​2010–2019
ຂໍ​ຕ້ອນຮັບ​ສູ່​ກອງ​ປະຊຸມ​ໃຫຍ່​ສາມັນ
ເມສາ 2013


ຂໍ​ຕ້ອນຮັບ​ສູ່​ກອງ​ປະຊຸມ​ໃຫຍ່​ສາມັນ

ຂ້າພະ​ເຈົ້າຂໍ​ຊຸກຍູ້​ທ່ານ ​ໃຫ້​ຕັ້ງ​ໃຈ​ຟັງ​ຂ່າວ​ສານ​ທີ່​ເຮົາ​ຈະ​ໄດ້​ຍິນ. ນັ້ນຄື​ຄຳ​ອະທິຖານ​ຂອງ​ຂ້າພະ​ເຈົ້າ ວ່າເຮົາ​ຈະ​ເຮັດ.

ອ້າຍ​​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ຂ້າພະ​ເຈົ້າດີ​ໃຈ​ຫລາຍ​ທີ່​ຈະ​ໄດ້​ຕ້ອນຮັບ​ທ່ານ​ສູ່​ກອງ​ປະຊຸມ​ໃຫຍ່​ສາມັນ​ຄັ້ງທີ 183 ຂອງ​ສາດສະໜາ​ຈັກ.

ລະຫວ່າງ​ຫົກ​ເດືອນ​ນັບ​ແຕ່​ພວກ​ເຮົາ​ໄດ້​ພົບ​ກັນ, ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ເດີນທາງ​ໄປ​ຫລາຍ​ບ່ອນ ​ແລະ ​ໄດ້​ພົບ​ກັບ​ຜູ້​ຄົນ​ຢ່າງ​ຫລວງຫລາຍ​. ຫລັງ​ຈາກ​ກອງ​ປະຊຸມ​ໃຫຍ່​ສາມັນ​ເດືອນ​ຕຸລາ​ແລ້ວ​ນີ້, ຂ້າພະ​ເຈົ້າ​ໄດ້​ເດີນທາງ​ໄປ​​ປະ​ເທດເຢຍລະ​ມັນ, ບ່ອນ​ທີ່​ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ພົບ​ກັບ​ສະມາຊິກ​ຢູ່​ໃນ​ຫລາຍ​ບ່ອນ, ຕະຫລອດ​ທັງ​ພາກສ່ວນ​ໜຶ່ງ​ໃນປະ​ເທດ​​ໂອ​ສະ​ເຕຣຍ ນຳອີກ.

​ໃນ​ທ້າຍ​ເດືອນ​ຕຸລາ ຂ້າພະ​ເຈົ້າ​ໄດ້​ອຸທິດ​ພຣະວິຫານ ຄາ​ວກາຣີ ອາ​ເບີ​ຕາ ຢູ່​ປະ​ເທດ​ກາ​ນາ​ດາ, ​ໂດຍ​​ໄດ້​ຮັບ​ການ​ຊ່ອຍ​ເຫລືອ​ຈາກ​ແອວ​ເດີ ​ແລະ ຊິດ​ສະ​ເຕີ ​ເອັມ ຣະ​ໂຊ ບາ​ເລີດ, ​ແອວ​ເດີ ​ແລະ ຊິດ​ສະ​ເຕີ ​ຄະເຣກ ຊີ ຄຣິສເຕັນເສັນ, ​ແລະ ​ແອວ​ເດີ ​ແລະ ຊິດ​ສະ​ເຕີ ວິວລຽມ ອາ ວອກ​ເກີ. ​ໃນ​ເດືອນ​ພະ​ຈິກ ຂ້າພະ​ເຈົ້າ​ໄດ້​ອຸທິດ​ພຣະວິຫານ ບອຍສີ ​ໄອ​ດາ​ໂຮ. ​ແລະ ຜູ້​ທີ່​ໄດ້​ເດີນທາງ​ໄປ​ກັບ​ຂ້າພະ​ເຈົ້າ​​​ເພື່ອອຸທິດ​ພຣະວິຫານ​ແມ່ນ ​ແອວ​ເດີ ​ແລະ ຊິດ​ສະ​ເຕີ ​ເດ​ວິດ ​ເອ ​​ແບ໊ດນາ, ​ແອວ​ເດີ ​ແລະ ຊິດ​ສະ​ເຕີ ຄະ​ເຣກ ຊີ ຄຣິສ​ເຕັນ​ເສັນ, ​ແລະ ​ແອວ​ເດີ ​ແລະ ຊິດ​ສະ​ເຕີ ວິວລຽມ ອາ ວອກ​ເກີ.

ການສະ​ເຫລີ​ມສະຫລອງທີ່​ໄດ້​ຈັດ​ຂຶ້ນສຳລັບ​ການ​ອຸທິດ​ທັງ​ສອງ​ບ່ອນ​ນັ້ນ​ແມ່ນ​ດີ​ເດັ່ນ​ຫລາຍ. ຂ້າພະ​ເຈົ້າບໍ່​ໄດ້​ໄປ​ຮ່ວມ​ການສະ​ເຫລີມ​ສະ​ຫລອງ​ຢູ່​ທີ່ ຄາ​ວກາຣີ ດ້ວຍ​ຕົວ​ເອງ, ​ເພາະມື້ນັ້ນ​ເປັນ​ມື້​ຄົບຮອບ​ວັນ​ເກີດ 85 ປີ​ຂອງຊິດ​ສະ​ເຕີມອນ​ສັນ ​ແລະ ຂ້າພະ​ເຈົ້າຮູ້ສຶກ​ວ່າ ຕ້ອງ​ຢູ່​ກັບ​ນາງ. ​ແຕ່ນາງ​ກັບ​ຂ້າພະ​ເຈົ້າ​ໄດ້​ຊົມ​ການສະ​ແດງ​ທີ່​ຖ່າຍ​ທອດ​ຢູ່​ໃນ​​ບ້ານ​ຂອງ​ພວກ​ເຮົາ, ​ແລ້ວ​ຂ້າພະ​ເຈົ້າ​ໄດ້​ເດີນທາງ​ໄປ​ເມືອງຄາວກາຣີ ​ໃນ​ເຊົ້າມື້​ຕໍ່​ມາ ​ເພື່ອ​​ອຸທິດ​ພຣະວິຫານ. ​ໃນ​ເມືອງບອຍສີ ມີ​ຊາວ​ໜຸ່ມ​ຈຳນວນ 9,000 ຄົນ ຈາກ​​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ພຣະວິຫານ​ໄດ້​ຮ່ວມ​ສະ​​ເຫລີມ​ສະ​ຫລອງ. ມີ​ຊາວ​ໜຸ່ມ​ເປັນ​ຈຳນວນ​ຫລວງຫລາຍ ຈົນວ່າ​ບໍ່​ມີ​ບ່ອນພຽງພໍ​ສຳລັບ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ທຸກ​ຄົນ ​​ຢູ່​ໃນ​ສະໜາມ​ອັນ​ກວ້າງ​ໃຫຍ່​ບ່ອນ​ທີ່​ເຂົາ​ເຈົ້າສະ​ແດງ.

​ເດືອນ​ແລ້ວ​ນີ້ ປະທານດີ​ເດີ ​ແອັຟ ອຸກ​ດອບ, ໄດ້​ພາຊິດ​ສະ​ເຕີອຸກ​ດອບ, ​ແອວ​ເດີ ​ແລະ ຊິດ​ສະ​ເຕີ ​ແຈັບ​ຟະຣີ ອາ ຮໍ​ແລນ,​​ ​ແລະ ​ແອວ​ເດີ ​ແລະ ຊິດ​ສະ​ເຕີ ​​ເກຣກ​ເກີ​ຣີ ​ເອ ສະ​ວິດ​ເຊີ ​ໄດ້ໄປ​ເມືອງເທ​ກູ​ຊີ​ກາ​ປາ, ປະ​ເທດຮົງ​ດູ​ຣັສ, ​ເພື່ອ​ອຸທິດ​ພຣະວິຫານ​ຫລັງ​ໃໝ່. ການສະ​ແດງ​ອັນ​ດີ​ເດັ່ນຂອງ​ຊາວ​ໜຸ່ມ ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຄ່ຳ​ຄືນ​ນັ້ນ ກ່ອນ​ມື້​ອຸທິດ​ພຣະວິຫານ.

ມີ​ພຣະວິຫານ​ຫລາຍ​ແຫ່ງ​ອີກ​ທີ່​ໄດ້​ຖືກ​ປະກາດ​ໃຫ້​ຮູ້​ແລ້ວ ​ແລະ ກຳລັງ​ຖືກ​ສ້າງ​ຢູ່​ໃນ​​ເວລາ​ນີ້.

ມັນ​ເປັນ​ສິດທິ​ພິ​ເສດ​ຂອງ​ຂ້າພະ​ເຈົ້າ ​ໃນ​ເຊົ້າມື້​ນີ້ ທີ່​ຈະ​ປະກາດ​ພຣະວິຫານ​ອີກ​ສອງ​ແຫ່ງ, ຊຶ່ງ​ບໍ່​ດົນ​ນີ້ ຈະ​ຖືກ​ສ້າງ​ຂຶ້ນທີ່: ​ເມືອງ​ຊີ​ເດີ, ລັດ​ຢູ​ທາ, ​ແລະ ​​ໃນ​ເມືອງຣິ​ໂອ ​ເດ ຢາ​​ເນ​ໂຣ, ປະ​ເທດບຣາຊິນ. ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ການ​ສ້າງພຣະວິຫານ​ບໍ່​ໄດ້​ຊ້າ​ລົງ.

ດັ່ງ​ທີ່​ທ່ານ​ຮູ້ຈັກ, ​ໃນ​ກອງ​ປະຊຸມ​​ໃຫຍ່​ສາມັນເດືອນ​ຕຸລາຜ່ານ​ມາ ຂ້າພະ​ເຈົ້າ​ໄດ້​ປະກາດ​ເລື່ອງ​ການ​ປ່ຽນ​ອາຍຸ​​ຂອງ​ຜູ້​ສອນ​ສາດ​ສະໜາ​ໜຸ່ມ​ໃຫ້​ຕ່ຳລົງ, ​ຊຶ່ງ​ຕອນ​ນີ້​ຊາຍ​ໜຸ່ມ​ອາຍຸ 18 ປີ ​ແລະ ຍິງ​ໜຸ່ມ​ອາຍຸ 19 ປີ ​ເລີ່​ມສາມາດ​ໄປ​​ເຜີຍ​ແຜ່​ໄດ້.

ການ​ຕອບ​ຮັບ​ຂອງ​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ແມ່ນ​ເປັນ​ໜ້າ​ປະ​ທັບ​ໃຈ​ຫລາຍ ​ແລະ ​ເປັນ​ການ​ດົນ​ໃຈ. ນັບ​ແຕ່​ວັນ​ທີ 4 ​ເດືອນ​ເມສາ—ສອງ​ມື້ຜ່ານມາ​ນີ້—ມີ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ​ຢູ່ 65,634 ຄົນ, ​ແລະ 20,000 ຄົນ​ຕື່ມ​ອີກ​ທີ່​ໄດ້​ຮັບ​ການ​ເອີ້ນ ​ແຕ່ຍັງ​ບໍ່​ໄດ້​ເຂົ້າ​ສູນ​ອົບຮົມ​ເທື່ອ ​ແລະ ຫລາຍ​ກວ່າ 6,000 ຄົນ ທີ່​ກຳລັງ​ຮັບ​ການ​ສຳພາດ​ນຳ​ອະທິການ ​ແລະ ປະທານ​ສະ​ເຕກຂອງ​ເຂົາ​ເຈົ້າ. ​ເປັນ​ສິ່ງ​ຈຳ​ເປັນ​ທີ່​ພວກ​ເຮົາຕ້ອງ​ໄດ້​ຈັດຕັ້ງ​ເຂດ​ເຜີຍ​ແຜ່​ໃໝ່ 58 ​ແຫ່ງຕື່ມ​ອີກ ​ເພື່ອ​ຕ້ອນຮັບ​ຜູ້​ສອນ​ສາດສະໜາ​ທີ່​ເພີ່ມ​ທະວີ​ຂຶ້ນ​ເລື້ອຍໆ.

​ໃນ​ການ​ຊ່ອຍ​ເຫລືອ​ເສີມ​ສ້າງ​ພະລັງ​ຂອງ​ຜູ້​ສອນສາ​ດສະໜາ, ​ແລະ ​​ເພາະວ່າ ຜູ້​ສອນ​ສາດສະໜາຢ່າງ​ຫລວງຫລາຍ​ຂອງ​ພວກ​ເຮົາ ມາ​ຈາກ​ສະພາບ​ທີ່​ທຸກ​ຍາກ​ລຳບາກ, ສະນັ້ນພວກ​ເຮົາ​ຈຶ່ງ​ຂໍ​ໃຫ້​ທ່ານ ຈົ່ງ​ບໍລິຈາກເງິນ​ທຶນສຳລັບ​ການ​ເຜີຍ​ແຜ່​ຂອງ​ສາດສະໜາ​ຈັກ.

ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​ຈະ​ໄດ້​ຍິນ​ຂ່າວສານ​ອັນ​ດົນ​ໃຈ​ໃນ​ມື້​ນີ້ ​ແລະ ມື້​ອື່ນ. ຜູ້​ທີ່​ຈະ​ກ່າວ​ກັບ​​ເຮົາ ​ໄດ້​ສະ​ແຫວງຫາ​ການ​ນຳພາ​ດ້ວຍ​ການ​ອະທິຖານ ​ເພື່ອ​ຈະ​ໄດ້​ຮູ້ຈັກ​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າຢາກ​ໃຫ້​ເຮົາ​ໄດ້​ຍິນ​ໃນ​ເວລາ​ນີ້.

ຂ້າພະ​ເຈົ້າຂໍ​ຊຸກຍູ້​ທ່ານ ​ໃຫ້​ຕັ້ງ​ໃຈ​ຟັງ​ຂ່າວ​ສານ​ທີ່​ເຮົາ​ຈະ​ໄດ້​ຍິນ. ນັ້ນຄື​ຄຳ​ອະທິຖານ​ຂອງ​ຂ້າພະ​ເຈົ້າ ວ່າ​ເຮົາ​ຈະ​ເຮັດ ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະຜູ້​ເປັນ​ເຈົ້າ, ອາ​ແມນ.