​2010–2019
ນຳ​ພຣະ​ກິດ​ຕິ​ຄຸນ​ໄປ​ຫາ​ທົ່ວ​ໂລກ
ເມສາ 2013


ນຳ​ພຣະ​ກິດ​ຕິ​ຄຸນ​ໄປ​ຫາ​ທົ່ວ​ໂລກ

ສາດສະໜາ​ຈັກ​ກໍ​ດຳເນີນ​ໄປ​ທົ່ວ​ໂລກ ໄປ​ສູ່​ປະເທດ​ທັງຫລາຍ, ຊາດ​ທັງຫລາຍ, ຄົນ​ທັງຫລາຍ ຕາມ​ເວລາ​ກຳນົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ສາດສະໜາ​ກິດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສຳເລັດ​ແລ້ວ. ການ​ທໍລະມານ​ຂອງ​ພຣະ​ອົງ​ຢູ່​ສວນ​ເຄັດ​ເຊ​ມາ​ເນ ແລະ ເທິງ​ໄມ້​ກາງ​ແຂນ​ກໍ​ສິ້ນ​ສຸດ​ແລ້ວ. ເຮົາ​ຮຽນ​ຈາກ​ພຣະ​ທຳ​ກິດຈະການ ບົດ​ທີ​ໜຶ່ງ​ວ່າ ພຣະ​ອົງ​ຮັບ​ໃຊ້​ເປັນ​ເວລາ 40 ວັນ ຫລັງ​ຈາກ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະ​ອົງ ທີ່​ອັກ​ຄະ​ສາວົກ “ໄດ້​ເຫັນ” ພຣະ​ອົງ ແລະ ພຣະ​ອົງ​ໄດ້ “ສົນທະນາ ... ເຖິງ​ອານາຈັກ​ຂອງ​ພຣະ​ເຈົ້າ” (ກິດຈະການ 1:3).

ພຣະ​ອົງ​ບອກ​ເຂົາ​​ເຈົ້າວ່າ “ເມື່ອ​ພຣະ​ວິນ​ຍານ​ບໍລິສຸດ​ລົງ​ມາ​ເທິງ​ທ່ານ ທ່ານ​ຈະ​ເຕັມ​ໄປ​ດ້ວຍ​ລິດເດດ ແລະ ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ໃນ​ກຸງ​ເຢຣູ​ຊາ​ເລັມ, ໃນ​ທົ່ງ​ທັງ​ແຂວງ​ຢູ​ດາຍ, ແລະ ຊາ​ມາ​ເລຍ ແລະ ເຖິງ​ທີ່​ສຸດ​ຂອງ​ແຜ່ນດິນ​ໂລກ” (ກິດຈະການ 1:8).

ບໍ່​ດົນ​ຫລັງ​ຈາກ​ນັ້ນ “ພຣະ​ອົງ​ກໍ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ​ຢູ່​ຕໍ່ໜ້າ​ຂອງ​ເຂົາ ຈົນ​ເມກ​ມາ​ບັງ​ລັບ​ພຣະ​ອົງ​ໄວ້​ຈາກ​ສາຍຕາ​ຂອງ​ເຂົາ.

“ເມື່ອ​ເຂົາ​ຍັງ​ແນມ​ເບິ່ງ​ທ້ອງຟ້າ​ໃນ​ຂະນະ​ທີ່​ພຣະ​ອົງ​ຂຶ້ນ​ໄປ​ນັ້ນ ໃນ​ທັນໃດ​ກໍ​ມີ​ທູດ​ສະຫວັນ​ສອງ​ຕົນ​ນຸ່ງ​ເຄື່ອງ​ຂາວ​ເປັນ​ປະກາຍ​ຢືນ​ຢູ່​ໃກ້ໆ​ເຂົາ;

“ແລະ ກ່າວ​ວ່າ ຊາວ​ຄາ​ລີ​ເລ​ເອີຍ ເປັນ​ຫຍັງ​ທ່ານ​ຈຶ່ງ​ຢືນ​ເບິ່ງ​ທ້ອງຟ້າ? ພຣະເຢ​ຊູ​ອົງ​ນີ້​ທີ່​ຖືກ​ຮັບ​ໄປ​ຈາກ​ທ່ານ​ຂຶ້ນ​ສູ່​ສະຫວັນ​ແລ້ວ​ນັ້ນ ພຣະ​ອົງ​ຈະ​ມາ​ປະກົດ​ຢ່າງ​ທີ່​ທ່ານ​ໄດ້​ເຫັນ​ພຣະ​ອົງ​ຂຶ້ນ​ສູ່​ສະຫວັນ​ນັ້ນ​ແຫລະ” (ກິດຈະການ 1:9–11).

ແທ້​ຈິງ​ແລ້ວ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຈະ​ມາ​ອີກ​ໃນ​ການ​ສະເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ, ແຕ່​ກ່ອນ​ນັ້ນ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ​ຈະ​ສົ່ງ​ອອກ​ໄປ “ເຖິງ​ທີ່​ສຸດ​ຂອງ​ແຜ່ນດິນ​ໂລກ.”

ໃນ​ພຣະ​ທຳ​ມັດ​ທາຍ​ເຮົາ​ຮຽນ​ກ່ຽວ​ກັບ​ຂໍ້​ບັນຊາ​ພິເສດ​ຕໍ່​ອັກ​ຄະ​ສາວົກ​ທີ່​ນຳ​ເອົາ​ພຣະ​ກິດ​ຕິ​ຄຸນ​ໄປ​ສູ່​ປະເທດ​ທັງຫລາຍວ່າ:

“ພຣະເຢ​ຊູ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້​ເຂົາ ແລະ ກ່າວ​ວ່າ ສິດ​ອຳນາດ​ທັງ​ໝົດ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນ​ໂລກ​ຖືກ​ມອບ​ໃຫ້​ເຮົາ​ແລ້ວ.

“ດັ່ງນັ້ນ​ຈົ່ງ​ໄປ​ທົ່ວ​ໂລກ​ສັ່ງສອນ​ຄົນ​ທຸກ​ຊາດ​ທຸກ​ພາສາ​ໃຫ້​ເປັນ​ສາວົກ​ຂອງ​ເຮົາ, ໃຫ້​ເຂົາ​ຮັັບບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ບິດາ, ແລະ​ ຂອງ​ພຣະ​ບຸດ, ແລະ ຂອງ​ພຣະ​ວິນ​ຍານ​ບໍລິສຸດ” (ມັດ​ທາຍ 28:18–19).

ໃນ​ວັນ​ເວລາ​ຂອງ​ສາດສະໜາ​ຈັກ​ໃນ​ສະໄໝ​ໂບຮານ, ໃນ​ຄວາມ​ຮຸ່ງ​ໂລດ​ຂອງ​ເວລາ, ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ນຳໄປ​ຫາ​ເຊື້ອສາຍ​ອິດ​ສະ​ຣາ​ເອນ​ເທົ່າ​ນັ້ນ; ແລ້ວ​ມີ​ການ​ເປີດເຜີຍ​ແກ່​ເປ​ໂຕ ອັກ​ຄະ​ສາວົກ​ຜູ້​ອາວຸໂສ​ວ່າ ເຖິງ​ເວລາ​ທີ່​ຈະ​ນຳ​ເອົາ​ພຣະ​ກິດ​ຕິ​ຄຸນ​ຈາກ​ອິດ​ສະ​ຣາ​ເອນ ແລະ ອອກ​ໄປ​ສູ່​ຄົນ​ຕ່າງ​ຊາດ. ບົດ​ທີ 10 ແລະ 11 ຂອງພຣະ​ທຳ​ກິດຈະການ ຊ່ອຍ​ເຮົາ​ເຂົ້າໃຈ​ລະບົບ​ການ ແລະ ແບບ​ແຜນ ຊຶ່ງ​ການ​ຂະຫຍາຍ​ອອກ​ຂອງສາດສະໜາ​ຈັກ​ແມ່ນ​ຈຳເປັນທີ່​ຈະ​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ​ຫລາຍ​ຄົນຮູ້​ຈັກ​ເຈົ້າໜ້າ​ທີ່​ຜູ້ນຳ ແລະ ບັນດາ​ສະມາຊິກ​ທົ່ວ​ໄປ.

ໂດຍ​ທີ່​ໃຊ້​ໂກ​ເນ​ລິ​ໂອ ຜູ້​ເປັນ​ຄົນ​ຕ່າງ​ຊາດ ເປັນ​ນາຍຮ້ອຍ​ເອກ ແລະ ເປັນ​ຄົນ​ດີ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ດົນ​ໃຈ​ເປ​ໂຕ​ວ່າ ພຣະ​ກິດ​ຕິ​ຄຸນ​ຕ້ອງ​ນຳ​ເອົາ​ໄປ​ໃຫ້​ຄົນ​ຕ່າງ​ຊາດ ຊຶ່ງ​ແມ່ນ​ຄວາມ​ຄິດ​ໃໝ່ ແລະ ແປກ​ສຳລັບ​ໄພ່​ພົນ​ໃນ​ສະໄໝ​ນັ້ນ. ການ​ເປີດເຜີຍ​ທີ່​ປ່ຽນ​ການ​ກະທຳ​ຂອງ​ສາດສະໜາ​ຈັກ​ໄດ້​ມອບ​ໄວ້​ໃຫ້​ເປ​ໂຕ ຜູ້​ເປັນ​ອັກ​ຄະ​ສາວົກ​ອາວຸໂສ. ເຮົາ​ກໍ​ຮູ້​ວ່າ ບໍ່​ດົນ​ຫລັງ​ຈາກ​ນັ້ນ ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ນຳໄປ​ຫາ​ຄົນ​ຕ່າງ​ຊາດ.

ຕົວຢ່າງ​ຂອງ​ການ​ຂະຫຍາຍ​ຂອງ​ສາດສະໜາ​ຈັກ​ໃນ​ເວລາ​ນັ້ນ​ຄື​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ໂປໂລ ຜູ້​ທີ່​ກາຍເປັນ​ອັກ​ຄະ​ສາວົກ​ທີ່​ດີເລີດ​ໃຫ້​ຄົນ​ຕ່າງ​ຊາດ. ເພິ່ນ​ເຫັນ​ພາບ​ນິມິດ​ຕາມ​ທາງ​ໄປ​ເມືອງ​ດາ​ມາ​ກັດ ຊຶ່ງ​ເພິ່ນ​ເຫັນ​ແສງ​ໄຟ ແລະ ໄດ້​ຍິນ​ສຽງ ໄດ້​ກັບ​ໃຈ​ຈາກ​ບາບຂອງ​ເພິ່ນ ແລະ ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ (​ເບິ່ງ ກິດຈະການ 22:6–18) ​ແລະ ແລ້ວ​​ໄດ້ກາຍເປັນ​ຄົນ​ທີ່​ມີ​ປະສິດທິພາບ​ທີ່ຍິ່ງ​ໃຫຍ່​ໃນ​ການ​ເຜີຍ​ແຜ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ.

ແລ້ວ​ໃຫ້​ເຮົາ​ມາ​ພິຈາລະນາ 1,800 ປີ ຫລັງ​ນັ້ນ​ໄປ​ຮອດ​ຕອນ​ທີ່​ພຣະ​ກິດ​ຕິ​ຄຸນ​ໄດ້​ຟື້ນ​ຟູ ຫລື ທີ່​ເອີ້ນ​ວ່າການ​ຕັ້ງ​ຂຶ້ນ​ໃໝ່​ຂອງ​ທຸກ​ສິ່ງ​ກ່ອນ​ການ​ສະເດັດ​ມາ​ຄັ້ງ​ທີ​ສອງ. ຂ້າພະເຈົ້າ​ຂໍ​ເປັນ​ພະຍານ​ວ່າ ໂດຍ​ທາງ​ສາດສະດາ​ໂຈ​ເຊັບ ສະ​ມິດ, ສາດສະໜາ​ຈັກ​ໄດ້​ຟື້ນ​ຟູ ແລະ ກຳລັງ​ດຳເນີນ​ຕໍ່​ໄປ​ພາຍ​ໃຕ້​ການ​ນຳພາ​ຂອງ​ຝ່າຍ​ປະທານ​ສູງ​ສຸດ ແລະ ສະພາ​ອັກ​ຄະ​ສາວົກ​ສິບ​ສອງ. ເພິ່ນ​ໄດ້​ຮັບ​ມອບ​ໝາຍ​ອັນ​ດຽວ​ກັນ​ກັບ​ອັກ​ຄະ​ສາວົກ​ສະໄໝ​ໂບຮານ​ໄດ້​ຮັບ ທີ່​ຈະ​ນຳ​ເອົາ​ພຣະ​ກິດ​ຕິ​ຄຸນ​ໄປ​ໃຫ້​ໂລກ.

ຕັ້ງແຕ່​ເວລາ​ທີ່​ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຖືກຈັດ​ຕັ້ງ​ຂຶ້ນໃນ​ປີ 1830 ສາດສະໜາ​ຈັກ​​ໄດ້ດຳເນີນ​ໄປ​ທົ່ວ​ໂລກ ໄປ​ສູ່​ປະເທດ​ທັງຫລາຍ, ຊາດ​ທັງຫລາຍ, ຄົນ​ທັງຫລາຍ ຕາມ​ເວລາ​ກຳນົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ໃນ​ປີ 1978 ຕາມ​ແບບຢ່າງ​ທີ່​ຕັ້ງ​ໄວ້​ແຫ່ງ​ການ​ເປີດເຜີຍ​ໂດຍ​ທາງ​ອັກ​ຄະ​ສາວົກ​ຜູ້​ອາວຸໂສ ຕອນ​ນັ້ນ​ແມ່ນ​ປະທານ​ສະ​ເປັນ​ເຊີ ດັບ​ເບິນຢູ ຄິມໂບ ມີ​ການ​ເປີດເຜີຍ​ກ່ຽວ​ກັບ​ພອນ​ຂອງຖານະ​ປະໂລຫິດ​ທີ່​ອະນຸຍາດ​ໃຫ້​ຜູ້​ຊາຍ​ທຸກ​ຄົນ​ທົ່ວ​ໂລກ​ທີ່​ມີຄ່າ​ຄວນຕະຫລອດ​ທົ່ວ​ໂລກ​ໄດ້​ຮັບ. ນັ້ນໝາຍ​ຄວາມ​ວ່າ ​ໃນ​ວັນ​ເວລາ​ຂອງ​ເຮົາ ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນ​ທົ່ວ​ໂລກ ສາມາດ​ມີ​ສ່ວນ​ໃນ​ພອນ​ທັງ​ໝົດ​ຂອງ​ພຣະ​ກິດ​ຕິ​ຄຸນທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່. ອັນ​ນີ້​ເປັນ​ສິ່ງ​ທີ່​ເໝາະ​ສົມ​ສຳລັບ​ອານາຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ໂລກ ໃນ​ວັນ​ເວລາ​ກ່ອນ​ການ​ສະເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະຄຣິດ.

ສຳລັບ​ຂ້າພະເຈົ້າ​ແລ້ວ ໃນ​ຕອນ​ນັ້ນ​ຫາ​ກໍ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ປະທານ​ເຜີຍແຜ່ ແລະ ຂ້າພະເຈົ້າ​ກັບຊິດ​ສະ​ເຕີ ດິກ​ສັນ ​ກຳລັງ​ຈະ​ພາ​ຄອບຄົວ​ໄປ​ປະເທດ​ເມັກ​ຊິ​ໂກ. ແລ້ວ​ແອວ​ເດີ ຣິ​ເຈີດ ຈີ ສະ​ກາດ ຊຶ່ງ​ຕອນ​ນັ້ນ​ເປັນ​ສາວົກ​ເຈັດ​ສິບ ໄດ້​ບອກ​ຂ້າພະເຈົ້າ​ກ່ຽວ​ກັບ​ທີ່​ເປັນ​ມາ​ຂອງການ​ເປີດເຜີຍ​ພິເສດ​ດັ່ງກ່າວ​ນີ້. ຂ້າພະເຈົ້າ​ຈື່​ໄດ້​ວ່າ ຂ້າພະເຈົ້າ​ໄດ້​ນ້ຳ​ຕາ​ໄຫລ​ຂະນະ​ທີ່​ເພິ່ນ​ບອກ​ຂ້າພະເຈົ້າ​ວ່າ​ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນ. ຂ້າພະເຈົ້າ​ແສນ​ດີໃຈ​ເພາະ​ຮູ້​ວ່າ​ມັນ​ຖືກຕ້ອງ ແລະ ເປັນ​ເວລາ​ເໝາະ​ສົມ​ທີ່​ມະນຸດ​ທັງ​ປວງ​ຈະ​ສາມາດ​ຮັບ​ພິທີການ, ພັນທະ​ສັນຍາ, ແລະ ພອນ​ທັງ​ໝົດ​ຂອງ​ພຣະ​ກິດ​ຕິ​ຄຸນ.

ນັ້ນ​ເປັນ​ເວລາ​ເກືອບ 35 ປີ​ມາແລ້ວ, ແລະ ຕອນ​ນັ້ນ​ຂ້າພະເຈົ້າ​ບໍ່​ໄດ້​ຮູ້​ວ່າ​ຂ້າພະເຈົ້າ​ຈະ​ໃຊ້​ເວລາ​ຫລາຍ​ປີ​ຮັບ​ໃຊ້​ເປັນ​ສາວົກ​ປະຈຳ​ເຂດ​ຢູ່​ອາ​ຟຣິ​ກາ​ທາງ​ຕະ​ເວັນ​ຕົກ​ໃນ​ບັນດາ​ຄົນ​ທີ່​ເຊື່ອ​ຖື, ມີ​ສັດທາ ຊຶ່ງ​ຄົນ​ເຫລົ່ານັ້ນ​ຈະ​ໄດ້ຜົນ​ປະໂຫຍດ​ຫລາຍ​ຈາກ​ການ​ເປີດເຜີຍ​ກ່ຽວ​ກັບ​ຖານະ​ປະໂລຫິດ​ໃນ​ປີ 1978 ນັ້ນ. ຂ້າພະເຈົ້າ​ກັບ​ຊິດ​ສະ​ເຕີ ດິກ​ສັນ ​ກໍ​ໄດ້​ຢູ່​ທີ່​ນັ້ນ​ສີ່​ປີ ແລະ ປະສົບ​ການ​ນັ້ນ​ກໍ​ດີເລີດ ແລະ ໄດ້​ປ່ຽນ​ຊີວິດ​ຂອງ​ພວກ​ເຮົາ.

ຊາວ​ອາ​ຟຣິ​ກາ​ທາງ​ຕະ​ເວັນ​ຕົກ​ນັ້ນ​ເປັນ​ຄົນ​ທີ່​ເຊື່ອ​ໃນ​ພຣະ​ເຈົ້າ ບໍ່​ອາຍ​ທີ່​ຈະ​ປະກາດ ແລະ ແບ່ງປັນ​ຄວາມ​ເຊື່ອ​ຖື​ນຳ​ຄົນ​ອື່ນ ແລະ ມີ​ຄວາມ​ສາມາດ​ຫລວງຫລາຍ​ໃນ​ດ້ານ​ການ​ເປັນ​ຜູ້ນຳ. ເຂົາເຈົ້າ​ກຳລັງ​ເຂົ້າ​ຮ່ວມ​ນຳ​ສາດສະໜາ​ຈັກ​ເປັນ​ຮ້ອຍໆ​ຄົນ ແລະ ທຸກ​ອາທິດ​ມີ​ຫວອດ, ຫລື ມີ​ສາຂາ​ຕັ້ງ​ຂຶ້ນ​ໃໝ່​ໃນ​ເຂດ​ອາ​ຟຣິ​ກາ​ທາງ​ຕະ​ເວັນ​ຕົກ ແລະ ການ​ແຕ່ງຕັ້ງ​ເກືອບ​ທຸກ​ເທື່ອ​ກໍ​ມີ​ຜູ້ນຳ​ເປັນ​ຊາວ​ອາ​ຟຣິ​ກາ​ທັງ​ໝົດ.

ຂ້າພະເຈົ້າ​ຢາກ​ໃຫ້​ທ່ານ​ໄປ​ຮ່ວມ​ນຳ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຢູ່​ພຣະ​ວິຫານ​ໃນ​ເມືອງອາ​ບາ ປະເທດ​ໄນ​ຈີ​ເຣຍ ຫລື ເມືອງ​ອັກ​ກຣາ ປະເທດ​ກາ​ນາ, ຢູ່​ທີ່​ນັ້ນ​ທ່ານ​ຈະ​ຮູ້ສຶກ​ເຖິງ​ຄວາມ​ຜູກ​ມັດ​ຂອງ​ເຂົາເຈົ້າ ແລະ ຈະ​ຮູ້ຈັກ​ຝ່າຍ​ປະ​ທານ​ພຣະ​ວິຫານ​ທີ່​ເປັນ​ຊາວ​ອາ​ຟຣິ​ກາ ຫລື ຈະ​ຖືກ​ແນະນຳ​ຕົວ​ໃຫ້​ຮູ້ຈັກ​ສາວົກ​ເຈັດ​ສິບ​ໃນ​ເຂດ​ອາ​ຟຣິ​ກາ​ຜູ້​ທີ່​ຮ່ວມ​ນຳ​ເຮົາ​ມື້ນີ້​ໃນ​ສູນ​ກາງ​ປະຊຸມ ຜູ້​ເປັນ​ທະນາຍຄວາມ ​ເປັນ​ອາຈານ ແລະ ເປັນ​ນັກທຸລະກິດ ຫລື ໃຫ້​ທ່ານ​ຮູ້ຈັກ​ຜູ້ນຳ​ສະ​ເຕກ ແລະ ຫວອດ ພ້ອມ​ດ້ວຍ​ຄອບຄົວຂອງ​ເຂົາ​ເຈົ້າ​ໃນ​ອາ​ຟຣິ​ກາ.

ຕະຫລອດອາ​ຟຣິກາ​, ການ​ເຂົ້າ​ຮ່ວມ​ນຳ​ຊັ້ນ​ຮຽນ​ຂອງ​ໂຮງຮຽນ​ວັນ​ອາທິດ, ອົງການ​ຊ່ອຍ​ເຫລືອ, ຫລື ຖານະ​ປະໂລຫິດ ແມ່ນ​ປະສົບ​ການ​ສັກສິດ ບ່ອນ​ທີ່​ເຮັດ​ຕາມ​ຫລັກສູດຂອງ​ສາດສະໜາ​ຈັກ ແລະ ມີ​ຄວາມ​ເຂົ້າໃຈ​ມີ​ການ​ສອນ, ມີ​ການ​ຮຽນ​ພຣະ​ກິດ​ຕິ​ຄຸນ​ໂດຍ​ທາງ​ພຣະ​ວິນ​ຍານ.

ພຣະ​ກິດ​ຕິ​ຄຸນ​ໃນ​ອາ​ຟຣິ​ກາ​ກຳລັງ​ແຜ່​ໄປ​ສູ່​ຜູ້ຄົນທີ່​ມີ​ຄວາມສຸກ, ຄົນ​ທີ່​ບໍ່​ມີ​ບັນຫາ​ຕ່າງໆ​ເໝືອນ​ຊາວ​ຕາ​ເວັນ​ຕົກ. ເຂົາເຈົ້າ​ບໍ່​ສົນ​ໃຈ​ເລື່ອງ​ການ​ຢາກ​ໄດ້​ຂອງ​ທາງ​ໂລກ​ຕ່າງໆ.

ມີ​ຄົນ​ເວົ້າ​ກ່ຽວ​ກັບ​ຊາວ​ອາ​ຟຣິ​ກາ​ວ່າ ຂອງ​ທີ່​ມີຄ່າ​ໜ້ອຍ​ທີ່​ສຸດ ເຂົາ​ຈະ​ມີ​ໜ້ອຍ ແລະ ຂອງ​ທີ່​ມີຄ່າ​ຫລາຍ​ທີ່​ສຸດ ເຂົາ​ຈະ​ມີ​ຫລາຍ. ເຂົາເຈົ້າ​ບໍ່​ສົນໃຈ​ຫລາຍ​ປານໃດ​ກັບ​ເຮືອນ​ຫລັງ​ໃຫຍ່ ແລະ ລົດ​ທີ່​ຫລູຫລາ, ແຕ່​ສົນໃຈ​ຫລາຍ​ທີ່​ຈະ​ຮູ້​ຈັກ​ພຣະ​ບິດາ​ເທິງ​ສະຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ​ພຣະເຢ​ຊູ​ຄຣິດ ແລະ ສົນໃຈ​ທີ່​ຈະ​ມີ​ຄອບຄົວ​ນິລັນດອນ. ເພາະ​ສັດທາ​ຂອງ​ເຂົາເຈົ້າ​ໂດຍ​ທຳ​ມະ​ຊາດ, ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຍົກ​ເຂົາເຈົ້າ​ຂຶ້ນ​ໃນ​ວິທີ​ທາງ​ທີ່​ສຳຄັນ.

ການ​ທີ່​ຮູ້ຈັກ​ເຂົາເຈົ້າ​ດັ່ງນີ້ ກໍ​ບໍ່​ແປກ​ເລີຍ​ທີ່​ເຂົາເຈົ້າ​ຈະ​ມີ​ສ່ວນ​ສຳຄັນ​ໃນ​ການ​ຂະຫຍາຍຕົວ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ໃນ​ຍຸກ​ສຸດ​ທ້າຍ​ນີ້. ເມື່ອ​ດານີເອນ​ຜູ້​ເປັນ​ສາດສະດາ​ໃນ​ພັນທະ​ສັນ​ເດີມ​ໄດ້​ເຫັນ​ໃນ​ພາບ​ນິມິດ​ເຖິງ​ອານາຈັກ​ຂອງ​ພຣະ​ເຈົ້າ​ໃນ​ວັນ​ສຸດ​ທ້າຍ ເຖິງ​ສຸດ​ແດນ​ແຜ່ນດິນ​ໂລກ​ເໝືອນ​ດັ່ງ​ກ້ອນ​ຫີນ​ຊຶ່ງ​ຖືກ​ສະກັດ​ຈາກ​ພູເຂົາ​ໂດຍ​ປາດ​ສະ​ຈາກ​ມື​ຈະ​ກິ້ງ​ອອກ​ໄປ ຈົນ​ເຕັມ​ທັງ​ແຜ່ນດິນ​ໂລກ (​ເບິ່ງ D&C 65:2), ມັນກໍ​ເໝາະ​ສົມ​ທີ່​ອ້າຍ​ເອື້ອຍ​ນ້ອງ​ຊາວ​ອາ​ຟຣິ​ກາ​ຈະ​ມີ​ພາກສ່ວນ​ສຳຄັນ​ໃນ​ການ​ຊ່ອຍ​ບັນລຸ​ຄວາມ​ພະຍາກອນດັ່ງກ່າວ​ນັ້ນ ແລະ ການ​ເປີດເຜີຍທີ່​ຈະ​ຕິດຕາມ​ແບບ​ແຜນທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ຈັດຕັ້ງ​ໄວ້​​.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ​ພຣະ​ບິດາ​ເທິງ​ສະຫວັນ​ຮັກ​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ ວ່າ​ພຣະເຢ​ຊູ​ເປັນ​ພຣະຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ມີ​ໄວ້​ໃຫ້​ໝົດ​ທຸກ​ຄົນ ທັງ​ຄົນ​ເປັນ ແລະ ຄົນ​ຕາຍ, ໃນ​ພຣະ​ນາມ​ອັນ​ສັກສິດ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.