ອຳນາດ​ຂອງ​ຖານະ​ປະໂລຫິດ​ທີ່ຢູ່​ໃນ​ຕົວ​ຂອງ​ຊາຍ​ໜຸ່ມ

ໂດຍ ແອວ​ເດີ ແທດ ອາ ຄາ​ລິດ​ສະ​ເຕີ

ຝ່າຍ​ປະທານ​ຂອງ​ສະພາສາວົກ​ເຈັດ​ສິບ


ຖານະ​ປະ​ໂລຫິດ​ທີ່ຢູ່ໃນ​ຕົວ​ຂອງຊາຍ​ໜຸ່ມກໍມີ​ພະລັງ​ຫລາຍ​ຂະໜາດ ດັ່ງ​ທີ່​ຖານະ​ປະໂລຫິດ​ທີ່ຢູ່ໃນ​ຕົວຊາຍຜູ້​ໃຫຍ່ ເມື່ອ​ຖືກ​ນຳ​ໃຊ້​ໃນ​ຄວາມ​ຊອບ​ທຳ.

ໃນ​ປີ 1878 ຈອດ ແອັຟ ຣິ​ເຈີດ ພໍ່​ຕູ້​ທວດ​ຂອງ​ຂ້າພະເຈົ້າ ໄດ້​ມີ​ອາຍຸ 17 ປີ. ຕາມ​ບາງ​ກໍລະນີ ໃນ​ວັນ​ເວລາ​ນັ້ນ ເພິ່ນ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ແອວ​ເດີ​ແລ້ວ. ວັນ​ອາທິດ​ວັນ​ໜຶ່ງ ແມ່​ຂອງ​ເພິ່ນ​ຮ້ອງ​ຄາງ​ດ້ວຍ​ຄວາມເຈັບ​ປວດ​ທີ່ຮ້າຍ​ແຮງ. ເພາະວ່າ​ພໍ່​ຂອງ​ເພິ່ນ​ບໍ່​ໄດ້​ຢູ່​ທີ່​ນັ້ນ, ອະທິການ ແລະ ອີກ​ສາມ​ສີ່​ຄົນ ຖືກ​ເຊື້ອ​ເຊີນ​ມາ​ໃຫ້​ພອນ​ເພິ່ນ, ແຕ່​ເພິ່ນ​ບໍ່​ໄດ້​ຮັບຄວາມ​ບັນເທົາ​ເລີຍ. ສະນັ້ນ, ເພິ່ນ​ໄດ້​ຂໍ​ໃຫ້​ລູກ​ຊາຍຂອງ​ເພິ່ນ ໃຫ້​ພອນ​ເພິ່ນ. ພໍ່​ຕູ້​ທວດໄດ້​ບັນທຶກ​ລົງ​ໃນ​ປຶ້ມ​ບັນທຶກ​ສ່ວນ​ຕົວວ່າ, “ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ຮ້ອງໄຫ້ ເພາະ ຄວາມເຈັບ​ປວດຂອງ​ແມ່ ແລະ ໜ້າທີ່​ມອບ​ໝາຍ​ທີ່​ຈະ​ໃຫ້​ພອນ​ແມ່ ທີ່​ຂ້າພະເຈົ້າບໍ່​ເຄີຍ​ໄດ້​ປະຕິບັດ​ມາ​ກ່ອນ, ຂ້າພະເຈົ້າ​ໄດ້​ເຂົ້າ​ໄປ​ອີກ​ຫ້ອງ​ໜຶ່ງ ບ່ອນ​ທີ່​ຂ້າພະເຈົ້າ​ໄດ້​ຮ້ອງໄຫ້ ແລະ ອະທິຖານ.”

ເມື່ອ​ເພິ່ນສະຫງົບ​ອາລົມ​ໄດ້ ເພິ່ນ​ໄດ້​ວາງ​ມື​ເທິງ​ຫົວ​ຂອງ​ແມ່ ແລະ ໄດ້ມອບ​ພອນ​ທີ່​ລຽບ​ງ່າຍ​ໃຫ້​ແມ່. ຕໍ່​ມາ ເພິ່ນ​ໄດ້​ສັງເກດ​ເຫັນ​ວ່າ, “ແມ່​ຂອງ​ຂ້າພະເຈົ້າ​ໄດ້​ເຊົາ​ຄາງ ແລະ ໄດ້​ຮັບ​ຄວາມ​ບັນເທົາ ຈາກ​ຄວາມ​ທຸກທໍລະມານ ຂະນະ​ທີ່​ມື​ຂອງ​ຂ້າພະເຈົ້າ​ຍັງ​ຢູ່​ເທິງຫົວຂອງເພິ່ນ.” ແລ້ວເພິ່ນ​ໄດ້​ບັນທຶກ​ການ​ສັງເກດ​ເຫັນ​ເຖິງ​ຄວາມເຂົ້າໃຈ​ທີ່​ສຳຄັນ​ສຸດ​ນີ້ ໄວ້​ໃນ​ປຶ້ມ​ບັນທຶກ​ສ່ວນ​ຕົວ​ຂອງ​ເພິ່ນ. ເພິ່ນ​ໄດ້​ກ່າວ ແລະ ໄດ້​ຮູ້ສຶກ​ສະເໝີ​ວ່າ ຕົ້ນ​ເຫດ​ທີ່​ແມ່​ຂອງ​ເພິ່ນບໍ່​ໄດ້​ຮັບ​ຄວາມ​ບັນເທົາ​ຈາກ​ພອນ​ຂອງ​ອະທິການ ບໍ່​ໄດ້​ເປັນເພາະພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ໃຫ້​ກຽດ​ຕໍ່​ພອນ​ຂອງ​ອະທິການ ແຕ່ເປັນ​ເພາະພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັກສາ​ພອນ​ອັນ​ນີ້ໄວ້​ໃຫ້​ຊາຍໜຸ່ມ​ຄົນ​ໜຶ່ງ, ເພື່ອ​ຈະ​ສອນ​ບົດຮຽນ​ໃຫ້​ລາວ ວ່າຖານະ​ປະ​ໂລຫິດ​ທີ່ຢູ່ໃນ​ຕົວ​ຂອງຊາຍ​ໜຸ່ມກໍມີ​ພະລັງ​ຫລາຍ​ຂະໜາດ ດັ່ງ​ທີ່​ຖານະ​ປະໂລຫິດ​ທີ່ຢູ່ໃນ​ຕົວຊາຍຜູ້​ໃຫຍ່ ເມື່ອ​ຖືກ​ນຳ​ໃຊ້​ໃນ​ຄວາມ​ຊອບ​ທຳ.

ຄ່ຳ​ຄືນ​ນີ້, ຂ້າພະເຈົ້າ​ຢາກ​ກ່າວ​ເຖິງ​ອຳນາດ​ນັ້ນ. ເຖິງ​ແມ່ນ​ວ່າ ຂ້າພະເຈົ້າ​ຈະ​ອ້າງ​ເຖິງ​ປະທານ​ຂອງ​ກຸ່ມ​ມັກຄະ​ນາຍົກ, ຫລັກ​ທຳ​ທີ່​ຖືກ​ສົນທະນາ​ກໍ​ກ່ຽວຂ້ອງ​ກັບ​ຊາວ​ໜຸ່ມ​ຂອງຖານະ​ປະໂລຫິດແຫ່ງອາ​ໂຣນ ແລະ ຜູ້ນຳ​ຂອງ​ເຂົາເຈົ້າ, ຮ່ວມ​ທັງ​ປະທານ​ຂອງ​ກຸ່ມ​ຄູ​ສອນ ແລະ ຜູ້​ລອງ​ປະທານ​ຂອງ​ກຸ່ມ​ປະໂລຫິດ​ດ້ວຍ.

ຕອນ​ໄດ້​ຮັບ​ໃຊ້​ເປັນ​ປະທານ​ເຜີຍແຜ່, ຂ້າພະເຈົ້າ​ໄດ້​ສັງເກດເຫັນ​ວ່າ ຄວາມ​ສາມາດ​ຂອງ​ບັນດາ​ຊາຍ​ໜຸ່ມ ທາງ​ຝ່າຍ​ວິນ​ຍານ ແລະ ການ​ນຳພາ​ນັ້ນ ມີ​ຫລາຍ​ຂຶ້ນໃນ​ຊ່ວງ​ເວລາ​ທີ່​ເຂົາເຈົ້າຮັບ​ໃຊ້​ຢູ່. ຖ້າ​ຫາກ​ເຮົາ​ສາມາດ​ຄຳນວນ​ລະດັບ​ຄວາມ​ສາມາດທາງ​ຝ່າຍ​ວິນ​ຍານ ແລະ ການ​ນຳພາ​ຕະຫລອດເວລາ ທີ່​ເຂົາເຈົ້າ​ຢູ່​ໃນ​ຖານະ​ປະໂລຫິດ ແລະ ການ​ເຜີຍແຜ່​ນັ້ນ, ບາງ​ທີ່ການ​ຄຳນວນ​ອາດ​ຈະ​ເປັນ​ແບບ​ທີ່​ເຫັນ​ຢູ່​ໃນ​ຮູບ​ອະທິ ບາຍ​ນີ້. ຂ້າພະເຈົ້າ​ເຊື່ອ​ວ່າ ຢ່າງ​ນ້ອຍກໍ​ມີ​ສາມ​ປັດໃຈ ທີ່​ເປັນ​ພາກສ່ວນ​ຕໍ່​ຄວາມ​ຈະເລີນ​ເຕີບ​ໂຕ ທີ່​ມີ ຫລາຍ​ໃນ​ປີ​ທີ່​ເຂົາເຈົ້າ​ຢູ່​ໃນ​ການ​ເຜີຍແຜ່: (1) ເຮົາ​ໄວ້​ວາງໃຈຊາຍ​ໜຸ່ມ​ເຫລົ່າ​ນີ້​ຫລາຍ​ກວ່າ​ແຕ່​ກ່ອນ, (2) ເຮົາ​ມີ​ຄວາມ​ຄາດຫວັງ​ສູງ ແຕ່​ດ້ວຍ​ຄວາມ​ຮັກ​ຈາກ​ເຂົາເຈົ້າ, ແລະ (3) ເຮົາ​ອົບຮົມ ແລະ ອົບ​ຮົມ​ເຂົາເຈົ້າ​ຄືນ​ອີກ ເພື່ອ​ວ່າ​ເຂົາເຈົ້າ​ຈະ​ສາມາດສຳເລັດ​ຄວາມ​ຄາດ​ຫວັງ​ເຫລົ່ານັ້ນ​ດ້ວຍ​ຄວາມ​ດີເລີດ.

ບາງ​ຄົນ​ອາດ​ຖາມ​ຢ່າງ​ສົມຄວນ​ວ່າ, “​ເປັນ​ຫຍັງ​ຈຶ່ງ​ບໍ່​ສາມາດ​ໃຊ້​ຫລັກ​ທຳດຽວ​ກັນ​ນີ້​ກັບ​ປະທານ​ຂອງ​ກຸ່ມ​ມັກຄະ​ນາຍົກ?” ຖ້າ​ຫາ​ເຮັດ​ສິ່ງນັ້ນ​ໄດ້, ບາງ​ທີຄວາມ​ຈະເລີນ​ເຕີບ​ໂຕ​ທາງ​ຝ່າຍ​ວິນ​ຍານ​ຈະ​ເລີ່​ມ​ຕົ້ນ​ໄວ​ກວ່າ​ນັ້ນ ແລະ ເປັນ​ແບບ​ນີ້. ຈັກ​ນ້ອຍ​ໜຶ່ງ, ຂ້າ​ພະເຈົ້າ​ຂໍ​ກ່າວ​ເຖິງ​ວິທີ​ທີ່ຫລັກ​ທຳ​ເຫລົ່າ​ນີ້ກ່ຽວຂ້ອງ​ກັບ​ປະທານ ຂອງ​ກຸ່ມ​ມັກຄະ​ນາຍົກ​ແນວໃດ.

ທຳ​ອິດ—ຄວາມ​ໄວ້​ວາງໃຈ. ເຮົາ​ສາມາດ​ໄວ້​ວາງໃຈ​ປະທານຂອງ​ກຸ່ມ​ມັກຄະ​ນາຍົກ ດ້ວຍ​ໜ້າທີ່​ຮັບຜິດຊອບ. ພຣະ​ຜູ້​ເປັນເຈົ້າ​ເຮັດ​ແບບ​ນັ້ນ​ແນ່ນອນ—ດັ່ງ​ທີ່​ໄດ້​ສະແດງ​ໃຫ້​ເຫັນ​ໂດຍຄວາມ​ເຕັມ​ພຣະ​ໄທ​ຂອງ​ພຣະ​ອົງ ທີ່​ຈະ​ມອບ​ຂໍ​ກະແຈໃຫ້​ແກ່​ເຂົາເຈົ້າ, ທີ່​ໝາຍ​ເຖິງ​ສິດທິທີ່​ຈະ​ເປັນ​ປະທານ​ຄວບ​ຄຸມ ແລະ ຊີ້​ນຳ​ວຽກ​ງານ​ໃນ​ກຸ່ມ​ຂອງ​ເຂົາເຈົ້າ. ເພື່ອ​ເປັນ​ຫລັກ​ຖານຂອງ​ຄວາມ​ໄວ້​ວາງໃຈ​ນີ້, ເຮົາ​ເອີ້ນ​ປະທານ​ຂອງ​ກຸ່ມມັກຄະ​ນາຍົກ ໂດຍ​ການ​ເປີດເຜີຍ, ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ວ່າ ຄົນ​ໃດ​ໄດ້​ຢູ່​ໃນ​ກຸ່ມ​ນີ້​ນານ​ກວ່າ​ໝູ່​ໝົດ ຫລື ປັດໃຈອື່ນໆ​ທີ່​ຄ້າຍຄື​ກັນນີ້. ຜູ້ນຳ​ທຸກໆ​ຄົນໃນ​ສາດສະໜາ​ຈັກ​ນີ້, ຮ່ວມ​ທັງ​ປະທານ​ຂອງ​ກຸ່ມ​ມັກຄະ​ນາຍົກ, ມີ​ສິດທິທີ່​ຈະ​ຮູ້, ແລະ ຄວນ​ຈະ​ຮູ້, ວ່າ​ເຂົາ​ຖືກ​ເອີ້ນໂດຍ​ການ​ເປີດເຜີຍ. ຄວາມ​ແນ່​ໃຈ​ນີ້ ຊ່ອຍ​ເຂົາ​ໃຫ້​ຮູ້​ວ່າ​ພຣະ​ເຈົ້າ ທັງ​ໄວ້​ວາງໃຈ ແລະ ສະໜັບສະໜູນ​ເຂົາ.

ຄຸນ​ລັກສະນະ​ທີ​ສອງ ແລະ ສາມ​ນັ້ນ​ກ່ຽວ​ພັນ​ກັນ​ດີ—ຄວາມຄາດ​ຫວັງ​ສູງ ແລະ ການ​ອົບ​ຮົມ​ທີ່​ຈະ​ສຳເລັດ​ມັນ​ໄດ້. ຂ້າ​ພະເຈົ້າ​ໄດ້​ຮຽນ​ບົດຮຽນ​ທີ່​ດີ​ຢ່າງ​ໜຶ່ງ ໃນ​ສະໜາມ​ເຜີຍແຜ່: ໂດຍ​ທົ່ວໄປ​ແລ້ວ ຄວາມ​ພະຍາຍາມ​ຂອງ​ຜູ້​ສອນ​ສາດສະໜາ ຈະ​ມີຫລາຍ​ຂຶ້ນ ຫລື ນ້ອຍ​ລົງ ມາ​ກົງ​ກັບ​ລະດັບ​ຄວາມ​ຄາດ​ຫວັງ ຂອງ​ປະທານ​ເຜີຍແຜ່. ຖ້າ​ຫາ​ກວ່າ​ເຂົາເຈົ້າ​ຖືກ​ຄາດ​ຫວັງ​ພຽງແຕ່​ໃຫ້​ດຳເນີນ​ການ​ປະຊຸມ​ຂອງ​ກຸ່ມ ແລະ ໄປ​ຮ່ວມ​ການ​ປະຊຸມຂອງ​ຄະນະ​ກຳມະການ​ຝ່າຍ​ອະທິການ​ຂອງ​ຊາວ​ໜຸ່ມ, ແລ້ວເຂົາເຈົ້າ​ກໍ​ຈະ​ເຮັດ​ພຽງ​ເທົ່າ​ນັ້ນ. ແຕ່ທ່່ານ​ທີ່​ເປັນ​ຜູ້ນຳສາມາດຊ່ອຍ​ໃຫ້​ເຂົາເຈົ້າ​ມີ​ມະໂນພາບ​ທີ່​ດີ​ກວ່າ​ນັ້ນ—ມະໂນພາບ​ຂອງພຣະ​ຜູ້​ເປັນ​ເຈົ້າ. ແລະ ເພາະ​ເຫດ​ໃດ​ມະໂນພາບ​ຈຶ່ງ​ສຳຄັນຫລາຍ​ແທ້ໆ? ເພາະວ່າ ເມື່ອ​ມີ​ມະໂນພາບ​ຫລາຍ​ຂຶ້ນ ແລ້ວ ຄວາມ​ຕັ້ງໃຈ​ກໍ​ຈະ​ມີ​ຫລາຍ​ຂຶ້ນ.

ສິດທິ ທີ່​ຈະ​ໄດ້​ຮັບ​ການ​ເປີດເຜີຍ ເປັນ​ພາກສ່ວນ​ທຳ​ມະ​ດາຂອງ​ການ​ເອີ້ນ​ທຸກໆ​ຢ່າງ​ໃນ​ສາດສະໜາ​ຈັກ​ນີ້. ສະນັ້ນ, ປະທານ​ຂອງ​ກຸ່ມ​ມັກຄະ​ນາຍົກ​ເຫລົ່າ​ນີ້ ຈຳເປັນ​ຕ້ອງ​ຮູ້​ວ່າ ເຂົາເຈົ້າ​ມີ​ສິດທິ​ທີ່​ຈະ​ໄດ້​ຮັບ​ການ​ເປີດເຜີຍເຖິງ​ການ​ອອກ​ໄປ​ຊ່ອຍກູ້​ຊີວິດ​ຂອງ​ຄົນ​ທີ່​ຫລົງ​ທາງ​ໄປ, ແລະ ສິດທິ​ທີ່​ຈະ​ໄດ້​ຮັບການ​ເປີດເຜີຍ​ທີ່​ຈະ​ອົບ​ຮົມ​ສະມາຊິກ​ໃນ​ກຸ່ມ​ກ່ຽວ​ກັບໜ້າທີ່​ຂອງ​ເຂົາເຈົ້າ.

ຜູ້ນຳ​ທີ່​ສະຫລາດ ຈະ​ສັ່ງສອນ​ຫລັກ​ທຳ​ເຫລົ່ານັ້ນ​ໃຫ້​ແກ່​ປະທານ​ຂອງ​ກຸ່ມ​ມັກຄະ​ນາຍົກ ທີ່​ຈະ​ຊ່ອຍ​ໃນ​ການ​ໄດ້​ຮັບ​ການ​ເປີດເຜີຍ. ລາວ​ອາດ​ຈະ​ສອນ​ເຂົາເຖິງ​ຄຳ​ສັນຍາ​ທີ່​ແຈ້ງ​ຊັດຈາກພຣະ​ຜູ້​ເປັນ​ເຈົ້າ ວ່າຖ້າ​ຫາກ​ເຮົາ​ຈະ​ທູນ​ຖາມ, ເຮົາ​ຈະ​ໄດ້​ຮັບການ​ເປີດເຜີຍ​ຕື່ມ​ໃສ່​ການ​ເປີດເຜີຍ (ເບິ່ງ D&C 42:61). ພຣະ​ຜູ້​ເປັນ​ເຈົ້າ​ກະລຸນາ​ຫລາຍ ໃນ​ການ​ປະທານ​ການ​ເປີດເຜີຍ. ພຣະ​ອົງ​ໄດ້​ເຕືອນໃຈໂຈ​​​ເຊັບ ສະ​ມິດ ແລະ ອໍ​ລິ​ເວີ ຄາວ​ເດີຣີ ວ່າ, ສ່ວນ​ຫລາຍ​ເມື່ອ​ເຂົາເຈົ້າ​ໄດ້​ທູນ​ຖາມ​ພຣະ​ອົງ ເຂົາເຈົ້າ​ກໍ​ໄດ້​ຮັບ​ຄຳ​ແນະນຳ ຈາກ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ (ເບິ່ງ D&C 6:14). ແລະ ມັນ​ກໍ​ສາມາດ​ເປັນ​ແບບ​ດຽວ​ກັນກັບ​ພວກ​ເຈົ້າ ປະທານ​ຂອງກຸ່ມ​ມັກຄະ​ນາຍົກ. ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ພວກ​ເຈົ້າ ແລະ ປະສົງຈະ​ເປີດ​ຄວາມ​ຄິດ ແລະ ພຣະ​ປະສົງ​ຂອງ​ພຣະ​ອົງ​ໃຫ້​ແກ່​ພວກເຈົ້າ. ພວກ​ເຈົ້າ​ຈະ​ວາດ​ພາບ​ໄດ້​ບໍ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ມີ​ບັນຫາທີ່​ພຣະ​ອົງ​ບໍ່​ສາມາດ​ແກ້​ໄຂ​ໄດ້? ຂ້າພະເຈົ້າ​ເຮັດ​ບໍ່​ໄດ້. ເພາະວ່າພວກ​ເຈົ້າ​ມີ​ສິດ​ຈະ​ໄດ້​ຮັບ​ການ​ເປີດເຜີຍ, ພຣະ​ອົງສາ​ມາດ​ຊ່ອຍພວກ​ເຈົ້າ​ແກ້​ໄຂ​ບັນຫາ​ທຸກ​ຢ່າງ ທີ່​ພວກ​ເຈົ້າ​ມີໃນ​ບົດບາດ​ຂອງພວກ​ເຈົ້າ ທີ່​ເປັນ​ປະທານ​ຂອງ​ກຸ່ມ​ຂອງ​ພວກ​ເຈົ້າ ພຽງ​ແຕ່​ພວກເຈົ້າ​ຈະ​ສະແຫວງຫາ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ.

ພວກ​ທ່ານ​ຜູ້ນຳ​ທີ່​ປະເສີດ ອາດ​ສອນ​ປະທານ​ຂອງ​ກຸ່ມ​ມັກຄະນາຍົກ ວ່າການ​ເປີດເຜີຍບໍ່​ໄດ້​ເປັນ​ສິ່ງ​ທີ່​ມາ​ໃຊ້​ແທນ​ວຽກ​ງານໜັກ ແລະ ຄວາມ​ພະຍາຍາມ​ສ່ວນ​ຕົວ. ຄັ້ງ​ໜຶ່ງ ປະທານ​ໄອ​ຣິງ ໄດ້​ຖາມປະທານ​ແຮ​ໂຣນ ບີ ລີ ວ່າ, “ຂ້າພະເຈົ້າ​ຈະ​ໄດ້​ຮັບການ​ເປີດເຜີຍ​ແນວໃດ?” ປະທານ​ລີ ໄດ້​ຕອບ​ວ່າ, “ຖ້າ​ຫາກທ່ານ​ຢາກ​ໄດ້​ຮັບ​ການ​ເປີດເຜີຍ, ກໍ​ໃຫ້​ສຶກ​ສາ ແລະ ວິເຄາະສະພາບ​ການ​ນັ້ນ.”1 ຜູ້ນຳ​ທີ່​ສະຫລາດ ອາດ​ຈະ​ສົນທະນາກັບປະທານ​ຂອງ​ກຸ່ມ​ມັກຄະ​ນາຍົກ ເຖິງ​ວຽກ​ງານ​ທາງ​ວິນ​ຍານ​ບາງຢ່າງ ທີ່​ເຂົາ​ອາດ​ເຮັດໃນ​ການ​ຕຽມ ທີ່​ຈະ​ແນະນຳ​ທີ່​ປຶກສາ​ຂອງເຂົາ. ລາວ​ອາດ​ຈຳເປັນ​ຕ້ອງ​ຖາມ ແລະ ຕອບ​ຄຳ​ຖາມ​ດັ່ງ​ຕໍ່ໄປ​ນີ້: ຄົນ​ໃດ​ຈະ​ເປັນ​ຕົວຢ່າງ​ທີ່​ດີ ທີ່​ຈະ​ສາມາດ​ໃຫ້​ກຳລັງ​ໃຈ ແລະ ດົນ​ໃຈ​ຊາຍ​ໜຸ່ມ​ຄົນ​ອື່ນ? ຫລື ຄົນ​ໃດ​ຈະ​ຮູ້ສຶກ​ໄວ ເຖິງຄວາມ​ຕ້ອງການ​ຂອງ​ຜູ້​ຄົນ ທີ່​ປະ​ເຊີນ​ການ​ທ້າ​ທາຍ​ພິເສດ?

ແລະ ໃນ​ທີ່​ສຸດ ຜູ້ນຳ​ທີ່​ສະຫລາດ​ຄົນ​ນີ້​ອາດ​ສອນ​ລາວ ວິທີ​ທີ່​ຈະ​ຮັບ​ຮູ້ ແລະ ປະຕິບັດ​ຕາມ​ການ​ເປີດເຜີຍ ເມື່ອ​ມັນ​ມີ​ມາ. ເຮົາ​ອາໄສ​ຢູ່​ໃນ​ໂລ​ກທີ່​ເຕັມ​ໄປ​ດ້້ວຍ​ການ​ກະທຳ​ທີ່​ວ່ອງໄວ ແລະ ຕື່ນເຕັ້ນ, ບ່ອນ​ທີ່​ມີ​ແສງ​ໄຟ​ເຫລື້ອມ​ແມບໆ ແລະ ສຽງ​ທີ່​ດັງກ້ອງ​ອຶກ​ກະ​ທຶກ ທີ່​ເປັນ​ເລື່ອງ​ທຳ​ມະ​ດາ. ແຕ່​ຊາຍ​ໜຸ່ມ​ຄົນ​ນີ້ຕ້ອງ​ຮູ້​ວ່າ ນີ້​ເປັນ​ວິທີ​ທາງ​ຂອງ​ໂລກ, ບໍ່​ແມ່ນ​ວິທີ​ທາງ​ຂອງພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ປະສູດ​ໃນ​ຄອກ​ສັດ ທີ່​ບໍ່​ມີ​ໃຜ​ຮູ້ຈັກ, ພຣະ​ອົງ​ໄດ້​ປະຕິບັດ​ການ​ກະທຳທີ່​ສະຫງ່າ​ງາມ ທີ່​ບໍ່​ມີ​ຫຍັງ​ມາ​ປຽບທຽບ​ໄດ້ ໃນ​ຄວາມ​ສະຫງົບ​ງຽບ​ໃນ​ສວນແຫ່ງ​ໜຶ່ງ, ແລະ ໂຈ​​ເຊັບ​ໄດ້​ຮັບ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ ໃນ​ປ່າ​ທີ່​ງຽບ​ສະຫງົບ. ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ໃນສຽງ​ແຜ່​ວ​ເບົາ—ຄວາມ​ຮູ້ສຶກ​ຂອງ​ຄວາມ​ສະຫງົບ​ສຸກ ແລະ ການ​ປອບ​ໂຍນ, ການ​ປະ​ທັບ​ໃຈ​ໃຫ້​ເຮັດ​ສິ່ງ​ທີ່​ດີ, ເປັນຄວາມເຂົ້າໃຈ—ບາງເທື່ອ​ຄວາມ​ຄິດ​ເໝືອນ​ເມັດ​ພືດ​ນ້ອຍໆ ຖ້າ​ຫາກ​ຖືກ​ໄຕ່ຕອງ ແລະ ປະຕິບັດ​ຕໍ່​ດ້ວຍ​ຄວາມ​ຄາລະວະ ກໍ​ຈະ​ສາມາດ​ກາຍເປັນ​ເໝືອນ​ດັ່ງຕົ້ນໄມ້​ໃຫຍ່ ທີ່​ມີ​ຢູ່​ເທິງ​ໂລກ​ນີ້. ບາງເທື່ອຄວາມ​ປະ​ທັບ​ໃຈ ຫລື ຄວາມ​ຄິດ​ເຫລົ່າ​ນີ້ ອາດ​ເຮັດ​ໃຫ້​ພວກ​ເຈົ້າ ປະທານ​ຂອງ​ກຸ່ມ​ມັກຄະ​ນາຍົກ​ທັງຫລາຍ ຢາກ​ແນະນຳໃຫ້​ເປັນ​ທີ່​ປຶກສາ ແລະ ສະເໜີ​ໜ້າທີ່​ມອບ​ໝາຍ ໃຫ້​ຊາຍ​ໜຸ່ມ​ຄົນ​ໜຶ່ງ ຜູ້​ທີ່​ໃນ​ເວລາ​ນີ້​ບໍ່​ເຂັ້ມແຂງ​ກໍ​ໄດ້.

ເມື່ອ​ຫລາຍ​ປີ​ກ່ອນ ຕອນ​ຂ້າພະເຈົ້າ​ໄດ້​ຮັບ​ໃຊ້ໃນ​ຝ່າຍ​ປະທານສະ​ເຕກ, ຝ່າຍ​ປະທານ​ໄດ້​ຮູ້ສຶກ​ກະ​ຕຸ້ນ​ໃຫ້​ເອີ້ນຊາຍ​ຄົນ​ດີ​ຄົນໜຶ່ງໃຫ້​ເປັນ​ສະໝຽນ​ຂອງ​ສະ​ເຕກ. ຕອນ​ນັ້ນ​ລາວ​ໄດ້​ມີ​ບັນຫາ​ຊົ່ວຄາວ​ໃນ​ການ​ໄປ​ໂບດ​ເປັນ​ປະຈຳ. ເຖິງ​ຢ່າງໃດ​ກໍ​ຕາມ, ພວກ​ຂ້າພະເຈົ້າ​ໄດ້​ຮູ້​ວ່າ ຖ້າ​ຫາກ​ລາວ​ໄດ້​ຍອມຮັບ​ການ​ເອີ້ນ​ນັ້ນ, ລາວ​ຈະ​ເຮັດ​ວຽກ​ນັ້ນ ໃຫ້​ໄດ້​ດີ​ຍອດ​ຍ້ຽມ​ແທ້.

ພວກ​ຂ້າພະເຈົ້າ​ໄດ້​ສະເໜີ​ການ​ເອີ້ນ​ນັ້ນ, ແຕ່​ລາວ​ໄດ້​ຕອບ​ວ່າ, “ບໍ່, ຂ້ອຍ​ຄິດ​ວ່າ​ຂ້ອຍ​ເຮັດ​ບໍ່​ໄດ້​ດອກ.”

ແລ້ວ ຂ້າພະເຈົ້າ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ. ຂ້າພະເຈົ້າ​ໄດ້​ກ່າວວ່າ, “ເອີ, ສະນັ້ນ ຂ້ອຍ​ຄິດ​ວ່າ ສະ​ເຕກ ກະເລັນ​ແດ​ວ ກໍ​ຈະ​ບໍ່​ມີ​ສະໝຽນ​ແລ້ວ​ແຫລະ.”

ລາວ​ຕົກໃຈ ແລະ ໄດ້​ຕອບ​ວ່າ, “ເຈົ້າ​ເວົ້າ​ຫຍັງ​ເກາະ? ເຈົ້າ​ຕ້ອງ​ມີ​ສະໝຽນ​ສະ​ເຕກ.”

ຂ້າພະເຈົ້າ​ໄດ້​ຕອບ​ວ່າ, “ບັດ​ນີ້ ເຈົ້າ​ຢາກ​ໃຫ້​ພວກ​ເຮົາ​ເອີ້ນ​ຄົນ ອື່ນ​ມາ​ຮັບ​ໃຊ້​ເປັນ​ສະໝຽນ​ສະ​ເຕກ​ບໍ ໃນ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ກະ​ຕຸ້ນ​ໃຫ້​ພວກ​ເຮົາ​ເອີ້ນ​ເຈົ້າ?”

“ເອີ ຕົກລົງ, ຂ້ອຍ​ຈະ​ຮັບ​ເອົາ​ການ​ເອີ້ນ​ນີ້,” ລາວ​ໄດ້​ເວົ້າ.

ແລະ ລາວ​ກໍ​ໄດ້​ເຮັດ​ຕາມ​ນັ້ນ. ບໍ່​ມີ​ພຽງ​ແຕ່​ຊາຍ​ຜູ້​ໃຫຍ່​ຫລາຍຄົນ​ເທົ່າ​ນັ້ນ, ແຕ່ຊາຍ​ໜຸ່ມ​ຫລາຍ​ຄົນນຳ​ອີກ ຜູ້​ທີ່​ຈະ​ຕອບ​ຮັບ​ຕໍ່​ການ​ເອີ້ນ ເມື່ອເຂົາເຈົ້າ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າເປັນ​ຜູ້​ທີ່​ເອີ້ນ​ເຂົາເຈົ້າ ແລະວ່າພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ເອງທີ່​ຕ້ອງການ​ເຂົາເຈົ້າ.

ຕໍ່​ໄປ​ທ່ານ​ສາມາດ​ບອກ​ໃຫ້​ປະທານ​ຂອງ​ກຸ່ມ​ມັກຄະ​ນາຍົກ​ຄົນ​ນີ້​ຮູ້​ວ່າ ຄວາມ​ຄາດ​ຫວັງ​ໜຶ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ປະສົງ​ຈາກ​ລາວ ກໍ​ແມ່ນ​ໃຫ້​ອອກ​ໄປ​ຊ່ອຍ​ກູ້​ຊີວິດ​ຂອງ​ຄົນ​ທີ່​ຫລົງ​ທາງ, ຮ່ວມ​ທັງ​ສະມາຊິກ​ທີ່​ບໍ່​ເຂັ້ມແຂງ ແລະ ຜູ້​ທີ່​ບໍ່​ໄດ້​ເປັນ​ສະມາຊິກ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະກາດ​ເຖິງ​ພາລະກິດ​ທີ່​ສຳຄັນ​ສຸດ​ຂອງ​ພຣະ​ອົງ​ໃນ​ພຣະ​ຄຳ​ເຫລົ່າ​ນີ້​ວ່າ: “ດ້ວຍ​ວ່າ​ບຸດ​ມະນຸດ​ໄດ້​ມາ​ໂຜດ​ເອົາ​ຜູ້​ທີ່​ຫລົງ​ເສຍ​ໄປ​ແລ້ວ​ນັ້ນ​ໃຫ້​ພົ້ນ (ມັດ​ທາຍ 18:11). ຖ້າວ່າ​ມັນເປັນ​ລະດັບ​ຄວາມ​ສຳຄັນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ທີ່​ຈະ​ອອກ​ໄປ​ຊ່ອຍ​ກູ້​ຊີວິດ​ທີ່​ຫລົງ​ທາງ​ໄປ, ຖ້າວ່າ​ມັນ​ເປັນລະດັບ​ຄວາມ​ສຳຄັນ​ຂອງ​ປະທານ​ທອມ​ມັສ ແອັສ ມອນ​ສັນ ທີ່​ຈະ​ເຮັດ​ສິ່ງ​ນີ້, ດັ່ງ​ທີ່​ໄດ້​ສະແດງ​ໃຫ້​ເຫັນ​ຕະຫລອດຊີວິດ​ຂອງ​ເພິ່ນ, ມັນ​ບໍ່​ຄວນ​ເປັນ​ລະດັບ​ຄວາມ​ສຳຄັນ​ຂອງ​ຜູ້ນຳທຸກໆ​ຄົນ, ຂອງ​ປະທານ​ຂອງ​ກຸ່ມ​ມັກຄະ​ນາຍົກ​ທຸກໆ​ຄົນ ໃນ​ສາດສະໜາ​ຈັກ​ນີ້​ຄື​ກັນ​ບໍ? ຈຸດ​ໃຈກາງ​ທີ່ ສຳຄັນ​ຂອງ​ການເປັນ​ຜູ້ນຳ​ຂອງ​ເຮົາ, ທີ່​ເປັນ​ພາກສ່ວນ​ທີ່​ສຳຄັນ​ຂອງ​ການປະຕິບັດ​ສາດສະໜາ​ກິດ​ຂອງ​ເຮົາ, ຄວນ​ເປັນຄວາມ​ຕັ້ງໃຈ​ທີ່ກະ​ຕື​ລື​ລົ້ນ, ທີ່​ຊຸກຍູ້ ແລະ ບໍ່​ລົດ​ລະທີ່​ໃຫ້​ອອກ​ໄປ​ຕາມ​ຫາຄົນ​ທີ່​ຫລົງ​ທາງ​ໄປ ແລະ ນຳ​ເຂົາເຈົ້າ​ກັບ​ຄື​ນມາ.

ຊາຍ​ໜຸ່ມ​ຄົນ​ໜຶ່ງ ຜູ້​ທີ່​ສະມາຊິກ​ໃນ​ກຸ່ມ​ຂອງ​ລາວ​ໄດ້​ມາຢ້ຽມຢາມ​ໄດ້​ກ່າວ​ວ່າ: “ມັນ​ໄດ້​ເປັນ​ເລື່ອງ​ທີ່​ປະຫລາດ​ໃຈແທ້​ມື້ນີ້ ເມື່ອ ... 30 ຄົນ​ໄດ້​ມາ​ບ້ານ​ຂອງ​ຂ້ານ້ອຍ. ... ມັນ​ໄດ້​ເຮັດ​ໃຫ້​ຂ້ານ້ອຍຢາກ​ໄປ​ໂບດ​ດຽວນີ້​ເລີຍ.” ຄົນ​ໜຸ່ມ​ຈະ​ສາມາດ​ປະຕິເສດຄວາມ​ຮັກ ແລະ ຄວາມ​ເອົາໃຈໃສ່​ແບບ​ນັ້ນ​ໄດ້​ແນວໃດ?

ຂ້າພະເຈົ້າ​ຕື່ນເຕັ້ນ ເມື່ອ​ຂ້າພະ​ເຈົ້າ​ໄດ້​ຍິນ​ເລື່ອງ​ລາວ​ຫລາຍ​ເລື່ອງຂອງ​ບັນດາ​ປະທານ​ຂອງ​ກຸ່ມ​ມັກຄະ​ນາຍົກ ຜູ້​ທີ່​ໄດ້​ມີ​ຄວາມເຂົ້າໃຈ​ແບບ​ນີ້ ແລະ ເປັນ​ບາງ​ຄັ້ງ​ບາງ​ຄາວ​ກໍ​ພວມ​ສອນ​ບົດຮຽນທັງ​ໝົດ ຫລື ພາກສ່ວນ​ໜຶ່ງ​ຂອງ​ບົດຮຽນ​ໃນ​ການ​ປະຊຸມຂອງ​ກຸ່ມ​ຂອງ​ພວກ​ເຂົາ​ຢູ່. ເມື່ອ​ຫລາຍ​ອາທິດ​ທີ່​ຜ່ານ​ມາ ຂ້າພະເຈົ້າ​ໄດ້​ໄປ​ຮ່ວມ​ຫ້ອງ​ຮຽນ​ກຸ່ມ​ມັກຄະ​ນາຍົກ. ຊາຍ​ໜຸ່ມ​ຄົນ​ໜຶ່ງອາຍຸ 12 ປີ ໄດ້​ສອນ​ບົດຮຽນ​ກ່ຽວ​ກັບ ການ​ຊົດ​ໃຊ້ເປັນ​ເວລາ 25 ນາທີ. ລາວ​ໄດ້​ເລີ່​ມ​ໂດຍ​ການ​ຖາມເພື່ອນ​ມັກຄະ​ນາຍົກ​ຂອງ​ລາວ​ວ່າ​ພວກ​ເຂົາ​ໄດ້​ຄິດ​ວ່າການ​ຊົດ​ໃຊ້​ນັ້ນ​ຄື​ຫຍັງ. ແລ້ວລາວ​ໄດ້​ແບ່ງປັນ​ຂໍ້​ພຣະ​ຄຳ​ພີ​ທີ່​ມີ​ຄວາມ​ໝາຍ ແລະ ໄດ້​ຖາມ​ຄຳ​ຖາມ​ທີ່​ເຮັດ​ໃຫ້​ຄິດ, ຊຶ່ງ​ພວກ​ເຂົາ​ໄດ້​ຕອບ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ໄດ້​ຮູ້​ວ່າ​ຍັງ​ມີ​ເວລາ​ຫລາຍ​ກວ່າ​ສິ່ງ​ທີ່​ຈະ​ສອນ​ໃນ​ບົດຮຽນ, ລາວ​ໄດ້​ມີ​ປັນຍາ​ພໍ ແລະ ບາງທີ​ຈາກ​ຄຳ​ສອນ​ຂອງ​ພໍ່​ລາວ ວ່າ​ໃຫ້​ຖາມ​ຜູ້ນຳ​ທີ່ຢູ່​ທີ່​ນັ້ນ​ວ່າ​ເຂົາເຈົ້າ​ຖືກ​ຖາມ​ຄຳ​ຖາມ​ໃດ​ແດ່ ກ່ຽວ​ກັບ​ການ​ຊົດ​ໃຊ້ ຕອນ​ເປັນ​ຜູ້​ສອນ​ສາດສະໜາ ແລະ ວ່າ​ເຂົາເຈົ້າ​ໄດ້​ຕອບ​ຄຳ​ຖາມ​ເຫລົ່ານັ້ນ​ແນວໃດ. ແລ້ວລາວ​ໄດ້​ສະຫລຸບ​ບົດຮຽນ​ດ້ວຍ​ປະຈັກ​ພະຍານ​ຂອງ​ລາວ. ຂ້າພະເຈົ້າ​ໄດ້​ນັ່ງ​ຟັງ​ລາວ​ດ້ວຍ​ຄວາມ​ປະຫລາດ​ໃຈ​ຫລາຍ. ຂ້າພະເຈົ້າ​ໄດ້​ຄິດ​ໃນ​ໃຈ​ວ່າ, “ເຮົາ​ຈຳ​ບໍ່​ໄດ້​ວ່າ​ເຄີຍ​ໄດ້​ສອນ ພາກສ່ວນ​ທີ່​ສຳຄັນ​ຂອງ​ບົດຮຽນ​ຕອນ​ເປັນ​ຊາຍ​ໜຸ່ມ​ຂອງຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ​ເລີຍ.” ເຮົາ​ສາມາດ​ຍົກລະດັບ​ຄວາມ​ຄາດ​ຫວັງ ແລະ ຄວາມ​ເຂົ້າໃຈ​ໃຫ້​ສູງ​ຂຶ້ນສຳລັບ​ຊາຍ​ໜຸ່ມ​ເຫລົ່າ​ນີ້ ແລະ ພວກ​ເຂົາ​ກໍ​ຈະ​ຕອບ​ຮັບ.

ພວກ​ທ່ານ​ຜູ້ນຳ​ທັງຫລາຍ​ຈະ​ດົນ​ໃຈ​ບັນດາ​ປະທານ​ຂອງກຸ່ມ​ມັກຄະ​ນາຍົກ​ໄດ້​ດີ​ທີ່​ສຸດ ເມື່ອ​ພວກ​ທ່ານ​ປ່ອຍ ໃຫ້​ພວກ​ເຂົາ​ນຳພາ, ແລະ ບໍ່​ຮຽກຮ້ອງ​ໃຫ້​ພວກ​ເຂົາ ມາ​ໃຫ້​ຄວາມ​ສົນໃຈ​ພວກ​ທ່ານ. ພວກ​ທ່ານ​ໄດ້​ຂະຫຍາຍການ​ເອີ້ນ​ຂອງ​ພວກ​ທ່ານ​ດີ​ທີ່​ສຸດ ບໍ່​ແມ່ນ​ເມື່ອ​ພວກ​ທ່ານ ສອນ​ບົດຮຽນ​ທີ່​ດີເລີດ ແຕ່​ເມື່ອ​ພວກ​ທ່ານ​ຊ່ອຍ​ພວກ​ເຂົາໃຫ້​ສອນ​ບົດຮຽນ​ທີ່​ດີເລີດ; ບໍ່​ແມ່ນ​ເມື່ອ​ພວກ​ທ່ານ​ຊ່ອຍ​ຄົນ​ໃດຄົນ​ໜຶ່ງ ແຕ່​ເມື່ອ​ພວກ​ທ່ານ​ຊ່ອຍ​ໃຫ້​ພວກ​ເຂົາ​ເປັນ​ຜູ້​ທີ່​ເຮັດດັ່ງນັ້ນ.

ມີ​ຄຳ​ເກົ່າ​ແກ່​ທີ່​ກ່າວ​ກັນ​ວ່າ: ຢ່າ​ຟ້າວ​ທໍ້ຖອຍ​ກ່ອນ​ທີ່​ຈະ​ໄດ້​ບັນລຸຄວາມ​ສາມາດ​ຂອງ​ຕົນ. ໃນ​ທຳນອງ​ດຽວ​ກັນ​ນີ້ ຂ້າພະເຈົ້າ​ຢາກຈະ​ກ່າວ​ຕໍ່​ຜູ້ນຳ​ທີ່​ເປັນ​ຜູ້​ໃຫຍ່​ວ່າ, ຢ່າ​ຟ້າວ​ຫາ​ການ​ປົດ​ຈາກການ​ເອີ້ນ​ຂອງ​ພວກ​ທ່ານ​ກ່ອນ​ໄດ້​ບັນລຸ​ຄວາມ​ສາມາດຂອງ​ພວກ​ທ່ານ​ໃນ​ຖານະ​ຜູ້ນຳ​ຂອງ​ຊາວ​ໜຸ່ມ. ຂໍ​ໃຫ້​ສອນ​ຊາວ​ໜຸ່ມ​ຂອງ​ເຮົາ​ໃນ​ທຸກໆ​ໂອກາດ; ຂໍ​ໃຫ້​ສອນ​ພວກ​ເຂົາ​ໃຫ້​ຕຽມ​ແຜນການ​ການ​ປະຊຸມ, ວິ​ທີທີ່​ຈະ​ດຳເນີນ​ການ​ປະຊຸມ​ດ້ວຍ​ກຽດ​ສັກ​ສີ ແລະ ຄວາມ​ເມດ​ຕາ, ວິທີ​ທີ່​ຈະ​ຊ່ອຍ​ກູ້​ຊີວິດ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ, ວິ​ທີທີ່​ຈະ​ຕຽມ ແລະ ສອນ​ບົດຮຽນ​ທີ່​ໄດ້​​ໃຫ້​ການ​ດົນ​ໃຈ, ແລະ ວິທີ​ທີ່​ຈະ​ໄດ້​ຮັບ​ການ​ເປີດ​ເຜີ​ຍ. ສິ່ງ​ນີ້​ຈະ​ເປັນ​ວິທີ​ທີ່​ທ່ານວັດແທກ​ຄວາມ​ສຳເລັດ​ຂອງ​ທ່ານ ໂດຍ​ການ​ເປັນ​ຜູ້ນຳ ແລະ ຄວາມ​ເປັນ​ທາງ​ຝ່າຍ​ວິນ​ຍານ ທີ່​ທ່ານ​ໄດ້​ຊ່ອຍ​ໃຫ້​ເປັນ​ພາກສ່ວນ​ເລິກໆ ໃນ​ຄວາມ​ຄິດ ແລະ ຄວາມ​ຮູ້ສຶກ​ຂອງຊາຍ​ໜຸ່ມ​ເຫລົ່າ​ນີ້.

ຖ້າ​ຫາກ​ພວກ​ເຈົ້າ ປະທານ​ຂອງ​ກຸ່ມ​ມັກຄະ​ນາຍົກ ຈະ​ຂະຫຍາຍ​ການ​ເອີ້ນ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າ​ຈະ​ໄດ້ ເປັນ​ເຄື່ອງມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ, ແມ່ນ​ແຕ່​ໃນ​ເວລາ​ນີ້, ເພາະວ່າຖານະ​ປະໂລຫິດ​ທີ່ຢູ່​ໃນ​ຕົວ​ຂອງ​ຊາຍ​ໜຸ່ມກໍ​ມີ​ພະລັງ​ຫລາຍຂະໜາດດັ່ງ​ທີ່​ຖານະ​ປະໂລຫິດ​ທີ່ຢູ່​ໃນ​ຕົວຂອງ​ຊາຍ​ຜູ້​ໃຫຍ່ ເມື່ອ​​ຖືກ​ນຳ​ໃຊ້​ໃນ​ຄວາມ​ຊອບ​ທຳ. ແລະແລ້ວ, ເມື່ອ​ພວກ​ເຈົ້າ​ເຮັດ​ພັນທະ​ສັນຍາ​ຂອງ​ພຣະ​ວິຫານ ແລະ ກາຍເປັນ​ຜູ້​ສອນ​ສາດສະໜາ ແລະ ຜູ້ນຳ​ໃນ​ອະນາຄົດ​ຂອງສາດສະໜາ​ຈັກ​ນີ້, ພວກ​ເຈົ້າ​ຈະ​ຮູ້​ວິທີ​ທີ່​ຈະ​ໄດ້​ຮັບ​ການ​ເປີດເຜີຍ, ວິທີ​ທີ່​ຈະ​ຊ່ອຍ​ຊີວິດ​ຂອງ​ຄົນ​ຄົນ​ໜຶ່ງ, ແລະ ວິທີ​ທີ່​ຈະ​ສອນຄຳ​ສອນ​ຂອງ​ອານາຈັກ​ດ້ວຍ​ອຳນາດ ແລະ ສິດ​ອຳນາດ. ແລ້ວພວກ​ເຈົ້າ​ຈະ​ໄດ້​ກາຍເປັນ​ຊາວ​ໜຸ່ມ​ຂອງ​ລຸ້ນ​ຄົນ​ທີ່​ສູງ​ສົ່ງ. ຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ສິ່ງ​ນີ້ ໃນ​ພຣະ​ນາມ​ຂອງພຣະເຢ​ຊູ​ຄຣິດ, ອົງ​ທີ່​ເປັນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ໂລກ, ອາແມນ.

Mostrar las referencias

  1.  

    1. ​ໃນ Henry B. Eyring, “Waiting upon the Lord,” in Brigham Young University 1990–91 Devotional and Fireside Speeches (1991), 17.