​2010–2019
ວິທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ
ເມສາ 2013


ວິທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ວິທີ​ທາງ​ຂອງ​ພຣະ​ຜູ້​ເປັນເຈົ້າ​ນັ້ນ​ແມ່ນ​ວ່າ ເຮົາ​ເຊື່ອ​ຟັງ​ຕໍ່​ຄຳ​ສອນ​ຂອງ​ຜູ້ນຳ​ຂອງ​ເຮົາ, ເຂົ້າໃຈ​ຫລັກ​ທຳ​ທີ່​ຖືກຕ້ອງ, ແລະ ແລ້ວ​ປົກຄອງ​ຕົວ​ເຮົາ​ເອງ.

ສາວົກ​ເຈັດ​ສິບ

ຂ້າພະເຈົ້າ​ຮັບ​ໃຊ້​ເປັນ​ສາວົກ​ເຈັດ​ສິບ. ສາວົກ​ເຈັດ​ສິບ​ຖືກ​ເອີ້ນ ໃຫ້​ເປັນ​ຜູ້​ປະກາດ​ຂ່າວ—ໃຫ້​ແບ່ງ​ປັນ​ພຣະ​ຄຳ​ຂອງ​ພຣະ​ຜູ້ເປັນ​ເຈົ້າ ດັ່ງ​ທີ່​ພວກ​ເຮົາ​ໄດ້​ຮັບ​ມັນຈາກ​ອັກ​ຄະ​ສາວົກ ແລະ ສາດສະດາ ແລະ ຈາກ​ພຣະ​ວິນ​ຍານ ແລະ ໃຫ້​ເປັນ​ສັກຂີພະຍານ​ພິເສດ​ເຖິງ​ພຣະ​ນາມ​ຂອງ​ພຣະຄຣິດ, ໃນ​ການ​ສັ່ງສອນ​ພຣະ​ກິດ​ຕິ​ຄຸນ ໃນ​ຕະຫລອດ​ທົ່ວ​ໂລກ, ໃນ​ການ​ເສີມ​ສ້າງສາດສະໜາ​ຈັກ, ແລະ ການ​ຄວບ​ຄຸມ​ວຽກ​ງານ​ໃນ​ນັ້ນ. (​ເບິ່ງ D&C 107:25, 34).

ເດັກ​ຊາວ​ໄຮ່​ຊາວນາ

ຂ້າພະເຈົ້າ​ໄດ້​ເຕີບ​ໂຕ​ຂຶ້ນ​ຢູ່​ເຂດ​ຊົນນະບົດ ໃກ້​ເມືອງ ເບີ​ລີ ລັດ​ໄອດາ​ໂຮ—“ເປັນ​ເດັກ​ຊາວ​ໄຮ່​ຊາວນາ​ຈາກ​ໄອ​ດາ​ໂຮ” ແທ້ໆ! ໃນ​ຖານະ​ເດັກ​ບ້ານນອກ ຂ້າພະເຈົ້າ​ໄດ້​ຮຽນ​ຮູ້:

  1. ທີ່​ຈະ​ເຮັດ​ວຽກ—ຖ້າ​ເຮົາ​ບໍ່​ໄດ້​ປູກ, ເຮົາ​ຈະ​ບໍ່​ໄດ້​ເກັບ​ກ່ຽວ.

  2. ເຮັດ​ວຽກ​ຢ່າງ​ສະຫລາດ—ຖ້າ​ເຮົາ​ປ່ອຍ​ນ້ຳ​ເຂົ້າ​ທົ່ງ ແລະ ໃສ່​ປຸຍ, ເຮົາ​ຈະ​ໄດ້​ເກັບ​ກ່ຽວ​ຫລາຍ​ຂຶ້ນ.

  3. ຄວາມ​ສຳຄັນ​ຂອງ​ເວລາ—ຖ້າ​ເຮົາ​ບໍ່​ປູກ​ໃນ​ເວລາ​ທີ່​ຕ້ອງ​ປູກ, ນ້ຳໝອກ​ແຂງ​ທີ່​ມາ​ໄວ​ຈະ​ທຳລາຍ​ຜົນ​ເກັບ​ກ່ຽວ​ນັ້ນ.

  4. ທີ່​ຈະ​ເຮັດ​ສິ່ງ​ທີ່​ຈຳເປັນ ຫລື ທີ່​ຕ້ອງ​ເຮັດ ບໍ່​ວ່າ​ມັນ​ຈະ​ມ່ວນ, ເປັນ​ທີ່​ມັກ, ຫລື ສະດວກກໍ​ຕາມ—ເຮົາ​ຕ້ອງ​ບີບ​ນ້ຳ​ນົມງົວ ຕາມ​ເວລາ, ບໍ່​ແມ່ນ​ເມື່ອ​ເຮົາ​ຢາກ​ເຮັດ.

  5. ຈະ​ເວົ້າ​ຢ່າງ​ກົງ​ໄປ​ກົງ​ມາ—ກັບ​ສັດລ້ຽງ ແລະ ເຄື່ອງ​ຈັກ, ເພາະເຮົາ​ບໍ່​ມີ​ເວລາ​ທີ່​ຈະ “ເວົ້າ​ອ້ອມ​ຄ້ອມ” ຫລື ຈະ ກັງວົນ​ເລື່ອງການ​ເວົ້າ​ບໍ່​ໃຫ້​ຜິດ​ໃຈ​ຄົນ​ໃດ. ຕາມ​ຫລັກ​ທຳ​ນີ້, ຂະນະ​ທີ່ຂ້າພະເຈົ້າ​ໄດ້​ຮັບ​ໃຊ້​ຕະຫລອດ​ທົ່ວ​ສາດສະໜາ​ຈັກ, ຂ້າພະເຈົ້າ​ໄດ້​ຖາມ​ເລື້ອຍໆ​ວ່າ, “ທ່ານ​ຢາກ​ໃຫ້​ຂ້າ​ພະ​ເຈົ້າ​ເວົ້າ​ກົງ​ໄປ​ກົງ​ມາ ຫລື ວ່າ​ໃຫ້​ເວົ້າ​ຫວານໆ​ອ້ອມ​ຄ້ອມ?” ໂດຍ​ທົ່ວ​ໄປ​ແລ້ວ ໄພ່​ພົນ​ທັງຫລາຍໄດ້​ເລືອກ​ໃຫ້ຂ້າພະເຈົ້າ​ເວົ້າ​ຢ່າງ “ກົງ​ໄປ​ກົງ​ມາ”! ຂ້າພະເຈົ້າ​ກໍ​ຈະ​ເວົ້າຢ່າງ​ກົງ​ໄປ​ກົງ​ມາ​ໃນ​ມື້ນີ້​ຄື​ກັນ.

  6. ໃນ​ທີ່​ສຸດ, ຕາມ​ທີ່​ເປັນ​ເດັກ​ຊາວ​ໄຮ່​ຊາວນາ​ຈາກ​ລັດ​ໄອ​ດາ​ໂຮ, ຂ້າພະເຈົ້າ​ໄດ້​ຮຽນ​ຮູ້ ທີ່​ຈະ​ເອົາໃຈໃສ່​ຫລັກ​ທຳ​ຂັ້ນ​ພື້ນຖານ.

ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ເປັນ​ຫລັກ​ທຳ​ຂັ້ນ​ພຶ້ນ​ຖານ​ສຳລັບ​ເຮົາ​ທຸກ​ຄົນ, ແລະ ຫລັກ​ຄຳ​ສອນ​ຂອງ​ເຮົາ, ກວ່າ​ຄວາມ​ຈິງ​ຂອງ​ຂໍ້​ທຳ​ອິດຂອງ​ຫລັກ​ແຫ່ງ​ຄວາມ​ເຊື່ອ​ທີ່​ວ່າ: “ພວກ​ເຮົາ​ເຊື່ອ​ໃນ​ພຣະ​ຜູ້​ເປັນເຈົ້າ ພຣະ​ບິດາ​ຜູ້​ສະຖິດ​ນິລັນດອນ ແລະ ໃນ​ພຣະ​ບຸດ​ຂອງພຣະ​ອົງ ພຣະເຢ​ຊູ​ຄຣິດ ແລະ ໃນ​ພຣະ​ວິນ​ຍານ​ບໍລິສຸດ” (​ຫລັກ​ແຫ່ງ​ຄວາມ​ເຊື່ອ 1:1).

ນອກ​ເໜືອ​ໄປ​ຈາກ​ນີ້, ພຣະ​ອົງ​ເປັນ​ພຣະ​ບິດາ​ເທິງ​ສະຫວັນ ຂອງ​ເຮົາ, ຜູ້​ທີ່​ຮູ້ຈັກ​ເຮົາ, ຮັກ​ເຮົາ, ແລະ ປະສົງ​ໃຫ້​ເຮົາ​ກັບຄືນ​ໄປ​ຫາ​ພຣະ​ອົງ. ພຣະເຢ​ຊູ​ຄຣິດເປັນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່ ຂອງ​ເຮົາ, ຜູ້​ທີ່ຜ່ານ​ການ​ຊົດ​ໃຊ້​ໄດ້​ເຮັດ​ໃຫ້ແນ່ນອນ​ວ່າ ​ເຮົາ ຈະ​ເອົາ​ຊະນະ​ຄວາມ​ຕາຍ​ໄດ້ ແລະ ມີ​ຊີວິດອີກ ແລະ ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່ ​ເຮົາ ຈະ​ຖືກ​ເຮັດ​ໃຫ້​ສູງ​ສົ່ງ ແລະ ມີ​ຊີວິດ​ນິລັນດອນ. ພຣະ​ວິນ​ຍານ​ບໍລິສຸດ​ເປັນ​ຜູ້​ປອບ​ໂຍນ, ຜູ້​ເປີດເຜີຍ, ຄູ​ສອນ, ເປັນ​ພະຍານ, ແລະ ຜູ້ນຳ​ທາງ ຂອງ​ເຮົາ.

ຂໍ​ໃຫ້​ຄິດ​ເບິ່ງ, ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ—ເຮົາ​ບໍ່​ໄດ້​ເປັນ​ເດັກກຳພ້າ​ທາງ​ວິນ​ຍານ​ເລີຍ! ເຮົາ​ບໍ່​ໄດ້​ຢູ່​ຢ່າງ​ໂດດດ່ຽວ.

ແມ່ນ​ຫຍັງ​ຄື​ຜົນ​ປະໂຫຍດ​ຂອງ​ການ​ມີ​ພໍ່​ແມ່—ການ​ທີ່​ບໍ່​ໄດ້​ເປັນເດັກ​ກຳພ້າ? ເຮົາ​ສາມາດ​ຮຽນ​ຮູ້​ຈາກ​ພວກ​ເພິ່ນ, ໄດ້​ຮັບ​ຜົນປະໂຫຍດ​ຈາກ​ປະສົບ​ການ​ຂອງ​ພວກ​ເພິ່ນ, ຫລີກ​ລ້້ຽງ​ອັນ​ຕະລາຍ​ທີ່​ຊ້ອນ​ຢູ່ ທີ່​ພວກ​ເພິ່ນ​ເຕືອນ​ເຮົາ, ແລະ ເຂົ້າໃຈ​ໄດ້ຫລາຍ​ຂຶ້ນ ເພາະ​ສິ່ງ​ທີ່​ພວກ​ເພິ່ນ​ຮູ້. ເຮົາ​ບໍ່​ຕ້ອງ​ຫລົງ​ທາງ, ສັບສົນ, ຖືກ​ຫລອກ​ລວງ, ຫລື ມີ​ປະສິດທິພາບ​ນ້ອຍ. ສິ່ງ​ນີ້ແຮ່ງ​ຈິງ​ເປັນ​ພິເສດ ໃນ​ກໍລະນີ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ຂອງເຮົາ, ຜູ້​ທີ່​ໄດ້​ສອນ ແລະ ໄດ້​ສະແດງ​ໃຫ້​ເຮົາ​ເຫັນບໍ່​ແມ່ນ​ພຽງແຕ່​ວິທີ​ທາງ​ໜຶ່ງ ແຕ່​ ​ເປັນ ວິທີ​ທາງ​ດຽວ​ນັ້ນ.

ພຣະ​ເຈົ້າ​ມີ​ວິທີ​ທາງ​ນັ້ນ

ຕາມ​ຈິງ​ແລ້ວ ພຣະ​ເຈົ້າ​ມີ​ວິທີ​ທາງ​ທີ່​ຈະ​ດຳລົງ​ຊີວິດ,1 ທີ່​ຈະຮັກ,2 ທີ່​ຈະ​ຊ່ອຍ​ເຫລືອ,3 ທີ່​ຈະ​ອະທິຖານ,4 ທີ່​ຈະ​ກ່າວ,5 ທີ່​ຈະ​ປະຕິບັດຕໍ່​ກັນ​ແລະ​ກັນ,6 ທີ່​ຈະ​ນຳພາ,7 ທີ່​ຈະ​ແຕ່ງງານ,8 ທີ່​ຈະ​ລ້ຽງ​ດູ​ລູກໆ,9 ທີ່​ຈະ​ຮຽນ​ຮູ້,10 ທີ່​ຈະ​ຮູ້​ຄວາມ​ຈິງ,11 ທີ່​ຈະແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ,12 ທີ່​ຈະ​ເລືອກ​ສິ່ງ​ທີ່​ເຮົາກິນ​ຢ່າງ​ສະຫລາດ,13 ແລະ ອື່ນໆ.

ພ້ອມ​ທັງ​ພຣະ​ຄຳ​ພີ, ຍັງ​ມີ​ແຫລ່ງ​ທີ່​ດີສຳລັບ​ການ​ຄົ້ນ​ພົບ​ວິທີທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ປຶ້ມ True to the Faith (ຈິງ​ໃຈ​ຕໍ່​ຄວາມ​ເຊື່ອ​ຖື), ສຳລັບ​ຄວາມ​ເຂັ້ມແຂງ​ຂອງ​ຊາວ​ໜຸ່ມ, ແລະ ຄຳ​ສອນ​ອື່ນໆ​ຂອງ​ສາດສະດາ ແລະ ອັກ​ຄະ​ສາວົກ​ທີ່​ມີ​ຊີວິດ​ຢູ່.

  1. ຍົກ​ຕົວຢ່າງ, ພຣະຜູ້​ເປັນ​ເຈົ້າ​ໄດ້​ສອນ​ເຮົາ​ໃນ​ພຣະ​ຄຳ​ພີ​ວ່າ: “ຄວາມ​ຄິດເຮົາ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ຈາ ບໍ່​ຄື​ຄວາມ​ຄິດ​ຂອງ​ພວກ​ເຈົ້າ ແລະ ວິທີ​ທາງ​ຂອງ​ເຮົາ​ນັ້ນ​ກໍ​ແຕກ​ຕ່າງ ບໍ່​ຄື​ວິທີ​ທາງ​ຂອງພວກ​ເຈົ້າ. ສະຫວັນ​ຊັ້ນ​ຟ້າ​ສູງ​ກວ່າແຜ່ນດິນ​ໂລກ​ສັນໃດ ວິທີ​ທາງ​ທັງ​ຄວາມ​ຄິດ​ຂອງ​ເຮົາກໍ​ສູງ​ກວ່າ​ສັນນັ້ນ” (​ເອຊາ​ຢາ 55:8–9).

  2. ຄວາມ​ຊົ່ວ​ຮ້າຍ​ໃນ​ວັນ​ເວລາ​ສຸດ​ທ້າຍ​ນີ້​ຄື​ວ່າ ມະນຸດ​ທຸກ​ຄົນ​ໄດ້ເດີນ​ໄປ​ໃນ​ເສັ້ນທາງ​ຂອງ​ຕົນ​ເອງ (​ເບິ່ງ D&C 1:16). ​ໃນ​ພຣະທຳສຸພາສິດ​ ​ເຮົາ​ຖືກ​ເຕືອນ​ວ່າ “ຢ່າ​ຄິດ​ເລີຍ​ວ່າ ຕົນ​ເປັນ​ຄົນ​ມີ​ປັນຍາ” ແລະ “ຢ່າ​ເຊື່ອ​ໝັ້ນ​ຈັກເທື່ອ​ໃນ​ສິ່ງ​ທີ່​ເຈົ້າ​ຄິດ​ວ່າ​ເຈົ້າ​ຮູ້ຈັກ” (​ເບິ່ງ ສຸພາສິດ 3:5–7).

  3. ເຮົາ​ໄດ້​ຮັບ​ການ​ສອນ​ວ່າ ຖ້າ​ຫາກ​ເຮົາ​ເຮັດ​ສິ່ງ​ຕ່າງໆ​ຕາມ​ວິທີທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຖືກ​ຜູກ​ມັດ​ຈະ​ໃຫ້​ພອນເຮົາ​ແນ່ນອນ ແລະ ເຮົາ​ມີ​ສິດ​ຮຽກຮ້ອງ​ຄຳ​ສັນຍາ​ຂອງ​ພຣະ​ອົງ; ແລະ ຖ້າ​ເຮົາ​ບໍ່​ເຮັດ​ຕາມ​ວິທີ​ທາງ​ຂອງ​ພຣະ​ອົງ, ເຮົາ​ກໍ​ບໍ່​ມີ​ຄຳ​ສັນຍາ​ນັ້ນ (​ເບິ່ງ D&C 82:10).

  4. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປຽບທຽບ​ວິທີ​ທາງ​ຂອງ​ພຣະ​ອົງ ກັບ​ວິທີ​ທາງຂອງ​ເຮົາ​ໃນ​ການ​ອົບຮົມ​ສາດສະດາ​ຊາມູ​ເອນ, ຜູ້​ທີ່​ຖືກ​ສົ່ງ​ໄປຊອກ​ຫາ​ກະສັດ​ຄົນ​ໃໝ່​ວ່າ: “ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ຕໍ່​ເພິ່ນ​ວ່າ, ຢ່າ​ໄດ້​ສົນໃຈ​ນຳ​ຄວາມ​ສູງ ແລະ ຄວາມ​ງາມ​ຂອງ​ລາວ​ເລີຍ, ເຮົາ​ບໍ່​ຮັບ​ເອົາ​ລາວ​ເພາະ​ການ​ຕັດສິນ​ຂອງ​ເຮົາ​ບໍ່​ຄື​ການ​ຕັດສິນ ຂອງ​ມະນຸດ; ມະນຸດ​ເບິ່ງ​ພາຍ​ນອກ ແຕ່​ເຮົາ​ເບິ່ງ​ພາຍ​ໃນ​ຈິດໃຈ” (1 ຊາ​ມູ​ເອນ 16:7).

  5. ແມ່ນ​ແຕ່​ທາງ​ດ້ານ​ຄວາມ​ປາດ​ຖະ​ໜາ​ທີ່​ເປັນ​ທີ່​ເຫັນ​ຊອບ​ກັບ​ທຸກຄົນ​ທີ່​ຈະ​ຊ່ອຍ​ເຫລືອ​ຄົນ​ຍາກຈົນ ແລະ ຄົນ​ຂັດ​ສົນ, ພຣະ​ຜູ້​ເປັນ​ເຈົ້າ​ກໍ​ເຫັນ​ດີ​ກັບ​ເປົ້າ​ໝາຍ​ຂອງ​ເຮົາ ແຕ່​ຍັງ​ເຕືອນ​ວ່າ ແຕ່​ມັນ​ຕ້ອງ​ເປັນ​ໄປ​ໃນ​ວິທີ​ທາງ​ຂອງ​ພຣະ​ອົງ​ເອງ (​ເບິ່ງ D&C 104:16). ຖ້າ​ບໍ່​ດັ່ງນັ້ນ ໃນ​ຄວາມ​ພະຍາຍາມ​ຂອງ​ເຮົາ ທີ່​ຈະ​ຊ່ອຍ​ເຫລືອ, ເຮົາ​ອາດ​ທຳຮ້າຍ​ເຂົາເຈົ້າ​ກໍ​ໄດ້. ພຣະ​ຜູ້​ເປັນ​ເຈົ້າໄດ້​ສອນ​ເຮົາ ເຖິງ​ຄວາມ​ຈຳເປັນ​ທີ່ຕ້ອງ​ສົ່ງເສີມ​ໃຫ້​ເຮົາ​ເພິ່ງ​ຕົນ​ເອງ. ແມ່ນ​ແຕ່ຖ້າ​ເຮົາ​ສາມາດຊ່ອຍ, ເຮົາ​ບໍ່​ຄວນ​ຈະ​ໃຫ້ ຫລື ຈັດ​ຫາ​ສິ່ງ​ທີ່​ເຂົາເຈົ້າ​ສາມາດ ແລະ ຄວນ​ເຮັດ​ເພື່ອ​ຕົວ​ເຂົາເຈົ້າ​ເອງ. ໃນ​ທຸກ​ບ່ອນ​ທີ່​ມັນຖືກ​ທົດ​ລອງ, ທັງ​ໂລກ​ຮຽນ​ຮູ້​ເຖິງ​ຄວາມ​ຊົ່ວ​ຮ້າຍທີ່​ມາ​ຈາກການ​ໃຫ້​ໂດຍ​ບໍ່​ຮຽກຮ້ອງ ໃຫ້​ຄົນ​ຄົນ​ນັ້ນ​ເຮັດ​ບາງ​ສິ່ງເປັນ​ການ​ຕອບ​ແທນ. ຈິງໆ​ແລ້ວ ພຣະ​ເຈົ້າ​ຮູ້​ດີ​ທີ່​ສຸດ.

ໃຫ້​ເຮົາ​ມາ​ພິຈາລະນາ​ເຖິງ​ຕົວຢ່າງ​ອື່ນໆ. ພຣະ​ຜູ້​ເປັນ​ເຈົ້າ​ມີ​ວິທີທາງທີ່​ຈະ​ປະຕິບັດ​ວຽກ​ງານ​ການ​ເຜີຍແຜ່. ມັນ​ຖືກ​ອະທິບາຍໄວ້​ໃນ​ພຣະ​ຄຳ​ພີ ແລະ ໃນ​ປຶ້ມ ຈົ່ງ​ສອນ​ພຣະກິດ​ຕິ​ຄຸນ​ຂອງ​ເຮົາ ແລະ ຖືກ​ນຳ​ໃຊ້ຕາມ​ທີ່​ຖືກ​ຊີ້​ນຳ​ໂດຍພຣະ​ວິນ​ຍານ.

ພຣະ​ຜູ້​ເປັນ​ເຈົ້າ​ມີ​ວິທີ​ທາງ​ຂອງ​ພຣະ​ອົງ, ຫລື ​ເປັນ ວິທີ, ທີ່​ຈະ​ຮັກຢ່າງ​ຖືກຕ້ອງ. ຄົນ​ທາງ​ໂລກ​ນັ້ນ​ກ່າວ​ວ່າ ສິ່ງ​ທີ່​ສຳຄັນ​ແມ່ນ​ທີ່ສອງ​ຄົນ​ຮັກ​ກັນ. ພຣະ​ບິດາ​ໃນ​ສະຫວັນ​ຂອງ​ເຮົາ​ສອນ​ວ່າ ນັ້ນ​ກໍສຳຄັນ​ແທ້, ແຕ່​ພຣະ​ອົງ​ຍັງ​ສອນ​ເຮົາ​ຫລາຍ​ກວ່າວ່າ: ຍັງ​ມີ​ວິທີ​ທາງ ແລະ ເວລາ​ທີ່​ຖືກຕ້ອງ ທີ່​ຈະ​ສະແດງ​ຄວາມ​ຮັກ​ນັ້ນ.

ການ​ປົກຄອງ​ຕົວ​ເຮົາ​ເອງ

ໂຈ​ເຊັບ ສະ​ມິດ ຖືກ​ສອນ​ຕັ້ງແຕ່​ເພິ່ນ​ຍັງ​ນ້ອຍ ເຖິງ​ວິທີ​ທາງຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເມື່ອ​ຄົນ​ໜຶ່ງ​ໄດ້​ຖາມ​ເພິ່ນ​ວ່າ ເພິ່ນ​ນຳພາ​ສາດສະໜາ​ຈັກ​ແນວໃດ, ເພິ່ນ​ໄດ້​ອະທິບາຍ​ວ່າ ເພິ່ນ​ໄດ້ສອນ​ຫລັກ​ທຳ​ທີ່​ຖືກຕ້ອງ ແລະ ແລ້ວ​ສະມາຊິກ​ກໍ​ໄດ້​ປົກຄອງຕົວ​ເຂົາເຈົ້າ​ເອງ.14 ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ອັກຄະ​ສາວົກ ​ແລະ ສາດສະດາ​ຂອງ​ເຮົາ​ຍັງ​ສອນ​ຫລັກ​ທຳ​ທີ່​ຖືກຕ້ອງ​ຢູ່. ຄຳ​ຖາມ​ມີ​ຢູ່​ວ່າ “​ເຮົາ​ໃຊ້​ຫລັກ​ທຳ​ເຫລົ່າ​ນີ້​ເພື່ອ​ປົກຄອງ​ຕົວ​ເອງ​ຫລື​ບໍ່?”

ສິ່ງ​ໜຶ່ງ​ທີ່​ເຮົາ​ຖືກ​ສອນ​ເລື້ອຍໆ​ກໍ​ຄື ໃຫ້​ເຕີບ​ໂຕບໍ່​ວ່າ ເຮົາ​ຈະ​ອາໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ. ແຕ່​ບາງເທື່ອ​ເຮົາ​ກໍ​ຖືກ​ລໍ້​ລວງໃຫ້ຍົກຍ້າຍ​ໄປ​ເຂດ​ອື່ນ, ໂດຍ​ຄິດ​ວ່າ​ລູກໆ​ຂອງ​ເຮົາ​ຈະ​ມີໝູ່​ເພື່ອນ​ຫລາຍ ແລະ ສະນັ້ນ ຈະ​ມີ​ໂຄງການ​ຂອງຊາວ​ໜຸ່ມ​ທີ່​ດີ​ກວ່າ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ເຮົາ​ຄິດ​ແທ້ໆ​ບໍ​ວ່າ ຄວາມ​ລອດ​ຂອງ​ລູກໆ​ຂອງ​ເຮົາ​ນັ້ນ ຂຶ້ນ​ຢູ່​ກັບ​ໝູ່​ບ້ານ ທີ່ເຮົາ​ອາໄສ​ຢູ່? ອັກ​ຄະ​ສາວົກ ແລະ ສາດສະດາ​ໄດ້​ສອນເລື້ອຍໆ​ວ່າ ສິ່ງ​ທີ່​ເກີດ​ຂື້ນ​ພາຍ​ໃນ​ບ້ານ​ນັ້ນ​ແມ່ນ​ສຳຄັນ​ຫລາຍກວ່າ​ສິ່ງ​ທີ່​ລູກ​ຂອງ​ທ່ານປະ​ເຊີນ​ຢູ່​ນອກ​ບ້ານ. ວິທີ ທີ່​ເຮົາ​ລ້ຽງ​ດູລູກໆ​ຂອງ​ເຮົາ​ນັ້ນ ສຳຄັນ​ກວ່າ ບ່ອນ ທີ່​ເຮົາ​ລ້ຽງ​ດູ​ພວກ​ເຂົາ.

ແນ່ນອນ​ວ່າ ຍັງ​ມີ​ບາງ​ຢ່າງ​ທີ່​ກ່ຽວຂ້ອງ​ໃນ​ການ​ຕັດສິນ​ໃຈເຖິງ​ບ່ອນ​ທີ່​ເຮົາ​ຈະ​ອາໄສ​ຢູ່, ແລະ ເປັນ​ຈັ່ງ​ບຸນ​ທີ່, ພຣະ​ຜູ້​ເປັນເຈົ້າ​ຈະ​ຊີ້​ນຳ​ເຮົາ ຖ້າ​ຫາກ​ເຮົາ​ສະແຫວງຫາ​ການ​ຢືນຢັນ​ຂອງພຣະ​ອົງ.

ອີກ​ຄຳ​ຖາມ​ໜຶ່ງ​ແມ່ນ “ບ່ອນ​ໃດຕ້ອງການ​​ເຮົາ?” ຂ້າພະເຈົ້າ​ໄດ້ຮັບ​ໃຊ້​ໃນ​ຝ່າຍ​ປະທານ​ສະ​ເຕກຂອງສະ​ເຕກ ຮິວ​ສະ​ຕັນ ລັດ​​ເທັກຊັດ ເໜືອ ເປັນເວລາ 16 ປີ. ຫລາຍ​ຄົນ​ໄດ້​ຍ້າຍ​ເຂົ້າ​ມາ​ຢູ່​ເຂດ​ຂອງ​ພວກ​ເຮົາ ໃນ​ລະຫວ່າງ​ປີ​ເຫລົ່ານັ້ນ. ພວກ​ເຮົາ​ໄດ້​ຮັບ​ໂທລະສັບ​ເລື້ອຍໆ ທີ່​ບອກ​ໃຫ້​ຮູ້​ເຖິງ​ຄົນ​ທີ່​ຍ້າຍ​ເຂົ້າ​ມາ ແລະ ຖາມ​ວ່າ ຫວອດ​ໃດ​ໄດ້​ມີ​ໂຄງການ​ທີ່​ດີ​ທີ່​ສຸດ​ສຳລັບ​ຊາວ​ໜຸ່ມ ຫລື​ວ່າຫວອດ​ໃດ​ດີ​ທີ່​ສຸດ. ມີ​ພຽງ​ເທື່ອ​ດຽວໃນ​ເວລາ 16 ປີ​ນັ້ນ ທີ່​ຂ້າພະເຈົ້າ​ໄດ້​ຮັບ​ໂທລະສັບ ທີ່​ຄົນ​ຄົນ​ໜຶ່ງ​ໄດ້​ຖາມຂ້າພະເຈົ້າ​ວ່າ, “ມີ​ຫວອດ​ໃດ​ແດ່​ທີ່​ຕ້ອງການ​ຄອບຄົວທີ່​ດີ​ຄອບຄົວ​ໜຶ່ງ? ພວກ​ເຮົາ​ສາມາດ​ຊ່ອຍ​ເຫລືອ​ຢູ່​ໃສ​ແດ່?”

ໃນ​ຕອນ​ເລີ່​ມ​ຕົ້ນ​ຂອງ​ສາດສະໜາ​ຈັກ, ປະທານບຣິ​ກຳ ຢັງ ແລະ ຄົນ​ອື່ນໆ ໄດ້​ເອີ້ນ​ໃຫ້​ສະມາຊິກ​ອອກ​ໄປ​ໃນ​ສະຖານທີ່​ໃດໜຶ່ງ​ໂດຍ​ສະເພາະ ເພື່ອ​ສ້າງຕັ້ງ​ສາດສະໜາ​ຈັກ​ຢູ່​ທີ່​ນັ້ນ. ສິ່ງ​ທີ່ແປກ​ປະຫລາດ​ກໍ​ຄື ແມ່ນ​ແຕ່​ໃນ​ເວລາ​ນີ້ ເຮົາ​ກໍ​ມີ​ສະມາຊິກ​ຜູ້​ຊື່ສັດ​ຂອງ​ສາດສະໜາ​ຈັກໃນ​ທຸກ​ຫົນ​ທຸກ​ແຫ່ງ ຜູ້​ທີ່​ຈະ​ອອກ​ໄປບ່ອນ​ໃດ​ກໍ​ຕາມ​ທີ່​ສາດສະດາ​ໄດ້​ຂໍ​ຮ້ອງ​ໃຫ້​ເຂົາເຈົ້າ​ໄປ. ເຮົາຄາດ​ຫວັງ​ໃຫ້​ປະທານ​ມອນ​ສັນ ບອກ​ແຕ່​ລະ​ບຸກຄົນ ທີ່ຫລາຍກວ່າ 14 ລ້ານ​ຄົນ ໃນ​ບັນດາ​ພວກ​ເຮົາ​ແທ້ໆ​ບໍ ເຖິງ​ບ່ອນ​ທີ່ຄອບຄົວ​ຂອງ​ເຮົາ​ຖືກຕ້ອງ​ການ? ວິທີ​ທາງ​ຂອງ​ພຣະ​ຜູ້​ເປັນເຈົ້າ​ນັ້ນ​ແມ່ນ​ວ່າ ເຮົາ​ເຊື່ອ​ຟັງ​ຕໍ່​ຄຳ​ສອນ​ຂອງ​ຜູ້ນຳ​ຂອງ​ເຮົາ, ເຂົ້າໃຈ​ຫລັກ​ທຳ​ທີ່​ຖືກຕ້ອງ, ແລະ ແລ້ວ​ປົກຄອງ​ຕົວ​ເຮົາ​ເອງ.

ສຳຄັນ​ທີ່​ສຸດ

ດ້ວຍ​ທຸກ​ສິ່ງ ທີ່​ກຳລັງ​ເກີດ​ຂຶ້ນ​ຢູ່​ໃນ​ສາດສະໜາ​ຈັກໃນ​ວັນ​ເວລານີ້, ແລະ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກຳລັງ​​ເລັ່ງ​ງານ​ຂອງ​ພຣະ​ອົງ​ຢູ່ໃນ​ທຸກໆ​ວິທີ​ທາງ ແລະ ສະພາບ​ການ, ມັນ​ແຮ່ງ​ສຳຄັນ​ທີ່​ສຸດ ທີ່​ເຮົາ​ຈະ​ເຮັດ​ທຸກ​ສິ່ງທີ່​ເຮົາ​ເຮັດ​ໃນ​ວິທີ​ທາງ​ຂອງ​ພຣະ​ອົງ!

ໂດຍ​ສະເພາະ ໃນ​ວຽກ​ງານ​ຂອງ​ຄວາມ​ລອດ ເຮົາ​ຮຽນ​ຮູ້​ວ່າ “ດ້ວຍ​ຂອງ​ປະທານ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ ພຣະ​ເຈົ້າ​ຈຶ່ງໄດ້​ຕຽມ​ເສັ້ນທາງ​ອັນ​ປະເສີດ​ທີ່​ສຸດ​ໃຫ້” (ອີ​ເທີ 12:11). ຄຳສອນ​ຂອງ​ພຣະຄຣິດ “ຄື​ທາງ​ນັ້ນ ແລະ ບໍ່​ມີ​ທາງ ຫລື ພຣະນາມ​ອື່ນ​ໃດ​ຈະ​ປະທານ​ໃຫ້ພາຍ​ໃຕ້​ສະຫວັນ​ອີກ​ເລີຍ ຊຶ່ງ​ໂດຍທາງ​ນັ້ນ​ມະນຸດ​ຈະ​ລອດ​ໄດ້​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ” (2 ນີ​ໄຟ 31:21).

ສະຫລຸບ

ຂະນະ​ທີ່​ເຮົາ​ໄດ້​ເຫັນ​ຄົນ​ທັງຫລາຍ​ໃນ​ໂລກ ໃນ​ວັນ​ເວລາ​ນີ້​ທີ່ດຳລົງ​ຊີວິດ​ຢູ່​ໃນ​ຄວາມ​ສັບສົນ, ຫລື ຮ້າຍ​ກວ່າ​ນັ້ນ, ດຳລົງ​ຊີວິດຢູ່​ໃນ​ບາບ, ແລະ ທົນ​ທຸກ​ຢູ່​ໃນ​ຜົນ​ສະທ້ອນ​ທີ່​ບໍ່​ຈຳເປັນ​ຂອງການ​ເລືອກ​ທີ່​ບໍ່​ດີ, ມັນ​ເຮັດ​ໃຫ້​ຂ້າພະເຈົ້າ​ຢາກ​ປະກາດດັ່ງ​ທີ່ແອວ​ມາ​ໄດ້​ປະກາດ​ວ່າ:

“ໂອ້ ຖ້າ​ຫາກ​ຂ້າພະເຈົ້າ​ເປັນ​ທູດ, ແລະ ສາມາດ​ປາດ​ຖະ​ໜາໄດ້​ຕາມໃຈ​ຊອບ​ຂອງ​ຂ້າພະເຈົ້າ, ແລ້ວ​ຂ້າພະເຈົ້າ​ຈະ​ອອກ​ໄປເວົ້າ​ດ້ວຍ​ສຽງ​ແກ​ຂອງ​ພຣະ​ເຈົ້າ, ດ້ວຍ​ສຽງ​ທີ່​ສັ່ນ​ສະເທືອນ​ແຜ່ນດິນ​ໂລກ, ແລະ ຮ້ອງ​ປ່າວ​ການ​ກັບ​ໃຈ​ຕໍ່​ທຸກໆ​ຄົນ!

“ແທ້​ຈິງ​ແລ້ວ, ຂ້າພະເຈົ້າ​ຈະ​ປະກາດເຖິງ​ເລື່ອງ​ການ​ກັບ​ໃຈ ແລະ ແຜນ​ແຫ່ງ​ການ​ໄຖ່ແກ່​ທຸກ​ຈິດ​ວິນ​ຍານ ເພື່ອ​ພວກ​ເຂົາຈະ​ກັບ​ໃຈ ແລະ ມາ​ຫາ​ພຣະ​ເຈົ້າຂອງພວກ​ເຮົາ [ແລະ ວິທີ​ທາງ​ຂອງ​ພຣະ​ອົງ], ເພື່ອ​ພວກ​ເຂົາ​ຈະ​ບໍ່​ມີ​ຄວາມ​ເສົ້າສະຫລົດ​ໃຈ​ໃນ​ທົ່ວ​ຜືນ​ແຜ່ນດິນ​ໂລກ​ອີກ​ເລີຍ” (​ແອວ​ມາ 29:1–2).

ອີກ​ເທື່ອ​ໜຶ່ງ, ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ມີ​ວິທີທາງ​ຂອງ​ພຣະ​ອົງ​ເອງ! ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ ຮູ້ຈັກ​ເຮົາ, ຮັກ​ເຮົາ, ແລະ ປະສົງ​ຈະ​ຊ່ອຍ​ເຫລືອ. ພຣະ​ອົງຮູ້ຈັກ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຊ່ອຍ​ເຫລືອ. ເຮົາ​ບໍ່​ໄດ້​ເປັນ​ເດັກ​ກຳພ້າທາງ​ວິນ​ຍານ!

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະເຢ​ຊູ​ຄຣິດເປັນ “ຄວາມຈິງ ແລະ ເປັນ​ຊີວິດ” (ໂຢ​ຮັນ 14:6; ເບິ່ງ ແອວ​ມາ ນຳ​ອີກ). ວິທີ​ທາງ​ຂອງ​ພຣະ​ອົງ​ນັ້ນຂຶ້ນ​ຢູ່​ກັບ​ຄວາມຈິງ​ນິລັນດອນ ແລະ ຈະ​ນຳພາ​ເຮົາ​ໄປ​ສູ່​ສັນຕິ​ສຸກ​ໃນ​ໂລກ​ນີ້ ແລະ ຊີວິດ​ນິລັນດອນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ. (​ເບິ່ງ D&C 59:23). ຂ້າພະເຈົ້າ​ເປັນ​ພະຍານໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.