​2010–2019
ຈົນ​ກວ່າ​ເຮົາ​ຈະ​ພົບ​ກັນ​ອີກ
ເມສາ 2013


ຈົນ​ກວ່າ​ເຮົາຈະ​ພົບ​ກັນ​ອີກ

ຂ້າພະ​ເຈົ້າອະທິຖານ​ຂໍ​ໃຫ້​ພຣະຜູ້​ເປັນ​ເຈົ້າຈົ່ງ​ອວຍພອນ​ທ່ານ ​ແລະ ຮັກສາ​ທ່ານ, ອ້າຍ​ເອື້​ອຍນ້ອງ​ຂອງ​ຂ້າພະ​ເຈົ້າ. ຂໍ​ໃຫ້​ຄຳ​ສັນຍາ​ທີ່​ໃຫ້​ຄວາມ​ສະຫງົບ​ຈົ່ງ​ມາສູ່​ທ່ານ​ໃນ​ເວລາ​ນີ້ ​ແລະ ຕະຫລອດ​ໄປ​ດ້ວຍ​ເທີ້ນ.

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ, ຊ່າງ​ເປັນ​ກອງ​ປະຊຸມທີ່​ປະ​ທັບ​ໃຈ​ຫລາຍແທ້ໆ. ຂ້າພະ​ເຈົ້າຮູ້​ວ່າ ທ່ານ​ກໍ​ເຫັນ​ດ້ວຍ​ກັບ​ຂ້າພະ​ເຈົ້າ ກັບ​ຂ່າວສານ​ທີ່​ດົນ​ໃຈ​ເຫລົ່ານັ້ນ. ຫົວ​ໃຈ​ຂອງ​ເຮົາ​ໄດ້​ຖືກ​ສຳ​ພັດ, ປະຈັກ​ພະຍານ​ຂອງ​ເຮົາ​ເຖິງ​ວຽກ​ງານ​ອັນ​ສູງ​ສົ່ງ​ໄດ້​​ເຂັ້ມ​ແຂງ​ຂຶ້ນ ​ເມື່ອ​ເຮົາ​ຮູ້ສຶກ​ເຖິງ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ. ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ​ສິ່ງ​ທີ່​ເຮົາ​ໄດ້​ຍິນ ​ໃນ​ສອງ​ມື້​ນີ້. ຂ້າພະ​ເຈົ້າຂໍ​ຊຸກຍູ້​ທ່ານ​ໃຫ້​ສຶກສາ​ຂ່າວສານ​ຕໍ່​ໄປ ​ເມື່ອ​ມັນ​ຖືກ​ພິມ​ຢູ່​ໃນວາລະສານ Ensign ​ແລະ Liahona.

ພວກ​ເຮົາ​ມີ​ຄວາມ​ກະຕັນຍູ​ຫລາຍ​ຕໍ່​ທຸກ​ຄົນ​ທີ່​ໄດ້​ກ່າວ​ປາ​ໄສ, ຕະຫລອດ​ທັງ​ຜູ້​ໄດ້​ກ່າວ​ອະທິຖານ. ​ພ້ອມທັງ​ສຽງ​ເພງ​ທີ່​ມ່ວນ​ອອນຊອນ ​ແລະ ​​​​ໃຫ້ການ​ດົນ​ໃຈ​. ພວກ​ເຮົາ​ຮັກ​ກຸ່ມ​ນັກ​ຮ້ອງ​ແທ​ໂບ​ແນ​ໂກ ​ແລະ ຂໍຂອບ​ໃຈ​​ນັກ​ຮ້ອງກຸ່ມອື່ນໆ ທີ່ມາ​ປະກອບສ່ວນ.

ພວກ​ເຮົາ​ທຸກ​ຄົນ​ຂໍ​ສະ​ແດງ​ຄວາມ​ກະຕັນຍູ​ຕໍ່ຝ່າຍ​ປະທານ​ເຫລົ່ານັ້ນ ​ແລະ ກຳມະການ​ຂອງ​ອົງການ​ຍິງ​ໜຸ່ມ​ສາມັນ ທີ່​ໄດ້​ຖືກ​ປົດຈາກ​ຕຳ​ແໜ່​ງມື້ວານ​ນີ້. ການ​ຮັບ​ໃຊ້​ຂອງ​ພວກ​ນາງ​ແມ່ນ​ດີ​ເດັ່ນ ພ້ອມ​ດ້ວຍ​ການ​ອຸທິດ​ຕົນ.

​ໂດຍ​ການ​ຍົກ​ມື​ຂຶ້ນ, ພວກ​ເຮົາ​ໄດ້​ສະໜັບສະໜູນບັນດາ​ອ້າຍ​​ເອື້ອຍ​ນ້ອງ​ຫລາຍ​ຄົນຕໍ່​ຕຳ​ແໜ່​ງ​ໃໝ່​ຂອງ​ພວກ​ເພິ່ນ​ໃນ​ລະຫວ່າງ​ກອງ​ປະຊຸມ​ນີ້. ພວກ​ເຮົາ​ຢາກ​ໃຫ້​ພວກ​ເພິ່ນ​ຮູ້​ວ່າ ພວກ​ເຮົາ​ດີ​ໃຈ​ທີ່​ຈະ​ໄດ້​ຮັບ​ໃຊ້​ຮ່ວມ​ກັບ​ພວກ​ເພິ່ນ ​ໃນ​ອຸດົມ​ການ​ຂອງ​ພຣະອາຈານ.

ພວກ​ເຮົາ​ເປັນ​ສາດສະໜາ​ຈັກ​​ທີ່​ຂະຫຍາຍ​ໄປ​ທົ່ວ​ໂລກ, ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ສະມາຊິກ​ຂອງ​ພວກ​ເຮົາມີ​ຢູ່​ໃນ​ທຸກ​ບ່ອນ​ຕະຫລອດ​ທົ່ວ​ໂລກ. ຂ້າພະ​ເຈົ້າຂໍ​​ແນະນຳ​ທ່ານ​ໃຫ້​ເປັນ​ປະຊາຊົນ​ທີ່​ດີ ​ໃນ​ບ່ອນ​ທີ່​ທ່ານ​ອາ​ໄສ​ຢູ່ ​ແລະ ​ເປັນ​ເພື່ອນ​ບ້ານ​ທີ່​ດີ​ໃນ​ຊຸມ​ຊົນ​ຂອງ​ທ່ານ, ​ຈົ່ງ​ເອື້ອມ​ອອກ​ໄປ​ຫາ​ຄົນ​ຕ່າງ​ສາດສະໜາ ​ແລະ ຄົນ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຄື​ກັນ. ຂໍ​ໃຫ້​ເຮົາ​ຈົ່ງ​ອົດທົນ, ມີ​ເມດ​ຕາ ​ແລະ ຄວາມ​ຮັກ ຕໍ່​ຄົນ​ທີ່​ບໍ່​ສົນ​ໃຈ​ກັບ​ຄວາມ​ເຊື່ອ​ ​ແລະ ມາດຕະຖານ​ຂອງ​ເຮົາ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ນຳ​ຂ່າວ​ປະ​ເສີດ​​ແຫ່ງ​ຄວາມ​ຮັກມາສູ່​ໂລກສຳລັບ​ຊາຍ ​ແລະ ຍິງ​ທຸກ​ຄົນ. ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະອົງຕະຫລອດ​ໄປ.

ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ຈະ​ຮູ້ຈັກ​ເຖິງ​ຄວາມ​ຕ້ອງການ​ຂອງ​ຄົນ​ທີ່ຢູ່​ອ້ອມ​ຮອບ​ເຮົາ. ມີ​ບາງ​ຄົນ​ໂດຍ​ສະ​ເພາະ​ຢູ່​ໃນ​ບັນດາ​ຊາວ​ໜຸ່ມ, ຜູ້​​ມີ​ສ່ວນ​ຮ່ວມ​ໃນ​ເລື່ອງຢາ​ເສບ​ຕິດ, ​ຜິດ​ສິນ​ທຳ, ​ຮູບ​ພາບ​ລາມົກ, ​ແລະ ອື່ນໆ. ມີ​ບາງ​ຄົນ​ທີ່​ເປົ່າ​ປ່ຽວ​ດຽວ​ດາຍ, ຮ່ວມ​ທັງ​ແມ່ໝ້າຍ ​ແລະ ພໍ່ໝ້າຍ, ຜູ້​ຢາກ​ໃຫ້​ມີ​ຄົນ​​ເວົ້າລົມ​ນຳ ​ແລະ ​ເປັນ​ຫ່ວງ​ເປັນ​ໄຍນຳ​ເຂົາ​ເຈົ້າ. ຂໍ​ໃຫ້​ເຮົາ​ຈົ່ງ​ພ້ອມ​ທີ່​ຈະ​ເອື້ອມ​ອອກ​ໄປ​ຫາ​ເຂົາ​ເຈົ້າ ​ດ້ວຍ​ມື​ທີ່​ຊ່ອຍ​ເຫລືອ ​ແລະ ຫົວ​ໃຈ​ທີ່​ຮັກ​ແພງ.

​ເຮົາ​ມີ​ຊີວິດ​ຢູ່​ໃນ​ວັນ​ເວລາ​​​ແຫ່ງປະຫວັດສາດ​ຂອງ​ໂລກ ທີ່ມີ​ການ​ທ້າ​ທາຍ​ຫລາຍ, ​ແຕ່​ມີ​ໂອກາດ ​ແລະ ​ເຫດຜົນ​ອັນ​ຍິ່ງ​ໃຫຍ່​ຫລາຍ​ທີ່​ຈະ​ຊື່ນ​ຊົມ. ​ແນ່ນອນ, ຈະ​ມີ​ບາງ​ເວລາ​ທີ່​ເຮົາ​ຈະ​ປະ​ເຊີນ​ກັບ​ຄວາມ​ຜິດ​ຫວັງ, ​ເຈັບ​ປວດ​ໃຈ, ​ແລະ ​ແມ່ນ​ແຕ່​​ຄວາມ​ໂສກ​ເສົ້າ​ໃນ​ຊີວິ​ດຂອງ​ເຮົາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຫາກ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າ, ​ແລ້ວ​ພຣະອົງ​ຈະ​ຊ່ອຍ​ເຫລືອ​ເຮົາ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ນັ້ນ ບໍ່​ວ່າ​ມັນ​ຈະ​ເປັນອັນ​ໃດກໍ​ຕາມ. ຜູ້​ແຕ່ງ​ເພງ​ສັນລະ​ເສີນ​​ໄດ້​ໃຫ້​ຄຳ​ໝັ້ນ​ໃຈ​ນີ້​​ວ່າ: “ນ້ຳຕາ​ອາດ​ໄຫລ​ຫລັ່ງ​ໃນ​ເວລາ​ກາງຄືນ, ​ແຕ່​ຄວາມ​ຊົມ​ຊື່ນ​ຍິນ​ດີ​ ກໍ​ມີ​ມາ​ໃນ​ຕອນ​ເຊົ້າ.”1

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າຢາກ​ໃຫ້​ທ່ານ​ຮູ້​ວ່າ ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ​ສຳລັບ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ທີ່​ໄດ້​ຟື້ນ​ຟູ​ຄືນ​ມາ​ໃໝ່​ໃນ​ຍຸກ​ສຸ​ດທ້າຍ​ນີ້ ຜ່ານ​ທາງ​ສາດສະດາ​ໂຈ​ເຊັບ ສະ​ມິດ. ມັນ​ເປັນ​ສິ່ງ​ສຳຄັນ​ຕໍ່​ຄວາມສຸກ​ຂອງ​ເຮົາ. ຂໍ​ໃຫ້​ເຮົາ​ຈົ່ງ​ຖ່ອມ​ຕົນ ​ແລະ ອ​ະທິຖານ, ​ໂດຍ​ມີ​ສັດທາ​ວ່າ ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ສາມາດ​ນຳພາ ​ແລະ ອວຍພອນ​ຊີວິດ​ຂອງ​ເຮົາ.

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ ​ແລະ ຂໍ​ສະ​ແດງ​ປະຈັກ​ພະຍານ​ຕໍ່​ທ່ານ​ວ່າ ພຣະ​ເຈົ້າຊົງ​ພຣະຊົນ​ຢູ່, ວ່າ​ພຣະອົງ​ໄດ້​ຍິນ​ຄຳ​ອະທິຖານ​ອັນ​ຖ່ອມ​ໃຈ​ຂອງ​ເຮົາ. ພຣະບຸດ​ຂອງ​ພຣະອົງ, ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ, ​ໄດ້​ກ່າວ​ຕໍ່​ເຮົາ​ແຕ່ລະຄົນວ່າ: “​ເບິ່ງ​ແມ, ​ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ, ຖ້າ​ຜູ້​ໃດ​ໄດ້​ຍິນ​ສຽງ​ຂອງ​ເຮົາ ​ແລະ ​ໄຂ​ປະຕູ​​ ເຮົາຈະ​ເຂົ້າ​ໄປ​ຫາ​ຜູ້ນັ້ນ.”2 ຂໍ​ໃຫ້​ເຮົາ​ຈົ່ງ​ເຊື່ອ​ຖ້ອຍ​ຄຳ​ເຫລົ່ານີ້ ​ແລະ ສວຍ​ໂອກາດ​ຮັບ​ເອົາ​ຄຳ​ສັນຍາ​ດັ່ງ​ກ່າວ.

​​ໃນ​ທ້າຍ​ກອງ​ປະຊຸມ​ນີ້, ຂ້າພະ​ເຈົ້າຂໍ​​ໃຫ້ພອນ​ຈາກ​ສະຫວັນຈົ່ງ​ມາສູ່​ທ່ານ​ແຕ່ລະຄົນ. ຂໍ​ໃຫ້​ບ້ານ​ເຮືອນ​ຂອງ​ທ່ານ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫງົບ, ຄວາມຖື​ກຕ້ອງ​ປອງ​ດອງ, ​​ຄວາມ​ສຸພາບ, ​ແລະ ຄວາມ​ຮັກ. ຂໍ​ໃຫ້​ມັນ​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ. ຂໍ​ໃຫ້​ທ່ານ​ຈົ່ງ​ບຳລຸງ​ລ້ຽງ​ປະຈັກ​ພະຍານ​ຂອງ​ທ່ານ​ເລື່ອງ​ພຣະກິດ​ຕິ​ຄຸນ, ​ເພື່ອ​ວ່າ​ມັນ​ຈະ​ປົກ​ປ້ອງ​ທ່ານ​ ຕ້ານທານກັບ​ອຳນາດ​ຂອງ​ຊາຕາ​ນ.

ຈົນ​ກວ່າ​ເຮົາ​ຈະ​ພົບ​ກັນ​ອີກ​ໃ​ນຫົກ​ເດືອນ​ຂ້າງ​ໜ້າ, ຂ້າພະ​ເຈົ້າອະທິຖານ​ຂໍ​ໃຫ້​ພຣະຜູ້​ເປັນ​ເຈົ້າຈົ່ງ​ອວຍພອນ​ທ່ານ ​ແລະ ຮັກສາ​ທ່ານ, ອ້າຍ​ເອື້​ອຍນ້ອງ​ຂອງ​ຂ້າພະ​ເຈົ້າ. ຂໍ​ໃຫ້​ຄຳ​ສັນຍາ​ທີ່​ໃຫ້​ຄວາມ​ສະຫງົບ​ຈົ່ງ​ມາສູ່​ທ່ານ​ໃນ​ເວລາ​ນີ້ ​ແລະ ຕະຫລອດ​ໄປ​ດ້ວຍ​ເທີ້ນ. ຂອບ​ໃຈ​ຫລາຍໆ​ສຳລັບ​ຄຳອະທິຖານຂອງ​ທ່ານ​ເພື່ອ​ຂ້າພະ​ເຈົ້າ ​ແລະ ​ເພື່ອ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ທຸກ​ຄົນ. ພວກ​ເຮົາ​ມີ​ຄວາມ​ກະຕັນຍູ​ຫລາຍ​ສຳລັບ​ທ່ານ. ​ໃນ​ພຣະນາມ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ​ພຣະຜູ້​ໄຖ່​ຂອງ​ເຮົາ, ຜູ້​ເຮົາ​ຮັບ​ໃຊ້, ​​ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ, ພຣະຜູ້​ເປັນ​ເຈົ້າ, ອາແມນ.