​2010–2019
ໄດ້​ຮັບ​ການ​ເອີ້ນ​ຈາກ​ພ​ຣະ​ອົງໃຫ້​ປະ​ກາດ​ພ​ຣະ​ຄຳ​ຂອງ​ພ​ຣະ​ອົງ
ຕຸລາ 2013


ໄດ້​ຮັບ​ການ​ເອີ້ນ​ຈາກ​ພ​ຣະ​ອົງໃຫ້​ປະ​ກາດ​ພ​ຣະ​ຄຳ​ຂອງ​ພ​ຣະ​ອົງ

ຖ້າ​ວ່າ​ທ່ານ​ຖ່ອມ​ຕົນ, ເຊື່ອ​ຟັງ, ແລະ ຟັງ​ສຸ​ລະ​ສຽງ​ຂອງ​ພ​ຣະ​ວິນ​ຍານ, ທ່ານ​ຈະ​ພົບ​ເຫັນ​ຄວາມ​ສຸກ​ຫລາຍ​ໃນ​ການ​ຮັບ​ໃຊ້​ຂອງ​ທ່ານ ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ.

ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫ​ຍ່​ເມື່ອ​ເດືອນ​ເມ​ສາ​ທີ່​ຜ່ານ​ມານີ້, ຂ້າ​ພະ​ເຈົ້າ​ກຳ​ລັງ​ຮັບ​ໃຊ້​ເປັນ​ປະ​ທານ​ເຜີຍ​ແຜ່​ທີ່​ປະ​ເທດ​ອິນ​ເດຍ. ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນດ້ວຍ​ຕົວ​ເອງ​ສິ່ງ​ທີ່​ອາ​ດີດ​ປະ​ທານ​ອີກ​ຄົນໜຶ່ງ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ: “ຜູ້​ສອນ​ສາດ​ສະ​ໜາ​ຂອງ​ສາດ​ສະ​ໜາ​ຈັກ​ນີ້​ຊ່າງ​ໜ້າ​ປະ​ທັບ​ໃຈ​ແທ້ໆ.”1

ຜູ້​ສອນ​ສ​າດ​ສະ​ໜາ​ທີ່​ດີ​ເດັ່ນ​ຄົນ​ໜຶ່ງ​ໃນ​ຫລາຍໆ​ຄົນ ທີ່​ຊິດ​ສະ​ເຕີ ຟັ້ງ ແລະ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ນຳ​ກັນ​ຄື ແອວ​ເດີ ປ໊ອກແຣວ ຈາກ​ປະ​ເທດ​ເນ​ປານ. ຫລັງ​ຈາກ​ໄດ້​ເປັນ​ສະ​ມາ​ຊິກ​ຂອ​ງ​ສາດ​ສະ​ໜາ​ຈັກ​ພຽງ​ສອງ​ປີ, ລາວ​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ຢູ່​ທີ່ເຂດ​ເຜີຍ​ແຜ່ ບັງ​ກາ​ໂລ ປະ​ເທດ​ອິນ​ເດຍ, ເຂດ​ເຜີຍ​ແຜ່​ທີ່​ໃຊ້​ພາ​ສາ​ອັງ​ກິດ. ລາວ​ຈະ​ບອກ​ທ່ານ​ວ່າ​ລາວບໍ່​ໄດ້​ຕຽມ​ພ້ອມ​ເປັນ​ຢ່າງ​ດີ. ນັ້ນ​ເປັນ​ສິ່ງ​ທີ່​ເຂົ້າ​ໃຈ​ໄດ້. ລາວບໍ່​ເຄີຍ​ໄດ້​ເຫັນ​ຜູ້​ສອນ​ສາດ​ສະ​ໜາ​ຈົນ​ວ່າ​ລາວ​ໄດ້​ເປັນ​ຜູ້​ສອນ​ສາ​ດ​ສະ​ໜາ ​ເພາະວ່າ​ບໍ່​ມີ​ຜູ້​ສອນ​ສາດສະໜາ​ຢູ່​ປະ​ເທດ​ເນ​ປານ. ລາວ​ອ່ານ​ພາ​ສາ​ອັງ​ກິດບໍ່​ໄດ້​ດີ​ພໍ​ທີ່​ຈະ​ເຂົ້າ​ໃຈ​ແນະ​ນຳ​ທີ່​ຮ່ວມ​ຢູ່ຈົດ​ໝາຍ​ການ​ເອີ້ນ​ຂອງ​ລາວ. ເມື່ອ​ລາວ​ໄດ້​ມາ​ລາຍ​ງານ​ເຂົ້າ​ສູນ​ອົບ​ລົມ​ຜູ້​ສອນ​ສາດ​ສ​ະ​ໜາ, ແທນ​ທີ່​ຈະ​ນຳ​ເອົາ​ໂສ້ງ​ທີ່​ດີ​ງາມ, ເສື້ອ​ສີ​ຂາວ, ແລະ ກາ​ລະ​ວັດ, ຕາມ​ຄຳ​ເວົ້າ​ຂອງ​ລາວ​ເອງ​ວ່າ, ລາວ​ໄດ້​ເອົາ “ໂສ້ງ​ຍີນ​ຫ້າ​ໂຕ, ເສື້ອ​ຢືດ​ສອງ​ສາມ​ໂຕ ແລະ ຢາ​ທາຜົມ​ບັກ​ຫລາຍໆ​ມາ​ນຳ.”2

ແມ່ນ​ແຕ່​ຫລັງ​ຈາກ​ລາວ​ໄດ້​ມີ​ເສື້ອ​ຜ້າ​ທີ່​ເໝາະ​ສົມ​ແລ້ວ, ລາວ​ຍັງ​ໄດ້​ເວົ້າ​ວ່າ​ລາວ​ໄດ້​ຮູ້​ສຶກບໍ່​ພຽງ​ພໍ​ທຸກໆ​ມື້​ໃນ​ລະ​ຫວ່າງ​ເວ​ລາ​ສອງ​ສາມ​ອາ​ທິດ​ທຳ​ອິດ​ນັ້ນ. ລາວ​ໄດ້​ບັນ​ຍາຍ​ເຖິງໄລ​ຍະ​ເວ​ລານັ້ນ​ວ່າ: “ບໍ່​ແມ່ນ​ແຕ່​ການ​ຮຽນພາ​ສາ​ອັງ​ກິດ​ເທົ່າ​ນັ້ນ​ທີ່​ຍາກ​ລຳ​ບາກ, ແຕ່​ວຽກ​ງານນັ້ນ​ກໍ​ທ້າ​ທາຍ​ຄື​ກັນ. … ​ນອກ​ເໜືອ​ໄປ​ຈາກນັ້ນ ຂ້າ​ນ້ອຍ​ຍັງ​ຫິວເຂົ້າ, ​ເມື່ອຍ​ລ້າ, ແລະ ຄິດ​ຮອດ​ບ້ານ​ນຳ​ອີກ. … ເຖິງ​ແມ່ນ​ວ່າ​ສະ​ຖາ​ນະ​ການ​ຈະ​ຍາກ​ເທົ່າ​ໃດ, ຂ້າ​ນ້ອຍ​ຍັງ​ແນ່ວ​ແນ່. ຂ້າ​ນ້ອຍ​ໄດ້​ຮູ້​ສຶກ​ອ່ອນ​ແອ ແລະ ບໍ່​ພຽງ​ພໍ. ຂ້າ​ນ້ອຍ​ໄດ້​ອະ​ທິ​ຖານ​ໃນ​ເວ​ລາ​ດັ່ງ​ກ່າວ ທູນ​ຂໍໃຫ້​ພ​ຣ​ະ​ບິ​ດາ​ເທິງ​ສະ​ຫວັນ​ຊ່ອຍ​ເຫລືອ​ຂ້າ​ນ້ອຍ. ເປັນ​ທີ່​ໄວ້​ວາງ​ໃຈ​ໄດ້​ວ່າ, ທຸກໆ​ເທື່ອ​ທີ່​ຂ້າ​ນ້ອຍ​ໄດ້​ອະ​ທິ​ຖານ, ຂ້າ​ນ້ອຍ​ກໍ​ໄດ້​ຮູ້​ສຶກ​ສະ​ບາຍ​ໃຈ​ຂຶ້ນ​ໂລດ.”3

ເຖິງ​ແມ່​ນ​ວ່າ​ວຽກ​ງານ​ເຜີຍ​ແຜ່ນັ້ນ​ເປັນ​ເປັນ​ສິ່ງ​ໃໝ່ ແລະ ທ້າ​ທາຍ​ສຳ​ລັບ​ ແອວ​ເດີ ​ປ໊ອກ​ແຣວ, ລາວ​ຍັງ​ໄດ້​ຮັບ​ໃຊ້ດ້ວຍ​ສັດ​ທາ​ຫລາຍ ແລະ ຄວາມ​ອຸ​ທິດ​ຕົນ, ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ ແລະ ເຮັດ​ຕາມ​ສິ່ງ​ທີ່​ລ​າວ​ໄດ້​ຮຽນ​ຮູ້​ຈາກ​ພ​ຣະ​ຄຳ​ພີ, ປຶ້ມ ຈົ່ງ​ສອນ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ແລະ ຜູ້​ນຳ​ໃນ​ຄະ​ນະ​ເຜີຍ​ແຜ່​ຂອງ​ລາວ. ລາຍ​ໄດ້​ກາຍ​ເປັນ​ຄູ​ສອນ​ພ​ຣະ​ກິດ​ຕິ​ຄຸນທີ່​ມີ​ພະ​ລັງ—ເປັນ​ພາ​ສາ​ອັງ​ກິດ —ແລະ ເປັນ​ຜູ້​ນຳ​ທີ່​ດີ​ເລີດ. ຫລັງ​ຈາກ​ການ​ເຜີຍ​ແຜ່​ຂອງ​ລາວ ແລະ ເວ​ລາ​ຢູ່​ປະ​ເທດ​ເນ​ປານ, ລາວ​ໄດ້​ກັບຄືນ​ໄປ​ປ​ະ​ເທດ​ອິນ​ເດຍ ເພື່ອຮຽນ​ຕໍ່​ການ​ສຶ​ກ​ສາ​ຂອງ​ລາວ. ​ຕັ້ງ​ແຕ່​ເດືອນ​ມັງ​ກອນ​ມານີ້ ລາວ​ໄດ້​ຮັບ​ໃຊ້​ເປັນ​ປະ​ທານ​ສາ​ຂາ​ໃນ​ເມືອງ ນິວ ແດວ​ລີ. ເປັນ​ເພາະ​ຄວາມ​ຈະ​ເລີນ​ເຕີບ​ໂຕ​ທີ່​ລາວ​ໄດ້​ປະ​ສົບ​ມາ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ, ລາວ​ຍັງ​ມີ​ສ່ວນ​ບໍ​ລິ​ຈາກ​ຕໍ່​ໄປ ໃນ​ການ​ຈະ​ເລີນເຕີບໂຕທີ່​ແທ້​ຈິງ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ປະ​ເທດ​ອິນ​ເດຍ.

ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່ບໍ່​ເຄີຍ​ເຫັນ​ຜູ້​ສອນ​ສາດ​ສະ​ໜາ​ກາຍ​ມາ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ມີ​ພະ​ລັງ​ທາງວິນ​ຍານ​ໄດ້​ແນວ​ໃດ? ທ່ານ​ຈະ​ໄດ້​ຮັບ​ພະ​ລັງ​ທາງວິນ​ຍານ​ໄດ້​ແນວ​ໃດ ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ ທີ່​ຈະ​ເຂົ້າ​ໄປ​ໃນ​ບ້ານ​ຜູ້​ຄົນ​ໄດ້, ເຂົ້າ​ເຖິງ​ຜູ້​ຄົນ​ຜ່ານ​ທາງ​ອີ​ເມວ, ແລະ ເຂົ້າ​ເຖິງ​ຫົວ​ໃຈ​ຂອງ​ຜູ້​ຄົນ​ໃນ​ເຂດ​ເຜີຍ​ແຜ່​ໄດ້ ບ່ອນ​ທີ່​ທ່ານ​ຈະ​ຮັບ​ໃຊ້? ຕາມ​ເຄີຍ, ຈະ​ພົບ​ເຫັນ​ຄຳ​ຕອບນັ້ນ​ຢູ່​ໃນ​ພ​ຣະ​ຄຳ​ພີ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດ​າ ແລະ ອັກ​ຄະ​ສາ​ວົກ​ທີ່​ມີ​ຊີ​ວິດ​ຢູ່.

ເມື່ອ​ພ​ຣະ​ກິດ​ຕິ​ຄຸນ​ຖືກ​ສັ່ງ​ສອນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ເທດ​ອັງ​ກິດ ໃນ​ເດືອນ​ກໍ​ລະ​ກົດ ປີ 1837, ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ໃຫ້​ແກ່​ບັນ​ດາ​ອັກ​ຄະ​ສາ​ວົກ​ວ່າ ຜູ້​ໃດ​ກໍ​ຕາມ​ທີ່​ພວກ​ເພິ່ນ​ຈະ​ສົ່ງ​ໄປ​ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ອົງ, ໂດຍ​ສຽງ​ຂອງ​ອ້າຍ​ນ້ອງ​ຂອງ​ພວກ​ເພິ່ນ, ສະ​ພາ​ສິບ​ສອງ, ທີ່​ພວກ​ເພິ່ນ​ແນະ​ນຳ ແລະ ໃຫ້​ອຳ​ນາດ ຢ່າງ​ຖືກ​ຕ້ອງ ຈະ​ມີ​ອຳ​ນາດ​ເປີດ​ປະ​ຕູ​ອາ​ນາ​ຈັກ​ຂອງ​ພ​ຣະ​ອົງ ໃຫ້​ປະ​ຊາ​ຊາດ​ໃດ ບໍ່​ວ່າ​ທີ່​ໃດ​ກໍ​ຕາມ​ທີ່​ພວກ​ເພິ່ນ​ຈະ​ສົ່ງພວກ​ເຂົາ​ໄປ.”4

ບໍ່​ວ່າ​ທ່ານ​ຖືກ​ສົ່ງ​ໄປ​ບ່ອນ​ໃດ​ກໍ​ຕາມ, ບໍ່​ວ່າ​ຈະ​ເປັນ​ເຂດ​ເຜີຍ​ແຜ່​ໃດ​ກໍ​ຕາມ ທ່ານ​ຖືກມອບ​ໝາຍ, ຂໍ​ໃຫ້​ຮູ້​ໄວ້​ວ່າ​ສະ​ມາ​ຊິກ​ຂອງ​ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ແນະ​ນຳ​ການມອບ​ໝາຍນັ້ນຢ່າງ​ຖືກ​ຕ້ອງ ແລະ ທ່ານ​ຖືກ​ເອີ້ນ​ໂດຍ​ສາດ​ສະ​ດາ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ. ທ່ານ​ຖືກ​ເອີ້ນ​ໂດຍ “ການ​ພະ​ຍາ​ກອນ, ແລະ ໂດຍ​ການ​ວາງ​ມື.”5

ແລ້ວພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ເງື່ອນ​ໄຂ​ໃຫ້​ສຳ​ລັບ​ຄຳ​ສັນ​ຍານີ້​ບັນ​ລຸ​ຜົນ​ສຳ​ເລັດ. ພ​ຣະ​ອົງ​ໄດ້​ກ່າວ​ວ່າ, ຕາບ​ໃດ​ທີ່ [ຊຶ່ງ​ໝາຍ​ຄວາມ​ວ່າ ຄຳ​ສັນ​ຍານັ້ນ​ຈະ​ໄດ້​ບັນ​ລຸ​ຜົນ​ສຳ​ເລັດ ຖ້າ​ວ່າ] ເຂົາ [ໝາຍ​ເຖິງ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ຖືກ​ສົ່ງ​ໄປ] ຈະ [1] ຖ່ອມ​ຕົວຕໍ່​ພ​ຣະ​ອົງ [2] ຢູ່​ໃນ​ຄຳ​ຂອງ​ພ​ຣະ​ອົງ, ແລະ [3] ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ​ຂອງ​ພ​ຣະ​ອົງ.”6

​ຄຳ​ສັນ​ຍາ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ແຈ້ງ​ຊັດ​ດີ. ເພື່ອ​ວ່າ​ເຮົາ​ຈະ​ມີ​ພະ​ລັງ​ທາງວິນ​ຍານ​ທີ່​ຈຳ​ເປັນ​ ທີ່​ຈະ​ເປີດ​ປະ​ຕູ​ອານ​າ​ຈັກ​ຂອງ​ພ​ຣະ​ເຈົ້າ​ໃນ​ປະ​ເທດ​ທີ່​ທ່ານ​ຖືກ​ສົ່ງ​ໄປ, ທ່ານ​ຕ້ອງ​ຖ່ອມ​ຕົນ, ເຊື່ອ​ຟັງ, ແລະ ມີ​ຄວາ​ມ​ສາ​ມາດ​ທີ່​ຈະ​ໄດ້​ຍິນ ແລະ ເຮັດ​ຕາມ​ພ​ຣະ​ວິນ​ຍານ.

ຄຸນ​ລັກ​ສະ​ນະ​ສາມ​ຢ່າງນີ້​ກ່ຽວ​ພັນ​ກັນ​ດີ. ຖ້າ​ທ່ານ​ຖ່ອມ​ຕົນ, ທ່ານ​ຈະ​ຢາກ​ເຊື່ອ​ຟັງ. ຖ້າ​ທ່ານ​ເຊື່ອ​ຟັງ, ທ່ານ​ຈະ​ຮູ້​ສຶກ​ເຖິງ​ພ​ຣະ​ວິນ​ຍານ. ພ​ຣະ​ວິນ​ຍານນັ້ນ​ສຳ​ຄັນ​ແທ້; ປະ​ທານ ​ເອສະ​ຣາ ແທບ ເບັນ​ສັນ​ ໄດ້​ສອນ​ວ່າ, “ປາດ​ສະ​ຈາກ​ພ​ຣະ​ວິນ​ຍານ, ທ່ານ​ຈະ​ບໍ່​ສຳ​ເລັດ​ຫ​ຍັງ​ເລີຍ ບໍ່​ວ່າ ທ່ານ​ຈະ​ມີພອນ​ສະ​ຫວັນ ແລະ ຄວາມ​ສາ​ມາດ​​ເທົ່າ​ໃດ​ກໍ​ຕາມ.”7

ໃນ​ຖາ​ນະ​ປະ​ທານ​ເຜີຍ​ແຜ່, ເປັນ​ບາງ​ຄັ້ງ​ຂ້າ​ພະ​ເຈົ້າ​ໄດ້​ສຳ​ພາດ​ຜູ້​ສອນ​ສາດ​ສະ​ໜາ​ທີ່ມີ​ບັນ​ຫາ ເພາະ​ວ່າ​ເຂົາ​ເຈົ້າ​ຍັງ​ບໍ່​ທັນ​ມີ​ຄຸນ​ຄ່າ​ດີ​ພໍ. ເຂົາ​ເຈົ້າ​ໄດ້​ດຳ​ລົງ​ຊີ​ວິດ​ຕ່ຳ​ກວ່າ​ຄວາມ​ສາ​ມາດ​ຂອງ​ຕົນ. ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ໜັກ​ເທົ່າ​ໃດ ຫລືວ່າ​ເຂົາ​ເຈົ້າ​ໄດ້​ເຮັດ​ຄວາມ​ດີ​ຫລາຍ​ປານ​ໃດ​ກໍ​ຕາມ, ເຂົາ​ເຈົ້າ​ຍັງ​ບໍ່​ສາ​ມາດ​ຮູ້​ສຶກ​ຄວາມ​ສະ​ຫງົບ ແລະ ມີ​ພຣະ​ວິນ​ຍານບໍ​ລິ​ສຸດ​ສະ​ຖິດ​ຢູ່​ເປັນ​ເພື່ອນ ຈົນ​ກວ່າ​ເຂົາ​ເຈົ້າ​ໄດ້​ຖ່ອມ​ຕົນ, ກັບ​ໃຈ​ຢ່າງ​ຄົບ​ຖ້ວນ, ແລະ ຮັບ​ເອົາ​ຄວາມ​ເມດ​ຕາ ແລະ ພຣະ​ຄຸນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ.

ພ​ຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ສອນ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ໃຫ້​ຖ່ອມ​ຕົນ, ເພາະ​ວ່າ​ຂັ້ນ​ຕອນ​ຂອງ​ການ​ໄດ້​ຮັ​ບ​ການ​ປິ່ນ​ປົວທາງວິນ​ຍານ​ນັ້ນ ເລີ່ມ​ຕົ້ນດ້ວຍ​ຫົວ​ໃຈ​ທີ່​ຊອກ​ຊ້ຳ. ຂໍ​ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ເປັນ​ມາ​ຈາກ​ສິ່ງ​ທີ່ແຕກ​ຫັກ: ຂີ້​ດິນ​ຖືກ​ເຮັດ​ໃຫ້​ໝຸ່ນເພື່ອ​ປູກ​ເມັດ​ພືດ. ເມັດ​ພືດ​ຖືກ​ເຮັດ​ໃຫ້​ໝຸ່ນ​ເປັນ​ແປ້ງ​ເພື່ອເຮັດ​ເຂົ້າ​ຈີ່. ເຂົ້າ​ຈີ່ນັ້ນ​ຖືກ​ຫັກ​ໃຫ້​ເປັນ​ເຄື່ອງ​ໝາຍ​ຂອງສິນ​ລະ​ລຶກ. ເມື່ອ​ຄົນ​​ທີ່ໄດ້​ກັບ​ໃຈຮັບ​ສ່ວນສິນ​ລະ​ລຶກນັ້ນ​ດ້ວຍ​ຫົວ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ, ເຂົາ​ຈະ​ຫາຍ​ດີ.8 ເມື່ອ​ເຮົາ​ກັບ​ໃຈ ແລະ ໄດ້​ຮັບ​ການ​ປິ່ນ​ປົວ ຜ່ານ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ເຮົາ​ຈະ​ມີ​ສິ່ງ​​ມາ​ຖະ​ຫວາຍ​ແດ່​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂະ​ນະ​ທີ່​ເຮົາ​ຮັບ​ໃຊ້​ພຣະ​ອົງ. “ແທ້​ຈິງ​ແລ້ວ, ຈົ່ງ​ມາ​ຫາ​ພ​ຣະ​ອົງ​ເຖີດ, ແລະ ຖະ​ຫວາຍ​ທັງ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ ເປັນ​ເຄື່ອງ​ບູ​ຊາ​ແດ່​ພ​ຣະ​ອົງ.”9

ຖ້າ​ຫາກ​ທ່ານ​ມີພາ​ລະ​ໜັກໂດຍ​ບາບ ແລະ ຈຳ​ເປັນ​ຕ້ອງ​ກັບ​ໃຈ, ຂໍ​ໃຫ້​ເຮັດ​ສິ່ງ​ນັ້ນ​ທັນ​ທີ. ເມື່ອ​ພ​ຣະ​ຜູ້ຊ່ອຍ​ໃຫ້​ລອດ​ປິ່ນ​ປົວ​ຄົນ​ທີ່​ເຈັບ​ປວດ, ພ​ຣະ​ອົງ​ມັກ​ຈະ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ລຸກ​ຂຶ້ນ. ພ​ຣະ​ຄຳ​ພີ​ບັນ​ທຶກວ່າ​ເຂົາ​ເຈົ້າ​ໄດ້​ເຮັດ​ດັ່ງ​ນັ້ນຢ່າງ​ທັນ​ທີ.10 ເພື່ອ​ຈະ​ໄດ້​ຫາຍ​ດີ​ຈາກ​ຄວາມ​ເຈັບ​ປວດ​ທາງວິນ​ຍານ​ຂອງ​ທ່ານ, ຂໍ​ໃຫ້​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພ​ຣະ​ອົງ​ທີ່​ໃຫ້​ລຸກ​ຂຶ້ນ. ໂດຍບໍ່​ຕ້ອງ​ຊັກ​ຊ້າ, ໄປ​ເວົ້າ​ລົມ​ນຳ​ອະ​ທິ​ການ​ຂອງ​ທ່ານ, ຫລື ປະ​ທານ​ເຜີຍ​ແຜ່ ແລະ ໃຫ້​ເລີ່ມ​ຕົ້ນຂັ້ນ​ຕອນ​ຂອງ​ການ​ກັບ​ໃຈ​ນັ້ນ​ດຽວນີ້.

ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ການ​ຊົດ​ໃຊ້​ຈະ​ນຳ​ຄວາມ​ສະ​ຫງົບ​ສຸກ​ມາ​ສູ່​ຈິດ​ວິນ​ຍານ​ຂອງ​ທ່ານ ແລະ ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ເຖິງ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້. ການ​ເສຍ​ສະ​ລະ​ຂອງພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດນັ້ນ​ແມ່ນ​ວັດ​ແທກບໍ່​ໄດ້, ແຕ່ບາບ​ຂອງ​ເຮົາ, ເຖິງ​ແມ່ນ​ວ່າ​ມັນ​ມີ​ຫລາຍ ແລະ ຮ້າຍ​ແຮງ, ອາດຍັງ​ນັບ​ ແລະ ສາລະ​ພາບໄດ້, ປະ​ຖິ້ມ ແລະ ອະ​ໄພ​ໃຫ້​ໄດ້. ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ຄວາມ​ສຸກ​ຂອງ​ພ​ຣະ​ອົງ​ ໃນ​ຈິດ​ວິນ​ຍານ​ທີ່​ກັບ​ໃຈ​ນັ້ນ​ຍິ່ງ​ໃຫ​ຍ່​ພຽງ​ໃດ!11

ຄຳ​ສັນ​ຍາ​ທີ່​ມີ​ຢູ່​ໃນ​ພ​ຣະ​ຄຳ​ພີ Doctrine and Covenants ນັ້ນ​ກໍ​ມີ​ພະ​ລັງ​ຫ​ລາຍ ເມື່ອ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວວ່າ ເມື່ອ​ເຮົາ​ໃຫ້​ຄຸນ​ນະ​ທຳ​ປະ​ດັບ​ຄວາມ​ນຶກ​ຄິດ​ຂອງ​ເຮົາ​ຢ່າງບໍ່​ເສື່ອມ​ຄາຍ, ເມື່ອນັ້ນ​ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ​ຈະ​ເຂັ້ມ​ແຂງ​ຂຶ້ນ ໃນ​ທີ່​ປະ​ທັບ​ຢູ່​ຂອງພ​ຣະ​ເຈົ້າ.12 ເມື່ອ​ທ່ານ​ດຳ​ລົງ​ຊີ​ວິດ​ທີ່​ມີ​ຄຸນ​ນະ​ທຳ, ທ່ານ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ໝັ້ນ​ໃຈທີ່​ງຽບ​ສະ​ຫງົບ​ໃນການ​ມີ​ຄຸນ​ຄ່າ​ດີ​ພໍ​ຕໍ່​ພ​ຣະ​ເຈົ້າ ແລະ ທ່ານ​ຈະ​ມີ​ອຳ​ນາດ​ຂອງ​ພ​ຣະ​ວິນ​ຍານ​ສະ​ຖິດ​ຢູ່​ເປັນ​ເພື່ອນ​ທ່ານສະ​ເໝີ.13

ສະ​ມາ​ຊິກໃໝ່​ບາງ​ຄົນ​ໃນ​ສ​າດ​ສະ​ໜາ​ຈັກ ຫລື ຜູ້​​ທີ່ໄດ້​ກັບ​ຄືນ​ມາ​ໂບດ​ອີກ​ເມື່ອບໍ່​ດົນ​ມາ​ນີ້​ອາດ​ເວົ້າ​ວ່າ, “ບັດ​ນີ້ຂ້າ​ນ້ອຍມີ​ຄຸນ​ຄ່າ​ດີ​ພໍ​ ແລະ ມີຄວາມ​ປາ​ດ​ຖະ​ໜາ​ທີ່ຈະ​ຮັບ​ໃຊ້, ແຕ່ຂ້າ​ນ້ອຍບໍ່​ຮູ້​ຖ້າ​ຫາກວ່າ​ຂ້າ​ນ້ອຍ​ຮູ້​ຫລາຍ​ພໍແລ້ວ.” ໃນ​ເດືອນ​ເມ​ສາ, ປະ​ທານ​ທອມ​ມັສ​ ​ແອັສ ມອນ​ສັນ ໄດ້​ສອນ​ວ່າ, “ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ ແລະ ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ທີ່​ສຳ​ຄັນ​ຂອງ​ເຮົາ​ຈະ​ມາ​ສູ່​ເຮົາ​ເມື່ອ​ເຮົາ​ເຊື່ອ​ຟັງ​ພ​ຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.”14 ມັນ​ຊ່າງ​ເປັນ​ຕາ​ອຸ່ນ​ໃຈ​ ທີ່​ຈະ​ຮູ້​ວ່າ​ຜ່ານ​ກາ​ນ​ເຊື່ອ​ຟັງ​ຂອງ​ເຮົາ, ເຮົາ​ຈະ​ໄດ້​ຮັບຄວາມ​ຮູ້.

ຄົນ​ອື່ນ​ອີກ​ອາດ​ຈະ​ຮູ້​ສຶກວ່າ​ເຂົ​າ​ເຈົ້າ​ມີ​ພອ​ນ​ສະ​ຫວັນ, ຄວາມ​ສາ​ມາດ, ຫລື ປະ​ສົບ​ການ​​ທີ່​ຈະ​ມອບ​ໃຫ້. ຖ້າ​ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ແບບນີ້, ຂໍ​ໃຫ້​ຈົດ​ຈຳ​ປະ​ສົບ​ການ​ຂອງ​ ແອວ​ເດີ ປ໊ອກ​ແຣວ. ຂໍ​ໃຫ້​ກະ​ກຽມ​ໃຫ້​ດີ​ເທົ່​າ​ທີ່​ທ່ານ​ສາ​ມາດ ແລະ ຮູ້​ໄວ້​ສາ​ວ່າ ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຈະ​ຂະ​ຫ​ຍາຍ​ຄວາມ​ພະ​ຍາ​ຍາມ​ທີ່​ຖ່ອມ​ຕົນ ແລະ ເຊື່ອ​ຟັງ​ຂອງ​ເຮົາ. ແອວ​ເດີ ຣິ​​ເຈີດ ຈີ ສະ​ກາດ ​ໄດ້​ໃຫ້​ຄຳ​ແນະ​ນຳ​ທີ່ໃຫ້​ກຳ​ລັງ​ໃຈ​ນີ້​ວ່າ, “ເມື່ອ​ເຮົາ​ເຊື່ອ​ຟັງ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ ແລະ ຮັບ​ໃຊ້​ລູກໆ​ຂອງ​ພ​ຣະ​ອົງ​ຢ່າງບໍ່​ເຫັນ​ແກ່​ຕົວ, ຜົນ​ສະ​ທ້ອນ​ທຳ​ມະ​ຊາດ​ກໍ​ຄື ອຳ​ນາດ​ຈາກ​ພ​ຣະ​ເຈົ້​າ​—ອຳ​ນາດ​ທີ່​ຈະ​ເຮັດ​ຫລາຍກວ່າ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຕົວ​ເຮົາ​ເອງ. ຄວາມ​ຮູ້, ພອນ​ສະ​ຫວັນ, ຄວາມ​ສາ​ມາດ​ຂອງ​ເຮົາ​ຖືກ​ຂະ​ຫ​ຍາຍ ເພາະ​ວ່າ​ເຮົາ​ໄດ້​ຮັບ​ພະ​ລັງ ແລະ ອຳ​ນາດ​ຈາກ​ພ​ຣະ​ຜູ້​ເປັນ​ເຈົ້າ.”15

ເມື່ອ​ທ່ານ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ຜູ້​ເປັນ​ເຈົ້າ ແລະ ຄວາມ​ດີງາມ​ຂອງ​ພ​ຣະ​ອົງ, ພ​ຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳ​ນາດ​ຈະ​ໃຫ້​ພອນ​ລູກໆ​ຂອງ​ພ​ຣະ​ອົງ​ຜ່ານ​ຕົວ​ທ່ານ.16 ແອວ​ເດີ ຮໍ​ລິງ ຈາກ​ລັດ​ເນ​ວາ​ດາ ໄດ້​ຮຽນ​ຮູ້​ບົດ​ຮຽນ​ນີ້​ໃນ​ຕອນ​ຕົ້ນ​ຂອງ​ການ​ເຜີຍ​ແຜ່​ຂອງ​ລາວ. ມື້​ໜຶ່ງ​ຫລັງ​ຈາກ​ລາວ​ໄດ້​ໄປ​ເຖິງ​ປະ​ເທດ​ອິນ​ເດຍ, ລາວ​ໄດ້​ເດີນ​ທາງ​ໄປ​ເມືອງຣາຈາ​ມູນ​ດຣາຍ ກັບຊິດ​ສະ​ເຕີ​ຟັ້ງ ແລະ ຂ້າ​ພະ​ເຈົ້າ, ທີ່​ເປັນເຂດ​ທຳ​ອິດ​ຂອງ​ລາວ. ບ່າຍມື້ນັ້ນ ແອວ​ເດີ​ຮໍ​ລິງ ແລະ ແອວ​ເດີ ກາ​ນາ​ປາ​ຣາມ​ ໄດ້​ໄປ​ຢ້ຽມ​ຢາມ​ສະ​ມາ​ຊິກຂອງ​ສາດ​ສະ​ໜາ​ຈັກຄົນ​ໜຶ່ງ ແລະ ແມ່​ຂອງ​ນາງ. ແມ່​ເປັນ​ຜູ້​ທີ່​ຢາກ​ຮຽນ​ຮູ້​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ, ເພາະ​ນາງ​ໄດ້​ເຫັນ​ວ່າ​ພ​ຣະ​ກິດ​ຕິ​ຄຸນ​ໄດ້​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ລູກສາວ​ຂອງ​ນາງ​ແນວ​ໃດ. ຊິ​ດ​ສະ​ເຕີ​​ຟັ້ງໄດ້​ໄປ​ຮ່ວມ​ເພື່ອ​ໃຫ້​ການ​ຜູກ​ມິດ. ​ເພາະວ່າ​ບົດ​ຮຽນ​ນັ້ນ​ຈະ​ຖືກ​ສອນ​ເປັນ​ພາ​ສາ​ອັງ​ກິດ ແລະ ແມ່​ຄົນ​ນັ້ນ​ເວົ້າ​ໄດ້​ພຽງ​ແຕ່​ພາ​ສາ​ເຕ​ລູ​ກາ, ອ້າຍ​ນ້ອງ​ຄົນ​ໜຶ່ງ​ໃນ​ສາ​ຂາ​ກໍ​ໄດ້​ຢູ່​ທີ່​ນັ້ນ ເພື່ອ​ແປ​ສິ່ງ​ທີ່​ຖືກ​ສອນ​ຢູ່ນັ້ນ.

ໜ້າ​ທີ່ມອບ​ໝາຍ​ຂອງ​ແອວ​ເດີ​ຮໍ​ລິງ​ ໃນ​ການ​ນັດ​ໝາຍ​ສອນ​ເທື່ອ​ທຳ​ອິດ ແມ່ນ​ຈະ​ສອນ​ເລື່ອງ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ, ໂດຍ​ການ​ໃຊ້​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ. ເມື່ອ​ເຖິງ​ຈຸດນັ້ນ​ໃນບົດ​ຮຽນ ລາວ​ໄດ້​ຫັນ​ໜ້າ​ມາ​ຫາຊິດ​ສະ​ເຕີ​ຟັ້ງ ແລະ ໄດ້​ຖາມ​ວ່າ, “ຂ້າ​ນ້ອຍ​ຄວນ​ເລົ່າ​ມັນໃຫ້​ແນ່​ຊັດ​​ທຸກໆ​ຄຳບໍ?”

ນາງ​ໄດ້​ຕອບ​ວ່າ, “ຂໍ​ໃຫ້​ເລົ່າ​ມັນ​ຢ່າງ​ແນ່​ຊັດ​ທຸກໆ​ຄຳ ເພື່ອ​ວ່າ​ພຣະ​ວິນ​ຍານ​ຈະ​ສາ​ມາດ​ຢືນ​ຢັນ​ເປັນ​ພະ​ຍານ​ເຖິງ​ສິ່ງ​ທີ່​ເຈົ້າ​ເວົ້າ.”

ເມື່ອ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໃໝ່​ນີ້​ໄດ້​ສອນ​ເລື່ອງ ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ ດ້ວຍ​ຄວາມ​ຈິງ​ໃຈ, ໂດຍ​ນຳ​ໃຊ້​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ, ໃບ​ໜ້າ​ຂອງ​ຍິງ​ທີ່​ໜ້າ​ຮັກ​ຄົນ​ນັ້ນ​ໄດ້​ປ່ຽນ​ໄປ. ນາງ​ເລີ່ມ​​ໄຫ້. ເມື່ອ​ແອວ​ເດີ​ຮໍ​ລິງ​ສອນ​ຂ່າວ​ສານ​ອັນ​ຮຸ່ງ​ໂລດນັ້ນ, ແລະ ກ່ອນ​ສິ່ງ​ທີ່​ລາວ​ໄດ້​ເວົ້າ​ນັ້ນ​ຖືກ​ແປ​ອອກ​ມາ, ນາງ​ໄດ້​ຖາມ​ເປັນ​ພາ​ສາ​ຂອງ​ນາງ ຂະ​ນະ​ທີ່​ໄຫ້ຢູ່ນັ້ນ​ວ່າ, “ຂ້ອຍ​ຂໍ​ລ້າງ​ບາບ​ໄດ້​ບໍ? ແລະ ເຈົ້າ​ຈະ​ສອນ​ລູກ​ຊາຍ​ຂອງ​ຂ້ອຍ​ໄດ້​ບໍ?”

ເພື່ອນ​ຮັບ​ໃຊ້​ໜຸ່ມ​ຂອງ​ຂ້າ​ພະ​ເຈົ້າ, ປະ​ຕູ ແລະ ຫົວ​ໃຈຈະ​ເປີດ​ໃຫ້​ແກ່​ທ່ານ​ທຸກໆ​ມື້ ທີ່​ຈະ​ສອນ​ຂ່າວ​ສານ​ພຣະ​ກິດ​ຕິ​ຄຸນ—ເປັນຂ່າວ​ສານ​ທີ່​ຈະ​ນຳ​ຄວາມ​ຫວັງ ແລະ ຄວາມ​ສະ​ຫງົບ​ສຸກ ແລະ ຄວາມ​ສຸກ​ມາ​ສູ່​ລູກໆ​ຂອງ​ພ​ຣະ​ເຈົ້າຕະ​ຫລອດ​ທົ່ວ​ໂລກ. ຖ້າ​ວ່າ​ທ່ານ​ຖ່ອມ​ຕົນ, ເຊື່ອ​ຟັງ, ແລະ ຟັງ​ສຸ​ລະ​ສຽງ​ຂອງ​ພ​ຣະ​ວິນ​ຍານ, ທ່ານ​ຈະ​ພົບ​ເຫັນ​ຄວາມ​ສຸກ​ຫລາຍ​ໃນ​ການ​ຮັບ​ໃຊ້​ຂອງ​ທ່ານ ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ.17 ນີ້​ຊ່າງ​ເປັນ​ລະ​ດູ​ການ​ທີ່​ປະ​ເສີດ​​ແທ້ ທີ່​ຈະ​ເປັນ​ຜູ້​ສອນ​ສາ​ດ​ສະ​ໜາ—ເປັນ​ເວ​ລາເມື່ອ​​ພ​ຣະ​ຜູ້​ເປັນ​ເຈົ້າກຳ​ລັງ​ເລັ່ງ​ວຽກ​ງານ​ຂອງ​ພ​ຣະ​ອົງຢູ່!

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພ​ຣະ​ຜູ້​ຊ່ອຍ​ໃຫລອດ ແລະ “ພ​ຣະ​ບັນ​ຊາ”18 “ຈາກ​ສະ​ຫວັນຂອງ​ພຣະ​ອົງ ທີ່​ຈະໄປ​ທົ່ວ​ໂລກ ສັ່ງ​ສອນ​ຄົນ​ທຸກ​ຊາດ​.”19 ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ອົງ. ພຣະ​ອົງ​ນຳ​ພາ​ມັນ​ຜ່ານ​ສາດ​ສະ​ດາ​ ແລະ ອັກ​ຄະ​ສາ​ວົກທີ່​ມີ​ຊີ​ວິດ​ຢູ່. ໃນ​ລະ​ຫວ່າ​ງ​ຊົ່ວ​ໂມງ​ຕໍ່​ໄປ, ຝ່າຍປະ​ທານສູງ​ສຸດ​ຈະ​ສັ່ງ​ສອນ​ເຮົາ. ຂໍ​ໃຫ້​ເຮົາ​ຈົ່ງ “ຮູ້​ຈັກ​ສັງ​ເກດ”20 ດັ່ງ​ທີ່​ມໍ​ມອນໄດ້​ເຮັດ, ເພື່ອ​ວ່າ​ເມື່ອ​ການ​ເອີ້ນ​ມາ​ເຖິງ, ເຮົາ​ຈະ​ມີ​ຄຸນ​ຄ່າພໍ ແລະ ມີ​ຄວາມ​ສາ​ມາດ​ທີ່​ຈະ​ປະ​ກາດ​ດ້ວ​ຍ​ອຳ​ນາດ​ຂອງ​ພ​ຣະ​ວິນ​ຍານ​ວ່າ​: “ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເປັນ​ສາ​ນຸ​ສິດ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ພ​ຣະ​ບຸດ​ຂອງ​ພ​ຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເອີ້ນ​ຈາກ​ພ​ຣະ​ອົງໃຫ້​ປະ​ກາດ​ພ​ຣະ​ຄຳ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ພ​ຣະ​ອົງ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ຊີ​ວິດ​ອັນ​ເປັນ​ນິດ.”21 ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ການ​ໂອ້​ລົມ​ສ່ວນ​ຕົວ​ກັບ ເດັນ​ນີ​ສ ຊີ ບ​ຣິມ​ຮໍ, ປະ​ທານ​ເຂດ​ເຜີຍ​ແຜ່ ເມືອງໂລ​ວິວ ລັດຄັນ​ທັກ​ກີ, 2005–8.

  2. Ashish Pokhrel, “My Name Is Ashish Pokhrel and This Is My Story” (unpublished personal history, Sept. 2011).

  3. Pokhrel, “My Name Is Ashish Pokhrel.”

  4. ​ເບິ່ງ Doctrine and Covenants 112:21.

  5. ຫລັກ​ແຫ່ງ​ຄວາມ​ເຊື່ອ 1:5.

  6. ​ເບິ່ງ Doctrine and Covenants 112:22.

  7. ​ເອ​ສະ​ຣາ ແທັບ ເບັນ​ສັນ, ​ໃນ ຈົ່ງ​ສອນ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້ຂອງ​ຜູ້​ສອນ​ສາດ​ສະໜາ (2004), 176.

  8. ຄຳ​ຄິດ​ເຫັນ​​ຈາກ​ຄຳ​ປາ​ໄສ​ຂອງແອວ​ເດີ ແຈັບຟ​ະ​ຣີ ອາ ຮໍ​ລັນ ທີ່ກອງ​ປະ​ຊຸມສະ​ເຕກ Bountiful Utah North Stake conference, ເດືອນ​ມິ​ຖຸ​ນາ 8–9, 2013.

  9. ອອມ​ໄນ 1:26.

  10. ​ເບິ່ງ ມາຣະ​ໂກ 5:41–42; ​ໂຢຮັນ 5:8–9.

  11. ເບິ່ງ Doctrine and Covenants 18:13.

  12. ເບິ່ງ Doctrine and Covenants 121:45.

  13. ເບິ່ງ Doctrine and Covenants 121:46.

  14. Thomas S. Monson, “Obedience Brings Blessings,” Ensign or Liahona, May 2013, 89.

  15. Richard G. Scott, “For Peace at Home,” Ensign or Liahona, May 2013, 30.

  16. ໃນ​ການ​ບັນ​ຍາຍ​ເຖິງ​ສິ່ງ​ທີ່​ຜູ້​ສອນ​ສາ​ດ​ສະ​ໜາ​ໃໝ່​ທັງ​ຫລາຍ​ຈະ​ເຮັດ, ແອວ​ເດີ ຣະ​ໂຊ ເອັມ ນຽວສັນ ​ໄດ້​ກ່າວ​ວ່າ: ເຂົາ​ເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ເຄີຍ​ໄດ້​ເຮັດ​ມາ​ໂດຍຕະ​ຫລອດ. ເຂົາ​ເຈົ້າ​ຈະ​ສັ່ງ​ສອນ​ພ​ຣະ​ກິດ​ຕິ​ຄຸນ! ເຂົາ​ເຈົ້າ​ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພ​ຣະ​ເຈົ້າອົງ​ຊົງ​ລິດ​ອຳ​ນາດ!” (“Catch the Wave,” Ensign or Liahona, May 2013, 45).

  17. ​ເບິ່ງ ຈົ່ງ​ສອນ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, v.

  18. Thomas S. Monson, “Come, All Ye Sons of God,” Ensign or Liahona, May 2013, 66.

  19. ມັດ​ທາຍ 28:19.

  20. ມໍ​ມອນ 1:2.

  21. 3 ນີ​ໄຟ 5:13.