​2010–2019
​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ປະສົງ​ຈະ​ໃຫ້​ອະໄພ
ເມສາ 2013


​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ປະສົງ​ຈະ​ໃຫ້​ອະໄພ

​ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ເຮົາ ແລະ ປະສົງ​ໃຫ້​ເຮົາ​​ເຂົ້າ​ໃຈຄວາມ​ເຕັມ​​ພຣະ​ໄທ​ຂອງ​​ພຣະ​ອົງ​ທີ່​ຈະ​ໃຫ້​ອະໄພ.

ໃນ​ລະຫວ່າງ​ເວລາການ​ປະຕິບັດ​ສາດສະໜາ​ກິດ​ຂອງພຣະ​ຜູ້​ຊ່ອຍ​ໃຫ້​ລອດຢູ່​ເທິງ​ໂລກ ຫລາຍຄົນໄດ້​ຕິດ​ຕາມ​​ພຣະ​ອົງ, ຮ່ວມ​ທັງ​ພວກ​ທຳ​ມະ​ຈານ ແລະ ພວກ​ຟາ​ຣິຊາຍ, ທີ່ “ມາ​ແຕ່​ທຸກ​ບ້ານ ຈາກ​ແຂວງ​ຄາ​ລີ​ເລ, ... ​ຢູ​ດາຍ, ແລະ ກຸງ​​ເຢຣູຊາ​ເລັມ.”1 ຄົນ​ອຳມະພາດ​ຄົນ​ໜຶ່ງ​ທີ່ຢູ່​ເທິງ​ຕຽງ ຜູ້​ທີ່​ປາດ​​ຖະ​ໜາ​ຈະ​ໄດ້​ຮັບການ​ປິ່ນປົວ ຖືກ​ພາ​ມາທີ່​ຊຸມນຸມ​ໃຫຍ່​ນັ້ນ, ແຕ່​ເມື່ອ​ບໍ່​ສາມາດ​ພາ​ລາວ​ເຂົ້າ​ໃກ້​​ພຣະ​ຜູ້​ຊ່ອຍໃຫ້​ລອດ ເພາະ​ມີ​ຄົນ​ຫລາຍ, ໝູ່​ເພື່ອນ​ຂອງ​ລາວ​ຈຶ່ງ​ໄດ້​ເອົາ​ລາວຂຶ້ນ​ໄປ​ເທິງ​ຫລັງຄາ​ເຮືອນ ບ່ອນ​ທີ່ ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດປະ​ທັບ​ຢູ່ ແລະ ຢ່ອນ​ລາວ​ລົງ. ເມື່ອ​ໄດ້​ເຫັນ​ການສະແດງ​ເຖິງສັດທາ​ດັ່ງນີ້, ໂດຍ​ມີ​ຈຸດປະສົງ​ທີ່​ຍິ່ງ​ໃຫຍ່ ທີ່​ຜູ້​ຟັງ​ຂອງ​​ພຣະ​ອົງຍັງ​ບໍ່​ທັນ​ຮູ້​ເທື່ອ, ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ປະກາດ​ວ່າ, “ເພື່ອນ​ເອີຍ, ການ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ.”2

ສິ່ງ​ນີ້​ຕ້ອງ​ໄດ້​ເຮັດ​ໃຫ້​ຊາຍ​ຄົນ​ນັ້ນ​ຕົກໃຈ​ແນ່ນອນ, ແລະ ເຖິງແມ່ນ​ວ່າ​ຂໍ້​​ພຣະ​ຄຳ​ພີ​ບໍ່​ໄດ້ກ່າວ​ເຖິງ​ປະຕິກິລິຍາ​ຂອງ​ລາວກໍ​ຕາມ, ​ແຕ່ລາວ​ອາດ​ສົງໄສ​ຖ້າ​ຫາກ​ວ່າ​​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເຂົ້າໃຈ​ແທ້ໆ​ບໍ​ວ່າ ເປັນ​ຫຍັງ​ລາວ​ໄດ້​ມາ.

​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຮູ້​ວ່າ ຫລາຍ​ຄົນໄດ້​ຕິດ​ຕາມ​​ພຣະ​ອົງ ເພາະ​ສິ່ງ​ອັດສະຈັນ ອັນ​ຍິ່ງ​ໃຫຍ່​ຂອງພຣະ​ອົງ. ​ພຣະ​ອົງ​ໄດ້​ປ່ຽນ​ນ້ຳ​ໃຫ້​ເປັນ​ເຫລົ້າ​ອະ​​ງຸ່ນ,3 ໄດ້​ຂັບໄລ່​ຜີ​ປີສາດ​ໃຫ້​ອອກ​ໄປ,4 ໄດ້​ປິ່ນປົວ​ລູກ​ຊາຍ​ຂອງ​ເຈົ້າ​ນາຍຄົນ​ໜຶ່ງ,5 ຄົນ​ຂີ້ທູດ,6 ແມ່ເຖົ້າ (ແມ່​ຂອງ​ເມຍ) ຂອງ​ເປ​ໂຕ,7 ແລະ ອີກ​ຫລາຍ​ຄົນ.8

ແຕ່​ກັບ​ຜູ້​ຊາຍ​ອຳມະພາດ​ຄົນ​ນີ້, ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ຈະ​ໃຫ້ຫລັກ​ຖານ​ພະຍານ ພ້ອມ​ທັງ​ແກ່​ສານຸສິດ ແລະ ຜູ້​ທີ່​ບໍ່​ເຊື່ອ ເຖິງ​ບົດບາດ​ພິເສດ​ຂອງ​​ພຣະ​ອົງ ໃນ​ຖາ​ນະ​​ພຣະ​ຜູ້​ຊ່ອຍ​ໃຫ້​ລອດຂອງ​ໂລກ. ເມື່ອ​ໄດ້​ຍິນ​​ພຣະ​ຄຳ​ຂອງ​​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ພວກ​ທຳ​ມະ​ຈານ ແລະ ພວກ​ຟາ​ຣິຊາຍ​ໄດ້​ເລີ່ມໃຫ້​ເຫດຜົນ​ໃນບັນດາ​ເຂົາເຈົ້າ​ເອງ, ໂດຍ​ກ່າວ​ຄຳ​ໝິ່ນປະໝາດ​ຢ່າງ​ໂງ່​ຈ້າ ໃນ​ຂະນະ​ທີ່​ລົງ​ຄວາມ​ເຫັນ​ວ່າ ມີ​ພຽງ​ແຕ່ພຣະ​ເຈົ້າ​ເທົ່າ​ນັ້ນ​ທີ່ສາມາດ​ໃຫ້​ອະໄພ​ບາບ​ໄດ້. ໂດຍ​ທີ່​ຮູ້​ຄວາມ​ນຶກ​ຄິດ​ຂອງ​ເຂົາເຈົ້າ, ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຈຶ່ງ​ໄດ້​ກ່າວ​ຕໍ່​ເຂົາເຈົ້າ​ວ່າ:

“ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ຄິດ​ເຊັ່ນນັ້ນ?

“ອັນ​ໃດ​ງ່າຍ​ກວ່າ​ທີ່​ຈະ​ເວົ້າ​ວ່າ, ການ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພແລ້ວ; ຫລື ຈະ​ເວົ້າ​ວ່າ, ຈົ່ງ​ລຸກຂຶ້ນ ແລະ ຍ່າງ​ໄປ?”9

ໂດຍ​ບໍ່​ໄດ້​ລໍຖ້າ​ຄຳ​ຕອບ​ຂອງ​ເຂົາເຈົ້າ, ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດໄດ້​ກ່າວ​ຕໍ່​ໄປ​ວ່າ: “ແຕ່​ເຮົາ​ຢາກ​ພິສູດ​ໃຫ້​ພວກ​ທ່ານ​ເຫັນ​ວ່າ ບຸດມະນຸດ​ມີ​ສິດ​ອຳນາດ ຢູ່​ເທິງ​ແຜ່ນ​ດິນ​ໂລກ​ນີ້ ທີ່​ຈະ​ອະໄພ​ການບາບ​ໃຫ້​ມະນຸດ, [ແລ້ວ​​ພຣະ​ອົງ​ຈຶ່ງ​ໄດ້​ຫັນ​ໜ້າ​ໄປ​​ກ່່່າວ​ກັບ​ຊາຍອຳມະພາດວ່າ], ເຮົາ​ສັ່ງ​ໃຫ້​ເຈົ້າ​ລຸກຂຶ້ນ, ຍົກ​ເອົາ​ທີ່​ນອນ​ຂອງ ເຈົ້າ ແລະ ເມືອ​ເຮືອນ​ສາ.”10 ແລະ ລາວ​ກໍ​ໄດ້​ເຮັດ​ດັ່ງນັ້ນ!

ໂດຍການ​ຫາຍ​ດີ​ທາງ​ຮ່າງກາຍທີ່​ມະຫັດສະຈັນ​ນີ້, ​ພຣະ​ຜູ້ຊ່ອຍ​ໃຫ້​ລອດ​ໄດ້​ຢືນຢັນ​ຕໍ່ເຮົາ​ທຸກ​ຄົນ​ເຖິງຄວາມ​ຈິງ​ທາງ​ຝ່າຍ​ວິນ​ຍານທີ່​ມີ​ພະລັງ​ອັນ​ຍິ່ງໃຫຍ່​ທີ່​ບໍ່​ມີ​ບ່ອນ​ສິ້ນ​ສຸດວ່າ: ບຸດ​ມະນຸດ​ໃຫ້​ອະໄພ​ບາບ!

ເຖິງ​ແມ່ນ​ວ່າ​ຜູ້​ທີ່​ເຊື່ອ​ທັງຫລາຍ ຍອມຮັບ​ຄວາມ​ຈິງ​ນີ້, ສິ່ງ​ທີ່​ບໍ່ເປັນ​ທີ່​ຍອມຮັບ​ໄດ້​ງ່າຍ​ຄື ຄວາມ​ຈິງ​ທີ່​ເປັນ​ຄູ່​ອັນ​ສຳຄັນ ທີ່​ວ່າ: ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໃຫ້​ອະໄພ​ບາບ “ຢູ່​ເທິງ​ໂລກ,” ແລະ ບໍ່​ແມ່ນ​ພຽງ​ແຕ່​ໃນ​ຕອນ​ຕັດສິນ​ຄັ້ງ​ສຸດ​ທ້າຍ​ເທົ່າ​ນັ້ນ. ​ພຣະ​ອົງ​ບໍ່​ໄດ້​ໃຫ້​ຂໍ້​ແກ້​ຕົວແກ່​ເຮົາ ໃນ ເລື່ອງ​ບາບ​ຂອງ​ເຮົາ.11 ​ພຣະ​ອົງ​ບໍ່​ໄດ້​ອະນຸ​ຍາດ​​ໃຫ້​ເຮົາ​ກັບ​ຄືນ​ໄປ​ຫາ​ບາບຕ່າງໆ​ໃນ​ອະດີດ.12 ແຕ່​ເມື່ອ​ເຮົາ​ກັບ​ໃຈ ແລະ ເຊື່ອ​ຟັງ​​ພຣະ​ກິດ​ຕິ​ຄຸນ​ຂອງ​​ພຣະ​ອົງ, ​ພຣະ​ອົງ​ຈະ​ໃຫ້​ອະໄພ​ເຮົາ.13

ໃນ​ການ​ໃຫ້​ອະໄພ​ນີ້ ເຮົາ​ເຫັນ​ອຳນາດ​ແຫ່ງ​ການ​ເຮັດ​ໃຫ້​ສາມາດ ແລະ ການ​ໄຖ່​ຂອງ​ການຊົດ​ໃຊ້ ຖືກ​ນຳ​ໃຊ້​ຢ່າງ​ປອງ​ດອງ ແລະ ຢ່າງ​ມີ​ເມດ​ຕາ​ກະລຸນາ. ຖ້າ​ຫາກ​ເຮົາ​ໃຊ້​ສັດທາ​ໃນອົງ​​ພຣະເຢ​ຊູຄຣິດ, ອຳນາດ​ທີ່​ເຮັດ​ໃຫ້​ສາມາດ​ຂອງ​ການ​ຊົດ​ໃຊ້​ຂອງ​​ພຣະ​ອົງ ຈະ​ເຮັດ​ໃຫ້​ເຮົາ ເຂັ້ມແຂງ ໃນ​ເວລາທີ່​ເຮົາ​ມີ​ຄວາມ​ຕ້ອງການ,14 ແລະ ອຳນາດ​ແຫ່ງ​ການ​ໄຖ່​ຂອງ​​ພຣະ​ອົງ​ຈະ ຊຳລະ ໃຫ້​ເຮົາ​ສະອາດ ເມື່ອ​ເຮົາ [ປະ​ຖິ້ມ] ທຳ​ມະ​ຊາດ​ຂອງ​ມະນຸດ.”15 ສິ່ງ​​ນີ້ ຈະ​ນຳ​ຄວາມ​ຫວັງ​ມາສູ່​ທຸກ​ຄົນ, ໂດຍ​ສະເພາະຜູ້​ທີ່​ຮູ້ສຶກ​ວ່າ ຄວາມ​ອ່ອນແອ​ຂອງ​ມະນຸດ​ທີ່​ເກີດ​ຂຶ້ນ​ຄືນ​ອີກ​ນັ້ນ ແມ່ນ​ເກີນ​ກວ່າຄວາມ​ເຕັມ​​ພຣະ​ໄທຂອງ​​ພຣະ​ຜູ້​ຊ່ອຍ​ໃຫ້​ລອດທີ່​ຈະ​ຊ່ອຍ​ເຫລືອ ແລະ ຊ່ອຍ​ໃຫ້​ລອດ.

ໃນ​ການ​ຈັດ​ຫາ​ໂອກາດ​ເພື່ອ​ໃຫ້​​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໃຫ້​ຄວາມ​ແຈ່ມ​ແຈ້ງ​ແກ່​ເຮົາ,16 ເທື່ອ​ໜຶ່ງ ເປໂຕໄດ້​ສອບ​ຖາມ​ວ່າ ລາວຄວນ​ໃຫ້​ອະໄພ​ພີ່ນ້ອງ​ຂອງ​ລາວຈັກ​ເທື່ອ ແລະ ແລ້ວ​ໄດ້​ທູນ​ຖາມ​ວ່າ, “ເຖິງ​ເຈັດ​ເທື່ອ​ບໍ?” ແນ່ນອນ​ວ່າ​ນັ້ນ​ຈະ​ພຽງພໍ. ແຕ່​ຄຳ​ຕອບ​ຂອງ​​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ໄດ້​ເປີດ​ທາງ​ໃຫ້​ເຮົາ​ເຂົ້າໃຈພຣະ​ໄທ​ທີ່​ມີ​ເມດ​ຕາ​ຂອງ ​ພຣະ​ອົງ ວ່າ: “ບໍ່, ບໍ່​ແມ່ນ​ເຈັດ​ເທື່ອ: ແຕ່​ເຈັດ​ສິບ​ເທື່ອ​ຄູນ​ເຈັດ.”17

​ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ເຮົາ ແລະ ປະສົງ​ໃຫ້​ເຮົາ​​ເຂົ້າ​ໃຈຄວາມ​ເຕັມ​ພຣະ​ໄທ​ຂອງ​​ພຣະ​ອົງທີ່​ຈະ​ໃຫ້​ອະໄພ. ຫລາຍ​ກວ່າ 20 ໂອກາດ​ໃນ​ພຣະ​ຄຳ​ພີ Doctrine and Covenants, ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກຜູ້​ທີ່​​ພຣະ​ອົງ​ໄດ້​ກ່າວ​ຕໍ່​ວ່າ, ບາບ​ຂອງ​ເຂົາເຈົ້າ​ໄດ້​ຮັບ​ການໃຫ້​ອະໄພ​ແລ້ວ ຫລື​ວ່າ​ໃນຖ້ອຍ​ຄຳ​ທີ່​ຄ້າຍຄື​ກັນ​ນີ້.18 ໃນ​ຈຳ​ນວນ​​ເຄິ່ງ​ໜຶ່ງ​ຂອງໂອກາດ​ເຫລົ່ານັ້ນ, ​ພຣະ​ຄຳ​ຂອງ​​ພຣະ​ຜູ້​ເປັນ​ເຈົ້າ ແມ່ນ​ກ່າວ​ຕໍ່​ສາດສະດາໂຈ​ເຊັບ ສະ​ມິດ ໂດຍ​ສະເພາະ, ບາງເທື່ອ​ກໍ​ກ່າວ​ເຖິງ​ເພິ່ນ​ຄົນ​ດຽວ, ບາງເທື່ອ​ກໍ​ກ່າວ​ເຖິງ​ຄົນ​ອື່ນ​ດ້ວຍ.19 ​ພຣະ​ຄຳ​ທຳ​ອິດ​ເຫລົ່າ​ນີ້ ຖືກ​ບັນ​​ຖຶກ​ໄວ້​ໃນ​ປີ 1830, ​ພຣະ​ຄຳ​ສຸດ​ທ້າຍ​ຖືກ​ບັນທຶກ​ໄວ້ ໃນ​ປີ 1843. ສະນັ້ນ, ເປັນ​ເວລາ​ຫລາຍ​ປີ, ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ບອກໂຈ​ເຊັບ ຊ້ຳ​ແລ້ວ​ຊ້ຳ​ອີ​ກວ່າ, ບາບ​ຂອງ​ເພິ່ນ​ໄດ້​ຮັບ​ການໃຫ້​ອະໄພ​ແລ້ວ.

ເຖິງ​ແມ່ນ​ວ່າໂຈ​ເຊັບບໍ່​ໄດ້​ເຮັດ​ບາບ​ທີ່​ຮ້າຍ​ແຮງ ຫລື ສາຫັດ,20 ມັນ​ກໍ​ຈະ​ດີ​ສຳລັບ​ເຮົາ ທີ່​ຈະ​ຈື່​ຈຳ​ໄວ້​ວ່າ ດ້ວຍ​ຂໍ້​ຍົກເວັ້ນ​ສອງ​ສາມ​ຂໍ້, “ເຈັດ​ສິບ​ເທື່ອ​ຄູນ​ເຈັດ” ຂອງ​​ພຣະ​ຜູ້​ເປັນ​ເຈົ້ານັ້ນ ບໍ່​ໄດ້​ຈຳກັດ​ຕໍ່​ການ​ໃຫ້​ອະໄພ ອີງ​ຕາມ​ຄວາມ​ຮ້າຍ​ແຮງຂອງ​ບາບ​ເທົ່າ​ນັ້ນ.

ເມື່ອ​ໄດ້​ກ່າວ​ຕໍ່​ພວກ​ແອວ​ເດີ​ທີ່​ໄດ້​ເຕົ້າໂຮມ​ກັນ​ຢູ່​ເມືອງ​ເຄີດ​ແລນ, ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ກ່າວ​ວ່າ ​ພຣະ​ອົງ​ປະສົງ​ຈະ​ໃຫ້ເຂົາເຈົ້າ​ເອົາ​ຊະນະ​ໂລກ; ດັ່ງນັ້ນ ​ພຣະ​ອົງ​ຈະ​ມີຄວາມ​ເມດ​ຕາສົງສານເຂົາເຈົ້າ.21 ​ພຣະ​ຜູ້​ເປັນ​ເຈົ້າ​ຮູ້ຈັກ​ຄວາມ​ອ່ອນແອ​ຂອງເຮົາ ແລະ ຜົນ​ສະທ້ອນ​ນິລັນດອນ​ຂອງ “ໂລກ” ທີ່​ມີ​ຕໍ່​ບັນດາຊາຍ ແລະ ຍິງ​ທີ່​ບໍ່​ດີ​ພ້ອມ.22 ຄຳ​ທີ່​ວ່າ ດັ່ງນັ້ນ ໃນ​ຂໍ້​ນີ້ ເປັນຄຳ​ຢືນຢັນ​ຂອງ​​ພຣະ​ອົງ​ວ່າ ໃນ​ທີ່​ສຸດ ພຽງ​ແຕ່ຄວາມ​ເມດ​ຕາສົງສານຂອງ​​ພຣະ​ອົງ​ເທົ່າ​ນັ້ນ ທີ່​ເຮົາ​ອາດ​ຈະ “ເອົາ​ຊະນະໂລກ​ໄດ້.” ຄວາມ​ເມດ​ຕາສົງສານ​ນັ້ນ​ຖືກ​ສະແດງ​ໃຫ້​ປະຈັກແນວໃດ? ຕໍ່​ບັນດາ​ແອວ​ເດີ​ກຸ່ມ​ດຽວ​ກັນ​ນີ້ ໃນ​ເມືອງເຄີດ​ແລນ ​ພຣະ​ອົງ​ໄດ້​ກ່າວ​ວ່າ, ​ພຣະ​ອົງ​ໄດ້​ໃຫ້​ອະໄພ​ບາບ​ຂອງ​ເຂົາເຈົ້າ ແລ້ວ.23​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ປະສົງ​ຈະ​ໃຫ້​ອະໄພ.

ບໍ່​ມີ​ຄົນ​ໃດ​ຈຳເປັນ​ຕ້ອງ​ຄາດ​ຄິດ​ໄດ້​ວ່າ ການ​ໃຫ້​ອະໄພ​ນີ້​ຈະ​ເກີດຂຶ້ນ​ໄດ້​ປາດ​ສະ​ຈາກການ​ກັບ​ໃຈ. ແນ່ນອນ, ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ປະກາດ​ວ່າ, ​ພຣະ​ອົງຜູ້​ເປັນ​​ພຣະ​ຜູ້​ເປັນ​ເຈົ້າຈະ​ໃຫ້​ອະໄພບາບແກ່​ຜູ້​ຄົນ​ທີ່​ສາລະພາບ ບາບ​ຂອງ​ເຂົາເຈົ້າ​ຕໍ່​​ພຣະ​ພັກຂອງ​​ພຣະ​ອົງ ແລະ ທູນ​ຂໍ​ການ​ໃຫ້​ອະໄພ, ແລະ ແລ້ວພຣະ​ອົງ​ໄດ້​ຕື່ມ​ເງື່ອນໄຂ​ຕັກເຕືອນ​ວ່າ, ຜູ້​ທີ່​ບໍ່​ໄດ້​ເຮັດ​ບາບ​ຈົນເຖິງ​ຄວາມ​ຕາຍ.24 ເຖິງ​ແມ່ນ​ວ່າ​​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ເບິ່ງ​ບາບດ້ວຍ​ລະດັບ​ການ​ຍິນ​ຍອມ​ແມ່ນ​ແຕ່​ນ້ອຍ​ທີ່​ສຸດ​,25 ແຕ່​​ພຣະ​ອົງ​ຍັງ​ແບ່ງ​ແຍກ​ຄວາມ ຮ້າຍ​ແຮງ​ຂອງ​ບາບ​ບາງ​ຢ່າງ. ​ພຣະ​ອົງ​ກຳນົດ​ວ່າ ຈະ​ບໍ່​ມີ​ການ​ໃຫ້​ອະໄພ​ສຳລັບ​ການ “ເວົ້າ​ໝິ່ນປະໝາດ​ຕໍ່​ສູ້​​ພຣະ​ວິນ​ຍານ​ບໍລິສຸດ.”26 ​ພຣະ​ອົງ​ປະກາດ​ເຖິງ​ຄວາມ​ຮ້າຍ​ແຮງຂອງ​ການ​ຄາດ​​ຕະ​ກຳ27 ແລະ ເນັ້ນ​ໜັກ​ເຖິງຄວາມ​ຮ້າຍ​ແຮງ​ຂອງ​ບາບ​ທາງ​​ເພດ ດັ່ງ​ເຊັ່ນ ການ​ຫລິ້ນ ຊູ້.28 ດ້ວຍ​ການ​ເຮັດ​ບາບ​ທາງ​​ເພດ​ຊ້ຳ​ແລ້ວ​ຊ້ຳ​ອີກ ​ພຣະ​ອົງ​ໄດ້​ເຮັດ​ໃຫ້​ເປັນ​ທີ່​ຮູ້ກັນ​ເຖິງ​ຄວາມ​ຍາກ​ລຳບາກ​ທີ່​ຈະ​ເພີ່ມ​ທະວີ​ຂຶ້ນ ທີ່​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ຈາກ​​ພຣະ​ອົງ.29 ແລະ ​ພຣະ​ອົງ​ໄດ້​ກ່າວ​ວ່າ ຄົນ​ທີ່​ເຮັດ​ບາບ​ຕໍ່​ຄວາມ​ສະຫວ່າງທີ່​ຍິ່ງໃຫຍ່​ກວ່າ ​ຈະ​ໄດ້​ຮັບ​ການ​ກ່າວ​ໂທດທີ່​ໃຫຍ່​ຫລວງ​ກວ່າ.30 ແຕ່, ໃນ​ຄວາມ​ເມດ​ຕາ​ປານີ​ຂອງ​​ພຣະ​ອົງ, ​ພຣະ​ອົງ​ອະນຸຍາດໃຫ້​ມີ​ການ​ປັບປຸງ​ໄປ​ຕາມ​ເວລາ ແທນ​ທີ່​ຈະ​ຮຽກຮ້ອງ​ຄວາມ​ດີພ້ອມ​ໃນ​ທັນທີ​ທັນໃດ. ແມ່ນ​ແຕ່​ກັບ​ການ​ເຮັດ​ບາບ​ທັງຫລາຍ ທີ່​ເປັນ​ຜົນ​ສະທ້ອນ​ຂອງ​ຄວາມ​ອ່ອນແອ​ຂອງຊີວິດ​ມະຕະ, ຂະນະ​ທີ່​ເຮົາ​ກັບ​ໃຈ​ເລື້ອຍ​ໄປ ແລະ ສະແຫວງຫາ​ການ​ໃຫ້ ອະໄພ​ຈາກ​​ພຣະ​ອົງ, ​ພຣະອົົງ​ຈະ​ໃຫ້​ອະໄພ, ເທື່ອ​ແລ້ວ​ເທື່ອອີກ.31

ເພາະ​ຍ້ອນ​ສິ່ງ​ນີ້, ເຮົາ​ທຸກ​ຄົນ, ຮ່ວມ​ທັງ​ຜູ້​ທີ່​ກຳ​ລັງ​​ດີ້ນ​ລົນ ທີ່​ຈະເອົາ​ຊະນະ​ພຶດຕິ​ກຳ​ທີ່ຕິດ​ແສດ ດັ່ງ​ເຊັ່ນ ການ​ໃຊ້​ຂອງ​ເສບ​ຕິດ ແລະ ໜັງສື​ລາມົກ ແລະ ທຸກ​ຄົນ​ທີ່ຢູ່​ໃກ້ຊິດເຂົາເຈົ້າ, ສາມາດ​ຮູ້​ໄດ້​ວ່າ​​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຮັບ​ຮູ້​ຄວາມ​ພະຍາຍາມ​ທີ່​ຊອບ​ທຳ​ຂອງ​ເຮົາ ແລະ ຈະ​ໃຫ້​ອະໄພ​ເຮົາ​ດ້ວຍ​ຄວາມ​ຮັກ ເມື່ອ​ການ​ກັບ​ໃຈນັ້ນ​ສົມບູນ​ຄົບ​ຖ້ວນ, ຈົນ​ເຖິງ “ເຈັດ​ສິບ​ເທື່ອ​ຄູນ​ເຈັດ.” ແຕ່​ນີ້​ບໍ່ໄດ້​ໝາຍ​ຄວາມ​ວ່າ ເຮົາ​ອາດ​ຈະ​ກັບ​ຄືນ​ໄປ​ເຮັດ​ບາບ​ນັ້ນ ຢ່າງ​ເຕັມ​ໃຈ ປາດ​ສະ​ຈາກ​ການ​ຖືກ​ລົງໂທດ.32

​ພຣະ​ຜູ້​ເປັນ​ເຈົ້າ​ສົນໃຈ​ໃນ​ເລື່ອງ​ຫົວໃຈ​ຂອງ​ເຮົາ​ສະເໝີ,33 ແລະ ການ​ອ້າງ​ເຖິງ​ສັດທາຈອມ​ປອມ​ບໍ່​ໄດ້ໃຫ້ການ​ຮັບຮອງ​ບາບ.34 ໃນ​ຍຸກ​ສະໄໝ​ນີ້ ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນຜູ້​ຮັບ​ໃຊ້​ຂອງພຣະ​ອົງ​ຄົນ​ໜຶ່ງ​ເຖິງ​ການ​ອ້າງ​ເຫດຜົນ​ດັ່ງກ່າວ​ໂດຍ​ການປະກາດ​ວ່າ, ໃຫ້ [ລາວ] ລະອາຍ​ພັກ​ພວກ​​ນີ​ໂກ​ລາຍ​ຕັນ ແລະ ຄວາມ​ໜ້າ​ກຽດ​ຊັງ​ລັບໆ​ທັງ​ໝົດ​ຂອງເຂົາເຈົ້າ.35 ພວກ​​ນີ​ໂກ​ລາຍ​ຕັນເປັນ​ນິກາຍ​ທາງ​ສາດສະໜາ​ໂບຮານ ທີ່​ໄດ້​ອ້າງ​ວ່າ ເຂົາເຈົ້າ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ບາບ​ທາງ​ເພດ ໂດຍ​ອາ​ໄສ​​ພຣະ​ຄຸນ​ຂອງ​​ພຣະ​ຜູ້ເປັນ​ເຈົ້າ.36 ສິ່ງ​ນີ້​ບໍ່​ໄດ້​ເປັນຄວາມ​ພໍ​​ພຣະ​ໄທ​ຕໍ່​​ພຣະ​ຜູ້​ເປັນ​ເຈົ້າ.37 ຄວາມ​ເມດ​ຕາ​ສົງສານ ແລະ ​ພຣະ​ຄຸນ​ຂອງ​​ພຣະ​ອົງ ຈະ​ບໍ່​ໃຫ້​ຂໍ້​ແກ້​ຕົວ​ແກ່​ເຮົາ ເມື່ອ​ໃຈ​ຂອງ​ເຮົາ​ບໍ່​ອີ່ມ .... [ແລະ ເຮົາ] ບໍ່​ເຊື່ອ​ຟັງ​ຄວາມ​ຈິງ, ແຕ່​ມີ​ຄວາມ​ພໍໃຈ​ໃນ​ຄວາມ​ບໍ່​ຊອບ​ທຳ.”38 ແທ້​ຈິງ​ແລ້ວ, ຫລັງ​ຈາກ ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້,39 ຄວາມ​ເມດ​ຕາສົງສານ ແລະ ​ພຣະ​ຄຸນ​ຂອງ​​ພຣະ​ອົງ​ເປັນ​ວິທີ​ທາງທີ່ “ໃນ​ຂັ້ນຕອນ​ຂອງ​ເວລາ”40 ເຮົາ​ຈະ​ເອົາ​ຊະນະໂລກ​ໄດ້​ ຜ່ານ​ອຳນາດ ທີ່​ເຮັດ​ໃຫ້​ສາມາດ​ຂອງ​ການ​ຊົດ​ໃຊ້. ໂດຍ​ການ​ສະແຫວງຫາຂອງ​ປະທານ​ທີ່​ລ້ຳ​ຄ່າ​ນີ້, ຢ່າງ​ຖ່ອມ​ຕົນ “ສິ່ງ​ທີ່​ອ່ອນແອ​ນັ້ນ ກັບ​ມາ​ເຂັ້ມແຂງ​ສຳລັບ [ເຮົາ],”41 ແລະ ໂດຍ​ຄວາມ​ເຂັ້ມແຂງ ຂອງ​​ພຣະ​ອົງ, ເຮົາ​ຈະ​ຖືກ​ເຮັດ​ໃຫ້​ສາມາດ ເພື່ອ​ເຮັດ​ສິ່ງ​ທີ່​ເຮົາຈະ​ບໍ່​ສາມາດ​ເຮັດ​ໄດ້​ດ້ວຍ​ຕົວ​ເຮົາ​ເອງ.

​ພຣະ​ຜູ້​ເປັນ​ເຈົ້າ​ເບິ່ງ​ຄວາມ​ສະຫວ່າງ​ທີ່​ເຮົາ​ໄດ້​ຮັບ,42 ຄວາມປາດ​​ຖະ​ໜາ​ຂອງ​ໃຈ​ເຮົາ,43 ແລະ ການ​ກະທຳ​ຂອງ​ເຮົາ,44 ແລະ ເມື່ອ​ເຮົາ​ກັບ​ໃຈ ແລະ ສະແຫວງຫາ​ການ​ໃຫ້​ອະໄພຂອງ​​ພຣະ​ອົງ, ​ພຣະ​ອົງ​ຈະ​ໃຫ້​ອະໄພ. ເມື່ອ​ເຮົາ​ພິຈາລະນາ​ຊີວິດ​ຂອງ​ເຮົາ​ເອງ ແລະ ຊີວິດ​ຂອງ​ຜູ້​ຄົນ​ທີ່​ເຮົາ​ຮັກ ແລະ ຄົນ​ທີ່​ເຮົາ​ຮູ້ຈັກ, ເຮົາ​ຄວນ​ຈະ​ເຕັມ​ໃຈ​ໃຫ້​ອະໄພ​ຕົວ​ເຮົາ​ເອງ ແລະ ຜູ້​ອື່ນ​ຢ່າງ​ເທົ່າ​ທຽມ​ກັນ​ດ້ວຍ.45

ປຶ້ມ ຈົ່ງ​ສອນ​​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ກ່າວ​ເຖິງ​ຄວາມ​ຍາກ​ລຳບາກ​ໃນ​ການ​ເອົາ​ຊະນະ​ພຶດຕິ​ກຳ​ທີ່ຕິດ​ແສດ ແລະ ຊຸກຍູ້​ຜູ້ນຳຖານະ​ປະໂລຫິດ ແລະ ສະມາຊິກ​ວ່າ “ບໍ່​ໃຫ້​ຕົກໃຈ ຫລື ທໍ້ຖອຍ​ໃຈ” ຖ້າ​ຫາກວ່າ​ຜູ້​ສົນໃຈ ຫລື ສະມາຊິກ​ໃໝ່​ຍັງ​​ດີ້ນ​ລົນຢູ່​ກັບ​ບັນຫາ​ດັ່ງກ່າວ. ແທ້​ຈິງ​ແລ້ວ, ເຮົາ​ຖືກ​ແນະນຳ​ໃຫ້ “ສະແດງ​ຄວາມ​ໝັ້ນ​ໃຈ​ນຳ​ຄົນ​ນັ້ນ ແລະ ບໍ່​ໃຫ້​ຕັດສິນ ... (ຖື​ວ່າ) ມັນ​ເປັນ​ການ​ໝູນ​ກັບ​ທີ່​ອະທິບາຍ​ໄດ້ ແລະ ຊົ່ວຄາວ.”46 ເຮົາ​ຈະ​ປະຕິບັດນ້ອຍ​ໄປ​ກວ່າ​ນີ້​ບໍ ກັບ​ລູກໆ ຫລື ສະມາຊິກ​ໃນ​ຄອບຄົວ​ຂອງ​ເຮົາ​ເອງ ຜູ້​ທີ່​​ດີ້ນ​ລົນ​ຢູ່​ກັບບັນຫາ​ທີ່​ຄ້າຍຄື​ກັນ​ນີ້, ຜູ້​ທີ່​ໄດ້​ຫລົງ​ທາງ​ໄປ​ຊົ່ວຄາວ​ໜຶ່ງ​ຈາກ​ເສັ້ນທາງ​ແຫ່ງ​ຄວາມຊອບ​ທຳ? ແນ່ນອນ​ວ່າ ເຂົາເຈົ້າ​ຄວນ​ຈະ​ໄດ້​ຮັບ​ຄວາມ​ໝັ້ນຄົງ, ຄວາມ​ອົດທົນ, ແລະ ຄວາມ​ຮັກ ແລະ ແນ່ນອນ​ວ່າ ທັງ​ການ​ໃຫ້​ອະໄພ​ຂອງ​ເຮົາ​ດ້ວຍ.

ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ ເມື່ອ​ເດືອນ​ຕຸລາ​ທີ່​ຜ່ານ​ມາ​ນີ້, ປະທານ​ມອນ​ສັນ ໄດ້​ແນະນຳ​ວ່າ:

“ເຮົາ​ຕ້ອງ​ຄິດ​ວ່າ ຄົນ​ເຫລົ່ານັ້ນ​ສາມາດ​ປ່ຽນ​ໄດ້. ເຂົາເຈົ້າ​ສາມາດ​ຖິ້ມ​ໃຈ​ເກົ່າ. ເຂົາເຈົ້າ​ສາມາດ​ກັບ​ໃຈຈາກ​ການ​ລ່ວງ​ລະເມີດ. ...

“... ເຮົາ​ສາມາດ​ຊ່ອຍ​ເຂົາເຈົ້າ​ໃຫ້​ເອົາ​ຊະນະ​ຄວາມ​ອ່ອນແອ​ຂອງ​ເຂົາເຈົ້າ. ເຮົາ​ຕ້ອງ​ພັດທະນາຄວາມ​ສາມາດ​ທີ່​ຈະ​ເຫັນ​ຜູ້​ຊາຍ ບໍ່​ແມ່ນ ດັ່ງ​ທີ່​ເຂົາເຈົ້າ​ເປັນ​ຢູ່​ໃນ​ຕອນ​ນີ້ ແຕ່​ດັ່ງ​ທີ່​ເຂົາເຈົ້າຈະ​ເປັນ​ຄົນ​ແບບ​ໃດ.”47

ໃນ​ກອງ​ປະຊຸມ​ຂອງ​ສາດສະໜາ​ຈັກ​ໃນ​ຕອນ​ເລີ່ມ​ຕົ້ນ, ທີ່​ຄ້າຍຄື​ກັນ​ກັບ​ກອງ​ປະຊຸມ​ໃຫຍ່​ສາມັນ​ນີ້, ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກສະມາຊິກ​ວ່າ:

​ເຂົາເຈົ້າ​ສະອາດ, ແຕ່​ບໍ່​ທັງ​ໝົດ; ...

ເພາະ ເນື້ອ​ໜັງ​ທັງ​ປວງ ເສື່ອມ​ຊາມ​ຕໍ່​​ພຣະ​ອົງ. ...

ຕາມ​ຈິງ​ແລ້ວ ບາງ​ຄົນ​ໄດ້​ເຮັດ​ຜິດ​ຕໍ່​​ພຣະ​ອົງ, ແຕ່​​ພຣະ​ອົງ​ຈະ​ມີ​ເມດ​ຕາ​ຕໍ່​ຄວາມ​ອ່ອນແອ ຂອງເຂົາເຈົ້າ.48

ຂ່າວສານ​ຂອງ​​ພຣະ​ອົງ​ກໍ​ເໝືອນ​ເດີມ​ໃນ​ທຸກ​ວັນ​ນີ້.

​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ຮູ້​ສິ່ງ​ທີ່​ເຮົາ​ກຳລັງ​ປະ​ເຊີນ​ຢູ່, ວ່າ​ເຮົາ​ທຸກ​ຄົນເຮັດ​ບາບ ແລະ “ຫ່າງ​ໄກ​ຈາກ​​ພຣະ​ເຈົ້າ”49 ເທື່ອ​ແລ້ວ​ເທື່ອ​ອີກ. ​ພຣະ​ອົງ “ຈະ​ຮັບ​ເອົາ​ຄວາມ​ບົກພ່ອງ​ຂອງມະນຸດ ເພື່ອ ​ພຣະ​ອົງ​ຈະ​ຮູ້ຈັກ ທີ່​ຈະ​ຊ່ອຍ​ເຫລືອ​ຜູ້​ຄົນ​ຂອງ​ພຣະ​ອົງ ຕາມ​ຄວາມ​ບົກພ່ອງ​ຂອງ​ພວກ​ເຂົາ.”50 ​ພຣະບຸດ​ຂອງພຣະ​ອົງສອນ​ເຮົາ​ໃຫ້ “ສວດ​ອ້ອນວອນ​ສະເໝີ ເພື່ອ ບໍ່ ໃຫ້ [ເຮົາ] ເຂົ້າ​ຢູ່ໃນ​ການ​ລໍ້​ລວງ.”51 ເຮົາ​ຖືກ​ບອກ​ໃຫ້ “ເອີ້ນ​ຫາ​​ພຣະ​ອົງ​ເພື່ອ ຄວາມ​ເມດ​ຕາ; ເພາະ​​ພຣະ​ອົງ​ມີ​ອະນຸ​ພາບ​ທີ່​ຈະ​ຊ່ອຍ​ໃຫ້ລອດ.”52 ​ພຣະ​ອົງ​ບັນຊາໃຫ້​ເຮົາ​ກັບ​ໃຈ53 ແລະ ໃຫ້​ອະໄພ.54 ແລະ ເຖິງ​ແມ່ນ​ວ່າ ການ​ກັບ​ໃຈ​ບໍ່​ເປັນ​ເລື່ອງ​ງ່າຍ, ເມື່ອເຮົາ​ພະຍາຍາມ​ສຸດ​ຫົວໃຈ​ຂອງ​ເຮົາ ທີ່​ຈະ​ເຊື່ອ​ຟັງພຣະ​ກິດ​ຕິຄຸນ​ຂອງ​​ພຣະ​ອົງ, ​ພຣະ​ອົງ​ໃຫ້​ຄຳ​ສັນຍາ​ນີ້​ວ່າ ຕາມ​ຄວາມ​ຈິງ ແລ້ວ ​ພຣະ​ອົງ​ກ່າວ​ກັບ​ພວກ​ເຮົາ, ເຖິງ​ແມ່ນ​ວ່າ [ພວກ​ເຮົາ] ມີ​ບາບ, ແຕ່​ອຸທອນ​ຂອງ​​ພຣະ​ອົງ​ຍັງ​ເຕັມ​ໄປ​ດ້ວຍ​ຄວາມເມດ​ຕາ​ຕໍ່ [ພວກ​ເຮົາ]. ​ພຣະ​ອົງ​ຈະ​ບໍ່​ຂັບ​ໄລ່ [ພວກ​ເຮົາ] ​ໃຫ້ອອກ​ໄປ; ແລະ ໃນ​ວັນ​ແຫ່ງ​​ພຣະ​ພິໂລດ​ຂອງ​​ພຣະ​ອົງ ​ພຣະ​ອົງ​ຈະ​ລະນຶກ​ເຖິງ​ຄວາມ​ເມດ​ຕາ.55 ​ພຣະ​ຜູ້​ຊ່ອຍໃຫ້​ລອດ​ປະສົງ​ຈະ​ໃຫ້​ອະໄພ.

ແຕ່​ລະ​ອາທິດ ນັກ​ຮ້ອງ​ປະສານ​ສຽງມໍ​ມອນ ​ແທ​ໂບ​ແນ​ໂກ ເລີ່ມ​ການ​ຖ່າຍ​ທອດທີ່​ດົນ​ໃຈ​ດ້ວຍ​ຖ້ອຍ​ຄຳທີ່​ເຊີດ​ຊູ​ຂອງເພງ​ສວດ​ທີ່​ຄຸ້ນ​ເຄີຍ​ຂອງ ​ວິວລຽມ ດັບ​ເບິນ​ຢູ ​ແຟວສ໌ ຊື່ “Gently Raise the Sacred Strain.” ຖ້ອຍ​ຄຳ​ທີ່​ບໍ່​ຄຸ້ນ​ເຄີຍ ແຕ່​ເປັນ​ທີ່​ປອບ​ໂຍນ ແມ່ນ​ຖ້ອຍ​ຄຳ​ທີ່ຢູ່​ໃນ​ຂໍ້​ທີ​ສີ່ ທີ່​ວ່າ:

​ພຣະ​ເຈົ້າ​ຊົງ​ສັກສິດ.

ຊອບ​ທຳ ​ພຣະ​ຄຳ ມີຄ່າ​ມະຫາສານ: ...

ກັບ​ໃຈ​ເນົາ​ນານ;

ແມ່ນ​ແຕ່​ບາບ​ທ່ານ​ແດງ​ສ່ານ​ພຽງ​ໃດ,

ໂອ້, ກັບ​ໃຈ, ​ພຣະ​ຈະ​ຍົກໂທດ.56

ຂ້າພະເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ຈື່​ຈຳ ແລະ ເຊື່ອ​ໃນ​​ພຣະ​ຄຳ​ຂອງ​​ພຣະ​ຜູ້​ເປັນ​ເຈົ້າ ແລະ ໃຫ້​ໃຊ້​ສັດທາ​ໃນ​​ພຣະ​ອົງ​ໄປ​ສູ່​ການ​ກັບ​ໃຈ.57 ​ພຣະ​ອົງ​ຮັກ​ທ່ານ. ​ພຣະ​ອົງ​ປະສົງ​ຈະ​ໃຫ້​ອະໄພ. ຂ້າພະເຈົ້າ​ເປັນ​ພະຍານໃນ​​ພຣະ​ນາມ​ອັນ​ສັກສິດ​ຂອງ​ພຣະເຢ​ຊູ​​ຄຣິດ, ອາ​ແມນ.