ການ​ໄຖ່

​ໂດຍ ​ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ

​ແຫ່ງ​ສະພາ​ອັກຄະ​ສາວົກ​ສິບ​ສອງ


ຕາບ​ໃດ​ທີ່​ເຮົາ​ຍັງ​ຕິດຕາມ​ພຣະຄຣິດ, ​ເຮົາ​ຈະ​ສະ​ແຫວ​ງຫາ​ທີ່​ຈະ​ມີ​ພາກສ່ວນ ​ແລະ ຊ່ອຍ​ເຫລືອ​​ໃນວຽກ​ງານ​​ແຫ່ງ​ການ​ໄຖ່​ຂອງ​ພຣະອົງ​ໃຫ້​ກ້າວ​ໄປ​ໜ້າ.

​ໃນ​ສະ​ໄໝ​ເປັນຫົວ​ເມືອງ​ຂຶ້ນ, ສະຫະລັດ​ອາ​ເມຣິກາ​​ໄດ້​ຕ້ອງການ​ແຮງ​ງານ​ຫລາຍ​ທີ່​ສຸດ. ​ໃນ​ຊ່ວງ​ໄລຍະ​ສັດຕະວັດ​ທີ 18 ຫາຕົ້ນສັດຕະວັດ​ທີ 19, ຈຶ່ງ​ໄດ້​ຊອກ​ຫາ​ແຮງ​ງານ​ຈາກ​ປະ​ເທດ​ຕ່າງໆ​ເຊັ່ນ​ອັງກິດ, ​ເຢຍລະ​ມັນ, ປະ​ເທດ​ອື່ນໆ​ຈາກ​ເອີຣົບ, ​ແຕ່​ຫລາຍ​ຄົນ​ທີ່​ຢາກ​ມາ​​ ບໍ່​ມີ​ເງິນ​ໃຊ້​ຈ່າຍ​ໃນ​ການ​ເດີນທາງ. ບໍ່​​ໄດ້​ເປັນ​ສິ່ງ​ແປກ​ທີ່​ຜູ້​ເດີນທາງ​ຈະ​ເຊັນ​ໃບ​ສັນຍາກັບ​ນາຍ​ຈ້າງ​ວ່າ ​ຈະ​ທຳ​ງານ​ໃນ​​ຊ່ວງ​ໄລຍະ​ໜຶ່ງ​ເພື່ອ​ໃຊ້​ໜີ້. ບາງ​ຄົນ​ກໍ​ໄດ້​ສັນຍາ​ວ່າ ຄອບຄົວ​ຂອງ​ເຂົາ​ເຈົ້າຢູ່​ສະຫະລັດ​ຈະ​ຈ່າຍ​ຄ່າ​ການ​ເດີນ​ຂອງ​ເຂົາ​ເຈົ້າ​ເມື່ອ​ເຂົາ​ເຈົ້າມາ​ເຖິງ, ​ແຕ່​ຖ້າ​ຫາກ​ບໍ່​ເປັນດັ່ງ​ທີ່​ກ່າວ, ​ແລ້ວ​ຜູ້​ເດີນທາງ​​ໄດ້ສັນຍາ​ວ່າ ​ເຂົາ​ເຈົ້າ​ຈະ​ທຳ​ງານ​​ໃນຊ່ວງ​ໄລຍະ​ໜຶ່ງ​ເພື່ອໃຊ້​ໜີ້​. ຄຳ​ທີ່​ໃຊ້​ອະທິບາຍ​ຜູ້ອົບ​ພະຍົບທີ່​​ໄດ້​ເຊັນ​ສັນຍາ ​ເອີ້ນ​ວ່າ “ຜູ້​ຕ້ອງ​ຖືກໄຖ່​ຖອນ.” ​ເຂົາ​ເຈົ້າຕ້ອງ​ໄຖ່​ຖອນ​ຕົນ​ເອງ​ສຳລັບການ​ເດີນທາງ, ​ເພື່ອ​ຊື້​ເອົາ​ອິດ​ສະລະ​ຂອງ​ເຂົາ​ເຈົ້າ, ​ໂດຍ​ການ​ທຳ​ງານ.1

​ໃນ​ບັນດາ​ຕຳ​ແໜ່​ງທີ່​ສຳຄັນ​ທີ່​ສຸດ​ຂອງ​ພຣະ​ເຢຊູ​ຄຣິດ​ທີ່​ເຮົາ​ເອີ້ນ​ພຣະອົງ​ຄື ພຣະຜູ້​ໄຖ່. ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ຜ່ານ​ມາກ່ຽວ​ກັບ​ຜູ້​ອົບ​ພະຍົບທີ່ຖືກ​ເອີ້ນ​ວ່າ “ຜູ້​ຕ້ອງ​ຖືກ​ໄຖ່​ຖອນ,” ຄຳ​ວ່າ ​ການໄຖ່ ໝາຍ​ເຖິງ​ການ​ຈ່າຍ​ຄ່າ​ໜີ້​ສິນ. ການ​ໄຖ່ ກໍ​ໝາຍ​ເຖິງ​ການ​ຊ່ອຍ​ກູ້ ຫລື ການ​​ເປັນ​ອິດ​ສະລະ​ຫລັງ​ຈາກ​ໄດ້​ໃຊ້​ໜີ້​ແລ້ວ. ຖ້າ​ຫາກ​ຄົນ​ໃດ​ເຮັດ​ຄວາມ​ຜິດ ​ແລະ ​ແກ້​ໄຂ ​ແລະ ປ່ຽນ​ແປງ, ​ແລ້ວ​ເຮົາ​ຈະ​ກ່າວ​ວ່າ ລາວ​ໄດ້​ໄຖ່​ຖອນ​ຕົວ​ລາວ​ແລ້ວ. ຄວາມ​ໝາຍ​ແຕ່ລະ​ຢ່າງ​ນີ້ ​ແນະນຳພາກສ່ວນ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ການ​​ໄຖ່​ທີ່​ຍິ່ງ​ໃຫຍ່ ຊຶ່ງ​​ພຣະ​ເຢຊູ​ຄຣິດ​ໄດ້​ກະທຳ​ໂດຍ​ການ​ຊົດ​ໃຊ້​ຂອງ​ພຣະອົງ, ຊຶ່ງ​ຮ່ວມ​ທັງ, ຂໍ້ຄວາມ​ຢູ່​ໃນ​ວັດຈະນະ​ນຸກົມ ທີ່​ວ່າ, “​ເປັນ​ການ​ປົດ​ປ່ອຍ​ຈາກ​ບາບ ​ແລະ ​ໂທດ, ​ໂດຍ​ການ​ເສຍ​ສະລະ​ແທນ​ຄົນ​ບາບ.”2

ການ​ໄຖ່​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ມີ​ສອງ​ພາກສ່ວນ​ດ້ວຍ​ກັນ. ທຳ​ອິດ, ​​ແມ່ນ​ການ​ຊົດ​ໃຊ້​ແທນ​ການ​ລ່ວງ​ລະ​ເມີດ​ຂອງ​ອາ​ດາມ ​ແລະ ຜົນ​ສະທ້ອນ​ຂອງ​ການ​ຕົກ​ຂອງ​ມະນຸດ ​ໂດຍ​ການ​ເອົາຊະນະ ສິ່ງ​ທີ່​ເອີ້ນ​ວ່າ ການ​ຕົກ​ໂດຍ​ກົງ—ການ​ຕາຍ​ທາງ​ຮ່າງກາຍ ​ແລະ ວິນ​ຍານ. ການ​ຕາຍ​ທາງ​ຮ່າງກາຍ​ຄື​ສິ່ງ​ທີ່​ເຮົາ​ຮູ້ຈັກ​ດີ; ການ​ຕາຍ​ທາງ​ວິນ​ຍານ​ແມ່ນ​ການ​ແຍກ​ມະນຸດ​ຈາກ​ພຣະ​ເຈົ້າ. ​ໂປ​ໂລ​ໄດ້​ກ່າວ​ວ່າ, “ດ້ວຍ​ວ່າ​ຄົນ​ທັງ​ປວງ​ໄດ້​ຕາຍ​ເນື່ອງ​ດ້ວຍກັບ​ອາ​ດາມ​ສັນ​ໃດ, ຄົນ​ທັງ​ປວງ​ກໍ​ຈະ​ຖືກ​ບັນດານ​ໃຫ້​ມີ​ຊີວິດ ​ເພາະ​ກ່ຽວ​ເນື່ອງ​ກັບ​ພຣະຄຣິດສັນນັ້ນ” (1 ​ໂກຣິນ​ໂທ 15:22). ການ​ໄຖ່​ຈາກ​ການ​ຕາຍ​ທາງ​ຮ່າງກາຍ ​ແລະ ວິນ​ຍານ​ນີ້ ​​ແມ່ນ​ສຳລັບ​ທຸກ​ຄົນ ​ແລະ ປາດ​ສະ​ຈາກ​ເງື່ອນ​ໄຂ.3

ສອງ, ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດຄື​ການ​ໄຖ່​ຈາກ​ຜົນ​ສະທ້ອນ​ຂອງ​ການ​ຕົກ—ບາບ​ຂອງ​ເຮົາ​ເອງ, ບໍ່​ແມ່ນ​ເນື່ອງ​ດ້ວຍ​ການ​ລ່ວງ​ລະ​ເມີດ​ຂອງ​ອາ​ດາມ. ​ເພາະ​ການ​ຕົກ ​ເຮົາ​ຈຶ່ງ​ໄດ້​ມາ​ເກີດ​ໃນ​ໂລກ​ມະຕະ​ບ່ອນ​ທີ່ມີ​ບາບ, ບ່ອນ​ທີ່​ມີ​ການ​ບໍ່​ເຊື່ອ​ຟັງ​ຕໍ່​ກົດ​​ແຫ່ງ​ສະຫວັນ​. ​ເມື່ອ​ກ່າວ​ກ່ຽວ​ກັບ​ເຮົາ​ທຸກ​ຄົນ, ພຣະຜູ້​ເປັນ​ເຈົ້າໄດ້​ກ່າວ​ວ່າ:

​ເມື່ອພວກ​ເຂົາ​ເລີ່ມ​ເຕີບ​ໂຕ​ຂຶ້ນ, ບາບ​ຍ່ອມ​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ພວກເຂົາ​, ​ແລະ ​ພວກເຂົາຈະໄດ້ຊີມ ລົດຊາດອັນ​ຂົມ​ຂື່ນ, ​ເພື່ອ​ວ່າ​ພວກ​ເຂົາ​ຈະ​ຮູ້ຈັກໃຫ້​ຄຸນຄ່າ​ແກ່​ຄວາມ​ດີ.

ແລະ ມັນ​ໄດ້​ຖືກ​ມອບ​ໃຫ້​ແກ່​ພວກ​ເຂົາ​ເພື່ອ​ຈະ​ໄດ້​ຮູ້​ຄວາມ​ດີ​ຈາກ​ຄວາມ​ຊົ່ວ; ດັ່ງນັ້ນ ​ພວກ​ເຂົາຈຶ່ງ​ເປັນ​ອິດ​ສະລະ​ທີ່​ຈະ​ເຮັດ​ເພື່ອ​ຕົວ​ເອງ (​ເບິ່ງ Moses 6:55–56).

​ເພາະ​ເຮົາ​ຕ້ອງ​ຮັບຜິດຊອບ​ເອງ ​ແລະ ​ເຮົາ​ຕ້ອງ​ເລືອກ​ເອງ, ສະນັ້ນການ​ໄຖ່​ຈາກ​ບາບ​ຂອງ​ເຮົາ​ເອງ​ຈຶ່ງ​ເປັນ​ເງື່ອນ​ໄຂ—​ເງື່ອນ​ໄຂ​ທີ່​ຈະ​ສາລະພາບ ​ແລະ ​ເຊົາ​ເຮັດ​ບາບ ​ແລະ ຫັນ​ມາ​ສ້າງ​ຊີວິດ​ທີ່​ດີ, ຫລື ອີກ​ຄຳ​ໜຶ່ງ, ​ເງື່ອນ​ໄຂ​ທີ່​ຈະ​ກັບ​ໃຈ (​ເບິ່ງ D&C 58:43). “ດັ່ງນັ້ນ,” ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງໄດ້ບັນຊາ​ວ່າ, ຈົ່ງສອນລູກ​ໆ​ຂອງ​ເຈົ້າ, ວ່າ​ມະນຸດ​ທຸກ​ຄົນ, ​ໃນ​ທຸກ​ແຫ່ງ​ຫົນ, ຈະ​ຕ້ອງກັບ​ໃຈ, ຖ້າ​ບໍ່​ດັ່ງນັ້ນ ພວກ​ເຂົາ​ຈະ​ບໍ່​ສາມາດ​ໄດ້​ຮັບ​ອານາຈັກ​ຂອງ​ພຣະ​ເຈົ້າ​ເປັນ​ມູນ​ມໍລະດົກ, ​ເພາະວ່າສິ່ງ​ທີ່​ບໍ່​ສະອາດ​ຈະ​ບໍ່​ສາມາດ​ຢູ່ໃນ​ທີ່​ນັ້ນ, ຫລື ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະອົງ (​ເບິ່ງ Moses 6:57).

ການ​ຮັບ​ທຸກທໍລະມານ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດຢູ່​ໃນ​ເຄັດ​ເຊ​ມາ​ເນ ​ແລະ ຢູ່​ເທິງ​ໄມ້​ກາງ​ແຂນ ​ເປັນ​ການ​ໄຖ່​ເຮົາ​ຈາກ​ບາບ ​​ເພື່ອ​ໃຫ້​ພຽງພໍ​ກັບ​ການ​ຮຽກຮ້ອງ​ຂອງ​ຄວາມ​ຍຸດຕິ​ທຳ. ພຣະອົງ​ໄດ້​​ເມດ​ຕາ ​ແລະ ​ໃຫ້​ອະ​ໄພ​ແກ່​ຜູ້​ທີ່​ກັບ​ໃຈ. ການ​ຊົດ​ໃຊ້​ເປັນ​ການ​ຈ່າຍ​ຄ່າ​ຄວາມ​ຍຸດຕິ​ທຳ​ທີ່​ເຮົາ​ເປັນ​ໜີ້​ສິນ ທີ່​ໃຫ້ການ​ປິ່ນປົວ ​ແລະ ທົດ​ແທນຄວາມ​ທຸກ​ຍາກ​ລຳບາກ​ທີ່​ເຮົາ​ໄດ້​ຮັບ. “ເພາະ​ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ທົນ​ຮັບ​ຄວາມ​ເຈັບ​ປວດ​ຂອງ​ມະນຸດ​ທັງ​ປວງ, ແທ້​ຈິງ​ແລ້ວ, ຄວາມ​ເຈັບ​ປວດ​ຂອງ​ສິ່ງ​ທີ່​ມີ​ຊີວິດ​ທີ່​ຖືກ​ສ້າງ​ຂຶ້ນທຸກ​ຢ່າງທັງ​ຊາຍ​ຍິງ ແລະ ເດັກນ້ອຍ​ທີ່​ເປັນ​ຄອບຄົວ​ຂອງ​ອາດາມ” (2 ນີ​ໄຟ 9:21; ​ເບິ່ງ ​ແອວ​ມາ 7:11–12) ນຳ​ອີກ.4

ຕາບ​ໃດ​ທີ່​ເຮົາ​ຍັງ​ຕິດຕາມ​ພຣະຄຣິດ, ​​ເຮົາ​ຈະ​ສະ​ແຫວ​ງຫາ​ທີ່​ຈະ​ມີ​ພາກສ່ວນ ​ແລະ ຊ່ອຍ​ເຫລືອ​​ໃນວຽກ​ງານ​​ແຫ່ງ​ການ​ໄຖ່​ຂອງ​ພຣະອົງ​ໃຫ້​ກ້າວ​ໄປ​ໜ້າ. ການ​ຮັບ​ໃຊ້​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ເຮົາ​ສາມາດ​ມອບ​ໃຫ້​ແກ່​ຄົນ​ອື່ນ​ໃນ​ຊີວິດ​ນີ້, ​​ເລີ່​ມຕົ້ນດ້ວຍ​ຜູ້​ຄົນ​​ໃນ​ຄອບຄົວ​ຂອງ​ເຮົາ​ເອງ, ຄື​ການ​ນຳ​ເຂົາ​ເຈົ້າມາສູ່​ພຣະຄຣິດ ຜ່ານ​ສັດທາ ​ແລະ ການ​ກັບ​ໃຈ ​ເພື່ອ​ວ່າ​ເຂົາ​ເຈົ້າຈະ​ປະສົບ​ກັບການ​ໄຖ່—ຄວາມ​ສະຫງົບ ​ແລະ ຄວາມ​ສຸກ​ໃນ​ຕອນ​ນີ້, ​ແລະ ຄວາມ​ອະມະຕະ ​ແລະ ຊີວິດ​ນິລັນດອນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ. ວຽກ​ງານ​ຂອງ​ຜູ້​ສອນ​ສາດສະໜາ​ຂອງ​ເຮົາ​ແມ່ນ​ການສະ​ແດງ​ອອກ​ເຖິງ​ການ​ໄຖ່​ດ້ວຍ​ຄວາມ​ຮັກ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ໃນ​ຖານະ​ທີ່​ເປັນ​ອັກ​ຄະ​ທູດ​ທີ່​ໄດ້​ຮັບ​ອະນຸຍາດ​ຂອງ​ພຣະອົງ, ​ເຂົາ​ເຈົ້າ​ໄດ້​ສະ​ເໜີ​ມອບ​ພອນ​ແຫ່ງ​ສັດທາທີ່​ບໍ່​ມີ​ສິ່ງ​ປຽບທຽບ​ໃນ​ພຣະ​ເຢຊູ​ຄຣິດ, ການ​ກັບ​ໃຈ, ການ​ບັບຕິສະມາ, ​ແລະ ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ, ​ເປີດ​ທາງ​​ໃຫ້​ແກ່ການ​ເກີດ​ໃໝ່ທາງ​ວິນ​ຍານ ​ແລະ ການ​ໄຖ່.

​ເຮົາ​ສາມາດ​ຊ່ອຍ​​ໃນ​ວຽກ​ງານ​ການ​ໄຖ່​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ສຳລັບ​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ. ພວກ​ແອວ​ເດີ​ທີ່​ຊື່​ສັດຂອງຍຸກ​ນີ້, ​ເມື່ອ​ເຂົາ​ເຈົ້າ​ອອກ​ໄປ​ຈາກ​ຊີວິດມະຕະ, ​ໄດ້ສືບ​ຕໍ່ ວຽກ​ງານ​ຂອງ​ເຂົາ​ເຈົ້າ​ໃນ​ການ​ສັ່ງສອນ​ພຣະກິດ​ຕິ​ຄຸນ​ແຫ່ງການ​ກັບ​ໃຈ ​ແລະ ການ​ໄຖ່, ຜ່ານການ​ເສຍ​ສະລະ​ຂອງພຣະບຸດອົງ​ດຽວ​ທີ່​ຖື​ກຳ​ເນີດຂອງພຣະ​ເຈົ້າ,​ ໃນບັນດາ​ຄົນ​ທີ່ຢູ່​ໃນຄວາມ​ມືດ ​ແລະ ພາຍ​ໃຕ້ ການເປັນ​ຂ້າ​ທາດຂອງ​ບາບ​ໃນ​ໂລກ​ວິນ​ຍານອັນ​ກວ້າງ​ໃຫຍ່​ໄພສານຂອງ​ຄົນ​ຕາຍ (​ເບິ່ງ D&C 138:57). ດ້ວຍ​ຜົນ​ປະ​ໂຫຍດທີ່​ດີ​ເລີດ ຫລາຍ​ຢ່າງ​ທີ່​ເຮົາ​ສະ​ເໜີ​ໃຫ້​ເຂົາ​ເຈົ້າ​ໃນ​ພຣະວິຫານ​ຂອງ​ພຣະ​ເຈົ້າ, ​ແມ່ນ​ແຕ່ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​​ແລ້ວ​ໃນ​ຄວາມ​ເປັນ​ຊະ​ເລີຍ​​ເນື່ອງ​ດ້ວຍ​ການ​ບາບ ກໍ​ສາມາດ​ເປັນ​ອິດ​ສະລະ​ໄດ້.5

​​ເຖິງ​ແມ່ນ​ສ່ວນ​ຫລາຍ​ແລ້ວ​ການ​ໄຖ່​ແມ່ນ​ກ່ຽວ​ພັນ​ກັບ​ການ​ກັບ​ໃຈ ​ແລະ ການ​ໃຫ້​ອະ​ໄພ, ​ແຕ່​ຍັງ​ມີ​ຄວາມ​ໝາຍ​ອື່ນ​ອີກ​ທີ່ກ່ຽວ​ກັບ​ການ​ປະຕິບັດທາງ​ຝ່າຍ​ໂລກ​. ພຣະ​ເຢຊູ​ໄດ້​ຖືກ​ກ່າວ​ເຖິງ​ວ່າ ​ໄດ້​ອອກ​ໄປ​ເຮັດ​ຄຸນງາມ​ຄວາມ​ດີ (ເບິ່ງ ກິດຈະການ 10:38), ຊຶ່ງ​ຮ່ວມ​ທັງ​ການ​ປິ່ນປົວຄົນ​ເຈັບ​ປ່ວຍ ​ແລະ ອ່ອນ​ແອ, ລ້ຽງ​ເຂົ້າຝູງ​ຊົນ, ​ແລະ ສອນ​ໃນ​ວິທີ​ທາງ​ທີ່​ດີກ​ວ່າ. “ບຸດ​ມະນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບ​ໃຊ້​ຕົນ​ ​ແຕ່​ມາ​ເພື່ອ​ຮັບ​ໃຊ້ ​ແລະ ຍອມ​ສະ​ລະ​ຊີວິດ​ຂອງ​ຕົນ ​ເປັນ​ຄ່າ​ໄຖ່​ຄົນ​ຈຳນວນ​ຫລວງຫລາຍ” (ມັດ​ທາຍ 20:28). ສະນັ້ນ ​ພາຍ​ໃຕ້ອິດ​ທິພົນ​ຂອງພຣະວິນ​ຍານ​ທີ່​ສັກສິດ​ຂອງ​ພຣະອົງ, ຂໍ​ໃຫ້​ເຮົາ​ຈົ່ງ​ອອກ​ໄປ​ເຮັດ​ຄຸນງາມຄວາມດີ​ຕາມ​ແບບຢ່າງ​ຂອງພຣະອາຈານ​.

ວຽກ​ງານ​ແຫ່ງ​ການ​ໄຖ່​ນີ້ ໝາຍ​ເຖິງ​ການ​ຊ່ອຍ​ເຫລືອ​ຜູ້​ຄົນ​ກັບ​ບັນຫາ​ຂອງ​ເຂົາ. ໝາຍ​ເຖິງ​ການ​ເປັນ​ເພື່ອນກັບ​ຄົນ​ຍາກຈົນ ​ແລະ ອ່ອນ​ແອ, ການບັນ​ເທົາ​ຄວາມ​ເຈັບ​ປວດ, ການ​ແກ້​ໄຂ​ຄວາມ​ຜິດ, ການ​ປົກ​ປ້ອງ​ຄວາມ​ຈິງ, ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄົນ​ລຸ້ນ​ໃໝ່, ​ແລະ ການ​ມີ​ຄວາມ​ເຊື່ອ​ໝັ້ນ ​ແລະ ຄວາມສຸກ​ຢູ່​ໃນ​ບ້ານ​ເຮືອນ. ວຽກງານ​ແຫ່ງ​ການ​ໄຖ່​ຂອງ​ເຮົາ​ຢູ່​ໃນ​ໂລກສ່ວນ​ຫລາຍ​ແລ້ວຈະ​ຊ່ອຍ​ເຫລືອ​ຄົນ​ອື່ນ​ໃຫ້​ເຕີບ​ໂຕ ​ແລະ ບັນລຸ​ຕາມ​ຄວາມ​ຫວັງ ​ແລະ ຄວາມ​ປາດ​ຖະໜາ​ທີ່​ຖືກຕ້ອງ​ຂອງ​ເຂົາ​ເຈົ້າ.

ຕົວຢ່າງ​ໜຶ່ງ, ​ຈາກ​ປຶ້ມນິຍາຍຂອງ ວິກ​ເຕີ ຮູ​ໂກ ຊື່ວ່າ Les Misérables, ເຖິງ​ແມ່ນ​ເປັນ​ເລື່ອງ​ແຕ່ງ​, ​ແຕ່​ມັນ​ຍັງ​ສຳ​ພັດ ​ແລະ ​ປະ​ທັບ​ໃຈ​ຂອງ​ຂ້າພະ​ເຈົ້າຢູ່. ​ເລື່ອງ​ນີ້​ເລີ່​ມຕົ້ນດ້ວຍ​ອະທິການບຽນ​ວີ​ນູ ໄດ້​ມອບ​ອາຫານ​ການ​ກິນ ​ແລະ ທີ່​ພັກ​ພາ​ອາ​ໄສ​ໃຫ້​ຊາຍ​ອະນາຖາຄົນ​ໜຶ່ງ​ຊື່ວ່າ ຈອນ ວາວ​ຈອນ, ຜູ້​ຊຶ່ງ​ຫາ​ກໍ​ໄດ້​ຖືກ​ປ່ອຍ​ອອກ​ຈາກ​ຄຸກ ທີ່​ລາວໄດ້​ຕິດ​ໂທດ​ເປັນ​ເວລາ 19 ປີ ​​ເພາະ​ລາວ​ໄດ້​ລັກ​ເຂົ້າຈີ່​ກ້ອນ​ໜຶ່ງ​ເພື່ອ​ເອົາ​ໄປ​ລ້ຽງ​ລູກ​ຂອງ​ເອື້ອຍ​ຂອງ​ລາວທີ່​ກຳລັງ​ຫິວ​ໂຫຍ​. ​ໂດຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຂົມ​ຂື່ນ, ນາຍວາວ​ຈອນ​ໄດ້​ຕອບ​ແທນ​ບຸນ​ຄຸນ​ຂອງ​ອະທິການ ບຽນ​ວີ​ນູ ​ໂດຍ​ການ​ລັກ​ເອົາ​ເຄື່ອງ​​​ເງິນ​ຂອງ​ລາວ​ໄປ. ຕໍ່​ມາ ຕຳຫລວດ​ໄດ້​ກວດ​ພໍ້, ນາຍວາວ​ຈອນ​ໄດ້​ບອກ​ວ່າ ອະທິການ​ໄດ້​ມອບ​ສິ່ງ​ເຫລົ່ານັ້ນ​ໃຫ້​​ແກ່​ລາວ. ​ເມື່ອ​ຕຳ​ຫລວດ​ພາລາວກັບ​ໄປ​ຫາ​ເຮືອນ​ຂອງ​ອະທິການ, ນາຍວາວ​ຈອນ, ​ດ້ວຍ​ຄວາມ​ແປກ​ໃຈ, ອະທິການ ບຽນວີ​ນູ ​ໄດ້​ຢືນຢັນ ​ແລະ ກ່າວ​ຢ່າງ​ໜັກ​ແໜ້ນ​ວ່າ, “‘​ແຕ່! ຂ້ອຍ​ໄດ້​ເອົາອັນຕັ້ງທຽນ​ໄຂ​ເປັນ​ເງິນ​ໃຫ້​ເຈົ້າອີກ, ຊຶ່ງ​ໄດ້​ລາ​ຄາ​ສອງ​ຮ້ອຍ ​ແຟຣ້ງສ໌. ​ເປັນ​ຫຍັງ​ເຈົ້າຈຶ່ງ​ບໍ່​ເອົາ​ມັນ​ໄປ​ນຳ​ຖ້ວຍຊາມ​ເຫລົ່າ​ນັ້ນ?’ …

“ອະທິການ​ໄດ້​ເຂົ້າມາ​ຫາ​ລາວ, ​ແລະ ​ເວົ້າດ້ວຍ​ນ້ຳສຽງ​ທີ່​ອ່ອນ​ໂຍນ​ວ່າ:

‘ຢ່າ​ລືມ​​ເດີ້, ຢ່າ​ລືມ​ຄຳ​ສັນຍາ​ຂອງ​ເຈົ້າ ທີ່​ຈະ​ໃຊ້​ເຄື່ອງ​ເງິນ​ເຫລົ່າ​ນີ້​​ເພື່ອ​ຊ່ອຍ​ເຫລືອ​ເຈົ້າກາຍ​ເປັນ​ຄົນ​ຊື່ສັດ.’

“ນາຍຈອນ ວາວ​ຈອນ, ຜູ້​ບໍ່​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ຄຳ​ສັນຍານັ້ນ, ​ໄດ້​ຢືນ​ຢູ່​ແບບ​ງົງ​ງັນ. ອະທິການ … ​ໄດ້​ກ່າວ​ຕື່ມ​ຢ່າງ​ໜັກ​ແໜ້ນ​ວ່າ:

“‘ຈອນ ວາວ​ຈອນ ​ເອີຍ, ນ້ອງ​ຊາຍ:​ ​ເຈົ້າບໍ່​ໄດ້​ຂຶ້ນກັບ​ຄວາມ​ຊົ່ວ​ຮ້າຍ​ອີກ​ແລ້ວ, ​ແຕ່​ຂຶ້ນກັບ​ຄວາມ​ດີ. ຂ້ອຍ​ໄດ້​ຈ່າຍ​ຄ່າ​ຈິດ​ວິນ​ຍານ​ໃຫ້​ເຈົ້າ​ແລ້ວ. ຂ້ອຍ​ໄດ້​ດຶງ​ມັນ​ອອກ​ມາ​ຈາກ​ຄວາມ​ມືດ ​ແລະ ຄວາມ​ອັບປະ​ໂຫຍ​ດ, ​ແລະ ຂ້ອຍ​ໄດ້​ມອບ​ມັນ​ໃຫ້​ແກ່​ພຣະ​​ເຈົ້າ!’”

ນາຍຈອນ ວາວ​ຈອນ ​ໄດ້​ກາຍ​ເປັນ​ຄົນ​ໃໝ່, ​ເປັນ​ຊາຍ​ທີ່​ຊື່ສັດ ​ແລະ ​​ໄດ້​ຊ່ອຍ​ເຫລືອ​ຄົນ​ອື່ນໆ​ນຳ​ອີກ. ຕະຫລອດ​ຊີວິດ​ຂອງ​ລາວ, ລາວ​ໄດ້​ເກັບ​ຂອງຕັ້ງທຽນ​ໄຂ​ສອງ​ອັນ​ນັ້ນ​ໄວ້, ​ເພື່ອ​ເຕືອນ​ລາວ​ວ່າ ຈິດ​ວິນ​ຍານ​ຂອງ​ລາວ​ໄດ້​ຖື​ກ​ໄຖ່​ຖອນ​ໃຫ້ພຣະ​ເຈົ້າ​ແລ້ວ.6

ການ​ໄຖ່​ທາງ​ຮ່າງກາຍ​ບາງ​ຢ່າງ​ມາ​ເຖິງ​ຜ່ານ​ທາງ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​. ມັນ​ເປັນ​ເຫດຜົນ​ຢ່າງ​ໜຶ່ງ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຈັດຕັ້ງສາດສະໜາ​ຈັກ​ຂຶ້ນ. ​ໃນ​ການ​ຈັດຕັ້ງລະບຽບ​ໃນ​ກຸ່ມ​​ໂຄຣຳ ​ແລະ ​ອົງການ​ຊ່ອຍ​ເຫລືອ​ໃນສະ​ເຕກ, ຫວອດ, ​ແລະ ຂາ​ສາ, ​ເຮົາ​ບໍ່​ພຽງ​ແຕ່​ສາມາດ​ສອນ ​ແລະ ສົ່ງ​ເສີມ​ກັນ​ແລະ​ກັນ​​ໃນ​ພຣະກິດ​ຕິ​ຄຸນເທົ່າ​ນັ້ນ; ​ແຕ່​ເຮົາ​ຍັງ​ສາ​ມາດ​ຂໍ​ຄວາມ​ຊ່ອຍ​ເຫລືອຈາກ​ຜູ້​ຄົນ ​ແລະ ​ຊັບ​ສິນ​ເພື່ອ​ຊ່ອຍ​ຄ້ຳຈູນຊີວິດ​ນຳ​ອີກ. ຜູ້​ຄົນ​ທີ່​​ເຮັດ​ຄົນ​ດຽວ ຫລື ກຸ່ມ​ທີ່​ຈັດ​ຂຶ້ນ​​ເພື່ອ​ຈຸດປະສົງ​ບາງ​ຢ່າງ​ສະ​ເພາະ ບາງ​ຄັ້ງຈະ​ບໍ່​ສາມາດ​ສະໜອງ​ຄວາມ​ຕ້ອງການ​ອັນ​ໃຫຍ່​ໂຕ​​ໄດ້. ​ໃນ​ຖານ​ະທີ່​ເປັນ​ຜູ້​ຕິດຕາມ​ພຣະ​ເຢຊູ​ຄຣິດ ​ເຮົາ​ເປັນ​ຊຸມ​ຊົນ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ທີ່​ຖືກ​ຈັດຕັ້ງຂຶ້ນ ​ເພື່ອ​ຊ່ອຍ​ໄຖ່​​ໄພ່​ພົນ​ຂອງ​ພຣະ​ເຈົ້າຄົນ​ອື່ນໆ​ທີ່ຂັດ​ສົນ ​ແລະ ຄົນ​ອື່ນໆ​ອີກ​ທີ່​ເຮົາ​ສາມາດ​ເອື້ອມ​ອອກ​ຫາ​ຕະຫລອດ​ທົ່ວ​ໂລກ.

​ເພາະ​ຄວາມ​ພະຍາຍາມ​ຂອງ​ເຮົາ​ໃນ​ໂຄງການ​ມະນຸດສະທຳ ປີ​ທີ່​ຜ່ານ​ມາ​ນີ້, ຜູ້​ຄົນ​ຈຳນວນ 890,000 ຄົນ​ໃນ 36 ປະ​ເທດ ​ມີນ້ຳສະອາດ​ກິນ, 70,000 ຄົນ ​ໃນ 57 ປະ​ເທ​ດ ມີ​ລົດ​ເຂັນ​, 75,000 ຄົນ ​ໃນ 25 ປະ​ເທດ ມີ​ຕາ​ທີ່​ເຫັນ​ແຈ້ງ​ກວ່າ​ເກົ່າ, ​ແລະ 52 ປະ​ເທດ ​ໄດ້​ຮັບ​ການ​ສົງ​ເຄາະ​ໃນ​ສະຖານ​ທີ່​ປະ​ເຊີນ​ກັບໄພ​ທຳ​ມະ​ຊາດ. ​ໂດຍ​ທີ່​ໄດ້​ຮ່ວມ​ໄມ້​ຮ່ວມ​ມື​ກັບ​ຄົນ​ອື່ນໆ, ສາດສະໜາ​ຈັກ​ໄດ້​ຊ່ອຍ​ເຫລືອ​ເລື່ອງ​ການ​​ສາທາລະນະ​ສຸກ​​ໃຫ້​​ແກ່ເດັກນ້ອຍ 8 ລ້ານ​ຄົນ ​ແລະ ​ໄດ້​ຊ່ອຍ​ອົບ​ພະຍົບ ຊາວຊີເຣຍ ຢູ່​​ໃນ​ສູນ​ຂອງ​ປະ​ເທດ​ເທີ​ກີ, ​ເລ​ບາ​ນອນ, ​ແລະ ຈໍ​ແດນ ​ດ້ວຍ​ສະບຽງ​ອາຫານ​ທີ່​ຊ່ອຍ​ຄ້ຳຈູ​ນຊີວິດ. ​ໃນ​ເວລາ​ດຽວ​ກັນ, ສະມາຊິກ​ຂອງ​ສາດສະໜາ​ຈັກ​​ທີ່​ຂັດ​ສົນ​ໄດ້​ຮັບ​ການ​ຊ່ອຍ​ເຫລືອ​ຫລາຍ​ລ້ານ​ໂດ​ລາ​ຈາກ​ການ​ຖື​ສິນ​ອົດ​ເຂົ້າ ​ແລະ ການ​ຮັບ​ໃຊ້ສະຫວັດດີການອື່ນໆ​ ​ໃນ​ປີ 2012. ຂອບ​ໃຈ​ຫລາຍໆ​ສຳລັບ​ຄວາມ​ເພື່ອ​ແຜ່​ຂອງ​ທ່ານ.

ທັງ​ໝົດ​ທີ່​ກ່າວ​ມາ​ນີ້ ຍັງ​ບໍ່​ໄດ້ນັບການ​ກະທຳ​ຄວາມ​ດີ ​ແລະ ການ​ໃຫ້​ຄວາມ​ຊ່ອຍ​ເຫລືອ​ຂອງ​ສະມາຊິກ​​ໃສ່​ນຳ—​ເຊັ່ນ ການ​ບໍລິຈາກ​ອາຫານ, ​ເຄື່ອງນຸ່ງ​ຫົ່ມ, ​ເງິນ, ການ​ດູ​ແລ, ​ແລະ ​ຫລາຍ​ພັນ​ຢ່າງອື່ນ​ອີກ ທີ່​ໃຫ້​ຄວາມ​ປອບ​ໂຍນ ​ແລະ ​ເຫັນ​ອົກ​ເຫັນ​ໃຈ ​ຊຶ່ງ​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ການ​ໄຖ່​ຂອງ​ພຣະຄຣິດ. ຄາວ​ຍັງ​ນ້ອຍ ຂ້າພະ​ເຈົ້າ​ໄດ້​ເຫັນ​​ແມ່​ຂອງ​ຂ້າພະ​ເຈົ້າຊ່ອຍ​ໄຖ່​ຜູ້ຍິງ​ຄົນ​ໜຶ່ງ​ທີ່​ຂັດ​ສົນ. ຫລາຍ​ປີກ່ອນ ຕອນພວກ​ລູກ​ຊາຍ​ຂອງເພິ່ນ​ຍັງ​ນ້ອ​ຍ, ​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຮັບ​ການຜ່າຕັດ​ທີ່​ສາຫັດ​ເກືອບ​ເຖິງ​ຕາຍ ​ແລະ ​ເພິ່ນ​ໄດ້​ນອນ​ພັກ​ຟື້ນ​ຢູ່​ໃນ​ບ່ອນ​​ເກືອບ​ເຖິງ​ປີ. ​ໃນ​ເວລາ​ນັ້ນ, ຄອບຄົວ ​ແລະ ສະມາຊິກ​ໃນ​ຫວອດ​ໄດ້​ມາ​ຊ່ອຍ​ເຫລືອ​ແມ່ ​ແລະ ຄອບຄົວຂອງ​ເຮົາ. ສຳລັບ​ການ​ຊ່ອຍ​ເຫລືອ​ເພີ່ມ​ເຕີມ, ຊິດ​ສະ​ເຕີ ອັບຣາຮາມ, ປະທານ​ສະມາຄົມ​ສະຕີ​ສົງ​ເຄາະ ​ໄດ້​ແນະນຳ​ພໍ່​ແມ່​ຂອງ​ຂ້າພະ​ເຈົ້າ​ໃຫ້​ຈ້າງ​ຜູ້ຍິງ​ຄົນ​ໜຶ່ງ​ຢູ່​ໃນ​ຫວອດ ທີ່​ຕ້ອງການ​ວຽກ​ເຮັດ​ງານ​ທຳ. ​ຂ້າພະ​ເຈົ້າຈະ​ເອີ້ນ​ຍິງ​ຄົນ​ນີ້​ວ່າ ​ແຊຣາ ​ແລະ ​ເອີ້ນ​ລູກ​ສາວ​ຂອງ​ນາ​ງວ່າ ​ແອນ​ນາ. ຕໍ່​ໄປ​ນີ້​ແມ່ນ​ຄຳ​ເວົ້າຂອງ​ແມ່​ຂອງ​ຂ້າພະ​ເຈົ້າ:

“ຂ້າພະຈົ້າຍັງ​ຈື່​ມັນ​ໄດ້​ຄື​ກັນ​ກັບ​ວ່າ​ມັນ​ໄດ້​ເກີດ​ຂຶ້ນມື້ວານ​ນີ້. ຂ້າພະ​ເຈົ້າ​ໄດ້​ນອນ​ຢູ່​ເທິງ​ຕຽງ, ​ແລະ ຊິດ​ສະ​ເຕີ ອັບຣາຮາມ ​ໄດ້​ພາ​ນາງ​ແຊຣາ ມາ​ຫາ​ປະຕູ​ຫ້ອງ​ນອນຂອງ​ຂ້າພະ​ເຈົ້າ. ຫົວ​ໃຈ​ຂອງ​ຂ້າພະ​ເຈົ້າອ່ອນ​ໂຍບ​ລົງ. ​ແຕ່​ເກີດ​ມາຂ້າພະ​ເຈົ້າບໍ່​ເຄີຍ​ເຫັນ​ຜູ້ຍິງ​ຄົນ​ໃດ​ທີ່​ຂີ້​ເຫິ​ຫລາຍ​ກວ່າ​ນາງ—ນາງ​ຈ່ອຍ​ຜອມ​ແທ້ໆ; ນຸ່ງ​ຖື​ລຸງລັງ, ຜົມ​ຫຍຸ້ງ; ບ່າ​ໄຫລ່​ຕົກ; ກົ້ມຫົວ​​ເບິ່ງ​ພື້ນ​ຫ້ອງ​ຢູ່. ນາງ​ນຸ່ງ​ກະ​ໂປງ​ໂຕ​ເກົ່າໆ​ທີ່​​ໃຫຍ່​ກວ່າ​ນາງ​ສີ່​ເທົ່າ. ນາງ​ກົ້ມໜ້າ​ຢູ່ ​ແລະ ​ເວົ້າຄ່ອຍໆ​ຈົນ​ຂ້າ​ພະ​ເຈົ້າບໍ່​ເຂົ້າ​ໃຈ​ວ່າ​ນາງ​ເວົ້າຫຍັງ. ຢູ່​ຂ້າງ​ຫລັງ​ນາງ​ມີນາ​ງນ້ອຍ​ຄົນ​ໜຶ່ງ​ປະມານສາມ​ປີ. ຂ້າພະ​ເຈົ້າຈະ​ເຮັດ​ແນວ​ໃດ​ກັບ​ຍິງ​ຄົນ​ນີ້? ຫລັງ​ຈາກ​ເຂົາ​ເຈົ້າອອກ​ຫ້ອງ​ໄປ, ຂ້າພະ​ເຈົ້າ​ໄດ້​ຮ້ອງ​ໄຫ້​ແບບ​ເດັກນ້ອຍ. ຂ້າພະ​ເຈົ້າຕ້ອງການ​ຄວາມ​ຊ່ອຍ​ເຫລືອ ບໍ່​ແມ່ນ​ຕ້ອງການ​ບັນຫາ​ຕື່ມ​ອີກ. ຊິດ​ສະ​ເຕີ ອັບຣາຮາມ ​ໄດ້​ຢູ່​ກັບ​ນາງ​ດົນ​ເຕີບ ​ແລະ ​ໄດ້​ທຳ​ຄວາມ​ສະອາດ​ເຮືອນ ​ແລະ ຈັດ​ແຕ່ງອາຫານ. ຊິດ​ສະ​ເຕີ ອັບຣາຮາມ ​​ໄດ້​ຂໍ​ໃຫ້​ຂ້າພະ​ເຈົ້າລອງ​ເບິ່ງ​ຈັກ​ສອງ​ສາມ​ມື້, ວ່າ​ຍິງ​ຄົນ​ນັ້ນມີ​ບັນຫາ​ຫລາຍ ​ແລະ ຕ້ອງການ​ຄວາມ​ຊ່ອຍ​ເຫລືອ​.

“ມື້​ຕໍ່​ມາ ຕອນ​ນາງ​ແຊຣາມາ​ເຖິງ, ຂ້າພະ​ເຈົ້າ​ໄດ້​ບອກ​ນາງ​ໃຫ້​ເຂົ້າມາ​ໃກ້​ຕຽງນອນ ​ເພື່ອ​ວ່າ​ຂ້າພະ​ເຈົ້າຈະ​ໄດ້​ຍິນ​ນາງ​ເວົ້າ. ນາງ​ໄດ້​ຖາມ​ຂ້າພະ​ເຈົ້າ​ເຖິງ​ສິ່ງ​ທີ່​ຂ້າພະ​ເຈົ້າຢາກ​ໃຫ້​ນາງ​ເຮັດ. ຂ້າພະ​ເຈົ້າ​ໄດ້​ບອກ​ສິ່ງ​ທີ່​ຕ້ອງ​ເຮັດ ​ແລະ ​​ເວົ້າວ່າ, ‘​ແຕ່​ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ລູກ​ຊາຍ​ຂອງ​ຂ້ອຍ; ​ໃຫ້​ໃຊ້​ເວລາ​ກັບ​ເຂົາ, ອ່ານ​ກັບ​ເຂົາ—​ເຂົາ​ສຳຄັນ​ຫລາຍ​ກວ່າ​ເຮືອນ​ຂອງ​ຂ້ອຍ.’ ນາງ​​ເຮັດ​ອາຫານ​ເກັ່ງ ​ແລະ ຮັກສາ​ເຮືອນ​ໃຫ້​ສະອາດ, ຊັກ​ເຄື່ອງ, ​ແລະ ນາງ​ກໍ​ດີ​ກັບ​ລູກ​ຊາຍ​ຂອງ​ຂ້າພະ​ເຈົ້າ.

“​ເມື່ອ​ຫລາຍ​ອາທິດ​ຜ່ານ​ໄປ, ຂ້າພະ​ເຈົ້າ​ໄດ້​ຮູ້ຈັກ​ກ່ຽວ​ກັບ​ຊີວິດ​ຂອງ​ນາ​ງ​ແຊຣາ. [​ເພາະວ່າ​ນາງ​ບໍ່​ໄດ້​ຍິນ​ຄັກ, ນາງ​ຈຶ່ງ​ຮຽນ​ບໍ່​ເກັ່ງ​ຢູ່​ໂຮງຮຽນ ​ແລະ ກໍ​ໄດ້​ເຊົາ​ໄປ​ໂຮງຮຽນ. ນາງ​ໄດ້​ແຕ່ງງານ​ກັບ​ຊາຍ​ທີ່​ຂີ້​ເມົາ. ນາງ ​ແອນ​ນີໄດ້​ເກີດ​ມາ ​ແລະ ​​ໄດ້​ນຳ​ຄວາມ​ສຸກ​ມາ​ໃຫ້​ນາງ​ແຊຣາ. ​ໃນ​ຄືນ​ທີ່​ໜາວ​ເຢັນ​ຂອງ​ລະດູ​ໜາວ​ປີ​ໜຶ່ງ, ຜົວ​ຂອງ​ນາງ​ໄດ້​ກັບ​ມາ​ເຮືອນ​ເມົາ​ເຫລົ້າ, ​ໄດ້​ຂົ່ມ​ນາງ​ແຊຣາ ກັບນາງ​ແອນ​ນີຂຶ້ນລົດ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ໃສ່​ຊຸດ​ນຸ່ງ​ນອນ ​ແລ້ວ​ໄດ້​ໄລ່​ເຂົາ​ເຈົ້າລົງ​ລົດ​ຢູ່​ຂ້າງ​ທາງ. ​ເຂົາ​ເຈົ້າບໍ່​ໄດ້​ເຫັນ​ລາວ​ອີກ​ຈາກ​ນັ້ນ. ທັງ​ໜາວ ​ແລະ ດ້ວຍ​ຕີນ​ເປົ່າ, ນາງ​ແຊຣາ ​ແລະ ນາງ​ແອນ​ນີ​ໄດ້​ຍ່າງ​ຫລາຍ​ກິ​ໂລ​ແມັດ ​ໄປ​ຫາ​ເຮືອນແມ່​ຂອງ​ນາງ.] ​ແມ່​ຂອງ​ນາງ​ໄດ້​ໃຫ້​ເຂົາ​ເຈົ້າພັກ​ຢູ່​ນຳ ​​ໂດຍ​ມີ​​ເງື່ອນ​ໄຂ​ວ່າ ​ນາງ​ຕ້ອງ​ເຮັດ​ວຽກບ້ານ ​ແລະ ​​ເຮັດ​ອາຫານ, ດູ​ແລ​ນ້ອງ​ໆ​ທີ່​ໄປ​ໂຮງຮຽນອຸດົມ.

“ພວກ​ເຮົາ​ໄດ້​ພາ​ນາງ​​ແຊຣາ​ໄປ​ຫາ​ໝໍ​ຫູ, ​ແລະ ນາງ​ໄດ້​ຫູ​ທິບ. … ພວກ​ເຮົາ​ໄດ້​ຊ່ອຍ​ນາງ​ໄປ​ຮຽນ​ຫ້ອງ​ຮຽນ​ສຳລັບ​ຜູ້​ໃຫຍ່, ​ແລະ ນາງ​ໄດ້​ເສັງ​ຈົບຂັ້ນ​ໂຮງຮຽນ​ອຸດົມ. ນາງ​ໄດ້​​ເຂົ້າໂຮງຮຽນຕອນ​ຄ່ຳ ​ແລະ ຕໍ່​ມາ​ໄດ້​ຈົບ​ຈາກ​ໂຮງຮຽນ​ວິທະຍາ​ໄລ ​ແລະ ​ເປັນ​ຄູ​ສອນ​ນັກຮຽນ​ຜູ້​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ​ພິເສດ. ນາງ​ໄດ້​ຊື້ເຮືອນ​​ນ້ອຍຫລັງ​ໜຶ່ງ. ນາງ​ແອນ​ນີໄດ້​ແຕ່ງງານ​ຢູ່​ໃນ​ພຣະວິຫານ ​ແລະ ມີ​ລູກ​ສອງ​ຄົນ. ​ຕໍ່​ມາ​ນາງແຊຣາໄດ້​ຮັບ​ການຜ່າຕັດ​ຫູ ​ແລະ ສາມາດ​​ໄດ້​ຍິນ​ດີກ​ວ່າ​ເກົ່າ. ຫລາຍ​ປີ​ຈາກ​ນັ້ນ ນາງ​ໄດ້​ອອກ​ວຽກ ກິນ​ເງິນ​ເບ້ຍ​ບຳນານ ​ແລະ ​ໄປ​ເຜີຍ​ແຜ່​ສາດສະໜາ. … ນາງ​ແຊຣາໄດ້​ຂອບ​ໃຈ​ພວກ​ເຮົາ​​ເລື້ອຍໆ ​ແລະ ​ເວົ້າວ່າ​ນາງ​ໄດ້​ຮຽນ​ຮູ້​ຫລາຍ​ຢ່າງ​ຈາກ​ຂ້າພະ​ເຈົ້າ, ​ໂດຍ​ສະ​ເພາະ​ຕອນ​ຂ້າພະ​ເຈົ້າບອກ​ນາງ​ວ່າ ລູກ​ຊາຍ​ຂອງ​ຂ້າພະ​ເຈົ້າສຳຄັນ​ກວ່າ​ເຮືອນ​ຂອງ​ຂ້າພະ​ເຈົ້າ. ນາງ​ເວົ້າວ່າ ສິ່ງ​ນັ້ນ​ໄດ້​ສອນ​ນາງ​ໃຫ້​ເຮັດ​ແບບ​ນັ້ນກັບ​ນາງ​ແອນ​ນີ. … ນາງ​ແຊຣາ​ເປັນ​ຍິງ​ພິ​ເສດ.”

​ໃນ​ຖານະ​ທີ່​ເປັນ​ອັກຄະ​ສາວົກ​ຂອງ​ພຣະ​ເຢຊູ​ຄຣິດ, ​ເຮົາ​ຕ້ອງ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້ ​ເພື່ອ​ໄຖ່​ຄົນ​ອື່ນໆ​ຈາກ​ຄວາມທຸກ​ຍາກ​ລຳບາກ ​ແລະ ຄວາມ​ໜັກໜ່ວງ. ​​ດັ່ງນັ້ນ​ແລ້ວ, ການ​ໄຖ່​ອັນ​ຍິ່ງ​ໃຫຍ່​ທີ່ສຸດ​ຂອງ​ເຮົາ ຈະ​ເປັນ​ການ​ນຳພາ​ເຂົາ​ເຈົ້າ​ໄປ​ສູ່​ພຣະຄຣິດ. ປາດ​ສະ​ຈາກ​ການ​ໄຖ່​ຈາກ​ຄວາມ​ຕາຍ ​ແລະ ຈາກ​ບາບຂອງ​ພຣະອົງ​ແລ້ວ, ​ເຮົາ​ຈະ​ມີ​ພຽງ​ແຕ່​ພຣະກິດ​ຕິ​ຄຸນ​ຂອງ​ຄວາມ​ຍຸດຕິ​ທຳ​ຂອງ​ໂລກເທົ່າ​ນັ້ນ. ມັນ​ອາດ​ຊ່ອຍ​ໄດ້​ໃນ​ບາງ​ຢ່າງ ​ແລະ ຊ່ອຍ​​ໃຫ້​ຄືນ​ດີ​ໃນ​ປະຈຸ​ບັນ​, ​ແຕ່​ມັນ​ບໍ່​ມີ​ອຳນາດ​ທີ່​ຈະນຳ​ຄວາມ​ຍຸດຕິ​ທຳ ​ແລະ ຄວາມ​ເມດ​ຕາ​ອັນ​ເປັນນິດ​ລົງ​ມາ​ໃຫ້​ເຮົາ​ໄດ້. ການ​ໄຖ່​ທີ່​ສູງ​ສຸດ​ແມ່ນ​ຂຶ້ນກັບ​ພຣະ​ເຢຊູ​ຄຣິດ ​ແລະ ​ໃນ​ຕົວ​ພຣະ​ອົງ​ເທົ່າ​ນັ້ນ. ຂ້າພະ​ເຈົ້າຮັບ​ຮູ້​ພຣະອົງດ້ວຍ​ຄວາມ​ຖ່ອມ​ຕົນ ​ແລະ ຄວາມ​ກະຕັນຍູ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

Mostrar referencias

  1.  

    1. ​ເບິ່ງ Merriam-Webster’s Collegiate Dictionary, 10th ed. (1993), “redemptioner.”

  2.  

    2. Webster’s New World College Dictionary, 3rd ed. (1988), “redeem.”

  3.  

    3. ບຸດຂອງພຣະ​ເຈົ້າ​ໄດ້​ຊົດ​ໃຊ້​ແທນ​ຄວາມ​ຜິດ​ບາບດັ້ງ​ເດີມ, ຊຶ່ງ​ໃນ​ການ​ນີ້ບາບ​ຂອງ​ພໍ່​ແມ່ຈະ​ບໍ່​ຕົກລົງ​ເທິງ​ຫົວ​ຂອງ​ລູກ​ໆ, ​ເພາະ​ພວກ​ເຂົາປາດ​ສະ​ຈາກ​ບາບ​ຈາກ​ການວາງ​ຮາກ​ຖານ​ຂອງ​ໂລກ (​​ເບິ່ງ Moses 6:54). ​ໂດຍ​ການ​ໄຖ່ຂອງ​ພຣະຄຣິດ, ທຸກ​ຄົນ​ຈະ​ເອົາ​ຊະນະ​ຫລຸມ​ສົບ ​ແລະ ຟື້ນ​ຄືນ​ຊີວິດ​ສູ່​ອະມະຕະ. ນອກ​ເໜືອ​ຈາກນັ້ນ, ທຸກ​ຄົນ​ຈະ​ເອົາ​ຊະນະ​ຄວາມ​ຕາຍ​ທາງ​ວິນ​ຍານ​ໂດຍ​ການ​ຖືກ​ນຳຄືນ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ​ເພື່ອ​ໄປ​ຮັບ​ການ​ພິພາກສາ. ພຣະ​ເຢຊູ​ໄດ້​ກ່າວ​ວ່າ, ດັ່ງ​ທີ່​ເຮົາ​ໄດ້​ຖືກ​ຍົກ​ຂຶ້ນ​ໂດຍ​ມະນຸດ​ສັນນັ້ນ ມະນຸດ​ກໍ​ຈະ​ໄດ້​ຖືກ​ຍົກ​ຂຶ້ນ [​ເທິງ​ໄມ້​ກາງ​ແຂນ] ​ໂດຍ​ພຣະ​ບິດາ​ສັນນັ້ນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ມາ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ເຮົາ ເພື່ອ​ຮັບ​ການ​ພິພາກສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ” (3 ນີ​ໄຟ 27:14). ຄົນ​ທີ່​ພົບ​ວ່າ​ສະອາດ​ຈາກ​ບາບ ຈະ​ໄດ້​ຢູ່​ກັບ​ພຣະ​ເຈົ້າ​ໃນ​ອານາຈັກ​ສະຫວັນ, ​ແຕ່​ຄົນ​ທີ່​ບໍ່ກັບ​ໃຈ ​ແລະ ບໍ່​ສະອາດ ບໍ່​ສາມາດ​ຢູ່​ກັບ​ພຣະ​ເຈົ້າທີ່​ສັກສິດ, ​ແລະ ຫລັງ​ຈາກ​ຖືກ​ພິພາກສາ​ແລ້ວ ​ເຂົາ​ຈະ​ໄດ້​ຖືກສົ່ງ​ອອກ​ໄປ ​ແລະ ຮັບ​ທຸກທໍລະມານ​ກັບ​ການ​ຕາຍ​ທາງ​ວິນ​ຍານ​ຄືນ​ອີກ. ບາງ​ເທື່ອ​ສິ່ງ​ນີ້​ຖືກ​ກ່າວ​ເຖິງ​ວ່າ ການ​ຕາຍ​ເທື່ອ​ທີ​ສອງ ຫລື ການ​ຮັບ​ທຸກທໍລະມານ​ເທື່ອ​ທີ​ສອງ. (​ເບິ່ງ ຮີ​ລາມັນ 14:15–18.)

  4.  

    4. ​ເມື່ອ​ກ່າວ​ເຖິງ​ບາບ​ຂອງ​ເຮົາ​ເອງ ພຣະຄຳ​ພີ​ໄດ້​ກ່າວ​ເຖິງ​ບາງ​ຄົນ​ທີ່​ບໍ່​ຮັບ​ເອົາ​ຜົນ​ປະ​ໂຫຍ​ດຂອງ​ການ​ໄຖ່ ດັ່ງ​ນີ້: “ຄົນ​ຊົ່ວ​ຈຶ່ງ​ຄົງ​ຢູ່​ເໝືອນ​ກັບ​ວ່າ​ບໍ່​ມີ​ການ​ໄຖ່​ເກີດ​ຂຶ້ນ​ເລີຍ, ເວັ້ນ​ເສຍ​ແຕ່​ຈະ​ເປັນ​ການ​ແກ້​ສາຍຮັດແຫ່ງ​ຄວາມ​ຕາຍ​ອອກ” (​ແອວ​ມາ 11:41). “ແຕ່​ຜູ້​ບໍ່​ມີ​ສັດທາ​ຈົນ​ເຖິງ​ການ​ກັບ​ໃຈ ຈະ​ເປີດ​ໂອກາດ​ໃຫ້​ກົດ​ຂອງ​ຂໍ້​ຮຽກຮ້ອງ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ທັງ​ໝົດ; ດັ່ງນັ້ນ ແຜນ​ແຫ່ງ​ການ​ໄຖ່​ອັນ​ຍິ່ງ​ໃຫຍ່” (​ແອວ​ມາ 34:16). ຖ້າ​ຫາກ​ຄົນ​ໃດ​ປະຕິ​ເສດ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ​​ແລ້ວ​ຄົນ​ນັ້ນຕ້ອງ​ໄຖ່​ຖອນ​ຕົນ​ເອງຈາກ​ຄວາມ​ຍຸດຕິ​ທຳ. ພຣະ​ເຢຊູ​ຄຣິດ​ໄດ້​ກ່າວ​ວ່າ ພຣະອົງ​ໄດ້​ທົນທຸກ​ທໍລະມານກັບສິ່ງ​ເຫລົ່າ​ນີ້​ແທນທຸກ​ຄົນ, ​ເພື່ອ​ວ່າພວກເຂົາຈະ​ບໍ່​ໄດ້ທົນ​ທຸກທໍລະມານ​ຖ້າ​ຫາກ​ພວກເຂົາ​ຈະ​ກັບ​ໃຈ (​ເບິ່ງ Doctine and Covenants 19:16–17). ບ່ອນ​ທີ່​ບຸກຄົນ​ທີ່​ບໍ່​ໄດ້​ຖືກ​ໄຖ່ຈະ​​ໄປ​ຮັບ​ທຸກທໍລະມານ​ເອີ້ນ​ວ່າ ນະລົກ. ໝາຍ​ເຖິງ​ການ​ຂຶ້ນກັບ​ມານ, ​ແລະ ມີ​ອະທິບາຍ​ໄວ້​ຢູ່​ໃນ​ພຣະຄຳ​ພີ​ ປຽບທຽບ​ໃສ່​ກັບ​ການ​ຖືກ​ໂສ້​ຫລ່າ​ມ​ໄວ້ ຫລື ທະ​ເລ​ໄຟ ​ແລະ ມາດ. ລີ​ໄຮ​ໄດ້​ອ້ອນວອນ​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ໃຫ້​ເລືອກ​ການ​​ໄຖ່​ຂອງ​ພຣະຄຣິດ ​ແລະ “ບໍ່​ເລືອກ​ຄວາມ​ຕາຍ​ນິລັນດອນ​ຕາມ​ຄວາມ​ປະສົງ​ຂອງ​ເນື້ອ​ໜັງ ແລະ ຄວາມ​ຊົ່ວ ຊຶ່ງຢູ່​ໃນ​ນັ້ນ ຊຶ່ງໃຫ້​ອຳນາດ​ແກ່​ວິນ​ຍານ​ຂອງ​ມານ​ທີ່​ຈະ​ຈັບ​ກຸມ, ທີ່​ຈະ​ນຳ​ລູກ​ລົງ​ນະລົກ ເພື່ອ​ມັນ​ຈະ​ໄດ້​ປົກຄອງ​ລູກ​ໃນ​ອານາຈັກ​ຂອງ​ມັນ” (2 ນີ​ໄຟ 2:29). ​ເຖິງ​ແມ່ນ​​ເປັນ​ເຊັ່ນ​ນັ້ນ, ​ເປັນ​ເພາະ​ການ​ຊົດໃຊ້​ຂອງ​ພຣະ​ເຢຊູ​ຄຣິດ, ນະລົກ​ຈຶ່ງ​ມີ​ບ່ອນ​ສຸດ, ​ແລະ ຜູ້​ທີ່​ສາມາດ​ຜ່ານ​ຜ່າ​ມັນ​ໄປ​ໄດ້ ຈະຖືກ​ໄຖ່​ຈາກມານ ​ໃນການ​ຟື້ນ​ຄືນ​ຊີວິດຄັ້ງສຸດ​ທ້າຍ (​ເບິ່ງ Doctrine and Covenants 76:85). ຄວາມ​ຕາຍຄັ້ງທີ​ສອງ​ຈະ​ມີອຳນາດ​ເໜືອກ​ວ່າບຸດແຫ່ງ​ຄວາມ​ຈິບຫາຍ​ຈຳນວນ​ໜຶ່ງເທົ່າ​ນັ້ນ; ​ແທ້​ຈິງ​ແລ້ວ, ຕາມ​ຄວາມ​ຈິງ​, ພວກ​ເຂົາ​ເທົ່າ​ນັ້ນທີ່​ຈະ​ບໍ່​ຖືກ​ໄຖ່​ໃນ​ເວລາ​ອັນ​ເໝາະ​ສົມຂອງພຣະຜູ້​ເປັນ​ເຈົ້າ, ຫລັງ​ຈາກຄວາມທຸກ​ທໍລະມານ​ແຫ່ງ​ພຣະພິ​ໂລດຂອງ​ພຣະອົງ (​ເບິ່ງ Doctrine and Covenants 76:32, 37–38).

  5.  

    5. ສາດສະດາ​​ໂຈ​ເຊັບ ສະ​ມິດ ​ໄດ້​ແນະນຳ​ວ່າ ໃຫ້ແຜ່ນດິນ​ໂລກເປັ່ງສຽງ​ຮ້ອງ​ເພງ​ເຖີດ. ​ໃຫ້ຄົນ​ຕາຍ​ເປັ່ງສຽງ​ຮ້ອງສັນລະ​ເສີນ​ນິລັນດອນຖະຫວາຍ​ກະສັດ​ເອມາ​ນູ​ເອນ, ຜູ້​ໄດ້​ແຕ່ງຕັ້ງ, ກ່ອນ​ໂລກ​ມີ​ມາ, ຊຶ່ງ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ສາມາດ​ໄຖ່​ພວກ​ເຂົາ​ອອກ​ຈາກ​ທີ່​ຄຸມ​ຂັງຂອງ​ພວກ​ເຂົາ; ​ເພາະນັກ​ໂທດຈະ​ອອກ​ໄປ​ເປັນ​ອິດ​ສະລະ (ເບິ່ງ Doctrine and Covenants 128:22).

  6.  

    6. ​ເບິ່ງ Victor Hugo, Les Misérables (1992), 91–92.