ການ​ເຊື່ອ​ຟັງ​ຕໍ່​ກົດ​ຄື​ເສລີພາບ

ໂດຍ ແອວ​ເດີ ແອວ ທອມ ແພ​ຣີ

ແຫ່ງ​ສະພາ​ອັກ​ຄະ​ສາວົກ​ສິບ​ສອງ


ຊາຍ ແລະ ຍິງ ໄດ້​ຮັບ​ອຳ​ເພີໃຈ​ຂອງ​ເຂົາເຈົ້າ ທີ່​ເປັນ​ຂອງ​ປະທານ​ຈາກ​ພຣະ​ເຈົ້າ, ແຕ່​ເສລີພາບ​ຂອງ​ເຂົາເຈົ້າ ແລະ, ຜົນ​ທີ່ຕາມ​ມາ​ນັ້ນ, ຄວາມສຸກ​ນິລັນດອນ​ຂອງ​ເຂົາເຈົ້າ ຈະ​ມາ​ຈາກການ​ເຊື່ອ​ຟັງ​ຕໍ່​ກົດ​ຂອງ​ພຣະ​ອົງ.

ໃນ​ເທດ​ສະ​ການ​ຄຣິດ​ສະມັດ​ທີ່​ຜ່ານ​ມາ​ນີ້ ຂ້າພະເຈົ້າ​ໄດ້​ຮັບ​ຂອງ ຂວັນ​ພິເສດ ທີ່​ໄດ້​ນຳ​ຄວາມ​ຊົງ​ຈຳ​ຫລາຍ​ຢ່າງ​ມາ​ດ້ວຍ. ຫລານສາວ​ຂອງ​ຂ້າພະເຈົ້າ​ໄດ້​ມອບ​ມັນ​ໃຫ້​ຂ້າພະເຈົ້າ. ມັນ​ເປັນ​ໜຶ່ງ​ໃນ ສິ່ງ​ຂອງ​ເກົ່າ​ແກ່​ທີ່​ຂ້າພະເຈົ້າ​ໄດ້​ປະ​ໄວ້​ໃນ​ບ້ານ​ເກົ່າ​ຂອງ​ຄອບຄົວ ຕອນ​ຂ້າພະເຈົ້າ​ໄດ້​ຍ້າຍ​ຈາກ​ໄປ ຫລັງ​ຈາກ​ໄດ້​ແຕ່ງງານ. ຂອງ ຂວັນ​ນີ້ ເປັນ​ປຶ້ມ​ນ້ອຍ​ສີນ້ຳຕານ ທີ່​ຂ້າພະເຈົ້າ​ຈັບ​ຢູ່​ໃນ​ມື​ນີ້. ມັນ ເປັນ​ປຶ້ມ​ທີ່​ບັນດາ​ທະຫານ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ຮັບ ຜູ້​ທີ່​ຖືກ​ເກນ ເຂົ້າ​ກອງທັບ​ທະຫານ​ໃນ​ຊ່ວງ​ເວລາ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ. ສຳລັບ​ຂ້າພະເຈົ້າ​ເອງ, ຂ້າພະເຈົ້າ​ໄດ້​ຖື​ວ່າ​ປຶ້ມ​ນີ້​ເປັນ​ຂອງຂວັນ​ຈາກປະທານ ຮີ​ເບີ ເຈ ກະ​ແຣນ ແລະ ທີ່​ປຶກສາ​ຂອງ​ເພິ່ນ, ເຈ ຣູ​ເບັນ ຄະ​ລາກ ຈູ​ເນ​ຍ ແລະ ເດ​ວິດ ໂອ ມິ​ກເຄ.

ຢູ່​ທາງ​ໜ້າ​ປຶ້ມ​ນັ້ນ, ສາດສະດາ​ຂອງ​ພຣະເຈົ້າ​ທັງ​ສາມ​ທ່ານ​ໄດ້​ຂຽນ​ວ່າ: “ເຫດການ​ຂອງ​ກອງທັບ​ທະຫານບໍ່​ໄດ້​ອະນຸຍາດ​ໃຫ້​ພວກ​ເຮົາ​ມີ​ການ​ຕິດຕໍ່​ກັບ​ທ່ານ​ເປັນ​ສ່ວນ​ຕົວໂດຍ​ຕະຫລອດ, ບໍ່​ວ່າ​ໂດຍ​ກົງ ຫລື ໂດຍ​ທາງ​ຜູ້ຕາງໜ້າ. ສິ່ງທີ່​ພວກ​ເຮົາ​ເຮັດ​ໄດ້​ດີ​ທີ່ສຸດ​ຄື​ຈະມອບ​​ບາງ​ພາກສ່ວນຂອງ​ການ​ເປີດເຜີຍ​ໃໝ່ ແລະ ຄຳ​ອະທິບາຍ​ເຖິງ​ຫລັກ​ທຳ​ຂອງພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ທ່ານ ທີ່​ຈະ​ນຳ​ຄວາມ​ຫວັງ ແລະ ສັດທາ​ໃໝ່, ພ້ອມທັງ​ຄວາມ​ອົບ​ອຸ່ນໃຈ, ການ​ປອບ​ໂຍນ, ແລະ ຄວາມ​ສະຫງົບສຸກ​ຂອງ​ພຣະ​ວິນ​ຍານມາສູ່​ທ່ານ, ບໍ່​ວ່າ​ທ່ານ​ຈະ​ຢູ່​ໃສ​ກໍ​ຕາມ.”1

ໃນ​ເວລາ​ນີ້​ເຮົາ​ພົບ​ເຫັນ​ຕົວ​ເອງ​ວ່າ​ຢູ່​ໃນ​ສົງຄາມ​ອີກ​ຢ່າງ​ໜຶ່ງ. ມັນ​ບໍ່​ແມ່ນ​ສົງຄາມ​ທີ່​ສູ້​ດ້ວຍ​ອາວຸດ. ມັນ​ເປັນ​ທາງ​ຄວາມ​ຄິດ, ວາຈາ, ແລະ ການ​ກະທຳ. ມັນ​ເປັນ​ສົງຄາມ​ກັບ​ບາບ, ແລະ ຍິ່ງ​ໄປ​ກວ່າ​ນັ້ນ ເຮົາ​ຕ້ອງການ​ການ​ເຕືອນໃຈ​ໃຫ້​ຮັກ​ສາ​ພຣະ​ບັນຍັດ. ເລື່ອງ​ທາງ​ໂລກ ກຳລັງ​ກາຍເປັນ​ການ​ປະພຶດ​ທຳ​ມະ​ດາ, ແລະ ຄວາມ​ເຊື່ອ ແລະ ການ​ປະຕິບັດ​ຂອງ​ມັນ​ທັງຫລາຍ ແມ່ນ​ກົງກັນຂ້າມ​ກັບ​ການ​ປະຕິບັດ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເອງໄດ້​ຈັດ​ຕັ້ງ​ຂຶ້ນ​ມາ​ເພື່ອ​ຜົນ​ປະໂຫຍດ​ຂອງ​ລູກໆ​ຂອງ​ພຣະ​ອົງ.

ຢູ່​ໃນ​ປຶ້ມ​ນ້ອຍ​ສີນ້ຳຕານ​ນີ້, ຕໍ່​ຈາກ​ໜັງ​ສື່​ຈາກ​ຝ່າຍ​ປະທານ​ສູງສຸດ, ຍັງມີ “ຖ້ອຍ​ຄຳ​ຕໍ່​ຜູ້​ຊາຍ​ທີ່ຮັບ​ໃຊ້​ຢູ່​ໃນ​ກອງທັບ​ທະຫານ,” ຊື່ ການ​ເຊື່ອ​ຟັງ​ຕໍ່​ກົດ​ຄື​​ເສລີພາບ.” ຈົດໝາຍ​ນ້ອຍ​ນັ້ນ ຍົກ​ການ​ສົມ​ທຽບ​ລະຫວ່າງ​ກົດ​ຂອງ​ການ​ທະຫານ, ຊຶ່ງ “ເປັນ​ເພື່ອ​ຄວາມ​ດີ​ຂອງ​ທຸກ​ຄົນ ທີ່ຢູ່​ໃນ​ການ​ຮັບ​ໃຊ້ ເປັນ​ທະຫານ ແລະ ກົດ​ແຫ່ງ​ສະຫວັນ.

ຈົດໝາຍ​ນ້ອຍ​ນັ້ນ​ກ່າວ​ວ່າ, “ໃນ​ຈັກກະວານ, ກໍ​ຄື​ກັນ, ບ່ອນ​ທີ່ພຣະ​ເຈົ້າ​ເປັນ​ຜູ້​ບັນຊາ, ກໍ​ມີ​ກົດ—ກົດ​ສາກົນ ... ຊົ່ວ​ນິ​ລັນດອນ—ພ້ອມ​ດ້ວຍ​ພອນ​ບາງ​ຢ່າງ ແລະ ໂທດ​ຖານ​ທີ່​ບໍ່​ປ່ຽນແປງ.

ຖ້ອຍຄຳ​ສຸດ​ທ້າຍ​ໃນ​ຈົດໝາຍ​ນ້ອຍ​ນີ້ ເນັ້ນ​ເຖິງ​ການ​ເຊື່ອ​ຟັງຕໍ່​ກົດ​ຂອງພຣະ​ເຈົ້າ​ວ່າ: “ຖ້າ​ທ່ານ​ຢາກ​ກັບ​ຄືນ​ມາ​ຫາ​ຄົນ​ທີ່​ທ່ານ​ຮັກ​ໂດຍ​ບໍ່ມີ​ຄວາມ​ອັບອາຍ .... ຖ້າ​ທ່ານ​ຈະ​ເປັນ​ລູກ​ຜູ້​ຊາຍ ແລະ ດຳລົງຊີວິດ​ຢ່າງ​ມີ​ຄວາມສຸກ​ອັນ​ລົ້ນ​ເຫລືອ—ແລ້ວ​ໃຫ້​ທ່ານ​ຮັກສາກົດ​ຂອງ​ພຣະ​ເຈົ້າ. ໂດຍ​ການ​ຮັກສາ​ກົດ​ຂອງ​ພຣະ​ເຈົ້າ ທ່ານຈະ​ສາມາດ​ເພີ່ມ​ທະວີ​ອິດ​ສະລະ​ພາບ​ອັນ​ລ້ຳ​ຄ່າ​ເຫລົ່າ​ນີ້ ຊຶ່ງທ່ານ​ດິ້ນ​ລົນ​ທີ່​ຈະ​ຮັກສາ​ເອົາ​ໄວ້, ທີ່​ເປັນ​ອິດ​ສະລະ​ພາບ​ອີກຢ່າງ​ໜຶ່ງ​ທີ່​ຄົນ​ອື່ນອາດ​ຈະ​ໄດ້​ເພິ່ງ​ອາໄສ, ທີ່​ເປັນ​ອິດ​ສະລະພາບ​ຈາກ​ບາບ; ເພາະ​ແນ່ນອນ​ວ່າ ‘ການ​ເຊື່ອ​ຟັງ​ຕໍ່​ກົດ ຄື​ເສລີພາບ.’”2

ເປັນ​ຫຍັງ​ສຳນວນ​ທີ່​ວ່າ “ການ​ເຊື່ອ​ຟັງ​ຕໍ່​ກົດ​ຄື​​ເສລີພາບ” ນັ້ນ​ຈຶ່ງ​ມີ​ຄວາມ​ໝາຍ​ຫລາຍ​ສຳລັບ​ຂ້າພະເຈົ້າ​ໃນ​ເວລານັ້ນ? ເປັນ​ຫຍັງ​ມັນ​ຈຶ່ງ​ມີ​ຄວາມ​ໝາຍ​ຫລາຍ​ສຳລັບ​ເຮົາ​ທຸກ​ຄົນໃນ​ເວລາ​ນີ້​ດ້ວຍ?

ບາງທີມັນ​ອາດ​ເປັນ​ເຊັ່ນ​ນີ້​ເພາະວ່າ​ເຮົາ​ມີ​ຄວາມ​ຮູ້​ທີ່​ຖືກ​ເປີດເຜີຍ​ແລ້ວ ກ່ຽວ​ກັບ​ປະຫວັດ​ກ່ອນ​ເກີດ​ຂອງ​ເຮົາ. ເຮົາ​ຮັບ​ຮູ້​ວ່າ​ເມື່ອ ພຣະ​ເຈົ້າ ພຣະ​ບິດາ​ນິລັນດອນ​ໄດ້​ສະເໜີ​ແຜນ​ຕໍ່​ເຮົາ​ໃນຕອນ​ເລີ່ມ​ຕົ້ນ​ຂອງ​ເວລາ, ຊາ​ຕານ​ຢາກ​ດັດແປງ​ມັນ. ມັນ​ໄດ້​ກ່າວ​ວ່າ ມັນ​ຈະ​ໄຖ່​ມະນຸດ​ທັງ​ປວງ. ບໍ່​ມີ​ຈິດ​ວິນ​ຍານ​ດວງໃດ​ຈະ​ສູນເສຍ​ໄປ, ແລະ ຊາ​ຕານ​ກໍ​ໝັ້ນ​ໃຈ​ວ່າ​ມັນ​ຈະ​ສາມາດ​ສຳເລັດ​ຕາມ​ຂໍ້ສະເໜີ​ຂອງ​ມັນ​ໄດ້. ແຕ່​ນັ້ນ​ໄດ້​ມີຄ່າ​ເສຍ​ຫາຍ​ທີ່​ຍອມຮັບ​ບໍ່​ໄດ້—ດັ່ງ​ການ​ທຳລາຍ​ອຳ​ເພີໃຈ​ຂອງ​ມະນຸດ, ຊຶ່ງ​ໄດ້​ເປັນ ແລະ ເປັນຂອງ​ປະທານ​ທີ່​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້ (​ເບິ່ງ Moses 4:1–3). ປະທານ ແຮ​ໂຣນ ບີ ລີ ໄດ້​ກ່າວ​ກ່ຽວກັບ​ຂອງ​ປະທານ​ນີ້ວ່າ, “ຮອງ​ຊີວິດ​ນັ້ນ​ເອງ, ອຳ​ເພີ​ໃຈ​ເປັນຂອງ​ປະທານ​ທີ່​ຍິ່ງ​ໃຫຍ່ສຸດ​ທີ່​ມີ​ໃຫ້​ມະນຸດຊາດ.”3 ສະນັ້ນ, ມັນ​ບໍ່​ໄດ້​ເປັນ​ເລື່ອງ​ເລັກ​ນ້ອຍ​ສຳລັບ​ຊາ​ຕານ​ທີ່​ຈະ​ຄຳນຶງເຖິງ​ອຳ​ເພີໃຈ​ຂອງ​ມະນຸດ. ແທ້​ຈິງ​ແລ້ວ, ມັນ​ໄດ້​ກາຍ​ມາ ເປັນ​ເລື່ອງ​ສຳຄັນຊຶ່ງ​ໄດ້ກໍ່​ໃຫ້​ມີ​ການ​ສູ້​ຮົບ​ໃນ​ສົງຄາມ​ໃນ​ສະຫວັນ. ໄຊຊະນະ​ໃນ​ສົງຄາມ​ໃນ​ສະຫວັນ​ນັ້ນ ໄດ້​ເປັນ​ໄຊຊະນະເພື່ອ​ອຳ​ເພີໃຈ​ຂອງ​ມະນຸດ.

ເຖິງ​ຢ່າງໃດ​ກໍ​ຕາມ, ຊາ​ຕານ​ຍັງ​ບໍ່​ຢຸດ. ແຜນ​ສຳລອງ​ຂອງ​ມັນ—ແຜນທີ່​ມັນ​ໄດ້​ດຳເນີນ​ການ​ຢູ່ ນັບ​ຕັ້ງແຕ່​ວັນ​ເວລາ​ຂອງ​ອາ​ດາມ ແລະ ເອ​ວາ ແມ່ນ​ເພື່ອ​ລໍ້​ລວງ​ບັນດາ​ຊາຍ ແລະ ຍິງ, ເພື່ອ​ຈະພິ​ສຸດ​ໃຫ້​ເຫັນ​ວ່າ ເຮົາ​ບໍ່​ຄູ່​ຄວນ​ທີ່​ຈະ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ອຳ​ເພີໃຈ​ທີ່​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້. ຊາ​ຕານ​ມີ​ຫລາຍ​ເຫດຜົນ​ທີ່ຈະ​ເຮັດ​ສິ່ງ​ທີ່​ມັນ​ເຮັດ, ບາງເທື່ອ​ເຫດຜົນ​ທີ່​ມີ​ອິດ​ທິ​ພົນ​ຫລາຍທີ່​ສຸດ ຄືຄວາມ​ເຈດ​ຕະ​ນາ​ຈະ​ແກ້ແຄ້ນ, ແຕ່​ມັນ​ຍັງ​ຢາກ​ເຮັດໃຫ້​ຊາຍ ແລະ ຍິງ​ທັງຫລາຍ​ທຸກທໍລະມານ, ເໝືອນ​ດັ່ງ​ມັນເປັນ​ຢູ່. ບໍ່​ມີ​ໃຜ​ຈັກ​ຄົນ​ໃນ​ພວກ​ເຮົາ​ຄວນ​ຈະ​ປະໝາດ​ຄວາມຕັ້ງໃຈ​ຂອງ​ຊາ​ຕານ​ທີ່​ຢາກ​ມີ​ຄວາມ​ສຳເລັດ​ເລີຍ. ບົດບາດ​ຂອງມັນ​ໃນ​ແຜນ​ນິລັນດອນ​ຂອງ​ພຣະ​ເຈົ້າ​ເຮັດ​ໃຫ້​ມີ “ການ​ກົງ​ກັນຂ້າມ​ໃນ​ທຸກ​ສິ່ງ” (2 ນີ​ໄຟ 2:11) ແລະ ເພື່ອ​ທົດ​ລອງ​ອຳເພີໃຈ​ຂອງ​ເຮົາ. ການ​ເລືອກ​ແຕ່​ລະ​ຢ່າງທີ່​ທ່ານ ແລະ ຂ້າພະ​ເຈົ້າ​ເລືອກ​ນັ້ນ​ເປັນ​ການ​ທົດ​ລອງ​ອຳ​​ເພີໃຈ​ຂອງ​ເຮົາ—ບໍ່​ວ່າ​ເຮົາ​ຈະ​ເລືອກ​ທີ່​ຈະ​ເຊື່ອ​ຟັງ ຫລື ບໍ່​ເຊື່ອ​ຟັງ​ຕໍ່​ພຣະ​ບັນຍັດຂອງ​ພຣະ​ເຈົ້າ ແທ້​ຈິງ​ແລ້ວ ນັ້ນ​ແມ່ນ​ການ​ເລືອກ​ລະຫວ່າງ “ເສລີພາບ ແລະ ຊີວິດ​ນິລັນດອນ” ແລະ “ການ​ເປັນ​ຊະເລີຍ ແລະ ຄວາມ​ຕາຍ.”

ຄຳ​ສອນ​ພື້ນຖານ​ນີ້​ແມ່ນ​ຖືກ​ສອນ​ຢ່າງ​ແຈ່ມ​ແຈ້ງ​ໃນ 2 ນີ​ໄຟ ບົດ​ທີ​ສອງ ທີ່​ວ່າ: “ດັ່ງນັ້ນ, ມະນຸດ​ເປັນ​ອິດ​ສະລະ​ຕາມ​ທາງ​ຂອງເນື້ອ​ໜັງ; ແລະ ໄດ້​ຮັບ​ທຸກ​ຢ່າງ​ຊຶ່ງ​ສົມຄວນ​ກັບ​ມະນຸດ​ທີ່​ພວກເຂົາ​ຈະ​ໄດ້​ຮັບ. ແລະ ພວກ​ເຂົາ​ເປັນ​ອິດ​ສະລະ​ທີ່​ຈະ​ເລືອກ​ເສລີພາບ ແລະ ຊີວິດ​ນິລັນດອນ, ໂດຍ​ທາງ​ພຣະ​ຜູ້​ເປັນກາງ​ທີ່​ຍິ່ງ ໃຫຍ່​ຂອງ​ມະນຸດ​ທັງ​ປວງ, ຫລື ຈະ​ເລືອກ​ການ​ເປັນ​ຊະເລີຍ ແລະ ຄວາມ​ຕາຍ​ຕາມ​ການ​ເປັນ​ຊະເລີຍ ແລະ ອຳນາດ​ຂອງມານ; ເພາະ​ມັນ​ສະແຫວງຫາ​ເພື່ອ​ມະນຸດ​ທັງ​ປວງ​ຈະ​ໄດ້​ເສົ້າສະຫລົດ​ໃຈ​ຄື​ກັນ​ກັບ​ມັນ” (2 ນີ​ໄຟ 2:27).

ໃນ​ຫລາຍ​ວິທີ​ທາງ, ໂລກ​ນີ້​ກໍ​ໄດ້​ມີ​ສົງຄາມ​ຕະຫລອດ​ມາ. ຂ້າພະ​ເຈົ້າ​ເຊື່ອ​ວ່າ ເມື່ອ​ຝ່າຍ​ປະທານ​ສູງ​ສຸດ​ໄດ້​ສົ່ງ​ປຶ້ມ​ນ້ອຍ​ສີນ້ຳຕານ​ນັ້ນ​​ໄປໃຫ້​ຂ້າພະເຈົ້າ, ພວກ​ເພິ່ນ​ເປັນ​ຫ່ວງ​ເຖິງ​ສົງຄາມ​ທີ່​ຍິ່ງໃຫຍ່​ກວ່າ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ. ຂ້າພະເຈົ້າ​ຍັງ​ເຊື່ອ​ອີ​ກວ່າ ພວກ​ເພິ່ນ​ໄດ້​ຫວັງ​ໃຫ້​ປຶ້ມ​ນັ້ນ​ເປັນ​ໂລ່​ແຫ່ງ​ສັດທາ ຕ້ານທານຊາ​ຕານ ແລະ ກອງທັບ​ຂອງ​ມັນ​ໃນ​ສົງຄາມ​ທີ່​ຍິ່ງ​ໃຫຍ່​ກວ່ານັ້ນ—ສົງຄາມ​ຕໍ່ຕ້ານ​ບາບ—ແລະ ໃຫ້​ເປັນ​ສິ່ງ​ເຕືອນໃຈ​ຂ້າພະ​ເຈົ້າໃຫ້​ດຳລົງ​ຊີວິດ​ຕາມ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ.

ທາງ​ໜຶ່ງ​ທີ່​ຈະ​ປະ​ເມີນ​ຕົວ​ເຮົາ​ເອງ ແລະ ປຽບທຽບ​ເຮົາ​ໃສ່​ກັບ ຄົນ​ລຸ້ນ​ທີ່​ຜ່ານ​ມາ ແມ່ນ​ໂດຍ​ມາດຕະຖານ​ທີ່​ເກົ່າ​ແກ່​ທີ່​ສຸດທີ່​ມະນຸດ​ຮູ້ຈັກ​ກັນ​ມາ—ດັ່ງພຣະ​ບັນຍັດ​ສິບ​ປະການ. ສຳລັບ​ໂລກ​ທີ່​ຈະເລີນ​ແລ້ວ, ໂດຍ​ສະເພາະພາກສ່ວນ​ຂອງ​ໂລກ​ທີ່​ມີ​ຮາກ​ຖານ​ຢູ່​ໃນຄວາມ​ເຊື່ອ​ຖື​ສາດ​ສະ​ໜາ​ຢິວ ແລະ ຄຣິດ​ສະ​ຕຽນ, ພຣະ​ບັນຍັດ​ສິບ​ປະການ​ນີ້​ໄດ້​ເປັນ​ທີ່​ຍອມຮັບ​ຫລາຍ​ທີ່​ສຸດ ແລະ ເປັນ​ເສັ້ນ​ແບ່ງ​ເຂດ​ທີ່​ທົນ​ທານ​ລະຫວ່າງ​ຄວາມ​ດີ ແລະ ຄວາມ​ຊົ່ວ.

ໃນ​ການ​ຕັດສິນ​ຂອງ​ຂ້າພະເຈົ້າ, ພຣະ​ບັນຍັດ​ສີ່​ປະການ ແມ່ນ​ຖືກ​ນັບຖື​ຢ່າງ​ເຄັ່ງ​ຄັດ​ໃນ​ວັນ​ເວລາ​ນີ້​ຫລາຍ​ກວ່າ​ແຕ່​ກ່ອນ. ຕາມ​ວັດທະນະທຳ, ເຮົາ​ລັງ​ກຽດ ແລະ ປະນາມ​ການ​ຂ້າ​ຄົນ, ການ​ລັກ​ຂະໂມຍ, ແລະ ການ​ເວົ້າ​ຕົວະ, ແລະ ເຮົາ​ຍັງ​ເຊື່ອໃນ​ໜ້າທີ່​ຮັບຜິດຊອບ​ຕໍ່ເດັກນ້ອຍ​ວ່າ ເປັນ​ຂອງ​ພໍ່​ແມ່ຂອງ​ເຂົາ.

ແຕ່ໃນ​ຖານະ​ສັງຄົມ​ທີ່​ກວ້າງ​ໃຫຍ່, ເຮົາ​ມັກ​ຈະ​ບໍ່​ເອົາໃຈໃສ່​ຕໍ່ພຣະ​ບັນຍັດ​​ຫົກ​ປະການອື່ນ​ອີກ:

  1. ຖ້າ​ຫາ​ກວ່າ​ລະດັບ​ຄວາມ​ສຳຄັນ​ທາງ​ໂລກ​ເປັນ​ຈຸດ​ຊີ້​ບອກ​ໃດ​ໜຶ່ງ, ແນ່ນອນ​ວ່າ​ເຮົາ​ມີ “ພຣະ​ເຈົ້າ​ອື່ນ” ທີ່​ເຮົາ​ນັບຖື​ເໜືອ​ພຣະ​ເຈົ້າທີ່ແທ້​ຈິງ.
  2. ເຮົາ​ບູຊາ​ດາລາ​ຊື່​ດັງ, ວິທີ​ໃຊ້​ຊີວິດ, ຄວາມ​ຮັ່ງມີ, ແລະ ແນ່ນອນ, ບາງເທື່ອ​ທັງ​ຮູບ​ປັ້ນ ຫລື ສິ່ງ​ຂອງ.
  3. ເຮົາ​ນຳ​ໃຊ້​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ໃນ​ຄຳ​ເວົ້າ​ທີ່​ຫຍາບ​ຄາຍ​ທຸກໆ​ປະເພດ, ຮ່ວມ​ທັງໃນ​ຄຳ​ອຸທານ ແລະ ຄຳ​ວ່າ​ດ່າ​ຂອງ​ເຮົາ.
  4. ເຮົາ​ໃຊ້​ວັນ​ຊະບາ​ໂຕ​ສຳລັບ​ເກ​ມ​ທີ່​ສຳຄັນ​ສຸດ, ການ​ພັກຜ່ອນຢ່ອນ​ອາລົມ​ທີ່​ສຳຄັນ​ສຸດ​ຂອງ​ເຮົາ, ການ​ລົງ​ຕະຫລາດ​ຊື້​ເຄື່ອງຂອງ​ຢ່າງ​ໃຫຍ່, ແລະ ອີກ​ທຸກ​ສິ່ງ​ອື່ນໆ ຍົກເວັ້ນ​ເສຍ​ແຕ່​ການນະມັດສະການ.
  5. ເຮົາ​ຖື​ການ​ສຳພັນ​ທາງ​ເພດ​ນອກ​ການ​ແຕ່ງງານ ວ່າ​ເປັນ​ການ​ຫາ​ຄວາມ​ສຳລານ ແລະ ການ​ບັນເທີງ.
  6. ແລະ ການ​ໂລບ​ຢາກ​ໄດ້ ກໍ​ໄດ້​ກາຍເປັນ​ວິທີ​ທາງ​ທຳມະ​ດາ​ຂອງ​ຊີວິດ​ແລ້ວ. (​ເບິ່ງ ອົບ​ພະຍົບ 20:3–17.)

ບັນດາ​ສາດສະດາ​ຈາກ​ທຸກ​ຍຸກ​ທຸກ​ສະໄໝ​ໄດ້​ເຕືອນ​ສະເໝີ​ເຖິງການ​ລ່ວງ​ລະ​ເມີດ​ພຣະ​ບັນຍັດ​ທີ່​ເຄັ່ງ​ຄັດ​ຫລາຍ​ສອງ​ປະການ—ຂໍ້​ທີ່​ກ່ຽວ​ພັນ​ກັບ ການ​ຂ້າ​ຄົນ ແລະ ການ​ຫລິ້ນ​ຊູ້​ສູ່​ຜົວ​ເມຍ​ຜູ້​ອື່ນ. ຂ້າພະເຈົ້າເຫັນ​ພື້ນຖານ​ທີ່​ຄ້າຍຄື​ກັນ​ສຳ​ລັບ​ພຣະ​ບັນຍັດ​ສອງ​ຂໍ້​ທີ່​ສຳຄັນ ເຖິງ​ຂັ້ນ​ເປັນ​ຂັ້ນ​ຕາຍ​ນີ້—ຄວາມ​ເຊື່ອ​ທີ່​ວ່າ​ຊີວິດ​ນັ້ນ​ເອງ​ເປັນອະພິສິດ​ຂອງ​ພຣະ​ເຈົ້າ. ແລະວ່າ​ຮ່າງກາຍ​ຂອງ​ເຮົາ, ວິຫານ​ຂອງ​ຊີວິດ​ມະຕະ, ຄວນ​ຖືກ​ສ້າງ​ຂຶ້ນ​ມາ​ພາຍ​ໃນ​ຂອບ​ເຂດທີ່​ພຣະ​ເຈົ້າ​ໄດ້​ຈັດ​ຕັ້ງ​ໄວ້. ​ເພື່ອມະນຸດ​ຈະ​ເອົາ​ກົດ​ຂອງ​ຕົນມາ​ແທນ​ກົດ​ຂອງ​ພຣະ​ເຈົ້າ ບໍ່​ວ່າ​ໃນ​ການ​ສ້າງ​ຊີວິດ ຫລື ໃນ​ການ​ເອົາ​ຊີວິດ​ນັ້ນ​ເປັນ​ຕົວຢ່າງ​ທີ່​ຮ້າຍ​ກາດ​ຂອງ​ການ​ຖື​ສິດ ແລະ ຄວາມ​ເລິກ​ຊຶ້ງ​ຂອງ​ບາບ​ນັ້ນ.

ຜົນ​ສະທ້ອນ​ສຳຄັນ​ຂອງ​ທັດສະນະ​ຄະຕິ​ທີ່​ຫລຸດ​ຄ່າ​ເຫລົ່າ​ນີ້ ກ່ຽວ​ກັບ​ຄວາມ​ສັກສິດ​ຂອງ​ການ​ແຕ່ງງານ ກໍ​ຄື ຜົນ​ຮ້າຍ​ທີ່​ມີຕໍ່​ຄອບຄົວ—ຄວາມ​ເຂັ້ມແຂງ​ຂອງ​ຄອບຄົວ​ກໍ​ເສື່ອ​ມ​ລົງ​ໄວ​ຢ່າງໜ້າ​ຢ້ານ​ກົວ​ຫລາຍ. ການ​ເສື່ອມ​ລົງ​ນີ້ ຈະ​ກໍ່​ໃຫ້ເກີດ​ຄວາມ​ເສຍ​ຫາຍ​ທີ່​ແຜ່​ອອກ​ໄປ​ຕໍ່​ສັງຄົມ. ຂ້າພະເຈົ້າ​ເຫັນຕົ້ນ​ເຫດ ແລະ ຜົນ​ສະທ້ອນ​ນີ້​ກ່ຽວ​ພັນ​ກັນ. ເມື່ອ​ເຮົາ​ບໍ່​ເອົາໃຈໃສ່ຄຳ​ໝັ້ນສັນຍາ ​ແລະ ຄວາມ​ຊື່ສັດ​ຕໍ່​ຄູ່​ແຕ່ງງານ​ຂອງ​ເຮົາ, ເຮົາ​ກໍ​ເອົາ​ຢາງ​ກາວ​ທີ່​ຕິດສັງຄົມ​ຂອງ​ເຮົາ​ເຂົ້າກັນ​​ເອົາໄວ້​ນັ້ນ​ອອກ​ໄປ.

ວິທີ​ທາງ​ທີ່​ມີ​ປະໂຫຍດ​ດີ ທີ່​ຈະ​ຄິດ​ກ່ຽວ​ກັບ​ພຣະ​ບັນຍັດ ກໍ​ວ່າມັນ​ເປັນ​ຄຳ​ແນະນຳ​ດ້ວຍ​ຄວາມ​ຮັກ ຈາກ​ພຣະ​ບິດາ​ເທິງ​ສະ​ຫັວນອົງ​ທີ່​ສະຫລາດ ແລະ ຮູ້​ທຸກ​ສິ່ງ. ເປົ້າ​ໝາຍ​ຂອງ​ພຣະ​ອົງ ຄືຄວາມສຸກ​ນິລັນດອນ​ຂອງ​ເຮົາ, ແລະ ພຣະ​ບັນຍັດ​ຂອງ​ພຣະ​ອົງນັ້ນ ກໍ​ເປັນ​ແຜນທີ່​ນຳ​ທາງທີ່ພຣະ​ອົງ​ໄດ້​ມອບ​ໃຫ້​ເຮົາ ເພື່ອ​ຈະໄດ້​ກັບ​ຄືນ​ໄປ​ຫາ​ພຣະ​ອົງ, ຊຶ່ງພຽງ​ເປັນ​ທາງ​ດຽວ​ທີ່​ເຮົາ​ຈະ​ມີ​ຄວາມສຸກ​ຊົ່ວ​ນິລັນດອນ. ບ້ານ​ເຮືອນ ແລະ ຄອບຄົວ​ສຳຄັນ​ພຽງ​ໃດ​ຕໍ່ຄວາມສຸກ​ນິລັນດອນ​ຂອງ​ເຮົາ? ຢູ່​ໃນ​ໜ້າ​ທີ 141 ​ໃນປຶ້ມນ້ອຍ​ສີນ້ຳຕານ​ນີ້ຂອງ​ຂ້າພະ​ເຈົ້າ, ມັນ​ກ່າວ​ວ່າ, “ແທ້​ຈິງ​ແລ້ວ ສະຫວັນຂອງ​ເຮົາ ກໍ​ເປັນ​ການສະແດງ​ເຖິງ​ບ້ານ​ເຮືອນ​ຂອງ​ເຮົາ​​ເຂົ້າສູ່​ນິລັນດອນ.”4

ຫລັກ​ຄຳ​ສອນ​ຂອງ​ຄອບຄົວ ແລະ ບ້ານ​ເຮືອນ​ຍັງ​ຖືກ​ເນັ້ນ​ໜັກອີກເມື່ອ​ບໍ່​ດົນ​ມາ​ນີ້ ດ້ວຍ​ຄວາມ​ແຈ່ມ​ແຈ້ງ ແລະ ເຕັມ​ໄປ​ດ້ວຍກຳລັງ​ໃນ “ຄອບຄົວ: ການ​ປະກາດ​ຕໍ່​ໂລກ.” ມັນ​ໄດ້​ປະກາດເຖິງ​ທຳ​ມະ​ຊາດ​ນິລັນດອນ​ຂອງ​ຄອບຄົວ ແລະ ແລ້ວ​ໄດ້​ອະທິບາຍ​ເຖິງ​ຄວາມ​ພົວພັນ​ຂອງ​ມັນ​ກັບ​ການ​ນະມັດສະການ​ໃນ​ພຣະ​ວິຫານ. ການ​ປະກາດ​ຍັງ​ໄດ້​ປະກາດ​ອີກ​ເຖິງກົດ​ທີ່​ໄດ້​ອອກ​ຄຳ​ສັ່ງ​ໄວ້ ຊຶ່ງ​ຄວາມສຸກ​ນິລັນດອນ​ຂອງ​ຄອບຄົວ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ, ທີ່​ວ່າ, “ອຳນາດ​ອັນ​ສັກສິດ​ຂອງ​ການ​ສ້າງ​ມະນຸດ ຕ້ອງ​ຖືກ​ນຳ​ໃຊ້​ລະຫວ່າງ​ຊາຍ ແລະ ຍິງ, ທີ່​ໄດ້​ແຕ່ງງານ​ເປັນສາມີ ແລະ ພັນ​ລະ​ຍາ ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ.”5

ພຣະ​ເຈົ້າ​ເປີດເຜີຍ​ຕໍ່​ບັນດາ​ສາດສະດາ​ວ່າ ມີ​ຫລັກ​ທຳ​ທີ່​ເດັດຂາດ. ບາບ​ຈະ​ເປັນ​ບາບ​ສະເໝີ​ໄປ. ການ​ບໍ່​ເຊື່ອ​ຟັງ​ຕໍ່​ພຣະ​ບັນຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ເຮັດ​ໃຫ້​ເຮົາ​ສູນ​ເສຍ​ພຣະ​ພອນ​ຂອງພຣະ​ອົງ​ໄປ. ໂລກ​ຈະ​ປ່ຽນ​ໄປ​ສະເໝີ ແລະ ຢ່າງວ່ອງ​ໄວ, ແຕ່​ພຣະ​ເຈົ້າ, ພຣະ​ບັນຍັດ​ຂອງ​ພຣະ​ອົງ, ແລະ ພຣະ​ພອນ​ທີ່ໄດ້​ສັນຍາ​ໄວ້​ຈະ​ບໍ່​ປ່ຽນ​ໄປ. ມັນ​ເປັນ​ທີ່​ສຸດ ແລະ ປ່ຽນແປງບໍ່​ໄດ້. ຊາຍ ແລະ ຍິງ ໄດ້​ຮັບ​ອຳ​ເພີໃຈ​ຂອງ​ເຂົາເຈົ້າ ທີ່​ເປັນ​ຂອງ​ປະທານ​ຈາກ​ພຣະ​ເຈົ້າ, ແຕ່​ເສລີພາບ​ຂອງ​ເຂົາເຈົ້າ ແລະ, ​ໃນ​ທີ່​ສຸດ, ຄວາມສຸກ​ນິລັນດອນ​ຂອງ​ເຂົາເຈົ້າ ຈະ​ມາ​ຈາກການ​ເຊື່ອ​ຟັງ​ຕໍ່​ກົດ​ຂອງ​ພຣະ​ອົງ. ດັ່ງ​ທີ່ແອວ​ມາໄດ້​ແນະນຳໂຄ​ຣິ​ອານ​ທັນ ລູກ​ຊາຍ​ທີ່​ເດີນ​ຜິດ​ທາງ​ຂອງ​ເພິ່ນ​ວ່າ, “ຄວາມ​ຊົ່ວຮ້າຍ​ບໍ່​ເຄີຍ​ເປັນຄວາມ​ສຸກ​ເລີຍ” (​ແອວ​ມາ 41:10).

ໃນ​ວັນ​ເວລາ​ຂອງ​ການ​ຟື້ນ​ຟູ​ຂອງ​ຄວາມ​ສົມບູນ​ຂອງ​ພຣະ​ກິດຕິ​ຄຸນ, ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ໄດ້​ເປີດເຜີຍ​ຕໍ່​ເຮົາ​ເຖິງ​ພອນ​ຕ່າງໆທີ່​ໄດ້​ສັນຍາ​ໄວ້​ແລ້ວ ສຳລັບ​ການ​ເຊື່ອ​ຟັງ​ຕໍ່​ພຣະ​ບັນຍັດ​ຂອງພຣະ​ອົງ​:

​ໃນພຣະຄຳ​ພີ Doctrine and Covenants 130 ​ເຮົາ​ອ່ານ​ວ່າ:

ມີ​ກົດ, ອອກ​ຄຳ​ສັ່ງ​ໄວ້​ໃນ​ສະຫວັນ​ຢ່າງ​ປ່ຽນແປງ​ບໍ່​ໄດ້​ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ໂລກ, ຊຶ່ງ​ໃນ​ນັ້ນ ພອນ​ທັງ​ປວງ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ—

ແລະ ເມື່ອ​ພວກ​ເຮົາ​ໄດ້​ຮັບ​ພອນ​ປະການ​ໃດ​ຈາກ​ພຣະ​ເຈົ້າ, ຍ່ອມ​ເປັນ​ໄປ​ເພາະ​ການ​ເຊື່ອ​ຟັງ​ຕໍ່​ກົດ​ນັ້ນ ຊຶ່ງ​ມັນ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ (​ເບິ່ງ D&C 130:20–21).

ແນ່ນອນ​ວ່າ​ຈະ​ບໍ່​ມີ​ຄຳ​ສອນ​ອື່ນ​ໃດ​ທີ່​ຖືກ​ສະແດງ​ອອກ​ຢ່າງ​ແຮງກ້າ​ໃນ​ຂໍ້​ພຣະ​ຄຳ​ພີ ກວ່າ​ພຣະ​ບັນຍັດ​ທີ່​ບໍ່​ປ່ຽນແປງ​ຂອງ​ພຣະ​ຜູ້ເປັນ​ເຈົ້າ ແລະ ການ​ພົວພັນ​ຂອງ​ມັນ​ກັບ​ຄວາມ​ຢູ່​ດີ​ມີ​ຄວາມສຸກ ໃນ​ບົດບາດ​ຂອງ​ສ່ວນ​ບຸກຄົນ, ຄອບຄົວ, ແລະ ຂອງ​ສັງຄົມ. ມີ​ສິນ​ທຳ​ທີ່​ເດັດຂາດ. ການ​ບໍ່​ເຊື່ອ​ຟັງ​ຕໍ່​ພຣະ​ບັນຍັດ​ຂອງ​ພຣະຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ເຮົາ​ສູນ​ເສຍ​ພຣະ​ພອນ​ຂອງ​ພຣະ​ອົງ​ໄປ. ສິ່ງ​ເຫລົ່າ​ນີ້​ບໍ່​ປ່ຽນແປງ.

ຢູ່​ໃນ​ໂລກ​ບ່ອນ​ທີ່​ເຂັມທິດ​ທາງ​ສິນ​ທຳ​ຂອງ​ສັງຄົມ​ກຳ​ລັງ​ຫ​ວັ່ນໄຫວ​ຢູ່​ນັ້ນ, ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ຂອງ​ພຣະເຢ​ຊູຄຣິດ​ຈະ​ບໍ່​ຫວັ່ນໄຫວ​ເລີຍ ຮ່ວມ​ທັງ​ສະ​ເຕກ ແລະ ຫວອດຂອງ​ມັນ, ທັງ​ຄອບຄົວ ຫລື ສະມາຊິກ​ຂອງ​ມັນ. ເຮົາ​ບໍ່​ຕ້ອງເລືອກ​ວ່າ​ພຣະ​ບັນຍັດ​ຂໍ້​ໃດ​ທີ່​ເຮົາ​ຄິດ​ວ່າ​ສຳຄັນ​ທີ່​ຈະ​ຮັກສາ​ ແຕ່​ເຮົາ​ຕ້ອງ​ຍອມ​ຮັບ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າທຸກ​ປະການ. ເຮົາ​ຕ້ອງ​ຢືນ​ຢູ່​ຢ່າງ​ໝັ້ນຄົງ ແລະ ແນ່​ວ​ແນ່, ໂດຍ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ສົມບູນ​ໃນ​ຄວາມ​ໄວ້​ວາງໃຈ​ທີ່​ສະ​ໝ່ຳສະເໝີ ແລະ ດີ​ພ້ອມ​ຢູ່​ໃນ​ຄຳ​ສັນຍາ​ຂອງ​ພຣະ​ອົງ.

ຂໍ​ໃຫ້​ເຮົາ​ຈົ່ງ​ເປັນ​ແສງ​ສະຫວ່າງ​ຢູ່​ເທິງ​ໂນນ​ພູ, ເປັນ​ຕົວຢ່າງ ໃນ​ການ​ຮັກ​ສາ​ພຣະ​ບັນຍັດທີ່​ບໍ່​ເຄີຍ​ໄດ້​ປ່ຽນແປງ ແລະ ຈະບໍ່​ປ່ຽນແປງ​ເລີຍ. ດັ່ງ​ທີ່​ປຶ້ມ​ນ້ອຍ​ໄດ້​ໃຫ້​ກຳລັງ​ໃຈ​ຕໍ່​ນາຍ​ທະຫານ ໄພ່​ພົນ​ຍຸກ​ສຸດ​ທ້າຍ ທີ່​ຈະ​ຢືນຢູ່​ຢ່າງ​ໝັ້ນຄົງ​ທາງ​ສິນ​ທຳໃນ​ວັນ​ເວລາ​ຂອງ​ສົງຄາມ, ຂໍ​ໃຫ້​ເຮົາ, ໃນ​ສົງຄາມຍຸກ​ສຸດ​ທ້າຍ​ນີ້, ເປັນ​ແຫລ່ງ​ຂອງ​ຄວາມ​ສະຫວ່າງ​ຕໍ່​ທົ່ວ​ທັງ​ໂລກ ແລະ ໂດຍ​ສະເພາະ ຕໍ່​ລູກໆ​ຂອງ​ພຣະ​ເຈົ້າ ຜູ້​ທີ່​ສະແຫວງຫາ ພຣະ​ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່. ຂ້າພະເຈົ້າ​ເປັນ​ພະຍານ​ຕໍ່​ສິ່ງ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.

Mostrar las referencias

  1.  

    1. First Presidency, in Principles of the Gospel (1943), i.

  2.  

    2. Principles of the Gospel, v, vii, viii.

  3.  

    3. Teachings of Presidents of the Church: Harold B. Lee (2000), 4.

  4.  

    4. Stephen L Richards, in Principles of the Gospel, 141.

  5.  

    5. “ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Ensign or Liahona, Nov. 2010, 129.