​2010–2019
ການ​ແຕ່ງງານ: ຈົ່ງ​ເບິ່ງ ​ແລະ ຮຽນ​ເອົາ
ເມສາ 2013


ການ​ແຕ່ງງານ: ​ຈົ່ງເບິ່ງ ​ແລະ ຮຽນ​​ເອົາ

ຄຳ​ສັນຍາ​ຂອງພຣະຜູ້​ເປັນ​ເຈົ້າ​ໄດ້​ຖືກ​ປະທານໃຫ້​ຄົນ​ທີ່​ເຮັດ​ຕາມ​ແບບ​​ແຜນ​ຂອງ​ຊີວິດ​ທີ່​ຈະ​ສ້າງຄວາມ​ສຳພັນ​ຂອງ​ການ​ແຕ່ງງານ​​ທີ່ມີ​ຄວາມສຸກ ​ແລະ ຄວາມສັກສິດ.

​ໃນ​​ຕອນ​ແລງ​ມື້​ໜຶ່ງ​ຫລາຍປີ​ກ່ອນ, ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າກັບ​ຂ້າພະ​ເຈົ້າ​ໄດ້​ໄປກິນ​ເຂົ້າ​ແລງ​ນຳລູກ​ຊາຍ ​ແລະ ຄອບຄົວ​ຂອງ​ລາວຢູ່​ບ້ານ​ຂອງ​ເຂົາ​ເຈົ້າ. ມັນ​ເປັນ​ຄ່ຳ​ຄືນ​ທຳ​ມະ​ດາ​ສຳລັບ​ຄອບຄົວ​ທີ່​ມີ​ລູກນ້ອຍ: ມີ​ສຽງ​ດັງ​ອຶກ​ກະ​ທຶກ ​ແລະ ມ່ວນ​ຊື່ນ​ຫລາຍ. ບໍ່​ດົນ​ຫລັງ​ຈາກກິນ​ເຂົ້າ​ແລ້ວ, ຫລານ​ສາວ​ນ້ອຍ​ອາຍຸ​ສີ່​ປີ, ນາງ​ແອນ​ນາ, ​ແລະ ຂ້າພະ​ເຈົ້າຍັງ​ນັ່ງ​ຢູ່​ໂຕະ​ກິນ​ເຂົ້າ. ​ໂດຍ​ທີ່​ຮູ້​ວ່າ ຂ້າພະ​ເຈົ້າ​ສົນ​ໃຈກັບ​ນາງຫລາຍ, ນາງ​ຈຶ່ງ​ໄດ້​ລຸກ​ຢືນ​ຂຶ້ນ​​ເທິງ​ຕັ່ງ ​ແລະ ຈ້ອງ​ມອງ​ເບິ່ງ​ຂ້າພະ​ເຈົ້າ. ​ເມື່ອ​ແນ່​ໃຈ​ວ່າ ຂ້າພະ​ເຈົ້າຫລຽວ​ເບິ່ງ​ນາງ, ນາງ​ໄດ້​ເວົ້າວ່າ, “ຈົ່ງເບິ່ງ ​ແລະ ຮຽນ​ເອົາ​.” ​ແລ້ວ​ນາງ​ໄດ້​ເຕັ້ນ ​ແລະ ຮ້ອງ​ເພງ​ໃຫ້​ຂ້າພະ​ເຈົ້າ​ເບິ່ງ ​ແລະ ຟັງ.

ຄຳ​ແນະນຳ​ຂອງ​ນາງ​ແອນ​ນາ​ ທີ່​ວ່າ “ຈົ່ງເບິ່ງ ​ແລະ ຮຽນ​ເອົາ” ເປັນ​ສະຕິ​ປັນຍາ​ຈາກ​ປາກ​ຂອງ​ເດັກນ້ອຍ. ​ເຮົາ ສາມາດ ຮຽນ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ໂດຍ​ການ​ເບິ່ງ ​ແລ້ວ​ໄຕ່ຕອງ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ໄດ້​ເຫັນ ​ແລະ ຮູ້ສຶກ. ​​ໃນ​ທຳນອງ​ນີ້, ຂ້າພະ​ເຈົ້າຂໍ​ແບ່ງປັນ​ຫລັກ​ທຳ​ສອງ​ສາມ​ຢ່າງ​ທີ່​ຂ້າພະ​ເຈົ້າ​ໄດ້ສັງ​ເກດ​​ເຫັນ​ໂດຍ​ການ​ເບິ່ງ ​ແລະ ຮຽນ​ຈາກ​ການ​ແຕ່ງງານ​ທີ່​ດີ​ເດັ່ນ ​ແລະ ຊື່ສັດ. ຫລັກ​ທຳ​ເຫລົ່າ​ນີ້​ໄດ້​​ເຮັດ​ໃຫ້ການ​ແຕ່ງງານ​ເຂັ້ມ​ແຂງຂຶ້ນ ​ແລະ ​ເພິ່ງ​ພໍ​ໃຈ ຊຶ່ງ​ສອດຄ່ອງ​ກັບ​ຫລັກ​ທຳ​​ແຫ່ງ​ສະຫວັນ. ຂ້າພະຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ເບິ່ງ ​ແລະ ຮຽນ​ເອົາ ​ນຳ​ຂ້າພະ​ເຈົ້າ.

ທຳ​ອິດ, ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ ການ​ແຕ່ງງານ​ທີ່​ມີ​ຄວາມສຸກ​ທີ່​ສຸດ ​ແມ່ນ​ເມື່ອ​ທັງ​ສາມີ ​ແລະ ພັນ​ລະ​ຍາຖື​ຄວາມ​ສຳພັນ​ຂອງ​ເຂົາ​ເຈົ້າຄື​ກັບ​ວ່າ​ເປັນໄຂ່​ມຸກທີ່​ມີ​ລາຄາ​ແພງ​ທີ່​ສຸດ, ​ເປັນ​ຊັບ​ສົມບັດ​ທີ່​ກຸ້ມ​ຄ່າຊົ່ວ​ນິລັນດອນ. ທັງ​ສອງ​ໄດ້​ໜີ​ຈາກ​ພໍ່​ແມ່​ຂອງ​ຕົນ, ​ແລະ ​ໄດ້​ເລີ່​ມຕົ້ນສ້າງ​ຄອບຄົວ​ໃໝ່ທີ່​ກ້າວໜ້າ​ໄປ​ສູ່​ນິລັນດອນ. ​ເຂົາ​ເຈົ້າ​ເຂົ້າ​ໃຈ​ວ່າ ​ເຂົາ​ເຈົ້າ​ເດີນ​ໄປ​​ໃນ​ເສັ້ນທາງ​ອັນ​ສູງ​ສົ່ງ. ​ເຂົາ​ເຈົ້າຮູ້​ວ່າ​ບໍ່​ມີ​ຄວາມ​ສຳພັນ​ອື່ນ​ໃດ​ທີ່​ສາມາດ​ນຳ​ຄວາມສຸກ​ມາ​ໃຫ້​ເຂົາ​ເຈົ້າ​ໄດ້, ບໍ່​ສາມາດ​ນຳ​ຄວາມ​ດີງາມ, ຫລື ​ຫລໍ່​ຫລອມ​ເຂົາ​ເຈົ້າ​ໄດ້​ດີກວ່າ​ນັ້ນ. ຈົ່ງ​ເບິ່ງ ​ແລະ ຮຽນ​ເອົາ: ຕ່າງ​ຝ່າຍ​ຖື​ວ່າການ​ແຕ່ງງານ​ຂອງ​ຕົນ​ມີຄ່າປະ​ເສີດ​​ເລີດລ້ຳ.

ຕໍ່​ໄປ, ສັດທາ. ການ​ແຕ່ງງານ​ທີ່​ລາບ​ລື້​ນ​ແມ່ນ​ຖືກ​ສ້າງ​ຂຶ້ນ​ເທິງ​ຮາກ​ຖານ​ແຫ່ງ​ສັດທາ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ​ແລະ ​ເຊື່ອ​ຟັງ​ຕໍ່​ຄຳ​ສອນ​ຂອງ​ພຣະອົງ.1 ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ສາມີ​ພັນ​ລະ​ຍາ​ທີ່​ເຮັດ​ໃຫ້ການ​ແຕ່ງງານ​ມີຄ່າ​ທີ່​ສຸດ ຈະ​ເຮັດ​ຕາມ​ແບບ​ແຜນ​​ແຫ່ງ​ສັດທາ: ​ເຂົາ​ເຈົ້າ​ໄປ​ປະຊຸມ​ສິນ​ລະ​ລຶກ ​ແລະ ປະຊຸມ​ອື່ນໆ​ໃນ​ລະຫວ່າງ​ອາທິດ, ຈັດການ​ສັງ​ສັນ​ໃນ​ຄອບຄົວ​, ອ​ະທິຖານ ​ແລະ ສຶກສາ​ພຣະຄຳ​ພີ​ນຳ​ກັນ ​​​ແລະ ​ເປັນ​ສ່ວນ​ຕົວ, ​ແລະ ຈ່າຍ​ເງິນ​ສ່ວນ​ສິບ​ຢ່າງ​ຊື່ສັດ. ​ເຂົາ​ເຈົ້າສະ​ແຫວງຫາ​ທີ່​ຈະ​ເຊື່ອ​ຟັງ ​ແລະ ​ເປັນ​ຄົນ​ດີ. ​ເຂົາ​ເຈົ້າບໍ່​ຄິດ​ວ່າ ພຣະບັນຍັດ​ເປັນ​ສິ່ງ​ທີ່​ເຂົາ​ເຈົ້າສາມາດ​ເລືອກ​ເຮັດ​ຕາມ​ໃຈ​ຊອບ.

ສັດທາ​ເປັນ​ຮາກ​ຖານ​ຂອງ​ຄຸນ​ນະ​ທຳ​ທີ່​ເຮັດ​ໃຫ້ການ​ແຕ່ງງານ​ເຂັ້ມ​ແຂງ. ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດທາ ຈຶ່ງ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ແຕ່ງງານ. ສັດທາຈະ​ເຕີບ​ໂຕ​ຂຶ້ນ ​ເມື່ອ​ເຮົາ​ຮັກສາ​ພຣະບັນຍັດ, ​​ແລະ ຄວາມ​ປອງ​ດອງ, ​ແລະ ຄວາມສຸກ​ໃນ​ການ​ແຕ່ງງານ​ຂອງ​ເຂົາ​ເຈົ້າກໍ​ຈະ​ເຕີບ​ໂຕ​ຂຶ້ນຄື​ກັນ. ດັ່ງນັ້ນ, ການ​ຮັກສາ​ພຣະບັນຍັດ​ຈຶ່ງ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ແຕ່ງງານ​ທີ່​ເຂັ້ມ​ແຂງຊົ່ວ​ນິລັນດອນ. ຈົ່ງ​ເບິ່ງ ​ແລະ ຮຽນ​ເອົາ: ສັດທາ​ໃນ​ອົງ​ພຣະຜູ້​ເປັນ​ເຈົ້າ​ເປັນ​ຮາກ​ຖານ​ຂອງ​ການ​ແຕ່ງງານ​ທີ່​ມີ​ຄວາມສຸກນິລັນດອນ.

ສາມ, ການ​ກັບ​ໃຈ. ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ການ​ແຕ່ງງານ​ທີ່​ມີ​ຄວາມສຸກ​ແມ່ນ​ອີງ​ຕໍ່ຂອງ​ປະທານ​ແຫ່ງ​ການ​ກັບ​ໃຈ ຊຶ່ງ​ເປັນພາກສ່ວນ​ທີ່​ສຳຄັນ​ຂອງ​ການ​ແຕ່ງງານ​ທີ່​ດີ. ສາມີ​ພັນ​ລະ​ຍາ​ທີ່ສະ​ຫລາດຈະ​ກວດກາ​ເບິ່ງ​ຕົນ​ເອງ​ສະ​ເໝີ ​ແລະ ​ເຮັດ​ຕາມ​ຂັ້ນຕອນ​ຂອງ​ການ​ກັບ​ໃຈ ​ແລະ ດັດ​ແປງ​​ໃຫ້ການ​ແຕ່ງງານ​ດີ​ຂຶ້ນກວ່າ​ເກົ່າ. ການ​ກັບ​ໃຈ​ຊ່ອຍ​ສ້າງ​ຄວາມ​ປອງ​ດອງ ​ແລະ ຄວາມ​ສະຫງົບ.

ຄວາມ​ຖ່ອມ​ຕົນ​ເປັນ​ສິ່ງ​ສຳຄັນ​ຕໍ່​ການ​ກັບ​ໃຈ. ຄວາມ​ຖ່ອມ​ຕົນ​ເປັນ​ການ​ບໍ່​ເຫັນ​ແກ່​ຕົວ; ​​ບໍ່​ບັນຊາ ຫລື ​ເປັນ​ໃຫຍ່ ​ແຕ່ຄວາມ​ຖ່ອມ​ຕົນ​​ເປັນ​ການ​ຕອບ​ດ້ວຍ​ຄວາມ​ອ່ອນ​ຫວານ2 ​ແລະ ຟັງ​ດ້ວຍ​ຄວາມ​ເຂົ້າ​ໃຈ, ບໍ່​ແມ່ນການ​ພິສູດ. ຄວາມ​ຖ່ອມ​ຕົນ​ເປັນ​ການ​ຮັບ​ຮູ້​ວ່າ​ບໍ່​ມີ​ໃຜ​ສາມາດ​ປ່ຽນ​ແປງ​ຄົນ​ອື່ນ, ​ແຕ່​ດ້ວຍ​ສັດທາ, ຄວາມ​ພະຍາຍາມ, ​ແລະ ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ເຈົ້າ, ​ເຮົາ ​​ສາມາດ​ມີ​ຄວາມ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ໃນ​ໃຈ​ ຂອງ​ເຮົາ​ເອງ​ໄດ້.3 ການ​ປະສົບ​ກັບ​ຄວາມ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ໃນ​ໃຈຈະ​ເຮັດ​ໃຫ້​ເຮົາ​ປະພຶດ​ຕໍ່​ຄົນ​ອື່ນ, ​ໂດຍ​ສະ​ເພາະ​ຕໍ່​ຄູ່​​ແຕ່ງງານ​ຂອງ​ເຮົາ, ດ້ວຍ​ຄວາມ​ອ່ອນ​​ໂຍນ.4 ຄວາມ​ຖ່ອມ​ຕົນ​ໝາຍ​ຄວາມ​ວ່າ​ທັງ​ສາມີ ​ແລະ ພັນ​ລະ​ຍາຈະ​ສະ​ແຫວ​ງຫາ​ພອນ, ຄວາມ​ຊ່ອຍ​ເຫລືອ, ​ແລະ ຍົກ​ກັນ​ແລະ​ກັນ​ຂຶ້ນ, ຄິດ​ກ່ຽວ​ກັບຄົນ​ອື່ນ​ກ່ອນ​ໃນ​ການ​ຕັດສິນ​ໃຈ​ທຸກ​ຢ່າງ. ຈົ່ງ​ເບິ່ງ ​ແລະ ຮຽນ​ເອົາ: ການ​ກັບ​ໃຈ ​ແລະ ຄວາມ​ຖ່ອມ​ຕົນ​ເປັນ​ສິ່ງ​ເສີມ​ສ້າງການ​ແຕ່ງງານ​ທີ່​ມີ​ຄວາມສຸກ.

ສີ່, ຄວາມນັບຖື. ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ ການ​ແຕ່ງງານ​ທີ່ລາບ​ລື້​ນ ​ແລະ ມີ​ຄວາມສຸກ, ​ແມ່ນ​ສາມີ ​ແລະ ພັນ​ລະ​ຍາ​ຕ້ອງ​ມີ​ຄວາມນັບຖື​ກັນ​ວ່າ​ເປັນ​ຫຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ. ການ​ໃຊ້​ສິດ​ບໍ່​ວ່າ​ຢູ່​ໃນ​ສະຖານ​ທີ່​ໃດ ຫລື ​ໃນ​ເວລາ​ໃດ ຊຶ່ງ​ສາມີ​ນັບຖື​ພັນ​ລະ​ຍາ​ວ່າ ຢູ່​​ໃຕ້​​ເຂົາ ​ເປັນ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ຕໍ່​ກົດ​​ແຫ່ງ​ສະຫວັນ ​ແລະ ​ແທນ​ນັ້ນ ຄວນ​​ເຮັດ​ຕາມ​ຫລັກ​ທຳ ​ແລະ ​ແບບ​ແຜນ​ຂອງ​ການ​ປະພຶດທີ່​ຖືກຕ້ອງ.

ສາມີ ​ແລະ ພັນ​ລະ​ຍາ​​ໃນ​ຊີວິດແຕ່ງງານ​ທີ່​ລາບ​ລື້​ນຈະ​ຕັດສິນ​ໃຈ​ແບບ​​ເປັນ​ເອກ​ກະສັນ, ​​ແຕ່ລະ​ຝ່າຍ​ຈະ​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມທີ່ ​ແລະ ມີ​ປາກ​ມີ​ສຽງ​ທີ່​ເທົ່າ​ທຽມ​ກັນ.5 ທັງ​ສອງ​ຈະ​ເອົາ​ໃຈ​ໃສ່​ຕໍ່​ບ້ານ​ເຮືອນ ​ແລະ ຊ່ອຍ​ເຫລືອ​ຊຶ່ງ​ກັນ​ແລະ​ກັນ​​ໃນໜ້າ​ທີ່​ຮັບ​ຜິດຊອບ​ຂອງ​ເຂົາ​ເຈົ້າ.6 ການ​ແຕ່ງງານ​ຂອງ​ເຂົາ​ເຈົ້າ​ແມ່ນ​ຂຶ້ນກັບ​ການ​ຮ່ວມ​ໄມ້​ຮ່ວມ​ມື, ບໍ່​ແມ່ນ​ການຕໍ່​ລອງ. ການ​ກິນ​ເຂົ້າ​ແລງ​ນຳ​ກັນ ​ແລະ ​ເວລາ​ສຳລັບ​ຄອບຄົວ​ຫລັງ​ຈາກ​ນັ້ນ ກາຍ​ເປັນ​ຈຸດ​ສຳຄັນ​ໃນ​ແຕ່​ລະ​ມື້​ຂອງ​ເຂົາ​ເຈົ້າ ​ແລະ ​ເປັນ​ຜົນ​ຈາກ​ຄວາມ​ພະຍາຍາມ​ໃຫ້​ດີ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ. ​ເຂົາ​ເຈົ້າຈະ​ປິດ​ສິ່ງ​ບັນ​ເທີ​ງ ​ແລະ ບໍ່​ສົນ​ໃຈ​ກັບຄວາມສຸກ​ສ່ວນ​ຕົວ ​ເພື່ອ​ຈະ​ໄດ້​ຊ່ອຍ​ເຫລືອ​ວຽກ​ງານ​ໃນ​ບ້ານ. ຕາມ​ທີ່​ເປັນ​ໄປ​ໄດ້, ​ເຂົາ​ເຈົ້າຈະ​ອ່ານ​ປຶ້ມກັບ​ລູກໆ​ທຸກ​ຄືນ ​ແລະ ຊ່ອຍ​ເອົາ​ລູກ​ເຂົ້ານອນ. ​ເຂົາ​ເຈົ້າຈະ​ເຂົ້ານອນ​ພ້ອມ​ກັນ. ​ຕາມ​ທີ່​ໜ້າ​ທີ່ ​ແລະ ສະ​ພາບ​ການ​ອຳນວຍ, ສາມີ ​ແລະ ພັນ​ລະ​ຍາຈະ​ທຳ​ງານ​ນຳ​ກັນ​ໃນ​ວຽກ​ງານ​ທີ່​ສຳຄັນ​ທີ່ສຸດ—ນັ້ນຄື ວຽກ​ງານ​ຢູ່​ໃນ​ບ້ານ​​ເຮືອນຂອງ​​ເຮົາ​ເອງ.

ບ່ອນ​ໃດ​ທີ່​ມີ​ຄວາມ​ນັບຖື, ບ່ອນ​ນັ້ນຈະ​ມີ​ຄວາມ​ແຈ່ມ​ແຈ້ງ, ຊຶ່ງ​ເປັນ​ພາກສ່ວນ​ສຳຄັນ​ໃນ​ການ​ແຕ່ງງານ​ທີ່​ລາບ​ລື້​ນ. ບໍ່​ມີ​ຄວາມ​ລັບ​ໃນ​ການ​ແຕ່ງງານ​ອີງ​ຕາມ​ຄວາມ​ນັບຖື ​ແລະ ຄວາມ​ແຈ່ມ​ແຈ້ງ. ສາມີ ​ແລະ ພັນ​ລະ​ຍາ​ຈະ​ຕັດສິນ​ໃຈ​ໃນ​ທຸກ​ຢ່າງ​ນຳ​ກັນ​ເລື່ອງ​ການ​ເງິນ, ​ແລະ ທັງ​ສອງ​ຈະ​ຮູ້​ເຫັນ​ນຳ​ກັນ.

ຄວາມ​ຈົງ​ຮັກ​ພັກດີ​ເປັນ​ຄວາມ​ນັບຖື. ບັນດາ​ສາດສະດາ​ສອນ​ວ່າ ຄູ່ແຕ່ງງານ​ທີ່​ປະສົບ​ຄວາມ​ສຳ​ເລັດ ຈະ​ເປັນ​ຄົນ “ຈົງ​ຮັກ​ພັກດີ​” ຕໍ່​ກັນ​ແລະ​ກັນ​ແທ້ໆ.7 ​ເຂົາ​ເຈົ້າຈະ​ໃຊ້​ສື່ສານ​ມວນ​ຊົນ​ໃຫ້​ມີຄ່າ​ຄວນ​ເຕັມທີ່​ໃນ​ທຸກໆ​ວິທີ. ​ເຂົາ​ເຈົ້າບໍ່​ມີ​ຄວາມ​ລັບ​ໃນ​ການ​ໃຊ້​ອິນ​ເຕີ​ແນັດ. ​ເຂົາ​ເຈົ້າຈະ​ຮູ້​ຕົວ​ລະຫັດ​ລັບ​ເຂົ້າອິນ​ເຕີ​ແນັດ​ຂອງ​ກັນ​ແລະ​ກັນ. ​ເຂົາ​ເຈົ້າຈະ​ບໍ່​ເບິ່ງ​ຮູບ​ພາບ​ຂອງ​ຄົນ​ອື່ນ ຜູ້​ທີ່​ຈະ​ເຮັດ​ໃຫ້​ຄູ່​ແຕ່ງງານ​ຂອງ​ຕົນ​ຂາດ​ຄວາມ​ເຊື່ອ​ໝັ້ນ​. ​ເຂົາ​ເຈົ້າຈະ​ບໍ່​ເຮັດ​ສິ່ງ​ໃດ ຫລື ກ່າວ​ສິ່ງ​ໃດ ທີ່​ປະກົດ​ວ່າ​ບໍ່​ເໝາະ​ສົມ, ບໍ່​ວ່າ​ຈະ​ເປັນ​ແບບ​ຫລຽວ​ເຫັນ ຫລື ​ແຕະ​ຕ້ອງ​ໄດ້. ຈົ່ງ​ເບິ່ງ ​ແລະ ຮຽນ​ເອົາ: ການ​ແຕ່ງງານ​ທີ່​ດີ​ເລີດ ​ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ນັບຖື, ຄວາມ​ແຈ່ມ​ແຈ້ງ, ​ແລະ ຄວາມ​ຈົງ​ຮັກ​ພັກດີ.

ຫ້າ, ຄວາມ​ຮັກ. ການ​ແຕ່ງງານ​ທີ່​ມີ​ຄວາມສຸກ​ທີ່​ສຸດ ທີ່​ຂ້າພະ​ເຈົ້າ​ເຄີຍ​ເຫັນ​ມາ ຈະ​ກະຈາຍຄວາມ​ເຊື່ອຕໍ່​ພຣະບັນຍັດ​ຂໍ້​ທີ່​ມີ​ຄວາມສຸກ​ທີ່​ສຸດ—ນັ້ນຄື​ ຈົ່ງຢູ່ນຳ​ກັນ​ໃນຄວາມ​ຮັກ.”8 ​ໃນ​ການ​ກ່າວ​ຕໍ່ຜູ້​ເປັນ​ສາມີ, ພຣະຜູ້​ເປັນຈົ້າ​ໄດ້​ບັນຊາ​ວ່າ, ຈົ່ງຮັກ​ເມຍ​ຂອງພວກເຈົ້າດ້ວຍ​ສຸດໃຈ​ຂອງພວກ​ເຈົ້າ, ​ແລະ ຈະ​ແນບ​ສະ​ນິດ​ຢູ່​ກັບ​ນາງ ​ແລະ ບໍ່​ມີ​ຄົນ​ອື່ນ​ອີກ.”9 ປຶ້ມຄູ່​ມື​ຂອງ​ສາດສະໜາ​ຈັກ​ສອນ​ວ່າ: “ຄຳ​ວ່າ ​​ແນບ​ສະ​ນິດ ໝາຍ​ເຖິງ​ການ​ອຸທິດ​ຕົນ​ທັງ​ໝົດ ​ແລະ ຊື່ສັດ​ຕໍ່​ບາງ​ຄົນ. ຄູ່​ແຕ່ງງານ​ຈະ​ແນບ​ສະ​ນິດຕໍ່​ພຣະ​ເຈົ້າ ​ແລະ ຕໍ່​ກັນ​ແລະ​ກັນ​ໂດຍ​ການ​ຮັບ​ໃຊ້ ​ແລະ ຮັກ​ຊຶ່ງ​ກັນ​ແລະ​ກັນ ​ແລະ ​ໂດຍ​ການ​ຮັກສາ​ພັນທະ​ສັນຍາ ​ແລະ ຊື່ສັດ​ຕໍ່​ກັນ​ ​ແລະ ຕໍ່​ພຣະ​ເຈົ້າແທ້ໆ. … ທັງ​ສາມີ ​ແລະ ພັນ​ລະ​ຍາ ​ໄດ້​ລະຄວາມ​ເປັນ​ໂສດ​ຂອງ​ຕົນ ​ແລະ ​ເຮັດ​ໃຫ້ການ​ແຕ່ງງານ​ຂອງ​ເຂົາ​ເຈົ້າ​ເປັນ​ສິ່ງ​ສຳຄັນ​ອັນ​ດັບ​ແລກ​ຂອງ​ເຂົາ​ເຈົ້າ. … ​ເຂົາ​ເຈົ້າຈະ​ບໍ່​ໃຫ້​ຄົນ​ໃດ ຫລື ສິ່ງ​ໃດ​ມີ​ຄວາມ​ສຳຄັນ​ກວ່າ … ການ​ຮັກສາ​ພັນທະ​ສັນຍາ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ນຳພຣະ​ເຈົ້າ ​ແລະ ນຳ​ກັນ​ແລະ​ກັນ.”10 ຈົ່ງ​ເບິ່ງ ​ແລະ ​ຮຽນ​ເອົາ: ຄູ່​ແຕ່ງງານ​ທີ່​ປະສົບ​ຄວາມ​ສຳ​ເລັດ ຈະຮັກ ​ແລະ ​ອຸທິດ​ຕົນ​ທັງ​ໝົດ​ໃຫ້​ກັນ​ແລະ​ກັນ.

ກໍ​ຍັງ​ມີ​ການ​ແຕ່ງງານ​ທີ່​ບໍ່​ມີ​ຄວາມ​ສຸກ​ດັ່ງ​ທີ່​ປາດ​ຖະໜາ, ມີ​ຜູ້​ບໍ່​ເຄີຍ​ແຕ່ງງານ, ມີ​ຜູ້​ເຄີຍ​ຢ່າ​ຮ້າງ, ​ແລະ ມີ​​ພໍ່​ ຫລື ​ແມ່​ທີ່​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ, ຫລື ມີ​ເຫດຜົນ​ຢ່າງ​ອື່ນໆທີ່​ບໍ່​ສາມາດ​ແຕ່ງງານ​ເທື່ອ. ສະພາບ​ການ​ດັ່ງກ່າວ​ສາມາດ​​​ເປັນ​ການ​ທ້າ​ທາຍ ​ແລະ ​ເຈັບ​ປວດ​​ໃຈ, ​ແຕ່​ມັນ​ບໍ່​ເປັນ​ຊົ່ວ​ນິລັນດອນ. ຕໍ່​ຜູ້​ທີ່ຕົກຢູ່​ໃນ​ສະ​ພາບ​ການ​ດັ່ງກ່າວ ຜູ້​ທີ່​ໄດ້ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ອຳນາດ11 [ພວກ​ທ່ານ] ຢ່າງ​ເບີກ​ບານມ່ວນ​ຊື່ນ ອົດສາ​ສູ້, ຂໍ​ໃຫ້​ສະຫວັນ​ຈົ່ງ​ປະທານ​ພອນ​ໃຫ້​ພວກ​ທ່ານ. ຈົ່ງ​ສະ​ແຫວງຫາການ​ສ້າງຄອບຄົວ​ນິລັນດອນ, ຮ່ວມ​ທັງ​​ໂດຍ​ການ​ພະຍາຍາມ ຫລື ​ໂດຍ​ການ​ຕຽມຕົວ​ທີ່​ຈະ​ເປັນ​ຄູ່​ແຕ່ງງານ​ທີ່​ມີຄ່າ​ຄວນ. ຈົ່ງ​ຮັກສາ​ພຣະບັນຍັດ, ​ແລະ ​ໄວ້​ວາງ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າ ​ແລະ ຄວາມ​ຮັກ​ທີ່​ດີ​ພ້ອມ​ທຸກ​ຢ່າງ​ຂອງ​ພຣະອົງ​ສຳລັບ​ທ່ານ. ມື້ໜຶ່ງ​​ພອນ​ແຫ່ງ​ຄຳ​ສັນຍາ​ທຸກ​ຢ່າງ​ກ່ຽວ​ກັບ​ການ​ແຕ່ງງານ​ຈະ​ເປັນ​ຂອງ​ທ່ານ.12

ຖ້ອຍ​ຄຳ​ໜຶ່ງ​ທີ່​ຫວານ​ຊື່ນ​ທີ່​ສຸດ​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ ​ກ່າວ​ວ່າ, “​ແລະ ພວກ​ເຂົາ​ໄດ້​ແຕ່ງງານ​ກັນ, ​ແລະ ຍົກ​ໃຫ້​ແຕ່ງງານ​ກັນ, ​ແລະ ​ໄດ້​ຮັບ​ພອນ​ຫລາຍ​ປະການ​ຕາມ​ຄຳ​ສັນຍາ ຊຶ່ງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ກະທຳ​ໄວ້​ກັບ​ພວກ​ເຂົາ.”13 ຄຳ​ສັນຍາ​ຂອງພຣະຜູ້​ເປັນ​ເຈົ້າ​ໄດ້​ຖືກ​ປະທານໃຫ້​ຄົນ​ທີ່​ເຮັດ​ຕາມ​ແບບ​​ແຜນ​ຂອງ​ຊີວິດ​ທີ່​ຈະ​ສ້າງຄວາມ​ສຳພັນ​ຂອງ​ການ​ແຕ່ງງານ​​ທີ່ມີ​ຄວາມສຸກ ​ແລະ ຄວາມສັກສິດ. ພອນ​​ເຊັ່ນນັ້ນ​ເປັນ​ຜົນ​ທີ່​ໜ້າ​ຊື່ນ​ຊົມ ​ແລະ ​ເປັນດັ່ງທີ່ຄາດ​ໝາຍ​ໄວ້ ຂອງ​ການ​ດຳລົງ​ຊີວິດ​ທີ່​ຊື່ສັດ​ຕາມ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ.

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍສຳລັບ ​ແຄ​ຕີ້ ພັນ​ລະ​ຍາ​ທີ່​ແສນດີ​ຂອງ​ຂ້າພະ​ເຈົ້າ ຜູ້​ຊຶ່ງຂ້າພະ​ເຈົ້າຮັກ​ຫລາຍ​ທີ່​ສຸດ.

ການ​ແຕ່ງງານ​ເປັນ​ຂອງ​ປະທານ​ຈາກ​ພຣະ​ເຈົ້າ ທີ່​ປະທານ​ໃຫ້​ແກ່​ເຮົາ; ຄຸນ​ນະພາ​ບຂອງ​ການ​ແຕ່ງງານ​ຂອງ​ເຮົາ​ເປັນ​ຂອງ​ຂວັນ​ທີ່​ເຮົາ​ປະທານ​ໃຫ້​ແກ່​ພຣະອົງ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ແຜນທີ່​ຍອດ​ຍ້ຽມ​ຂອງ​ພຣະບິດາ​ເທິງ​ສະຫວັນ​ທີ່​ແສນ​ຮັກ​ຂອງ​ເຮົາ, ຊຶ່ງ​ໃຫ້​ໂອກາດ​ສຳລັບ​ການ​ແຕ່ງງານທີ່​ດີ​ເລີດນິລັນດອນ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.