ການ​ເຊື່ອ​ຟັງ​ນຳ​ພອນ​ມາ​ໃຫ້

​ໂດຍ ປະທານ​ທອມ​ມັສ ​ແອັສ ມອນ​ສັນ


ຄວາມ​ຮູ້​ແຈ້ງ​ເຖິງ​ຄວາມ​ຈິງ ​ແລະ ຄຳ​ຕອບ​ຕໍ່​ຄຳ​ຖາມ​ມາ​ສູ່​ເຮົາ​ເມື່ອ​ເຮົາ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ຂອງ​ພຣະ​ເຈົ້າ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ຂ້າພະ​ເຈົ້າດີ​ໃຈ​ຫລາຍ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ​ໃນ​ເຊົ້າມື້​ນີ້. ຂ້າພະ​ເຈົ້າຂໍ​​ໃຫ້​ທ່ານ​ມີ​ສັດທາ ​ແລະ ອະທິຖານ​ເພື່ອ​ຂ້າພະ​ເຈົ້າ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າກ່າວ​ກັບ​ທ່ານ​ໃນ​ຕອນ​ນີ້.

ຕະຫລອດ​ທຸກ​ຍຸກ​ທຸກ​ສ​ະ​ໄໝ, ຊາຍ ​ແລະ ຍິງ ​ໄດ້​ສະ​ແຫວງຫາ​ຄວາມ​ຮູ້​​ແຈ້ງ ​ແລະ ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຊີວິດ​ມະຕະ ​ແລະ ສະຖານ​ທີ່​ຂອງ​ເຂົາ​ ​ແລະ ຈຸດປະສົງ​ໃນ​ຊີວິດ, ​ທັງ​ຊອກ​ຫາ​ຄວາມ​ສະຫງົບ ​ແລະ ຄວາມສຸກ​ນຳ​ອີກ. ​ເຮົາ​ທຸກ​ຄົນສະ​ແຫວ​ງຫາ​ສິ່ງ​ດັ່ງ​ກ່າວ​ນັ້ນ.

ຄວາມ​ຮູ້​ແຈ້ງ ​ແລະ ຄວາມ​ເຂົ້າ​ໃຈ​ນີ້​ມີ​ໃຫ້​ມະນຸດ​ທຸກ​ຄົນ. ມັນ​ບັນຈຸ​ຄວາມ​ຈິງຊຶ່ງ​ເປັນ​ນິລັນດອນ. ​ໃນ Doctrine and Covenants section 1, verse 39, ​ເຮົາ​ອ່ານ​ວ່າ: ພຣະຜູ້​ເປັນ​ເຈົ້າຄື ພຣະ​ເຈົ້າ, ​ແລະ ພຣະ​ວິນ​ຍານ​ໄດ້​ເປັນ​ພະຍານ, ​ແລະ ພະຍານ​ນັ້ນ​ເປັນ​ຄວາມຈິງ, ​ແລະ ຄວາມ​ຈິງ​ຈະ​ດຳລົງ ​ຢູ່​ຕະຫລອດ​ການ ແລະ ຕະ​ຫລອດ​ໄປ.

ນັກ​ກະວີ​ຄົນ​ໜຶ່ງໄດ້​ຂຽນ​ວ່າ:

​ເຖິງ​ແມ່ນ​ຟ້າ​ສະຫວັນ​ຈະ​ຈາກ​ໄປ ​ແລະ ​​ໂລກຈະ​​ແຕກ​ສະຫລາຍ,
​ແຕ່ຄວາມ​ຈິງ​ເຖິງທຸກ​ສິ່ງ​ທີ່​ມີ​ຢູ່, ຈະທົນ​ໄດ້,
ນິລັນດອນ, ບໍ່​ປ່ຽນ​ແປງ, ຕະຫລອດ​ການ.1

ບາງ​ຄົນ​ອາດ​ຖາມ​ວ່າ, “​ເຮົາ​ຈະ​ຊອກ​ຫາ​ຄວາມ​ຈິງ​ໄດ້​ຢູ່​ໃສ, ​ແລະ ​ເຮົາ​ຈະ​ຮູ້ຈັກ​ມັນ​ໄດ້​ແນວ​ໃດ?” ​ໃນ​ການ​ເປີດ​ເຜີຍ​ທີ່​ໄດ້​ມອບ​ໃຫ້​ແກ່​ສາດສະດາ​ໂຈ​ເຊັບ ສະ​ມິດ​ ທີ່​ເມືອງ​ເຄີ​ດ​ແລນ, ລັດ​ໂອ​ໄຮ​ໂອ, ​ໃນ​ເດືອນ​ພຶດສະພາ ປີ 1833, ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ:

ຄວາມ​ຈິງ​ຄືຄວາມ​ຮູ້​​ແຈ້ງເຖິງ​ສິ່ງ​ທີ່​ເປັນ​ຢູ່, ​ແລະ ດັ່ງ​ທີ່​ໄດ້​ເປັນ​ມາ, ​ແລະ ດັ່ງ​ທີ່​ຈະ​ເປັນ. ...

ພຣະວິນ​ຍານ​ແຫ່ງ​ຄວາມ​ຈິງແມ່ນ​ມາ​ຈາກພຣະ​ເຈົ້າ. ...

ແລະ ບໍ່ມີ​ມະນຸດຄົນ​ໃດຈະໄດ້​ຮັບຄວາມ​ສົມບູນ ຍົກ​ເວັ້ນ​ແຕ່​ເຂົາ​ໄດ້​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະອົງ.

ຄົນ​ທີ່ຮັກສາພຣະບັນຍັດ​ຂອງ ​[ພຣະ​ເຈົ້າ] ຈະໄດ້​ຮັບຄວາມ​ຈິງ ​ແລະ ຄວາມ​ສະຫວ່າງ, ຈົນ​ກວ່າ​ເຂົາ​ຈະ​ໄດ້​ຮັບ​ກຽດຕິຍົດ​ໃນຄວາມ​ຈິງ ​ແລະ ຮູ້ທຸກ​ສິ່ງທັງ​ປວງ.”2

ຊ່າງ​ເປັນ​ຄຳ​ສັນຍາ​ທີ່​ສຳຄັນ​ແທ້ໆ! ຄົນ​ທີ່ຮັກສາພຣະບັນຍັດ​ຂອງ ​[ພຣະ​ເຈົ້າ] ຈະໄດ້​ຮັບຄວາມ​ຈິງ ​ແລະ ຄວາມ​ສະຫວ່າງ, ຈົນ​ກວ່າ​ເຂົາ​ຈະ​ໄດ້​ຮັບ​ກຽດຕິຍົດ​ໃນຄວາມ​ຈິງ ​ແລະ ຮູ້ທຸກ​ສິ່ງທັງ​ປວງ.

​ໃນ​ເວລາ​ນີ້​ຕອນ​ຄວາມ​ສົມບູນ​ຂອງ​ພຣະກິດ​ຕິ​ຄຸນ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່, ​ບໍ່​ຈຳ​ເປັນ​ທີ່​ທ່ານ ຫລື ຂ້າພະຈົ້າຈະ​ຂັບ​ເຮືອ​ໄປ​​ໃນ​ທະ​ເລ ຫລື ​ເດີນທາງ​​ແບບ​ບໍ່​ຮູ້​ທິດ​ຮູ້​ທາງ ​ເພື່ອ​ຊອກ​ຫາ​ຄວາມ​ຈິງ. ​​ພຣະບິດາ​ເທິງ​ສະຫວັນ​ທີ່​ແສນ​ຮັກ​ຂອງ​ເຮົາ​ໄດ້​ຈັດທິດ​ທາງ ​ແລະ ສິ່ງ​ນຳພາ​ໃຫ້​ເຮົາ​ແລ້ວ—ນັ້ນຄື ການ​ເຊື່ອ​ຟັງ. ຄວາມ​ຮູ້​ແຈ້ງ​ເຖິງ​ຄວາມ​ຈິງ ​ແລະ ຄຳ​ຕອບ​ຕໍ່​ຄຳ​ຖາມ​ມາ​ສູ່​ເຮົາ​ເມື່ອ​ເຮົາ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ຂອງ​ພຣະ​ເຈົ້າ.

​ເຮົາ​ຮຽນ​ທີ່​ຈະ​ເຊື່ອ​ຟັງ​ຕະຫລອດ​ຊີວິດ​ຂອງ​ເຮົາ. ​ເລີ່​ມຕົ້ນ​ເມື່ອ​ເຮົາ​ຍັງ​ນ້ອຍ, ຜູ້​ທີ່​ດູ​ແລ​ເຮົາ​ໄດ້​ຈັດຕັ້ງ​ສິ່ງ​ຊີ້​ນຳ ​ແລະ ກົດ​ເພື່ອຄວາມ​ປອດ​ໄພ​ຂອງ​ເຮົາ. ຊີວິດ​ຈະງ່າຍ​ຂຶ້ນສຳລັບ​ເຮົາ​ທຸກ​ຄົນ ຖ້າ​ຫາກ​ເຮົາຈະ​ເຊື່ອ​ຟັງ​ກົດ​ເຫລົ່ານັ້ນຢ່າງ​ເຄັ່ງຄັດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລາຍ​ຄົນ​ໃນ​ພວກ​ເຮົາຈະ​ຮຽນ​ຜ່ານ​ປະສົບ​ການ​ຈາກ​ການ​ເປັນ​ຄົນ​ເຊື່ອ​ຟັງ​.

ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ, ​ໃນ​ລະດູ​ແລ້ງ​ທຸກ​ປີ ຈາກ​ເດືອນ​ກໍລະ​ກົດ ຈົນ​ເຖິງ​ເດືອນ​ກັນຍາ, ຄອບຄົວ​ຂອງ​ຂ້າພະ​ເຈົ້າຈະ​ໄປ​ພັກ​ຢູ່​ເຮືອນ​ປ່າ​ຂອງ​ພວກ​ເຮົາ​ທີ່ ວິ​ວຽນ ພາກ ​ໃນ​​ຫຸບ​ເຂົາ​ໂພຣໂວ ຢູ່​ໃນ​ລັດ​ຢູທາ.

​ເພື່ອນ​ຮັກ​ຄົນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າ​ທີ່​ຫລິ້ນ​ນຳ​ກັນ​ໃນ​ຫຸບ​ເຂົາ​ນັ້ນ ຊື່ວ່າ ​ແດນ​ນີ ລາ​ເຊິ​ນ; ຄອບຄົວ​ຂອງ​ລາວ​ກໍ​ມີ​ເຮືອນ​ຢູ່​ທີ່ ວິ​ວຽນ ພາກ ຄື​ກັນ. ທຸກ​ມື້ ລາວກັບ​ຂ້າພະ​ເຈົ້າ​ໄດ້ພາກັນ​ເລາະ​ຫລິ້ນ, ​ໄປ​ຕຶກ​ເບັດ​ຢູ່​ໃນ​ຫ້ວຍ ​ແລະ ຕາມ​​ແມ່ນ້ຳ, ຫາ​ເກັບ​ກ້ອນ​ຫີນ ​ແລະ ຊັບ​ສົມ​ບັດ​ອື່ນ​ໆ, ຍ່າງທ່ຽວ​ຫລິ້ນ​ໃນ​ປ່າ, ປີນ​ພູ, ​ແລະ ​ໃຊ້​ເວລາ​ນຳ​ກັນ​ດ້ວຍ​ຄວາມ​ຊື່ນ​ຊົມ.

​ເຊົ້າມື້ໜຶ່ງ, ​ແດນ​ນີ ກັບ ຂ້າພະ​ເຈົ້າ​ໄດ້​ລົມ​ກັນ​ວ່າ​ຢາກ​ດັງ​ໄຟ​ຝີງ​ກັບ​ໝູ່​ເພື່ອນ​ຄົນ​ອື່ນໆ. ພວກ​ເຮົາ​ພຽງ​ແຕ່​ຕ້ອງ​ໄດ້​ທຳ​ຄວາມ​ສະອາດ​ບ່ອນ​ທີ່​ພວກ​ເຮົາ​ຈະ​​ເຕົ້າ​ໂຮມ​ກັນ.​ ຫຍ້າ​ໃນ​ເດືອນ​ມິຖຸນາ​ຢູ່​ໃນ​ທົ່ງ​​ເຫລືອງ​ແຫ້ງ ​ແລະ ຄົມ, ​ເຮັດ​ໃຫ້​ພວກ​ເຮົາ​ບໍ່​ສາມາດ​ກໍ່​ໄຟ​. ​ແລ້ວ​ພວກ​ເຮົາ​ໄດ້​ພາກັນ​ພະຍາຍາມດຶງ​ກໍ​ຫຍ້າ​ທີ່​ສູງ​ອອກ, ຄິດ​ວ່າ​ຈະ​ແປງ​ໃຫ້​ເປັນ​ວົງ​ກົມ​​ໃຫຍ່. ​ພວກ​ເຮົາ​ໄດ້​ດຶງ​ຫຍ້າ​ຢ່າງ​ແຮງ ຈົນ​ສຸດ​ຄວາມ​ສາມາດ, ​ແຕ່​ສ່ວນ​ທີ່​ຂາດ​ອອກ​ມາ ​ແມ່ນ​ປາຍ​ຫຍ້າ​ເທົ່າ​ນັ້ນ. ພວກ​ເຮົາຄິດວ່າ ຖ້າ​ຫາກ​ພວກ​ເຮົາ​ເຮັດ​ແນວ​ນັ້ນ ຄົງ​ໃຊ້​ເວລາ​ໝົດ​ມື້, ​ແລະ ພວກ​ເຮົາ​ກໍ​ຮູ້ສຶກ​ວ່າຕົນ​ເອງ​ເມື່ອຍ​ແລ້ວ.

​ແລ້ວ ຂ້າພະ​ເຈົ້າ​ໄດ້​ຄິດ​ຫາ​ທາງ ຕາມ​ຄວາມ​ຄິດ​ຂອງ​ເດັກນ້ອຍ​ອາຍຸ​ແປດ​ປີ. ຂ້າພະ​ເຈົ້າ​ໄດ້​ເວົ້າກັບແດນນີວ່າ, “ພວກ​ເຮົາ​ພຽງ​ແຕ່​ຈູດ​ຫຍ້າ​ເຫລົ່າ​ນີ້. ​ພວກ​ເຮົາ​ພຽງ​ແຕ່​ ຈູດ ມັນ​ໃຫ້​ເປັນ​ວົງ​ເທົ່າ​ນັ້ນ!” ລາວ​ກໍ​ເຫັນ​ດ້ວຍ, ​ແລະ ຂ້າພະ​ເຈົ້າ​​ໄດ້ແລ່ນ​​ໄປ​ເອົາ​ໄມ້​ຂີດ​ໄຟ​ຢູ່​ເຮືອນ.

ຖ້າ​ຫາກ​ທ່ານ​ຄິດ​ວ່າ ​ຕອນ​ອາຍຸ​ແປດ​ປີ ພວກ​ເຮົາ​ໄດ້​ຖືກ​ອະນຸຍາດ​ໃຫ້​ໃຊ້​ໄມ້​ຂີດ​​ໄຟ, ຂ້າພະ​ເຈົ້າຂໍ​ບອກ​​ໃຫ້​ແຈ່ມ​ແຈ້ງວ່າ ​ແດນ​ນີກັບຂ້າພະ​ເຈົ້າ​ບໍ່​ສາມາດ​ໃຊ້​ໄມ້ຂີດ​ໄຟ​ຖ້າ​ບໍ່ມີ​ຜູ້​ໃຫຍ່​ຢູ່​ນຳ. ​ເຮົາ​ທັງ​ສອງ​​ເຄີຍໄດ້​ຖືກ​ເຕືອນ​ແລ້ວກ່ຽວ​ກັບ​ຄວາມ​ອັນຕະລາຍ​ຂອງ​ໄຟ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າພະ​ເຈົ້າຮູ້​ວ່າ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ​ໄດ້​ເກັບ​ໄມ້​ຂີດ​ໄຟ​ຢູ່​ບ່ອນ​ໃດ, ​ແລະ ພວກ​ເຮົາ​ຕ້ອງ​​ໄດ້​ຈູດ​ຫຍ້າ​ເຮັດ​ເປັນ​ເດີ່ນ. ​ໂດຍ​ທີ່​ບໍ່​ຄິດ​ແນວ​ໃດ​ອີກ, ຂ້າພະ​ເຈົ້າ​ໄດ້​ແລ່ນ​ໄປ​ເຮືອນ ​ແລະ ຈັບ​ເອົາ​ໄມ້​ຂີດ​ໄຟ, ​ໂດຍ​ທີ່​ເບິ່ງ​ວ່າ ບໍ່​ມີ​ໃຜ​ເຫັນ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ເຊື່ອງ​ມັນ​ໄວ້​ຢູ່​ໃນ​ຖົງ​ທັນທີ.

ຂ້າພະ​ເຈົ້າ​ໄດ້​ແລ່ນ​ກັບ​ໄປ​ຫາ​​ແດນ​ນີ, ຕື່ນ​ເຕັ້ນທີ່​ຮູ້​ວ່າ ສິ່ງ​ທີ່ຢູ່​ໃນ​ຖົງ​ຂອງ​ຂ້າພະ​ເຈົ້າສາມາດ​ແກ້​ໄຂ​ບັນຫາ​ຂອງ​ພວກ​ເຮົາ​ໄດ້. ຂ້າພະ​ເຈົ້າຄິດ​ວ່າ ​ໄຟ​ຈະ​​ໄໝ້​ບ່ອນ​ທີ່​ພວກ​ເຮົາ​ຢາກ​ໃຫ້​ມັນ​ໄໝ້​ເທົ່າ​ນັ້ນ ​ແລະ ມັນ​ຈະ​ມອດ​ເອງ.

ຂ້າພະ​ເຈົ້າ​ໄດ້​ຂູດ​ໄມ້​ຂີດ​ໄຟ​ໃສ່​ກ້ອນ​ຫີນ ​ແລະ ຈູດ​ຫຍ້າ​ໃນ​ເດືອນ​ມິຖຸນານັ້ນ. ມັນ​ລຸກຂຶ້ນ​ເປັນ​ໄຟ​ຄື​ກັນ​ກັບ​ວ່າ ມັນ​ຖືກ​ລາດ​ດ້ວຍ​ນ້ຳມັນ. ທຳ​ອິດ​ແດນ​ນີກັບ​ຂ້າພະ​ເຈົ້າກໍ​ພາກັນ​ຕື່ນ​ເຕັ້ນຫລາຍ​ທີ່​ສຸດ ​ໃນ​ຂະນະ​ທີ່​ພວກ​ເຮົາ​ເບິ່ງ​ຫຍ້າ​ຖືກ​ໄຟ​ໄໝ້, ​ແຕ່​ບໍ່ດົນ ​ກໍເຫັນ​ໄດ້​ວ່າ ​ໄຟ​ບໍ່​ໄດ້​ດັບ​ລົງດ້ວຍ​ຕົວ​ມັນ​ເອງ. ພວກ​ເຮົາ​​ພາກັນ​ຢ້ານ​ກົວ ​ແລະ ບໍ່​ສາມາດ​ຈະ​ດັບ​ໄຟ​ນັ້ນ​ໄດ້. ​ແປວ​ໄຟ​ໄດ້​ລາມ​ໄປ​ຕາມ​ລົມ ຂຶ້ນ​ໄປ​ເທິງ​ພູ, ຊຶ່ງ​ຈະ​ທຳລາຍ​ຕົ້ນ​ແປກ, ​ແລະ ທຸກ​ສິ່ງ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ມັນ.

​ໃນ​ທີ່​ສຸດ ພວກ​ເຮົາ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ ນອກຈາກ​ແລ່ນ​ໄປ​ໃຫ້​ຄົນ​ອື່ນ​ມາ​ຊ່ອຍ​ເຫລືອ. ບໍ່​ດົນ​ທັງ​ຊາຍ ​ແລະ ຍິງ​ຢູ່​ທີ່ ວິ​ວຽນ ພາກ ​ໄດ້​ພະ​ຍາ​ຍາມ​ດັບ​ໄຟ​ດ້ວຍ​ຖົງ​ກະສອບ​ປຽກ. ຫລັງ​ຈາກ​ຫລາຍ​ຊົ່ວ​ໂມງ ​ແປວ​ໄຟ​ບ່ອນ​ສຸດ​ທ້າຍ​ໄດ້​ດັບ​ມອດ​ໄປ. ຕົ້ນ​ແປກ​ທີ່​​ເກົ່າ​ແກ່​ໄດ້​ຖືກ​ຮັກສາ​ໄວ້, ທັງ​ບ້ານ​ເຮືອນ​ນຳ​ອີກ ຊຶ່ງ​ເກືອບ​ຖືກ​ເຜົາ​ຜານ​ດ້ວຍ​ໄຟ.

​ແດນ​ນີກັບ​ຂ້າພະ​ເຈົ້າ​ໄດ້​ຮຽນ​ບົດຮຽນ​ທີ່​ຍາກ​ຫລາຍ​ຢ່າງ ​ແຕ່​ບົດຮຽນ​ທີ່​ສຳຄັນ​ໃນ​ມື້ນັ້ນ—ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ຄວາມ​ສຳຄັນ​ຂອງ​ການ​ເຊື່ອ​ຟັງ.

ມີ​ຂໍ້​ກຳ​ນົດ ​ແລະ ກົດໝາຍ ​ເພື່ອ​ຊ່ອຍ​ໃຫ້​ເຮົາ​ປອດ​ໄພທາງ​ຮ່າງກາຍ​. ​ເຊັ່ນ​ດຽວ​ກັນນັ້ນ, ພຣະຜູ້​ເປັນ​ເຈົ້າ​ໄດ້​ຈັດການ​ນຳພາ ​ແລະ ພຣະບັນຍັດ​ໄວ້ ​ເພື່ອ​ຊ່ອຍ​ໃຫ້​ເຮົາ​ປອດ​ໄພທາງ​ວິນ​ຍານ ​ເພື່ອ​ວ່າ​ເຮົາ​ຈະ​ປະສົບ​ຄວາມ​ສຳ​ເລັດ​ໃນ​ຊ່ວງ​ມະຕະ​ນີ້ ​ແລະ ​ໃນ​ທີ່​ສຸດ​ກັບ​ຄືນ​ໄປ​ຫາ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ.

ຫລາຍ​ສັດຕະວັດ​ກ່ອນ, ​ໃນ​ລຸ້ນທີ່​​​ເຮັດ​ຕາມ​ປະ​ເພນີ​ຂອງ​ການ​ເຜົາ​ສັດຖະຫວາຍ, ຊາ​ມູ​ເອນ​ໄດ້​ປະກາດ​ຢ່າງ​ກ້າຫານ​ວ່າ: “​ເຊື່ອ​ຟັງ​ພຣະອົງ ກໍ​ດີກ​ວ່າ​ຖະຫວາຍ​ແກະ​ໂຕ​ດີ​ທີ່​ສຸດ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະອົງ.”3

​ໃນ​ຍຸກ​ນີ້, ພຣະຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຕໍ່​ສາດສະດາ​ໂຈ​ເຊັບ ສະ​ມິດ ວ່າ​ພຣະອົງ​ຮຽກຮ້ອງຫົວໃຈ ​ແລະ ​ຈິດ​ໃຈທີ່​ເຕັມ​ໃຈ; ​ແລະ ຄົນ​ທີ່​ເຕັມ​ໃຈ ​ແລະ ເຊື່ອ​ຟັງ ຈະ​ໄດ້​ຢູ່​ດີກິນ​ດີ​ຢູ່​ໃນແຜ່ນດິນ ສີໂອນໃນຍຸກສຸດ​ທ້າຍ​ນີ້.”4

ສາດສະດາ​ທັງຫລາຍ, ​ໃນ​ສະ​ໄໝ​ໂບຮານ ​ແລະ ​ໃນ​ປະຈຸ​ບັນ, ​ຮູ້​ວ່າການ​ເຊື່ອ​ຟັງ​ເປັນ​ສິ່ງ​ສຳຄັນ​ຕໍ່ຄວາມ​ລອດ​ຂອງ​ເຮົາ. ນີ​ໄຟ​ໄດ້​ປະກາດ​ວ່າ, “​ເຮົາ​ຈະ​ໄປ ​ແລະ ​ເຮັດ​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າບັນຊາ.”5 ​ເຖິງ​ແມ່ນ​ຄົນ​ອື່ນ​ຈະ​ຫວັ່ນ​ໄຫວ​ໃນ​ສັດທາ ​ແລະ ການ​ເຊື່ອ​ຟັງ​ຂອງ​ເຂົາ, ​ແຕ່​ນີ​ໄຟ​ບໍ່​ເຄີຍ​ຫລົດ​ລະ​ທີ່​ຈະ​ເຮັດ​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ຂໍ​ຮ້ອງ​ຈາກ​ລາວ. ຫລາຍ​ລຸ້ນຄົນ​ໄດ້​ຮັບ​ພອນ​ເພາະຜົນ​ນັ້ນ.

​ເລື່ອງ​ລາວ​ກ່ຽວ​ກັບ​ອັບຣາຮາມ ​ແລະ ອີ​ຊາກ ​ເປັນ​ເລື່ອງ​ລາວ​ທີ່​ດົນ​ໃຈ​​ເຖິງ​ການ​ເຊື່ອ​ຟັງ. ຄົງ​ເປັນ​ເລື່ອງ​ຫຍຸ້ງຍາກ ​ແລະ ​ເຈັບ​ປວດ​ຫລາຍ​ສຳລັບ​ອັບຣາຮາມ, ​ໃນ​ການ​ເຊື່ອ​ຟັງ​ຕໍ່​ຄຳ​ສັ່ງ​ຂອງ​ພຣະ​ເຈົ້າ, ​ຕອນ​ເພິ່ນ​ໄດ້​ພາ​ອີ​ຊາກ ລູກ​ຊາຍ​ທີ່​ແສນ​ຮັກ​ຂອງ​ເພິ່ນ​ໄປ​ຫາ​​ແຄວ້ນ​ໂມ​ລິ​ຢາ ​ເພື່ອ​ຖະຫວາຍ​ລາວ​ແດ່​ພຣະອົງ. ​​ໃຫ້​ເຮົາ​ຄິດ​ເບິ່ງດູ​ວ່າ ອັບຣາຮາມ​​ຄົງ​ເຈັບ​ປວດ​ໃຈ​ຫລາຍ​ຂະໜາດ​ໃດ ​ໃນຂະນະ​ທີ່​ເພິ່ນ​ເດີນທາງ​ໄປ​ຫາສະຖານ​ທີ່​ເພິ່ນ​ໄດ້​ຖືກ​ສັ່ງ​ໃຫ້​ໄປ​ຫາ? ​ແນ່ນອນ ​ຮ່າງກາຍ​ຂອງເພິ່ນ​ຄົງ​ເຕັມ​ໄປ​ດ້ວຍ​ຄວາມ​ເຈັບ​ປວດ ​ແລະ ຈິດ​ໃຈ​ຂອງ​ເພິ່ນ​ເຕັມ​ໄປ​ດ້ວຍ​ຄວາມທຸກທໍລະມານ ​ໃນ​ຂະນະ​ທີ່​ເພິ່ນ​ໄດ້​ຈັບມັດ​ອີ​ຊາກ, ວາງລາວ​ລົງ​ໄວ້​ໃນ​ແທ່ນ​ບູຊາ, ​ແລະ ຍົກ​ມີດຂຶ້ນພ້ອມ​ທີ່​ຈະ​ຂ້າ​ລາວ. ດ້ວຍ​ສັດທາ​ທີ່​ບໍ່​ຫວັ່ນ​ໄຫວ ​ແລະ ​ໄວ້​ວາງ​ໃຈ​ທີ່​ສຸດ​ໃນ​ພຣະຜູ້​ເປັນ​ເຈົ້າ,​​ ​ເພິ່ນ​ໄດ້​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ແລ້ວການ​ປະກາດ​ທີ່​ອັດສະຈັນ​ໃຈ​ໄດ້​ມາ​ເຖິງ ບອກ​ວ່າ: “ຢ່າທຳຮ້າຍ ຫລື ​ເຮັດ​ຫຍັງ​ແກ່​ເດັກ​ຊາຍ​ນີ້. ບັດ​ນີ້​ເຮົາ​ຮູ້​ແລ້ວ​ວ່າ​ເຈົ້າ​ເຊື່ອ​ຟັງ ​ແລະ ຢຳ​ເກງ​ພຣະ​ເຈົ້າຢູ່​ສະ​ເໝີ, ດ້ວຍ​ວ່າ ​ເຈົ້າບໍ່​ໄດ້​ຫວງ​ລູກ​ຊາຍ​ຄົນ​ດຽວ​ຂອງ​ເຈົ້າ​ໄວ້​ຈາກ​ພຣະອົງ.”6

ອັບຣາຮາມ​ໄດ້​ຖືກ​ທົດ​ລອງ ​ແລະ ທົດ​ສອບ, ​ແລະ ​​ເປັນ​ເພາະ​ຄວາມ​ຊື່ສັດ ​​ແລະ ການ​ເຊື່ອ​ຟັງ​ຂອງ​​ເພິ່ນ, ພຣະຜູ້​ເປັນ​ເຈົ້າຈຶ່ງ​ໄດ້ສັນຍາ​ກັບ​ເພິ່ນ​ວ່າ: “ເຮົາ​ໄດ້​ອວຍພອນ​ເຊື້ອສາຍ​ຂອງ​ເຈົ້າ. ​ເຮົາ​ຈະ​ເຮັດ​ສິ່ງ​ທັງ​ໝົດ​ນີ້​ເພາະ​ເຈົ້າ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເຮົາ.”7

​ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ໄດ້​ຖືກ​ຂໍ​ໃຫ້​ພິສູດ​ການ​ເຊື່ອ​ຟັງ​ຂອງ​ເຮົາ​ໃນ​ແບບ​ທີ່​ເປັນ​ຕາ​ຢ້ານ ​ແລະ ຫົວ​ໃຈ​ວາຍ​ນັ້ນ, ​ແຕ່​​ເຮົາ​ກໍ​ຖືກ​ສັ່ງ​ໃຫ້​ເຊື່ອ​ຟັງຄື​ກັນ.

ປະທານ​ໂຈ​ເຊັບ ​ແອັຟ ສະ​ມິດ ​ໄດ້​ປະກາດ​ໃນ​ເດືອນ​ຕຸລາ ປີ 1873 ວ່າ, “ການ​ເຊື່ອ​ຟັງ​ເປັນ​ກົດ​ຂໍ້​ທຳ​ອິດ​ຂອງ​ສະຫວັນ.”8

ປະທານ​ກໍ​ດອນ ບີ ຮິງ​ລີ ​ໄດ້​ກ່າວ​ວ່າ, “ຄວາມສຸກ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຄວາມ​ສະຫງົບ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຄວາມ​ກ້າວໜ້າ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ​ແລະ ຄວາມ​ລອດ​ນິລັນດອນ ​ແລະ ຄວາມ​ສູງ​ສົ່ງ​ຂອງ​ຜູ້​ຄົນ​ເຫລົ່າ​ນີ້ ​ແມ່ນ​ຂຶ້ນຢູ່​ກັບການເຊື່ອ​ຟັງ​ຕໍ່​ຄຳ​ແນະນຳ​ຂອງ ... ພຣະ​ເຈົ້າ.”9

ການ​ເຊື່ອ​ຟັງ​ເປັນ​ລັກ​ສະ​ນະ​ຂອງ​ສາດສະດາ​ທັງຫລາຍ; ມັນ​ໃຫ້​ຄວາມ​ເຂັ້ມ​ແຂງ ​ແລະ ຄວາມ​ຮູ້​ແຈ້ງ ​ແກ່​ພວກ​ເພິ່ນ​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ. ມັນ​ສຳຄັນ​ຕໍ່​ເຮົາ​ທີ່​ຈະ​ຮູ້​ວ່າ​, ​ເຮົາ​ຄື​ກັນ, ສາມາດ​ໄດ້​ຮັບ​ແຫ​ລ່ງ​​ແຫ່ງ​ຄວາມ​ເຂັ້ມ​ແຂງ ​ແລະ ຄວາມ​ຮູ້​ແຈ້ງ​ເຫລົ່າ​ນີ້. ມັນ​ມີ​ໃຫ້​ເຮົາ​ແຕ່ລະຄົນ​ໃນ​ເວລາ​ນີ້ ​ເມື່ອ​ເຮົາ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ຂອງ​ພຣະ​ເຈົ້າ.

ຕະຫລອດ​ມາ ຂ້າພະ​ເຈົ້າ​ເຄີຍ​ໄດ້​ຮູ້​ຫລາຍ​ຄົນ​ທີ່ຊື່ສັດ ​ແລະ ​ເຊື່ອ​ຟັງ. ຂ້າພະ​ເຈົ້າ​ໄດ້​ຮັບ​ພອນ​ຫລາຍ ​ແລະ ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ເຂົາ​ເຈົ້າ. ຂ້າພະ​ເຈົ້າຈະກ່າວ​ເຖິງ​ສອງ​ຄົນ​ທີ່​ເປັນ​ເຊັ່ນນັ້ນ.

ທ່ານວໍ​ເທີ ຄຣໍສ໌ ​ເປັນ​ສະມາຊິກ​ທີ່ຈິງ​ຈັງ​ຄົນ​ໜຶ່ງ​ຂອງ​ສາດສະໜາ​ຈັກ ຜູ້​ພ້ອມ​ດ້ວຍ​ຄອບຄົວ ​ໄດ້​ອາ​ໄສ​ຢູ່​ປະ​ເທດ​ທີ່​ເຄີຍ​ເອີ້ນ​ວ່າ​ເຢຍລະ​ມັນ​ຕາ​ເວັນ​ອອກ ຫລັງ​ຈາກ​ສົງຄາມ​ໂລກ​ຄັ້ງທີ​ສອງ. ​ເຖິງ​ແມ່ນ​ໄດ້​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ທີ່​ສຸດ ​ເພາະ​ຂາດ​ເສລີພາບ​ໃນ​ຕອນ​ນັ້ນ, ບະ​ລາ​ເດີ ຄຣໍສ໌ ຍັງ​ຮັກ ​ແລະ ຮັບ​ໃຊ້​ພຣະ​ເຈົ້າຢູ່. ລາວ​ໄດ້​ຊື່ສັດ​ຕໍ່​ການ​ມອບ​ໝາຍ ​ແລະ ​​ໄດ້ເຮັດ​ໜ້າ​ທີ່​ຂອງ​ລາວ​ໃຫ້​ສຳ​ເລັດ.

ຊາຍ​ອີກ​ຄົນ​ໜຶ່ງ​ຊື່ ​ໂຢຮານ ​ເດັນ​ໂດ​ເຟີ, ​ເປັນ​ຄົນຂອງ​ປະ​ເທດ​ຮຸ່ງກາຣີ​​ໂດຍ​ກຳ​ເນີ​ດ, ​ໄດ້​ປ່ຽນ​ໃຈ​ເຫ​ລື້ອມ​ໃສ​ເຂົ້າ​ໃນ​ສາດສະໜາ​ຈັກ​ຢູ່​ປະ​ເທດ​​ເຢຍລະ​ມັນ ​ແລະ ​ໄດ້​ຮັບ​ບັບຕິ​ສະມາ​ໃນ​ປີ 1911 ຕອນ​ມີ​ອາຍຸ​ 17 ປີ. ບໍ່​ດົນ​ຈາກ​ນັ້ນ ລາ​ວ​​ໄດ້​ກັບ​ໄປ​ປະ​ເທດ​ຮຸ່ງ​ກາຣີ. ຫລັງ​ຈາກ​ສົງຄາມ​ໂລກ​ຄັ້ງທີ​ສອງ, ລາວ​ໄດ້​ເຫັນ​ວ່າ ລາວ​ຖືກ​ຄຸມ​ຂັງ​ແບບ​ທາງ​ອ້ອມ​ຢູ່​ໃນ​ປະ​ເທດ​ຂອງ​ລາວ​ເອງ, ຢູ່​ເມືອງ ດີ​ເບຣ​ເຊັນ. ​ເສລີພາບ​ໄດ້​ຖືກ​ເອົາ​ໄປ​ຈາກ​ປະຊາຊົນຂອງ​ປະ​ເທດ​ຮຸ່ງ​ກາຣີຄື​ກັນ.

ບະ​ລາ​ເດີ ວໍ​ເທີ ຄຣໍສ໌, ຜູ້​ບໍ່​ຮູ້ຈັກ ບະ​ລາ​ເດີ ​ເດັນ​ໂດ​ເຟີ, ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ເປັນ​​ຄູ​ສອນ​ປະຈຳ​ບ້ານຂອງ​ລາວ ​ແລະ ​ໃຫ້​ໄປ​ຢ້ຽມຢາມ​ເປັນ​ປະຈຳ. ບະ​ລາ​ເດີ ຄຣໍສ໌ ​ໄດ້​ໂທ​ໄປ​ຫາ​ຄູ່​ສອນ​ຂອງ​ລາວ ​​ເວົ້າວ່າ, “ພວ​ກ​ເຮົາ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ໄປ​ຢ້ຽມຢາມ​ບະ​ລາ​ເດີ ​ໂຢຮານ ​ເດັນ​ໂດ​ເຟີ. ​ເຈົ້າມີ​ເວລາ​ໄປ​ກັບ​ຂ້ອຍ​ບໍ່​ອາທິດ​ນີ້ ​ເພື່ອ​ນຳ​ຂ່າວ​ສານພຣະກິດ​ຕິ​ຄຸນ​ໄປ​ໃຫ້​ລາວ?” ​ແລ້ວ​ລາວ​ໄດ້​ເວົ້າຕື່ມ​ວ່າ, “ບະ​ລາ​ເດີ ​ເດັນ​ໂດ​ເຟີ ອາ​ໄສ​ຢູ່​ປະ​ເທດຮຸ່ງ​ກາ​ຣີ.”

ຄູ່​ສອນ​ທີ່​ຕົກ​ໃຈຂອງ​ລາວ​ໄດ້​ຖາມວ່າ, “ພວກ​ເຮົາ​ຈະ​ໄປ​ຕອນ​ໃດ?”

“ມື້​ອື່ນ,” ບະ​ລາ​ເດີ ຄຣໍສ໌ ​ໄດ້ຕອບ.

“ມື້​ໃດ​ພວກ​ເຮົາ​ຈະ​ກັບ​ມາ?” ຄູ່​ສອນ​ຂອງ​ລາວ​​ໄດ້ຖາມ.

ບະ​ລາ​ເດີ ຄຣໍສ໌ ​ໄດ້​ຕອບ​ວ່າ, “​ໂອ້, ປະມານ​​ໜຶ່ງອາທິດ—ຖ້າ​ພວກ​ເຮົາ ກັບ ​ມາ​ໄດ້.”

ຄູ​ສອນ​ປະຈຳ​ບ້ານ​ສອງ​ຄົນ​ໄດ້​ອອກ​ເດີນທາງ​ໄປ​ຢ້ຽມຢາມ​ບະ​ລາ​ເດີ ​ເດັນ​ໂດ​ເຟີ, ​ໂດຍ​ການ​ເດີນທາງ​ໄປ​ທາງ​ລົດ​ໄຟ ​ແລະ ລົດ​ເມ ຈາກ​ພາກ​ເໜືອ​ຂອງ​​ປະ​ເທດເຢຍລະ​ມັນ ​ໄປ​ຫາ​ເມືອງດີ​ເບຣ​ເຊັນ, ປະ​ເທດຮຸ່ງ​ກາຣີ—​ເປັນ​ການ​ເດີນທາງ​ອັນ​ຍາວ​ໄກ. ບະ​ລາ​ເດີ ​ເດັນ​ໂດ​ເຟີ ບໍ່​ໄດ້​ມີ​ຄູ​ສອນ​ປະຈຳ​ບ້ານ​ນັບ​ແຕ່​ກ່ອນ​ສົງຄາມ​ໂລກ. ບັດ​ນີ້, ​​ເມື່ອ​ລາວ​ໄດ້​ເຫັນ​ຜູ້​ຮັບ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າ, ລາວ​ເຕັມ​ໄປ​ດ້ວຍ​ຄວາມ​ກະຕັນຍູ ທີ່​ເຂົາ​ເຈົ້າ​ໄດ້​ມາຫາ​ລາວ​. ທຳ​ອິດ ລາວ​ປະຕິ​ເສດ​ບໍ່​ຍອມ​ຈັບ​ມື​​ເຂົາ​ເຈົ້າ. ​ແຕ່ລາວ​ໄດ້​ເຂົ້າ​ໄປ​ໃນ​ຫ້ອງ​ນອນຂອງ​ລາວ ​ແລະ ຈັບ​ເອົາ​ກັບ​ນ້ອຍ​ຢູ່​ຕູ້​ນ້ອຍ​ທີ່​ມີ​ເງິນ​ສ່ວນ​ສິບ​ໃນ​ນັ້ນ ຊຶ່ງ​ລາວ​ໄດ້​ເກັບ​ໄວ້​ເປັນ​​ເວລາ​ຫລາຍ​ປີ​ອອກ​ມາ. ລາວ​ໄດ້​ມອບ​ເງິນ​ສ່ວນ​ສິບ​ໃຫ້​ແກ່​ຄູ​ສອນ​ປະຈຳ​ບ້ານ​ຂອງ​ລາວ, ​ແລະ​ ​ເວົ້າວ່າ, “ບັດ​ນີ້ ຂ້ອຍ​ໄດ້​ເຮັດ​ຕາມ​ພຣະບັນຍັດ​ຂອງ​ພຣະຜູ້​ເປັນ​ເຈົ້າ​ແລ້ວ​. ບັດ​ນີ້ ຂ້ອຍ​ຮູ້ສຶກ​ວ່າ​ມີຄ່າ​ຄວນທີ່​ຈະ​ຈັບ​ມື​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າ!” ຕໍ່​ມາ​ບະ​ລາ​ເດີ ຄຣໍສ໌ ​ໄດ້​ບອກ​ຂ້າພະ​ເຈົ້າວ່າ ລາວ​ໄດ້​ຖືກ​ສຳ​ພັດ​ເກີນ​ກວ່າ​ຈະ​ກ່າວ​ອອກ​ມາ​ໄດ້ ທີ່​ຈະ​ຄິດ​ວ່າ​ອ້າຍ​ນ້ອງ​ທີ່​ຊື່ສັດ​ຄົນ​ນີ້, ຜູ້​ບໍ່​ໄດ້​ຕິດ​ຕໍ່​ກັບສາດສະໜາ​ຈັກ​ເປັນ​ເວລາ​ຫລາຍ​ປີ, ຍັງ​ເຊື່ອ​ຟັງ ​ແລະ ​ເກັບ​ທ້ອນ​​ເງິນ​ສ່ວນ​ສິບ​ຈຳນວນ​ສິບ​ເປີ​ເຊັນ​ຂອງ​ລາວ​ໄວ້. ລາວ​ໄດ້​ເກັບ​ມັນ​ໄວ້ ​ໂດຍ​ທີ່​ບໍ່​ຮູ້​ວ່າ ລາວ​ຈະ​ມີ​ໂອກາດ​ມອບ​ມັນ​ໃຫ້​ພຣະຜູ້​ເປັນ​ເຈົ້າຫລື​ບໍ່.

ບາ​ລາ​ເດີ ວໍ​ເທີ ຄຣໍສ໌ ​ໄດ້​ເສຍ​ຊີວິດ​ໄປ​ເມື່ອ​ເກົ້າປີ​ກ່ອນ ​ຕອນ​ລາວ​ມີ​ອາຍຸ​ໄດ້ 94 ປີ. ລາວ​ໄດ້​ຮັບ​ໃຊ້​ຢ່າງ​ຊື່​ສັດ ​ແລະ ​ເຊື່ອ​ຟັງ​ຕະຫລອດ​ຊີວິດ​ຂອງ​ລາວ ​ແລະ ​ໄດ້​​​ໃຫ້ການ​ດົນ​ໃຈ​ແກ່​ຂ້າພະ​ເຈົ້າ ​ແລະ ທຸກ​ຄົນ​ທີ່​ຮູ້ຈັກ​ລາວ. ​ເມື່ອ​ຖືກ​ຂໍ​ໃຫ້​ບັນລຸ​ການ​ມອບ​ໝາຍ, ລາວ​ບໍ່​ເຄີຍ​ຖາມ, ລາວ​ບໍ່​​ເຄີຍ​ຈົ່ມ, ​ແລະ ລາວ​ບໍ່​ເຄີຍ​ຫາ​ຂໍ້​ແກ້​ຕົວ.

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ, ການ​ທົດ​ສອບ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຢູ່​ໃນ​ຊີວິດ​ນີ້​ແມ່ນ​ການ​ເຊື່ອ​ຟັງ. ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ພຣະອົງຈະພິສູດ​ເຮົາ​ໂດຍ​ວິທີ​ນີ້, ເພື່ອ​ເບິ່ງ​ວ່າ​ເຮົາຈະ​ເຮັດ​ທຸກ​ສິ່ງ​ທັງ​ປວງ​ສິ່ງ​ໃດ​ກໍ​ຕາມ​ທີ່ພຣະຜູ້​ເປັນ​ເຈົ້າອົງ​ເປັນພຣະ​ເຈົ້າຂອງ​​ເຮົາຈະບັນຊາ​ເຮົາ​ຫລື​ບໍ່.”10

ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ປະກາດ​ວ່າ ເພາະວ່າ​ຜູ້​ຄົນ​ທັງ​ປວງ​ທີ່​ຢາກມີ​ພອນ​ຈາກມື​ຂອງ​ພຣະອົງ ຈະປະຕິບັດ​ຕາມ​ກົດ​ຊຶ່ງ​ໄດ້​ກຳນົດ​ໄວ້​ສຳລັບ​ພອນ​ນັ້ນ, ​ແລະ ​ເງື່ອນ​ໄຂ​ໃນ​ນັ້ນ, ດັ່ງ​ທີ່​ໄດ້​ແຕ່ງຕັ້ງ​ໄວ້​ແລ້ວ​ແຕ່​ກ່ອນ​ການວາງ​ຮາກ​ຖານຂອງໂລກ.”11

ບໍ່​ມີ​ຕົວຢ່າງ​ອື່ນ​ໃດ​ທີ່​ດີ​ເດັ່ນ​ໄປ​ກວ່າ​ການ​ເຊື່ອ​ຟັງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດຂອງ​ເຮົາ. ​ໂປ​ໂລ​ໄດ້​ກ່າວ​ເຖິງ​ພຣະອົງ​ດັ່ງ​ນີ້:

“​ເຖິງ​ແມ່ນ​ພຣະອົງ​ເປັນ​ພຣະບຸດ​ກໍ​ຍັງ​ຮຽນ​ຮູ້​ທີ່​ຈະ​ນ້ອມ​ ຍອມເຊື່ອ​ຟັງ​ໂດຍ​ຄວາມທຸກ​ລຳບາກ;

“​ເມື່ອ​ພຣະ​ເຈົ້າ​ໄດ້​ບັນດານ​ໃຫ້​ພຣະບຸດ​ເຖິງ​ທີ່​ສຳ​ເລັດ​ແລ້ວ, ພຣະບຸດ​ນັ້ນຈຶ່ງ​ໄດ້​ເກີດ​​ເປັນຕົ້ນກຳ​ເນີ​ດ​ແຫ່ງ​ຄວາມ​ລອດ​ພົ້ນອັນ​ຕະຫລອດ​ໄປ​ເປັນນິດ​ແກ່​ຄົນ​ທັງ​ປວງ​ທີ່​ເຊື່ອ​ຟັງ​ພຣະອົງ.”12

ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສະ​ແດງ​ຄວາມ​ຮັກ​ທີ່​ແທ້​ຈິງ​ຕໍ່​ພຣະ​ເຈົ້າ​ໂດຍ​ການ​ດຳລົງ​ຊີວິດ​ແບບ​ດີ​ພ້ອມ​ທຸກ​ຢ່າງ, ​ໂດຍ​ການ​ໃຫ້​ກຽດ​ແກ່​ພາລະກິດ​ທີ່​ສັກສິດ​ຂອງ​ພຣະອົງ. ພຣະອົງ​ບໍ່​ເຄີຍ​ອວດດີ. ພຣະອົງ​ບໍ່​ເຄີຍ​​ທະ​ນົງ​ຕົວ. ພຣະອົງ​ບໍ່​ເຄີຍ​ຫັກຫລັງ. ພຣະອົງ​ຖ່ອມ​ຕົນ. ພຣະອົງ​ຈິງ​ຈັງ. ພຣະອົງ​ເຊື່ອ​ຟັງ.

​ເຖິງ​ແມ່ນພຣະອົງ​​ໄດ້​ຖືກ​ລໍ້​ລວງ​ໂດຍອາຈານ​​ແຫ່ງຄວາມ​ຂີ້​ຕົວະ, ​ແມ່ນ​ແຕ່​ມານ, ​ເຖິງ​ແມ່ນ​ທາງ​ຮ່າງກາຍ​ຈະອ່ອນ​ແອ​ຈາກ​ການຖື​ສິນ​ອົດ​ເຂົ້າ​ເປັນ​ເວລາ 40 ມື້ ​ແລະ 40 ຄືນ ​ແລະ ຫິວ​ໂຫຍ​ຫລາຍ, ​ແຕ່​ເມື່ອ​ມານ​ສະ​ເໜີ​ມອບ​ສິ່ງ​ທີ່ໜ້າ​ຫລົງ​ໄຫລ​ຕໍ່​ພຣະ​ເຢຊູ, ພຣະອົງ​ໄດ້​​ໃຫ້​ຕົວຢ່າງ​ທີ່​ສູງ​ສົ່ງ​ແກ່​ເຮົາ ​ໂດຍ​ການ​ປະຕິ​ເສດບໍ່ໜີ​ໄປ​ຈາກ​ສິ່ງ​ທີ່​ພຣະອົງ​ຮູ້​ວ່າ​ເປັນ​ສິ່ງທີ່​ຖືກ​ຕ້ອງ.13

ຕອນ​ໄດ້​ປະ​ເຊີນ​ກັບ​ຄວາມ​ທຸກທໍລະມານ​ຢູ່​​ໃນ​ສວນ​​ເຄັດ​ເຊ​ມາ​ເນ, ບ່ອນ​ທີ່​ພຣະອົງ​ໄດ້​ອົດທົນ​ກັບ​ຄວາມ​ເຈັບ​ປວດ​ອັນ​ແສນ​ສາຫັດ ຈົນ​ວ່າ​ເຫື່ອ​ຂອງ​ພຣະອົງ​​ເກີດ​ເປັນ​ເໝືອນ​ເລືອດ​ໄຫລ​ຢາດ​ລົງ​ດິນ​ເປັນ​ເມັດ​ໃຫຍ່,”14 ພຣະອົງ​ໄດ້​ເປັນ​ຕົວຢ່າງ​ຂອງ​ການ​ເປັນ​ພຣະບຸດ​ທີ່​ເຊື່ອ​ຟັງ ​ໂດຍ​ກ່າວ​ວ່າ, “ພຣະບິດາ​ເຈົ້າ​ເອີຍ, ຖ້າ​ເປັນຄວາມ​ປະສົງ​ຂອງ​ພຣະອົງ​ແລ້ວ ຂໍ​ໃຫ້​ຈອກ​ແຫ່ງ​ຄວາມ​ທົນ​ທຸກທໍລະມານ​ນີ້​ເລື່ອນ​ໄປ​ຈາກ​ລູກທ້ອນ, ​ແຕ່​ຢ່າງ​ໃດ​ກໍ​ດີ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ ​ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະບິດາ​ເຈົ້າ​ເທີ້ນ.”15

​ເຊັ່ນ​ດຽວ​ກັບ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ແນະນຳ​ອັກຄະ​ສາວົກ​ລຸ້ນ​ເດີມ​ຂອງ​ພຣະອົງ, ພຣະອົງ​ກໍ​ໄດ້​ແນະນຳ​ທ່ານ ​ແລະ ຂ້າພະ​ເຈົ້າຄື​ກັນວ່າ: “ຈົ່ງ​ຕາມ​ເຮົາ​ມາ.”16 ​ເຮົາ​ພ້ອມ​​​ແລ້ວ​ບໍ​ທີ່​ຈະ​ເຊື່ອ​ຟັງ?

ຄວາມ​ຮູ້​ແຈ້ງ​ທີ່​ເຮົາ​ສະ​ແຫວ​ງຫາ, ຄຳ​ຕອບ​ທີ່​ເຮົາ​ຢາກ​ໄດ້​ຮັບ, ​ແລະ ຄວາມ​ເຂັ້ມ​ແຂງ​ທີ່​ເຮົາປາດ​ຖະໜາ​ໃນ​ເວລາ​ນີ້​ ​ເພື່ອ​ຈະ​ສາມາດ​ປະ​ເຊີນ​ກັບ​ການ​ທ້າ​ທາຍຢູ່​ໃນ​ໂລກ​ທີ່​ສັບສົນ ​ແລະ ປ່ຽນ​ແປງ​ນີ້ ສາມາດ​ເປັນ​ຂອງ​ເຮົາ​ໄດ້ ​ເມື່ອ​ເຮົາ​ເຕັມ​ໃຈ​ທີ່​ຈະ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂ້າພະ​ເຈົ້າຂໍ​ກ່າວ​ຢ້ຳພຣະຄຳຂອງ​ພຣະຜູ້​ເປັນ​ເຈົ້າອີກ​ເທື່ອ​ໜຶ່ງ ທີ່​ວ່າ: ຄົນ​ທີ່ຮັກສາພຣະບັນຍັດ​ຂອງ [ພຣະ​ເຈົ້າ] ​ຈະໄດ້​ຮັບຄວາມ​ຈິງ ​ແລະ ຄວາມ​ສະຫວ່າງ, ຈົນ​ກວ່າ​ເຂົາ​ຈະ​ໄດ້​ຮັບ​ກຽດຕິຍົດ​ໃນຄວາມ​ຈິງ ​ແລະ ຮູ້ທຸກ​ສິ່ງທັງ​ປວງ.”17

ນີ້​ແມ່ນ​ຄຳ​ອະທິຖານ​ທີ່​ຖ່ອມ​ຕົນ​ຂອງ​ຂ້າພະ​ເຈົ້າ ວ່າ​ເຮົາ​ຈະ​ໄດ້​ຮັບພອນ​ຢ່າງ​ຫລວງຫລາຍ​ທີ່​ໄດ້​ສັນຍາ​ໄວ້​ສຳລັບ​ຜູ້​ທີ່​ເຊື່ອຟັງ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ອາ​ແມນ.

Mostrar referencias

  1.  

    1. “Oh Say, What Is Truth?” Hymns, no. 272.

  2.  

    2. ​ເບິ່ງ Doctrine and Covenants 93:24, 26–28.

  3.  

    3. 1 ຊາ​ມູ​ເອນ 15:22.

  4.  

    4. ເບິ່ງ Doctrine and Covenants 64:34.

  5.  

    5. 1 ນີ​ໄຟ 3:7.

  6.  

    6. ປະຖົມ​ມະ​ການ 22:12.

  7.  

    7. ປະຖົມ​ມະ​ການ 22:18.

  8.  

    8. Joseph F. Smith, “Discourse,” Deseret News, Nov. 12, 1873, 644.

  9.  

    9. Gordon B. Hinckley, “If Ye Be Willing and Obedient,” Ensign, Dec. 1971, 125.

  10.  

    10. ​ເບິ່ງ Abraham 3:25.

  11.  

    11. ​ເບິ່ງ Doctrine and Covenants 132:5.

  12.  

    12. ​ເຮັບ​ເຣີ 5:8–9.

  13.  

    13. ​ເບິ່ງ ມັດ​ທາຍ 4:1–11.

  14.  

    14. ລູກາ 22:44.

  15.  

    15. ລູກາ 22:42.

  16.  

    16. ​ໂຢຮັນ 21:22.

  17.  

    17. ​ເບິ່ງ Doctrine and Covenants 93:28.