​2010–2019
ມັນ​ເປັນ​ສິ່ງ​ມະຫັດສະຈັນ
ເມສາ 2013


ມັນ​ເປັນ​ສິ່ງ​ມະຫັດສະຈັນ

ຖ້າວ່າ​ທ່ານ​ບໍ່​ໄດ້​ເປັນ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ ທີ່​ມີປ້າຍ​ຊື່​ຕິດ​ຢູ່​ກັບ​ເສື້ອ​ກັນ​ໜາວ​ຂອງ​ທ່ານ, ບັດ​ນີ້​ກໍ​ເປັນ​ເວລາທີ່​ຈະ​ແຕ້ມ​ມັນ​ໃສ່​ໄວ້​ໃນ​ຫົວໃຈ​ຂອງ​ທ່ານ—ຖືກ​ຂຽນ​ໄວ້​ດັ່ງທີ່​ໂປໂລ​ໄດ້​ກ່າວ​ວ່າ, “ບໍ່​ໄດ້​ຂຽນ​ຕົວ​ໜັງສື​ນັ້ນ​ດ້ວຍ​ນ້ຳ​ມຶກ, ແຕ່​ຂຽນ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ອົງ​ຊົງມີ​ຊີວິດຢູ່.”

ພຣະ​ຊົນ​ຊີບ​ມະຕະ​ຂອງ​ພຣະເຢ​ຊູ​ຄຣິດ ໄດ້​ເຕັມ​ໄປ​ດ້້ວຍສິ່ງມະຫັດສະຈັນ: ມານ​ດາ​ພົມມະຈັນ, ດາວ​ດວງ​ໃໝ່, ທູດ​ສະຫ​ວັນ​ມາ​ປະກົດ​ຕໍ່​ຄົນ​ລ້ຽງ​ແກະ, ຄົນ​ຕາບອດ​ໄດ້​ເຫັນຮຸ່ງ, ຄົນຂາເຄ​ຍ່າງ​ໄດ້, ທູດ​ສະຫວັນ​ຢູ່​ສວນ​ເຄັດ​ເຊ​ມາ​ເນ ແລະ ຢູ່​ທີ່ອຸບ​ໂມງ, ແລະ ສິ່ງ​ມະຫັດສະຈັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ແມ່ນ: ການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ຮຸ່ງ​ໂລດ​ຂອງ​ພຣະ​ອົງ.

ທ່ານ​ນຶກ​ຄິດ​ເຖິງ​ເຫດການຂອງ​ອັກ​ຄະ​ສາວົກ​ສິບ​ເອັດ​ຄົນ ຢູ່ເທິງ​ພູ​ໃກ້​ຄາ​ລີ​ເລ​ໄດ້​ບໍ, ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຟື້ນ​ຄືນ​ຊີວິດແລ້ວ ໄດ້​ມາ​ປະກົດ​ຕໍ່​ເຂົາເຈົ້າ ແລະ ໄດ້​ກ່າວ​ວ່າ, “ດັ່ງນັ້ນ ຈົ່ງໄປ​ທົ່ວ​ໂລກ, ສັ່ງສອນ​ຄົນ​ທຸກ​ຊາດ​ທຸກ​ພາສາ ໃຫ້​ເປັນ​ສາວົກຂອງ​ເຮົາ, ໃຫ້​ເຂົາ​ຮັບ​ບັບ​ຕິ​ສະ​ມາໃນ​ນາມ​ຂອງ​ພຣະ​ບິດາ, ​ແລະ ຂອງພຣະ​ບຸດ, ແລະ ຂອງພຣະ​ວິນ​ຍານ​ບໍລິສຸດ”?1 “ຈົ່ງ​ໄປ​ທົ່ວ​ໂລກ ປະກາດ​ຂ່າວ​ປະເສີດ​ແກ່​ມະນຸດ​ທຸກ​ຄົນ.”2

“ທຸກ​ປະຊາ​ຊາດ?” “ຕະຫລອດ​ທົ່ວ​ໂລກ?” “ມະນຸດ​ທຸກ​ຄົນ?” ມັນ​ເປັນ​ໄປ​ໄດ້​ບໍ? ເຖິງ​ແມ່ນ​ວ່າ ພຣະເຢ​ຊູ​ໄດ້​ໃຫ້​ຄວາມ​ໝັ້ນໃຈ​ຕໍ່​ເຂົາເຈົ້າ, ເຂົາເຈົ້າ​ຕ້ອງ​ໄດ້​ສົງ​ໃສ​ຢູ່​ແນ່ ວ່າ​ສິ່ງ​ມະ​ຫັດສະ​ຈັນ​ຈະ​ໄປ​ກັບ​ເຂົາເຈົ້າ​ຫລື​ບໍ ໃນ​ການ​ປ່າວ​ປະ​ກາດ​ພຣະ​ກິດຕິ​ຄຸນ.3

ສັດທາ​ໄດ້​ເອົາ​ຊະນະ​ຄວາມ​ສົງ​ໃສ, ແລະ ເປ​ໂຕ​ໄດ້​ສົ່ງ​ສຽງຂອງ​ລາວ​ຂຶ້ນ, ກ່າວ​ວ່າ:

“ຊາວ​ຢິວ​ທັງຫລາຍ​ພ້ອມ​ກັນ​ທຸກໆ​ຄົນ, ... ໂຜດ​ຟັງ​ຂ້າພະເຈົ້າກ່າວ​ໃຫ້​ດີ: ...

“... ພຣະເຢ​ຊູ ໄທ​ນາສາ​ເຫ​ລັດ​ນັ້ນ, … [ຜູ້​ທີ່] ພວກ​ທ່ານ​ໄດ້ປະຫານ, ໂດຍ​ມອບ​ໃຫ້​ບັນດາ​ຄົນ​ບາບ​ຄຶງ​ພຣະ​ອົງ​ທີ່​ໄມ້ກາງ​ແຂນ: ...

“ພຣະ​ເຈົ້າ​ໄດ້​ບັນດານ​ໃຫ້ພຣະເຢ​ຊູ​ຜູ້​ນີ້​ແຫລະ​ … ເປັນ​ຄືນ​ມາຈາກ​ຕາຍ, [ແລະ] ພວກ​ຂ້າພະເຈົ້າ​ທຸກ​ຄົນ​ກໍ​ເປັນ​ພະຍານໃນ​ຄວາມ​ຈິງ​ນີ້.”4

ແນ່ນອນ​ວ່າ ມື້​ນັ້ນ​ໄດ້​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ຢ່າງ​ຫລວງຫລາຍ, ແລະ ຄົນ​ເປັນ​ຈຳນວນ 3,000 ຄົນ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ດັ່ງ​ທີ່​ພຣະເຢ​ຊູ​ໄດ້​ສັນຍາ​ໄວ້, ເຄື່ອງໝາຍ ແລະ ສິ່ງມະຫັດສະຈັນ​ໄດ້​ເກີດ​ຂຶ້ນ ຕິດຕາມ​ສັດທາ​ຂອງ​ຜູ້​ຄົນ​ທີ່​ເຊື່ອ.

ຂະນະ​ທີ່ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ ຖືກ​ຟື້ນ​ຟູ​ຄືນ​ມາໃໝ່ ຢູ່​ເທິງ​ໂລກ​ເມື່ອ 183 ປີ​ກ່ອນ, ພຣະ​ບັນຊາ​ຂອງ​ພຣະ​ອົງຕໍ່​ສານຸສິດ​ກຸ່ມ​ນ້ອຍໆ ໄດ້​ສະທ້ອນ​ເຖິງ​ພຣະ​ຄຳ​ຂອງ​ພຣະ​ອົງ ທີ່​ໄດ້​ກ່າວ​ເມື່ອ​ຫລາຍ​ສັດຕະວັດຜ່ານ​ມາ​ວ່າ ສຽງ​ເຕືອນ​ຈະ​ມາ​ເຖິງ​ທຸກ​ຜູ້​ຄົນ.5 ເພາະ​ຕາມ​ຈິງ​ແລ້ວ, ສຽງ​ຈະ​ຕ້ອງ​ອອກ​ໄປ​ຈາກ​ບ່ອນ​ນີ້ ໄປ​ທົ່ວ​ໂລກ, ແລະ ໄປ​ຫາ​ບ່ອນ​ໄກ​ສຸດ​ຂອງ​ແຜ່ນດິນ​ໂລກ.6

“ທຸກ​ຜູ້​ຄົນ​ບໍ?” “ຕະຫລອດ​ທົ່ວ​ໂລກ​ບໍ?” “ໄປ​ຫາ​ບ່ອນ​ໄກ​ສຸດ​ຂອງ​ແຜ່ນດິນ​ໂລກ​ບໍ”? ມັນ​ເປັນ​ໄປ​ໄດ້​ບໍ?

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ໃຫ້​ຄວາມ​ໝັ້ນ​ໃຈ ຕໍ່​ໄພ່​ພົນ​ຍຸກ​ສຸດ​ທ້າຍຂອງ​ພຣະ​ອົງ,7 ແຕ່ເຂົາເຈົ້າ​ສາມາດ​ເຫັນ​ລ່ວງ​ໜ້າເຖິງ​ຂອບເຂດ ແລະ ຈຸດໝາຍ​ປາຍທາງຂອງ​ວຽກ​ງານ​ທີ່​ໜ້າ​ອັດສະຈັນນີ້​ໄດ້​ບໍ? ເຂົາເຈົ້າ​ຕ້ອງ​ໄດ້​ສົງ​ໃສ ຖ້າ​ຫາ​ກວ່າສິ່ງ​ມະຫັດສະຈັນນີ້ ຈະ​ຕິດຕາມ​ເຂົາເຈົ້າ​ໄປໃນ​ການ​ເຜີຍ​ແຜ່​ພຣະ​ກິດ​ຕິ​ຄຸນ​ແທ້ໆ.

ອີກ​ເທື່ອ​ໜຶ່ງ, ສັດທາ​ໄດ້​ເອົາ​ຊະນະ​ຄວາມ​ສົງ​ໃສ, ແລະ ຄົນເປັນ​ຈຳນວນຫລາຍໆ ພັນ​ຄົນ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ໃນ​ປະເທດອັງກິດ, ແອວ​ເດີ ວຽວໂຟດ ວູດດຣັບ ໄດ້​ພົບ​ຜູ້​ຄົນ​ທັງ​ຊຸມ​ຊົນໜຶ່ງ ທີ່​ໄດ້​ລໍຖ້າ​ການ​ມາ​ເຖິງ​ຂອງ​ເພິ່ນ. ພຣະ​ວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ ໄດ້​ເຂົ້າ​ຄວບ​ຄຸມ​ເຂົາເຈົ້າ, ແລະ ເພິ່ນ​ໄດ້​ໃຫ້​ບັບ​ຕິສະ​ມາ ຜູ້​ສະແດງ​ທຳ 45 ຄົນ ແລະ ສະມາຊິກ​ຫລາຍໆຮ້ອຍ​ຄົນ ໃນ​ລະຫວ່າງ​ເວລາ​ເດືອນ​ທຳ​ອິດ ທີ່​ເພິ່ນ​ໄດ້​ຢູ່​ທີ່​ບ້ານ​ສວນ​ຂອງເບັນ​ໂບ.8

ມັນ​ກໍ​ເປັນ​ເໝືອ​ກັນ​ໃນ​ວັນ​ເວລາ​ຂອງ​ເຮົາ. ເມື່ອ​ແອວ​ເດີ ເດ​ວິດ ເອ ເບັດ​ນາ ແລະ ຂ້າພະເຈົ້າ​ໄດ້​ເປັນ​ຜູ້​ສອນ​ສາດສະໜາປະມານ 40 ກ່ອນ (ແລະ ຂ້າພະເຈົ້າ​ສາມາດ​ຮັບຮອງ​ຕໍ່​ທ່ານໄດ້​ວ່າ ພວກ​ເຮົາ​ບໍ່​ໄດ້​ເປັນ​ຜູ້​ສູງ​ອາຍຸ​ທີ່​ສຸດ ໃນ​ບັນດາ​ອາ​ດີດຜູ້​ສອນ​ສາດສະໜາທີ່​ນັ່ງ​ຢູ່​ເທິງ​ຕັ່ງ​ສີແດງ​ນີ້ແນ່ນອນ), ໄດ້​ມີຜູ້​ສອນ​ສາດສະໜາ 16,000 ຄົນ. ບັດ​ນີ້ ດັ່ງ​ທີ່​ປະທານ​ທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ລາຍ​ງານ​ໃນ​ມື້ວານ​ນີ້, ເຮົາ​ມີ​ຜູ້​ສອນ​ສາດສະໜາ 65,000 ຄົນ—ຫລາຍ​ກວ່າ​ແຕ່​ກ່ອນ. ຕອນ​ນັ້ນ ມີ 562 ສະ​ເຕກ. ໃນ​ເວລາ​ນີ້ ກໍ​ມີ​ຫລາຍ​ກວ່າ 3,000 ສະ​ເຕກ. ໃນ​ເວລາ​ນັ້ນ, ໄດ້​ມີ​ຫວອດ ແລະ ສາຂາຂອງ​ເຮົາ​ໃນ 59 ປະເທດ. ໃນ​ເວລາ​ນີ້ ເຮົາ​ມີ 189 ສາຂາ ຢູ່​ໃນ 224 ປະເທດ ແລະ ດິນແດນຕະຫລອດ​ທົ່ວ​ໂລກ. ເຮົາ​ເປັນ​ຈຳນວນ​ເລັກນ້ອຍ, ດັ່ງ​ທີ່ນີ​ໄຟ​ໄດ້​ພະຍາກອນ​ລ່ວງ​ໜ້າ.9 ແຕ່ໃນ​ເວລາດຽວ​ກັນ​ນັ້ນ, ທ່ານ ແລະ ຂ້າພະເຈົ້າ​ກໍ​ເປັນ​ສັກຂີ​ພະຍານ ໃນການ​ບັນລຸ​ຄວາມ​ສຳເລັດ​ຂອງ​ຖ້ອຍ​ຄຳຂອງ​ດານີເອນວ່າ: “ຫີນ​ໃຫຍ່​ກ້ອນ​ໜຶ່ງ ... ແຕກ​ອອກ​ມາ​ເອງ ... ໂດຍ​ບໍ່​ມີ​ໃຜ​ເຮັດ ... [ກໍ​ກຳລັງ​ເຕັມ] ພື້ນ​ແຜ່ນດິນ​ໂລກ.”10

ນີ້​ເປັນ​ວັນ​ເວລາ​ທີ່​ດີ​ເປັນ​ພິເສດ​ຂອງ​ສິ່ງ​ມະຫັດສະຈັນ. ເມື່ອ​ຫົກເດືອນ​ກ່ອນ ເມື່ອປະທານມອນ​ສັນ​ໄດ້​ປະກາດການ​ປ່ຽນອາຍຸ​ສຳລັບ​ຊາຍ ແລະ ຍິງ​ໜຸ່ມ ທີ່​ປາດ​ຖະ​ໜາ​ຢາກ​ໄດ້​ຮັບ​ໃຊ້ໃນ​ການ​ເຜີຍແຜ່​ສາດສະໜາ, ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ຖືກປະທານ​ໃຫ້​ຊາວ​ໜຸ່ມ​ຢ່າງ​ຫລວງຫລາຍ. ສັດທາ​ໄດ້​ເອົາ​ຊະນະຄວາມ​ສົງ​ໃສ, ແລະ ຊາຍ ແລະ ຍິງ​ໜຸ່ມ​ກໍ​ໄດ້​ກ້າວ​ໄປ​ໜ້າ. ວັນ​ພະຫັດ​ຫລັງ​ຈາກ​ກອງ​ປະຊຸມ​ໃຫຍ່​ນັ້ນ, ຂ້າພະເຈົ້າ​ຖືກ​ມອບໝາຍ​ໃຫ້​ສະເໜີ​ການ​ເອີ້ນ​ຂອງ​ຜູ້​ສອນ​ສາດສະໜາ ຕໍ່​ຝ່າຍ​ປະທານ​ສູງ​ສຸດ, ຂ້າພະເຈົ້າ​ໄດ້​ປະຫລາດ​ໃຈ ທີ່​ໄດ້​ເຫັນ​ໃບ​ສະໝັກຂອງ​ຊາຍ​ໜຸ່ມ​ອາຍຸ 18 ປີ ແລະ ຍິງ​ໜຸ່ມ​ອາຍຸ 19 ປີ ຜູ້​ທີ່ໄດ້​ວາງ​ແຜນການ​ຂອງ​ເຂົາເຈົ້າ​ແລ້ວ, ໄດ້​ໄປ​ຫາ​ທ່ານໝໍ​ຂອງເຂົາເຈົ້າ, ໄດ້​ຮັບ​ການ​ສຳພາດ​ຈາກ​ອະທິການ ແລະ ປະທານ​ສະ​ເຕກ​ຂອງ​ເຂົາເຈົ້າ, ແລະ ໄດ້​ສົ່ງ​ໃບ​ສະໝັກ​ເປັນຜູ້​ສອນ​ສາດສະໜາ​ແລ້ວ—ທັງ​ໝົດ​ນີ້​ພາຍ​ໃນ​ຫ້າ​ວັນ. ບັດ​ນີ້ ອີກ​ຫລາຍໆ​ພັນ​ຄົນກໍ​ໄດ້​ເຂົ້າ​ຮ່ວມ​ນຳ​ເຂົາເຈົ້າ. ມັນ​ເປັນ​ສິ່ງ ມະຫັດສະຈັນ.

ເຮົາ​ມີ​ຄວາມ​ກະຕັນຍູ ສຳລັບ​ສັດທາ​ຂອງ​ບັນດາ​ຜູ້​ສອນ​ສາດສະໜາ​ຍິງ​ສາວ ທີ່​ມີ​ຊີວິດ​ຊີວາ, ຈຳນວນ​ຜູ້​ສອນ​ສາດສະໜາຈາກ​ຫລາຍໆປະເທດ ຕະຫລອດ​ທົ່ວ​ໂລກ ທີ່​ມີ​ຫລາຍ​ຂຶ້ນ, ແລະ ຈຳນວນ​ຂອງ​ຄູ່​ສາມີ​ພັນ​ລະ​ຍາ ຜູ້​ພ້ອມ​ແລ້ວ​ຈະ​ຮັບ​ໃຊ້. ສະໜາມ​ເຜີຍແຜ່​ໃໝ່ ອີກຫ້າ​ສິບ​ແປດ​ແຫ່ງ​ຖືກ​ປະກາດ, ແລະ ນອກເໜືອ​ໄປ​ຈາກ​ສູນ​ອົບຮົມ​ຜູ້​ສອນ​ສາດສະໜາທີ່​ເຕັມ​ອັດ​ຈັດ ໃນ​ເມືອງໂພ​ຣ​ໂວ ກໍ​ຈະ​ມີ​ສູນ​ອົບຮົມ​ອີກ​ແຫ່ງ​ໜຶ່ງ ຢູ່​ທີ່​ເມືອງ ແມັກ​ຊີ​ໂກ​ຊີ​ຕີ້.

ປະທານທອມ​ມັສ ແອັສ ມອນ​ສັນ ໄດ້​ກ່າວ​ວ່າ: “ພວກ​ເຮົາ​ຮັບຟັງ​ພຣະ​ບັນຊາ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຢ່າງ​ເອົາ​ຈິງ​ເອົາ​ຈັງ ... ‘ດັ່ງນັ້ນ ຈົ່ງ​ໄປ​ທົ່ວ​ໂລກ, ສັ່ງສອນ​ຄົນ​ທຸກ​ຊາດ​ທຸກ​ພາສາ ໃຫ້ເປັນ​ສາວົກ​ຂອງ​ເຮົາ, ໃຫ້​ເຂົາ​ຮັບ​ບັບ​ຕິ​ສະ​ມາ​ໃນ​ນາມ​ຂອງພຣະ​ບິດາ, ຂອງ​ພຣະ​ບຸດ, ແລະ ຂອງ​ພຣະ​ວິນ​ຍານ ບໍລິສຸດ’”11 “ອຸດົມ​ການ ... ນີ້ ... ຈະ​ອອກ​ໄປ​ຢ່າງ​ຕໍ່​ເນື່ອງ, ປ່ຽນແປງ ແລະ ເປັນ​ພອນ​ໃຫ້​ແກ່​ຊີວິດ​ຂອງ​ຄົນ ... ບໍ່​ມີ​ພະລັງ​ໃດ​ຕະຫລອດ​ທົ່ວ​ທັງ​ໂລກ​ນີ້ ຈະ​ສາມາດ​ຢຸດ​ຢັ້ງວຽກ​ງານ​ຂອງ​ພຣະ​ເຈົ້າ​ໄດ້.”12

ເຮົາ​ກຳລັງ​ເຫັນ​ສິ່ງ​ມະຫັດສະຈັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນຂະນະ​ທີ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ກຳລັງ​ແຜ່​ຂະຫຍາຍ​ອອກໄປ​ຕະຫລອດ​ທົ່ວ​ໂລກ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ດົນ​ໃຈຜູ້​ສອນສາດສະໜາ​ຫລາຍ​ຄົນ​ກວ່າ​ແຕ່​ກ່ອນ ໃຫ້​ອອກ​ໄປ​ຮັບ​ໃຊ້ສັນໃດ, ພຣະ​ອົງ​ກໍ​ຍັງ​ປຸກ​ຄວາມ​ຄິດ ແລະ ຫົວໃຈ​ຫລາຍດວງ​ຂອງ​ຜູ້​ຄົນ​ທີ່​ດີ ແລະ ຊື່ສັດ​ຫລາຍ​ຂຶ້ນ​ສັນນັ້ນ ເພື່ອ​ໃຫ້​ຮັບເອົາ​ຜູ້​ສອນ​ສາດສະໜາ​ຂອງ​ພຣະ​ອົງ. ພວກ​ທ່ານ​ກໍ​ຮູ້ຈັກເຂົາເຈົ້າ​ແລ້ວ ຫລື ຈະ​ຮູ້ຈັກ​ເຂົາເຈົ້າ. ເຂົາເຈົ້າ​ຢູ່​ໃນ​ຄອບຄົວຂອງ​ທ່ານ ແລະ ອາໄສ​ຢູ່​ໃນ​ໝູ່​ບ້ານ​ຂອງ​ທ່ານ. ເຂົາເຈົ້າ​ຍ່າງກາຍ​ພວກ​ທ່ານ​ຕາມ​ຖະໜົນ​ຫົນທາງ, ນັ່ງ​ຄຽງ​ຂ້າງ​ພວກ​ທ່ານ ໃນ​ໂຮງຮຽນ, ແລະ ຕິດຕໍ່​ຢູ່​ກັບ​ພວກ​ທ່ານ​ທາງ​ອິນ​ເຕີ​ແນັດ. ພວກ​ທ່ານ​ກໍ​ເປັນ​ພາກສ່ວນ​ທີ່​ສຳຄັນ​ຄື​ກັນ ໃນ​ສິ່ງ​ມະ​ຫັດສະ​ຈັນ​ທີ່​ກຳລັງ​ເກີດ​ຂຶ້ນ​ຢູ່​ນີ້.

ຖ້າວ່າ​ທ່ານ​ບໍ່​ໄດ້​ເປັນ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ ທີ່​ມີປ້າຍ​ຊື່​ຕິດ​ຢູ່​ກັບ​ເສື້ອ​ກັນ​ໜາວ​ຂອງ​ທ່ານ, ບັດ​ນີ້​ກໍ​ເປັນ​ເວລາທີ່​ຈະ​ແຕ້ມ​ມັນ​ໃສ່​ໄວ້​ໃນ​ຫົວໃຈ​ຂອງ​ທ່ານ—ຖືກ​ຂຽນ​ໄວ້​ດັ່ງທີ່​ໂປໂລ​ໄດ້​ກ່າວ​ວ່າ, “ບໍ່​ໄດ້​ຂຽນ​ຕົວ​ໜັງສື​ນັ້ນ​ດ້ວຍ​ນ້ຳ​ມຶກ, ແຕ່​ຂຽນ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ອົງ​ຊົງ​ຊີວິດ​ຢູ່.”13 ແລະ ອາ​ດີດ​ຜູ້​ສອນ​ສາດສະໜາ, ຈົ່ງ​ໄປ​ຊອກ​ຫາ​ປ້າຍ​ຊື່​ເກົ່າຂອງ​ທ່ານ. ຢ່າ​ໃສ່​ມັນ, ແຕ່​ວາງ​ມັນ​ໄວ້​ໃນ​ບ່ອນ​ທີ່​ທ່ານ​ຈະ​ສາມາດ​ເຫັນ​ມັນ​ໄດ້. ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງການ​ພວກ​ທ່ານໃນເວລາ​ນີ້ ຫລາຍ​ກວ່າ​ເວລາ​ອື່ນ ເພື່ອ​ເປັນ​ເຄື່ອງມື​ໃນ​ພຣະ​ຫັດຂອງ​ພຣະ​ອົງ. ພວກ​ທ່ານ​ມີ​ສ່່ວນ​ບໍລິຈາກທີ່​ຈະ​ມາ​ມອບ​ໃສ່​ກັບສິ່ງ​ມະຫັດສະຈັນ​ນີ້.

ສະມາຊິກ​ຂອງ​ສາດສະໜາ​ຈັກ ຜູ້​ຊອບ​ທຳ​ທຸກ​ຄົນ ໄດ້​ເຄີຍຄິດ​ກ່ຽວ​ກັບ​ວິທີ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ບາງ​ຄົນ​ແບ່ງປັນພຣະ​ກິດ​ຕິ​ຄຸນ​ຢ່າງ​ທຳ​ມະ​ຊາດ, ແລະ ເຮົາ​ສາມາດ​ຮຽນ​ຮູ້​ຫລາຍຈາກ​ເຂົາເຈົ້າ.14 ບາງ​ຄົນ​ມີ​ບັນຫາ ແລະ ຄິດ​ວ່າ​ຈະ​ເຮັດ​ແບບໃດ​ເພື່ອ​ຈະ​ເຮັດ​ໃຫ້​ໄດ້​ດີ​ຂຶ້ນ, ຫວັງ​ວ່າຄວາມ​ຮູ້ສຶກ​ຜິດ​ທີ່​ເຮົາ​ຮູ້ສຶກເປັນ​ບາງ​ຄັ້ງ​ບາງ​ຄາວ​ຈະ​ຫາຍໜີ​ໄປ​ຈາກ​ເຮົາ.

ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ບັງຄັບ​ໃຫ້​ເຮົາ​ທຸກ​ຄົນ​ຄຸເຂົ່າ​ອະທິຖານ, ແລະ ມັນ​ຄວນ​ເປັນແບບ​ນັ້ນ, ເພາະວ່າ​ເຮົາ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອຂອງ​ພຣະ​ອົງ.

ປະທານມອນ​ສັນ ໄດ້​ຂໍ​ຮ້ອງ​ໃຫ້​ເຮົາ​ອະທິຖານ​ເພື່ອ “ເຂດ​ແດນ ບ່ອນ​ທີ່​ອິດ​ທິ​ພົນ​ຂອງ​ເຮົາ​ມີ​ນ້ອຍ ແລະ ບ່ອນ​ທີ່​ເຮົາ​ຍັງ​ບໍ່​ໄດ້​ຮັບອະນຸຍາດ ໃຫ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ເປັນ​ອິດ​ສະລະເທື່ອ.”15 ເມື່ອ​ເຮົາ​ອ້ອນວອນຫາ​ພຣະ​ບິດາ​ໃນ​ສະຫວັນຂອງ​ເຮົາ​ຢ່າງ​ຈິງ​ໃຈ ແລະ ດ້ວຍ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປີດ​ໂອກາດ​ທີ່​ສຳຄັນໃຫ້​ເຮົາ​ໄດ້​ສອນສາດສະໜາ.

ເຮົາ​ກໍ​ອະທິຖານ​ເພື່ອ​ໂອກາດ​ສຳລັບ​ຕົວ​ເຮົາ​ເອງ ເພື່ອ​ຈະ​ແບ່ງປັນ​ພຣະ​ກິດ​ຕິ​ຄຸນ​ນຳ​ອີກ. ອັກ​ຄະ​ສາວົກ ເປໂຕ ໄດ້​ກ່າວ​ວ່າ, “ຈົ່ງ​ຕຽມ​ພ້ອມ​ຢູ່​ທຸກ​ເວລາ ເພື່ອ​ຕອບ​ຜູ້​ຂໍ​ຮ້ອງ​ພວກ​ທ່ານ … ໃຫ້​ອະທິບາຍ [ເຖິງ] ຄວາມ​ຫວັງ​ທີ່​ພວກ​ທ່ານ​ມີ​ຢູ່​ໃນ​ນັ້ນ.”16

ດ້ວຍ​ຄວາມ​ສັບສົນ17 ແລະ ຄວາມ​ວຸ້ນວາຍ18 ຂອງ​ໂລກໃນ​ວັນ​ເວລາ​ນີ້, ມັນ​ບໍ່​ໄດ້​ເປັນ​ເລື່ອງ​ປະຫລາດ​ໃຈ ທີ່​ຄົນ​ເປັນຈຳນວນ​ນ້ອຍ ຍັງໄປ​ຮ່ວມ​ສະຖານທີ່​ນະມັດສະການ​ຂອງ​ເຂົາເຈົ້າ. ເຖິງ​ແມ່ນ​ວ່າ ຄົນ​ທັງຫລາຍ​ຢາກ​ເຂົ້າ​ໃກ້​ພຣະ​ເຈົ້າ ແລະ ເຂົ້າໃຈ​ຈຸດປະສົງ​ຂອງ​ຊີວິດ​ຫລາຍ​ຂຶ້ນ, ເຂົາເຈົ້າ​ຍັງ​ມີ​ຄຳ​ຖາມທີ່​ຍັງ​ບໍ່​ມີ​ຄຳ​ຕອບ. ຄົນ​ທັງຫລາຍ​ກໍ​ເປີດ​ຫົວໃຈ​ໃຫ້​ແກ່​ຄວາມ​ຈິງ, ແຕ່ດັ່ງ​ທີ່​ສາດສະດາອາ​ໂມ​ດ​ໄດ້​ບັນຍາຍ​ວ່າ, “ເຂົາ​ຈະ [ແລ່ນ ໄປ​ມາ] ຊອກ​ຫາ​ທຸກ​ທີ່​ທຸກ​ບ່ອນ [ສະແຫວງຫາ] ຖ້ອຍຄຳ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ເຂົາ​ຈະ [ບໍ່​ສາມາດ] ພົບ.”19 ທ່ານ​ສາມາດ​ຕອບ​ຄຳ​ຖາມ​ຂອງ​ເຂົາເຈົ້າ​ໄດ້. ໃນ​ການ​ເວົ້າ​ລົມ​ທຸກໆ​ວັນ​ຂອງ​ທ່ານ, ທ່ານ​ສາມາດ​ເພີ່​ມໃສ່ສັດທາ​ຂອງ​ເຂົາເຈົ້າ ທີ່​ມີ​ໃນ​ພຣະຄຣິດ.20

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ: “ຈົ່ງ​ຍົກ​ແສງ​ສະຫວ່າງ​ຂອງ​ເຈົ້າ​ຂຶ້ນ ເພື່ອ​ມັນ​ຈະ​ສ່ອງ​ແສງ​ໄປ​ທົ່ວ​ໂລກ. ຈົ່ງ​ເບິ່ງ ເຮົາ​ຄື​ຄວາມ​ສະຫວ່າງ ຊຶ່ງ​ເຈົ້າ​ຈະ​ຍົກ​ຂຶ້ນ.”21

ຂ້າພະເຈົ້າ​ສັນຍາ​ກັບ​ທ່ານ​ວ່າ, ເມື່ອ​ທ່ານ​ອະທິຖານ​ເພື່ອ​ຈະ​ຮູ້​ວ່າ ທ່ານ​ຄວນ​ເວົ້າ​ລົມ​ກັບ​ຄົນ​ໃດ, ຊື່ ແລະ ໃບ​ໜ້າ​ຈະ​ເຂົ້າ​ມາສູ່ຈິດໃຈ​ຂອງ​ທ່ານ. ຄຳ​ທີ່​ທ່ານ​ຕ້ອງ​ກ່າວ​ຈະ​ຖືກ​ມອບ​ໃຫ້​ທ່ານ ໃນ​ວິນາທີ​ທີ່​ທ່ານ​ຕ້ອງການ​ມັນ.22 ໂອກາດ​ທັງຫລາຍຈະ​ເປີດ​ໃຫ້​ແກ່​ທ່ານ. ສັດທາ​ຈະ​ເອົາ​ຊະນະ​ຄວາມ​ສົງ​ໃສ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ພອນ​ທ່ານ ດ້ວຍ​ສິ່ງ​ມະຫັດສະຈັນຂອງ​ທ່ານ​ເອງ.

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ເຮົາ ເຖິງ​ວິທີ​ທີ່​ຈະ​ແບ່ງປັນພຣະ​ກິດ​ຕິ​ຄຸນ. ຂ້າພະເຈົ້າ​ມັກ​ເລື່ອງ​ຂອງ​ອັນ​ເດ​ອາ, ຜູ້​ທີ່ໄດ້​ຖາມ​ວ່າ, “ອາຈານ, ທ່ານ​ພັກ​ຢູ່​ໃສ?”23 ພຣະເຢ​ຊູ​ສາມາດຕອບ​ດ້ວຍ​ສະຖານທີ່​ກໍ​ໄດ້ ເຖິງ​ບ່ອນ​ທີ່​ພຣະ​ອົງ​ໄດ້​ອາໄສ​ຢູ່. ແຕ່ແທນ​ນັ້ນ ພຣະ​ອົງ​ໄດ້​ກ່າວ​ຕໍ່ອັນ​ເດ​ອາວ່າ, “ເຊີນ​ມາ ແລະ ເບິ່ງ​ເອົາ.”24 ຂ້າພະເຈົ້າ​ຄິດ​ວ່າ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໝາຍຄວາມ​ວ່າ, “ເຊີນ​ມາ ແລະ ເບິ່ງ​ເອົາ ບໍ່ແມ່ນ​ພຽງ​ແຕ່​ວ່າ​ເຮົາ​ອາໄສ​ຢູ່​ໃສ ແຕ່​ວິທີ​ທີ່​ເຮົາ​ດຳລົງ​ຊີວິດ​ນຳ​ອີກ. ເຊີນ​ມາ ແລະ ເບິ່ງ​ເອົາ ວ່າ​ເຮົາ​ເປັນ​ໃຜ. ເຊີນ​ມາ ແລະ ຮູ້ສຶກ​ເຖິງ​ພຣະ​ວິນຍານ.” ເຮົາ​ບໍ່​ຮູ້​ທຸກ​ສິ່ງ​ກ່ຽວ​ກັບ​ວັນ​ເວລາ​ນັ້ນ, ແຕ່​ເຮົາ​ຮູ້​ວ່າ ເມື່ອອັນ​ເດ​ອາໄດ້​ເຫັນຊີ​ໂມນ ອ້າຍ​ຂອງ​ລາວ, ລາວ​ໄດ້​ປະກາດວ່າ, “ໝູ່​ຂ້ອຍ​ພົບ ... ພຣະຄຣິດ​ແລ້ວ.”25

ຕໍ່​ຜູ້​ທີ່​ສະແດງ​ຄວາມ​ສົນໃຈ​ໃນ​ການ​ສົນທະນາ​ຂອງ​ເຮົາ, ເຮົາ​ສາມາດ​ຕິດຕາມ​ຕົວຢ່າງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ໂດຍ​ການເຊື້ອ​ເຊີນ​ເຂົາເຈົ້າ​ໃຫ້ “ມາ ແລະ ເບິ່ງ​ເອົາ.” ບາງ​ຄົນ​ຈະ​ຍອມຮັບ​ການ​ເຊື້ອ​ເຊີນ​ຂອງ​ເຮົາ, ແລະ ອີກ​ຄົນ​ອື່ນ​ຈະ​ບໍ່​ຍອມຮັບ. ເຮົາ​ທຸກ​ຄົນຮູ້ ຄົນ​ບາງ​ຄົນ​ທີ່​ຖືກ​ເຊື້ອ​ເຊີນ​ແລ້ວ​ຫລາຍ​ເທື່ອ ກ່ອນ​ຈະ​ຍອມຮັບ​ການ​ເຊື້ອ​ເຊີນ​ໃຫ້ “ມາ ແລະ ເບິ່ງ​ເອົາ.” ຂໍ​ໃຫ້​ເຮົາ​ຈົ່ງ​ຄິດ​ເຖິງ​ຜູ້​ທີ່​ເຄີຍ​ໄດ້​ຢູ່​ກັບ​ພວກ​ເຮົາ ແຕ່​ບັດ​ນີ້ ເຮົາ​ບໍ່​ເຫັນ​ເລື້ອຍ​ປານໃດ, ຂໍ​ໃຫ້​ເຊື້ອ​ເຊີນ​ເຂົາເຈົ້າ​ໃຫ້​ກັບ​ມາ ແລະ ເບິ່ງ​ເອົາ​ອີກ​ຄັ້ງ.

ເຮົາ​ນັບຖື​ການ​ເລືອກ ແລະ ເວລາ​ຂອງ​ແຕ່ລະຄົນ. ພຣະ​ຜູ້ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, ໃຫ້​ມະນຸດ​ທຸກ​ຄົນ​ເລືອກ​ເພື່ອ​ຕົນເອງ.26 ການ​ຂາດ​ຄວາມ​ສົນໃຈ​ຂອງ​ຄົນໆ​ໜຶ່ງ ບໍ່​ຈຳເປັນ​ຕ້ອງ​ເຮັດ​ໃຫ້​ຄວາມ​ຜູກ​ພັນ​ທາງ​ມິດຕະພາບ ແລະ ຄວາມ​ຮັກ​ມີນ້ອຍ​ລົງ. ບໍ່​ວ່າການ​ເຊື້ອ​ເຊີນ​ຈະ​ຖືກ​ຍອມຮັບ ຫລື ບໍ່ ຂະນະ​ທີ່​ທ່ານ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້ “ມາ ແລະ ເບິ່ງ​ເອົາ” ທ່ານ​ຈະ​ຮູ້ສຶກ​ເຖິງ​ການ​ເຫັນ​ດີ​ເຫັນ​ຊອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ, ພ້ອມ​ດ້ວຍ​ຄວາມ​ເຫັນ​ຊອບ​ນັ້ນ, ຈະ​ມີ​ສັດທາ​ຫລາຍ​ຂຶ້ນ ເພື່ອ​ຈະ​ແບ່ງປັນ​ຄວາມ​ເຊື່ອ​ຂອງ​ທ່ານ​​ເທື່ອ​ແລ້ວ​ເທື່ອ​ເລົ່າ.

ສຳລັບ​ຜູ້​ທີ່​ໃຊ້​ອິນ​ເຕີ​ແນັດ ແລະ ໂທລະສັບ​ມື​ຖື, ຍັງ​ມີ​ວິທີ​ທາງໃໝ່ໆ ທີ່​ຈະ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້ “ມາ ແລະ ເບິ່ງ​ເອົາ.” ເຮົາຄວນ​ໃຫ້ການ​ແບ່ງປັນ​ຄວາມ​ເຊື່ອ​ຂອງ​ເຮົາ​ທາງອອນ​ລາຍ ທາງ​ອິນ​ເຕີ​ແນັດ ໃຫ້​ເປັນ​ພາກສ່ວນ​ຂອງ​ການ​ດຳລົງ​ຊີວິດປະຈຳ​ວັນ​ຂອງ​ເຮົາ. LDS.org, Mormon.org, Facebook, Twitter—ທັງ​ໝົດ​ນີ້​ເປີດ​ໂອກາດ​ໃຫ້​ເຮົາ​ແບ່ງປັນ.

ເພື່ອ​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ, ສະມາຊິກ​ຄົນ​ໜຸ່ມ​ໃນ​ເມືອງບໍ​ສະ​ຕັນ ໄດ້​ເລີ່​ມ ບະ​ລອກ (ການ​ບັນທຶກ​ທາງ​ສື່ສານ​ສັງຄົມ).27 ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ສາດສະໜາ​ຈັກ​ໃໝ່ ກໍ​ໄດ້​ເລີ່​ມ​ຮຽນ​ຮູ້​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່ ອອນ​ລາຍ ໃນອິນ​ເຕີ​ແນັດ), ແລ້ວ​ຕິດຕາມ​ດ້ວຍ​ການ​ສົນທະນາ​ກັບ​ຜູ້​ສອນສາດສະໜາ. ປະສົບ​ການ​ນີ້ ກໍ​ໄດ້​ຊ່ອຍ​ໃຫ້​ຄົນ​ໜຸ່ມ​ມີ​ສັດທາຫລາຍ​ຂຶ້ນ​ນຳ​ອີກ ໃນ​ການ​ສົນທະນາ​ເລື່ອງ​ພຣະ​ກິດ​ຕິ​ຄຸນໜ້າ​ຕໍ່ໜ້າ. ຄົນ​ໜຶ່ງ​ໃນ​ບັນດາ​ພວກ​ເຂົາ​ໄດ້​ກ່າວ​ວ່າ: “ນີ້​ບໍ່​ແມ່ນວຽກ​ງານ​ຂອງ​ການ​ສອນ​ສາດສະໜາ. ນີ້​ເປັນຄວາມ​ສະໜຸກສະ​ໜານ​ຂອງ​ການ​ເປັນ​ຜູ້​ສອນ​ສາດສະໜາ.”28

ພວກ​ເຮົາ​ໄດ້​ເຮັດ​ວຽກ​ງານ​ນີ້​ດ້ວຍ​ກັນ. ພ້ອມ​ທັງ​ສະມາຊິກ ແລະ ຜູ້​ສອນ​ສາດສະໜາ​ໃນ​ຫວອດ, ພວກ​ເຮົາ​ວາງ​ແຜນ ແລະ ອະທິຖານ ແລະ ຊ່ອຍ​ກັນ​ແລະ​ກັນ. ຂໍ​ໃຫ້​ຄິດ​ເຖິງ ແລະ ອະທິຖານ ເພື່ອ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ​ສະເໝີ. ຂໍ​ໃຫ້​ໄວ້​ວາງໃຈເຂົາເຈົ້າກັບ​ຄອບຄົວ ແລະ ໝູ່​ເພື່ອ​ຂອງ​ທ່ານ. ພຣະ​ຜູ້​ເປັນ ເຈົ້າ​ໄວ້​ວາງໃຈ​ເຂົາເຈົ້າ ແລະ ໄດ້​ເອີ້ນ​ເຂົາເຈົ້າໃຫ້​ສອນ ແລະ ເປັນ​ພອນ​ໃຫ້​ແກ່​ຜູ້​ທີ່​ສະແຫວງ​ຫາ​ພຣະ​ອົງ.

ປະທານພາວ​ໂລ ຄະ​ແຣັດ​ລີ ຈາກເຂດ​ເຜີຍແຜ່​ທີ່ ປະເທດໂມ​ຊາມ​ບິ​ກ ເມືອງມາ​ພູ​ໂຕ ໄດ້​ແບ່ງປັນ​ປະສົບ​ການ​ຕໍ່​ໄປ​ນີ້​ວ່າ: “ມັນ​ເປັນ​ເລື່ອງທຳ​ມະ​ດາໃນ​ປະເທດໂມ​ຊາມ​ບິ​ກ [ສຳລັບ] ຄູ່​ຮັກ​ຈະ​ອາໄສ​ຢູ່​ນຳ​ກັນ [ໂດຍ​ບໍ່​ຕ້ອງ​ແຕ່ງງານ ເພາະວ່າ] ປະເພນີ​ຂອງ​ຊາວ​ອາ​ຟຣິ​ກາ ຮຽກຮ້ອງ​ຄ່າ​ດອງ​ທີ່ແພງ​ຫລາຍ ເພື່ອ​ຈະ​ແຕ່ງງານ, ຄ່າ​ດອງ​ທີ່​ຄູ່​ແຕ່ງງານ​ທັງຫລາຍ​ບໍ່​ມີ​ຈະ​ໃຫ້​ໄດ້.”29

ສະມາຊິກ ແລະ ຜູ້​ສອນ​ສາດສະໜາໄດ້​ຄິດ ແລະ ໄດ້ອະທິຖານກ່ຽວ​ກັບ​ວິທີ​ທີ່​ຈະ​ຊ່ອຍ​ເຂົາເຈົ້າ.

ຄຳ​ຕອບ​ຕໍ່​ຄຳ​ອະທິຖານ​ຂອງ​ເຂົາເຈົ້າ ກໍ​ຄື​ວ່າເຂົາເຈົ້າ​ຕ້ອງເນັ້ນ​ໜັກ​ເຖິງ​ກົດ​ພົມມະຈັນ ແລະ ຄວາມ​ສຳຄັນ​ຂອງ​ການແຕ່ງງານ ແລະ ຄອບຄົວ​ນິລັນດອນ. ແລະ ຂະນະ​ທີ່​ຊ່ອຍຄູ່​ສາມີ​ພັນ​ລະ​ຍາ ໃຫ້​ກັບ​ໃຈ ແລະ ແຕ່ງງານ​ກັນ​ໃຫ້​ຖືກຕ້ອງຕາມ​ກົດໝາຍ​ຢູ່​ນັ້ນ, ເຂົາເຈົ້າ​ຈະ​ສອນ​ເຖິງ​ຄວາມສຸກ ທີ່​ຈະ​ມີມາ​ຜ່ານ​ທາງ​ການ​ຕິດ​ຕາມ​ພຣະເຢ​ຊູ​ຄຣິດ​ເທົ່າ​ນັ້ນ.

ນີ້ຄື​ຮູບ​ພາບ​ຂອງ​ຄູ່​ສາມີ​ພັນ​ລະ​ຍາ ທີ່​ມາ​ຈາກ​ສອງ​ເມືອງ​ທີ່ແຕກ​ຕ່າງ​ກັນ ໃນ​ປະເທດໂມ​ຊາມ​ບິ​ກ. ເຂົາເຈົ້າ​ໄດ້​ແຕ່ງງານ​ກັນ​ເມື່ອ​ວັນ​ສຸກ, ໄດ້​ຮັບ​ບັບ​ຕິ​ສະ​ມາ ພ້ອມ​ກັບ​ລູກໆ​ຜູ້​ໃຫຍ່​ຂອງ​ເຂົາເຈົ້າ ເມື່ອ​ວັນ​ເສົາ.30 ໝູ່​ເພື່ອນ ແລະ ຄອບຄົວ​ຖືກ​ເຊື້ອ​ເຊີນ​ໃຫ້ “ມາ ແລະ ເບິ່ງ​ເອົາ,” ແລະ ຄົນ​ເປັນ​ຈຳນວນຫລາຍ​ຮ້ອຍ​ຄົນ​ກໍ​ໄດ້ “ມາ ແລະ ເບິ່ງ​ເອົາ.”

ຫລັງ​ຈາກ​ການ​ບັບ​ຕິ​ສະ​ມາ, ຊິດ​ສະ​ເຕີຄົນ​ໜຶ່ງ​ໄດ້​ກ່າວ​ວ່າ, “ພວກ​ຂ້າພະເຈົ້າ​ຈຳເປັນ​ຕ້ອງ​ເລືອກ​ວ່າ ຈະ​ເຮັດ​ຕາມ​ວັດທະນະ​ທຳ​ຂອງ​ພໍ່​ແມ່​ຂອງ​ເຮົາ ຫລື ວ່າ​ຈະ​ຕິດ​ຕາມ​ພຣະເຢ​ຊູ​ຄຣິດ. ພວກ​ຂ້າພະເຈົ້າ​ໄດ້​ເລືອກ ທີ່​ຈະ​ຕິດຕາມພຣະຄຣິດ.”31

ທ່ານ​ອາດ​ບໍ່​ໄດ້​ອາໄສ​ຢູ່​ທີ່ປະເທດໂມ​ຊາມ​ບິ​ກ, ແຕ່ໃນ​ວິທີ​ທາງ​ຂອງ​ທ່ານ​ເອງ, ໃນ​ວັດທະນະ​ທຳ​ຂອງ​ທ່ານ​ເອງ, ທ່ານ​ສາມາດ​ແບ່ງປັນພຣະ​ກິດ​ຕິ​ຄຸນຂອງ​ພຣະເຢ​ຊູ​ຄຣິດ ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ແລ້ວ.

ຂໍ​ໃຫ້​ອະທິຖານ​ຫາ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ທ່ານ. ນີ້​ເປັນວຽກ​ງານ​ອັນ​ສັກສິດ​ຂອງ​ພຣະ​ອົງ. ພຣະອົງ​ຈະ​ນຳພາທ່ານ​ໃນ​ສິ່ງ​ທີ່​ທ່ານ​ຕ້ອງ​ເຮັດ. ພຣະ​ອົງ​ຈະ​ເປີດ​ໂອກາດ​ໃຫ້, ຈະ​ເອົາຄວາມ​ຍາກ​ລຳບາກ​ນັ້ນ​ໄປ, ແລະ ຊ່ອຍ​ທ່ານ​ໃຫ້​ເອົາ​ຊະນະອຸປະສັກ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະກາດ​ວ່າ ສຽງ​ເຕືອນ​ຈະ​ອອກໄປ​ເຖິງ​ທຸກ​ຜູ້​ຄົນ, ໂດຍ​ປາກ​ຂອງ​ສານຸສິດ​ຂອງ​ເຮົາ, ... ແລະ ບໍ່​ມີ​ຄົນ​ໃດ​ຈະ​ສາມາດ​ຢຸດ​ຢັ້ງ​ເຂົາ​ໄດ້.32

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ສຸລະສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ [ຈະ​ມາ] ເຖິງ​ທີ່​ສຸດ​ຂອງ​ແຜ່ນດິນ​ໂລກ, ເພື່ອ​ທຸກ​ຄົນ​ທີ່​ຢາກ​ໄດ້​ຍິນ ກໍ​ຈະ​ໄດ້​ຍິນ.33 ມັນ​ເປັນ​ສິ່ງ​ມະຫັດສະຈັນ. ມັນ​ເປັນສິ່ງ​ມະຫັດສະຈັນ​ແທ້ໆ. ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.

ແຫລ່ງອ້າງ​ອີງ

  1. ມັດ​ທາຍ 28:19.

  2. ມາຣະ​ໂກ 16:15.

  3. ​ເບິ່ງ ມັດ​ທາຍ 28:20ມາຣະ​ໂກ 16:17–18.

  4. ກິດຈະການ 2:14, 22–23, 32.

  5. ​ເບິ່ງ Doctrine and Covenants 1:4.

  6. ​ເບິ່ງ Doctrine and Covenants 58:64.

  7. ​ເບິ່ງ Doctrine and Covenants 1:5.

  8. ​ເບິ່ງ Teachings of Presidents of the Church: Wilford Woodruff (2004), 89–92.

  9. ​ເບິ່ງ 1 ນີ​ໄຟ 14:12.

  10. ດາ​ນີ​ເອນ 2:34–35.

  11. Thomas S. Monson, “Welcome to Conference,” Ensign or Liahona, May 2009, 5.

  12. Thomas S. Monson, “As We Gather Once Again,” Ensign or Liahona, May 2012, 4.

  13. 2 ​ໂກຣິນ​ໂທ 3:3.

  14. ​ເບິ່ງ Clayton M. Christensen, The Power of Everyday Missionaries: The What and How of Sharing the Gospel (2013).

  15. Thomas S. Monson, “Welcome to Conference,” Ensign or Liahona, Nov. 2009, 6.

  16. 1 ​ເປ​ໂຕ 3:15.

  17. ເຂົາເຈົ້າ​ເຫັນ​ວ່າ​ຫລັກ​ທຳ​ທີ່​ຖືກ​ຄຳນຶງ​ເຖິງ​ມາ​ເປັນ​ເວລາ​ດົນ​ນານ ທີ່​ເປັນຄວາມ​ຈິງ​ນັ້ນ​ຖືກ​ອະທິບ​າຍ​ໃໝ່ ຫລື ວ່າ​ຖືກ ບໍ່​ເອົາໃຈໃສ່; ​ເບິ່ງ Doctrine and Covenants 1:16; ​ເບິ່ງ Doctrine and Covenants 132:8 ນຳ​ອີກ.

  18. ​ເບິ່ງ Doctrine and Covenants 45:26; 88:91.

  19. ອາ​ໂມ​ດ 8:12.

  20. ສາດສະດາ ໂຈ​​ເຊັບ ສະ​ມິດ ໄດ້​ກ່າວ​ວ່າ: “ຊາວ​ປະ​ສະ​ເປ​ແທວ​ຣຽນ​ມີ​ຄວາມ​ຈິງ​ບໍ່? ມີ. ຊາວ​ບັບ​ຕິດ, ຊາວ​ເມ​ໂຕດິດ, ແລະ ອື່ນໆ ມີ​ຄວາມ​ຈິງ​ບໍ? ມີ. ... ເຮົາ​ຄວນ​ເຕົ້າໂຮມ​ເອົາ​ຄວາມ​ດີງາມ ແລະ ຫລັກ​ທຳ​ທີ່ແທ້​ຈິງ​ທັງ​ໝົດ​ໃນ​ໂລກ​ເຂົ້າກັນ ແລະ ຖະໜອມ​ມັນ​ໄວ້” ((History of the Church, 5:517). ເຮົາ​ບໍ່​ຮຽກຮ້ອງ​ໃຫ້​ຄົນໆ​ໃດ​ປະຕິເສດ​ຫລັກ​ທຳ​ທີ່​ດີ​ທີ່​ເຂົາເຈົ້າ​ມີ​ແລ້ວ ... ; ເຮົາ​ພຽງ​ແຕ່​ຮຽກຮ້ອງ​ໃຫ້​ເຂົາເຈົ້າ​ມາ​ເອົາ​ຫລາຍ​ອີກ. ມັນ​ຈະ​ເປັນ​ແນວໃດ ຖ້າ​ຫາ​ກວ່າ​ໝົດ​ທັງ​ໂລກ ຈະ​ເຕັມ​ໃຈ​ຍອມຮັບ ແລະ ຕິດ​ຕາມ​ພຣະ​ກິດ​​ຕິ​ຄຸນ​ນີ້? ເຂົາເຈົ້າ​ຈະ​ເຫັນ​ໄດ້​ດ້ວຍ​ຕາ​ຂອງ​ເຂົາເຈົ້າ​ເອງ, ແລະ ພຣະ​ພອນ​ຂອງ​ພຣະ​ເຈົ້າ​ຈະ​ຖືກ​ທອກ​ເທ​ລົງ​ມາ​ໃຫ້​ຜູ້​ຄົນ​ຢ່າງ​ຫລວງຫລາຍ, ຊຶ່ງ​ເປັນຄວາມ​ປາດ​ຖະ​ໜາ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າພະເຈົ້າ” (Teachings of Presidents of the Church: Joseph Smith [2007], 155). ປະທານກໍ​ດອນ ບີ ຮິງ​ລີ ໄດ້​ກ່າວ​ວ່າ: “ຂ້າພະເຈົ້າ​ຂໍ​ກ່າວ​ວ່າ ເຮົາ​ຮູ້​ບຸນຄຸນ​ຂອງ​ຄວາມ​ຈິງ ທີ່​ມີ​ຢູ່​ໃນ​ທຸກໆ ສາດສະໜາ ແລະ ຄວາມ​ດີງາມ ຊຶ່ງ​ມັນ​ເຮັດ​ຢູ່. ເຮົາ​ຂໍ​ກ່າວ​ຕໍ່​ຜູ້​ຄົນ​ວ່າ, ຕາມ​ຈິງ​ແລ້ວ, ພວກ​ທ່ານ​ນຳ​ເອົາ​ຄວາມ​ດີງາມ​ທັງ​ໝົດ​ທີ່​ທ່ານ​ມີ​ຢູ່, ແລະ ແລ້ວ​ໃຫ້​ເຮົາ​ສັງ​ເກດເບິ່ງ ຖ້າ​ຫາ​ກວ່າ​ເຮົາ​ຈະ​ສາມາດ​ເພີ່ມ​ໃສ່​ມັນ​ໄດ້. ນັ້ນ​ຄື​ວາ​ມ​ສຳຄັນ​ຂອງ​ວຽກ​ງານ​ນີ້. ນັ້ນ​ຄື​ຄວາມ​ສຳຄັນ​ຂອງ​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດສະໜາ” (“ຄວາມ​ຫຍໍ້​ມາ​ຈາກ​ຄຳ​ປາ​ໄສ​ຂອງ ປະທານ ກໍ​ດອນ ບີ ຮິງ​ລີ,  B. Hinckley,” Ensign, Aug. 1998, 72; “Words of the Living Prophet,” Liahona, Apr. 1999, 19). “ເຮົາ​ຕ້ອງ​ເປັນ​ຄົນ​ຜູກ​ມິດ. ເຮົາ​ຕ້ອງ​ຮັບ​ຮູ້​ຄວາມ​ດີ​ງານ​ໃນ​ຕົວ​ຂອງ​ທຸກໆ​ຄົນ. ເຮົາ​ບໍ່​ອອກ​ໄປ​​ເລາະວິຈານ​ສາດສະໜາ​ອື່ນ. ເຮົາ​ສັ່ງສອນ ແລະ ສອນ​ໃນ​ວິທີ​ທາງ​ທີ່​ທາງ​ບວກ ແລະ ຕອບ​ຮັບ. ເຮົາ​ກ່າວ​ຕໍ່​ຜູ້​ຄົນ​ຂອງ​ສາດສະໜາ​ອື່ນ​ວ່າ ‘ພວກ​ທ່ານ​ນຳ​ເອົາ​ທຸກ​ສິ່ງ​ທີ່​ດີງາມ​ທັງ​ໝົດ​ທີ່​ທ່ານ​ມີ ແລະ ໃຫ້​ເຮົາສັງ​ເກດ​ເບິ່ງ ຖ້າ​ຫາ​ກວ່າ​ເຮົາ​ຈະ​ສາມາດ​ເພີ່ມ​ໃສ່​ມັນ​ໄດ້.’ ໃນ​ທີ່​ສຸດ ນັ້ນ​ຄື​ຄວາມ​ສຳຄັນ ຂອງ​ໂຄງການ​ການ​ເຜີຍແຜ່​ທີ່​ຍິ່ງ​ໃຫຍ່​ຂອງ​ເຮົາ ແລະ ມັນ​ກໍ​ກໍ່ໃຫ້ເກີດ​ຜົນງານ​ດີ” (ໃນ “ຂ່າວສານ​ແຫ່ງ​ຄວາມ​ດົນ​ໃຈ​ຈາກ​ປະທານ ກໍ​ດອນ ບີ ຮິງ​ລີ,” Church News, Nov. 7, 1998, 2; ​ເບິ່ງ ldschurchnews.com).

  21. 3 ນີ​ໄຟ 18:24.

  22. ​ເບິ່ງ Doctrine and Covenants 84:85; 100:6.

  23. ​ໂຢຮັ​ນ 1:38.

  24. ​ໂຢຮັນ 1:39.

  25. ​ໂຢຮັນ 1:41.

  26. ​ເບິ່ງ Doctrine and Covenants 37:4.

  27. ​ເບິ່ງ, ຍົກຕົວຢ່າງ, youngandmormon.com.

  28. ການ​ເວົ້າ​ລົມ​ທາງ​ໂທລະສັບ​ກັບ ແຈ໊ກສັນ ໄຮ້ ເມື່ອ​ວັນ​ທີ 22 ເດືອນ​ມິ​ນາ 2013.

  29. ຈົດ​ໝາຍ ອີ​ເມ​ວ​ສ່ວນ​ຕົວ​ຈາກ​ປະທານ​ພາວ​ໂລ ວີ ຄະ​ແຣັດ​ລີ, ວັນ​ທີ 6 ເດືອນ​ມິ​ນາ 2013.

  30. ຮູບ​ຖ່າຍ ທີ່​ປະທານພາວ​ໂລ ວີ ຄະ​ແຣັດ​ລີ ໄດ້​ເອົາ​ໃຫ້. ກຸ່ມ​ທຳ​ອິດ ໄດ້​ມາ​ຈາກ ມາ​ພູ​ໂຕ; ເຂົາເຈົ້າ​ໄດ້​ແຕ່ງງານ​ເມື່ອ ວັນ​ທີ 22 ເດືອນ​ພະຈິກ2012, ແລະ ໄດ້​ຮັບ​ບັບ​ຕິ​ສະ​ມາ​ເມື່ອ ວັນ​ທີ 1 ເດືອນ​ທັນວາ 2012. ກຸ່ມ​ທີ​ສອງ ໄດ້​ມາ​ຈາກ ເບ​ອີ​ຣາ; ເຂົາເຈົ້າ​ໄດ້​ແຕ່ງງານ​ກັນ ເມື່ອ​ວັນ​ທີ 1 ເດືອນ​ມິ​ນາ 2013, ແລະ ໄດ້​ຮັບ​ບັບ​ຕິ​ສະ​ມາ ເມື່ອ​ວັນ​ທີ 2 ເດືອນມິ​ນາ 2013.

  31. ຈົດ​ໝາຍ ອີ​ເມ​ວ​ສ່ວນ​ຕົວ​ຈາກ​ປະທານ​ພາວ​ໂບ ວີ ຄະ​ແຣັດ​ລີ, ວັນ​ທີ 6 ເດືອນ​ມິ​ນາ 2013.

  32. ​ເບິ່ງ Doctrine and Covenants 1:4–5.

  33. ​ເບິ່ງ Doctrine and Covenants 1:11.