​2010–2019
ຈັບ​ໄວ້​ໃຫ້​ແໜ້ນ​ຕະຫລອດ​ເວລາ
ຕຸລາ 2013


ຈັບ​ໄວ້​ໃຫ້​ແໜ້ນ​ຕະຫລອດ​ເວລາ

ຂໍ​ໃຫ້​ພວກ​ເຮົາ​ຈັບ​ຮາວ​ເຫລັກ​ທີ່​ນຳໄປ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ໄວ້​​ໃຫ້​ແໜ້ນຕະຫລອດ​ເວລາ.

ພໍ່​ຂອງຂ້າພະເຈົ້າ​ຈື່​​ມື້​ໄດ້ ​ແມ່ນ​ແຕ່​ຊົ່ວ​ໂມງ​ທີ່​ຄອບຄົວ​ຂອງ​ເພິ່ນ—ທັງ​ພໍ່​ແມ່ ແລະ ລູກ​ສີ່​ຄົນ—​ໄດ້ໜີ​ຈາກສາດສະໜາ​ຈັກ​ໄປ, ຫລາຍ​ຄົນ​ບໍ່​ໄດ້​ກັບຄືນ​ມາ​ໃນ​ຊີວິດ​ນີ້. ຕອນ​ນັ້ນ​ພໍ່ມີອາຍຸ​ໄດ້ 13 ປີ ເປັນ​ມັກຄະ​ນາຍົກ ແລະ ໃນ​ສະໄໝ​ນັ້ນ​ຄອບຄົວ​ຈະ​ໄປ​ໂຮງຮຽນ​ວັນ​ອາທິດ​ແຕ່​ເຊົ້າ ແລ້ວໄປ​ປະຊຸມ​ສິນ​ລະ​ລຶກ​ຕອນ​ບ່າຍ. ມີ​ມື້ໜຶ່ງ​ລະດູ​ໃບ​ໄມ້​ປົ່ງ​ອາກາດ​ສວຍ​ງາມ ຫລັງ​ຈາກ​ໄດ້​ກັບ​ຈາກ​ການ​ປະຊຸມ​ຕອນ​ເຊົ້າ ແລະ ກິນ​ເຂົ້າ​ນຳ​ກັນ ແມ່​ຂອງ​ເພິ່ນ​ໄດ້​ຫັນ​ໜ້າ​ໄປ​ເບິ່ງ​ພໍ່ ແລະ ຖາມ​ວ່າ “ທີ່​ຮັກ​ຄຶດ​ຈັ່ງ​ໃດ​ດີ ໄປ​ປະຊຸມ​ສິນ​ລະ​ລຶກຕອນ​ບ່າຍ​ນີ້ ​ຫລື​ ພາ​ຄອບຄົວ​ໄປ​ທ່ຽວ​ແຖວ​ຊົນນ​ະບົດ​ຈະ​ດີ​ກວ່າບໍ?”

ແນວ​ຄິດ​ທີ່​ວ່າ ເຮັດ​ສິ່ງ​ອື່ນ​ໄດ້​ທີ່​ນອກ​ເໜືອ​ໄປ​ຈາກ​ການ​ໄປ​ປະຊຸມ​ສິນ​ລະ​ລຶກ ແມ່ນ​ສິ່ງ​ທີ່​ພໍ່​ຂອງຂ້າພະເຈົ້າ​ບໍ່​ເຄີຍ​ຄິດ​ມາ​ກ່ອນ ແຕ່​ພໍ່​ພ້ອມ​ກັບ​ນ້ອງ​​ໄວລຸ້ນສາມ​ຄົນ​ຄິດ​ສົນໃຈ​ທີ່​ຈະ​ໄປ​ທ່ຽວ​ໃນ​ມື້​ນັ້ນ. ການ​ທ່ຽວ​ບ່າຍ​ວັນ​ອາທິດ​ນັ້ນ​ອາດ​ແມ່ນ​ກິດຈະກຳ​ຄອບຄົວ​ທີ່​ມ່ວນຊື່ນ, ແຕ່​ການ​ເລືອກ​ເລັກ​ນ້ອຍ​ນັ້ນ​ໄດ້​ກາຍເປັນ​ທິດ​ທາງ​ໃໝ່ ຊຶ່ງ​ໃນ​ທີ່​ສຸດ​ໄດ້​ນຳ​ຄອບຄົວ​ຂອງ​ພໍ່​ຫ່າງ​ຈາກ​ສາດສະໜາ​ຈັກ, ພ້ອມ​ດ້ວຍ​ຄວາມ​ປອດ​ໄພ, ​ຄວາມ​ໝັ້ນຄົງ ແລະ ພອນ ແລະ ນຳໄປ​ສູ່​​ເສັ້ນທາງ​ອື່ນ.

ມັນ​ເປັນ​ບົດຮຽນ​ສຳລັບ​ຄົນ​ສະໄໝ​ນີ້​ທີ່​ອາດ​ຖືກລໍ້​ລວງ​ໃຫ້​ເລືອກ​ເສັ້ນ​ທາງ​ອື່ນ. ລີ​ໄຮ​ຜູ້​ເປັນ​ສາດສະດາ​ໃນ​ພຣະ​ຄຳ​ພີ​ມໍ​ມອນໄດ້​ເລົ່າ​ພາບ​ນິມິດ​ໃຫ້​ຄອບຄົວຂອງ​ເພິ່ນຟັງ ຊຶ່ງ​ເພິ່ນ “​ໄດ້ເຫັນ​ຝູງ​ຊົນ​ຢ່າງ​ຫລວງຫລາຍ​ຈົນ​ນັບ​ບໍ່​ຖ້ວນ ຊຶ່ງ​ຈຳນວນ​ຫລວງຫລາຍ​ຂອງ​ພວກ​ເຂົາ​ກຳລັງ​ມຸ້ງ​ໜ້າ ເພື່ອ​ຈະ​ໄດ້​ເຂົ້າ​ໄປ​ຫາ​ທາງ​ທີ່​ນຳ​ມາ​ຫາ​ຕົ້ນໄມ້​ທີ່​ເພິ່ນ​ຢືນ​ຢູ່.

“ແລະ ... ພວກ​ເຂົາ​ອອກ​ມາ ແລະ ​ເລີ່​ມ​ຕົ້ນ​ເດີນ​ຕາມ​ທາງ​ທີ່​ພາ​ມາ​ຫາ​ຕົ້ນໄມ້​ນັ້ນ.

“ແລະ ... ໝອກ​ແຫ່ງ​ຄວາມ​ມືດ​ບັງເກີດ​ຂຶ້ນ; ...  ເຖິງ​ຂະໜາດ​ທີ່​ພວກ​ເຂົາ​ເລີ່​ມ​ຕົ້ນ​ໄປ​ຕາມ​ທາງ​ຈົນ​ບໍ່​ຮູ້​ຈະ​ໄປ​ທາງ​ໃດ ແລະ ສູນຫາຍ​ໄປ.”1

ຕໍ່​ໄປ​ລີ​ໄຮ​ໄດ້​ເຫັນ​ກຸ່ມ​ທີ​ສອງ​ທີ່ “ມຸ້ງ​ໜ້າ​ມາ​ຫາ ແລະ ມາ​ຈັບ​ປາຍ​ຮາວ​ເຫລັກ ແລະ ພວກ​ເຂົາ​ໄດ້​ມຸ້ງ​ໜ້າ​ຜ່ານ​ໝອກ​ແຫ່ງ​ຄວາມ​ມືດ​ໄປ ກອດ​ຮາວ​ເຫລັກ ຈົນ​ວ່າ​ໄດ້​ມາ​ຮັບ​ສ່ວນ​ໝາກ​ໄມ້​ຈາກ​ຕົ້ນໄມ້​ນັ້ນ.” ແຕ່​ໜ້າເສຍດາຍ​ທີ່ “ຫລັງ​ຈາກ​ພວກ​ເຂົາ​ຮັບ​ສ່ວນ​ໝາກ​ໄມ້​ແລ້ວ ພວກ​ເຂົາ​ໄດ້​ກວາດ​ສາຍຕາ​ໄປ​ມາ ແລະ ຄື​ກັນ​ກັບ​ວ່າ​ພວກ​ເຂົາ​ມີ​ຄວາມ​ອັບອາຍ” ຍ້ອນ​ມີ​ຄົນ​ໃນ “ອາຄານ​ໃຫຍ່ ແລະ ກວ້າງຂວາງ” ທີ່ “ຢູ່​ໃນ​ທ່າ​ທາງ​ເຍາະ​ເຍີ້​ຍ ແລະ ຊີ້​ມື​ມາ​ຫາ​ຄົນ​ຜູ້​ທີ່​ມາ​ຮອດ ... ແລະ ຮັບ​ສ່ວນ​ໝາກ​ໄມ້​ນັ້ນ​ຢູ່.” ແລ້ວ​ຄົນ​ດັ່ງກ່າວ​ນີ້ “ຕົກລົງ​ໄປ​ໃນ​ເສັ້ນທາງ​ຕ້ອງ​ຫ້າມ ແລະ ສູນຫາຍ​ໄປ.”2 ພວກ​ເຂົາ​ບໍ່​ສາມາດ ຫລື​ບາງທີ​ບໍ່​ຢາກ​ອົດທົນ​ຈົນ​ເຖິງ​ທີ່​ສຸດ.

ມີ​ອີກ​ກຸ່ມ​ທີ​ສາມ​ທີ່​ໄດ້​ໄປ​ຮອດ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ ຫລັງ​ຈາກ​ນັ້ນ​ພວກ​ເຂົາ​ບໍ່​ໄດ້​ຕົກ​ໄປ. ພຣະ​ຄຳ​ພີ​ບອກ​ວ່າ ຄົນ​ດັ່ງກ່າວ​ນີ້​ໄດ້ “ມຸ້ງ​ໜ້າ​ໄປ ໂດຍ​ການ​ຈັບ​ຮາວ​ເຫລັກ​ໄວ້​ ໃຫ້​ແໜ້ນ​ຢູ່​ຕະຫລອດ​ເວລາ ​ຈົນ​ເຖິງ ແລ້ວ​ລົ້ມ​ລົງ ແລະ ຮັບ​ສ່ວນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ.”3 ສຳລັບ​ຄົນ​ດັ່ງກ່າວ​ຮາວ​ເຫລັກ​ເປັນ​ຕົວ​ແທນ​ໃຫ້​​ແກ່ຄວາມ​ປອດ​ໄພ ແລະ ຄວາມ​ໝັ້ນຄົງ​ຢ່າງ​ດຽວ​ທີ່​ພວກ​ເຂົາ​ຫາ​ໄດ້ ແລະ ພວກ​ເຂົາ​ໄດ້​ຈັບ​ໄວ້​ໃຫ້​ແໜ້ນ​ຕະຫລອດ​ເວລາ; ພວກ​ເຂົາ​ບໍ່​ຍອມ​ປ່ອຍ ເຖິງ​ແມ່ນ​ຈະ​ເປັນສິ່ງ​ງ່າຍໆ​ຄື​ການ​ໄປ​ທ່ຽວ​ແຖວ​ຊົນນະບົດ​ໃນບ່າຍ​ຂອງວັນ​ອາທິດ.

ກ່ຽວ​ກັບ​ຄົນ​​ໃນ​ກຸ່ມນີ້ ແອວ​ເດີ ເດ​ວິດ ເອ ​ແບ໊​ດ​ນາ​ ສອນ​ວ່າ: “ສ່ວນ​ສຳຄັນ​ໃນ​ຂໍ້​ນີ້​ແມ່ນ​ຄຳ​ວ່າ ຈັບ​ຮາວ​ເຫລັກ​ໄວ້​ໃຫ້ແໜ້ນ ຕະຫລອດ​ເວລາ ... ບາງທີ​ກຸ່ມ​ທີ​ສາມ​ນີ້​ໄດ້​ ອ່ານ ​ແລະ ຮຽນ ​ແລະ ຄົ້ນ​ຫາ​ຄຳ​ຂອງ​ພຣະຄຣິດ​ໄປ​ເລື້ອຍໆ … ນີ້​ແມ່ນ​ກຸ່ມ​ທີ່​ທ່ານ ແລະ ຂ້າພະເຈົ້າ​ຄວນ​ພະຍາຍາມ​ເຂົ້າ​ມີ​ສ່ວນ​ຮ່ວມ​ນຳ.”4

ພວກ​ເຮົາ​ຜູ້​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຈົ້າ​ໃນ​ສະໄໝ​ນີ້​ໄດ້​ເຮັດ​ພັນທະ​ສັນຍາ​ທີ່​ຈະ​ຕິດ​ຕາມ​ພຣະເຢ​ຊູ​ຄຣິດ ແລະ ຈະ​ເຊື່ອ​ຟັງ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ. ຕອນ​ທີ່​ຮັບ​ບັບ​ຕິ​ສະ​ມາ ພວກ​ເຮົາ​ໄດ້​ເຮັດ​ພັນທະ​ສັນຍາ​ໄວ້​ວ່າ​ຈະ​ຢືນ​ເປັນ​ພະຍານ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ,5 ວ່າ​ຈະ​ປອບ​ໃຈ​ຄົນ​ທີ່​ອ່ອນແອ ແລະ ຄົນ​ທີ່​ຂັດ​ສົນ,6 ຈະ​ຮັກ​ສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ ແລະ ຈະ​ກັບ​ໃຈ​ຕາມ​ທີ່​ຕ້ອງການ ເພາະ​ຕາມ​ອັກ​ຄະ​ສາວົກ​ໂປໂລ​ເຄີຍ​ສອນ “ທຸກ​ຄົນ​ໄດ້​ເຮັດ​ບາບ ແລະ ຫ່າງ​ໄກ​ຈາກ​ພຣະ​ເຈົ້າ​ຜູ້​ທີ່​ຊ່ອຍ​ເຂົາ.”7

ທຸກ​ອາທິດ​ພວກ​ເຮົາ​ມີ​ໂອກາດ​ໄປຮ່ວມ​ກອງ​ປະຊຸມ​ສິນ​ລະ​ລຶກ ຊຶ່ງ​ທີ່​ນັ້ນ​ພວກ​ເຮົາ​ຕໍ່​ພັນທະ​ສັນຍາ​ດັ່ງກ່າວ​ໂດຍ​ການ​ຮັບ​ສ່ວນ​ເຂົ້າຈີ່ ແລະ ນ້ຳຂອງ​ພິທີ​ສິນ​ລະ​ລຶກ. ກິດຈະກຳ​ງ່າຍໆ​ນີ້​ຍ່ອມ​ເຮັດ​ໃຫ້​ພວກ​ເຮົາ​ສັນຍາ​ອີກ​ທີ່​ຈະ​ຕິດ​ຕາມ​ພຣະເຢ​ຊູ​ຄຣິດ ແລະ ທີ່​ຈະ​ກັບ​ໃຈ​ເມື່ອ​ເຮົາ​ເຮັດ​ບາບ. ພຣະ​ເຈົ້າ​ໄດ້​​ໃຫ້ສັນຍາ​ກັບ​ພວກ​ເຮົາ​ວ່າ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ເປັນ​ຜູ້ນຳ ແລະ ປົກ​ປ້ອງ.

ຈາກ ຈົ່ງ​ສອນ​ພຣະກິດ​ຕິ​ຄຸນ​ຂອງ​ເຮົາ, ພວກ​ຜູ້​ສອນ​ສາດສະໜາ​ສອນ​ວ່າ ການ​ເປີດເຜີຍ ແລະ ປະຈັກ​ພະຍານ​ມາ​ເຖິງ​ເມື່ອ​ພວກ​ເຮົາ​ໄປ​ໂບດ​ໃນ​ວັນ​ອາທິດ: “ເມື່ອ​ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ​ຂອງ​ສາດສະໜາ​ຈັກ ແລະ ນະມັດສະການ​ຮ່ວມ​ກັນ, ເຮົາ​ໄດ້​ເພີ່ມ​ຄວາມ​ເຂັ້ມແຂງ​ໃຫ້​ກັນ​ແລະ​ກັນ. ເຮົາ​ໄດ້​ຮັບກຳລັງ​ໃໝ່​ໂດຍ​ການ​ຄົບ​ຫາ​ນຳ​ໝູ່​ເພື່ອນ ແລະ ຄອບຄົວ. ສັດທາ​ຂອງ​ເຮົາ​ໄດ້​ເຂັ້ມແຂງ​ຂຶ້ນ​ເມື່ອ​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ ແລະ ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຫລາຍ​ຂຶ້ນ.”8

ບາງ​ຄົນ​ອາດ​ຖາມ​ວ່າ ເປັນ​ຫຍັງ​ຈຶ່ງ​ມີ​ປະຊຸມ​ສາມ​ພາກ​ໃນ​ວັນ​ອາທິດ ແລະ ເປັນ​ຫຍັງ​ຈຶ່ງ​ຕ້ອງການ​ມີ. ຂໍ​ໃຫ້​ພິຈາລະນາ​ການ​ປະຊຸມ​ທັງ​ສາມ​ອັນ​ນີ້:

  • ກອງ​ປະຊຸມ​ສິນ​ລະ​ລຶກ​ໃຫ້​ໂອກາດ​ມີ​ສ່ວນ​ຮ່ວມ​ໃນ​ພິທີການ​ສິນ​ລະ​ລຶກ. ພວກ​ເຮົາ​ຕໍ່​ພັນທະ​ສັນຍາ ຮັບ​ເອົາ​ສ່ວນ​ພຣະ​ວິນ​ຍານ​ຫລາຍ​ຂຶ້ນ ແລະ ຮັບ​ພອນ​ອີກ​ໂດຍ​ການ​ສິດສອນ ແລະ ການ​ເສີມ​ກຳລັງ​ຈາກ​ພຣະ​ວິນ​ຍານ​ບໍລິສຸດ.

  • ໂຮງຮຽນ​ວັນ​ອາທິດ​ໃຫ້​ພວກ​ເຮົາ​ສອນ​ຫລັກ​ຄຳ​ສອນ​ຂອງ​ອານາຈັກ​ໃຫ້​ກັນ,9 ເພື່ອ​ທຸກ​ຄົນ​ຈະ​ໄດ້​ຮຽນ​ຮູ້ ແລະ ຊື່ນ​ຊົມ​ຍິນ​ດີ​ດ້ວຍ​ກັນ.10 ມີ ອຳນາດ ແລະ ຄວາມ​ສະຫງົບ​ໃຈ​ສ່ວນ​ຕົວ ຢ່າງ​ຫລວງຫລາຍ​ເມື່ອ​ພວກ​ເຮົາ​ເຂົ້າໃຈ​ຫລັກ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​​ໄດ້ຟື້ນ​ຟູ​ຄືນ​ມາ​ໃໝ່.

  • ການ​ປະຊຸມ​ຖານະ​ປະໂລຫິດ​ແມ່ນ​ເວລາ​ໃຫ້​ພວກ​ຜູ້​ຊາຍ​ຮຽນ​ໜ້າທີ່​ຂອງ​ຕົນ”11 ແລະ ໄດ້​ຮັບ​ການ​ແນະນຳ​ຢ່າງ​ສົມບູນ​ຍິ່ງ​ຂຶ້ນ,”12 ແລະ ການ​ປະຊຸມ​ສະມາຄົມ​ສະຕີສົງເຄາະ​ໃຫ້​ສະຕີ​ຂອງ​ສາດສະໜາ​ຈັກ​ມີ​ໂອກາດ “​ເພີ່ມທະວີ​ສັດທາ ..., ເສີມ​ກຳລັງ​ຂອງ​ຄອບຄົວ ແລະ ບ້ານ​ເຮືອນ [ຂອງ​ເຂົາເຈົ້າ] ແລະ ຊ່ອຍ​ຄົນ​ທີ່​ຂັດ​ສົນ.”13

ເຊັ່ນ​ດຽວ​ກັນ ຍິງ​ໜຸ່ມ ແລະ ເດັກນ້ອຍ​ມີ​ການ​ປະຊຸມ​ ມີ​ຫ້ອງ​ຮຽນ​ຂອງ​ພວກ​ເຂົາ​ເອງ ທີ່​ໄດ້​ສອນ​ພຣະ​ກິດ​ຕິ​ຄຸນ​ເພື່ອ​ຕຽມ​ພວກ​ເຂົາ​ສຳລັບ​ຄວາມ​ຮັບຜິດຊອບ​ສຳຄັນທີ່​ຈະ​ມາສູ່​ພວກ​ເຂົາ. ໃນ​ການ​ປະຊຸມ​ທີ່​ພິເສດ ແລະ ຕິດຕໍ່​ກັນ​ເຫລົ່າ​ນີ້. ພວກ​ເຮົາ​ຮຽນ​ຫລັກ​ທຳ, ຮູ້ສຶກ​ເຖິງ​ພຣະ​ວິນ​ຍານ ແລະ ຮັບ​ໃຊ້​ຊຶ່ງ​ກັນແລະກັນ. ເຖິງ​ແມ່ນ​ອາດ​ຕ້ອງ​ມີ​ການ​ຍົກເວັ້ນ​ຍ້ອນ​ຄວາມ​ຫ່າງ​ໄກ, ຄ່າ​ເດີນທາງ, ຫລືເລື່ອງ​ສຸຂະພາບ​ກໍ​ຕາມ ແຕ່​ພວກ​ເຮົາ​ຄວນ​ພະຍາຍາມ​ໄປ​ປະຊຸມ​ໃນ​ວັນ​ອາທິດ​ທັງ​ໝົດ. ຂ້າພະເຈົ້າ​ສັນຍາ​ວ່າ ພອນ​ແຫ່ງ​ຄວາມສຸກ ​ແລະ ຄວາມ​ສະຫງົບ​ອັນ​ໃຫຍ່​ຍິ່ງ​ຈະ​ມາ​ເຖິງ​ໃນ​ການ​ນະມັດສະການ​ຕາມ​ລາຍການ​ວັນ​ອາທິດ​ຂອງ​ພວກ​ເຮົາ.

ຄອບຄົວ​ຂອງ​ຂ້າພະເຈົ້າ​ຕັ້ງໃຈ​ທີ່​ຈະ​ໄປ​ປະຊຸມ​ໃນ​ວັນ​ອາທິດ​ທັງ​ໝົດ​ຕະຫລອດ. ພວກເຮົາ​ກໍ​ໄດ້​ພົບ​ວ່າ ນີ້​ຊ່ອຍ​ເສີມ​ສັດທາ​ຂອງ​ເຮົາ ແລະ ໃຫ້​ພວກເຮົາ​ມີ​ຄວາມ​ເຂົ້າໃຈ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ຫລາຍ​ກວ່າ​ເກົ່າ. ພວກເຮົາ​ກໍ​ຮຽນ​ຮູ້​ວ່າ​ເຮົາ​ຮູ້ສຶກ​ດີ​ໃນ​ການ​ເລືອກ​ທີ່​ຈະ​ໄປ​ປະຊຸມ​ຂອງ​ສາດສະໜາ​ຈັກ ໂດຍ​ສະເພາະ​ເມື່ອພວກ​ເຮົາ​ເມືອ​ບ້ານ ແລະ ຍັງ​ຮັກສາ​ວັນ​ຊະບາ​ໂຕຢູ່. ພວກເຮົາ​ຍັງ​ໄປ​ປະຊຸມ​ໃນ​ວັນ​ອາທິດ​ທັງ​ໝົດ​ຕອນ​ເຮົາ​ໄປ​ທ່ຽວ​ໄປ​ຫລິ້ນ. ລູກ​ສາວ​ຜູ້​ໜຶ່ງ​ຂຽນ​ມາ​ບອກ​ວ່າ ນາງ​ໄດ້​ໄປ​ໂບດ​ຢູ່​ເມືອງ​ທີ່​ນາງໄປ​ທ່ຽວ ແລ້ວ​ນາງ​ໄດ້​ກ່າວຕື່ມ​ວ່າ “ພໍ່​ເອີຍ, ລູກ​ໄດ້​ໄປ​ປະຊຸມ​ທັງ​ສາມ.” ພວກເຮົາ​ຮູ້​ວ່າ​ນາງ​ໄດ້​ຮັບ​ພອນ​ເພາະ​ການ​ເລືອກ​ທີ່​ຊອບ​ທຳ​ນີ້.

ພວກ​ເຮົາ​ແຕ່ລະຄົນ​ມີ​ການ​ເລືອກ​ຫລາຍ​ຢ່າງ​ໃນ​ການ​ຮັກສາ​ວັນ​ຊະບາ​ໂຕ. ໜ້າ​ຈະ​ມີ​ກິດຈະກຳ “ດີ” ທີ່​ສາມາດ ແລະ ຄວນ​ສະລະ​ເພື່ອ​ການ​ເລືອກ​ທີ່​ດີ​ກວ່າ ເພື່ອ​ໄປ​ກອງປະຊຸມ​ສາດສະໜາ​ຈັກ. ທີ່​ຈິງ​​ແລ້ວ ສິ່ງ​ນີ້​ແມ່ນ​ວິທີ​ອັນ​ໜຶ່ງ​ທີ່​ສັດຕູ “ກ່ອມ​ຈິດ​ວິນ​ຍານ [ຂອງ​ພວກ​ເຮົາ] ດັ່ງນີ້ ແລະ ພາ [ພວກ​ເຮົາ] ລົງ​ໄປຢ່າງ​ລະມັດ​ລະວັງ.”14 ມານ​ຈະ​ໃຊ້​ກິດຈະກຳ “ດີ” ເປັນ​ຕົວ​ແທນ​ກິດ​ຈະກຳ​ທີ່ “ດີ​ກວ່າ” ຫລື “ທີ່ດີ​ທີ່​ສຸດ.”15

ການ​ຈັບ​ຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ​ຕະຫລອດ​ເວລາ​ໝາຍ​ຄວາມ​ວ່າ ​ເມື່ອ​ເປັນ​ໄປ​ໄດ້ພວກ​ເຮົາ​ໄປ​ປະຊຸມ​ທັງ​ໝົດ​ໃນ​ວັນ​ອາທິດ: ທັງ​ປະຊຸມ​ສິນ​ລະ​ລຶກ ໂຮງຮຽນ​ວັນ​ອາທິດ ພ້ອມ​ກັບ​ປະຊຸມ​ຖານະ​ປະໂລຫິດ​ ຫລື​ສະມາຄົມ​ສະຕີສົງເຄາະ​ກໍ​ຕາມ. ເດັກນ້ອຍ ແລະ ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ຄວນ​ໄປ​ປະຊຸມ​ຂອງ​ພວກເຂົາ​ໃນ​ອົງການ​ປະຖົມ​ໄວ, ຊາຍ​ໜຸ່ມ​ ​ແລະ ຍິງ​ໜຸ່ມ​ດ້ວຍ. ພວກ​ເຮົາ​ບໍ່​ຄວນ​ເລືອກ​ວ່າ​ຈະ​ໄປ​ປະຊຸມ​ໃດ​ເລີຍ. ພວກ​ເຮົາ​ຈັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໄວ້​ໃຫ້​ແໜ້ນ​ດ້ວຍ ທີ່​ຈະ​ນະມັດສະການ ແລະ ໄປ​ປະຊຸມ​​ໃນວັນ​ຊະບາ​ໂຕ.

ການ​ຈັບ​ຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ​ຕະຫລອດ​ເວລາ​ໝາຍ​ຄວາມ​ວ່າ ພວກ​ເຮົາ​ພະຍາຍາມ​ຮັກ​ສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ​ທັງ​ໝົດ ທີ່​ຈະ​ອະທິຖານ​ເປັນ​ສ່ວນ​ຕົວ ແລະ ນຳ​ຄອບຄົວ​ທຸກ​ມື້ ແລະ ທີ່​ຈະ​ສຶກ​ສາ​ພຣະ​ຄຳ​ພີ​ທຸກ​ມື້.

ການ​ຈັບ​ໄວ້​ໃຫ້​ແໜ້ນ​ຕະຫລອດ​ເວລາ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ຫລັກ​ຄຳ​ສອນ​ຂອງ​ພຣະຄຣິດ​ຕາມ​ທີ່​ສອນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ພວກ​ເຮົາ​ໃຊ້​ສັດທາ​ໃນ​ພຣະເຢ​ຊູ​ຄຣິດ ກັບ​ໃຈ​ຈາກ​ບາບ​ຂອງພວກ​ເຮົາ ແລະ ປ່ຽນ​ໃຈ ແລ້ວ​ຕິດ​ຕາມ​ພຣະ​ອົງ​ລົງ​ໄປ​ໃນ​ນ້ຳ​ແຫ່ງ​ບັບ​ຕິ​ສະ​ມາ ແລະ ຮັບ​ເອົາ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ ຊຶ່ງ​ເປັນ​ຜູ້ນຳ ແລະ ຜູ້​ປອບ​ໂຍນ. ແລະ ຕໍ່​ໄປ​ນັ້ນ ຕາມ​ນີ​ໄຟ​​ໄດ້ສອນ​ວ່າ ພວກ​ເຮົາ “ມຸ້ງ​ໜ້າ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະຄຣິດ” ຈົນ​ເຖິງ​ທີ່​ສິ້ນ​ສຸດ​ຂອງ​ຊີວິດຂອງ​ພວກ​ເຮົາ.16

ອ້າຍ​ເອື້ອຍ​ນ້ອງຂອງ​ຂ້າພະ​ເຈົ້າ, ພວກ​ເຮົາ​ເປັນ​ຄົນ​ແຫ່ງ​ພັນທະ​ສັນຍາ. ພວກ​ເຮົາ​ເຕັມ​ໃຈ​ເຮັດ ແລະ ຮັກສາ​ພັນທະ​ສັນຍາ ແລະ ພອນ​ທີ່​ສັນຍາ​ໄວ້​ແມ່ນ ພວກ​ເຮົາ​ຈະ​ໄດ້​ຮັບ​ທຸກ​ສິ່ງ​ທີ່​ພຣະ​ບິດາ​ມີ.”17 ຂະນະ​ທີ່​ພວກ​ເຮົາ​ຈັບ​ຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ​ຕະຫລອດ​ເວລາ​ໂດຍ​ການ​ຮັກສາ​ພັນທະ​ສັນຍາ​ຂອງ​ພວກ​ເຮົາ ພວກ​ເຮົາ​ຈະ​​ເຂັ້ມ​ແຂງ​ເພື່ອ​ຕໍ່ຕ້ານ​ການ​ລໍ້​ລວງ ແລະ ໄພ​ອັນຕະລາຍ​ຂອງ​ໂລກ. ພວກ​ເຮົາ​ຈະ​ສາມາດ​ເດີນ​ຜ່ານ​ຊີວິດ​ມະຕະ​ນີ້​ພ້ອມ​ດ້ວຍ​ການ​ທ້າ​ທາຍ​ທັງ​ໝົດ​ຂອງ​ມັນ ຈົນ​ພວກ​ເຮົາ​ໄປ​ຮອດ​ຕົ້ນໄມ້​ນັ້ນ​ທີ່​ມີ​ໝາກທີ່ “ມີຄ່າ ແລະ ໜ້າ​ເພິ່ງ​ປາດ​ຖະ​ໜາ​ທີ່​ສຸດ​ເໜືອກ​ວ່າ​ໝາກ​ໄມ້​ໃດໆ​ທັງ​ສິ້ນ.”18

ພໍ່​ຂອງຂ້າພະເຈົ້າ​ກໍ​ໂຊກ​ດີ​ທີ່​ໄດ້​ແຕ່ງງານ​ກັບ​ຍິງສາວທີ່​ດີ​ທີ່​ໄດ້​ຊຸກຍູ້​ພໍ່​ໃຫ້​ກັບ​ມາ​ຫາ​ສາດສະໜາ​ຈັກ​ຕອນ​ເພິ່ນ​ຍັງ​ໜຸ່ມ ແລະ ໄດ້​​ເລີ່​ມ​ຕົ້ນ​ກ້າວໜ້າ​ຕາມ​ເສັ້ນ​ທາງ​ນັ້ນ. ຊີວິດ​ແຫ່ງ​ສັດທາ​ຂອງ​ພໍ່​ແມ່​ເປັນ​ພອນ​ໃຫ້​ລູກ​ໆທັງ​ໝົດ, ໃຫ້​ຫລານ​ຊົ່ວ​ອາຍຸ​ຕໍ່​ໄປ ແລະ ບັດ​ນີ້​ເຖິງລຸ້ນ​ເຫ​ລັນ​ຫລອດດ້ວຍ.

​​ເຊັ່ນ​ດຽວ​ກັບ​ການ​ເລືອກ​ງ່າຍໆ​ທີ່​ຈະ​ໄປ ຫລື ບໍ່​ໄປ​ປະຊຸມ​ໃນ​ວັນ​ອາທິດ ໄດ້​ມີ​ຜົນ​ກະທົບ​ອັນ​ໃຫຍ່​ໃນ​ຄອບຄົວ​ຂອງພໍ່​ຕູ້​ຂອງຂ້າພະເຈົ້າ ການ​ເລືອກ​ປະຈຳ​ວັນ​ຂອງ​ພວກ​ເຮົາ​ກໍ​ສາມາດ​ມີ​ຜົນ​ສະທ້ອນ​ໃຫຍ່​ໃນ​ຊີວິດ​ຂອງພວກ​ເຮົາ​ຄື​ກັນ. ການ​ເລືອກ​ທີ່​​ເບິ່ງ​ຄື​ວ່າ​ນ້ອຍ​ດັ່ງ​ການໄປ ຫລື​ ບໍ່​ໄປ​ປະຊຸມ​ສິນ​ລະ​ລຶກ​ຫັ້ນ ກໍ​ມີ​ຜົນ​ສະທ້ອນທີ່​ຍາວ​ນານ ແມ່ນ​​ແຕ່ອາດ​ໃນ​ນິລັນດອນ.

ຂໍ​ໃຫ້​ພວກ​ເຮົາ​ເລືອກ​ທີ່​ຈະ​ພາກ​ພຽນ​ເພື່ອ​ຈະ​ໄດ້​ຮັບ​ພອນ ແລະ ຮັບ​ການ​ປົກ​ປັກຮັກສາ​ອັນ​ໃຫຍ່​ຫລວງ​ທີ່​ມາ​ນຳ​ການ​ຮ່ວມ​ກັນ ແລະ ການ​ຮັກສາ​ພັນທະ​ສັນຍາ. ຂໍ​ໃຫ້​ພວກ​ເຮົາຈົ່ງ​ຈັບ​ຮາວ​ເຫລັກ​ນັ້ນ​ໄວ້​ໃຫ້​ແໜ້ນ​ຕະຫລອດ​ເວລາ ຊຶ່ງ​ນຳໄປ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ. ນີ້​ແມ່ນ​ຄຳ​ວິ​ງ​ວອນ​ຂອງ​ຂ້າພະເຈົ້າ​ໃນ​ພຣະ​ນາມ​ອັນ​ສັກສິດ​ຂອງ​ພຣະເຢ​ຊູ​ຄຣິດ ອາ​ແມນ.