​2010–2019
ຄວາມ​ສະຫງົບ​ສ່ວນ​ຕົວ: ລາງວັນ​ແຫ່ງ​ຄວາມ​ຊອບ​ທຳ
ເມສາ 2013


ຄວາມ​ສະຫງົບ​ສ່ວນ​ຕົວ: ລາງວັນ​ແຫ່ງ​ຄວາມ​ຊອບ​ທຳ

​ແມ່ນ​ແຕ່​​ຕອນ​ຊີວິດ​​ໄດ້​ຮັບ​ການ​ທົດ​ລອງ, ​​ເປັນ​ເພາະ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຄຸນ​ຂອງ​ພຣະອົງ, ການ​ດຳລົງ​ຊີວິດ​ທີ່​ຊອບ​ທຳ​ຈະ​ໄດ້​ຮັບ​ລາງວັນ​ດ້ວຍ​ຄວາມ​ສະຫງົບ​​.

ປະສົບ​ການ​ບໍ່​ດົນ​ມາ​ນີ້​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າຄິດ​ກ່ຽວ​ກັບ​ຫລັກ​ທຳ​ແຫ່ງ​ຄວາມ​ສະຫງົບ ​ແລະ ​ໂດຍ​ສະ​ເພາະ​ບົດບາດ​ຂອງ​ພຣະ​ເຢຊູ​ຄຣິດ​ໃນ​ການ​ຊ່ອຍ​ເຫລືອ​ເຮົາ​ແຕ່ລະຄົນ​ໃຫ້​ໄດ້​ຮັບ​ຄວາມ​ສະຫງົບ​ສ່ວນ​ຕົວ​ທີ່​ຍາວ​ນານ.

ເຫດການ​ສອງ​ຢ່າງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ສອງ​ສາມ​ເດືອນ​ຜ່ານ​ມາ​ນີ້​ໄດ້​ປະ​ທັບ​ໃຈ​ຂ້າພະ​ເຈົ້າຫລາຍ. ຢ່າງ​ໜຶ່ງ, ຂ້າພະ​ເຈົ້າ​ໄດ້​ກ່າວ​ຢູ່​ໃນ​ພິທີ​ສົ່ງສະການ​ຂອງ​ນາງ​​ເອມະ​ລີ ພາກ​ເກີ, ອາຍຸ​ຫົກ​ປີ ຜູ້​ໄດ້​ຖືກ​ຍິງ​ພ້ອມ​ກັບ​ຄົນ​ອື່ນໆ 25 ຄົນ, ລວມທັງ​ເດັກນ້ອຍ 19 ຄົນ,​ ຢູ່​ເມືອງນິວທາວ, ລັດຄອນ​ເນຕິ​ກັດ. ຂ້າພະ​ເຈົ້າມີ​ຄວາມ​ໂສກ​ເສົ້ານຳ​ຄອບຄົວ​ຂອງ​ນາງ ​ແລະ ຮູ້​ວ່າຫລາຍ​ຄົນ​​ບໍ່​ມີ​ຄວາມ​ສະຫງົບ. ຂ້າພະ​ເຈົ້າ​ໄດ້​ພົບ​ເຫັນ​ຄວາມ​ເຂັ້ມ​ແຂງ ​ແລະ ສັດທາ​ໃນ​ພໍ່​ແມ່​ຂອງ​ນາງ, ຣໍ​ເບີດ ​ແລະ ອາ​ລິ​ສາ ພາກ​ເກີດ.

ຢ່າງ​ທີ​ສອງ, ຂ້າພະ​ເຈົ້າ​ໄດ້​ພົບ​ກັບ​ສະມາຊິກ​ທີ່​ຊື່ສັດ​ຂອງ​ສາດສະໜາ​ຈັກ​ຫລາຍ​ພັນ​ຄົນ​ຢູ່​ປະ​ເທດ​ໄອ​ໂວຣີ ​​ໂຄດ ​ໃນ​ເມືອງອາ​ບີ​ຈານ.1 ປະ​ເທດ​ທີ່​ເວົ້າພາສາ​ຝຣັ່ງ ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ທະວີບອາ​ຟຣິກາ​ນີ້ ​​ໄດ້​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ເລື່ອງ​ເສດຖະກິດ, ຖືກ​ກຸ່ມ​ທະຫານ​ໂຄ່ນ​ລົ້ມລັດຖະບານ, ​ແລະ ມີ​ສົງຄາມ​ກາງ​ເມືອງສອງ​ເທື່ອ​ຮ່ວມ​ທັງ​ໃນ​ປີ 2011. ​ແຕ່​ຂ້າພະ​ເຈົ້າຮູ້ສຶກ​ສະຫງົບ​ຢູ່​ໃນ​ທ່າມກາງ​ເຂົາ​ເຈົ້າ.

​ເຫດການ​ຕ່າງໆ​ມັກ​ຈະ​ລັກ​ເອົາ​ຄວາມ​ສະຫງົບ​ໄປ ​ແລະ ​ເຮັດ​ໃຫ້​ເຮົາ​ຄິດ​ຢ້ານກົວ.

​ມີ​ໃຜ​ແດ່​ທີ່​ສາມາດ​ລືມ​ເຫດການ​​ໂຈມ​ຕີ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ທີ 11 ​ເດືອນກັນຍາ, ປີ 2001, ​ໃນ​ຫລາຍ​ບ່ອນ​ຂອງ​ສະຫະລັດ​ອາ​ເມຣິກາ? ​ເຫດການ​ເຊັ່ນ​ນັ້ນ​ເຕືອນ​ເຮົາ​ວ່າ ​ຄວາມ​ສະຫງົບ ​ແລະ ຄວາມ​ປອດ​ໄພ​ໄດ້​ຖືກ​ທຳລາຍ​ຢ່າງວ່ອງ​ໄວ​ປານໃດ.

ລູກ​ຊາຍ​ກົກຂອງ​ຂ້າພະ​ເຈົ້າ ​ແລະ ພັນ​ລະ​ຍາ​ຂອງ​ລາວ ຜູ້​ຖືພາ​ລູກ​ຄົນທຳ​ອິດ​ຂອງ​ເຂົາ​ເຈົ້າ, ​ໄດ້​ອາ​ໄສ​ຢູ່​ປະມານ​ສາມ​ຊອຍ​ຈາກ​ສູນ​ກາງ​ແລກປ່ຽນ​ທົ່ວ​ໂລກຢູ່​ເມືອງ​ນິວຢອກ ຕອນ​ຍົນ​ລຳ​ທຳ​ອິດ​ບິນ​​ໄປ​ຕຳ​ຕຶກ​ຫລັງ​ທີ່ຕັ້ງຢູ່​ທາງ​ເໜືອ. ​ເຂົາ​ເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ຫລັງຄາ​ຂອງ​ຕຶກ​ບ່ອນ​ທີ່​ເຂົາ​ເຈົ້າອາ​ໄສ​ຢູ່ ​ແລະ ​ເກີດ​ມີ​ຄວາມ​ຢ້ານ​ກົວ​ຫລາຍ​ທີ່​​ໄດ້​ເຫັນ​ເຫດການ​ນັ້ນ ຊຶ່ງ​​ເຂົາ​ເຈົ້າ​ໄດ້​ຄິດ​ວ່າ​ເປັນ​ອຸປະຕິ​ເຫດ​ເທົ່າ​ນັ້ນ. ​ແລ້ວ​ເຂົາ​ເຈົ້າ​ໄດ້​ຫລຽວ​ເຫັນ​ຍົນ​ອີກ​ລຳ​ໜຶ່ງ​ບິນ​ມາ​ຕຳ​ເອົາ​ຕຶກ​ທີ່​ຕັ້ງຢູ່​ທາງ​ໃຕ້. ​ແລ້ວ​ເຂົາ​ເຈົ້າຮູ້​ວ່າ ມັນ​ບໍ່​ໄດ້​ເປັນ​ອຸປະຕິ​ເສດ ​ແລະ ​ສົ້ນ​​ເບື້ອງ​ລຸ່ມ​ຂອງ​ເກາະ​ແມນ​ແຮັດ​ທັນ ກຳລັງ​ຖືກ​ໂຈມ​ຕີ. ​ເມື່ອ​ຕຶກ​ຫລັງ​ທີ່ຢູ່​ທາງ​ໃຕ້​ພັງ​ລົງ, ​ເຮືອນ​ຫ້ອງ​ແຖວ​ຂອງ​ເຂົາ​ເຈົ້າຖືກ​ຖ້ວມ​​ໄປດ້ວຍ​ຝຸ່ນ​ດິນ ​ເຮັດ​ໃຫ້​ສົ້ນ​ເບື້ອງລຸ່ມ​ຂອງ​ເກາະ​ນັ້ນ​ມືດ​ຕຶບ.

​ໂດຍ​ທີ່​ສັບສົນ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ເຫັນ ​ແລະ ​ເປັນ​ຫ່ວງ​ກັບ​ການ​ໂຈມ​ຕີ​ຕໍ່​ໄປ, ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ໄປ​ຫາ​ບ່ອນ​ປອດ​ໄພ ​ແລະ ​ແລ້ວ​ເຂົາ​ເຈົ້າ​ໄດ້​ເດີນທາງ​ໄປ​ຫາ​ຕຶກ​ສະ​ເຕກຢູ່​ແມນ​ແຮັດ​ທັນ ທີ່ ລິງ​ກອນ ​ເຊັນ​ເຕີ. ​ເມື່ອ​ເຂົາ​ເຈົ້າ​ໄປ​ເຖິງ, ​ເຂົາ​ເຈົ້າ​ໄດ້​ພົບ​​ເຫັນ​ຫລາຍ​ສິບ​ຄົນ​ຜູ້​ອາ​ໄສ​ຢູ່​ເບື້ອງ​ລຸ່ມ​ຂອງ​ແມນ​​ແຮັດ​ທັນ ກໍ​ໄດ້​ຕັດສິນ​ໃຈ​​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ຕຶກ​ສະ​ເຕກຄື​ກັນ. ​ເຂົາ​ເຈົ້າ​ໄດ້​ໂທ​ຫາ​ຂ້າພະ​ເຈົ້າ​ບອກ​ໃຫ້​ຮູ້​ວ່າ​ເຂົາ​ເຈົ້າຢູ່​ບ່ອນ​ໃດ. ຂ້າພະ​ເຈົ້າ​ໄດ້​ສະບາຍ​ໃຈຂຶ້ນທີ່​ເຂົາ​ເຈົ້າປອດ​ໄພ ​ແຕ່​ບໍ່​ໄດ້​ແປກ​ໃຈ​ເມື່ອ​ເຂົາ​ເຈົ້າບອກ​ວ່າ​ເຂົາ​ເຈົ້າຢູ່​ບ່ອນ​ໃດ. ການ​ເປີດ​ເຜີຍ​ຂອງ​ຍຸກ​ສຸດ​ທ້າຍ​ສອນ​ວ່າ ສະ​ເຕກຂອງ​ສີ​ໂອນ​ເປັນ​ບ່ອນຫລົບໄພຈາກພະຍຸ, ​ແລະ ຈາກພຣະພິ​ໂລດເມື່ອມັນຈະຖອກເທລົງມາໂດຍ​ສຸດ​ພະລັງ​ເທິງທັງ​ແຜ່ນດິນ​ໂລກ.2

​​​ເຂົາ​ເຈົ້າບໍ່​ສາມາດ​ກັບ​ຄືນ​ໄປ​ບ້ານ​​ເປັນ​ເວລາອາທິດ​ເຄິ່ງ ​ແລະ ​ໂສກ​ເສົ້າຫລາຍ​ກັບ​ການ​ສູນ​ເສຍ​​ຄົນ​ຢ່າງ​ຫລວງຫລາຍ, ​ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ເສຍ​ຫາຍ​​ແບບ​ຖາວອນ.

​ໃນ​ການ​ຄິດ​ໄຕ່ຕອງ​ກ່ຽວ​ກັບ​ເຫດການ​ເຫລົ່າ​ນີ້, ຂ້າພະ​ເຈົ້າມີ​ຄວາມ​ປະ​ທັບ​ໃຈ​ຫລາຍ​ກັບ​ຄຳ​ສອນ ທີ່​ບອກ​ເຖິງ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ຄວາມ​ສະຫງົບ​ສຸກ​ຂອງ​ໂລກ ​ແລະ ຄວາມ​ສະຫງົບ​ສຸກສ່ວນ​ຕົວ.3

​ໃນ​ຕອນ​​ພຣະຜູ້​ຊ່ອຍ​ໃຫ້​ລອດປະ​ສູດ, ​ເຫລົ່າ​ທູດ​ສະຫວັນ​ໄດ້​ຮ້ອງ​ເພງ​ສັນລະ​ເສີນ​ພຣະ​ເຈົ້າ ​ແລະ ​ໄດ້​ປະກາດວ່າ, “ລັດສະໝີ​ຈົ່ງ​ມີ​ແກ່​ພຣະ​ເຈົ້າ​ໃນ​ສະຫວັນ​ທີ່​ສູງ​ສຸດ, ​ແລະ ທີ່​ແຜ່ນດິນ​ໂລກ​ຈົ່ງ​ມີ​ ສັນຕິ​ສຸກ, ແກ່​ມະນຸດ​ທັງ​ປວງ​.”4

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຫດການ​ທີ່​ໜ້າ​ເສົ້າສະຫລົດ​ໃຈ​ກໍ​ໄດ້​ເກີດ​ຂຶ້ນ​ຫລັງ​ຈາກ​ການ​ປະສູດ​ຂອງ​ພຣະບຸດ​ຂອງ​ພຣະ​ເຈົ້າ, ກະສັດ​ເຮ​ໂຣດ​ໄດ້​ສັ່ງ​ໃຫ້​ຂ້າ​ພວກ​ເດັກນ້ອຍທັງ​ໝົດ​ຢູ່​ໃນ​ເມືອງ​ເບັດ​ເລ​ເຮັມ.5

ອຳ​ເພີ​ໃຈ​ເປັນ​ສິ່ງ​ສຳຄັນ​ຕໍ່​ແຜນ​​ແຫ່ງ​ຄວາມສຸກ. ມັນ​ອະນຸຍາດ​ໃຫ້​ມີ​ຄວາມ​ຮັກ, ການ​ເສຍ​ສະລະ, ການ​ເຕີບ​ໂຕ​​ຂອງ​ບຸກຄົນ, ​ແລະ ປະສົບ​ການ​ສຳລັບ​ຄວາມ​ກ້າວໜ້າ​ນິລັນດອນ​ຂອງ​ເຮົາ. ອຳ​ເພີ​ໃຈ​ນີ້​ກໍ​ຍັງ​ອະນຸຍາດ​ໃຫ້​ມີ​ຄວາມ​ເຈັບ​ປວດ ​ແລະ ຄວາມທຸກທໍລະມານ​ຢູ່​ໃນ​ຊີວິດ​ມະຕະນຳ​ອີກ, ​ແມ່ນ​ແຕ່​ຫລາຍ​ສິ່ງ​ທີ່​ເຮົາ​ບໍ່​ເຂົ້າ​ໃຈ ​ແລະ ການ​ເລືອກ​ອັນ​ຮ້າຍ​ກາດ​ຂອງ​ຄົນ​ອື່ນ. ສົງຄາມ​ຢູ່​ໃນ​ສະຫວັນ​ແມ່ນ​ກ່ຽວ​ກັບ​ອຳ​ເພີ​ໃຈ​​ເລື່ອງ​ສິນ​ທຳ​ຂອງ​ເຮົາ ​ແລະ ມັນ​ສຳຄັນ​ທີ່​ຈະ​ເຂົ້າ​ໃຈ​ການ​ປະຕິບັດ​ສາດສະໜາ​ກິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ.

ດັ່ງ​ທີ່​ມີ​ບັນຍາຍ​ໄວ້​ຢູ່​ໃນ​ບົດ​ທີ 10 ຂອງ​ພຣະທຳ​ມັດ​ທາຍ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ແນະນຳ​ອັກຄະ​ສາວົກ​ສິບ​ສອງ ​ແລະ ຮັບ​ຮູ້​ວ່າ​ພາລະກິດ​ຂອງ​ພຣະອົງ​ບໍ່​ແມ່ນ​​ເພື່ອ​ນຳ​ຄວາມ​ສະຫງົບ​​ມາ​ສູ່ໂລກ​. ອັກຄະ​ສາວົກ​ໄດ້​ຖືກ​ບອກ​ວ່າ ​ໃຫ້​ປະ​ຄວາມ​ສະຫງົບ​ໄວ້​ໃນ​ບ້ານ​ເຮືອນ​ທີ່​ດີ​ບ່ອນ​ທີ່​ເຂົາ​ເຈົ້າ​ໄປ​ຢ້ຽມຢາມ ​ແຕ່​​ໄດ້​ເຕືອນ​ເຂົາ​ເຈົ້າວ່າ ​ເຂົາ​ເຈົ້າ “ຢູ່​ໃນ​ທ່າມກາງ​ຝູງ​ໝາ​ໄນ ... [​ແລະ] ຄົນ​ທັງ​ປວງ​ຈະ​ກຽດ​ຊັງ​ພວກ​ເຈົ້າ​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ: ​ແຕ່​ຜູ້​ໃດ​ທີ່​ທົນ​ໄດ້​ຈົນ​ເຖິງ​ທີ່​ສຸດ ຜູ້ນັ້ນຈະ​ໄດ້​ລອດ​ພົ້ນ.”6 ການ​ປະກາດ​ທີ່​ສຳຄັນ​ຢູ່​ໃນ​ຂໍ້​ທີ 34 ມີ​ຄຳວ່າ: “ຢ່າ​ຄິດ​ວ່າ​ເຮົາ​ນຳ​ຄວາມ​ສະຫງົບ​ມາສູ່​ໂລກ.”7 ​ເຫັນ​ໄດ້​ຢ່າງ​ແຈ້ງຊັດວ່າ ຄວາມ​ສະຫງົບ​ທົ່ວ​ໂລກ​ບໍ່​ເຄີຍ​ມີ​​ໃນຊ່ວງ​ໄລຍະ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະຄຣິດ, ​ແລະ ​ໃນ​​ເວລາ​ນີ້​ກໍ​ບໍ່​ມີ.

​​ໃນຄຳ​ແນະນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຕໍ່ Doctrine and Covenants, ຫລັກ​ທຳ​ທີ່​ສຳຄັນ​ຫລາຍ​ຢ່າງ​ໄດ້​ຖືກ​ສອນ. ​ໂດຍ​ທີ່​ມີ​ຄວາມ​ນັບຖື​ຕໍ່​ຄົນ​ທີ່​ບໍ່​ກັບ​ໃຈ, ພຣະວິນ​ຍານ​ຂອງ​ພຣະອົງ (ພຣະວິນ​ຍານ​ຂອງ​ພຣະຄຣິດ), ​​ຊຶ່ງໄດ້​ຖືກມອບ​ໃຫ້​ແກ່ມະນຸດ​ທຸກ​ຄົນທີ່​ມາສູ່​ໂລກ,8 ​ຈະ​ບໍ່​ພະຍາຍາມ​ກັບ​ມະນຸດ​ຕະຫລອດ​ໄປ.9 ພ້ອມ​ນີ້, ສັນຕິ​ສຸກຈະຖືກ​ເອົາ​ໄປຈາກ​ແຜ່ນດິນ​ໂລກ.10 ບັນດາສາ​ດສະ​ດາ​ໄດ້​ປະກາດ​ວ່າ ຄວາມ​ສະຫງົບ​ໄດ້​ຖືກ​ເອົາ​ໄປ​ຈາກ​ໂລກ​ແທ້ໆ.11 ລູຊິ​ເຟີ​ຍັງ​ບໍ່​ໄດ້​ຖືກ​ມັດ​ໄວ້ ​ແລະ ຍັງ​ໃຊ້​ອຳນາດ​ຢູ່​ໃນ​ໂລ​ກນີ້​ຢູ່.12

ຄວາມ​ປາດ​ຖະໜາ​ທີ່​ຊອບ​ທຳ​ຂອງ​ຄົນ​ດີ​ຢູ່​ໃນ​ທຸກ​ແຫ່ງ​ຫົນ ​​ແມ່ນ​ເພື່ອ​ຄວາມ​ສະຫງົບຢູ່​ໃນ​ໂລກ​ສະ​ເໝີ​ມາ. ​ເຮົາ​ບໍ່​ເຄີຍ​ລົດ​ລະ​ໃນ​ການ​ບັນລຸ​ເປົ້າໝາຍ​ນີ້. ​ແຕ່​ປະທານ​ໂຈ​ເຊັບ ​ແອັຟ ສະ​ມິດ ​ໄດ້​ສອນ​ວ່າ, “ວິນ​ຍານ​ແຫ່ງ​ຄວາມ​ສະຫງົບ ​ແລະ ຄວາມ​ຮັກ​ບໍ່​ສາມາດ​ມາສູ່​ໂລກ​ນີ້ ... ​ເວັ້ນ​ເສຍ​ແຕ່​ມະ​ມຸດຈະ​ໄດ້​ຮັບ​ຄວາມ​ຈິງ​ຂອງ​ພຣະ​ເຈົ້າ ​ແລະ ຂ່າວ​ສານ​ຂອງ​ພຣະ​ເຈົ້າ ..., ​ແລະ ຮັບ​ຮູ້​ອຳນາດ​ຂອງ​ພຣະອົງ ​ແລະ ສິດ​ອຳນາດ​ແຫ່ງ​ສະຫວັນ​ເສຍ​ກ່ອນ.”13

​ເຮົາ​ຫວັງ ​ແລະ ອະທິຖານ​ຢ່າງ​ຕັ້ງ​ໃຈ​ສຳລັບ​ຄວາມ​ສະຫງົບ​ທົ່ວ​ໂລກ, ​ແຕ່​ໃນ​ບົດບາດ​ຂອງ​ເຮົາ​ເປັນ​ສ່ວນ​ຕົວ ​ແລະ ​ເປັນ​ຄອບຄົວ ທີ່​ເຮົາ​ຈະ​ປະສົບ​ຄວາມ​ສະຫງົບ​​ເປັນ​ລາງວັນ​ທີ່​ໄດ້​ສັນຍາ​ໄວ້ສຳລັບ​ຄວາມ​ຊອບ​ທຳ. ຄວາມ​ສະຫງົບ​ນີ້​ເປັນ​ຂອງ​ປະທານ​ທີ່​ໄດ້​ສັນຍາ​ໄວ້​ຂອງ​ພາລະກິດ ​ແລະ ການ​​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ.

ຫລັກ​ທຳ​ນີ້​ໄດ້​ມີ​ຢູ່​ໜ້ອຍ​ໜຶ່ງ​ໃນ Doctrine and Covenants ທີ່​ວ່າ: ຈົ່ງ​ຮຽນຮູ້​ວ່າ ຄົນ​ທີ່​ເຮັດ​ວຽກ​ງານ​ແຫ່ງ​ຄວາມ​ຊອບ​ທຳຈະ​ໄດ້​ຮັບ​ລາງວັນ​ຂອງ​ເຂົາ, ແມ່ນ​ແຕ່ສັນຕິ​ສຸກ​ໃນ​ໂລກ​ນີ້ ​ແລະ ຊີວິດ​ນິລັນດອນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ.”14

ປະທານ​ຈອນ ​ເທ​ເລີ ​ໄດ້​ສອນ​ວ່າ ຄວາມ​ສະຫງົບ​ບໍ່​ໄດ້​ເປັນ​ສິ່ງ​ທີ່​ປາດ​ຖະໜາ​ເທົ່າ​ນັ້ນ, ​ແຕ່ “ມັນ​ເປັນ​ຂອງ​ປະທານ​ຂອງ​ພຣະ​ເຈົ້າ.”15

ຄວາມ​ສະຫງົບ​ທີ່​ຂ້າພະ​ເຈົ້າກ່າວ​ເຖິງ​ນັ້ນ ບໍ່​ພຽງ​ແຕ່​ເປັນຄວາມ​ສະຫງົບພຽງ​ຊົ່ວຄາວ​ເທົ່າ​ນັ້ນ. ມັນ​ເປັນຄວາມ​ສຸກອັນ​ເລິກ​ຊຶ້ງ ​ແລະ ​ເປັນຄວາມ​ພໍ​ໃຈ​ທາງ​ວິນ​ຍານ​ທີ່​ຍາວ​ນານ.16

ປະທານ​ຮີ​ເບີ ​ເຈ ​ກະ​ແຣນ ​ໄດ້​ບັນຍາຍ​ເຖິງ​ຄວາມ​ສະຫງົບ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​​ໃນທາງ​ນີ້: “ຄວາມ​ສະຫງົບ​ຂອງ​ພຣະອົງ​ຈະ​ບັນ​ເທົາ​ຄວາມທຸກ​ທໍລະມານ​ຂອງ​ເຮົາ, ປິ່ນປົວ​ຫົວ​ໃຈ​ທີ່​ເຈັບ​ປວດ, ຍົກ​ຄວາມ​ກຽດ​ຊັງ​ອອກໄປ, ສ້າງ​ຄວາມ​ຮັກ​ໃນ​ຕົວ​ເຮົາ​​ສຳລັບ​ເພື່ອນ​ມະນຸດ​ຈົນ​ວ່າຈິດ​ວິນ​ຍານ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫງົບ ​ແລະ ຄວາມສຸກ.”17 ​ໃນ​ການ​ໄປ​ພົບ​ກັບ​ພໍ່​ແມ່​ຂອງ​ນາງ​ເອມະ​ລີ ພາກ​ເກີ, ຂ້າພະ​ເຈົ້າ​ໄດ້​ເຫັນ​ວ່າ ຄວາມ​ສະຫງົບ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ບັນ​ເທົາ​ຄວາມທຸກ​ທໍລະມານ​ຂອງ​ເຂົາ​ເຈົ້າ ​ແລະ ຊ່ອຍ​ປິ່ນປົວ​ຫົວ​ໃຈ​ທີ່​ເຈັບ​ປວດຂອງ​ເຂົາ​ເຈົ້າ. ​ເຫັນ​ໄດ້​ວ່າ ບໍ່​ດົນ​ຫລັງ​ຈາກ​ການ​ສັງຫານ​ນັ້ນ, ບະ​ລາ​ເດີ ພາກ​ເກີ ​ໄດ້​ກ່າວ​ໃຫ້​ອະ​ໄພ​ຄາດ​ຕະກອນ. ດັ່ງ​ທີ່​ປະທານ​ກະ​ແຣນ​ໄດ້​ກ່າວ, ຄວາມ​ສະຫງົບ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ສາມາດ “ຍົກ​ຄວາມ​ກຽດ​ຊັງ​ອອກ​ໄປ​ໄດ້.” ການ​ພິພາກສາ​ເປັນ​ຂອງ​ພຣະຜູ້​ເປັນ​ເຈົ້າ.

​ໄພ່​ພົນ​ຂອງ​ພຣະ​ເຈົ້າຢູ່​ປະ​ເທດ​ໄອ​ໂວຣີ ​ໂຄດ, ​ໃນ​ຊ່ວງ​ໄລຍະ​ສົງຄາມ​ກາງ​ເມືອງ, ​ໄດ້​ພົບ​ຄວາມ​ສະຫງົບ​ໂດຍ​ການ​ເອົາ​ໃຈ​ໃສ່​ຕໍ່​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ໂດຍ​ສະ​ເພາະ​ການ​ເນັ້ນໜັກ​ເລື່ອງ​ປະຫວັດ​ຄອບຄົວ ​ແລະ ວຽກ​ງານ​ຂອງ​ພຣະວິຫານ​ສຳລັບ​ບັນພະບຸລຸ​ດຂອງ​ເຂົາ​ເຈົ້າ.18

​ເຮົາ​ທຸກ​ຄົນ​ກໍ​ຢາກ​ມີ​ຄວາມ​ສະຫງົບ. ຄວາມ​ສະຫງົບ​ບໍ່​ແມ່ນ​ຄວາມ​ປອດ​ໄພ ຫລື ການບໍ່​ມີ​ສົງຄາມ, ບໍ່​ມີຄວາມ​ຮຸນ​ແຮງ, ບໍ່​ມີການປະ​ທະ, ​ແລະ ບໍ່​ມີການ​ໂຕ້​ຖຽງ​ກັນ​ເທົ່າ​ນັ້ນ. ຄວາມ​ສະຫງົບ​ມາ​ຈາກ​ການ​ທີ່​ຮູ້​ວ່າ​ພຣະຜູ້​ຊ່ອຍ​ໃຫ້​ລອດຮູ້​ວ່າ​ເຮົາ​ເປັນ​ໃຜ, ​ແລະ ຮູ້​ວ່າ​ເຮົາ​ມີ​ສັດທາ​ໃນ​ພຣະອົງ, ​ແລະ ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ, ​​ໂດຍສ​ະ​ເພາະ​ໃນ​ທ່າມກາງ​ການ​ທົດ​ລອງ​ ​ແລະ ​ໄພພິບັດອັນ​ຮ້າຍ​ແຮງ. ຄຳ​ຕອບ​ຂອງ​ພຣະຜູ້​ເປັນ​ເຈົ້າຕໍ່​ສາດສະດາ​ໂຈ​ເຊັບ ສະ​ມິດ ຢູ່​ໃນ​ຄຸກ​ລີ​ເບີ​ຕີ ​ໄດ້​​ໃຫ້​ຄວາມ​ປອບ​ໂຍນ​ແກ່ຈິດ​ໃຈຂອງເພິ່ນ ​ດັ່ງ​ນີ້:

ສັນຕິ​ສຸກຈົ່ງ​ມີ​ແກ່​ຈິດ​ວິນ​ຍານຂອງ​ເຈົ້າ​; ຄວາມທຸກ​ຍາກ​ລຳບາກ​ຂອງ​ເຈົ້າ ​ແລະ ຄວາມທຸກທໍລະມານ​ຂອງ​ເຈົ້າຈະ​ເປັນ​ຢູ່​ພຽງ​ຊົ່ວຄາວ;

ແລະ ຈາກ​ນັ້ນ, ຖ້າຫາກ​ເຈົ້າອົດທົນ​ມັນ​ໄດ້​ດີ, ພຣະ​ເຈົ້າຈະ​ຍົກ​ເຈົ້າຂຶ້ນສູ່​ເບື້ອງບົນ.19

ຈື່​ໄດ້​ບໍວ່າ “ພຣະ​ເຈົ້າບໍ່​ໄດ້​ເປັນ​ຜູ້​ກໍ່​ຄວາມ​ວຸ້ນວາຍ ​ແຕ່​ເປັນ​ຜູ້​ສ້າງຄວາມ​ສະຫງົບ​ສຸກ.”20 ​​ເພາະ​ຄົນ​ໃດ​ທີ່​ປະຕິ​ເສດ​ພຣະ​ເຈົ້າ, ຈະ​ບໍ່​ມີ​ຄວາມ​ສະຫງົບ. ເຮົາ​ທຸກ​ຄົນ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ກອງ​ປະຊຸມ​ມະຫາສານ​ຢູ່​ໃນ​ສະຫວັນ​ທີ່​ໄດ້​ປະທານ​ອຳ​ເພີ​ໃຈ​​ເລື່ອງ​ສິນ​ທຳ​ໃຫ້, ​ໂດຍ​ທີ່​ຮູ້​ວ່າ ຈະ​ປະ​ເຊີນ​ກັບ​ຄວາມ​ເຈັບ​ປວດ​ໃນ​ຊ່ວງ​ມະຕະ ​ແລະ ​ແມ່ນ​ແຕ່​​ໄພພິບັດ​ອັນ​ຮ້າຍ​ແຮງ ​ເພາະ​ການ​ໃຊ້​ອຳ​ເພີ​ໃຈ​ໃນ​ທາງ​ທີ່​ຜິດ. ​ເຮົາ​ເຂົ້າ​ໃຈ​ວ່າ ສິ່ງ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ, ສັບສົນ, ​ແລະ ຢ້ານ​ກົວ. ​ແຕ່​ເຮົາ​ກໍ​ຍັງ​ຮູ້​ວ່າ ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຈະ​ເອົາ​ຊະນະ ​ແລະ ທົດ​ແທນສຳລັບຄວາມ​ບໍ່​ຍຸດຕິ​ທຳ​ທັງ​ໝົດ​ຂອງ​ຊີວິດ​ມະຕະ ​ແລະ ນຳ​ຄວາມ​ສະຫງົບ​ມາ​ໃຫ້. ​ແອວ​ເດີ​ ​ແມຣິອອນ ດີ ​ແຮ໊ງສ໌ ​ໄດ້​ຕິດ​ຖ້ອຍ​ຄຳຂອງ ອູ​ໂກ ​ເບ​ທີ ​​ໄວ້ຢູ່​​ເທິງ​ຝາ​ຫ້ອງ​ຂອງ​ເພິ່ນ ມີ​ຄຳ​ວ່າ “ການ​ທີ່​ຈະ​ເຊື່ອ​​ໃນ​ພຣະ​ເຈົ້າ​ເປັນ​ການ​ຮູ້​ວ່າ ກົດ​ທັງ​ໝົດ​ຈະ​ຍຸດຕິ​ທຳ, ​ແລະ ຈະ​ມີ​ຄວາມປະຫລາດ​ໃຈ.”21

ແມ່ນ​ຫຍັງ​ຄື​ແຫ​ລ່ງຂອງ​ຄວາມ​ສະຫງົບ? ຫລາຍ​ຄົນ​ສະ​ແຫວງຫາຄວາມ​ສະຫງົບ​​ໃນ​ວິທີ​ທາງ​ຂອງ​ໂລກ, ຊຶ່ງ​ບໍ່​ເຄີຍ ​ແລະ ຈະ​ບໍ່​ເຄີຍ​ສຳ​ເລັດ​ຜົນ. ຄວາມ​ສະຫງົບ​ບໍ່​​ໄດ້​ມາ​ເຖິງ​ໂດຍ​ການ​ມີ​ຄວາມ​ລ້ຳລວຍ, ອຳນາດ, ຫລື ຄວາມ​ໂດ່​ງດັງ.22 ຄວາມ​ສະຫງົບບໍ່​ໄດ້​ມາ​ເຖິງ​ໃນ​ການສະ​ແຫວ​ງຫາ​ຄວາມ​ລື້​ນ​ເລີງ, ສິ່ງ​ບັນ​ເທີ​ງ, ຫລື ການ​ພັກຜ່ອນ​ຢ່ອນ​ອາລົມ. ທຸກ​ສິ່ງ​ຢ່າງນີ້ບໍ່ສາມາດ, ​ແມ່ນ​ແຕ່​ໄດ້​ຮັບ​ຢ່າງ​ຫລວງຫລາຍ, ສ້າງ​ຄວາມສຸກ ຫລື ຄວາມ​ສະຫງົບ​ທີ່​ຍືນ​ຍົງ​ໄດ້.

​​​ເພງ​ສວດ​ຂອງເອມມາ ລູ ​ໄທ​ນີ ​ໄດ້​ຖາມ​ຄຳ​ຖາມ​ທີ່​ເໝາະ​ສົມ ດັ່ງ​ນີ້: “ເຮົາຈະ​ຊອກ​ຫາ​ຄວາມ​ສະຫງົບ​ໄດ້​ຢູ່​ໃສ? ຄວາມ​ສະຫງົບ​ຂອງ​ເຮົາ​ຢູ່​ໃສ ​ເມື່ອ​ແຫ​ລ່ງອື່ນ​ເຊົາ​ປິ່ນປົວ​ເຮົາ?”23 ຄຳ​ຕອບ​ຄື ພຣະຜູ້​ຊ່ອຍ​ໃຫ້​ລອດ, ຜູ້​ເປັນ​ແຫ​ລ່ງ ​ແລະ ​ເປັນ​ຜູ້​ສ້າງ​ຄວາມ​ສະຫງົບ. ພຣະອົງ​ເປັນ “ອົງ​ສັນຕິ​ລາດ.”24

​​ເຮົາ​ຈະ​ຢູ່​ໃກ້​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ແນວ​ໃດ? ການ​ຖ່ອມ​ຕົວ​ລົງ​ຕໍ່​ພຣະພັກ​ຂອງ​ພຣະ​ເຈົ້າ, ການ​ອະທິຖານ​ສະ​ເໝີ, ການ​ກັບ​ໃຈ​ຈາກ​ບາບ, ການ​ລົງ​ໄປ​ໃນ​ນ້ຳ​ແຫ່ງ​ການ​ບັບຕິ​ສະມາ​ດ້ວຍ​ຫົວ​ໃຈ​ທີ່​ຊອກ​ຊ້ຳ ​ແລະ ວິນ​ຍານ​ທີ່​ສຳນຶກ​ຜິດ, ​ແລະ ການ​ກາຍ​ເປັນ​ສາ​ນຸສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ ​ເປັນ​ຕົວຢ່າງ​ຂອງ​ຄວາມຊອບ​ທຳ​ແທ້​ໆ ຊຶ່ງ​ລາ​ງວັນ​ແມ່ນ​ຄວາມ​ສະຫງົບ​ອັນ​ຍາວ​ນານ.25 ຫລັງ​ຈາກ​ກະສັດ​ເບັນ​ຢາ​ມິນ ​ໄດ້​ກ່າວ​ຂ່າວສານ​ທີ່​ໜັກ​ແໜ້ນ​ຂອງ​ເພິ່ນ​​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ​ແລ້ວ, ຝູງ​ຊົນ​ໄດ້​ລົ້ມລົງ​ຢູ່​ກັບ​ພື້ນ​ດິນ. “ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າກໍ​ໄດ້​ສະ​ເດັດ​ມາ​ເທິງ​ພວກ​ເຂົາ, ​ແລະ ພວກ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມສຸກ, ​ໂດຍ​ທີ່​ໄດ້​ຮັບ​ການ​ປົດ​ບາບ​ຂອງ​ພວກ​ເຂົາ, ​ແລະ ​ໂດຍ ຄວາມສະຫງົບ​ໃນ​ຈິດ​​ສຳນຶກ, ​ເພາະ​ສັດທາ​ອັນ​ຍິ່ງ​ໃຫຍ່​ທີ່​ພວກ​ເຂົາມີ​ຢູ່​ໃນ​ພຣະ​ເຢຊູ​ຄຣິດ.”26 ການ​ກັບ​ໃຈ ​ແລະ ການ​ດຳ​ລົງ​ຊີວິດ​ທີ່​ຊອບ​ທຳ ຈະ​ນຳ ຄວາມສະຫງົບ​ໃນ​ຈິດ​​ສຳນຶກ ມາ​ໃຫ້​ເຮົາ, ຊຶ່ງ​ສຳຄັນ​ຕໍ່​ຄວາມ​ພໍ​ໃຈ.27 ​ເມື່ອ​ມີ​ການລະ​ເມີດ​ທີ່​ຮ້າຍ​ແຮງ, ກໍ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ສາລະພາບ​ກ່ອນ​ຈະມີ​ຄວາມ​ສະຫງົບ​ໄດ້.28 ບາງທີ ບໍ່​ມີ​ສິ່ງ​ໃດ​ທີ່​ປຽບທຽບ​ກັບ​ຄວາມ​ສະຫງົບ​ທີ່ມາ​ເຖິງ​ຈາກການ​ຍົກ​ບາບ​ອັນໜັກໜ່ວງ​ໃຫ້​ແກ່​ພຣະຜູ້​ເປັນ​ເຈົ້າ ​ແລະ ຮຽກຮ້ອງ​ເອົາ​ພອນ​ແຫ່ງ​ການ​ຊົດ​ໃຊ້. ​ດັ່ງ​ເພງ​ສວດ​ທີ່​ນິຍົມ​​ຮ້ອງກັນ ບອກ​ວ່າ, “​ເຮົາ​ຈະ​ວາງ​ຄວາມ​ໜັກໜ່ວງ​ໄວ້​ທີ່​ພຣະບາດ​ຂອງ​ພຣະອົງ ​ແລະ ຮ້ອງ​ເພງ​ດ້ວຍ​ຄວາມສຸກ.”29

ຫົວ​ໃຈ​ຂອງ​ຂ້າພະ​ເຈົ້າປິ​ຕິ​ຍິນ​ດີ ​ເມື່ອ​ຂ້າພະ​ເຈົ້າຮັບ​ຮູ້​ວ່າ ​ໃນວັນ​ເວລາ​ຂອງ​ເຮົາ ຊາຍ​ໜຸ່ມ, ຍິ່ງ​ໜຸ່ມ, ​ແລະ ຜູ້​ອາວຸ​ໂສຫລາຍ​ສິບ​ພັນ​ຄົນ ​ໄດ້​ຕອບ​ຮັບ​ການ​ເອີ້ນ​ເປັນ​ອັກ​ຄະ​ທູດ​ຂອງ​ພຣະຜູ້​ເປັນ​ເຈົ້າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ. ​ເຂົາ​ເຈົ້າ​ໄດ້​ນຳພຣະກິດ​ຕິ​ຄຸນ​ແຫ່ງ​ຄວາມ​ສະຫງົບທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ໄປ​ສູ່​ໂລກ, ​ໄປ​ໃຫ້​​ເທື່ອ​ລະ​ຄົນ ​ແລະ ​ເທື່ອ​ລະຄອບຄົວ​—ວຽກ​ງານ​ແຫ່ງ​ຄວາມ​ຊອບ​ທຳ​ທີ່​ຈະ​ນຳ​ຄວາມ​ສະຫງົບ​ມາ​ໃຫ້​ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນ.

ສາດສະໜາ​ຈັກ​ເປັນ​ບ່ອນ​ຫລົບ​ໄພ ບ່ອນ​ທີ່​ຜູ້​ຕິດຕາມ​ພຣະຄຣິດ​ພົບ​ຄວາມ​ສະຫງົບ. ຄົນ​ໜຸ່ມບາງ​ຄົນ​ຢູ່​ໃນ​ໂລກ​ນີ້​ເວົ້າວ່າ ​ເຂົາ​ເຈົ້າ​ເປັນ​ຄົນ​ມີ​ສິນ​ທຳ ​​ແຕ່​ບໍ່​​ເຄັ່ງ​ຄັດ​ເລື່ອງ​ສາດສະໜາ. ການ​ເປັນ​ຄົນ​ມີ​ສິນ​ທຳ​ເປັນ​ບາດກ້າວ​​ເລີ່​ມຕົ້ນທີ່​ດີ. ​​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ແມ່ນ​ຢູ່​ໃນ​ສາດສະໜາ​ຈັກ​ທີ່​ເຮົາ​ຜູກ​ມິດ, ​ຖືກ​ສອນ, ​ແລະ ຖືກ​ລ້ຽງ​ດູ​ດ້ວຍ​ພຣະຄຳ​ຂອງ​ພຣະ​ເຈົ້າ. ສຳຄັນ​ກວ່າ​ນັ້ນ ​ແມ່ນ​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ຢູ່​ໃນ​ສາດສະໜາ​ຈັກ​ທີ່​ຈັດ​ຫາ​ພິທີການ​ທີ່​ສັກສິດ ​ແລະ ພັນທະ​ສັນຍາ​ທີ່​ຜູກ​ມັດຄອບຄົວ​ເຂົ້າກັນ ​ແລະ ​ເຮັດ​ໃຫ້​​ເຮົາ​ມີຄ່າ​ຄວນ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ພຣະ​ເຈົ້າ ພຣະບິດາ ​ແລະ ພຣະ​ເຢຊູ​ຄຣິດ ​ໃນ​ອານາຈັກ​ຊັ້ນສູງ. ພິທີການ​ເຫລົ່າ​ນີ້​ຈະ​ນຳ​ຄວາມ​ສະຫງົບ​ມາ​ໃຫ້ ​ເພາະວ່າ​ມັນ​ກ່ຽວ​ພັນ​ກັບພັນທະ​ສັນຍານຳພຣະຜູ້​ເປັນ​ເຈົ້າ.

ພຣະວິຫານ​ເປັນ​ບ່ອນ​ທີ່​ພິທີການ​ທີ່​ສັກສິດ​ຫລາຍ​ຢ່າງ​​ເຫລົ່າ​ນີ້​ຖືກ​ຈັດ​ຂຶ້ນ ​ແລະ ​ເປັນ​ແຫ​ລ່ງ​ໃຫ້​ຄວາມ​ສະຫງົບຈາກ​ໂລກ. ຜູ້​ທີ່​ທ່ຽວ​ຊົມ​ພຣະວິຫານ ຫລື ມີ​ສ່ວນ​ຮ່ວມ​ໃນ​ການ​ເປີດ​ຊົມ​ພຣະວິຫານ ກໍ​ຈະ​ຮູ້ສຶກ​ເຖິງ​ຄວາມ​ສະຫງົບ​ນີ້​ຄື​ກັນ. ຂ້າພະ​ເຈົ້າຍັງ​ຈື່​ປະສົບ​ການ​ໜຶ່ງ​ໄດ້​ດີ ຊຶ່ງ​ເປັນການ​ເປີດ​ຊົມ ​ແລະ ການ​ອຸທິດ​ພຣະວິຫານ ຊູ​ວາ ຟີ​ຈີ. ຕອນ​ນັ້ນມີ​ການ​ເດີນ​ຂະ​ບວນປະ​ທ້ອງ​ຝ່າຍ​ລັດຖະບານ, ​ເຖິງ​ຂັ້ນມີ​ການ​ຈູດ​ເຜົາ​ບາງ​ສິ່ງ ​ແລະ ທຳລາຍ​ຕົວ​ເມືອງຊູ​ວາ, ​ມີ​ການ​ຍຶດ​ເອົາ​ຕຶກລັດຖະສະພາ ​ແລະ ກັກສະມາຊິກ​ສະພາ​ເປັນ​ຕົວ​ປະກັນ. ປະ​ເທດຟີ​ຈີຕົກ​ຢູ່​ໃນ​ການ​ຄວບຄຸມ​ຂອງ​ໜ່ວຍ​ກອງທັບ. ກອງທັບຟີ​ຈີ​ໄດ້​ອະນຸຍາດ​​ໃຫ້​ຜູ້​ຄົນ​ຈຳນວນ​ໜຶ່ງ​ມາ​ທ່ຽວຊົມ​ພຣະວິຫານ ​ແລະ ອະນຸຍາດ​ສະມາຊິກ​ພຽງ​ເລັກ​ນ້ອຍ​ໃຫ້​ມາ​ຮ່ວມ​ການ​ອຸທິດ​ພຣະວິຫານ. ສະມາຊິກ​ສ່ວນ​ຫລາຍ​ບໍ່​ໄດ້​ຖືກ​ຮັບ​ເຊີນ ​ເນື່ອງ​ດ້ວຍ​ຄວາມ​ເປັນ​ຫ່ວງ​ເລື່ອງ​ຄວາມ​ປອດ​​ໄພ. ​ເປັນ​ພຣະວິຫານ​ແຫ່ງ​ດຽວ​ເທົ່າ​ນັ້ນທີ່​ນອກ​ເໜືອ​ໄປ​ຈາກ​ພຣະວິຫານນາ​ວູທີ່​ຕົກ​ຢູ່​ໃນ​ສະພາບ​ອັນ​ຫຍຸ້ງຍາກ.

ຄົນ​ໜຶ່ງ​ທີ່​ໄດ້​ຖືກ​ເຊື້ອ​ເຊີນ​ໄປ​ຊົມ​ພຣະວິຫານ​ເປັນ​ຜູ້ຍິງຄົນ​ອິນ​ເດຍ, ສະມາຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ຜູ້​ແທນ​ ຜູ້​ເຄີຍ​ໄດ້​ຖືກ​ກັກ​​ໄວ້​ເປັນ​ຕົວ​ປະກັນ ​ແລະ ​ໄດ້​ຖືກ​ປ່ອຍ​ໄປ​ເພາະ​ເປັນ​ຜູ້ຍິງ.

ຢູ່​ໃນ​ຫ້ອງ​ຊັ້ນສູງ, ປາດ​ສະ​ຈາກ​ຄວາມ​ຫຍຸ້ງຍາກ​ຂອງ​ໂລກ, ນາງ​ໄດ້​ຮ້ອງ​ໄຫ້​​ໃນ​ຂະນະ​ທີ່​ນາງສະ​ແດງ​ຄວາມ​ຮູ້​ຂອງ​ນາງ​ເຖິງ​ຄວາມ​ສະຫງົບ​ທີ່​ມາສູ່​ນາງ. ນາງ​ຮູ້ສຶກ​ວ່າ​ພຣະວິນ​ຍານ​ບໍລິສຸດ​ໄດ້​ມາສະ​ຖິດ​ຢູ​ກັບ​ນາງ ​ແລະ ​ເປັນ​ພະຍານ​ຕໍ່​ນາງ​ເຖິງ​ສະພາບ​ອັນ​ສັກສິດ​ຂອງ​ພຣະວິຫານ.

ພຣະຜູ້​ຊ່ອຍ​ໃຫ້​ລອດ​ເປັນ​ແຫ​ລ່ງຂອງ​ຄວາມ​ສະຫງົບ​ທີ່​ແທ້​ຈິງ. ​ແມ່ນ​ແຕ່​​ຕອນ​ຊີວິດ​​ໄດ້​ຮັບ​ການ​ທົດ​ລອງ, ​​ເປັນ​ເພາະ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຄຸນ​ຂອງ​ພຣະອົງ, ການ​ດຳລົງ​ຊີວິດ​ທີ່​ຊອບ​ທຳ​ຈະ​ໄດ້​ຮັບ​ລາງວັນ​ດ້ວຍ​ຄວາມ​ສະຫງົບ​​. ຢູ່​ໃນ​ຫ້ອງ​ພິ​ເສດ​ທີ່​ຈັດງານ​ລ້ຽງປັດ​ສະ​ຄາ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສັນຍາ​ກັບ​ອັກຄະ​ສາວົກ​ຂອງ​ພຣະອົງ​ວ່າ ​ເຂົາ​ເຈົ້າຈະ​ມີ “ພຣະຜູ້​ປອບ​ໂຍນ, ຊຶ່ງ​ເປັນ​ພຣະວິນ​ຍານ​ບໍລິສຸດ” ສະຖິດ​ຢູ່​ນຳ ​ແລະ ​ໄດ້​ກ່າວ​ຖ້ອຍ​ຄຳ​ທີ່​ສຳຄັນ​ວ່າ: “​​ສັນຕິ​ສຸກ​ຂອງ​ເຮົາ​ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ, ສັນຕິ​ສຸກ​ທີ່​ເຮົາ​ໃຫ້​ ບໍ່​ຄື​ສັນ​ຕິ​ສຸກ​ທີ່​ໂລກ​ໃຫ້.”30 ​ແລ້ວກ່ອນການ​ອະທິຖານ​ໄກ່​ເກ່ຍຂອງ​ພຣະອົງ: “​ເຮົາ​ບອກ​ເລື່ອງ​ນີ້​ແກ່​ເຈົ້າທັງຫລາຍ​ເພື່ອ​ພວກ​ເຈົ້າຈະ​ມີ​ຄວາມ​ສະຫງົບ​ສຸກ​ໃນ​ເຮົາ​ ໃນ​ໂລກ​ນີ້​ພວກ​ເຈົ້າຈະ​ມີ​ຄວາມທຸກ​ລຳບາກ ​ແຕ່​ຈົ່ງຊື່ນ​ໃຈ​ເທາະ ຝ່າຍ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ.”31

ອີ​ລາຍ​ຊາ ອາ ສະ​ໂນ ​ໄດ້​ຂຽນ​ຂໍ້ຄວາມ​ດັ່ງ​ຕໍ່​ໄປ​ນີ້​ຢ່າ​ງສວຍ​ງາມ​ວ່າ:

ຈົ່ງ​ຍົກ​ໃຈຂຶ້ນ ​ແລະ ສັນລະ​ເສີນ​ພຣະ​ເຈົ້າ;

ຢ່າ​ໃຫ້​ຄວາມ​ປິ​ຕິ​ຍິນ​ດີ​ເຫືອດ​ຫາຍ,

​ເຖິງ​ແມ່ນ​ຈະ​ມີ​ຄວາມ​ທຸກ​ຍາກ​ລຳບາກ,

ພຣະຄຣິດກ່າວ​ວ່າ, “​ໃນ​ເຮົາ ​ເຈົ້າຈະ​ມີ​ຄວາມ​ສະຫງົບ.”32

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​​ ​ໃນ​ພຣະນາມ​ຂອງ​ພຣ​ະ​ເຢຊູ​ຄຣິດ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. ກອງ​ປະຊຸມ​ສອງ​ເທື່ອ​ທີ່​ໄດ້​ຈັດ​ຂຶ້ນ​ໃນ​ເມືອງອາ​ບີ​ຮານ ​ໃນ​ວັນ​ອາທິດ, ວັນ​ທີ 10 ​ເດືອນ​ກຸມພາ, ປີ 2013; ມີ​ຜູ້​ມາ​ຮ່ວມ 9,693 ຄົນ—619 ຄົນ​​ໃນ​ຈຳນວນ​ຜູ້​ທີ່​ມາ​ຮ່ວມບໍ່​ໄດ້​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ. ລວມທັງ​ໝົດ​ແລ້ວ ສະມາຊິກ​ຂອງ​ສາດສະໜາ​ຈັກ​ຢູ່​ປະ​ເທດ​ໄອ​ໂວຣີ ​ໂຄດ ມີ​ປະມານ 19,000 ຄົນ.

  2. ​ເບິ່ງ Doctrine and Covenants 115:6.

  3. ຄຳ​ວ່າ ຄວາມ​ສະຫງົບ ມີ​ຄວາມ​ໝາຍ​ທີ່​ແຕກ​ຕ່າງ​ກັນ. ​ໃນ​ພາສາ​ກຣິກມັນ​ກ່າວ​ເຖິງ ການ​ຢຸດ, ການ​ເຊົາ, ຫລື ການ​ຂາດການ​ເປັນ​ສັດຕູ. ​ໃນ​ພາສາ​ເຮັບ​ເຣີ ຄຳ​ນີ້​ມີ​ຄວາມ​ໝາຍ​ທີ່ລະອຽດ​ກວ່າ ​ແລະ ບາງ​ເທື່ອ ​ເປັນ​ຄຳ​ທັກ​ທາຍ. ຄວາມ​ສະຫງົບ ກໍ​ໝາຍ​ເຖິງ​ສະພາບ​ທີ່​ມາສູ່​ມະນຸດ ພຽງ​ແຕ່​ເຮັດ​ຕາມ​ຂໍ້ກຳ​ນົດ ​ແລະ ​ເງື່ອນ​ໄຂ​ທີ່​ຕັ້ງ​ໄວ້​ໂດຍ​ພຣະ​ເຈົ້າ​ເທົ່າ​ນັ້ນ” (Howard W. Hunter, in Conference Report, Oct. 1966, 14–17).

  4. ລູກາ 2:14; ​ເນັ້ນຄຳ​ເນີ້ງ.

  5. ​ເບິ່ງ ມັດ​ທາຍ 2:16; ​ເບິ່ງ Ross Douthat, “The Loss of the Innocents,” New York Times, Dec. 16, 2012, 12 ​ນຳ​ອີກ.

  6. ມັດ​ທາຍ 10:16, 22.

  7. ມັດ​ທາຍ 10:34.

  8. ​ເບິ່ງ Doctrine and Covenants 84:46.

  9. ​ເບິ່ງ Doctrine and Covenants 1:33.

  10. ​ເບິ່ງ Doctrine and Covenants 1:35.

  11. ປະທານ​ວູດຣັບ​ໄດ້​ປະກາດ​ສິ່ງ​ນີ້​ໃນ​ປີ 1894 ​ແລະ ອີກ​ເທື່ອ​ໜຶ່ງ​ໃນ​ປີ 1896. ​ເບິ່ງ The Discourses of Wilford Woodruff, ed. G. Homer Durham (1946), 251–52; ​ເບິ່ງ Marion G. Romney, in Conference Report, Apr. 1967, 79–82 ນຳ​ອີກ.

  12. ​ເບິ່ງ Joseph Fielding Smith, The Predicted Judgments, Brigham Young University Speeches of the Year (Mar. 21, 1967), 5–6. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດັ່ງ​ທີ່​ປະທານ​ແອວ​ເດີ ນຽວ ​ເອ ​ແມ໊ກສະ​ແວວ ​ໄດ້​ກ່າວ, “​ເຮົາ​ສາມາດ​ມີ​ຄວາມ​ສະຫງົບ​ໃນ​ຈິດ​ໃຈ​ໄດ້ ​​ເຖິງ​ແມ່ນ​ຄວາມ​ສະຫງົບ​ໄດ້​ຖືກ​ເອົາ​ໄປ​ຈາກ​​ແຜ່ນດິນ​ໂລກ .... ​ແລະ ‘ທຸກ​ສິ່ງ​ສັບສົນ​ວຸ້ນວາຍ’” (“Behold, the Enemy Is Combined,” Ensign, May 1993, 79).

  13. Teachings of Presidents of the Church: Joseph F. Smith (1998), 400.

  14. ​ເບິ່ງ Doctrine and Covenants 59:23.

  15. Teachings of Presidents of the Church: John Taylor (2001), 151.

  16. ນັບ​ຈາກ​ສະ​ໄໝ​ໂບຮານ​ຂອງ​ຊາວ​ກຣິກມາ​ເຖິງ​ວັນ​ເວລາ​ຂອງ​ເຮົາ, ຖ້ອຍ​ຄຳ​ເຫລົ່າ​ນີ້ຄວາມສຸກ ​ແລະ ຄວາມ​ພໍ​ໃຈບໍ່​ພຽງ​ແຕ່​ຖືກກະຈາຍ, ຖືກ​ວິ​ເຄາະ, ​ແລະ ຖືກ​ສຶກສາ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ມັນ​ເທົ່າ​ນັ້ນ, ​ແຕ່​ມັນ​ໄດ້​ເປັນ​ສິ່ງ​ນຳພາ​ແກ່​ຊີວິດ​ຂອງ​ເຮົາ​ນຳ​ອີກ. ​ເບິ່ງ David Malouf, The Happy Life: The Search for Contentment in the Modern World (2011). ເບິ່ງ ການ​ທົບ​ທວນ​ປຶ້ມຂອງ​ທ່ານ Malouf’s book, in R. Jay Magill Jr., “How to Live Well,” Wall Street Journal, Jan. 26–27, 2013, C6 ​ນຳ​ອີກ.

  17. Teachings of Presidents of the Church: Heber J. Grant (2002), 226.

  18. “ສະ​ເຕກສາມ​ແຫ່ງ​ໃນ​ຈຳນວນ​ຫ້າ​ແຫ່ງ​ຢູ່​ປະ​ເທດ​ໄອ​ໂວຣີ ​​ໂຄ​ດຕ໌ ​​ແມ່ນ​ຢູ່​ໃນ​ອັນ​ດັບ​ທີ 25 ຂອງ​ຈຳນວນ​ເປີ​ເຊັນ​ຂອງ​ຜູ້​ໃຫຍ່​ທີ່​ໄດ້​ສົ່ງ​ລາຍ​ຊື່​ບັນພະບຸລຸດ​ໄປ​​ເຮັດ​ພິທີການ​ໃນ​ພຣະວິຫານ,” ​ແລະ ສະ​ເຕກ ​ໂຄ​ໂຄ​ດີ ​ຂອດ ດີ​ວໍ ​ເປັນ​ແຫ່ງໜຶ່ງ​ທີ່​ສົ່ງ​ລາຍ​ຊື່​ໄປ​ຫລາຍ​ກວ່າ​ໝູ່ (C. Terry Warner and Susan Warner, “Apostle Visits Ivory Coast, Is ‘Impressed with Exceptional Spirit,’” Church News, Mar. 3, 2013, 4, 14). ໃນ​ໄລຍະ​ທີ່​ມີ​ສົງຄາມ​ກາງ​ເມືອງ ​ແລະ ພຣະວິຫານ​ບ່ອນ​ທີ່​ໃກ້​ທີ່​ສຸດ ມີ​​ໄລຍະ​ທາງ​ໄກ​ປະມານ 12 ຊົ່ວ​ໂມງ​ທາງ​ລົດ​ເມ ຢູ່​ເມືອງອາກຣາ, ປະ​ເມດ​ກາ​ນາ, ນີ້​ເປັນ​ຫລັກ​ຖານ​ເຖິງ​ສັດທາ ​ແລະ ​ໄດ້​ນຳ​ຄວາມ​ສະຫງົບ​ມາສູ່​ຄອບຄົວ ​ແລະ ​ເປັນ​ສ່ວນ​ບຸກຄົນ.

  19. ​ເບິ່ງ Doctrine and Covenants 121:7–8. ປະທານ​ແຮ​ໂຣນ ບີ ລີ ​ໄດ້​ສອນ​ວ່າ, “ສະນັ້ນ, ​ເຮົາ​ຈຶ່ງ​ຕ້ອງ​ໄດ້​ຖືກ​ຫລໍ່​ຫລອມ; ​ເຮົາ​ຕ້ອງ​ຖືກ​ທົດ​ສອບ ກ່ອນ​ເຮົາ​ຈະ​ຖືກ​ພົບ​​ເຫັນ​ວ່າ​ເຂັ້ມ​ແຂງ ​ແລະ ມີ​ພະລັງ​ຢູ່​ໃນ​ຕົວ” (Teachings of Presidents of the Church: Harold B. Lee [2000], 208).

  20. 1 ​ໂກຣິນ​ໂທ 14:33.

  21. ​ໃນ Marion D. Hanks, “A Loving, Communicating God,” Ensign, Nov. 1992, 63.

  22. ​ເບິ່ງ Jeffrey R. Holland, For Times of Trouble (2012), 79. ແອວ​ເດີ ​ແຈັບ​ຟຣີ ອາ ​ຮໍ​ແລນ ສອນ​ວ່າ, “ຄວາມທຸກ​ຍາກ​ລຳບາກ​ທີ່​ແທ້​ຈິງ​ອາດ​ເຮັດ​ໃຫ້​ຜູ້​ຄົນ​ທໍ້ຖອຍ​ໃຈ​ຫລາຍ​ກວ່າ​ສະພາບ​ອື່ນໆ ຍົກ​ເວັ້ນ​ແຕ່​ການ​ເຮັດ​ບາບ.” ​ແຕ່​ການ​ໃຊ້​ເງິນ​ຄຳ​ໃນ​ທາງ​ທີ່​ຖືກຕ້ອງ​ສາມາດ​ເສີມ​ສ້າງ​ຄວາມ​ສະຫງົບ​ໄດ້.

  23. “Where Can I Turn for Peace?” Hymns, no. 129.

  24. ​ເອ​ເຊ​ຢາ 9:6.

  25. ທ່ານຈອນ ກຣີນຫລີບ ວິດ​ທີ​ເອີ ​ໄດ້​ກ່າວ​​​ແບບ​ງ່າຍໆ​ວ່າ: “ຈົ່ງ​ເອົາ​ໃຈ​ໃສ່​ຕໍ່​ການ​ດຳລົງ​ຊີວິດ​ຂອງ​ທ່ານ. ຢ່າ​ເຮັດ​ສິ່ງ​ໃດ​ໃນ​ຕອນ​ກາງ​ເວັນ ທີ່​ຈະ​ເຮັດ​ໃຫ້​ທ່ານ​ບໍ່​ມີ​ຄວາມ​ສະຫງົບ​ໃນ​ຕອນ​ກາງຄືນ” (“Conduct [From the Mahabharata],” in The Complete Poetical Works of John Greenleaf Whittier [1802], 484).

  26. ​ໂມ​ໄຊ​ຢາ 4:3; ​ເນັ້ນຄຳ​ເນີ້ງ; ​ເບິ່ງ Marion G. Romney, in Conference Report, Apr. 1967, 79–82 ​ນຳ​ອີກ.

  27. ຄວາມ​ສຳນຶກ​ເປັນ​ເຂັມທິດ​ທາງ​ວິນ​ຍານທີ່​ຊີ້​ບອກ​ເຮົາ​ໄປ​ຫາ​ຄວາມ​ສະຫງົບ. ມັນ​ທຳ​ງານ​​ໂດຍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສອງ​ແຫ​ລ່ງ: ຄວາມ​ສະຫວ່າງ​ຂອງ​ພຣະຄຣິດ, ​ແລະ ຂອງ​ປະທານ​ທີ່​ຮຸ່ງ​ເຫລື້ອມຈາກ​ພຣະບິດາ​ເທິງ​ສະຫວັນ (​ເບິ່ງ Doctrine and Covenants 88:6–13; 93:2), ແລະ ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ (​ເບິ່ງ Doctrine and Covenants 39:6).

  28. “ການ​ໃຫ້​ອະ​ໄພ​ສອງ​ພາກສ່ວນ​ແມ່ນ​ຖືກ​ຮຽກຮ້ອງ​ໃຫ້​ນຳ​ຄວາມ​ສະຫງົບ​ມາສູ່​ຜູ້​ລ່ວງ​ລະ​​ເມີດ—ສ່ວນ​ໜຶ່ງ​ແມ່ນ​ມາ​ຈາກ​ສິດ​ອຳນາດ​ທີ່​ຖືກຕ້ອງ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ແລະ ອີກ​ສ່ວນ​ໜຶ່ງ​ແມ່ນ​ຈາກ​ພຣະຜູ້​ເປັນ​ເຈົ້າພຣະອົງ​ເອງ. [​ເບິ່ງ ​ໂມ​ໄຊ​ຢາ 26:29.]” (Teachings of Presidents of the Church: Spencer W. Kimball [2006], 41).

  29. “How Gentle God’s Commands,” Hymns, no. 125.

  30. ​ໂຢຮັນ 14:26–27.

  31. ​ໂຢຮັນ 16:33.

  32. “Though Deepening Trials,” Hymns, no. 122.