​2010–2019
ຈົ່ງ​ມາ​ຮ່ວມ​ກັບ​ພວກ​ເຮົາ
ຕຸລາ 2013


ຈົ່ງມາ​​ຮ່ວມ​ກັບ​ພວກ​ເຮົາ

ບໍ່​ວ່າ​ສະພາບ​ການ​ຂອງ​ທ່ານ, ປະຫວັດ​ຂອງ​ທ່ານ, ຫລື ປະຈັກ​ພະຍານ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ, ​ແຕ່​ກໍ​ມີ​ບ່ອນ​ສຳລັບ​ທ່ານ​ຢູ່​ໃນ​ສາດສະໜາ​ຈັກ​ນີ້.

ຄັ້ງໜຶ່ງ ມີ​ຊາຍ​ຄົນ​ໜຶ່ງ​ຜູ້​ໄດ້​ຝັນ​ວ່າ​ລາວ​ຢູ່​ໃນ​ຫ້ອງ​​ໂຖງ​ໃຫຍ່ ບ່ອນ​ທີ່​​ຝ່າຍ​ສາດສະໜາ​ທັງ​ຫລາຍໄດ້​ມາ​ປະຊຸມ​ກັນ. ລາວ​ຮັບ​ຮູ້ວ່າ ທຸກໆ​ສາດສະໜາມີ​ຫລາຍ​ສິ່ງ​ທີ່​ລາວ​ສົນ​ໃຈ ​ແລະ ​ມີຄ່າ.

ລາວ​ໄດ້​ພົບ​ກັບ​ສາມີ​ພັນ​ລະ​ຍາ​ຄູ່​ໜຶ່ງ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ແລະ ​ໄດ້​ຖາມ​ວ່າ, “ພວກ​ທ່ານ ​ຮຽກຮ້ອງ​ຫຍັງ​ແດ່​ຈາກ​ສະມາຊິກ​ຂອງ​ພວກ​ທ່ານ?”

ພວກ​ເຮົາ ​ບໍ່​ໄດ້​ຮຽກຮ້ອງ​ສິ່ງ​ໃດ,” ​ເຂົາ​​ເຈົ້າຕອບ. “​​ແຕ່​ ພຣະຜູ້​ເປັນ​ເຈົ້າ ຂໍ​ໃຫ້​ເຂົາ​ເຈົ້າອຸທິດ​ທຸກ​ສິ່ງ.”

ສາມີ​ພັນ​ລະ​ຍາ​ຄູ່​ນີ້ໄດ້​ອະທິບາຍ​ກ່ຽວ​ກັບ​ການ​ເອີ້ນ​ຢູ່​ໃນ​ສາດສະໜາ​ຈັກ, ການ​ສອນ​ປະຈຳ​ບ້ານ ​ແລະ ການ​ຢ້ຽມ​ສອນ, ການ​ເຜີຍ​ແຜ່​ເຕັມ​ເວລາ, ການ​ສັງ​ສັນ​ໃນ​ຄອບຄົວ​ທຸກ​ອາທິດ, ວຽກ​ງານ​ຂອງ​ພຣະວິຫານ, ການ​ຮັບ​ໃຊ້​ສະຫວັດດີ​ການ ​ແລະ ມະນຸດສະທຳ, ​ແລະ ການ​ມອບ​ໝາຍ​​ໃຫ້​ສອນ.

“ພວກ​ທ່ານ​ຈ້າງ​ຜູ້​ຄົນ​ຂອງ​ພວກ​ທ່ານ​ ທີ່ເຮັດ​ວຽກ​ໃຫ້​ພວກ​ທ່ານ​ບໍ?” ຊາຍ​ຄົນ​ນັ້ນຖາມ.

“​ໂອ້​, ບໍ່,” ສາມີ​ພັນ​ລະ​ຍາ​ຄູ່​ນັ້ນ​ໄດ້​ອະທິບາຍ. “​​ເຂົາ​ເຈົ້າ​ໄດ້​ສະລະ​ເວລາ​ຂອງ​ເຂົາ​ເຈົ້າ.”

“ພ້ອມ​ນີ້,” ​ເຂົາ​ເຈົ້າ​ໄດ້​ເວົ້າຕໍ່, “ທຸກໆ​ຫົກ​ເດືອນ,​ ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ເຮົາໄດ້​ໃຊ້​ເວລາ​ 10 ຊົ່ວ​ໂມງໃນ​ທ້າຍ​ອາທິດ ​ເພື່ອ​ຮັບ​ຊົມ​ຮັບ​ຟັງ​ກອງ​ປະຊຸມ​ໃຫຍ່​ສາມັນ.”

“ຜູ້​ຄົນ​ປາ​ໄສ​ເຖິງ​ສິບ​ຊົ່ວ​ໂມງ​ພຸ້ນ​ບໍ?” ຊາຍ​ຄົນ​ນັ້ນຖາມ.

“ສ່ວນ​ການ​ໄປ​ໂບດ​ແຕ່​ລະອາ​ທິດ​ເດ້? ​ໄປ​ຈັກ​ຊົ່ວ​ໂມງ?”

“ສາມ​ຊົ່ວ​ໂມງ, ທຸກວັນ​ອາທິດ!”

“ປາດ​ຕິ​ໂທ,” ຊາຍ​ຄົນ​ນັ້ນ​ເວົ້າ. “ສະມາຊິກ​ຢູ່​ໃນ​ສາດສະໜາ​ຈັກ​ຂອງ​ພວກ​ທ່ານ​ເຮັດ​ດັ່ງ​ທີ່​ພວກ​ທ່ານ​ເວົ້າ​ແທ້ໆ​ບໍ?”

“​ເຮັດ​ແທ້ໆ ​ແລະ ​ເຮັດ​ຫລາຍ​ກວ່າ​ນີ້​ອີກ​ຊ້ຳ. ພວກ​ເຮົາ​ຍັງ​ບໍ່​ໄດ້​ເວົ້າຫຍັງ​ເທື່ອ​ກ່ຽວ​ກັບ​ປະຫວັດ​ຄອບຄົວ, ຄ້າຍ​ຂອງ​ຊາວ​ໜຸ່ມ, ການ​ປະຊຸມ, ການ​ສຶກສາ​ພຣະຄຳ​ພີ, ການ​ຝຶກ​ຝົນ​ຜູ້ນຳ, ກິດຈະກຳ​ຂອງ​ຊາວ​ໜຸ່ມ​, ການ​ຮຽນ​ເລື່ອງ​ສາດສະໜາ​ແຕ່ລະ​ເຊົ້າ, ການ​ດູ​ແລ​ຕຶກ​ໂບດ,​ ​ແລະ ກໍ​ມີ​ກົດ​​ເລື່ອງ​ສຸຂະພາບ​ຂອງ​ພຣະຜູ້​ເປັນ​ເຈົ້ານຳ​ອີກ, ການ​​ຖື​ສິນ​ອົດ​ເຂົ້າແຕ່ລະເດືອນ​ເພື່ອ​ຊ່ອຍ​ເຫລືອ​ຄົນ​ຍາກຈົນ, ​ແລະ ​ການ​ຈ່າຍ​ເງິນ​ສ່ວນ​ສິບ.”

ຊາຍ​ຄົນ​ນັ້ນ​ໄດ້​ກ່າວ​ວ່າ, “ບັດ​ນີ້ ຂ້າພະ​ເຈົ້າງົງ. ​ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ຢາກ​ເຂົ້າຮ່ວມ​ສາດ​ສະໜາ​ຈັກ​ເຊັ່ນ​ນີ້?”

ຄູ່​ສາມີ​ພັນ​ລະ​ຍາ​ຍິ້ມ ​ແລະ ​ເວົ້າວ່າ, “ພວກ​ເຮົາ​ຄິດ​ວ່າ ທ່ານ​ຈະ​ບໍ່​ຖາມ​ກ່ຽວ​ກັບ​ເລື່ອງ​ນີ້​ເລີຍ.”

​ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ຢາກ​ເຂົ້າຮ່ວມ​ສາດສະໜາ​ຈັກ​ເຊັ່ນ​ນີ້?

​ໃນ​ຊ່ວງ​ເວລາ​ທີ່​ສາດສະໜາ​ຈັກ​ຫລາຍ​ແຫ່ງ​ຕະຫລອດ​ທົ່ວ​ໂລກ​ນັບ​ມື້​ນັບ​ມີ​ສະມາຊິກ​ໜ້ອຍ​ລົງ, ​ແຕ່​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ເຖິງ​ແມ່ນ​ວ່າ​ນ້ອຍໆ​ເມື່ອ​ປຽບທຽບ​ໃສ່​ກັບສາດສະໜາ​ອື່ນໆ​ທັງຫລາຍ ເປັນ​ສາດສະໜາ​ຈັກ​ທີ່​ເຕີບ​ໂຕ​ຂຶ້ນ​ໄວ​ທີ່​ສຸດ​ຢູ່​​ໃນ​ໂລກ. ນັບ​ແຕ່​ເດືອນກັນຍາ ປີ 2013 ສາດສະໜາ​ຈັກ​ມີ​ສະມາຊິກ​ຫລາຍ​ກວ່າ 15 ລ້ານ​ຄົນ​ຢູ່ຕະຫລອດ​ທົ່ວ​ໂລກ.

ມີ​ເຫດຜົນ​ຫລາຍ​ຢ່າງ​ສຳລັບ​​ເລື່ອງ​ນີ້, ​ແຕ່​ຂ້າພະ​ເຈົ້າຂໍບອກ​ພຽງ​ສອງ​ສາມ​ຢ່າງຊິ​ໄດ້​ບໍ​?

ສາດສະໜາ​ຈັກ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ

ທຳ​ອິດ, ສາດສະໜາ​ຈັກ​ແຫ່ງ​ນີ້​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ໃນ​ວັນ​ເວລາ​ຂອງ​​ເຮົາໂດຍ​ພຣະ​ເຢຊູ​ຄຣິດພຣະອົງ​ເອງ. ຢູ່​ທີ່​ນີ້​ທ່ານ​ຈະ​ພົບ​ເຫັນ​ສິດ​ອຳນາດ​ທີ່​ຈະ​ກະທຳ​ໃນ​ພຣະນາມ​ຂອງ​ພຣະອົງ—​ທີ່​ຈະ​​ໃຫ້ບັບຕິ​ສະມາ ​ເພື່ອ​ການ​ປົດ​ບາບ, ທີ່​ຈະ​ມອບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ, ​ແລະ ທີ່​ຈະ​ຜະ​ນຶກ​ຢູ່​ໃນ​ໂລກ ​ແລະ ​ໃນ​ສະຫວັນ.1

ຜູ້ຄົນ​ທີ່​ເຂົ້າຮ່ວມ​ສາດສະໜາ​ຈັກ​ນີ້ ​ຮັກ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ພຣະ​ເຢຊູ​ຄຣິດ ​ແລະ ​ເຂົາ​ເຈົ້າຢາກ​ເຮັດ​ຕາມ​ພຣະອົງ. ​ເຂົາ​ເຈົ້າຊື່ນ​ຊົມ​​ທີ່​ຮູ້​ວ່າ​ພຣະ​ເຈົ້າກ່າວ​ກັບ​ມວນມະນຸດ​ອີກ. ​ເມື່ອ​ເຂົາ​ເຈົ້າຮັບ​ພິທີການ​ທີ່​ສັກສິດຂອງ​ຖານະ​ປະ​ໂລຫິດ ​ແລະ ​ເຮັດ​ພັນທະ​ສັນຍາ​ນຳພຣະ​ເຈົ້າ, ​ເຂົາ​ເຈົ້າສາມາດ​ຮູ້ສຶກ​​ເຖິງອຳນາດ​ຂອງ​ພຣະອົງ​ຢູ່​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ.2 ​ເມື່ອ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ພຣະວິຫານ​ທີ່​ສັກສິດ, ​ເຂົາ​ເຈົ້າຮູ້ສຶກ​ວ່າ​ເຂົາ​ເຈົ້າຢູ່​ໃນທີ່​ປະ​ທັບ​ຂອງ​ພຣະອົງ. ​​ເມື່ອ​ເຂົາ​ເຈົ້າອ່ານ​ພຣະຄຳ​ພີ​ສັກສິດ3 ​ແລະ ດຳລົງ​ຊີວິດ​ຕາມ​ຄຳ​ສອນຂອງ​ສາດສະດາ​ຂອງ​ພຣະອົງ, ​ແລ້ວ​ເຂົາ​ເຈົ້າຈະ​ເຂົ້າ​ໃກ້ຊິດ​ພຣະຜູ້​ຊ່ອຍ​​ໃຫ້​ລອດ​ທີ່​ເຂົາ​ເຈົ້າຮັກ​ຫລາຍ​ທີ່​ສຸດ.

ສັດທາ​ທີ່​​ເກີດ​ຜົນ

​ເຫດຜົນ​ໜຶ່ງ​ອີກ​ແມ່ນ​ເປັນ​ເພາະວ່າ ສາດສະໜາ​ຈັກ​​​ໃຫ້​ໂອ​ກາດ​ເພື່ອ​ເຮັດ​ຄວາມ​ດີ.

ການ​ເຊື່ອ​​ໃນ​ພຣະ​ເຈົ້າ ​ເປັນ​ສິ່ງ​ທີ່​ໜ້າ​ສັນລະ​ເສີນ​, ​ແຕ່​ຄົນ​ສ່ວນ​ຫລາຍ​ຢາກ​ເຮັດ​ຫລາຍ​ກວ່າ​ການ​ພຽງ​ແຕ່​ຟັງຄຳ​ເທດ​ສະໜາ​ເທົ່າ​ນັ້ນ ຫລື “ຝັນ​ຢາກ​ໄດ້​ປາສາດ​ [ຂອງ​​ເຂົາ] ຢູ່​ໃນ​ສະຫວັນ.4 ​ເຂົາ​ເຈົ້າຢາກ​ໃຊ້​ສັດທາ. ​ເຂົາ​ເຈົ້າຢາກ​ອອກ​​ແຮງ ​ແລະ ມີ​ພາກສ່ວນ​ໃນ​ອຸດົມ​ການ​ທີ່​ຍິ່ງ​ໃຫຍ່ນີ້.

​ແລະ ນັ້ນ​ຄື​ສິ່ງ​ທີ່​ເກີດ​ຂຶ້ນ​ເມື່ອ​ເຂົາ​ເຈົ້າ​ມາ​ຮ່ວມ​ກັບ​ພວກ​ເຮົາ—​ເຂົາ​ເຈົ້າມີ​ຫລາຍ​ໂອກາດ​ທີ່​ຈະ​ປ່ຽນ​ແປງພອນ​ສະຫວັນ, ການ​ເຫັນ​ອົກ​ເຫັນ​ໃຈ, ​ແລະ ​ເວລາ​ໃນ​ການ​ເຮັດ​ວຽກ​ງານ​ດີ. ​ເພາະວ່າ​ພວກ​ເຮົາ​ບໍ່​​ໄດ້​ຈ້າງ​ນັກ​ເທດ​ສະໜາຕະຫລອດ​ທົ່ວ​ໂລກ, ສະມາຊິກ​ຂອງ​ພວກ​ເຮົາ​ຈຶ່ງ​ໄດ້​ປະຕິ​ບັດ​ສາດສະໜາ​ກິດ​ດ້ວຍ​ຕົນ​ເອງ. ​ເຂົາ​ເຈົ້າຖືກ​ເອີ້ນ​ໂດຍ​ການ​ດົນ​ໃຈ. ບາງ​ເທື່ອ​ພວກ​ເຮົາ​ອາສາ​ສະ​ໝັກ, ບາງ​ເທື່ອພວກ​ເຮົາ ກໍຖືກ “ອາສາ​ສະ​ໝັກ”. ພວກ​ເຮົາ​ບໍ່​ນັບຖື​ວ່າການ​ມອບ​ໝາຍ​ເປັນ​ພາລະ​ໜັກໜ່ວງ ​ແຕ່​ເປັນ​ໂອກາດ​ທີ່​ຈະ​ບັນລຸ​ພັນທະ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ດ້ວຍ​ຄວາມ​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ ​ແລະ ລູກໆ​ຂອງ​ພຣະອົງ.

ພອນ​ທີ່​ລ້ຳຄ່າ

​ເຫດຜົນ​ຢ່າງ​ທີ​ສາມວ່າ​ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​​ເຂົ້າຮ່ວມ​ສາດສະໜາ​ຈັກ ​ແມ່ນ​ເປັນ​ເພາະວ່າ ການ​ເດີນ​ໄປ​ໃນ​ເສັ້ນທາງ​ຂອງ​ການ​ເປັນ​ສານຸສິດ ຈະ​ນຳ​ໄປ​ສູ່​ພອນ​ອັນ​ລ້ຳຄ່າ.

​ເຮົາ​ເຫັນ​ການ​ບັບຕິ​ສະມາ​ເປັນ​ຈຸດ​​ເລີ່​ມຕົ້ນໃນ​ເສັ້ນທາງ​ແຫ່ງ​ການ​ເປັນ​ສານຸສິດ​ຂອງ​ເຮົາ. ການ​ເດີນ​ໄປ​ນຳພຣະ​ເຢຊູ​ຄຣິດທຸກ​ວັນ​ນຳ​​​ໄປ​ສູ່​ຄວາມ​ສະຫງົບ ​ແລະ ຈຸດປະສົງ​ໃນ​ຊີວິດ​ນີ້ ​ແລະ ຄວາມສຸກອັນ​ເລິກ​ຊຶ້ງ ​ແລະ ຄວາມ​ລອດ​ນິລັນດອນ​ຢູ່​ໃນ​ໂລກ​ທີ່​ຈະ​ມາ​ເຖິງ.

ຜູ້​ທີ່​ຕິດຕາມ​ເສັ້ນທາງ​ນີ້​ຢ່າງ​ຊື່ສັດ ຈະ​ຫລີກ​ເວັ້ນຈາກ​ສິ່ງ​ອັນຕະລາຍ, ຄວາມ​ໂສກ​ເສົ້າ, ​ແລະ ຄວາ​ມກິນ​ແໜງ​ໃນ​ຊີວິດ.

ຜູ້​ທີ່​ຍາກຈົນ​ຝ່າຍ​ຈິດ​ວິນ​ຍານ ​ແລະ ​ໃຈ​ທີ່​ຊື່​ສັດ ຈະ​ພົບ​ຊັບ​ສົມບັດ​​ແຫ່ງ​ຄວາມ​ຮູ້​ອັນ​ຍິ່ງ​​ໃຫຍ່ຢູ່​ທີ່​ນີ້.

ຜູ້​ທີ່​ທຸກທໍລະມານ ຫລື ​ໂສກ​ເສົ້າຈະ​​ໄດ້​ຮັບ​ການ​ປິ່ນປົວ​ຢູ່​ທີ່ນີ້.

ຜູ້​ທີ່​ມີ​ຄວາມ​ໜັກໜ່ວງ​ດ້ວຍ​ບາບ ຈະ​​ໄດ້​ຮັບ​ການ​ໃຫ້​ອະ​ໄພ, ​ເສລີພາບ, ​ແລະ ພັກຜ່ອນ.

ຕໍ່ຜູ້​ທີ່​ໜີ​ໄປ

ການສະ​ແຫວ​ງຄວາມ​ຈິງ​ໄດ້​ນຳ​ຜູ້​ຄົນ​ຫລາຍ​ລ້ານ​ຄົນ​ມາ​ຫາ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ​ແຕ່​ກໍ​ຍັງ​ມີ​ຫລາຍ​ຄົນ​ທີ່​ໜີ​ໄປ​ຈາກ​ສາດສະໜາ​ຈັກ​ທີ່​ຄັ້ງໜຶ່ງ​ເຂົາ​ເຈົ້າ​ເຄີຍ​ຮັກ.

ບາງ​ຄົນ​ອາດ​ຖາມ​ວ່າ, “ຖ້າ​ຫາກ​ພຣະກິດ​ຕິ​ຄຸນ​ດີ​ເລີດ, ​ເປັນ​ຫຍັງ​ບາງ​ຄົນຈຶ່ງ​ໄດ້​ໜີ​ໄປ?”

ບາງ​ເທື່ອ​ເຮົາ​ສົມມຸ​ດວ່າ ​ເປັນ​ເພາະ​ເຂົາ​​ເຈົ້າ​ໄດ້​ຖືກ​ເຮັດ​ໃຫ້​ຜິດ​ໃຈ ຫລື ກຽດຄ້ານ ຫລື ​ເຮັດ​ບາບ. ​ແທ້​ຈິງ​ແລ້ວ, ມັນ​ບໍ່​ເປັນ​​ເລື່ອງ​ງ່າຍ. ຕາມ​ຈິງ​ແລ້ວ, ມັນ​ບໍ່​ແມ່ນ​ເຫດຜົນ​ດຽວ​ທີ່​ໃຊ້​ກັບ​ສະຖານະ​ການ​ໃນ​ຫລາຍ​ຮູບ​ແບບ.

ສະມາຊິກ​ຫລາຍ​ຄົນ​ໄດ້​ມີ​ຄວາມ​ຂ້ອງ​ໃຈ​ເປັນ​ເວລາ​ຫລາຍ​ປີ​ກັບ​​ເລື່ອງທີ່​ວ່າ ​ເຂົາ​ຄວນ​ແຍກ​ຕົວ​ອອກ​ຈາກ​ສາດສະໜາ​ຈັກ​ຫລື​ບໍ່.

​ໃນ​ສາດສະໜາ​ຈັກ​ນີ້ທີ່​ນັບຖື​ອຳ​ເພີ​ໃຈ​ຂອງ​ບຸກຄົນວ່າ​ເປັນ​ສິ່ງ​ສຳຄັນ ຊຶ່ງສາດສະໜາ​ຈັກ​ໄດ້​ຖືກ​ຈັດຕັ້ງຄືນ​ໃໝ່​ໂດຍ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຜູ້​​ໄດ້​ຖາມ ​ແລະ ​ໄດ້​ສະ​ແຫວ​ງຫາ​ຄຳ​ຕອບ, ພວກ​ເຮົາ​ກໍ​ນັບຖື​ຜູ້​ທີ່​ສະ​ແຫວງຫາ​ຄວາມ​ຈິງ. ພວກ​ເຮົາ​ອາດ​ເສຍ​ໃຈ​ຫລາຍ ​ເມື່ອ​ເຂົາ​​ເຈົ້າ​ໄດ້​ເດີນ​ໜີ​ໄປ​ຈາກ​ສາດສະໜາ​ຈັກທີ່​ພວກເຮົາ​ຮັກ ​ແລະ ຈາກ​ຄວາມ​ຈິງ​ທີ່​ພວກ​ເຮົາ​ໄດ້​ພົບ​ເຫັນ, ​ແຕ່​ພວກ​ເຮົາ​ໃຫ້​ກຽດ​ສິດທິ​ທີ່​ຈະ​ນະມັດສະການ​ພຣະ​ເຈົ້າອົງ​ຊົງ​ລິດ​ອຳນາດ​ຕາມ​ຄວາມ​ເຊື່ອຂອງ​ເຂົາ​​ເຈົ້າ, ດັ່ງ​ທີ່​​ເຮົາ​ມີ​ສິດທີ່ຈະ​ເຮັດ​​ເຊັ່ນ​ດຽວ​ກັນ.5

ຄຳ​ຖາມ​ທີ່​ບໍ່​ມີ​ຄຳ​ຕອບ

ບາງ​ຄົນ​ຫຍຸ້ງຍາກ​ຢູ່ກັບ​ຄຳ​ຖາມ​ທີ່​ບໍ່​ມີ​ຄຳ​ຕອບ​ກ່ຽວ​ກັບ​ສິ່ງ​ໄດ້​ເຮັດ​ ຫລື ​ໄດ້​ເວົ້າຜ່ານ​ມາ. ​ພວກ​ເຮົາ​ຮັບ​ຮູ້​ຢ່າງ​ເປີດ​ແປນວ່າ ​​ ເກືອບເປັນ​ເວລາ 200 ປີ ​ໃນ​ປະຫວັດສາດ​ຂອງ​ສາດສະໜາ​ຈັກ—ພ້ອມ​ດ້ວຍ​​ເຫດການ​ທີ່​ດົນ​ໃຈ, ​ເປັນ​ກຽດ, ​ແລະ ​ມາ​ຈາກສະຫວັນ-​ຢ່າງ​ຕໍ່​ເນື່ອງ​ກັນ—ມີ​ບາງ​ສິ່ງ​ທີ່​ໄດ້​ກ່າວ ​ແລະ ​ໄດ້​ເຮັດ​ຜ່ານ​ມາ ຊຶ່ງ​ເຮັດ​ໃຫ້​ຜູ້​ຄົນ​ມີ​ຄຳ​ຖາມ.

ບາງ​ເທື່ອ​ມີ​ຄຳ​ຖາມ ​ເພາະວ່າ​ພວກ​ເຮົາ​ບໍ່​ມີ​ຂໍ້​ມູນ​ຄົບ​ຖ້ວນ​ເທື່ອ ​ແລະ ພວກ​ເຮົາ​ຕ້ອງ​ອົດທົນ​ຕໍ່​ໄປໜ້ອຍ​ໜຶ່ງ. ​ເມື່ອ​ຄວາມ​ຈິງ​ປະກົດ​ຂຶ້ນ, ສິ່ງ​ທີ່​ບໍ່​​ແຈ່ມ​ແຈ້ງ​ແກ່​ເຮົາ​ໃນ​ເມື່ອ​ກ່ອນ ຈະ​​​ແຈ່ມ​ແຈ້ງ ​ແລະ ​ເຮົາ​ກໍ​ຈະ​​ເພິ່ງ​ພໍ​ໃຈ.

ບາງ​ເທື່ອ ກໍ​ມີ​ຄວາມ​ຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ຄວາມ​ໝາຍ​​ແທ້ໆຂອງ “ຄວາມ​ຈິງ”. ຄຳ​ຖາມ​ທີ່ກໍ່​ໃຫ້​ເກີດຄວາມ​ສົງ​ໄສ​ຕໍ່​ບາງ​ຄົນ, ຫລັງ​ຈາກ​ໄດ້​ສືບ​ສາວ​ລາວ​ເລື່ອງ​ຢ່າງ​ລະອຽດ​ແລ້ວ, ສາມາດ​ສ້າງ​ສັດທາ​ໃຫ້​ຄົນ​ອື່ນ​ໄດ້.

ຄວາມ​ຜິດພາດ​ຂອງ​ຄົນ​ທີ່ຂາດ​ຕົກ​ບົກພ່ອງ

​ແລະ ​ເມື່ອ​ເວົ້າຄວາມ​ຈິງ​ແລ້ວ, ກໍ​ມີ​ເວລາ​ຕອນ​ທີ່​ສະມາຊິກ ຫລື ຜູ້ນຳ​​ໃນ​ສາດສະໜາ​ຈັກ​ໄດ້​ເຮັດ​ຜິດພາດ. ອາດ​ມີ​ຄຳ​​ເວົ້າ ​ຫລື ການ​ກະທຳ​ທີ່​ບໍ່​ສອດຄ່ອງ​ກັບ​ມາດຕະຖານ, ຫລັກ​ທຳ, ຫລື ຄຳ​ສອນ​ຂອງ​ເຮົາ.

ຂ້າພະ​ເຈົ້າສົມມຸດ​ວ່າ ສາດສະໜາ​ຈັກ​ຈະ​ດີ​ພ້ອມ​ທຸກ​ຢ່າງ​ກໍ​ຕໍ່​ເມື່ອ​ມັນ​ຖືກ​ນຳພາ​ໂດຍ​ຄົນ​ທີ່​ດີ​ພ້ອມ​ທຸກ​ຢ່າງ. ພຣະ​ເຈົ້າ​ເປັນ​ຜູ້​ທີ່​ດີ​ພ້ອມ​ທຸກ​ຢ່າງ, ​ແລະ ຄຳ​ສອນ​ຂອງ​ພຣະອົງ​ກໍບໍລິສຸດ. ​ແຕ່​ພຣະອົງ​ທຳ​ງານ​ຜ່ານ​ຕົວ​ເຮົາ—ລູກໆ​ທີ່​ຂາດ​ຕົກ​ບົກພ່ອງ​ຂອງ​ພຣະອົງ—​ແລະ ຄົນ​ທີ່​ຂາດ​ຕົກ​ບົກພ່ອງ​ຈະ​ເຮັດ​ຜິດພາດ.

​ໃນ​ໜ້າ​ຊື່​ເລື່ອງ​ຂອງພຣະຄຳ​ພີ​ມໍ​ມອນ ​ເຮົາ​ອ່ານ​ວ່າ, “​ແລະ ບັດ​ນີ້ຖ້າ​ຫາກ​ຈະ​ມີ​ສິ່ງ​ທີ່​ຂາດ​ຕົກ​ບົກ​ພ່ອງ​ກໍ​ເປັນ​ຄວາມ​ຜິດ​ຂອງ​ມະນຸດ; ດັ່ງນັ້ນ ຈົ່ງຢ່າ​ໄດ້​ຕຳນິ​ເລື່ອງ​ຂອງ​ພຣະ​ເຈົ້າ​ເພື່ອ​ທ່ານ​ຈະ​ໄດ້​ພົບ​ວ່າ​ບໍ່​ມີ​ມົນທິນ​ທີ່​ບັນລັງ​ພິພາກສາ​ຂອງ​ພຣະ​ຄຣິດ.”6

ນີ້​ຄື​ສິ່ງ​ທີ່​ເປັນ​ມາ ​ແລະ ຈະ​ເປັນ​ແບບ​ນີ້​ຈົນ​ກວ່າ​ເຖິງ​ມື້ດີ​ພ້ອມ​ທຸກ​ຢ່າງ ຕອນ​ພຣະຄຣິດພຣະອົງ​ເອງ​ປົກຄອງ​ຢູ່​ເທິງ​ແຜ່ນດິນ​ໂລກ.

ໜ້າ​ເສຍ​ໃຈ​ທີ່​ບາງ​ຄົນ​ມີ​ຄວາມ​ຫຍຸ້ງຍາກ​ຫລາຍ ​ເພາະ​ຄວາມ​ຜິດພາດ​ທີ່​ມະນຸດ​ສ້າງ​ຂຶ້ນ. ​ແຕ່​ເຖິງ​ແມ່ນ​​ເປັນ​ແນວ​ນັ້ນ, ຄວາມ​ຈິງ​ນິລັນດອນ​ຂອງ​ພຣະກິດ​ຕິ​ຄຸນທີ່​ໄດ້​ຟື້ນ​ຟູ ​ຊຶ່ງ​ພົບ​ເຫັນ​ຢູ່​ໃນສາດ​ສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ສິດທິ​ຊົນ​ຍຸກ​ສຸດ​ທ້າຍບໍ່​ມີ​ຈຸດ​ດ່າງ​ພ້ອຍ, ອ່ອນ​ແອ, ຫລື ຖືກ​ທຳລາຍ.

​ໃນ​ຖານະ​ທີ່​ເປັນ​ອັກຄະ​ສາວົກ​ຄົນ​ໜຶ່ງ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ​ແລະ ​​ເຄີຍ​ເຫັນ​ກັບ​ຕາ​ເຖິງ​ການ​ປະຊຸມ ​ແລະ ວຽກ​ງານ​ຂອງ​ສາດສະໜາ​ຈັກ​ນີ້, ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ຢ່າງ​ໜັກ​ແໜ້ນ​ວ່າ ບໍ່​ມີ​ການ​ຕັດສິນ​ໃຈ​ໃດ​ທີ່​ກ່ຽວ​ພັນ​ກັບ​ສາດສະໜາ​ຈັກ ​ແລະ ສະມາຊິກ ​​ປາດ​ສະ​ຈາກ​ການ​ສະ​ແຫວ​ງຫາ​ການ​ດົນ​ໃຈ, ການ​ນຳພາ, ​ແລະ ການ​ເຂົ້າຫາ​ພຣະບິດາ​ນິລັນດອນກ່ອນ. ນີ້​ຄື​ສາດສະໜາ​ຈັກ​ຂອງ​ພຣະ​​ເຢຊູ​ຄຣິດ. ພຣະ​ເຈົ້າຈະ​ບໍ່​ປ່ອຍ​ໃຫ້​ວຽກ​ງານ​ຂອງ​ພຣະອົງ​ອອກ​ຈາກ​ເສັ້ນທາງທີ່​ກຳນົດ​ໄວ້ ຫລື ​ລົ້ມ​ເຫ​ລວຈາກ​​ເປົ້າໝາຍ​ແຫ່ງ​ສະຫວັນ​ຂອງ​ມັນ​​ເປັນ​​ເດັດຂາດ.”7

ມີ​ບ່ອນ​ສຳລັບ​ທ່ານ

ຕໍ່​ຜູ້​ທີ່​ໄດ້​ແຍກ​ຕົວ​ອອກ​ໄປ​ຈາກສາດສະໜາ​ຈັກ, ຂ້າພະ​ເຈົ້າກ່າວ​ວ່າ ​ເພື່ອນ​ຮັກ​ຂອງ​ຂ້າພະ​ເຈົ້າ, ຍັງ​ມີ​ບ່ອນ​ສຳລັບ​ທ່ານ​ຢູ່.

ຈົ່ງ​ມາ ​ແລະ ນຳ​ພອນ​ສະຫວັນ​, ຂອງ​ປະທານ, ​ແລະ ພະລັງ​ຂອງ​ທ່ານ​ມາ​ຮ່ວມ​ກັບ​ພວກ​ເຮົາ. ພວກ​ເຮົາ​ຈະ​ເປັນ​ຄົນ​ດີ​ຂຶ້ນກວ່າ​ເກົ່າ​ເພາະ​ການ​ນັ້ນ.

ບາງ​ຄົນ​ອາດ​ຖາມ​ວ່າ, “ສ່ວນ​ຄວາມ​ສົງ​ໄສ​ຂອງ​ຂ້າພະ​ເຈົ້າ​ເດ້?”

​ເປັນ​ເລື່ອງ​ປົກກະຕິ​ທີ່​ມີ​ຄຳ​ຖາມ—​ເມັດ​ພືດ​ນ້ອຍໆ​ຂອງ​ຄຳ​ຖາມ​ທີ່​ຈິງ​ໃຈ ຈະ​ກໍ່​​ເກີດ​ເປັນຕົ້ນ​ໃຫຍ່​ແຫ່ງ​ຄວາມ​ເຂົ້າ​ໃຈ. ມີ​ສະມາຊິກ​ຫລາຍ​ຄົນ​ຜູ້​ເຄີຍ​ມີ​ບັນຫາ​ກ່ຽວ​ກັບ​ຄຳ​ຖາມທີ່ສຳຄັນ ຫລື ​ແຕະຕ້ອງ​ຈິດ​ໃຈ. ຈຸດປະສົງ​ຢ່າງ​ໜຶ່ງ​ຂອງ​ສາດສະໜາ​ຈັກ ​ແມ່ນ​ເພື່ອ​ບຳລຸງ​ລ້ຽງ ​ແລະ ບົວລະບັດ​ເມັດ​ພືດ​ແຫ່ງ​ສັດທາ​ນັ້ນ—​ເຖິງ​ແມ່ນ​ບາງ​ເທື່ອ​ອາດ​ເປັນ​ກໍລະນີ​ທີ່ມີ​ຄວາມ​ສົງ​ໄສ ​ແລະ ບໍ່​ແນ່ນອນ​ໃຈ. ສັດທາ​ຄື​ຄວາມ​ຫວັງ​ສຳລັບ​ສິ່ງ​ທີ່​ບໍ່​ເຫັນ ​ແຕ່​ເປັນຄວາມ​ຈິງ.7

ດັ່ງນັ້ນ, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ ​ໝູ່​ເພື່ອນທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ ຂໍ​ໃຫ້​ທ່ານຈົ່ງ​ສົງ​ໄສ​ຄວາມ​ສົງ​​ໄສ​ຂອງ​ທ່ານ ກ່ອນ​ທ່ານ​ຈະ​ສົງ​ໄສ​ສັດທາ​ຂອງ​ທ່ານ.8 ​​ເຮົາ​ບໍ່​ຕ້ອງປ່ອຍ​ໃຫ້​ຄວາມ​ສົງ​ໄສ​ຂອງ​ເຮົາ​ກັກ​ຂັງ​ເຮົາ​ໄວ້ ​ແລະ ກີດ​ກັນ​ເຮົາ​ຈາກ​ຄວາມ​ຮັກ​ແຫ່ງ​ສະຫວັນ, ຈາກ​ຄວາມ​ສະຫງົບ, ​ແລະ ຈາກ​ຂອງ​ປະທານ​ທີ່​ມາ​​ເຖິງ​ຜ່ານ​ທາງ​ສັດທາ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ.

ບາງ​ຄົນ​ອາດ​ເວົ້າວ່າ, “ຂ້າພະ​ເຈົ້າ​ເຂົ້າກັບ​ຄົນ​ໃນ​ສາດສະໜາ​ຈັກ​ຂອງ​ທ່ານ​ບໍ່​ໄດ້.

ຖ້າ​ຫາກ​ທ່ານ​ສາມາດ​ຫລຽວ​​ເຂົ້າ​ໄປ​ໃນ​​ໃຈ​ຂອງ​​ເຮົາ, ທ່ານຈະ​ພົບ​ວ່າ​ທ່ານ​ເຂົ້າກັບ​ພວກ​ເຮົາ​ໄດ້​ດີ ​​ເກີນກວ່າ​ທີ່​ທ່ານ​ຄິດ. ທ່ານ​ອາດບໍ່ຄິດ​ວ່າ ພວກ​ເຮົາ​ກໍ​ມີ​ຄວາມ​ປາດ​ຖະໜາ ​ແລະ ບັນຫາ ​ແລະ ຄວາມຫວັງ​ທີ່​ຄ້າຍຄື​ກັນ​ກັບ​ທ່ານ. ປະຫວັດ ​ຫລື ຊີວິດ​ຜ່ານ​ມາ​ອາດ​ເບິ່ງ​ແຕກ​ຕ່າງ​ຈາກ​ສິ່ງ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ​ແຕ່​ສິ່ງ​ນັ້ນອາດ​ເປັນ​ພອນ. ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ເພື່ອນ​ທີ່ຮັກ​ແພງ, ພວກ​ເຮົາ​ຕ້ອງການ​ພອນ​ສະຫວັນ​ພິ​ເສດ ​ແລະ ມະ​ໂນ​ພາບ​ຂອງ​ທ່ານ. ຄວາມ​ແຕກ​ຕ່າງ​ຂອງ​ບຸກຄົນ ​ແລະ ​​ເພື່ອນ​ມະນຸດຕະຫລອດ​ທົ່ວ​ໂລກ ​ເປັນ​ພະລັງ​ໃຫ້​ແກ່​ສາດສະໜາ​ຈັກ​ນີ້.

ບາງ​ຄົນ​ອາດ​ເວົ້າວ່າ, “ຂ້າພະ​ເຈົ້າຄົງ​ບໍ່​ສາມາດ​ດຳລົງ​ຊີວິດ​ຕາມ​ມາດຕະຖານ​ຂອງ​ທ່ານ.

ທັງ​ໝົດ​ນີ້​ເປັນ​ເຫດຜົນ​ທີ່​ຈະ​ມາ! ສາດສະໜາ​ຈັກ​ໄດ້​ຖືກ​ຈັດຕັ້ງ​ໄວ້​ໃຫ້​ບຳລຸງ​ລ້ຽງ​ຜູ້​ທີ່​ຂາດ​ຕົກ​ບົກພ່ອງ, ຜູ້​ມີ​ບັນຫາ, ​ແລະ ອ່ອນ​ເພຍ. ມັນ​ເປັນ​ໄປ​ດ້ວຍ​ຜູ້​ທີ່​ ປາດ​ຖະໜາ ດ້ວຍ​ສຸດ​ຈິດ​ສຸດ​ໃຈ​ທີ່​ຈະ​ຮັກສາ​ພຣະບັນຍັດ, ​​ເຖິງ​ແມ່ນເຂົາ​ເຈົ້າຍັງ​​ເຮັດບໍ່ ສຳ​ເລັດ​ ເທື່ອ​.

ບາງ​ຄົນ​ອາດ​ເວົ້າວ່າ, “ຂ້າພະ​ເຈົ້າຮູ້ຈັກ​ສະມາ​ຊິ້ກຂອງ​ສາດສະໜາ​ຈັກ​ຂອງ​ທ່ານ​ຜູ້​ໜ້າ​ຊື່ ​ໃຈຄົດ.. ຂ້າພະ​ເຈົ້າຄົງ​ບໍ່​ມີ​ວັນ​ເຂົ້າຮ່ວມ​ສາດສະໜາ​ຈັກ​ຂອງ​ທ່ານ ທີ່​ມີ​ສະມາຊິກ​ແບບ​ນັ້ນ.

ຖ້າ​ຫາກ​ທ່ານ​ອະທິບາຍ​ຄຳ​ວ່າ ໜ້າ​ຊື່​ໃຈ​ຄົດ ​ເປັນ​ບາງ​ຄົນ​ທີ່​ບໍ່​ສາມາດ​ດຳລົງ​ຊີວິດ​ໃນ​ທາງ​ທີ່​ດີ​ພ້ອມ​ທຸກ​ຢ່າງ ຕາມ​ຄວາມ​ເຊື່ອ​ຂອງ​ເຂົາ, ​ແລ້ວ​ເຮົາ​ທຸກ​ຄົນ​ກໍ​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ​ຄື​ກັນ. ບໍ່​ມີ​ໃຜ​ທີ່​ເປັນ​ເໝືອນ​ດັ່ງ​ພຣະຄຣິດ ຕາມທີ່​ເຮົາ​ຮູ້​ວ່າ​ເຮົາ​ຄວນ​ເປັນ. ​ແຕ່​ເຮົາ​ປາດ​ຖະໜາ​ທີ່​ຈະ​ເອົາ​ຊະນະ​ຄວາມ​ຜິດ​ພາດຂອງ​ເຮົາ ​ແລະ ຄວາມ​​ໂນ້ມອຽງ​ທີ່ຈະເຮັດ​ບາບ. ດ້ວຍ​ສຸ​ດຫົວ​ໃຈ ​ແລະ ຈິດ​ວິນ​ຍານຂອງ​ເຮົາ,​ ເຮົາ​ຢາກກາຍ​ເປັນ​ຄົນ​ທີ່​ດີກ​ວ່າ​ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ.

ຖ້າ​ຫາກ​ສິ່ງ​ເຫລົ່າ​ນີ້​ເປັນຄວາມ​ປາດ​ຖະໜາ​ຂອງ​ທ່ານ, ​ແລ້ວ​ບໍ່​ວ່າ​ສະພາບ​ການ​ຂອງ​ທ່ານ, ປະຫວັດ​ຂອງ​ທ່ານ, ຫລື ປະຈັກ​ພະຍານ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ, ​ແຕ່​ກໍ​ມີ​ບ່ອນ​ສຳລັບ​ທ່ານ​ຢູ່​ໃນ​ສາດສະໜາ​ຈັກ​ນີ້. ຈົ່ງ​ມາ​ຮ່ວມ​ກັບ​ພວກ​ເຮົາ!

ຈົ່ງ​ມາ​ຮ່ວມ​ກັບ​ພວກ​ເຮົາ!

​​​ເຖິງ​ແມ່ນ​ຈະ​ມີ​ຄວາມຂາດ​ຕົກ​ບົກພ່ອງ​ຕາມທຳ​ມະ​ຊາດ​ຂອງ​ມະນຸດ, ​ແຕ່​ຂ້າ​ພະ​ເຈົ້າ​​ແນ່​ໃຈ​ວ່າ ທ່ານ​ຈະ​ພົບ​ເຫັນ​ຄົນ​ທີ່​ດີ​ຫລາຍຢູ່​ໃນ​ສາດສະໜາ​ຈັກ​ນີ້​. ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ ​​ເບິ່ງ​ຄື​ວ່າ​ມັກ​ຈະ​ດຶງ​ດູດຄົນ​ທີ່ມີ​​ເມດ​ຕາ, ​ແລະ ​ເປັນ​ຫ່ວງ​ເປັນ​ໄຍ, ຄົນ​ທີ່​ຊື່ສັດ ​ແລະ ຂະຫຍັນ​ໝັ່ນ​ພຽນ.

ຖ້າ​ຫາກ​ທ່ານ​ຄາດ​ຫວັງ​ຢາກ​ພົບ​ຄົນ​ທີ່​ດີ​ພ້ອມ​ທຸກ​ຢ່າງ​ຢູ່​ນີ້, ທ່ານ​ຈະ​ຜິດ​ຫວັງ. ​ແຕ່​ຖ້າ​ຫາກ​ທ່ານ​​ສະ​​ແຫວງຫາ​ຄຳ​ສອນ​ທີ່ບໍລິສຸດ​ຂອງ​ພຣະຄຣິດ, ພຣະ​ຄຳຂອງ​ພຣະ​ເຈົ້າ “ຊຶ່ງ​ປິ່ນປົວ​ຈິດ​ວິນທີ່​ບາດ​ເຈັບ,”9 ​ແລະ ​ເຮັດ​ໃຫ້​ອິດ​ທິພົນ​ຂອງ​ພຣະວິນ​ຍານ​ບໍລິສຸດ​ສັກສິດ, ​ແລ້ວ​ຢູ່​ທີ່​ນີ້​ທ່ານ​ຈະ​ພົບ​ສິ່ງ​ດັ່ງກ່າວ. ​ໃນ​ວັນ​ເວລາ​ທີ່ສັດທາ​ເລີ່​ມມີໜ້ອຍລົງ—​ໃນ​ວັນ​ເວລາ​ທີ່​ຫລາຍ​ຄົນຮູ້​ສຶກຢູ່​ຫ່າງ​ໄກ​ຈາກຄວາມ​ຮັກ​ຂອງ​ສະຫວັນ—ຢູ່​ທີ່​ນີ້​ທ່ານ​ຈະ​ພົບ​ຜູ້​ຄົນ​ທີ່​ຢາກ​ຮູ້ ​ແລະ ​ເຂົ້າ​ໃກ້ຊິດ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໂດຍ​ການ​ຮັບ​ໃຊ້​ພຣະ​ເຈົ້າ ​ແລະ ​ເພື່ອນ​ມະນຸດ, ​ເຊັ່ນ​ດຽວ​ກັບ​ທ່ານ. ຈົ່ງ​ມາ​​ຮ່ວມ​ກັບ​ພວກ​ເຮົາ!

ພວກ​ເຈົ້າ​ເດ ກໍ​ຢາກ​ໜີ​ໄປ​ຄື​ກັນ​ບໍ?

ຂ້າພະ​ເຈົ້າຖືກ​ເຕືອນ​ໃຈ​ກ່ຽວ​ກັບ​ຊີວິດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ຕອນ​ຫລາຍ​ຄົນ​ປະ​ຖິ້ມ​ພຣະອົງ.10 ພຣະ​ເຢຊູ​​ໄດ້​ຖາມ​ອັກຄະ​ສາວົກ​ສິບ​ສອງ​ຄົນ​ຂອງ​ພຣະອົງ​ວ່າ:

“ພວກ​ເຈົ້າ​ເດ ກໍ​ຢາກ​ໜີ​ໄປ​ຄື​ກັນ​ບໍ?

“ຝ່າຍ​ຊີ​ໂມນ​ເປ​ໂຕ​ໄດ້​ຕອບ​ພຣະອົງວ່າ, ອົງ​ພຣະຜູ້​​ເປັນ​ເຈົ້າຂ້າ ພວກ​ຂ້ານ້ອຍ​ຈະ​ໜີ​ໄປ​ຫາ​ຜູ້​ໃດ? ພຣະອົງ​ເປັນ​ຜູ້​ມີ​ຖ້ອຍ​ຄຳ​ແຫ່ງ​ຊີວິດ​ນິລັນດອນ.”11

ຈະ​ມີ​ເວລາ​ໃດ​ເວລາ​ໜຶ່ງ​ທີ່​ເຮົາ​ຕ້ອງ​ຕອບ​ຄຳ​ຖາມ​ອັນ​ດຽວ​ກັນນັ້ນ. ​ເຮົາ​ກໍ​ຈະ​ໜີ​ໄປ​ຄື​ກັນ​ບໍ? ຫລື ​ເຮົາ​ຈະ​ເປັນ​ເໝືອນ​ດັ່ງ​ເປ​ໂຕ, ຍຶດໝັ້ນຢູ່​ກັບ​ຖ້ອຍ​ຄຳ​ແຫ່ງ​ຊີວິດ​ນິລັນດອນ?

ຖ້າ​ຫາກ​ທ່ານ​ສະ​​ແຫວ​ງຫາ​ຄວາມ​ຈິງ, ຄວາມ​ໝາຍ, ​ແລະ ວິທີ​ທີ່​ຈະ​ປ່ຽນ​ສັດທາ​ໃຫ້​ເປັນ​ການ​ກະທຳ; ຖ້າ​ຫາກ​ທ່ານ​ຊອກ​ຫາ​ບ່ອນ​ທີ່​ຈະເຂົ້າຮ່ວມ​ນຳ​ໄດ້: ​ຈົ່ງ​ມາ​ຮ່ວມກັບ​ພວກ​ເຮົາ!

ຖ້າ​ຫາກ​ທ່ານ​ໄດ້​​ໄປຈາກ​ສັດທາ​ທີ່​ທ່ານ​ເຄີຍ​ມີ: ຈົ່ງ​ກັບ​ຄືນ​ມາ​ອີ​ກ. ມາ​​ຮ່ວມ​ກັບພວກ​ເຮົາ!

ຖ້າ​ຫາກ​ທ່ານ​​ຄິດ​ຢາກ​ຈະ​ໜີ​ໄປ: ຈົ່ງ​ຢູ່​ກ່ອນ​ຈັກ​ໜ້ອຍ​ໜຶ່ງ. ຍັງ​ມີ​ບ່ອນ​ສຳລັບ​ທ່ານ​ຢູ່.

ຂ້າພະ​ເຈົ້າຂໍ​ວິ​ງວອນ​ທຸກ​ຄົນ​ທີ່​ໄດ້​ຍິນ ຫລື ອ່ານ​ຂໍ້​ຄວາມ​ເຫລົ່າ​ນີ້: ຈົ່ງ​ມາ​ຮ່ວມ​ກັບ​ພວກ​ເຮົາI ຈົ່ງ​​ມາເຊື່ອ​ຟັງສຽງ​ເອີ້ນ​​ຂອງ​ພຣະຄຣິດທີ່​ອ່ອນ​ຫວານ. ຈົ່ງ​ຍົກ​ເອົາ​ໄມ້​ກາງ​ແຂນ​ຂອງ​ທ່ານ ​ແລະ ​ຕິດຕາມ​ພຣະອົງ​ໄປ.12

ຈົ່ງ​ມາ​ຮ່ວມ​ກັບ​ພວກ​ເຮົາ! ​ເພາະ​ຢູ່​ທີ່​ນີ້ ທ່ານ​ຈະ​ພົບ​ເຫັນ​ວ່າ​ແມ່ນ​ຫຍັງ​ທີ່​ມີຄ່າ​ຫລາຍ​ທີ່​ສຸດ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ຢູ່​ທີ່​ນີ້​ທ່ານ​ຈະ​ພົບ​ເຫັນ​ຖ້ອຍ​ຄຳ​ແຫ່ງ​ຊີວິດ​ນິລັນດອນ, ຄຳ​ສັນຍາ​​ແຫ່ງ​ການ​ໄຖ່, ​ແລະ ​ເສັ້ນທາງ​ທີ່​ພາ​ໄປ​ຫາ​ຄວາມ​ສະຫງົບ ​ແລະ ຄວາມສຸກ.

ຂໍພະ​ເຈົ້າອະທິຖານ​ດ້ວຍ​ຄວາມ​ຈິງ​ໃຈ​ວ່າ ການສະ​ແຫວ​ງຫາ​ຄວາມ​ຈິງ​ຈະ​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ປາດ​ຖະໜາ​ທີ່​ຈະ​ມາ ​ແລະ ຮ່ວມ​ກັບ​ພວກ​ເຮົາ. ​ໃນ​ພຣະນາມ​ອັນ​ສັກສິດຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.