ຂ້າພະເຈົ້າ​ຮູ້​ສິ່ງ​ເຫລົ່າ​ນີ້

ໂດຍ ປະ​ທານ​ບອຍ ເຄ ​ແພ໊ກ​ເກີ

ປະທານສະພາອັກຄະສາວົກສິບສອງ


ໃນ​ທຸກໆ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ອ່ານ ແລະ ໄດ້​ສອນ ແລະ ໄດ້ ຮຽນ​ຮູ້​ມາ, ຄວາມ​ຈິງ​ທີ່​ລ້ຳ​ຄ່າ ແລະ ສັກສິດ​ທີ່​ສຸດ ທີ່​ຂ້າພະເຈົ້າ​ມີ ທີ່​ຈະ​ມອບ​ໃຫ້ ຄື​ສັກຂີ​ພະຍານ​ພິເສດ​ຂອງ​ຂ້າພະເຈົ້າ ເຖິງ​ພຣະເຢ​ຊູ​ຄຣິດ.

ໃນ​ປີ 1992, ຫລັງ​ຈາກ​ໄດ້​ຮັບ​ໃຊ້​ໃນ​ຖານະ​ຜູ້​ຊ່ອຍ​ງານ​ຂອງສະພາ​ອັກ​ຄະ​ສາວົກ​ສິບ​ສອງ ເປັນເວລາ 9 ປີ ແລະ ອີກ 22 ປີ ໃນ​ຖານະ​ສະມາຊິກ​ຂອງ​ສະພາ​ອັກ​ຄະ​ສາວົກ​ສິບ​ສອງ, ຂ້າພະ​ເຈົ້າ​ກໍ​ໄດ້​ມີ​ອາຍຸ 68 ປີ. ຂ້າພະເຈົ້າ​ຮູ້ສຶກ​ປະ​ທັບ​ໃຈ​ຢາກ​ເລີ່​ມ​ແຕ່ງ​ກາບກອນ​ທີ່​ຂ້າພະເຈົ້າ​ໄດ້​ເອີ້ນ​ວ່າ “ຜົນງານ​ທີ່​ຍັງ​ບໍ່ສຳເລັດ.” ພາກສ່ວນ​ທຳ​ອິດ​ຂອງ​ຜົນງານ​ນັ້ນ ຄື​ໃນ​ທຳນອງ​ຕໍ່​ໄປ​ນີ້:

ເມື່ອ​ຄືນ​ກ່ອນ​ນັ້ນ ເຮົາ​ໄດ້​ຄິດ​ອັນ​ໃດ​ອອກ,
ຄວາມ​ຄິດ​ທີ່​ສຳຄັນ ແລະ ເລິກ​ຊຶ້ງ.
ໄດ້​ຄິດ​ຂຶ້ນ​ຕອນ​ເຮົາ​ເມື່ອຍ​ລ້າ,
ອິດເມື່ອຍ​ຫລາຍ​ຈົນ​ນອນ​ບໍ່​ຫລັບ.
ມື້​ນັ້ນ​ແມ່ນ​ຫຍຸ້ງຍາກ​ວຽກ​ຫລາຍ
ແລະ ໄດ້​ຄິດ​ໄຕ່ຕອງ​ເຖິງ​ຊາຕາກຳ​ຂອງ​ຕົນ.
ຄວາມ​ຄິດ​ກໍ​ຄື ດັ່ງນີ້:
ຕອນ​ເຮົາ​ຍັງ​ໜຸ່ມ, ອາຍຸ​ບໍ່​ເຖິງ 68!
ເຮົາ​ຍ່າງ​ໄປ​ມາ ບໍ່​ໄດ້​ຍ່າງ​ຂາເຄ;
ບ່າ​ໄຫລ່​ເຮົາ​ບໍ່​ໄດ້​ເຈັບ​ປວດ.
ເຮົາ​ອ່ານ​ປະໂຫຍກ​ໜຶ່ງ ສອງ​ເທື່ອ​ກໍ​ພໍ
ແລະ ກ່າວ​ມັນ​ຄືນ​ໄດ້.
ເຮົາ​ເຮັດ​ວຽກ​ໄດ້ ຫລາຍໆ​ຊົ່ວໂມງ
ແລະ ບໍ່​ຕ້ອງ​ຢຸດ​ພັກຜ່ອນ.
ແລະ ສິ່ງ​ທີ່​ບັດ​ນີ້ ເຮົາ​ເຮັດ​ບໍ່​ໄດ້
ແຕ່​ກ່ອນ​ເຮົາ​ເຮັດ​ໄດ້ ຢ່າງ​ງ່າຍດາຍ.
ບັດ​ນີ້ ຖ້າ​ຫາກ​ເຮົາ​ກັບ​ຄືນ ໄປ​ຫາ​ວັນ​ເວລາ​ນັ້ນ​ໄດ້,
ຖ້າ​ຫາກ​ນັ້ນ ເປັນ​ສິດ​ທີ່​ຈະ​ເລືອກ​ຂອງ​ເຮົາ,
ເຮົາ​ຈະ​ບໍ່​ເອົາ​ອາຍຸ ມາ​ແລກປ່ຽນ​ກັບ​ຄວາມ​ໜຸ່ມແໜ້ນ,
ເຮົາ​ຈະ​ສູນ​ເສຍ​ຫລາຍ​ເກີນ​ໄປ.
ເຮົາ​ພໍໃຈ​ຫລາຍ ທີ່​ຈະ​ກ້າວ​ໄປ​ໜ້າ,
ທີ່​ຈະ​ສູນ​ເສຍ​ຄວາມ​ໜຸ່ມແໜ້ນ, ບໍ່​ວ່າ​ມັນ​ຈະ​ປະເສີດ​ພຽງໃດ​ກໍ​ຕາມ.
ສິ່ງ​ທີ່​ເຮົາ​ອາດ​ຈະ​ສູນ​ເສຍ ຖ້າ​ເຮົາ​ກັບ​ໄປ
ຄື ສິ່ງ​ທີ່​ເຮົາ​ເຂົ້າໃຈ.

ຕໍ່​ມາ​ອີກ​ສິບ​ປີ, ຂ້າພະເຈົ້າ​ຕັດສິນ​ໃຈ​ຕື່ມ ອີກ​ສາມ​ສີ່​ແຖວ​ໃສ່ ກາບກອນ​ນັ້ນ​ວ່າ:

ສິບ​ປີ​ໄດ້​ຜ່ານ​ໄປ​ຢ່າງ​ວ່ອງໄວ ໄປ​ໃສ​ບໍ່​ຮູ້
ແລະ ຄວາມເຈັບ​ປວດ​ກໍ​ໄດ້​ຕາມ​ມັນ​ໄປ.
ກະໂພກ​ເຫລັກ ໄດ້​ປ່ຽນ​ການ​ຍ່າງ​ຂາເຄ​ຂອງ​ເຮົາ;
ເຮົາ​ຍ່າງ​ຊື່​ກົງ​ໄດ້​ອີກ.
ເຫລັກ​ອີກ​ແຜ່ນ​ໜຶ່ງ ຊ່ອຍ​ຕິດ​ກະດູກ​ໃນ​ຄໍ​ເຂົ້າກັນ—
ມັນ​ຊ່າງ​ເປັນ​ການ​ສ້າງ​ທີ່​ວິເສດ​ແທ້!
ມັນ​ຊ່ອຍ​ໃນ​ຜົນ​ສະທ້ອນ​ຂອງ​ໂລກ​ເປ້ຍ​ໃຫ້​ຫາຍ​ໄປ;
ເຮົາ​ໄດ້​ເຂົ້າ​ຮ່ວມ​ລຸ້ນ​ຄົນ​ຄໍ​ແຂງ.
ກໍ​ເຫັນ​ໄດ້​ງ່າຍ​ວ່າ​ເຮົາ​ນັ້ນ​ແກ່​ແລ້ວ.
ສິ່ງ​ເຫລົ່ານັ້ນ ຈະ​ບໍ່​ດີ​ຂຶ້ນ​ໄດ້.
ສິ່ງດຽວ​ທີ່​ຈະ​ເຕີບ​ໂຕ​ຂຶ້ນ​ໃນ​ພະລັງ
ຄື ຄວາມ​ສາມາດ​ທີ່​ຈະ​ລືມ​ໄດ້​ງ່າຍ.
ເຮົາ​ຈະ​ຖາມ​ວ່າ, “ເຈົ້າ​ແມ່ນ​ໃຜ?”
ແນ່ນອນ, ເຈົ້າ​ເໝືອນ​ເດີມ ດັ່ງ​ທີ່​ໄດ້​ເຫັນ​ເຈົ້າ​ເທື່ອ​ກ່ອນ.
ບັດ​ນີ້ ຢ່າ​ໃຈ​ຮ້າຍ​ໂວຍວາຍ​ເຖີດ
ຖ້າ​ເຮົາ​ຈຳ​ຊື່​ເຈົ້າ​ບໍ່​ໄດ້.
ເຮົາ​ເຫັນ​ດ້ວຍ ວ່າ​ເຮົາ​ໄດ້​ຮຽນ​ອັນ​ໃດ​ບາງ​ຢ່າງ
ທີ່​ເຮົາ​ບໍ່​ຢາກ​ຮຽນ​ຮູ້,
ແຕ່​ອາຍຸ​ໄດ້​ນຳ​ຄວາມ​ຈິງ ທີ່​ລ້ຳ​ຄ່າ​ເຫລົ່ານັ້ນ​ມາ​ນຳ
ທີ່​ເຮັດ​ໃຫ້​ວິນ​ຍານ​ຈະເລີນ​ເຕີບ​ໂຕ.
ຈາກ​ພອນ​ທັງ​ໝົດ ທີ່​ໄດ້​ມີ​ມາ​ນັ້ນ,
ສິ່ງ​ທີ່​ດີ​ທີ່​ສຸດ ໃນ​ຊີວິດ​ຂອງ​ເຮົາ
ຄື ຄວາມ​ເປັນ​ເພື່ອນ ແລະ ການ​ປອບ​ໂຍນ
ທີ່ ເຮົາ​ໄດ້​ມາ​ຈາກ​ພັນ​ລະ​ຍາ​ຂອງ​ເຮົາ.
ລູກ​ຂອງ​ພວກ​ເຮົາ ທຸກໆ​ຄົນ​ໄດ້​ແຕ່ງງານ​ດີ,
ດ້ວຍ​ມີ​ຄອບຄົວ ຂອງ​ພວກ​ເຂົາ​ເອງ,
ພ້ອມ​ກັບ​ລູກໆ ແລະ ຫລານໆ,
ພວກ​ເຂົາ​ເຕີບ​ໂຕ​ໄວ​ແທ້ໆ.
ເຮົາ​ຍັງ​ບໍ່​ປ່ຽນ​ໃຈ​ຈັກ​ນ້ອຍ​ເລີຍ
ໃນ​ເລື່ອງ​ການ​ໄດ້​ຄວາມ​ໜຸ່ມແໜ້ນ​ນັ້ນ​ຄືນ​ມາ.
ເຮົາ​ຕ້ອງ​ເຖົ້າ​ແກ່, ເພາະ​ເມື່ອ​ເຮົາ​ແກ່​ຕົວ
ຄວາມ​ຮູ້​ເຖິງ​ຄວາມ​ຈິງ ກໍ​ຕິດຕາມ​ມາ​ດ້ວຍ.
ເຮົາ​ຈະ​ຖາມ​ວ່າ, “ອະນາຄົດ​ຈະ​ນຳ​ຫຍັງ​ມາ​ນຳ?
ຊາຕາກຳ​ຂອງ​ເຮົາ ຈະ​ເປັນ​ແບບ​ໃດ?”
ເຮົາ​ຈະ​ກ້າວ​ໄປ​ໜ້າ ແລະ ບໍ່​ຈົ່ມ​ວ່າ.
ຖາມ​ອີກ​ເມື່ອ​ເຮົາ​ອາຍຸ 88!

ປີ​ແລ້ວນີ້ ຂ້າພະເຈົ້າ​ໄດ້​ຕື່ມ​ແຖວ​ເຫລົ່າ​ນີ້​ວ່າ:

ແລະ ບັດ​ນີ້ ກໍ​ເຫັນ​ໄດ້​ວ່າ ເຮົາ​ອາຍຸ 88.
ຫລາຍ​ປີ​ໄດ້​ຜ່ານ​ໄປ​ໄວ​ແທ້ໆ.
ເຮົາ​ໄດ້​ຍ່າງ, ໄດ້​ຍ່າງ​ຂາເຄ, ເຮົາ​ໄດ້​ຖື​ໄມ້ເທົ້າ,
ແລະ ບັດ​ນີ້​ເບິ່ງດູ ເຮົາ​ຂີ່​ລົດ​ເຂັນ.
ບາງເທື່ອ​ເຮົາ​ກໍ​ຈະ​ນອນ​ເວັນ,
ແຕ່​ອຳນາດ​ຂອງ​ຖານະ​ປະໂລຫິດ​ຍັງ​ຄົງ​ຢູ່.
ເຖິງ​ແມ່ນ​ວ່າ ເຮົາ​ຈະ​ຂາດເຂີນ​ທາງ​ຮ່າງກາຍ
ເຮົາ​ໄດ້​ເຕີບ​ໂຕ​ຫລາຍ ທາງ​ວິນ​ຍານ.
ເຮົາ​ໄດ້​ເດີນທາງ​ໄປ​ຕະຫລອດ​ທົ່ວ​ໂລກ
ຫລາຍ​ກວ່າ ສາມ​ລ້ານ​ກິໂລແມັດ
ແລະ ຜ່ານ​ການ​ຖ່າຍ​ທອດ​ທາງ​ດາວ​ທຽມ,
ສຽງ​ຂອງ​ເຮົາ ຍັງ​ຈະ​ດັງ​ກ້ອງ​ອອກ​ໄປ​ທົ່ວ​ໂລກ.
ບັດ​ນີ້​ເຮົາ​ສາມາດ​ກ່າວ​ດ້ວຍ​ຄວາມ​ແນ່​ໃຈ​ໄດ້
ວ່າ ເຮົາ​ຮູ້ຈັກ ແລະ ຮັກ​ພຣະ​ຜູ້​ເປັນ​ເຈົ້າ.
ເຮົາ​ສາມາດ​ເປັນ​ພະຍານ ກັບ​ຄົນ​ລຸ້ນ​ເກົ່າ
ເມື່ອ​ເຮົາ​ສັ່ງສອນ ພຣະ​ຄຳ​ອັນ​ສັກສິດ​ຂອງ​ພຣະ​ອົງ.
ເຮົາ​ຮູ້​ວ່າ ສິ່ງ​ທີ່​ພຣະ​ອົງ​ໄດ້​ຮູ້ສຶກ​ໃນ ສວນ​ເຄັດ​ເຊ​ມາ​ເນ
ແມ່ນ​ຍາກ​ຫລາຍ​ທີ່​ຈະ​ເຂົ້າໃຈ​ໄດ້.
ເຮົາ​ຮູ້​ວ່າ​ພຣະ​ອົງ​ເຮັດ​ທັງ​ໝົດ ເພື່ອ​ພວກ​ເຮົາ;
ເຮົາ​ບໍ່​ມີ​ເພື່ອນ ທີ່​ດີ​ປະເສີດ​ໄປ​ກວ່າ​ນີ້​ອີກ.
ເຮົາ​ຮູ້​ວ່າ ພຣະ​ອົງ​ຈະ​ສະເດັດ​ມາ​ອີກ​ຄັ້ງ
ພ້ອມ​ດ້ວຍ​ອຳນາດ ແລະ ໃນ​ລັດສະໝີ​ພາບ.
ເຮົາ​ຮູ້​ວ່າ​ເຮົາ​ຈະ​ໄດ້​ເຫັນ​ພຣະ​ອົງ​ອີກ​ຄັ້ງ
ໃນ​ບັ້ນ​ທ້າຍ​ຂອງ​ຊີວິດ​ເຮົາ.
ເຮົາ​ຈະ​ຄຸເຂົ່າ ຕໍ່​ພຣະ​ບາດ​ຂອງ​ພຣະ​ອົງ;
ເຮົາ​ຈະ​ຮູ້ສຶກ​ເຖິງ​ລັດສະໝີ​ພາບ ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ.
ສຽງ​ຊຶ່ມ, ສຽງ​ທີ່​ສັ່ນ​ເຊັນ ຂອງ​ເຮົາ​ຈະ​ກ່າວ​ວ່າ,
“ເຮົາ​ຮູ້ຈັກ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ, ພຣະ​ເຈົ້າ​ຂອງ​ເຮົາ.”1

ແລະ ຂ້າພະເຈົ້າ​ກໍ​ຮູ້​ແທ້ໆ!

ປ່ອງຢ້ຽມ​ທາງ​ຫລັງ​ບ້ານ​ຂອງ​ພວກ​ຂ້າພະເຈົ້າ ເປີດ​ໃຫ້​ເຫັນສວນ​ດອກ​ໄມ້​ນ້ອຍໆ ແລະ ປ່າໄມ້​ທີ່​ຢູ່​ຖັດ​ໄປ​ຈາກ​ຫ້ວຍ​ນ້ອຍໆສາຍ​ໜຶ່ງ. ຝາ​ເຮືອນ​ດ້ານ​ໜຶ່ງ ແມ່ນ​ຢູ່​ຕິດ​ກັບ​ສວນ​ນ້ອຍ​ນັ້ນ ແລະ ໜາ​ຕຶບ​ໄປ​ດ້ວຍ​ເຄືອ​ໄອ​ວີ. ຫລາຍໆ​ປີ ເຄືອ​ໄອ​ວີ​ນີ້​ໄດ້ ເປັນ​ບ່ອນ​ທີ່​ນົກ​ຈອກ​ມັກ​ມາ​ເຮັດ​ຮັງ. ຮັງ​ນົກ​ທີ່ຢູ່​ໃນ​ເຄືອ​ນັ້ນ ກໍ​ປອດ​ໄພ​ດີ​ຈາກ​ໝາຈອກ ແລະ ໂຕ​ແຣກ​ຄູນ ແລະ ແມວ ທີ່ອອກ​ຫາ​ກິນ.

ມື້ໜຶ່ງ ໄດ້​ມີ​ສຽງ​ຮ້ອງ​ຢ່າງ​ວຸ້ນວາຍ​ໃນ​ເຄືອ​ໄອ​ວີ​ນັ້ນ. ສຽງ​ຮ້ອງ ຢ່າງ​ທຸກທໍລະມານ ໄດ້​ເອີ້ນ​ໃຫ້​ນົກ​ຈອກ 8 ຫລື 10 ໂຕ ອອກມາ​ຈາກ​ປ່າ ເພື່ອ​ມາ​ຮ່ວມ​ໃນ​ສຽງ​ຮ້ອງ ທີ່​ໜ້າ​ເປັນ​ຫ່ວງ​ນັ້ນ. ບໍ່ດົນ​ຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ຕົ້ນ​ເຫດ​ຂອງ​ສຽງ​ວຸ້ນວາຍ​ນັ້ນ. ງູ​ໂຕ​ໜຶ່ງ​ໄດ້​ລອຍ​ລົງ​ໄປ​ເຄິ່ງ​ທາງ​ຈາກ​ເຄືອ​ໄອ​ວີ ແລະ ໄດ້​ຫ້ອຍຢູ່​ທີ່​ໜ້າ​ປ່ອງຢ້ຽມ ດົນ​ພໍ​ທີ່​ຂ້າພະເຈົ້າ​ຈະ​ດຶງ​ມັນ​ອອກ​ໄປ​ໄດ້. ໃນເຄິ່ງ​ໂຕ​ຂອງ​ງູ​ໂຕ​ນັ້ນ​ມີ​ໂພງ—ທີ່​ພິສູດ​ວ່າ​ມັນ​ໄດ້​ກືນ​ກິນ​ນົກ​ຈອກນ້ອຍ​ສອງ​ໂຕ​ຈາກ​ຮັງ​ນັ້ນ. ພວກ​ຂ້າພະເຈົ້າ​ບໍ່​ເຄີຍ​ເຫັນ​ເລື່ອງແບບ​ນີ້​ເກີດ​ຂຶ້ນ ໃນ​ເວລາ 50 ປີ​ທີ່​ພວກ​ຂ້າພະເຈົ້າໄດ້​ອາໄສຢູ່​ທີ່​ບ້ານ​ຫລັງ​ນັ້ນ. ມັນ​ເປັນ​ປະສົບ​ການ​ທີ່​ອາດ​ເກີດ​ຂຶ້ນ​ໄດ້​ເທື່ອດຽວ​ໃນ​ຊີວິດ—ທີ່​ພວກ​ຂ້າພະເຈົ້າ​ໄດ້​ຄິດ.

ສາມ​ສີ່​ມື້ຕໍ່ມາ ໄດ້​ມີ​ສຽງ​ວຸ້ນວາຍ​ນັ້ນ​ເກີດ​ຂຶ້ນ​ອີກ, ເທື່ອ​ນີ້ ຢູ່​ໃນເຄືອ​ປົກ​ຄອກ​ໝາ​ຂອງ​ພວກ​ຂ້າພະເຈົ້າ. ພວກ​ຂ້າພະເຈົ້າໄດ້ຍິນ​ສຽງ​ຮ້ອງ​ອັນ​ດຽວ​ກັນ​ນັ້ນ ແລະ ໄດ້​ເຫັນ​ຝູງ​ນົກ​ຈອກ​ດຽວ​ກັນ ທີ່​ອາໄສ​ຢູ່​ໃນ​ແຖວ​ນັ້ນ. ພວກ​ຂ້າພະເຈົ້າ​ກໍ​ໄດ້​ຮູ້​ວ່າ ແມ່ນ​ຫຍັງ​ເປັນ​ສັດ​ທີ່​ລ່າ​ເຫຍື່ອ​ນັ້ນ. ຫລານ​ຊາຍ​ຄົນ​ໜຶ່ງ ໄດ້​ປີນ​ຂຶ້ນ​ຫລັງຄາ ຄອກ​ໝາ ແລະ ໄດ້​ດຶງ​ເອົາ​ງູ​ອີກ​ໂຕ​ໜຶ່ງ ທີ່​ຍັງ​ຈັບ​ແມ່​ນົກ​ໂຕ​ໜຶ່ງ​ໄວ້​ແໜ້ນ ທີ່​ມັນ​ໄດ້​ຈັບ​ເອົາ​ໃນ​ຮັງ ແລະ ໄດ້​ຂ້າ​ໃຫ້​ຕາຍ​ແລ້ວ.

ຂ້າພະເຈົ້າ​ໄດ້​ເວົ້າ​ກັບ​ຕົວ​ເອງ​ວ່າ, “ມີ​ຫຍັງ​ເກີດ​ຂຶ້ນ? ສວນ​ເອ​ເດນ​ຖືກ​ບຸກລຸກ​ອີກ​ແລ້ວ​ຊັ້ນ​ບໍ?”

ແລ້ວ ຂ້າພະເຈົ້າ​ກໍ​ໄດ້​ຄິດ​ເຖິງ​ຄຳ​ຕັກເຕືອນ ທີ່​ສາດສະດາໄດ້​ກ່າວ​ໄວ້. ເຮົາ​ຈະ​ບໍ່​ປອດ​ໄພ​ສະເໝີ​ໄປ ຈາກ​ອິດ​ທິ​ພົນຂອງ​ມານ, ແມ່ນ​ແຕ່​ພາຍ​ໃນ​ບ້ານ​ເຮືອນ​ຂອງ​ເຮົາ​ເອງ. ເຮົາ​ຕ້ອງ​ປົກ​ປັກ​ຮັກສາ​ລູກນ້ອຍໆ​ຂອງ​ເຮົາ.

ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ອັນຕະລາຍ​ຫລາຍ ທີ່​ຂົ່ມຂູ່​ສິ່ງ​ທີ່​ເປັນຝ່າຍ​ວິນ​ຍານ. ຄອບຄົວ, ໜ່ວຍ​ພື້ນຖານ​ໃນ​ການ​ເວລາ ແລະ ນິລັນດອນ, ກຳລັງ​ຖືກ​ໂຈມ​ຕີ ຈາກ​ພະລັງ​ທັງ​ທີ່​ເຫັນ​ໄດ້ ແລະ ເຫັນ​ບໍ່​ໄດ້. ຜູ້​ກົງກັນຂ້າມ​ຍັງ​ບໍ່​ຢູ່​ບໍ່​ເຊົາ. ຈຸດປະສົງ​ຂອງ​ມັນ​ແມ່ນ ຈະ​ກໍ່​ໃຫ້​ບາດເຈັບ. ຖ້າ​ຫາກ​ມັນ​ສາມາດ​ເຮັດ​ໃຫ້​ຄອບຄົວ​ອ່ອນແອ ແລະ ທຳລາຍ​ຄອບຄົວ​ໄດ້, ມັນ​ຈະ​ເຮັດ​ໃຫ້​ສຳເລັດ​ຜົນ.

ໄພ່​ພົນ​ຍຸກ​ສຸດ​ທ້າຍ ຮູ້​ເຖິງ​ຄວາມ​ສຳຄັນ​ທີ່​ຍອດ​ຍ້ຽມ​ຂອງ​ຄອບຄົວ ແລະ ພະຍາຍາມ​ທີ່​ຈະ​ດຳລົງ​ຊີວິດໃນ​ວິທີ​ທາງ​ທີ່​ຜູ້​ກົງກັນ​ຂ້າມຈະ​ບໍ່​ສາມາດ​ລັກ​ເຂົ້າ​ມາ​ໃນ​ບ້ານ​ເຮືອນ​ຂອງ​ເຮົາ. ເຮົາພົບ​ເຫັນ​ຄວາມ​ປອດ​ໄພ ແລະ ຄວາມ​ໝັ້ນຄົງ​ສຳລັບ​ຕົວ​ເຮົາ​ເອງ ແລະ ລູກໆ​ຂອງ​ເຮົາ​ໃນ​ການ​ໃຫ້​ກຽດ​ຕໍ່​ພັນທະ​ສັນຍາ ທີ່​ເຮົາໄດ້​ເຮັດ ແລະ ປະຕິບັດ​ຕາມ​ການ​ກະທຳ​ທີ່​ລຽບ​ງ່າຍ​ຂອງການ​ເຊື່ອ​ຟັງ​ທີ່​ຖືກ​ຮຽກຮ້ອງຈາກ​ຜູ້​ຕິດຕາມ​ຂອງ​ພຣະຄຣິດ.

ເອ​ຊາ​ຢາ​ໄດ້​ກ່າວ​ວ່າ, “ຄວາມ​ສະຫງົບ​ສຸກ ແລະ ຄວາມປອດ​ໄພ​ຈະ​ມີ​ຕະຫລອດ​ໄປ ເພາະ​ທຸກ​ຄົນຈະ​ເຮັດ​ໃນ​ສິ່ງ​ທີ່ຖືກຕ້ອງ.”2

ຄວາມ​ສະຫງົບ​ສຸກ​ນັ້ນ ກໍ​ຖືກ​ສັນຍາ​ໄວ້ ໃນ​ການ​ເປີດເຜີຍ​ນຳ​ອີກ ທີ່​ໃນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະກາດ​ວ່າ ຖ້າ​ຫາກ​ພວກ​ເຮົາຕຽມ​ພ້ອມພວກ​ເຮົາ​ຈະ​ບໍ່​ຢ້ານ​ກົວ.”3

ອຳນາດ​ທີ່​ດີເລີດ​ຂອງ​ຖານະ​ປະໂລຫິດ ຖືກ​ປະທານ​ໃຫ້ ເພື່ອຈະ​ປົກ​ປ້ອງ​ບ້ານ​ເຮືອນ ແລະ ຄົນ​ທີ່​ອາ​ໄສ​ຢູ່​ໃນ​ນັ້ນ. ພໍ່​ມີ​ສິດ ແລະ ໜ້າທີ່​ຮັບຜິດຊອບ ທີ່​ຈະ​ສອນ​ລູກ​ຂອງ​ຕົນ ແລະ ທີ່​ຈະໃຫ້​ພອນ ແລະ ຈັດ​ຫາ​ພິທີການ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ການປົກ​ປ້ອງ​ຮັກສາຂອງ​ຖານະ​ປະໂລຫິດ​ອື່ນໆ ທີ່​ຈຳເປັນ​ໃຫ້​ພວກ ເຂົາ. ເຂົາ​ຕ້ອງ​ສະແດງ​ຄວາມ​ຮັກ ແລະ ຄວາມ​ຊື່ສັດ ແລະ ໃຫ້​ກຽດ​ແກ່​ຜູ້​ທີ່​ເປັນ​ແມ່ ເພື່ອ​ວ່າ​ລູກໆ​ຂອງ​ເຂົາເຈົ້າ​ຈະ​ສາມາດເຫັນ​ຄວາມ​ຮັກ​ນັ້ນ​ໄດ້.

ຂ້າພະເຈົ້າ​ໄດ້​ມາ​ຮູ້ຈັກ​ວ່າ ສັດທາ​ນັ້ນ​ເປັນ​ອຳນາດ​ທີ່ແທ້​ຈິງ ບໍ່​ແມ່ນ​ພຽງ​ແຕ່​ເປັນ​ຖ້ອຍ​ຄຳ ຫລື ຄວາມ​ເຊື່ອ​ເທົ່າ​ນັ້ນ. ມີ​ບໍ່​ເທົ່າ​ໃດ​ສິ່ງ​ທີ່​ມີ​ພະລັງ​ຫລາຍ​ກວ່າ​ການ​ອະທິຖານ​ຢ່າງ​ຊື່ສັດ​ຂອງ​ແມ່​ທີ່​ຊອບ​ທຳ.

ສອນ​ຕົວ​ທ່ານ​ເອງ ແລະ ສອນ​ຄອບຄົວ​ຂອງ​ທ່ານກ່ຽວ​ກັບຂອງ​ປະທານແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ ແລະ ການ​ຊົດ​ໃຊ້ຂອງ​ພຣະເຢ​ຊູ​ຄຣິດ. ທ່ານ​ຈະ​ບໍ່​ໄດ້​ເຮັດ​ວຽກ​ງານ​ນິລັນດອນທີ່​ຍິ່ງ​ໃຫຍ່​ກວ່າ ວຽກ​ທີ່​ເກີດ​ຂືຶ້ນ​ພາຍ​ໃນ​ບ້ານ​ເຮືອນ​ຂອງທ່ານ​ເອງ.

ເຮົາ​ຮູ້​ວ່າ​ເຮົາ​ເປັນ​ລູກ​ທາງ​ວິນ​ຍານ​ຂອງ​ບິດາ​ມານ​ດາ​ເທິງສະຫວັນ, ວ່າ​ເຮົາ​ຢູ່​ໃນ​ໂລກ​ນີ້ ເພື່ອ​ຈະ​ໄດ້​ຮັບ​ຮ່າງກາຍ​ມະຕະຂອງ​ເຮົາ ແລະ ຖືກ​ທົດ​ລອງ. ເຮົາ​ຜູ້​ທີ່​ມີ​ຮ່າງກາຍ​ມະຕະ ມີ​ອຳນາດ​ເໜືອ​ວິນ​ຍານ ທີ່​ບໍ່​ມີ​ຮ່າງກາຍ.4 ເຮົາ​ເປັນ​ອິດ​ສະລະ​ທີ່​ຈະເລືອກ​ສິ່ງ​ໃດ​ກໍ​ຕາມ ທີ່​ເຮົາ​ຢາກ​ຈະ​ເລືອກ ແລະ ເລືອກ​ການ ກະທຳ​ຂອງ​ເຮົາ, ແຕ່​ເຮົາ​ບໍ່​ໄດ້​ເປັນ​ອິດ​ສະລະ​ທີ່​ຈະ​ເລືອກຜົນ​ທີ່​ຕາມ​ມາ​ນັ້ນ ແລະ ຈະ​ປ່ຽນ​ມັນ​ບໍ່​ໄດ້. ຜົນ​ຈະ​ເກີດ​ຂຶ້ນດັ່ງ​ທີ່​ມັນ​ຈະ​ເກີດ​ຂຶ້ນ.

ອຳ​​ເພີໃຈ ຖືກ​ອະທິບາຍ​ໃນ​ພຣະ​ຄຳ​ພີ​ວ່າ​ເປັນ “ອຳ​​ເພີໃຈ​ອັນຊອບ​ທຳ;” ຊຶ່ງ​ໝາຍ​ຄວາມ​ວ່າ ເຮົາ​ສາມາດ​ຈະ​ເລືອກ​ລະຫວ່າງ ຄວາມ​ດີ ແລະ ຄວາມ​ຊົ່ວ. ຜູ້​ກົງກັນຂ້າມ​ສະແຫວງຫາ​ເພື່ອ​ຈະລໍ້​ລວງ​ເຮົາ​ໃຫ້​ໃຊ້​ອຳ​ເພີໃຈ​ອັນ​ຊອບ​ທຳຂອງ​ເຮົາ​ໃນ​ທາງ​ທີ່​ຜິດພາດ.

ພຣະ​ຄຳ​ພີ​ສອນ​ເຮົາ​ວ່າ ເພື່ອ​ວ່າ​ມະນຸດ​ທຸກໆ​ຄົນ​ຈະ​ໄດ້​ກະທຳ​ໃນ​ຄຳ​ສອນ ແລະ ຫລັກ​ທຳ​ກ່ຽວ​ກັບ​ອະນາຄົດ, ຕາມ​ອຳ​​ເພີໃຈ​ອັນ​ຊອບ​ທຳ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ເຂົາ, ເພື່ອ​ວ່າ​ມະນຸດ​ທຸກຄົນ​ຈະ​ຮັບຜິດຊອບ ຕໍ່​ບາບ​ຂອງ​ຕົນ​ເອງ ໃນ​ວັນ​ແຫ່ງ​ການ​ພິພາກສາ.”5

ສາດສະດາ​ແອວ​ມາ ໄດ້​ສອນ​ວ່າ “ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ສາມາດ​ເບິ່ງ​ບາບ​ດ້ວຍ​ລະດັບ​ການ​ຍິນ​ຍອມ​ແມ່ນ​ແຕ່​ໜ້ອຍ​ທີ່​ສຸດ.”6 ເພື່ອ​ຈະ​ເຂົ້າໃຈ​ເລື່ອງ​ນີ້, ເຮົາ​ຕ້ອງ​ແບ່ງ​ແຍກບາບຈາກ​ຜູ້​ທີ່​ເຮັດ​ບາບ.

ຍົກ​ຕົວຢ່າງ, ເມື່ອ​ພວກ​ທຳ​ມະ​ຈານ ແລະ ພວກ​ຟາ​ລີ​ຊາຍ ໄດ້​ພາ​ຍິງ​ຄົນ​ໜຶ່ງ​ທີ່​ຖືກ​ຈັບ​ໃນ​ຖານ​ຫລິ້ນ​ຊູ້, ມາ​ຫາ​ພຣະ​ຜູ້​ຊ່ອຍໃຫ້​ລອດ, ພຣະ​ອົງ​ໄດ້​ເຮັດ​ໃຫ້​ເລື່ອງ​ນີ້​ສິ້ນ​ສຸດ​ລົງ​ດ້ວຍ​ພຣະ​ຄຳເຫລົ່າ​ນີ້ວ່າ: “ຈົ່ງ​ໄປ​ສາ, ແຕ່​ຢ່າ​ເຮັດ​ບາບ​ອີກ.”7 ນີ້​ຄື​ວິນ​ຍານ​ແຫ່ງ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະອົງ.

ການ​ໂຍະຍານ​ກໍ​ເປັນ​ຄຸນ​ນະ​ທຳ, ແຕ່, ເໝືອນ​ດັ່ງ​ຄຸນ​ນະ​ທຳ​ທັງໝົດ, ເມື່ອ​ເຮັດ​ໄປ​ເກີນ​ຄວນ ມັນ​ກໍ​ປ່ຽນ​ໄປ​ເປັນຄວາມ​ຊົ່ວ​ຮ້າຍໄດ້. ເຮົາ​ຕ້ອງ​ລະວັງ​ຕໍ່ “ກັບ​ດັກ​ຂອງ​ການ​ໂຍະຍານ” ເພື່ອ​ວ່າ ເຮົາ​ຈະ​ບໍ່​ຕິດ​ກັບ​ດັກ​ນັ້ນ. ການ​ໂຍະຍານ​ຂອງ​ມວນ​ຊົນ ຊຶ່ງ​ຖືກສ້າງ​ຂຶ້ນ​ໂດຍ​ກົດໝາຍ​ແພ່ງ ທີ່​ອະນຸຍາດ​ໃຫ້ການ​ກະທຳ​ທີ່​ຜິດສິນ​ທຳ ກາຍເປັນ​ສິ່ງ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ກໍ​ຈະ​ບໍ່​ລຸດຜ່ອນຄວາມ​ຮ້າຍ​ແຮງຂອງ​ຜົນ​ທີ່​ຕາມ​ມາ​ທາງ​ວິນ​ຍານ ທີ່​ເປັນ​ຜົນຈາກ​ການ​ລະເມີດ​ກົດ​ພົມມະຈັນ​ຂອງ​ພຣະ​ເຈົ້າ.

ທຸກ​ຄົນໄດ້​ເກີດ​ມາ​ດ້ວຍ​ຄວາມ​ສະຫວ່າງຂອງ​ພຣະຄຣິດ, ອິດ​ທິ​ພົນ​ທີ່​ຊີ້​ນຳ ຊຶ່ງ​ອະນຸຍາດ​ແຕ່ລະຄົນ ໃຫ້​ຮັບ​ຮູ້​ສິ່ງ​ທີ່​ຖືກຕ້ອງ​ຈາກ​ສິ່ງ​ທີ່​ຜິດພາດ. ສິ່ງ​ທີ່​ເຮົາ​ເຮັດ​ກັບ​ຄວາມ​ສະຫວ່າງ​ນັ້ນ ແລະ ວິທີ​ທີ່​ເຮົາ​ຕອບ​ຮັບ ຕໍ່​ການ​ກະ​ຕຸ້ນ​ໃຫ້​ດຳລົງ​ຊີວິດຢ່າງຊອບ​ທຳ​ເຫລົ່ານັ້ນ ກໍ​ເປັນ​ພາກສ່ວນ​ຂອງ​ການ​ທົດ​ລົງ​ຂອງຊີວິດ​ມະຕະ.

“ເພາະ​ຈົ່ງ​ເບິ່ງ, ພຣະ​ວິນ​ຍານ​ຂອງ​ພຣະຄຣິດ​ໄດ້​ຖືກ​ມອບ​ໃຫ້​ແກ່​ມະນຸດ​ທຸກ​ຄົນ, ເພື່ອ​ເຂົາ​ຈະ​ຮູ້ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ; ດັ່ງນັ້ນ, ຂ້າພະເຈົ້າ​ຈຶ່ງ​ຂໍ​ສະແດງ​ວິທີ​ທີ່​ຈະ​ຕັດສິນ​ໃຫ້​ແກ່​ທ່ານ ເພາະວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຊື້ອ​ເຊີນ​ໃຫ້​ເຮັດ​ຄວາມ​ດີ, ແລະ ຊັກ​ຊວນ​ໃຫ້​ເຊື່ອ​ໃນ​ພຣະຄຣິດ, ຖືກ​ສົ່ງ​ມາ​ໂດຍ​ອຳນາດ ແລະ ຂອງ​ປະ ທານ​ຂອງ​ພຣະຄຣິດ; ດັ່ງນັ້ນ ທ່ານ​ຈະ​ຮູ້​ດ້ວຍ​ຄວາມ​ຮູ້​ອັນ​ສົມບູນ​ວ່າ ສິ່ງ​ນັ້ນ​ມາ​ຈາກ​ພຣະ​ເຈົ້າ.”8

ເຮົາ​ແຕ່ລະຄົນ​ຕ້ອງ​ຄົງ​ຢູ່​ຢ່າງ​ຕຽມ​ພ້ອມ ເພື່ອ​ຈະ​ຕອບ​ຮັບ​ຕໍ່​ການດົນ​ໃຈ ແລະ ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ. ພຣະ​ຜູ້ເປັນ​ເຈົ້າ​ມີ​ວິທີ​ທາງ ໃນ​ການ​ປະທານ​ປັນຍາ​ອັນ​ບໍລິສຸດ ໃຫ້​ເຂົ້າມາສູ່​ຈິດໃຈ​ຂອງ​ເຮົາ ເພື່ອ​ກະ​ຕຸ້ນ​ເຮົາ, ຊີ້​ນຳ​ເຮົາ, ສອນ​ເຮົາ, ແລະ ເຕືອນ​ເຮົາ. ບຸດ ແລະ ທິດາ​ແຕ່ລະຄົນ​ຂອງ​ພຣະ​ເຈົ້າ ຈະ​ສາມາດ​ຮູ້ສິ່ງ​ທີ່​ເຂົາ​ຈຳເປັນ​ຕ້ອງ​ຮູ້ຢ່າງ​ທັນທີ. ຂໍ​ໃຫ້ຮຽນ​ຮູ້​ທີ່​ຈະ​ຮັບ​ເອົາ ແລະ ລົງມື​ປະຕິບັດ​ຕໍ່​ການ​ດົນ​ໃຈ ແລະ ການ​ເປີດເຜີຍ.

ໃນ​ທຸກໆ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ອ່ານ ແລະ ໄດ້​ສອນ ແລະ ໄດ້ ຮຽນ​ຮູ້​ມາ, ຄວາມ​ຈິງ​ທີ່​ລ້ຳ​ຄ່າ ແລະ ສັກສິດ​ທີ່​ສຸດ ທີ່​ຂ້າພະເຈົ້າມີ ທີ່​ຈະ​ມອບ​ໃຫ້ ຄືສັກຂີ​ພະຍານ​ພິເສດ​ຂອງ​ຂ້າພະເຈົ້າເຖິງພຣະເຢ​ຊູ​ຄຣິດ. ພຣະອົງ​ຊົງ​ພຣະຊົນ​ຢູ່. ຂ້າພະເຈົ້າ​ຮູ້​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ. ຂ້າພະເຈົ້າ​ເປັນ​ສັກຂີ​ພະຍານ​​ຂອງພຣະ​ອົງ. ຂ້າພະເຈົ້າ​ສາມາດ​ເປັນ​ພະຍານເຖິງ​ພຣະ​ອົງ. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ຜູ້​ໄຖ່​ຂອງ​ເຮົາ. ຂ້າພະເຈົ້າ​ແນ່​ໃຈ​ເຖິງ​ສິ່ງ​ນີ້. ຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ສິ່ງ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.

Mostrar las referencias

  1.  

    1. Boyd K. Packer, “Unfinished Composition,” 2012.

  2.  

    2. ເອ​ຊາ​ຢາ 32:17.

  3.  

    3. ເບິ່ງ Doctrine and Covenants 38:30.

  4.  

    4. ເບິ່ງ Teachings of Presidents of the Church: Joseph Smith (2007), 211.

  5.  

    5. ເບິ່ງ Doctrine and Covenants 101:78.

  6.  

    6. ແອວ​ມາ 45:16.

  7.  

    7. ໂຢ​ຮັນ 8:11.

  8.  

    8. ໂມ​ໂຣ​ໄນ 7:16.