“​ໂຜດ​ຊ່ອຍ​ຂ້ານ້ອຍ​ໃຫ້​ມີ​ຄວາມ​ເຊື່ອ​ແດ່ທ້ອນ”

​ໂດຍ ​ແອວ​ເດີ ແຈັບ​ຟະຣີ ອາ ຮໍ​ແລນ

​ແຫ່ງ​ສະພາ​ອັກຄະ​ສາວົກ​ສິບ​ສອງ


ຈົ່ງ​ຮັບ​ຮູ້​ຄຳ​ຖາມ ​ແລະ ຄວາມ​ສົງ​ໄສ​ຂອງ​ທ່ານດ້ວຍ​ຄວາມ​ຊື່ສັດ, ​ແຕ່​ທຳ​ອິດ​ໃຫ້​​ເພີ່ມ​ຄວາມ​ເຂັ້​ມ​ແຂງ​ໃຫ້​ແກ່​ສັດທາ​ຂອງ​ທ່ານກ່ອນ, ​​ເພາະທຸກ​ສິ່ງ​ເປັນ​ໄປ​ໄດ້​ສຳລັບ​ຜູ້​ທີ່​ເຊື່ອ.

​ເທື່ອ​ໜຶ່ງ​ຕອນ​ພຣະ​ເຢຊູ​ໄດ້​ພົບກຸ່ມ​ໜຶ່ງທີ່​ກຳລັງ​ໂຕ້​ຖຽງ​ກັບ​ພວກ​ສາວົກຂອງ​ພຣະອົງ​ຢູ່. ​ເມື່ອ​ພຣະຜູ້​ຊ່ອຍ​ໃຫ້​ລອດ​​ໄດ້​ຖາມ​ວ່າ​​ເປັນ​ຫຍັງ​ຈຶ່ງ​ໂຕ້​ຖຽງ​ກັນ, ພໍ່​ຄົນ​ໜຶ່ງ​ຜູ້​ພາ​ລູກ​ມາ​ປິ່ນປົວ​ໄດ້​ກ້າວ​ອອກ​​ໄປ ​ແລ້ວ​ເວົ້າວ່າ ລາວ​ໄດ້​ມາ​ຫາ​ພວກ​ສາວົກ​ຂອງ​ພຣະ​ເຢຊູ​ຂໍ​ໃຫ້​ເຂົາ​ເຈົ້າປິ່ນປົວລູກ​ຊາຍ​ຂອງ​ລາວ, ​ແຕ່​​ເຂົາ​ເຈົ້າ​ເຮັດ​ບໍ່​ໄດ້. ​ໃນ​ຂະນະ​ທີ່​ທ້າວ​ນ້ອຍ​ຍັງ​ກັດ​ແຂ້ວ, ນ້ຳລາຍ​ປູມ​ອອກ​ມາ, ​ແລະ ນອນ​ເກືອກ​ຢູ່​ດິນ, ຜູ້​ເປັນ​ພໍ່​ໄດ້​ອ້ອນວອນ​ຕໍ່​ພຣະ​ເຢຊູ ຊຶ່ງ​ຄົງ​ບໍ່​ຮູ້​ວ່າ​ຈະ​ໄປ​ເພິ່ງ​ໃຜ ຕາມນ້ຳສຽງ​ຂອງ​ລາວ​ທີ່​ວ່າ:

“ຖ້າ​ຫາກທ່ານຊ່ອຍໄດ້, ຂໍ​​ໂຜດ​ສົງສານ​ພວກຂ້ານ້ອຍ​ແດ່ທ້ອນ.

“ພຣະ​ເຢຊູ​ໄດ້​ກ່າວ​ກັບ​ລາວ​ວ່າ, “ຖ້າຫາກທ່ານ​ເຊື່ອ, ທຸກ​ສິ່ງ​ເປັນ​ໄປ​ໄດ້​ສຳລັບ​ຜູ້​ທີ່​ເຊື່ອ.

“​ໃນ​ທັນ​ໃດ​ນັ້ນ ພໍ່​ຂອງ​ເດັກນ້ອຍ​ໄດ້​ຮ້ອງ​ຂຶ້ນໂດຍ​ໄວ​ວ່າ, ​ໂຜດ​ຊ່ອຍ​ຂ້ານ້ອຍ​ໃຫ້​ມີ​ຄວາມ​ເຊື່ອ​ຫລາຍ​ກວ່າ​ນີ້​ແດ່ທ້ອນ.”1

ຄວາມ​ເຊື່ອ​​​ໝັ້ນຂອງ​ຊາຍ​ຄົນ​ນີ້​ໃນ​ຕອນ​ຕົ້ນບໍ່​ມີ​ຫລາຍ. ​ແຕ່​ລາວ​ມີ​ຄວາມ​ຮີບ​ຮ້ອນ, ​ປາດ​ຖະໜາ​ທີ່​ຈະ​ມີ​ເພີ່ມ​ຂຶ້ນ​ເພື່ອ​​ເຫັນ​ແກ່​ລູກ​ຊາຍຄົນ​ດຽວ​ຂອງ​ລາວ. ​ເຮົາ​ໄດ້​ຖືກ​ບອກ​ວ່າ ​​ເທົ່າ​ນັ້ນກໍ​ພຽງພໍ​ແລ້ວ​ສຳລັບ​ຕອນ​ຕົ້ນ. “ຖ້າ​ຫາກ​ພວກ​ທ່ານ​ເຮັດ​ບໍ່​ໄດ້​ຫລາຍ​ໄປ​ກວ່າ​ ຄວາມ​ປາດ​ຖະໜາ​ທີ່​ຈະ​ເຊື່ອ,” ​ແອວ​ມາປະກາດ, “ກໍ​ຂໍ​ໃຫ້​ຄວາມ​ປາດ​ຖະໜາ​ນີ້​ເກີດ​ຜົນ​ໃນ​ພວກ​ທ່ານ ຈົນ​ວ່າ​ພວກ​ທ່ານຈະ​ເຊື່ອ.”2 ​ໂດຍ​ທີ່​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ອີກ​ແລ້ວ, ພໍ່​ຄົນ​ນັ້ນ​ໄດ້​ຢືນຢັນສັດທາທີ່​ລາ​ວມີ ​ແລະ ​ໄດ້​ອ້ອນວອນ​ພຣະຜູ້​ຊ່ອຍ​ໃຫ້​ລອດຂອງ​ໂລກ​ດ້ວຍ​ຖ້ອຍ​ຄຳ​ທີ່​ວ່າ, “ຖ້າ​ຫາກ ທ່ານຊ່ອຍ​ໄດ້, ຂໍ​​ໂຜດ​ສົງສານ​ ພວກ​ຂ້ານ້ອຍ, ​ແລະ ຊ່ອຍ​ເຫລືອ ພວກ​ຂ້ານ້ອຍ ​ແດ່ທ້ອນ.”3 ຂ້າພະ​ເຈົ້າອົດ​ນ້ຳຕາ​ໄຫລ​ບໍ່​ໄດ້​ເມື່ອ​ອ່ານ​ຂໍ້​ນີ້. ຄຳ​ວ່າ​ ພວກ​ຂ້ານ້ອຍ ຖືກ​ໃຊ້​ແບບ​ຕັ້ງ​ໃຈ. ຊາຍ​ຄົນ​ນັ້ນ​ໄດ້​ກ່າວ​ໃນ​ແບບ​ທີ່​ວ່າ: “ຄອບຄົວ​ຂອງ​ຂ້ານ້ອຍ​ອ້ອນວອນ​ທ່ານ. ພວກ​ຂ້ານ້ອຍ​ບໍ່​ຮູ້​ວ່າ​ຈະ​ຫັນ​ໄປ​ຫາ​ໃຜ. ບັນຫາ​ນີ້​ບໍ່​ເຄີຍ​​ໝົດ​ຈັກ​ເທື່ອ, ​ແລະ ພວກ​ຂ້ານ້ອຍກໍ​ເມື່ອຍ​ຫລາຍ. ລູກ​ຂອງ​ພວກ​ຂ້ານ້ອຍໄດ້​ຕົກ​ໃສ່​ໄຟ. ລາວ​ໄດ້​ຕົກລົງ​ນ້ຳ. ລາວ​ຢູ່​ໃນ​ຂັ້ນອັນຕະລາຍຕະຫລອດ, ​ແລະ ​ພວກ​ຂ້ານ້ອຍ​ມີ​ຄວາມ​ຢ້ານ​ກົວ​ສະ​ເໝີ. ​ພວກ​ຂ້ານ້ອຍ​ບໍ່​ຮູ້​ວ່າ​ຈະ​ຫັນ​ໄປ​ຫາ​ໃຜ. ທ່ານ ຊ່ອຍພວກ​ຂ້ານ້ອຍ​ໄດ້​ບໍ? ພວກ​ຂ້ານ້ອຍ​ຈະມີ​ຄວາມ​ກະຕັນຍູ​ສຳລັບ ສິ່ງ​ໃດ​ກໍ​ຕາມ— ​​ແມ່ນ​ແຕ່ພອນ​​ເລັກ​ນ້ອຍ, ຄວາມ​ຫວັງ​​ເລັກ​ນ້ອຍ, ​ເພື່ອຍົກ​ຄວາມ​ໜັກໜ່ວງອອກ​ຈາກແມ່​ຂອງ​ທ້າວ​ນ້ອຍ​ທີ່​ໄດ້​ແບກ​ຫາບ​ແຕ່​ລະ​ວັນ​ໃນ​ຊີວິດ​ຂອງ​ນາງ.”

“ຖ້າ​ຫາກ ທ່ານ ​ຊ່ອຍ​ໄດ້ ​ໃນ​ສິ່ງ​ໃດ​ກໍ​ຕາມ,” ຜູ້​ເປັນ​ພໍ່​ກ່າວ​ກັບ​ພຣະອົງ, “ຖ້າຫາກ ທ່ານ​ເຊື່ອ,,” ພຣະອາຈານ​​ໄດ້ກ່າວ.4

“ພຣະຄຳ​ພີ​ບອກວ່າ “​ໃນ​ທັນ​ໃດ​ນັ້ນ”—ບໍ່​ໄດ້​ຊັກ​ຊ້າ ຫລື ສົງ​ໄສ ຫລື ​ເຍາະ​ເຍີ້​ຍ, ​ແຕ່ “​ໃນ​ທັນ​ໃດ​ນັ້ນ”—ຜູ້​ເປັນ​ພໍ່​ໄດ້​ຮ້ອງ​ອອກ​ມາ​ດ້ວຍ​ຄວາມ​ເຈັບ​ປວດ​ວ່າ, “​ໂຜດ​ຊ່ອຍ​ຂ້ານ້ອຍ​ໃຫ້​ມີ​ຄວາມ​ເຊື່ອ​ຫລາຍ​ກວ່າ​ນີ້​ແດ່ທ້ອນ.” ​ໃນ​ການ​ຕອບ​ສະໜອງ​ສັດທາ​ໃໝ່ ​ແລະ ຍັງ​ເປັນ​ບາງ​ສ່ວນ​ຢູ່, ພຣະ​ເຢຊູ​ໄດ້​ປິ່ນປົວ​ທ້າວ​ນ້ອຍ, ​ເກືອບ​ເທົ່າ​ກັບ​​ໂຜດ​ລາວ​ຈາກ​ຄວາມ​ຕາຍ ດັ່ງ​ທີ່​ມາຣະ​ໂກ​ໄດ້​ບັນຍາຍ​ໄວ້​ກ່ຽວ​ກັບ​ເຫດການ​ນີ້.5

ດ້ວຍ​ບັນທຶກ​​ອັນ​ໜ້າ​ປະ​ທັບ​ໃຈນີ້ໃນ​ພຣະຄຳ​ພີ, ຂ້າພະ​ເຈົ້າຢາກ​ກ່າວ​ກັບ​ຊາວ​ໜຸ່ມ​ຂອງ​ສາດສະໜາ​ຈັກໂດຍ​ສະ​ເພາະ—ໜຸ່ມ​ໃນ​ອາຍຸ ຫລື ໜຸ່ມ​ໃນ​ບັນທຶກ​ສະມາຊິກ ຫລື ໜຸ່ມ​ໃນ​ສັດທາ. ບໍ່​ວ່າ​ວິທີ​ໃດ​ກໍ​ວິທີ​ໜຶ່ງ ສິ່ງ​ນັ້ນຄວນ​ລວມ​ເຮົາ​ທຸກ​ຄົນ​ເຂົ້າ​ຄື​ກັນ.

ສິ່ງທຳ​ອິດ​ທີ່​​ໄດ້ສັງ​ເກດ​ເບິ່ງ​ແມ່ນ​ວ່າ ​ເມື່ອ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ເລື່ອງ​ສັດທາ, ຜູ້​ເປັນ​ພໍ່​ໄດ້ຢືນຢັນ​ຄວາມ​ເຂັ້ມ​ແຂງ​ຂອງ​ລາວກ່ອນ ​ແລະ ຮັບ​ຮູ້​ຄວາມ​ຂາດ​ຕົກ​ບົກພ່ອງ​ຂອງ​ລາວ. ຄຳ​ເວົ້າທຳ​ອິດ​ຂອງ​ລາວ​ແມ່ນ​ໜັກ​ແໜ້ນ ​ແລະ ບໍ່​ລໍ​ຖ້າທີ່​ວ່າ: “ຂ້ານ້ອຍ​ເຊື່ອ.” ຂ້າພະ​ເຈົ້າຂໍ​ກ່າວ​ຕໍ່​ທຸກ​ຄົນ​ທີ່​ຢາກ​ມີ​ສັດທາ​ຕື່ມ​ອີກ, ​ໃຫ້​ຈື່​ຈຳ​ຊາຍ​ຄົນ​ນີ້​ເດີ້! ​ໃນ​ເວລາ​ທີ່​ມີ​ຄວາມ​ຢ້ານ​ກົວ ຫລື ສົງ​ໄສ ຫລື ມີ​ບັນຫາ, ຈົ່ງ​ຍຶດໝັ້ນຢູ່​ໃນ​ສັດທາ​ຂອງ​ທ່ານ, ​ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ມີ​ໜ້ອຍ​ໜຶ່ງ​ກໍ​ຕາມ. ​ໃນ​ການ​ເຕີບ​ໂຕ​ຂຶ້ນ ​ເຮົາ​ທຸກ​ຄົນ​ຕ້ອງ​ມີ​ປະສົບ​ການ​ຢູ່​ໃນ​ຄວາມ​ເປັນ​ມະຕະ, ​ເຮົາ​ຈະ​ໄດ້​ຮັບຄວາມ​ເຈັບ​ປວດທາງ​ວິນ​ຍານ​ຄື​ກັນ​ກັບທີ່​ທ້າ​ວນ້ອຍ​ໄດ້​ຮັບ ຫລື ຄວາມສິ້ນ​ຫວັງຂອງ​ພໍ່​ຄົນ​ນີ້. ​ເມື່ອ​ສິ່ງ​ດັ່ງກ່າວ​ປະກົດ​ ​ແລະ ມີບັນຫາ​, ​ແລະ ການ​ແກ້​ບັນຫາ​ບໍ່​ໄດ້​ມາ​ເຖິງ​ທັນທີ, ຈົ່ງ​ຍຶດໝັ້ນ​ໃນ​ສິ່ງ​ທີ່​ທ່ານ​ຮູ້ຈັກ ​ແລະ ຢືນ​ຢູ່​ຢ່າງ​ເຂັ້ມ​ແຂງ ຈົນ​ກວ່າ​ຈະ​ໄດ້​ຮັບ​ຄວາມ​ຮູ້​ເພີ່ມ​ເຕີມ. ​​ເປັນ​ເພາະ​ເຫດການ​ນີ້, ການ​ມະຫັດສະຈັນ​ນີ້, ທີ່ພຣະ​ເຢຊູ​ໄດ້​ກ່າວ​ວ່າ, “ຖ້າ​ພວກ​ເຈົ້າມີ​ຄວາມ​ເຊື່ອ​ເທົ່າ​ກັບ​ເມັດ​ຜັກກາດ ພວກ​ເຈົ້າກໍ​ຈະ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ຈົ່ງ​ເຄື່ອນ​ຈາກ​ບ່ອນ​ນີ້​ໄປ​ຢູ່​ບ່ອນ​ນັ້ນ ​ແລະ ມັນ​ກໍ​ຈະ​ເຄື່ອນ​ໄປ; ບໍ່​ມີ​ສິ່ງ​ໃດ​ທີ່​ພວກ​ເຈົ້າ​ເຮັດ​ບໍ່ໄດ້.”6 ຂະໜາດ​ຂອງ​ສັດທາ​ຂອງ​ທ່ານ ຫລື ລະດັບ​ຂອງ​ຄວາມ​ຮູ້​ຂອງ​ທ່ານ​ບໍ່​​ສຳຄັນ—ສິ່ງ​ສຳຄັນ​ແມ່ນ ຄວາມຊື່ສັດ​ທີ່​ທ່ານ​ໄດ້​ສະ​ແດງ​ອອກ​ເຖິງ​ສັດທາ​ທີ່​ທ່ານ​ມີ​ ​ແລະ ຄວາມຈິງ​ທີ່​ທ່ານ​ຮູ້​ແລ້ວ.

ການ​ສັງ​ເກດ​ຢ່າງ​ທີ​ສອງ​ແມ່ນ​ແຕກ​ຕ່າງ​ຈາກ​ຢ່າງ​ທີ​ໜຶ່ງ. ​ເມື່ອ​ມີບັນຫາ​ ​ແລະ ມີ​ຄຳ​ຖາມ, ຢ່າ​ເລີ່ມຕົ້ນສົງ​ໄສສັດທາ ​ໂດຍ​ການ​ເວົ້າວ່າ ​​ທ່ານ ບໍ່​ມີ​ ຫລາຍ​, ​ເລີ່​ມຕົ້ນຈາກ “ຄວາມ​ບໍ່​ເຊື່ອ.” ສິ່ງ​ນີ້​ຄື​ກັນ​ກັບ​ການ​ຍັດ​ພຸງ​​ໂຕ​ໄກ່ງວງ​ທາງ​ປາກ! ບັດ​ນີ້, ​ຂ້າ​ພະ​ເຈົ້າຈະ​ກ່າວ​​ແບບ​ແຈ່ມ​ແຈ້ງວ່າ: ຂ້າພະ​ເຈົ້າບໍ່​ໄດ້​ຂໍ​ໃຫ້​ທ່ານ​ທຳທ່າ​ວ່າ​ມີ​ສັດທາ ທີ່​ທ່ານ​ບໍ່​ມີ. ບັດ​ນີ້​ ຂ້າພະ​ເຈົ້າຂໍ​ໃຫ້​ທ່ານ​ຊື່ສັດ​ຕໍ່​ສັດທາ​ທີ່​ທ່ານມີ ຢູ່. ບາງ​ເທື່ອ​ເຮົາ​ເຮັດ​ຄື​ວ່າ ການ​ເວົ້າ​ເຖິງ​ຄວາມ​ບໍ່​ແນ່ນອນ​ໃຈ​ກ່ຽວ​ກັບ​ການ​ມີ​ສັດທາ ​ເປັນ​ການສະ​ແດງ​ອອກ​ເຖິງ​ຄວາມ​ກ້າຫານ ຫລາຍ​ກວ່າ​ຈະ​ເວົ້າວ່າຕົນ​ເອງ​ມີ. ບໍ່​ເປັນ​ແນວ​ນັ້ນ! ສະນັ້ນ, ​ໃຫ້​ເຮົາ​ມາ​ຈື່​ຈຳ​ຂ່າວສານ​ທີ່​ແຈ່ມ​ແຈ້ງ​ກ່ຽວ​ກັບ​ເລື່ອງ​ນີ້: ​ໃຫ້​ຊື່ສັດ​ນຳ​ຄວາມ​ສົງ​ໄສ​ຂອງ​ທ່ານ; ​ຊີວິດ​ນີ້​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ສົງ​ໄສ. ​ແຕ່​ຖ້າ​ຫາກ​ທ່ານ ​ແລະ ຄອບຄົວ​ຂອງ​ທ່ານ​ຢາກ​ໄດ້ຮັບ​ການ​ປິ່ນປົວ, ​ແລ້ວ​ຢ່າ​ໃຫ້​ຄວາມ​ສົງ​ໄສ​ເຫລົ່ານັ້ນມາ​ກີດ​ກັນ​ສັດທາ​ທີ່​ຈະ​ເຮັດ​ການ​ມະຫັດສະຈັນ.

ສຳຄັນ​ກວ່າ​ນັ້ນ, ທ່ານ​ມີ​ສັດທາ​ຫລາຍ​ກວ່າ​ທີ່​ທ່ານ​ຄິດ​ ​ເພາະ​ພຣະຄຳ​ພີ​ມໍ​ມອນ​ໄດ້​ເອີ້ນ​ສິ່ງ​ນີ້​ວ່າ “ຫລັກ​ຖານ ​ແລະ ຄວາມ​ຍິ່ງ​ໃຫຍ່.”7 “ພວກ​ເຈົ້າຈະ​ຮູ້ຈັກ​ຄົນ​ເຫລົ່ານັ້ນດ້ວຍ​ການ​ກະທຳ​ຂອງ​ເຂົາ,” ພຣະ​ເຢຊູ​​ໄດ້ກ່າວ,8 ​ແລະ ຜົນ​ຂອງ​ການ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ​ຈະ​ເປັນ​ຫລັກ​ຖານ​ໃນ​ຊີວິດ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ໃນ​ທຸກ​​ແຫ່ງ​ຫົນ. ​ເຊັ່ນ​ດຽວ​ກັບ​ເປ​ໂຕ ​ແລະ ​ໂຢຮັນ​ ​ໄດ້​ກ່າວ​ຕໍ່​ພວກ​ຟາ​ຣິຊາຍວ່າ, “​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ໃຫ້​ພວກ​ຂ້າພະ​ເຈົ້າປິດ​ບັງ​ບໍ່​ໃຫ້​ເວົ້າສິ່ງ​ທີ່​ໄດ້​ເຫັນ ​ແລະ ​ໄດ້​ຍິນ,” ​ແລະ ສິ່ງ​ທີ່​ເຮົາ​ໄດ້​ເຫັນ ​ແລະ ​ໄດ້​ຍິນ ​ແມ່ນ “ການ​ມະຫັດສະຈັນ​ອັນ​ຍິ່ງ​ໃຫຍ່​ນີ້” ​ໃນ​ຊີວິດ​ຂອງ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຫລາຍ​ລ້ານ​ຄົນ. ສິ່ງ​ນັ້ນບໍ່​ສາມາດ​ປະຕິ​ເສດ​ໄດ້.9

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ນີ້​ແມ່ນ​ວຽກ​ງານອັນ​ສູງ​ສົ່ງ ​​ທີ່ເລີ່ມຕົ້ນດ້ວຍ​ການ​ສະ​ແດງ​ໃຫ້​ປະຈັກ ​ແລະ ​ເປັນ​ພອນ​ຜູກ​ມັດ​ໃນ​ທຸກ​ທິດ​ທາງ, ສະນັ້ນຢ່າ​ຕົກ​ໃຈ ຖ້າ​ຫາກ​ມີບັນຫາ​ເປັນ​ບາງ​ຄັ້ງ ທີ່​ຕ້ອງ​ໄດ້​ສຳ​ຫລວດ​ກວດກາ, ​ເຂົ້າ​ໃຈ, ​ແລະ ​ແກ້​ໄຂ. ມັນ​ຈະ​ເປັນ​ແນວ​ນັ້ນ​ແທ້. ​ໃນ​ສາດສະໜາ​ຈັກ​ນີ້ ສິ່ງ​ທີ່​ເຮົາ​ຮູ້ຈັກ ​ແມ່ນ​ສຳຄັນ​ຫລາຍ​ກວ່າ​ສິ່ງ​ທີ່​​ເຮົາ​ບໍ່​ຮູ້ຈັກ​ສະ​ເໝີ. ​ແລະ ຈົ່ງ​ຈື່​ຈຳ​ໄວ້​ວ່າ ​​ໃນຊີວິດ​ມະຕະ​ນີ້ ​ທຸກ​ຄົນ​ຕ້ອງ​ເດີນ​ໄປ​ດ້ວຍ​ສັດທາ.

ສະນັ້ນ ຈົ່ງ​ມີ​ຄວາມ​​ເມດ​ຕາ​ນຳ​ຄວາມ​ອ່ອນ​ແອ​ຂອງ​ມະນຸດ—ຂອງ​ຕົວ​ເອງ ​ແລະ ຂອງ​ຄົນ​ທີ່​ຮັບ​ໃຊ້​ໃນ​ສາດສະໜາ​ຈັກ​ນີ້ ຊຶ່ງ​ນຳພາ​ໂດຍ​ຜູ້​ອາສາ​ສະໝັກທັງ​ຊາຍ ​ແລະ ຍິງ. ຍົກ​ເວັ້ນ​ແຕ່​ພຣະບຸດ​ທີ່​ຖື​ກຳ​ເນີດອົງ​ດຽວຂອງ​ພຣະອົງ​ເທົ່າ​ນັ້ນ, ພຣະ​ເຈົ້າ​ໄດ້​ເຮັດ​ວຽກ​ງານ​ນຳຜູ້​ຄົນ​ທີ່​ຂາດ​ຕົກ​ບົກພ່ອງນັບ​ຕັ້ງ​ແຕ່​ຕອນ​ຕົ້ນ​ເປັນຕົ້ນມາ. ຄົງ​ເປັນ​ເລື່ອງ​ຫຍຸ້ງຍາກ​ສຳລັບ​ພຣະອົງ, ​ແຕ່​ພຣະອົງ​ກໍ​ອົດທົນ. ສະນັ້ນ​ເຮົາ​ກໍ​ຄວນ​ເປັນ​ແນວ​ນັ້ນຄື​ກັນ. ​ແລະ ​ເມື່ອ​ທ່ານ​ເຫັນ​ຄວາມ​ຂາດ​ຕົກ​ບົກພ່ອງ, ຈົ່ງ​ຈື່​ຈຳ​ວ່າ ສິ່ງ​ນັ້ນ ບໍ່​ ​ໄດ້​ເປັນຄວາມ​ສັກສິດ​ຂອງ​ວຽກ​ງານ​ນີ້. ດັ່ງ​ນັກ​ປະພັນ​ທີ່​ມີ​ພອນ​ສະຫວັນຄົນ​ໜຶ່ງ​ໄດ້​ແນະນຳ​ວ່າ: ​ເມື່ອນ້ຳມັນ​ອັນ​ເປັນນິດ​ພຸ່ງ​ຂຶ້ນມາ, ມັນ​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ນ້ຳມັນຖ້າ​ຫາກ​ບໍ່​ມີ​ສິ່ງ​​ເກັບ​ນ້ຳມັນຢ່າງ​ພຽງ​ພໍ.10 ສິ່ງ​ເກັບ​ນ້ຳມັນເຫລົ່ານັ້ນ​ແມ່ນ​ຮ່ວມ​ທັງ​ທ່ານ ​ແລະ ຂ້າພະ​ເຈົ້າ, ສະນັ້ນຈົ່ງ​​ອົດທົນ ​ແລະ ອະ​ໄພ​ໃຫ້​ກັນ.

ການ​ສັງ​ເກດ​ຢ່າງ​ສຸດ​ທ້າຍ. ​ເມື່ອ​ມີ​ຄວາມ​ສົງ​ໄສ ຫລື ມີຄວາມ​ຫຍຸ້ງຍາກ​, ຢ່າ​ຢ້ານ​ກົວ​ທີ່​ຈະ​ຂໍ​ຄວາມ​ຊ່ອຍ​ເຫລືອ. ຖ້າ​ຫາກ​ເຮົາ​ຂໍດ້ວຍ​ຄວາມ​ຖ່ອມ​ຕົນ ​ແລະ ຊື່ສັດ ດັ່ງ​ພໍ່​ຄົນ​ນີ້, ​ແລ້ວ​ເຮົາ​ຈະ​​ໄດ້​ຮັບ. ພຣະຄຳ​ພີ​ໄດ້​ບັນຍາຍ​ເຖິງ​ຄວາມ​ປາດ​ຖະໜາ​ນີ້ ​ເປັນ​ການ​ສະ​​ແຫວ​ງຫາ​ດ້ວຍ “​ເຈດ​ຕະນາ​ອັນ​ແທ້​ຈິງ,” “ດ້ວຍ​ຄວາມ​ມຸ້ງ​ໝາຍ​ເຕັມ​ທີ່​ແຫ່ງ​ໃຈ ໂດຍ​ບໍ່​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ ແລະ ບໍ່​ມີ​ການ​ຫລອກ​ລວງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.”11 ​ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ໃນ​ການ​ຕອບ​ສະໜອງ​ຄຳ​ອ້ອນວອນ​ເຊັ່ນ ນັ້ນ, ​ພຣະ​ເຈົ້າຈະ​ສົ່ງ​​ຄວາມ​ຊ່ອຍ​ເຫລືອ​ມາ​ໃຫ້​ເຮົາ​ສະ​ເໝີ​ຈາກ​ສອງ​ຟາກ​ຂອງ​ຜ້າ​ມ່ານ ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ເຊື່ອ​ຂອງ​ເຮົາ.

ຂ້າພະ​ເຈົ້າ​ໄດ້​ກ່າວ​ວ່າ ຂ້າພະ​ເຈົ້າຈະ​ກ່າວ​ກັບ​ຊາວ​ໜຸ່ມ. ຂ້າພະ​ເຈົ້າຍັງ​ກ່າວ​ຢູ່. ຊາຍ​ໜຸ່ມ​ຄົນ​ໜຶ່ງອາຍຸ 14 ປີ ​ໄດ້​ເວົ້າລົມ​ນຳ​ຂ້າພະ​ເຈົ້າ​ແບບ​ອາຍໆ ບໍ່​ດົນ​ມາ​ນີ້​ວ່າ, “ບະ​ລາ​ເດີ ຮໍ​ແລນ, ຂ້ານ້ອຍ​ບໍ່​ສາມາດ​ເວົ້າອອກ​ມາ​ໄດ້​ວ່າ ຂ້ານ້ອຍ​ຮູ້​ວ່າ ສາດສະໜາ​ຈັກ​ນີ້​ເປັນ​ສາດສະໜາ​ຈັກ​ທີ່​ແທ້​ຈິງ, ​ແຕ່​ຂ້ານ້ອຍ​ເຊື່ອ.” ຂ້າພະ​ເຈົ້າ​ໄດ້​ໂອບ​ກອດ​ລາວ​ໄວ້​ແໜ້ນ. ຂ້າພະ​ເຈົ້າ​ໄດ້​ບອກ​ລາວ​ດ້ວຍ​ຄວາມ​ກະຕືລືລົ້ນວ່າ ຄຳ​ວ່າ ​ເຊື່ອ ​ເປັນ​ຄຳ​ທີ່​ມີຄ່າ​ຫລາຍ, ຫລາຍ​ກວ່າ​ການ​ກະທຳ, ​ແລະ ລາວ​ບໍ່​ຄວນ​ກ່າວ​ຂໍ​ໂທດທີ່​ມີ “ພຽງ​ແຕ່​ຄວາມ​ເຊື່ອ​ເທົ່າ​ນັ້ນ.” ຂ້າພະ​ເຈົ້າ​ໄດ້​ບອກ​ລາວວ່າ ພຣະຄຣິດ​ໄດ້​ກ່າວ​ວ່າ, “ຢ່າ​ວິຕົກ​ເລີຍ ຈົ່ງ​ເຊື່ອ​ເທົ່າ​ນັ້ນ,”12 ​ເປັນ​ຖ້ອຍ​ຄຳ​ທີ່ປະທານກໍ​ດອນ ບີ ຮິງ​ລີ ​ໄດ້​​ເອົາ​ໄປ​ນຳ ຕອນ​ເພິ່ນ​ໄປ​ສອນ​ສາດສະໜາ.13 ຂ້າພະ​ເຈົ້າ​ໄດ້​ບອກ​ຊາຍ​ໜຸ່ມ​ຄົນ​ນັ້ນວ່າ ຄວາມ​ເຊື່ອ​ຂອງ​ລາວ​ເປັນ​ບາດກ້າວ​ທຳ​ອິດ​ໄປ​ຫາ​ຄວາມ​ເຊື່ອໝັ້ນ ​ແລະ​ວ່າ​ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂອງ​ເຮົາ ​ໄດ້​ເລີ່​ມຕົ້ນດ້ວຍ​ຄຳ​ວ່າ, “ພວກ​ເຮົາ​ເຊື່ອ.”14 ​ແລະ ຂ້າພະ​ເຈົ້າ​ໄດ້​ບອກ​ລາວ​ວ່າ ຂ້າພະ​ເຈົ້າພູມ​ໃຈ​ກັບ​ລາວ​ຫລາຍ​ທີ່​ລາວ​ຊື່ສັດ​ກັບ​ການສະ​ແຫວ​ງຫາຂອງ​ລາວ.

​ເກືອບ​ເຖິງ 60 ປີ​ແລ້ວ ນັບ​ຕັ້ງ​ແຕ່​ຂ້າພະ​ເຈົ້າມີ​ອາຍຸ​ໄດ້ 14 ປີ ​ແລະ ມີ​ຄວາມ​ເຊື່ອ​ເລັກ​ນ້ອຍ, ຂ້າພະ​ເຈົ້າສາມາດ​ປະກາດ​ສິ່ງ​ທີ່​ຂ້າພະ​ເຈົ້າຮູ້​ໃນ​ຕອນ​ນີ້. ຂ້າພະ​ເຈົ້າຮູ້​ວ່າ​ໃນ​ທຸກ​ເວລາ, ​ໃນ​ທຸກ​ວິທີ, ​ແລະ ​ໃນ​ທຸກ​ສະພາບ​ການ, ພຣະ​ເຈົ້າ​ເປັນ​ພຣະບິດາ​ທີ່ປະ​ທັບ​ຢູ່​ໃນ​ສະຫວັນ. ຂ້າພະ​ເຈົ້າຮູ້​ວ່າ ພຣະ​ເຢຊູ​​ເປັນ​ພຣະບຸດ​ອົງ​ດຽວ​ທີ່​ດີ​ພ້ອມ​ທຸກ​ຢ່າງ​ຂອງ​ພຣະອົງ, ຜູ້​ໄດ້​ປະທານ​ຊີວິດ​ຂອງ​ພຣະອົງ​ຕາມ​ພຣະປະສົງ​ຂອງ​ພຣະບິດາ ​ແລະ ​ເພື່ອ​ໄຖ່​ເຮົາ​ທຸກ​ຄົນ​ທີ່​ຂາດ​ຕົກ​ບົກພ່ອງ. ຂ້າພະ​ເຈົ້າຮູ້​ວ່າ ພຣະອົງ​ໄດ້​ລຸກຂຶ້ນຈາກ​ຄວາມ​ຕາຍ​​ເພື່ອ​ມີ​ຊີວິດ​ຄືນ​ອີກ, ​ແລະ ​ເພາະວ່າ​ພຣະອົງ​ໄດ້​ເຮັດ​ເຊັ່ນ​ນັ້ນ, ​ທ່ານ​ ​ແລະ ຂ້າພະ​ເຈົ້າກໍ​ຈະ​ມີ​ຊີວິດ​ຄືນ​ອີກ​ຄື​ກັນ.​ ຂ້າພະ​ເຈົ້າຮູ້​ວ່າ ​ໂຈ​​ເຊັບ ສະ​ມິດ, ຜູ້​ຮັບ​ຮູ້​ວ່າ​ເພິ່ນຂາດ​ຕົກ​ບົກພ່ອງ,15 ​ໄດ້​ເປັນ​ເຄື່ອງມື​ໃນ​ພຣະຫັດ​ຂອງ​ພຣະ​ເຈົ້າ ​ເພື່ອ​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ​ອັນ​ເປັນນິດ​ຢູ່​​​ໃນ​ໂລກ, ​ແລະ ຂ້າພະ​ເຈົ້າຮູ້​ວ່າ ​ໃນ​ການ​ນັ້ນ—​ໂດຍ​ສະ​ເພາະ​ຜ່ານ​ການ​ແປ​ພຣະຄຳ​ພີ​ມໍ​ມອນ—​​ເພິ່ນໄດ້​ສອນ​ຂ້າພະ​ເຈົ້າເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າຂອງ​ພຣະຄຣິດ, ​ແລະ ​ເຖິງ​ອຳນາດຂອງ​ຖານະ​ປ​ະ​ໂລຫິດ ຫລາຍ​ກວ່າສາດສະດາ​ອື່ນໆ ທີ່​ຂ້າພະ​ເຈົ້າ​ໄດ້​ອ່ານ, ​ໄດ້​ຍິນ, ​ແລະ ຮູ້ຈັກ​ໃນ​ຊີວິດ​. ຂ້າພະ​ເຈົ້າຮູ້​ວ່າ​ປະທານ​ທອມ​ມັສ ​ແອັສ ມອນ​ສັນ, ຊຶ່ງ​ບໍ່​ດົນ​ນີ້​ຈະເຖິງ​ວັນ​ຄົບຮອບ 50 ປີ ນັບ​ແຕ່​ເພິ່ນ​ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ອັກຄະ​ສາວົກ​, ​ເປັນ​ຜູ້ສືບ​ຕຳ​ແໜ່​ງທີ່ຖືກຕ້ອງ​​ໃນ​ເວລາ​ນີ້. ຂ້າພະ​ເຈົ້າຮູ້​ວ່າ ບັນດາ​ອ້າຍ​ນ້ອງ 14 ຄົນ​ທີ່​ທ່ານສະໜັບສະ​ໜູນ​ເປັນ​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ ກໍ​ສະນັບສະ​ໜູນ​ເພິ່ນ​ຄື​ກັນ, ດ້ວຍ​ມື, ດ້ວຍ​ຫົວ​ໃຈ, ​ແລະ ດ້ວຍ​ຂໍ​ກະ​ແຈ​ແຫ່ງ​ການ​ເປີດ​ເຜີຍ​ຂອງ​ພວກ​ເພິ່ນ.

​ຂ້າພະ​ເຈົ້າ​ປະກາດ​ຕໍ່​ທ່ານ ດ້ວຍ​ຄວາມ​ໝັ້ນ​ໃຈທີ່​ເປ​ໂຕ​ເອີ້ນ​ວ່າ “ຄຳ​ທຳນາຍ​ຢ່າງ​ແນ່ນອນ​ກວ່າ​ເກົ່າ.”16 ຄັ້ງໜຶ່ງ​ເຄີຍ​​ເປັນ​ເມັດ​ພືດ​ແຫ່ງ​ຄວາມ​ເຊື່ອ​ທີ່​ນ້ອຍໆ​ສຳລັບ​ຂ້າພະ​ເຈົ້າ ​ແຕ່ຕອນ​ນີ້ມັນ​ໄດ້​ເຕີບ​ໂຕ​ຂຶ້ນກາຍ​ເປັນຕົ້ນ​ໄມ້​ແຫ່ງ​ຊີວິດ​ແລ້ວ, ສະນັ້ນ ຖ້າ​ຫາກ​ສັດທາ​ຂອງ​ທ່ານ​ໄດ້​ຖືກ​ທົດ​ລອງ​ໜ້ອຍ​ໜຶ່ງ​ໃນ​ເວລາ​ນີ້, ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ອີງ​ຕໍ່​ສັດທາ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຮູ້​ວ່າ ນີ້​​​ແມ່ນ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ແທ້ໆ. ພຽງ​ແຕ່​ໃນຄວາມ​ອັນຕະລາຍ​ຂອງ​ເຮົາ​​ເທົ່າ​ນັ້ນທີ່​ເຮົາ​ຈະ​ປ່ອຍ​ໃຫ້​ຄວາມ​ສົງ​ໄສ ຫລື ມານ​ດຶງ​ເຮົາ​ອອກ​ໄປ​ນອກ​ທາງ. ຈົ່ງ​ມີ​ຄວາມ​ຫວັງ​ຕໍ່​ໄປ. ຈົ່ງ​​ເດີນທາງ​ຕໍ່​ໄປ. ຈົ່ງ​ຮັບ​ຮູ້​ຄຳ​ຖາມ ​ແລະ ຄວາມ​ສົງ​ໄສ​ຂອງ​ທ່ານດ້ວຍ​ຄວາມ​ຊື່ສັດ, ​ແຕ່​ທຳ​ອິດ​ໃຫ້​​ເພີ່ມ​ຄວາມ​ເຂັ້​ມ​ແຂງ​ໃຫ້​ແກ່​ສັດທາ​ຂອງ​ທ່ານກ່ອນ, ​​ເພາະທຸກ​ສິ່ງ​ເປັນ​ໄປ​ໄດ້​ສຳລັບ​ຜູ້​ທີ່​ເຊື່ອ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

Mostrar referencias

  1.  

    1. ມາຣະ​ໂກ 9:22–24; ​ເບິ່ງ ຂໍ້​ທີ 14–21 ​ນຳອີກ​.

  2.  

    2. ​ແອວ​ມາ 32:27; ​ເນັ້ນຄຳ​ເນີ້ງ.

  3.  

    3. ມາຣະ​ໂກ 9:22; ​ເນັ້ນຄຳ​ເນີ້ງ.

  4.  

    4. ມາຣະ​ໂກ 9:22, 23; ​ເນັ້ນຄຳ​ເນີ້ງ.

  5.  

    5. ​ເບິ່ງ ມາຣະ​ໂກ 9:24–27.

  6.  

    6. ມັດ​ທາຍ 17:20.

  7.  

    7. ຮີ​ລາມັນ 5:50.

  8.  

    8. ມັດ​ທາຍ 7:16.

  9.  

    9. ​ເບິ່ງ ກິດຈະການ 4:16, 20.

  10.  

    10. Adapted from Alfred Edersheim, The Life and Times of Jesus the Messiah, 2 vols. (1883), 2:108.

  11.  

    11. 2 ນີ​ໄຟ 31:13.

  12.  

    12. ມາຣະ​ໂກ 5:36.

  13.  

    13. ​ເບິ່ງ Gordon B. Hinckley, in Conference Report, Oct. 1969, 114.

  14.  

    14. ​ເບິ່ງ ຫລັກ​ແຫ່ງ​ຄວາມ​ເຊື່ອ 1:1–13.

  15.  

    15. ​ເບິ່ງ Teachings of Presidents of the Church: Joseph Smith (2007), 522.

  16.  

    16. 2 ​ເປ​ໂຕ 1:19.