​2010–2019
ຢືນ​ຢູ່​ຢ່າງ​ໝັ້ນຄົງ​ໃນ​ສະຖານ​ທີ່​ສັກສິດ
ເມສາ 2013


ຢືນ​ຢູ່​ຢ່າງ​ໝັ້ນຄົງ​ໃນ​ສະຖານ​ທີ່​ສັກສິດ

ການ​ຢືນ​ຢູ່​ດ້ວຍ​ຄວາມ​ເຊື່ອ​ຟັງ ​ແລະ ​ໝັ້ນຄົງ​ໃນ​ຄຳ​ສອນ​ຂອງ​ພຣະ​ເຈົ້າຂອງ​ເຮົາ, ​​ເຮົາ​ໄດ້ຢືນ​ຢູ່​ໃນ​ສະຖານ​ທີ່​ສັກສິດ, ​ເພາະ​ຄຳ​ສອນ​ຂອງ​ພຣະອົງ​ນັ້ນສັກສິດ ​ແລະ ຈະບໍ່​ປ່ຽນ​ແປງ.

ອ້າຍ​ນ້ອງ​ທັງຫລາຍ, ຖື​ວ່າ​ເປັນ​ກຽດ​ຢ່າງ​ຍິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ມາ​ຮ່ວມ​ກັບ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ທີ່​ມີ​ກຽດ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ເຮົາ​ມີ​ຊີວິດ​ຢູ່​ໃນ​ວັນ​ເວລາ​ສຸດ​ທ້າຍ, ​ໃນ “ວັນ​ເວລາ​ທີ່​ລຳບາກ​ຢ່າງ​ຮ້າຍ​ແຮງ.”1 ​ໃນ​ຖານະ​ທີ່​ເປັນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ, ​ເຮົາ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ຢືນ​ຢູ່​ຢ່າງ​ໝັ້ນຄົງ ​ໂດຍເອົາ​ຄວາມ​ເຊື່ອ​ເປັນ​​ສິ່ງ​ປ້ອງ​ກັນລູກ​ສອນ​ໄຟ​ທັງ​ໝົດ​ຂອງ​ຜູ້​ຮ້າຍ​. ​ເຮົາ​ເປັນ​ຕົວຢ່າງ​ໃຫ້​ແກ່​ໂລກ, ປົກ​ປ້ອງ​ສິດທິ ​ແລະ ອິດ​ສະລະ​ພາບ​ທີ່​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້. ​ເຮົາ​ຢືນ​ປົກ​ປ້ອງ​ບ້ານ​ເຮືອນ ​ແລະ ຄອບຄົວຂອງເຮົາ.

ຕອນ​ຂ້າພະ​ເຈົ້າ​ເຂົ້າຢູ່​ມັດທະຍົມ, ຂ້າພະ​ເຈົ້າ​​​ໄດ້​ໄປ​ຫລິ້ນ ​ເບ​ສະ​ບອລ໌ ຢູ່​ຕ່າງ​ເມືອງ. ພໍ່​ຂອງ​ຂ້າພະ​ເຈົ້າ​​ໄດ້​ສັງ​ເກດ​ເຫັນວ່າ ຕອນຂ້າພະ​ເຈົ້າຂີ່​ລົດ​ເມ​ກັບ​ບ້ານວ່າ ຂ້າພະ​ເຈົ້າ​ໄດ້​ຍິນ ​ແລະ ​ໄດ້​ເຫັນ​ການ​ປະພຶດ​ບໍ່​ດີ ຊຶ່ງ​ບໍ່​ສອດຄ່ອງ​ກັບ​ມາດຕະຖານ​ຂອງ​ພຣະກິດ​ຕິ​ຄຸນ. ​ໃນ​ການ​ເປັນ​ນັກ​ແຕ້ມ​ທີ່​ຊຳນານ, ​ເພິ່ນ​ໄດ້​​ນັ່ງລົງ ແລະ ແຕ້ມ​ຮູບ​ນັກຮົບ​ຄົນ​ໜຶ່ງ—​ຜູ້​ສາມາດ​ປົກ​ປ້ອງຫໍ​ປາສາດ ​ແລະ ອານາຈັກ​ໄດ້.

​ໃນ​ຂະນະ​ທີ່​ເພິ່ນ​ແຕ້ມ ​ແລະ ອ່ານ​ຈາກ​ພຣະຄຳ​ພີ, ຂ້າພະຈົ້າ​ໄດ້​ຮຽນ​ວິທີ​ທີ່​ຈະ​ເປັນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ທີ່​ຊື່ສັດ—​ເພື່ອ​ປ້ອງ​ກັນ ​ແລະ ປົກ​ປ້ອງ​ອານາຈັກ​ຂອງ​ພຣະ​ເຈົ້າ. ຖ້ອຍ​ຄຳຕໍ່​ໄປ​ນີ້​ຂອງ​ອັກຄະ​ສາວົກ​ໂປ​ໂລ ​ໄດ້​​ເປັນ​ສິ່ງ​ນຳພາ​ຂ້າພະ​ເຈົ້າ:

“​ເຫດ​ສະນັ້ນຈົ່ງ​ຮັບ​ເອົາ​ຍຸດທະ​ພັນ​ຄົບ​ຊຸດ ຊຶ່ງ​ມາ​ຈາກ​ພຣະ​ເຈົ້າ ​ເພື່ອ​ເຈົ້າທັງຫລາຍ​ຈະ​ສາມາດ​ຕໍ່ຕ້ານ​ໃນ​ວັນ​ຊົ່ວ​ຮ້າຍ​ນັ້ນ ​ແລະ ​ເມື່ອ​ເຮັດ​ແລ້ວ​ຈະ​ຢູ່​ຢ່າງ ​ໝັ້ນ ຄົງໄດ້.

“​ເຫດ​ສະນັ້ນຈົ່ງ​ຍຶດ​ ໝັ້ນ ​ເອົາ​ຄວາມ​ຈິງ​ຄາດ​ແອວ​ໄວ້ ​ເອົາ​ຄວາມ​ຊອບ​ທຳ​ເປັນ​ເຄື່ອງ​ປ້ອງ​ກັນ​ເອິກ​ໄວ້;

“​ເອົາ​ຄວາມ​ຕຽມ​ພ້ອມ​ຝ່າຍ​ຂ່າວ​ປະ​ເສີດ​ເລື່ອງ​ສັນຕິ​ສຸກ​ມາ​ສຸບ​ໃສ່​ຕີນ;

“ພ້ອມ​ກັບ​ສິ່ງ​ທັງ​ໝົດ​ນີ້, ຈົ່ງ​ຍົກ​ເອົາ​ຄວາມ​ເຊື່ອ​ເປັນ​​ສິ່ງ​ປ້ອງ​ກັນ, ດ້ວຍ​ສິ່ງ​ປ້ອງ​ກັນນັ້ນ​ເຈົ້າທັງຫລາຍ​ຈະ​ສາມາດ​ດັບ​ລູກ​ສອນ​ໄຟ​ທັງ​ໝົດ​ຂອງ​ຜູ້​ຮ້າຍ​ນັ້ນ​ໃຫ້​ມອດ​ເສຍ.

“ຈົ່ງ​ເອົາ​ຄວາມພົ້ນ​ເປັນ​ເຄື່ອງ​ຄຽນ​ປ້ອງ​ກັນຫົວ​ໄວ້, ​ແລະ ຈົ່ງ​ຖືພຣະ​ແສງ​ຂອງ​ພຣະວິນ​ຍານ ຄື​ພຣະທຳ​ຂອງ​ພຣະ​ເຈົ້າ.”2

ອ້າຍ​ນ້ອງ​ທັງຫລາຍ, ຖ້າ​ຫາກ​ເຮົາ​ຊື່ສັດ​ໃນ​ຖານະ​ປະ​ໂລຫິດ, ​ເຄື່ອງ​ປ້ອງ​ກັນ​ນີ້​ຈະ​ຖືກ​ມອບ​ໃຫ້​ແກ່​ເຮົາ​ເປັນ​ຂອງ​ປະທານ​ຈາກພຣະ​ເຈົ້າ. ​ເຮົາ​ຕ້ອງການ​ເຄື່ອງ​ປ້ອງ​ກັນ​ນີ້!

ຊາຍ​ໜຸ່ມທັງຫລາຍ, ພໍ່​ ​ແລະ ພໍ່​ຕູ້​ຂອງ​ພວກ​ເຈົ້າບໍ່​ເຄີຍ​ໄດ້​ປະ​ເຊີນ​ກັບການ​ລໍ້​ລວງດັ່ງ​ທີ່​ພວກ​ເຈົ້າປະ​ເຊີນ​ຢູ່​ໃນ​ຕອນ​ນີ້. ພວກ​ເຈົ້າມີ​ຊີວິດ​ຢູ່​ໃນ​ຍຸກ​ສຸດ​ທ້າຍ. ຖ້າ​ຫາກ​ພໍ່​ຂອງ​ພວກ​ເຈົ້າຢາກ​ມີ​ບັນຫາ, ​ເພິ່ນ​ຕ້ອງ​ໄດ້​ໄປ​ຊອກ​ຫາ​ມັນ. ບໍ່​ເປັນ​ແນວ​ນັ້ນອີກ​ແລ້ວ! ທຸກ​ວັນ​ນີ້​ການ​ລໍ້​ລວງ​ຊອກ​ຫາ​ພວກ​ເຈົ້າ! ຈົ່ງ​ຈື່​ຈຳ​ໄວ້​ເດີ້! ຊາຕານຢາກ​ໄດ້​ພວກ​ເຈົ້າ, ​ແລະ ບາບ​ກໍ​ຢູ່​ທີ່​ປະຕູ​ເຮືອນ.3 ພວກ​ເຈົ້າຈະຕ້ານທານ​ກັບ​ຍຸດທະວິທີ​ຂອງ​ມັນ​ໄດ້​ແນວ​ໃດ? ຈົ່ງ​ໃສ່​ເຄື່ອງ​ປ້ອງ​ກັນ​ຄົບ​ຊຸດ​ຂອງ​ພຣະ​ເຈົ້າ.

ຂໍ​ໃຫ້​ຂ້າພະ​ເຈົ້າສອນພວກ​ເຈົ້າ​ຈາກ​ປະສົບ​ການ​ອີກ​ຢ່າງ​ໜຶ່ງ​ຂອງຊີວິດ​ຂອງ​ຂ້າພະ​ເຈົ້າ:

​ໃນ​ເດືອນ​ມັງກອນ ປີ 1982, ຂ້າພະ​ເຈົ້າ​ໄດ້​ກ່າວ​ປາ​ໄສ​ຢູ່​ກອງ​ປະຊຸມ​ຂອງ​ນັກ​ສຶກສາ​ຢູ່​ມະຫາວິທະຍາ​ໄລ ບີວາຍຢູ ​ໃນ​ເມືອງ​ໂພຣ​ໂວ, ລັດ​ຢູທາ. ຂ້າພະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ນັກຮຽນ​ໃຫ້​ວາດ​ພາບ​ເຫັນ​ຕຶກ​ໂບດ​ຢູ່​​ໃກ້​ແທ່ນ​ປາ​ໄສບ່ອນນັ້ນ, ​ແລະ ​ໂລກ​ຢູ່​ປະມານ​ສອງ​ສາມ​ບາດກ້າວ​ຈາກ​ຕຶກ​ນັ້ນ. ສິ່ງ​ນີ້​ເປັນ​ຕົວ​ແທນ​ໃຫ້​ແກ່ “ໄລຍະ​ຄວາມ​ຫ່າງ​ໄກ​ລະຫວ່າງ​ໂລກ ​ແລະ ມາດຕະຖານ​ຂອງສາດສະໜາ​ຈັກ” ຕອນ​ຂ້າພະ​ເຈົ້າ​ໄດ້​ເຂົ້າໂຮງຮຽນຢູ່​ວິທະຍາ​ໄລ. ​​ແລ້ວໃນ​ຂະນະ​ທີ່​ຢືນ​ຢູ່​ຕໍ່ໜ້າ​ນັກຮຽນ 30 ປີ ຫລັງ​ຈາກ​ນັ້ນ, ຂ້າພະ​​ເຈົ້າ​ໄດ້​ຍົກ​ມື​ຂຶ້ນ​ໃນ​ທຳນອງ​ດຽວ​ກັນ ​ແລະ ໄດ້​ອະທິບາຍ​ວ່າ, ມາດຕະຖານ​ຂອງ​ໂລກ ​ແລະ ສາດສະໜາ​ຈັກ​ໄດ້​ອອກ​ຫ່າງ​ໄກ​ກັນຫລາຍ; [ມັນ​ໄດ້ອອກ​ໄປ​ໄກ; ຈົນ​ຫລຽວ​ບໍ່​ເຫັນ​ອີກ;] ມັນ​ອອກ​ໄປ​ໄກ​ຈາກ​ຕຶກ​ຫລັງ​ນັ້ນ [​ໄກຈົນ​ອ້ອມ​ໂລກ]. ... ສິ່ງ​ທີ່​ເຮົາ ​ແລະ ລູກຫລານ​ຂອງ​ເຮົາ​ຕ້ອງ​ຈື່​ຈຳ​ແມ່ນ​ວ່າ ສາດສະໜາ​ຈັກ​ຍັງ​ເໝືອນ​ເດີມ, [ມັນ​ຍັງ​ຕັ້ງຢູ່​ບ່ອນ​ເກົ່າ, ​ແຕ່​] ໂລກ​ໄດ້​ຍ້າຍ​ອອກໄກ—ຄວາມ​ກວ້າງ​ໄກ [ນັບ​ມື້​ນັບ] ​​ຂະຫຍາຍ​ອອກ​ໄປ​ເລື້ອຍໆ … ດັ່ງນັ້ນ, ຈົ່ງ​ລະວັງ. ຖ້າ​ພວກ​ເຈົ້າຕັດສິນ​ການ​ກະທຳຂອງ​ພວກ​ເຈົ້າ ​ແລະ ມາດຕະຖານ​ຂອງ​ສາດສະໜາ​ຈັກ​ຕາມ​ການ​ເປັນ​ຢູ່​ຂອງ​ໂລກ ​ແລະ ຕາມ​ການ​ດຳ​ເນີນ​ຂອງ​ມັນ, ​ແລ້ວ​ພວກ​ເຈົ້າຈະ​ພົບ​ເຫັນ​ຕົວ​ເອງ​ວ່າບໍ່​ໄດ້​ຢູ່​ໃນ​ບ່ອນທີ່​ພວກ​ເຈົ້າຄວນ​ຢູ່.”4

​ແຕ່​ກ່ອນ ຂ້າພະ​ເຈົ້າບໍ່​ສາມາດ​ຕວງ​ໄດ້​ວ່າ ​ໂລກ​ນີ້​ຈະ​ຍ້າຍ​ໄປ​ໄກ​ໄວ​ຫລາຍ​ປານ​ໃດ​ຈາກ​ພຣະ​ເຈົ້າ; ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເຂົ້າ​ໃຈ​ວ່າ ພຣະ​ເຈົ້າ​ໄດ້​ປະທານ​ຄຳ​ສອນ, ຫລັກ​ທຳ, ​ແລະ ພຣະບັນຍັດ​ໃຫ້. ​ແຕ່​ມາດຕະຖານ​ຂອງ​ພຣະຄຣິດ ​ແລະ ສາດສະໜາ​ຈັກ​ຂອງ​ພຣະອົງ​ຈະ​ບໍ່​ເຄື່ອນ​ຍ້າຍ. ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ ຄວາມ​ຈິງຈະ ດຳລົງ​ຢູ່ ຕະຫລອດການ ແລະ ຕະຫລອດໄປ.”5 ​ເມື່ອ​ເຮົາ​ເຂົ້າ​ໃຈ ​ແລະ ຮັບ​ຮູ້​ສິ່ງ​ນີ້, ​ເຮົາ​ຈະ​ຕຽມ​ພ້ອມ​ທີ່​ຈະ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ, ຄວາມ​​ເຍາະ​ເຍີ້​ຍ, ​ແລະ ຄວາມ​ແຍກ​ຊັ້ນຂອງ​ສັງຄົມ ທີ່​ມາ​ຈາກ​ໂລກ ​ແລະ ບາງ​ຄົນທີ່​​ເອີ້ນ​ຕົວ​ເອງວ່າ​ເພື່ອນ.

​ພວກ​ເຮົາ​ສ່ວນ​ຫລາຍຈະຮູ້​ບາງ​ຄົນ​ຜູ້​ເວົ້າວ່າ, “ຖ້າ​​ເຈົ້າຢາກ​ເປັນ​ເພື່ອນ​ຂ້ອຍ, ​ເຈົ້າຕ້ອງ​ນັບຖື​ສິ່ງ​ທີ່​ຂ້ອຍນັບຖື.” ​ເພື່ອນ​ທີ່​ແທ້​ຈິງ ຈະ​ບໍ່​ຂໍ​ໃຫ້​ເຮົາ​ເລືອກ​ລະຫວ່າງ​ພຣະກິດ​ຕິ​ຄຸນ ​ແລະ ການ​ເປັນ​ເພື່ອນ. ​ຂ້າພະ​ເຈົ້າຂໍ​ຕອບ​ໂດຍ​ຖ້ອຍ​ຄຳ​ຂອງໂປ​ໂລ​ທີ່ວ່າ, “​​ເຈົ້າຈົ່ງ​ຫລີກ​ໜີ​ເສຍ​ຈາກ​ຄົນ​ເຊັ່ນ​ນັ້ນ.”6 ​ເພື່ອນ​ທີ່​ແທ້​ຈິງ​ຈະ​ຊຸກຍູ້​ເຮົາ​ໃຫ້​ຢູ່​ໃນ​ເສັ້ນທາງ​ທີ່​ຄັບ​ແຄບ.

ການ​ຢູ່​ໃນ​ເສັ້ນທາງ​​ແຫ່ງພັນທະ​ສັນຍາ, ​ພຣະບັນຍັດ ​ແລະ ພິທີການ​ຂອງ​ພຣະກິດ​ຕິ​ຄຸນ ຈະ​ປົກ​ປ້ອງ ​ແລະ ຕຽມ​ເຮົາ​​ໃຫ້​ເຮັດ​ວຽກ​ງານ​ຂອງ​ພຣະ​ເຈົ້າຢູ່​ໃນ​ໂລກ​ນີ້. ​ເມື່ອ​ເຮົາ​ຮັກສາ​ພຣະວາຈາ​ແຫ່ງ​ປັນຍາ, ​ເຮົາ​ໄດ້​ປົກ​ປ້ອງ​ອຳ​ເພີ​ໃຈ​ຂອງ​ເຮົາ​ຈາກ​ການ​ຕິດ​ສິ່ງ​ເສບ​ຕິດ​ດັ່ງ​ເຊັ່ນ ​​ສຸລາ, ຢາ​ເສບ​ຕິດ, ​ແລະ ຢາດູດ. ​ເມື່ອ​ເຮົາ​ຈ່າຍ​ເງິນ​ສ່ວນ​ສິບ, ສຶກສາ​ພຣະຄຳ​ພີ, ຮັບ​ບັບຕິ​ສະມາ ​ແລະ ຮັບ​ການ​ຢືນຢັນ, ​ດຳລົງ​ຊີວິດ​ໃນ​ທາງ​ທີ່​ຈະ​ມີ​ພຣະວິນ​ຍານ​ບໍລິສຸດສະຖິດ​ຢູ່​ເປັນ​ເພື່ອນ, ຮັບ​ສິນ​ລະ​ລຶກຢ່າງ​ມີຄ່າ​ຄວນ, ​ຮັກສາ​ກົດ​ພົມມະຈັນ, ຕຽມ​ທີ່​ຈະ​ຮັບ​ເອົາ​ຖານະ​ປະ​ໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ​ແລະ ​ເຮັດ​ພັນທະ​ສັນຍາ​ທີ່​ສັກສິດ​ຢູ່​ໃນ​ພຣະວິຫານ, ​ແລ້ວ​ເຮົາ​ກໍ​ຕຽມພ້ອມ​ແລ້ວ​ທີ່​ຈະ​ຮັບ​ໃຊ້.

ຢູ່​ໃນ​ພຣະວິຫານ ​ເຮົາ​ຕຽມ ​ແລະ ສັນຍາ​ທີ່​ຈະ​ຮັກສາ​ກົດ​ແຫ່ງ​ການ​ອຸທິດຕົນ. ຊາຍ​ໜຸ່ມທີ່​ມີຄ່າ​ຄວນ ຈະ​ດຳລົງ​ຊີວິດ​ຕາມ​ກົດ​ນີ້ ​ໂດຍ​ການສະ​ແຫວ​ງຫາ​ການ​ເອີ້ນ—​ເປັນ​ການ​ຈ່າຍ​ສ່ວນ​ສິບ​ດ້ວຍການ​ຮັບ​ໃຊ້​ເຜີຍ​ແຜ່​​​ເຕັມ​ເວລາ​ສອງ​ປີ. ການ​ເສຍ​ສະລະນັ້ນຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຂົາ​ເຈົ້າ ທີ່​ຈະ​ກ້າວ​ໄປ​ສູ່​ພັນທະ​ສັນຍາ​ທີ່​ສູງ​ກວ່າ​ໃນ​ຊີວິດ—ສຳລັບ​ຫລາຍ​ຄົນ, ມັນ​ຈະ​ເປັນ​ການຜະ​ນຶກ​ເຂົ້າກັນ​ໃນ​ພຣະວິຫານ​ເປັນ​ຄອບຄົວ​ນິລັນດອນ.

​ເມື່ອ​ເຮົາ​ກ້າວ​ເດີນ​ຕໍ່​ໄປ​ໃນ​ເສັ້ນທາງທີ່​ຄັບ​ແຄບ, ​ເຮົາ​ໄດ້​​ເພີ່ມ​ຄວາມ​ເຂັ້ມ​ແຂງທາງ​ວິນ​ຍານ—​ເຂັ້ມ​ແຂງ​ໃນ​ການ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຮົາ​ທີ່​ຈະ​ເຮັດ​ເພື່ອ​ຕົນ​ເອງ. ສຳລັບ​ຊາຍໜຸ່ມ ​ແລະ ຍິງ​ໜຸ່ມ, ການ​ເຕີບ​ໂຕ​ນີ້ຈະ​ຊ່ອຍ​ເຫລືອ ​ເມື່ອ​​ເຂົາ​ເຈົ້າຮຽນ​ຄຳ​ສອນ ​ແລະ ​ແບ່ງປັນ​ປະຈັກ​ພະຍານ​ຂອງ​​ເຂົາ​ເຈົ້າຜ່ານ​ຫລັກສູດ​ໃໝ່​ຢູ່​ໃນ​ອິນ​ເຕີ​ແນັດ, ຊື່ວ່າ Come, Follow Me.

ນອກ​ເໜືອ​ຈາກ​ນັ້ນ, ຈົ່ງ​ໃຊ້​ອຳ​ເພີ​ໃຈ​ຂອງ​ພວກ​ເຈົ້າ​ເພື່ອ​ພັດທະນາຄຸນສົມບັດ​ຂອງ​ຕົນ. ​ເມື່ອ​ພວກ​ເຈົ້າພົບ​ເຫັນ​ຂອງ​ປະທານ ​ແລະ ພອນ​ສະຫວັນ​ຂອງ​ພວກ​ເຈົ້າ, ຈົ່ງ​ຈື່​ຈຳ​​ໄວ້​ວ່າ ພໍ່​ແມ່ ​ແລະ ຜູ້​​ໃຫ້​ຄຳ​ແນະນຳສາມາດ​ຊ່ອຍ​ເຫລືອ​ພວກ​ເຈົ້າ​ໄດ້, ​ແຕ່​ພວກ​ເຈົ້າຕ້ອງ​ປ່ອຍ​ໃຫ້​ພຣະວິນ​ຍານ​ຊີ້​ນຳ​ພວກ​ເຈົ້າ. ​ຈົ່ງ​ເລືອກ ​ແລະ ກະທຳ​ເພື່ອຕົວ​ເອງ. ຈົ່ງລະດົມໃຈ​ຕົນ​ເອງ. ​ວາງ​ແຜນ​ສຳລັບ​ຊີວິດ​ຂອງ​ພວກ​ເຈົ້າ, ຮ່ວມ​ທັງ​ການ​ສຶກສາ ​ຫລື ການ​ຝຶກ​ຝົນ​ວິຊາ​ອາຊີບ. ຈົ່ງ​ຊອກ​ຫາ​ຄວາມ​ສົນ​ໃຈ ​ແລະ ຄວາມ​ຊຳນານ. ​ເຮັດ​ວຽກ​ງານ ​ແລະ ການ​ເປັນ​ຄົນ​ກຸ້ມ​ຕົນ​ເອງ. ຈົ່ງຕັ້ງ​ເປົ້າໝາຍ, ​ເອົາ​ຊະນະ​ຄວາມ​ຜິດພາດ, ຮຽນ​ຮູ້​ຈາກ​ປະສົບ​ການ, ​ແລະ ​ສຳ​ເລັດສິ່ງ​ທີ່​ພວກ​ເຈົ້າ​ໄດ້​ເລີ່​ມຕົ້ນ​.

​ຢູ່​ໃນ​ເສັ້ນທາງ, ຈົ່ງ​ແນ່​ໃຈ​ວ່າ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ຄອບຄົວ, ກຸ່ມ​ໂຄຣຳ, ຫ້ອງ​ຮຽນ, ​ແລະ ກິດຈະກຳ​ຂອງ​ຊາວ​ໜຸ່ມ. ​ໃຫ້​ມ່ວນ​ຊື່ນກັບ​ການ​ຫລິ້ນ​​ສະໜຸກ​ນຳ​ກັນ. ຜ່ານ​ປະສົບ​ການ​ເຫລົ່າ​ນີ້ ພວກ​ເຈົ້າຈະ​ນັບຖື ​ແລະ ຮູ້​ບຸນຄຸນ​ກັບຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ ​ແລະ ຄຸນ​ລັກສະນະນິລັນດອນຂອງ​ກັນ​ແລະ​ກັນ, ຊຶ່ງ​ມີ​ຢູ່​ໃນ​ບຸດ ​ແລະ ທິດາ​ຂອງ​ພຣະ​ເຈົ້າ.

​ເໜືອ​ສິ່ງ​ອື່ນ​ໝົດ, ​ໃຫ້​ມີ​ສັດທາ​ໃນ​ພຣະຜູ້​ຊ່ອຍ​ໃຫ້​ລອດ! ຢ່າ​ສູ່​ຢ້ານ! ​ເມື່ອ​ເຮົາ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ​ຢ່າງ​ພາກ​ພຽນ, ​ແລ້ວ​ເຮົາ​ຈະ​​ເຂັ້ມ​ແຂງ​ຂຶ້ນ​ໃນ​ພຣະຜູ້​ເປັນ​ເຈົ້າ. ດ້ວຍ​ພະລັງ​ຂອງ​ພຣະອົງ ​ເຮົາ​ຈະ​ສາມາດ​ປະຕິ​ເສດ​ຄົນ​ທີ່​ຕໍ່ຕ້ານ​ພຣະຄຣິດ ຜູ້​ກ່າວ​ວ່າ, “ຈົ່ງ​ກິນ, ຈົ່ງ​ດື່ມ, ຈົ່ງ​ມ່ວນ​ຊື່ນ​ເຖີດ,” ​ເພາະ​ພຣະ​ເຈົ້າ “ຈະ​ຍອມ​ແກ່​ການ​ກະທຳ​ບາບ​ເລັກ​ໜ້ອຍ [ຂອງ​ເຈົ້າ]; ... ບໍ່​ມີອັນຕະລາຍ​ແນວ​ໃດໃນ​ການ​ເຮັດ​ສິ່ງນີ້ ..., ເພາະ​ມື້​ອື່ນ​ພວກ​ເຮົາ​ກໍ​ຈະ​ຕາຍ​ແລ້ວ.”7 ​ໃນ​ພະລັງ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ເຮົາ​ຈະ​ສາມາດ​ຢືນ​ຕ້ານທານ​ກັບ​ປັດ​ຊະ​ຍາ ຫລື ຄວາມ​ເຊື່ອ​ທີ່​ປະຕິ​ເສດ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຂັດ​ກັບ​ແຜນ​ແຫ່ງ​ຄວາມສຸກ​ນິລັນດອນ ​ແລະ ຍິ່ງ​ໃຫຍ່ສຳລັບ​ລູກໆທຸກ​ຄົນ​ຂອງ​ພຣະ​ເຈົ້າ.

​ເຮົາ​ບໍ່​ໄດ້​ຖືກ​ອະນຸຍາດ​ໃຫ້​ຕໍ່​ລອງ​ກ່ຽວ​ກັບ​ເງື່ອນ​​ໄຂ​ຂອງ​ແຜນ​ແຫ່ງ​ນິລັນດອນ. ພວກ​ເຈົ້າຈື່​ຈຳ​ເນ​ເຫມີ​ຢາ​ໄດ້​ບໍ່ ຜູ້​ຄວບ​ຄຸມ​ການ​ສ້າງ​ກຳ​ແພງ​ເມືອງ​ເພື່ອ​ປ້ອງ​ກັນ​​ເມືອງ​ເຢຣູຊາ​ເລັມ​? ມີ​ຄົນ​ຢາກ​ໃຫ້​ລາວ​ລົງ​ໄປ​ພົບ​ເຂົາ ​ແລະ ຢາກ​ໃຫ້​ລາວ​ປະ​ຖິ້ມ​ຕຳ​ແໜ່​ງຂອງ​ລາວ, ​ແຕ່​ເນ​ເຫມີ​ຢາ​​ໄດ້​ປະຕິ​ເສດ. ລາວ​ບໍ່​​ອ່ອນ​ຂໍ້; ລາວ​ພຽງ​ເວົ້າວ່າ, “ຂ້າພະ​ເຈົ້າກຳລັງ​ເຮັດ​ວຽກ​ທີ່​ສຳຄັນ ​ແລະ ຂ້າພະ​ເຈົ້າ​ໄປ​ທີ່​ນັ້ນບໍ່​ໄດ້. ຂ້າພະ​ເຈົ້າຈະ​ບໍ່​ຍອມ​ຢຸດ​ວຽກ. ... ”8

ບາງ​ເທື່ອ​ເຮົາ​ຈະ​ຖືກ​​ນິນທາ, ​ແຕ່​ເຮົາ​ກໍ​ຕ້ອງ “ສູ້ທົນ” ​ເພາະ​ການ​ຍຶດໝັ້ນ​ໃນ​ມາດຕະຖານ​ຂອງ​ພຣະ​ເຈົ້າ ​ແລະ ການ​ເຮັດ​ວຽກ​ງານ​ຂອງ​ພຣະອົງ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເຮົາ​ບໍ່ຕ້ອງ​ຢ້ານ ຖ້າ​ຫາກ​ເຮົາ​ຍຶດໝັ້ນຢູ່​ໃນ​ຄຳ​ສອນ​ຂອງ​ພຣະອົງ. ຜູ້​ຄົນ​ອາດ​ເຂົ້າ​ໃຈ​ຜິດ, ອາດ​ວິຈານ, ​ແລະ ອາດ​ກ່າວ​ຫາ, ​ແຕ່​ເຮົາ​ບໍ່​ໄດ້​ຢູ່​ຄົນ​ດຽວ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້ “ຖືກ​ໝິ່ນປະໝາດ ແລະ ຖືກ​ຜູ້ຄົນປະ​ຕິ​ເສດ.”9 ມັນ​ເປັນ​ສິດທິ​ພິ​ເສດ​ຂອງ​ເຮົາ​ທີ່​ຈະ​ຢືນ​ຢູ່​ກັບ​ພຣະອົງ!

ກົງກັນຂ້າມ, ການ​ຢືນ​ຢູ່​ຢ່າງ​​ໝັ້ນຄົງ​ ບາງ​ເທື່ອ​ໝາຍ​ເຖິງ​ການ​ຫລີກ​ເວັ້ນ ​ແລະ ​ແມ່ນ​ແຕ່​ການ​ໜີ​ຈາກ​ໂລກ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ປະກາດ​ວ່າ, “ອ້າຍ​ຊາຕາ​ນ, ຈົ່ງ​ໜີ​ໄປ​ໄກ​ຈາກ​ເຮົາ.”10 ​ໂຢ​ເຊັບ​ໃນ​ປະ​ເທດ​ເອຢິບ ​ໄດ້​ແລ່ນ​ໜີ​ຈາກ​ການ​ລໍ້​ລວງ​ຂອງ​ເມຍ​ຂອງ​ໂປ​ຕີ​ຟາ,11 ​ແລະ ລີ​ໄຮ​ໄດ້​ໜີ​ຈາກ​ເຢຣູຊາ​ເລັມ ​ແລະ ພາ​ຄອບຄົວ​ຂອງ​ເພິ່ນ​​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ.12

ຈົ່ງ​ແນ່​ໃຈ​ວ່າ ສາດສະດາ​ທັງຫລາຍ​ທີ່​ມີ​ຊີວິດ​ກ່ອນ​ເຮົາ ​ໄດ້​ຢືນ​ຢູ່​ຢ່າງ​​ໝັ້ນຄົງ​ໃນ​ວັນ​ເວລາ​ຂອງພວກ​ເພິ່ນ:

ນີ​ໄຟ​ໄດ້​ປະຕິບັດ​ວຽກ​ງານ​ທີ່​ແປກ​ປະຫລາດຂອງ​ພຣະຜູ້​ເປັນ​ເຈົ້າ ​ເຖິງ​ແມ່ນຊາຕາ​ນຈະ​ຕໍ່ຕ້ານ ​ແລະ ​ເລ​ມັນ ​ແລະ ​ເລ​ມູ​ເອນ, ພວກ​ອ້າຍ​ຂອງ​ເພິ່ນ ​ໄດ້​ຂົ່ມ​ເຫັງກໍ​ຕາມ.13

ອະ​ບີ​ນາ​ໄດ​ໄດ້​ເປັນ​ພະຍານ​ເຖິງ​ພຣະຄຣິດ ​ເຖິງ​ແມ່ນ​ຖືກສົງ​ໄສ, ດູ​ຖູ​ກ, ​ແລະ ຖືກ​ສັງຫານ.14

ນັບ​ຮົບ​ໜຸ່ມ 2,000 ຄົນ ​ໄດ້​ປົກ​ປ້ອງ​ຄອບຄົວ​ຂອງ​ພວກ​ເຂົາຕ້ານ​ກັບ​ຜູ້​ທີ່ກຽດ​ຊັງ​ຄຸນຄ່າ​ຂອງ​ພຣະກິດ​ຕິ​ຄຸນ.15

​ໂມ​ໂຣ​ໄນ​ໄດ້​ຍົກ​ປ້າຍ​ເສລີພາບ​ຂຶ້ນ ​ເພື່ອ​ຮັກສາ​ຄອບຄົວ ​ແລະ ​ເສລີພາບ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ.16

ຊາ​ມູ​ເອນ​ໄດ້​ຢືນ​ຢູ່​ເທິງ​ກຳ​ແພງ ​ແລະ ​ໄດ້​ທຳ​ນາຍ​ກ່ຽວ​ກັບ​ການສະ​ເດັດ​ມາ​ຂອງ​ພຣະຄຣິດ, ​​ໃນ​ຂະນະ​ທີ່​ເພິ່ນ​ຖືກ​ແກວ່ງ​ກ້ອນ​ຫີນ ​ແລະ ຖືກ​ຍິງ​ລູກ​ທະ​ນູ​ໃສ່.17

ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ຟື້ນ​ຟູ​ພຣະກິດ​ຕິ​ຄຸນຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຄືນ​ມາ​ໃໝ່, ​ໄດ້​ຜະ​ນຶກ​ປະຈັກ​ພະຍານ​ຂອງ​ເພິ່ນ​ໄວ້​ດ້ວຍ​ເລືອດ​ຂອງ​ເພິ່ນ.18

​ແລະ ຜູ້​ບຸກ​ເບີກ​ຊາວ​ມໍ​ມອນ​ໄດ້​ຢືນ​ຢູ່​ຢ່າງ​​ໝັ້ນຄົງ​ເມື່ອ​ປະ​ເຊີນ​ກັບການ​ຕໍ່ຕ້ານ​ຢ່າງ​ຮ້າຍ​ແຮງ ​ແລະ ທຸກ​ຍາກ​ລຳບາກ, ​ໃນ​ການຕິດຕາມ​ສາດສະດາຂອງ​ເຂົາ​ເຈົ້າ ​ເພື່ອ​ເດີນທາງ​ໄປ​ຕັ້ງຖິ່ນ​ຖານ​ຢູ່​ພາກ​ຕາ​ເວັນ​ຕົກ.

ຜູ້​ຮັບ​ໃຊ້​ທີ່​ດີ​ເລີດ ​ແລະ ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ສາມາດ​ຢືນ​ຢູ່​ຢ່າງ​​ໝັ້ນຄົງ ​ເພາະວ່າ​ເຂົາ​ເຈົ້າ​ໄດ້​ຢືນ​ຢູ່​ກັບ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ​ໃຫ້​​ເຮົາ​ມາ​ພິຈາລະ​ນາ​ກັນ​ກ່ຽວກັບ​ວິທີ​ທີ່​ພຣະຜູ້ຊ່ອຍ​ໃຫ້​ລອດ​ຢືນ​ຢູ່​ຢ່າງ​​ໝັ້ນຄົງແນວ​ໃດ:

​ໃນ​ໄວ​ເຍົາ, ພຣະ​ເຢຊູ​ໄດ້​ຊ່ອຍ​ບິດາ​ຂອງ​ພຣະອົງ​ເຮັດ​ທຸລະ​ກິດ, ສັ່ງສອນ​ພຣະກິດ​ຕິ​ຄຸນ​ໃຫ້​ພວກ​ນັກປາດ​ອາຈານ​ຢູ່​ໃນ​ພຣະວິຫານ.19 ຕະຫລອດ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະອົງ, ພຣະອົງ​ໄດ້​ບັນລຸ​ວຽກ​ງານ​ຂອງ​ຖານະ​ປະ​ໂລຫິດ—ການ​ສອນ, ການ​ປິ່ນປົວ, ການ​ຮັບ​ໃຊ້, ​ແລະ ການ​ໃຫ້​ພອນ​ ​ແລະ ຊ່ອຍ​ຊູຄົນ​ອື່ນ. ​ເມື່ອ​ເໝາະ​ສົມ, ພຣະອົງ​ໄດ້​ຢືນ​ຢູ່​ຢ່າງ​ກ້າຫານ​ຕ້ານ​ກັບ​ຄວາມ​ຊົ່ວ​ຮ້າຍ, ​ແມ່ນ​ແຕ່​ການ​ຊຳລະ​ພຣະວິຫານ.20 ​ພຣະອົງຍັງ​ໄດ້​ຢືນ​ຢູ່​ສຳລັບ​ຄວາມ​ຈິງ​ນຳ​ອີກ—ບໍ່​ວ່າ​ຈະ​ເປັນ​ດ້ວຍ​ວາຈາ ຫລື ດ້ວຍຄວາມ​ງຽບ​ທີ່​ເປັນ​ກຽດ. ​ເມື່ອ​ຫົວໜ້າພວກປະ​ໂລຫິດ​ໄດ້​ກ່າວຫາ​ພຣະອົງ​ຢູ່​ຕໍ່ໜ້າ​ກາ​ຢະຟາ, ພຣະ​ເຢຊູ​​ໄດ້​ປະຕິ​ເສດ​ຢ່າງ​ສະຫລາດ ​ແລະ ດ້ວຍ​ຄວາມກ້າຫານ ​ຕໍ່​ການກ່າວ​ຫາ​ເທັດ ​ແລະ ກໍ​ໄດ້​ມິດ​ງຽບ​ຢູ່.21

​ໃນ​ສວນ​ເຄັດ​ເຊ​ມາ​ເນ, ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ​ບໍ່​ໄດ້​ຖອຍ​ໄປ​ຈາກ​ການ​ດື່ມ​ຈາກຈອກ​ອັນ​ຂົ່ມ​ຂື່ນ​ຂອງ​ການ​ຊົດ​ໃຊ້.22 ​ແລະ ຕອນ​ຢູ່​ເທິງ​ໄມ້​ກາງ​ແຂນ ພຣະອົງ​ໄດ້​ຮັບ​ທຸກທໍລະມານ​ອີກ ​ເພື່ອ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະບິດາ​ຂອງ​ພຣະອົງ, ຈົນ​ໃນ​ທີ່​ສຸດ​ພຣະອົງ​ສາມາດ​ກ່າວ​ອອກ​ມາ​ໄດ້​ວ່າ, “ສຳ​ເລັດ​ແລ້ວ.”23 ​ພຣະອົງ​ໄດ້​ອົດທົນ​ຈົນ​ເຖິງ​ທີ່​ສຸດ. ໃນ​ການ​ຕອບ​ຕໍ່​ຄວາມ​ເຊື່ອ​ຟັງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໃນ​ການ​ຢືນ​ຢູ່​ຢ່າງ​​ໝັ້ນຄົງ, ພຣະບິດາ​ເທິງ​ສະຫວັນ​​ໄດ້​ປະກາດ​ວ່າ, “ຈົ່ງ​ເບິ່ງ ເຈົ້າຈົ່ງ​ຟັງ​ບຸດ​ທີ່​ຮັກ​ຂອງ​ເຮົາ​ເຖີດ, ຜູ້​ເຮົາ​ພໍ​ໃຈ​ຫລາຍ, ຜູ້​ທີ່​ສັນລະ​ເສີນ​ພຣະ​ນາມ​ຂອງ​ເຮົາ.”24

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ໃນ​ຖານະ​ປະ​ໂລຫິດ, ຂໍ​ໃຫ້​ເຮົາ​ຈົ່ງ​ສັນລະ​ເສີນ​ພຣະນາມຂອງ​ພຣະ​ເຈົ້າ ​ໂດຍ​ການ​ຢືນ​ຢູ່​ຢ່າງ​​ໝັ້ນຄົງ​ກັບ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ພິ​ເສດ​ວ່າ ​ພຣະອົງ​ຊົງ​ພຣະຊົນ​ຢູ່ ​ແລະ ວ່າ​ເຮົາ “ຖືກ​ເອີ້ນ​ໃຫ້​ຮັບ​ຕຳ​ແໜ່ງ​ອັນ​ສັກສິດ”25 ​ເພື່ອ​ມີ​ສ່ວນ​ຮ່ວມ​ໃນ​ວຽກງານ​ຂອງ​ພຣະອົງ. ຈົ່ງ​ຢືນ​ຢູ່​ໃນ​ສະຖານ​ທີ່​ສັກສິດ, ​ແລະ ບໍ່​ຫວັ່ນ​ໄຫວ.”26 ການ​ຢືນ​ຢູ່​ດ້ວຍ​ຄວາມ​ເຊື່ອ​ຟັງ ​ແລະ ​ໝັ້ນຄົງໃນ​ຄຳ​ສອນ​ຂອງ​ພຣະ​ເຈົ້າຂອງ​ເຮົາ, ​​ເຮົາ​ໄດ້ຢືນ​ຢູ່​ໃນ​ສະຖານ​ທີ່​ສັກສິດ, ​ເພາະ​ຄຳ​ສອນ​ຂອງ​ພຣະອົງ​ນັ້ນສັກສິດ ​ແລະ ຈະ​ບໍ່ປ່ຽນແປງທ່າມກາງສາຍລົມຂອງ​ສັງຄົມ ​ແລະ ການເມືອງ​​ໃນ​ວັນ​ເວລາ​ຂອງ​ເຮົາ. ຂ້າພະ​ເຈົ້າຂໍປະກາດ ​ດັ່ງ​ອັກຄະ​ສາວົກ​ໂປ​ໂລ​ ​ໄດ້​ປະກາດວ່າ, “ຈົ່ງ​​ເຝົ້າລະວັງ​ໃຫ້​ດີ, ຈົ່ງ​ຢືນ​​ຢູ່​ຢ່າງ​ໝັ້ນຄົງ​ໃນ​ຄວາມ​ເຊື່ອ, [ປະພຶດ] ​ແບບ​ບຸລຸດ, [​ແລະ] ​ເຂັ້ມ​ແຂງ.”27 ​ນີ້​ຄືຄຳ​ອະທິຖານ​ອັນ​ແຮງ​ກ້າ​ຂອງ​ຂ້າພະ​ເຈົ້າສຳ​ລັບທ່ານ, ​ໃນ​ພຣະນາມອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.