​2010–2019
ຈົ່ງ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເຖີດ
ຕຸລາ 2013


ຈົ່ງ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເຖີດ

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ແທ້​ຈິງຈະ​ເກີດ​ຂື້ນ ຂະ​ນະ​ທີ່​ທ່ານ​ປະ​ຕິ​ບັດ​ຕາມ​ຄຳ​ສອນ​ທີ່​ທ່ານ​ຮູ້​ວ່າ​ຈິງ ແລະ ໂດຍ​ການ​ຮັກ​ສາ​ພ​ຣະ​ບັນ​ຍັດ​ຕໍ່​ໄປ, ມື້​ແລ້ວ​ມື້​ເລົ່າ, ເດືອນ​ແລ້ວ​ເດືອນ​ເລົ່າ. 

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ນີ້​ຊ່າງ​ເປັນ​ປະ​ສົບ​ການ​ທີ່​ຖ່ອມ​ຕົນ ທີ່​ໄດ້​ມາ​ຢືນ​ຢູ່​ທີ່​ແທ່​ນ​ປາ​ໄສ​ນີ້ ບ່ອນ​ທີ່​ບັນ​ດາ​ວິ​ລະ​ບຸ​ລຸດ ແລະ ວິ​ລະ​ສະ​ຕີ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຢື​ນ​ມາ​ກ່ອນ. ຂ້າ​ພະ​ເຈົ້າ​ຢາກ​ຈະ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ທ່ານ ແລະ ເຈາະ​ຈົງ​ສົ່ງມັນ​​ມາ​ຍັງເຍົາ​ວະ​ຊົນໂດຍ​ສະ​ເພາະ​.

ວິ​ລະ​ບຸ​ລຸດ​ທີ່​ຍິ່ງ​ໃຫ​ຍ່ຄົນ​ໜຶ່ງຄື ໂຢ​ຊວຍ ສາດ​ສະ​ດານັກ​ຮົບ​ຈາກພ​ຣະ​ຄຳ​ພີ​ເດີມ. ເພິ່ນ​ໄດ້​ເຊື້ອ​ເຊີນ​ລູກ​ຫລານ​ຂອງ​ຊາວ​ອິດ​ສະ​ລາ​ເອນ ຜູ້​ທີ່​ເພິ່ນ​ໄດ້​ນຳ​ພາ​ວ່າ: “ຈົ່​ງ​ຕັດ​ສິນ​ໃຈ​ໃນ​ມື້​ນີ້ວ່າ ພວກ​ເຈົ້າ​ຈະ​ບົວ​ລະ​ບັດ​ຮັບ​ໃຊ້​ຜູ້​ໃດ; … ສ່ວນ​ຂ້າ​ພະ​ເຈົ້າກັບ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ, ໝູ່​ເຮົາ​ຈະ​ບົວ​ລະ​ບັດ​ຮັບ​ໃຊ້​ພ​ຣະ​ຜູ້​ເປັນ​ເຈົ້າ.”1 ຄຳ​ປະ​ກາດ​ຂອງໂຢ​ຊວຍສະ​ແດງ​ເຖິງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພ​ຣະ​ກິດ​ຕິ​ຄຸນ. ສຳ​ລັບ ໂຢ​ຊວຍ ແລະ ເຮົາ​ທຸກ​ຄົນ, ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​​ຫລັກ​ທຳ​ພ​ຣະ​ກິດ​ຕິ​ຄຸນ​ຈະ​ມາ​ສູ່ ຜ່ານ​ການປະ​ຕິ​ບັດ​ຕາມ​ຫລັກ​ທຳ​ພ​ຣະ​ກິດ​ຕິ​ຄຸນຢ່າງ​ຊອບ​ທຳ ແລະ ຊື່​ສັດຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ທີ່​ເຮັດກັ​ບພ​ຣະ​ຜູ້​ເປັນ​ເຈົ້າ.

ຂ້າ​ພະ​ເຈົ້າ​ຢາກ​ແບ່ງ​ປັນ​ເລື່ອງການປ່ຽນ​ໃຈ​ເຫລື້ອມ​ໃສຈາກ​ປະ​ຫວັດ​ໃນ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ວິ​ລະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ​ອີກ​ຄົນ​ໜຶ່ງ. ແອກ​ນະ​ ຮອກ​ແກນ ຄື​ຊື່​ຂອງ​ນາງ, ແລະ ນາງ ແລະ ສາ​ມີ​ຂອງ​ນາງ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ທີ່​ປະ​ເທດ​ສະ​ກ໊ອດ​ແລນ ໃນ​ປີ 1861. ໂດຍ​ທີ່​ໄດ້​ຮັບ​ການ​ຂົ່ມ​ເຫັງ​ຫ​ລາຍ​ໃນ​ບ້ານ​ເກີດ​ເມືອງນອນ​ຂອງ​ເຂົາ​ເຈົ້າ, ເຂົ​າ​ເຈົ້າ​ໄດ້​ຍົກ​ຍ້າຍ​ມາ​ອະ​ເມ​ຣິ​ກາ​ກັບ​ລູ​ກໆ​ຂອງ​ເຂົາ​ເຈົ້າ​. ຫລາຍປີ​ຕໍ່​ໄປ, ນາງແອກ​ນະ​ ໄດ້​ກາຍ​ເປັນ​ຍິງ​ໝ້າ​ຍ​ ໂດຍ​ມີລູກ​ແປດ​ຄົນທີ່​ນາງ​ຕ້ອງ​ລ້ຽງ​ດູ ແລະ ນາງ​ໄດ້​ເຮັດ​ວຽກ​ໜັກ​ເພື່ອ​ຈັດ​ຫາ​ເຂົ້າ​ປາ​ອາ​ຫານ ແລະ ເຄື່ອງ​ນຸ່ງ​ຫົມ​ໃຫ້​ລູກໆ. ນາງອິ​ຊາ​ແບວ, ລູກ​ສາວ​ອາ​ຍຸ 12 ປີ​ຂອງ​ນາງນັ້ນໂຊກ​ດີ​ພໍ​ທີ່​ໄດ້​ມີ​ວຽກ​ເຮັດ ໃນ​ຖາ​ນະ​ຄົນ​ໃຊ້​ຄົນ​ໜຶ່ງ​ໃຫ້​ແກ່​ຄອບ​ຄົວ​ທີ່​​ຮັ່ງ​ມີ​ຄົວ​ໜຶ່ງ, ທີ່ບໍ່​ໄດ້​ເປັນ​ຄອບ​ຄົວ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ນາງ​ອິ​ຊາ​ແບວ​ອາ​ໄສ​ຢູ່​ໃນ​ບ້ານ​ຫລັງ​ໃຫ​ຍ່​ນຳ​ເຂົາ​ເຈົ້າ ແລະ ໄດ້​ຊ່ອຍ​ດູ​ແລ​ລູກ​ນ້ອຍໆ​ຂອງ​ເຂົາ​ເຈົ້າ. ເພື່ອ​ຕອບແທນ​​ສຳ​ລັບການ​ຮັບ​ໃຊ້​ຂອງ​ນາງ, ແມ່​ຂອງ​ນາງໄດ້​ຮັບ​ເງິນ​ເດືອນ​ສ່ວນ​ນ້ອຍ​​ຂອງ​ນາງ​ແຕ່​ລະ​ອາ​ທິດ. ບໍ່​ດົນ​ຈາກນັ້ນ​ຄອບ​ຄົວ​ນັ້ນ​ໄດ້ຮັບ​ເອົາ​ນາງອິ​ຊາ​ແບວເປັນ​ສະ​ມາ​ຊິກ​ຂອງ​ຄອບ​ຄົວ ແລະ ນາງ​ໄດ້​​ເລີ່ມ​ມີ​ສິດ​ພິ​ເສດ​ຫລາຍ​ຢ່າງ, ດັ່ງ​ການຮຽນ​​ເຕັ້ນລຳ, ການ​ນຸ່ງເສື້ອ​ຜ້າ​ທີ່​ສວຍ​ງາ​ມ, ແລະ ການໄປ​ເບິ່ງ​ການ​ສະ​ແດງ​ທີ່​ໂຮງລະຄອນ. ເຫດ​ການ​ນີ້​ໄດ້​ດຳ​ເນີນ​ໄປ​ເປັນ​ເວ​ລາ​ສີ່​ປີ, ຈົນ​ກວ່າ​ຄອບ​ຄົວ​ທີ່​ນາງ​ອິ​ຊາ​ແບວ ​ເຮັດ​ວຽກ​ໃຫ້​ນັ້ນ​ໄດ້​ຍ້າຍ​ໄປ​ລັດ​ອື່ນ. ເຂົາ​ເຈົ້າ​ຮັກ​ນາງ​ຫລາຍ ເຂົາ​ເຈົ້າ​ຈຶ່ງ​ໄດ້ເວົ້າ​ລົມ​ນຳ​ນາງ​ແອກ​ນະ​, ແມ່​ຂອງ​ນາງ, ແລະ ໄດ້​ຂໍ​ອະ​ນຸ​ຍາດ​ເອົາ​ນາງ​ໄປລ້ຽງ​ເປັນ​ລູກ​ບຸນ​ທຳ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ. ເຂົາ​ເຈົ້າ​ໄດ້​ສັນ​ຍາ​ວ່າ​ເຂົາ​ເຈົ້າ​ຈະ​ຈັດ​ຫາ​ໃຫ້​ນາງ​ໄດ້​ຮັບ​ການ​ສຶກ​ສາ​ທີ່​ດີ, ວ່າ​ນາງ​ຈະ​ໄດ້​ແຕ່ງ​ງານ​ກັບ​ຄົນ​ມີ​ຖາ​ນະ​ດີ, ແລະ ໃຫ້​ນາງ​ເປັນ​ທາ​ຍາດ​​ຮັບ​ມໍ​ລະ​ດົກ​ສ່ວນ​ໜຶ່ງ​ກັ​ບ​ລູກໆຂ​ອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຈະ​ຈ່າຍ​ເງິນ​ເດືອນ​ໃຫ້​ນາງແອກ​ນະ​ ​ຕໍ່​ໄປ​ດ້ວຍ.

ແມ່ໝ້າຍ ແລະ ແມ່ຜູ້ດີ້ນ​ລົນ​ຕໍ່​ສູ້​ຄົນ​ນີ້​ຕ້ອງ​ໄດ້​ຕັດສິນ​ໃຈ​ຍາກ​ແທ້, ແຕ່​ນາງບໍ່​ໄດ້​ລັງ​ເລ​ໃຈຈັກ​ນ້ອຍເລີຍ. ຂໍ​ໃຫ້​ຟັງ​ຖ້ອຍ​ຄຳ​ຂອງ​ຫລານ​ສາວ​ຂອງ​ນາງ, ທີ່​ນາງ​ໄດ້​ຂຽນ​ເມື່ອ​ຫລາຍ​ປີ​ຜ່ານ​ມາວ່າ: “ຖ້າ​ຫາກ​ຄວາມ​ຮັກ​ຂອງ​ນາງບໍ່​ໄດ້​ບີບ​ບັງ​ຄັບ​ໃຫ້​ນາງ​ຕອບ​ວ່າ ບໍ່, ນາງ​ຍັງ​ໄດ້​ມີ​ເຫດ​ຜົນ​ທີ່​ດີກວ່ານັ້ນ. ນາງ​ໄດ້​ເດີນ​ທາງ​ມາ​ແຕ່​ປະ​ເທດ​ສະ​ກ໊ອດ​ແລນ​ທີ່​ແສນ​ໄກ ແລະ ໄດ້​ຜ່າ​ນ​ຜ່າ​ຄວາມ​ຍາກ​ລຳ​ບາກ ແລະ ການ​ທົດ​ລອງ​ຫລາຍ​ເພື່ອ​ພຣະ​ກິດ​ຕິ​ຄຸນ, ແລະ ນາງບໍ່​ໄດ້​ຕັ້ງ​ໃຈ, ຖ້​າ​ຫາກ​ເປັນ​ໄປ​ໄດ້, ທີ່​ຈະ​ໃຫ້​ລູກ​ສາວ​ຂອງ​ນາງ​ສູນ​ເສຍ​ສິ່ງ​ທີ່​ນາງ​ໄດ້​ເດີນ​ທາງ​ມາ​ໄກ​ແສນ​ໄກ​ທີ່​ຈະ​ໄດ້​ຮັບ.”2 ຄອບ​ຄົວ​ທີ່​​ຮັ່ງ​ມີນັ້ນ​ໄດ້​ໃຊ້​ທຸກ​ເຫດ​ຜົນ​, ແລະ ນາງ​ອິ​ຊາ​ແບວ​ເອງ​ກໍ​ໄດ້​ຮ້ອງ​ໄຫ້ ແລະ ອ້ອນວອນ​ຂໍ​ອະ​ນຸ​ຍາດ​ໄປ, ແຕ່​ນາງ​ແອກ​ນະ​ ​ແນ່ວ​ແນ່. ຕາມ​ທີ່​ທ່ານ​ສາ​ມາດ​ນຶກ​ຄິດໄດ້​, ນາງ​ອິ​ຊາ​ແບວ​ອາ​ຍຸ 16 ປີ​ນັ້ນ​ໄດ້​ຮູ້​ສຶກວ່າ​ຊີ​ວິດ​ຂອງ​ນາງ​ຖືກ​ທຳ​ລາຍ​ໄປໝົດ​ເລີຍ.

ນາງ​ອິ​ຊາ​ແບວ ຮອກ​ແກນ ​ຄົນ​ນັ້ນ ​ເປັນ​ແມ່​ຍ່າທວດ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ​ສຳ​ລັບ​ປະ​ຈັກ​ພະ​ຍານ ແລະ ຄວາມ​ເຊື່ອ​ໝັ້ນ​ທີ່ແນ່ວ​ແນ່​ໄດ້​ມີ​ຢູ່​ໃນ​ຫົວ​ໃຈ​ຂອງ​ແມ່​ຂອງ​ນາງ, ທີ່ບໍ່​ໄດ້​ອະ​ນຸ​ຍາດ​ໃຫ້​ນາງ​ເອົາ​ສະ​ມາ​ຊິກ​ພາ​ບໃນ​ສາດ​ສ​ະ​ໜາ​ຈັກ​ຂອງ​ນາງ​ແລກ​ປ່ຽນ​ກັບ​ຄຳ​ສັນ​ຍາ​ຂອງ​ທາງ​ຝ່າຍ​ໂລກ. ໃນ​ເວ​ລານີ້, ລູກ​ຫລານ​ຫລາຍໆ​ຮ້ອຍ​ຄົນຂອງ​ນາງ​ ຜູ້​ທີ່​ໄດ້​ຮັບ​ພອນ​ຈາກ​ການ​ເປັນ​ສະ​ມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ ເປັນ​ຜູ້​ທີ່​ໄດ້​ຮັບມໍ​ລະ​ດົກ​​ຈາກ​ສັດ​ທາ​ ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພ​ຣະ​ກິດ​ຕິ​ຄຸນທີ່​ເລິກ​ຊຶ້ງ​ຂອງ​ນາງ​ແອກ​ນະ​.

ເພື່ອນ​ໜຸ່ມ​ນ້ອຍ​ຂອງ​ຂ້າ​ພະ​ເຈົ້າ, ເຮົາ​ອາ​ໄສ​ຢູ່ໃນ​ວັນ​ເວ​ລາ​ທີ່​ມີ​ອັນ​ຕະ​ລາຍ, ແລະ ການ​ຕັດ​ສິນ​ໃຈ​ທີ່​ທ່ານ​ຖືກ​ຮຽກ​ຮ້ອງ​ໃຫ້​ເຮັດ​ແຕ່​ລະ​ມື້, ຫລື ແມ່ນ​ແຕ່​ ແຕ່​ລະ​ຊົ່ວ​ໂມງນັ້ນ​ມີ​ຜົນ​ສະ​ທ້ອນ​ຕະ​ຫລອດ​ຊົ່ວນິ​ລັນ​ດອນ. ການ​ຕັດ​ສິນ​ໃຈ​ທີ່​ທ່ານ​ເຮັດ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ທ່ານ​ຈະ​ກຳ​ນົດ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ທ່ານ​ໃນ​ອະ​ນາ​ຄົດ. ຖ້າ​ທ່ານຍັງບໍ່ທັນ​ມີປະ​ຈັກ​ພະ​ຍານ ແລະ ຄວາມ​ເຊື່ອໝັ້ນ​ທີ່ແນ່ວ​ແນ່ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ນີ້​ວ່າ​ເປັນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ໂລກ, ດຽວນີ້​ຄື​ເວ​ລາ​ທີ່​ຈະ​ເຮັດ​ທຸກ​ສິ່ງ​ທີ່​ຈຳ​ເປັນ​ເພື່ອ​ຈະ​ໄດ້​ຄຳ​ໝັ້ນ​ສັນ​ຍານນັ້ນ. ການ​ລັ່ງ​ເລ​ທີ່​ຈະ​ໃຊ້ຄວາມ​ພະ​ຍາ​ຍາມ​ທີ່​ຕ້ອງ​ມີ​ເພື່ອ​ຈະ​ໄດ້​ມີ​ຄວາມ​ເຊື່ອໝັ້ນ​​ແບບ​ນັ້ນ​ສາ​ມາດ​ເປັນ​ອັນ​ຕະ​ລາຍ​ຕໍ່​ຈິດ​ວິນ​ຍານ​ຂອງ​ທ່ານ​ໄດ້.

ການ​ປ່ຽ​ນ​ໃຈ​ເຫລື້ອມ​ໃສ​ທີ່​ແທ້​ຈິງນີ້​ແມ່ນ​ຍິ່ງ​ໄປ​ກວ່າ​ການ​ມີ​ຄວາມ​ຮູ້​ເຖິງ​ຫລັກ​ທຳ​ພ​ຣະ​ກິດ​ຕິ​ຄຸ​ນ ແລະ ມີ​ຄວາມ​ໝາຍ​ຫລາຍກວ່າ​ພຽງ​ແຕ່​ການ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ຫລັ​ກ​ທຳ​ເຫລົ່າ​ນັ້ນ. ມັນ​ເປັນ​ໄປ​ໄດ້​ທີ່​ຈ​ະ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ກິດ​ຕິ​ຄຸນ​ໂດຍບໍ່​ດຳ​ລົງ​ຊີ​ວິດ​ຕ​າມນັ້ນ. ການ​ປ່ຽນ​ໃຈ​ເຫລື້ອ​ມ​ໃສ​ທີ່​ແທ້​ຈິງນັ້ນ​ໝາຍ​ຄວາມ​ວ່າ ເຮົາ​ປະ​ຕິ​ບັດ​ຕາມ​ສິ່ງ​ທີ່​ເຮົາ​ເຊື່ອ ແລະ ປ່ອຍ​ໃຫ້​ມັນ​ເຮັດ “ໃຫ້​ມີ​ການ​ປ່ຽນ​ແປງ​ອັນ​ໃຫ​ຍ່ຫລວງ​ໃນ​ພວກເຮົ​າ, ຫລື ໃນ​ໃຈ​ຂອງ​ພວກ​ເຮົາ.”3 ໃນ​ປຶ້​ມ​ນ້ອຍ​ຊື່ True to the Faith, ເຮົາ​ຮຽ​ນ​ຮູ້​ວ່າ “ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຄື​ຂະ​ບວນ​ການ, ບໍ່​ແມ່ນ​ເຫດ​ການ. ທ່ານ​​ໄດ້ປ່ຽນ​ໃຈ​ເຫລື້ອມ​ໃສ ເພາະ​ຜົນ​ທີ່​ຕາ​ມ​ມາ​ຂອງ​ຄວາມ​ພະ​ຍາ​ຍາມ​ທີ່​ຊອບ​ທຳ ທີ່​ຈະ​ຕິດ​ຕາມ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ.”4 ມັນ​ຕ້ອງ​ໃຊ້​ເວ​ລາ, ຄວາມ​ພ​ະ​ຍາ​ຍາມ, ແລະ ວຽກ​ງານ​ໜັກ. ຍ່າ​ທວດ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ມີ​ຄວາມ​ເຊື່ອ​ໝັ້ນ​ທີ່​ແຮງ​ກ້າ ວ່າ​ພ​ຣະ​ກິດ​ຕິ​ຄຸນນັ້ນ​ສຳ​ຄັນ​ສຳ​ລັບ​ລູກໆ​ຂອງ​ນາງ ຫລາຍກວ່າ​ທຸກ​ສິ່ງ​ທີ່​ໄດ້​ສະ​ເໜີ​ໃຫ້ ໃນ​ທາງ​ຄວາມ​ຮັ່ງ​ມີ ແລະ ຄວາມ​ສຸກ​ສະ​ບາຍ ເພາະ​ວ່າ​ນາງ​ໄດ້​ເສຍ​ສະ​ລະ, ໄດ້​ອົດ​ທົນ, ແລະ ໄດ້​ດຳ​ລົງ​ຊີ​ວິດ​ຕາມ​ພ​ຣະ​ກິດ​ຕິ​ຄຸນ. ການ​ປ່ຽ​ນ​ໃຈ​ເຫລື້ອມ​ໃສ​ຂອງ​ນາງ​ໄດ້​ມາ​ຈາກ​ການ​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ຂອງ​ພ​ຣະ​ກິດ​ຕິ​ຄຸນ ແລະ ການ​ເສຍ​ສະ​ລະ​ເພື່ອຫລັກ​ທຳ​ເຫລົ່ານັ້ນ.

ເຮົາ​ຈຳ​ເປັນ​ຕ້ອງ​ໄດ້​ຜ່ານ​ຜ່າ​ຂະ​ບວນ​ການ​ດຽວ​ກັນ​ ຖ້າ​ຫາກ​ເຮົາ​ຢາກ​ຈະ​ໄດ້​ມີ​ຄຳ​ໝັ້ນ​ສັນ​ຍາ​ແບບ​ດຽວ​ກັນ​ນັ້ນ. ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ວ່າ, “ຜູ້​ໃດ​ກໍຕາມ​ທີ່​ເຕັມ​ໃຈ​ປະ​ຕິ​ບັດ​ຕາມ​ຄວາມ​ປະ​ສົງ​ຂອງ​ພ​ຣະ​ເຈົ້າ ກໍ​ຈະ​ຮູ້​ວ່າ​ສິ່ງ​ທີ່​ເຮົາ​ສັ່ງ​ສອນນັ້ນ​ມາ​ຈາກ​ພຣະ​ເຈົ້າ ຫລື ເຮົາ​ກ່າວ​ຈາກ​ສິດ​ອຳ​ນາດ​ຂອງ​ເຮົາ​ເອງ.”5 ບາງ​ເທື່ອ​ເຮົາ​ພະ​ຍາ​ຍາມ​ເຮັດ​ກັບ​ຫລັງ. ຍົກ​ຕົວ​ຢ່າງ, ເຮົາ​ອາດ​ຈະ​ເຮັດ​ທຳ​ນອງນີ້: ​ຂ້ານ້ອຍພໍ​ໃຈ​ທີ່​ຈະ​ຮັກ​ສາ​ກົດ​ສ່ວນ​ສິບ, ແຕ່​ກ່ອນນັ້ນ​ຂ້າ​ນ້ອຍ​ຕ້ອງ​ຮູ້​ກ່ອນ​ວ່າ​ມັນ​ຈິງ. ບາງ​ທີ​ເຮົາ​ແມ່ນ​ແຕ່​ຈະ​ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ມີ​ປະ​ຈັກ​ພະ​ຍາ​ນ​ເຖິງ​ກົດ​ສ່ວນ​ສິບ ແລະ ຫວັງ​ໃຫ້​ພ​ຣະ​ຜູ້​ເປັນ​ເຈົ້າ​ໃຫ້​ພອນ​ເຮົາ​ດ້ວຍ​ປະ​ຈັກ​ພະ​ຍານ ກ່ອນ​ເຮົາ​ຈະ​ຂຽນ​ໃບ​ຈ່າຍ​ເງິນ​ສ່ວນ​ສິບນັ້ນ. ການ​ມີປະ​ຈັກ​ພະ​ຍານ​ຈະ​ບໍ່​ເກີດ​ຂຶ້ນ​ແບບນີ້. ພຣະ​ຜູ້​ເປັນ​ເຈົ້າ​ຄາດ​ຫວັງ​ໃຫ້​ເຮົາ​ໃຊ້​ສັດ​ທາ. ເຮົາ​ຕ້ອງ​ຈ່າຍ​ສ່ວນ​ສິບ​ທີ່​ເຕັມ​ສ່ວນ ແລະ ສັດ​ຊື່​ຢ່າງ​ສະ​ໝ່ຳ​ສະ​ເໝີ ເພື່ອ​ຈະ​ໄດ້​ມີ​ປະ​ຈັກ​ພະ​ຍານເຖິງ​ກົດ​ສ່ວນ​ສິບ. ແບບ​ແຜນ​ດຽວ​ກັນ​ນີ້​ກ່ຽວ​ພັນ​ກັບ​ຫລັກ​ທຳ​ຂອງ​ພ​ຣະ​ກິດ​ຕິ​ຄຸນ​ທັງ​ໝົດ ບໍ່​ວ່າ​ມັ​ນ​ຈະ​ເປັນ​ກົດ​ພົມ​ມະ​ຈັນ, ຫລັກ​ທຳ​ແຫ່ງ​ການ​ນຸ່ງ​ຖື​ທີ່ສຸພ​າບ​ຮຽບ​ຮ້ອຍ, ກົດ​ພະ​ວາ​ຈາ​ແຫ່ງ​ປັນ​ຍາ​, ຫລື​ກົດ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ​ກໍ​ຕາມ.

ຂ້າ​ພະ​ເຈົ້າ​ຢາກ​ແບ່ງ​ປັນ​ຕົວ​ຢ່າງ​ໜຶ່ງ​ວ່າ​ການ​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ຊ່ອຍ​ເຮົາ​ໃຫ້​ກາຍ​ເປັນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ຫລັກ​ທຳ​ນັ້ນ. ຂ້າ​ພະ​ເຈົ້າ​ເປັນ​ຍິງ​ໜຸ່ມ​ໃນ​ສະ​ໄໝ 1960 ແລະ ເປັນ​ຍິງ​ສາວ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ພຽງ​ຄົນ​ດຽວ​ໃນ​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ. ນັ້ນ​ເປັນ​ຊ່ວງ​ເວ​​ລາ​ແຫ່ງ​ການ​ປະ​ຕິ​ວັດ ທີ່​ໄດ້​ສະ​ແດງ​ລັກ​ສະ​ນະ​ໂດຍ​ການ​ປະ​ຕິ​ເສດ​ສິນ​ທຳ​ທາງ​ປະ​ເພ​ນີ, ການ​ໃຊ້​ຢາ​ເສບ​ຕິດ, ແລະ ການມີ​ຄວາມ​ຄິດ​ວ່າ​​​ເຮັດຫ​ຍັງ​ກໍ​ໄດ້ຕາມ​ໃຈ​ຊອບ​ເລີຍ. ໝູ່​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ຫລາຍ​ຄົນ​ເປັນ​ຄົນ​ດີ ແຕ່​ໄດ້​ພົບ​ເຫັນ​ວ່າ​ມັນ​ງ່າຍ​ທີ່​ຈະ​ຍອມ​ມີ​ສ່ວນ​ຮ່ວມ​ຢູ່​ກັບ​ຄວາມ​ຕື່ນ​ເຕັ້ນຂອງ​ສິນ​ທຳ​ໃໝ່​ນີ້, ຊຶ່ງ​ຕາມ​ຈິງ​ແລ້ວຄືສິ່ງ​ທີ່​ຜິດ​ສິນ​ທຳ​ເກົ່າ​ໆນັ້ນ​ເອງ. ພໍ່​ແມ່​ ແລະ ຄູຂອງ​ຂ້າ​ພະ​ເຈົ້າທີ່​ໂບດໄດ້​ເນັ້ນ​ເຖິງ​ຄຸນ​ຄ່າ​ຂອງ​ການ​ປ​ະ​ຕິ​ບັດ​ກັບ​ຮ່າງ​ກາຍ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ນັບ​ຖື, ຮັກ​ສາ​ຈິດ​ໃຈ​ໃຫ້​ແຈ່ມ​ໃສ, ແລະ ສຳ​ຄັນ​ທີ່​ສຸດ​ຄື, ການ​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣ​ະ​ຜູ້​ເປັນ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ຫລີກ​ເວັ້ນ​ສະ​ພາບ​ການ ບ່ອນ​ທີ່​ຂ້າ​ພ​ະ​ເຈົ້າ​ໄດ້​ຮູ້​ວ່າ​​ຈະມີ​ເຫລົ້າຢູ່​ດ້ວຍ ແລະ ຢູ່​ໄກໆ​​ຫ່າງຈາກຢາ​ສູບ ແລະ ຢາ​ເສບ​ຕິດ​. ສ່ວນ​ຫລາຍ​ແລ້ວ ນັ້ນ​ໄດ້​ໝາຍ​ຄວາມ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ໄປ​ຮ່ວມ​ງານ​ກິນ​ລ້ຽງ, ແລະ ໜ້ອຍ​ໜັກ​ໜ້ອຍ​ໜາ​ຈະ​ໄດ້​ອອກ​ທ່ຽວກັບ​ຊາຍ​ໜຸ່ມ. ຢາ​ເສບ​ຕິດນັ້ນ​ນັບ​ມື້​ນັບ​ເປັນ​ຂອງ​ທຳ​ມະ​ດາ​ໃນ​ບັນ​ດາ​ຊາວ​ໜຸ່ມ, ແລະ ບໍ່​ໄດ້​ຮູ້​ເຖິງອັນ​ຕະ​ລາຍດັ່ງ​ໃນ​ວັນ​ເວ​ລານີ້. ຕໍ່​ມາ ໝູ່​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ຫລາຍ​ຄົນ​ໄດ້​ທົນ​ທຸກ​ຈາກ​ຜົນ​ທຳ​ຮ້າຍ​ຢ່າງ​ຖາ​ວອນ ຈາກ​ຢາ​ເສບ​ຕິດ​ທີ່​ປ່ຽນ​ແປງ​ສະ​ຕິ ຫລື ໄດ້​ຕົກ​ຢູ່​ໃນ​ສ​ະ​ພາບ​ການ​ຕິດ​ແສດ​ທີ່​ຮ້າຍ​ແຮງ. ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ທີ່​ໄດ້​ຮັບ​ການ​ສິດ​ສອນ​ໃຫ້​ຮັກ​ສາ​ກົດ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ​ໃນ​ບ້ານ​ເຮືອນ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ມີ​ປະ​ຈັກ​ພະ​ຍານ​ທີ່​ເລິກ​ຊຶ້ງ​ເຖິງ​ຫລັກ​ທຳ​ແຫ່ງ​ພ​ຣະ​ກິດ​ຕິ​ຄຸນ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ສັດ​ທາ ແລະ ດຳ​ລົງ​ຊີ​ວິດ​ໃຫ້​ສອດ​ຄ່ອງ​ກັບ​ຫລັກ​ທຳ​ນັ້ນ. ຄວາມ​ຮູ້​ສຶກ​ດີໆ​ທີ່​ໄດ້​ມາ​ສູ່​ຂ້າ​ພະ​ເຈົ້າ​ຈາກ​ການ​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ທີ່​ແທ້​ຈິງນັ້ນ ຄື​ພຣະ​ວິນ​ຍານ​ຂອງ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ ທີ່​ໄດ້​ຢືນ​ຢັນ​ວ່າ​ຫລັກ​ທຳ​ນັ້ນ​ຈິງ. ເມື່ອນັ້ນ​ເອງ​ທີ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​​ເລີ່ມ​ເກີດ​ຂຶ້ນ.

ສາດ​ສະ​ດາໂມ​ໂຣ​ໄນ, ໃນ​ພ​ຣະ​ຄຳ​ພີ​ມໍ​ມອນ, ໄດ້​ສອນ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ສະ​ແດງ​ຕໍ່​ໂລກວ່າ ຄວາມ​ເຊື່ອ​ຄື​ສິ່ງ​ທີ່​ມຸ້ງ​ຫ​ວັງ​ໄວ້ ແລະ ຍັງ​ບໍ່​ທັນ​ເຫັນ; ສະ​ນັ້ນ, ຈົ່ງຢ່າໄດ້​ໂຕ້​ຖຽງ​ກັນ​ເລີຍ, ເພາະ​ທ່ານບໍ່​ເຫັນ​ຍ້ອນ​ວ່າ​ທ່ານ​ຈະ​ບໍ່​ໄດ້​ຮັບ​ພະ​ຍານ​ຈົນ​ກວ່າ​ຫລັງ​ຈາກ​ການ​ທົດ​ລອງ​ສັດ​ທາ​ຂອງ​ທ່ານ.”6 ໃນ​ໂລກ​ຂອງ​ເຮົາ ບ່ອນ​ທີ່​ມີ​ຄວາມ​ຄາດ​ຫວັງ​ຄວາມ​ພໍ​ໃຈ​ໃນ​ທັນ​ທີ​ທັນ​ໃດ​ນັ້ນ, ເຮົາ​ມັກ​ຈະ​ຮູ້​ສຶກ​ຜິດ​ຈາກ​ການ​ຄາດ​ຫວັງ​ລາງວັນ ໂດຍບໍ່​ເຮັດ​ຫ​ຍັງ​ເພື່ອ​ຈະ​ໄດ້​ມັນ. ຂ້າ​ພະ​ເຈົ້າ​ເຊື່ອວ່າ ໂມ​ໂຣ​ໄນກຳ​ລັງ​ບອກ​ເຮົາ​ວ່າ ​ເຮົາ​ຕ້ອງ​ລົງມື​ເຮັດ​ວຽກ​ກ່ອນ ແລະ ໃຊ້​ສັດ​ທາ​ໂດຍ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພ​ຣະ​ກິດ​ຕິ​ຄຸນ, ແລ້ວ​ເຮົາ​ຈະ​ໄດ້​ຮັບ​ພະ​ຍານນັ້ນ​ວ່າ​ມັນ​ຈິງ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ແທ້​ຈິງຈະ​ເກີດ​ຂື້ນ ຂະ​ນະ​ທີ່​ທ່ານ​ປະ​ຕິບັດ​ຕາມ​ຄຳ​ສອນ​ທີ່​ທ່ານ​ຮູ້​ວ່າ​ຈິງ ແລະ ໂດຍ​ການ​ຮັກ​ສາ​ພ​ຣະ​ບັນ​ຍັດ​ຕໍ່​ໄປ, ມື້​ແລ້ວ​ມື້​ເລົ່າ, ເດືອນ​ແລ້ວ​ເດືອນ​ເລົ່າ.

ນີ້​ເປັນ​ຍຸກ​ສະ​ໄໝ​ທີ່​ຮຸ່ງ​ໂລດ ທີ່​ຈະ​ເປັນ​ເຍົາ​ວະ​ຊົນ​ໃນ​ສາດ​ສ​ະ​ໜາ​ຈັກ. ທ່ານ​ເປັນ​ກຸ່ມ​ທຳ​ອິດ​ທີ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ຫລັກ​ສູດ​ຂອງ​ເຍົາ​ວະ​ຊົນ Come, Follow Me, ຊຶ່ງ​ຈຸດ​ປະ​ສົງຂອງ​ມັນ​ຄື ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ທ່ານ​ຕໍ່​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄ​ຣິດ. ຈົ່​ງ​ຈຳ​ໄວ້​ໃຫ້​ດີ​ວ່າ ບໍ່​ວ່າ​ພໍ່​ແມ່ ແລະ ຜູ້​ນຳ​ຂອງ​ເຍົາ​ວະ​ຊົນ​ຈະ​ໄດ້​ຮັບ​ການ​ດົນ​ໃຈ​ຫລາຍ​ຂະ​ໜາດ​ໃດ​ກໍ​ຕາມ, “ທ່ານ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ທ່ານ​ເອງ. ບໍ່​ມີ​ໃຜ​ຈະ​ປ່ຽນ​ໃຈ​ເຫລື້ອ​ມ​ໃສ​ແທນ​ທ່ານ​ໄດ້, ແລະ ບໍ່​ມີ​ຄົນ​ໃດ​ຈະ​ບັງ​ຄັບ​ໃຫ້​ທ່ານ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໄດ້.”7 ການ​ປ່ຽນ​ໃຈ​ເຫລື້ອມ​ໃສຈະ​ເກີດ​ຂຶ້ນ​ເມື່ອ​ເຮົາ​ພາກ​ພຽນ​ໃນ​ການ​ກ່າວ​ອະ​ທິ​ຖານ​ຂອງ​ເຮົາ, ການ​ສຶກ​ສາ​ພ​ຣະ​ຄຳ​ພີ​ຂອງ​ເຮົາ, ການ​ໄປ​ໂບດ, ແລະ ໂດຍ​ການ​ມີ​ຄຸນ​ຄ່າ​ດີ​ພໍ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ພ​ຣະ​ວິ​ຫານ. ການ​ປ່ຽນ​ໃຈ​ເຫລື້ອ​ມ​ໃສ​ຈ​ະ​ມາ​ສູ່​ເຮົາ​ ເມື່ອ​ເຮົາ​ປະ​ຕິ​ບັດ​ຕາມ​ຫລັກ​ທຳ​ທີ່​ຊອບ​ທຳທີ່​ເຮົາ​ໄດ້​ຮຽນ​ຮູ້​ຢູ່​ໃນ​ບ້ານ ແລະ ໃນ​ຫ້ອງ​ຮຽນ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຈະ​ມີ​ມາ​​ເມື່ອ​ເຮົາດຳລົງ​ຊີວິດ​ທີ່ບໍລິສຸດ ​ແລະ ມີ​ຄຸນ​ນະ​ທຳ ​ແລະ ຊື່ນ​ຊົມ​ກັບການມີ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່​ເປັນ​​ເພື່ອນ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສຈະ​ມີ​ມາ​ເມື່ອ​ເຮົາ​ເຂົ້າ​ໃຈ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ, ຮັບ​ຮູ້​ພຣະອົງ ວ່າ​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ, ​ແລະ ອະນຸ​ຍາດ​​ໃຫ້ການ​ຊົດ​ໃຊ້​​ເກີດ​ຜົນ​ໃນ​ຊີວິດ​ຂອງ​ເຮົາ.

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ສ່ວນ​ຕົວ​ຂອງ​ທ່ານ​ຈະ​ຊ່ອຍ​ທ່ານ ຂະ​ນະ​ທີ່​ທ່ານ​ຕຽມ​ເຮັດ​ພັນ​ທະ​ສັນ​ຍາ​ໃນ​ພ​ຣະ​ວິ​ຫານ, ຮັບ​ໃຊ້​ໃນ​ການ​ເຜີຍ​ແຜ່, ແລະ ສະ​ຖາ​ປະ​ນາ​ບ້ານ​ເຮືອນ​ຂອງ​ທ່ານ​ໃນ​ອະ​ນາ​ຄົດ. ເມື່ອ​ທ່ານ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ແລ້ວ, ທ່ານ​ຈະ​ມີ​ຄວາມ​ປາ​ດ​ຖະ​ໜາ​ທີ່​ຈະ​ແບ່ງ​ປັນ​ໃຫ້​ຄົນ​ອື່ນ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ມາ, ແລະ ຄວາມ​ໝັ້ນ​ໃຈ ແລະ ຄວາມ​ສາ​ມາດ​ທີ່​ຈະ​ເປັນ​ພະ​ຍານ​ຕໍ່​ຄົນ​ອື່ນດ້ວຍ​ຄວາມ​ເຊື່ອ​ໝັ້ນ ແລະ ອຳ​ນາດ​ຈະ​ເພີ່ມ​ທະ​ວີ​ຂຶ້ນ. ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ແບ່ງ​ປັນ​ພ​ຣະ​ກິດ​ຕິ​ຄຸນ​ພ້ອມ​ກັ​ບ​ຄົນ​ອື່ນ ແລະ ມີ​ຄວາມ​ໝັ້ນ​ໃຈ​ທີ່​ຈະ​ສະ​ແດງ​ປະ​ຈັກ​ພະ​ຍານ​ຢ່າງ​ອາດ​ຫານນີ້​ເປັນ​ຜົນ​ທຳ​ມະ​ຊາດ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ແທ້ງ​ຈິງ. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ເປ​ໂຕວ່າ, “ເມື່ອ​ເຈົ້າ​ກັບ​ມາ​ຫາ​ເຮົາ​ແລ້ວ, ເຈົ້າ​ຕ້ອງ​ຊູ​ຄວາມ​ເຊື່ອ​ຂອງ​ບັນ​ດາ​ພີ່​ນ້ອງ​ເຈົ້າ​ໃຫ້​ເຂັ້ມ​ແຂງ​ຂຶ້ນ.”8

ທ່ານ​ຈຳ​ ໂຢ​ຊວຍ, ສາດ​ສະ​ດາ​ນັກ​ຮົບ​​ໄດ້ບໍ? ເພິ່ນບໍ່​ພຽງ​ແຕ່​ໄດ້​ປ່ຽນ​ໃຈ​ເຫລື້ອ​ມ​ໃສ​ແຕ່​ຕົວ​ເພິ່ນ​ເອງ​ເທົ່າ​ນັ້ນ, ແຕ່​ຍັງ​ໄດ້​ເຮັດ​ວຽກ​ຢ່າງບໍ່​ຢຸດຢັ້ງ​ຕະ​ຫລອດ​ເຖິງ​ບັ້ນ​ທ້າຍ​ຊີ​ວິດຂອງ​ເພິ່ນນຳ​ອີກ ເພື່ອ​ຈະ​ນຳ​ລູກ​ຫລານ​ຂອງ​ຊາວ​ອິດ​ສະ​ລາ​ເອນ​ມາ​ຫາ​ພ​ຣະ​ເຈົ້າ. ເຮົາ​ອ່ານ​ໃນ​ພຣະ​ສັນຍາເດີມ​ວ່າ: ໃນ​ຊົ່ວ​ຊີ​ວິດ​ຂອງ​ໂຢ​ຊວຍນັ້ນ ປະ​ຊາ​ຊົນ​ອິດ​ສະ​ລາ​ເອນ​ໄດ້​ບົວ​ລະ​ບັດ​ຮັບ​ໃຊ້​ພ​ຣະ​ຜູ້​ເປັນ​ເຈົ້າ​ຕະ​ຫລອດ​ມາ.”9 ຄົນ​ທີ່​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ແທ້​ຈິງ​ຈະ​ເພິ່ງ​ອຳນາດ​ຂອງ​ການ​ຊົດ​ໃຊ້ ​ແລະ ຮັບ​ເອົາ​ຄວາມ​ລອດ​ເພື່ອ​ຈິດ​ວິນ​ຍານ​ຂອງ​ຕົນ​, ແລ້ວ​ ​ເອື້ອມ​ອອກ​ໄປ​ເພື່ອ​ສົ່ງອິດ​ທິ​ພົນ​ທີ່​ມີ​ພະ​ລັງ​ ​ຫາ​ທຸກ​ຄົນ​ທີ່​ຮູ້​ຈັກ​ລາວ.

ການ​ດຳ​ລົງ​ຊີ​ວິດ​ຕາມ​ພ​ຣະ​ກິດ​ຕິ​ຄຸນ ແລະ ​ການ​ຢືນ​ຢູ່​ໃນ​ສະ​ຖານ​ທີ່​ທີ່​ສັກ​ສິດນັ້ນ ຈະ​ບໍ່​ງ່າຍ ຫລື ສະ​ດວ​ກ​ສະ​ບາຍ​ສະ​ເໝີ​ໄປ, ແຕ່ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ມັນ​ກຸ້ມ​ຄ່າ! ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ ເອມ​ມາ ໃຫ້​ເພີກ​ເສຍ​ຈາກສິ່ງ​ຂອງ​ທາງ​ໂລກນີ້, ແລະ ສະ​ແຫວງ​ຫາ​ສິ່ງ​ທີ່​ດີກວ່າ.”10 ຂ້າ​ພະ​ເຈົ້າ​ສົງ​ໃສວ່າ​ເຮົາ​ບໍ່​ສາ​ມາດ​ນຶກ​ຄິດ​ໄດ້​ເລີຍວ່າ​ “ສິ່ງ​ທີ່​ດີກວ່ານັ້ນ” ຈະສະ​ຫງ່າ​ງາມ​ພຽງ​ໃດ!

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເຮົາ​ມີ​ພ​ຣະ​ບິ​ດາ​​ເທິງສະ​ຫວັນ​ທີ່​ຊົງ​ຮັກ ຜູ້​ທີ່​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຍິ່ງ​ໃຫ​ຍ່ ທີ່​ຈະ​ຊ່ອຍ ແລະ ປະ​ທານ​ພອນ​ໃຫ້​ເຮົາ ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາ​ມ​ພຣະ​ກິດ​ຕິ​ຄຸນ ແລະ ປ່ຽນ​ໃຈ​ເຫລື້ອມ​ໃສ. ພຣະ​ອົງ​ໄດ້​ປະ​ກາດ​ຢ່າງ​ແຈ່ມ​ແຈ້ງວ່າ ຈຸດ​ປະ​ສົງ ແລະ ວຽກ​ງານ​ທີ່​ສຳ​ຄັນ​ສຸດຄື ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ເຮົາ.”11 ພຣະ​ອົງ​ປະ​ສົງ​ຈະ​ນຳ​ເຮົາ​ຄືນ​ບ້ານ​ໄປ​ສູ່ທີ່​ປະ​ທັບ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເມື່ອ​ເຮົາ​ປະ​ຕິ​ບັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ນຳ​ໃຊ້​ມັນ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ, ​ແລ້ວເຮົາ​ຈະ​ກາຍ​ເປັນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ຈະ​ເປັນເສັ້ນ​ທາງ​ແຫ່ງ​ການ​ເຮັດ​ຄວາມ​ດີ ໃນ​ຄອບ​ຄົວ​ຂອງ​ເຮົາ ແລະ​ ໃນ​ໂລກ​ດ້ວຍ. ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຈົ່ງ​ໄດ້​ຮັບ​ພອນ​ໃນ​ຄວາມ​ພະ​ຍາ​ຍາມ​ປະ​ຈຳວັນ​ຂອງ​ເຮົາ ທີ່​ຈະ​ເອື້ອມ​ອອກ​ໄປ​ເອົາ​ເປົ້າ​ໝາຍນັ້ນ. ນີ້​ຄື​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.