​2010–2019
​ພັນ​ບາດ​ແຜ​ຂອງ​ເຂົາ​ເຈົ້າ​ເອົາ​ໄວ້
ຕຸລາ 2013


​ພັນ​ບາດ​ແຜ​ຂອງ​ເຂົາ​ເຈົ້າ​ເອົາ​ໄວ້

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ເຮົ​າ​ຈະ​ຕຽມ​ຕົວ​ເຮົາ​ເອງ​ ທີ່​ຈະ​ໃຫ້​ການ​ຮັບ​ໃຊ້​ຂອງຖ​າ​ນະ​ປະ​ໂລ​ຫິດ​ໃດໆ​ກໍ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າອາດຈະປະ​ທານໃຫ້​ເຮົາ​ເຮັດ​ ໃນ​ການ​ເດີນ​ທາງ​ຂອ​ງ​ເຮົາ​ໃນ​ຊີ​ວິດ​ມະ​ຕະ​ນີ້.

ເຮົາ​ທຸກ​ຄົນ​ໄດ້​ຮັບ​ພອນ​ດ້ວຍ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ດູ​ແລ​ຄົນ​ອື່ນ. ການ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພ​ຣະ​ເຈົ້າ​ຄື​ ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕໍ່​ພ​ຣະ​ເຈົ້າ ເພື່ອ​ຊີ​ວິດ​ນິ​ລັນ​ດອນ​ຂອງ​ລູ​ກໆ​ຂອງ​ພຣະ​ອົງ. ນັ້ນ​ເປັນ​ເລື່ອງ​ຈິງ, ເປັນ​ສິ່ງ​ທີ່​ປະ​ເສີດ, ແລະ ບາງ​ເທື່ອ​ກໍ​ສາ​ມາດ​ເປັນ​ທີ່​ຮູ້​ສຶກ​ຕື້ນ​ຕັນ​ໃຈ.

ໃນ​ຄ່ຳ​ຄືນນີ້​ກໍ​ມີ​ບັນ​ດາ​ປະ​ທານ​ກຸ່ມ​ໂຄ​ລຳ​ຖາ​ນະ​ປະ​ໂລ​ຫິດ ​ທີ່​ກຳ​ລັງ​ຮັບ​ຟັງ​ຢູ່​ ທີ່​ຮູ້​ວ່າ​ຂ້າ​ພະ​ເຈົ້າ​ໝາຍ​ເຖິງ​ສິ່ງ​ໃດ. ສິ່ງນີ້​ໄດ້​ເກີດ​ຂຶ້ນ​ກັບ​ພວກ​ທ່ານ. ມັນ​ອາດ​ໄດ້​ເກີດ​ຂຶ້ນ​ກັບ​ພວກ​ທ່ານ​ທັງ​ຫລາຍ​ດ້ວຍ—ແລະ ໄດ້​ເກີດ​ຂຶ້ນ​ຫລາຍກວ່າ​ໜຶ່ງ​ເທື່ອ. ລາຍ​ລະ​ອຽດ​ອາດ​ແຕກ​ຕ່າງ, ແຕ່​ສະ​ພາບ​ການນັ້ນ​ກໍ​ຄື​ກັນ.

ແອວ​ເດີ​ຄົນ​ໜຶ່ງ​ທີ່​ທ່ານບໍ່​ຮູ້​ຈັກ​ດີ ​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫ​ລືອຈາກ​ທ່ານ. ລາວ​ຫາ​ກໍ​ໄດ້​ຮູ້​ວ່າ​ລາວ​ຕ້ອງ​ໄດ້​ຍົກ​ຍ້າຍ​ພັນ​ລະ​ຍາ ແລະ ລູກ​ຊາຍ​ນ້ອຍຂອງ​ລາວ​ໃນມື້ນີ້​ຈາກ​ຫ້ອງ​ແຖວ​ທີ່​ເຂົາ​ເຈົ້າ​ໄດ້​ເຊົ່າ​ຢູ່ ໄປ​ອີກ​ແຫ່ງ​ໜຶ່ງ​ທີ່​ຢູ່​ໃກ້​ນັ້ນ.

ລາວ ແລະ ພັນ​ລະ​ຍາ​ໄດ້​ຂໍ​ຢືມ​ລົດ​ບັນ​ທຸກ​ຈາກ​ເພື່ອນ​ຂອງ​ລາວ​ໃນ​ມື້ນັ້ນ ເພື່ອ​ຍ້າຍ​ເຄື່ອງ​ຂອງ​ໃນ​ບ້ານ ແລະ ເຄື່ອງ​ຂອງ​ສ່ວນ​ຕົວ. ເພື່ອນ​ຄົນ​ນັ້ນ​ໄດ້​ໃຫ້​ເຂົາ​ເຈົ້າ​ຢືມ​ລົດ​ບັນ​ທຸກ. ພໍ່​ໜຸ່ມ​ຄົນ​ນັ້ນ​ໄດ້​ເລີ່ມ​ຂົນ​ຂອງ​ທີ່​ເຂົາ​ເຈົ້າ​ມີ​ຢູ່​ຂຶ້ນ​ລົດ​ແລ້ວ, ແຕ່​ໃນ​ສອງ​ສາມ​ນາ​ທີ​ຈາກນັ້ນ, ລາວ​ເຈັບ​ຫລັງ. ເພື່ອນ​ທີ່​ໃຫ້​ລາວ​ຢືມ​ລົດກໍ​ຫ​ຍຸ້ງ​ຢູ່​ກັບ​ວຽກ​ຂອງ​ລາວ ແລະ ຊ່ອຍ​ຫ​ຍັງ​ລາວບໍ່​ໄດ້. ພໍ່​ຄົນ​ນັ້ນ​ຮູ້​ສຶກ​ໝົດ​ຫ​ວັງ. ລາວ​ໄດ້​ຄິດ​ເຖິງ​ທ່ານ, ປະ​ທານ​ຂອງ​ກຸ່ມ​ແອວ​ເດີ​ຂອງ​ລາວ.

ເມື່ອ​ລາ​ວ​ໄດ້​ຂໍ​ຄວາມ​ຊ່ອຍ​ເຫລືອນັ້​ນ ມັ​ນ​ກໍ​ບ່າຍ​ແລ້ວ. ຄືນນັ້​ນ​ກໍ​ມີ​ການ​ປະ​ຊຸມ​ຢູ່​ໂບດ. ມື້ນັ້ນ​ທ່ານ​ໄດ້​ສັນ​ຍາ​​ແລ້ວວ່າ​ຈະ​ຊ່ອຍ​ພັນ​ລະ​ຍາ​ເຮັດ​ວຽກ​ໃນ​ບ້ານ. ​ລູກໆ​ຂອງ​ທ່ານ​ກໍ​ໄດ້​ຂໍ​ໃຫ້​ທ່ານເຮັດ​ກິ​ດ​ຈະ​ກຳ​ນຳ​ພວກ​ເຂົາ, ແຕ່​ທ່ານ​ຍັງ​ບໍ່​ທັນ​ມີ​ເວ​ລາ​ໃຫ້​ພວກ​ເຂົາ​ເລີຍ.

ທ່ານ​ກໍ​ໄດ້​ຮູ້​ອີກວ່າ​ສະ​ມາ​ຊິກ​ໃນ​ກຸ່ມ​ແອວ​ເດີ​ຂອງ​ທ່ານ, ໂດຍ​ສະ​ເພາະ​ຜູ້​ທີ່​ຊື່​ສັດ​ທີ່​ສຸດ​, ຜູ້​ທີ່​ທ່ານ​ຂໍ​ໃຫ້​ຊ່ອຍ​ເປັນ​ປົກ​ກະ​ຕິ ກໍອາດ​ຈະຢູ່​ໃນ​ສະ​ພາບ​ການ​ດຽວ​ກັນ​ກັບ​ທ່ານ.

ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮູ້​ວ່າ​ທ່ານ​ຈະ​ມີ​ວັນ​ທີ່​ຫ​ຍຸ້ງ​ຍາກ ເມື່ອ​ພ​ຣະ​ອົງ​ໄດ້​ເອີ້ນ​ທ່ານ​ສູ່​ຕຳ​ແໜ່ງນີ້, ສະ​ນັ້ນ​ພ​ຣະ​ອົງ​ຈຶ່ງ​ໄດ້​ໃຫ້​ນິ​ທານ​ເລື່ອງ​ໜຶ່ງ​ແກ່​ທ່ານ ເພື່ອ​ໃຫ້​ກຳ​ລັງ​ໃຈ​ທ່ານ. ມັນ​ເປັນ​ຄຳອຸ​ປະ​ມາ​ກ່ຽວ​ກັບ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ມີ​ວຽກ​ຫລາຍ​ຄົນ​ໜຶ່ງ. ບາງ​ເທື່ອ​ເຮົາ​ຈະ​ເອີ້ນ​ເລື່ອງນີ້​ວ່າ ໄທ​ຊາ​ມາ​ເລຍ​ຜູ້​ໃຈ​ດີ. ແຕ່​ມັນ​​ກໍ​ເປັນເລື່ອງ​ລາວ​ທີ່​ແທ້​ຈິງ​ສຳ​ລັບ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ປະ​ເສີດ​ໃນ​ວັນ​ເວ​ລາ​​ທີ່​ຫ​ຍຸ້ງ​ຍາກ​ໃນຍຸກ​ສຸດ​ທ້າຍນີ້.

ເລື່ອງ​ນີ້​ແມ່ນ​ກ່​ຽວ​ຂ້ອງ​ກັບຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ມີ​ພາ​ລະ​ໜັກ. ຂໍ​ໃຫ້​ຈຳ​ໄວ້​ວ່າ​ທ່​ານນັ້ນ​​ເປັນ​ໄທ​ຊາ​ມາ​ເລຍ ແລະ ບໍ່​ແມ່ນ​ປະ​ໂລ​ຫິດ ຫລື ຄົນ​ເລ​ວີ​ທີ່​ໄດ້​ຜ່ານ​ຊາຍ​ທີ່​ບາດ​ເຈັບ​ນັ້ນ​ໄປທາງ​ອື່ນ.

ທ່ານ​ອາດບໍ່​ເຄີຍ​ໄດ້​ຄິດ​ເຖິງ​ເລື່ອງນັ້ນ​ເມື່ອ​ທ່ານໄດ້ມີ​ການ​ທ້າ​ທາຍ​ດັ່ງ​ກ່າວ. ແຕ່​ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ທ່ານ​ຈະ​ຄິດ​ເຖິງມັ​ນ ເມື່ອ​ທ່ານມີມື້​ທີ່​ຫ​ຍຸ້ງ​ຍາກນັ້ນ​ອີກ, ແລະ ຍັງ​ຈະ​ມີ​ອີກ​ຫລາຍ​ເທື່ອ.

ພ​ຣະ​ຄຳ​ພີບໍ່​ໄດ້​ບອກ​ເຮົາ​ວ່າ​ເປັນ​ຫ​ຍັງ​ຊາຍ​ໄທ​ຊາ​ມາ​ເລຍ​ຄົນ​ນັ້ນ​ຈຶ່ງ​ເດີນ​ທາງ​ໄປ​ຕາມ​ທາງຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ໄປ​ຍັງ​ເມືອງເຢຣິ​ໂກ. ລາວ​ອາດ​ຈ​ະ​ບໍ່​ໄດ້​ຍ່າງ​ເລາະ​ຫລິ້ນ​ຕາມ​ລຳ​ພັງ ເພາະ​ລາວ​ຕ້ອງ​ຮູ້​ວ່າ​ມີ​ນັກ​ປຸ້ນລໍ​ຖ້າ​ປຸ້ນ​ຄົນ​ທີ່​ບໍ່​ລະ​ວັງ. ລາວ​ຕ້ອງ​ເດີນ​ທາງ​ໄປເພາະ​ທຸ​ລະ​ທີ່​ສຳ​ຄັນ​ແນ່, ແລະ ຕາມ​ປະ​ເພ​ນີ, ​ລາວ​ກໍ​ໄດ້​ມີ​ສັດ​ຊ່ອຍ​ຂົນ​ສົ່ງຂອງ​ໜັກ ພ້ອມ​ທັງ​ນ້ຳ​ມັນ ແລະ ເຫລົ້າ​ອະ​ງຸ່ນນຳ​ອີກ.

ໃນ​ພ​ຣະ​ຄຳ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ, ໄທ​ຊາ​ມາ​ເລຍ, ເມື່ອ​ລາວ​ໄດ້​ເຫັນ​ຊາຍ​ທີ່​ຖືກ​ບາດ​ເຈັບນັ້ນ, ລາວໄດ້​ຢຸດ ເພາະ​ລາວ “ມີ​ໃຈສົງ​ສານທີ່​ສຸດ.”

ຫລາຍກວ່າ​​ຄວາມ​ຮູ້​ສຶກ​​ສົງ​ສານ​ເທົ່າ​ນັ້ນ, ລາວ​ໄດ້​ລົງ​ມືປະ​ຕິ​ບັດ. ຂໍ​ໃຫ້​ຈຳ​ໄວ້​ສະ​ເໝີ​ເຖິງ​ລາຍ​ລະ​ອຽດ​ຂອງ​ເລື່ອງ​ນີ້​ວ່າ:

“[ລາວ] ​ຈຶ່ງ​ເຂົ້າ​ໄປ​ຫາ ເອົາ​ນ້ຳ​ມັນ ແລະ ເຫລົ້າ​ອະ​ງຸ່ນ​ຖອກ​ໃສ່​ບາດ​ແຜ ແລະ ໃຊ້​ຜ້າ​ພັນ​ໄວ້, ແລ້ວ​ກໍ​ໂຊມ​ຊາຍ​ຄົນ​ນັ້ນ​ຂຶ້ນ​ຂີ່​ເທິງ​ຫລັງ​ສັດ​ຂອງ​ຕົນ, ນຳ​ໄປ​ຮອດ​ໂຮງ​ແຮມ, ແລະ ເອົາ​ໃຈ​ໃສ່​ບົວ​ລະ​ບັດ​ລາວ.

“ມື້​ຕໍ່​ມາ ລາວ​ໄດ້​ຈົກ​ເງິນ​ສອງ​ຫລຽ​ນ​ໃຫ້​ເຈົ້າ​ຂອງ​ໂຮງ​ແຮມ​ເອົາ​ໄວ້ ແລະ ສັ່ງ​ວ່າ, ຈົ່ງ​ຊ່ອຍ​ເບິ່ງ​ແຍງ​ຊາຍ​ຄົນ​ນີ້​ໃຫ້​ດີ​ເນີ; ແລະ ເມື່ອ​ຂ້ອຍ​ຄືນ​ມາ​ທາງນີ້​ຂ້ອຍ​ຈະ​ຈ່າຍ​ຄືນ​ເງິນ​ທີ່​ເຈົ້າ​ໄດ້​ຈ່າຍ​ເກີນກວ່ານີ້​ສຳ​ລັບ​ລາວ.”1

ທ່ານ ແລະ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ທ່ານ​ຖືກ​ເອີ້ນ​ໃຫ້​ນຳ​ພາ​ ສາ​ມາດ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ສາມ​ຢ່າງ. ທຳ​ອິດ, ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ປະ​ທານ​ໃຫ້​ແກ່​ທ່ານ, ຖ້າ​ທ່ານ​ທູນ​ຂໍ, ຄວາມ​ຮູ້​ສຶກ​ເມດ​ຕາ​ສົງ​ສານ​ທີ່​ພ​ຣະ​ອົງ​ຮູ້​ສຶກ​ໃຫ້​ແກ່​ຄົນ​ຂັດ​ສົນ. ສອງ, ພ​ຣະ​ອົງ​ຈະ​ຈັດ​ຫາ​ຄົນ​ອື່ນ, ເໝືອນ​ດັ່ງ​ເຈົ້າ​ຂອງ​ໂຮງ​ແຮມ, ທີ່​ຈະ​ມາ​ຮ່ວມ​​ມືກັບທ່ານ​ໃນ​ການ​ຮັບ​ໃຊ້​ຂອງ​ທ່ານ. ແລະ ສາມ, ພ​ຣະ​ຜູ້​ເປັນ​ເຈົ້າ, ເໝືອນ​ດັ່ງ​ໄທ​ຊາ​ມາ​ເລຍ​​ຜູ້ໃຈ​ດີ​ຄົນ​ນັ້ນ, ຈະທົດ​ແທນ​ທຸກ​ຄົນ​ຫລາຍ​ເທົ່າ ຜູ້ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ໃຫ້​ຄວາມ​ຊ່ອຍ​ເຫລືອ​ແກ່​ຄົນ​ທີ່​ຂັດ​ສົນ.

ທ່ານ​ປະ​ທານ​ກຸ່ມໂຄ​ລຳກໍ​ໄດ້​ປະ​ຕິ​ບັດ​ຕາມ​ຄວາມ​ໝັ້ນ​ໃຈ​ເຫລົ່າ​ນັ້ນ​ຫລາຍ​ເທື່ອ​ແລ້ວ. ທ່ານ​ໄດ້​ຂໍ​ໃຫ້​ຄົນ​ອື່ນ​ໃນ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພ​ຣະ​ຜູ້​ເປັນ​​ເຈົ້າໃຫ້​ຊ່ອຍ, ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ​ເຂົາ​ເຈົ້າ​ຈະ​ຕອບ​ຮັບ​ດ້ວຍ​ຄວາມ​ເມດ​ຕາ. ທ່ານບໍ່​ໄດ້​ຢ້ານ​ທີ່​ຈະ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ຜູ້​ທີ່​ເຄີຍ​ຊ່ອຍ​ມາ​ແຕ່​ກ່ອນ ເພາະ​ທ່ານ​ຮູ້​ວ່າ​ເຂົາ​ເຈົ້າ​ຮູ້​ສຶກ​ຄວາມ​ເມດ​ຕາ​ໄດ້​ງ່າຍ. ທ່ານ​ໄດ້​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ເຂົາ​ເຈົ້າ ເພາະ​ໄດ້​ຮູ້​ວ່າ​ໃນ​ອາ​ດີດ​ເຂົາ​ເຈົ້າ​ໄດ້ຮູ້​ສຶກ​ເຖິງ​ຄວາມ​ກະ​ລຸ​ນາຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ເມື່ອ​ເຂົາ​ເຈົ້າ​ໄດ້​ເລືອກ​ທີ່​ຈະ​ຊ່ອຍ​ເຫລືອ. ທ່ານ​ໄດ້​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ຜູ້​ທີ່​ມີ​ພາ​ລະ​ໜັກ​ຢູ່​ແລ້ວ, ເພາະ​ຮູ້​ວ່າ​ເມື່ອ​ມີ​ການ​ເສຍ​ສະ​ລະ​ຫລາຍ, ​ເຂົ​າ​ເຈົ້າ​ກໍ​ຈະ​ໄດ້​ຮັບການ​ທົດແທນ​ຈາກ​ພ​ຣະ​ຜູ້​ເປັນ​ເຈົ້າ​ຫລາຍ. ຜູ້​ທີ່​ໄດ້​ຊ່ອຍ​ມາ​ແລ້ວ​ໃນ​ອາ​ດີດ​ກໍ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ກະ​ຕັນຍູ​ຂອງ​ ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຢ່າງ​ລົ້ນ​ເຫລືອ.

ທ່ານ​ອາດ​ໄດ້​ຮັບ​ການ​ດົນ​ໃຈວ່າບໍ່​ໃຫ້​​ຂໍ​ໃຫ້ຄົນ​ໃດ​ຄົນ​ໜຶ່ງ​ມາ​ຊ່ອຍ​ຂົນ​ຂອງ​ຂຶ້ນ​ລົດ ແລ້ວ​ຂົນ​ລົງ​ອີກ. ໃນ​ຖາ​ນະ​ຜູ້​ນຳ ທ່​ານ​ຮູ້​​ຈັກສະ​ມາ​ຊິກ​ໃນ​ກຸ່ມ​ໂຄ​ຣຳ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ດີ. ພ​ຣະ​ຜູ້​ເປັນ​ເຈົ້າ​ຮູ້​​ຈັ​ກເຂົາ​ເຈົ້າ​ຢ່າງ​ສົມ​ບູນ​ແບບ.

ພ​ຣະ​ອົງ​ຮູ້​ວ່າ​ພັນ​ລະ​ຍາ​ຂອງ​ຄົນ​ໃດ​ເກືອບ​ທົນ​ບໍ່​ໄຫວ​ແລ້ວ ເພາະ​ສາ​ມີ​ຂອງ​ນາງບໍ່​ມີ​ເວ​ລາ​ທີ່​ຈະ​ເຮັດ​ສິ່ງ​ທີ່​ນາງ​ຕ້ອງ​ການ​ໃຫ້​ເຮັດ​ຊ່ອຍ ເພື່ອ​ວ່າ​ນາງ​ຈະ​ມີ​ເວ​ລາ​ດູ​ແລ​ຕົວ​ນາງ​ເອງ. ພ​ຣະ​ອົງ​ຮູ້​ວ່າ​ລູກໆ​ຄົນ​ໃດ​ຈະ​ໄດ້​ຮັບ​ພອນ​ໂດຍ​ການ​ເຫັນ​ພໍ່​ຂອງ​ພວກ​ເຂົາ​ອອກ​ໄປ​ຊ່ອຍ​ຄົນ​ອື່ນ​ອີກ​ເທື່ອ​ໜຶ່ງ ຫລືວ່າ​ຖ້າ​ຫາກ​ເດັກ​ນ້ອຍ​ຕ້ອງ​ການ​ຈະ​ໄດ້​ມີ​ຄວາມ​ຮູ້​ສຶກວ່າ​ພວກ​ເຂົາ​ກໍ​ສຳ​ຄັນ​ພໍໃນ​ສາຍ​ຕາ​ຂອງ​ພໍ່​ຂອງ​ພວກ​ເຂົາ​ ທີ່​ລາວ​ຈະ​ໃຊ້​ເວ​ລາ​ກັບ​ພວກ​ເຂົາ​ໃນ​ມື້ນັ້ນ. ແຕ່​ພ​ຣະ​ອົງ​ກໍ​ຮູ້​ອີກວ່າ​ຜູ້​ໃດ​ຕ້ອງ​ການ​ການ​ເຊື້ອ​ເຊີນ​ໃຫ້​ຮັບ​ໃຊ້ ແຕ່​ບໍ່​ປາ​ກົດ​ວ່າ​ຈະ​ສົນ​ໃຈ ຫລື ເຕັມ​ໃຈ​ອອກ​ໄປ​ຊ່ອຍ.

ທ່ານບໍ່​ສາ​ມາດ​ຮູ້​ຈັກ​ສະ​ມາ​ຊິກ​ໃນ​ກຸ່ມ​ໂຄ​ລຳຂອ​ງ​ທ່ານ​​ໄດ້ດີ​ຢ່າງ​ສົມ​ບູນ​ແບບ, ແຕ່​ພ​ຣະ​ເຈົ້າຊົງຮູ້. ສະ​ນັ້ນ, ດັ່ງ​ທີ່​ທ່ານ​ໄດ້​ເຮັດ​ມາ​ຫລາຍ​ເທື່ອ​ແລ້ວ, ທ່ານ​ໄດ້​ອະ​ທິ​ຖານ ເພື່ອ​ຈະ​ຮູ້​ວ່າ​ຈະ​ຂໍ​ໃຫ້​ຄົນ​ໃດ​ມາ​ຊ່ອຍ​ຮັບ​ໃຊ້​ຄົນ​ອື່ນ. ພ​ຣະ​ຜູ້​ເປັນ​ເຈົ້າ​ຮູ້​ວ່າ​ຜູ້​ໃດ​ຈະ​ໄດ້​ຮັບ​ພອນ​ຈາກ​ການ​ຖືກ​ຂໍ​ຮ້ອງ​ໃຫ້​ມາ​ຊ່ອຍ ແລະ ຄອ​ບ​ຄົວ​ທີ່​ຈະ​ໄດ້​ຮັບ​ພອນ​ໂດຍ​ການບໍ່​ຖືກ​ຂໍ​ຮ້ອງ. ນັ້ນ​ຄື​ການ​ເປີດ​ເຜີຍ​ທີ່​ທ່ານ​ສາ​ມາ​ດຄາດ​ຫວັງ​ໃຫ້​ມາ​ສູ່​ທ່ານ​ ຂະ​ນະ​ທີ່​ທ່ານ​ນຳ​ພາ​ໃນ​ຖາ​ນະ​ປະ​ໂລ​ຫິດ.

ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສິ່ງນີ້​ເກີດ​ຂຶ້ນ​ຕອນ​ຂ້າ​ພະ​ເຈົ້າ​ເປັນ​ຊາຍ​ໜຸ່ມ. ຂ້າ​ພະ​ເຈົ້າ​ໄດ້​ເປັນ​ຜູ້​ຊ່ອຍ​ຄົນ​ທີ​ໜຶ່ງ​ໃນ​ກຸ່ມ​ປະ​ໂລ​ຫິດ​. ອະ​ທິ​ການ​ໄດ້​ໂທ​ຫາ​ຂ້າ​ພະ​ເຈົ້າ​ຢູ່​ທີ່​ບ້ານມື້​ໜຶ່ງ. ເພິ່ນ​ໄດ້​ເວົ້າ​ວ່າ​ເພິ່ນ​ຢາກ​ໃຫ້​ຂ້າ​ພະ​ເຈົ້​າໄປ​ຢາມ​ຍິງ​ໝ້າຍ​ທີ່​ຂັດ​ສົນ​ຄົນ​ໜຶ່ງນຳ​ເພິ່ນ. ​ເພິ່ນ​ຕ້ອງການ​ໃຫ້​ຂ້າພະ​ເຈົ້າ​ໄປ​ນຳ.

ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ລໍຖ້າ​ໃຫ້​ເພິ່ນ​ມາ​ຮັບ​ເອົາ​ຂ້າ​ພະ​ເຈົ້າ​ທີ່​ບ້ານ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກບໍ່​ສະ​ບາຍ​ໃຈ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ​ອະ​ທິ​ການ​ໄດ້​ມີ​ທີ່​ປຶກ​ສາ​ຜູ້​ເຂັ້ມ​ແຂງ ແລະ ສະ​ຫລາດ. ຄົນ​ໜຶ່ງ​ເປັນຜູ້​ພິ​ພາກ​ສາ​ທີ່​ມີ​ຊື່​ສຽງ​ດັງ. ອີກ​ຄົນ​ໜຶ່ງເປັນ​ຜູ້​ຈັດ​ການ​ໃນ​ບໍ​ລິ​ສັດ​ໃຫຍ່ ແລະ ຕໍ່​ມາ​ຈະໄດ້​ກາຍ​ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ຄົນ​ໜຶ່ງ. ອະ​ທິ​ການ​ນັ້ນເອງ​ກໍ​ຈະ​ໄດ້​ກາຍ​ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ໃນ​ມື້​ໜຶ່ງ. ເປັນ​ຫຍັງ​ອະ​ທິ​ການ​ຈຶ່ງ​ໄດ້​ບອກ​ປະ​ໂລ​ຫິດ​ທີ່​ຂາດ​ປະ​ສົບ​ການ​ວ່າ, “ຂ້ອຍ​ຕ້ອງ​ການ​ຄວາມ​ຊ່ອຍ​ເຫລືອ​ຂອງ​ເຈົ້າ”?

ແທ້​ຈິງ​ແລ້ວ, ບັດ​ນີ້​ຂ້າ​ພະ​ເຈົ້າ​​ກໍຮູ້​ດີ​ ສິ່ງ​ທີ່​ເພິ່ນ​ອາດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: “ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ຈະ​ໃຫ້​ພອນ​ເຈົ້າ.” ຢູ່​ທີ່​ບ້ານ​ຂອງ​ຍິງ​ໝ້າຍ​ຄົນ​ນັ້ນ, ດ້ວຍ​ຄວາມ​ປະຫລາດ​ໃຈ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເພິ່ນບອກ​ຍິງ​ຄົນ​ນັ້ນ​ວ່າ​ນາງ​ຈະ​ບໍ່​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ຫ​ຍັງ​ຈາກ​ສາດ​ສະ​ໜາ​ຈັກ ຈົນ​ກວ່າ​ນາງ​ໄດ້​ຂຽນ​ໃບ​ຟອມ​ການ​ງົບ​ປະ​ມານ​ທີ່​ເພິ່ນ​ໄດ້​ປະ​ໄວ້​ໃຫ້​ນາງ​ກ່ອນໜ້ານັ້ນ. ຕອນ​ກັບ​ບ້ານ, ​ເມື່ອ​ເພິ່ນ​ເຫັນ​ວ່າ​ຂ້າພະ​ເຈົ້າງົງ​ງັນ​ຫລາຍ, ເພິ່ນ​ໄດ້​ຫົວຂຶ້ນ​ເພາະ​ເຫັນ​ຄວາມ​ຕົກ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ແລະ ໄດ້​ເວົ້າ​ວ່າ, “ຮາວເອີຍ, ເມື່ອ​ລາວ​ຄວບ​ຄຸມ​ການ​ໃຊ້​ຈ່າຍ​ຂອງ​ລາວ​ໄດ້, ແລ້ວ​ລາວ​ຈະ​ສາ​ມາດ​ຊ່ອຍ​ຄົນ​ອື່ນ​ໄດ້.”

ອີກ​ໂອ​ກາດ​ໜຶ່ງ, ອະ​ທິ​ການ​ໄດ້​ເອົາ​ຂ້າ​ພ​ະ​ເຈົ້າ​ໄປທີ່​ບ້ານ​ຂອງ​ພໍ່​ແມ່​ຂີ້​ເຫລົ້າ​ຄູ່​ໜຶ່ງ​ກັບ​ເພິ່ນ ຜູ້​ທີ່​ໄດ້​ສົ່ງ​ເດັກ​ຍິງ​ນ້ອຍ​ທີ່​ຢ້ານ​ກົວ​ສອງ​ຄົນ​ມາ​ພົບ​ພວ​ກ​ເຮົາ​ທີ່​ປະ​ຕູ. ຫລັງ​ຈາກ​ເພິ່ນ​ໄດ້ເວົ້າ​ລົມ​ນຳ​ສອງ​ນາ​ງ​ນ້ອຍ​ນັ້ນ​ແລ້ວ, ພວກ​ເຮົາ​ກໍ​ໄດ້​ຍ່າງ​ອອກ​ໄປ ແລະ ເພິ່ນ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ພ​ວກ​ເຮົາ​ບໍ່​ສ​າ​ມາດ​ປ່ຽນ​ຄວາມ​ໂສກ​ເສົ້າ​ໃນ​ຊີ​ວິດ​ຂອງ​ພວກ​ເຂົາ​ໄດ້​, ແຕ່​ພວກ​ເຂົາ​ສາ​ມາດ​ຮູ້​ສຶກ​ໄດ້​ວ່າ​ພ​ຣະ​ຜູ້​ເປັນ​ເຈົ້າ​ຮັກ​ພວກ​ເຂົາ.”

ອີກ​ຄືນ​ໜຶ່ງ ເພິ່ນ​ໄດ້​ເອົາ​ຂ້າ​ພະ​ເຈົ້າ​ໄປ​​ນຳ​ເພິ່ນ ທີ່​ບ້ານ​ຂອງ​ຊາຍ​ຄົນ​ໜຶ່ງ​ທີ່ບໍ່​ໄດ້​ມາ​ໂບດ​ເປັນ​ເວ​ລາ​ຫລາຍ​ປີ​ແລ້ວ. ອະ​ທິ​ການ​ໄດ້​ບອກ​ລາວ​ວ່າ​ເພິ່ນ​ຮັກ​ລາວ​ຫລາຍ​ປານ​ໃດ ແລະ ວ່າ​ຫວອດນັ້ນ​ຕ້ອງ​ການ​ລາວ​ຫລາຍ​ຂະ​ໜາດ​ໃດ. ເບິ່ງ​ຄື​ວ່າມັນ​ບໍ່​ໄດ້​ມີ​ຜົນ​ສະ​ທ້ອນ​ໃດໆ​ຕໍ່​ຊາຍ​ຄົນ​ນັ້ນ. ແຕ່ເທື່ອນັ້ນ, ແລະ ທຸກໆ​ເທື່ອ​ທີ່​ອະ​ທິ​ການ​ໄດ້​ເອົາ​ຂ້າ​ພະ​ເຈົ້າ​ໄປ​ນຳ​ເພິ່ນ, ມັນ​ໄດ້​ມີ​ຜົນ​ສະ​ທ້ອນ​ຕໍ່​ຂ້າ​ພະ​ເຈົ້າ.

ຂ້າ​ພະ​ເຈົ້າຈະ​ບໍ່​ມີ​ທາງ​ຮູ້​ໄດ້​ເລີຍ​ວ່າ ອະ​ທິ​ການ​ຄົນ​ນັ້ນ​ໄດ້​ອະ​ທິ​ຖານ​ບໍ​ ເພື່ອ​ຈະ​ຮູ້​ວ່າ​ປະ​ໂລ​ຫິດ​ຄົນ​ໃດ​ຈະ​ໄດ້​ຮັບ​ພອນ​ຈາກ​ການ​ໄປ​ຢ້ຽມ​ຢາມ​ເຫລົ່າ​ນັ້ນກັບ​ເພິ່ນ. ເພິ່ນ​ອາດ​ຈະ​ເອົ​າ​ປະ​ໂລ​ຫິດ​ຄົນ​ອື່ນ​ໄປ​ນຳ​ເພິ່ນ​ຫລາຍ​ເທື່ອ​ກໍ​ໄດ້. ແຕ່​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮູ້​ວ່າມື້​ໜຶ່ງ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ເປັນ​ອະ​ທິ​ການ​ຄົນ​ໜຶ່ງ ​ທີ່​ຈະເຊື້ອ​ເຊີນ​ຜູ້​ຄົນ​ທີ່​ມີ​ສັດ​ທາ​ອ່ອນ​ແອ​ໃຫ້​ກັບ​ຄືນ​ມາ​ຫາ​​ພຣະ​ກິດ​ຕິ​ຄຸນ ​ບ່ອນ​ທີ່​ສັດ​ທາ​ຂອງ​ເຂົາ​ເຈົ້າ​ຈະເຂັ້ມ​ແຂງ​ຂຶ້ນ​ອີກ. ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮູ້​ວ່າ​ມື້​ໜຶ່ງ ​ຂ້າ​ພະ​ເຈົ້າ​ຈະ​ໄດ້​​ຮັບ​ໜ້າ​ທີ່​ຮັບຜິດ​ຊອບຂອງ​ຖາ​ນະ​ປະ​ໂລ​ຫິດ​ສຳ​ລັບ​ລູກໆ​ຂອງ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ເປັນ​ຫລາຍ​ຮ້ອຍ​ຄົນ ແລະ ແມ່ນ​ແຕ່​ຫລາຍ​ພັນ​ຄົນ ຜູ້​ທີ່​ມີ​ຄວາມ​ຕ້ອງ​ການ​ຫລາຍທາງ​ຝ່າຍ​ໂລກ.

ພວກ​ເຈົ້າ​ຊາຍ​ໜຸ່ມ​ທັງ​ຫລາຍ ບໍ່​ສ​າ​ມາດ​ຮູ້​ໄດ້​ວ່າ​ການ​ກະທຳ​ຂອງ​ການ​ຮັບ​ໃຊ້ໃນ​ຖາ​ນະ​ປະ​ໂລ​ຫິດອັນ​ໃດແດ່ ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ຕຽມ​ຈະ​ມອບ​ໃຫ້​ທ່ານ. ແຕ່​ການ​ທ້າ​ທາຍ​ທີ່​ຍິ່ງ​ໃຫ​ຍ່​ສຳ​ລັບ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂຫລິດ​ທຸກ​ຄົນ​ນັ້ນ​ຄື​ ການ​ໃຫ້​ການ​ຊ່ອຍ​ເຫລືອທາ​ງວິນ​ຍານ. ເຮົາ​ທຸກ​ຄົນ​ມີ​ໜ້າ​ທີ່ມອບ​ໝາຍນັ້ນ. ມັນ​ເປັນ​ພາກ​ສ່ວນ​ຂອງ​ການ​ເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ​ໂຄ​ຣຳ. ມັນ​ເປັນ​ມາ​ດ້ວຍ​ການ​ເປັນ​ສະ​ມາ​ຊິກ​ຂອງ​ຄອບ​ຄົວ. ຖ້າ​ຫາກວ່າ​ສັດ​ທາ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ກຸ່ມ​ໂຄ​ຣຳ ຫລື ຄອບ​ຄົວ​ຂອງ​ທ່ານ​ຖືກ​ໂຈມ​ຕີ​ໂດຍ​ຊາ​ຕານ, ທ່ານ​ຈະ​ຮູ້​ສຶກ​ຄວາມ​ເມດ​ຕາ​ສົງ​ສານ. ເໝືອນ​ດັ່ງ​ການ​ຮັບ​ໃຊ້ ແລະ ຄວາມ​ເມດ​ຕາທີ່​ຊາຍ​ໄທ​ຊາມ​າ​ເລຍ​ໄດ້​ມີ​ໃຫ້, ທ່ານ​ກໍ​ຈະ​ໄດ້​ປະ​ຕິ​ບັດ​ຕໍ່​ເຂົາ​ເຈົ້າ​ຄື​ກັນ ດ້ວຍ​ນ້ຳ​ມັນ​ທີ່​ໃຫ້​ການ​ປິ່ນ​ປົວ ສຳ​ລັ​ບ​ບາດ​ແຜ​ຂອງ​ເຂົາ​ເຈົ້າ​ໃນ​ເວ​ລາ​ທີ່​ຂັດ​ສົນ.

ໃນ​ການ​ຮັບ​ໃຊ້​ຂອງ​ທ່ານ ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ, ທ່ານ​ຈະ​ອອກ​ໄປ​ຫາ​ຜູ້​ຄົນ​ຫລາຍໆ​ພັນ ທີ່​ຕົກ​ຢູ່​ໃນ​ຄວາມ​ຂັດ​ສົນ​ຫ​ລາຍ​ທາງວິນ​ຍານ. ຄົນ​ທັງ​ຫລາຍ, ຈົ​ນກວ່າ​ທ່ານ​ສອນ​ເຂົາ​ເຈົ້າ, ຈະ​ບໍ່​ຮູ້​ເລີຍ​ວ່າ​ເຂົາ​ເຈົ້າ​ມີ​ບາດ​ແຜ​ທາງວິນ​ຍານ, ທີ່​ຖ້າ​ຫາກບໍ່​ປິ່ນ​ປົວ, ມັນ​ຈະ​ນຳ​ຄວາມ​ເຈັບ​ປວດ​ທີ່ບໍ່​ມີ​ວັນ​ສິ້ນ​ສຸດມາ​ໃຫ້. ທ່ານ​ຈະ​ອອກ​ໄປ​ເຮັດ​ວຽກ​ງານ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ ທີ່​ຈະ​ຊ່ອຍ​ຊີ​ວິດ​ເຂົາ​ເຈົ້າ​ເອົາ​ໄວ້. ມີ​ແຕ່​ພ​ຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ​ທີ່​ສາ​ມາດ​ປິ່ນ​ປົວ​ບາດ​ແຜ​ທາງວິນ​ຍານ​ຂອງ​ເຂົາ​ເຈົ້າ ເມື່ອ​ເຂົາ​ເຈົ້າ​ຮັບ​ເອົາ​ພິ​ທີ​ການ​ຕ່າງໆ​ທີ່​ນຳ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ.

ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ກຸ່ມ​ໂຄ​ຣຳ, ຄູ​ສອນ​ປະ​ຈຳ​ບ້ານ, ແລະ ຜູ້​ສອນ​ສາດ​ສະໜາ, ທ່ານບໍ່​ສາ​ມາດ​ຊ່ອຍ​ຜູ້​ຄົນ​ໃຫ້​ສ້ອມ​ແປງ​ການ​ທຳ​ລາຍ​ທາງວິນ​ຍານ​ໄດ້ ຖ້າ​ຫາກ​ສັດ​ທາ​ຂອງ​ທ່ານ​ເອງບໍ່​ເຂັ້ມ​ແຂງ. ນັ້ນ​​ມີ​ຄວາມໝາຍກ​ວ່າການ​ອ່ານ​ພ​ຣະ​ຄຳ​ພີເປັນ​ປະ​ຈຳ ແລະ ການ​ອະ​ທິ​ຖານ​ກ່ຽວ​ກັບ​ເຂົ​າ​ເຈົ້າ. ການ​ອະ​ທິ​ຖານ​ໃນ​ທັນ​ທີ ແລະ ການ​ອ່ານ​ຂໍ້​ພ​ຣະ​ຄຳ​ພີ​ໄວໆ​ນັ້ນ​ບໍ່​ແມ່ນ​ການ​ຕຽມ​ພ້ອມ​ທີ່​ພຽງ​ພໍ. ຄວາມ​ໝັ້ນ​ໃຈ​ທີ່​ທ່ານ​ຈະຕ້ອງ​ການ​ຈະ​ມາ​ພ້ອມ​ຄຳ​ແນ​ະ​ນຳ​ຈາກ​ພາກ​ທີ 84 ໃນ​ພ​ຣະ​ຄຳ​ພີ Doctrine and Covenants: ທີ່​ວ່າ ເຮົາ​ບໍ່​ຕ້ອງ​ຄິດ​ໄວ້​ກ່ອນ​ວ່າ​ເຮົາ​ຈະ​ກ່າວ​ຫ​ຍັງ, ແຕ່​ຈະ​ສະ​ສົມ​ຄຳ​ແຫ່ງ​ຊີ​ວິດ​ໄວ້​ໃນ​ຄວາມ​ຄິດ​ຂອງ​ເຮົາ​ສະ​ເໝີ​ໄປ ແລະ ເຮົາ​ຈະ​ໄດ້​ຮັບ​ມັນ​ໃນ​ຊົ່ວ​ໂມງ​ທີ່​ເຮົາ​ຕ້ອງ​ການສ່ວນ​ທີ່​ຈະ​ແຈກ​ຈ່າຍ​ໃຫ້​ຄົນ​ທຸກ​ຄົນ.2

ຈະ​ໄດ້​ຮັບຄຳ​ສັນ​ຍານັ້ນ​ພຽງ​ແຕ່ ຖ້າ​ຫາກ​ເຮົາ “ສະ​ສົມ” ພ​ຣະ​ຄຳ​ຂອງ​ຊີ​ວິດ ແລະ ເຮັດ​ມັນເລື້ອຍໆ​ໄປ. ພາກ​ສ່ວນ​ຂອງການ​ສະ​ສົມຂອງ​ຂໍ້ພ​ຣະ​ຄຳ​ພີນັ້ນ​ ສຳ​ລັບ​ຂ້າ​ພະ​ເຈົ້າແລ້ວ​ເປັນ​ເລື່ອງຄວາມ​ຮູ້​ສຶກ​ບາງ​ຢ່າງ​ກ່ຽວ​ກັບ​ພ​ຣະ​ຄຳ. ຍົກ​ຕົວ​ຢ່າງ, ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ພະ​ຍາ​ຍາມ​ຊ່ອຍ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ຫວັ່ນ​ໄຫວ​ໃນ​ສັດ​ທາ​ຂອງ​ເຂົາ​ກ່ຽວ​ກັບ​ການ​ເອີ້ນ​ທີ່​ສັກ​ສິດ​ຂອງສາດ​ສະ​ດາໂຈ​ເຊັບ ສະ​ມິດ, ຄວາມ​ຮູ້​ສຶກ​ຈະ​ກັບ​ຄືນ​ມາສູ່​ຂ້າ​ພະ​ເຈົ້າ.

​ມັນ​ບໍ່​ພຽງ​ແຕ່​ເປັນ​ພ​ຣະ​ຄຳ​ຈາກ​ພ​ຣະ​ຄຳ​ພີ​ມໍ​ມອນ​ເທົ່າ​ນັ້ນ. ມັນ​ເປັນ​ຄວາມ​ຮູ້​ສຶກ​ເຖິງ​ຄວາມ​ໝັ້ນ​ໃຈ​ຂອງ​ຄວາມ​ຈິງ​ທີ່​ມາ​ສູ່​ ເມື່ອ​ໃດ​ກໍ​ຕ​າມ​ທີ່​ຂ້າ​ພະ​ເຈົ້າ​ອ່ານ ແມ່ນ​ແຕ່​ສອງ​ສາມ​ແຖວ​ຈາກ​ພ​ຣະ​ຄຳ​ພີ​ມໍ​ມອນ. ຂ້າ​ພະ​ເຈົ້າ​ໃຫ້​ຄຳ​ສັນ​ຍາ​ບໍ່​ໄດ້ ວ່າ​ມັນ​ຈະ​ມາ​ສູ່​ທຸກໆ​ຄົນທີ່​ມີ​ຄວາມ​ຮູ້​ສຶກ​ສົງ​ໄສ​ກ່ຽວ​ກັບ​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ຫລື ພ​ຣະ​ຄຳ​ພີ​ມໍ​ມອນ. ​ແຕ່ຂ້າ​ພ​ະ​ເຈົ້າ​ຮູ້​ວ່າ​ ໂຈ​ເຊັບ ສະ​ມິດ ນັ້ນ​ເປັນ​ສາດ​ສະ​ດາ​ຂອງ​ການ​ຟື້ນ​ຟູ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພ​ຣະ​ຄຳ​ພີ​ມໍ​ມອນ​ເປັນ​ພ​ຣະ​ຄຳ​ຂອງ​ພ​ຣະ​ເຈົ້າ, ເພາະ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ສະ​ສົມ​ມັນ​.

ຂ້າ​ພະ​ເຈົ້າ​ຮູ້​ຈາກ​ປະ​ສົບ​ການ​ວ່າ​ທ່ານ​ສາ​ມາດ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ເຖິງ​ຄວາມ​ຈິງ​ຈາກ​ພ​ຣະ​ວິນ​ຍານ​ໄດ້ ເພາະ​ວ່າ​ມັນ​ໄດ້​ມາ​ສູ່​ຂ້າ​ພະ​ເຈົ້າ. ທ່ານ ແລະ ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້​ມີ​ຄວາມ​ໝັ້ນ​ໃຈ​ນັ້ນ​ກ່ອນ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ວາງ​ມັນ​ໄວ້​ໃນ​ເສັ້ນ​ທາງ​ຂອງ​ຜູ້​ເດີນ​ທາງ​ທີ່​ເຮົາ​ຮັກ ຜູ້​ທີ່​ຖືກ​ເຮັດ​ໃຫ້​ບາດ​ເຈັບ​ໂດຍ​ສັດ​ຕູ​ຂອງ​ຄວາມ​ຈິງນັ້ນ.

ຍັງ​ມີ​ການ​ຕຽມ​ພ້ອມ​ອີກ​ຢ່າງ​ໜຶ່ງ​ທີ່​ເຮົາ​ຕ້ອງ​ເຮັດ. ມັນ​ເປັນ​ອຸ​ປະ​ນິ​ໄສ​ຂອງ​ມະ​ນຸດ​ທີ່​ຈະ​ແຂງ​ກະ​ດ້າງ​ຕໍ່​ຄວາມ​ເຈັບ​ປວດ​ຂອງ​ຄົນ​ອື່ນ. ນັ້ນ​ເປັນ​ສາ​​ເຫດໜຶ່ງ​ທີ່​ວ່າ​ເປັນ​ຫ​ຍັງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຈຶ່ງ​ໄດ້ກະ​ທຳ​ຫລາຍ ເພື່ອ​ຈະ​ບອກ​ເລົ່າ​ເຖິງ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ອົງ ແລະ ເຖິງ​ການ​ຮັບ​ເອົາ​ບາບ ແລະ ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງ​ລູກທຸກໆ​ຄົນ​ຂອງ​ພ​ຣະ​ອົງ ທີ່​ພ​ຣະ​ອົງ​ຮູ້​ວ່າ​ຈະ​ໃຫ້​ຄວາມ​ຊ່ອຍ​ເຫລືອເຂົາ​ເຈົ້າ.

ແມ່ນ​ແຕ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​​ທີ່​ດີ​ທີ່​ສຸດ​ຂອງ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນຢູ່​ເທິງ​ໂລກ​ຍັງ​ບໍ່​ບັນ​ລຸ​ມາດ​ຕະ​ຖານ​ແຫ່ງ​ຄວາມ​ເມດ​ຕາ​ນັ້ນໄດ້​ງ່າຍໆ. ແນວ​ໂນ້ມ​ຂອງ​ມະ​ນຸດ​ແມ່ນ​ຈະ​ບໍ່​ອົດ​ທົນ​ກັບ​ຄົນ​ທີ່ບໍ່​ສາ​ມາດ​ເຫັນ​ຄວາມ​ຈິງ​ໄດ້ ທີ່​ເປັນ​ສິ່ງ​ທີ່​ຊັດ​ເຈນ​ແທ້​ສຳ​ລັບ​ເຮົາ. ເຮົາ​ຕ້ອງ​ລະ​ວັງ​ໃຫ້​ດີວ່າ ຄວາມບໍ່​ອົດ​ທົນ​ຂອງ​ເຮົາ​ນັ້ນ​ບໍ່​ໄດ້​ຖືກເບິ່ງ​ເຫັນ​ວ່າ​ເປັນ​ການ​ກ່າວ​ໂທດ ຫລື ການ​ປະ​ຕິ​ເສດ.

ຂະ​ນະ​ທີ່​ເຮົາ​ຕຽມ​ພ້ອມ​ທີ່​ຈະ​ໃຫ້​ຄວາມ​ຊ່ອຍ​ເຫລືອ​ແກ່​ພ​ຣະ​ຜູ້​ເປັນ​ເຈົ້າ ໃນ​ຖາ​ນະ​ຜູ້​ຮັບ​ໃຊ້​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພ​ຣະ​ອົງ, ເຮົາ​ຍັງ​ມີ​ພ​ຣະ​ຄຳ​ພີ​ມາ​ຊີ້​ນຳ​ເຮົາ. ມັນ​ບັນ​ຈຸ​ຂອງ​ປະ​ທານ​ທີ່​ເຮົາ​ຕ້ອງ​ການ​ສຳ​ລັບ​ການ​ເດີນ​ທາງ​ຂອງ​ເຮົາ, ບໍ່​ວ່າ​ບ່ອນ​ໃດ​ກໍ​ຕາມ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ສົ່ງເຮົາ​ໄປ. ໄທ​ຊາ​ມາ​ເລຍ​ຜູ້​ໃຈ​ດີ​ຄົນ​ນັ້ນ​ໄດ້​ມີ​ຂອງ​ປະ​ທານ​ນັ້ນ. ເຮົາ​ຈະ​ຕ້ອງ​ການ​ມັນ, ແລະ ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ເຮົາ​ວ່າ​ເຮົາ​ຈະ​ພົບ​ເຫັນ​ມັນ​ໄດ້​ແນວ​ໃດ.

“ດັ່ງ​ນັ້ນ, ພີ່​ນ້ອງ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ຖ້າ​ຫາກ​ທ່ານບໍ່​ມີ​ຄວາມ​ໃຈ​ບຸນ, ທ່ານ​ກໍ​ບໍ່​ເປັນ​ອັນ​ໃດ​ເລີຍ, ເພາະ​ຄວາມ​ໃຈ​ບຸນ​ດຳ​ລົງ​ຢູ່​ຕະ​ຫລອດ​. ດັ່ງ​ນັ້ນ, ຈົ່ງ​ຍຶດ​ໝັ້ນ​ຢູ່​ກັບ​ຄວາມ​ໃຈບຸນ, ຊຶ່ງ​ເປັນ​ສິ່ງ​ທີ່​ຍິ່ງ​ໃຫ​ຍ່​ສຸດ​ໃນ​ທຸກ​ສິ່ງ, ເພາະ​ວ່າ​ທຸກ​ສິ່ງ​ຕ້ອງ​ໝົດ​ສິ້ນ​ໄປ—

“ແຕ່​ຄວາມ​ໃຈ​ບຸນ​ຄື​ຄວາມ​ຮັກ​ອັນ​ບໍ​ລິ​ສຸດຂອງ​ພ​ຣະ​ຄ​ຣິດ, ແລະ ມັນ​ອົດ​ທົນ​ຕະ​ຫລອດ​ການ; ແລະ ຜູ້​ໃດ​ຖືກ​ພົບ​ວ່າ​ມີ​ມັນ​ໃນ​ວັນ​ສຸດ​ທ້າຍ, ຍ່ອມ​ຈະ​ເປັນ​ການ​ດີ​ກັບ​ຜູ້ນັ້ນ.

“ດັ່ງ​ນັ້ນ, ພີ່​ນ້ອງ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ອະ​ທິ​ຖານ​ຫາ​ພ​ຣະ​ບິ​ດາ​ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ໃຈ, ເພື່ອ​ທ່ານ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ນີ້, ຊຶ່ງ​ພ​ຣະ​ອົງ​ປະ​ທານ​ໃຫ້​ທຸກ​ຄົນ​ຊຶ່ງ​ເປັນ​ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພ​ຣ​ະ​ເຢ​ຊູ​ຄ​ຣິດ, ພ​ຣະ​ບຸດ​ຂອງ​ພ​ຣະ​ເຈົ້າ; ເພື່ອ​ທ່ານ​ຈະ​ໄດ້​ກາຍ​ມາ​ເປັນ​ບຸດ​ຂອງ​ພ​ຣະ​ເຈົ້າ; ເມື່ອ​ພ​ຣະ​ອົງ​ສະ​ເດັດ​ມາ ເຮົາ​ຈະ​ເປັນ​ເໝືອນ​ດັ່ງ​ພ​ຣະ​ອົງ, ເພາະ​ວ່າ​ເຮົາ​ຈະ​ໄດ້​ເຫັນ​ພ​ຣະ​ອົງ​ຢ່າງ​ທີ່​ພ​ຣະ​ອົງ​ເປັນ​ຢູ່ນັ້ນ, ເພື່ອ​ເຮົາ​ຈະ​ມີ​ຄວາມ​ຫວັງ​ນີ້; ຄື​ເຮົາ​ຈະ​ຖືກເຮັດ​ໃຫ້​ບໍ​ລິ​ສຸດ​ຄື​ກັນ​ກັ​ບ​ພ​ຣະ​ອົງ​ທີ່​ບໍ​ລິ​ສຸດ.”3

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ເຮົ​າ​ຈະ​ຕຽມ​ຕົວ​ເຮົາ​ເອງ​ ທີ່​ຈະ​ໃຫ້​ການ​ຮັບ​ໃຊ້​ຂອງຖ​າ​ນະ​ປະ​ໂລ​ຫິດ​ໃດໆ​ກໍ​ຕາມ ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້າອາດຈະປະ​ທານໃຫ້​ເຮົາ​ເຮັດ​ ໃນ​ການ​ເດີນ​ທາງ​ຂອ​ງ​ເຮົາ​ໃນ​ຊີ​ວິດ​ມະ​ຕະ​ນີ້. ໃນ​ພ​ຣະ​ນາມອັນ​ສັກສິດ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.