​2010–2019
ຈົ່ງ​ທວງ​ເອົາ​ພອນ​​ແຫ່ງ​ພັນທະ​ສັນຍາ​ຂອງ​ທ່ານ
ຕຸລາ 2013


ຈົ່ງທວງ​ເອົາ​ພອນ​ແຫ່ງ​ພັນທະ​ສັນຍາ​ຂອງ​ທ່ານ

ເມື່ອ​ເຮົາ​ຕໍ່​ ​ແລະ ​ໃຫ້​ກຽດ​ແກ່ພັນທະ​ສັນຍາຂອງ​ເຮົາ, ຄວາມໜັກໜ່ວງ​ຂອງ​ເຮົາ​ຈະ​ເບົາບາງ​ລົງ, ​ແລະ ​ເຮົາ​ຈະ​ສາມາດ​ສະອາດ​ ​ແລະ ​​ເຂັ້ມ​​ແຂງ​ຕໍ່​ໄປ.

​ເອື້ອຍ​ນ້ອງ​ທັງຫລາຍ, ຊ່າງ​ປະ​ເສີດ​ຫລາຍ​ທີ່​ໄດ້​ຢູ່​ກັບ​ທ່ານ​ອີກ.

ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ພົບ​ກັບ​​ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ຜູ້​ຕຽມ​ຮັບ​ບັບຕິ​ສະມາ. ​ໃນ​ວັນ​ອາທິດ​ມື້ນັ້ນ ນາງ​ໄດ້​ຍ່າງ​ 3 ກິ​ໂລ​ແມັດ ​ໃນ​ທາງ​ເປັນ​ຕົມມາ​ໂບດ.​ ທັນທີ​ທີ່​ນາງ​ມາ​ເຖິງ, ນາງ​ກໍ​ໄດ້​ຍ່າງ​ເຂົ້າ​ໄປ​ຫ້ອງ​ນ້ຳ, ​ປ່ຽນ​ເສື້ອ​ຜ້າ​ທີ່​​​ເປື້ອນຕົມ, ທຳ​ຄວາມ​ສະອາດ​ຕົນ,​​ ​ແລະ ​ໄດ້​ນຸ່ງ​​ເຄື່ອງ​ສຳລັບ​ວັນ​ອາທິດ. ຢູ່​ໃນ​ຫ້ອງ​ສະມາຄົມສະຕີສົງ​ເຄາະ ນາງ​ໄດ້​ບອກ​ກ່ຽວ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ນາງ. ຂ້າພະ​ເຈົ້າມີ​ຄວາມ​ປະ​ທັບ​ໃຈ​ຫລາຍ​ກັບ​ຄວາມ​ປາດ​ຖະໜາ​ຂອງ​ນາງ​ທີ່​ຢາກ​ຊຳລະ​ຕົນ​ໃຫ້​ບໍລິສຸດ​ຜ່ານ​ການ​ກັບ​ໃຈ ​ແລະ ການ​​ເສຍ​ສະລະ​ຊົດ​​ໃຊ້​ຂອງ​ພຣະຜູ້​ຊ່ອຍ​​ໃຫ້​ລອດ. ຂ້າພະ​ເຈົ້າປະ​ທັບ​ໃຈ​ຫລາຍ​ກັບ​ຄວາມ​ເຕັມ​ໃຈ​ຂອງ​ນາງ​ທີ່​ຈະ​ປະ​ຖິ້ມ “ຊີວິດ​ເກົ່າ” ​ເພື່ອ​ຈະ​ໄດ້​ເຮັດ​ພັນທະ​ສັນຍາ​ທີ່​ສັກສິດ​ນຳພຣະບິດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ນາງ​ໄດ້​ແຍກ​ອອກ​ຈາກ​ແຟນຂອງ​ນາງ, ​ໄດ້​ເອົາ​ຊະນະ​ການ​ຕິດ​ແສດ​ເພື່ອ​ຈະ​ໄດ້​ດຳລົງ​ຊີວິດ​ຕາມ​ພຣະວາຈາ​ແຫ່ງ​ປັນຍາ, ​​ໄດ້​ລາ​ອອກ​ວຽກ​ທີ່​ຕ້ອງ​ເຮັດ​ໃນ​ວັນ​ອາທິດ​ເພື່ອ​ຈະ​ໄດ້​ມາ​ໂບດ, ​ແລະ ​ໄດ້​ເສຍຄົນ​ທີ່​ນາງຮັກ​ໄປ ​ເມື່ອ​ນາງ​ບອກ​ວ່າ​ນາງ​ວາງ​ແຜນ​ທີ່​ຈະ​ຮັບ​ບັບຕິ​ສະມາ.​ ນາງ​ມີ​ຄວາມ​ກະຕືລືລົ້ນທີ່​ຈະ​ປະ​ຖິ້ມ​ບາບ​ຂອງ​ນາງ,​ ​ເພື່ອ​ວ່າ​ນາງ​ຈະ​ຖືກ​ຊຳລະ​ລ້າງ​ໃຫ້​ສະອາດ ​ແລະ ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ທີ່​​ໄຖ່​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ດົນ​ໃຈ​ໃນ​​ເຊົ້າມື້ນັ້ນ ​ໂດຍ​ຄວາມ​ປາດ​ຖະໜາ​ຂອງ​ນາງ​ທີ່​ຈະສະອາດ​ທາງ​ຮ່າງກາຍ ​ແລະ ວິນ​ຍານ.

​ເຮົາ​ຮູ້​ວ່າ ຫລາຍ​ຄົນ​​ພວກ​ທ່ານ​ໄດ້​​ເສຍ​ສະລະ​​ທີ່​ຄ້າຍຄື​ກັນ​ນີ້ ​ເມື່ອ​ທ່ານ​ຮູ້​ສຶກ​ເຖິງ​ການ​ເປັນ​ພະຍານ​ຂອງ​ພຣະວິນ​ຍານ​ບໍລິສຸດ ​ແລະ ​ປາ​ດຖະໜາ​ທີ່​ຈະ​ກັບ​ໃຈ, ຮັບ​ບັບຕິ​ສະມາ, ​​ແລະ ສະອາດ. ບາງ​ເທື່ອ​ອາດ​ບໍ່​ມີ​ເວລາ​ໃດ​ທີ່​​ເຮົາ​ຈະ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ແຫ່ງ​ສະຫວັນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ຫລາຍ​ໄປ​ກວ່າ​ຕອນ​ທີ່​ເຮົາ​ກັບ​ໃຈ ​ແລະ ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ ທີ່​ເອື້ອມ​ອອກ​ມາ​ໂອບ​ກອດ​ເຮົາ​ໄວ້ ​ແລະ ​ໃຫ້​ເຮົາ​ແນ່​ໃຈ​ເຖິງ​ຄວາມ​ຮັກ ​ແລະ ການ​ຍອມຮັບ​ຂອງ​ພຣະອົງ.

ສອງ​ສາມ​ອາທິດ​ຜ່ານ​ມາ​ນີ້ ​​ໃນ​ຂະນະ​ທີ່ຂ້າພະ​ເຈົ້າ​ຟັງ​ຄຳ​ອະທິຖານ​ສຳລັບ​ສິນລະລຶກ, ຂ້າພະ​​ເຈົ້າປະ​ທັບ​ໃຈ​ຫລາຍ​ກັບ​ວິທີ​ທີ່​ປະ​ໂລຫິດ​ຄົນ​ໜຶ່ງກ່າວ​ແຕ່ລະ​ຄຳ​ດ້ວຍ​ຄວາມ​ຮູ້ສຶກ.​ ຕໍ່​ມາ ຂ້າພະ​​ເຈົ້າ​ໄດ້​ໂທ​ໄປ​ຫາ​ປະ​ໂລຫິດ​ຄົນ​ນັ້ນ​ເພື່ອຂອບ​ໃຈ​ລາວ​ທີ່​ໄດ້​ເຮັດ​ໃຫ້​ສິນ​ລະ​ລຶກ​ເປັນ​ປະສົບ​ການ​ທາງ​ວິນ​ຍານ​ທີ່​ເລິກ​ຊຶ້ງຫລາຍ​ຂຶ້ນ​ແກ່ຂ້າພະ​ເຈົ້າ ​ແລະ ຜູ້​ມາ​ຮ່ວມ​ກອງ​ປະຊຸມ. ລາວ​ບໍ່​ໄດ້​ຢູ່​ເຮືອນ, ​ແຕ່​ແມ່​ຂອງ​ລາວ​ຮັບ​ສາຍ, “​ໂອ້, ລາວ​ຄົງ​ຈະ​ດີ​ໃຈ​ຫລາຍ​ທີ່​ທ່ານ​ໂທ​ມາ​ຫາ! ມັນ​ເປັນ​ເທື່ອ​ທຳ​ອິດ​ທີ່​ລາວ​ໄດ້​ກ່າວ​ຄຳ​ອະທິຖານ​ສຳລັບ​ສິນ​ລະ​ລຶກ, ​ແລະ ພວກ​ເຮົາ​ກໍ​ໄດ້​ຊ່ອຍ​ລາວ​ຕຽມ​ພ້ອມ, ​ໄດ້​ເວົ້າກັນ​​ເຖິງ​ຄວາມ​ສຳຄັນ​ຂອງ​ສິນ​ລະ​ລຶກ ​ແລະ ຄວາມ​​ເໝາະ​ສົມ​ທີ່​ຈະ​ຕໍ່​ພັນທະ​ສັນຍາ​ແຫ່ງ​ການ​ບັບຕິ​ສະມາ​ຂອງ​ເຮົາ​ນຳພຣະຜູ້​ຊ່ອຍ​ໃຫ້​ລອດ.” ພວກ​ເຮົາ​ຮັກ​​ແມ່​ຄົນ​ນີ້​ຫລາຍ ທີ່​ໄດ້​ສອນ​ລູກ​ຊາຍ​ຂອງ​ນາງ​ກ່ຽວ​ກັບພະລັງ​ຂອງ​ພັນທະ​ສັນຍາ​ແຫ່ງ​ການ​ບັບຕິ​ສະມາ ​ແລະ ​ໂອກາດ​ທີ່​ລາວ​ໄດ້​ຮັບ ​ເພື່ອ​ຊ່ອຍສະມາຊິກ​ຢູ່​ໃນ​ຫວອດ​ໃຫ້​ຮູ້ສຶກ​ເຖິງ​ພະລັງ​ນັ້ນ.

​ແມ່​ຄົນ​ໜຶ່ງ​ອີກ ທີ່​ຂ້າພະ​ເຈົ້າຮູ້ຈັກ ​ໄດ້​ນັ່ງ​ຢູ່​ຄົນ​ດຽວ​ຢູ່​ໂບດ​ເປັນ​ເວລາ​ຫລາຍ​ປີ​ກັບ​ລູກນ້ອຍ​ສີ່​ຄົນ​ຂອງ​ນາງ. ສ່ວນ​ຫລາຍ​​ແລ້ວ​ນາງ​ບໍ່​ສາມາດ​​ຄິດ​ກ່ຽວ​ກັບ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໃນ​ລະຫວ່າງ​ສິນ​ລະ​ລຶກ, ນາງ​ຈຶ່ງ​ໄດ້​ຈັດ​​ແຜນ​ຢ່າງ​ໜຶ່ງ​ຂຶ້ນ. ບັດ​ນີ້​ນາງ​ພະຍາ​ຍາມ​ໃຊ້​ເວລາ​​​ໃນ​​ວັນ​​ເສົາ​ເພື່ອ​ທົບ​ທວນ​ກ່ຽວ​ກັບ​ອາທິດ​ນັ້ນ ​ແລະ ຄິດ​ກ່ຽວ​ກັບ​ພັນທະ​ສັນຍາ​ຂອງ​ນາງ ​ແລະ ສິ່ງ​ທີ່​ນາງ​ຕ້ອງ​ກັບ​ໃຈ. “​ແລ້ວ,” ນາງ​ກ່າວ​ວ່າ, “ບໍ່​ສຳຄັນ​ວ່າ​ປະສົບການຈະ​ເປັນ​ແນວ​ໃດກໍ​ຕາມ, ​ທີ່ຂ້າພະ​​ເຈົ້າມີກັບລູກ​ໃນ​ວັນ​ອາທິດ, ຂ້າພະ​ເຈົ້າຕຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ​ສິນ​ລະ​ລຶກ, ຕໍ່​ພັນທະ​ສັນຍາ​ຂອງ​ຂ້າພະ​ເຈົ້າ, ​ແລະ ຮູ້ສຶກ​ສະອາດ​ໂດຍ​ອຳນາດ​ແຫ່ງ​ການ​ຊົດ​ໃຊ້.”

​ເປັນ​ຫຍັງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຈຶ່ງ​ໃຫ້​ສິນ​ລະ​ລຶກ​ເປັນ​ສິ່ງ​ສຳຄັນ​ຫລາຍ, ​ເອື້ອຍ​ນ້ອງ​ເອີຍ? ການ​ຕໍ່​ພັນທະ​ສັນຍາ​ແຫ່ງ​ການ​ບັບຕິ​ສະ​ມາ​ສຳຄັນ​ຫລາຍ​ຂະໜາດ​ໃດ​ໃນ​ຊີວິດ​ຂອງ​ເຮົາ? ​ເຮົາ​ຮັບ​ຮູ້​ຄວາມ​ສາມາດ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ບໍ​ທີ່​ເຮັດ​ໃຫ້​ເຮົາ​ສະອາດ​ທຸກ​ອາທິດ ​ເມື່ອ​ເຮົາ​ຮັບ​ສິນ​ລະ​ລຶກຢ່າງ​ມີຄ່າ​ຄວນ ​ແລະ ດ້ວຍ​ຄວາມຄິດ? ປະທານບອຍ ​ເຄ ​ແພ໊ກ​ເກີ ​ໄດ້​​ເປັນ​ພະຍານ​ວ່າ, “ນັ້ນຄື​ຄຳ​ສັນຍາ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ການ​ຊົດ​​ໃຊ້:  ... ​ວ່າໃນ​ບັ້ນທ້າຍ [ຊີວິດ​ຂອງ​ເຮົາ, ​ເຮົາ] ຈະ​ສາມາດ​ຜ່ານ​ຜ້າ​ມ່ານ​ໄປ ​ໂດຍ​ກັບ​ໃຈ​ຈາກ​ບາບ [ຂອງ​ເຮົາ] ​ແລະ ​ໄດ້​ຖືກ​ຊຳລະ​​ໃຫ້​ສະອາດ​ຜ່ານ​​ໂລຫິດ​ຂອງ​ພຣະຄຣິດ.”1

ຝ່າຍ​ປະທານ​ສະຕີ​ສົງ​ເຄາະ​ສາມັນ​ຂອງ​ເຮົາ​ມີ​ຄວາມ​ຊື່ນ​ຊົມ​​ເມື່ອ​ເອື້ອຍ​ນ້ອງ ​ແລະ ຄອບຄົວ​ຂອງ​ເຂົາ​ເຈົ້າ​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ, ​ແຕ່​ຫົວ​ໃຈ​ຂອງ​ພວກ​ເຮົາ​ເຈັບ​ປວດ​ສຳລັບ​ຜູ້​ທີ່​ພວມ​ປະ​ເຊີນ​ກັບຄວາມທຸກ​ຍາກ​ລຳບາກ​ໃນ​ຊີວິດ ​ເພາະການ​ລ່ວງ​ລະ​ເມີດ​ພັນທະ​ສັນຍາ​ຂອງ​ຄົນ​ທີ່​ເຂົາ​ເຈົ້າຮັກ. ສາດສະດາ​ຢາ​​ໂຄບ, ນ້ອງ​ຊາຍ​ຂອງ​ນີ​ໄຟ, ​ໄດ້ຮັບ​ບັນຊາ​ຈາກ​ພຣະຜູ້​ເປັນ​ເຈົ້າ​ໃຫ້​ກ່າວ​ກັບ​ບັນດາອ້າຍ​ນ້ອງ​ຂອງ​​ເພິ່ນກ່ຽວ​ກັບ​ຄວາມ​ຊອບ​ທຳ​ຂອງ​ຜູ້ຍິງ ​ແລະ ​ເດັກນ້ອຍ​ໃນ​ວັນ​ເວລາ​ຂອງ​ເພິ່ນ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ຖ້ອຍ​ຄຳ​ຂອງ​ເພິ່ນ​ໄດ້​ຖືກ​ຮັກສາ​ໄວ້ ​ໂດຍ​ສະ​ເພາະ​ສຳລັບ​ວັນ​ເວລາ​ຂອງ​ເຮົາ. ​ເພິ່ນ​ກ່າວ​ກັບ​ເຮົາ ຄື​ກັນ​ກັບ​ພຣະຜູ້​ຊ່ອຍ​ໃຫ້​ລອດ​​ໄດ້​ກ່າວ. ຢາ​ໂຄບ​ໄດ້​​ “ຖືກ​ຖ່ວງ​ດຶງ ... ມີຄວາມ​ກະວົນກະວາຍ” ​​ໃນ​ຂະນະ​ທີ່​ເພິ່ນ​ກ່າວ​ຕໍ່ຜູ້​ເປັນ​ສາມີ ​ແລະ ​ເປັນ​ພໍ່​ ດັ່ງ​ນີ້:

“ມັນ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ໂສກ​ເສົ້າອີກ​ທີ່​ຈະ​ຕ້ອງ​ໃຊ້​ຄຳ​ເວົ້າຮຸນ​ແຮງ ... ຢູ່ຕໍ່ໜ້າ​ເມຍຂອງ​ພວກ​ທ່ານ ແລະ ລູກ​ຂອງ​ພວກ​ທ່ານ ຜູ້ຊຶ່ງຄວາມ​ຮູ້ສຶກ​ຂອງ​ພວກ​ເຂົາ​ຫລາຍ​ຄົນ​ອ່ອນນ້ອມ ແລະ ບໍລິສຸດ ແລະ ລະມຸນ​ລະ​ໄມ. ...

“... ສຽງ​ສະ​ອື້​ນຂອງ​ໃຈ​ຂອງພວກ​ເຂົາ​ຂຶ້ນ​ໄປ​ເຖິງພຣະ​ເຈົ້າ. ... ໃຈ​ຫລາຍດວງ​ຈຶ່ງ​ຕາຍ​ໂດຍ​ການ​ຖືກ​ສຽບ​ແທງ​ເປັນ​ແຜ​ເລິກ.”2

ຕໍ່​ສະຕີ ​ແລະ ​ເດັກນ້ອຍ​ທີ່​ຮັກສາ​ພັນທະ​ສັນຍາ ​ໃນ​ວັນ​ເວລາ​ຂອງ​ເພິ່ນ ​ແລະ ​ຂອງ​ເຮົາ,​ ຢາ​ໂຄບ​ສັນຍາ​ວ່າ:

“ຈົ່ງຫວັງ​ໃນ​ພຣະ​ເຈົ້າດ້ວຍ​ຈິດ​ໃຈ​ໝັ້ນຄົງ, ແລະ ອະທິຖານ​ເຖິງ​ພຣະ​ອົງ​ດ້ວຍ​ສັດທາ​ຢ່າງ​ຫລວງຫລາຍ, ແລະ ພຣະ​ອົງ​ຈະ​ປອບ​ໂຍນ​ພວກ​ທ່ານ​ໃນ​ຄວາມທຸກ​ທໍລະມານ​ຂອງ​ພວກ​ທ່ານ. ...

“… ຈົ່ງ​ເງີຍ​ໜ້າ​ຂຶ້ນ ແລະ ຮັບ​ພຣະ​ຄຳອັນໜ້າ​ພໍ​ໃຈ​ຂອງ​ພຣະ​ເຈົ້າ, ແລະ ຈົ່ງ​ຊື່ນ​ຊົມຢູ່​ດ້ວຍຄວາມ​ຮັກ​ຂອງ​ພຣະ​ອົງ.”3

​ເອື້ອຍ​ນ້ອງ​ທັງຫລາຍ,​ ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ຄວາມ​ເຂັ້ມ​ແຂງ ​ແລະ ອຳນາດ​ຂອງ​ການ​ອະທິຖານ ​ເມື່ອ​ເຮົາສະ​ແດງຄວາມ​ເຈັບ​ປວດ​ອັນ​ແສນ​ສາຫັດຕໍ່​ພຣະບິດາ​​ເທິງສະຫວັນ​ຂອງ​ເຮົາ, ​ແລະ ຄວາມ​ປາດ​ຖະໜາ ​ແລະ ຄຳ​ຕອບ​ທີ່​ໄດ້​ຮັບ ​ເມື່ອ​ເຮົາ “ຊື່ນ​ຊົມ​ກັບ” ພຣະຄຳ​ພີ ​ແລະ ຖ້ອຍ​ຄຳ​ຂອງ​ສາດສະດາ​ທີ່​ມີ​ຊີວິດ​ຢູ່.

​​ເກືອບ​ເຖິງ​ສາມປີ​ແລ້ວ​ທີ່​ໄຟ​​ໄດ້​ໄໝ້ຕຶກ​ແທ​ໂບ​ແນ​ໂກທີ່​ເກົ່າ​ແກ່​ຢູ່​ເມືອງ​​ໂພຣ​ໂວ, ລັດຢູທາ. ຊຸມ​ຊົນ ​ແລະ ສະມາຊິກ​ຂອງ​ສາດສະໜາ​ຈັກ​ຈຶ່ງ​ໂສກ​ເສົ້າ​ເສຍ​ໃຈ​ຫລາຍ. ຫລາຍ​ຄົນ​ຖາມ​ວ່າ, “​ເປັນ​ຫຍັງ​ພຣະຜູ້​ເປັນ​ເຈົ້າຈຶ່ງ​ປ່ອຍ​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນ? ​ແນ່ນອນ​ວ່າ ພຣະອົງສາ​ມາດ​ຢຸດ​ຢັ້ງ​​ໄຟ​ໄດ້ ຫລື ຢຸດ​ການ​ທຳລາຍ​ນັ້ນ.”

ສິບ​ເດືອນ​ຕໍ່​ມາ, ລະຫວ່າງ​ກອງ​ປະຊຸມ​ໃຫຍ່​ສາມັນ​ເດືອນ​ຕຸ​ລາ ປີ 2011 ຜູ້​ມາ​ຮ່ວມ​ກອງ​ປະຊຸມ​ມີ​ຄວາມ​ປະຫລາດ​ໃຈ​ຫລາຍ ​ເມື່ອ​ປະທານທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ປະກາດ​ວ່າ ​ແທ​ໂບ​ແນ​ໂກທີ່​ເກືອບ​ຖືກ​ທຳລາຍ​ຈົນ​ໝົດ​ສິ້ນ ຈະ​ກາຍ​ເປັນ​ພຣະວິຫານ​ທີ່​ສັກສິດ—ບ້ານ​ຂອງ​ພຣະຜູ້​ເປັນ​ເຈົ້າ! ທັນ​ໃດ​ນັ້ນ ​ເຮົາ​ສາມາດ​ເຫັນ​ໄດ້ ​ເຖິງ​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າຮູ້ຈັກ​ກ່ອນ! ພຣະອົງ​ບໍ່​ໄດ້​ເປັນຕົ້ນ​ເຫດ, ​ແຕ່​ພຣະອົງ​​ໄດ້ປ່ອຍ​ໃຫ້​ໄຟ​ໄໝ້ຂ້າງ​ໃນ​ຂອງ​ຕຶກ. ພຣະອົງ​ເຫັນ​ຕຶກ​ແທ​ໂບ​ແນ​​ໂກ​ເປັນ​ພຣະວິຫານ​ທີ່​ສວຍ​ງາມ—​ເປັນ​ບ້ານ​ຖາວອນ​ເພື່ອ​ເຮັດ​ພັນທະ​ສັນຍາທີ່​ສັກສິດນິລັນດອນ.4

​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ພຣະຜູ້​ເປັນ​ເຈົ້າປ່ອຍ​ໃຫ້​ເຮົາ​ຖືກ​ທົດ​ລອງ ​ແລະ ທົດ​ສອບ, ບາງ​ເທື່ອ​ຈົນ​ເຖິງ​ສຸດ​ຂີດ​ຂອງ​ເຮົາ. ​ເຮົາ​​ເຄີຍ​ເຫັນ​ຊີວິດ​ຂອງບາງ​ຄົນ​ທີ່​ເຮົາ​ຮັກ ຫລື ອາດ​ເປັນ​ຊີວິດ​ຂອງ​ເຮົາ​ເອງ ​ໄດ້​ຖືກ​ເຜົາ​​ຜານລົງ​ຈົນ​ເຖິງ​ພື້ນດິນ ​ແລະ ຖາມ​ວ່າ​ເປັນ​ຫຍັງ​ພຣະບິດາ​ເທິງ​ສະຫວັນ​ທີ່​​ຮັກ ​ແລະ ​ເປັນ​ຫ່ວງ​ເປັນ​ໃຍ​ຈຶ່ງ​ປ່ອຍ​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນ. ​ແຕ່​ພຣະອົງ​ບໍ່​ໄດ້​ປ່ອຍປະ​ເຮົາ​​ໂດຍ​ທີ່​ບໍ່​​ໃຫ້​ຄວາມຊ່ອຍ​ເຫລືອ. ພຣະອົງ​ຢືນ​ຢູ່ ​ແລະ ເດ່​ແຂນ​ອອກ​ມາ, ​ເຊື້ອ​ເຊີນ​ເຮົາ​ດ້ວຍ​ຄວາມ​ກະຕືລືລົ້ນ​ໃຫ້​ມາ​ຫາ​ພຣະອົງ. ພຣະອົງ​ພວມ​ສ້າງ​ຊີວິດ​ຂອງ​ເຮົາ​ໃຫ້​ເປັນ​ພຣະວິຫານ​ທີ່​ສະຫງ່າງາມ ບ່ອນ​ທີ່​ພຣະວິນ​ຍານ​ຂອງ​ພຣະອົງສາ​ມາດ​ມາ​ອາ​ໄສ​ຢູ່ຕະຫລອດ​ການ.

​​ໃນ Doctrine and Covenants 58:3–4, ພຣະຜູ້​ເປັນ​​ເຈົ້າບອກ​​ເຮົາວ່າ:

ເຈົ້າບໍ່​ສາມາດຫລຽວ​ເຫັນ​ແຜນ​ການຂອງ​ພຣະ​ເຈົ້າຂອງ​ເຈົ້າ​ດ້ວຍ​ຕາ​ທຳ​ມະ​ຊາດ​ຂອງ​ເຈົ້າ​ໃນ​ເວລາ​ນີ້ກ່ຽວ​ກັບ​ສິ່ງ​ທີ່​ຈະເກີດ​ຂຶ້ນ​ໃນພາຍໜ້າ, ແລະ ລັດສະໝີ​ພາບ​ທີ່​ຈະ​ຕາມມາ​ຫລັງ​ຈາກ​ຄວາມ​ທຸກ​ຍາກ​ລຳບາກ​ຢ່າງ​ຫລວງຫລາຍ.

ເພາະ​ພອນ​ຈະ​ມາ​ເຖິງ​ຫລັງ​ຈາກ​ຄວາມ​ທຸກ​ຍາກ​ລຳບາກ​ຢ່າງ​ຫລວງຫລາຍ. ດັ່ງ​ນັ້ນ ວັນນັ້ນຈະ​ມາ​ເຖິງ​ເມື່ອເຈົ້າ​ຈະ​ໄດ້​ສວມ​ມົງກຸດດ້ວຍ​ລັດສະໝີ​ພາບ​ອັນ​ໃຫຍ່​ຍິ່ງ.

​​ເອື້ອຍນ້ອງ​ເອີຍ, ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ວ່າ ພຣະຜູ້​ເປັນ​ເຈົ້າມີ​ແຜນ​ສຳລັບ​ເຮົາ​ແຕ່​ລະ​ຄົນ.​ ທຸກ​ສິ່ງ​ທີ່​ເກີດ​ຂຶ້ນບໍ່​ໄດ້​ເປັນ​ສິ່ງທີ່​ໜ້າຕົກ​ໃຈ ຫລື ​ສະ​ດຸ້ງ​ຕື່ນ. ພຣະອົງ​ຮູ້​ທຸກ​ສິ່ງ ​ແລະ ຮັກ​ທຸກ​ສິ່ງ.​ ພຣະອົງກະຕືລືລົ້ນທີ່​ຈະ​ຊ່ອຍ​ເຫລືອ​ເຮົາ, ປອບ​ໂຍນ​ເຮົາ, ​ແລະ ບັນ​ເທົາ​ຄວາມ​ເຈັບ​ປວດ​ຂອງ​​ເຮົາ ​ເມື່ອ​ເຮົາ​ອີງ​ຕໍ່​ພະລັງ​​ແຫ່ງ​ການ​ຊົດ​​ໃຊ້ ​ແລະ ​ໃຫ້​ກຽດ​ແກ່​ພັນທະ​ສັນຍາ​ຂອງ​ເຮົາ. ການ​ທົດ​ລອງ ​ແລະ ຄວາມທຸກ​ຍາກ​ລຳບາກ​ທີ່​ເຮົາ​ປະສົບ​ການ​ ອາດ​ເປັນ​ສິ່ງ​ທີ່​ນຳພາ​ເຮົາ​ມາ​ຫາ​ພຣະອົງ ​ແລະ ​ແນບ​ສະໜິດ​ຢູ່​ກັບ​ພັນທະ​ສັນຍາ​ຂອງ​ເຮົາ ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະອົງ ​ແລະ ຮັບ​ເອົາ​ທຸກ​ສິ່ງ​ທີ່​ພຣະບິດາ​ມີ.

​ປີ​ກາຍ​ນີ້ ຂ້າພະ​ເຈົ້າ​ໄດ້ຕ້ອງ​ການ ​ແລະ ຢາກ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະຜູ້​ເປັນ​ເຈົ້າຫລາຍ​ທີ່​ສຸດ, ​ເພື່ອ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ, ​ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ຫລາຍ​ຂຶ້ນກ່ຽວ​ກັບ​ພັນທະ​ສັນຍາ​​ໃນ​ພຣະວິຫານ​ຂອງ​ຂ້າພະ​ເຈົ້າ, ​ແລະ ​ໃຫ້​ພາລະ​ໜັກໜ່ວງ​ຂອງ​ຂ້າພະ​ເຈົ້າ​ເບົາບາງ​ລົງ. ​ເມື່ອ​ຂ້າພະ​ເຈົ້າ​ໄດ້​ອະທິຖານ​ຂໍ​ພອນ​ພິ​ເສດ​ເຫລົ່າ​ນີ້, ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ​ພຣະວິນ​ຍານ​ໄດ້ຊີ້​ນຳ​ຂ້າພະ​ເຈົ້າ​ໃຫ້​ໄປ​ພຣະວິຫານ ​ແລະ ຕັ້ງ​ໃຈຟັງ​ແຕ່​ລະ​ຖ້ອຍ​ຄຳທີ່ມີ​ໃຫ້​​ແກ່ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເມື່ອ​ຂ້າພະ​ເຈົ້າຕັ້ງ​ໃຈ​ຟັງ ​ແລະ ພະຍາຍາມ​​ໃຊ້​ສັດທາ​ຂອງ​ຂ້າພະ​ເຈົ້າ, ​ແລ້ວ​ພຣະຜູ້​ເປັນ​ເຈົ້າຈະ​ມີ​​ເມດ​ຕາ​ຕໍ່​ຂ້າພະ​ເຈົ້າ ​ແລະ ຊ່ອຍ​​ໃຫ້ຄວາມ​ໜັກໜ່ວງ​ຂອງ​ຂ້າພະ​ເຈົ້າ​ເບົາບາງ​ລົງ. ພຣະອົງ​ໄດ້​ຊ່ອຍ​ເຫລືອ​ຂ້າພະ​ເຈົ້າ​ໃຫ້​ຮູ້ສຶກ​ມີ​ຄວາມ​ສະຫງົບກ່ຽວ​ກັບ​ຄຳ​ອະທິຖານ​ທີ່​ຂ້າພະ​ເຈົ້າຍັງບໍ່​ໄດ້​ຮັບ​ຄຳ​ຕອບ​ເທື່ອ. ​​​ເຮົາ​ຜູກ​ມັດ​ພຣະຜູ້​ເປັນ​ເຈົ້າ​ເພື່ອ​ຮັກສາ​ຄຳ​ສັນຍາ​ຂອງ​ພຣະອົງ ​ຕອນ​ເຮົາ​ຮັກສາ​ພັນທະ​ສັນຍາ​ ​ແລະ ​ໃຊ້​ສັດທາ​ຂອງ​ເຮົາ.5 ຈົ່ງ​​ໄປ​ພຣະວິຫານ, ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ​ແລະ ທວງ​ເອົາ​ພອນ​ຂອງ​ທ່ານ!

ຂ້າພະ​ເຈົ້າຢາກ​ກ່າວ​ກ່ຽວກັບ​ວິທີ​ໜຶ່ງ​ອີກ​ທີ່​ສາມາດ​ໃຫ້​ຄວາມ​ໝັ້ນ​ໃຈ ​ແລະ ສັດທາ​ໄດ້. ບາງ​ເທື່ອ​ເຮົາ​ຜູ້​ເປັນ​ສະຕີມັກ​ຈະ​ເວົ້າຕຳນິຕົນ​ເອງ. ລະຫວ່າງ​ເວລາ​ນີ້ ​ຂ້າພະ​ເຈົ້າ​ຕ້ອງ​ສະ​ແຫວ​ງຫາ​ພຣະວິນ​ຍານ ​ຫລື ຖ້າ​ຫາກ​ຊາຕາ​ນພະຍາຍາ​ມ​ເຮັດ​​ໃຫ້​ຂ້າພະ​ເຈົ້າທໍ້ຖອຍ​ໃຈ? ​​ໃຫ້​ເຮົາ​ຈື່​ຈຳ​ວ່າ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ​​ເປັນ​ຢ່າງ​ໃດ, ຊຶ່ງ​ຄວາມ​ຮັກ​ຂອງພຣະອົງ​​ດີ​ພ້ອມ​ທຸກ​ຢ່າງ ​ແລະ ​ເປັນນິດ.6 ພຣະອົງປະສົງທີ່​ຈະ​ຍົກ​ເຮົາ​ຂຶ້ນ, ບໍ່​ແມ່ນ​ທຳລາຍ​ເຮົາ.

​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ,​​ ​ບາງ​ເທື່ອ​ເຮົາ​ຮູ້ສຶກ​ວ່າ ​ເຮົາ​ຕ້ອງ​ເປັນ​ພາກສ່ວນ​ຂອງ “ຄອບຄົວ​​ໄພ່​ພົນ​ຍຸກ​ສຸດ​ທ້າຍທີ່​ດີ​ພ້ອມ​ທຸກ​ຢ່າງ” ກ່ອນ​ຈະ​ຖືກ​ພຣະຜູ້​ເປັນ​ເຈົ້າຍອມຮັບ. ​ເຮົາ​ມັກ​ຮູ້ສຶກວ່າ​ຕົນ​ເອງ​ບໍ່​ເໝາະ​ສົມ​ສຳລັບ​ອານາຈັກ ຖ້າ​ຫາກ​ເຮົາ​ບໍ່​ໄດ້​ເປັນ​ຄົນ​ເຊັ່ນ​ນັ້ນ. ​​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ​​ໃນ​ທີ່​ສຸດ ສິ່ງ​ທີ່​ສຳຄັນ​ຕໍ່​ພຣະບິດາ​ເທິງ​ສະຫວັນ ຈະ​ເປັນວ່າ ​ເຮົາ​ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ​ໄດ້​ດີ​ຫລາຍຂະໜາດ​ໃດ ​ແລະ ​ເຮົາ​ໄດ້​ພະຍາຍາມ​ຫລາຍ​ຂະໜາດ​ໃດ​ເພື່ອ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ.

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ວ່າ ພຣະຄຣິດ​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່. ​ເພາະ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ, ​ເຮົາ​ຈຶ່ງ​ສາມາດ​ຖືກ​ຊຳລະ​ລ້າງ​ໃຫ້​ສະອາດ​ທຸກອາທິດ ​ເມື່ອ​ເຮົາ​ຮັບ​ສິນ​ລະ​ລຶກຢ່າງ​ມີຄ່າ​ຄວນ.​ ​ເມື່ອ​ເຮົາ​ຕໍ່​ ​ແລະ ​ໃຫ້​ກຽດ​ແກ່ພັນທະ​ສັນຍາຂອງ​ເຮົາ, ຄວາມໜັກໜ່ວງ​ຂອງ​ເຮົາ​ ຈະ​ເບົາບາງ​ລົງ, ​ແລະ ​ເຮົາ​ຈະ​ສາມາດ​ສະອາດ​ ​ແລະ ​​ເຂັ້ມ​​ແຂງ​ຕໍ່​ໄປ ​ເພື່ອ​ວ່າ​​ໃນ​ບັ້ນທ້າຍ​ຊີວິດ​ຂອງ​ເຮົາ, ​ເຮົາ​ຈະ​ຖືກ​ນັບ​ວ່າ​ມີຄ່າ​ຄວນ​ທີ່​ຈະ​ໄດ້​ຮັບ​ຄວາມ​ສູງ​ສົ່ງ ​ແລະ ຊີວິດ​ນິລັນດອນ. ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່າ​ນີ້ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.