງ​ໃຫຍ່​ແນ່ນອນ ແລະ ໃຫ້ການລີ້​ໄພ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ. ຍັງ​ຈະ​ມີ​ການ​ທ້າ​ທາຍ ແລະ ຄວາມ​ໂສກເສົ້າ​ຢ່າງ​ຫລວງຫລາຍ, ແຕ່, ແມ່ນ​ແຕ່​ໃນ​ທ່າມກາງ ຄວາມ​ຍາກ​ລຳບາກ, ເຮົາ​ກໍ​ຍັງ​ສາມາດ​ມີ​ຄວາມ​ສະຫງົບ​ສຸກ​ໃນຈິດໃຈ ແລະ ມີ​ຄວາມສຸກ​ທີ່​ເລິກ​ຊຶ້ງ​ໄດ້. ຂ້າພະເຈົ້າ​ເປັນພະຍານ​ວ່າ ການ​ຊົດ​ໃຊ້​ຂອງ​ພຣະເຢ​ຊູ​ຄຣິດ ເປັນ​ແຫລ່ງ​ຂອງຄວາມ​ສະຫງົບ​ສຸກ​ທີ່​ລົ້ນ​ເຫລືອ​ນັ້ນ, ໃນ​ພຣະ​ນາມ​ຂອງພຣະເຢ​ຊູ​ຄຣິດ, ອາ​ແມນ.