​2010–2019
ພວກ​ເຮົາ​ເຊື່ອ​ໃນ​ການ​ເປັນ​ຄົນບໍລິສຸດ
ເມສາ 2013


ພວກ​ເຮົາ​ເຊື່ອ​ໃນ​ການ​ເປັນ​ຄົນບໍລິສຸດ

ການ​ເຊື່ອ​ຟັງ​ຕໍ່​ກົດ​ພົມມະຈັນ ຈະ​ເພີ່ມ​ຄວາມສຸກ​ໃຫ້​ແກ່​ເຮົາ​ໃນ​ຄວາມ​ເປັນ​ມະຕະ​ນີ້ ​ແລະ ຊ່ອຍ​ເຮົາ​ໃຫ້​ກ້າວ​ໜ້າ​​ໄປ​ສູ່​ນິລັນດອນ.

ຂ່າວສານ​ຂອງ​ຂ້າພະ​ເຈົ້າ​ແມ່ນ​ຈະ​ໃຫ້​ຄຳ​ຕອບ​ແກ່​ຄຳ​ຖາມ​​ກ່ຽວ​ກັບຄວາມ​ສຳຄັນ​ທາງ​ວິນ​ຍານ: ​ເປັນ​ຫຍັງ​ກົດ​ພົມມະຈັນ​ຈຶ່ງ​ສຳຄັນ​ຫລາຍແທ້? ຂ້າພະ​ເຈົ້າອະທິຖານ​ວ່າ​ພຣະວິນ​ຍານ​ບໍລິສຸດ​ຈະ​ຢືນຢັນ​ຄວາມ​ຈິງ​ຂອງ​ຫລັກ​ທຳ​ທີ່​ຂ້າພະ​ເຈົ້າຈະ​​ເນັ້ນໜັກ.

​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະບິດາ

ຄວາມ​ສຳຄັນ​ນິລັນດອນ​ຂອງ​ພົມມະຈັນ​ສາມາດ​ເຂົ້າ​ໃຈ​ພຽງ​ແຕ່​ພາຍ​ໃນ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະບິດາ​ເທິງ​ສະຫວັນ​ສຳລັບ​ລູກໆ​ຂອງ​ພຣະອົງ. “ມະນຸດ​ທຸກ​ຄົນ—ຊາຍ ​ແລະ ຍິງ—​ໄດ້​ຖືກ​ສ້າງ​ຂຶ້ນ ຕາມ​ຮູບ​ຮ່າງ​ລັກສະນະ​ຂອງ​ພຣະ​ເຈົ້າ. ​ເຮົາ​ແຕ່ລະຄົນ​ກໍ​ເປັນ​ບຸດ ຫລື ທິດາ​ທາງ​ວິນ​ຍານ​ທີ່​ຮັກຫອມ​ຂອງ​ບິດາ​ມານ​ດາ​ແຫ່ງ​ສະຫວັນ, ​ແລະ … ມີ​ຄຸນງາມຄວາມດີ​ໃນ​ຕົວ ​ແລະ ມີ​ຈຸດໝາຍ​ປາຍທາງ” (“ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Ensign or Liahona, Nov. 2010, 129). ຊາຍ ​ແລະ ຍິງ​ທຸກ​ຄົນ​ເຄີຍ​ໄດ້​ອາ​ໄສ​ຢູ່​ນຳພຣະ​ເຈົ້າ​ເປັນ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະອົງ ກ່ອນ​ມາສູ່​ໂລກມະຕະ. ​ແຜນ​ຂອງ​ພຣະບິດາ​ໄດ້​ອະ​ນຸຍາດ​ໃຫ້​ບຸດ ​ແລະ ທິດາ​ທາງ​ວິນ​ຍານ​ຂອງ​ພຣະອົງ​ມາຮັບ​ເອົາ​ຮ່າງກາຍທີ່​ມີ​ເນື້ອ​ໜັງ, ​ມີ​ປະສົບ​ການ​ໃນ​ໂລກ, ​ແລະ ​ກ້າວ​ໄປໜ້າ​ສູ່​ຄວາມ​ສູງ​ສົ່ງ.

ຄວາມ​ສຳຄັນ​ຂອງ​ຮ່າງກາຍ​ທີ່​ມີ​ເນື້ອ​ໜັງ

ຮ່າງກາຍ​ທີ່​ມີ​ເນື້ອ​ໜັງ​ຂອງ​ເຮົາ​​ອະນຸຍາດໃຫ້​ເຮົາ​ສາມາດມີປະສົບ​ການ​ທີ່ກວ້າງ​ໄກ, ​ເລິກ​ຊຶ້ງ, ​ແລະ ໜັກ​​ແໜ້ນ ທີ່​ເຮົາ​ບໍ່​ສາມາດ​ມີ​ໃນ​ໂລກ​ກ່ອນ​ເກີດ. ດັ່ງນັ້ນ, ຄວາມ​ສຳພັນ​ຂອງ​ເຮົາ​ນຳ​ຄົນ​ອື່ນ, ຄວາມ​ສາມາດ​ຂອງ​ເຮົາ​ທີ່​ຈະ​ຮັບ​ຮູ້ ​ແລະ ປະພຶດ​ຕາມ​ຄວາມ​ຈິງ, ຕາມ​ຄວາມ​ສາມາດ​ຂອງ​ເຮົາ​ທີ່​ຈະ​ເຊື່ອ​ຟັງ​ຫລັກ​ທຳ ​ແລະ ພິທີການ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ຈະ​ຂະຫຍາຍ​ອອກ​ກວ້າງ​ໄກ​ຜ່ານ​ຮ່າງກາຍ​ທີ່​ມີ​ເນື້ອ​ໜັງ​ຂອງ​ເຮົາ. ​ໃນ​ຂະນະ​ທີ່​ເຮົາ​ຢູ່​​ໃນ​ຄວາມ​ເປັນ​ມະຕະ, ​ເຮົາ​ຈະ​ປະສົບ​ກັບ​ຄວາມ​ອ່ອນ​ນ້ອມ, ຄວາມ​ຮັກ, ຄວາມ​ເມດ​ຕາ, ຄວາມສຸກ, ຄວາມ​ໂສກ​ເສົ້າ, ຄວາມ​ຜິດ​ຫວັງ, ຄວາມ​ເຈັບ​ປວດ, ​ແລະ ​ແມ່ນ​ແຕ່​ການ​ທ້າ​ທາຍທາງ​ຮ່າງກາຍທີ່​ຈຳກັດ​ ໃນ​​ເສັ້ນທາງ​ທີ່​ຕຽມ​ເຮົາ​ສຳລັບ​ນິລັນດອນ. ​​ເມື່ອ​ຈະ​ເວົ້າ​ຢ່າງ​ລຽບ​ງ່າຍແລ້ວ, ມີ​ບົດຮຽນ​ຫລາຍ​ຢ່າງ​ທີ່​ເຮົາ​ຕ້ອງ​ຮຽນຮູ້ ​ແລະ ປະສົບ​ການ, ດັ່ງ​ທີ່​ພຣະຄຳ​ພີ​ໄດ້​ບັນຍາຍ​ໄວ້​ທີ່​ວ່າ, “ອີງ​ຕາມ​ເນື້ອ​ໜັງ” (1 ນີ​ໄຟ 19:6; ​ແອວ​ມາ 7:12–13).

ອຳນາດ​ແຫ່ງ​ການ​​ໃຫ້​ກຳ​ເນີ​ດ

ຫລັງ​ຈາກ​ແຜ່ນ​ດິນ​ໂລກ​ໄດ້​ຖືກ​ສ້າງ​ຂຶ້ນ, ອາ​ດາມ​ໄດ້​ຖືກ​ວາງ​ໄວ້​ຢູ່​ໃນ​ສວນ​ເອ​​ເດນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ທີ່​ສຳຄັນ​ທີ່​ສຸດ, ພຣະ​ເຈົ້າ​ໄດ້​ກ່າ​ວວ່າ ບໍ່​ເປັນ​ການ​ສົມຄວນ​ທີ່​ຜູ້​ຊາຍ​ຕ້ອງ​ຢູ່​ໂດດດ່ຽວ (​ເບິ່ງ Moses 3:18; ​ເບິ່ງ ປະຖົມ​ມະ​ການ 2:18) ​ນຳອີກ. ແລະ ​ເອວາ​ໄດ້​ກາຍ​ເປັນ​ພັນ​ລະ​ຍາ​ຂອງ​ອາ​ດາມ ​ແລະ ​ເປັນ​ຜູ້​ຊ່ອຍ​ຂອງ​ລາວ. ຄວາມປະສົມ​​ພິ​ເສດ​ລະຫວ່າງ​ວິນ​ຍານ, ຮ່າງກາຍ, ຄວາມ​ຄິດ, ​ແລະ ຄວາມ​ຮູ້ສຶກ​ຂອງ​ຜູ້​ຊາຍ ​ແລະ ຜູ້ຍິງ ​ແມ່ນ​ຈຳ​ເປັນ​ຫລາຍ​ຕໍ່ການ​ດຳ​ເນີນ​ແຜນ​ແຫ່ງ​ຄວາມສຸກ. “ຜູ້ຍິງ​ຕ້ອງ​ເພິ່ງ​ຜູ້​ຊາຍ ​ແລະ ຜູ້​ຊາຍ​ກໍ​ຕ້ອງ​ເພິ່ງ​ຜູ້ຍິງ, ຢູ່​ໃນພຣະຜູ້​ເປັນ​ເຈົ້າ” (1 ​ໂກຣິນ​ໂທ 11:11). ຜູ້​ຊາຍ ​ແລະ ຜູ້ຍິງ​ແມ່ນ​ຖືກ​ຄາດ​ຫວັງ​ໃຫ້​​ຮຽນ, ​ເພີ່ມ​ຄວາມ​ເຂັ້ມ​ແຂງ, ​ເປັນ​ພອນ, ​ແລະ ​ເຮັດ​ໃຫ້​ຕ່າງ​ຝ່າຍ​ສົມບູນ.

ການ​ທີ່​ຊີວິດ​ຕະມະ​ໄດ້​ຖືກ​ສ້າງ​ຂຶ້ນ​​ເປັນ​ສິ່ງ​ທີ່​ສະຫວັນ​ໄດ້​ກຳນົດ​ໄວ້​ແລ້ວ. “ພຣະບັນຍັດ​ຂໍ້​ທຳ​ອິດ … ພຣະ​ເຈົ້າ​ໄດ້​ປະທານຄວາມ​ສາມາດ​ໃຫ້​ອາ​ດາມ ​ແລະ ​ເອວາ ​ເພື່ອ​ໃຫ້​ເປັນ​ພໍ່​ແມ່​ໃນ​ຖານະ​ທີ່​ເປັນ​ສາມີ ​ແລະ ພັນ​ລະ​ຍາ​” (Ensign or Liahona, Nov. 2010, 129). ພຣະບັນຍັດ​ທີ່​ໃຫ້​ມີ​ລູກ​ເຕົ້າມາກ​ຫລາຍ​ຍັງ​​ໃຊ້​ກັນ​ຢູ່​ໃນ​​ເວລາ​ນີ້. ​ດັ່ງນັ້ນ, ການ​ແຕ່ງງານ​ລະຫວ່າງ​ຊາຍ ​ແລະ ຍິງ ຈຶ່ງ​ເປັນຊ່ອງ​ທາງ​ທີ່​ອະນຸມັດ​​ໃຫ້​ເຮັດ ຊຶ່ງຜ່ານ​ການ​ນັ້ນວິນ​ຍານຢູ່​ໃນ​ໂລກ​ກ່ອນ​ເກີດ​ຈະ​ສາມາດ​ມາສູ່​ຄວາມ​ເປັນ​ມະຕະ. ການ​ບໍ່​ຮ່ວມ​ເພດ​ກ່ອນ​ແຕ່ງງານ ​ແລະ ການຊື່ສັດ​ຕໍ່​ການ​ແຕ່ງງານ ຈະ​ປົກ​ປ້ອງ​ຊ່ອງ​ທາງທີ່​ສັກສິດ​ນີ້.

ອຳນາດ​ຂອງ​ການ​ໃຫ້​ກຳ​ເນີ​ດ​ເປັນຄວາມ​ສຳຄັນທາງ​ວິນ​ຍານ. ການ​ໃຊ້​ອຳນາດ​ນີ້​ໃນ​ທາງ​ທີ່​ຜິດ​ຈະທຳລາຍ​ແຜນ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ແລະ ການ​ເປັນ​ຢູ່​​ແຫ່ງ​ຄວາ​ມມະຕະ​ຂອງ​ເຮົາ. ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ແລະ ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ​ເປັນ​ພຣະຜູ້​ສ້າງ ​ແລະ ​ໄດ້​ປະທານ​ພາກສ່ວນ​ໜຶ່ງ​ຂອງ​ອຳນາດ​ແຫ່ງ​ການ​ສ້າງ​ຂອງ​ພວກ​ພຣະອົງ​ໃຫ້​ເຮົາ​ແຕ່ລະຄົນ. ຄຳ​ແນະນຳ​ສະ​ເພາະ​ສຳລັບ​ການ​ນຳ​ໃຊ້​ຄວາ​ມສາມາດ​ໃຫ້​ກຳ​ເນີ​ດ​ເປັນ​ພາກ​ສ່ວນ​ທີ່​ສຳຄັນ​ໃນ​ແຜນ​ຂອງ​ພຣະບິດາ. ຄວາມ​ຮູ້ສຶກ​ຂອງ​ເຮົາ ​ແລະ ການ​ໃຊ້​ອຳນາດ​ອັນ​ສູງ​ສົ່ງ​ນັ້ນ ຈະ​ສະທ້ອນ​ຕໍ່​ຄວາມສຸກ​ໃນ​ຄວາມ​ເປັນ​ມະຕະ ​ແລະ ຈຸດ​ໝາຍ​ປາຍທາງ​ຂອງ​ເຮົາ​ໃນນິລັນດອນ​.

​ແອວ​ເດີ ດາລິນ ​ເອັຈ ​ໂອກ​ສ໌ ​ໄດ້​ອະທິບາຍ​ວ່າ:

“ອຳນາດ​ແຫ່ງ​ການ​​ໃຫ້​ກຳ​ເນີ​ດ​ເປັນ​ອຳນາດ​ທີ່​ສູງ​ສົ່ງ​ທີ່​ສຸດ​ຂອງ​ພຣະ​ເຈົ້າທີ່​ໄດ້​ມອບ​ໃຫ້​ແກ່​ລູກໆ​ຂອງ​ພຣະອົງ. ການ​ໃຊ້​ມັນ​ແມ່ນ​ຖືກ​ບັນຊາ​​ໃນພຣະບັນຍັດ​ຂໍ້​ທຳ​ອິດ, ​ແຕ່​ກໍ​ມີ​ພຣະບັນຍັດ​ທີ່​ສຳຄັນຂໍ້​ອື່ນໆ​ອີກ​ທີ່​ຖືກ​ສັ່ງ​ຫ້າມ​ບໍ່​ໃຫ້​ເຮັດ. ສິ່ງ​ທີ່​ເຮົາ​ເນັ້ນໜັກ​ຢູ່​ໃນ​ກົດ​ພົມມະຈັນ​ແມ່ນ​ຖືກ​ອະທິບາຍ​ໂດຍ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ກ່ຽວ​ກັບ​ຈຸດປະສົງ​ຂອງ​ອຳນາດ​ການ​ໃຫ້​ກຳ​ເນີ​ດຂອງ​ເຮົາ​ໃນ​ການ​ບັນລຸ​​ແຜນ​ຂອງ​ພຣະ​ເຈົ້າ. …

“​ການ​ໃຊ້​ອຳນາດ​ຂອງ​ການ​ໃຫ້​ກຳ​ເນີ​ດນອກ​ການ​ແຕ່ງງານຈະ​ເປັນການ​ເຮັດ​ບາບ​​ໃນ​ຫລາຍ​ລະດັບ​ທີ່ລົດ​ຄຸນຄ່າ ​ແລະ ​ເສື່ອມຊາມ​ຕໍ່ລັກສະນະ​ອັນ​ສູງ​ສົ່ງ​ຂອງ​ຊາຍ ​ແລະ ຍິງ” (“The Great Plan of Happiness,” Ensign, Nov. 1993, 74).

ມາດຕະຖານ​​ເລື່ອງ​ສິນ​ທຳ​​ທາງ​ເພດ

ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ມີ​ມາດຕະຖານ​ດຽວ​ທີ່​ບໍ່​ປ່ຽນ​ແປງ​ເລື່ອງສິນ​ທຳ​ທາງ​ເພດ: ຄວາມ​ສຳພັນ​ທາງ​ເພດ​ທີ່​ຖືກຕ້ອງ​ແມ່ນ​ລະຫວ່າງ​ຊາຍ ​ແລະ ຍິງ​ໃນ​ການ​ແຕ່ງງານ​ທີ່ລະບຸ​ໄວ້​ໃນ​ແຜນ​ຂອງ​ພຣະ​ເຈົ້າ. ຄວາມ​ສຳພັນ​ເຊັ່ນ​ນັ້ນ​ບໍ່​ແມ່ນ​ພຽງ​ແຕ່​ຢາກ​ຮູ້​ຢາກ​ເຫັນ, ​ເປັນສິ່ງ​ລະບາຍ​ກາມ​ມະ​ລົມ, ຫລື ​ເປັນ​ການ​ຢ່ອນອາລົມ ຫລື ການບັນ​ເທີງ ທີ່​ຈະ​ສະ​ແຫວງຫາ​​ແບບ​ເຫັນ​ແກ່​ຕົວ. ມັນ​ບໍ່​​ແມ່ນ​ໄຊຊະນະ​ທີ່​ຕ້ອງ​ບັນ​ລຸ ​ຫລື ​ເປັນ​ການ​ກະທຳ​ທີ່ຕ້ອງ​ປະຕິບັດ. ​ແຕ່​​ໃນ​ຊີວິດ​ມະຕະ ມັນ​ເປັນການສະ​ແດງ​ອອກຢ່າງ​ໜຶ່ງ​​ໃນ​ທາງ​ທີ່​ສູງ​ສົ່ງ​ຕາມ​ທຳ​ມະ​ຊາດ ​ແລະ ຕາມ​ຄວາມ​ສາມາດ​ໃນ​ທາງ​ທີ່​ສົ່ງ​ເສີມ​ຄວາມ​ຮູ້ສຶກ ​ແລະ ການ​ຜູກ​ພັນ​ທາງ​ວິນ​ຍານ​ລະຫວ່າງສາມີ ​ແລະ ພັນລະ​ຍາ. ​ເຮົາ​ເປັນຜູ້ໄດ້​ຮັບ​ອຳ​ເພີ​ໃຈ​​ເລື່ອງ​ສິນ​ທຳ ​ແລະ ຖືກບົ່ງ​ໄວ້​ຕາມມໍລະດົກ​ແຫ່ງ​ສະຫວັນ​ຂອງ​ເຮົາ​ໃນ​ຖານະ​ທີ່​ເປັນ​ລູກ​ໆຂອງ​ພຣະ​ເຈົ້າ—​ແລະ ບໍ່​ແມ່ນ​ເພາະ​ການ​ປະພຶດ​ທາງ​ເພດ ຫລື ​ເພາະ​ການ​ປະພຶດ​ຂອງ​ສະ​ໄໝ​ໃໝ່, ຫລື ທິດ​ສະ​ດີ​ຂອງ​ໂລກ.

ທຳ​ມະ​ຊາດຂອງ​ມະນຸດ

​ໃນ​ບາງ​ລະດັບ, ທຳ​ມະ​ຊາດ​ຂອງ​ມະນຸດ​ດັ່ງ​ທີ່​ກະສັດ​ເບັນ​ຢາ​ມິນ​ໄດ້​ບັນຍາຍ​ໄວ້ ​ແມ່ນ​ມີ​ຢູ່​ໃນ​ຕົວ​ເຮົາ​ແຕ່ລະຄົນ (​ເບິ່ງ ​ໂມ​ໄຊ​ຢາ 3:19). ທຳ​ມະ​ຊາດຂອງ​ຊາຍ ​ແລະ ຍິງຄື​ການ​ບໍ່​ກັບ​ໃຈ, ກາມ​ມະ​ລົມ ​ແລະ ກິ​ເລດຕັນຫາ​ (​ເບິ່ງ ​ໂມ​ໄຊ​ຢາ 16:5; ​ແອວ​ມາ 42:10; Moses 5:13), ຄືການ​ເອົາ​ໃຈ ​​ແລະ ​ເຮັດ​ເກີນ​ຂອບ​ເຂດ,​ ຄື​ຄວາມ​ຈອງຫອງ ​ແລະ ຄວາມ​ເຫັນ​ແກ່​ຕົວ. ປະທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມໂບ ​ໄດ້​ສອນ​ວ່າ, “‘ທຳ​ມະ​ຊາດ​ຂອງ​ມະນຸດ’ ​ຄື​ການ​ເປັນ ‘ຄົນ​ຂອງ​ໂລກ’ ຜູ້​ໄດ້​ປ່ອຍ​ໃຫ້​ກາມມະ​ລົມບັງຄັບຈິດ​ໃຈ​ຂອງ​ເຂົາ” (“Ocean Currents and Family Influences,” Ensign, Nov. 1974, 112).

ກົງກັນຂ້າມ, “ຄົນ​ຂອງ​ພຣະຄຣິດ” (ຮີ​ລາມັນ 3:29) ຈະ​ຄວບ​ຄຸມ​ກິເລດ​ຕັນຫາ​ທຸກ​ຢ່າງ (​ເບິ່ງ ​ແອວ​ມາ 38:12), ຈະ​ບໍ່​ເຮັດ​ເກີນ​ຂອບ​ເຂດ ​ແລະ ຢັບຢັ້ງ, ​ແລ​ະ ​ເມດ​ຕາ​ກະລຸນາ ​ແລະ ບໍ່​ເຫັນ​ແກ່​ຕົວ. ຊາຍ ​ແລະ ຍິງ​ຂອງ​ພຣະຄຣິດຈະ​ຍຶດໝັ້ນຢູ່​ທີ່​ພຣະຄຳ​ຂອງ​ພຣະ​ເຈົ້າ, ຈະປະຕິ​ເສດ​ຕົນ​ເອງ ​ແລະ ​ແບກ​ໄມ້​ກາງ​ແຂນ​ຂອງ​ພຣະອົງ (​ເບິ່ງ ມັດ​ທາຍ 16:24; ມາຣະ​ໂກ 8:34; ລູກາ 9:23; D&C 56:2), ​ແລະ ກ້າວ​ເດີນ​ຕໍ່​ໄປ​ໃນ​ທາງ​ທີ່​ຄັບ​​ແຄບ​ແຫ່ງ​ຄວາມ​ຊື່ສັດ, ​ເຊື່ອ​ຟັງ, ​ແລະ ອຸທິດ​ຕົນ​ຕໍ່​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະກິດຕິ​ຄຸນ​ຂອງ​ພຣະອົງ.

​ໃນ​ຖານະ​ທີ່​ເປັນ​ບຸດ ​ແລະ ທິດາ​ຂອງ​ພຣະ​ເຈົ້າ, ​ເຮົາ​ມີ​ຄວາມ​ສາມາດ​​ສູງ​ສົ່ງ​ຈາກ​ພຣະອົງ. ​ແຕ່​ໃນ​ເວລາ​ນີ້ ​ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ເສື່ອມ​ໂຊມ. ທາດ​ທີ່​ເຮົາ​ຖືກ​ສ້າງ​ຂຶ້ນຕາມ​ທຳ​ມະ​ຊາດ​ຈະ​ເສື່ອ​ມ​ໂຊມລົງ ​ແລະ ຈະ​ປະ​ເຊີນ​ກັບ​ບາບ, ຄວາມ​ເສື່ອມຊາມ, ​ແລະ ຄວາມ​ຕາຍ. ດັ່ງນັ້ນ, ການ​ຕົກຂອງ​ອາ​ດາມ ​ແລະ ຜົນ​ສະທ້ອນ​ທາງ​ວິນ​ຍານ ​ແລະ ທາງ​​ໂລກ​ຈຶ່ງສະທ້ອນ​ຕໍ່​ເຮົາ​ຫລາຍ​ທີ່​ສຸດກັບ​ຮ່າງກາຍ​ທີ່​ມີ​ເນື້ອ​ໜັງ​ຂອງ​ເຮົາ. ​ແຕ່​ເຮົາ​ມີ​ສອງ​ພາກສ່ວນ, ​ເພາະ​ວິນ​ຍານ​ຂອງ​ເຮົາ​ເປັນ​ພາກສ່ວນ​ນິລັນດອນ ​ແລະ ຢູ່​ໃນ​ຮ່າງກາຍ​ທີ່​ເປັນ​ເນື້ອ​ໜັງ ຊຶ່ງ​ຂຶ້ນກັບ​ຄວາມ​ເສື່ອມ​ໂຊມ. ດັ່ງ​ທີ່ພຣະ​ເຢຊູ​ໄດ້​ກ່າວ​ຢ່າງ​ໜັກ​ແໜ້ນຕໍ່​ອັກຄະ​ສາວົກ​ເປໂຕ​ວ່າ, “ຈິດ​ໃຈ​ພ້ອມ​ແລ້ວ​ຢູ່​ກໍ​ຈິງ, ​ແຕ່​ຮ່າງກາຍ​ກໍ​ອ່ອນ​ແຮງ” (ມັດ​ທາຍ 26:41).

ລັກສະນະ​ທີ່​ແທ້​ຈິງຂອງ​ການ​ທົດ​ສອບ​ຄວາມ​ເປັນ​ມະ​ຕະສາມາດ​ສະຫລຸບ​ໄດ້​ໃນ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້: ​ເຮົາ​ຈະ​ຍອມ​ຕໍ່​ບາບ​ຂອງ​ທຳ​ມະ​ຊາດ​ຂອງ​ມະນຸດ​ບໍ, ຫລື ​ເຮົາ​ຈະ​​ຍອມ​ຕໍ່​ການ​ຊັກ​ຈູງຂອງ​ພຣະວິນ​ຍານ​ບໍລິສຸດ ​ແລະ ປະ​ຖິ້ມ​ທຳ​ມະ​ຊາດ​ຂອງ​ມະນຸດ ​ແລະ ກາຍ​ມາ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໂດຍ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະຄຣິດ (​ເບິ່ງ ​ໂມ​ໄຊ​ຢາ 3:19)? ນີ້​ຄື​ການ​ທົດ​ສອບ. ຄວາມ​ຢາກ, ຄວາມ​ປາດ​ຖະໜາ, ຄວາມ​ໂນ້ມອຽງ, ການ​ກະ​ຕຸ້ນ​ຂອງ​ທຳ​ມະ​ຊາດ​ຂອງ​ມະນຸດ​ທຸກ​ຢ່າງ ອາດ​ເອົາ​ຊະນະ​ໄດ້​​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ. ​ເຮົາ​ມາ​ຢູ່​ໃນ​ໂລກ​ນີ້​​ເພື່ອ​ພັດທະນາ​ຄຸນສົມບັດ​ທີ່ຈະເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ ​ແລະ ​ເພື່ອ​ຄວບ​ຄຸມກິ​ເລດ​ຕັນຫາ​ທາງ​ເນື້ອ​ໜັງ​ທັງ​ໝົດ.

​ເຈດ​ຕະນາ​ຂອງ​ຄູ່​ສັດຕູ

ແຜນ​ຂອງ​ພຣະບິດາ​ແມ່ນ​ໄດ້​ອອກ​ແບບ​ໄວ້​ເພື່ອ​ຊີ້​ບອກ​ທາງ​ໃຫ້​ແກ່​ລູກໆ​ຂອງ​ພຣະອົງ, ​ເພື່ອ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມສຸກ, ​ແລະ ​ເພື່ອ​ນຳ​ເຂົາ​ເຈົ້າກັບ​ຄືນ​ຫາ​ພຣະອົງ​ດ້ວຍ​ຄວາມ​ປອດ​ໄພ​ໃນ​ຮ່າງກາຍ​ທີ່​ສູງ​ສົ່ງ ​ແລະ ຟື້ນ​ຄືນ​ຊີວິດ​ແລ້ວ. ພຣະບິດາ​ເທິງ​ສະຫວັນ​ປະສົງ​ໃຫ້​ເຮົາ​ຢູ່​ນຳ​ກັນ​ໃນ​ຄວາມ​ສະຫວ່າງ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ. ກົງກັນຂ້າມ, ລູຊິ​ເຟີ​ໄດ້​ອອກ​ແຮງ​ເພື່ອ​ເຮັດ​ໃຫ້​ບຸດ ​ແລະ ທິດ​າຂອງ​ພຣະ​ເຈົ້າສັບສົນ ​ແລະ ບໍ່​ມີ​ຄວາມສຸກ ​ແລະ ກີດ​ກັ້ນຄວາມ​ກ້າວໜ້າ​ນິລັນດອນ​ຂອງ​ເຂົາ. ຈຸດປະສົງ​ທີ່​ແທ້​ຈິງ​ຂອງ​ບິດ​າ​ແຫ່ງ​ຄວາມ​ຕົວະ​ຄື​ ຢາກ​ໃຫ້​ເຮົາ​ທຸກ​ຄົນ “​ເສົ້າສະຫລົດ​ໃຈ​ຄື​ກັນ​ກັບ​ມັນ” (2 ນີ​ໄຟ 2:27). ລູຊິ​ເຟີ​ຢາກ​ໃຫ້​ເຮົາ​ຢູ່​​ຄົນ​ດຽວໃນ​ຄວາມ​ມືດ ​ແລະ ສິ້ນ​ຫວັງ.

ຊາຕາ​ນ​ໄດ້​ທຳ​ງານ​ຢ່າງ​ບໍ່​ລົດ​ລະ​ເພື່ອບິດ​ເບືອນ​ພາກສ່ວນ​ທີ່​ສຳຄັນ​ໃນ​ແຜນ​ຂອງ​ພຣະບິດາ. ມັນ​ບໍ່​ມີ​ຮ່າງກາຍ, ​ແລະ ຄວາມ​ກ້າວໜ້າ​ນິລັນດອນ​ຂອງ​ມັນ​ໄດ້​ຖືກຄວບ​ຄຸມ. ດັ່ງ​ເຊັ່ນ​ສາຍນ້ຳ​​ທີ່​ຖືກ​ຕັນ​ດ້ວຍ​ເຄື່ອນ, ຄວາມ​ກ້າວໜ້າ​ນິລັນດອນ​ຂອງ​ຄູ່​ສັດຕູກໍ​ເໝືອນ​ກັນ ​ເພາະ​ມັນ​ບໍ່​ມີ​ຮ່າງກາຍ. ​ເພາະ​ມັນ​ໄດ້ທໍລະ​ຍົດ, ລູຊິເຟີ​ຈຶ່ງ​​ບໍ່​ໄດ້​ຮັບ​ພອນ​​ໃນ​ໂລກ​ມະຕະ ​ແລະ ປະສົບ​ການ​ທັງ​ໝົດ​ໃນ​ໂລກ​​ເພາະ​ບໍ່​ມີ​ຮ່າງກາຍ​ທີ່​ມີ​ເນື້ອ​ໜັງ ​ແລະ ກະດູກ. ມັນ​ບໍ່​ສາມາດ​ຮຽນ​ຮູ້ບົດຮຽນ​ທີ່​ຜູ້​ມີ​ຮ່າງກາຍ​ທີ່​ມີ​​ເນື້ອ​ໜັງ​​ເທົ່ານັ້ນສາມາດ​ຮຽນ​ຮູ້. ມັນ​ກຽດ​ຊັງ​ຄວາມ​ຈິງ​ຂອງ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ມະນຸດ​ທັງ​ປວງ. ຄວາມ​ໝາຍໜຶ່ງ​ທີ່​ມີ​ພະລັງ​ທີ່​ສຸດ​ຂອງ​ຄຳ​ວ່າ ຈິບຫາຍ ​ໄດ້​ສະ​ແດງ​ອອກ​ໃນຄວາມ​ເປັນ​ໄປ​ບໍ່​ໄດ້​ຂອງ​ມັນ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະບິດາ​ເທິງສະຫວັນ.

​ເພາະ​ການ​ມີ​ຮ່າງກາຍ​ທີ່​ມີ​ເນື້ອ​ໜັງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ແຜນ​ແຫ່ງ​ຄວາມສຸກ​ຂອງ​ພຣະບິດາ ​ແລະ ການ​ພັດທະນາ​ທາງ​ວິນ​ຍານ​ຂອງ​ເຮົາ, ສະນັ້ນລູຊິ​ເຟີ​ຈຶ່ງ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ຢາກ​ໃຫ້​ເຮົາ​ໃຊ້​ຮ່າງກາຍ​ຂອງ​ເຮົາ​ໃນ​ທາງ​ທີ່​ບໍ່​ເໝາະ​ສົມ. ສິ່ງ​ກົງກັນ​ຂ້າມ​ກັບ​ນິລັນvດອນ​​ແມ່ນ ຄູ່​ສັດຕູມີ​ຄວາມ​ໂສກ​ເສົ້າທີ່​ສຸດ​ ​ເພາະວ່າ​ມັນ​ບໍ່​ມີ​ຮ່າງກາຍ​ທີ່​ມີ​ເນື້ອ​ໜັງ, ​ມັນໄດ້​ຍົວະ​ຍົງ​ເຮົາ​ໃຫ້​ຮັບ​ເອົາ​ຄວາມ​ໂສກ​ເສົ້າຂອງ​ມັນ​ຜ່ານ​ການ​ໃຊ້​ຮ່າງກາຍ​ຂອງ​ເຮົາ​​ໃນ​ທາງ​ທີ່​ບໍ່​​ເໝາະ​ສົມ. ດັ່ງນັ້ນ ​ມັນ​ຈຶ່ງ​ໃຊ້ເຄື່ອງມື​ທີ່​ມັນ​ບໍ່​ສາມາດ​ມີ ​ເພື່ອ​ລໍ້​ລວງ​ເຮົາ​ໃຫ້​ລົງ​ໄປ​ສູ່​ຄວາມ​ພິນາດ​ທາງ​ວິນ​ຍານ.

ການ​ລະ​ເມີດ​ກົດ​ພົມມະຈັນ​ເປັນ​ບາບ​ທີ່ຮ້າຍ​ແຮງ ​ແລະ ​ເປັນ​ການ​ໃຊ້​ຮ່າງກາຍ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ. ຕໍ່​ຄົນ​ທີ່​ຮູ້ຈັກ ​ແລະ ​ເຂົ້າ​ໃຈ​ແຜນ​ແຫ່ງ​ຄວາມ​ລອດ, ການ​ທຳລາຍ​ຮ່າງກາຍ​ເປັນ​ການ​ກະບົດ (​ເບິ່ງ ​ໂມ​ໄຊ​ຢາ 2:36–37; D&C 64:34–35) ​ແລະ ​ເປັນ​ການ​ປະຕິ​ເສດ​ລັກ​ສະນະ​ທີ່​ແທ້​ຈິງ​ຂອງ​ເຮົາ​ໃນ​ຖານະ​ທີ່​ເປັນ​ບຸດ ​ແລະ ທິດາ​ຂອງ​ພຣະ​ເຈົ້າ. ​ເມື່ອ​ເຮົາ​ເບິ່ງ​ຂ້າມຜ່ານ​ຄວາມ​​ເປັນມະຕະ ​ແລະ ​ໄປ​ຫາ​ນິລັນດອນ, ມັນ​ງ່າຍ​ຫລາຍ​ທີ່​ຈະ​ເຫັນ​ໄດ້​ວ່າ ການ​ເປັນ​ເພື່ອນ​ແບບປອມ​ແປງ​ທີ່​ຄູ່​ສັດຕູ​ໄດ້​ສະ​ເໜີ​​ແກ່​ເຮົາແມ່ນ​ ຊົ່ວຄາວ ​ແລະ ​ເປົ່າ​ປ່ຽວ.

ພອນ​ຂອງ​ການ​ເປັນ​ຄົນ​ບໍລິສຸດ

​ແອວ​ມາ​ໄດ້​ສັ່ງສອນ​ຊິ​ບລັນລູກ​ຊາຍ​ຂອງ​ເພິ່ນ​ວ່າ​ ລາວ​ຄວນ “ຄວບ​ຄຸມ​ກິ​ເລດ​ຕັນຫາ​ທັງ​ໝົດ [ຂອງ​ລາວ], ​ເພື່ອ [ລາວ] ຈະ​ເຕັມ​ໄປ​ດ້ວຍ​ຄວາມຮັກ” (​ແອວ​ມາ 38:12). ການ​ຄວບ​ຄຸມ​ທຳ​ມະ​ຊາດ​ຂອງ​ມະນຸດ​ໃນ​ແຕ່ລະຄົນ ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຮູ້ສຶກ​ທີ່​ດີກວ່າ, ​ເລິກ​ຊຶ້ງກວ່າ, ​ແລະ ມີ​ຄວາມ​ຮັກ​ທີ່​ຍືນ​ຍົງ​ກວ່າ​ຕໍ່​ພຣະ​ເຈົ້າ ​ແລະ ຕໍ່​ລູກໆ​ຂອງ​ພຣະອົງ. ຄວາມ​ຮັກ​ເພີ່ມ​ທະວີ​ຂຶ້ນຜ່ານ​ການ​ຄວບ​ຄຸມ​ຄວາມ​ຊອບ​ທຳ ​ແລະ ຫລຸດ​ນ້ອຍ​ລົງ​ຜ່ານ​ການປ່ອຍ​ຕົວ​ໃຫ້​ກັບ​ການ​ເຮັດ​ແບບ​ບໍ່​ຄິດ.

ປະທານ​​ແມນ​ຣິອອນ ຈີ ຣອມນີ ​ໄດ້​ປະກາດ​ວ່າ:

“ຂ້າພະ​ເຈົ້າບໍ່ຮູ້ຈັກ​ພອນ​ໃດ​ທີ່​ແຮງ​ກ້າ​ຫລາຍ​ໄປ​ກວ່າ​ຄຳ​ສັນຍາ​ເຫລົ່ານັ້ນຕໍ່​ຄວາມ​ບໍລິສຸດ ​ແລະ ຄຸນ​ນະ​ທຳ. ພຣະ​ເຢຊູ​ຄຣິດ​ໄດ້​ບອກ​ເຖິງ​ລາງວັນ​ພິ​ເສດ​ສຳລັບ​ຄຸນ​ນະ​ທຳ​ຕ່າງໆ ​ແຕ່ສະຫງວນ​ຄວາມ​ຍິ່ງ​ໃຫຍ່​ທີ່ສຸດ​ໄວ້, ​ສຳລັບ​ຄົນ​ທີ່​ບໍລິ​ສຸດ​ໃນ​ໃຈ, ‘​ເພາະວ່າ​ຜູ້ນັ້ນ,’ ພຣະອົງ​ກ່າວ, ‘ຈະ​ໄດ້​​ເຫັນ​ພຣະ​ເຈົ້າ’ (ມັດ​ທາຍ 5:8). ​ເຂົາບໍ່​ພຽງ​ແຕ່​ຈະ​ໄດ້​ເຫັນ​ພຣະຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ, ​ແຕ່​ເຂົາ​ຈະ​ຮູ້ສຶກ​ວ່າ​ໄດ້​ຄືນ​ບ້ານ​ສູ່​ທີ່​ປະ​ທັບ​ຂອງ​ພຣະອົງ.

​“ແລະ … ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສັນຍາ​ວ່າ ​ເມື່ອຄຸນນະ​ທຳປະດັບ​ຄວາມ​ນຶກ​ຄິດ​ຂອງ​​ເຮົາຢ່າງ​ບໍ່​ເສື່ອມຄາຍ; ​​ແລ້ວເມື່ອນັ້ນຄວາມ​ໝັ້ນ​ໃຈ​ຂອງ​​ເຮົາຈະແຂງ​ແກ່ນ​ຂຶ້ນ​ໃນ​ທີ່​ປະ​ທັບ​ຂອງພຣະ​ເຈົ້າ (​ເບິ່ງ D&C 121:45)” (“Trust in the Lord,” Ensign, May 1979, 42).

​ເຮົາ​ຍັງ​ຖືກ​ສັນຍາ​ວ່າ, ​ເມື່ອ​ເຮົາ​ສະ​ແຫວງ​ຫາ​ເສັ້ນທາງ​​ແຫ່ງ​ຄຸນ​ນະ​ທຳນັ້ນ, ​ແລ້ວພຣະວິນ​ຍານ​ບໍລິສຸດຈະ​ເປັນ​ເພື່ອນຂອງ​​ເຮົາສະເໝີ (​ເບິ່ງ D&C 121:46). ດັ່ງນັ້ນ, ການ​ດຳລົງ​ຊີວິດ​ຕາມ​ກົດ​ພົມມະ​ຈັນ​ຈະນຳ​ພອນ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ບາງ​ຢ່າງ​ມາ​ໃຫ້​ຊາຍ ​ແລະ ຍິງ​ຢູ່​ໃນ​ໂລກ​ມະຕະ​ນີ້: ເໝາະ​ສົມ​ກັບ​ຄວາມ​ໝັ້ນ​ໃຈ​ທາງ​ວິນ​ຍານ​ຢູ່​ຕໍ່ໜ້າ​ຄອບຄົວ, ໝູ່​ເພື່ອນ, ​ແລະ ຄົນ​ໃນ​ໂບດ, ​ແລະ ​ໃນ​ທີ່​ສຸດ ຕໍ່ພຣະຜູ້​ຊ່ອຍ​ໃຫ້​ລອດ. ຄວາມ​ປາດ​ຖະໜາ​ທີ່​ຈະ​ເປັນ​ພາກສ່ວນ​ຈະ​ບັນລຸ​ໄດ້​ໃນ​ຄວາມ​ຊອບ​ທຳ ​ໃນ​ຂະນະ​ທີ່​ເຮົາ​ເດີນ​ໄປ​ໃນ​ຄວາມ​ສະຫວ່າງ ​ແລະ ຄວາມ​ຫວັງ.

ຫລັກ​ທຳ​ແຫ່ງ​ການ​ກັບ​ໃຈ

ບາງ​ຄົນ​ໃນ​ພວກ​ທ່ານ​ທີ່​ໄດ້​ຍິນ​ຂ່າວສານ​ນີ້​ຕ້ອງ​ກັບ​ໃຈ​ຈາກ​ບາບ​​ເລື່ອງ​ເພດ ຫລື ບາບ​ອື່ນໆ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ມັກ​ຖືກ​ກ່າວ​ເຖິງ​ວ່າ​ເປັນ​ຜູ້​ປິ່ນປົວ​ທີ່​ຍິ່ງ​ໃຫຍ່, ​ແລະ ຕຳ​ແໜ່​ງນີ້​ມີ​ຄວາມ​ສຳຄັນ​ທາງເຄື່ອງໝາຍ ​ແລະ ຄວາມ​ໝາຍ. ​ເຮົາ​ທຸກ​ຄົນ​ເຄີຍ​ໄດ້​ປະສົບ​ກັບຄວາມ​ເຈັບ​ປວດ​ທາງ​ຮ່າງກາຍ​ມາ​ແລ້ວ. ​ເມື່ອ​ເຮົາ​ເຈັບ​ປວດ​ທາງ​ຮ່າງກາຍ ຫລື ມີ​ບາດ​ແຜ, ​ເຮົາ​ຈະ​ຊອກ​ຫາ​ວິທີບັນ​ເທົາ ​ແລະ ດີ​ໃຈ​ທີ່​ມີ​ຢາ​ແກ້ບັນ​ເທົາ​ຄວາມ​ເຈັບ​ປວດ. ​ໃຫ້​ເຮົາ​ມາ​ຄິດ​ວ່າ ບາບ​ເປັນ​ບາດ​ແຜ​ທາງ​ວິນ​ຍານ ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ຜິດ ຫລື ດັ່ງ​ທີ່​​ແອວ​ມາ​ໄດ້​ກ່າວ​ວ່າ, “​ສຳນຶກ​ຜິດ​ຂອງ​ຈິດ​ວິນ​ຍານ” (​ແອວ​ມາ 42:18). ວິນ​ຍານ​ຮູ້ສຶກ​ຜິດ ແລະ ຮ່າງກາຍ ຮັບ​ຄວາມ​ເຈັບ​ປວດ—​ເປັນ​ການເຕືອນ​ບອກ​ເຖິງ​ສິ່ງ​ອັນຕະລາຍ ​ແລະ ການ​ປົກ​ປ້ອງ​ຈາກ​ການເຮັດ​ຄວາມ​ຜິດ​ຫລາຍ​ກວ່າ​ເກົ່າ. ຈາກ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດທີ່​​ເປັນ​ຢາຂີ້​ເຜິ້ງ ສາມາດ​ປິ່ນປົວບາດ​ແຜ​ທາງ​ວິນ​ຍານ​ຂອງ​ເຮົາ ​ແລະ ​ກຳຈັດ​ຄວາມ​ຮູ້ສຶກ​ຜິດ​ໄດ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຢາ​ຂີ້​ເຜິ້ງນີ້​ສາມາດ​ຊ່ອຍ​ໄດ້​ພຽງ​ແຕ່​ເມື່ອ​ເຮົາ​ນຳ​ໃຊ້​ຫລັກ​ທຳ​ແຫ່ງ​ສັດ​ທາ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​​, ການ​ກັບ​ໃຈ, ​ແລະ ການ​ເຊື່ອ​ຟັງ​ສະ​ເໝີ​ເທົ່າ​ນັ້ນ. ຜົນ​ຂອງ​ການ​ກັບ​ໃຈ​ທີ່​ຈິງ​ຈັງ​ຄື​ຄວາມ​ສະຫງົບ​ໃນ​ຈິດ​ສຳນຶກ, ຄວາມ​ປອບ​ໂຍນ, ຄວາມ​ປິ່ນປົວ ​ແລະ ການ​ຟື້ນ​ຟູທາງ​ວິນ​ຍານ.

ອະທິການ ຫລື ປະທານ​ສາຂາ​ຂອງ​ທ່ານ​ກໍ​ເປັນ​ຜູ້​ປິ່ນປົວ​ທາງ​ວິນ​ຍານ​ຄື​ກັນ ທີ່​​ໄດ້​ຮັບ​ອະນຸຍາດ​ໃຫ້​ຊ່ອຍ​ເຫລືອ​ທ່ານ​ເພື່ອ​ກັບ​ໃຈ ​ແລະ ປິ່ນປົວ. ຈົ່ງ​ຈື່​ຈຳ​​ໄວ້​ວ່າ ຂອບ​ເຂດ ​ແລະ ຄວາມ​ຈິງ​ຈັງ​ເລື່ອງການ​ກັບ​ໃຈ​ຂອງ​ທ່ານ ​ຈະ​ຕ້ອງ​ໃຫ້​ສົມ​ກັບ​ສະພາບ ​ແລະ ຄວາມຮ້າຍ​ແຮງ​ຂອງ​ບາບຂອງ​ທ່ານ—​ໂດຍ​ສະ​ເພາະ​ສຳລັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຜູ້​ຢູ່​ພາຍ​ໃຕ້​ພັນທະ​ສັນຍາ​ທີ່​ສັກສິດ. ບາດ​ແຜ​ທາງ​ວິນ​ຍານ​ທີ່​ຮ້າຍ​ແຮງ​ຈະ​ຮຽກຮ້ອງ​ການ​ປິ່ນປົວ​ທີ່​​ເປັນ​ເວລາ​ດົນນານ​ກ່ອນ​ຈະ​ຫາຍ​ດີ.

ຄຳ​ສັນຍາ ​ແລະ ປະຈັກ​ພະຍານ

ຄຳ​ສອນ​ທີ່​ຂ້າພະ​ເຈົ້າ​ໄດ້​ບັນຍາຍ​ຜ່ານ​ມາ​ອາດ​ຟັງຄື​ວ່າ​ເກົ່າ​ແກ່ ​ແລະ ລ້າ​ສະ​ໄໝ​ແລ້ວ​ສຳລັບ​ຫລາຍ​ຄົນ​ຢູ່​ໃນ​ໂລກ​ນີ້ ທີ່​ນັບ​ມື້​ນັບເຍາະ​​ເຍີ້ຍຄວາມ​ສັກສິດ​ຂອງ​ການ​ໃຫ້​ກຳ​ເນີ​ດ ​ແລະ ລົດ​ຄຸນຄ່າ​ຂອງ​ຊີວິດຂອງ​ມະນຸດ. ​ແຕ່​ຄວາມ​ຈິງ​ຂອງ​ພຣະຜູ້​ເປັນ​ເຈົ້າບໍ່​ໄດ້​ຖືກດັດ​ແປງ​ໂດຍຄວາມນິຍົມ, ຊົມ​ຊອບ, ຫລື ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ສັງຄົມ. ຂ້າພະ​ເຈົ້າສັນຍາ​ວ່າ ການ​ເຊື່ອ​ຟັງ​ຕໍ່​ກົດ​ພົມມະຈັນ ຈະ​ເພີ່ມ​ຄວາມສຸກ​ໃຫ້​ແກ່​ເຮົາ​ໃນ​ຄວາມ​ເປັນ​ມະຕະ​ນີ້ ​ແລະ ຊ່ອຍ​ເຮົາ​ໃຫ້​ກ້າວ​ໜ້າ​​ໄປ​ສູ່​ນິລັນດອນ. ພົມມະຈັນ ​ແລະ ຄຸນ​ນະ​ທຳ​ໄດ້​ເປັນ ​ແລະ ຈະ “ເປັນ​ທີ່​ຮັກ ​ແລະ ມີຄ່າ​ທີ່​ສຸດ​ເໜືອກ​ວ່າ​ທຸກ​ສິ່ງ​” ສະ​ເໝີ​ໄປ (​ໂມ​ໂຣ​ໄນ 9:9). ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ອາແມນ.