​2010–2019
ໜ້າ​ທີ່ປະຕິບັດ​ທີ່​ສັກສິດ​ຂອງ​ພວກ​ເຈົ້າ
ເມສາ 2013


ໜ້າ​ທີ່​ປະຕິບັດ​ທີ່​ສັກສິດ​ຂອງ​ພວກ​ເຈົ້າ

ພວກ​ເຈົ້າ​ໄດ້​ຮັບ​ອຳນາດ, ​ແລະ ສິດ​ອຳນາດ, ​ແລະ ໜ້າ​ທີ່​ອັນ​ສັກສິດ​ທີ່​ຈະ​ປະຕິບັດ​ຕອນ​ພວກ​ເຈົ້າ​ໄດ້​ຮັບ​ການ​ແຕ່ງຕັ້ງຕໍ່​ຖານະ​ປະ​ໂລຫິດ.

ຄວາມສຸກ​ຂອງ​ການ​ປະຕິບັດ

ຊາຍ​ໜຸ່ມ​ຂອງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ, ພວກ​ເຈົ້າ​ເປັນ​ບຸດ​ທີ່​ຮັກ​ຂອງ​ພຣະ​ເຈົ້າ, ​ແລະ ພຣະອົງ​ມີ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່​​ໃຫ້​ພວກ​ເຈົ້າ​ເຮັດ. ​ໃນ​ການ​ບັນລຸ​ວຽກ​ງານ​ນີ້, ພວກ​ເຈົ້າຕ້ອງ​​ເຮັດ​ໜ້າ​ທີ່​ອັນ​ສັກສິດ​ຂອງ​ພວກ​ເຈົ້າ​, ນັ້ນຄືການ​ປະຕິບັດ​ຕໍ່​ຄົນ​ອື່ນ.1

ການ​ປະຕິບັດ​ໝາຍ​ຄວາມ​ວ່າ​ແນວ​ໃດ? ​ໃຫ້​ພວກ​ເຈົ້າຄິດ​ກ່ຽວ​ກັບ​ຄຳ​ຖາມ​ຂໍ້​ນີ້​ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ເລົ່າ​ເລື່ອງ​ໜຶ່ງ​ກ່ຽວ​ກັບນາງ​ໄຊ ຈອນ​ສັນ ​ໃຫ້​ພວກ​ເຈົ້າຟັງ.

ປີ​ແລ້ວ​ນີ້ ຕອນ​ນາງ​ໄຊໄປ​ເຂົ້າ​ໂຮງຮຽນ​ອຸດົມ, ນາ​ງ​ໄດ້​ຖືກ​ຂົ່ມ​ເຫັງ. ນາງ​​ໄດ້​ຖືກ​ປະຕິບັດ​ຕໍ່​ຢ່າງ​ໂຫດຮ້າຍ, ຖືກຊຸກ, ​ແລະ ຖືກຫົວຂວັນ​ຕອນ​ນາງ​ຍ່າງ​ໄປ​ຫ້ອງຮຽນ—ນັກຮຽນ​ບາງ​ຄົນ​ໄດ້​​ໂຍນຂີ້​​ເຫຍື້ອ​​ໃສ່​ນາງ. ພວກ​ເຈົ້າອາດ​ເຄີຍ​ໄດ້​​ເຫັນ​ບາງ​ຄົນ​ຖືກ​ປະຕິບັດ​ຕໍ່​ຢ່າງ​ໂຫດຮ້າຍ​ເຊັ່ນ​ນີ້​ຄື​ກັນ.

ສຳລັບ​ຫລາຍ​ຄົນ, ປີ​ໄວ​ລຸ້ນ​ເປັນ​ໄລຍະ​ທີ່​ເປົ່າ​ປ່ຽວ​ດຽວ​ດາຍ​ ​ແລະ ໜ້າຢ້ານ​ກົວ. ບໍ່​ຈຳ​ເປັນ​ຕ້ອງ​ເປັນ​​ເຊັ່ນ​ນັ້ນ. ​ໂຊກ​ດີ​ສຳລັບ​ນາງ​ໄຊ, ທີ່ມີ​ຊາຍ​ໜຸ່ມ​ຢູ່​ໂຮງຮຽນ​ຜູ້​ເຂົ້າ​ໃຈຄວາມ​ໝາຍ​ຂອງ​ການ​ປະຕິບັດ.

​ແມ່​ຂອງ​ນາງ​ໄຊໄດ້​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ນາຍຄູ​ຢູ່​ໂຮງຮຽນ​ໃຫ້​ຢຸດ​ການ​ຂົ່ມ​ເຫັງ​ນັ້ນ, ​ແຕ່​ກໍ​ບໍ່​ໄດ້ຜົນ. ​ແລ້ວ​​ແມ່​ຂອງນາງ​ໄຊ​ໄດ້​ຕິດ​ຕໍ່​ຫາ​ທ້າວຄາ​ເຊິ​ນ ​ໂຈ​ນສ໌, ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ​ແລະ​ ​ເປັນ ຄວດ​ເຕີ​ແບັກ ​ໃນ​ທີ​ມຟຸດ​ບອລ໌. ນາງ​ໄດ້​ຂໍ​ໃຫ້​ລາວ​ຊ່ອຍ​ນາງ​ຊອກ​ຫາ​ຄົນ​ທີ່​ຂົ່ມ​ເຫັງ​ນາງ​ໄຊ.

ທ້າວຄາ​ເຊິ​ນ​ໄດ້​ຕົກລົງ​ທີ່​ຈະ​ຊ່ອຍ​ເຫລືອ, ​ແຕ່​ໃນ​ໃຈ ​ລາວ​ຄິດ​ວ່າ ລາວ​ຄົງ​ເຮັດ​ໄດ້​ພຽງ​ແຕ່​ຊອກ​ຫາ​ຜູ້​ຂົ່ມ​ເຫັງ​ນາງ​ເທົ່າ​ນັ້ນ. ພຣະວິນ​ຍານ​ໄດ້​ກະ​ຕຸ້ນລາວ​ໃຫ້​ຊ່ອຍ​ນາງ​​​ໄຊໃຫ້ຮູ້ສຶກ​ເຖິງ​ຄວາມ​ຮັກ.

ທ້າວຄາ​ເຊິ​ນໄດ້​ຂໍ​ໃຫ້ໝູ່​ກິລາ​ຂອງ​ລາວ​ຮ່ວມ​ມື​ກັບ​ລາວ​ເພື່ອ​ປະຕິບັດ​ຕໍ່​ນາງ​ໄຊ. ​ເຂົາ​ເຈົ້າ​ໄດ້​ຊວນ​ນາງ​ໄປ​ນັ່ງ​ກິນ​ເຂົ້ານຳ​ເຂົາ​ເຈົ້າຕອນ​ກິນ​ເຂົ້າສວຍ. ​ເຂົາ​ເຈົ້າ​ໄດ້​ຍ່າງ​​ໄປ​ສົ່ງ​ນາງ​ຢູ່​ຫ້ອງ. ​​ບໍ່​ເປັນ​ເລື່ອງ​ແປກ​ເລີຍ, ​ໂດຍ​ທີ່​ມີ​ທີ​ມກິລາ​ເປັນ​ເພື່ອນ​ໃກ້ຊິດ​ກັບ​ນາງ, ບໍ່​ມີ​ໃຜ​ກ້າຂົ່ມ​ເຫັງ​ນາງ​​ໄຊອີກ.

ມັນ​ເປັນ​ຍາມ​ທີ່​ຕື່ນ​ເຕັ້ນຫລາຍ​ສຳລັບ​ທີ​ມຟຸດ​ບອລ໌. ​ເຖິງ​ແມ່ນ​​ເປັນ​​ປີ​ທີ່ໜ້າ​ຕື່ນ​ເຕັ້ນ ​ແລະ ຊະນະ​ຕະຫລອດ, ​ແຕ່​ຊາຍ​ໜຸ່ມ​ເຫລົ່ານັ້ນບໍ່​ໄດ້​ລືມ​ນາງ​ໄຊ. ​ເຂົາ​ເຈົ້າ​ໄດ້​​ເຊື້ອ​ເຊີນ​ນາງ​ໄປ​ຮ່ວມທີ​ມ ຫລັງ​ຈາກ​ການ​ແຂ່ງຂັນ​ກິລາ. ນາງ​ໄຊຮູ້ສຶກ​ໄດ້​ຮັບ​ຄວາມ​ຮັກ ​ແລະ ມີ​ຄວາມ​ສຳຄັນ. ນາງ​ຮູ້ສຶກ​ປອດ​ໄພ. ນາງ​ດີ​ໃຈ​ຫລາຍ.

ທີ​ມຟຸດ​ບອລ໌​ໄດ້​ຊະນະ​ຕະຫລອດ​ຈົນ​ຂຶ້ນ​ເຖິງ​ຂັ້ນ​ແຂ່ງຂັນ​ອັນ​ດັບ​ສຸດ​ຍອດ​ປະຈຳ​ລັດ. ​ແຕ່​ສິ່ງ​ທີ່​ສຳຄັນ​ກວ່າການ​ແຂ່ງຂັນ​ໄດ້​ເກີດ​ຂຶ້ນຢູ່​ທີ່​ໂຮງຮຽນ​ຂອງ​​​ເຂົາ​ເຈົ້າ. ຕົວຢ່າງ​ຂອງ​ຊາຍ​ໜຸ່ມ​ເຫລົ່ານັ້ນໄດ້​ຊຸກຍູ້​ນັກຮຽນ​ຄົນ​ອື່ນ​ໆໃຫ້​ເປີດ​ອົກ​ເປີດ​ໃຈ, ​ແລະ ​ສ້າງ​ມິດ​ຕະພາບ. ບັດ​ນີ້ ​ເຂົາ​ເຈົ້າ​ໄດ້​ປະຕິບັດ​ຕໍ່​ກັນ​ດ້ວຍ​ຄວາມ​ດີ ​ແລະ ດ້ວຍຄວາມ​ນັບຖື.

ສຳນັກງານ​ສື່​ຂ່າວ​ທົ່ວ​ປະ​ເທດ​ໄດ້​ຮູ້​​ເຖິງ​ສິ່ງ​ທີ່​ຊາຍ​ໜຸ່ມ​ເຫລົ່າ​ນັ້ນໄດ້​ເຮັດ ​ແລະ ​ໄດ້​ຖ່າຍ​ທອດ​ເລື່ອງ​ຂອງ​ເຂົາ​ເຈົ້າຕະຫລອດ​ທົ່ວ​ປະ​ເທດ. ມັນ​ໄດ້​ເລີ່​ມຕົ້ນຈາກ​ການ​ປະຕິບັດ​ຕໍ່​ຄົນ​ໜຶ່ງ ​ແລ້ວ​ສິ່ງ​ນັ້ນ​ໄດ້​ດົນ​ໃຈ​ຄົນ​ອື່ນໆ​ຫລາຍ​ພັນ​ຄົນ​ໃຫ້​ເຮັດ​ເຊັ່ນ​ດຽວ​ກັນ.

​ແມ່​ຂອງ​ນາງ​ໄຊ​ໄດ້​ເອີ້ນ​ຊາຍ​ໜຸ່ມ​ເຫລົ່ານັ້ນວ່າ “ທູດ​ສະຫວັນ​ປອມ​ຕົວ.” ທ້າວຄາ​ເຊິ​ນ ​ແລະ ໝູ່​ເພື່ອນ​ຂອງລາວ​ໄດ້​ບອກ​ວ່າ​ ນາງ​ໄຊ​ໄດ້​ເປັນ​ພອນ​ໃຫ້​ແກ່​ຊີວິດ​ຂອງ​ເຂົາ​ເຈົ້າ ຫລາຍ​ກວ່າ​ທີ່​ເຂົາ​ເຈົ້າ​ໄດ້​ເປັນ​ພອນ​ໃຫ້​ແກ່​ນາງ. ສິ່ງ​ນັ້ນຈະ​ເກີດ​ຂຶ້ນ​ເມື່ອ​ພວກ​ເຈົ້າບໍ່​ຄິດ​ກ່ຽວ​ກັບ​ຕົນ​ເອງ ​ແລະ ຮັບ​ໃຊ້​ຄົນ​ອື່ນ—ພວກ​ເຈົ້າຮູ້ຈັກ​ຕົນ​ເອງ.2 ພວກ​ເຈົ້າຈະ​ປ່ຽນ​ແປງ ​ແລະ ​ເຕີບ​ໂຕ​ຂຶ້ນ​ໃນ​ວິທີ​​ທີ່​​ເປັນ​ໄປ​ບໍ່​ໄດ້​ໃນ​ວິທີອື່ນ. ຊາຍ​ໜຸ່ມ​ເຫລົ່ານັ້ນໄດ້​ປະສົບ​ກັບ​ຄວາມສຸກ​ນຳ​ການ​ປະຕິບັດ ​ແລະ ​ໄດ້​ຊອກ​ຫາ​ໂອກາດ​ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ​ຕື່ມ​ອີ​ກ. ​ເຂົາ​ເຈົ້າຕື່ນ​ເຕັ້ນທີ່​ຈະ​ໄດ້​ອອກ​ໄປ​ປະຕິບັດ​ຫລາຍ​ກວ່າ​ເກົ່າ ​ເມື່ອ​ເຂົາ​ເຈົ້າອອກ​ໄປ​ເຜີຍ​ແຜ່​ເປັນ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ.3

ຄວາມ​ຕ້ອງການ ​ແລະ ໜ້າ​ທີ່

ມີ​ຫລາຍ​ພັນ​ຄົນ​ທີ່​ເປັນ​ຄື​ກັນ​ກັບ​ນາງ​ໄຊ ຈອນ​ສັນ ຢູ່​ຕະຫລອດ​ທົ່ວ​ໂລກ—​ຜູ້​ທີ່ຢາກ​ຮູ້ສຶກ​​​ເຖິງຄວາມ​ຮັກ​ຂອງ​ພຣະບິດາ​ເທິງ​ສະຫວັນ. ​ເຂົາ​ເຈົ້າຢູ່​ໃນ​ໂຮ​ງຮຽນ​ຂອງ​ພວກ​ເຈົ້າ, ຢູ່​ໃນ​ກຸ່ມ​ໂຄ​ຣຳຂອງ​ພວກ​ເຈົ້າ, ​ແລະ ​ແມ່ນ​ແຕ່​ຢູ່​ໃນ​ຄອບຄົວ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າອາດຄິດ​ພໍ້​ບາງ​ຄົນໄດ້​ໄວ. ບາງ​ຄົນ​ກໍ​ມີ​ຄວາມ​ຕ້ອງການ​ທີ່​ເຫັນ​ໄດ້​ຍາກ. ຕາມ​ຄວາມ​ຈິງ​ແລ້ວ ທຸກ​ຄົນ​ທີ່​ພວກ​ເຈົ້າຮູ້​ ສາມາດ​ໄດ້​ຮັບ​ພອນ​ຈາກ​ການ​ປະຕິບັດ​ຂອງ​ພວກ​ເຈົ້າ. ພຣະຜູ້​ເປັນ​ເຈົ້າ​ເພິ່ງ​ພາ​ພວກ​ເຈົ້າ​ໃຫ້​ເອື້ອມ​ອອກ​ໄປ​ຫາ​ເຂົາ​ເຈົ້າ.

ພວກ​ເຈົ້າບໍ່​ຈຳ​ເປັນ​ຕ້ອງ​ເປັນ​ນັກ​ຫລິ້ນ​ກິລາທີ່​​ໂດ່​ງດັງ ກ່ອນ​ຈະ​ສາມາດ​ປະຕິບັດ​ຕໍ່​ຄົນ​ອື່ນ. ພວກ​ເຈົ້າ​ໄດ້​ຮັບ​ອຳນາດ, ​ແລະ ສິດ​ອຳນາດ, ​ແລະ ໜ້າ​ທີ່​ອັນ​ສັກສິດ​ທີ່​ຈະ​ປະຕິບັດ​ຕອນ​ພວກ​ເຈົ້າ​ໄດ້​ຮັບ​ການ​ແຕ່ງຕັ້ງຕໍ່​ຖານະ​ປະ​ໂລຫິດ. ປະທານ​ເຈັມ ອີ ຟາ​ວ ​ໄດ້​ສອນ​ວ່າ, “ຖານະ​ປະ​ໂລຫິດ​ເປັນ​ສິດ​ອຳນາດ​ທີ່​ມອບ​ໝາຍ​ໃຫ້​ມະນຸດ​ ​ເພື່ອ ປະຕິບັດ ​ໃນ​ພຣະນາມ​ຂອງ​ພຣະ​ເຈົ້າ.”4 ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນມີ​ຂໍ​ກະ​ແຈ​ຂອງ​ການປະຕິບັດ​ຂອງ​ເຫລົ່າທູດ.5

​ເມື່ອ​ພວກ​ເຈົ້າຮັກ​ລູກໆ​ຂອງ​ພຣະອົງ, ​ພຣະບິດາ​ເທິງ​ສະຫວັນ​ຈະ​ນຳພາ​ພວກ​ເຈົ້າ ​ແລະ ​ທູດ​ຂອງ​ພຣະອົງ​ຈະ​ຊ່ອຍ​ເຫລືອ​ພວກ​ເຈົ້າ.6 ພວກ​ເຈົ້າຈະ​ໄດ້​ຮັບ​ອຳນາດ​​ເພື່ອ​​ໃຫ້​ພອນ​ແກ່​ຊີວິດ​ຂອງ​ຜູ້​ຄົນ ​ແລະ ​ເພື່ອ​ກູ້​ຈິດ​ວິນ​ຍານ.

ພຣະ​ເຢຊູ​ຄຣິດ​ເປັນ​ຕົວຢ່າງ​ຂອງ​​ພວກ​ເຈົ້າ. ພຣະອົງ “ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ຮັບ​ໃຊ້​ຕົນ, ​ແຕ່​ມາ​ເພື່ອ​ຮັບ​ໃຊ້.”7 ການ​ປະຕິບັດ​ໝາຍ​ເຖິງ​ການ​ທີ່​ຈະ​ຮັກ ​ແລະ ດູ​ແລ​ຄົນ​ອື່ນ. ມັນໝາຍ​ເຖິງ​ການ​ສະໜອງ​ຄວາມ​ຕ້ອງການ​ທາງ​ຮ່າງກາຍ ​ແລະ ທາງ​ວິນ​ຍານ​ຂອງ​ຄົນ​ອື່ນ. ​​ເວົ້າງ່າຍໆ, ມັນໝາຍ​ເຖິງ​ການ​ເຮັດ​ສິ່ງ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຈະ​ເຮັດ ຖ້າ​ຫາກ​ພຣະອົງປະ​ທັບ​ຢູ່​ທີ່​ນັ້ນ.

ຄອບຄົວ​ຂອງ​ພວກ​ເຈົ້າ

​ໃຫ້​ເລີ່​ມຕົ້ນຢູ່​ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຈົ້າ. ມັນ​ເປັນ​ບ່ອນ​ທີ່​ພວກ​ເຈົ້າສາມາດ​ປະຕິບັດ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ.8

ພວກ​ເຈົ້າຢາກ​ທົດ​ລອງບາງ​ສິ່ງທີ່​ໜ້າ​ສົນ​ໃຈ​ບໍ? ​ເມື່ອ​ພວກ​ເຈົ້າ​ໄດ້​ຍິນ​ແມ່​ຂໍ​ໃຫ້​ພວກ​ເຈົ້າ​ເຮັດ​ບາງ​ສິ່ງ​ຢູ່​​ໃນບ້ານ, ​ໃຫ້​ເວົ້າ​ແນວ​ນີ້ “ຂອບ​ໃຈ​​ເດີ້​ແມ່ ທີ່​ຢາກ​ໃຫ້​ລູກ​ຊ່ອຍ​ເຫລືອ, ລູກ​ເຕັມ​ໃຈທີ່​ຈະ​ຊ່ອຍ.” ​ແລ້ວ​ໃຫ້​​ເບິ່ງ​ທ່າ​ທີ​ຂອງ​ແມ່. ບາງ​ຄົນ​ໃນ​ພວກ​ເຈົ້າອາດ​ຕ້ອງ​ໄດ້​ຮຽນວິທີ​ປະຖົມພະຍາບານ​ໄວ້ລ່ວງ​ໜ້າ​ກ່ອນ. ພວກ​ເຈົ້າອາດ​ເຮັດ​ໃຫ້​ແມ່​ເປັນ​ລົມ. ຫລັງ​ຈາກ​ພວກ​ເຈົ້າຊ່ອຍ​ເພິ່ນ​ໃຫ້​ຟື້ນສະຕິ, ​ແລ້ວ​ພວກ​ເຈົ້າຈະ​ເຫັນ​ວ່າ ຄວາມ​ສຳພັນ​ຂອງ​ພວກ​ເຈົ້ານັ້ນ​ແໜ້ນ​ແຟ້ນຂຶ້ນກວ່າ​ເກົ່າ ​ແລະ ພຣະວິນ​ຍານ​ຈະ​ມີ​ເພີ່ມ​ຫລາຍ​ຂຶ້ນຢູ່​ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຈົ້າ.

ນັ້ນ​ເປັນ​ວິທີ​ໜຶ່ງ​ທີ່​ຈະ​ປະຕິບັດ​ຕໍ່​ຄອບຄົວ​ຂອງ​ພວກ​ເຈົ້າ; ມັນ​ມີ​ຫລາຍ​ສິ່ງ​ອື່ນ​ອີກ. ພວກ​ເຈົ້າ​ໄດ້​ປະຕິບັດ​​ເມື່ອ​ພວກ​ເຈົ້າ​ເວົ້າຈາ​ອ່ອນ​ຫວານ​ກັບ​ຄົນ​ໃນ​ຄອບຄົວ. ພວກ​ເຈົ້າ​ໄດ້ປະຕິບັດ​ເມື່ອ​ພວກ​ເຈົ້ານັບຖື​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກ​ເຈົ້າຄື​ກັບ​ວ່າ​ເປັນ​ໝູ່​ຮັກໝູ່​ແພງ.

ບາງທີ ສິ່ງ​ທີ່​ສຳຄັນ​ທີ່​ສຸດ, ພວກ​ເຈົ້າ​ໄດ້​ປະຕິບັດ​ເມື່ອ​ພວກ​ເຈົ້າຊ່ອຍ​ເຫລືອ​ພໍ່​​ເຮັດ​ໜ້າ​ທີ່​ຂອງ​ເພິ່ນ ​ໃນ​ຖານະ​ທີ່​​ເພິ່ນ​ເປັນ​ຫົວໜ້າ​ນຳພາ​ທາງ​ວິນ​ຍານ​ຢູ່​ໃນ​ຄອບຄົວ​. ຈົ່ງ​ສະໜັບ​ສະ​ໜູນ​ການ​ສັງ​ສັນ​ໃນ​ຄອບຄົວ, ການ​ອະທິຖານ​ເປັນ​ຄອບຄົວ, ​ແລະ ການ​ສຶກສາ​ພຣະຄຳ​ພີ​ເປັນ​ຄອບຄົວ. ຈົ່ງ​ເຮັດ​ພາກສ່ວນ​ຂອງ​ພວກ​ເຈົ້າ​ເພື່ອ​ໃຫ້​ແນ່​ໃຈ​ວ່າ ພຣະວິນ​ຍານ​ຈະ​ມາສະ​ຖິດ​ຢູ່​ໃນ​ບ້ານ​​ເຮືອນ​ຂອງ​ພວກ​ເຈົ້າ. ສິ່ງ​ນີ້​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພໍ່ ​ໃນ​ບົດບາດ​ຂອງ​ເພິ່ນ ​ແລະ ຕຽມ​ພວກ​ເຈົ້າ​ເປັນ​ພໍ່​ໃນ​ອະນາຄົດ. ຖ້າ​ຫາກພວກ​ເຈົ້າບໍ່​ມີ​ພໍ່​ຢູ່​ບ້ານ, ​ພວກເຈົ້າຈະ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ປະຕິບັດ​ຕໍ່​ຄອບຄົວ​​ຫລາຍ​ກວ່າ​ນັ້ນ.

ກຸ່ມ​ໂຄຣຳຂອງ​ພວກ​ເຈົ້າ

ພວກ​ເຈົ້າຍັງ​ມີໜ້າ​ທີ່ ທີ່​ຈະ​ປະຕິບັດ​ຢູ່​ໃນ​ກຸ່ມ​ໂຄຣຳຂອງ​ພວກ​ເຈົ້ານຳ​ອີກ.

ຖານະ​ປະ​ໂລຫິດ​ກຳລັງ​ຂະຫຍາຍ​ອອກ​​ໄປຢ່າງ​ກວ້າງ​ໄກ​ທົ່ວ​ໂລກ. ຫລາຍ​ຄົນ​ໃນ​ພວກ​ເຈົ້າ​ໄດ້​ເຮັດ​ຕາມຄຳ​ຮຽກຮ້ອງ​ຂອງ​ປະທານ​ມອນ​ສັນ ​ໃຫ້​ຊ່ອຍ​ກູ້. ​ໃນ​ວັນ​ເວລາ​ນີ້​ກໍມີ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ທີ່​​ເຂັ້ມ​ແຂງ​ຫລາຍ​ກວ່າ​ທີ່​ຜ່ານ​ມາ​ໃນ​ປະ​ຫວັດ​ສາດ​ຂອງ​ສາດສະໜາ​ຈັກ. ​ແຕ່​ກໍ​ຍັງ​ມີ​ຫລາຍ​ຄົນ​ທີ່​ບໍ່​ເຂັ້ມ​ແຂງ ​ແລະ ຕ້ອງການ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພວກ​ເຈົ້າ.

​ເດືອນ​ມິ​ຖຸນາປີ​ແລ້ວ​ນີ້, ຕອນຈັດຕັ້ງສາຂາ​ໃໝ່​ຢູ່​ເມືອງ​ແບ​ງກາ​ລໍ, ປະ​ເທດອິນ​ເດຍ, ມີຊາຍ​ໜຸ່ມ​ຄົນ​ດຽວ​. ລາວຊື່ ກະແລດວິນ ຢູ່​ໃນ​ການ​ປະຊຸມ​ຖານະ​ປະ​ໂລຫິດ ທີ່ຫາ​ກໍ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ມັກຄະ​ນາຍົກ.

ທ້າວກະ​ແລດວິນ, ພ້ອມ​ດ້ວຍ​ປະທານ​ຫ້ອງ​ຊາຍ​ໜຸ່ມ ​ແລະ ປະທານ​ສາຂາ, ​ໄດ້​ເລີ່​ມຕົ້ນ​ໂທ​ຫາ​ຊາຍ​ໜຸ່ມຄົນ​ອື່ນໆ​ທີ່​ບໍ່​ເຂັ້ມ​ແຂງ ​ແລະ ​ໄດ້​ໄປ​ຢ້ຽມຢາມ​ເຂົາ​ເຈົ້າ. ບໍ່​ດົນ​ຈາກ​ນັ້ນ, ຊາຍ​ໜຸ່ມຄົນທີ​ສອງ​ຊື່ ​ແຊມໂຍ, ​ໄດ້​ເລີ່​ມຕົ້ນມາ​ໂບດ​ອີກ.

ທຸກ​ອາທິດ ທ້າວກະ​ແລດວິນ ​ແລະ ທ້າວ​ແຊມ​​ໂຍ​ໄດ້​ໂທ​ໄປ​ຫາ​ຄົນ​ທີ່​ບໍ່​ໄດ້​ມາ​​ໂບດ ​ແລະ ​ໄດ້​ບອກ​ເຂົາ​​ເຈົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ. ​ເຂົາ​ເຈົ້າຍັງ​ໄດ້​ໂທ​ໄປ​ຫາ ຫລື ​ໄປ​ຢ້ຽມຢາມ​ຄົນ​ເຫລົ່ານັ້ນ​ໃນ​ວັນ​ເກີດ​ຂອງ​ເຂົາ​ເຈົ້ານຳ​ອີກ. ​​ແລ້ວຊາຍ​ໜຸ່ມ​ທີ່​ບໍ່​ເຂັ້ມ​ແຂງ​ໄດ້​ກາຍ​ເປັນ​ເພື່ອນ​ຂອງ​ເຂົາ​ເຈົ້າ​ເທື່ອ​ລະ​ຄົນ ​ແລະ ​​ໄດ້​ຮັບ​ເອົາ​ການ​ເຊື້ອ​ເຊີນ​ໃຫ້​ມາ​ໂບດ, ​ແລະ ​ໄປຮ່ວມ​ປະຊຸມ​ກັບ​ກຸ່ມ​ຂອງ​ເຂົາ​ເຈົ້າ, ​ແລະ ​ໃນ​ທີ່​ສຸດ ກໍ​ໄດ້​ປະຕິບັດ​ຕໍ່​ຄົນ​ອື່ນໆ. ປະຈຸ​ບັນນີ້, ຊາຍ​ໜຸ່ມ​ຢູ່​ໃນ​ສາຂາ​ເຂັ້ມ​ແຂງ​ໝົດ​ທຸກ​ຄົນ.

ພຣະຄຳ​ພີ​ສອນ​ວ່າ ກຸ່ມ​ໂຄຣຳຂອງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນຈະ​ຕ້ອງ​ນັ່ງ​ນຳ​ກັນ ​ເພື່ອ​ປະຊຸມ ​ແລະ ຮຽນ​ຮູ້—ຫລື ​ເພື່ອ​ສ້າງສັນ ​ແລະ ​ເພີ່ມ​ຄວາມ​ເຂັ້ມ​ແຂງ—​ໃຫ້​ແກ່​ກັນ​ແລະ​ກັນ.9 ພວກ​ເຈົ້າຈະ​ຮຽນ​ຮູ້ ​​ໃນ​ຂະນະ​ທີ່​ພວກ​ເຈົ້າສອນຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ, ​ແບ່ງປັນ​ປະສົບ​ການ​ທາງ​ວິນ​ຍານ, ​ແລະ ສະ​ແດງ​ປະຈັກ​ພະຍານ. ຫລັກສູດ​ສຳລັບ​ຊາວ​ໜຸ່ມ​ຈະ​ສົ່ງ​ເສີມການ​ປະຕິບັດ​ຕໍ່​ກັນ​ຢູ່​ໃນ​ກຸ່ມ​ໂຄຣຳ, ​ແຕ່​ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​​ໄດ້ພຽງ​ແຕ່​ເມື່ອ​ສະມາຊິກ​ທຸກ​ຄົນ​ໃນ​ກຸ່ມ​ຮູ້ສຶກ​ໄດ້​ຮັບ​ຄວາມ​ຮັກ ​ແລະ ນັບຖື. ບໍ່​ຄວນ​ມີການ​ເວົ້າ​ເຍາະ​ເຍີ້​ຍ ​ແລະ ​ເວົ້າຢອກ​ຫລິ້ນລະຫວ່າງ​ການ​ປະຊຸມ​ຂອງ​ກຸ່ມ​ໂຄຣຳ—​ໂດຍ​ສະ​ເພາະ​ຕອນ​ແບ່ງປັນ​ຄວາມ​ຮູ້ສຶກຢູ່​ໃນ​ໃຈ. ຝ່າຍ​ປະທານ​ກຸ່ມ​ຕ້ອງ​ເປັນ​ຜູ້ນຳ​ພາ ​ເພື່ອ​ໃຫ້​ແນ່​ໃຈ​ວ່າ ການ​ປະຊຸມ​ຂອງ​ກຸ່ມ​ໂຄຣຳ​ເປັນ​ບ່ອນ​ປອດ​ໄພ​ສຳລັບ​ທຸກ​ຄົນ​ທີ່​ມາ​ຮ່ວມ.

ອັກຄະ​ສາວົກ​ໂປ​ໂລ ​ໄດ້​ແນະນຳ​ວ່າ, “ຢ່າ​ໃຫ້​ຄຳ​ຫຍາບຊ້າ​ອອກ​ຈາກ​ປາກ​ຂອງ​ເຈົ້າຈັກ​ເທື່ອ, ​ແຕ່​ໃຫ້​ໃຊ້​ຄຳ​ເວົ້າອັນ​ດີ​ທີ່​ຈະ​ຊ່ອຍ​ຊູ​ໃຫ້​ຈະ​ເລີ​ນຂຶ້ນ.”10

ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ບໍ່​ຄວນ​​ໃຊ້​ຄຳ​ຫຍາບຊ້າ ຫລື ພາສາ​ສົກກະປົກ. ​​ເຂົາ​ບໍ່​ຄວນ​ດູ​ຖູ​ກ ຫລື ທຳຮ້າຍ​ຄົນ​ອື່ນ. ​ເຂົາ​ຕ້ອງ​ສ້າງສັນ ​ແລະ ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄົນ​ອື່ນ. ນີ້​ຄື​ການ​ປະຕິບັດ​ທີ່​ງ່າຍໆ ​ແຕ່​ມີ​ພະລັງ​.

ຕະຫລອດ​ເວລາ

ວຽກ​ງານ​ຂອງ​ການ​ປະຕິບັດ​ບໍ່​ແມ່ນ​ພຽງ​ແຕ່​ກັບ​ພິທີການ ຫລື ​ໄປ​ສອນ​ປະ​ຈຳ​ບ້ານ ຫລື ​ຊ່ອຍ​ໃນ​ໂຄງການ​​ເປັນ​ບາງ​ຄັ້ງ​ເທົ່າ​ນັ້ນ. ​ເຮົາ​ເປັນ​ຊາຍ​ຂອງຖານະ​ປະ​ໂລຫິດ​ສະ​ເໝີ—ບໍ່​ແມ່ນ​ພຽງ​ແຕ່​ໃນ​ວັນ​ອາທິດ​​ເທົ່າ​ນັ້ນ ຕອນ​ເຮົາ​ນຸ່ງ​ເສື້ອ​ຂາວ ​ແລະ ​ໃສ່​ກາລະວັດ. ​ເຮົາ​ມີ​ໜ້າ​ທີ່ ທີ່​ຈະ​ປະຕິບັດ​ໃນ​ບ່ອນ​ໃດ​ກໍ​ຕາມ​ທີ່​ເຮົາ​ຢູ່. ການ​ປະຕິບັດ​ບໍ່​ແມ່ນ​ບາງ​ສິ່ງ​ທີ່​ເຮົາ​ເຮັດ​ເທົ່າ​ນັ້ນ—ມັນບອກ​​ໃຫ້​ຮູ້​ວ່າ​ເຮົາ​ເປັນ​​ໃຜ​ນຳ​ອີກ.

ຈົ່ງ​ປະຕິບັດ​ທຸກ​ມື້. ​ໂອກາດ​ມີ​ຢູ່​ອ້ອມ​ຂ້າງ​ພວກ​ເຈົ້າ. ຈົ່ງ​ຊອກ​ຫາ​ມັນ. ຈົ່ງ​ທູນ​ຂໍ​ໃຫ້​ພຣະຜູ້​ເປັນ​ເຈົ້າ​ຊ່ອຍ​ພວກ​ເຈົ້າ​​ໃຫ້ເຫັນ​ໂອກາດ​ເຫລົ່ານັ້ນ. ພວກ​ເຈົ້າຈະ​ພົບ​ມັນ​ໃນ​ການ​ຮັບ​ໃຊ້​​ເລັກ​ນ້ອຍ ​​ແລະ ຈິງ​ໃຈ ​ເພື່ອ​ຊ່ອຍ​ຄົນ​ອື່ນ​ໃຫ້​ຕິດຕາມ​ພຣະ​ເຢຊູ​ຄຣິດ.11

​​ໃນ​ຂະນະ​ທີ່​ພວກ​ເຈົ້າພະຍາຍາມ​ໃຫ້​ມີຄ່າ​ຄວນ​ຕໍ່​ພຣະວິນ​ຍານ, ພວກ​ເຈົ້າຈະ​ຮູ້ຈັກ​ຕອນ​ທີ່​ພວກ​ເຈົ້າຖືກ​ກະ​ຕຸ້ນ​ໃຫ້​ປະຕິບັດ. ​ເມື່ອ​ພວກ​ເຈົ້າ​ເຮັດ​ຕາມ, ພວກ​ເຈົ້າຈະ​ໄດ້​ຮັບ​ຫລາຍ​ຂຶ້ນ, ​ແລະ ​ໂອກາດ​ ​ແລະ ຄວາມ​ສາມາດ​ຂອງ​ພວກ​ເຈົ້າທີ່​ຈະ​ປະຕິບັດ ຈະ​ຂະຫຍາຍ​ອອກ​ກວ້າງ.

​ເພື່ອ​ນໜຸ່ມ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພວກ​ເຈົ້າ​ໄດ້​ຮັບ​ສິດ​ອຳນາດ ​ແລະ ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນທີ່​ຍິ່ງ​ໃຫຍ່ ​ເພື່ອ​ປະຕິບັດ​ໃນ​ພຣະນາມ​ຂອງ​ພຣະ​ເຈົ້າ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເມື່ອ​ພວກ​ເຈົ້າ​ເຮັດ, ພວກ​ເຈົ້າຈະ​ເປັນ​ເຄື່ອງມື​ໃນ​ພຣະຫັດ​ຂອງ​ພຣະ​ເຈົ້າ ​ເພື່ອ​ຊ່ອຍ​ເຫລືອ​ຄົນ​ອື່ນ. ຊີວິດ​ຂອງ​ພວກ​ເຈົ້າຈະ​ດີ​ຂຶ້ນ ​ແລະ ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ເກົ່າ. ພວກ​ເຈົ້າຈະ​ເຂັ້ມ​ແຂງ​ກວ່າ​ເກົ່າ​ເພື່ອ​ຕ້ານທານ​ກັບ​ສິ່ງ​ຊົ່ວ​ຮ້າຍ. ພວກ​ເຈົ້າຈະ​ມີ​ຄວາມສຸກ​ທີ່​ແທ້​ຈິງ—ອັນ​ທີ່​ພຽງ​ແຕ່​ຜູ້​ຕິດຕາມ​ພຣະ​ເຢຊູ​ຄຣິດທີ່​ແທ້​ຈິງ​ເທົ່າ​ນັ້ນຈະ​ໄດ້​ຮັບ.

ຂໍ​ໃຫ້ພວກ​ເຈົ້າຈົ່ງ​ປະສົບ​ກັບ​ຄວາມ​ສຸກ​​ໃນ​ການ​ບັນລຸ​ໜ້າ​ທີ່​ອັນ​ສັກສິດ​ຂອງ​ການ​ປະຕິບັດ​ຂອງ​ພວກ​ເຈົ້າ, ຂ້າພະ​ເຈົ້າອະທິຖານ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.