​2010–2019
ບ້ານ: ໂຮງຮຽນ​ແຫ່ງ​ຊີວິດ
ເມສາ 2013


ບ້ານ: ໂຮງຮຽນ​ແຫ່ງ​ຊີວິດ

ບົດຮຽນ​ອື່ນໆ ແມ່ນ​ຮຽນ​ຮູ້​ຢູ່​ໃນ​ບ້ານ—ບ່ອນ​ທີ່​ສາມາດ​ກາຍເປັນ​ເໝືອນ​ສະຫວັນ​ໃນ​ໂລກ​ນີ້.

ມີ​ພໍ່​ແມ່​ບາງ​ຄົນ​ມັກ​ແກ້​ຕົວ​ສຳລັບ​ຄວາມ​ຜິດ​ທີ່​ເຄີຍ​ເຮັດ​ຢູ່​ບ້ານ ໂດຍ​ກ່າວ​ວ່າ​ສາເຫດ​ທີ່​ເຮັດ​ຜິດ​ແມ່ນ​ເພາະ​ບໍ່​ມີ​ໂຮງຮຽນ​ສຳລັບ​ການ​ເປັນ​ພໍ່​ແມ່.

ທີ່​ຈິງ​ແລ້ວ ກໍ​ມີ​ໂຮງຮຽນ​ແບບ​ນີ້ ແລະ ມັນສາມາດ​ເປັນ​ໂຮງຮຽນ​ດີເລີດ. ໂຮງຮຽນ​ນີ້​ເອີ້ນ​ວ່າ ບ້ານ.

ເມື່ອ​ຂ້າພະເຈົ້າ​ຄິດ​ເຖິງ​ເລື່ອງ​ອະດີດ ຂ້າພະເຈົ້າ​ຈື່​ຈຳ​ສິ່ງ​ທີ່​​ໄດ້ເຄີຍ​ປະສົບ​ການ​ມາ​ກັບ​ພັນ​ລະ​ຍາ​ຂອງ​ຂ້າພະເຈົ້າ. ຂະນະ​ທີ່​ຂ້າພະເຈົ້າ​ເລົ່າ​ຄວາມ​ຊົງ​ຈຳ​ດັ່ງກ່າວ​ນີ້​ໃຫ້​ທ່ານ​ຟັງ ທ່ານ​ອາດ​ຈື່​ຈຳ​ປະສົບ​ການ​ຂອງ​ທ່ານ​ເອງ ທັງ​ສຸກ ແລະ ເສົ້າ; ເຮົາ​ຮຽນ​ຮູ້ຈາກ​ປະສົບ​ການ​ທຸກ​ຢ່າງ.

1. ພຣະ​ວິຫານ​ເປັນ​ບ່ອນ​ສຳຄັນ

ຫລັງ​ຈາກ​ໄດ້​ກັບ​ຈາກ​ການ​ເປັນ​ຜູ້​ສອນ​ສາດສະໜາ​ແລ້ວ ຂ້າພະເຈົ້າ​ພົບ​ຍິງສາວ​ທີ່​ສວຍ​ງາມ​ຄົນ​ໜຶ່ງ ຜູ້​ມີ​ຜົມ​ດຳ​ຍາວໆ ໄປ​ຮອດ​ແອວ. ນາງ​ມີ​ຕາ​ໃຫຍ່​ສີ​ເໝືອນ​ນ້ຳເຜິ້ງ ແລະ ຍິ້ມ​ຫວານໆ. ນາງ​ຈັບ​ຕາ​ຈັບໃຈ​ຂ້າພະເຈົ້າ​ຕັ້ງແຕ່​ວິນາທີ​ທີ່​ຂ້າພະເຈົ້າ​​ໄດ້ເຫັນ​ນາງ​ເປັນ​ເທື່ອ​ທຳ​ອິດ.

ພັນ​ລະ​ຍາ​ຂອງ​ຂ້າພະເຈົ້າ​ໄດ້​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ແຕ່ງງານ​ໃນ​ພຣະ​ວິຫານ ເຖິງ​ແມ່ນ​ວ່າ​ໃນ​ຕອນ​ນັ້ນ ພຣະ​ວິຫານ​ທີ່​ໃກ້​ທີ່​ສຸດ​ຕ້ອງ​ເດີນທາງ​ໄກ​ກວ່າ 4,000 ​ໄມ (6,400 ກິໂລແມັດ).

ພິທີການ​ແຕ່ງງານ​ຕາມ​ກົດໝາຍ​ຂອງ​ພວກ​ເຮົາ​ກໍ​ມີ​ທັງ​ຄວາມສຸກ ແລະ ຄວາມເສົ້າ ເພາະ​ການ​ແຕ່ງ​ງານ​ຂອງ​ພວກ​ເຮົາ​ມີ​ວັນ​ໝົດ​ອາຍຸ. ເຈົ້າ​ໜ້າທີ່​ໄດ້​ເວົ້າ​ຄຳ​ວ່າ, “ຂ້າພະເຈົ້າ​ປະກາດ​ວ່າ​ທ່ານ​ເປັນ​ສາມີ​ພັນ​ລະ​ຍາ​ກັນ” ແລ້ວ​ຕິດຕາມ​ດ້ວຍ​ຄຳ​ວ່າ, “ຈົນ​ຮອດ​ມື້​ຕາຍ.”

ດ້ວຍ​ການ​ເສຍ​ສະລະ, ພວກ​ເຮົາ​ໄດ້​ຊື້​ປີ້​ຍົນ ໄປ​ພຣະ​ວິຫານ​ເມ​ຊາ​ຢູ່​ລັດ​ອາ​ຣິ​ໂຊ​ນາ.

ໃນ​ພຣະ​ວິຫານ, ​ໃນ​ຂະນະ​ທີ່​ເຮົາ​ນັ່ງ​ຄຸເຂົ່າ​ລົງ​ທີ່​ແທ່ນ​ບູຊາ ຜູ້​ຮັບ​ໃຊ້​ທີ່​ໄດ້​ຮັບ​ອະນຸຍາດ​ໄດ້​ກ່າວ​ຄຳ​ທີ່​ຂ້າພະເຈົ້າ​ຢາກ​ໄດ້​ຍິນ ຊຶ່ງ​ປະກາດ​ວ່າເຮົາ​ເປັນ​ສາມີ​ພັນ​ລະ​ຍາ​ສຳລັບ​ການ​ເວລາ ແລະ ຕະຫລອດ​ຊົ່ວ​ນິລັນດອນ.

ເພື່ອນ​ຄົນ​ໜຶ່ງ​ໄດ້​ພາ​ພວກ​ເຮົາ​ໄປ​ໂຮງຮຽນ​ວັນ​ອາທິດ. ໃນ​ການປະຊຸມ​ນັ້ນ​ລາວ​ໄດ້​ຢືນ​ຂຶ້ນ ​ແລະ ​ແນະນຳ​ພວກ​ເຮົາ​ຕໍ່​ຄົນ​ໃນ​ຫ້ອງ. ຕອນ​ການປະຊຸມ​ສິ້ນ​ສຸດ​ລົງ ​ຊາຍ​ຄົນ​ໜຶ່ງ​​ໄດ້ມາ​ຫາ​ຂ້າພະເຈົ້າ ແລະ ຈັບ​ມື​ຖາມ​ສະບາຍດີ​ກັນ, ໄດ້​ວາງເງິນ​ໃບ​ຊາວ​ໃນ​ມື​ຂອງ​ຂ້າພະເຈົ້າ. ອີກ​ບໍ່​ດົນ​ມີ​ຊາຍ​ອີກ​ຄົນ​ໜຶ່ງ​ມາ​ຈັບ​ມື ແລະ ສິ່ງ​ທີ່​​ເຮັດໃຫ້​ຂ້າພະເຈົ້າ​ແປກ​ໃຈ​ແມ່ນ ລາວ​ກໍໄດ້​ວາງເງິນ​ໃນ​ມື​ຂອງ​ຂ້າພະ​ເຈົ້າຄື​ກັນ. ຂ້າພະເຈົ້າ​ໄດ້​ຫລຽວ​ຫາ​ພັນ​ລະ​ຍາ​ທີ່ຢູ່​ຟາກ​ຫ້ອງ ແລະ ຮ້ອງ​ຂຶ້ນວ່າ, “ບະ​ລັນ​ກີ ນ້ອງ​ຈັບ​ມື​ກັບທຸກ​ຄົນ​ເດີ້!”

ບໍ່​ດົນ ພວກ​ເຮົາ​ກໍ​ໄດ້​ມີ​​ເງິນພໍ​ສຳລັບ​ຄ່າ​ປີ້​ຍົນ​ກັບ​ເມືອ​ປະເທດ​ກົວ​ເຕ​ມະ​ລາ.

ໃນ​ລັດສະໝີ​ພາບ​ຊັ້ນ​ສູງ​ມີ​ສະຫວັນ ຫລື ລະດັບ​ສາມ​ຊັ້ນ;

ແລະ ເພື່ອ​ຈະ​ໄດ້​ບັນລຸ​ເຖິງ​ຊັ້ນ​ສູງ​ສຸດ ພວກ​ເຮົາ​ຕ້ອງ​ເຂົ້າ​ສູ່​ລະບຽບ​ຖານະ​ປະໂລຫິດ​ດັ່ງກ່າວ​ນີ້.”1

2. ການ​ຜິດ​ຖຽງ​ກັນ ຕ້ອງ​ມີ​ສອງ​ຄົນ

ພັນ​ລະ​ຍາ​ຂອງ​ຂ້າພະເຈົ້າ​ມີ​ຄຳ​ຂວັນ​ຂໍ້​ໜຶ່ງ​ແມ່ນ “ການ​ຜິດ​ຖຽງ​ກັນ ຕ້ອງ​ມີ​ສອງ​ຄົນ ແລະ ເຮົາ​ຊິ​ບໍ່​ແມ່ນ​ຄົນ​ໜຶ່ງ​ໃນ​ນັ້ນ.”

ພຣະ​ຜູ້​ເປັນ​ເຈົ້າ​ເຄີຍ​ບັນຍາຍ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ລັກສະນະ​ທີ່​ຄວນ​ຊີ້​ນຳ​ການ​ກະທຳ​ຂອງ​ເຮົາ​ນຳ​ຄົນ​ອື່ນ. ສິ່ງ​ດັ່ງກ່າວ​ນີ້​ຄື​ການ​ຊັກ​ຊວນ, ຄວາມ​ອົດ​ກັ້ນ, ຄວາມ​ສຸພາບ​ອ່ອນ​ນ້ອມ, ຄວາມ​ອ່ອນໂຍນ, ແລະ ຄວາມ​ຮັກ​ທີ່​ບໍ່​ມີ​ມານ​ຍາ.2

ການ​ຂົ່ມ​ເຫັງ​ໃນ​ຄອບຄົວ​ແມ່ນ​ສິ່ງ​ທີ່​ບໍ່ເກີດ​ຂຶ້ນຫລາຍ​ຄືເກົ່າ​ໃນ​ສັງຄົມ​ບາງ​ແຫ່ງ ແລະ ເຮົາ​ກໍ​ດີໃຈ​ນຳ. ແຕ່​ເຮົາ​ຍັງ​ບໍ່​ໄດ້​ກວາດ​ລ້າງ​ການ​ຂົ່ມ​ເຫັງ​ທາງ​ດ້ານ​ອາລົມ. ຄວາມເຈັບ​ຊ້ຳ​ທີ່​ເກີດ​ຈາກ​ການ​ຂົ່ມ​ເຫັງ​ແບບ​ນີ້​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ເຮົາ ກໍ​ທຳຮ້າຍ​ບຸ​ກ​ຄະ​ລິ​ກ​ຂອງ​ເຮົາ​ໄດ້, ມັນກໍ່ໃຫ້ເກີດ​ຄວາມ​ກຽດ​ຊັງ​ໃນ​ໃຈ​ໄດ້, ມັນເຮັດ​ໃຫ້​ຕົວ​ເອງ​ຕ່ຳ​ໃຈ​ໄດ້, ແລະ ມັນເຮັດ​ໃຫ້​ເຮົາ​ເຕັມ​ໄປ​ໂດຍ​ຄວາມ​ຢ້ານ​ກົວໄດ້.

ການ​ມີ​ສ່ວນ​ຮ່ວມ​ໃນ​ພິທີການ​ແຕ່ງງານ​ຊັ້ນ​ສູງ​ນັ້ນ​ແມ່ນ​ຍັງ​ບໍ່​ພຽງພໍ. ເຮົາ​ຕ້ອງ​ດຳລົງ​ຊີວິດ​ແບບ​ຊັ້ນ​ສູງ​ນຳ​ອີກ.

3. ເດັກນ້ອຍ​ທີ່​ຮ້ອງເພງ​ເປັນ​ຜູ້​ທີ່​ສຸກ​ໃຈ

ນີ້​ຄືຄຳ​ຂວັນ​ອີກ​ຂໍ້​ໜຶ່ງ​ທີ່​ພັນ​ລະ​ຍາ​ຂອງ​ຂ້າພະເຈົ້າ​ມັກ​ກ່າວ​ເລື້ອຍໆ.

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເຂົ້າໃຈ​ຄວາມ​ສຳຄັນ​ຂອງ​ເພງ​ສັກສິດ; ຫລັງ​ຈາກ​ພຣະອົງ​ໄດ້​ສະຫລອງ​ງານ​ປັດ​ສະ​ຄາ​ຮ່ວມ​ກັບ​ພວກ​ສາວົກ​ຂອງ​ພຣະອົງ​ແລ້ວ, ພຣະ​ຄຳ​ພີ​​ບອກວ່າ, “ແລ້ວ​ພວກ​ເຂົາ​ກໍ​ຮ້ອງເພງ​ສັນລະເສີນ​ບົດ​ໜຶ່ງ ແລະ ພາກັນ​ອອກ​ໄປ​ຍັງ​ພູ​ໝາກກອກ​ເທດ.”3

ແລະ ໂດຍ​ກ່າວ​ຜ່ານ​ທາງ​ສາດສະດາ​ໂຈ​ເຊັບ ສະ​ມິດ, ພຣະ​ອົງ​ໄດ້​ກ່າວ​ວ່າ ຈິດ​ວິນ​ຍານ​ຂອງ​ພຣະ​ອົງ​ເບີກບານ​ໃນ​ເພງ​ຈາກ​ໃຈ ແທ້​ຈິງ​ແລ້ວ ເພງ​ຈາກ​ຄົນ​ຊອບ​ທຳ​ເປັນ​ຄຳ​ສວດ​ອ້ອນວອນ​ຕໍ່​ພຣະ​ອົງ ແລະ ຈະ​ໄດ້​ຮັບ​ຕອບ​ດ້ວຍ​ພອນ​ເທິງ​ຫົວ​ຂອງ​ພວກ​ເຂົາ.4

ຊ່າງ​ປະ​ທັບ​ໃຈ​ແທ້ໆ ທີ່​ໄດ້​ຍິນ​ເພງ​ຂອງ​ເດັກນ້ອຍ​ທີ່​ພໍ່​ແມ່​ໄດ້​ສອນ​ເຂົາ​ຮ້ອງເພງ “ເຮົາ​ເປັນ​ລູກ​ຂອງພຣະ​ເຈົ້າ.”5

4. ຂ້ອຍ​ຢາກ​ໃຫ້​ເຈົ້າ​ກອດ​ຂ້ອຍ

ຄຳ​ແບບ “ຂ້ອຍ​ຮັກ​ເຈົ້າ” “ຂອບໃຈ​ຫລາຍໆ” ແລະ “ຂໍ​ໂທດ” ກໍ​ແມ່ນ​ການ​ປອບ​ໂຍນ​ໃຫ້​ຈິດໃຈ. ຄຳ​ແບບ​ນີ້​ປ່ຽນ​ນ້ຳ​ຕາ​ເປັນຄວາມ​ສຸກ. ມັນ​ໃຫ້​ຄວາມ​ປອບ​ໂຍນ​ແກ່​ຈິດໃຈ​ທີ່​ເສົ້າ​ໂສກ ແລະ ຢືນຢັນ​ຄວາມ​ຮູ້ສຶກ​ແຫ່ງ​ຄວາມ​ຮັກ​ໃນ​ໃຈ​ເຮົາ. ​ເຊັ່ນ​ດຽວ​ກັບຕົ້ນ​ໄມ້​ຈະ​ຫ່ຽວ​ແຫ້ງ ຖ້າ​ຫາກ​ມັນ​ຂາດ​ນ້ຳທີ່​ສຳຄັນ, ຄວາມ​ຮັກ​ກໍ​ຄື​ກັນ ຈະ​ອ່ອນ​ແອ ​ແລະ ຕາຍ​ໄປ ​ເມື່ອ​ເຮົາ​ຂາດ​ຖ້ອຍຄຳ ​ແລະ ການ​ປະຕິບັດ​ແຫ່ງ​ຄວາມ​ຮັກດັ່ງກ່າວ.

ຂ້າ​ພະ​ເຈົ້າ​ຈື​ຈຳ​ວັນ​ເວລາ​ທີ່​ເຮົາ​ເຄີຍ​ສົ່ງ​ຈົດໝາຍ​ຮັກ​ຜ່ານ​ທາງ​ໄປສະນີ ຫລື ເກັບ​ເງິນ​ໄວ້​ເພື່ອ​ໂທ​ຫາ​ຄົນ​ຮັກ ຫລື ຈະ​ແຕ່ງ​ກາບກອນ​ກ່ຽວ​ກັບຄວາມ​ຮັກ​ໃສ່​ເຈ້ຍ.

ໃນ​ສະໄໝ​ນີ້ ສິ່ງ​ນີ້​ຟັງ​ຄື​ເປັນ​ປະຫວັດສາດ​ໄປ​ແລ້ວ!

ໃນ​ວັນ​ເວລາ​ນີ້​ເລື່ອງ​ເທັກ​ໂນ​ໂລ​ຈີ​ຊ່ອຍ​ພວກ​ເຮົາ​ເຮັດ​ສິ່ງ​ອັດສະຈັນ​ໃຈ. ການ​ສົ່ງ​ຂໍ້ຄວາມ​ຮັກ ແລະ ຄວາມ​ກະຕັນຍູ​ໂດຍ​ທາງ​ໂທລະສັບ​ແມ່ນ​ງ່າຍ​ທີ່​ສຸດ! ຊາວ​ໜຸ່ມ​ເຮັດ​ເລື້ອຍໆ. ຂ້າພະເຈົ້າ​ຢາກ​ຮູ້​ວ່າ ເຮົາ​ຍັງ​ເຮັດ​ແບບ​ນີ້ ແລະ ການ​ກະທຳ​ທີ່​ສວຍ​ງາມ​ອື່ນໆ​ຢູ່​ບໍ ຫລັງ​ຈາກ​ເຮົາ​ໄດ້​ສ້າງ​ຄອບຄົວ​ແລ້ວ. ​ເມື່ອບໍ່​ດົນ​ມານີ້ ຂ້າພະເຈົ້າ​ໄດ້​ຮັບ​ຂໍ້ຄວາມ​ໃນ​ມື​ຖື​ຈາກ​ພັນ​ລະ​ຍາ ມີ​ຄວາມ​ວ່າ: “ການ​ກອດ​ເໝືອນ​ສະຫວັນ, ການ​ຈູບ​ເໝືອນ​ຕະ​ເວັນ, ແລະ ຄ່ຳ​ຄືນ​ເໝືອນ​ດວງ​ຈັນ. ແມ່ນ​ວັນ​ແສນ​ສຸກ, ນ້ອງ​ຮັກ​ອ້າຍ.”

ເມື່ອ​ໃດ​ທີ່​ຂ້າພະເຈົ້າ​ຮັບ​ຂໍ້ຄວາມ​ແບບ​ນີ້ ຂ້າພະເຈົ້າ​ຈະ​ຮູ້ສຶກເໝືອນ​ຢູ່​ໃນ​ສະຫວັນ.

ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ເປັນ​ຕົວຢ່າງ​ທີ່​ສົມບູນ​ແບບ​ໃນ​ການສະແດງ​ຄວາມ​ຮັກ. ເມື່ອ​ພຣະ​ອົງ​ໄດ້​ແນະ​ນຳ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​​ໃຊ້​ຄຳ​ທີ່​ວ່າ: “ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ເຮົາ​ພໍໃຈ​ນຳ​ເພິ່ນ​ຫລາຍ.”6

5. ຂ້າພະເຈົ້າ​ຮັກ​ພຣະ​ຄຳ​ພີ​ມໍ​ມອນ​ພ້ອມ​ດ້້ວຍພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ຂ້າພະເຈົ້າ, ພຣະເຢ​ຊູ​ຄຣິດ.

ຂ້າພະເຈົ້າ​ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມ​ຮູ້ສຶກ​ຕອນ​ທີ່​ຂ້າພະເຈົ້າ​ເຫັນ​ພັນ​ລະ​ຍາ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ທຸກ​ມື້. ເມື່ອ​ນາງ​ອ່ານ, ຂ້າພະເຈົ້າ​ສາມາດ​ຮູ້ສຶກ​​ເຖິງປະຈັກ​ພະຍານ​ຂອງ​ນາງ​ເມື່ອ​ເຫັນ​ຄວາມສຸກ​ໃນ​ໃບ​ໜ້າ​ນາງ ຂະນະ​ທີ່​ນາງ​ອ່ານ​ຂໍ້ຄວາມ​ທີ່​ເປັນ​ພະຍານ​ເຖິງ​ພາລະກິດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ.

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ຖ້ອຍ​ຄຳ​ທີ່​ສະຫລາດ​ດັ່ງນີ້: “ພວກ​ທ່ານ​ຄົ້ນ​ຫາ​ໃນ​ພຣະ​ຄຳ​ພີ ເພາະ​ຄິດ​ວ່າ​ຈະ​ພົບ​ຊີວິດ​ອັນ​ຕະຫລອດ​ໄປ​ເປັນນິດ. ແມ່ນ​ພຣະ​ຄຳ​ພີ​ນີ້​ແຫລະ​ທີ່​ເປັນ​ພະຍານ​ໃຫ້​ເຮົາ.”7

ຂໍ້​ນີ້​ດົນ​ໃຈ​ຂ້າພະເຈົ້າ​ໃຫ້​ຖາມຫລານ​ຊື່ ຣາ​ແຄ້ວ ຊຶ່ງ​ຫາ​ກໍ​ຮຽນ​ອ່ານ​ວ່າ “ຫລານ​ຈະ​ວ່າ​ຈັ່ງ​ໃດ​ກ່ຽວ​ກັບ​ການ​ຕັ້ງ​ເປົ້າ​ໝາຍວ່າ ຊິ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ?”

ຫລານ​ຕອບ​ວ່າ “ແຕ່​ພໍ່​ຕູ້​ເອີຍ, ມັນ​ຍາກ. ມັນ​ເປັນ​ປື້​ມ​ໃຫຍ່.”

ແລ້ວ​ຂ້າພະເຈົ້າ​ຂໍ​ໃຫ້​ນາງອ່ານ​ໜ້າ​ໜຶ່ງ​ໃຫ້​ຟັງ. ຂ້າພະເຈົ້າ​ໄດ້​ຕັ້ງ​ໂມງ​ໃສ່​ລາວ. ຂ້າພະເຈົ້າ​ເວົ້າ​ວ່າ “ໜ້າ​ໜຶ່ງ​ໃຊ້​ສາມ​ນາທີ ແລະ ພຣະ​ຄຳ​ພີ​ມໍ​ມອນ​ໃນ​ພາສາ​ສະ​ເປ​ນ​ມີ​ຢູ່ 642 ໜ້າ, ສະນັ້ນ​ທັງ​ໝົດ​ຕ້ອງ​ໃຊ້ 1,926 ນາທີ.”

ອັນ​ນີ້​ອາດ​ເຮັດ​ໃຫ້​ນາງຢ້ານ​ຫລາຍອີກ ສະນັ້ນ​ຂ້າພະເຈົ້າ​ໄດ້​ຫານ​ເລກ​ນັ້ນ​ໂດຍ 60 ນາທີ ແລ້ວ​ບອກ​ຫລານ​ວ່າ ພຽງ​ແຕ່​ຕ້ອງ​ໃຊ້ 32 ຊົ່ວໂມງ​ເທົ່າ​ນັ້ນ—ໜ້ອຍ​ກວ່າ​ມື້​ຄຶ່ງ!

ແລ້ວ​ນາງ​ໄດ້ເວົ້າ​ວ່າ “ຄື​ມາ​ງ່າຍ​ແທ້, ພໍ່​ຕູ້.”

ໃນ​ທີ່​ສຸດ​ນາງ​ຣາ​ແຄ້ວ, ອ້າຍ​ລາວ​ຊື່ ເອສເຕ​ບານ, ແລະ ຫລານ​ເຮົາ​ອີກ​ຫລາຍ​ຄົນ​ໄດ້​ໃຊ້​ເວລາ​ຫລາຍ​ກວ່າ​ນີ້ ເພາະ​ມັນ​ເປັນ​ປື້​ມ​ທີ່​ຕ້ອງ​ອ່ານ​ໂດຍ​ມີ​ວິນ​ຍານ​ແຫ່ງ​ການ​ອະທິຖານ ແລະ ສະມາທິ.

ຂະນະ​ທີ່​ພວກ​ເຮົາ​ຮຽນ​ທີ່​ຈະ​ເບີກບານ​ໃນ​ພຣະ​ຄຳ​ພີ, ພວກ​ເຮົາ​ຈະ​ປະກາດ​ເໝືອນ​ຄົນ​ແຕ່ງ​ເພງ​ສັນລະເສີນ​ວ່າ: “ລົດ​ຊາດ​ແຫ່ງ​ພຣະ​ຄຳ​ຫວານ​ຊື່ນ​ເທົ່າໃດ​ນໍ! ຫວານ​ກວ່າ​ນ້ຳເຜີ້ງ​ຢູ່​ໃນ​ປາກ​ຂອງ​ເຮົາ!”8

6. ການ​ຮູ້​ຈັກ​ພຣະ​ຄຳ​ພີ​ເທົ່າ​ນັ້ນ​ແມ່ນ​ບໍ່​ພຽງພໍ; ເຮົາ​ຕ້ອງ​ດຳລົງ​ຊີວິດ​ຕາມ​ມັນ​ນຳ​ອີກ

ຂ້າພະເຈົ້າ​ຈື່​ໄດ້​ຕອນ​ທີ່​ເປັນ​ຜູ້​ສອນ​ສາດສະໜາ ແລະ ໂດຍ​ທີ່​ຄົ້ນ​ຫາ​ພຣະ​ຄຳ​ພີ​ຢ່າງ​ພາກ​ພຽນ, ຂ້າພະເຈົ້າ​ຄິດ​ວ່າ​ຮູ້​ທັງ​ໝົດ​ແລ້ວ. ໃນ​ລະຫວ່າງ​ຕອນ​ເປັນ​ແຟນ​ກັນ, ນາງ​ບະ​ລັນ​ກີ ກັບ​ຂ້າພະເຈົ້າ​ໄດ້​ສຶກ​ສາ​ພຣະ​ຄຳ​ພີ​ນຳ​ກັນ. ຂ້າພະເຈົ້າ​ໄດ້​ໃຊ້​ຄຳໝາຍເຫດ ແລະ ຂໍ້​ອ້າງ​ອີງ​ຕ່າງໆ ເພື່ອ​ແບ່ງປັນ​ຄວາມ​ຮູ້​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ນຳ​ນາງ. ຫລັງ​ຈາກ​ພວກ​ເຮົາ​ໄດ້​ແຕ່ງງານ​ກັນ, ຂ້າພະເຈົ້າ​ຮັບ​ຮູ້​ວ່າ ຂ້າພະເຈົ້າ​ໄດ້​ຮຽນ​ຈາກ​ພັນ​ລະ​ຍາ: ຂ້າພະເຈົ້າ​ອາດ​ໄດ້​ພະຍາຍາມ ສອນ ພຣະ​ກິດ​ຕິ​ຄຸນ​ໃຫ້​ນາງ, ແຕ່​ນາງ​ໄດ້​ສອນ​ຂ້າພະເຈົ້າ​ໃຫ້ ດຳລົງ​ຊີວິດ ຕາມ​ມັນ.

ຕອນ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຈົບ​ການ​ເທດ​ສະໜາ​ທີ່​ໂນນ​ພູ ພຣະ​ອົງ​ໄດ້​ໃຫ້​ຄຳ​ແນະນຳ​ສະຫລາດ​ດັ່ງ​ຕໍ່​ໄປ​ນີ້: “ຈັ່ງຊັ້ນ​ແຫລະ​ຜູ້​ໃດ​ກໍ​ຕາມ​ທີ່​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນີ້​ຂອງ​ເຮົາ​ແລ້ວ, ແລະ ປະຕິບັດ​ຕາມ ກໍ​ເປັນ​ດັ່ງ​ຄົນ​ສະຫລາດ​ທີ່​ປຸກເຮືອນ​ໃສ່​ເທິງ​ດານ​ຫີນ.”9

ຜູ້​ໃດ​ທີ່​ຮັກສາ​ຫລັກ​ທຳ​ແຫ່ງ​ອານາຈັກ​ຊັ້ນ​ສູງ​ຕາມ​ທີ່​ພົບ​ເຫັນ​ຢູ່ໃນ​ພຣະ​ຄຳ​ພີ​ຜູ້​ນັ້ນ​ຈະ​ໃຫ້ການ​ປອບ​ໂຍນ​ແກ່​ຄົນ​ທີ່​ເປັນ​ທຸກ​ໃຈ. ຜູ້​ນັ້ນ​ຈະ​ນຳ​ຄວາມສຸກ​ໄປ​ໃຫ້​ຄົນ​ທີ່​ອຸກອັ່ງ, ໃຫ້ການ​ຊີ້​ນຳ​ຄົນ​ທີ່​ຫລົງ​ທາງ, ໃຫ້​ສັນຕິ​ສຸກ​ແກ່​ຄົນ​ທີ່​ກັງວົນ, ແລະ ໃຫ້ການ​ຊີ້​ນຳ​ທີ່​ແນ່ນອນ​ແກ່ຄົນ​ທີ່​ຊອກ​ຫາ​ຄວາມ​ຈິງ.

ສະຫລຸບ​ແລ້ວ:

  1. ພຣະ​ວິຫານ​ເປັນ​ບ່ອນ​ສຳຄັນ.

  2. ການ​ຜິດ​ຖຽງ​ກັນ ຕ້ອງ​ມີ​ສອງ​ຄົນ, ​ແລະ ເຮົາ​ຊິ​ບໍ່​ແມ່ນ​ຄົນ​ໜຶ່ງ​ໃນ​ນັ້ນ.

  3. ເດັກນ້ອຍ​ທີ່​ຮ້ອງເພງ​ເປັນ​ຜູ້​ທີ່​ສຸກ​ໃຈ.

  4. ຂ້ອຍ​ຢາກ​ໃຫ້​ເຈົ້າ​ກອດ​ຂ້ອຍ.

  5. ຂ້າພະເຈົ້າ​ຮັກ​ພຣະ​ຄຳ​ພີ​ມໍ​ມອນ​ພ້ອມ​ດ້້ວຍພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ຂ້າພະເຈົ້າ, ພຣະເຢ​ຊູ​ຄຣິດ.

  6. ການ​ຮູ້​ຈັກ​ພຣະ​ຄຳ​ພີ​ເທົ່າ​ນັ້ນ​ແມ່ນ​ບໍ່​ພຽງພໍ; ເຮົາ​ຕ້ອງ​ດຳລົງ​ຊີວິດ​ຕາມ​ມັນ​ນຳ​ອີກ.

ບົດຮຽນ​ເຫລົ່າ​ນີ້ ແລະ ບົດຮຽນ​ອື່ນໆ ແມ່ນ​ຮຽນ​ຮູ້​ຢູ່​ໃນ​ບ້ານ—ບ່ອນ​ທີ່​ສາມາດ​ກາຍເປັນ​ເໝືອນ​ສະຫວັນ​ໃນ​ໂລກ​ນີ້.10 ຂ້າພະເຈົ້າ​ຂໍ​ເປັນ​ພະຍານ​ວ່າ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ​ພ້ອມ​ດ້ວຍ​ແຜນ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ ຈະ​ຊີ້​ທາງ​ທີ່​ໝັ້ນຄົງ​ໃນ​ຊີວິດ​ນີ້ ພ້ອມ​ທັງ​ຄຳ​ສັນຍາ​ແຫ່ງ​ຊີວິດ​ນິລັນດອນ, ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.