​2010–2019
ພຣະບິດາ ​ແລະ ພຣະບຸດ
ເມສາ 2013


ພຣະບິດາ ​ແລະ ພຣະບຸດ

ຈຸດ​ໃຈກາງ​ຂອງຫລັກ​ທຳຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ອຳນາດ​ຂອງ​ພຣະກິດ​ຕິ​ຄຸນ​ທີ່​ຊ່ອຍ​ໃຫ້​ລອດ ​ແມ່ນ​ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ກ່ຽວ​ກັບພຣະບິດາ ​ແລະ ພຣະບຸດ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ທີ່​ໄດ້​ມາ​ກ່າວ​ກັບ​ທ່ານ​ໃນ​ຕອນ​ບ່າຍ​ມື້​ນີ້ ຂອງ​ກອງ​ປະຊຸມ​ໃຫຍ່​ສາມັນ​ທີ່​ດົນ​ຈົນ!

​ໃນ​ການ​ກ່າວ​ກ່ຽວ​ກັບ​ຫົວ​ຂໍ້​ທີ່​ຂ້າພະ​ເຈົ້າຄິດ​ວ່າ​ສັກສິດ​ຫລາຍ​ທີ່​ສຸດ, ທຳ​ອິດ ຂ້າພະ​ເຈົ້າຈຶ່ງຂໍ​ສະ​ແດງ​ຄວາມ​ກະຕັນຍູ​ຕໍ່​ຊາວ​ຄຣິດສະ​ຕຽນ​ທັງຫລາຍ​ຕະຫລອດທຸກ​ຍຸກ​ທຸກ​ສະ​ໄໝ, ຮ່ວມ​ທັງ​ບັນພະບຸລຸດ​ຂອງ​ຂ້າພະ​ເຈົ້າ​ເຈົ້າທີ່​ເປັນ​ຊາວ​ໂປ​ເທັດ​ສະຕັນຄົນ​ຝະຣັ່ງ ​ແລະ ຊາວ​ກາ​ໂຕ​ລິກຄົນ​ອຽກລັງ. ​ເປັນ​ຍ້ອນ​ສັດທາ ​ແລະ ການ​ນະມັດສະການ​ຂອງ​ພຣະ​ເຈົ້າຂອງ​ເຂົາ​ເຈົ້າ, ຫລາຍ​ຄົນ​ໄດ້​ສະລະ​ຕຳ​ແໜ່​ງ, ຊັບ​ສິນ, ​ແລະ ​ແມ່ນ​ແຕ່​ຊີວິດ ​ຂອ​ງ​ເຂົາ​ເຈົ້າໃນ​ການປ້ອງ​ກັນ​ພຣະ​ເຈົ້າ ​ແລະ ສັດທາ​ຂອງ​ເຂົາ​ເຈົ້າ.1

​ໃນ​ຖານະ​ທີ່​ເປັນ​​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ແລະ ​ເປັນຄຣິດສະ​ຕຽນ, ​ສ່ວນ​ຫລາຍ​ແລ້ວ​ເຮົາ​ຈະ​ມີ​ສັດທາ​ທີ່​ເຂັ້ມ​ແຂງ ​ແລະ ​ເລິກ​ຊຶ້ງ​ໃນ​ພຣະ​ເຈົ້າ ພຣະບິດາ​ນິລັນດອນ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ. ການ​ອຸທິດ​ຕົນ​ຕໍ່​ພຣະ​ເຈົ້າ​ເປັນ​ສິ່ງ​ສັກສິດ ​ແລະ ສ່ວນ​ຕົວ​ຕະຫລອດ​ມາ​ລະຫວ່າງ​ເຮົາ​ແຕ່ລະຄົນ​ກັບ​ພຣະຜູ້​ສ້າງ​ຂອງ​​ເຮົາ.

ການສະ​ແຫວ​ງຫາ​ຊີວິດ​ນິລັນດອນ ​ເປັນ​ກາ​ນສະ​ແຫວ​ງຫາ​ທີ່​ຈະ​ເຂົ້າ​ໃຈ​ວ່າ ພຣະ​ເຈົ້າ​ເປັນ​ໃຜ ​ແລະ ​ເພື່ອ​​ເຮົາ​ຈະ​ໄດ້ກັບ​ຄືນ​ໄປ​ຢູ່​ນຳພຣະອົງ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ອະທິຖານ​ຫາ​ພຣະບິດາ​ຂອງ​ພຣະອົງ​ວ່າ, “ນີ້​ແມ່ນ​ຊີວິດ​ນິລັນດອນ ຄື​ພວກ​ເຂົາ​ຮູ້ຈັກ​ພຣະອົງ​ເປັນ​ພຣະ​ເຈົ້າທ່ຽງ​ແທ້​ແຕ່​ອົງ​ດຽວ ​ແລະ ຮູ້ຈັກ​ພຣະ​ເຢຊູ​ຄຣິດ​ຜູ້​ທີ່​ພຣະອົງ​ໃຊ້​ມາ.”2

​​ເຖິງ​ແມ່ນ​ຈະ​ເຂົ້າ​ໃຈ​ຕາມການ​ປະກາດ​ນີ້​ໂດຍ​ພຣະຜູ້​ຊ່ອຍ​ໃຫ້​ລອດ​, ​ແຕ່​ການ​ຄິດກ່ຽວ​ກັບ​ທຳ​ມະ​ຊາດ​ຂອງພຣະບິດາ ​ແລະ ພຣະບຸດ ຕະຫລອດ​ທົ່ວ​ສັດຕະວັດ ​ແລະ ​​ໃນ​ບັນດາ​ມະນຸດ​ຢ່າງ​ຫລວງຫລາຍ ​​ແມ່ນບໍ່​ສອດຄ່ອງ​ກັບ​ຄຳ​ສອນ​ຂອງ​ພຣະຄຳ​ພີ​ທີ່​ສັກສິດ.

​ເຮົາ​ຍອມຮັບ​ວ່າ ຈຸດ​ໃຈກາງ​ຂອງຫລັກ​ທຳຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ອຳນາດ​ຂອງ​ພຣະກິດ​ຕິ​ຄຸນ​ທີ່​ຊ່ອຍ​ໃຫ້​ລອດ ​ແມ່ນ​ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ກ່ຽວ​ກັບພຣະບິດາ ​ແລະ ພຣະບຸດ.3

ສິ່ງ​ສຳຄັນ​ຂອງຫລັກ​ທຳ​ຂັ້ນພື້ນຖານຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ໄດ້​ຖືກ​ຢືນຢັນ​ໂດຍ​ພາບ​ທີ່​ມາ​ໃຫ້​ເຫັນ​ຂອງ​ສາດສະດາ​ໂຈ​ເຊັບ ສະ​ມິດ ​ໃນ​ປີ 1820. ສາດສະດາ​ໄດ້​ຂຽນ​ວ່າ: “ຂ້າພະ​ເຈົ້າ​ໄດ້​ເຫັນ​ສອງ​ພຣະອົງ​ປະ​ທັບ​ຢືນ​ຢູ່​ໃນ​ອາ​ກາດ​ຊື່​ຫົວ​ຂອງ​ຂ້າພະ​ເຈົ້າ. ຄວາມ​ສະຫວ່າງ ​ແລະ ລັດສະໝີ​ພາບຂອງ​ທັງ​ສອງ​ພຣະອົງ​ນັ້ນ​ເກີນ​ກວ່າ​ທີ່​ຈະ​ພັນ​ລະນາ​ໄດ້. ອົງ​ໜຶ່ງ​ໄດ້​ຮັບ​ສັ່ງ​ກັບ​ຂ້າພະ​ເຈົ້າ​ ​ໂດຍ​ເອີ້ນ​ຊື່​ຂອງ​ຂ້າພະ​ເຈົ້າ ​ແລະ ຊີ້​ພຣະຫັດ​ໄປ​ຫາ​ອີກ​ອົງ​ໜຶ່ງ ​ແລະ ກ່າວ​ວ່າ—ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!4

ປະສົບ​ການ​ຂອງ​ໂຈ​ເຊັບ​ຕອນ​​ເປັນ​ໜຸ່ມ, ຕິດຕາມ​ດ້ວຍ​ພາບ​ທີ່​ມາ​ໃຫ້​ເຫັນ ​ແລະ ການ​ເປີດ​ເຜີຍ​ວ່າ ພຣະ​ເຈົ້າມີ​ຈິງ; ພຣະບິດາ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ​ເປັນ​​ສອງ​ພຣະອົງທີ່​ແຕກ​ຕ່າງ​ກັນ; ມະນຸດ​ໄດ້​ຖືກ​ສ້າງ​ຂຶ້ນ​ໃນ​ລັກສະນະ​ຂອງ​ພຣະ​ເຈົ້າ; ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ເປັນ​ພຣະບິດາ​ຂອງ​ພຣະ​ເຢຊູ​ຄຣິດ​ແທ້ໆ; ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ພຣະອົງ​ເອງ​ຕໍ່​ມະນຸດສະ​ເໝີ​ມາ; ພຣະ​ເຈົ້າຢູ່​ໃກ້​ສະ​ເໝີ ​ແລະ ສົນ​ໃຈ​ກັບ​ເຮົາ; ​ແລະ ພຣະອົງ​ຕອບ​ຄຳ​ອະທິຖານ​ຂອງ​ເຮົາ.

​ເຖິງ​ແມ່ນການ​ປະກົດທີ່ຄ້າຍຄື​ກັນນີ້ຂອງ​ພຣະບິດາ ​ແລະ ພຣະບຸດ​​ໃນ​ພຣະຄຳ​ພີທີ່​ສັກສິດ​ ​ໄດ້​​ເກີດ​ຂຶ້ນພຽງ​​ເລັກ​ນ້ອຍ​ເທົ່າ​ນັ້ນ, ​ແຕ່​ຄວາມ​ຈິງ​ທີ່​ບໍ່​ເປັນ​ໜ້າ​ເຊື່ອ​ຂອງ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງທຳ​ອິດ ​ແມ່ນ​ສອດຄ່ອງ​ກັບ​​ເຫດການອື່ນໆ​ທີ່​ໄດ້​ຖືກ​ບັນທຶກ​​ໄວ້​ຢູ່​ໃນ​ພຣະຄຳ​ພີ​ທີ່​ສັກສິດ.

​ໃນ​ພັນທະ​ສັນຍາ​ໃໝ່, ຕົວຢ່າງ, ​ເຮົາ​ອ່ານ​ປະຈັກ​ພະຍານ​ສຸດ​ທ້າຍຂອງ​ສະ​ເຕຟາ​ໂນ ກ່ອນ​ລາວ​ຖືກ​ສັງ​ຫານ. ລາວ​ໄດ້​ເວົ້າວ່າ: “ເບິ່ງ​ແມ, ຂ້າພະ​ເຈົ້າ​ເຫັນ​ທ້ອງຟ້າ​ໄຂ​ອອກ, ​ແລະ ​ເຫັນ​ບຸດ​ມະນຸດ​ກຳລັງ​ຢືນ​ຢູ່​ທີ່​ກ້ຳຂວາ​ມື​ຂອງ​ພຣະ​ເຈົ້າ.”5

​ໃນ​ຕອນ​ທີ່​ໄດ້​ເຫັນ​ພາບ​ນິມິດ​ອັນ​ຍິ່ງ​ໃຫຍ່​ຢູ່​​ເກາະ​ປາ​ໂມ​ດ, ອັກຄະ​ສາວົກ​ໂຢຮັນ​ໄດ້​ເຫັນ “ອົງ​ພຣະຜູ້​ເປັນ​ເຈົ້າຜູ້​ຊົງ​ລິດ​ທານຸພາບ​ສູງ​ສຸດ”6 ​ແລະ ລູກ​ແກະ​ຂອງ​ພຣະ​ເຈົ້ານຳ​ອີກ, ຜູ້ “​ໄດ້​ໄຖ່​ພວກ​ເຮົາ … ດ້ວຍ​ໂລຫິດ [ຂອງ​ພຣະອົງ].”7

​ໃນ​ພຣະຄຳ​ພີ​ມໍ​ມອນ, ຄຳ​ສອນ​ຂອງ​ພຣະບິດາ ​ແລະ ພຣະບຸດ​ເປັນ​ປະຈັກ​ພະຍານ​ຢ່າງ​ສະຫງ່າ​ຜ່າ​ເຜີຍ​ຮ່ວມ​ກັບ​ພຣະຄຣິສຕະທຳ​ຄຳ​ພີ​ທີ່​ສັກສິດ. ພຣະຄຳ​ພີ​ມໍ​ມອນ​ໄດ້​ບັນທຶກ​ການ​ມາ​ຢ້ຽມຢາມ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຕໍ່ຊາວ​ນີ​ໄຟ, ​ຊຶ່ງ​ທັງ​ໄດ້​ຍິນ​ສຸລະສຽງ​ຂອງ​ພຣະບິດາ, ກ່າວ​ກັບ​ຊາວ​ນີ​ໄຟປະມານ 2,500 ຄົນ, ​ແນະນຳຜູ້​ຄົນ​ໃຫ້​ຮູ້ຈັກພຣະຄຣິດທີ່​ຟື້ນ​ຄືນ​ຊີວິດ ດັ່ງ​ນີ້: “ຈົ່ງ​ເບິ່ງ ເຈົ້າຈົ່ງ​ຟັງ​ບຸດ​ທີ່​ຮັກ​ຂອງ​ເຮົາ​ເຖີດ, ຜູ້​ເຮົາ​ພໍ​ໃຈ​ຫລາຍ, ຜູ້​ທີ່​ສັນລະ​ເສີນ​ພຣະ​ນາມ​ຂອງ​ເຮົາ—ຈົ່ງ​ຟັງ​ທ່ານ.”8

ຢູ່​ໃນ​ພຣະທຳ​ສີ່​ເຫລັ້ມ, ພຣະຄຣິດພຣະອົງ​ເອງ​ໄດ້​ກ່າວ​ເຖິງ​ພຣະບິດາ​ຂອງ​ພຣະອົງ​ຢູ່​ໃນ​ສະຫວັນ 160 ​ເທື່ອ, ລະຫວ່າງ​ການ​ມາ​ຢ້ຽມຢາມ​ຊາວ​ນີ​ໄຟສາມ​ມື້, ດັ່ງ​ທີ່​ມີ​ບັນທຶກ​ໄວ້​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ, ພຣະອົງ​ໄດ້​ກ່າວ​ເຖິງ​ພຣະບິດາຂອງ​ພຣະອົງ 122 ​ເທື່ອ.

ຍົກຕົວຢ່າງ, ​ໃນ​ພຣະທຳ​ມັດ​ທາຍ, ພຣະ​ເຢຊູ​ກ່າວ​ວ່າ, “ບໍ່​ແມ່ນ​ວ່າ​ທຸກ​ຄົນ​ທີ່​ເອີ້ນ​ເຮົາ​ວ່າ, ພຣະອົງ​ເຈົ້າ, ພຣະອົງ​ເຈົ້າ, ​ແລ້ວ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ; ​ເຂົ້າ​ໄດ້​ແຕ່​ຜູ້​ທີ່​ປະຕິບັດ​ຕາມ​ນ້ຳພຣະ​ໄທ​ຂອງ​ພຣະບິດາ​ຂອງ​ເຮົາ ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ.”9

​ໃນ​ພຣະທຳ​ໂຢຮັນ, ​ພຣະອົງ​ໄດ້​ເປັນ​ພະຍານວ່າ, “ພຣະບຸດ​ຈະ​ເຮັດ​ສິ່ງ​ໜຶ່ງ​ສິ່ງ​ໃດ​ໂດຍ​ຕົນ​ເອງ​ບໍ່​ໄດ້, ນອກຈາກ​ໄດ້​ເຫັນ ​ພຣະບິດາ ​​ເຮັດ.”10

​ແລະ ​ໃນ​ພຣະທຳ​ລູກາ, ​ພຣະອົງ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ພຣະບິດາ​​ເຈົ້າເອີຍ, ລູກ​ຂໍ​ມອບ​ຈິດ​ວິນ​ຍານ​ຂອງ​ລູກ​ໄວ້​ໃນ​ກຳມື​ຂອງ​ພຣະອົງ.”11

ທຸກ​ເທື່ອ​ທີ່​ພຣະ​ຜູ້​ເປັນ​ເຈົ້າຂອງ​ເຮົາກ່າວ​ເຖິງ​ພຣະບິດາ​ເທິງ​ສະຫວັນຂອງ​ພຣະອົງ, ພຣະອົງ​ໄດ້​ກ່າວ​ດ້ວຍ​ຄວາມ​ຄາລະວະ ​ແລະ ຄວາມອ່ອນ​ນ້ອມ.

​ໃນ​ການ​ກ່າວ​ສິ່ງ​ນີ້, ຂ້າພະ​ເຈົ້າຫວັງ​ວ່າ​ຈະ​ບໍ່​ມີ​ຄົນ​ເຂົ້າ​ໃຈ​ຜິດ. ພຣະ​ເຢຊູ​ຄຣິດ​ເປັນ​ພຣະ​ເຢໂຮ​ວາ​ຜູ້​ຍິ່ງ​ໃຫຍ່, ​ເປັນ​ພຣະ​ເຈົ້າ​ແຫ່ງ​ອິດສະຣາ​ເອນ, ​ເປັນ​ພຣະ​ເມ​ຊີ​ອາ​ຜູ້​ໄດ້​ຖືກ​ສັນຍາ​ໄວ້, ​ແລະ ​ເພາະ​ການ​ຊົດ​ໃຊ້​ອັນ​ເປັນນິດ​ຂອງ​ພຣະອົງ, ພຣະອົງ​ຈຶ່ງ​ໄດ້​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດຂອງ​ເຮົາ ​ແລະ ພຣະຜູ້​ໄຖ່​ຂອງ​ໂລກ. ​ໂປ​ໂລ​ໄດ້​ກ່າວ​ກ່ຽວ​ກັບ​ພຣະອົງ​ວ່າ, “ແລ້ວ​ກໍ​ຈະ​ເປັນ​ຄາວສຸດ​ທ້າຍ, ຄື​ເມື່ອ​ພຣະຄຣິດຈະ​ມີ​ໄຊ​ເໜືອ​ວິນຍານທຸກດວງ​ທີ່​ປົກຄອງ​ໂລກເໜືອ​ສິດ​ອຳນາດ ​ແລະ ອານຸພາບ​ທັງ​ສິ້ນ.”12

​ໃນ​ຄ່ຳ​ຄືນ​ກ່ອນ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ພຣະອົງ​ໄດ້​ອ້ອນວອນ​ຕໍ່​ພຣະບິດາ​ຂອງ​ພຣະອົງ​ເພື່ອ​ຄົນ​ອື່ນ. ພຣະອົງ​ໄດ້​ກ່າວ​ວ່າ:

“ຂ້ານ້ອຍ​ອະທິຖານ​ບໍ່​ແມ່ນ​ແຕ່​ສຳລັບພວກ​ເຂົາ [ອີກ​ປະການ​ໜຶ່ງ, ພວກ​ສາວົກ​ຂອງ​ພຣະອົງ] ​​ເທົ່າ​ນັ້ນ, ​ແຕ່ສຳລັບ​ຄົນ​ທັງຫລາຍ​ທີ່​ວາງ​ໃຈ​ເຊື່ອ​ຟັງ​ຂ້ານ້ອຍ​ເພາະ​ຖ້ອຍ​ຄຳ​ຂອງ​ພວກ​ເຂົາ;

“​ໂອ້, ພຣະບິດາ​ເຈົ້າ​ເອີຍ, ຂໍ​ໂຜດ​ໃຫ້​ພວກ​ເຂົາ​ຮ່ວມ​ເຂົ້າກັນ ​ເປັນອັນ​ໜຶ່ງ ​ໃນ​ເຮົາ​ທັງ​ສອງ​ດ້ວຍ​ເທີ້ນ, ດັ່ງ​ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ ​ແລະ ຂ້ານ້ອຍ​ຢູ່​ໃນ​ພຣະ​ອົງ, ຂໍ​ໃຫ້​ພວກ​ເຂົາ ​ເປັນອັນ​ໜຶ່ງ ອັນ​ດຽວ​ກັນ: ​ເພື່ອ​ໂລກ​ຈະ​ເຊື່ອ​ວ່າ​ແມ່ນ​ພຣະອົງ​ນັ້ນ​ແຫລະ​ທີ່​ໃຊ້​ຂ້ານ້ອຍ​ມາ.

“ຂ້າ​ນ້ອຍ​ມອບ​ກຽດຕິຍົດ​ຢ່າງ​ດຽວ​ກັນ​ກັບ​ທີ່​ພຣະອົງ​ໃຫ້​ຂ້ານ້ອຍ​ນັ້ນ​ແກ່​ພວກ​ເຂົາ; ​ເພື່ອ​ພວກ​ເຂົາ​ຈະ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ ​ເໝືອນ​ດັ່ງ​ພຣະອົງ​ກັບ​ຂ້ານ້ອຍ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ.”13

ພຣະບິດາ ​ແລະ ພຣະບຸດ​ເປັນ​ສອງ​ພຣະອົງທີ່​ແຕກ​ຕ່າງ​ກັນ, ​ແຕ່​ທັງ​ສອງ​ເປັນ​ໜຶ່ງ​ໃນ​ອຳນາດ ​ແລະ ຈຸດປະສົງ. ຄວາມ​ເປັນ​ໜຶ່ງ​ຂອງ​ສອງ​ພຣະອົງ​ບໍ່​ໄດ້​ຖືກ​​ເກັບ​ໄວ້​ສຳລັບ​ພວກ​ພຣະອົງ​ເທົ່າ​ນັ້ນ; ​ແຕ່​ພວກ​ພຣະອົງ​ປາດ​ຖະໜາການ​​ເປັນ​ໜຶ່ງ​ຄື​ກັນນັ້ນ​ໃຫ້ທຸກ​ຄົນ​ທີ່​ຈະຕິດຕາມ ​ແລະ ​ເຊື່ອ​ຟັງພຣະບັນຍັດດ້ວຍ​ຄວາມອຸທິດ​ຕົນ.

ຜູ້​ສະ​ແຫວ​ງຫາ​ພຣະ​ເຈົ້າຢ່າງ​ພາກ​ພຽນ​ສາມາດ​ກາຍ​ເປັນ​ຜູ້​ທີ່​ຄຸ້ນ​ເຄີຍ​ກັບ​ພຣະບິດາ ​ແລະ ພຣະບຸດ​ໄດ້​ແນວ​ໃດ? ພຣະຜູ້​ຊ່ອຍ​ຂອງ​ເຮົາ​ໄດ້​ສັນຍາ​ວ່າ, “​ແຕ່​ຜູ້​ຊ່ອຍຄື​ພຣະວິນ​ຍານ​ບໍລິສຸດ, ... ຈະ​ສັ່ງສອນ​ພວກ​ເຈົ້າທຸກ​ສິ່ງ.”14

​ໃນ​ພຣະຄຳ​ພີ​ມໍ​ມອນ, ຕອນ​ນີ​ໄຟກ່າວ​ເຖິງ​ຄຳ​ສອນ​ຂອງ​ພຣະຄຣິດ, ​ໄດ້​ປະກາດ​ວ່າ ພຣະວິນ​ຍານ​ບໍລິສຸດ ​ເປັນ “ພະຍານ​ເຖິງ​ພຣະ​ບິດາ ແລະ ພຣະ​ບຸດ.”15

​ເປັນຄວາມ​ຈິງ​ທີ່​ວ່າ ​ບາງຄົນ​​ອາດ​ຮູ້ສຶກ​ເຖິງອຳນາດ ຫລື ອິດ​ທິພົນ​ຂອງ​ພຣະວິນ​ຍານ​ບໍລິສຸດ​​ເປັນ​ບາງ​ຄັ້ງ, ອີງ​ຕາມ​ພຣະປະສົງ​ຂອງ​ພຣະ​ຜູ້​ເປັນເຈົ້າ, ບໍ່​ວ່າບຸກຄົນ​ນັ້ນຈະ​ນັບຖື​ສາດສະໜາ​ໃດ​ກໍ​ຕາມ. ​ແຕ່ຂອງ​ປະທານ​ອັນ​ເຕັມ​ສ່ວນ​ຂອງພຣະວິນ​ຍານ​ບໍລິສຸດ​ຈະ​ມາ​ເຖິງຫລັງ​ຈາກ​ບຸກຄົນທີ່​ມີ ​“ໃຈທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳນຶກ​ຜິດ,”16 ຜູ້​ຊຶ່ງໄດ້​ຮັບບັບຕິ​ສະມາ ​ແລະ ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ17 ​ເທົ່າ​ນັ້ນ ​ໂດຍ​ການວາ​ງມື. ພິທີການ​ເຫລົ່າ​ນີ້ ​ແລະ ອື່ນໆ​ອາດ​ຖືກ​ກະທຳ​ພຽງ​ແຕ່​ພາຍ​ໃຕ້​ການ​ຊີ້​ນຳ ​ແລະ ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ. ກ່ຽວ​ກັບ​​ເລື່ອງນີ້ ​ເຮົາ​ໄດ້​ຖືກ​ສອນ​ວ່າ:

“ແລະ ຖານະ​ປະ​ໂລຫິດດັ່ງກ່າວ​ທີ່​ສູງ​ກວ່າການປະຕິບັດພຣະກິດ​ຕິ​ຄຸນ ​ແລະ ຖື​ຂໍ​ກະ​ແຈ​ແຫ່ງ​ຄວາມ​ລຶກລັບຂອງອານາຈັກ, ​ແມ່ນ​ແຕ່ຂໍ​ກະ​ແຈ​ແຫ່ງຄວາມ​ຮູ້ຂອງພຣະ​ເຈົ້າ.

“ສະນັ້ນ, ​ໃນພິທີການດັ່ງກ່າວ, ອຳນາດຂອງຄວາມ​ເປັນ​ເໝືອນ​ພຣະ​ເຈົ້າຈະສະ​ແດງ​ໃຫ້​ປະຈັກ.”18

ດ້ວຍ​ຄວາມ​ເຂົ້າ​ໃຈ​ນີ້, ຄຳ​ສອນ​ຂອງ​ພຣະບິດາ ​ແລະ ພຣະບຸດ​ເປັນ​ຄຳ​ສອນ​ກ່ຽວ​ກັບ​ຄອບຄົວ​ນິລັນດອນ. ມະນຸດທຸກ​ຄົນ​ເຄີຍ​ໄດ້ມີ​ຊີວິດ​ຢູ່​ມາ​ກ່ອນ​ເປັນວິນ​ຍານ​ນຳບິດາ​ມານ​ດາໃນ​ສະຫວັນ,19 ນຳພຣະຄຣິດທີ່ເປັນ​ບຸດ​ຜູ້​ທຳ​ອິດ​ຂອງ​ພຣະບິດາ ​ໃນ​ຄອບຄົວ​ສະຫວັນນີ້.20

​ເຮົາກໍ​ເປັນ​ເຊັ່ນ​ນັ້ນຄື​ກັນ. ​ເຮົາ​ເປັນ​ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນ.

ປະທາ​ນ​ເອສະຣາ ​ແທັບ ​ເບັນ​ສັນ ​ໄດ້​ກ່າວ​ທຳນາຍ​ວ່າ, “ບໍ່​ມີ​ສິ່ງ​ໃດ​ເຮັດ​ໃຫ້​ເຮົາ​​ແປກ​ໃຈຫລາຍ​ກວ່າ​ຕອນ​ເຮົາ​ຜ່ານ​ຜ້າ​ມ່ານ​ໄປ​ຫາ​ອີກ​ເບື້ອງ​ໜຶ່ງ ​ແລະ ຮູ້​ວ່າ​ເຮົາ​ຮູ້ຈັກ​ພຣະບິດາ [ຜູ້​ສະຖິດ​ໃນ​ສະຫວັນ] ຫລາຍ​ຂະໜາດ​ໃດ ​ແລະ ຮູ້ຈັກ​ວ່າພຣະພັກ​ຂອງ​ພຣະອົງ​ເປັນ​ແບບ​ໃດ.”21

ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ມັນ​ເປັນ​ໄປ​ໄດ້​ທີ່​ຈະ​ຕິດ​ຕໍ່​ໃນ​ພາສາ​ຂອງ​ມະນຸດ ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ຖືກ​ເຮັດ​ໃຫ້​ປະຈັກ​ພຽງ​ແຕ່​ໂດຍ​ຜ່ານ​ພຣະວິນ​ຍານ​ບໍລິສຸດ ​ແລະ ອຳນາດ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ. ​ໃນ​ພຣະວິນ​ຍານ​ນີ້​ແຫລະ ທີ່​ຂ້າພະ​ເຈົ້າ​​ໃຫ້​ຖ້ອຍ​ຄຳ ​ແລະ ​ເປັນ​ພະຍານຢ່າງ​ໜັກ​ແໜ້ນ​ເຖິງຄວາມ​ເປັນ​ຈິງ, ການ​ປະ​ທັບ​ຢູ່​ໃກ້, ​ແລະ ຄຸນງາມຄວາມດີ​ຂອງ​ພຣະບິດານິລັນດອນ​ ​ແລະ ​ພຣະບຸດ​ທີ່​ສັກສິດ​ຂອງ​ພຣະອົງ, ພຣະ​ເຢຊູຄຣິດ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.