​2010–2019
ຄວາມ​ຫວັງ​​ໃນຄວາມ​ສະ​ຫວ່າງ​ຂອງ​ພຣະ​ເຈົ້າ
ເມສາ 2013


ຄວາມ​ຫວັງ​​ໃນຄວາມ​ສະຫວ່າງ​ຂອງ​ພຣະ​ເຈົ້າ

ໃນ​ຂະນະ​ທີ່​ເຮົາ​ສະ​ແຫວ​ງຫາ​ທີ່​ຈະ​ເພີ່ມ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ​ແລະ ພະຍາຍາມ​ຮັກ​ເພື່ອ​ນບ້ານ​ຂອງ​ເຮົາ, ຄວາມ​ສະຫວ່າງ​ຂອງ​ພຣະກິດ​ຕິ​ຄຸນ​ຈະ​ອ້ອມ​ຮອບ​ເຮົາ ​ແລະ ຍົກ​ເຮົາ​ຂຶ້ນ.

ທາງ​ເຂົ້າສູ່ຄວາມ​ສະຫວ່າງ

ຂ້າພະ​ເຈົ້າມີ​ຮູບ​​ໃບ​ໜຶ່ງຢູ່​ຫ້ອງການ​​ທີ່​ຂ້າພະ​ເຈົ້າທະນຸ​ຖະໜອມ ຊື່ວ່າ ທາງ​ເຂົ້າສູ່ຄວາມ​ສະຫວ່າງ. ​​​ເພື່ອນຄົນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າຄົນ​ເດັນ​ມາກ ຊື່ ​ໂຢຮານ ​ເບັນ​ທິນ ໄດ້​ແຕ້ມ​ຮູບ​ແຜ່ນ​ນັ້ນ. ​ເພິ່ນເປັນ​ປະທານ​ສະ​ເຕກຄົນ​ທຳ​ອິດ​ຢູ່​ເມືອງ​ໂຄ​ເປັນ​ຮາ​ເກັນ, ປະ​ເທດ​ເດັນ​ມາກ.

ຮູບ​ນັ້ນ​ເປັນ​ຫ້ອງ​ມືດ ​ແລະ ມີ​ປະຕູ​ເປີດ​ໄປ​ຫາ​ຄວາມ​ສະຫວ່າງ. ມັນ​ເປັນ​ໜ້າ​ສົນ​ໃຈ​ຫລາຍ​ຕໍ່​ຂ້າພະ​ເຈົ້າທີ່​ເຫັນ​ຄວາ​ມສະຫວ່າງ​ສ່ອງ​ເຂົ້າມາ​ໃນ​ຄວາມ​ມືດ​ຜ່ານທາງ​ປະຕູ ​​ແຕ່ບໍ່​ໄດ້​ເຮັດ​ໃຫ້​ຫ້ອງ​ນັ້ນ​​ແຈ້ງ​ສະຫວ່າງໝົດ​ທຸກ​ບ່ອນ—​ແຈ້ງ​ແຕ່​ບ່ອນຢູ່​ໃກ້​ປະຕູ​ເທົ່າ​ນັ້ນ.

ຕໍ່​ຂ້າພະ​ເຈົ້າ​ແລ້ວ, ຄວາມ​ມືດ ​ແລະ ຄວາມ​ສະຫວ່າງ​ຢູ່​ໃນ​ຮູບ​ແຜ່ນ​ນັ້ນ​ເປັນ​ຄຳ​ອຸປະມາ​ກ່ຽວ​ກັບ​ຊີວິດ. ມັນ​ເປັນ​ສະພາບ​ຂອງ​ເຮົາ​ໃນຊ່ວງ​ມະຕະ ທີ່​ບາງ​ເທື່ອ​ຈະ​ຮູ້ສຶກ​ວ່າ​ເຮົາ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ຄວາມ​ມືດ. ​ເຮົາ​ອາດ​ສູນ​ເສຍ​ຄົນ​ທີ່​​ເຮົາ​ຮັກ​ໄປ; ລູກ​ອອກ​ນອກ​ທາງ; ​ໝໍ​ບອກ​ວ່າ​ເຮົາ​ເປັນ​​ໂລກ​ພະຍາດ; ມີ​ບັນຫາ​ນຳ​ລ້າ​ການ ​ແລະ ມີຄວາມ​ສົງ​​ໃສ ຫລື ຢ້ານ​ກົວ; ຫລື ​ເຮົາ​ອາດ​ຮູ້ສຶກ​ເປົ່າ​ປ່ຽວ​ດຽວ​ດາຍ ​ແລະ ຂາດ​ຄວາມ​ຮັກ.

ເຖິງ​ແມ່ນ​ເຮົາ​ອາດ​ຮູ້ສຶກ​ທໍ້ຖອຍ​ໃຈ​ຢູ່​ໃນ​ສະພາບ​ການ​​ໃນ​ປະຈຸ​ບັນກໍ​ຕາມ, ​ແຕ່​ພຣະ​ເຈົ້າສັນຍາ​ທີ່​ຈະ​ປະທານຄວາມ​ຫວັງ​ໃນ​ຄວາມ​ສະຫວ່າງ​ຂອງ​ພຣະອົງ—ພຣະອົງ​ສັນຍາ​ທີ່​ຈະ​​ເຍືອງ​ທາງ​ໃຫ້​ເຮົາ ​ແລະ ຊ່ອຍ​ນຳພາ​ເຮົາ​ອອກ​ໄປ​ຈາກ​ຄວາມ​ມືດ.

ຫ້ອງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມືດ

ຂ້າພະ​ເຈົ້າຈະ​ເລົ່າ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ຍິງ​ຄົນ​ໜຶ່ງ​ຜູ້​ໄດ້​ເຕີບ​ໂຕ​ຂຶ້ນຢູ່​ໃນ​ຫ້ອງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມືດ—ຂ້າພະ​ເຈົ້າຈະ​ເອີ້ນ​ນາງ​ວ່າ ​ເ​ຈນ.

ນັບ​ແຕ່​ຕອນ​ນາງ​ເຈນ​ມີ​ອາຍຸ​ໄດ້​ສາມ​ປີ, ນາງ​ຖືກ​ຂ້ຽນ​ຕີ, ຖືກ​ດູ​ຖູກ, ​ແລະ ຖືກ​ຂົ່ມ​ເຫັງ. ນາງ​ຖືກ​ຂູ່​ເຂັນ ​ແລະ ​ຖືກ​ເຍາະ​ເຍີ້​ຍ. ທຸກ​ເຊົ້າທີ່​ນາງ​ຕື່ນ​ຂຶ້ນ ນາງ​ບໍ່​ຮູ້​ວ່າ ນາງ​ຈະ​ເອົາ​ຊີວິດ​ລອດບໍ່​ໃນ​ມື້ນັ້ນ. ຜູ້​ຄົນ​ທີ່​ຄວນ​ປົກ​ປ້ອງ​ນາງ ​ເປັນ​ຄົນ​ທີ່​ເຮັດ​ໃຫ້​ນາງ​ໄດ້​ຮັບ​ຄວາມ​ເຈັບ​ປວດ ຫລື ປ່ອຍ​ໃຫ້​ຖືກ​ຂົ່ມ​ເຫັງມາ​ຕະຫລອດ.

​ໃນ​ການ​ປົກ​ປ້ອງ​ຕົນ​ເອງ, ນາງ​ເຈນ​ໄດ້​ຮຽນ​ທີ່​ຈະ​ເຊົາ​ຮູ້ສຶກ. ນາງ​ບໍ່​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຮັບ​ການ​ຊ່ອຍ​ກູ້, ສະນັ້ນ ນາງ​ຈຶ່ງ​ບໍ່​ສົນ​ໃຈ​ກັບ​ຄວາມຮ້າຍ​ກາດ. ບໍ່​ມີ​ຄວາມ​ສະຫວ່າງ​ຢູ່​ໃນ​ຊີວິດ​ຂອງ​ນາງ, ສະນັ້ນນາງ​ຈຶ່ງ​ຍອມຮັບ​ຄວາມ​ມືດ​ນັ້ນ. ດ້ວຍ​ຄວາມ​ມຶນ​ຊາ​ຈາກ​ການ​ປະ​ເຊີນກັບ​ຄວາມ​ຊົ່ວ​ຮ້າຍມາ​ຕະຫລອດ, ນາງ​ຈຶ່ງ​ຍອມຮັບ​ວ່າ ທຸກ​ນາທີ ຈະ​ເປັນ​ນາທີ​ສຸດ​ທ້າຍ​ສຳລັບ​ນາງ.

​ແລ້ວ​ຕອນ​ນາງ​ມີ​ອາຍຸ​ໄດ້ 18 ປີ, ນາງ​ເຈນ​ໄດ້​ພົບ​ເຫັນ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຄວາມສຸກ ​ແລະ ຄວາ​ມຫວັງ​ຂອງ​ພຣະກິດ​ຕິ​ຄຸນ​ທີ່​ໄດ້​ຟື້ນ​ຟູ​ຄືນ​ມາ​ໃໝ່ ​ໄດ້​ຊຶມ​ເຂົ້າ​ໄປ​ໃນ​ຫົວ​ໃຈ​ຂອງ​ນາງ, ​ແລະ ນາງ​ໄດ້​ຮັບ​ເອົາ​ການ​ເຊື້ອ​ເຊີນ​ໃຫ້​ຮັບ​ບັບຕິສະມາ. ​ເປັນ​ເທື່ອ​ທຳ​ອິດ​, ທີ່​ຄວາມ​ສະຫວ່າງ​ໄດ້​ເຂົ້າ​ສູ່​ຊີວິດ​ຂອງ​ນາງ, ​ແລະ ນາງ​ໄດ້​ເຫັນ​​ເສັ້ນທາງ​ທີ່​ສະຫວ່າງ​ຢູ່​ຕໍ່ໜ້າ​ນາງ. ນາງ​ໄດ້​ອອກ​ຈາກ​ຄວາມ​ມືດ ​ແລະ ຕັດສິນ​ໃຈ​ໄປ​ເຂົ້າ​ໂຮງຮຽນ​ຢູ່​ບ່ອນ​ຫ່າງ​ໄກ​ຈາກ​ຜູ້​ຂົ່ມ​ເຫັງ​ນາງ. ​ໃນ​ທີ່​ສຸດ​ນາງ​ໄດ້​ຮູ້ສຶກ​ເປັນ​ອິດ​ສະລະ​ຈາກ​ສະພາບ​ການ​ທີ່​ມືດ​ມົວ ​ແລະ ຊົ່ວ​ຮ້າຍ—​ເປັນ​ອິດ​ສະລະ​ທີ່​ຈະ​ຊື່​ນຊົມ​ກັບ​ຄວາມ​ສະຫງົບ​ທີ່​ຫວານ​ຊື່ນ​ ​ແລະ ການ​ປິ່ນປົວ​ທີ່​ໜ້າ​ອັດສະຈັນ​ໃຈ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລາຍ​ປີ​ຈາກ​ນັ້ນ, ຫລັງ​ຈາກ​ຄົນ​ທີ່​ຂົ່ມ​ເຫັງ​ນາງ​ໄດ້​ຕາຍ​ໄປ, ອີກ​ເທື່ອ​ໜຶ່ງ ອາ​ດີດ​ອັນ​ໜ້າ​ຢ້ານ​ກົວ​ໄດ້​ກັບ​ມາ​ຫລອກ​ຫລອນ​ນາງ​ອີກ. ຄວາມ​ໂສກ​ເສົ້າ ​ແລະ ຄວາມ​ຄຽດ​ແຄ້ນ​ໄດ້​ທຳລາຍ​ແສງ​ສະຫວ່າງອັນ​ປະ​ເສີດທີ່​ນາງ​ໄດ້​ພົບ​ໃນ​ພຣະກິດ​ຕິ​ຄຸນ. ນາງ​ຮູ້​ວ່າ ຖ້າ​ຫາກ​ນາງ​ປ່ອຍ​​ໃຫ້​ຄວາ​ມມືດຄວບ​ຄຸມ​ນາງ, ​ແລ້ວຜູ້​ທີ່​ໄດ້​ທຳຮ້າຍ​ນາງຈະ​​ເປັນ​ຜູ້ຊະນະ.

ນາງ​ໄດ້​ສະ​ແຫວ​ງຫາ​ຄຳ​ແນະນຳ ​ແລະ ຄວາມ​ຊ່ອຍ​ເຫລືອ​ຈາກ​ທ່ານໝໍ ​ແລະ ​ເລີ່​ມຕົ້ນຮັບ​ຮູ້​ວ່າ, ສຳລັບ​ນາງ​ແລ້ວ, ​ເສັ້ນທາງ​ທີ່​ດີ​ທີ່​ສຸດ​ສຳລັບ​ການ​ປິ່ນປົວ​ແມ່ນ​ທີ່​ຈະ​ເຂົ້າ​ໃຈ ​ແລະ ຍອມຮັບ​ວ່າຄວາມ​ມືດ​ມີ​ຈິງ—​ແຕ່​ບໍ່​ໃຫ້​ໃຊ້​ຊີວິດ​ຢູ່​ໃນ​ນັ້ນ. ​ເພາະວ່າ ຕາມ​ທີ່​ນາງ​ຮູ້​ໃນ​ຕອນ​ນີ້, ຄວາມ​ສະຫວ່າງ​ກໍມີ​ຈິງ​ຄື​ກັນ—​ແລະ ​ນັ້ນ​ເປັນ​ບ່ອນ​ທີ່​ນາງ​ເລືອກ​ທີ່​ຈະ​ໃຊ້​ຊີວິດ.

​ເປັນ​ເພາະ​ຄວາມ​ມືດ​ໃນ​ອາ​ດີດ​ຂອງ​ນາງ, ຈຶ່ງ​ເປັນ​ເລື່ອງ​ງ່າຍ​ສຳລັບ​ນາງ​ເຈນ​ທີ່​ຈະ​ຄິດ​ແກ້​ແຄ້ນ, ຄຽດ​ແຄ້ນ, ຫລື ​ໂຫດຮ້າຍ. ​ແຕ່​ນາງ​ບໍ່​ໄດ້​​ເປັນ​​ແບບນັ້ນ. ນາງ​ບໍ່​ຍອມ​ຕໍ່​ຄວາມ​ຮູ້ສຶກ​ທີ່​ຈະ​ຂະຫຍາຍ​ຄວາມ​ມືດ ​ໂດຍ​ການ​ບໍ່​ຍອມປ່ອຍ​ຄວາມ​ຄຽດ​ແຄ້ນ, ຄວາມ​ເຈັບ​ປວດ; ຫລື ການ​ເຍາະ​ເຍີ້​ຍຖາກ​ຖາງ​ອອກ​ມາ. ​ກົງກັນຂ້າມ, ນາງ​ໄດ້​ຍຶດໝັ້ນຢູ່​ໃນ​ຄວາມ​ຫວັງ​ທີ່​ວ່າ ພຣະ​ເຈົ້າຈະ​ປິ່ນປົວ​ນາງ. ນາງ​ໄດ້​ເລືອກ​ເປັນ​ແຫ​ລ່ງ​ໃຫ້​ຄວາມ​ສະຫວ່າງ ​ແລະ ອຸທິດ​ຊີວິດ​​ເພື່ອ​ຊ່ອຍ​ເຫລືອ​ຄົນ​ອື່ນ. ການ​ຕັດສິນ​ໃຈ​ນີ້​ເຮັດ​ໃຫ້​ນາງ​​ເຊົາ​ຄິດ​ເລື່ອງ​ອາ​ດີດ ​ແລະ ກ້າວ​ເຂົ້າສູ່ອະນາຄົດ​ທີ່​ແຈ່ມ​ໃສ.

ນາງ​ໄດ້​ກາຍ​ເປັນ​ນາຍຄູ, ​ແລະ ​ໃນ​ເວລາ​ນີ້, ຫລາຍ​ສິບ​ປີ​ຕໍ່​ມາ, ຄວາມ​ຮັກ​ຂອງ​ນາງ​ໄດ້​​ເປັນ​ອິດ​ທິພົນ​ໃຫ້​ແກ່​ຊີວິດ​ຂອງ​​ເດັກນ້ອຍ​ຫລາຍ​ຮ້ອຍ​ຄົນ, ​ຊ່ອຍ​ເຫລືອ​ເຂົາ​ເຈົ້າ​ໃຫ້​ຮູ້​ວ່າ ​ເຂົາ​ເຈົ້າມີຄ່າ, ວ່າ​ເຂົາ​ເຈົ້າສຳຄັນ. ນາງ​ໄດ້​ກາຍ​ເປັນ​ຜູ້​ຊ່ອຍ​ເຫລືອ​ຄົນ​ທີ່​ອ່ອນ​ແອ, ຄົນ​ທີ່​ຖືກ​ຂົ່ມ​ເຫັງ, ​ແລະ ຄົນ​ທີ່​ທໍ້ຖອຍ​ໃຈ. ນາງ​ເສີມ​ສ້າງ, ​ເພີ່ມ​ຄວາມ​ເຂັ້ມ​ແຂງ, ​ແລະ ດົນ​ໃຈ​ທຸກ​ຄົນ​ທີ່ຢູ່​ອ້ອມ​ຮອບ​ນາງ.

ນາງ​ເຈນ​ໄດ້​ຮຽນ​ຮູ້​ວ່າ ການ​ປິ່ນປົວ​ມາ​ເຖິງ ​ເມື່ອ​ເຮົາ​ຍ້າຍ​ໜີ​ຈາກ​ຄວາມ​ມືດ ​ແລະ ​ເດີນ​ເຂົ້າ​ໄປ​ຫາ​ຄວາມ​ຫວັງ​ຂອງ​ຄວາມ​ສະ​ຫວ່າງ. ​ເປັນ​ເພາະ​ນາງ​ໄດ້​ນຳ​ໃຊ້ ສັດທາ, ຄວາມ​ຫວັງ, ​ແລະ ຄວາມ​ໃຈ​ບຸນ, ນາງ​ເຈນ​ບໍ່​ພຽງ​ແຕ່​ປ່ຽນ​ແປງ​ຊີວິດ​ຂອງ​ນາງ​ເທົ່າ​ນັ້ນ, ​ແຕ່​ນາງ​ໄດ້​ປ່ຽນ​ແປງ​ຊີວິດ​ຂອງ​ຫລາຍ​ຄົນ​ນຳ​ອີກ.

ຄວາມ​ສະ​ຫວ່າງ​ຈະ​ແນບ​ສະ​ນິດ​ຢູ່​ກັບ​ຄວາມ​ສະຫວ່າງ

ອາດ​ມີ​ບາງ​ຄົນ​ໃນ​ບັນດາ​ພວກ​ທ່ານ​ທີ່​ຮູ້ສຶກ​ກະທົບກະ​ເທືອນ​ໂດຍ​ຄວາມ​ມືດ. ທ່ານ​ອາດ​ຮູ້ສຶກ​ມີ​ຄວາມ​ໜັກໜ່ວງ​ເພາະ​ຄວາມ​ເປັນ​ຫ່ວງ, ຢ້ານ​ກົວ, ​ແລະ ສົງ​​ໃສ. ຕໍ່​ທ່ານ ​ແລະ ຕໍ່​ພວກ​ເຮົາທຸກ​ຄົນ​, ຂ້າພະ​ເຈົ້າຂໍ​ກ່າວ​ຄວາມ​ຈິງ​ທີ່ດີ​ເລີດ ​ແລະ ​ແນ່ນອນວ່າ: ຄວາມ​ສະຫວ່າງ​ຂອງ​ພຣະ​ເຈົ້າມີ​ຈິງ. ມັນ​ມີ​ໃຫ້​ສຳລັບ​ທຸກ​ຄົນ! ມັນ​ໃຫ້​ຊີວິດ​ແກ່​ທຸກ​ສິ່ງ.1 ມັນ​ມີ​ອຳນາດ​ທີ່​ຈະ​ບັນ​ເທົາ​ຄວາມ​ເຈັບ​ປວດ​ຂອງ​ບາດ​ແຜ​ແຫ່ງ​ຄວາມ​ມືດ. ມັນ​ສາມາດ​​ເປັນ​ຢາ​ຂີ້​ເຜິ້ງສຳລັບ​ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ ​ແລະ ຄວາມ​ປ່ວຍ​ໂຊ​ຂອງ​ຈິດ​ວິນ​ຍານ​ຂອງ​ເຮົາ. ໃນ​ຄວາມ​ທໍ້ຖອຍ​ໃຈ​ອັນ​ໜັກໜ່ວງ, ມັນ​ສາມາດ​ໃຫ້​ຄວາມ​ຫວັງ​ທີ່​ແຈ່ມໃສ​. ມັນ​ສາມາດ​ສ່ອງ​ແສງ​ເຂົ້າ​​ໄປ​ເຖິງ​ບ່ອນ​​ເລິກ​ທີ່ສຸດ​ຂອງຄວາມໂສກ​ເສົ້າ. ມັນ​ສາມາດ​ເຍືອງ​ທາງ​ໃຫ້​ເຮົາ ​ແລະ ນຳພາ​ເຮົາ​ຜ່ານ​ຜ່າຄືນ​ອັນ​ມືດ​ມົວ​ໄປ​ສູ່​ມື້​ໃໝ່​ທີ່​ແຈ່ມ​​​ໃສ.

ນີ້​​ແມ່ນພຣະວິນ​ຍານຂອງພຣະເຢຊູຄຣິດ, ຊຶ່ງໃຫ້ຄວາມ​ສະຫວ່າງ​ແກ່ມະນຸດ​ທຸກ​ຄົນທີ່​ມາສູ່​ໂລກ.”2

​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ໜ້ອຍ​ໜັກ​ໜ້ອຍ​ໜາຄວາມ​ສະຫວ່າງ​ທາງ​ວິນ​ຍານ​ຈະມາ​ເຖິງ​ຜູ້​ທີ່ພຽງ​ແຕ່​ນັ່ງ​ຢູ່​ໃນ​ຄວາມ​ມືດ​ເທົ່າ​ນັ້ນ ​ເພື່ອ​ລໍຖ້າ​ໃຫ້​ຄົນ​ອື່ນ​ມາ​ເປີດ​ໄຟ​ໃຫ້. ຕ້ອງ​ໃຊ້​ສັດທາ​ທີ່​ຈະ​ເປີດ​ຕາ​ເຮົາ​ເພື່ອ​ຫລຽວ​ເບິ່ງ​ຄວາມ​ສະຫວ່າງ​ຂອງ​ພຣະຄຣິດ. ຄວາມ​ສະຫວ່າງ​ທາງ​ວິນ​ຍານ​ບໍ່​ສາມາດ​ເຫັນ​ໄດ້​ດ້ວຍ​ຕາທຳ​ມະ​ດາ. ພຣະ​ເຢຊູ​ໄດ້​ສອນ​ວ່າ, ເຮົາ​ຄືຄວາມ​ສະຫວ່າງຊຶ່ງສ່ອງແສງຢູ່ໃນ​ຄວາມ​ມືດ, ​ແລະ ຄວາມ​ມືດບໍ່​ເຂົ້າ​ໃຈ​ມັນ​ເລີຍ.3 ​ເພາະ “ມະນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ​ຈະ​ຮັບ​ສິ່ງ​ເຫລົ່ານັ້ນ ຊຶ່ງ​ເປັນ​ຂອງ​ພຣະວິນ​ຍານ​ຂອງ​ພຣະ​ເຈົ້າກໍ​ບໍ່​ໄດ້,​​ ​ເພາະ​ພວກ​ເຂົາ​ເຫັນ​ວ່າ ສິ່ງ​ເຫລົ່າ​ນີ້​ເປັນ​ເລື່ອງ​ໂງ່ສຳລັບ​ຕົນ ​ແລະ ບໍ່​ສາມາດ​ເຂົ້າ​ໃຈ​ເພາະວ່າ ທີ່​ຈະ​ເຂົ້າ​ໃຈ​ສິ່ງ​​ເຫລົ່ານັ້ນ​ໄດ້ ກໍ​ຕ້ອງ​ອາ​ໄສ​ພຣະວິນ​ຍານ.”4

ສະນັ້ນ ​ເຮົາ​ຈະ​ເປີດ​ຕາ​​ໃຫ້​ມີ​ຄວາມ​ຫວັງ​ຕໍ່​ຄວາມ​ສະຫວ່າງ​ຂອງ​ພຣະ​ເຈົ້າ​ໄດ້​ແນວ​ໃດ?

ທຳ​ອິດ, ​ໃຫ້​ເລີ່​ມຕົ້ນຈາກ​ບ່ອນ​ທີ່​ທ່ານ​ຢູ່.

​ເປັນ​ສິ່ງ​ປະ​ເສີດແທ້ໆ​ບໍທີ່​ຮູ້​ວ່າ ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ດີ​ພ້ອມ​ທຸກ​ຢ່າງ ກ່ອນ​ຈະ​ປະສົບ​ກັບ​ພອນ ​ແລະ ຂອງ​ປະທານ​ຂອງ​ພຣະບິດາ​ເທິງສະຫວັນ? ​​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ລໍຖ້າ​ຈົນ​ເຮົາ​ດີ​ພ້ອມ​ທຸກ​ຢ່າງ ກ່ອນ​ຈະ​ຮັບ​ເອົາ​ພອນ​ຂອງ​ພຣະ​ເຈົ້າ. ຕາມ​ຄວາມ​ຈິງ​ແລ້ວ, ປະຕູສະຫວັນ​ຈະເປີດ​ອອກ​ ​ແລະ ພອນ​​ຂອງ​ສະຫວັນ​ຈະຖືກ​ຖອກ​ເທ​ລົງ​ມາ​ເທິງເຮົາ ທັນທີ​ທີ່​ເຮົາ​ກ້າວ​ອອກ​ໄປສູ່​ຄວາມ​ສະຫວ່າງ.

ບ່ອນ​ທີ່​ເໝາະ​ສົມ​ທີ່​ສຸດ​ທີ່​ຈະ​ເລີ່​ມຕົ້ນ ​ແມ່ນ​ບ່ອນ​ທີ່​ທ່ານ​ຢູ່​ໃນ​ຕອນ​ນີ້. ມັນ​ບໍ່​ສຳຄັນ​ວ່າ​ທ່ານ​ເໝາະ​ສົມ​ຫລື​ບໍ່ ຫລື ທ່ານຈະ​ຊ້າ​ກວ່າຄົນ​ອື່ນ​ຫລາຍ​ປານ​ໃດ. ທັນທີ​ທີ່​ທ່ານ​ເລີ່​ມຕົ້ນສະ​ແຫວ​ງ​ຫາ​ພຣະບິດາ​ເທິງ​ສະຫວັນ, ​ໃນ​ນາທີ​ນັ້ນ​ເອງ, ຄວາມ​ຫວັງ​ຕໍ່ຄວາມ​ສະຫວ່າງ​ຂອງ​ພຣະອົງ​ຈະ​ເລີ່​ມຕົ້ນສ່ອງ​ແສງ, ​ເຮັດ​ໃຫ້​ມີ​ຊີວິດ​ຊີວາ, ​​ແລະ ຍົກ​ຈິດ​ວິນ​ຍານ​ຂອງ​ທ່ານ​ຂຶ້ນ.5 ຄວາມ​ມືດ​ອາດ​ບໍ່​ສະຫລາຍ​ໄປ​​ໃນທັນທີ, ດັ່ງ​ທີ່ຄວາມ​ມືດ​ຈະຍອມ​ແພ້​​ຕໍ່ແສງ​ອາ​ລຸນ​, ຄວາມ​ສະຫວ່າງກໍຈະເກີດ​ຂຶ້ນຢ່າງ​ແນ່ນອນ.

ສອງ, ຫັນ​ຫົວໃຈ​ໄປ​ຫາ​ພຣະຜູ້​ເປັນ​ເຈົ້າ.

ຈົ່ງ​ຍົກ​ຈິດ​ວິນ​ຍານ​ຂອງ​ທ່ານ​ຂຶ້ນ​ໃນ​ການ​ອະທິຖານ ​ແລະ ອະທິບາຍ​ສິ່ງ​ທີ່​ທ່ານ​ຮູ້ສຶກຕໍ່​ພຣະບິດາ​ເທິງ​ສະຫວັນ. ​ໃຫ້​ຮັບ​ຮູ້​ຄວາມ​ຂາດ​ຕົກ​ບົກພ່ອງ​ຂອງ​ທ່ານ. ຈົ່ງບອກ​ຄວາມ​ຮູ້ສຶກ​​ໃນ​ໃຈ​ຂອງ​ທ່ານ ​ແລະ ສະ​ແດງ​ຄວາມ​ກະຕັນຍູ. ປ່ອຍ​ໃຫ້​ພຣະອົງ​ຮູ້​ເຖິງ​ການ​ທົດ​ລອງ​ທີ່​ທ່ານ​ກຳລັງ​ປະ​ເຊີນ​ຢູ່. ຈົ່ງ​ອ້ອນວອນ​ໃນ​ພຣະນາມ​ຂອງ​ພຣະ​ຄຣິດຂໍ​ໃຫ້​ພຣະອົງ​​ໃຫ້​ກຳລັງ​ແກ່​ທ່ານ ​ແລະ ສົ່ງ​ເສີມ​ທ່ານ. ທູນ​ຂໍ​ໃຫ້​ຫູ​ຂອງທ່ານ​ເປີດ​ອອກ, ​ເພື່ອ​ວ່າ​ທ່ານ​ຈະ​ໄດ້​ຍິນ​ສຸລະສຽງ​ຂອງ​ພຣະອົງ. ທູນ​ຂໍ​ໃຫ້​ຕາ​ຂອງ​ທ່ານ​ເປີດ​ອອກ, ​ເພື່ອ​ວ່າ​ທ່ານ​ຈະ​ໄດ້​ເຫັນ​ຄວາມ​ສະຫວ່າງຂອງ​ພຣະອົງ.

ສາມ, ​ເດີນ​ໄປ​ໃນ​ຄວາມ​ສະຫວ່າງ.

ພຣະບິດາ​ເທິງ​ສະຫວັນ​ຂອງ​ທ່ານ​ຮູ້​ວ່າ ທ່ານ​ຈະ​ເຮັດ​ຄວາມ​ຜິດ. ພຣະອົງ​ຮູ້​ວ່າ ທ່ານ​ຈະ​ສະດຸດ​ລົ້ມ—ບາງທີ​ຫລາຍ​ເທື່ອ. ສິ່ງ​ນີ້​ເຮັດ​ໃຫ້​ພຣະອົງ​ໂສກ​ເສົ້າ, ​ແຕ່​ພຣະອົງ​ຮັກ​ທ່ານ. ພຣະອົງ​ບໍ່​ປາດ​ຖະໜາ​ທີ່​ຈະ​ທຳລາຍ​ຄວາມ​ຫວັງ​ຂອງ​ທ່ານ. ກົງກັນຂ້າມ, ພຣະອົງ​ປາດ​ຖະໜາ​ທີ່​ຈະ​ຍົກ​ທ່ານ​ຂຶ້ນ ​ແລະ ​ໃຫ້​ທ່ານ​ກາຍ​ເປັນ​ຄົນ​ທີ່​ທ່ານ​ໄດ້​ຖືກຫວັງ​ໃຫ້​ເປັນ.

​ໃນ​ການ​ບັນລຸ​ສິ່ງ​ນີ້, ພຣະອົງ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງມາສູ່​ໂລກ​ນີ້​ ​ເພື່ອ​​ເຍືອງ​ທາງ ​ແລະ ສະ​ແດງ​ໃຫ້​ເຮົາຮູ້ຈັກ​ຂ້າມ​ສະດຸດ​ໄປ​ຢ່າງ​ປອດ​ໄພ. ພຣະອົງ​ໄດ້​ປະທານ​ພຣະກິດ​ຕິ​ຄຸນ​ໃຫ້​ເຮົາ, ຊຶ່ງ​ສອນ​ວິທີ​ທາງ​ຂອງ​ສານຸສິດ. ພຣະກິດ​ຕິ​ຄຸນ​ສອນ​ເຮົາ​ໃນ​ສິ່ງ​ທີ່​ເຮົາ​ຄວນ​ຮູ້, ​ແລະ ​ເຮັດ, ​ແລະ ​ເປັນ ​ເພື່ອຈະ​ເດີນ​ໄປ​ໃນ​ຄວາມ​ສະຫວ່າງ​ຂອງ​ພຣະອົງ, ຕິດຕາມ​ພຣະບາດ​ຂອງ​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ​ໄປ.

ຄວາມ​ສະຫວ່າງຈະ​ເອົາ​ຊະນະ​ຄວາມ​ມືດ

​ແມ່ນ​ແລ້ວ, ​ເຮົາ​ຈະ​ເຮັດ​ຄວາມ​ຜິດ.

​ແມ່ນ​ແລ້ວ, ​ເຮົາ​ຈະພາດ​ພັ້ງ.

​ແຕ່​ໃນ​ຂະນະ​ທີ່​ເຮົາ​ສະ​ແຫວ​ງຫາ​ທີ່​ຈະ​ເພີ່ມ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ​ແລະ ພະຍາຍາມ​ຮັກ​ເພື່ອ​ນບ້ານ​ຂອງ​ເຮົາ, ຄວາມ​ສະຫວ່າງ​ຂອງ​ພຣະກິດ​ຕິ​ຄຸນ​ຈະ​ອ້ອມ​ຮອບ​ເຮົາ ​ແລະ ຍົກ​ເຮົາ​ຂຶ້ນ. ຄວາມ​ມືດ​ຈະ​ສະຫລາຍ​ໄປ​ຢ່າງ​ແນ່ນອນ, ​ເພາະວ່າ​ມັນ​ບໍ່​ສາມາດ​ຢູ່​ປົນ​ກັບຄວາມ​ສະຫວ່າງ. ​ເມື່ອ​ເຮົາ​ເຂົ້າ​ໃກ້ພຣະ​ເຈົ້າ, ພຣະອົງ​ຈະ​ເຂົ້າ​ໃກ້​ເຮົາ​ຄື​ກັນ.6 ​ແລ້ວ​ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ, ຄວາມ​ຫວັງ​​ໃນຄວາມ​ສະຫວ່າງ​ຂອງ​ພຣະ​ເຈົ້າຈະ​ເຕີບ​ໂຕ​ຂຶ້ນ​ໃນ​ເຮົາ, ຄວາມ​ສະຫວ່າງນັ້ນຈະ​ຮຸ່ງ​ແຈ້ງ​ຫລາຍ​ຂຶ້ນ​ໄປເລື້ອຍໆ​ຈົນ​ເຖິງ​ວັນ​ທີ່​ສົມບູນ.”7

ຕໍ່​ທຸກ​ຄົນ​ຜູ້​ຮູ້ສຶກ​ວ່າ​ຕົນ​ເດີນ​ໄປ​ໃນ​ຄວາມ​ມືດ, ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານໃຫ້​ເພິ່ງພາ​ຄຳ​ສັນຍາ​ອັນ​ແນ່​ນອນ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ກັບ​ມະນຸດ​ວ່າ: “​ເຮົາ​ນີ້​ແຫ​ລະ​ເປັນຄວາມ​ສະຫວ່າງ​ຂອງ​ໂລກ ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ມີ​ຄວາມ​ສະຫວ່າງ​ແຫ່ງ​ຊີວິດ ​ແລະ ຈະ​ບໍ່​ເດີນ​ຢູ່​ໃນ​ຄວາມ​ມືດ​ຈັກ​ເທື່ອ.”8

ຄວາມ​ສະຫວ່າງ​ໃນ​ອາ​ຟຣິກາ

ຫລາຍ​ປີ​ກ່ອນ, ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ, ​ແຮຣີ​​ແອດ, ​ແລະ ຂ້າພະ​ເຈົ້າ​ໄດ້​ມີ​ປະສົບ​ການ​ທີ່​ໜ້າ​ຊົງ​ຈຳ ​ໃນການ​ໄດ້​ເຫັນຄຳ​ສັນ​ຍາ​ບັນລຸ​ຄວາມ​ສຳ​ເລັດ. ພວກ​ເຮົາ​ໄດ້​ໄປ​ອາ​ຟຣິກາ​ພາກ​ຕາ​ເວັນ​ຕົກ, ​ເປັນ​ດິນ​ແດນ​ທີ່​ສວຍ​ງາມ ບ່ອນ​ທີ່​ສາດສະໜາ​ຈັກ​ກຳລັງ​ເຕີບ​ໂຕ ​ແລະ ​ໄພ່​ພົນຍຸກ​ສຸດ​ທ້າຍ​ກໍ​ໜ້າ​ຮັກຫລາຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ອາ​ຟຣິກາ​ພາກ​ຕາ​ເວັນ​ຕົກ​ກໍ​ມີ​ການ​ທ້າ​ທາ​ຍຫລາຍ​ຢ່າງ. ​ໂດຍ​ສະ​ເພາະ, ຂ້າພະ​ເຈົ້າ​ໂສກ​ເສົ້າກັບ​ຄວາມທຸກ​ຍາກ​ລຳບາກ​ຂອງ​ເຂົາ​ເຈົ້າ. ຢູ່​ໃນ​ຕົວ​ເມືອງ​ມີ​ຜູ້​ຄົນ​ຢ່າງ​ຫລວງຫລາຍ​ຂາດວຽກ​​ເຮັດ​ງານ​ທຳ, ​ແລະ ຄອບຄົວ​ກໍ​ລຳບາກ​ຫລາຍ​ໃນ​ການ​ຫາ​ລ້ຽງ​ຊີບ ​ແລະ ​ຫາ​ຄວາ​ມປອດ​ໄພ. ຂ້າພະ​ເຈົ້າ​ໂສກ​ເສົ້າທີ່​ຮູ້​ວ່າ ສະມາຊິກ​ທີ່​ມີຄ່າ​ຂອງ​ສາດສະໜາ​ຈັກ​ດຳລົງ​ຊີວິດ​​ແບບ​ຂາດ​ເຂີນ​ເຊັ່ນ​ນັ້ນ. ​ແຕ່​ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ອີກ​ວ່າ ສະມາຊິກ​ທີ່​ດີ​ເລີດ​ເຫ​ລົ່ານັ້ນ​ໄດ້​ຊ່ອຍ​ກັນ ​ເພື່ອ​​ແບ່ງ​ເບົາ​ພາລະ​ອັນ​ໜັກໜ່ວງ​ຂອງ​ກັນ​ແລະ​ກັນ.

​ແລ້ວ​ພວກ​ເຮົາ​ໄດ້​ໄປ​ເຖິງ​ຕຶກ​ໂບດ​ຂອງ​ພວກ​ເຮົາ​ຢູ່​ໃນ​ເມືອງ​ໃຫຍ່​ແຫ່ງ​ໜຶ່ງ. ​ແທນ​ທີ່​ຈະ​ເຫັນ​ຜູ້​ຄົນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໜັກໜ່ວງ ​ແລະ ອ້ອມ​ຮອບ​ໄປ​ດ້ວຍ​ຄວາມ​ມືດ, ​ແຕ່​ພວກ​ເຮົາ​ໄດ້​ເຫັນ​ຜູ້​ຄົນ​ທີ່​ຊື່ນ​ບານ ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫວ່າງ! ຄວາມສຸກ​ທີ່​ເຂົາ​ເຈົ້າຮູ້ສຶກ​ຕໍ່​ພຣະກິດ​ຕິ​ຄຸນ​ໄດ້​ຂະຫຍາຍ​ໄປ​ທົ່ວ ​ແລະ ​​ເຊີດ​ຊູ​ວິນ​ຍານ​ຂອງ​ພວກ​ເຮົາ. ​ເຂົາ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ຮັກ​ທີ່​ຖ່ອມ​ຕົນ​ຕໍ່​ພວກ​ເຮົາ. ​ຮອຍ​ຍິ້ມ​ຂອງ​ເຂົາ​ເຈົ້າ​ແມ່ນ​ຈິງ​ຈັງ ​ແລະ ​ເຮັດ​ໃຫ້​ພວກ​ເຮົາ​​ເບີກບານ​ໃຈ​ນຳ.

ບໍ່​ເຄີຍ​ມີຕອນ​ໃດ​ທີ່ຂ້າພະ​ເຈົ້າ​ໄດ້​ເຫັນ​ຜູ້​ຄົນ​ມີ​ຄວາມສຸກຫລາຍ​ໄປ​ກວ່າຜູ້​ຄົນ​ເຫລົ່ານັ້ນຢູ່​ໃນ​ໂລກ​ນີ້. ​ເຖິງ​ແມ່ນ​ວ່າ​​ໄພ່​ພົນ​ຂອງ​ພຣະ​ເຈົ້າທີ່​ແສນ​ດີ​ເຫລົ່ານັ້ນ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ ​ແລະ ການ​ທົດ​ລອງ, ​ແຕ່​ເຂົາ​ເຈົ້າຍັງ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫວ່າງ!

ກອງປະຊຸມ​ໄດ້​ເລີ່​ມຕົ້ນ, ​ແລະ ຂ້າພະ​ເຈົ້າກໍ​ໄດ້​ເລີ່​ມຕົ້ນກ່າວ​ຄຳ​ປາ​ໄສ. ​ແຕ່​ບໍ່​ດົນ​ໄຟ​ໄດ້​ດັບ​ໄປ, ​ແລະ ພວກ​ເຮົາ​ໄດ້​ຢູ່​ໃນ​ຄວາມ​ມືດ.

ຊົ່ວ​​ໄລຍະ​ໜຶ່ງ​ ​ຂ້າພະ​ເຈົ້າບໍ່​ສາມາດ​ຫລຽວ​ເຫັນ​ຄົນທີ່​ມາ​ຮ່ວມ​ປະຊຸມ, ​ແຕ່ຂ້າພະ​ເຈົ້າສາມາດ​ຫລຽວ​ເຫັນ ​ແລະ ຮູ້ສຶກ​ຮອຍ​ຍິ້ມ​ອັນ​ແຈ່ມ​ໃສ ​ແລະ ສວຍ​ງາມ​ຂອງ​ເຂົາ​ເຈົ້າ. ​ໂອ້, ຂ້າພະ​ເຈົ້າຮັກ​ຜູ້​ຄົນ​ທີ່​ດີ​ເລີດ​ເຫລົ່ານັ້ນຫລາຍ!

ຕຶກ​ໂບດ​ຍັງ​ເຕັມ​ໄປ​ດ້ວຍ​ຄວາມ​ມືດ​ຢູ່, ​ແລະ ຂ້າພະ​ເຈົ້າກໍ​ໄດ້​ນັ່ງ​ຢູ່​ໃກ້​ພັນ​ລະ​ຍາ​ລໍຖ້າ​ໃຫ້​ໄຟ​ຮຸ່ງ​ຂຶ້ນອີກ. ​ໃນ​ຂະນະ​ທີ່​ພວກ​ເຮົາ​ນັ່ງລໍຖ້າ​ຢູ່​ນັ້ນ, ບາງ​ສິ່ງ​ທີ່​ໜ້າ​ອັດສະຈັນ​ໃຈ​ໄດ້​ເກີດ​ຂຶ້ນ.

ສອງ​ສາມ​ຄົນ​ໄດ້​ເລີ່​ມຕົ້ນຮ້ອງ​ເພງ​ສວດ. ​ແລ້ວ​ຄົນ​ອື່ນໆ​ໄດ້​ຮ້ອງ​ຕາມ. ​ແລະ ຫລາຍ​ຂຶ້ນ​ໄປ​ເລື້ອຍໆ. ບໍ່​ດົນ, ສຽງ​ທີ່​ມ່ວນ​ອອນຊອນຮ້ອງປະສານ​ກັນ ກະຈາຍຈົນ​​ເຕັມ​ຕຶກ​ໂບດ.

ສະມາຊິກ​ເຫລົ່ານັ້ນຂອງ​ສາດ​ສະໜາ​ຈັກ​ບໍ່​ຕ້ອງການ​ປຶ້ມ​ເພງ​ສວດ; ​ເຂົາ​ເຈົ້າຮູ້ຈັກ​ທຸກ​ຄຳ​ຢູ່ໃນ​ເນື້ອ​ເພງ​ທີ່​ເຂົາ​ເຈົ້າກຳລັງ​ຮ້ອງ. ​ແລ້ວ​ເຂົາ​ເຈົ້າ​ໄດ້​ຮ້ອງ​ຫລາຍ​ເພງ​ຕິດ​ຕໍ່​ກັນ ດ້ວຍ​ພະລັງ ​ແລະ ຄວາມ​ຮູ້ສຶກ​ທີ່​ສຳ​ພັດ​ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ.

​ໃນ​ທີ່​ສຸດ, ​ໄຟ​ກໍ​ຮຸ່ງ​ຂຶ້ນ ​ແລະ ສ່ອງ​ແສງໄປ​ທົ່ວ​​ຫ້ອງ. ​ແຮຣີແອດ ​ແລະ ຂ້າພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ໜ້າກັນ, ​​ໂດຍ​ມີນ້ຳຕາ​ໄຫລ​ອາບ​ແກ້ມ.

ຢູ່​ໃນ​ຄວາມ​ມຶ​ດອັນ​ຕຶບໜາ​ນັ້ນ, ​ໄພ່​ພົນ​ທີ່​ສວຍ​ງາມ ​ແລະ ​ແສນ​ດີຂອງ​ພຣະ​ເຈົ້າ ​ໄດ້​ເປັນຄວາມ​ສະຫວ່າງ​ໃຫ້​ຕຶກ​ໂບດ ​ແລະ ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ.

ມັນ​ເປັນ​ປະສົບ​ການ​ທີ່​ປະ​ທັບ​ໃຈ​ຫລາຍ​ສຳລັບ​ພວກ​ເຮົາ—​ອັນ​ທີ່ ​ແຮຣີແອດ ​ແລະ ຂ້າພະ​ເຈົ້າຈະ​ບໍ່​ມີ​ວັນ​ລືມ.

ຈົ່ງ​ມາ​ຫາ​ຄວາມ​ສະຫວ່າງ

​ແມ່ນ​ແລ້ວ, ບາງ​ຄັ້ງຊີວິດ​ຂອງ​ເຮົາ​ອາດ​ເບິ່ງ​ຄື​ວ່າຖືກ​ສຳ​ພັດ ຫລື ຖືກ​ຫຸ້ມ​ຫໍ່​ດ້ວຍ​ຄວາມ​ມືດ. ບາງ​ເທື່ອ​ຄວາມ​ມືດ​ທີ່​ອ້ອມ​ຮອບ​ເຮົາ​ຢູ່ ​ປະກົດ​ວ່າ​ໂຫດຮ້າຍ, ໜ້າ​ທໍ້ຖອຍ​ໃຈ, ​ແລະ ໜ້າ​ຢ້ານ​ກົວ.

ຫົວ​ໃຈ​ຂອງ​ຂ້າພະ​ເຈົ້າ​ໂສກ​ເສົ້າສຳລັບ​ຄວາມ​ໂສກ​ເສົ້າທີ່​ຫລາຍ​ຄົນ​ໃນ​ພວກ​ທ່ານ​ປະ​ເຊີນ​ຢູ່​, ສຳລັບຄວາມ​ເຈັບ​ປວດ​ຂອງ​ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ ​ແລະ ຄວາມ​ຢ້ານ​ກົວທີ່​ເຮັດ​ໃຫ້​ທ່ານ​ເມື່ອຍ​ເພຍ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ວ່າ ຄວາມ​ຫວັງ​ຂອງ​ເຮົາ​ແມ່ນ​ຢູ່​​ໃນ​ພຣະ​ເຢຊູ​ຄຣິດ! ພຣະອົງ​ເປັນຄວາມຈິງ, ບໍລິສຸດ, ​ແລະ ​ເປັນ​ທາງ​ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ສູງ​ສົງ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ດ້ວຍພຣະຄຣິດ, ຄວາມ​ມືດ​ຈະ​ຊະນະ​ບໍ່​ໄດ້. ຄວາມ​ມືດ​ຈະ​ບໍ່​ຊະນະ​ຄວາມ​ສະຫວ່າງ​ຂອງ​ພຣະຄຣິດ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ​ ຄວາມ​ມືດ​ບໍ່​ສາມາດ​ຢູ່​ໃນ​ຄວາມ​ສະຫວ່າງ​ຂອງ​ພຣະບຸດ​ຂອງ​ພຣະ​ເຈົ້າທີ່​ຊົງ​ພຣະຊົນ​ຢູ່!

ຂ້າພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ແຕ່ລະຄົນ​ໃຫ້​ເປີດ​​ໃຈ​ຕໍ່​ພຣະອົງ. ຈົ່ງ​ສະ​ແຫວ​ງຫາ​ພຣະອົງ​ຜ່ານ​ການ​ສຶກສາ ​ແລະ ການອະທິຖານ. ຈົ່ງ​ມາ​ຫາ​ສາດສະໜາ​ຈັກ​ຂອງ​ພຣະອົງ, ​ແມ່ນ​ແຕ່​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຈົ່ງຮຽນ​ຮູ້​ກ່ຽວ​ກັບ​ພຣະອົງ ​ແລະ ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ, ມີ​ສ່ວນ​ຮ່ວມ​ຢ່າງ​ແຂງ​ຂັນ, ຊ່ອຍ​ຊຶ່ງ​ກັນ​ແລະ​ກັນ, ​ແລະ ຮັບ​ໃຊ້​ພຣະ​ເຈົ້າຂອງ​ເຮົາດ້ວຍ​ຄວາມ​ຊື່ນ​ຊົມ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ແມ່ນ​ແຕ່​​ຈາກ​ຄ່ຳ​ຄືນ​ທີ່​ມືດ​ມົວ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ​ຈະ​ນຳພາ​ທ່ານ​ໄປ​ຫາ​ຄວາມ​ສະຫວ່າງ​ຂອງ​ຍາມ​ເຊົ້າທີ່​ຈະ​ສ່ອງ​ແສງ​ຢ່າງ​ແນ່​ນອນ​ໃນ​ຊີວິດ​ຂອງ​ທ່ານ.

​ເມື່ອ​ທ່ານ​​ເດີນ​ໄປ​ດ້ວຍ​ຄວາມ​ຫວັງ​ໃນຄວາມ​ສະຫວ່າງ​ຂອງ​ພຣະ​ເຈົ້າ, ທ່ານ​ຈະ​ພົບ​ເຫັນ​ຄວາມ​​ເຫັນ​ອົກ​ເຫັນ​ໃຈ, ຄວາມ​ຮັກ, ​ແລະ ຄຸນງາມຄວາມດີຂອງ​ພຣະບິດາ​ເທິງ​ສະຫວັນ​ທີ່​ແສນ​ຮັກ, “​ໃນ [ພຣະອົງ] ບໍ່​ມີ​ຄວາມມືດ​ເລີຍ.”9 ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ສິ່ງ​ນີ້​ໃນ​ພຣະນາມອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.