​2010–2019
ນີ້​ຄື​ວຽກ​ງານ ແລະ ລັດສະໝີ​ພາບ​ຂອງ​ເຮົາ
ເມສາ 2013


ນີ້​ຄື​ວຽກ​ງານ ​ແລະ ລັດສະໝີ​ພາບຂອງ​ເຮົາ

ພຣະ​ເຈົ້າ​ໄດ້​ປະທານ​ອຳນາດ​ຂອງ​​ພຣະ​ອົງຢ່າງ​ບໍ່​ຄິດ​ຄ່າໃຫ້​ແກ່​ຜູ້​ທີ່​ຈະ​ຮັບ​ເອົາ ແລະ ໃຫ້​ກຽດ​ຖານະ​ປະໂລຫິດ​ຂອງ ພຣະ​ອົງ, ຊຶ່ງ​ຈະ​ນຳໄປ​ສູ່​ພອນ​ທີ່​ໄດ້​ສັນຍາ​ໄວ້ຂອງ​ຄວາມເປັນ​ອະມະຕະ ແລະ ຊີວິດ​ນິລັນດອນ.

ປະທານ​ແພ໊ກ​ເກີ, ພວກ​ເຮົາ​ທຸກ​ຄົນ​ຈະ​ລໍຖ້າກາບກອນ​ທີ່​ມ່ວນ​ອອນຊອນ​ພາກ​ທີ 98 ຂອງ​ທ່ານ​ເດີ້. ຈັ່ງ​ແມ່ນ​ເປັນ​ຄຳ​ແນະນຳ​ທີ່​ດີ​​ແທ້ໆ​ນໍ​ ທີ່​ເພິ່ນ​ໄດ້​ມອບ​ໃຫ້​ແກ່​ເຮົາ.

ເມື່ອ​ສາມ​ສີ່​ອາທິດ​ກ່ອນ, ໃນ​ຄ່ຳ​ຄືນ​ທີ່​ໜາວ​ເຢັນ​ຂອງ​ລະດູ​ໜາວ, ບາ​ບາ​​ຣາ, ພັນ​ລະ​ຍາ​ຂອງ​ຂ້າພະເຈົ້າ ແລະ ຂ້າພະເຈົ້າ​ໄດ້ພາກັນ​ເງີຍ​ໜ້າ​ຂຶ້ນ​ເບິ່ງ ທ້ອງຟ້າ​ດ້ວຍ​ຄວາມ​ປະຫລາດ​ໃຈ. ດວງ​ດາວ​ເປັນ​ລ້ານໆ​ດວງ ເບິ່ງ​ຄື​ວ່າ​ແຈ້ງ​ສະຫວ່າງ ແລະ ສວຍ​ງາມ​ເປັນ​ພິເສດ. ແລ້ວ​ຂ້າພະເຈົ້າ​ໄດ້​ເປີດ​​ພຣະ​ຄຳ​ພີ Pearl of Great Price ແລະ ໄດ້​ອ່ານ​​ດ້ວຍ​ຄວາມປະຫລາດ​ໃຈ​ອີກ ເຖິງ​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າອົງ​ເປັນ​​ພຣະ​ເຈົ້າ​ໄດ້​ກ່າວ​ກັບໂມ​ເຊ​ວ່າ ​ພຣະ​ອົງໄດ້​ສ້າງ​ໂລກ​ຕ່າງໆ​ຈົນ​ນັບ​ບໍ່​ຖ້ວນຂຶ້ນ​ມາ; ແລະ ​ພຣະ​ອົງ​ຍັງ​ໄດ້​ສ້າງ​ມັນ​ເພື່ອ​ຈຸດປະສົງ​ຂອງ​​ພຣະອົງ​ເອງ​ນຳ​ອີກ; ແລະ ໂດຍ​​ພຣະ​ບຸດຂອງ​​ພຣະ​ອົງ​ໄດ້​ສ້າງ​ມັນ​ຂຶ້ນ​ມາ, ຊຶ່ງ​ຄື​​ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​​ພຣະ​ອົງ (​ເບິ່ງ Moses 1:33).

ໃນ​ວັນ​ເວລາ​ຂອງ​ເຮົາ ກ້ອງ​ສ່ອງ​ດາວ​ຂອງຮັບ​​ໂບ ໄດ້​ຢືນຢັນ​ເຖິງ​ຄວາມ​ສຳຄັນ​ຂອງ​ສິ່ງ​ທີ່ໂມ​ເຊ​ໄດ້​ເຫັນ. ນັກວິທະຍາສາດ​ຂອງຮັບ​​ໂບ​ໄດ້​​ເວົ້າວ່າ ທາງ​ຊ້າງ​ເຜືອກ, ຊຶ່ງ​ໂລກ​ຂອງ​ເຮົາ ແລະ ດວງ​ຕາເວັນ ນັ້ນ​ກໍ​ເປັນ​ພາກສ່ວນນ້ອຍໆ, ທີ່​ຖືກ​ປະມານ​ວ່າ ເປັນ​ພຽງ​ໜຶ່ງໃນ 200 ພັນ​ລ້ານ ຂອງ​ທາງ​ຊ້າງ​ເຜືອກ​ທີ່​ຄ້າຍຄື​ກັນ​ເທົ່າ​ນັ້ນ. ສຳລັບ​ຂ້າພະເຈົ້າແລ້ວ ມັນ​ຍາກ​ທີ່​ຈະ​ເຂົ້າໃຈ, ຄິດ​ໄຕ່ຕອງ​ບໍ່​ເຖິງ, ວ່າການ​ສ້າງຂອງ​​ພຣະ​ເຈົ້າ​ນັ້ນ​ກວ້າງ​ໃຫຍ່​ໄພສານ​ຂະໜາດ​ໃດ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ອຳນາດຊຶ່ງ​ໂດຍ​ການ​ນັ້ນ ຟ້າສະຫວັນ ແລະ ໂລກ​ຖືກ​ສ້າງ​ຂຶ້ນ ແລະ ກຳລັງ​ຖືກ​ສ້າງ​ຂຶ້ນມາ​ນັ້ນຄື ຖານະ​ປະໂລຫິດ. ພວກ​ເຮົາ​ທີ່​ເປັນ​ສະມາຊິກ​ຂອງສາດສະໜາ​ຈັກ ຮູ້​ວ່າແຫລ່ງ​ຂອງ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ນີ້ຄື​ ພຣະ​ເຈົ້າ​ອົງ​ລິດ​ອຳນາດ ແລະ ​ພຣະ​ບຸດ​ຂອງ​​ພຣະອົງ, ​ພຣະເຢ​ຊູ​​ຄຣິດ. ສະຫວັນ ແລະ ໂລກ​ບໍ່​ໄດ້​ຖືກ​ສ້າງ​ຂຶ້ນ​ມາ ໂດຍ​ອຳນາດ​ຂອງ​ຖານະ​ປະໂລຫິດ​ເທົ່າ​ນັ້ນ, ແຕ່ມັນ​ເປັນ​ອຳ ນາດ​ທີ່​​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ໃຊ້ ໃນ​ການ​ປະຕິບັດ​ສາດ​ສະໜາ​ກິດ​ຂອງ​​ພຣະ​ອົງນຳ​ອີກ ທີ່​ຈະ​ເຮັດ​ສິ່ງ​ອັດສະຈັນ, ໃຫ້​ພອນ ແລະ ປິ່ນປົວ​ຄົນ​ທີ່​ເຈັບ​ປ່ວຍ, ນຳ​ຄົນ​ຕາຍ​ໃຫ້​ຄືນ​ມາ​ມີ​ຊີວິດ, ແລະ ໃນ​ຖາ​ນະ​​ພຣະ​ບຸດ​ອົງ​ດຽວທີ່​ຖື​ກຳເນີດຂອງ​​ພຣະ​ບິດາ​ຂອງ​ເຮົາ​, ເພື່ອ​ອົດທົນ​ຕໍ່​ຄວາມເຈັບ​ປວດ​ອັນ​ເກີນ​ທົນ​ຢູ່​ທີ່​ເຄັດ​ເຊ​ມາ​ເນ ແລະ ຄາ​ວາລີ—ສະນັ້ນ​ຈຶ່ງ​ໄດ້​ບັນລຸ​ຜົນ​ຂອງ​ກົດ​ແຫ່ງ​ຄວາມ​ຍຸດຕິ​ທຳ ດ້ວຍຄວາມ​ເມດ​ຕາ ແລະ ປະທານ​ການ​ຊົດ​ໃຊ້​ທີ່​ບໍ່​ມີ​ຂອບ​ເຂດ ແລະ ເອົາ​ຊະນະ​ຄວາມ​ຕາຍ​ທາງ​ຮ່າງກາຍ ຜ່ານ​ການ​ຟື້ນ​ຄືນຊີວິດ.

ມັນ​ເປັນ​ຂໍ​ກະແຈ​ຂອງ​ສິດ​ອຳນາດ ແລະ ອຳນາດ​ທີ່​ຕາມ​ມາ​ນັ້ນ ທີ່​​ພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່ເປ​ໂຕ, ຢາໂກໂບ, ແລະ ​ໂຢ​ຮັນ ແລະ ອັກ​ຄະ​ສາວົກ​ຄົນ​ອື່ນໆຂອງ​​ພຣະ​ອົງ ເພື່ອ​ເປັນ​ພອນ​ໃຫ້ແກ່​ຄົນ​ອື່ນ ແລະ ໃຫ້​ຜູກ​ມັດ​ໃນ​ສະຫວັນ ສິ່ງ​ທີ່​ຖືກ​ຜູກ​ມັດ​ເທິງ​ແຜ່ນດິນ​ໂລກ.

ອຳນາດ​ຂອງ​ຖານະ​ປະໂລຫິດ ເປັນ​ຂອງ​ປະທານ​ອັນ​ສັກສິດ ແລະ ຈຳເປັນ​ຂອງ​​ພຣະ​ເຈົ້າ. ມັນ​ແຕກ​ຕ່າງ ຈາກ​ສິດ​ອຳນາດຂອງ​ຖານະ​ປະໂລຫິດ, ຊຶ່ງເປັນ​ການ​ອະນຸມັດ ໃຫ້​ກະທຳ​ໃນ​ພຣະ​ນາມ​ຂອງ​​ພຣະ​ເຈົ້າ. ການ​ອະນຸມັດ​ ຫລື ການ​ແຕ່ງຕັ້ງນັ້ນ ຖືກ​ປະທານ​ໃຫ້​ໂດຍ​ການ​ວາງ​ມື. ອຳນາດ​ຂອງ​ຖານະ​ປະໂລຫິດ​ມາສູ່​ພຽງ​ແຕ່ເມື່ອ​ຜູ້​ທີ່​ນຳ​ໃຊ້​ມັນ​ນັ້ນ ມີ​ຄຸນຄ່າ​ດີ​ພໍ ແລະ ກະທຳ​ຕາມ​​ພຣະ​ປະສົງຂອງ​​ພຣະ​ເຈົ້າ​ເທົ່າ​ນັ້ນ. ຕາມ​ທີ່ ປະທານສະ​ເປັນ​ເຊີ ດັບ​ບັນ​​ຢູ ​ຄິມໂບ ໄດ້​ປະກາດ​ວ່າ, “​ພຣະ​ຜູ້​ເປັນ​ເຈົ້າໄດ້​ປະທານ​ໃຫ້​ແກ່​ເຮົາ​ທຸກ​ຄົນ, ໃນ​ຖານະຜູ້​ດຳລົງ​ຖານະ​ປະໂລຫິດ, ພາກສ່ວນ​ໜຶ່ງ​ຂອງ​ສິດ​ອຳນາດຂອງ​​ພຣະ​ອົງ, ແຕ່​ເຮົາ​ພຽງ​ແຕ່​ຈະ​ສາມາດ​ໃຊ້​ອຳນາດ​ນັ້ນ​ໄດ້ ອີງ​ຕາມ​ຄວາມ​ຊອບ​ທຳ​ສ່ວນ​ຕົວ​ຂອງ​ເຮົາ​ເທົ່າ​ນັ້ນ” (“Boys Need Heroes Close By,” Ensign, May 1976, 45).

ໃນ​ລະຫວ່າງ​ວັນ​ເວລາ​ອັນ​ປະເສີດ​ຂອງ​ການ​ຟື້ນ​ຟູ ແລະ ການຈັດ​ຕັ້ງ​ສາດສະໜາ​ຈັກ​ຂອງ​​ພຣະເຢ​ຊູ​​ຄຣິດ ຄືນໃໝ່​ໃນ​ໂລກ ໃນ​ທຸກ​ວັນ​ນີ້, ​ໂຢ​ຮັນ​​ບັບ​ຕິດ; ເປ​ໂຕ, ຢາ​ໂກ​​ໂບ, ແລະ ​ໂຢ​ຮັນ; ໂມ​ເຊ; ອີ​ລາຍ; ແລະ ​ເອ​ລີ​ຢາ ໄດ້​ມາສູ່​ໂລກ ແລະ ໄດ້​ຟື້ນ​ຟູ​ຂໍ​ກະແຈ​ທັງ​ໝົດ​ຂອງ​ຖານະ​ປະໂລຫິດ ສຳລັບວຽກ​ງານ​ຂອງ​​ພຣະ​ເຈົ້າ​ໃນ​ຍຸກ​ສຸດ​ທ້າຍ​ນີ້ ຜ່ານ​ສາດສະດາໂຈ​ເຊັບ ສະ​ມິດ.

ມັນ​ເປັນ​ເພາະ​ຂໍ​ກະແຈ​ເຫລົ່າ​ນີ້, ສິດ​ອຳນາດ​ນີ້, ແລະ ອຳນາດ​ນີ້ ທີ່​ສາດສະໜາ​ຈັກຂອງ​​ພຣະເຢ​ຊູ​​ຄຣິດ​ຈຶ່ງ​ຖືກ​ຈັດ​ຕັ້ງ​ຂຶ້ນ​ມາໃນວັນ​ເວລາ​ນີ້, ໂດຍ​ມີ​​ພຣະຄຣິດ​ເປັນ​ປະມຸກ ຊີ້​ນຳ​ສາດສະດາທີ່​ມີ​ຊີວິດ​ຢູ່​ຂອງ​​ພຣະ​ອົງ, ທີ່​ແມ່ນ ທອມ​ມັສ ແອັສ ມອນ​ສັນ, ແລະ ໄດ້​ຮັບ​ການ​ຊ່ອຍ​ເຫລືອ ໂດຍ​ອັກ​ຄະ​ສາວົກ​ທີ່​ໄດ້​ຖືກ​ເອີ້ນ ແລະ ແຕ່ງຕັ້ງ​ຢ່າງ​ຖືກຕ້ອງ.

ໃນ​ແຜນ​ອັນ​ຍິ່ງ​ໃຫຍ່ຂອງ​​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ ທີ່ມອບ​ອຳນາດ​ໃຫ້​ແກ່​ຜູ້​ຊາຍ, ຜູ້​ຊາຍມີໜ້າ​ທີ່​ຮັບຜິດຊອບ​ພິເສດສະເພາະ​ຕົວ ທີ່​ຈະ​ຈັດການ​ເລື່ອງ​ຖານະ​ປະໂລຫິດ, ແຕ່​ເຂົາເຈົ້າບໍ່​ໄດ້​ເປັນ​ຖານະ​ປະໂລຫິດ. ຊາຍ ແລະ ຍິງ​ມີ​ບົດບາດ​ທີ່​ແຕກຕ່າງ​ກັນ ແຕ່​ມີ​ຄຸນຄ່າ​ເທົ່າ​ທຽມ​ກັນ. ຜູ້ຍິງ​ບໍ່​ສາມາດ​ມີ​ລູກ​ໄດ້ ປາດ​ສະ​ຈາກ​ຜູ້​ຊາຍ​ສັນໃດ, ຜູ້​ຊາຍ​ກໍ​ບໍ່​ສາມາດ​ນຳ​ໃຊ້​ອຳນາດຂອງ​ຖານະ​ປະໂລຫິດ​ຢ່າງ​​​ເຕັມທີ່​ໄດ້​ສັນນັ້ນ ເພື່ອ​ຈະ​ຈັດ​ຕັ້ງຄອບຄົວ​ນິລັນດອນປາດ​ສະ​ຈາກ​ຜູ້ຍິງ. ອີກ​ໃນ​ຄວາມ​ໝາຍ​ອື່ນ, ໃນ​ທັດສະນະ​ນິລັນດອນ, ອຳນາດ​ແຫ່ງ​ການ​ສ້າງ​ຄົນ ແລະ ອຳນາດ​ຂອງ​ຖານະ​ປະໂລຫິດ ຖືກ​ແບ່ງປັນ​ໂດຍ​ສາມີ ແລະ ພັນ​ລະ​ຍາ. ແລະ ໃນ​ຖານະ​ສາມີ ແລະ ພັນ​ລະ​ຍາ, ຊາຍ ແລະ ຍິງ ຄວນ​ພະຍາຍາມ​ຕິດ​ຕາມ​​ພຣະ​ບິດາ​ເທິງ​ສະຫວັນ ຂອງ​ເຮົາ. ຄຸນ​ນະ​ທຳ​ຂອງ​ຊາວ​​ຄຣິດ​ສະ​ຕຽນ ດັ່ງ​ຄວາມ​ຮັກ, ຄວາມ​ຖ່ອມ​ຕົນ, ແລະ ຄວາມ​ອົດທົນ ຄວນ​ເປັນ​ຈຸດ​ໃຈກາງຂອງ​ເຂົາເຈົ້າ ຂະນະ​ທີ່​ເຂົາເຈົ້າ​ສະແຫວງຫາ​ພອນ​ຕ່າງໆຂອງຖານະ​ປະໂລຫິດ ໃນ​ຊີວິດ​ຂອງ​ເຂົາເຈົ້າ ແລະ ສຳລັບ​ຄອບຄົວຂອງ​ເຂົາເຈົ້າ​ດ້ວຍ.

ມັນ​ສຳຄັນ​ຫລາຍ​ສຳລັບ​ເຮົາ ທີ່​ຈະ​ເຂົ້າໃຈ​ວ່າ ​ພຣະ​ບິດາ​ເທິງ​ສະຫ​ວັນ ໄດ້​ຈັດ​ຫາ​ວິທີ​ທາງ​ໃຫ້​ບຸດ ແລະ ທິດາ​ຂອງ​​ພຣະ​ອົງທຸກໆ​ຄົນ ເພື່ອ​ຈະ​ໄດ້​ຮັບ​ພອນ ແລະ ຖືກ​ເຮັດ​ໃຫ້​ເຂັ້ມແຂງ​ຂຶ້ນ ໂດຍ​ອຳນາດ​ຂອງ​ຖານະ​ປະໂລຫິດ. ຈຸດ​ໃຈ​ກາງຂອງ​ແຜນຂອງ​​ພຣະ​ເຈົ້າ​ສຳລັບ​ລູກໆທາງ​ວິນ​ຍານ​ຂອງ​​ພຣະ​ອົງ ຄືການປະກາດ​ຂອງ​​ພຣະ​ອົງ​ເອງທີ່​ວ່າ ນີ້ຄື​ວຽກ​ງານ​ຂອງ​​ພຣະ​ອົງ ແລະ ລັດສະໝີ​ພາບ​ຂອງ​​ພຣະ​ອົງ—ຄື​ການ​ທີ່​ຈະ​ນຳ​ຄວາມ​ເປັນ​ອະມະຕະ ແລະ ຊີວິດ​ນິລັນດອນ​ມາ​ໃຫ້​ມະນຸດ (​ເບິ່ງ Moses 1:39).

ໃນ​ການ​ເປີດເຜີຍທີ່​ຖືກ​ມອບ​ໃຫ້​ແກ່ສາດສະດາ ໂຈ​ເຊັບ ສະ​ມິດ ໃນ​ພາກ​ທີ 81 ຂອງພຣະ​ຄຳ​ພີ Doctrine and Covenants, ທີ່​​ພຣະ​ອົງອະທິບາຍ​ວ່າ ອຳນາດ​ຂອງຖານະ​ປະໂລຫິດ ແມ່ນ​ຈະ​ຖືກ​ນຳ​ໃຊ້ ເພື່ອຊ່ອຍ​ເຫລືອ​ຄົນ​ທີ່​ອ່ອນແອ, ຍົກ​ມື​ທີ່​ເມື່ອຍ​ລ້າ, ແລະ ໃຫ້​ກຳລັງ​ຫົວເຂົ່າ​ທີ່​ອ່ອນເພຍ (ຂໍ້​ທີ 5).

ໃນ​ການ​ເຮັດ​ສິ່ງ​ເຊັ່ນນີ້ ໂຈ​ເຊັບ​ຈະ​ເຮັດ​ຄວາມ​ດີ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ແກ່​ເພື່ອນ​ມະນຸດ​ຂອງ​ເພິ່ນ, ແລະ ຈະ​ສົ່ງເສີມ​ລັດສະໝີ​ພາບ​ຂອງ​​ພຣະ​ອົງ ຜູ້​ຊຶ່ງ​ເປັນ​​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເພິ່ນ (​ເບິ່ງ D&C 81:4).

ເມື່ອ​ເຮົາ​ມາ​ຄິດ​ເຖິງ​ພາບ​ຂອງ​ການຊ່ອຍ​ເຫລືອຄົນ​ທີ່​ອ່ອນແອ, ຍົກ​ມື​ທີ່​ເມື່ອຍ​ລ້າ, ແລະ ໃຫ້​ກຳລັງ​ຫົວເຂົ່າ​ທີ່​ອ່ອນເພຍ, ຂ້າພະເຈົ້າ​ຄິດ​ເຖິງເດັກ​ຍິງ​ອາຍຸ​ເຈັດ​ປີ​ຄົນ​ໜຶ່ງ ທີ່​ໄດ້​ເອົາ​ເບ້ຍໝາກ​​ເລັ່ນໃຫ້​ພໍ່​ຕູ້​ຂອງ​ນາງ​ເບິ່ງ ທີ່​ນາງ​ໄດ້​ກ້າ​ມັນ​ມາ​ຈາກໃນ​ນ້ອຍໆ ທີ່​ເປັນ​ສ່ວນ​ຂອງ​ການ​ຄົ້ນຄວ້າ​ຂອງ​ຫ້ອງ​ຮຽນຊັ້ນ​ປໍສອງ.

ນາງ​​ໄດ້ອະທິບາຍ​ວ່າ ຕົ້ນໄມ້​ຈະ​ມາ​ຈາກ​ໃນ​ນ້ອຍໆ​ໃນ​ດຽວນີ້. ແລະ ຖ້າ​ຫາກ​ຕົ້ນໄມ້​ນີ້​ໄດ້​ຮັບ​ການ​ດູ​ແລ, ໝາກ​ເລັ່ນ​ຫລາຍໆໜ່ວຍ​ຈະ​ໄດ້​ເກີດ​ຈາກ​ມັນ ແລະວ່າແຕ່​ລະ​ໜ່ວຍ​ນັ້ນ​ຈະ​ມີ​ໃນຢ່າງ​ຫລວງຫລາຍ​ນຳ​ອີກ.

ນາງ​ໄດ້​ເວົ້າ​ວ່າ, “ແລະ ຖ້າ​ຫາກ​ໃນ​ເຫລົ່ານັ້ນ​ທັງ​ໝົດຖືກ​ປູກ ແລະ ໄດ້​ເປັນ​ໝາກ, ແລະ ຖ້າ​ເຮົາ​ປູກ​ໃນ​ທັງ​ໝົດ​ນັ້ນ, ໃນສາມ​ສີ່​ລະດູ​ການ ເຮົາ​ກໍ​ຈະ​ໄດ້​ໝາກ​ເລັ່ນ​ຫລາຍໆ​ລ້ານ​ໜ່ວຍ.”

ນາງ​ໄດ້​ເວົ້າ​ດ້ວຍ​ຄວາມ​ປະຫລາດ​ໃຈ​ວ່າ, “ທັງ​ໝົດ​ນີ້,” ສາມາດເກີດ​ຂຶ້ນ​ໄດ້, “ຈາກ​ໃນ​ນ້ອຍໆ ໃນ​ດຽວ.”

ແຕ່​ແລ້ວ​ນາງ​ໄດ້​ເວົ້າ​ວ່າ, “ຂ້ານ້ອຍ​​ເກືອບ​ໄດ້​ເຮັດ​ໃຫ້​ຕົ້ນໄມ້​ຂອງ​ຂ້ານ້ອຍ​ຕາຍ. ຂ້ານ້ອຍ​ໄດ້​ປະ​ມັນ​ໄວ້​ໃນ​ຫ້ອງ​ມືດໆ ແລະ ລືມ​ຫົດ​ນ້ຳມັນ. ເມື່ອ​ຂ້ານ້ອຍ​ຈຳ​ໄດ້, ມັນ​ແຫ່ວ​ແຫ້ງ​ໝົດ ແລະ ເບິ່ງ​ຄື​ວ່າ​ມັນ​ຕາຍ​ແລ້ວ. ຂ້ານ້ອຍ​ໄຫ້ ເພາະວ່າ​ຂ້ານ້ອຍໄດ້​ຄິດ​ເຖິງ​ໝາກ​ເລັ່ນ​ຫລາຍໆ​ລ້ານ​ໜ່ວຍທີ່​ຈະ​ບໍ່​ໄດ້​ເກີດ​ເປັນໜ່ວຍ​ເລີຍ.”

ແລ້ວນາງ​ກໍ​ຕື່ນເຕັ້ນ​ທີ່​ຈະ​ບອກ​ພໍ່​ຕູ້​ຂອງ​ນາງ​ກ່ຽວ​ກັບ “ສິ່ງ​ມະຫັດ​ສະ​ຈັນ” ທີ່​ໄດ້​ເກີດ​ຂຶ້ນ.

ນາງ​ໄດ້​ອະທິບາຍ​ວ່າ, “ແມ່​ໄດ້​ເວົ້າ​ວ່າ ບາງທີ​ຕົ້ນໄມ້​ນັ້ນ​ຍັງ​ບໍ່ຕາຍ​ເທື່ອ. ບາງທີສິ່ງ​ທີ່​ມັນ​ຕ້ອງການ​ຄືນ້ຳ ແລະ ແສງ​ແດດ ​ເພື່ອ​ຊ່ອຍ​ໃຫ້​ມັນ​ຄືນ​ມີ​ຊີວິດອີກ.

“ແລະ ແມ່​ໄດ້​ເວົ້າ​ຖືກ. ຂ້ານ້ອຍ​ໄດ້​ຫົດ​ນ້ຳມັນ, ແລະ ຂ້ານ້ອຍ​ໄດ້ເອົາ​ມັນໄປ​ວາງ​ໄວ້​ຢູ່​ທີ່​ປ່ອງຢ້ຽມ ເພື່ອ​ໃຫ້​ຖືກ​ແສງ​ແດດ. ແລະ ເດົາ​ດູວ່າ​ມີ​ຫຍັງ​ເກີດ​ຂື້ນ?” ນາງ​ໄດ້​ຖາມ. “ມັນ​ຄືນ​ມີ​ຊີວິດ, ແລະ ບັດ​ນີ້ ມັນ​ຈະ​ເປັນ​ໝາກ​​ເລັ່ນ​ຫລາຍໆ​ລ້ານ​ໜ່ວຍ!”

ຕົ້ນ​ໝາກ​ເລັ່ນ​ນ້ອຍໆ​ຂອງ​ນາງ, ເຕັມ​ໄດ້​ດ້ວຍ​ຄວາມ​ສາມາດ ແຕ່​ຖືກ​ເຮັດ​ໃຫ້​ອ່ອນເພຍ ແລະ ແຫ່ວ​ແຫ້ງ ຈາກ​ຄວາມ​ບໍ່​ເອົາໃຈ​ໃສ່​ທີ່​ບໍ່​ໄດ້​ເຈດ​​ຕະ​ນາ, ຖືກ​ເຮັດ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ ມີ​ຊີວິດ​ອີກ ຜ່ານ​ຄວາມ​ຊ່ອຍ​ເຫລືອ​ຂອງ​ນ້ຳ ແລະ ແສງ​ແດດ ໂດຍ​ຄວາມ​ຮັກ ແລະ ຄວາມ​ດູ​ແລ​ຂອງ​ເດັກ​ຍິງ​ນ້ອຍ​ຄົນ​ໜຶ່ງ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ໃນ​ຖານະ​ລູກໆ​ທາງ​ວິນ​ຍານຂອງ​ພຣະ​ບິດາ​​ເທິງສະຫວັນທີ່​ຮັກ​ຂອງ​ເຮົາ—ເຮົາ​ມີ​ຄວາມ​ສາມາດແຫ່ງ​ສະຫວັນທີ່​ບໍ່​ມີ​ຂອບ​ເຂດ. ແຕ່ຖ້າ​ຫາກ​ເຮົາ​ບໍ່​ລະວັງ, ເຮົາ​ຈະ​ສາມາດ​ເປັນ​ດັ່ງ​ຕົ້ນ​ໝາກ​ເລັ່ນທີ່​ແຫ່ວ​ແຫ້ງ​ນັ້ນ. ເຮົາສາມາດ​ຫ່າງ​ອອກ​ໄປ​ຈາກ​ຄຳ​ສອນ ແລະ ​ພຣະ​ກິດ​ຕິ​ຄຸນ​ທີ່ແທ້​ຈິງຂອງ​​ພຣະຄຣິດ ແລະ ຂາດ​ອາຫານ​ບຳລຸງ​ທາງ​ວິນຍານ ແລະ ​ໄດ້ແຫ່ວ​ແຫ້ງ​ໄປ, ໂດຍ​ທີ່​ໄດ້​ແຍກ​ຕົວ​ເຮົາ​ເອງ​ອອກໄປ​ຈາກ​ແສງ​ແດດ​ແຫ່ງ​ສະຫວັນ ແລະ ນ້ຳ​ແຫ່ງ​ຊີວິດ​ຂອງຄວາມ​ຮັກ​ນິລັນດອນ​ຂອງ​​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ອຳນາດ​ຂອງ​ຖານະ​ປະໂລຫິດ.

ຜູ້​ທີ່​ດຳລົງ​ຖານະ​ປະໂລຫິດ ແລະ ບໍ່​ພະຍາຍາມ​ສະເໝີ​ໄປ ທີ່​ຈະ​ໃຫ້​ກຽດ​ມັນ ໂດຍ​ການ​ຮັບ​ໃຊ້​ຄອບຄົວ ແລະ ຄົນ​ອື່ນຈະ​ເປັນ​ດັ່ງ​ຜູ້​ຄົນ​ທີ່​ບໍ່​ໄດ້​ ຮັບ ພອນ​ຕ່າງໆ ທີ່​ມີ​ຢູ່​ໃນ​ອຳນາດຂອງ​ຖານະ​ປະໂລຫິດ ແລະ ແນ່ນອນ​ວ່າ ອ່ອນແອ​ທາງວິນ​ຍານ, ໂດຍ​ທີ່​ໄດ້​ເຮັດ​ໃຫ້​ຕົວ​ເອງຂາດ​ທາດ​ອາ​ຫານ​​ບຳລຸງ​ທີ່​ຈຳເປັນທາງ​ວິນ​ຍານ, ແສງ​ແດດ​ທາງ​ວິນ​ຍານ, ແລະ ອຳນາດ​ຂອງພຣະ​ເຈົ້າໃນ​ຊີວິດ​ຂອງ​ເຂົາເຈົ້າ—ເໝືອນ​ດັ່ງ​ຕົ້ນ​ໝາກ​ເລັ່ນທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ ແຕ່​ຖືກ​ປະລະ ແລະ ແຫ່ວ​ແຫ້ງ​ໄປ.

ອຳນາດ​ຂອງ​ຖານະ​ປະໂລຫິດ​ທີ່​ໄດ້​ສ້າງ​ໂລກໆທັງຫລາຍ, ທາງ​ຊ້າງ​ເຜືອກ, ແລະ ຈັກກະວານ​ສາມາດ ແລະ ຄວນ​ເປັນພາກສ່ວນ​ຂອງ​ຊີວິດ​ຂອງ​ເຮົາ ທີ່​ຈະ​ຊ່ອຍ​ເຫລືອ, ເສີມ​ຄວາມເຂັ້ມແຂງ, ແລະ ໃຫ້​ພອນ​ຄອບຄົວ​ຂອງ​ເຮົາ, ໝູ່​ເພື່ອນ, ແລະ ເພື່ອນ​ບ້ານ​ຂອງ​ເຮົາ—ອີກ​ຄວາມ​ໝາຍ​ອື່ນ​ກໍ​ຄື, ທີ່​ຈະ​ເຮັດ​ສິ່ງ​ທີ່ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ປະສົງ​ຈະ​ເຮັດ ຖ້າ​ຫາກ​​ພຣະ​ອົງ​ກຳລັງ​ປະຕິ​ບັດ​ສາດສະໜາ​ກິດ ໃນ​ບັນດາ​ພວກ​ເຮົາ​ໃນ​ທຸກ​ວັນ​ນີ້.

ຈຸດປະສົງ​ຕົ້ນຕໍ​ທີ່​ສຳຄັນ​ຂອງ​ອຳນາດ​ຂອງ​ຖານະ​ປະໂລຫິດ ແມ່ນ​ຈະ​ໃຫ້​ພອນ, ເຮັດ​ໃຫ້​ສັກສິດ, ແລະ ເຮັດ​ໃຫ້​ເຮົາ​ບໍລິສຸດ ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ອາໄສ​ຢູ່​ກັບ​ຄອບຄົວ​ຂອງ​ເຮົາ ໃນ​ທີ່ປະ​ທັບ​ຂອງ​​​ບິດາ​ມານ​ດາ​ເທິງ​ສະຫວັນ​ຂອງ​ເຮົາ, ຖືກຜູ​​ກມັດ​ເຂົ້າກັນ ໂດຍ​ການ​ຜະ​ນຶກ​ຂອງ​ຖານະ​ປະໂລຫິດ, ມີສ່ວນ​ຮ່ວມໃນ​ວຽກ​ງານ​ອັນ​ປະເສີດ​ຂອງ​​ພຣະ​ເຈົ້າ ແລະ ​ພຣະເຢ​ຊູ​​ຄຣິດ ໃນ​ການ​ຂະຫຍາຍ​ຄວາມ​ສະຫວ່າງ ແລະ ລັດສະໝີ​ພາບ​ຂອງ ພວກ​ພຣະອົງ ​ຕະຫລອດ​ໄປ.

ສຳລັບ​ຈຸດປະສົງ​ນີ້, ເມື່ອ​ສອງ​ສາມ​ເດືອນ​ກ່ອນ ຂ້າພະເຈົ້າ​ໄດ້ມີ​ໂອກາດເຂົ້າ​ຮ່ວມ​ໃນ​ການ​ເຮັດວິ​ດີ​ໂອ ສຳລັບ​ການ​ຝຶກ​ຝົນ​ຜູ້ນຳ​ທົ່ວ​ໂລກ ທີ່​ເອີ້ນ​ວ່າ ການ​ເພີ່ມ​ຄວາມເຂັ້ມແຂງ​ໃຫ້​ແກ່​ຄອບຄົວ ແລະ ສາດສະໜາ​ຈັກ ຜ່ານ​ທາງຖານະ​ປະໂລຫິດ.

ດີ​ວີ​ດີ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຄິດ​ໃໝ່ໆ ແລະ ເປັນ​ທີ່​ສັ່ງສອນ​ນີ້ ຖືກ​ແປ​ອອກ​ເປັນ 66 ພາສາ. ມັນ​ສອນ​ເຖິງ​ວິທີທີ່​ອຳນາດຂອງ​ຖານະ​ປະໂລຫິດ ສາມາດ​ໃຫ້​ພອນ, ເຮັດ​ໃຫ້​ມີ​ຊີວິດ​ຊີວາ​ຂຶ້ນ, ແລະ ເຮັດ​ໃຫ້​ຊີວິດ​ຂອງ​ເຮົາ, ຊີວິດ​ຂອງ​ຄອບຄົວຂອງ​ເຮົາ, ແລະ ຊີວິດຂອງ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ທັງ​ໝົດ ມີ​ຊີວິດ​ຊີວາ​ຂຶ້ນ​ໃໝ່.

ມັນ​ສະແດງ​ໃຫ້​ເຮົາ​ທຸກ​ຄົນ​ເຫັນ—ຊາຍ, ຍິງ, ເດັກນ້ອຍ; ຜູ້​ທີ່ໄດ້​ແຕ່ງງານ​ແລ້ວ, ຜູ້​ທີ່​ເປັນ​ໝ້າຍ, ຫລື ເປັນ​ໂສດ; ບໍ່​ວ່າ​ສະຖານະ​ການ​ຂອງ​ເຮົາ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ—ເຮົາຈະສາມາດເປັນ​ຜູ້​ໄດ້​ຮັບ​ພອນ​ຕ່າງໆຂອງ​ຖານະ​ປະໂລຫິດ​ໄດ້​ແນວ​ໃດ. ມີຫລາຍໆພາກ​ທີ່​ໃຊ້​ເວລາ 8 ເຖິງ 12 ນາທີ​ເພື່ອ​ອະທິບາຍເຖິງ​ຂໍ​ກະແຈ, ສິດ​ອຳນາດ, ແລະ ອຳນາດ​ຂອງ​ຖານະ​ປະ​ໂລຫິດ ແລະ ວິທີ​ທີ່​ມັນ​ຈະ​ເຮັດ​ໃຫ້​ຜູ້​ຄົນ, ຄອບຄົວ, ແລະ ສາດສະໜາ​ຈັກ​ເຂັ້ມແຂງ​ຂຶ້ນ.

ສາກ​ໜຶ່ງ​ທີ່​ພິເສດ ຖືກ​​ຟິມ​ຢູ່​ບ້ານ​ຫລັງ​ນ້ອຍໆ ຂອງ​ຜູ້​ບຸກເບີກຄົນ​ໜຶ່ງ ຊຶ່ງ​ເປັນ​ແມ່ຕູ້​ທວດ​ຂອງ​ຂ້າພະເຈົ້າ, ​ແມຣີ ​ຟຽວດິງ ສະ​ມິດ. ນາງ​ໄດ້​ເປັນ​ແມ່ໝ້າຍ​ຂອງ ໄຮ​​ຣຳ, ອ້າຍ​ຂອງ​ສາດສະ​ດາໂຈ​ເຊັບ. ໃນ​ບົດບາດ​ຂອງ​ແມ່​ທີ່​ໄດ້​ລ້ຽງ​ລູກ​ດ້ວຍ​ຕົວຄົນ​ດຽວ, ຜ່ານ​ສັດທາ​ທີ່​ເຂັ້ມແຂງ​ຂອງ​ນາງ​ໃນ​ຖານະ​ປະໂລຫິດ, ນາງ​ໄດ້​ເອີ້ນ ແລະ ໄດ້​ເພິ່ງ​ພາ​ອຳນາດ​ນັ້ນ ເພື່ອ​ຊ່ອຍ​ລ້ຽງ​ດູ ແລະ ໃຫ້​ພອນ​ລູກ​ຂອງ​ນາງ​ໃນ​ຄວາມ​ຮັກ ແລະ ຄວາມ​ສະຫວ່າງ​ຂອງ​​ພຣະ​ກິດ​ຕິ​ຄຸນ. ທຸກ​ມື້ນີ້ ລູກ​ຫລານ​ຂອງ​ນາງເປັນຈຳນວນ​ຫລາຍໆພັນ​ຄົນ ທີ່​ເປັນ​ຜູ້ນຳ ແລະ ສະມາຊິກ​ທີ່​ຊື່ສັດຂອງ​ສາດສະໜາ​ຈັກ ຂອບໃຈ​ນາງ​ສຳລັບ​ສັດທາ, ຄວາມ​ກ້າຫານ, ແລະ ຕົວຢ່າງ​ຂອງ​ນາງ.

ການ​ຝຶກ​ຝົນ​ຜູ້ນຳ​ທົ່ວ​ໂລກ​ແບບ​ໃໝ່​ນີ້ ກໍ​ມີ​ໃຫ້​ບໍລິການ​ຢູ່​ທີ່ ອິນ​ເຕີ​ແນັດ ທີ່ LDS.org ເພື່ອ​ໃຫ້​ທຸກ​ຄົນ​ເຂົ້າ​ຊົມ ແລະ ມີ​ປະສົບ​ການ. ທ່ານ​ສາມາດ​ເບິ່ງ​ມັນ​ໄດ້ຈາກ LDS.org, ຫລືວ່າ​ທ່ານ​ສາມາດ ດາວ​ໂຫລ​​ດ ມັນ​ໃສ່​ຄອມ​​ພິວ​ເຕີ, ໂທລະສັບ​ມື​ຖື, ຫລື ເຄື່ອງ​ອີ​ເລັກ​​ທ​ລອນ​​ນິກ​ອື່ນໆຂອງ​ທ່ານ​ໄດ້.

ຝ່າຍ​ປະທານ​ສູງ​ສຸດ ໄດ້​ຂໍ​ຮ້ອງ​ໃຫ້ “ຝ່າຍ​ປະທານ​ສະ​​ເຕກ ແລະ ຝ່າຍ​ອະທິການ ອຸທິດ​ການ​ປະຊຸມ​ສະພາ​ສະ​​ເຕກ ຫລື ຫວອດ ໜຶ່ງ​ເທື່ອ ຫລື ຫລາຍ​ກວ່າ​ນັ້ນ ເພື່ອ​ເບິ່ງ​ຊົມດີ​ວີ​ດີ (ທັງ​ໝົດ). ສະພາ​ສະ​​ເຕກ ແລະ ຫວອດ​ຄວນ​ສົນທະນາວິທີ​ທີ່​ຈະ​ນຳ​ໃຊ້​ຄຳ​ສອນ​ທີ່​ຖືກ​ນຳ​ສະເໜີ​ຢູ່​ໃນ​ນັ້ນ” (First Presidency letter, Feb. 1, 2013).

ເນື້ອ​ຫາ​ທີ່​ຈະ​ດົນ​ໃຈ ແລະ ກະ​ຕຸ້ນ​ສະມາຊິກ​ໃນ​ການ​ປະຊຸມຂອງ​ກຸ່ມ​ຖານະ​ປະໂລຫິດ, ສະມາຄົມ​ສະຕີ​ສົງເຄາະ, ຫ້ອງ​ຮຽນວັນ​ອາທິດ, ຍິງ​ໜຸ່ມ, ຊາຍໜຸ່ມ (ໂດຍ​ສະເພາະສຳລັບ​ຜູ້​ທີ່​ກຳລັງ​ຕຽມ​ຈະ​ໄປ​ສອນ​ສາດສະໜາ) ແລະ ໃນ​ຫ້ອງ​ຮຽນ​ປະຖົມ​ໄວ ຫລື ໃນ​ການ​ປະຊຸມ​ຮ່ວມ​ກັນ​ໃນ​ວັນ​ອາທິດ​ທີ​ຫ້າ. ແລ້ວສະ​ມາ ຊິກ​ຂອງ​ສະພາ ຈະ​ສາມາດ​ຊຸກຍູ້​ສ່ວນ​ບຸກຄົນ ແລະ ພໍ່​ແມ່ ໃຫ້ ໃຊ້​ການ​ສະເໜີ​ນີ້ກັບ​ຄອບຄົວ​ຂອງ​ເຂົາເຈົ້າ. ອ້າຍ​ເອື້ອຍ​ນ້ອງທັງຫລາຍ, ການ​ຝຶກ​ຝົນ​ຜູ້ນຳ​ນີ້ ແມ່ນ​ສຳລັບ​ສະມາຊິກ​ທຸກໆຄົນຂອງ​ສາດສະໜາ​ຈັກ. ພໍ່​ແມ່, ຂໍ​ໃຫ້​ທົບ​ທວນ, ແບ່ງປັນ, ແລະ ສົນທະນາ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້ ແລະ ຮູ້ສຶກ​ກັບ​ລູກໆຂອງທ່ານ, ແລະ ໃຫ້​ພວກ​ເຂົາ​ເບິ່ງ ແລະ ເຮັດ​ແບບ​ດຽວ​ກັບ​ພວກທ່ານ ເພື່ອ​ວ່າ​ຄອບຄົວ​ຂອງ​ທ່ານ ອາດ​ຈະ​ໄດ້​ຮັບ​ຄວາມ​ເຂັ້ມແຂງ ຜ່ານ​ທາງ​ຖານະ​ປະໂລຫິດ.

​ພຣະເຢ​ຊູ​ໄດ້​ກ່າວ​ວ່າ:

“ຜູ້​ໃດ​ກໍ​ຕາມ​ທີ່​ຫິວ​ນ້ຳ, ໃຫ້​ມາ​ຫາ​ເຮົາ ແລະ ດື່ມ” (​ໂຢຮັນ 7:37).

“ແຕ່​ຜູ້​ໃດ​ກໍ​ຕາມ​ທີ່​ດື່ມນ້ຳ ຊຶ່ງ​ເຮົາ​ຈະ​ໃຫ້​ນັ້ນ ຈະ​ບໍ່​ຢາກ​ອີກ​ຈັກເທື່ອ; ນ້ຳ​ທີ່​ເຮົາ​ຈະ​ໃຫ້​ນັ້ນ ຈະ​ກາຍເປັນ​ນ້ຳພຸ​ແຫ່ງ​ຊີວິດ ແລະ ຈະ​ໃຫ້​ລາວ​ມີ​ຊີວິດ​ອັນ​ຕະຫລອດ​ໄປ​ເປັນນິດ” (​ໂຢຮັນ 4:14).

“ເຮົາ​ນີ້​ແຫລະ ເປັນຄວາມ​ສະຫວ່າງ​ຂອງ​ໂລກ: ຜູ້​ໃດ​ກໍ​ຕາມ​ທີ່ມາ​ນຳ​ເຮົາ ... ຈະ​ມີ​ຄວາມ​ສະຫວ່າງ​ແຫ່ງ​ຊີວິດ” (​ໂຢຮັນ 8:12).

ຖ້າ​ຫາກ​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ບັນດາ​ພວກ​ທ່ານ ຮູ້ສຶກ​ວ່າ​ສັດທາ ຫລື ປະຈັກ​ພະຍານ​ຂອງ​ທ່ານ ເຖິງ​ແຜນ​ຂອງ​​ພຣະ​ບິດາ​ເທິງ​ສະຫວັນນັ້ນ ມີ​ນ້ອຍ​ກວ່າ​ທີ່​ທ່ານ​ຮູ້​ວ່າ​ມັນ​ຄວນ​ເປັນ, ແລ້ວຂໍ​ໃຫ້​ຫັນ​ກັບມາ​ເອົາໃຈ​ໃສ່​​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຫລາຍ​ຂຶ້ນ. ອະນຸຍາດ​ໃຫ້ຄວາມ​ສະຫວ່າງ ແລະ ນ້ຳ​ແຫ່ງ​ຊີວິດ​ຂອງ​​ພຣະ​ອົງ ເຮັດ​ໃຫ້ທ່ານ ແລະ ຄອບຄົວ​ຂອງ​ທ່ານ ດັ່ງ​ສິ່ງ​ທີ່​ນ້ຳ ແລະ ແສງ​ແດດ ນ້ອຍ​ໜຶ່ງ​ໄດ້​ເຮັດ ໃນ​ການ​ນຳ​ຊີວິດ​ກັບ​ຄືນ​ມາ​ໃຫ້​ແກ່​ຕົ້ນ​ໝາກ​ເລັ່ນ​ທີ່​ອ່ອນແອ​ນັ້ນ.

ບັດ​ນີ້, ຂ້າພະເຈົ້າ​ໄດ້​ເລີ່​ມ​ດ້ວຍ​ຄວາມ​ປະຫລາດ ແລະ ຄວາມອັດສະຈັນ​ໃຈ ໃນ​ການ​ສ້າງ​ຂອງ​​ພຣະ​ເຈົ້າ ຜ່ານ​ອຳນາດ​ຂອງຖານະ​ປະໂລຫິດ. ຂ້າພະເຈົ້າ​ຢາກ​ຮູ້, ດັ່ງ​ທີ່​ຂ້າພະເຈົ້າ​ເຊື່ອ​ວ່າ ພວກ​ທ່ານ​ທັງຫລາຍ​ກໍ​ຢາກ​ຮູ້​ຄື​ກັນ, ຖ້າ​ຫາ​ກວ່າ ອຳນາດ​ຂອງພຣະ​ເຈົ້າທີ່​ຈະ​ສັ່ງສອນ ແລະ ໃຫ້​ພອນ​ເຮົາ ຈະ​ສາມາດ​ຖືກ ເຂົ້າໃຈ​ໄດ້ຢ່າງ​ຄົບ​ຖ້ວນ​ຈັກ​ເທື່ອ. ມັນ​ຊ່າງ​ຍິ່ງ​ໃຫຍ່, ສະຫງ່າງາມ, ມີ​ພະລັງ​ຫລາຍ​ແທ້ໆ.

ໂຈ​ເຊັບ ສະ​ມິດ​ ໄດ້​ກ່າວ​ວ່າ, “ຖານະ​ປະໂລຫິດ​ເປັນ​ຫລັກ​ທຳ​ອັນຕະຫລອດ​ໄປ​ເປັນນິດ, ແລະ ໄດ້​ເປັນ​ມາ​ນຳ​​ພຣະ​ເຈົ້າ ຈາກນິລັນດອນ, ແລະ ຈະ​ເປັນ​ໄປ​ຊົ່ວ​ນິລັນດອນ, ປາດ​ສະ​ຈາກການ​ເລີ່​ມ​ຕົ້ນ​ຂອງ​ວັນ ຫລື ການ​ສິ້ນ​ສຸດ​ຂອງ​ປີ” (Teachings of Presidents of the Church: Joseph Smith [2007], 104).).

​ພຣະ​ເຈົ້າ​ໄດ້​ປະທານ​ອຳນາດ​ຂອງ​​ພຣະ​ອົງ ຢ່າງ​ບໍ່​ຄິດ​ຄ່າ ໃຫ້​ແກ່​ຜູ້​ທີ່​ຈະ​ຮັບ​ເອົາ ແລະ ໃຫ້​ກຽດ​ຖານະ​ປະໂລຫິດ​ຂອງ​ພຣະ​ອົງ, ຊຶ່ງ​ຈະ​ນຳໄປ​ສູ່​ພອນ​ທີ່​ໄດ້​ສັນຍາ​ໄວ້ຂອງ​ຄວາມເປັນ​ອະມະຕະ ແລະ ຊີວິດ​ນິລັນດອນ.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ວຽກ​ງານ​ຂອງ​​ພຣະເຢ​ຊູ​​ຄຣິດ ໄດ້​ຮັບ​ຄວາມ​ສຳເລັດ​ຜົນ​ຜ່ານ​ຖານະ​ປະໂລຫິດ. ມັນ​ເປັນ​ອຳນາດໂດຍ​ທາງ​ນັ້ນ ທີ່​​ພຣະ​ບິດາ​ເທິງ​ສະຫວັນ ແລະ ​ພຣະ​ບຸດ​ທີ່​ຮັກຂອງ​​ພຣະ​ອົງ ໄດ້​ສ້າງ​ໂລກ​ນີ້ ແລະ ໄດ້​ເລີ່​ມໃຫ້​ມີ​ແຜນ​ແຫ່ງຄວາມສຸກ ສຳລັບ​ຜົນ​ປະໂຫຍດ​ຂອງ​ເຮົາ. ຄຳ​ອະທິຖານຂອງ​ຂ້າພະເຈົ້າ​ກໍ​ຄື ຂໍ​ໃຫ້​ເຮົາ​ຈົ່ງ​ສະຫລາດ ແລະ ສະແຫວງຫາ ເພື່ອ​ຈະ​ເພີ່ມ​ຄວາມ​ເຂັ້ມແຂງໃຫ້​ແກ່​ຊີວິດ​ຂອງ​ເຮົາ​ເອງ, ຊີວິດ​ຂອງ​ຄອບຄົວ​ຂອງ​ເຮົາ, ແລະ ຂອງ​ສາດສະໜາ​ຈັກ​ຂອງພຣະເຢ​ຊູ​​ຄຣິດແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຜ່ານ​ອຳນາດຂອງ​ຖານະ​ປະໂລຫິດຂອງ​​ພຣະ​ເຈົ້າ​ດ້ວຍ​ເຖີດ. ນີ້​ຄື​ຄຳ​ອະທິຖານ​ທີ່​ຖ່ອມ​ຕົນ​ຂອງ​ຂ້າພະ​ເຈົ້າ, ໃນ​​ພຣະ​ນາມຂອງ​​ພຣະເຢ​ຊູ​​ຄຣິດ, ອາແມນ.