​2010–2019
ສີ່​ຕຳແໜ່ງ
ເມສາ 2013


ສີ່​ຕຳແໜ່ງ

ຂ້າພະເຈົ້າ​ຢາກ​ແນະນຳ​ຕຳແໜ່ງ​ສີ່​ຢ່າງ ... ທີ່​ອາດ​ຈະ​ຊ່ອຍ​ເຮົາ​ໃຫ້​ຮັບ​ຮູ້​ບົດບາດສ່ວນ​ຕົວ​ຂອງ​ເຮົາ​ໃນ​ແຜນ​ນິລັນດອນ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ສາມາດ​ຂອງ​ເຮົາ ໃນ​ຖານະ​ຜູ້​ດຳລົງ​ຖານະ​ປະໂລຫິດ.

ອ້າຍ​ນ້ອງ ແລະ ເພື່ອນ​ທີ່​ຮັກແພງ, ຫົວໃຈ​ຂອງ​ຂ້າພະເຈົ້າ ເຕັມ​ໄປ​ດ້ວຍ​ຄວາມ​ກະຕັນຍູ ແລະ ຄວາມສຸກ​ທີ່​ໄດ້​ຢູ່​ກັບພວກ​ທ່ານ. ຂ້າພະເຈົ້າ​ສັນລະເສີນ​ທ່ານ ບັນດາ​ພໍ່ ແລະ ພໍ່​ຕູ້ ຜູ້​ທີ່​ໄດ້​ພາ​ລູກ ແລະ ຫລານ​ຊາຍ​ມາ​ນຳ. ຂ້າພະເຈົ້າ​ຂໍ​ສະແດງຄວາມ​ຍິນ​ດີ​ຕໍ່​ພວກ​ເຈົ້າ ຊາຍ​ໜຸ່ມ​ຜູ້​ທີ່​ໄດ້​ເລືອກ​ມາ​ທີ່​ນີ້ ​ໃນມື້ນີ້. ນີ້​ເປັນ​ສະຖານທີ່​ຖືກຕ້ອງ​ທີ່​ທ່ານ​ຈະ​ຢູ່. ຂ້າພະເຈົ້າ​ຫວັງ​ວ່າ ທ່ານ​ຈະ​ສາມາດ​ຮູ້ສຶກ​ເຖິງ​ຄວາມ​ເປັນ​ອ້າຍ​ນ້ອງ ທີ່​ຜູກ​ພັນ​ເຮົາເຂົ້າກັນ, ແລະ ຂ້າພະເຈົ້າ​ອະທິຖານ​ວ່າ​ໃນ​ທີ່​ນີ້, ໃນ​ບັນດາອ້າຍ​ນ້ອງ​ຂອງ​ທ່ານ, ທ່ານ​ຈະ​ພົບ​ເຫັນ​ການ​ເປັນ​ພາກສ່ວນ, ການ​ສະໜັບສະໜູນ, ແລະ ມິດຕະພາບ.

ເຮົາ ຜູ້​ຊາຍ​ທັງຫລາຍ ບາງເທື່ອ​ຈະ​ແນະນຳ​ຕົວ​ເອງ​ຕາມ​ຕຳແໜ່​ງ​ຂອງ​ເຮົາ. ຫລາຍ​ຄົນ​ໃນ​ພວກ​ເຮົາ​ມີ​ຫລາຍ​ຕຳແໜ່ງ, ແລະ ແຕ່​ລະ​ອັນ​ກ່າວ​ເຖິງ​ສິ່ງ​ທີ່​ສຳຄັນ​ກ່ຽວ​ກັບ​ເອກະລັກ​ຂອງ​ເຮົາ. ຍົກຕົວຢ່າງ, ຕຳແໜ່ງ​ບາງ​ຢ່າງ​ບັນຍາຍ​ເຖິງ​ບົດບາດ​ຂອງ​ເຮົາໃນຄອບຄົວ, ດັ່ງ​ເຊັ່ນ ລູກ​ຊາຍ, ອ້າຍ​ນ້ອງ, ສາມີ, ແລະ ພໍ່. ອີກຕຳແໜ່ງ​ອື່ນ​ບັນຍາຍ​ເຖິງ​ອາຊີບ​ຂອງ​ເຮົາ​ໃນ​ໂລກ, ດັ່ງ​ເຊັ່ນ, ທ່ານໝໍ, ທະຫານ, ຫລື ຊ່າງ​ທີ່​ຊຳນານ. ແລະ ບາງ​ຢ່າງ​ຈະບັນຍາຍ​ເຖິງ​ຕຳແໜ່ງ​ຂອງ​ເຮົາ​ໃນ​ສາດສະໜາ​ຈັກ.

ຄືນ​ນີ້ ຂ້າພະເຈົ້າ​ຢາກ​ແນະນຳ​ຕຳແໜ່ງ​ສີ່​ຢ່າງ ທີ່​ຂ້າພະເຈົ້າເຊື່ອ​ວ່າກ່ຽວຂ້ອງ​ກັບ​ຜູ້​ດຳລົງ​ຖານະ​ປະໂລຫິດ​ທຸກ​ຄົນ ຕະຫລອດ​ທົ່ວ​ໂລກ—ຕຳແໜ່ງ​ທີ່​ອາດ​ຈະ​ຊ່ອຍ​ເຮົາ​ໃຫ້​ຮັບ​ຮູ້​ບົດບາດສ່ວນ​ຕົວ​ຂອງ​ເຮົາ​ໃນ​ແຜນ​ນິລັນດອນ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ສາມາດ​ຂອງ​ເຮົາໃນ​ຖານະ​ຜູ້​ດຳລົງ​ຖານະ​ປະໂລຫິດ ໃນ​ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກສຸດ​ທ້າຍ.

ບຸດ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ

ຕຳແໜ່ງ​ໜຶ່ງ​ທີ່​ກຳນົດ​ຄວາມ​ໝາຍ​ຂອງ​ເຮົາ​ທຸກ​ຄົນ, ໃນ​ວິທີ​ທາງພື້ນຖານ​ທີ່​ສຸດ, ຄື ບຸດ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ. ບໍ່​ວ່າ​ເຮົາຈະ​ເປັນ​ຫຍັງ ຫລື ເຮັດ​ຫຍັງ​ໃນ​ຊີວິດ​ຂອງ​ເຮົາ, ເຮົາ​ຕ້ອງ​ບໍ່​ລືມຈັກ​ເທື່ອ​ວ່າ ເຮົາ​ເປັນ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ແທ້ໆ. ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ ກ່ອນ​ເຮົາ​ໄດ້​ລົງ​ມາ​ຢູ່​ເທິງ​ໂລກ​ນີ້, ແລະ ເຮົາ​ຈະ​ເປັນ​ລູກໆ​ຂອງ​ພຣະ​ອົງ​ຕະຫລອດ​ຊົ່ວ​ນິລັນດອນ. ຄວາມ​ຈິງ​ພື້ນຖານ​ນີ້​ຄວນປ່ຽນແປງ​ວິທີ​ທີ່​ເຮົາ​ເຫັນ​ຕົວ​ເຮົາ​ເອງ, ເຫັນອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ, ແລະ ແມ່ນ​ແຕ່​ວິທີ​ທີ່​ເຮົາ​ເຫັນ​ຊີວິດນັ້ນ​ເອງ.

ໜ້າ​ເສຍດາຍ, ບໍ່​ມີ​ຄົນ​ໃດ​ໃນ​ພວກ​ເຮົາທີ່​ດຳລົງ​ຊີວິດ​ໃຫ້​ສົມບູນຕາມ​ທີ່​ທຸກ​ສິ່ງ​ຢ່າງ​ທີ່​ຕຳແໜ່ງ​ນີ້​ອ້າງ​ເຖິງ, “ດ້ວຍ​ວ່າທຸກ​ຄົນ​ໄດ້ເຮັດ​ບາບ ແລະ ຫ່າງ​ໄກ​ຈາກ​ພຣະ​ເຈົ້າ​ຜູ້​ທີ່​ຊ່ອຍ​ເຂົາ.”1

ບາງເທື່ອ​ມັນ​ສາມາດ​ເປັນ​ການ​ທໍ້ຖອຍ​ໃຈ ທີ່​ຈະ​ຮູ້​ຄວາມ​ໝາຍຂອງ​ການ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ ແລະ ແລ້ວ​ບໍ່​ສາມາດ​ເຮັດ​ໃຫ້ໄດ້​ສົມ​ກຽດ. ມານ​ມັກ​ຈະ​ສວຍໂອກາດເອົາ​ຄວາມ​ຮູ້ສຶກ​ບໍ່​ດີ​ພໍເຫລົ່າ​ນີ້. ຊາ​ຕານ​ຢາກ​ໃຫ້​ທ່ານ​ເຫັນ​ຕົວ​ທ່ານ​ເອງຕາມ​ບາບຂອງ​ທ່ານ ແທນທີ່​ຈະ​ເຫັນ​ຄວາມ​ສາມາດ​ແຫ່ງ​ສະຫວັນ​ຂອງ​ທ່ານ. ອ້າຍ​ນ້ອງ​ທັງຫລາຍ, ຢ່າ​ຟັງ​ມັນ​ເລີຍ.

ເຮົາ​ທຸກ​ຄົນ​ເຄີຍ​ເຫັນ​ເດັກນ້ອຍ​ຮຽນ​ຍ່າງ. ເຂົາ​ຈະ​ຍ່າງ​ໄປ​ຕາມບາດກ້າວ​ນ້ອຍໆ ແລະ ໂຊ​ເຊ​ໄປ​ມາ. ເຂົາ​ຈະ​ລົ້ມ​ລົງ. ເຮົາ​ຈະຮ້າຍ​ເຂົາ​ບໍ ໃນ​ຄວາມ​ພະຍາຍາມ​ນີ້? ບໍ່​ເລີຍ. ພໍ່​ຄົນ​ໃດ​ຈະ​ລົງໂທດ​ເດັກນ້ອຍ​ທີ່​ສະດຸດ​ລົ້ມ? ເຮົາ​ຈະ​ໃຫ້​ກຳລັງ​ໃຈ, ເຮົາ​ຈະ​ຕົບມື​ໃຫ້, ແລະ ເຮົາ​ຈະ​ຍົກຍ້ອງ, ເພາະວ່າດ້ວຍ​ທຸກໆ​ບາດກ້າວ ນ້ອຍໆ, ເດັກ​ຄົນ​ນັ້ນ​ກຳລັງ​ກາຍເປັນ​ເໝືອນ​ດັ່ງ​ພໍ່​ແມ່​ຂອງ​ເຂົາ.

ບັດ​ນີ້, ອ້າຍ​ນ້ອງ​ທັງຫລາຍ, ເມື່ອ​ປຽບທຽບ​ໃສ່​ກັບ​ຄວາມ​ດີ​ພ້ອມຂອງ​ພຣະ​ເຈົ້າ​ແລ້ວ, ເຮົາ​ມະນຸດ​ກໍ​ບໍ່​ໄດ້​ດີ​ໄປ​ກວ່າ​ເດັກນ້ອຍ​ທີ່ຍ່າງ​ໂຊ​ເຊ​ໄປ​ມາ​ນັ້ນ​ຫລາຍ​ປານໃດ. ແຕ່ພຣະ​ບິດາ​ເທິງ​ສະຫ​ວັນ​ທີ່​ຮັກ​ຂອງ​ເຮົາ​ປະສົງ​ໃຫ້​ເຮົາ​ກາຍເປັນ​ເໝືອນ​ດັ່ງ​ພຣະ​ອົງ, ແລະ, ອ້າຍ​ນ້ອງ​ທີ່​ຮັກ​ທັງຫລາຍ, ສິ່ງ​ນີ້​ຄວນ​ເປັນ​ເປົ້າ​ໝາຍ ນິລັນດອນ​ຂອງ​ເຮົາ​ຄື​ກັນ. ພຣະ​ເຈົ້າ​ເຂົ້າໃຈ​ວ່າ ເຮົາ​ຈະ​ບໍ່​ກາຍເປັນ​ເໝືອນ​ດັ່ງ​ພຣະ​ອົງ​ໃນ​ທັນທີ​ທັນໃດ ແຕ່​ໂດຍ​ການ​ຍ່າງ​ໄປເທື່ອ​ລະ​ບາດກ້າວ.

ຂ້າພະເຈົ້າ​ບໍ່​ເຊື່ອ​ໃນ​ພຣະ​ເຈົ້າ ອົງ​ທີ່​ຈະ​ຈັດ​ກົດ ແລະ ຂໍ້​ພຣະ​ບັນຍັດ​ຂຶ້ນ​ພຽງ​ແຕ່​ລໍຖ້າ​ໃຫ້​ເຮົາ​ລົ້ມ​ເຫ​ລວ ເພື່ອ​ວ່າ​ພຣະ​ອົງ​ຈະ​ລົງໂທດ​ເຮົາ. ຂ້າພະເຈົ້າ​ເຊື່ອ​ໃນ​ພຣະ​ບິດາ​ເທິງ​ສະຫວັນ ອົງ​ທີ່​ຮັກ ແລະ ຫ່ວງ​ໃຍ ແລະ ປິ​ຕິ​ຍິນ​ດີ​ໃນ​ຄວາມ​ພະຍາຍາມ​ຂອງ​ເຮົາ​ທີ່ຈະ​ກ້າວ​ໄປ​ໜ້າ ແລະ ກາຍເປັນ​ເໝືອນ​ດັ່ງ​ພຣະ​ອົງ. ແມ່ນ​ແຕ່ເມື່ອ​ເຮົາ​ເຮັດ​ຜິດພາດ​ໄປ, ພຣະ​ອົງ​ຈະ​ຊຸກຍູ້​ເຮົາ​ບໍ່​ໃຫ້​ທໍ້ຖອຍໃຈ—ບໍ່​ໃຫ້​ຍອມ​ແພ້​ຈັກ​ເທື່ອ ຫລື ແລ່ນ​ໜີ​ໄປ​ຈາກ​ໜ້າທີ່​ຮັບ​ຜິດຊອບ​ຂອງ​ເຮົາ—ແຕ່​ໃຫ້​ມີ​ກຳລັງ​ໃຈ​ຂຶ້ນ, ມີ​ສັດທາ, ແລະ ພະຍາຍາມ​ຕໍ່​ໄປ.

ພຣະ​ບິດາ​ໃນ​ສະຫວັນ​ຂອງ​ເຮົາ ສອນ​ລູກໆ​ຂອງ​ພຣະ​ອົງ ແລະ ສົ່ງ​ຄວາມ​ຊ່ອຍ​ເຫລືອ​ທີ່​ມອງ​ບໍ່​ເຫັນ ຈາກ​ສະຫວັນ​ເລື້ອຍໆ ເພື່ອມາ​ຊ່ອຍ​ຜູ້​ທີ່​ປາດ​ຖະ​ໜາຈະ​ຕິດ​ຕາມ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ.

ສານຸສິດ​ຂອງ​ພຣະເຢ​ຊູ​ຄຣິດ

ແລະ ນີ້​ຈະ​ນຳ​ເຮົາ​ມາສູ່​ຕຳແໜ່ງ​ຕໍ່​ໄປ ທີ່​ເຮົາ​ທຸກ​ຄົນ​ມີ​ຄື​ກັນ: ທຸກ​ຄົນ​ທີ່​ພະຍາຍາມຈະ​ຕິດ​ຕາມ​ພຣະຄຣິດ ຢ່າງ​ເອົາ​ຈິງເອົາ​ຈັງ ກໍ​ຖືກ​ເອີ້ນ​ວ່າ​ ສານຸສິດ. ເຖິງ​ແມ່ນ​ວ່າ ເຮົາ​ຮັບ​ຮູ້​ວ່າ​ບໍ່ມີ​ຄົນ​ໃດ​ໃນ​ບັນດາ​ພວກ​ເຮົາທີ່​ດີ​ພ້ອມ, ເຮົາ​ຈະ​ບໍ່​ໃຊ້​ຄວາມ​ຈິງ​ນີ້ ເພື່ອ​ເປັນ​ຂໍ້​ແກ້​ຕົວ ທີ່​ຈະຫລຸດ​ຄວາມ​ຄາດ​ຫວັງ​ຂອງ​ເຮົາ​ໃຫ້ຕ່ຳ​ລົງ, ທີ່​ຈະ​ດຳລົງ​ຊີວິດ​ຕ່ຳ​ກວ່າ​ສິດ​ພິເສດ​ຂອງ​ເຮົາ, ທີ່​ຈະເລື່ອນ​ວັນ​ແຫ່ງ​ການ​ກັບ​ໃຈ​ຂອງ​ເຮົາ, ຫລື ປະຕິເສດ​ທີ່​ຈະ​ກ້າວໜ້າ​ກາຍເປັນ​ຄົນ​ທີ່​ດີ​ກວ່າ, ທີ່​ດີ​ພ້ອມ​ຫລາຍ​ຂຶ້ນ, ເປັນ​ຜູ້​ຕິດຕາມທີ່​ສຸ​ພາບ​ຮຽບ​ຮ້ອຍ​ຂອງ​ພຣະ​ອາຈານ ​ແລະ ກະສັດ​ຂອງ​ເຮົາ​ຫລາຍ​ຂຶ້ນ.

ຂໍ​ໃຫ້​ຈຳ​ໄວ້​ວ່າ ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່ພົນ​ຍຸກ​ສຸດ​ທ້າຍ ບໍ່​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ມາສຳລັບ​ບັນດາ​ຊາຍ ແລະ ຍິງທີ່​ດີ​ພ້ອມ​ທຸກ​ຢ່າງ ຫລື ຜູ້​ທີ່​ບໍ່​ຖືກ​ກະທົບກະເທືອນໂດຍ​ການ​ລໍ້​ລວງ, ແຕ່​ມັນ​ຖືກ​ຈັດ​ຕັ້ງ​ຂຶ້ນ​ມາ​ສຳລັບ​ຜູ້​ຄົນດັ່ງ​ທ່ານ ແລະ ຂ້າພະເຈົ້າ​ແທ້ໆ. ແລະ ມັນ​ຖືກ​ຈັດ​ຕັ້ງ​ຂຶ້ນ​ເທິງ​ດານຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ເຮົາ, ອົງ​ພຣະເຢ​ຊູ​ຄຣິດ,2 ຊຶ່ງຜ່ານການ​ຊົດ​ໃຊ້​ຂອງ​ພຣະ​ອົງ ເຮົາ​ສາມາດ​ເປັນ​ຄົນ​ສະອາດ​ໄດ້ ແລະ ກາຍເປັນ “ພີ່ນ້ອງ​ຮ່ວມ​ພົນລະເມືອງ ... ໃນ​ຄອບຄົວຂອງ​ພຣະ​ເຈົ້າ.”3

ປາດ​ສະ​ຈາກ​ການ​ຊົດ​ໃຊ້​ຂອງ​ພຣະເຢ​ຊູ​ຄຣິດ, ຊີວິດ​ຈະ​ບໍ່​ມີຄວາມ​ໝາຍ ຂາດ​ຄວາມ​ຫວັງ ຫລື ອະນາຄົດ. ດ້ວຍ​ການ​ຊົດໃຊ້, ຊີວິດ​ເປັນ​ສິ່ງ​ທີ່​ເບີກບານ, ເປັນ​ການ​ເດີນທາງ​ທີ່​ດົນ​ໃຈ​ຂອງຄວາມ​ຈະເລີນ​ເຕີບ​ໂຕ ແລະ ການ​ພັດທະນາ ທີ່​ນຳໄປ​ສູ່​ຊີວິດນິລັນດອນ ໃນ​ທີ່​ປະ​ທັບ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ.

ແຕ່​ເຖິງ​ແມ່ນ​ວ່າ ການ​ຊົດ​ໃຊ້​ມີ​ເຈດ​ຕະ​ນາ​ຈະ​ຊ່ອຍໃຫ້​ເຮົາ​ທຸກຄົນ​ກາຍເປັນ​ເໝືອນ​ດັ່ງ​ພຣະຄຣິດ​ຫລາຍ​ຂຶ້ນ​ກໍ​ຕາມ, ມັນ​ບໍ່​ໄດ້​ມີເຈດ​ຕະ​ນາ​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ເໝືອນ​ກັນ​ທຸກ​ຄົນ. ບາງເທື່ອ​ເຮົາ ຄິດ​ຜິດ​ໄປ​ວ່າ ນິໄສ​ໃຈຄໍ​ທີ່​ແຕກ​ຕ່າງ​ຈາກ​ຂອງ​ເຮົາ​ນັ້ນ​ເປັນ​ບາບ. ເຮົາ​ສາມາດ​ເຮັດ​ຜິດ​ໄປ​ໃນ​ການ​ຄິດ​ວ່າ ເພາະ​ຄົນ​ອື່ນ​ແຕກ​ຕ່າງ ໄປ​ຈາກ​ຕົວ​ເຮົາ, ມັນ​ຕ້ອງ​ໝາຍ​ຄວາມ​ວ່າ ເຂົາເຈົ້າ​ບໍ່​ເຮັດ​ໃຫ້ພຣະ​ເຈົ້າ​ພໍ​ພຣະ​ໄທ. ຄວາມ​ຄິດ​ແບບ​ນີ້​ເຮັດ​ໃຫ້​ບາງ​ຄົນ​ເຊື່ອ​ວ່າ ສາດສະໜາ​ຈັກຢາກ​ຈະ​ເຮັດ​ໃຫ້​ສະມາຊິກ​ທຸກ​ຄົນ ກາຍເປັນເໝືອນ​ກັນ​ທັງ​ໝົດ, ວ່າ​ແຕ່ລະຄົນ​ຄວນ​ມີ​ຮູບ​ລັກສະນະ, ຮູ້ສຶກ, ຄິດ, ແລະ ປະພຶດ ຄື​ກັບ​ສະມາຊິກ​ຄົນ​ອື່ນໆ. ສິ່ງ​ນີ້​ຈະ​ກົງ​ກັນ ຂ້າມ​ກັບ​ປັນຍາ​ຂອງ​ພຣະ​ເຈົ້າ, ອົງ​ທີ່​ໄດ້​ສ້າງ​ມະນຸດ​ທຸກ​ຄົນ ໃຫ້ແຕກ​ຕ່າງ​ຈາກ​ອ້າຍ​ນ້ອງ​ຂອງ​ເຂົາ, ບຸດ​ທຸກ​ຄົນ​ໃຫ້​ແຕກ​ຕ່າງຈາກ​ພໍ່​ຂອງ​ເຂົາ. ແມ່ນ​ແຕ່​ຝາແຝດ​ກໍ​ຍັງ​ບໍ່​ຄື​ກັນ​ໃນ​ນິໄສ​ໃຈຄໍ ແລະ ເອກະລັກ​ທາງ​ວິນ​ຍານ​ຂອງ​ເຂົາເຈົ້າ.

ມັນ​ຍັງ​ກົງກັນຂ້າມ​ກັບ​ເຈດ​ຕະ​ນາ ແລະ ຈຸດປະສົງ​ຂອງສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຊຶ່ງຮັບ​ຮູ້ ແລະ ປົກ​ປ້ອງ​ອຳ​ເພີໃຈ​ທາງ​ສິນ​ທຳ—ພ້ອມ​ທັງ​ຜົນທີ່​ຕາມ​ມາ​ຢ່າງ​ຫລວງຫລາຍ ແລະ ສຳຄັນ—ຂອງ​ລູກໆ​ແຕ່​ລະຄົນ ແລະ ທຸກ​ຄົນ​ຂອງ​ພຣະ​ເຈົ້າ. ໃນ​ການ​ເປັນ​ສານຸສິດ​ຂອງພຣະເຢ​ຊູ​ຄຣິດ, ເຮົາ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ປະຈັກ​ພະຍານຂອງ​ເຮົາ ເຖິງ​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ ແລະ ຄຳ​ໝັ້ນສັນຍາ​ຂອງ​ເຮົາ​ທີ່​ຈະ​ຮັກ​ສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ. ແຕ່ເຮົາ​ກໍ​ແຕກ​ຕ່າງ​ກັນ​ໃນ​ການ​ເລືອກ​ດ້ານ​ວັດທະນະທຳ, ສັງຄົມ, ແລະ ການເມືອງ​ຂອງ​ເຮົາ.

ສາດສະໜາ​ຈັກ​ເຂັ້ມແຂງ​ຂຶ້ນ​ເມື່ອ​ເຮົາ​ສວຍໂອກາດ​ເອົາ​ຄວາມແຕກ​ຕ່າງ​ນີ້ ແລະ ຊຸກຍູ້​ກັນ​ແລະ​ກັນ ໃຫ້​ພັດທະນາ ແລະ ໃຊ້ພອນ​ສະຫວັນ​ຂອງ​ເຮົາ ທີ່​ຈະ​ໃຫ້​ກຳລັງ​ໃຈ ແລະ ເສີມ​ກຳລັງ​ໃຫ້ແກ່​ເພື່ອນ​ສານຸສິດ​ຂອງ​ເຮົາ.

ອ້າຍ​ນ້ອງ​ທັງຫລາຍ, ການ​ເປັນ​ສານຸສິດ ເປັນ​ການ​ເດີນທາງ​ຕິດຕາມ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ​ຕະຫລອດ​ຊີວິດ. ໃນ​ເສັ້ນທາງ​ອັນ​ສົມ​ທຽບ​ຂອງ​ເຮົາ​ກັບ​ພຣະ​ຊົນ​ຊີບ​ຂອງ​ພຣະຄຣິດ​ຈາກເມືອງ​ເບັດ​ເລ​ເຮັມ​ໄປ​ເຖິງ​ໂຄ​ລະ​ໂຄ​ທາ, ເຮົາ​ຈະ​ມີ​ໂອກາດຫລາຍ​ເທື່ອ​ທີ່​ຈະ​ເຊົາ​ດຳລົງ​ຊີວິດ​ຂອງ​ການ​ເປັນ​ສານຸສິດ. ບາງ ເທື່ອ​ມັນ​ຈະ​ເບິ່ງ​ຄື​ວ່າ​ຊີວິດ​ນັ້ນ​ຈະ​ລຳບາກ​ເກີນ​ກວ່າ​ທີ່​ເຮົາ​ຈະ​ປາດ​ຖະ​ໜາ. ແຕ່ໃນ​ຖານະ​ທີ່​ເປັນ​ບຸລຸດ​ຂອງ​ຖານະ​ປະໂລຫິດ, ເຮົາຕ້ອງ​ມີ​ຄວາມ​ກ້າຫານ​ທີ່​ຈະ​ຕິດ​ຕາມ​ພຣະ​ຜູ້​ໄຖ່​ຂອງ​ເຮົາ, ແມ່ນແຕ່ເມື່ອ​ການ​ທົດ​ລອງ​ໃນ​ຊີວິດ​ນັ້ນ ເບິ່ງ​ຄື​ວ່າ​ຍາກ​ເກີນ​ທົນ.

ດ້ວຍ​ທຸກ​ບາດກ້າວ​ທີ່​ເຮົາ​ກ້າວ​ຕິດ​ຕາມ​ພຣະ​ບຸດ​ຂອງ​ພຣະ​ອົງ​ໄປ, ເຮົາ​ອາດ​ໄດ້​ຮັບ​ການ​ເຕືອນໃຈ ທີ່​ວ່າ​ເຮົາ​ຍັງ​ບໍ່​ດີ​ພ້ອມ​ເທື່ອ. ແຕ່ໃຫ້​ເຮົາ​ເປັນ​ສານຸສິດ​ທີ່​ໝັ້ນຄົງ ແລະ​ ຊື່ສັດ. ເຮົາ​ບໍ່​ຄວນ​ທໍ້ຖອຍ. ເຮົາ​ຄວນ​ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ​ຢ່າງ​ຊື່ສັດ. ໃຫ້​ເຮົາ​ມອງຫາ​ພຣະ​ຜູ້​ວິ​ງ​ວອນ​ແທນ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ​ສະເໝີ ຂະນະ​ທີ່​ເຮົາ​ກ້າວ​ໄປ​ຫາ​ພຣະ​ອົງ, ແຕ່​ລະ​ບາດກ້າວ​ທີ່​ບໍ່​ດີ​ພ້ອມຕໍ່ໆ​ກັນ​ໄປ.

ຜູ້​ປິ່ນປົວ​ຈິດ​ວິນ​ຍານ

ອ້າຍ​ນ້ອງ​ທັງຫລາຍ, ຖ້າ​ເຮົາ​ຕິດຕາມ​ອົງ​ພຣະເຢ​ຊູ​ຄຣິດ ດ້ວຍ​ຄວາມ​ຈິງ​ໃຈ, ເຮົາ​ຕ້ອງ​ຍອມຮັບ​ຕຳແໜ່ງ​ທີ​ສາມ​ນີ້ ຄື: ຜູ້ປິ່ນປົວ​ຈິດ​ວິນ​ຍານ. ເຮົາ​ຜູ້​ໄດ້​ຮັບ​ການ​ແຕ່ງຕັ້ງ​ຕໍ່​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ ກໍ​ຖືກ​ເອີ້ນ​ໃຫ້​ປິ່ນປົວ​ຄົນ​ອື່ນ.”4

ມັນ​ເປັນ​ວຽກ​ງານ​ຂອງ​ເຮົາ​ທີ່​ຈະ​ເສີມ​ສ້າງ, ສ້ອມແປງ, ເສີມ​ກຳລັງ, ເຊີດ​ຊູ, ແລະ ເຮັດ​ໃຫ້​ຫາຍ​ດີ. ໜ້າທີ່​ມອບ​ໝາຍ​ຂອງ​ເຮົາ ແມ່ນຈະ​ຕິດຕາມ​ຕົວຢ່າງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ເອື້ອມ​ອອກ​ໄປ​ຫາ​ຜູ້​ທີ່​ທົນ​ທຸກ. ເຮົາ “ຈະ​ເປັນ​ທຸກ​ກັບ​ຄົນ​ທີ່​ເປັນທຸກ ... ແລະ ຈະ​ປອບ​ໃຈ​ຄົນ​ທີ່​ຕ້ອງການ​ຄວາມ​ປອບ​ໃຈ.”5 ເຮົາ​ຈະ​ພັນ​ບາດແຜ​ໃຫ້​ຜູ້​ທີ່​ຖືກ​ບາດເຈັບ. ເຮົາ​ຈະ “ຊ່ອຍ​ເຫລືອຄົນ​ອ່ອນແອ, ຍົກ​ມື​ທີ່​ເມື່ອຍ​ລ້າ, ແລະ ໃຫ້​ກຳລັງ​ຫົວເຂົ່າ​ທີ່ ອ່ອນເພຍ.”6

ໃນ​ຖານະ​ຄູ​ສອນ​ປະຈຳ​ບ້ານ, ເຮົາ​ເປັນ​ຜູ້​ປິ່ນປົວ. ໃນ​ຖານະ​ຜູ້ນຳ​ຂອງ​ຖານະ​ປະໂລຫິດ, ເຮົາ​ເປັນ​ຜູ້​ປິ່ນປົວ. ໃນ​ຖານະ​ຜູ້​ເປັນພໍ່, ເປັນ​ລູກ​ຊາຍ, ເປັນ​ອ້າຍ​ນ້ອງ, ແລະ ເປັນ​ສາມີ, ເຮົາ​ຄວນເປັນ​ຜູ້​ປິ່ນປົວ​ທີ່​ຍຶດ​ໝັ້ນ​ຄຳ​ສັນຍາ ແລະ ອຸທິດ​ຕົນ. ​ໃນມື​​ເບື້ອງໜຶ່ງ​ເຮົາ​ຖື​ຂວດ​ນ້ຳມັນ​ສັກສິດ​ສຳລັ​ບ​ໃຫ້​ພອນ​ຄົນ​ປ່ວຍ; ​ໃ​ນມື​ອີກ​​ເບື້ອງໜຶ່ງ​ເຮົາ​ຖື​ເຂົ້າຈີ່​ເພື່ອ​ລ້ຽງ​ຄົນ​ຫິວ​ໂຫຍ ​ແລະ ​ໃນ​ໃຈ​ເຮົາ​ນຳ​ພຣະຄຳ​ອັນ​ສະຫງົບ​ສຸກ​ຂອງ​ພຣະ​ເຈົ້າ​ໄປ​ໃຫ້, “ຊຶ່ງ​ປິ່ນປົວ​ຈິດ​ວິນ​ຍານ​ທີ່​ຖືກ​ບາດ​ເຈັບ.”7

ນີ້​ເປັນ​ໜ້າທີ່​ຮັບຜິດຊອບ​ຕົ້ນຕໍ ແລະ ສຳຄັນ​ທີ່​ສຸດ​ຂອງ​ເຮົາ ​ໃນການ​ເປັນ​ຜູ້​ດຳລົງ​ຖານະ​ປະໂລຫິດ—ແລະ ມັນ​ກໍ​ກ່ຽວຂ້ອງ​ກັບ​ຜູ້ດຳລົງ​ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ ແລະ ແຫ່ງ​ເມນ​ຄີ​ເສ​ເດັກດ້ວຍ. ພຣະ​ກິ​ດຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະເຢ​ຊູ​ຄຣິດ​ເປັນ​ພອນ​ໃຫ້​ແກ່ຊີວິດ​ຄົນ ບໍ່​ພຽງ​ແຕ່​ເມື່ອ​ເຮົາ​ເຊື່ອ​ມັນ—ແຕ່ແຮ່ງ​ຫລາຍ​ກວ່າ​ນັ້ນ ເມື່ອ​ເຮົາ​ປະ​ຕິ​ບັດ​ຕາມ​ມັນ. ສ່ວນ​ບຸກຄົນ​ກໍ​ຖືກ​ເຊີດ​ຊູ ແລະ ຄອບຄົວ​ກໍ​ຖືກ​ເຮັດ​ໃຫ້​ເຂັ້ມແຂງ​ຂຶ້ນ​ເມື່ອ​ເຂົາເຈົ້າ​ດຳລົງ​ຊີວິດ​ຕາມ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ. ມັນ​ເປັນ​ສິດທິ​ພິເສດ ແລະ ໜ້າທີ່​ຮັບຜິດ​ຊອບ​ຂອງ​ເຮົາ ບໍ່​ພຽງ​ແຕ່​ຈະ​ເວົ້າ​ສິ່ງ​ທີ່​ຖືກຕ້ອງ, ແຕ່ທີ່​ຈະເຮັດ​ສິ່ງ​ທີ່​ຖືກຕ້ອງ​ນັ້ນ​ອີກ​ດ້ວຍ.

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເປັນ​ຜູ້​ເຮັດ​ສິ່ງ​ອັດສະຈັນ. ພຣະ​ອົງ​ເປັນ​ຜູ້ປິ່ນປົວ​ທີ່​ຍິ່ງ​ໃຫຍ່. ພຣະ​ອົງ​ເປັນ​ຕົວຢ່າງ​ຂອງ​ເຮົາ, ເປັນຄວາມສະຫວ່າງ, ແມ່ນ​ແຕ່ໃນ​ເວລາ​ທີ່​ມືດ​ມົນ​ທີ່​ສຸດ, ແລະ ພຣະ​ອົງສະແດງ​ໃຫ້​ເຮົາ​ເຫັນ​ເສັ້ນທາງ​ທີ່​ຖືກຕ້ອງ.

ຂໍ​ໃຫ້​ເຮົາ​ຈົ່ງ​ຕິດ​ຕາມ​ພຣະ​ອົງ. ຂໍ​ໃຫ້​ເຮົາ​ຈົ່ງ​ບັນລຸ​ບົດບາດ​ຂອງເຮົາ ແລະ ກາຍເປັນ​ຜູ້​ປິ່ນປົວ ໂດຍ​ການ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ເພື່ອນ​ມະນຸດ​ຂອງ​ເຮົາ.

ທາຍາດ​ຂອງ​ຊີວິດ​ນິລັນດອນ

ຕຳແໜ່ງ​ທີສີ່ ທີ່​ເຮົາ​ທຸກ​ຄົນ​ມີ​ດ້ວຍ​ກັນ ຈະ​ນຳ​ເຮົາ​ກັບ​ຄືນ​ໄປ​ຫາຕຳແໜ່ງ​ທີ​ໜຶ່ງ​ໃນ​ລາຍ​ຊື່​ຕຳແໜ່ງ​ຂອງ​ເຮົາ. ໃນ​ຖານະ​ບຸດ​ຂອງພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ເຮົາ​ເປັນ ຜູ້​ຮັບ​ມູນ​ມໍລະດົກ ​​ທຸກຢ່າງ​ທີ່​ພຣະ​ອົງ​ມີ.

“ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຮ່ວມ​ເປັນ​ພະຍານ​ກັບ​ວິນ​ຍານ​ຂອງພວກ​ເຮົາ ປະກາດ​ວ່າ ພວກ​ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ:

“ແລະ ຖ້າ​ເຮົາ​ທັງຫລາຍ​ເປັນ​ບຸດ​ແລ້ວ, ເຮົາ​ກໍ​ເປັນ​ຜູ້​ຮັບ​ມູນມໍລະດົກ​ຈາກ​ພຣະ​ເຈົ້າ, ແລະ ເປັນ​ຜູ້​ຮ່ວມ​ຮັບ​ມູນ​ມໍລະດົກ​ກັບ​ພຣະຄຣິດ; ຖ້າ​ແມ່ນ​ເຮົາ​ທັງຫລາຍ​ໄດ້​ທົນ​ທຸກທໍລະມານ​ດ້ວຍ​ກັນ​ກັບ​ພຣະ​ອົງ​ນັ້ນ ພວກ​ເຮົາ​ກໍ​ຈະ​ໄດ້​ຮັບ​ສະຫງ່າ​ລາສີ​ກັບ​ພຣະ​ອົງ​ເໝືອນ​ກັນ.”8

ຂໍ​ໃຫ້​ຄິດ​ເບິ່ງດູ, ອ້າຍ​ນ້ອງ​ທີ່​ຮັກ​ທັງຫລາຍ. ​ເຮົາເປັນ​ຜູ້​ຮ່ວມ​ຮັບ​ມູນ​ມໍລະດົກ​ກັບ​ພຣະຄຣິດ!

ສະນັ້ນ ມັນ​ສົມຄວນ​ບໍ ທີ່​ພວກ​ເຮົາ​ຫລາຍໆ​ຄົນ ຈະ​ໃຊ້​ເວລາ, ຄວາມ​ຄິດ, ຊັບ​ສິນ, ແລະ ກຳລັງ​ທີ່​ມີຄ່າ​ຫລາຍ​ຂອງ​ເຮົາ ໃນການ​ສະແຫວງຫາ​ຊື່​ສຽງ​ໂດ່​ງ​ດັງ ຫລື ສິ່ງ​ຂອງ​ທາງ​ໂລກ ຫລື ການ​ມີເຄື່ອງ​ອີ​ເລັກ​ທຣອນນິກ​ທີ່​ໃໝ່​ສຸດ ແລະ ຄັກ​ທີ່​ສຸດ?

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະທານ​ຄຳ​ສັນຍາ​ແຫ່ງ​ສະຫວັນ​ໃຫ້​ແກ່​ເຮົາວ່າ ເພາະ​ຜູ້​ໃດ​ທີ່​ຊື່ສັດ​ຕໍ່​ການ​ໄດ້​ຮັບ​ຖານະ​ປະໂລຫິດ​ທັງ​ສອງ​ຢ່າງ​ນີ້, ... ແລະ ຂະຫຍາຍ​ການ​ເອີ້ນ​ຂອງ​ຕົນ, ... [ຈະ] ຮັບ​ເອົາ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ; ... ແລະ ຄົນ​ໃດ​ທີ່​ຮັບ​ເອົາ​ພຣະ​ອົງ ກໍ​ຮັບ​ເອົາ​ພຣະ​ບິດາ​ຂອງ​ພຣະ​ອົງ; ... ສະນັ້ນ ທຸກ​ສິ່ງ​ທີ່​ພຣະ​ບິດາ​ຂອງ​ພຣະ​ອົງ​ມີ ຈະ​ຖືກ​ມອບ​ໃຫ້​ແກ່ເຂົາ.9

ຂ້າພະເຈົ້າ​ຄິດ​ບໍ່​ໄດ້ ເຖິງ​ທຸກ​ສິ່ງ​ທີ່​ຄຳ​ສັນຍາ​ນີ້​ໝາຍ​ເຖິງ. ແຕ່ຂ້າພະເຈົ້າ​ຮູ້​ວ່າ​ມັນ​ປະເສີດ, ມັນ​ສັກສິດ, ມັນ​ເປັນ​ຊົ່ວ​ນິ​ລັນດອນ, ແລະ ມັນ​ກຸ້ມ​ຄ່າ​ພຽງ​ໃດ​ກັບ​ຄວາມ​ພະຍາຍາມ​ຂອງ​ເຮົາໃນ​ຊີວິດ​ນີ້.

ເມື່ອ​ຮູ້​ສິ່ງ​ນີ້​ແລ້ວ, ເຮົາ​ຈະ​ບໍ່​ເຕັມ​ໃຈ ແລະ ມີ​ຄວາມສຸກ​ໃນການ​ມີ​ສ່ວມ​ຮ່ວມ ໃນ​ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ເພື່ອນມະນຸດ ແລະ ບັນລຸ​ໜ້າທີ່​ຂອງ​ເຮົາ​ໃນ​ຖານະ​ປະໂລຫິດ​ຂອງພຣະ​ເຈົ້າ​ໄດ້​ແນວໃດ?

ນີ້​ເປັນ​ວຽກ​ງານ​ທີ່​ສູງ​ສົ່ງ​ທີ່​ສຸດ ທີ່​ຈະ​ທ້າ​ທາຍ​ເຮົາ​ໃນ​ທຸກໆ​ວິທີທາງ ແລະ ຮຽກຮ້ອງ​ໃຫ້​ເຮົາ​ໃຊ້​ຄວາມ​ສາມາດ​ຂອງ​ເຮົາ​ທັງໝົດ. ເຮົາ​ປາດ​ຖະ​ໜາ​ຈະ​ໄດ້​ຮັບ​ພອນ ແລະ ການ​ຊີ້​ນຳ​ຈາກ​ສະຫ​ວັນ​ບໍ? ແລ້ວ ຂໍ​ໃຫ້​ເຮົາ​ຈົ່ງ​ເລີ່​ມ​ເຮັດ​ວຽກ ແລະ ເອົາ​ຄວາມ​ພະຍາ​ຍາມ​ຂອງ​ເຮົາ​ໃສ່​ກັບ​ວຽກ​ງານ​ທີ່​ສຳຄັນ​ນີ້, ອຸດົມ​ການ​ທີ່​ຍິ່ງ​ໃຫຍ່ໄປ​ກວ່າ​ພວກ​ເຮົາ​ເອງ!

ການ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ເພື່ອນ​ມະນຸດ​ຂອງ​ເຮົາ​ຈະ​ທ້າ​ທາຍເຮົາ ແລະ ປ່ຽນແປງ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ຍິ່ງ​ໃຫຍ່​ກວ່າ​ທີ່​ເຮົາ​ເຄີຍໄດ້​ຄິດ​ວ່າ​ຈະ​ເປັນ​ໄປ​ໄດ້.

ບາງ​ທີ ທ່ານ​ອາດ​ຄິດ​ວ່າ​ບໍ່​ມີ​ໃຜ​ຕ້ອງການ​ທ່ານ, ວ່າ​ທ່ານ​ຖືກມອງ​ຂ້າມ​ໄປ ຫລື ບໍ່​ເປັນ​ທີ່​ຕ້ອງການ, ວ່າ​ທ່ານ​ບໍ່​ສຳຄັນ.

ຂ້າພະເຈົ້າ​ເສຍ​ໃຈ​ແທ້ໆ ຖ້າ​ຫາກ​ຜູ້​ດຳລົງ​ຖານະ​ປະໂລຫິດ​ຄົນໃດ​ຮູ້ສຶກ​ແບບ​ນີ້. ແນ່ນອນ​ວ່າ ທ່ານ​ບໍ່​ໄດ້​ຖືກ​ມອງ​ຂ້າມ​ໄປ ຫລື ບໍ່​ເປັນ​ທີ່​ຕ້ອງການ ໂດຍ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ທ່ານ. ພຣະອົງ​ຮັກ​ທ່ານ. ແລະ ຂ້າພະເຈົ້າ​ບອກ​ທ່ານ​ດ້ວຍ​ຄວາມ​ແນ່ນອນ​ວ່າ ສາດສະໜາ​ຈັກ​ຂອງ​ທ່ານ​ຕ້ອງການ​ທ່ານ.

ທ່ານ​ບໍ່​ຮູ້​ບໍ​ວ່າ “ພຣະ​ເຈົ້າ​ໄດ້​ເລືອກ​ເອົາ​ສິ່ງ​ທີ່​ໂລກ​ຖື​ວ່າ​ໂງ່ ເພື່ອໃຫ້​ຄົນ​ສະຫລາດ [ຖືກ​ອັບອາຍ]; ແລະ ພຣະ​ອົງ​ໄດ້​ເລືອກ​ເອົາສິ່ງ​ທີ່​ໂລກ​ຖື​ວ່າ​ອ່ອນ​ກຳລັງ ເພື່ອ​ໃຫ້​ຄົນ​ມີ​ກຳລັງ [ຖືກ​ອັບອາຍ]”?10

ບາງທີ​ມັນ​ກໍ​ຈິງ​ທີ່​ວ່າ​ເຮົາ​ອ່ອນ​ກຳລັງ. ບາງທີ​ເຮົາ​ກໍ​ບໍ່​ສະຫລາດ ຫລື ມີ​ກຳລັງ. ແຕ່ເມື່ອ​ພຣະ​ເຈົ້າ​ເຮັດ​ວຽກ​ຜ່ານ​ຕົວ​ເຮົາ, ບໍ່​ມີຄົນ​ໃດ ຫລື ສິ່ງ​ໃດ​ສາມາດ​ຕໍ່​ຕ້້ານ​ເຮົາ​ໄດ້.11

ເພາະ​ເຫດ​ນີ້​ທ່ານ​ຈຶ່ງ​ເປັນ​ທີ່​ຕ້ອງການ. ທ່ານ​ມີ​ການ​ບໍ​ລິ​ຈາກ​ພິເສດ​ຂອງ​ທ່ານ​ເອງ, ແລະ ພຣະ​ເຈົ້າ​ສາມາດ​ຂະຫຍາຍ​ການບໍລິຈາກ​ນັ້ນ​ໄດ້ ໃນ​ວິທີ​ທາງ​ຍິ່ງ​ໃຫຍ່. ຄວາມ​ສາມາດ​ຂອງ​ທ່ານ ທີ່​ຈະ​ບໍລິຈາກ ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ການ​ເອີ້ນ​ຂອງ​ທ່ານ​ໃນ​ສາດ​ສະໜາ​ຈັກ. ໂອກາດ​ຂອງ​ທ່ານ​ທີ່​ຈະ​ຮັບ​ໃຊ້​ນັ້ນ​ແມ່ນ​ບໍ່​ມີ​ທີ່​ຈຳກັດ. ຖ້າວ່າ​ທ່ານ​ບໍ່​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ, ຂ້າພະເຈົ້າຂໍ​ຊຸກຍູ້​ທ່ານ​ໃຫ້​ມີ​ສ່ວນ​ຮ່ວມ​ນັ້ນ.

ບໍ່​ຕ້ອງ​ຖ້າ​ການ​ເອີ້ນ​ໃດ​ໜຶ່ງ​ໂດຍ​ສະເພາະ ກ່ອນ​ທ່ານ​ຈະ​ມີ​ສ່ວນຮ່ວມ​ຢ່າງ​ເຕັມທີ່ ໃນ​ການ​ເສີມ​ສ້າງ​ອານາຈັກ​ຂອງ​ພຣະ​ເຈົ້າ. ໃນຖານະ​ຜູ້​ດຳລົງ​ຖານະ​ປະໂລຫິດ, ທ່ານ​ກໍ​ໄດ້​ຖືກ​ເອີ້ນ​ໃຫ້​ມາ​ຫາວຽກ​ງານ​ແລ້ວ. ຂໍ​ໃຫ້​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ທຸກໆ​ມື້, ອະທິ​ຖານ​ຫາ​ພຣະ​ບິດາ​ເທິງ​ສະຫວັນ​ທຸກໆ​ມື້, ປະຕິບັດ​ຕາມ​ຫລັກທຳ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ແລ້ວ, ຂອບ​ພຣະ​ໄທ​ພຣະ​ເຈົ້າ, ແລະ ທູນ​ຂໍ​ການ​ຊີ້​ນຳ​ຂອງ​ພຣະ​ອົງ. ແລ້ວໃຫ້​ດຳລົງ​ຊີວິດ​ຕາມສິ່ງ​ທີ່​ທ່ານ​ຮຽນ​ຮູ້, ທຳ​ອິດ​ໃນ​ບ້ານ​ເຮືອນ​ຂອງ​ທ່ານ ແລະ ໃນທຸກໆສະພາບ​ການ​ໃນ​ຊີວິດ​ຂອງ​ທ່ານ​ດ້ວຍ.

ໃນ​ວົງ​ດົນຕີ​ປະສານ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ທ່ານ​ມີ​ບົດບາດສະເພາະ​ຂອງ​ທ່ານ—ທີ່​ຈະ​ຂັບ​ຮ້ອງ. ຖ້າ​ທ່ານ​ບໍ່​ບັນເລງ​ບົດບາດຂອງ​ທ່ານ, ແນ່ນອນ​ວ່າ​ວົງ​ດົນຕີ​ກໍ​ຈະ​ບັນເລງ​ຕໍ່​ໄປ. ແຕ່​ຖ້າ​ທ່ານລຸກຂຶ້ນ ແລະ ເຂົ້າ​ຮ່ວມ​ວົງ​ດົນຕີ ແລະ ປ່ອຍ​ໃຫ້​ອຳນາດ​ຂອງພຣະ​ເຈົ້າເຮັດ​ວຽກ​ຜ່ານ​ຕົວ​ທ່ານ, ແລ້ວທ່ານ​ຈະ​ເຫັນ​ວ່າ “ປະຕູ​ສະຫວັນ” ໄຂ​ອອກ, ແລະ ພຣະ​ອົງ​ຈະ “ຖອກ​ເທ​ພະ​ພອນທຸກໆ​ຊະນິດ​ມາ​ຍັງ​ໝູ່​ເຈົ້າ.”12 ຈົ່ງ​ບັນລຸ​ຄວາມ​ສາມາດ​ຂອງທ່ານ ໃນ​ຖານະ​ບຸດ​ຂອງ​ພຣະ​ເຈົ້າ, ແລະ ແລ້ວ​ທ່ານ​ຈະ​ສາມາດເປັນ​ອິດ​ທິ​ພົນ​ທີ່​ດີ​ໃນ​ຄອບຄົວ​ຂອງ​ທ່ານ, ໃນ​ບ້ານ​ເຮືອນ, ໃນຊຸມ​ຊົນ, ໃນ​ປະເທດ​ຂອງ​ທ່ານ, ແລະ ແມ່ນ​ແຕ່​ໃນ​ໂລກ​ດ້ວຍ.

ແລະ ໃນ​ຂັ້ນ​ຕອນ​ນີ້, ຂະນະ​ທີ່​ທ່ານ “ເສຍ​ຊີວິດ [ຂອງ​ທ່ານ]” ໃນ​ການ​ຮັບ​ໃຊ້​ຄົນ​ອື່ນ,13 ທ່ານ​ຈະ​ຈະເລີນ​ເຕີບ​ໂຕ ແລະ ພັດທະນາຈົນ​ກວ່າ​ທ່ານ​ຈະ​ບັນລຸ “ຄວາມ​ສົມບູນ​ຂອງພຣະຄຣິດ​ຢ່າງ​ເຕັມ​ຂະໜາດ.”14 ແລ້ວ​ທ່ານ​ພ້ອມ​ຈະ​ໄດ້ຮັບ​ມູນ​ມໍລະດົກ, ຮ່ວມ​ກັບ​ພຣະຄຣິດ, ທຸກ​ສິ່ງ​ທີ່​ພຣະ​ບິດາ​ມີ.

ທ່ານ​ສຳຄັນ​ຕໍ່​ພຣະ​ເຈົ້າ

ອ້າຍ​ນ້ອງ​ທີ່​ຮັກແພງ​, ​ເພື່ອ​ນຮັກທັງຫລາຍ​ຂອງ​ຂ້າພະເຈົ້າ​, ທ່ານ​ສຳຄັນ. ທ່ານ​ເປັນ​ທີ່​ຮັກ. ທ່ານ​ເປັນ​ທີ່​ຕ້ອງການ. ວຽກ​ງານ​ນີ້​ຈິງ. ຖານະປະໂລຫິດທີ່​ທ່ານ​ມີ​ສິດ​ໄດ້​ດຳລົງ​ຢູ່​ ແມ່ນ​ຂອງ​ພຣະ​ເຈົ້າ​ແທ້ໆ.

ຂ້າພະເຈົ້າ​ອະທິຖານ​ວ່າ ຂະນະ​ທີ່​ທ່ານ​ຄິດ​ໄຕ່ຕອງ​ເຖິງ​ຕຳແໜ່​ງ​ທັງຫລາຍຂອງ​ຜູ້​ດຳລົງ​ຖານະ​ປະໂລຫິດ​ທີ່​ມີ​ຄຸນຄ່າ​ດີ​ພໍ, ທ່ານ​ຈະ​ຄົ້ນ​ພົບ​ວ່າ ທ່ານ​ມີ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສະຫວັນ, ທີ່​ຈະ​ຊ່ອຍ​ທ່ານ​ໃຫ້​ກ້າວ​ໄປ​ໜ້າ ສູ່​ມູນ​ມໍລະດົກ​ທີ່​ຍິ່ງ​ໃຫຍ່ ທີ່ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ທ່ານໄດ້​ຈັດ​ໄວ້​ໃຫ້​ທ່ານ. ຂ້າ​ພະເຈົ້າ​ຝາກ​ພອນ​ນີ້​ໄວ້​ໃຫ້​ທ່ານ ແລະ ປະຈັກ​ພະຍານ​ຂອງຂ້າພະເຈົ້າ ໃນ​ພຣະ​ນາມ​ອັນ​ສັກສິດຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.