ຖ້ອຍ​ຄຳ​ທີ່​ເຮົາ​ກ່າວ

​ໂດຍ ໂຣສະແມຣີ ​ເອັມ ວິກຊອມ

ປະທານ​ອົງການ​ປະຖົມ​ໄວສາມັນ


ວິທີ​ທີ່​ເຮົາ​ກ່າວ​ກັບ​ລູກໆ ​ແລະ ຖ້ອຍ​ຄຳ​ທີ່​ເຮົາ​ໃຊ້​ສາມາດຊຸກຍູ້​ ​ແລະ ​ເຊີດ​ຊູເຂົາ ​ແລະ ສາມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດທາ​ຂອງ​​ເຂົາ.

ບໍ່​ດົນ​ມາ​ນີ້ ພໍ່​ໜຸ່ມ​ຄົນ​ໜຶ່ງ​ໄດ້​ຮູ້​ເຖິງ​ການ​ຕາຍ​ຂອງ​ນາຍຄູ​ຊັ້ນປໍ​ສອງທີ່​ດີ​ຂອງ​ລາວ. ​ໃນ​ການ​ລະລຶກ​ເຖິງ​​ເພິ່ນ, ລາວ​ໄດ້​ຂຽນ​ວ່າ: “ໃນ​ຄວາມ​ຮູ້ສຶກ ​ແລະ ປະສົບ​ການ​ທັງ​ໝົດ​ທີ່​ຂ້າພະ​ເຈົ້າຈື່​ໄດ້, ສິ່ງ​ທີ່​ຂ້າພະ​ເຈົ້າຄິດ​ອອກ​ໄດ້​ແມ່ນ ‘ການ​ປອບ​ໂຍນ.’ ​ເພິ່ນ​ອາດ​​ໄດ້ສອນ​ຂ້າພະ​ເຈົ້າ​ໃຫ້​ຮູ້ຈັກ​ຂຽນ​ອ່ານ, ຫລັກ​ໄວ​ຍະ​ກອນ, ​ເລກ, ​ແຕ່​ຍິ່ງ​ໄປ​ກວ່າ​ນັ້ນ ​ເພິ່ນ​ໄດ້​ສອນຂ້າພະ​ເຈົ້າ​ໃຫ້​ຮູ້ຈັກຮັກ​ການ​ເປັນ​ເດັກ​. ຢູ່​ໃນ​ຫ້ອງ​ຂອງ​ເພິ່ນ, ການ​ຂຽນ​ຜິດ​ເລັກ​ໆ​ນ້ອຍໆ​ນັ້ນບໍ່​ເປັນ​ຫຍັງ; ‘ພວກ​ເຮົາ​ຊິ​ພະຍາຍາມ​ຕໍ່​ໄປ,’ ​ເພິ່ນ​ເວົ້າ. ບໍ່​ເປັນ​ຫຍັງ​ທີ່​ຈະ​ເຮັດ​ສິ່ງ​ຂອງ​ຕົກ ຫລື ຈີກ ຫລື ຂີດ; ‘ພວກ​ເຮົາ​ຊິ​ສ້ອມ​ແປງ​ມັນ ​ແລະ ​ເກັບ​ມ້ຽນ​ມັນ,’ ​ເພິ່ນ​ເວົ້າ. ບໍ່​ເປັນ​ຫຍັງ​ທີ່​ຈະ​ພະຍາຍາມ, ບໍ່​ເປັນ​ຫຍັງ​ທີ່​ຈະ​ໄຝ່ຝັນ, ​ແລະ ບໍ່​ເປັນ​ຫຍັງ​ທີ່​ຈະ​ຊື່ນ​ຊົມ​ກັບ​ສິ່ງ​ທີ່​ເດັກນ້ອຍ​ເຫັນ​ວ່າ​ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ.”

ອິດ​ທິພົນ​ທີ່​ຍິ່ງ​ໃຫຍ່​ທີ່ສຸດ​ທີ່​ບຸກຄົນ​ສາມາດ​ມີ​ໃນ​ໂລກ​ນີ້ ຄືການ​ມີ​ອິດ​ທິພົນ​ຕໍ່​ເດັກນ້ອຍ. ຄວາມ​ເຊື່ອ​ຂອງ​ເດັກນ້ອຍ ​ແລະ ຄ່າ​ຄວນ​ຂອງ​ເຂົາ​ຈະ​ຖືກ​ຫລໍ່​ຫລອມ​ຕອນ​ເຂົາ​ຍັງ​ນ້ອຍ. ທຸກ​ຄົນ​ທີ່​ໄດ້​ຍິນ​ສຽງ​ຂອງ​ຂ້າພະ​ເຈົ້າມີ​ພະລັງ​ທີ່​ຈະຊ່ອຍ​ໃຫ້ເດັກນ້ອຍ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ເຂົາ​ເອງ​ໄດ້ ​ແລະ ​ເພີ່ມ​ສັດທາ​ຂອງ​ເຂົາ​ໃນ​ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະ​ເຢຊູ​ຄຣິດ ຜ່ານ​ຖ້ອຍ​ຄຳທີ່​ເຂົາ​ເຈົ້າກ່າວ.

​ໃນ​ ຮີ​ລາມັນ ບົດ​ທີ 5 ​ເຮົາ​ອ່ານ​ວ່າ, “ແລະ ບັດ​ນີ້, ຈົ່ງ​ຈື່​ໄວ້, ລູກ​ຂອງ​ພໍ່, ຈົ່ງ​ຈື່​ໄວ້​ວ່າ ລູກ​ຈະ​ຕ້ອງ​ສ້າງ​ຮາກ​ຖານ​ຂອງ​ລູກ​ເທິງ​ດານ​ຫີນ​ຂອງ​ພຣະຜູ້​ໄຖ່​ຂອງ​ພວກ​ເຮົາ, ຄື ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ.”1

ນີ້​ຄື​ ຄຳ​ເວົ້າ ຂອງ​ຮີ​ລາມັນ ທີ່​ໄດ້​ສອນ​ພວກ​ລູກ​ຊາຍ​ຂອງ​ເພິ່ນ. ​ແລະ ​ເຮົາ​ອ່ານ​ຕໍ່​ວ່າ: “​ແລະ ພວກ​ເພິ່ນໄດ້​ຈື່​ຈຳ ຄຳ​ເວົ້າ; ​​ຂອງ​ເພິ່ນ; ແລະ … ພວກ​ເພິ່ນຈຶ່ງ​ໄດ້​ອອກ​ໄປ ... ເພື່ອ​ຈະ​ໄດ້​ສິດສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃຫ້​ແກ່​ບັນດາ​ຜູ້ຄົນ.”2

​ເຖິງ​ແມ່ນ​ພວກ​ລູກຊາຍ​ຂອງ​ຮີ​ລາມັນ​ໄດ້​ຖືກ​ຂົ່ມ​ເຫັງ ​ແລະ ຖືກ​ຈັບ​ເຂົ້າຄຸກ, ​ແຕ່​ຖ້ອຍ​ຄຳ​ທີ່​ເຂົາ​ເຈົ້າ​ໄດ້​ຍິນ​ບໍ່​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າທໍ້ຖອຍ​ໃຈ. ​ເຂົາ​ເຈົ້າ​ຖືກ​ປົກ​ປ້ອງ ​ແລະ ຖືກ​ອ້ອມ​ຮອບ​​ດ້ວຍເລົາ​ໄຟ. ​ແລ້ວ​ມີ​ສຽງ​ມາ​ເຖິງ​ເຂົາ​ເຈົ້າ, ກ່າວ​ກັບ​ນາຍ​ຍາມ​ວ່າ:

“ເຈົ້າຈົ່ງ​ກັບ​ໃຈ, ແລະ ຢ່າ​ພະຍາຍາມ​ທຳລາຍ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ອີກ​ຕໍ່​ໄປ. ...

“... ບໍ່​ແມ່ນ​ສຽງ​ຟ້າຮ້ອງ, ທັງ​ບໍ່​ແມ່ນ​ສຽງ​ກຶກ​ກ້ອງ, ແຕ່​ວ່າ​ມັນ​ເປັນ​ສຽງ​ອ່ອນ​ຫວານ​ຂອງ​ຄວາມ​ນິ້ມ​ນວນ​ຢ່າງ​ແຈ່ມ​ແຈ້ງ, ຄ້າຍຄື​ກັບ​ວ່າ​ເປັນ​ສຽງ​ຊື່ມ​ໃສ່​ຫູ, ແລະ ມັນ​ໄດ້​ສຽບ​ແທງ​ເຂົ້າ​ໄປ​ໃນ​ຈິດ​ວິນ​ຍານທຸກ​ດວງ.”3

​ເຮົາ​ສາມາດ​ຮຽນ​ຮູ້​ຈາກ​ສຸລະສຽງ​ຈາກ​ສະຫວັນ. ມັນ​ບໍ່​ໄດ້​ເປັນ​ສຽງ​ດັງ, ສຽງ​ຮ້າຍ, ຫລື ສຽງ​ສັ່ງການ; ມັນ​ເປັນ​ສຽງ​ອັນ​ອ່ອນ​ໂຍນ, ​ໃຫ້​ຄຳ​ແນະນຳ​ຢ່າງ​ໜັ​ກ​ແໜ້ນ ​ໃນ​ຂະນະ​ທີ່​​ໃຫ້​ຄວາມ​ຫວັງ.

ວິທີ​ທີ່​ເຮົາ​ກ່າວ​ກັບ​ລູກໆ ​ແລະ ຖ້ອຍ​ຄຳ​ທີ່​ເຮົາ​ໃຊ້​ສາມາດຊຸກຍູ້​ ​ແລະ ​ເຊີດ​ຊູເຂົາ ​ແລະ ສາມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດທາ​ຂອງ​​ເຂົາ ​ເພື່ອ​ໃຫ້​ເຂົາ​ຢູ່​ໃນ​ເສັ້ນທາງ​ກັບ​ໄປ​ຫາ​ພຣະບິດາ​ເທິງ​ສະຫວັນ. ​ເຂົາ​ໄດ້​ມາສູ່​ໂລກ​ນີ້ ພ້ອມ​ແລ້ວ​ທີ່​ຈະຮັບ​ຟັງ.

ຕົວຢ່າງ​ຂອງ​ເດັກ​ທີ່​ຟັງ​ແມ່ນ​​ເຫັນ​ຢູ່​ໃນ​ຮ້ານ​ຂາຍ​ຜ້າ​ບ່ອນ​ໜຶ່ງ. ຢູ່​ໃນ​ຮ້ານ​ນັ້ນມີ​ຜູ້​ມາ​ເລາະ​ຊື້​ສິ່ງ​ຂອງຫລາຍ​ຄົນ ​ແລະ ກໍ​ມີ​ແມ່​ຄົນ​ໜຶ່ງ​ຜູ້​ຕື່ນ​ຕົກ​ໃຈ ທີ່​ລູກ​ຊາຍ​ຂອງ​ນາງ​ໄດ້​ຫາຍ​ໄປ. ທຳ​ອິດ, ນາງ​ໄດ້​ເອີ້ນ​ຊື່​ຂອງ​ລາວ “ຄອນ​ເນີ,” ​ໃນ​ແບບ​ທີ່​ຮ້ອນຮົນ ​ໃນ​ຂະນະ​ທີ່​ຍ່າງ​ອ້ອມ​ຮອບ​ຮ້ານ. ​ເມື່ອ​ເວລາ​ຜ່ານ​ໄປ, ສຽງ​ຂອງ​ນາງ​ດັງ​ແຮງ​ຂຶ້ນກວ່າ​ເກົ່າ​ແບບ​ເປັນ​ຫ່ວງ​ຫລາຍ​ທີ່​ສຸດ. ບໍ່​ດົນ​ກໍ​ມີ​ຄົນ​ບອກ​ໃຫ້​​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ​ຮູ້ຈັກ, ​ແລະ ທຸກ​ຄົນ​ໃນ​ຮ້ານ​ນັ້ນກໍ​ໄດ້​ພາກັນ​ຊ່ອຍ​ຊອກ​ຫາ​ເດັກ​ຄົນ​ນັ້ນ. ຫລາຍ​ນາທີ​ໄດ້ຜ່ານ​ໄປ ​ແຕ່​ກໍຊອກ​ບໍ່​ເຫັນ. ​ແມ່​ຂອງ​ທ້າວ​ຄອນ​​ເນີ, ​​ຍິ່ງ​ເປັນ​ຫ່ວງ​ຫລາຍ​ຂຶ້ນ, ​ແລະ ​ໄດ້​ເອີ້ນ​ຊື່​ລູກ​ຊາຍ​ແຮງ​ຂຶ້ນກວ່າ​ເກົ່າ ຫລາຍ​ໆ​ເທື່ອ.

ລູກ​ຄ້າ​ຄົນ​ໜຶ່ງ, ຫລັງ​ຈາກ​ໄດ້​ກ່າວ​ອະທິຖານ​ໃນ​ໃຈ​ແລ້ວ, ນຶກ​ໄດ້ວ່າ​ບາງທີ​ທ້າວ​ຄອນ​​ເນີ​ອາດ​​ເກີດ​ມີຄວາມ​ຢ້ານ​ກົວ​ເພາະ​ນ້ຳສຽງ​ຂອງ​ແມ່ທີ່​ຮ້ອງ​ຊື່​ຂອງ​ລາວ​ແບບ​ຕົກ​ອົກ​ຕົກ​ໃຈ. ລູກ​ຄ້າ​ຄົນ​ນັ້ນ​ໄດ້​ເວົ້າສິ່ງ​ນີ້​ໃຫ້​ລູກ​ຄ້າ​ອີກ​ຄົນ​ໜຶ່ງ​ຟັງຜູ້​ໄດ້​ຊ່ອຍ​ຊອກ, ​ແລະ ​ເຂົາ​​ເຈົ້າໄດ້​ພາກັນ​ວາງ​ແຜນຢ່າງ​ໜຶ່ງ. ​ເຂົາ​ເຈົ້າຈະ​ພາກັນ​ຍ່າງ​ໄປ​ຕາມ​ຮ່ອມ​ໂຕະ​ຜ້າ​​ແບບ​ງຽບໆ ​ແລະ ​ເວົ້າວ່າ, “ຄອນ​ເນີ, ຖ້າ​ຫາກ​ເຈົ້າ​ໄດ້​ຍິນ​ສຽງ​ຂ້ອຍ, ​ໃຫ້​ເຈົ້າຕອບ​ວ່າ, ‘ຂ້ອຍ​ຢູ່​ນີ້​ເດ້.’” ​ແລະ ​ເຂົາ​ເຈົ້າ​ໄດ້​ຍ່າງ​ໄປ​ຢ່າງ​ຊ້າໆ ມຸ້ງ​ໜ້າ​ໄປ​ທາງ​ຫລັງ​ຮ້ານ, ​ເວົ້າຄຳ​ເກົ່າ​ນັ້ນ, ​ແລ້ວ​ກໍ​ເປັນຕາ​ມທີ່​ເວົ້າ​​ໄວ້, ​ເຂົາ​ເຈົ້າ​ໄດ້​ຍິນ​ສຽງ​ເວົ້າຄ່ອຍໆ​ອອກ​ມາ​ວ່າ, “ຂ້ອຍ​ຢູ່​ນີ້​ເດ້.” ທ້າວ​ຄອນ​ເນີ​ໄດ້​ລີ້​ຢູ່​ລະ​ຫວ່າງ​ຫລືບ​ກໍ້​ຜ້າຢູ່​ກ້ອງ​ໂຕະ. ​ແມ່ນ​ສຽງ​ທີ່​ອ່ອນ​ຫວານ​ນັ້ນທີ່​ເຮັດ​ໃຫ້​ທ້າວ​ຄອນ​ເນີ​ຄິດ​ຢາກ​ຕອບ.

ຈົ່ງ​ອະທິຖານ​ເພື່ອ​ຈະ​ໄດ້​ຮູ້​ເຖິງ​ຄວາມ​ຕ້ອງການ​ຂອງ​​​ລູກ

​ໃນ​ການ​ກ່າວ​ຕໍ່​​ໃຈ​ຂອງ​ລູກ, ​ເຮົາ​ຕ້ອງ​ຮູ້ຈັກ​ຄວາມ​ຕ້ອງການ​ຂອງ​ເດັກ​ກ່ອນ. ຖ້າ​ຫາກ​ເຮົາ​ອະທິຖານ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ຄວາມ​ຕ້ອງການ​ເຫລົ່ານັ້ນ, ​ແລ້ວ​ຖ້ອຍ​ຄຳ​ທີ່​ເຮົາ​ກ່າວ​ອາດ​ມີ​ພະລັງ​ຫລາຍ​ທີ່​ຈະ​ເຂົ້າ​ເຖິງ​ໃຈ​ຂອງ​​ເຂົາ. ຄວາມ​ພະຍາຍາມ​ຂອງ​ເຮົາຈະ​ຂະຫຍາຍ​ກວ້າງ ​ເມື່ອ​ເຮົາ​ສະ​ແຫວ​ງຫາການ​ຊີ້​ນຳ​ຂອງ​ພຣະວິນ​ຍານ​ບໍລິສຸດ. ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ:

ໃຫ້ກ່າວ​ຄວາມ​ຄິດ​ທີ່​ພຣະອົງຈະ​ເອົາ​ໃສ່ໃນ​ໃຈ​ຂອງ​​ເຮົາ, …

ເພາະ​ມັນ​ຈະ​ຖືກ​ມອບ​ໃຫ້​​ເຮົາໃນ​ຊົ່ວ​ໂມງ​ນັ້ນ​ເອງ, ​ແທ້​ຈິງ​ແລ້ວ, ​ໃນເວລານັ້ນ​ເອງ, ສິ່ງ​ທີ່​​ເຮົາຈະ​ກ່າວ.”4

ຕ້ອງ​ປິດ ​ແລະ ຟັງ​ດ້ວຍ​ຄວາມຮັກ

ໜ້າ​ເສຍ​ໃຈ​ທີ່​ມີ​ສິ່ງ​ລົບ​ກວນ​ຫລາຍ​ຢ່າງ​ຢູ່​ໃນ​ໂລກ​ທີ່​ກີດ​ກັນ​​ລູກ​ໆຈາກ​ການ​ໄດ້​ຍິນ​ຖ້ອຍ​ຄຳ​ທີ່​ສົ່ງ​ເສີມ ທີ່​ສາມາດ​ຫລໍ່​ຫລອມ​ເຂົາ.

ດຣ​ ນຽວ ຮາ​ຟອນ, ຜູ້​ຈັດການຢູ່​ມະຫາວິທະຍາ​ໄລ ລອສ໌​ແອ​ງ​ເຈີ​ລິ​ສ໌ ຄາ​ລິ​ຟໍ​ເນຍ (UCLA) ຝ່າຍ​ແພດພະຍາບານ​ເດັກ, ຄອບຄົວ, ​ແລະ ຊຸມ​ຊົນ ​ໄດ້​ກ່າວ​ເຖິງກໍລະນີ “ພໍ່​ແມ່​ທີ່​ບໍ່​ເອົາ​ໃຈ​ໃສ່ກັບ​ລູກ.” ຕໍ່​ໄປ​ນີ້​​ແມ່ນຕົວຢ່າງ​ໜຶ່ງ​ກ່ຽວ​ກັບເດັກນ້ອຍ​ອາຍຸ 18 ​ເດືອນກັບ​ພໍ່​ແມ່​ຂອງ​ເຂົາ:

“‘ລູກ​ຊາຍ​ຂອງ​ເຂົາ​ເຈົ້າ​ເບິ່ງ​ຄື​ວ່າ​ມີ​ຄວາມສຸກ, ​ເຂັ້ມ​ແຂງ ​ແລະ ມີ​ສ່ວນ​ຮ່ວມ, ​ຊື່ນ​ຊົມ​ກັບ​ການ​ກິນ​ເຂົ້ານຳ​ພໍ່​ແມ່. ... ​​ໃນ​ທ້າຍ​ການ​ກິນ​ເຂົ້າ, ​ແມ່​ໄດ້​ລຸກຂຶ້ນ ​ແລະ ​ໄດ້​ອອກ​ໄປ​ເຮັດ​ບາງ​ສິ່ງ, ປະ​ໃຫ້​ພໍ່​​ເບິ່ງ​ລູກ.’

“ຜູ້​ເປັນ​ພໍ່ … ​ໄດ້​ເລີ່​ມຕົ້ນອ່ານ​ຂໍ້ຄວາມ​ຢູ່​ໃນ​ມື​ຖື ຂະນະ​ທີ່​ລູກ​ຊາຍ​ຢາກ​ໃຫ້​ພໍ່​ສົນ​ໃຈ​ກັບ​​ລາວ ​ແລະ ​ໄດ້​ໂຍນ​ອາຫານ​ໃສ່​ພໍ່. ​ແລ້ວ​ພໍ່​ໄດ້​ຫລຽວ​ເບິ່ງ​ລູກ, ​ແລະ ​ເວົ້າລົມ​ກັບ​ລາວ. ບໍ່​ດົນ, ລາວ​ໄດ້​ເບິ່ງ​ວິ​ດີ​ໂອ​ຢູ່​ໃນ​ມື​ຖື​ຂອງ​ລາວກັບ​ລູກ ຈົນ​ກວ່າ​ເມຍຂອງ​ລາວ​​ໄດ້ກັບ​ຄືນ​ມາ.

“​... [ດຣ] ຮາ​ຟອນ ​ໄດ້​ສັງ​ເກດ​ເຫັນ​ແສງ​ເຍືອງ​ທາງ​ຂອງ​ເດັກ​ທີ່​ຈະ​ດັບ​ໄປ, ຄວາມ​ຂາດ​ສຳພັນ​ລະຫວ່າງ​ພໍ່​ແມ່ກັບ​ລູກ.”5

ຄຳ​ຕອບຕໍ່​ຄຳ​ອະທິຖານຂອງ​ເຮົາ ​ເຖິງ​ວິທີ​ທີ່​ຈະ​ສະໜອງ​ຄວາມ​ຕ້ອງການ​ຂອງ​ລູກໆ ​ແມ່ນ​ຕ້ອງ​ປິດ​ສິ່ງ​ບັນ​ເທີ​ງ. ​ເວລາ​ຂອງ​ໂອກາດ​ທີ່​ມີຄ່າ ທີ່​ຈະ​ຢູ່​ກັບ ​​ແລະ ​ເວົ້າລົມ​ກັບ​ລູກ​ຈະສູນ​ເສຍ​ໄປ​ເມື່ອ​ເຮົາ​ຫຍຸ້ງ​ຢູ່​ກັບ​ສິ່ງ​ທີ່​ລົບ​ກວນ​ຕ່າງໆ​. ​ເປັນ​ຫຍັງ​ຈຶ່ງ​ບໍ່​ຢາກ​ເລືອກ​ເອົາ​ເວລາ​ທຸກ​ມື້​ທີ່​ຈະ​ປິດ​ສິ່ງ​ບັນ​ເທີ​ງ ​ແລະ ຢູ່​ຫລິ້ນ​ນຳ​ກັນ? ພຽງ​ແຕ່​ປິດ​ທຸກ​ສິ່ງ​ໄວ້. ​ເມື່ອ​ທ່ານ​ເຮັດ​ແນວ​ນີ້, ບ້ານ​ເຮືອນ​ຂອງ​ທ່ານ​ຈະ​ເບິ່ງ​ຄື​ວ່າ​ງຽບ​ຫລາຍ​ໃນ​ຕອນ​ທຳ​ອິດ; ທ່ານ​ອາດ​ຮູ້ສຶກ​ວ່າ​ບໍ່​ຈັກ​ຊິ​ເຮັດ​ແນວ​ໃດ​ ​ຫລື ​ເວົ້າ​ແນວ​ໃດ. ​ແລ້ວ, ​ເມື່ອ​ທ່ານ​ໃຫ້​ຄວາມ​ສົນ​ໃຈ​ທັງ​ໝົດ​ແກ່​ລູກໆ​ຂອງ​ທ່ານ, ​ແລ້ວ​ການ​ສົນທະນາ​ຈະ​ເລີ່​ມຕົ້ນ, ​ແລະ ທ່ານ​ຈະ​ສາມາດ​ຊື່ນ​ຊົມ​ກັບ​ການ​​ເວົ້າລົມ​ນຳ​ກັນ.

​ໃຫ້​ຂຽນ​ເພື່ອ​ຊັກ​ຊວນ​ລູກໆ​ຂອງ​ເຮົາ

​ເຮົາ​ຍັງ​ສາມາດ​ເປັນ​ອິດ​ທິພົນ​ໃຫ້​ແກ່​ລູກໆ​ຂອງ​ເຮົາ​ນຳ​ອີກ ຜ່ານ​ຖ້ອຍ​ຄຳ​ທີ່​ເຮົາ​ຂຽນ​​ເຖິງ​ເຂົາ. ນີ​ໄຟ​ຂຽນ​ວ່າ, “ເພາະ​ພວກ​ເຮົາ​ເຮັດ​ການ​ຢ່າງ​ພາກ​ພຽນ​ທີ່​ຈະ​ບັນທຶກ ແລະ ຈະ​ຊັກ​ຊວນ​ລູກ​ຫລານ​ຂອງ​ພວກ​ເຮົາ ແລະ ພີ່ນ້ອງ​ຂອງ​ພວກ​ເຮົາ​ອີກ​ໃຫ້​ເຊື່ອ​ໃນ​ພຣະ​ຄຣິດ ແລະ ໃຫ້​ທຳ​ຕົນ​ປອງ​ດອງ​ກັບ​ພຣະ​ເຈົ້າ ເພາະ​ພວກ​ເຮົາ​ຮູ້​ວ່າ ຫລັງ​ຈາກ​ພວກ​ເຮົາ​ເຮັດ​ທຸກ​ຢ່າງ​ໄດ້​ແລ້ວ ໂດຍ​ພຣະ​ຄຸນ​ພວກ​ເຮົາ​ຈຶ່ງ​ລອດ.”6

ປະທານ​ທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ແບ່ງປັນ​ປະສົບ​ການ​ຂອງ​ຊາຍ​ຄົນ​ໜຶ່ງ​ຊື່ ​ເຈ ​ເຮ​ສ໌, ​ເປັນ​ນັກ​ຂັບ​ຍົນ ທີ່​ໄດ້​ຖືກ​ຍິງ​ຕົກ​ຢູ່​ຫວຽດນາມ​ເໜືອ​ໃນປີ 1960 ດັ່ງ​ນີ້: “​ເປັນ​ເວລາ​ສອງ​ປີ ຄອບຄົວ​ຂອງ​ລາວ​ບໍ່​ຮູ້​ວ່າ ລາວ​ຕາຍ ຫລື ຍັງ​ມີ​ຊີວິດ​ຢູ່. ​ໃນ​ທີ່​ສຸດຜູ້​ຄຸມ​ຂັງລາວ​ຢູ່ ຮາ​ໂນ້ຍ​ໄດ້​ອະນຸຍາດ​ໃຫ້​ລາວ​ຂຽນ​ຈົດໝາຍ​ຫາ​ຄອບຄົວ, ​ແຕ່​ອະນຸຍາດ​ໃຫ້​ຂຽນ​ພຽງ 25 ຄຳເ​ທົ່ານັ້ນ.” ປະທານ​ມອນ​ສັນ​ໄດ້​ຖາມ​ວ່າ: “ທ່ານ ​ແລະ ຂ້າພະ​ເຈົ້າຈະ​ເວົ້າ​ຫຍັງ​ກັບ​ຄອບຄົວ ຖ້າ​ເຮົາ​ຕົກ​ຢູ່​ໃນ​ສະຖານະ​ການ​ດຽວ​ກັນນັ້ນ—​ໂດຍ​ທີ່​ບໍ່​ໄດ້​ເຫັນ​ຄອບຄົວ​ຫລາຍ​ກວ່າ​ສອງ​ປີ ​ແລະ ບໍ່​ຮູ້​ວ່າ​ເຮົາ​ຈະ​ເຫັນ​ເຂົາ​ເຈົ້າອີກ​ຫລື​ບໍ່? ​ໂດຍ​ທີ່​ຢາກ​ເຮັດ​ບາງ​ຢ່າງ​ທີ່​ຄອບຄົວ​ເຂົ້າ​ໃຈ ​ເພື່ອ​ເຂົາ​ເຈົ້າຈະ​ໄດ້​ເຊື່ອ​ວ່າ​ຈົດໝາຍ​ສະບັບ​ນັ້ນມາ​ຈາກ​ລາວ, ​ແລະ ກໍ​ຢາກ​ໃຫ້​ຄຳ​​ແນະນຳ​ທີ່​ມີຄ່າ​ແກ່​ເຂົາ​ເຈົ້ານຳ​ອີກ, ບະ​ລາ​ເດີ ​ເຮ​ສ໌ ​ໄດ້​ຂຽນ​ [ຖ້ອຍ​ຄຳ​ດັ່ງ​ຕໍ່​ໄປ​ນີ້]: ‘ສິ່ງ​ເຫລົ່າ​ນີ້​ສຳຄັນ: ການ​ແຕ່ງງານ​ໃນ​ພຣະວິຫານ, ການ​ໄປ​ສອນ​ສາດສະໜາ, ການ​ສຶກສາທີ່​ວິທະຍາ​ໄລ, ການ​ກ້າວ​ເດີນ​ໄປ​ໜ້າ, ການ​ຕັ້ງ​ເປົ້າໝາຍ, ການ​ຂຽນ​ປະຫວັດ, ການ​ຖ່າຍຮູບ​ເປັນ​ຄອບຄົວ​ປີ​ລະ​ສອງ​ເທື່ອ.’”7

ທ່ານ​ຈະ​ຂຽນ​ຫຍັງ​ແດ່​​ເຖິງ​ລູກໆຖ້າ​ຫາກ​ທ່ານ​ອະນຸຍາດ​ໃຫ້​ຂຽນ​ຫລາຍ​ສຸດພຽງ​ແຕ່​ 25 ຄຳ​ເທົ່າ​ນັ້ນ?

ພໍ່​ໜຸ່ມ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ເຖິງ​ນັ້ນ, ຜູ້​ໄດ້​ຂຽນ​ຄຳ​ທີ່​ລະ​ລຶກ​ກ່ຽວ​ກັບ​ນາ​ຍຄູ​ຊັ້ນປໍ​ສອງ​ຂອງ​ລາວ, ຕອນ​ນີ້​ກຳລັງ​ລ້ຽງ​ດູ​ລູກ​ສາວ​ນ້ອຍ​ທີ່​ໜ້າ​ຮັກ​ຄົນ​ໜຶ່ງ. ລາວ​ຮູ້ສຶກ​ວ່າ​ສະຫວັນ​​ໄວ້​ວາງ​ໃຈ​ລາວ​. ​ເມື່ອ​ນາງ​​ເຕີບ​ໂຕ​ຂຶ້ນ, ​ອະນາຄົດ​ຂອງ​ນາງ​ຈະ​ເປັນ​ແນວ​ໃດ? ລາວ​ຈະ​ກ່າວ​ຖ້ອຍ​ຄຳໃດ​ຈຶ່ງ​ຈະ​ຝັງ​ຢູ່​ໃນ​ໃຈ​ຂອງ​ນາງ? ຄຳ​ໃດ​ຈະ​ໃຫ້​ກຳລັງ​ໃຈ​ນາງ, ​ເຊີດ​ຊູ​ນາງ, ​​ແລະ ຊ່ອຍ​ນາງ​ໃຫ້​ຢູ່​ໃນ​ເສັ້ນທາງ? ມັນ​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ບໍ ຖ້າ​ຫາກ​ລາວ​ໃຊ້​ເວລາ​ທີ່ຈະ​ບອກ​ນາງ​ວ່າ, “​ເຈົ້າ​ແມ່​ນລູກ​ຂອງ​ພຣະ​ເຈົ້າ”? ນາງ​ຈະ​ຈື່​ບໍ່​ໃນ​ມື້ໜຶ່ງ​ວ່າ ​ພໍ່​ຂອງ​ນາງ​ມັກ​ເວົ້າວ່າ, “ພໍ່​ຮັກ​ທຸກ​ສິ່ງ​ກ່ຽວ​ກັບ​ລູກ”?

ນັ້ນບໍ່​ໄດ້​ເປັນ​ສິ່ງ​ທີ່​ພຣະບິດາ​ເທິງ​ສະຫວັນ​ກ່າວ​ຕໍ່​ພຣະບຸດ​ຂອງ​ພຣະອົງ​ບໍ ​ແລະ ຕໍ່​ເຮົາ​ທຸກ​ຄົນ ​ເມື່ອ​ພຣະອົງ​ກ່າວ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ” ​ແລ້ວ ​ໄດ້ກ່າວ​ຕື່ມ​ວ່າ, “​ເຮົາ​ພໍ​ໃຈ​ນຳ​ເພິ່ນ​ຫລາຍ”?8

ຂໍ​ໃຫ້​ຖ້ອຍຄຳ​ທີ່​ເຮົາ​​ກ່າວກັບ​ລູກ ​ແລະ ​ສິ່ງ​ທີ່ເຮົາ​ຂຽນ​ເຖິງ​ລູກຂອງ​ເຮົາ ​ສະ​ແດງ​ເຖິງ​ຄວາມ​ຮັກ​ຂອງ​ພຣະບິດາ​ເທິງ​ສະຫວັນ​ທີ່ມີ​ຕໍ່​ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ​ແລະ ຕໍ່​ເຮົາ. ​ແລ້ວ​ຂໍ​ໃຫ້​ເຮົາ​ຈົ່ງ​ຢຸດ​ເພື່ອ​ຮັບ​ຟັງ, ​​ເພາະວ່າ​ເດັກນ້ອຍ​ສາມາດ​ເວົ້າ​ສິ່ງ​ທີ່​ຍິ່ງ​ໃຫຍ່ ແລະ ໜ້າ​ອັດສະຈັນ. ຂ້າພະ​ເຈົ້າກ່າວ​ສິ່ງ​ນີ້​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

Mostrar las referencias

  1.  

    1. ຮີ​ລາມັນ 5:12.

  2.  

    2. ຮີ​ລາມັນ 5:14; ​ເນັ້ນຄຳ​ເນີ້ງ.

  3.  

    3. ຮີ​ລາມັນ 5:29–30.

  4.  

    4. ​ເບິ່ງ Doctrine and Covenants 100:5–6.

  5.  

    5. Lois M. Collins, “Baby’s Development Potentially Harmed by Parents Texting,” Deseret News, June 4, 2012, deseretnews.com/article/print/865556895/Babys-development-potentially-harmed-by-parents-texting.html.

  6.  

    6. 2 ນີ​ໄຟ 25:23.

  7.  

    7. Thomas S. Monson, “Finding Joy in the Journey,” Ensign or Liahona, Nov. 2008, 86.

  8.  

    8. ມັດ​ທາຍ 3:17.