​2010–2019
ຈົ່ງ​ມີ​ໃຈ​ອ່ອນ​ໂຍນ ​​ແລະ ຕ່ຳ​ຕ້ອຍ
ຕຸລາ 2013


ຈົ່ງ​ມີ​ໃຈ​ອ່ອນ​ໂຍນ ​​ແລະ ຕ່ຳ​ຕ້ອຍ

ການ​ເປັນ​ຄົນ​ອ່ອນ​​ໂຍນບໍ່​ໄດ້​ໝາຍ​ຄວາມ​ວ່າ​ອ່ອນ​ແອ, ​ແຕ່​ມັນ​ໝາຍ​ເຖິງ​​ການ​ປະພຶດ​ຕົນ​ດ້ວຍ​ຄວາມ​ດີ ​ແລະ ມີ​ເມດ​ຕາ.

​ມໍ​ມອນ​ໄດ້​ສອນ​ວ່າ ມະນຸດ “ຈະ​ມີ​ສັດທາ ແລະ ຄວາມຫວັງ​ບໍ່​ໄດ້, ນອກ​ຈາກ​ວ່າ​ເຂົາ​ຈະ​ມີ​ໃຈ​ອ່ອນ​ໂຍນ ແລະ ຕ່ຳ​ຕ້ອຍ.”1 ​ເພິ່ນໄດ້​ກ່າວ​ຕື່ມ​ວ່າ ຖ້າ​ປາດ​ສະ​ຈາກຄຸນສົມບັດ​ດັ່ງກ່າວ​ “ສັດທາ ແລະ ຄວາມ​ຫວັງ​ຂອງ​ເຂົາ ​ກໍ​ບໍ່​ມີ​ປະ​ໂຫຍດ ເພາະວ່າ​ຄົນ​ເຊັ່ນ​ນັ້ນ​ຈະ​ບໍ່​ເປັນ​ທີ່​ຍອມ​ຮັບ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ນອກ​ຈາກ​ຜູ້​ທີ່​ມີ​ໃຈ​ອ່ອນ​ໂຍນ ແລະ ຕ່ຳ​ຕ້ອຍ.”2

ຄວາມ​ອ່ອນ​ໂຍນ​ເປັນ​ຄຸນສົມບັດ​ຂອງຜູ້​ທີ່ “​ຢຳ​ເກງ​ພຣະ​ເຈົ້າ, ຊອບ​ທຳ, ຖ່ອມ​ຕົນ, ສອນ​ງ່າຍ, ​ແລະ ອົດທົນ​ກັບ​ຄວາມທຸກ​ຍາກ​ລຳບາກ.”3 ຜູ້​ທີ່​ມີ​ຄຸນ​ລັກສະນະ​ເຫລົ່າ​ນີ້​ຈະ​ເຕັມ​​ໃຈ​ທີ່​ຈະ​ຕິດຕາມ​ພຣະ​ເຢຊູ​ຄຣິດ, ​ແລະ ອາລົມ​ຂອງ​ເຂົາ​ເຈົ້າຈະສະຫງົບ, ວ່າ​ນອນ​ສອນ​ງ່າຍ,​ ​ຍອມ​ທົນ​, ​ແລະ ວ່າ​ງ່າຍ.

ອັກຄະ​ສາວົກ​ໂປ​ໂລ​ໄດ້​ສອນ​ວ່າ ຄວາມ​ອ່ອນ​ໂຍນ​ຄື​ຜົນ​ຂອງ​ພຣະວິນ​ຍານ.4 ສະນັ້ນ ມັນ​ເປັນ​ສິ່ງ​ທີ່​ມີ​ໄດ້​ງ່າຍ ຖ້າ​ຫາກ​ເຮົາ “ມີ​ຊີວິດ​ຢູ່​ໂດຍ​ພຣະວິນ​ຍານ.”5 ແລະ ການ​ມີ​ຊີວິດ​ຢູ່​ໂດຍ​ພຣະວິນ​ຍານ, ​ວິທີ​ໃຊ້​ຊີວິດ​ຂອງເຮົາ​ຕ້ອງ​ສະ​ແດງ​ເຖິງ​ຄວາມ​ຊອບ​ທຳ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະຜູ້​ເປັນ​ເຈົ້າ.

​ເມື່ອ​ເຮົາ​ຮັບ​ເອົາ​ພຣະນາມ​ຂອງ​ພຣະຄຣິດ, ກໍ​ຖື​ວ່າ​ເຮົາ​ພະຍາຍາມ​ທີ່​ຈະຮຽນ​ແບບ​​ເອົາ​ຄຸນສົມບັດ​ຂອງ​ພຣະອົງ ​ມາ​ນຳ​​ໃຊ້​ ​ແລະ ປ່ຽນ​ຄຸນລັກສະນະ​ຂອງ​ເຮົາ ​ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະອົງ​ຫລາຍ​ຂຶ້ນ​ໃນ​ແຕ່ລະ​ວັນ.​ ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ໄດ້​ແນະ​ນຳ​ສານຸສິດ​ຂອງ​ພຣະອົງ ​ໂດຍ​ກ່າວ​ວ່າ, “ເຈົ້າທັງຫລາຍ​ຕ້ອງ​ເປັນ​ຄົນ​ດີ​ທີ່​ສຸດ​ເໝືອນ​ຢ່າງ​ພຣະບິດາ​ຂອງ​ເຈົ້າຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ເປັນ​ຜູ້ດີ​ທີ່​ສຸດ.”6 ຖ້າ​ຫາກ​ເຮົາ​ “ມາ​ຫາ​ພຣະຄຣິດ; ..., ປະຕິ​ເສດ [ຕົນ] ຈາກ​ຄວາ​ມບໍ່​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າທຸກ​ຢ່າງ, ​ແລະ ​ຮັກ​ພຣະ​ເຈົ້າ,” ​ແລ້ວ​ຜ່ານ​ພຣະຄຸນ​ຂອງ​ພຣະຄຣິດ ວັນ​ນັ້ນຈະ​ມາ​ເຖິງ​ເມື່ອ​ເຮົາ​ຈະ​ດີ​ພ້ອມ​ໃນ​ພຣະອົງ.7

“ຄຸນສົມບັດ​ຢ່າງ​ພຣະຄຣິດ​ເປັນ​ຂອງ​ປະທານ​ຈາກ​ພຣະ​ເຈົ້າ. [ຄຸນສົມບັດ​ເຫລົ່າ​ນີ້] ມາ​ເຖິງ​ເມື່ອ [​ເຮົາ] ​ໃຊ້​ອຳ​ເພີ​ໃຈ​ [ຂອງ​ເຮົາ] ຢ່າງ​ຊອບ​ທຳ. ດ້ວຍ​ຄວາມ​ປາດ​ຖະໜາ​ທີ່​ຈະ​​ໃຫ້​ພຣະ​ເຈົ້າພໍພຣະ​ໄທ, [ເຮົາ​ຕ້ອງ] ຮັບ​ຮູ້ຈຸດ​ອ່ອນ [ຂອງ​ເຮົາ] ​ແລະ ​ເຕັມ​ໃຈ ​ແລະ ກະຕືລືລົ້ນທີ່​ຈະ​ພັດທະນາ​ຕົນ.”8

ຄວາມ​ອ່ອນ​ໂຍນ​ເປັນ​ສິ່ງ​ສຳຄັນ​ສຳລັບ​ເຮົາ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະຄຣິດ. ຖ້າ​ປາດ​ສະ​ຈາກມັນ​ແລ້ວ ​ເຮົາ​ຈະ​ບໍ່​ສາມາດ​ພັດທະນາ​ຄຸນ​ນະ​ທຳ​ທີ່​ສຳຄັນ​ຢ່າງອື່ນໆ​ໄດ້.​ ການ​ເປັນ​ຄົນ​ອ່ອນ​ໂຍນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ອ່ອນ​ແອ, ​ແຕ່​ມັນ​ໝາຍ​ເຖິງ​ການ​ປະພຶດ​ຕົນ​ດ້ວຍ​ຄວາມ​ດີ ​ແລະ ມີ​ເມດ​ຕາ, ສະ​ແດງ​ຄວາມ​ເຂັ້ມ​ແຂງ, ​​ຄວາມ​ສະຫງົບ, ຮູ້ຈັກ​ຄຸນຄ່າ​ຂອງ​ຕົນ, ​ແລະ ສາມາດ​ບັງຄັບ​ຕົນ.

ຄວາມ​ອ່ອນ​ໂຍນ​ເປັນ​ຄຸນສົມບັດ​ຢ່າງ​ໜຶ່ງ​ໃນ​ຊີວິດ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ພຣະອົງ​ເອງ​ໄດ້​ສອນ​ສານຸສິດ​ຂອງ​ພຣະອົງ​ວ່າ, “ຈົ່ງ​ຮຽນ​ຮູ້​ຈາກ​ເຮົາ; ​ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນ​ສຸພາບ.”9

​​ເຮົາ​ໄດ້​ຮັບ​ພອນ​ຫລາຍ​ທີ່​ໄດ້​ເກີດ​ມາ​ກັບ​​ເມັດ​ພືດຂອງຄວາມ​ອ່ອມ​ໂຍນ​ໃນ​​ໃຈຂອງ​ເຮົາ. ​​ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ ມັນ​ເປັນ​ໄປ​ບໍ່​​ໄດ້​ທີ່​ຈະ​​ເຮັດ​ໃຫ້​​ເມັດ​ພືດ​ນີ້ເຕີບ​ໂຕ ແລະ ພັດທະນາ​ຂຶ້ນໄດ້​ແບບ​ພິບ​ຕາ​ດຽວ, ​ແຕ່ຕ້ອງ​​ໃຊ້​ເວລາ. ພຣະຄຣິດ​ໄດ້​ຂໍ​ໃຫ້​ເຮົາ “​ຮັບ​ແບກ​ໄມ້​ກາງ​ແຂນ​ [ຂອງ​ເຮົາ],”10 ໝາຍ​ຄວາມ​ວ່າ ຈະຕ້ອງ​ເຮັດ​ເປັນ​ປະຈຳ​ດ້ວຍ​ຄວາມ​ຕັ້ງ​ໃຈ ​ແລະ ປາດ​ຖະໜາ.

ປະທານ​ໂລ​ເຣັນ​ໂຊ ສະ​​ໂນ, ສາດສະດາ​ຄົນ​ທີ​ຫ້າ​ຂອງ​ສະ​ໄໝ​ເຮົາ ​ໄດ້​ສອນ​ວ່າ, “ມັນ​ເປັນ​ໜ້າ​ທີ່​ຂອງ​ເຮົາ​ທີ່​ຈະ​ພະຍາຍາມ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ທຸກ​ຢ່າງ, … ທີ່​ຈະ​ພັດທະນາ​ຕົນ​ໄປ​ແຕ່​ລະ​ມື້,​ ​ແລະ ສຳ​ຫລວດ​ກວດກາ​ເບິ່ງ​ສິ່ງ​ທີ່​ເຮົາ​ເຮັດ​ອາທິດ​ແລ້ວ​ນີ້ ​ແລະ ​ເຮັດ​ໃຫ້​ດີກ​ວ່າ​ເກົ່າ​ໃນ​ອາທິດ​ນີ້; ​ເຮັດ​ໃນ​ມື້​ນີ້​ໃຫ້​ດີກ​ວ່າ​ມື້ວານ​ນີ້.”11 ສະນັ້ນ, ບາດກ້າວ​ທຳ​ອິດຕໍ່​ການ​ກາຍ​ເປັນ​ຄົນ​ອ່ອນນ້ອມ​ແມ່ນ​ຕ້ອງ​ພັດທະນາ​ຕົນ​ໄປ​ແຕ່​ລະ​ມື້. ​ແຕ່​ລະ​ມື້ ​ເຮົາ​ຕ້ອງພະຍາຍາມ​ໃຫ້​ດີກ​ວ່າ​​ເກົ່າ ​​ໃນ​ຂະນະ​ທີ່​ເຮົາ​ກ້າວ​ໄປ​ຂ້າງ​ໜ້າ​​ຜ່ານ​ຂັ້ນຕອນ​ນີ້.

ປະທານ​ສະ​ໂນ​ໄດ້​ກ່າວ​ຕື່ມ​ອີກ​ວ່າ:

“​ເຮົາ​ກໍ​​ເຄີຍ​ໂງ່ ​ແລະ ​ອ່ອນ​ແອ; ​ເຮົາຄວນ​ພະຍາຍາມ​ເອົາ​ຊະນະ​ມັນ​ໃຫ້​ໄວ​​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້, ​ແລະ … ຄວນ [​​​ເອົາ] ຄວາມ​ຮູ້ສຶກ​ນີ້​ມາ​ໄວ້​ຢູ່​ໃນ​ຫົວ​ໃຈ​ຂອງ​ລູກໆ​ເຮົາ … ​ເພື່ອ​ວ່າ​ເຂົາ​ຈະ​ຮຽນ [ປະພຶດ​ຕົນ] ຢ່າງ​ຖືກຕ້ອງ​ຕໍ່​ພຣະພັກ​ຂອງ​ພຣະອົງຢູ່​ໃນ​ທຸກ​ສະພາບ​ການ.

“ຖ້າ​ຫາກ​ສາມີສາມາດ​ຢູ່​ກັບພັນ​ລະ​ຍາ​ຂອງ​ຕົນ​ມື້ໜຶ່ງໂດຍ​ທີ່​ບໍ່ມີ​ການ​ໂຕ້​ຖຽງ ຫລື ​ເວົ້າຈາ​ບໍ່​ດີ​ຕໍ່​ກັນ ຫລື ບໍ່​ເຮັດ​ໃຫ້​ພຣະວິນ​ຍານ​ຂອງພຣະ​ເຈົ້າ​ໂສກ​ເສົ້າ​​ … ; ​ແລ້ວ​ຊາຍ​ຄົນ​ນັ້ນກໍ​​ດີ​ທີ່​ສຸດ​ແລ້ວ. ຈາກ​ນັ້ນກໍ​ໃຫ້​ລາວ​​ເປັນ​ຄື​ແນວ​ນັ້ນ​ໃນ​ມື້​ຕໍ່​ໄປ. ​ແຕ່​ຖ້າ​ຫາກ​ລາວ​ເຮັດ​ບໍ່​ໄດ້​ໃນ​ມື້​ທີ​ສອງ, ກໍ​ບໍ່​ແມ່ນ​ວ່າ​ລາວ​ຈະ​ເຮັດ​ບໍ່​ໄດ້​ໃນ​ມື້​ທີ​ສາມ.”12

​ເມື່ອ​ຮັບ​ຮູ້​ການ​ອຸທິດ​ຕົນ ​ແລະ ຄວາມພາກ​ພຽນຂອງ​ເຮົາ, ພຣະຜູ້​​ເປັນ​ເຈົ້າຈະ​ມອບ​ສິ່ງ​ທີ່​ເຮົາ​ບໍ່​ສາມາດ​ມີ​​ໄດ້ດ້ວຍ​ຕົນ​ເອງ​ໃຫ້​ເຮົາ ​ເພາະ​ຄວາມ​ບໍ່ດີ​ພ້ອມ​ຂອງ​ເຮົາ ​ແລະ ຄວາມ​ອ່ອນ​ແອ​ຂອງ​ມະນຸດ.

ຂັ້ນຕອນ​ທີ່​ສຳຄັນ​ອີກ​ຢ່າງ​ໜຶ່ງ​ໃນ​ການ​ກາຍ​ເປັນ​ຄົນ​ອ່ອນ​ໂຍນ​ຄື​ການ​ຮຽນ​ຮູ້​ວິທີ​ທີ່​ຈະ​ຄວບ​ຄຸມ​ອາລົມ​ຂອງ​ເຮົາ. ​ເພາະ​ທຳ​ມະ​ຊາດ​ຂອງ​ມະນຸດ​ຢູ່​ໃນ​ຕົວ​ເຮົາ​ແຕ່ລະຄົນ ​ແລະ ​ເພາະວ່າ​ເຮົາອາ​ໄສ​ຢູ່​ໃນ​ໂລກທີ່​ເຕັມ​​ໄປ​ດ້ວຍ​ຄວາມ​ກົດ​ດັນ, ການບັງ​ຄັບ​ອາລົມ​ຂອງ​ເຮົາອາດ​ເປັນ​ສິ່ງ​ທີ່​ທ້າ​ທາຍ​ໃນ​ຊີວິດ​ຂອງ​ເຮົາ. ​ໃຫ້​ຄິດ​ບຶດໜຶ່ງ​ເຖິງ​ວິທີ​ທີ່​ເຮົາ​ໂຕ້​ຕອບ​ເມື່ອ​ບາງຄົນ​ບໍ່​ເຮັດ​ຕາມ​ຄວາມ​ປາດ​ຖະໜາ​ຂອງ​ເຮົາ​ໃນ​ເວລາ​ທີ່​ເຮົາ​ຢາກ​ໃຫ້​ເຂົາ​ເຮັດ​ຕາມ. ສ່ວນ​ຕອນ​ທີ່​ຜູ້​ຄົນ​ບໍ່​ເຫັນ​ດ້ວຍ​ກັບ​ແນວ​ຄິດ​ຂອງ​ເຮົາ​​​ເດ້, ​ເຖິງ​ແມ່ນ​​ທ່ານ​ແນ່​ໃຈ​ວ່າ ​​ແນວ​ຄິດ​ດັ່ງກ່າວ​ຈະ​ສາມາດ​​ແກ້​ໄຂ​ບັນຫາ​ໄດ້? ທ່ານ​ຈະ​ຕອບ​ແນວ​ໃດ​ເມື່ອ​ບາງ​ຄົນ​ເຮັດ​ໃຫ້​ທ່ານ​ຜິດ​ໃຈ, ດູ​ຖູກຄວາມ​ພະຍາຍາມ​ຂອງ​ທ່ານ, ຫລື ບໍ່ສົງສານ ​ເພາະ​ເຂົາ​​ເຈົ້າອາລົມ​ບໍ່​ດີ? ​ໃນ​ເວລານັ້ນ ​ແລະ ​ໃນ​ສະພາບ​ການ​ທີ່​ຫຍຸ້ງຍາກ, ​ເຮົາ​ຕ້ອງຮຽນ​ບັງຄັບ​ອາລົມ​ຂອງ​ເຮົາ ​ແລະ ສະ​ແດງ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ດ້ວຍ​ຄວາມ​ອົດທົນ ​ແລະ ຄຳ​ແນະນຳ​ທີ່​ອ່ອນ​ຫວານ. ນີ້​ເປັນ​ສິ່ງ​ສຳຄັນຫລາຍ​ທີ່​ສຸດ​ພາຍ​ໃນ​ບ້ານ​​ເຮືອນ ​ແລະ ພາຍ​ໃນ​ຄວາມ​ສຳພັນ​ນຳ​ຄູ່​ນິລັນດອນ​ຂອງ​ເຮົາ. ​ໃນ​ລະຫວ່າງ​ 31 ປີ ທີ່​ຂ້າພະ​ເຈົ້າ​ໄດ້​ແຕ່ງງານ​ກັບ​ພັນ​ລະ​ຍາ​ທີ່​ຮັກ​ຂອງ​ຂ້າພະ​ເຈົ້າ, ນາງ​ໄດ້​ເຕືອນ​ຂ້າພະ​ເຈົ້າກ່ຽວ​ກັບ​ເລື່ອງ​ນີ້ດ້ວຍ​ຄວາມ​ອ່ອນ​ຫວານ ​ຂະນະ​ທີ່​ພວກເຮົາ​ປະ​ເຊີນກັບ​​ການ​ທ້າ​ທາຍທີ່​ຫຍຸ້ງ​​​ຍາກ.

​ໃນ​ບັນດາ​ຄຳ​ແນະນຳ​ທີ່​ພົບ​ເຫັນ​ໃນ​ສານ​ສະບັບ​ທີ​ສອງ​ຂອງ​ຕີ​ໂມ​ທີ, ອັກຄະ​ສາວົກ​ເປ​ໂລ​ໄດ້​ກ່າວ​ວ່າ:

“ຜູ້​ຮັບ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າຕ້ອງ​ບໍ່​ເປັນ​ຄົນ​ທະ​ເລາະ​ວິວາດ; ລາວ​ຕ້ອງ​ມີ​​ໃຈ​ເມດ​ຕາ​ແກ່​ທຸກ​ຄົນ, ​ເປັນ​ຜູ້​ສັ່ງສອນ​ທີ່​ດີ ​ແລະ ມີ​ໃຈ​ອົດທົນ,

“​ແກ້​ໄຂ​ຄວາມ​ຄິດ​ເຫັນ​ຝ່າຍ​ກົງກັນຂ້າມ​ດ້ວຍ​ຄວາມ​ສຸພາບ​ອ່ອນ​ໂຍນ, ​ເພາະ​ພຣະ​ເຈົ້າຈະ​ໂຜດ​ໃຫ້​ເຂົາ​ກັບ​ໃຈ​ໃໝ່ ​ແລະ ພາ​ໄປ​ສູ່​ການ​ຮູ້ຈັກ​ເຖິງ​ຄວາມ​ຈິງ;

“​ແລະ ​ໃຫ້​ເຂົາ​ຮູ້ສຶກ​ຕື່ນ​ຕົວ.”13

​ໂດຍ​ການ​ຄວບ​ຄຸມ​ປິ​ຕິ​ກິລິຍາຂອງ​ເຮົາ, ສະ​ຫງົບ ​ແລະ ຜ່ອນ​ໜັກ​ຜ່ອນ​ເບົາ, ​ແລະ ຫລີກ​ເວັ້ນຈາກ​ການ​ຜິດ​ຖຽງ​ກັນ, ​ເຮົາ​ຈະ​ເລີ່​ມຕົ້ນ​ເໝາະ​ສົມ​ກັບ​ຂອງ​ປະທານ​ແຫ່ງ​ຄວາມ​ອ່ອນ​ໂຍນ. ປະທານ​​ເຮັນ​ຮີ ບີ ​ໄອຣິງ ຄັ້ງໜຶ່ງ​​ເຄີຍ​ກ່າວ​ວ່າ, “​ເມື່ອ​ເຮົາ​ມີ​ສັດທາ​ທີ່​ຈະ​ຄວບ​ຄຸມ​ອາລົມ ​ແລະ ປາບຄວາມ​ຈອງຫອງ​ຂອງ​ເຮົາ, ​ແລ້ວ​ພຣະວິນ​ຍານ​ບໍລິສຸດ​ຈະ​ເຫັນ​ດ້ວຍ, ​ແລະ ຄຳ​ສັນຍາ​ ​ແລະ ພັນທະ​ສັນຍາ​ທີ່​ສັກສິດ​ຈະ​​ກາຍ​ເປັນ​ຈິງ.”14

ຂັ້ນຕອນ​ອີກ​ຢ່າງໜຶ່ງ​​ເພື່ອ​ຈະ​ໄດ້​ຮັບ​ຄວາມອ່ອນ​ໂຍນ​ແມ່ນ​ການ​ກາຍ​ເປັນ​ຄົນ​ຖ່ອມ​ຕົນ. ພຣະຜູ້​ເປັນ​ເຈົ້າ​ໄດ້​ແນະນຳ​ທອມ​ມັສ ບີ ມາສ໌ ຜ່ານ​ທາງ​ສາດສະດາ​ໂຈ​ເຊັບ ສະ​ມິດ ​ວ່າ, “ຈົ່ງຖ່ອມຕົວ; ​ແລະ ພຣະຜູ້​ເປັນ​ເຈົ້າອົງ​ເປັນພຣະ​ເຈົ້າຂອງ​ເຈົ້າ ຈະ​ຈູງ​ມື​ພາ​ເຈົ້າ​ໄປ, ​ແລະ ​ໃຫ້​ຄຳ​ຕອບ​ແກ່ຄຳ​ອະ​ທິຖານຂອງ​ເຈົ້າ.”15

ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະ​ເຈົ້າ​ເຊື່ອ​ວ່າພຽງ​ແຕ່​ຄົນ​ທີ່​ຖ່ອມຕົນ​ເທົ່າ​ນັ້ນທີ່​ຈະ​ສາມາດ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ວ່າ​ພຣະຜູ້​ເປັນ​ເຈົ້າຕອບ​ຄຳ​ອະທິຖານ​ຂອງ​ເຂົາ​ເຈົ້າ. ຄົນ​ທີ່​ຖ່ອມ​ຕົນ​​ເປັນ​ຄົນ​ທີ່​ສອນ​ງ່າຍ, ຮັບ​ຮູ້​ວ່າ​ເຂົາ​ເຈົ້າ​ເພິ່ງ​ພຣະ​ເຈົ້າ ​ແລະ ປາດ​ຖະໜາ​ທີ່​ຈະ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ. ຄົນ​ທີ່​ຖ່ອມ​ຕົນ​ເປັນ​ຄົນ​ອ່ອນ​ໂຍນ ​ແລະ ມີ​ຄວາມ​ສາມາດ​ທີ່​ຈະ​ເປັນ​ອິດ​ທິພົນ​ໃຫ້​ແກ່​ຄົນ​ອື່ນ​ໃຫ້​ເປັນ​ຄື​ກັນ​ກັບ​ເຂົາ​ເຈົ້າ. ຄຳ​ສັນຍາ​ຂອງ​ພຣະ​ເຈົ້າຕໍ່​ຄົນ​ທີ່​ຖ່ອມ​ຕົນ​ແມ່ນ​ວ່າ ພຣະອົງ​ຈະຈູງ​ມື​ເຂົາ​ເຈົ້າ​ໄປ. ຂ້າພະ​ເຈົ້າ​ເຊື່ອ​ແທ້ໆ​ວ່າ ​ເຮົາຫລີກ​ລ້ຽງ​ທາງ​ໂງ້ງ ​ແລະ ຄວາມ​ໂສກ​ເສົ້າ​ໃນ​ຊີວິດ​ຂອງ​ເຮົາ ຕາບ​​​ໃດ​ທີ່​​ເຮົາ​ເດີນ​ຄຽງ​ຂ້າງ​ໄປ​ກັບ​ພຣະຜູ້​ເປັນ​ເຈົ້າ.

ຕົວຢ່າງໜຶ່ງ​ທີ່​ໜ້າ​ປະ​ທັບ​ໃຈ​ຂອງ​ສະ​ໄໝ​ເຮົາ​ເຖິງ​ຄວາມອ່ອມ​ໂຍນ​ທີ່​ຂ້າພະ​ເຈົ້າຮູ້ຈັກ ​ແມ່ນ​ກ່ຽວ​ກັບບະລາເດີ ໂມເຊ ມາລັງກູ. ການ​ປ່ຽນ​ໃຈ​​ເຫລື້ອມ​ໃສຂອງ​ລາວ​ໄດ້​​ເລີ່ມຕົ້ນ​ໃນ​ປີ 1964, ​ເມື່ອ​ລາວ​ໄດ້​ຮັບ​ພຣະຄຳ​ພີ​ມໍ​ມອນ​ຫົວ​ໜຶ່ງ. ລາວ​​ໄດ້​ຫລົງ​ຮັກ​ປຶ້ມນີ້​ໃນ​ຂະນະ​ທີ່​ອ່ານ​ມັນ, ​ແຕ່​ຈົນ​ເຖິງ​ຊ່ວງ​ໄລຍະ​ 1970 ທີ່​ລາວ​ໄດ້​​ເຫັນ​ປ້າຍ​ຂອງ​ໂບດ​ມໍ​ມອນ​ຕິດ​ຢູ່​ຝາ​ອາຄານ​ແຫ່ງ​ໜຶ່ງ ຢູ່ເມືອງໂຢຮັນເນສະເບີກ, ປະເທດອາຟຣິກາໃຕ້ ຕອນ​ລາວ​ໄດ້​ຍ່າງ​ໄປ​ຕາມ​ທາງ. ບະລາເດີ ມາລັງກູ ຄິດ​ຢາກ​ຮູ້​ຢາກ​ເຫັນ ​ແລະ ​ໄດ້​ຍ່າງ​ເຂົ້າ​ໄປ​ຂ້າງໃນ ​ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ສາດສະໜາ​ຈັກ​ຕື່ມ​ອີກ.​ ລາວ​ໄດ້​ຖືກ​ບອກ​ວ່າ ລາວ​ບໍ່​ສາມາດ​​ໄປ​ຮ່ວມ​ນະມັດສະການ ຫລື ຮັບ​ບັບຕິ​ສະມາ ​ເພາະ​ກົດ​ຂອງ​ປະ​​ເທດ​ບໍ່​ອະນຸຍາດ​ໃຫ້​ເຮັດ​ໃນ​ເວລາ​ນັ້ນ.

ບະລາເດີ ມາລັງກູ ​ໄດ້​ຍອມຮັບ​ດ້ວຍ​ຄວາມ​ອ່ອນ​ໂຍນ, ຖ່ອມ​ຕົນ, ​​ແລະ ປາດ​ສະ​ຈາກຄວາມ​ທໍ້ຖອຍ​ໃຈ, ​ແຕ່​ລາວ​ມີ​ຄວາມ​ປາດ​ຖະໜາ​ອັນ​ແຮງ​ກ້າ​ທີ່​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ສາດສະໜາ​ຈັກ​ຕື່ມ​ອີກ. ລາວ​ໄດ້​​ຂໍ​ໃຫ້​​ຜູ້ນຳ​ໃນ​ສາດສະໜາ​ຈັກ ​ເປີດ​ປ່ອງຢ້ຽມ​ບານ​ໜຶ່ງ​ໄວ້​ຕອນ​ເຂົາ​ເຈົ້ານະມັດສະການ​ໃນ​ວັນ​ອາທິດ ​ເພື່ອ​ວ່າ​ລາວ​ຈະ​ໄດ້​ນັ່ງ​ຢູ່​ຂ້າງ​ນອກ​ຟັງ​ພິທີການ. ​ເປັນ​ເວລາ​ຫລາຍ​ປີ, ຄອບຄົວ​ຂອງບະລາເດີ ມາລັງກູ ​ແລະ ໝູ່​ເພື່ອນ​ຂອງ​ລາວ ​ໄດ້​ມາ​ໂບດ​​ເປັນ​ປະຈຳ “ຜ່ານ​ທາງ​ປ່ອງຢ້ຽມ.” ມື້ໜຶ່ງ​ໃນ​ປີ 1980 ​ເຂົາ​ເຈົ້າ​ໄດ້​ຖືກ​ບອກ​ວ່າ ​ເຂົາ​ເຈົ້າສາມາດ​ມາ​ໂບດ ​ແລະ ຮັບ​ບັບຕິດ​ສະມາ​ໄດ້. ຊ່າງ​ເປັນ​ມື້​ທີ່​ມີ​ຄວາມສຸກ​ແທ້ໆ​ສຳລັບບະລາເດີ ມາລັງກູ.

ຕໍ່​ມາ ສາດສະໜາ​ຈັກ​ໄດ້​ຕັ້ງສາຂາ​ຂຶ້ນຢູ່​ຄຸ້ມ​ບ້ານ​ຂອງ​ລາວ​ໃນ​ເມືອງໂຊວີໂຕ. ສິ່ງ​ນີ້​ເປັນ​ໄປ​ໄດ້  ພຽງແຕ່  ເພາະ​ຄວາມ​ຕັ້ງ​ໃຈ, ຄວາມ​ກ້າຫານ, ​ແລະ ຄວາມ​ຊື່ສັດ​ຂອງ​ຜູ້​ທີ່​ເປັນ​ເໝືອນ​ດັ່ງ ບະລາເດີ ມາລັງກູ ຜູ້​ໄດ້​ຊື່ສັດ​ຕໍ່​ໄປ​ເປັນ​ເວລາ​ຫລາຍ​ປີ​ພາຍ​ໃຕ້​ສະພາບ​ການ​ທີ່​ຫຍຸ້ງຍາກທີ່​ສຸດ.

​ເພື່ອນ​ຄົນ​ໜຶ່ງ​ຂອງບະລາເດີ ມາລັງກູ, ຜູ້​ໄດ້​ເຂົ້າຮ່ວມ​ສາດສະໜາ​ຈັກ​ໃນ​ເວລາ​ດຽວ​ກັນ, ​ໄດ້​ເລົ່າ​ເລື່ອງ​ໜຶ່ງ​ໃຫ້​ຂ້າພະ​ເຈົ້າຟັງ​ຕອນ​ຂ້າພະ​ເຈົ້າ​ໄປ​ຢ້ຽມຢາມ​ສະ​ເຕກໂຊວີໂຕ. ​ໃນ​ທ້າຍ​ການ​ສົນ​ທະນາ​ຂອງ​ພວກ​ເຮົາ, ລາວ​ໄດ້​ໂອບ​ກອດ​ຂ້າພະ​ເຈົ້າ. ​ໃນ​ເວລາ​ນັ້ນ​ເອງ, ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະ​ເຈົ້າຮູ້ສຶກ​ຄື​ກັບ​ວ່າ​ຂ້າພະ​ເຈົ້າ​ໄດ້​ຖືກ​​ໂອບ​ກອດ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ຄວາມ​ອ່ອນ​ໂຍນ​ໄດ້​ສະທ້ອນ​ອອກ​ມາ​ຈາກ​ສາຍຕາ​ຂອງ​ອ້າຍ​ນ້ອງທີ່​ດີ​ຄົນ​ນີ້. ດ້ວຍ​ໃຈ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ດີ ​ແລະ ຄວາມ​ກະຕັນຍູ, ລາວ​ໄດ້​ສັ່ງ​ຄວາມ​ກັບ​ຂ້າພະ​ເຈົ້າ​ໄປ​ບອກ​ປະທານ​ທອມມັສ ແອັສ ມອນ​ສັນວ່າ ລາວ ​ແລະ ຫລາຍ​ຄົນ​ມີ​ຄວາມ​ກະຕັນຍູ ​ແລະ ​ໄດ້​ຮັບ​ພອນ​ຫລາຍ​ຂະໜາດ​ໃດ ທີ່​ມີ​ພຣະກິດ​ຕິ​ຄຸນ​ທີ່​ແທ້​ຈິງ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ. ຕົວຢ່າງ​ຂອງບະລາເດີ ມາລັງກູ ​ແລະ ໝູ່​ເພື່ອນ​ຂອງ​ລາວ​ເຖິງ​ຄວາມ​ອ່ອນ​ໂຍນ ​ໄດ້​ເປັນ​ອິດ​ທິພົນ​ໃຫ້​ແກ່​ຫລາຍ​ຕໍ່​ຫລາຍ​ຄົນ​ໃນ​ທາງ​ດີ—​​ໂດຍ​ສະ​ເພາະ​ຕໍ່​ຂ້າພະ​ເຈົ້າ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າ​ເຊື່ອ​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ ພຣະ​ເຢຊູ​ຄຣິດ ​ເປັນ​ຕົວຢ່າງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​​​ເລື່ອງ​ຄວາມ​ອ່ອນ​ໂຍນ. ​ເຖິງ​ແມ່ນ​ໃນ​ຊ່ວງ​ເວລາ​ສຸດ​ທ້າຍ​ຂອງ​ຊີວິດ​ມະຕະ​ຂອງ​ພຣະອົງ, ​ໂດຍ​ທີ່​ຖືກ​ກ່າວ​ຫາ ​ແລະ ຖືກ​ປະຫານ​ຢ່າງ​ບໍ່​ຍຸດຕິ​ທຳ, ​ໄດ້​ແບກ​ໄມ້​ກາງ​ແຂນ​ຂອງ​ພຣະອົງ​ໄປ​ຫາໂຄລະໂຄທາ, ​ໄດ້​ຖືກ​ສັດຕູ​ຂອງ​ພຣະອົງເຍາະ​ເຍີ້​ຍ ​ແລະ ສາບ​​ແຊ່ງ​, ​ໄດ້​ຖືກ​ຫລາຍ​ຄົນ​ທີ່​ຮູ້ຈັກ​ພຣະອົງ ​ໄດ້​ເປັນ​ພະຍານ​ເຖິງ​ການ​ມະຫັດສະຈັນ​ຂອງ​ພຣະອົງປະ​ຖິ້ມ, ​ພຣະອົງ​​ໄດ້​ຖືກ​ຕອກ​ໃສ່​ເທິງ​ໄມ້​ກາງ​ແຂນ.

ແມ່ນ​ແຕ່​ຫລັງ​ຈາກ​ຄວາມທຸກ​ທໍລະມານ​ທາງ​ຮ່າງກາຍ​ທີ່​ແສນ​ສາຫັດ,​ ພຣະຜູ້​ເປັນ​ເຈົ້າຍັງ​ໄດ້​ຫັນ​ໄປ​ຫາ​ພຣະບິດາ​ຂອງ​ພຣະອົງ ​ແລະ ກ່າວ​ຈາກ​ສ່ວນ​ເລິກ​ອັນ​ອ່ອນ​ໂຍນ​ທີ່ຖ່ອມ​ໃຈ​ຂອງ​ພຣະອົງ​ວ່າ: “ພຣະບິດາ​ເຈົ້າ​ເອີຍ ​ໂຜດ​ຍົກ​ໂທດ​ໃຫ້​ພວກ​ເຂົາ​ດ້ວຍ​ເຖີດ; ​ເພາະ​ພວກ​ເຂົາ​ບໍ່​ຮູ້ຈັກ​ວ່າ​ພວກ​ເຂົາ​ກຳລັງ​ເຮັດ​ຫຍັງ.”16 ພຣະຄຣິດ​ໄດ້​ປະ​​ເຊີນ​ກັບ​ຄວາມທຸກ​ທໍລະມານ​ທາງ​ຮ່າງກາຍ​ ​ແລະ ທາງ​ວິນ​ຍານທີ່​ເຈັບ​ປວດທີ່​ສຸດ, ​ໄດ້​ໃຫ້​ໂອກາດ​ເຮົາ​ເພື່ອ​ປ່ຽນ​ລັກສະນະ​ທາງ​ວິນ​ຍານ​ຂອງ​ເຮົາ ​ແລະ ກາຍ​ເປັນ​ຄົນ​ອ່ອນ​ໂຍນ​ເໝືອນ​ດັ່ງ​ພຣະອົງ.

ຂ້າພະ​ເຈົ້າຂໍ​ເປັນພະຍານ​ວ່າ ພຣະ​ເຢຊູ​ຄຣິດ​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ຕໍ່​ທ່ານ​ວ່າ ​ເພາະ​ຄວາມ​ຮັກ​ຂອງ​ພຣະອົງ ​ເຮົາ​ຈຶ່ງ​ສາມາດ​ປ່ຽນ​ແປງ​ໄດ້. ​ເປັນ​ໄປ​ໄດ້​ທີ່​ຈະ​ປະຕິ​ເສດ​ອິດ​ທິພົນ​ຂອງ​ມານ​ໃນ​ຊີວິດ​ຂອງ​ເຮົາ, ຄວບ​ຄຸມ​ຄວາມ​ໂມ​ໂຫ, ກາຍ​ເປັນ​ຄົນ​ອ່ອນ​ໂຍນ, ​ແລະ ພັດທະນາ​ຄຸນສົມບັດ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ. ພຣະອົງ​ສະ​ແດງ​ທາງ​ໃຫ້​ເຮົາ​ເຫັນ. ພຣະອົງ​ເປັນ​ຕົວຢ່າງ​ທີ່​ດີ​ພ້ອມ​ທຸກ​ຢ່າງ ​ແລະ ບັນຊາ​ເຮົາ​ແຕ່ລະຄົນ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະອົງ. ພຣະອົງ​ຂໍ​ໃຫ້​ເຮົາ​ຕິດຕາມ​ພຣະອົງ, ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະອົງ, ​ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະອົງ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ເລື່ອງ​ນີ້ ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.